ຄວາມຈິງຂອງທຸກສິ່ງ
ເຮົາແຕ່ລະຄົນມີຄວາມຮັບຜິດຊອບສ່ວນຕົວ ທີ່ຈະເຮັດສິ່ງທີ່ຈຳເປັນເພື່ອໃຫ້ມີປະຈັກພະຍານ ແລະ ຮັກສາປະຈັກພະຍານນັ້ນໄວ້ໃຫ້ເຂັ້ມແຂງ.
ພວກເຮົາມາໃນແລງວັນນີ້ ດ້ວຍຄວາມຫວັງ ແລະ ສັດທາ ບໍ່ຫລາຍກໍໜ້ອຍ, ວ່າຈະຈາກບ່ອນນີ້ໄປດ້ວຍຄວາມເຂັ້ມແຂງຂຶ້ນກວ່າເກົ່າ ແລະ ໄດ້ຮັບພອນຈາກພຣະວິນຍານບໍລິສຸດ ຊຶ່ງເປັນຜູ້ສອນເຮົາ.1 ສິ່ງທີ່ຂ້າພະເຈົ້າ ຢາກເວົ້າເຖິງ ແມ່ນກ່ຽວກັບການສະແຫວງຫາຄວາມຈິງສ່ວນຕົວ.
ເມື່ອຕອນເປັນຊາຍໜຸ່ມ, ຂ້າພະເຈົ້າມີຄຳຖາມຫລາຍຢ່າງກ່ຽວກັບສາດສະໜາຈັກ. ຄຳຖາມບາງອັນ ແມ່ນຈາກໃຈຈິງ. ບາງອັນກໍບໍ່ແມ່ນ ເພາະຍ້ອນມາຈາກຄວາມສົງໄສຂອງຄົນອື່ນ.
ຂ້າພະເຈົ້າມັກລົມກັບແມ່ຕົນເອງ ເລື່ອງຄຳຖາມເຫລົ່ານີ້. ຂ້າພະເຈົ້າແນ່ໃຈວ່າ ແມ່ຄົງຮູ້ໄດ້ວ່າ ຄຳຖາມບາງອັນແມ່ນຈາກໃຈຈິງ. ຂ້າພະເຈົ້າຄິດວ່າ ແມ່ຄົງຜິດຫວັງໜ້ອຍໜຶ່ງ ໃນຄຳຖາມບາງອັນທີ່ບໍ່ຈິງໃຈ ແລະ ເປັນການຂັດແຍ້ງຫລາຍກວ່າ. ເຖິງຢ່າງໃດກໍດີ, ແມ່ກໍບໍ່ເຄີຍດູຖູກທີ່ຕົນເອງ ມີຂໍ້ຂ້ອງໃຈ. ແມ່ ຈະຟັງ ແລະ ພະຍາຍາມຕອບຄຳຖາມຕ່າງໆ. ເມື່ອແມ່ຮູ້ວ່າ ແມ່ໄດ້ເວົ້າໄປໝົດທຸກຢ່າງແລ້ວ ແຕ່ຂ້າພະເຈົ້າຍັງມີຄຳຖາມຢູ່, ເພິ່ນຈະເວົ້າວ່າ: “ເດວິດ, ນັ້ນເປັນຄຳຖາມທີ່ດີ. ເມື່ອ ລູກ ກຳລັງສະແຫວງຫາທີ່ຈະອ່ານ ແລະ ອະທິຖານເພື່ອໃຫ້ໄດ້ຮັບຄຳຕອບນັ້ນ, ເປັນຫຍັງ ລູກ ຈຶ່ງບໍ່ເຮັດສິ່ງທີ່ລູກຮູ້ວ່າ ສິ່ງໃດທີ່ລູກຄວນເຮັດ ແລະ ບໍ່ຄວນເຮັດ?” ສິ່ງນີ້ກາຍເປັນແບບແຜນ ຂອງການສະແຫວງຫາຄວາມຈິງຂອງຂ້າພະເຈົ້າ. ໂດຍການສຶກສາ, ອະທິຖານ, ແລະ ການຮັກສາພຣະບັນຍັດ, ຂ້າພະເຈົ້າເຫັນວ່າ ມີຄຳຕອບສຳລັບຄຳຖາມສຳຄັນທັງໝົດ. ຂ້າພະເຈົ້າກໍຮູ້ອີກວ່າ ສຳລັບຄຳຖາມບາງອັນ, ມັນຈຳເປັນ ທີ່ເຮົາຕ້ອງມີສັດທາທີ່ຕໍ່ເນື່ອງ, ມີຄວາມອົດທົນ, ແລະ ມີການເປີດເຜີຍແທ້.2
