ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ
ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ ຮ່ວມດ້ວຍຄຳສອນ, ພິທີການ, ພັນທະສັນຍາ, ແລະ ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ ຊຶ່ງດ້ວຍສິ່ງເຫລົ່ານີ້ ເຮົາຈຶ່ງສາມາດກາຍເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ.
ການທ້າທາຍທີ່ຍິ່ງໃຫຍ່ຢ່າງໜຶ່ງ ທີ່ເຮົາແຕ່ລະຄົນປະເຊີນໃນທຸກມື້ ຄືການບໍ່ປ່ອຍໃຫ້ບັນຫາຂອງໂລກມາຄວບຄຸມເວລາ ແລະ ພະລັງຂອງເຮົາ ຈົນວ່າເຮົາລະເລີຍຈາກສິ່ງທີ່ເປັນນິລັນດອນ ຊຶ່ງສຳຄັນກວ່າໝູ່ໝົດ.1 ອາດເປັນສິ່ງງ່າຍສຳລັບເຮົາທີ່ຈະບໍ່ຈື່ຈຳ ແລະ ເອົາໃຈໃສ່ຕໍ່ ສິ່ງທີ່ສຳຄັນທີ່ສຸດທາງວິນຍານ ເພາະໜ້າທີ່ຮັບຜິດຊອບຫລາຍຢ່າງ ແລະ ຕາຕະລາງທີ່ຫຍຸ້ງເຫຍີງຂອງເຮົາ. ບາງເທື່ອເຮົາພະຍາຍາມແລ່ນໃຫ້ໄວ ຈົນວ່າເຮົາລືມໄປວ່າ ເຮົາກຳລັງແລ່ນໄປໃສ ແລະ ເປັນຫຍັງເຮົາຈຶ່ງແລ່ນ.
ອັກຄະສາວົກເປໂຕເຕືອນເຮົາວ່າ ສຳລັບສານຸສິດຂອງພຣະເຢຊູຄຣິດ, ອຳນາດແຫ່ງສະຫວັນຂອງພຣະອົງໄດ້ປະທານທຸກສິ່ງທີ່ມີ ຊີວິດ ແລະ ຄວາມເປັນພຣະເຈົ້າ, ໃຫ້ແກ່ເຮົາ ຜ່ານທາງຄວາມຮູ້ຂອງພຣະອົງ ຜູ້ທີ່ໄດ້ເອີ້ນເຮົາ ໃຫ້ໄປຫາລັດສະໝີພາບ ແລະ ຄຸນນະທຳ ທີ່ວ່າ:
“ດ້ວຍສິ່ງເຫລົ່ານີ້ ພຣະອົງ ໄດ້ປະທານຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ ແກ່ເຮົາທັງຫລາຍ: ເພື່ອວ່າດ້ວຍສິ່ງເຫລົ່ານີ້ ພວກເຈົ້າຈຶ່ງ ໄດ້ຮັບເອົາທຳມະຊາດແຫ່ງສະຫວັນ, ຈຶ່ງໜີພົ້ນຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ.”2
ຂ່າວສານຂອງຂ້າພະເຈົ້າແມ່ນເນັ້ນເຖິງຄວາມສຳຄັນຂອງ ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ ທີ່ເປໂຕໄດ້ບັນຍາຍໄວ້ ເພື່ອເຕືອນເຮົາແທ້ໆ ວ່າເຮົາກຳລັງໄປໃສ ໃນເສັ້ນທາງຊີວິດມະຕະ ແລະ ເປັນຫຍັງ. ຂ້າພະເຈົ້າຈະກ່າວເຖິງບົດບາດສຳຄັນຂອງວັນຊະບາໂຕ, ພຣະວິຫານ, ແລະ ບ້ານເຮືອນຂອງເຮົານຳອີກ ໃນການຊ່ວຍເຮົາໃຫ້ຈື່ຈຳຄຳສັນຍາທາງວິນຍານທີ່ສຳຄັນນີ້.
ຂ້າພະເຈົ້າອະທິຖານຂໍໃຫ້ພຣະວິນຍານບໍລິສຸດ ແນະນຳເຮົາແຕ່ລະຄົນ ໃນຂະນະທີ່ເຮົາພິຈາລະນາຄວາມຈິງທີ່ສຳຄັນເຫລົ່ານີ້ນຳກັນ.
