ຍັງມີການເດີນທາງຢູ່ຕໍ່ໄປ!
ການເດີນທາງກັບໄປຫາພຣະບິດາເທິງສະຫວັນ ເປັນການເດີນທາງທີ່ສຳຄັນທີ່ສຸດ ໃນຊີວິດຂອງເຮົາ.
ໜຶ່ງຮ້ອຍເຈັດສິບປີກ່ອນ, ທ່ານບຣິກຳ ຢັງ ໄດ້ຫລຽວເບິ່ງຮ່ອມພູເຊົາເລັກ ເປັນເທື່ອທຳອິດ ແລະ ໄດ້ປະກາດວ່າ, “ນີ້ແມ່ນສະຖານທີ່ ທີ່ຖືກຕ້ອງແລ້ວ!”1 ເພິ່ນຮູ້ສະຖານທີ່ ເພາະພຣະຜູ້ເປັນເຈົ້າໄດ້ເປີດເຜີຍມັນຕໍ່ເພິ່ນ.
ເມື່ອເຖິງປີ 1869, ໄພ່ພົນຫລາຍກວ່າ 70,000 ຄົນ ໄດ້ເດີນທາງມາຄືກັນ. ເຖິງແມ່ນຈະມີຫລາຍພາສາ, ວັດທະນະທຳ, ແລະ ສັນຊາດ, ແຕ່ເຂົາເຈົ້າກໍມີປະຈັກພະຍານນຳກັນເຖິງພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດ, ເຖິງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແລະ ຄວາມປາດຖະໜາທີ່ຈະສ້າງຊີໂອນ—ສະຖານທີ່ ທີ່ສະຫງົບສຸກ, ສັນຕິສຸກ, ແລະ ສວຍງາມ ໃນການຕຽມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ.
ໃນບັນດາໄພ່ພົນກຸ່ມທຳອິດທີ່ມາເຖິງລັດຢູທາ ມີຜູ້ຍິງຄົນໜຶ່ງຊື່ ເຈນ ແມນນິງ ເຈມສ໌—ເປັນລູກສາວຂອງຂ້າທາດຄົນໜຶ່ງທີ່ຖືກປ່ອຍເປັນອິດສະລະ, ຜູ້ໄດ້ປ່ຽນໃຈເຫລື້ອມໃສສາດສະໜາຈັກທີ່ຖືກຟື້ນຟູ, ແລະ ເປັນສານຸສິດທີ່ໜ້າອັດສະຈັນໃຈ ຜູ້ໄດ້ປະເຊີນກັບການທ້າທາຍໜັກ. ຊິດສະເຕີ ເຈມສ໌ ໄດ້ເປັນໄພ່ພົນຍຸກສຸດທ້າຍທີ່ຊື່ສັດມາຕະຫລອດ ຈົນເຖິງວັນຕາຍ ໃນປີ 1908.
ນາງໄດ້ຂຽນວ່າ: “ຂ້າພະເຈົ້າຢາກເວົ້າໃນຕອນນີ້, ວ່າສັດທາຂອງຂ້າພະເຈົ້າໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ດັ່ງທີ່ຖືກສິດສອນໂດຍສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຍັງເຂັ້ມແຂງຢູ່ໃນມື້ນີ້, ຫລື ອາດເຂັ້ມແຂງຫລາຍກວ່າມື້ທີ່ຂ້າພະເຈົ້າໄດ້ຮັບບັບຕິສະມາ. ຂ້າພະເຈົ້າໄດ້ຈ່າຍສ່ວນສິບ ແລະ ຈ່າຍບໍລິຈາກ, ຮັກສາພຣະວາຈາແຫ່ງປັນຍາ, ຂ້າພະເຈົ້າເຂົ້ານອນແຕ່ຫົວຄ່ຳ ແລະ ລຸກນອນແຕ່ເຊົ້າ, ຂ້າພະເຈົ້າພະຍາຍາມເປັນຕົວຢ່າງທີ່ດີໃຫ້ແກ່ທຸກຄົນ.”2
ຊິດສະເຕີ ເຈມສ໌, ເຊັ່ນດຽວກັບໄພ່ພົນຍຸກສຸດທ້າຍຄົນອື່ນໆ, ບໍ່ພຽງແຕ່ໄດ້ສ້າງສາຊີໂອນດ້ວຍເລືອດ, ເຫື່ອໄຄ, ແລະ ນ້ຳຕາເທົ່ານັ້ນ ແຕ່ຍັງໄດ້ສະແຫວງຫາພອນຂອງພຣະຜູ້ເປັນເຈົ້າ ຜ່ານທາງການດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນ ຈົນສຸດຄວາມສາມາດນຳອີກ ໃນຂະນະທີ່ຍຶດໝັ້ນໃນສັດທາຕໍ່ພຣະເຢຊູຄຣິດ—ຜູ້ປິ່ນປົວທີ່ຍິ່ງໃຫຍ່ ແກ່ທຸກຄົນທີ່ສະແຫວງຫາພຣະອົງຢ່າງຈິງໃຈ.
