ພຣະຜູ້ເປັນເຈົ້ານຳພາສາດສະໜາຈັກຂອງພຣະອົງ
ການນຳພາຂອງພຣະຜູ້ເປັນເຈົ້າ ຕໍ່ສາດສະໜາຈັກຂອງພຣະອົງ ຮຽກຮ້ອງສັດທາທີ່ຍິ່ງໃຫຍ່ ແລະ ໝັ້ນຄົງ ຈາກທຸກຄົນທີ່ຮັບໃຊ້ພຣະອົງ ຢູ່ເທິງແຜ່ນດິນໂລກ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ ຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ, ຄ່ຳຄືນນີ້ ຂ້າພະເຈົ້າຢາກກ່າວກ່ຽວກັບວິທີທີ່ດີເລີດຂອງພຣະຜູ້ເປັນເຈົ້າໃນການນຳພາອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກ. ທ່ານຮູ້ຈັກຫລັກເບື້ອງຕົ້ນຢູ່ແລ້ວ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດຈະຢືນຢັນແກ່ທ່ານ.
ທຳອິດ, ພຣະເຢຊູຄຣິດ ເປັນປະມຸກຂອງສາດສະໜາຈັກ ຢູ່ເທິງແຜ່ນດິນໂລກ.
ສອງ, ພຣະອົງນຳພາສາດສະໜາຈັກຂອງພຣະອົງໃນເວລານີ້ ໂດຍການກ່າວກັບຜູ້ຄົນທີ່ຖືກເອີ້ນໃຫ້ເປັນສາດສະດາ, ແລະ ພຣະອົງກະທຳ ຜ່ານທາງການເປີດເຜີຍ.
ສາມ, ພຣະອົງປະທານການເປີດເຜີຍໃຫ້ສາດສະດາເມື່ອດົນນານມາແລ້ວ, ຕອນນີ້ກໍຍັງປະທານໃຫ້ຢູ່, ແລະ ຈະປະທານໃຫ້ຕໍ່ໄປເລື້ອຍໆ.
ສີ່, ພຣະອົງປະທານການເປີດເຜີຍເພື່ອຢືນຢັນ ໃຫ້ແກ່ຜູ້ທີ່ຮັບໃຊ້ພາຍໃຕ້ການຊີ້ນຳຂອງສາດສະດາຂອງພຣະອົງ.
ຈາກຫລັກເບື້ອງຕົ້ນທີ່ກ່າວມານັ້ນ, ເຮົາຮັບຮູ້ວ່າ ການນຳພາຂອງພຣະຜູ້ເປັນເຈົ້າ ຕໍ່ສາດສະໜາຈັກຂອງພຣະອົງ ຮຽກຮ້ອງສັດທາທີ່ຍິ່ງໃຫຍ່ ແລະ ໝັ້ນຄົງ ຈາກທຸກຄົນທີ່ຮັບໃຊ້ພຣະອົງ ຢູ່ເທິງແຜ່ນດິນໂລກ.
ຍົກຕົວຢ່າງ, ຕ້ອງໃຊ້ສັດທາ ເພື່ອຈະໄດ້ເຊື່ອວ່າພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນ ເບິ່ງສິ່ງທີ່ເປັນໄປໃນອານາຈັກຂອງພຣະອົງທຸກວັນ. ຕ້ອງໃຊ້ສັດທາ ເພື່ອຈະໄດ້ເຊື່ອວ່າ ພຣະອົງເອີ້ນຜູ້ຄົນທີ່ບໍ່ດີພ້ອມ ໃຫ້ຮັບເອົາຕຳແໜ່ງ ດ້ວຍຄວາມໄວ້ວາງພຣະໄທ. ຈະຕ້ອງໃຊ້ສັດທາ ເພື່ອຈະໄດ້ເຊື່ອວ່າ ພຣະອົງຮູ້ຜູ້ຄົນທີ່ພຣະອົງເອີ້ນເປັນຢ່າງດີ, ທັງຄວາມສາມາດ ແລະ ສັກກະຍະພາບຂອງເຂົາເຈົ້າ, ເພື່ອວ່າຈະບໍ່ມີຄວາມຜິດພາດໃນການເອີ້ນຂອງພຣະອົງ.
