ພຣະອົງມີວຽກງານໃຫ້ເຮົາເຮັດ
ເຮົາທຸກໆຄົນມີບົດບາດທີ່ສຳຄັນ ໃນການເຮັດໃຫ້ວຽກງານຂອງພຣະເຈົ້າກ້າວໄປໜ້າ.
ພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊວ່າ ພຣະອົງມີວຽກງານໃຫ້ເພິ່ນເຮັດ (ເບິ່ງ Moses 1:6). ທ່ານເຄີຍໄດ້ຄິດບໍ ຖ້າຫາກວ່າພຣະບິດາເທິງສະຫວັນມີວຽກງານໃຫ້ທ່ານເຮັດ? ມີສິ່ງໃດທີ່ສຳຄັນໆບໍ ທີ່ພຣະອົງໄດ້ຈັດຕຽນໄວ້ໃຫ້ທ່ານ—ໂດຍສະເພາະ—ເພື່ອໃຫ້ສຳເລັດ? ຂ້າພະເຈົ້າເປັນພະຍານວ່າຄຳຕອບນັ້ນຄື ມີແນ່!
ຂໍໃຫ້ຄິດເຖິງ ກີຣິຊ ກີມາຍ, ຜູ້ທີ່ໄດ້ເກີດ ແລະ ໄດ້ເຕີບໂຕຢູ່ທີ່ປະເທດເນປານ. ຕອນເປັນໄວລຸ້ນ ລາວໄດ້ສຶກສາຢູ່ປະເທດຈີນ, ບ່ອນທີ່ເພື່ອນຮ່ວມຫ້ອງຄົນໜຶ່ງ ໄດ້ແນະນຳລາວ ໃຫ້ຮູ້ຈັກກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໃນທີ່ສຸດ, ກີຣິຊໄດ້ມາສຶກສາເອົາປະລິນຍາໂທຢູ່ທີ່ມະຫາວິທະຍາໄລ ບຣິກຳ ຢັງ ແລະ ໄດ້ພົບກັບພັນລະຍາໃນອະນາຄົດຂອງລາວ. ເຂົາເຈົ້າໄດ້ພາກັນສ້າງຄອບຄົວຢູ່ໃນຮ່ອມພູເຊົາເລັກ ແລະ ໄດ້ຮັບເອົາເດັກນ້ອຍ ສອງຄົນຈາກປະເທດເນປານມາລ້ຽງເປັນລູກບຸນທຳ.
ຫລາຍປີຕໍ່ມາ, ເມື່ອອົບພະຍົບຫລາຍກວ່າ 1,500 ຄົນຈາກປະເທດເນປານ ຖືກສົ່ງມາຕັ້ງຖິ່ນຖານໃໝ່ຢູ່ລັດຢູທາ,1 ກີຣິຊຖືກດົນໃຈໃຫ້ຊ່ວຍເຫລືອ. ໂດຍທີ່ຮູ້ຈັກພາສາ ແລະ ເຂົ້າໃຈວັດທະນະທຳ, ກີຣິຊໄດ້ຮັບໃຊ້ເປັນນາຍພາສາ, ຄູສອນ, ແລະ ຜູ້ໃຫ້ຄຳປຶກສາ. ຫລັງຈາກໄດ້ຕັ້ງຕົວໃໝ່ຢູ່ໃນຊຸມຊົນ, ອົບພະຍົບຊາວເນປານບາງຄົນ ໄດ້ສະແດງຄວາມສົນໃຈ ພຣະກິດຕິຄຸນ. ສາຂາທີ່ເວົ້າພາສາເນປານກໍຖືກຈັດຕັ້ງຂຶ້ນ, ແລະ ຕໍ່ມາ ກີຣິຊກໍໄດ້ເປັນປະທານສາຂານັ້ນ. ລາວກໍໄດ້ຊ່ວຍເຫລືອໃນການແປພຣະຄຳພີມໍມອນເປັນພາສາເນປານນຳອີກ.
ທ່ານສາມາດເຫັນວິທີທີ່ພຣະບິດາເທິງສະຫວັນໄດ້ຕຽມ ແລະ ໃຊ້ກີຣິຊບໍ?