ໄພ່ພົນລຸ້ນທຳອິດບໍ່ໄດ້ເປັນຄົນດີພ້ອມທຸກຢ່າງ, ແຕ່ເຂົາເຈົ້າໄດ້ສ້າງພື້ນຖານໄວ້ໃຫ້ເຮົາ ອັນທີ່ເຮົາໄດ້ສ້າງຄອບຄົວ ແລະ ສັງຄົມ ທີ່ຮັກ ແລະ ຮັກສາພັນທະສັນຍາ, ຊຶ່ງຖືກເລົ່າລືໄປຕະຫລອດທົ່ວໂລກ ເພາະຄວາມເອົາໃຈໃສ່ຂອງເຮົາຕໍ່ພຣະເຢຊູຄຣິດ ແລະ ເພາະຄວາມຊ່ວຍເຫລືອອາສາສະໝັກຂອງເຮົາ ຕໍ່ຜູ້ທີ່ຢູ່ໃກ້ ແລະ ໄກ.3
ປະທານໄອຣິງ, ຂ້ານ້ອຍຢາກສະແດງຄວາມຂອບໃຈຕໍ່ເຫລົ່າທູດເສື້ອສີເຫລືອງສິບພັນຄົນ ທີ່ຮັບໃຊ້ໃນລັດເທັກຊັດ, ໃນປະເທດແມັກຊິໂກ, ແລະ ບ່ອນອື່ນໆຮ່ວມກັບທ່ານ.
ຂ້າພະເຈົ້າໝັ້ນໃຈວ່າ ຖ້າຫາກເຮົາສູນເສຍຄວາມຜູກພັນກັບຜູ້ທີ່ໄດ້ລ່ວງລັບໄປແລ້ວ, ຮ່ວມທັງບັນພະບຸລຸດຜູ້ບຸກເບີກ, ເຮົາຈະສູນເສຍມູນມໍລະດົກທີ່ມີຄ່າທີ່ສຸດ. ຂ້າພະເຈົ້າໄດ້ກ່າວກ່ຽວກັບ “ສັດທາໃນທຸກບາດກ້າວ” ໃນອະດີດ ແລະ ຈະສືບຕໍ່ໄປໃນອະນາຄົດ ເພາະວ່າຂ້າພະເຈົ້າຮູ້ວ່າ ຄົນລຸ້ນໃໝ່ ຕ້ອງມີສັດທາທີ່ຄ້າຍຄືກັນກັບໄພ່ພົນລຸ້ນທຳອິດ ໃນອົງພຣະເຢຊູຄຣິດເຈົ້າ ແລະ ໃນພຣະກິດຕິຄຸນທີ່ຟື້ນຟູຂອງພຣະອົງ.4
ບັນພະບຸລຸດຜູ້ບຸກເບີກຂອງຂ້າພະເຈົ້າ ກໍເປັນຜູ້ໜຶ່ງທີ່ໄດ້ຍູ້ລໍ້, ໄດ້ຂີ່ກວຽນ, ແລະ ໄດ້ຍ່າງໄປຫາລັດຢູທາ. ຄືກັນກັບ ຊິດສະເຕີ ເຈນ ແມນນິງ ເຈມສ໌, ພວກເພິ່ນໄດ້ມີສັດທາຢ່າງເລິກຊຶ້ງ ໃນທຸກບາດກ້າວ ຂະນະທີ່ເດີນທາງ.