ແມ່ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຮັບຜິດຊອບ ໃນການພັດທະນາສັດທາ ແລະ ຊອກຫາຄຳຕອບເອງ. ແມ່ຮູ້ວ່າ ຄຳຕອບທີ່ສຳຄັນຈະມາຈາກການສະແຫວງຫາຄວາມຈິງຂອງຂ້າພະເຈົ້າ ຕາມທີ່ພຣະບິດາເທິງສະຫວັນໄດ້ກຳນົດໄວ້. ແມ່ຮູ້ວ່າ ຂ້າພະເຈົ້າຕ້ອງໄດ້ສະແຫວງຫາຄວາມຈິງ. ແມ່ຮູ້ວ່າ ຂ້າພະເຈົ້າຕ້ອງຈິງໃຈຕໍ່ຄຳຖາມ ແລະ ຕ້ອງເຕັມໃຈເຮັດຕາມສິ່ງທີ່ຂ້າພະເຈົ້າຮູ້ວ່າເປັນຄວາມຈິງ. ແມ່ຮູ້ແລ້ວວ່າ ຂ້າພະເຈົ້າຕ້ອງສຶກສາ ແລະ ອະທິຖານເພື່ອໃຫ້ມີຄວາມອົດທົນເພີ່ມຂຶ້ນ ຂະນະທີ່ສະແຫວງຫາຄຳຕອບຈາກພຣະຜູ້ເປັນເຈົ້າ. ການເຕັມໃຈ ທີ່ຈະອົດທົນ ເປັນພາກສ່ວນໃນການສະແຫວງຫາຄວາມຈິງ ແລະ ສ່ວນແບບແຜນຂອງພຣະຜູ້ເປັນເຈົ້າ ແຫ່ງການເປີດເຜີຍຄວາມຈິງ.3
ພາຍຫລັງມາ ຂ້າພະເຈົ້າຈຶ່ງຮູ້ວ່າ ແມ່ຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າ ກ່ຽວກັບແບບແຜນຂອງພຣະບິດາເທິງສະຫວັນ ໃນການສະແຫວງຫາຄວາມຈິງ. ເມື່ອສັດທາເຂັ້ມແຂງ, ຕົນເອງເລີ່ມໄດ້ຮັບຄຳຕອບ, ແລະ ກໍໄດ້ຕົກລົງຕໍ່ການເອີ້ນໄປເປັນຜູ້ສອນສາດສະໜາ.
ໃນໄລຍະທຳອິດຢູ່ສະໜາມເຜີຍແຜ່, ຂ້າພະເຈົ້າຕ້ອງຮູ້ໃຫ້ໄດ້ວ່າສາດສະໜາຈັກ ແທ້ຈິງຫລືບໍ່ ແລະ ສາດສະດາ ໂຈເຊັບ ສະມິດ ແມ່ນສາດສະດາຂອງພຣະເຈົ້າແທ້ໆຫລືບໍ່. ຂ້າພະເຈົ້ານຶກເຖິງຄຳເວົ້າຂອງປະທານທອມມັສ ແອັສ ມອນສັນ ທີ່ກ່າວຢ່າງແຈ່ມແຈ້ງ ໃນກອງປະຊຸມໃຫຍ່ຄັ້ງສຸດທ້າຍວ່າ: “ຖ້າທ່ານຍັງບໍ່ມີປະຈັກພະຍານ ທີ່ໝັ້ນຄົງກ່ຽວກັບເລື່ອງນີ້, ຈົ່ງເຮັດທຸກຢ່າງ ເພື່ອຈະມີປະຈັກພະຍານນັ້ນ. ມັນຈຳເປັນສຳລັບທ່ານທີ່ຈະມີປະຈັກພະຍານຂອງຕົວເອງ ໃນວັນເວລາທີ່ຫຍຸ້ງຍາກນີ້, ເພາະວ່າທ່ານສາມາດເພິ່ງອາໄສປະຈັກພະຍານຂອງຄົນອື່ນໄດ້ພຽງຊົ່ວຄູ້ຊົ່ວຄາວເທົ່ານັ້ນ.4 ຂ້າພະເຈົ້າຮູ້ວ່າ ມັນຈຳເປັນແທ້ໆ. ຂ້າພະເຈົ້າ ຕ້ອງອ່ານພຣະຄຳພີມໍມອນດ້ວຍຄວາມຈິງໃຈ, ດ້ວຍຄວາມຕັ້ງໃຈ, ແລະ ຕ້ອງທູນຖາມພຣະເຈົ້າວ່າມັນແທ້ຈິງຫລືບໍ່.