ພຣະເຈົ້າມີວຽກງານໃຫ້ເຮົາແຕ່ລະຄົນເຮັດ
ອ້າຍເອື້ອຍນ້ອງທັງຫລາຍ, ພຣະເຈົ້າມີວຽກງານສຳຄັນໃຫ້ເຮົາແຕ່ລະຄົນເຮັດ. ເມື່ອກ່າວຕໍ່ບັນດາເອື້ອຍນ້ອງ ແຕ່ສິດສອນຄວາມຈິງທີ່ກ່ຽວຂ້ອງກັບທຸກໆຄົນ, ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ: “ກ່ອນທີ່ເຮົາໄດ້ມາສູ່ໂລກນີ້, [ເຮົາ] ໄດ້ຮັບການມອບໝາຍບາງຢ່າງ. … ເຖິງແມ່ນວ່າຕອນນີ້ເຮົາບໍ່ຈື່ສິ່ງເຫລົ່ານັ້ນ, ແຕ່ມັນບໍ່ໄດ້ປ່ຽນຄວາມຈິງທີ່ຮຸ່ງໂລດກ່ຽວກັບ ສິ່ງທີ່ຄັ້ງໜຶ່ງເຮົາໄດ້ຕົກລົງຈະເຮັດ.”2 ນີ້ຊ່າງເປັນຄວາມຈິງທີ່ເຊີດຊູໃຈ! ພຣະບິດາເທິງສະຫວັນຂອງເຮົາມີສິ່ງສຳຄັນບາງຢ່າງໂດຍສະເພາະ ທີ່ໃຫ້ທ່ານ ແລະ ຂ້າພະເຈົ້າເຮັດໃຫ້ສຳເລັດ (ເບິ່ງ ເອເຟໂຊ 2:10).
ການມອບໝາຍຈາກສະຫວັນເຫລົ່ານີ້ ບໍ່ໄດ້ຖືກສະຫງວນໄວ້ສຳລັບໜ້ອຍຄົນ ຜູ້ທີ່ມີຖານະ ແຕ່ແມ່ນສຳລັບເຮົາທຸກໆ—ໂດຍບໍ່ຄຳນຶງເຖິງເພດ, ອາຍຸ, ເຊື້ອຊາດ, ສັນຊາດ, ລະດັບລາຍໄດ້, ສະຖານະພາບທາງສັງຄົມ, ຫລື ການເອີ້ນໃນສາດສະໜາຈັກ. ເຮົາທຸກໆຄົນມີບົດບາດທີ່ສຳຄັນ ໃນການເຮັດໃຫ້ວຽກງານຂອງພຣະເຈົ້າກ້າວໄປໜ້າ (ເບິ່ງ Moses 1:39).
ເຮົາບາງຄົນສົງໄສ ຖ້າຫາກວ່າພຣະບິດາເທິງສະຫວັນສາມາດໃຊ້ ເຮົາ ໃຫ້ມີສ່ວນບໍລິຈາກທີ່ສຳຄັນຫລືບໍ່. ແຕ່ຈົ່ງຈຳໄວ້ວ່າ, ພຣະອົງໄດ້ໃຊ້ຜູ້ຄົນທຳມະດາມາຕະຫລອດ ເພື່ອໃຫ້ສຳເລັດສິ່ງທີ່ບໍ່ທຳມະດາ (ເບິ່ງ 1 ໂກຣິນໂທ 1:27–28; ເບິ່ງ D&C 35:13; 124:1). [ເຮົາ] ເປັນຕົວແທນ ແລະ ມີພະລັງຢູ່ໃນຕົວ [ເຮົາ] ທີ່ຈະເຮັດໃຫ້ເກີດຄວາມຊອບທຳ ຢ່າງຫລວງຫລາຍ. (ເບິ່ງ D&C 58:27–28).3
ປະທານຣະໂຊ ເອັມ ແນວສັນ ໄດ້ອະທິບາຍວ່າ:
“ພຣະຜູ້ເປັນເຈົ້າມີຫລາຍສິ່ງຫລາຍຢ່າງ ໄວ້ໃຫ້ແກ່ທ່ານ ຫລາຍກວ່າທີ່ທ່ານມີສຳລັບຕົວທ່ານເອງ! ທ່ານໄດ້ຖືກຮັກສາໄວ້ສຳລັບວັນເວລາ ແລະ ສະຖານທີ່ນີ້. …
“ພຣະຜູ້ເປັນເຈົ້າຕ້ອງການທ່ານ ເພື່ອປ່ຽນແປງໂລກ. ເມື່ອທ່ານຍອມຮັບ ແລະ ເຮັດຕາມພຣະປະສົງຂອງພຣະອົງ, ແລ້ວທ່ານຈະພົບເຫັນຕົວເອງ ບັນລຸສິ່ງທີ່ເປັນໄປບໍ່ໄດ້!”4
ສະນັ້ນເຮົາຈະມາເຂົ້າໃຈ ແລະ ປະຕິບັດວຽກງານທີ່ພຣະເຈົ້າປະສົງໃຫ້ເຮົາເຮັດແນວໃດ? ຂ້າພະເຈົ້າຂໍແບ່ງປັນຫລັກທຳສີ່ຂໍ້ທີ່ຈະຊ່ວຍເຮົາໄດ້.