ປຶ້ມບັນທຶກສ່ວນຕົວຂອງພວກເພິ່ນ ກໍເຕັມໄປດ້ວຍຄວາມທຸກຍາກລຳບາກ, ຄວາມຫິວໂຫຍ, ແລະ ຄວາມເຈັບປ່ວຍ ພ້ອມທັງປະຈັກພະຍານແຫ່ງສັດທາຂອງພວກເພິ່ນໃນພຣະເຈົ້າ ແລະ ໃນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ.
ເຂົາເຈົ້າມີຊັບສົມບັດເລັກໜ້ອຍ ແຕ່ມີພອນຢ່າງຫລວງຫລາຍ ຈາກການເປັນອ້າຍເອື້ອຍນ້ອງກັນ ທີ່ເຂົາເຈົ້າພົບຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດ. ຕອນເປັນໄປໄດ້, ເຂົາເຈົ້າໄດ້ເຊີດຊູຜູ້ຖືກຢຽບຍ່ຳ ແລະ ໃຫ້ພອນແກ່ຜູ້ເຈັບປ່ວຍ ຜ່ານການຮັບໃຊ້ຊຶ່ງກັນແລະກັນ ແລະ ໂດຍຖານະປະໂລຫິດຂອງພຣະເຈົ້າ.
ເອື້ອຍນ້ອງໃນເມືອງ ແຄເຈີ ວາລີ, ລັດ ຢູທາ, ໄດ້ປະຕິບັດຕໍ່ໄພ່ພົນ ໃນຖານະສະມາຄົມສົງເຄາະ ເພື່ອ “ເຮັດວຽກງານໃນຄວາມເປັນນ້ຳໜຶ່ງໃຈດຽວກັນ ຕໍ່ຄົນທີ່ຂັດສົນ.”5 ແມ່ຕູ້ທວດຂອງຂ້າພະເຈົ້າ ຊື່ ມາກາເຣັດ ມິກນຽວ ບາເລີດ ໄດ້ຮັບໃຊ້ຄຽງຂ້າງກັບສາມີຂອງເພິ່ນ ຊື່ ເຮັນຣີ, ຕອນພໍ່ຕູ້ທວດເປັນອະທິການຂອງຫວອດ ໂລແກນ ທີສອງ ເປັນເວລາ 40 ປີ. ແມ່ຕູ້ ມາກາເຣັດ ໄດ້ເປັນປະທານສະມາຄົມສະຕີສົງເຄາະ ເປັນເວລາ 30 ປີ ໃນໄລຍະນັ້ນ. ແມ່ຕູ້ໄດ້ຮັບເອົາຄົນຍາກຈົນ, ຄົນເຈັບປ່ວຍ, ທັງແມ່ໝ້າຍ ແລະ ເດັກກຳພ້າ ມາດູແລຢູ່ບ້ານ, ແລະ ເພິ່ນຍັງໄດ້ແຕ່ງກາຍໃຫ້ຜູ້ຕາຍ ດ້ວຍເຄື່ອງນຸ່ງພຣະວິຫານທີ່ສະອາດນຳອີກ.
ເຖິງແມ່ນມັນເປັນສິ່ງເໝາະສົມ ແລະ ສຳຄັນ ທີ່ຈະຈື່ຈຳປະຫວັດສາດຂອງການເດີນທາງຂອງຊາວມໍມອນ ໃນສັດຕະວັດທີ 19, ແຕ່ເຮົາກໍຕ້ອງຈື່ຈຳວ່າ “ຍັງມີການເດີນທາງຢູ່ຕໍ່ໄປໃນຊີວິດນີ້!” ສຳລັບເຮົາແຕ່ລະຄົນ ເມື່ອເຮົາພິສູດ “ສັດທາໃນທຸກບາດກ້າວ” ຂອງຕົວເອງ.