ໃຫ້ເຮົາມາຟັງຄຳສັນຍາຂອງພຣະບິດາເທິງສະຫວັນຂອງເຮົາ ທີ່ໄດ້ປະທານໃຫ້ ຜ່ານທາງສາດສະດາ ໂມໂຣໄນ ດັ່ງນີ້: “ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະກົດແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.”5
ຖ້າຢາກເຂົ້າໃຈສິ່ງຕ່າງໆ ໃນພຣະຄຳພີມໍມອນ, ຂ້າພະເຈົ້າຕ້ອງອ່ານພຣະຄຳພີນັ້ນ. ຂ້າພະເຈົ້າໄດ້ເລີ່ມອ່ານຈາກຕັ້ງແຕ່ຕົ້ນຂອງປຶ້ມທຸກໆມື້. ບາງຄົນກໍໄດ້ຮັບພະຍານໄວ. ແຕ່ບາງຄົນ ຕ້ອງໃຊ້ເວລາດົນ ແລະ ຕ້ອງໄດ້ອະທິຖານຫລາຍໆເທື່ອ ແລະ ມັນອາດຮ່ວມທັງການອ່ານພຣະຄຳພີມໍມອນຫລາຍໆເທື່ອນຳອີກ. ຂ້າພະເຈົ້າຕ້ອງໄດ້ອ່ານປຶ້ມໝົດຫົວ ກ່ອນທີ່ຈະໄດ້ຮັບພະຍານ ຕາມທີ່ໄດ້ສັນຍາໄວ້. ຢ່າງໃດກໍຕາມ, ພຣະເຈົ້າໄດ້ເປີດເຜີຍຄວາມຈິງ ຕໍ່ຂ້າພະເຈົ້າແທ້ ໂດຍອຳນາດແຫ່ງພຣະວິນຍານບໍລິສຸດ.
ໃນປຶ້ມບັນທຶກຂອງຜູ້ສອນສາດສະໜາຂອງຂ້າພະເຈົ້າ, ຂ້າພະເຈົ້າ ໄດ້ບັນລະຍາຍເຖິງຄວາມຊື່ນຊົມໃນການຮູ້ຄວາມຈິງ ຮ່ວມທັງການມີຄວາມຢຶດໝັ້ນ ຕັ້ງໃຈຈິງ ທີ່ຈະກະທຳຕາມຄວາມຈິງ ທີ່ຂ້າພະເຈົ້າໄດ້ຮັບ. ຂ້າພະເຈົ້າໄດ້ຂຽນວ່າ: “ຂ້າພະເຈົ້າ ໄດ້ສັນຍາກັບພຣະບິດາເທິງສະຫວັນ ແລະ ຕົນເອງ ວ່າຈະເຮັດໃຫ້ດີທີ່ສຸດ, ປະກອບສ່ວນ 100 ເປີເຊັນ ຕະຫລອດຊີວິດ, ບໍ່ວ່າຈະມີການຂໍຮ້ອງໃດໆ, ຂ້າພະເຈົ້າກໍຈະສະໜອງ, ແຕ່ດຽວນີ້ ຂ້າພະເຈົ້າຕ້ອງເຮັດທຸກຢ່າງໃນສະໜາມເຜີຍແຜ່ກ່ອນ ແລະ ຕົນເອງຈະເຮັດໃຫ້ມັນເປັນສະໜາມເຜີຍແຜ່ທີ່ດີເລີດ, ເພື່ອຕົນເອງຈະບໍ່ໄດ້ກິນແໜງໃຈພາຍຫລັງ, ແຕ່ບໍ່ແມ່ນສຳລັບຕົນເອງ ແຕ່ແມ່ນເພື່ອພຣະຜູ້ເປັນເຈົ້າ. ຂ້າພະເຈົ້າຮັກພຣະຜູ້ເປັນເຈົ້າ, ແລະ ຮັກວຽກງານຂອງພຣະອົງ, ແລະ ຂ້າພະເຈົ້າອະທິຖານວ່າ ຄວາມຮູ້ສຶກດີໆນັ້ນຈະບໍ່ຈືດຈາງໄປ.