ເອົາໃຈໃສ່ຄົນອື່ນ
ທຳອິດ, ເອົາໃຈໃສ່ຄົນອື່ນ. ເຮົາສາມາດຕິດຕາມພຣະຄຣິດໄດ້, “ພຣະອົງໄດ້ໄປທຸກແຫ່ງຫົນ ເຮັດຄຸນງາມຄວາມດີ” (ກິດຈະການ 10:38; ເບິ່ງ 2 ນີໄຟ 26:24 ນຳອີກ).
ຫລັງຈາກໄດ້ກັບຈາກການເຜີຍແຜ່ແລ້ວ, ຂ້າພະເຈົ້າຄິດເຖິງຈຸດປະສົງປະຈຳວັນທີ່ຂ້າພະເຈົ້າ ເຄີຍໄດ້ມີ. ແນ່ນອນວ່າ, ຂ້າພະເຈົ້າຈຳເປັນຕ້ອງຮັກສາພັນທະສັນຍາ, ສຶກສາ, ເລີ່ມສ້າງຄອບຄົວ, ແລະ ມີລາຍໄດ້ລ້ຽງຊີບ. ແຕ່ຂ້າພະເຈົ້າໄດ້ຄິດ ຖ້າຫາກວ່າມີອັນໃດບາງຢ່າງທີ່ສຳຄັນກວ່ານັ້ນ, ຫລື ແມ່ນແຕ່ພິເສດ, ທີ່ພຣະຜູ້ເປັນເຈົ້າປະສົງໃຫ້ຂ້າພະເຈົ້າເຮັດ. ຫລັງຈາກໄດ້ໄຕ່ຕອງເປັນເວລາຫລາຍເດືອນ, ຂ້າພະເຈົ້າໄດ້ພົບເຫັນຂໍ້ນີ້ວ່າ, ຖ້າຫາກເຈົ້າປາດຖະໜາ, ເຈົ້າຈະເປັນທາງແຫ່ງການເຮັດຄວາມດີຢ່າງຫລວງຫລາຍໃນຄົນລຸ້ນນີ້ (ເບິ່ງ D&C 11:8). ພຣະວິນຍານໄດ້ຊ່ວຍຂ້າພະເຈົ້າໃຫ້ເຂົ້າໃຈວ່າ ຈຸດປະສົງຕົ້ນຕໍຂອງການມອບໝາຍຈາກສະຫວັນແມ່ນ ໃຫ້ເປັນພອນແກ່ຄົນອື່ນໂດຍ “ການເຮັດຄວາມດີ.”
ເຮົາສາມາດເຂົ້າເຖິງຈຸດການຕັດສິນໃຈໃນຊີວິດຂອງເຮົາ—ດັ່ງເຊັ່ນການສຶກສາ, ສິ່ງທີ່ເຮົາຈະເຮັດເປັນອາຊີບ, ຫລື ຈະອາໄສຢູ່ໃສ—ໃນຂອບເຂດຂອງການຊ່ວຍເຫລືອຄົນອື່ນ.
ຄອບຄົວໜຶ່ງໄດ້ພາກັນຍ້າຍໄປເມືອງໃໝ່. ແທນທີ່ຈະຫາເຮືອນຢູ່ໃນຄຸ້ມທີ່ຮັ່ງມີ, ເຂົາເຈົ້າໄດ້ຖືກດົນໃຈໃຫ້ຍ້າຍໄປເຂດອື່ນ ບ່ອນທີ່ມີຄວາມຂັດສົນ ທາງສັງຄົມ ແລະ ເສດຖະກິດ. ຕະຫລອດຫລາຍປີທີ່ຜ່ານມາ, ພຣະຜູ້ເປັນເຈົ້າໄດ້ທຳງານຜ່ານເຂົາເຈົ້າ ເພື່ອຊ່ວຍເຫລືອຫລາຍຄົນ ແລະ ສ້າງສາຫວອດ ແລະ ສະເຕກຂອງເຂົາເຈົ້າ.
ທ່ານໝໍມືອາຊີບຄົນໜຶ່ງໄດ້ມີຫ້ອງການທຳມະດາແຫ່ງໜຶ່ງ ແຕ່ໄດ້ຖືກນຳພາໃຫ້ເປີດມື້ໜຶ່ງໄວ້ເພື່ອໃຫ້ ການຮັກສາທີ່ບໍ່ຄິດຄ່າໃຊ້ຈ່າຍໃຫ້ແກ່ຜູ້ຄົນທີ່ບໍ່ມີປະກັນໄພ. ເປັນເພາະຄວາມເຕັມໃຈຂອງຊາຍຄົນນີ້ ແລະ ພັນລະຍາຂອງລາວທີ່ຈະເປັນພອນໃຫ້ແກ່ຄົນອື່ນ, ພຣະຜູ້ເປັນເຈົ້າໄດ້ຈັດຫາວິທີທາງໃຫ້ເຂົາເຈົ້າ ເພື່ອຈະໄດ້ຊ່ວຍເຫລືອຄົນໄຂ້ທີ່ຂັດສົນຫລາຍໆຮ້ອຍຄົນ ຂະນະທີ່ໃນເວລາດຽວກັນນັ້ນກໍໄດ້ລ້ຽງດູຄອບຄົວໃຫຍ່ຂອງເຂົາເຈົ້າ.