ບາງຄົນທີ່ມາຮ່ວມກອງປະຊຸມນີ້ ອາດຍິ້ມ ແລະ ບາງຄົນອາດແກວ່ງຫົວ—ຜູ້ໜຶ່ງ ອາດຄິດກ່ຽວກັບການເອີ້ນຂອງຕົນ ວ່າຄົງເປັນ ຄວາມຜິດພາດ ແລະ ອີກຜູ້ໜຶ່ງຄິດວ່າ ບາງຄົນທີ່ເຂົາເຈົ້າຮູ້ຈັກ ບໍ່ເໝາະສົມກັບບ່ອນຂອງເຂົາເຈົ້າ ໃນອານາຈັກຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າຂໍແນະນຳໃຫ້ທັງສອງກຸ່ມວ່າ ຢ່າຟ້າວຕັດສິນ ຈົນກວ່າທ່ານສາມາດຫລຽວເຫັນ ດັ່ງທີ່ພຣະຜູ້ເປັນເຈົ້າທອດພຣະເນດເຫັນ. ແຕ່ການຕັດສິນທີ່ທ່ານຄວນເຮັດ, ແມ່ນ ທ່ານ ມີຄວາມສາມາດທີ່ຈະໄດ້ຮັບການເປີດເຜີຍ ແລະ ທີ່ຈະເຮັດຕາມນັ້ນຢ່າງກ້າຫານ.
ຕ້ອງໃຊ້ສັດທາເພື່ອເຮັດແນວນັ້ນ. ຕ້ອງໃຊ້ສັດທາຫລາຍກວ່ານັ້ນ ເພື່ອຈະໄດ້ເຊື່ອວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນຜູ້ຮັບໃຊ້ ມະນຸດທີ່ບໍ່ດີພ້ອມ ໃຫ້ມານຳພາທ່ານ. ຈຸດປະສົງຂອງຂ້າພະເຈົ້າ ໃນຄ່ຳຄືນນີ້ ແມ່ນເພື່ອຈະສ້າງສັດທາຂອງທ່ານ ວ່າພຣະເຈົ້າຊີ້ນຳທ່ານ ໃນການຮັບໃຊ້ພຣະອົງ. ແລະ ສຳຄັນກວ່ານັ້ນ, ຂ້າພະເຈົ້າຫວັງວ່າ ພຣະຜູ້ເປັນເຈົ້າຈະດົນໃຈຜູ້ຄົນທີ່ບໍ່ດີພ້ອມ ທີ່ພຣະອົງໄດ້ເອີ້ນໃຫ້ມາເປັນຜູ້ນຳຂອງທ່ານ.
ທ່ານອາດຄິດວ່າ, ທຳອິດ, ສັດທາເຊັ່ນນັ້ນ ແມ່ນບໍ່ສຳຄັນ ຕໍ່ຄວາມສຳເລັດຜົນຂອງສາດສະໜາຈັກ ແລະ ອານາຈັກຂອງພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ, ທ່ານອາດພົບວ່າ—ບໍ່ວ່າທ່ານຈະຢູ່ໃນຕຳແໜ່ງໃດຂອງຖານະປະໂລຫິດ, ຈາກສາດສະດາຂອງພຣະຜູ້ເປັນເຈົ້າ ລົງໄປເຖິງມັກຄະນາຍົກຄົນໃໝ່ກໍຕາມ—ສັດທາແມ່ນສຳຄັນທີ່ສຸດ.
ໃຫ້ເຮົາມາເລີ່ມຕົ້ນທີ່ຄວາມໝາຍຂອງສັດທາສຳລັບປະທານກຸ່ມຄູສອນ ຫລື ມັກຄະນາຍົກ. ມັນສຳຄັນຈາກຕົວລາວ ທີ່ຈະມີສັດທາວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນລາວ, ໂດຍທີ່ຮູ້ຈັກຄວາມອ່ອນແອ ແລະ ຄວາມເກັ່ງກ້າຂອງຄູສອນຄົນນັ້ນ. ລາວຕ້ອງມີສັດທາ ວ່າຜູ້ທີ່ມອບຕຳແໜ່ງໃຫ້ລາວ ໄດ້ຮັບການເປີດເຜີຍ ໂດຍພຣະວິນຍານຂອງພຣະເຈົ້າ. ທີ່ປຶກສາຂອງລາວ ແລະ ສະມາຊິກໃນກຸ່ມ ກໍຕ້ອງມີສັດທາຄືກັນ ເພື່ອຕິດຕາມລາວ ດ້ວຍຄວາມໝັ້ນໃຈຢ່າງກ້າຫານ.