ຂ້າພະເຈົ້າຮູ້ວ່າການບຳລຸງ ແລະ ການກັບໃຈ ແລະ ການຮັກສາພຣະບັນຍັດຢ່າງຕໍ່ເນື່ອງ ເປັນສິ່ງຈຳເປັນທີ່ຈະມີ ເພື່ອປ້ອງກັນບໍ່ໃຫ້ຄວາມຮູ້ສຶກທີ່ດີນັ້ນຈືດຈາງໄປ. ປະທານມອນສັນ ໄດ້ກ່າວວ່າ, “ປະຈັກພະຍານຕ້ອງຖືກຮັກສາໄວ້ຢ່າງມີຊີວິດຊີວາ ຜ່ານການເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າຕໍ່ໄປ ແລະ ຜ່ານການອະທິຖານ ແລະ ການອ່ານພຣະຄຳພີທຸກວັນ.”6
ເປັນເວລາຫລາຍປີ ທີ່ຂ້າພະເຈົ້າໄດ້ຖາມຜູ້ສອນສາດສະໜາ ແລະ ຄົນໜຸ່ມທັງຫລາຍທົ່ວໂລກວ່າ ເຂົາເຈົ້າໄດ້ເລີ່ມສະແຫວງຫາຄວາມຈິງ ແລະ ມີປະຈັກພະຍານຂອງເຂົາເຈົ້າແນວໃດ. ເກືອບໝົດທຸກຄົນ ຈະຕອບວ່າ ເຂົາເຈົ້າເລີ່ມສະແຫວງຫາປະຈັກພະຍານສ່ວນຕົວ ດ້ວຍການຕັດສິນໃຈອ່ານພຣະຄຳພີມໍມອນແຕ່ທຳອິດມາ ແລ້ວທູນຖາມພຣະເຈົ້າວ່າມັນແທ້ຈິງບໍ່. ໃນການເຮັດເຊັ່ນນີ້, ເຂົາເຈົ້າເລືອກທີ່ຈະ “ເຮັດ” ເອງ ແທນທີ່ຈະ “ເຮັດຕາມ”7 ຄວາມສົງໄສຂອງຄົນອື່ນ.
ເພື່ອຮູ້ຈັກຄວາມຈິງ, ພວກເຮົາຕ້ອງດຳລົງຊີວິດໃນພຣະກິດຕິຄຸນ8 ແລະ “ທົດລອງ”9 ພຣະຄຳ. ພວກເຮົາຖືກເຕືອນວ່າ ຢ່າຝືນພຣະວິນຍານຂອງພຣະຜູ້ເປັນເຈົ້າ.10 ການກັບໃຈ, ປະກອບກັບຄວາມຕັ້ງໃຈ ທີ່ຈະຮັກສາພຣະບັນຍັດ, ແມ່ນສ່ວນສຳຄັນ ຂອງການສະແຫວງຫາຄວາມຈິງສ່ວນບຸກຄົນ.11 ຕາມຈິງແລ້ວ, ພວກເຮົາຕ້ອງເຕັມໃຈ ທີ່ຈະປະຖິ້ມບາບ “ທັງໝົດ” ເພື່ອຈະໄດ້ຮູ້ຈັກຄວາມຈິງ.12
ພວກເຮົາຖືກສັ່ງວ່າ “ເຈົ້າຈົ່ງສະແຫວງຫາການຮຽນຮູ້ ຈົນເຖິງການສຶກສາ ແລະ ໂດຍສັດທານຳອີກ” ແລະ “ຈົ່ງສະແຫວງຫາ … ຄຳແຫ່ງປັນຍາຈາກໜັງສືທີ່ດີທີ່ສຸດ.”13 ການສະແຫວງຫາຄວາມຈິງນັ້ນ ເຮົາຕ້ອງເນັ້ນໃສ່ “ໜັງສືທີ່ດີທີ່ສຸດ” ແລະ ແຫລ່ງທີ່ດີທີ່ສຸດ. ໃນຈຳນວນສິ່ງທີ່ດີທີ່ສຸດນັ້ນ ແມ່ນພຣະຄຳພີ ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່.