ຄົ້ນຫາ ແລະ ພັດທະນາຂອງປະທານແຫ່ງພຣະວິນຍານ
ສອງ, ຄົ້ນຫາ ແລະ ພັດທະນາຂອງປະທານແຫ່ງພຣະວິນຍານ. ພຣະບິດາເທິງສະຫວັນໄດ້ປະທານຂອງປະທານເຫລົ່ານີ້ໃຫ້ເຮົາ ເພື່ອຊ່ວຍເຮົາໃຫ້ຈຳແນກໄດ້, ປະຕິບັດຕາມ ແລະ ຊື່ນຊົມກັບວຽກງານທີ່ພຣະອົງມີໃຫ້ເຮົາເຮັດ.
ເຮົາບາງຄົນຈະຖາມວ່າ, “ເຮົາມີຂອງປະທານ ໃດ ບໍ?” ອີກເທື່ອໜຶ່ງ, ຄຳຕອບນັ້ນກໍຄື ມີແນ່! ພຣະເຈົ້າໄດ້ກ່າວວ່າ ແກ່ ທຸກຄົນ ຂອງປະທານຖືກມອບໃຫ້ໂດຍພຣະວິນຍານຂອງພຣະເຈົ້າ … ເພື່ອວ່າທຸກຄົນຈະໄດ້ຮັບຜົນປະໂຫຍດດ້ວຍການນັ້ນ (ເບິ່ງ D&C 46:11–12; ເນັ້ນຄຳເນີ້ງ).5 ຂອງປະທານທາງວິນຍານຫລາຍຢ່າງ ມີຢູ່ໃນພຣະຄຳພີ (ເບິ່ງ 1 ໂກຣິນໂທ 12:1–11, 31; ໂມໂຣໄນ 10:8–18; ເບິ່ງ D&C 46:8–26), ແຕ່ ຍັງມີຫລາຍຢ່າງອື່ນອີກ.6 ບາງຢ່າງອາດຮ່ວມດ້ວຍການມີຄວາມເຫັນອົກເຫັນໃຈ, ການສະແດງຄວາມຫວັງ, ການເຂົ້າຫາຄົນອື່ນໄດ້ງ່າຍ, ການຈັດລະບຽບທີ່ມີປະສິດທິພາບ, ການກ່າວ ຫລື ຂຽນຂໍ້ຄວາມທີ່ຊັກຊວນໃຈ, ການສັ່ງສອນຢ່າງແຈ່ມແຈ້ງ, ແລະ ການເຮັດວຽກໜັກ.
ສະນັ້ນເຮົາຈະມາຮູ້ຈັກຂອງປະທານຂອງເຮົາໄດ້ແນວໃດ? ເຮົາສາມາດອ່ານເບິ່ງຢູ່ໃນປິຕຸພອນຂອງເຮົາ, ສອບຖາມຜູ້ຄົນທີ່ຮູ້ຈັກເຮົາດີ, ແລະ ຈຳແນກເປັນການສ່ວນຕົວ ສິ່ງທີ່ເຮັດໄດ້ເກັ່ງຕາມທຳມະຊາດ ແລະ ມັກເຮັດ. ສຳຄັນກວ່າທຸກສິ່ງ, ເຮົາສາມາດທູນຖາມພຣະເຈົ້າໄດ້ (ເບິ່ງ ຢາໂກໂບ 1:5; D&C 112:10). ພຣະອົງຮູ້ຂອງປະທານຂອງເຮົາ, ເພາະພຣະອົງເປັນຜູ້ທີ່ເອົາມັນໃຫ້ເຮົາ (ເບິ່ງ D&C 46:26).
ເມື່ອເຮົາຄົ້ນພົບຂອງປະທານຂອງເຮົາ, ເຮົາມີໜ້າທີ່ຮັບຜິດຊອບທີ່ຈະພັດທະນາມັນ (ເບິ່ງ ມັດທາຍ 25:14–30). ແມ່ນແຕ່ພຣະເຢຊູຄຣິດກໍບໍ່ໄດ້ຮັບຄວາມສົມບູນໃນຕອນທຳອິດ, ແຕ່ [ໄດ້ພັດທະນາ] ຈາກພຣະຄຸນໜຶ່ງເຖິງອີກພຣະຄຸນໜຶ່ງ (ເບິ່ງ D&C 93:13).