ຜູ້ປ່ຽນໃຈເຫລື້ອມໃສໃໝ່ ບໍ່ໄດ້ໄປເຕົ້າໂຮມກັບຜູ້ບຸກເບີກທີ່ໄປຕັ້ງຖິ່ນຖານຢູ່ ພາກຕາເວັນຕົກຂອງສະຫະລັດອາເມຣິກາ. ແຕ່ຜູ້ປ່ຽນໃຈເຫລື້ອມໃສ ເຕົ້າໂຮມກັນຢູ່ໃນທ້ອງຖິ່ນຂອງຕົນເອງ, ບ່ອນທີ່ໄພ່ພົນນະມັດສະການ ພຣະບິດາເທິງສະຫວັນ ໃນພຣະນາມຂອງພຣະເຢຊູຄຣິດ. ໂດຍທີ່ມີໜ່ວຍສາດສະໜາຈັກ ຫລາຍກວ່າ 30,000 ແຫ່ງ ຕະຫລອດທົ່ວໂລກ, ທຸກຄົນກໍໄດ້ເຕົ້າໂຮມກັນຢູ່ໃນຊີໂອນຂອງຕົວເອງ. ດັ່ງທີ່ພຣະຄຳພີບອກວ່າ, ເພາະນີ້ຄືຊີໂອນ—ຜູ້ທີ່ມີໃຈບໍລິສຸດ.6
ເມື່ອເຮົາເດີນໄປໃນເສັ້ນທາງແຫ່ງຊີວິດ, ເຮົາໄດ້ຖືກທົດສອບ ເພື່ອຈະໄດ້ເບິ່ງວ່າ ເຮົາຈະປະຕິບັດຕາມທຸກສິ່ງທັງປວງອັນໃດກໍຕາມທີ່ [ພຣະຜູ້ເປັນເຈົ້າໄດ້] ບັນຊາເຮົາຫລືບໍ່.7
ຫລາຍຄົນໃນພວກເຮົາກໍຢູ່ໃນເສັ້ນທາງແຫ່ງການຄົ້ນພົບທີ່ມະຫັດສະຈັນນີ້—ຊຶ່ງນຳໄປສູ່ຄວາມສົມບູນແບບເປັນສ່ວນຕົວ ແລະ ມີຄວາມຮູ້ທາງວິນຍານ. ບາງຄົນໃນພວກເຮົາກໍຢູ່ໃນເສັ້ນທາງທີ່ນຳໄປສູ່ຄວາມໂສກເສົ້າ, ຄວາມຜິດບາບ, ຄວາມເຈັບປວດ, ແລະ ຄວາມໝົດຫວັງ.
ກ່ຽວກັບເລື່ອງນີ້, ຈົ່ງຖາມຕົວເອງວ່າ: ແມ່ນຫຍັງຄືຈຸດໝາຍປາຍທາງສຸດທ້າຍຂອງທ່ານ? ທ່ານກຳລັງເດີນໄປໃສ? ເສັ້ນທາງຂອງທ່ານ ຈະນຳທ່ານໄປພົບພອນຢ່າງຫລວງຫລາຍ ທີ່ພຣະຜູ້ຊ່ວຍໃຫ້ລອດ ໄດ້ສັນຍາໄວ້ບໍ?8
ການເດີນທາງກັບຄືນໄປຫາພຣະບິດາເທິງສະຫວັນ ແມ່ນສຳຄັນທີ່ສຸດ ໃນຊີວິດຂອງເຮົາ, ແລະ ຕ້ອງເດີນຕໍ່ໄປໃນແຕ່ລະວັນ, ແຕ່ລະອາທິດ, ແຕ່ລະເດືອນ, ແລະ ແຕ່ລະປີ ໃນຂະນະທີ່ເຮົາມີສັດທາຫລາຍຂຶ້ນ ໃນພຣະອົງ ແລະ ໃນພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ.