ປະທານມອນສັນ ໄດ້ຂໍຮ້ອງໃຫ້ເຮົາແຕ່ລະຄົນ “ເຮັດ [ສິ່ງທີ່] ຈຳເປັນ” ເພື່ອເຮົາຈະມີປະຈັກພະຍານ ແລະ ເຮັດໃຫ້ມັນເຂັ້ມແຂງຕະຫລອດ.14 ແມ່ນຫຍັງທີ່ຈຳເປັນຕໍ່ການເຮັດໃຫ້ປະຈັກພະຍານຂອງທ່ານເລິກຊຶ້ງ ແລະ ເຂັ້ມແຂງຂຶ້ນ? ເຮົາແຕ່ລະຄົນມີຄວາມຮັບຜິດຊອບສ່ວນຕົວ ທີ່ຈະເຮັດສິ່ງທີ່ຈຳເປັນເພື່ອໃຫ້ມີປະຈັກພະຍານ ແລະ ຮັກສາປະຈັກພະຍານນັ້ນໄວ້ໃຫ້ເຂັ້ມແຂງ.
ການຮັກສາພຣະບັນຍັດຂອງເຮົາຢ່າງອົດທົນ ຂະນະທີ່ເຮົາ “ເຮັດ [ສິ່ງທີ່] ຈຳເປັນ” ເພື່ອຈະໄດ້ຮັບຄຳຕອບຈາກພຣະຜູ້ເປັນເຈົ້າ ສິ່ງນັ້ນເປັນພາກສ່ວນໃນແບບແຜນ ຂອງພຣະເຈົ້າໃນການຮຽນຮູ້ຄວາມຈິງ. ໂດຍສະເພາະ ເມື່ອມີຄວາມລຳບາກ, ເຮົາອາດຖືກກຳນົດໃຫ້ “ຍອມຮັບຢ່າງເບີກບານມ່ວນຊື່ນ ແລະ ໃຫ້ອົດທົນຕໍ່ພຣະປະສົງຂອງພຣະຜູ້ເປັນເຈົ້າ.”15 ເມື່ອເຮົາຮັກສາພັນທະສັນຍາດ້ວຍຄວາມອົດທົນ ຄວາມຖ່ອມຕົວ ແລະ ຄວາມປາດຖະໜາທີ່ຈະຮູ້ຄວາມຈິງ ກໍເພີ່ມຂຶ້ນ, ແລະ ໄວ້ວາງໃຈໃນການໃຫ້ພຣະວິນຍານບໍລິສຸດ ມາເປັນ “ຜູ້ນຳທາງ [ເຮົາ] ໃນເສັ້ນທາງແຫ່ງປັນຍາ ເພື່ອ [ເຮົາ] ອາດຈະໄດ້ຮັບພອນ, ມີຄວາມຈະເລີນ, ແລະ ຄົງຢູ່ໄດ້.”16
ແມຣີ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ຮັກແພງຄົນໜຶ່ງ ຊຶ່ງນາງຄົນນັ້ນມີຄວາມຫຍຸ້ງຍາກໃນຊີວິດຫລາຍ ຍ້ອນເລື່ອງຕ່າງໆຂອງສາດສະໜາຈັກ. ນາງຮັກພຣະກິດຕິຄຸນ ແລະ ຮັກສາດສະໜາຈັກ ແຕ່ຍັງມີຄວາມຂ້ອງໃຈຢູ່. ນາງໄດ້ຜະນຶກໃນພຣະວິຫານ, ເຂັ້ມແຂງໃນໂບດ, ເຮັດການເອີ້ນເຕັມສ່ວນ, ແລະ ນາງເປັນແມ່ ແລະ ພັນລະຍາທີ່ດີ. ຕະຫລອດເວລາຫລາຍປີ ນາງໄດ້ພະຍາຍາມເຮັດສິ່ງຕ່າງໆ ທີ່ນາງຄິດວ່າ ມັນຖືກຕ້ອງ ແລະ ຫລີກລ້ຽງເຮັດສິ່ງຕ່າງໆທີ່ນາງຮູ້ວ່າຜິດ. ນາງໄດ້ຮັກສາພັນທະສັນຍາ ແລະ ສືບຕໍ່ສະແຫວງຫາຄວາມຈິງ. ມີຫລາຍເທື່ອ ນາງຂອບຄຸນທີ່ສາມາດເພິ່ງພາສັດທາຂອງຄົນອື່ນໄດ້.