ຂ້າພະເຈົ້າໄດ້ເຫັນຄວາມໝັ້ນໃຈເຊັ່ນນັ້ນ ຕອນຊາຍໜຸ່ມຄົນໜຶ່ງ ໄດ້ນັ່ງຢູ່ກັບຝ່າຍປະທານກຸ່ມມັກຄະນາຍົກຂອງລາວ ໃນເຊົ້າວັນອາທິດມື້ໜຶ່ງ. ລາວຫາກໍຖືກເອີ້ນໃຫ້ເປັນເລຂາຂອງເຂົາເຈົ້າ. ຝ່າຍປະທານໜຸ່ມເຫລົ່ານັ້ນ ໄດ້ປຶກສາຫາລືນຳກັນ. ເຂົາເຈົ້າໄດ້ລົມກັນກ່ຽວກັບຫລາຍວິທີທີ່ເຂົາເຈົ້າສາມາດບັນລຸຕາມຄຳຂໍຮ້ອງຂອງອະທິການໄດ້ ເພື່ອພາຊາຍໜຸ່ມຜູ້ທີ່ບໍ່ເຂັ້ມແຂງກັບຄືນມາໂບດ. ຫລັງຈາກໄດ້ອະທິຖານ ແລະ ສົນທະນາກັນແລ້ວ, ເຂົາເຈົ້າໄດ້ສົ່ງເລຂາໄປຫາເຮືອນຊາຍໜຸ່ມທີ່ບໍ່ເຄີຍມາຫ້ອງຮຽນ ແລະ ໃຫ້ເຊື້ອເຊີນລາວມາ.
ເລຂາບໍ່ຮູ້ຈັກຊາຍໜຸ່ມຄົນນັ້ນ, ແຕ່ລາວຮູ້ວ່າ ພໍ່ແມ່ຄົນໜຶ່ງຂອງຊາຍໜຸ່ມຄົນນັ້ນບໍ່ເຂັ້ມແຂງ ແລະ ອີກຄົນໜຶ່ງບໍ່ໄດ້ເປັນສະມາຊິກ ແລະ ບໍ່ອ່ອນໂຍນ. ເລຂາຮູ້ສຶກເປັນຫ່ວງ ແຕ່ບໍ່ມີຄວາມຢ້ານກົວ. ລາວຮູ້ວ່າ ສາດສະດາຂອງພຣະເຈົ້າ ໄດ້ຂໍໃຫ້ຜູ້ດຳລົງຖານະປະໂລຫິດ ນຳແກະໂຕທີ່ເສຍໄປ ຄືນມາ. ແລະ ລາວໄດ້ຍິນຄຳອະທິຖານຂອງຝ່າຍປະທານຂອງລາວ. ລາວໄດ້ຍິນເຂົາເຈົ້າຕົກລົງກັນ ກ່ຽວກັບຊື່ຂອງຊາຍໜຸ່ມຄົນນັ້ນ ແລະ ຊື່ຂອງລາວ.
ຂ້າພະເຈົ້າໄດ້ຫລຽວເບິ່ງຕອນເລຂາຍ່າງໄປຫາເຮືອນຂອງຊາຍໜຸ່ມຜູ້ບໍ່ເຂັ້ມແຂງ. ລາວໄດ້ຍ່າງໄປຊ້າໆ ຄືກັບວ່າ ລາວກຳລັງເດີນເຂົ້າໄປຫາສິ່ງອັນຕະລາຍແທ້ໆ. ແຕ່ພາຍໃນເຄິ່ງຊົ່ວໂມງ ລາວໄດ້ຍ່າງກັບມາພ້ອມກັບຊາຍໜຸ່ມຄົນນັ້ນ, ດ້ວຍຮອຍຍິ້ມ. ຂ້າພະເຈົ້າບໍ່ແນ່ໃຈວ່າ ລາວຮູ້ໃນເວລານັ້ນ, ແຕ່ລາວໄດ້ໄປພ້ອມກັບສັດທາ ວ່າລາວໄດ້ໄປແລ່ນວຽກ ໃຫ້ພຣະຜູ້ເປັນເຈົ້າ. ສັດທານັ້ນໄດ້ຢູ່ກັບລາວ ແລະ ໄດ້ເຕີບໂຕຂຶ້ນກັບລາວຕອນເປັນຜູ້ສອນສາດສະໜາ, ເປັນພໍ່, ເປັນຜູ້ນຳກຸ່ມຊາຍໜຸ່ມ, ແລະ ເປັນອະທິການ.