ເຮົາຕ້ອງລະມັດລະວັງ ວ່າ ເຮົາກຳລັງເດີນໄປທາງໃດ. ເຮົາຕ້ອງລະມັດລະວັງ ແລະ ເຊື່ອຟັງຕໍ່ຄຳແນະນຳຂອງພຣະເຢຊູ ດັ່ງທີ່ພຣະອົງໄດ້ກ່າວກັບ ອັກຄະສາວົກຂອງພຣະອົງ ຕອນຕອບຄຳຖາມຂອງພວກເພິ່ນທີ່ວ່າ “ຈົ່ງບອກພວກຂ້ານ້ອຍແດ່ວ່າ ເຫດການທັງໝົດນັ້ນຈະເກີດຂຶ້ນເມື່ອໃດ ແລະ ມີສິ່ງໃດເປັນເຄື່ອງໝາຍສຳຄັນບອກເວລາສິ້ນສຸດຂອງໂລກ?
“ພຣະເຢຊູໄດ້ຕອບພວກເພິ່ນວ່າ, ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ຊາຍ [ແລະ ຜູ້ຍິງ] ຄົນໃດຫລອກຫລວງພວກເຈົ້າ.”9
ມື້ນີ້ ຂ້າພະເຈົ້າຂໍກ່າວຍ້ຳຄຳແນະນຳທີ່ຜ່ານມາ ຂອງຜູ້ນຳຂອງສາດສະໜາຈັກ.
-
ອ້າຍເອື້ອຍນ້ອງທັງຫລາຍ, ຈົ່ງຮັກສາຄຳສອນຂອງພຣະຄຣິດໄວ້ ໃຫ້ບໍລິສຸດ ແລະ ຢ່າໃຫ້ຜູ້ທີ່ຢຽບຍ່ຳພຣະກິດຕິຄຸນ ມາຫລອກລວງທ່ານ. ພຣະກິດຕິຄຸນຂອງພຣະບິດາ ແລະ ພຣະບຸດ ໄດ້ຖືກຟື້ນຟູຜ່ານທາງໂຈເຊັບ ສະມິດ, ສາດສະດາຂອງຍຸກສຸດທ້າຍນີ້.
-
ຢ່າເຊື່ອຟັງຄົນທີ່ ບໍ່ ໄດ້ຖືກແຕ່ງຕັ້ງ ແລະ/ຫລື ບໍ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ ສູ່ຕຳແໜ່ງຂອງເຂົາເຈົ້າ ຢ່າງເປັນເອກະສັນ ໃນບັນດາສະມາຊິກຂອງສາດສະໜາຈັກ.10
-
ຈົ່ງລະວັງໃຫ້ດີກັບອົງການຕ່າງໆ, ກຸ່ມຕ່າງໆ, ຫລື ບຸກຄົນໃດໜຶ່ງ ທີ່ປະກາດຕົນວ່າ ສາມາດຕອບຄຳຖາມທີ່ສັກສິດເລື່ອງຄຳສອນ ຊຶ່ງບອກວ່າ ທຸກວັນນີ້ ອັກຄະສາວົກ ແລະ ສາດສະດາ ບໍ່ສາມາດຕອບ ຫລື ເຂົ້າໃຈ.
-
ຢ່າຟັງຄວາມຂອງຜູ້ຄົນທີ່ຊັກຊວນໃຫ້ສ້າງຄວາມຮັ່ງມີຢ່າງວ່ອງໄວ. ສະມາຊິກຂອງເຮົາໄດ້ສູນເສຍເງິນຢ່າງຫລວງຫລາຍມາແລ້ວ, ສະນັ້ນຈົ່ງລະວັງໃຫ້ດີ.
ໃນບາງບ່ອນ, ພວກເຮົາຫລາຍຄົນ ໄດ້ຊອກຫາຄວາມຮູ້ລຶກລັບ ກັບວິທີການປິ່ນປົວ ແລະ ການສົ່ງເສີມ ທີ່ຕ້ອງເສຍເງິນຢ່າງຫລວງຫລາຍ ແລະ ຍັງມີຂໍ້ສົງໄສ.