ຊາຍໜຸ່ມຄົນໜຶ່ງໄດ້ສະແດງໃຫ້ເຫັນເຖິງວິທີສົ່ງເສີມຄຸນຄ່າຂອງສາດສະໜາ. ສິ່ງທີ່ຂ້າພະເຈົ້າມັກຫລາຍແມ່ນພາບຂອງພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງມີແຜ່ນໜຶ່ງແຂວນຢູ່ໃນບ້ານ ຂອງພວກເຮົາ. ນ້ອງຊາຍຄົນນີ້ໄດ້ພັດທະນາ ແລະ ນຳໃຊ້ຂອງປະທານທາງສິນລະປະ ການແຕ້ມຂອງລາວ. ໂດຍການເຮັດວຽກງານຜ່ານລາວ, ພຣະບິດາເທິງສະຫວັນໄດ້ດົນໃຈຄົນອື່ນ ໃຫ້ພັດທະນາການເປັນສານຸສິດຂອງເຂົາເຈົ້າ.
ບາງເທື່ອເຮົາຮູ້ສຶກວ່າເຮົາບໍ່ມີຂອງປະທານທີ່ສຳຄັນແນວໃດເລີຍ. ມື້ໜຶ່ງນາງຜູ້ທໍ້ຖອຍໃຈ ໄດ້ອ້ອນວອນວ່າ, “ພຣະຜູ້ເປັນເຈົ້າເອີຍ, ແມ່ນຫຍັງຄືການປະຕິບັດສາດສະໜາ ກິດສ່ວນຕົວຂອງຂ້ານ້ອຍ?” ພຣະອົງໄດ້ຕອບນາງວ່າ, “ໃຫ້ສັງເກດເບິ່ງຄົນອື່ນ.” ມັນເປັນຂອງປະທານແຫ່ງວິນຍານ! ນັບແຕ່ນັ້ນມາ, ນາງໄດ້ພົບເຫັນຄວາມປິຕິຍິນດີໃນການສັງເກດ ແລະ ໄດ້ເຫັນຄົນທີ່ຖືກລືມເປັນປະຈຳ, ແລະ ພຣະເຈົ້າໄດ້ເຮັດວຽກງານຜ່ານນາງ ເພື່ອເປັນພອນໃຫ້ແກ່ຄົນທັງຫລາຍ. ເຖິງແມ່ນຂອງປະທານແຫ່ງພຣະວິນຍານຂອງເຮົາບາງຢ່າງ ອາດບໍ່ເຮັດໃຫ້ເຮົາມີຊື່ສຽງ ຕາມມາດຕະຖານຂອງໂລກ, ແຕ່ມັນຈຳເປັນຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ.
ໃຊ້ຄວາມຍາກລຳບາກໃຫ້ມີປະໂຫຍດ
ສາມ, ໃຊ້ຄວາມຍາກລຳບາກໃຫ້ມີປະໂຫຍດ. ການທົດລອງຂອງເຮົາຊ່ວຍເຮົາໃຫ້ພົບເຫັນ ແລະ ຕຽມຕົວສຳລັບວຽກງານທີ່ພຣະບິດາເທິງສະຫວັນມີໃຫ້ເຮົາເຮັດ. ແອວມາໄດ້ອະທິບາຍວ່າ, “ຫລັງຈາກມີຄວາມທຸກຍາກລຳບາກມາຫລາຍແລ້ວ, ພຣະຜູ້ເປັນເຈົ້າ … ໄດ້ເຮັດໃຫ້ຂ້າພະເຈົ້າເປັນເຄື່ອງມືໃນພຣະຫັດຂອງພຣະອົງ” (ໂມໄຊຢາ 23:10).8 ເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງການເສຍສະລະຊົດໃຊ້ຂອງພຣະອົງຊ່ວຍໃຫ້ (ເບິ່ງ ແອວມາ 7:11–12), ເຮົາສາມາດນຳໃຊ້ຄວາມຮູ້ທີ່ໄດ້ມາຈາກປະສົບການທີ່ຍາກລຳບາກ ເພື່ອເຊີດຊູ, ເສີມຄວາມເຂັ້ງແຂງ, ແລະ ເປັນພອນໃຫ້ແກ່ຄົນອື່ນ.
ຫລັງຈາກໄດ້ຕົກງານຈາກການເປັນຜູ້ບໍລິຫານຝ່າຍຮັບຈ້າງພະນັກງານ ທີ່ປະສົບຜົນສຳເລັດ, ລາວໄດ້ອ່ານປິຕຸພອນຂອງລາວ ແລະ ໄດ້ຮູ້ສຶກດົນໃຈໃຫ້ມີບໍລິສັດຂອງຕົວເອງ ເພື່ອຊ່ວຍມືອາຊີບຄົນອື່ນຊອກຫາວຽກເຮັດ. (ລາວກໍໄດ້ຊ່ວຍຂ້າພະເຈົ້າຫາວຽກເຮັດເມື່ອຄອບຄົວຂອງພວກເຮົາໄດ້ກັບມາຈາກການເຜີຍແຜ່.) ພຣະຜູ້ເປັນເຈົ້າໄດ້ໃຊ້ການທົດລອງຂອງລາວ ເພື່ອເປັນພອນໃຫ້ແກ່ຄົນອື່ນ, ໃນຂະນະດຽວກັນ ກໍໄດ້ໃຫ້ລາວມີອາຊີບທີ່ມີຄວາມໝາຍດ້ວຍ.