ໃຫ້ເຮົາມາກ່າວກ່ຽວກັບສັດທາເຊັ່ນນັ້ນ ສຳລັບອະທິການ. ບາງເທື່ອອະທິການຖືກເອີ້ນໃຫ້ຮັບໃຊ້ຜູ້ຄົນ ທີ່ຮູ້ຈັກເພິ່ນດີ. ສະມາຊິກຫວອດຮູ້ຈັກບາງສິ່ງກ່ຽວກັບຄວາມອ່ອນແອ ແລະ ຄວາມເຂັ້ມແຂງທາງວິນຍານຂອງເພິ່ນ, ແລະ ເຂົາເຈົ້າຮູ້ວ່າ ຄົນອື່ນໆໃນຫວອດ ກໍສາມາດຖືກເອີ້ນໃຫ້ເປັນອະທິການໄດ້ຄືກັນ—ຄົນອື່ນທີ່ມີການສຶກສາທີ່ສູງກວ່າ, ມີປະສົບການຫລາຍກວ່າ, ຫລື ແມ່ນແຕ່ມີໜ້າຕາດີກວ່າ.
ສະມາຊິກເຫລົ່ານັ້ນຕ້ອງຮູ້ວ່າ ການເອີ້ນໃຫ້ຮັບໃຊ້ໃນຕຳແໜ່ງອະທິການ ມາຈາກພຣະຜູ້ເປັນເຈົ້າ, ໂດຍການເປີດເຜີຍ. ປາດສະຈາກສັດທາຂອງເຂົາເຈົ້າ, ອະທິການຜູ້ຖືກເອີ້ນຈາກພຣະເຈົ້າ, ຈະພົບຄວາມຫຍຸ້ງຍາກໃນການຮັບການເປີດເຜີຍ ເພື່ອຊ່ວຍເຫລືອເຂົາເຈົ້າ. ເພິ່ນຈະບໍ່ສຳເລັດຖ້າປາດສະຈາກ ສັດທາຂອງສະມາຊິກ ເພື່ອສະໜັບສະໜູນເພິ່ນ.
ແລ້ວ ອະທິການຈະໄດ້ຮັບການເປີດເຜີຍເພື່ອຊ່ວຍເຫລືອສະມາຊິກ. ໃຫ້ຄິດກ່ຽວກັບກະສັດເບັນຢາມິນ, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ທີ່ນຳພາຜູ້ຄົນຂອງເພິ່ນໄປສູ່ການກັບໃຈ. ຫົວໃຈຂອງຜູ້ຄົນໄດ້ອ່ອນລົງ ໂດຍສັດທາຂອງພວກເຂົາ ວ່າເພິ່ນໄດ້ຖືກເອີ້ນຈາກພຣະເຈົ້າ ເຖິງແມ່ນຈະມີຄວາມອ່ອນແອຂອງມະນຸດ, ແລະ ວ່າຖ້ອຍຄຳຂອງເພິ່ນມາຈາກພຣະເຈົ້າ. ທ່ານອາດຈື່ຈຳສິ່ງທີ່ຜູ້ຄົນ ໄດ້ກ່າວ ທີ່ວ່າ: “ແທ້ຈິງແລ້ວ, ພວກເຮົາເຊື່ອຄຳເວົ້າທັງໝົດທີ່ທ່ານເວົ້າກັບພວກເຮົາ; … ພວກເຮົາຮູ້ເຖິງຄວາມແນ່ນອນ ແລະ ຄວາມຈິງຂອງມັນທັງໝົດ, ເພາະພຣະວິນຍານຂອງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ໄດ້ເຮັດໃຫ້ມີການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ, ຈົນວ່າພວກເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ” (ໂມໄຊຢາ 5:2).