ເອກະລັກແຫ່ງສະຫວັນຂອງເຮົາ
ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນຂອງເຮົາ ຮ່ວມດ້ວຍຄຳສອນ, ພິທີການ, ພັນທະສັນຍາ, ແລະ ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ ຊຶ່ງດ້ວຍສິ່ງເຫລົ່ານີ້ ເຮົາຈຶ່ງສາມາດກາຍເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ. ແຜນຂອງພຣະອົງບອກເຖິງເອກະລັກນິລັນດອນຂອງເຮົາ ແລະ ເສັ້ນທາງທີ່ເຮົາຕ້ອງຕິດຕາມ ເພື່ອຮຽນຮູ້, ປ່ຽນແປງ, ເຕີບໂຕ, ແລະ ໃນທີ່ສຸດ ໄດ້ຢູ່ກັບພຣະອົງຕະຫລອດການ.
ດັ່ງທີ່ອະທິບາຍຢູ່ໃນໃບ “ຄອບຄົວ: ການປະກາດຕໍ່ໂລກ”:
“ມະນຸດທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກສ້າງຂຶ້ນຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ແຕ່ລະຄົນກໍເປັນບຸດ ຫລື ທິດາທາງວິນຍານ ທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ ແລະ ເມື່ອເປັນເຊັ່ນນັ້ນ, ເຮົາແຕ່ລະຄົນຈຶ່ງມີທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງ. …
“ໃນໂລກກ່ອນເກີດ, ບຸດ ແລະ ທິດາທາງວິນຍານທຸກຄົນຮູ້ຈັກ ແລະ ນະມັດສະການພຣະເຈົ້າ ວ່າເປັນພຣະບິດານິລັນດອນຂອງເຂົາເຈົ້າ ແລະ ຍອມຮັບເອົາແຜນຂອງພຣະອົງ ຊຶ່ງໃນແຜນນັ້ນ ລູກໆຂອງພຣະອົງຈະໄດ້ຮັບຮ່າງກາຍ ແລະ ມີປະສົບການຕ່າງໆຢູ່ໃນໂລກ ເພື່ອຈະໄດ້ພັດທະນາຕົນ ຈົນເຖິງຂັ້ນດີພ້ອມທຸກຢ່າງ ແລະ ຮັບເອົາມໍລະດົກຂອງຕົນທີ່ເປັນຊີວິດນິລັນດອນ.”3
ພຣະເຈົ້າສັນຍາກັບລູກໆຂອງພຣະອົງວ່າ ຖ້າຫາກພວກເຂົາຕິດຕາມກົດເກນຂອງແຜນຂອງພຣະອົງ ແລະ ຕົວຢ່າງຂອງພຣະບຸດທີ່ຮັກຂອງພຣະອົງ, ຮັກສາພຣະບັນຍັດ, ແລະ ອົດທົນດ້ວຍສັດທາຈົນເຖິງທີ່ສຸດ, ແລ້ວໂດຍຄຸນນະທຳຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ພວກເຂົາຈະມີຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.4 ຊີວິດນິລັນດອນເປັນ ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ.
ການເກີດໃໝ່ທາງວິນຍານ
ເຮົາເຂົ້າໃຈຫລາຍຂຶ້ນກ່ຽວກັບຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ ແລະ ເລີ່ມຕົ້ນຮັບເອົາທຳມະຊາດແຫ່ງສະຫວັນ ໂດຍການຕອບຮັບຢ່າງຈິງໃຈຕໍ່ການເອີ້ນຈາກພຣະຜູ້ເປັນເຈົ້າໃຫ້ໄປຫາລັດສະໝີພາບ ແລະ ຄຸນນະທຳ. ດັ່ງທີ່ເປໂຕໄດ້ບັນຍາຍໄວ້, ການເອີ້ນນີ້ບັນລຸໂດຍຄວາມພະຍາຍາມທີ່ຈະໜີຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກ.