ຄູ່ສາມີພັນລະຍາໜຸ່ມຄູ່ໜຶ່ງໄດ້ປະສົບການລູກຕາຍຕອນຢູ່ໃນຄັນ. ດ້ວຍຄວາມໂສກເສົ້າໃຈ, ເຂົາເຈົ້າໄດ້ໃຫ້ກຽດລູກສາວນ້ອຍໂດຍການໃຫ້ຄຳປຶກສາ ແລະ ຈັດຫາເຄື່ອງຂອງໃຫ້ແກ່ພໍ່ແມ່ຄົນອື່ນທີ່ຕົກຢູ່ໃນສະພາບທີ່ຄ້າຍຄືກັນນັ້ນ. ພຣະຜູ້ເປັນເຈົ້າໄດ້ເຮັດວຽກງານຜ່ານສາມີພັນລະຍາຄູ່ນີ້ ເພາະຍ້ອນຄວາມເຫັນອົກເຫັນໃຈ, ທີ່ຖືກພັດທະນາຜ່ານຄວາມຍາກລຳບາກ.
ເພິ່ງອາໄສພຣະເຈົ້າ
ແລະ ທີສີ່, ເພິ່ງອາໄສພຣະເຈົ້າ ເມື່ອເຮົາທູນຖາມພຣະອົງໃນສັດທາ ດ້ວຍເຈດຕະນາອັນແທ້ຈິງ, ພຣະອົງຈະເປີດເຜີຍການມອບໝາຍ ຈາກສະຫວັນຂອງເຮົາ ໃຫ້ເຮົາເຫັນ.9 ເມື່ອເຮົາຄົ້ນພົບແລ້ວ, ພຣະອົງຈະຊ່ວຍເຮົາເຮັດໃຫ້ການມອບໝາຍສຳເລັດ. ພຣະອົງໄດ້ກ່າວວ່າ ທຸກສິ່ງໄດ້ຢູ່ຕໍ່ພຣະພັກ [ຂອງພຣະອົງ] (ເບິ່ງ D&C 38:2; ເບິ່ງ Abraham 2:8 ນຳອີກ), ແລະ ໃນເວລາທີ່ສົມຄວນ, ພຣະອົງຈະໄຂປະຕູທີ່ຈຳເປັນໄວ້ສຳລັບເຮົາ (ເບິ່ງ ພຣະນິມິດ 3:8). ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດມາ, ເພື່ອວ່າເຮົາຈະສາມາດອາໄສພຣະອົງ ສຳລັບພະລັງທີ່ເກີນຄວາມສາມາດທຳມະຊາດຂອງເຮົາ (ເບິ່ງ ຟີລິບປອຍ 4:13>; ແອວມາ 26:12).
ອ້າຍນ້ອງຄົນໜຶ່ງ, ໂດຍທີ່ກັງວົນເຖິງການຕັດສິນໃຈຂອງລັດຖະບານໃນທ້ອງຖິ່ນ, ໄດ້ຮູ້ສຶກປະທັບໃຈໃຫ້ສະໝັກເປັນຜູ້ແທນໃນຊຸມຊົນ. ເຖິງແມ່ນວ່າຂັ້ນຕອນການຫາຄະແນນສຽງນັ້ນເປັນຕາໜ້າຢ້ານ, ລາວໄດ້ໃຊ້ສັດທາ ແລະ ໄດ້ເຕົ້າໂຮມຊັບສິນຂອງລາວສຳລັບການຫາຄະແນນສຽງ. ໃນທີ່ສຸດ, ລາວກໍບໍ່ໄດ້ຊະນະຕຳແໜ່ງ ແຕ່ໄດ້ຮູ້ສຶກວ່າ ພຣະຜູ້ເປັນເຈົ້າໄດ້ໃຫ້ການນຳພາ ແລະ ພະລັງແກ່ລາວ ທີ່ຈະນຳສະເໜີເລື່ອງລາວທີ່ສຳຄັນຢູ່ໃນຊຸມຊົນ.
ແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ, ລ້ຽງດູລູກໆທີ່ມີຄວາມພິການທາງດ້ານການພັດທະນາ, ໄດ້ສົງໄສຖ້າຫາກວ່ານາງຈະສາມາດສະໜອງຄວາມຕ້ອງການຂອງຄອບຄົວຂອງນາງຢ່າງພຽງພໍຫລືບໍ່. ເຖິງແມ່ນວ່າມັນຍາກລຳບາກ, ນາງຮູ້ສຶກວ່າຖືກເຮັດໃຫ້ເຂັ້ມແຂງໂດຍພຣະຜູ້ເປັນເຈົ້າ ເພື່ອໃຫ້ນາງບັນລຸພາລະທີ່ສຳຄັນທີ່ສຸດຂອງນາງຢ່າງສຳເລັດຜົນ.