ເມື່ອບໍ່ດົນມານີ້ ອະທິການຂອງນາງ ໄດ້ຂໍພົບນາງ ແລະ ສາມີຂອງນາງ. ເພິ່ນໄດ້ຂໍໃຫ້ເຂົາເຈົ້າ ຮັບງານມອບໝາຍຢູ່ພຣະວິຫານ ໃນການເຮັດໜ້າທີ່ແທນຜູ້ຕາຍ ທີ່ຕ້ອງການຮັບພິທີການທາງພຣະວິຫານ. ການເອີ້ນນີ້ ເຮັດໃຫ້ເຂົາເຈົ້າແປກໃຈ, ແຕ່ເຂົາເຈົ້າກໍຕົກລົງເຮັດ ແລະ ໄດ້ເລີ່ມການຮັບໃຊ້ຂອງເຂົາເຈົ້າໃນບ້ານຂອງພຣະຜູ້ເປັນເຈົ້າ. ເມື່ອບໍ່ດົນມານີ້ ລູກຊາຍໄວລຸ້ນຂອງເຂົາເຈົ້າ ໄດ້ຄົ້ນຄວ້າປະຫວັດຄອບຄົວ ແລະ ລາວໄດ້ພົບຊື່ຄົນໃນຄອບຄົວ ທີ່ຍັງບໍ່ທັນໄດ້ມີການເຮັດພິທີການທາງພຣະວິຫານເທື່ອ. ແລ້ວບໍ່ດົນເຂົາເຈົ້າກໍໄດ້ເຮັດພິທີການທາງພຣະວິຫານແທນຜູ້ນັ້ນ ແລະ ຄອບຄົວຂອງຜູ້ນັ້ນ. ເມື່ອເຂົາເຈົ້າຄຸເຂົ່າເຮັດພິທີຜະນຶກຢູ່ແທ່ນ ແລະ ພິທີການຜະນຶກໄດ້ຖືກປະຕິບັດ, ຜູ້ຍິງທີ່ອົດທົນ ແລະ ສະແຫວງຫາຄວາມຈິງນັ້ນ ໄດ້ພົບວ່າພຣະວິຫານ ແລະ ພິທີການຕ່າງໆທີ່ເຮັດໃນພຣະວິຫານ ເປັນຄວາມຈິງແນ່ແທ້. ນາງໄດ້ໂທຫາແມ່ ແລະ ບອກແມ່ກ່ຽວກັບປະສົບການ ແລະ ເລົ່າເຖິງຄວາມສົງໄສທີ່ຕົນມີ ກ່ຽວກັບສາດສະໜາຈັກ, ບັດນີ້ນາງຮູ້ແລ້ວວ່າ ພຣະວິຫານແມ່ນແທ້ຈິງ, ພິທີການທາງພຣະວິຫານແທ້ຈິງ ແລະ ສາດສະໜາຈັກກໍແທ້ຈິງ. ແມ່ຂອງນາງຮ້ອງໄຫ້ ດ້ວຍຄວາມຂອບຄຸນສຳລັບຄວາມຮັກ ແລະ ຄວາມອົດທົນຂອງພຣະບິດາເທິງສະຫວັນ ແລະ ດີໃຈທີ່ມີລູກສາວທີ່ສະແຫວງຫາ ຄວາມຈິງຢ່າງອົດທົນມາຕະຫລອດ.