ເມື່ອເຮົາດຳເນີນຕໍ່ໄປດ້ວຍຄວາມຍິນຍອມ ໂດຍມີສັດທາໃນພຣະຜູ້ຊ່ວຍໃຫ້ລອດ, ເມື່ອນັ້ນ ເປັນເພາະການຊົດໃຊ້ຂອງພຣະອົງ ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ, “ຈຶ່ງມີການປ່ຽນແປງອັນໃຫຍ່ຫລວງ [ເກີດຂຶ້ນ] ໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ, ຈົນວ່າພວກເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ.”5 ພວກເຮົາ “ເກີດຈາກພຣະເຈົ້າ,ເພື່ອປ່ຽນຈາກສະພາບແຫ່ງກາມມະລົມ ແລະ ຕົກຕ່ຳ[ຂອງພວກເຮົາ], ມາສູ່ສະພາບແຫ່ງຄວາມຊອບທຳ, ຖືກໄຖ່ໂດຍພຣະເຈົ້າ.”6 “ເຫດສະນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ, ຜູ້ນັ້ນກໍເປັນຄົນທີ່ຖືກສ້າງຂຶ້ນໃໝ່ແລ້ວ: ຖານະເກົ່າເຫລົ່ານັ້ນກໍລ່ວງໄປແລ້ວ, ເບິ່ງແມ, ກາຍເປັນສິ່ງໃໝ່ທັງນັ້ນ.”7
ການປ່ຽນແປງເນື່ອງດ້ວຍຄວາມເຂົ້າໃຈທຳມະຊາດຂອງເຮົາ ຕາມທີ່ເປັນມາ ຈະບໍ່ເກີດຂຶ້ນຢ່າງໄວວາ ຫລື ທັງໝົດໃນເທື່ອໜຶ່ງເທື່ອດຽວ. ເຊັ່ນດຽວກັບພຣະຜູ້ຊ່ວຍໃຫ້ລອດ, ເຮົາກໍ “ບໍ່ໄດ້ຮັບຄວາມສົມບູນໃນຕອນທຳອິດ, ແຕ່ [ໄດ້ຮັບ] ພຣະຄຸນແທນພຣະຄຸນ.”8 “ເພາະຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ເຮົາຈະໃຫ້ແກ່ລູກຫລານມະນຸດເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ; ແລະ ຜູ້ທີ່ເຊື່ອຟັງກົດເກນຂອງເຮົາ ແລະ ງ່ຽງຫູຟັງຄຳແນະນຳຂອງເຮົາ ຍ່ອມເປັນສຸກ, ເພາະວ່າເຂົາຈະຮຽນຮູ້ເຖິງປັນຍາ.”9
ພິທີການຂອງຖານະປະໂລຫິດ ແລະ ພັນທະສັນຍາທີ່ສັກສິດ ເປັນສິ່ງສຳຄັນ ໃນຂັ້ນຕອນຂອງການເກີດໃໝ່ທາງວິນຍານ ທີ່ດຳເນີນຢູ່ນີ້, ມັນຍັງເປັນສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ ຊຶ່ງໂດຍພິທີການນີ້ ເຮົາຈະໄດ້ຮັບຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆຂອງພຣະອົງ. ພິທີການທີ່ໄດ້ຮັບຢ່າງມີຄ່າຄວນ ແລະ ຈື່ຈຳໄປຕະຫລອດ ຈະເປີດເສັ້ນທາງແຫ່ງສະຫວັນ ຊຶ່ງຜ່ານທາງດັ່ງກ່າວ ພະລັງຂອງຄວາມເປັນພຣະເຈົ້າ ຈະຫລັ່ງໄຫລມາສູ່ຊີວິດຂອງເຮົາ. ພັນທະສັນຍາທີ່ໄດ້ຮັບກຽດຢ່າງ ຈິງຈັງ ແລະ ຈື່ຈຳ ຈະນຳຈຸດປະສົງ ແລະ ການຮັບຮອງຂອງພອນມາໃຫ້ ທັງໃນຊ່ວງເປັນມະຕະ ແລະ ສຳລັບນິລັນດອນ.
ຍົກຕົວຢ່າງ, ພຣະເຈົ້າສັນຍາກັບເຮົາ, ອີງຕາມຄວາມຊື່ສັດຂອງເຮົາ, ເຮົາຈະໄດ້ຮັບສະມາຊິກຜູ້ທີສາມຂອງຝ່າຍພຣະເຈົ້າເປັນເພື່ອນໃກ້ຊິດ, ແມ່ນແຕ່ ພຣະວິນຍານບໍລິສຸດ,10 ວ່າຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ເຮົາສາມາດໄດ້ຮັບ ແລະ ຮັກສາກົດປົດບາດຂອງເຮົາໄດ້,11 ວ່າເຮົາສາມາດໄດ້ຮັບສັນຕິສຸກຢູ່ໃນໂລກ,12 ວ່າພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ ແລະ ໄດ້ເອົາຊະນະເໜືອຫລຸມຝັງສົບແລ້ວ,13 ແລະ ວ່າຄອບຄົວສາມາດຢູ່ນຳກັນສຳລັບການເວລາ ແລະ ສຳລັບຕະຫລອດຊົ່ວນິລັນດອນ.