ຄຳຕັກເຕືອນ
ໃນເວລາດຽວກັນ ພຣະເຈົ້າຊ່ວຍເຮົາເຮັດໃຫ້ການມອບໝາຍຈາກສະຫວັນສຳເລັດ, ຜູ້ປໍລະປັກກໍເຮັດວຽກງານເພື່ອລົບກວນເຮົາ ແລະ ຍຸຍົງເຮົາໃຫ້ໄປຈາກຊີວິດທີ່ມີຄວາມໝາຍ.
ບາບອາດເປັນສິ່ງທີ່ກີດຂວາງທີ່ຍິ່ງໃຫຍ່ຂອງເຮົາ, ເຮັດໃຫ້ເຮົາບໍ່ຮູ້ສຶກໄວຕໍ່ພຣະວິນຍານບໍລິສຸດ ແລະ ກີດກັນເຮົາບໍ່ໃຫ້ເຂົ້າເຖິງອຳນາດທາງວິນຍານ. ເພື່ອຈະປະຕິບັດວຽກງານທີ່ພຣະບິດາເທິງສະຫວັນມີໃຫ້ເຮົາເຮັດ, ເຮົາຕ້ອງພະຍາຍາມ ທີ່ຈະເປັນຄົນສະອາດໝົດຈົດ. (ເບິ່ງ 3 ນີໄຟ 8:1). ເຮົາດຳລົງຊີວິດຢູ່ໃນວິທີທາງທີ່ພຣະເຈົ້າຈະສາມາດເຮັດວຽກງານຜ່ານເຮົາໄດ້ບໍ?
ຊາຕານກໍຍັງສະແຫວງຫາທີ່ຈະລົບກວນເຮົາດ້ວຍເລື່ອງທີ່ມີຄວາມສຳຄັນນ້ອຍນຳອີກ. ພຣະຜູ້ເປັນເຈົ້າໄດ້ເຕືອນຜູ້ນຳຂອງສາດສະໜາຈັກໃນລຸ້ນເລີ່ມຕົ້ນວ່າ ຈິດໃຈຂອງເຂົາເຈົ້າໄດ້ຢູ່ນຳເລື່ອງ ທີ່ເປັນຂອງໂລກຫລາຍກວ່າເລື່ອງທີ່ເປັນຂອງພຣະອົງ … ແລະ ການປະຕິບັດສາດສະໜາກິດ ທີ່ເຂົາເຈົ້າຖືກເອີ້ນ (ເບິ່ງ D&C 30:2). ເຮົາຫຍຸ້ງຫລາຍໂພດບໍຢູ່ນຳເລື່ອງທີ່ເປັນຂອງໂລກ ຈົນວ່າເຮົາຫັນໄປຈາກການມອບໝາຍຈາກສະຫວັນຂອງເຮົາບໍ?
ນອກເໜືອຈາກນີ້, ຊາຕານກໍເຮັດໃຫ້ເຮົາທໍ້ຖອຍໃຈ ດ້ວຍຄວາມຮູ້ສຶກວ່າບໍ່ພຽບພ້ອມ. ມັນເຮັດໃຫ້ວຽກງານຂອງເຮົາປະກົດວ່າຍາກ ຫລື ໜ້າຢ້ານກົວເກີນໄປ. ເຖິງຢ່າງໃດກໍຕາມ, ເຮົາສາມາດໄວ້ວາງໃຈໃນພຣະເຈົ້າ. ພຣະອົງຮັກເຮົາ. ພຣະອົງປະສົງໃຫ້ເຮົາບັນລຸຄວາມສຳເລັດ. “ພຣະອົງ … ນຳພາ [ເຮົາ]; ສະຖິດຢູ່ກັບ [ເຮົາ], ພຣະອົງຈະບໍ່ປະຖິ້ມ [ເຮົາ]” (ພຣະບັນຍັດສອງ 31:8}; ເບິ່ງ ເພງສັນລະເສີນ 32:8>; ສຸພາສິດ 3:5–6; ມັດທາຍ 19:26; D&C 78:18 ນຳອີກ).
ຊາຕານອາດຄ່ອຍໆຍົວະເຮົາ ໃຫ້ເຫັນວ່າ ວຽກງານຂອງເຮົາມີຄ່າໜ້ອຍກວ່າວຽກງານທີ່ຖືກມອບໝາຍໃຫ້ຄົນອື່ນ. ແຕ່ການມອບໝາຍທັງໝົດຈາກພຣະເຈົ້າແມ່ນສຳຄັນ, ແລະ ເຮົາຈະພົບເຫັນຄວາມສຳເລັດຜົນ ເມື່ອເຮົາ “ປາບປື້ມໃນສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ [ເຮົາ]” (ແອວມາ 29:9).