ກ່ອນຜູ້ນຳຈະບັນລຸຜົນສຳເລັດ ໃນວຽກງານຂອງພຣະຜູ້ເປັນເຈົ້າໄດ້ນັ້ນ, ຄວາມໄວ້ວາງໃຈຂອງຜູ້ຄົນ ວ່າເພິ່ນໄດ້ຖືກເອີ້ນຈາກພຣະເຈົ້າ ຕ້ອງຢູ່ເໜືອການມອງເບິ່ງຄວາມບໍ່ໝັ້ນຄົງ ແລະ ຄວາມອ່ອນແອທາງມະນຸດຂອງເພິ່ນ. ທ່ານຄົງຈື່ຈຳຖ້ອຍຄຳຂອງກະສັດເບັນຢາມິນ ກ່ຽວກັບບົດບາດຂອງການເປັນຜູ້ນຳຂອງເພິ່ນເອງ ທີ່ວ່າ:
“ຂ້າພະເຈົ້າບໍ່ໄດ້ສັ່ງໃຫ້ພວກທ່ານຂຶ້ນມາບ່ອນນີ້ເພື່ອພວກທ່ານຈະຢ້ານກົວຂ້າພະເຈົ້າ, ຫລື ເພື່ອພວກທ່ານຈະຄິດວ່າ ຕົວຂ້າພະເຈົ້າເອງຍິ່ງໃຫຍ່ກວ່າມະນຸດ.
“ແຕ່ຂ້າພະເຈົ້າກໍຄືກັນກັບຕົວຂອງພວກທ່ານທີ່ຕ້ອງຂຶ້ນຢູ່ກັບຈຸດອ່ອນທຸກຢ່າງໃນຮ່າງກາຍ ແລະ ຈິດໃຈ; ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍໄດ້ຖືກເລືອກຈາກຜູ້ຄົນພວກນີ້, ແລະ ຮັບແຕ່ງຕັ້ງຈາກບິດາຂອງຂ້າພະເຈົ້າ, ແລະ ໄດ້ຮັບການອະນຸຍາດຈາກພຣະຫັດຂອງພຣະຜູ້ເປັນເຈົ້າ ເພື່ອໃຫ້ຂ້າພະເຈົ້າເປັນກະສັດ ແລະ ຜູ້ປົກຄອງ ເໜືອຜູ້ຄົນພວກນີ້; ແລະ ໄດ້ຮັບການຮັກສາ ແລະ ປົກປ້ອງໂດຍອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ທີ່ໃຫ້ຮັບໃຊ້ພຣະອົງດ້ວຍສຸດຄວາມສາມາດ, ສຸດຄວາມຄິດ, ແລະ ສຸດກຳລັງ ຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ” (ໂມໄຊຢາ 2:10–11).
ຜູ້ນຳຂອງທ່ານຢູ່ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ອາດເບິ່ງວ່າເປັນຄົນອ່ອນແອ ແລະ ເປັນມະນຸດທຳມະດາ ຫລື ອາດເບິ່ງວ່າເປັນຄົນເຂັ້ມແຂງ ແລະ ໄດ້ຮັບການດົນໃຈ. ຄວາມຈິງແມ່ນ ຜູ້ນຳທຸກຄົນ ກໍມີລັກສະນະພິເສດເຫລົ່ານັ້ນ ແລະ ອື່ນໆອີກ. ສິ່ງທີ່ຊ່ວຍເຫລືອຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ທີ່ຖືກເອີ້ນໃຫ້ມານຳພາເຮົາ ແມ່ນຕອນເຮົາສາມາດ ຫລຽວເບິ່ງພວກເພິ່ນ ດັ່ງທີ່ພຣະຜູ້ເປັນເຈົ້າທອດພຣະເນດເບິ່ງພວກເພິ່ນ ເມື່ອພຣະອົງໄດ້ເອີ້ນພວກເພິ່ນ.
ພຣະຜູ້ເປັນເຈົ້າເຫັນຜູ້ຮັບໃຊ້ຂອງພຣະອົງເປັນຢ່າງດີ. ພຣະອົງເຫັນສັກກະຍະພາບແລະ ອະນາຄົດຂອງພວກເພິ່ນ. ແລະ ພຣະອົງຮູ້ວ່າ ສະພາບຂອງພວກເພິ່ນອາດປ່ຽນໄປ. ພຣະອົງຍັງຮູ້ວ່າ ພວກເພິ່ນສາມາດປ່ຽນແປງໄດ້ແນວໃດ ໂດຍປະສົບການນຳຜູ້ຄົນ ທີ່ພວກເພິ່ນຈະນຳພາ.