ເມື່ອເຮົາຮັກສາພັນທະສັນຍາຢ່າງອົດທົນ ເຮົາກໍຈະໄດ້ຮັບພອນຈາກສະຫວັນ.17
ຂ້າພະເຈົ້າໄດ້ຮັບການປອບໂຍນ ໃນຄຳສັນຍາຂອງພຣະຜູ້ເປັນເຈົ້າ ທີ່ວ່າ “ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ ທ່ານຈະຮູ້ຈັກຄວາມຈິງຂອງທຸກເລື່ອງ.”18 ການບໍ່ຮູ້ທຸກສິ່ງທຸກຢ່າງ ກໍສາມາດຮູ້ຄວາມຈິງໄດ້. ເຮົາສາມາດຮູ້ໄດ້ວ່າ ພຣະຄຳພີມໍມອນແທ້ຈິງ. ຕາມຈິງແລ້ວ, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສອນໃນມື້ເຊົ້ານີ້, ເຮົາສາມາດ “ຮູ້ສຶກ, ຢ່າງເລິກຊຶ້ງ ‘ໃນສ່ວນເລິກທີ່ສຸດ’ ຂອງໃຈເຮົາ, [ເບິ່ງ ແອວມາ 13:27], ວ່າພຣະຄຳພີມໍມອນ ເປັນ ພຣະຄຳຂອງພຣະເຈົ້າ ທີ່ຫາອັນປຽບບໍ່ໄດ້.” ແລະ ເຮົາຕ້ອງ“ຮູ້ສຶກມັນຢ່າງເລິກຊຶ້ງວ່າ ເຮົາຈະບໍ່ຢາກມີຊີວິດ ແມ່ນແຕ່ມື້ດຽວ ປາດສະຈາກມັນ.”19
ເຮົາສາມາດຮູ້ວ່າ ພຣະເຈົ້າຄືພຣະບິດາຂອງເຮົາ, ຊຶ່ງຮັກເຮົາ, ແລະ ພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດ, ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ເຮົາສາມາດຮູ້ວ່າ ການເປັນສະມາຊິກໃນສາດສະໜາຈັກ ແມ່ນເພື່ອຊື່ນຊົມ ແລະ ການຮັບສ່ວນໃນພິທີສິນລະລຶກແຕ່ລະອາທິດ ຈະຊ່ວຍເຮົາ ແລະ ຄອບຄົວຂອງເຮົາໃຫ້ປອດໄພ. ເຮົາສາມາດຮູ້ວ່າ ໂດຍການເຮັດພິທີການທາງພຣະວິຫານ, ຄອບຄົວຂອງເຮົາຈະສາມາດຢູ່ດ້ວຍກັນ ຊົ່ວນິລັນດອນ. ເຮົາສາມາດຮູ້ວ່າ ການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ພອນແຫ່ງການກັບໃຈ ແລະ ການໃຫ້ອະໄພ ນັ້ນແທ້ຈິງ ແລະ ມີແທ້. ເຮົາສາມາດຮູ້ວ່າ ສາດສະດາ, ປະທານທອມມັສ ແອັສ ມອນສັນ, ທີ່ຮັກຍິ່ງຂອງເຮົາ ເປັນສາດສະດາຂອງພຣະຜູ້ເປັນເຈົ້າ, ວ່າທີ່ປຶກສາຂອງເພິ່ນ, ສະມາຊິກໃນກຸ່ມອັກຄະສາວົກສິບສອງ ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ອີກດ້ວຍ.
ຂ້າພະເຈົ້າຮູ້ວ່າສິ່ງທັງໝົດນີ້ຈິງ ແລະ ຂ້າພະເຈົ້າກ່າວເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.