ເມື່ອພຣະເຈົ້າເຮັດວຽກງານຜ່ານເຮົາ, ຜູ້ປໍລະປັກອາດລໍ້ລວງເຮົາໃຫ້ຮັບເອົາກຽດຕິຍົດ ສຳລັບຄວາມສຳເລັດບາງຢ່າງ. ເຖິງຢ່າງໃດກໍຕາມ, ເຮົາສາມາດເອົາແບບຢ່າງທີ່ຖ່ອມຕົວຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການປັດ ຄຳສັນລະເສີນສ່ວນຕົວນັ້ນໄປ ແລະ ຫັນມາຖວາຍບາລະມີແດ່ພຣະບິດາ (ເບິ່ງ ມັດທາຍ 5:16; Moses 4:2). ເມື່ອນັກຂ່າວຄົນໜຶ່ງພະຍາຍາມຈະຍົກຍ້ອງ Mother Teresa ສຳລັບພາລະກິດໃນຊີວິດຂອງເພິ່ນ ທີ່ຊ່່ວຍເຫລືອຄົນຍາກຈົນ, ເພິ່ນໄດ້ຢ້ອນຕອບວ່າ: “ມັນເປັນວຽກງານຂອງ [ພຣະເຈົ້າ]. ຂ້າພະເຈົ້າກໍເໝືອນດັ່ງ … ສໍດຳກ້ານໜຶ່ງໃນພຣະຫັດຂອງພຣະອົງ. …ພຣະອົງເປັນຜູ້ຄິດ. ຂ້າພະເຈົ້າເປັນຜູ້ຂຽນ. ສໍດຳບໍ່ມີຫຍັງທີ່ກ່ຽວຂ້ອງເລີຍ. ສໍດຳກໍພຽງແຕ່ອະນຸຍາດໃຫ້ຖືກໃຊ້ເທົ່ານັ້ນ.”10
ສະຫລຸບ
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນໃຫ້ “ມອບ [ຕົວເຮົາເອງ] ຖວາຍແກ່ພຣະເຈົ້າ … ເພື່ອເປັນເຄື່ອງໃຊ້ແຫ່ງຄວາມຊອບທຳ” (ໂຣມ 6:13). ການມອບຕົວເຮົາເອງ ແມ່ນກ່ຽວພັນກັບການຍອມປ່ອຍໃຫ້ພຣະອົງຮັບຮູ້ວ່າເຮົາຢາກໃຫ້ພຣະອົງໃຊ້ເຮົາ, ສະແຫວງຫາການຊີ້ນຳຂອງພຣະອົງ, ແລະ ເຂົ້າເຖິງພະລັງຂອງພຣະອົງ.
ເຮົາສາມາດຫລຽວເບິ່ງພຣະເຢຊູຄຣິດ, ຕົວຢ່າງທີ່ດີພ້ອມຂອງເຮົາສະເໝີ. ຢູ່ໃນຊີວິດກ່ອນເກີດ, ພຣະບິດາເທິງສະຫວັນໄດ້ຖາມວ່າ, ພຣະອົງຄວນສົ່ງຜູ້ໃດໄປ?
ແລະ ພຣະເຢຊູໄດ້ຕອບວ່າ, ພຣະອົງຢູ່ທີ່ນັ້ນ, ຂໍຈົ່ງສົ່ງພຣະອົງໄປເຖີດ (ເບິ່ງ Abraham 3:27; ເບິ່ງ ເອຊາຢາ 6:8 ນຳອີກ).
ພຣະເຢຊູຄຣິດໄດ້ຍອມຮັບ, ໄດ້ຕຽມພ້ອມ, ແລະ ໄດ້ປະຕິບັດບົດບາດຂອງພຣະອົງ ທີ່ຖືກມອບໝາຍໄວ້ລ່ວງໜ້າ ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ພຣະອົງໄດ້ເຮັດຕາມພຣະປະສົງຂອງພຣະບິດາ (ເບິ່ງ ໂຢຮັນ 5:30; 6:38; 3 ນີໄຟ 27:13) ແລະ ໄດ້ສຳເລັດການມອບໝາຍຈາກສະຫວັນຂອງພຣະອົງ.
ເມື່ອເຮົາຕິດຕາມຕົວຢ່າງຂອງພຣະຄຣິດ ແລະ ມອບຕົວເຮົາເອງຕໍ່ພຣະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພຣະອົງຈະໃຊ້ເຮົານຳອີກ ເພື່ອເຮັດໃຫ້ວຽກງານຂອງພຣະອົງກ້າວໄປໜ້າ ແລະ ໃຫ້ເປັນພອນແກ່ຄົນອື່ນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.