ທ່ານອາດເຄີຍມີປະສົບການ ທີ່ໄດ້ເຮັດໃຫ້ທ່ານເຂັ້ມແຂງຂຶ້ນ ໂດຍຜູ້ຄົນທີ່ທ່ານເອີ້ນໃຫ້ຮັບໃຊ້. ເທື່ອໜຶ່ງ ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນອະທິການ ສຳລັບກຸ່ມຜູ້ໃຫຍ່ໂສດ. ຂ້າພະເຈົ້າບໍ່ແນ່ໃຈວ່າ ຈຸດປະສົງຂອງພຣະຜູ້ເປັນເຈົ້າ ແມ່ນເພື່ອໃຫ້ຂ້າພະເຈົ້າຊ່ວຍພຣະອົງປ່ຽນແປງເຂົາເຈົ້າ ຫລື ພຣະອົງຮູ້ວ່າ ເຂົາເຈົ້າ ຈະຊ່ວຍປ່ຽນແປງຂ້າພະເຈົ້າ.
ບາງສ່ວນຂ້າພະເຈົ້າກໍບໍ່ເຂົ້າໃຈ, ຄົນໂສດບາງຈຳນວນໃນຫວອດນັ້ນ ເຮັດຄືກັບວ່າຂ້າພະເຈົ້າໄດ້ຖືກເອີ້ນຈາກພຣະເຈົ້າສຳລັບເຂົາເຈົ້າໂດຍສະເພາະ ເຂົາເຈົ້າໄດ້ເຫັນຄວາມອ່ອນແອຂອງຂ້າພະເຈົ້າ ແຕ່ເຂົາເຈົ້າໄດ້ມອງຂ້າມ.
ຂ້າພະເຈົ້າຈື່ຊາຍໜຸ່ມຄົນໜຶ່ງຜູ້ໄດ້ຂໍຄຳແນະນຳກ່ຽວກັບການສຶກສາ. ລາວຫາກໍເຂົ້າມະຫາວິທະຍາໄລທີ່ດີແຫ່ງໜຶ່ງ ເປັນປີທຳອິດ. ອາທິດໜຶ່ງຫລັງຈາກທີ່ຂ້າພະເຈົ້າໄດ້ໃຫ້ຄຳແນະນຳແກ່ລາວ, ລາວໄດ້ຂໍນັດພົບກັບຂ້າພະເຈົ້າ.
ເມື່ອລາວເຂົ້າມາໃນຫ້ອງການ, ລາວໄດ້ເຮັດໃຫ້ຂ້າພະເຈົ້າຕົກຕະລຶງ ໂດຍຖາມວ່າ, “ອະທິການ, ຂໍໃຫ້ພວກເຮົາອະທິຖານກ່ອນໄດ້ບໍ? ແລະ ຂໍໃຫ້ພວກເຮົາຄຸເຂົ່າໄດ້ບໍ? ແລະ ຂໍໃຫ້ຂ້ານ້ອຍເປັນຄົນອະທິຖານໄດ້ບໍ?”
ຂ້າພະເຈົ້າຕົກຕະລຶງກັບຄຳຂໍຮ້ອງຂອງລາວ. ແຕ່ຄຳອະທິຖານເຮັດໃຫ້ຂ້າພະເຈົ້າຕົກຕະລຶງຫລາຍກວ່ານັ້ນ. ລາວໄດ້ເວົ້າແບບນີ້: “ໂອ້ພຣະບິດາເທິງສະຫວັນ, ພຣະອົງຮູ້ວ່າ ອະທິການໄອຣິງ ໄດ້ໃຫ້ຄຳແນະນຳແກ່ຂ້ານ້ອຍອາທິດແລ້ວນີ້, ແລະ ມັນບໍ່ໄດ້ຜົນ. ຂໍໃຫ້ພຣະອົງຈົ່ງດົນໃຈເພິ່ນອີກດ້ວຍເທີ້ນ ວ່າຂ້ານ້ອຍຄວນເຮັດແນວໃດບັດນີ້.”
ບັດນີ້ ທ່ານອາດຍິ້ມ, ແຕ່ຂ້າພະເຈົ້າບໍ່ໄດ້ຍິ້ມ. ລາວຮູ້ແລ້ວວ່າ ພຣະຜູ້ເປັນເຈົ້າປະສົງໃຫ້ລາວເຮັດຫຍັງ. ແຕ່ລາວໄດ້ໃຫ້ກຽດຕຳແໜ່ງຂອງອະທິການ ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ແລະ ບາງທີຢາກໃຫ້ຂ້າພະເຈົ້າມີໂອກາດອີກ ເພື່ອຮັບເອົາການເປີດເຜີຍໃນຕຳແໜ່ງນັ້ນ ດ້ວຍຄວາມໝັ້ນໃຈກວ່າເກົ່າ.