ດັ່ງທີ່ເຂົ້າໃຈ, ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆຂອງພຣະບິດາເທິງສະຫວັນ ທີ່ສະເໜີໃຫ້ແກ່ລູກໆຂອງພຣະອົງ ບໍ່ສາມາດນັບໄດ້ ຫລື ບັນຍາຍໄດ້ຢ່າງກວ້າງຂວາງ. ເຖິງຢ່າງໃດກໍຕາມ, ແມ່ນແຕ່ຈຳນວນໜ້ອຍໜຶ່ງຂອງພອນທີ່ສັນຍາໄວ້ ຊຶ່ງຂ້າພະເຈົ້າໄດ້ກ່າວຜ່ານມາ ຄວນເຮັດໃຫ້ເຮົາແຕ່ລະຄົນ “ຢືນພິສະຫວົງ,”14 ແລະ ກົ້ມຂາບລົງ ແລະ ນະມັດສະການພຣະບິດາ15 ໃນພຣະນາມຂອງພຣະເຢຊູຄຣິດ.
ການຈື່ຈຳຄຳສັນຍາ
ປະທານ ໂລເຣັນໂຊ ສະໂນ ໄດ້ເຕືອນວ່າ, “ເຮົາມັກຈະລືມຈຸດປະສົງອັນຍິ່ງໃຫຍ່ຂອງຊີວິດ, ເຈດຕະນາຂອງພຣະບິດາເທິງສະຫວັນ ໃນການສົ່ງເຮົາມາຢູ່ນີ້ ເພື່ອຮັບເອົາຄວາມເປັນມະຕະ, ເຊັ່ນດຽວກັບການເອີ້ນທີ່ສັກສິດ ທີ່ເຮົາໄດ້ຮັບ, ແລະ ດ້ວຍເຫດນີ້, ແທນທີ່ຈະສາມາດຜ່ານຂ້າມສິ່ງຊົ່ວຄາວໄປໄດ້ … , ເຮົາພັດປ່ອຍຕົວເອງໃຫ້ລົງມາຢູ່ໃນລະດັບດຽວກັນກັບໂລກ ໂດຍທີ່ບໍ່ສວຍໂອກາດຮັບເອົາຄວາມຊ່ວຍເຫລືອຈາກສະຫວັນ ຊຶ່ງພຣະເຈົ້າໄດ້ຈັດຕັ້ງໄວ້, ຊຶ່ງສາມາດຊ່ວຍເຫລືອເຮົາໃຫ້ເອົາຊະນະ [ສິ່ງຊົ່ວຄາວເຫລົ່ານີ້] ໄດ້.”16
ວັນຊະບາໂຕ ແລະ ພຣະວິຫານທີ່ສັກສິດ ເປັນແຫລ່ງຊ່ວຍເຫລືອຂອງສະຫວັນ ທີ່ພຣະເຈົ້າໄດ້ຈັດຕັ້ງໄວ້ ເພື່ອຊ່ວຍເຫລືອເຮົາໃຫ້ຜ່ານກາຍລະດັບ ແລະ ຄວາມເສື່ອມໂຊມຂອງໂລກ. ທຳອິດ ເຮົາອາດຄິດວ່າ ຈຸດປະສົງທີ່ສຳຄັນທີ່ສຸດຂອງການຮັກສາວັນຊະບາໂຕ ແລະ ການໄປພຣະວິຫານ ມີສ່ວນກ່ຽວຂ້ອງກັນ ແຕ່ແຕກຕ່າງ. ເຖິງຢ່າງໃດກໍຕາມ,ຂ້າພະເຈົ້າເຊື່ອວ່າ ທັງສອງຈຸດປະສົງ ແມ່ນຄືກັນ ແລະ ໄປດ້ວຍກັນ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາທາງວິນຍານ ເປັນສ່ວນຕົວ ແລະ ໃນບ້ານເຮືອນຂອງເຮົາ.