ສາດສະໜາຈັກໄດ້ລະບຸເອກະສານ ເມື່ອປີແລ້ວນີ້, ກ່າວວ່າ: “ພວກເຮົາຂໍຮ້ອງສະມາຊິກຂອງສາດສະໜາຈັກໃຫ້ລະມັດລະວັງ ໃນການເຂົ້າຮ່ວມກັບກຸ່ມໃດໆ ທີ່ສັນຍາ—ແລກປ່ຽນເງິນ—ກັບການປິ່ນປົວທີ່ມະຫັດສະຈັນ ຫລື ປະກາດວ່າ ມີແບບແຜນປິ່ນປົວດ້ວຍພະລັງພິເສດ ທີ່ໃຫ້ຫາຍດີໄວ ຊຶ່ງນອກເໜືອໄປຈາກພອນຂອງຖານະປະໂລຫິດ.”11
ປຶ້ມ ຄູ່ມື ຂອງສາດສະໜາຈັກ ແນະນຳວ່າ: “ສະມາຊິກບໍ່ຄວນໃຊ້ຢາ ຫລື ຮັບການປິ່ນປົວ ໃນທາງທີ່ບໍ່ສອດຄ່ອງກັບສິນທຳ ຫລື ຜິດກົດໝາຍ. ຜູ້ນຳໃນທ້ອງຖິ່ນ ຄວນແນະນຳສະມາຊິກ ຜູ້ມີບັນຫາເລື່ອງສຸຂະພາບ ໃຫ້ປຶກສາກັບແພດໝໍທີ່ຊ່ຽວຊານ ຜູ້ມີໃບຢັ້ງຢືນການແພດ ຢູ່ໃນປະເທດ ບ່ອນທີ່ເຂົາເຈົ້າໃຫ້ການຮັກສາ.”12
ອ້າຍເອື້ອຍນ້ອງທັງຫລາຍ, ຈົ່ງສະຫລາດ ແລະ ລະວັງໃຫ້ດີ ກ່ຽວກັບສະຖານທີ່ເຊັ່ນນັ້ນ ທີ່ຂ້າງນອກເບິ່ງຄືວ່າຈົບງາມ ແຕ່ອາດເປັນສິ່ງອັນຕະລາຍຕໍ່ທາງວິນຍານ ແລະ ທາງຮ່າງກາຍຂອງເຮົາໄດ້.
ສຳລັບບັນພະບຸລຸດຜູ້ບຸກເບີກຂອງເຮົາ, ການເພິ່ງຕົວເອງ ແລະ ກຸ້ມຕົນເອງ ເປັນສິ່ງສຳຄັນຫລາຍ, ແຕ່ຄວາມສາມັກຄີໃນຊຸມຊົນກໍສຳຄັນເໝືອນກັນ. ເຂົາເຈົ້າທຳງານດ້ວຍກັນ ແລະ ຊ່ວຍເຫລືອກັນ ເອົາຊະນະການທ້າທາຍຮ່າງກາຍ ແລະ ຄວາມຮູ້ສຶກ ໃນວັນເວລາຂອງເຂົາເຈົ້າ. ສຳລັບຜູ້ຊາຍ, ມີກຸ່ມຖານະປະໂລຫິດ, ແລະ ຜູ້ຍິງກໍໄດ້ຮັບການຊ່ວຍເຫລືອຈາກສະມາຄົມສະຕີສົງເຄາະ. ທຸກວັນນີ້ກໍຍັງປະຕິບັດກັນຢູ່ຄືເກົ່າ.
ສະມາຄົມສະຕີສົງເຄາະ ແລະ ກຸ່ມຖານະປະໂລຫິດ ຈະຊ່ວຍເຫລືອທາງຝ່າຍວິນຍານ ແລະ ຝ່າຍໂລກ ຂອງສະມາຊິກ.
ຈົ່ງຢູ່ໃນເສັ້ນທາງຂອງພຣະກິດຕິຄຸນ ໂດຍການ “ມີສັດທາໃນທຸກບາດກ້າວ” ເພື່ອວ່າທ່ານຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ ຢ່າງປອດໄພ. ພຣະຜູ້ເປັນເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດທີ່ປະເສີດເລີດລ້ຳຂອງເຮົາ. ພຣະອົງເປັນພຣະຜູ້ໄຖ່ຂອງໂລກ. ເຮົາຕ້ອງໃຫ້ກຽດພຣະນາມທີ່ສັກສິດຂອງພຣະອົງ ແລະ ບໍ່ໃຊ້ໃນທາງທີ່ບໍ່ຖືກຕ້ອງ, ພະຍາຍາມສະເໝີທີ່ຈະຮັກສາພຣະບັນຍັດຂອງພຣະອົງ. ຖ້າຫາກເຮົາເຮັດແນວນັ້ນ, ພຣະອົງຈະອວຍພອນເຮົາ ແລະ ນຳພາເຮົາກັບບ້ານຢ່າງປອດໄພ.
ຂ້າພະເຈົ້າຂໍເຊື້ອເຊີນທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າ ໃຫ້ຕ້ອນຮັບຜູ້ທີ່ເດີນໄປໃນເສັ້ນທາງຂອງຕົນເອງ ບໍ່ວ່າເຂົາເຈົ້າຈະຢູ່ໃນຈຸດໃດກໍຕາມ.
ກະລຸນາຈື່ຈຳວ່າ ບໍ່ມີພອນອື່ນໃດ ທີ່ຍິ່ງໃຫຍ່ໄປກວ່າການແບ່ງປັນຂ່າວສານຂອງການຟື້ນຟູ, ຊຶ່ງເມື່ອຮັບເອົາ ແລະ ດຳລົງຊີວິດຕາມ, ແລ້ວຈະໄດ້ຮັບຄຳສັນຍາ ທີ່ຈະມີສັນຕິສຸກ ແລະ ຄວາມສະຫງົບຕະຫລອດການ—ແມ່ນແຕ່ຊີວິດນິລັນດອນ. ຂໍໃຫ້ເຮົາຈົ່ງໃຊ້ພະລັງ, ຄວາມເຂັ້ມແຂງ, ແລະ ປະຈັກພະຍານ ໃນການຊ່ວຍເຫລືອຜູ້ສອນສາດສະໜາຂອງເຮົາ ເພື່ອຊອກຫາ, ສິດສອນ, ແລະ ໃຫ້ບັບຕິສະມາແກ່ລູກໆຂອງພຣະເຈົ້າ ເພື່ອວ່າເຂົາເຈົ້າຈະມີພະລັງຂອງຄຳສອນພຣະກິດຕິຄຸນ ນຳພາຊີວິດປະຈຳວັນຂອງເຂົາເຈົ້າ.
ເຮົາຕ້ອງຮັບຕ້ອນລູກໆຂອງພຣະເຈົ້າ ດ້ວຍຄວາມເຫັນອົກເຫັນໃຈ ແລະ ບໍ່ແຍກຊັ້ນວັນນະ, ຮ່ວມທັງເຊື້ອຊາດ, ເພດ, ແລະ ສັນຊາດ. ໃຫ້ເວົ້າໄດ້ວ່າ ເຮົາເຊື່ອແທ້ໆວ່າພອນຂອງພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ ຂອງພຣະເຢຊູຄຣິດແມ່ນສຳລັບລູກໆທຸກຄົນຂອງພຣະເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ “ຍັງມີການເດີນທາງຢູ່ຕໍ່ໄປ,” ແລະ ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ຢູ່ໃນເສັ້ນທາງຂອງພຣະກິດຕິຄຸນ ເມື່ອທ່ານດຳເນີນໄປໜ້າ ໂດຍການເອື້ອມອອກໄປຫາລູກໆຂອງພຣະເຈົ້າ ດ້ວຍຄວາມຮັກ ແລະ ດ້ວຍຄວາມເຫັນອົກເຫັນໃຈ ເພື່ອວ່າເຮົາຈະສາມັກຄີກັນ ດ້ວຍໃຈທີ່ບໍລິສຸດ ແລະ ມືທີ່ສະອາດ ເພື່ອຮັບເອົາ “ພອນຢ່າງຫລວງຫລາຍ” ທີ່ມີໄວ້ໃຫ້ທຸກຄົນ ທີ່ຮັກພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງແທ້ໆ, ຊຶ່ງຂ້າພະເຈົ້າອະທິຖານຢ່າງຖ່ອມຕົວ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.