ວັນຊະບາໂຕ
ຫລັງຈາກພຣະເຈົ້າໄດ້ສ້າງທຸກສິ່ງແລ້ວ, ພຣະອົງໄດ້ພັກຜ່ອນໃນມື້ທີເຈັດ ແລະ ໄດ້ບັນຊາໃຫ້ມີມື້ໜຶ່ງໃນແຕ່ລະອາທິດໄວ້ເປັນເວລາພັກຜ່ອນ ເພື່ອຊ່ວຍຜູ້ຄົນໃຫ້ລະນຶກເຖິງພຣະອົງ.17 ວັນຊະບາໂຕເປັນເວລາຂອງພຣະເຈົ້າ, ເປັນ ເວລາສັກສິດ ທີ່ຕັ້ງໄວ້ໂດຍສະເພາະ ເພື່ອໃຫ້ນະມັດສະການພຣະອົງ ແລະ ເພື່ອໃຫ້ລະນຶກເຖິງຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດຂອງພຣະອົງ.
ພຣະຜູ້ເປັນເຈົ້າໄດ້ຊີ້ນຳໃນຍຸກສະໄໝນີ້,
ເພື່ອວ່າເຮົາຈະສາມາດຮັກສາຕົນເອງໃຫ້ປາດສະຈາກມົນທິນຂອງໂລກໄດ້ຫລາຍກວ່າເກົ່າ, ເຮົາຕ້ອງໄປຍັງບ້ານແຫ່ງການອະທິຖານ ແລະ ຖະຫວາຍສິນລະລຶກຂອງເຮົາໃນວັນສັກສິດຂອງພຣະອົງ;
ເພາະນີ້ຄືມື້ທີ່ກຳນົດໄວ້ໃຫ້ເຮົາເພື່ອພັກຜ່ອນຈາກວຽກງານຂອງເຮົາ, ແລະ ເພື່ອສະແດງຄວາມຈົງຮັກພັກດີແດ່ພຣະຜູ້ສູງສຸດ.18
ດັ່ງນັ້ນ, ໃນວັນຊະບາໂຕ ເຮົາຈຶ່ງນະມັດສະການພຣະບິດາ ໃນພຣະນາມຂອງພຣະບຸດ ໂດຍການມີສ່ວນຮ່ວມໃນພິທີການ ແລະ ຮຽນຮູ້ກ່ຽວກັບ, ຮັບເອົາ, ຈື່ຈຳ, ແລະ ຕໍ່ພັນທະສັນຍາ. ໃນວັນສັກສິດຂອງພຣະອົງ, ຄວາມຄິດ, ການກະທຳ, ແລະ ການປະພຶດຂອງເຮົາ ເປັນເຄື່ອງໝາຍ ທີ່ເຮົາໄດ້ຖວາຍໃຫ້ແກ່ພຣະເຈົ້າ ແລະ ເປັນສິ່ງບົ່ງບອກເຖິງຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງ.19
ຈຸດປະສົງເພີ່ມເຕີມຂອງວັນຊະບາໂຕ ແມ່ນການຍົກລະດັບວິໄສທັດຂອງເຮົາ ຈາກສິ່ງທີ່ເປັນຂອງໂລກ ສູ່ພອນແຫ່ງນິລັນດອນ. ການກຳຈັດຄວາມຫຍຸ້ງເຫຍີງຂອງຊີວິດປະຈຳວັນອອກໄປ ລະຫວ່າງເວລາທີ່ສັກສິດນີ້, ເຮົາສາມາດ “ເພິ່ງພຣະເຈົ້າ ແລະ ມີຊີວິດ”20 ໂດຍການຮັບເອົາ ແລະ ລະນຶກເຖິງຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດ ຊຶ່ງໂດຍຄຳສັນຍານີ້ ເຮົາຈະກາຍເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ.
ພຣະວິຫານທີ່ສັກສິດ
ພຣະຜູ້ເປັນເຈົ້າໄດ້ບັນຊາຜູ້ຄົນຂອງພຣະອົງສະເໝີ ໃຫ້ສ້າງພຣະວິຫານ, ສະຖານທີ່ສັກສິດ ຊຶ່ງໃນນັ້ນ ໄພ່ພົນທີ່ມີຄ່າຄວນ ຈະປະຕິບັດພິທີການແຫ່ງພຣະກິດຕິຄຸນທີ່ສັກສິດ ສຳລັບຕົວເອງ ແລະ ສຳລັບຄົນຕາຍ. ພຣະວິຫານເປັນສະຖານທີ່ນະມັດສະການທີ່ສັກສິດທີ່ສຸດ. ແທ້ຈິງແລ້ວ ພຣະວິຫານເປັນບ້ານຂອງພຣະຜູ້ເປັນເຈົ້າ, ເປັນ ສະຖານທີ່ສັກສິດ ໂດຍສະເພາະ ທີ່ຖືກແຕ່ງຕັ້ງເປັນທາງການ ເພື່ອໃຫ້ນະມັດສະການພຣະເຈົ້າ ແລະ ເພື່ອການຮັບເອົາ ແລະ ການລະນຶກເຖິງຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດຂອງພຣະອົງ.
ພຣະຜູ້ເປັນເຈົ້າໄດ້ຊີ້ນຳໃນຍຸກສະໄໝນີ້, ວ່າໃຫ້ເຮົາວາງລະບຽບຕົນເອງ; ຕຽມສິ່ງທີ່ຈຳເປັນທຸກຢ່າງ; ແລະ ສະຖາປະນາບ້ານ, ແມ່ນແຕ່ບ້ານແຫ່ງການອະທິຖານ, ບ້ານແຫ່ງການຖືສິນອົດເຂົ້າ, ບ້ານແຫ່ງສັດທາ, ບ້ານແຫ່ງການຮຽນຮູ້, ບ້ານແຫ່ງລັດສະໝີພາບ, ບ້ານແຫ່ງລະບຽບ, ບ້ານຂອງພຣະເຈົ້າ.21 ການເອົາໃຈໃສ່ທີ່ສຳຄັນຕໍ່ການນະມັດສະການພຣະວິຫານ ແມ່ນການມີສ່ວນຮ່ວມໃນພິທີການ ແລະ ການຮຽນຮູ້ກ່ຽວກັບ, ການຮັບເອົາ, ແລະ ການລະນຶກເຖິງພັນທະສັນຍາ. ພວກເຮົາຄິດ, ກະທຳ, ແລະ ນຸ່ງຖື ຢູ່ໃນພຣະວິຫານ ແຕກຕ່າງຈາກບ່ອນອື່ນໆ.
ຈຸດປະສົງທີ່ສຳຄັນຂອງພຣະວິຫານ ແມ່ນທີ່ຈະຍົກລະດັບວິໄສທັດຂອງເຮົາ ຈາກສິ່ງທີ່ເປັນຂອງໂລກ ສູ່ພອນແຫ່ງນິລັນດອນ. ການໜີອອກຈາກສະຖານທີ່ຂອງໂລກທີ່ເຮົາຄຸ້ນເຄີຍ ຈັກບຶດໜຶ່ງ, ເຮົາສາມາດ “ເພິ່ງພຣະເຈົ້າ ແລະ ມີຊີວິດ”22 ໂດຍການຮັບເອົາ ແລະ ລະນຶກເຖິງຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດ ຊຶ່ງໂດຍຄຳສັນຍານີ້ ເຮົາຈະກາຍເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ.
ຈົ່ງສັງເກດເບິ່ງວ່າ ວັນຊະບາໂຕ ແລະ ພຣະວິຫານ, ຢ່າງໜຶ່ງເປັນ ເວລາທີ່ສັກສິດ ແລະ ອີກຢ່າງເປັນ ສະຖານທີ່ສັກສິດ ຖືກແຕ່ງຕັ້ງໄວ້ເປັນທາງການໂດຍສະເພາະ ເພື່ອນະມັດສະການພຣະເຈົ້າ ແລະ ເພື່ອຮັບເອົາ ແລະ ເພື່ອລະນຶກເຖິງຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆຂອງພຣະອົງ ສຳລັບລູກໆຂອງພຣະອົງ. ດັ່ງທີ່ໄດ້ຖືກຈັດຕັ້ງໄວ້ໂດຍພຣະເຈົ້າ, ຈຸດປະສົງທີ່ສຳຄັນຂອງສອງແຫລ່ງຊ່ວຍເຫລືອເຫລົ່ານີ້ຂອງສະຫວັນ ແມ່ນຄືກັນ: ທີ່ຈະເອົາໃຈໃສ່ກັບການຫັນຄວາມສົນໃຈຂອງເຮົາໄປຫາ ພຣະບິດາເທິງສະຫວັນ, ໄປຫາພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ໄປຫາພຣະວິນຍານບໍລິສຸດ, ແລະ ຄຳສັນຍາທີ່ກ່ຽວພັນກັບພິທີການ ແລະ ພັນທະສັນຍາ ຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະຜູ້ຊ່ວຍໃຫ້ລອດ ດ້ວຍພະລັງ ແລະ ຊ້ຳແລ້ວຊ້ຳອີກ.
ບ້ານເຮືອນຂອງເຮົາ
ສິ່ງສຳຄັນຄື, ບ້ານເຮືອນຄວນປະກອບດ້ວຍ ເວລາ ແລະ ສະຖານທີ່ ບ່ອນທີ່ບຸກຄົນ ແລະ ຄອບຄົວ ຈື່ຈຳຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດຂອງພຣະເຈົ້າ ໄດ້ດີທີ່ສຸດ. ການອອກເຮືອນໄປໃຊ້ເວລາຮ່ວມການປະຊຸມໃນວັນອາທິດ ແລະ ການໄປພຣະວິຫານສັກສິດ ກໍສຳຄັນ ແຕ່ຍັງບໍ່ພຽງພໍ. ພຽງແຕ່ເມື່ອເຮົານຳຄວາມຮູ້ສຶກ ແລະ ຄວາມເຂັ້ມແຂງທີ່ເຮົາໄດ້ຮັບຈາກກິດຈະກຳທີ່ສັກສິດເຫລົ່ານັ້ນ ກັບມາເຮືອນນຳເຮົາເທົ່ານັ້ນ ຈຶ່ງຈະສາມາດຊ່ວຍເຮົາຄ້ຳຊູຈຸດປະສົງທີ່ຍິ່ງໃຫຍ່ຂອງຊີວິດມະຕະ ແລະ ເອົາຊະນະຄວາມເສື່ອມໂຊມທີ່ມີຢູ່ໃນໂລກໄດ້. ປະສົບການໃນວັນຊະບາໂຕ ແລະ ໃນພຣະວິຫານ ຄວນເປັນສິ່ງຊ່ວຍປ່ຽນແປງທາງວິນຍານ ແລະ ເຮັດໃຫ້ບຸກຄົນ ແລະ ຄອບຄົວ ແລະ ບ້ານເຮືອນສືບຕໍ່ໄດ້ຮັບການເຕືອນເຖິງບົດຮຽນທີ່ສຳຄັນ ທີ່ໄດ້ຮຽນມາ, ໂດຍມີພະລັງຂອງພຣະວິນຍານບໍລິສຸດແລະ ພຣະອົງສະຖິດຢູ່ນຳ, ພ້ອມທັງມີການຕິດຕໍ່ອັນຕໍ່ເນື່ອງ ແລະ ເລິກຊຶ້ງ ກັບອົງພຣະເຢຊູຄຣິດເຈົ້າ, ແລະ ມີ “ຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ”23 ໃນຄຳສັນຍານິລັນດອນຂອງພຣະເຈົ້າ.
ວັນຊະບາໂຕ ແລະ ພຣະວິຫານ ສາມາດຊ່ວຍເຮົາໃຫ້ຈັດບ້ານເຮືອນຂອງເຮົາ ໃນ “ທາງອັນປະເສີດທີ່ສຸດ”24 ເມື່ອເຮົາ “ຮວບຮວມສິ່ງສາລະພັດເຂົ້າກັນ ທັງມີຢູ່ໃນຟ້າສະຫວັນ ແລະ ແຜ່ນດິນໂລກໄວ້ໃນພຣະຄຣິດ.”25 ສິ່ງທີ່ເຮົາເຮັດຢູ່ໃນບ້ານເຮືອນຂອງເຮົາ ໃນ ເວລາທີ່ສັກສິດ ຂອງພຣະອົງ ແລະ ສິ່ງທີ່ເຮົາໄດ້ຮຽນໃນ ສະຖານທີ່ສັກສິດ ຂອງພຣະອົງ ເປັນຈຸດສຳຄັນຂອງການກາຍເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ.
ຄຳສັນຍາ ແລະ ປະຈັກພະຍານ
ມັນງ່າຍສຳລັບເຮົາທີ່ຈະປ່ອຍຕົວໃຫ້ອ່ອນແຮງໄປກັບວຽກງານປະຈຳວັນ ແລະ ສິ່ງທຳມະດາຂອງຄວາມເປັນມະຕະ. ການນອນ, ການກິນ, ການນຸ່ງຖື, ວຽກງານ, ການຫລິ້ນ, ການອອກກຳລັງກາຍ, ແລະ ກິດຈະກຳອື່ນໆຕາມປະເພນີ ເປັນສິ່ງຈຳເປັນ ແລະ ສຳຄັນ. ແຕ່ໃນທີ່ສຸດ, ສິ່ງທີ່ເຮົາກາຍເປັນ ຄືຜົນຂອງຄວາມຮູ້ຂອງເຮົາ ແລະ ຄວາມເຕັມໃຈທີ່ຈະຮຽນຮູ້ຈາກພຣະບິດາ, ຈາກພຣະບຸດ, ແລະ ຈາກພຣະວິນຍານບໍລິສຸດ, ມັນບໍ່ໄດ້ເປັນພຽງຈຳນວນສິ່ງທີ່ເຮົາສະແຫວງຫາທຸກວັນ ຕະຫລອດຊີວິດຂອງເຮົາເທົ່ານັ້ນ.
ພຣະກິດຕິຄຸນແມ່ນເກີນກວ່າການພຽງແຕ່ເຮັດພາລະຫລາຍໆຢ່າງ ທີ່ເຮົາຕ້ອງເຮັດໃຫ້ສຳເລັດໃນແຕ່ລະວັນເທົ່ານັ້ນ; ແຕ່ມັນເປັນຜ້າມ່ານແຫ່ງຄວາມຈິງທີ່ສວຍງາມ “ເຊື່ອມສະໜິດກັນໂດຍດີ”26 ແລະ ປະສານເຂົ້າກັນ, ຖືກອອກແບບເພື່ອຊ່ວຍເຮົາໃຫ້ກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ, ແມ່ນແຕ່ເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ. ແທ້ຈິງແລ້ວ, ເຮົາຫລຽວບໍ່ເຫັນ ເພາະໄດ້ເບິ່ງຂ້າມເຄື່ອງໝາຍ27 ເມື່ອຄວາມເປັນຈິງທາງວິນຍານທີ່ສຳຄັນນີ້ຖືກປົກຄຸມດ້ວຍຄວາມສົນໃຈ, ບັນຫາ, ແລະ ຄວາມບໍ່ເອົາໃຈໃສ່ຂອງໂລກ.
ເມື່ອເຮົາສະຫລາດ ແລະ ເຊື້ອເຊີນພຣະວິນຍານບໍລິສຸດ ໃຫ້ນຳພາເຮົາ,28 ຂ້າພະເຈົ້າສັນຍາວ່າ ພຣະອົງຈະສອນເຮົາເຖິງສິ່ງທີ່ເປັນຄວາມຈິງ. “ພຣະອົງຈະເປັນພະຍານເຖິງພຣະຄຣິດ, [ແລະ] ໃຫ້ດວງຈິດຂອງເຮົາເຫັນສະຫວັນ”29 ເມື່ອເຮົາພະຍາຍາມບັນລຸຈຸດໝາຍປາຍທາງນິລັນດອນຂອງເຮົາ ແລະ ກາຍເປັນຜູ້ຮັບເອົາທຳມະຊາດແຫ່ງສະຫວັນ.
ຂ້າພະເຈົ້າເປັນພະຍານວ່າ ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ ຊຶ່ງກ່ຽວພັນກັບພິທີການ ແລະ ພັນທະສັນຍາຂອງເຮົາ ເປັນສິ່ງແນ່ນອນ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ:
ພຣະອົງໄດ້ໃຫ້ການຊີ້ນຳແກ່ພວກເຮົາ ເຖິງວິທີທີ່ພວກເຮົາຈະປະພຶດຢູ່ຕໍ່ພຣະພັກຂອງພຣະອົງ, ເພື່ອວ່າມັນຈະກັບຄືນມາຫາພວກເຮົາເພື່ອຄວາມລອດຂອງພວກເຮົາ.
ພຣະຜູ້ເປັນເຈົ້າຈະເຮັດຕາມຄຳສັນຍາເມື່ອພວກເຮົາເຮັດຕາມສິ່ງທີ່ພຣະອົງກ່າວ; ແຕ່ເມື່ອພວກເຮົາບໍ່ເຮັດຕາມສິ່ງທີ່ພຣະອົງກ່າວ, ແລ້ວພວກເຮົາກໍບໍ່ມີຄຳສັນຍາ.30
ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນ ຊົງພຣະຊົນຢູ່ ແລະ ເປັນພຣະຜູ້ສ້າງແຜນແຫ່ງຄວາມລອດ. ພຣະເຢຊູຄຣິດ ເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ພຣະອົງຊົງພຣະຊົນຢູ່. ແລະ ຂ້າພະເຈົ້າເປັນພະຍານວ່າ ແຜນແລະຄຳສັນຍາຂອງພຣະບິດາ, ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ການເປັນເພື່ອນຂອງພຣະວິນຍານບໍລິສຸດ ເຮັດໃຫ້ເປັນໄປໄດ້ທີ່ຈະມີສັນຕິສຸກໃນໂລກນີ້ ແລະ ຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ.31 ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.