ມັນໄດ້ຜົນ. ທັນທີທີ່ພວກເຮົາໄດ້ລຸກຢືນຂຶ້ນ ແລະ ແລ້ວນັ່ງລົງ, ການເປີດເຜີຍໄດ້ມາເຖິງ. ຂ້າພະເຈົ້າໄດ້ບອກລາວ ເຖິງຄວາມຮູ້ສຶກທີ່ພຣະຜູ້ເປັນເຈົ້າປະສົງໃຫ້ລາວເຮັດ. ລາວພຽງມີອາຍຸໄດ້ 18 ປີ ໃນເວລານັ້ນ, ແຕ່ລາວເປັນຜູ້ໃຫຍ່ທາງວິນຍານ.
ລາວຮູ້ແລ້ວວ່າ ລາວບໍ່ຈຳເປັນຕ້ອງໄປຫາອະທິການ ກ່ຽວກັບບັນຫານັ້ນ. ແຕ່ລາວໄດ້ຮຽນຮູ້ທີ່ຈະສະໜັບສະໜູນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ເຖິງແມ່ນໃນຄວາມອ່ອນແອຂອງການເປັນມະນຸດຂອງອະທິການ. ໃນທີ່ສຸດ ຊາຍໜຸ່ມຄົນນີ້ ໄດ້ກາຍເປັນປະທານສະເຕກ. ລາວໄດ້ຈື່ຈຳບົດຮຽນທີ່ພວກເຮົາໄດ້ຮຽນນຳກັນ ທີ່ວ່າ: ຖ້າຫາກເຈົ້າມີສັດທາວ່າ ພຣະຜູ້ເປັນເຈົ້ານຳພາສາດສະໜາຈັກຂອງພຣະອົງ ຜ່ານການເປີດເຜີຍ ຕໍ່ຜູ້ຮັບໃຊ້ທີ່ບໍ່ດີພ້ອມຂອງພຣະອົງ ທີ່ພຣະອົງໄດ້ເອີ້ນ, ແລ້ວພຣະຜູ້ເປັນເຈົ້າຈະເປີດປະຕູສະຫວັນໃຫ້ເຂົາເຈົ້າ, ແລະ ໃຫ້ເຈົ້າຄືກັນ.
ຈາກປະສົບການນັ້ນ, ຂ້າພະເຈົ້າໄດ້ຈື່ຈຳບົດຮຽນທີ່ວ່າ ສັດທາຂອງຜູ້ຄົນທີ່ເຮົາຮັບໃຊ້, ບາງເທື່ອແມ່ນມີຫລາຍກວ່າສັດທາຂອງເຮົາເອງ, ທີ່ນຳການເປີດເຜີຍມາໃຫ້ເຮົາ ໃນການຮັບໃຊ້ຂອງພຣະຜູ້ເປັນເຈົ້າ.
ມີບົດຮຽນອີກຢ່າງໜຶ່ງສຳລັບຂ້າພະເຈົ້າ. ຖ້າຫາກຊາຍໜຸ່ມຄົນນັ້ນຕັດສິນຂ້າພະເຈົ້າສຳລັບການທີ່ບໍ່ໄດ້ໃຫ້ຄຳແນະນຳທີ່ດີແກ່ລາວ ໃນເທື່ອທຳອິດ, ລາວຄົງບໍ່ກັບຄືນມາຂໍຄຳແນະນຳອີກ. ແລະ ສະນັ້ນ, ໂດຍການເລືອກບໍ່ຕັດສິນຂ້າພະເຈົ້າ, ລາວຈຶ່ງໄດ້ຮັບການຢືນຢັນ ຕາມທີ່ລາວປາດຖະໜາ.
ບົດຮຽນຢ່າງໜຶ່ງອີກຈາກປະສົບການນັ້ນ ທີ່ເປັນປະໂຫຍດຕໍ່ຂ້າພະເຈົ້າຫລາຍ. ດັ່ງທີ່ຂ້າພະເຈົ້າຮູ້, ລາວບໍ່ເຄີຍບອກຄົນໃດຢູ່ໃນຫວອດວ່າ ຂ້າພະເຈົ້າບໍ່ໄດ້ໃຫ້ຄຳແນະນຳທີ່ດີແກ່ລາວ ໃນເທື່ອທຳອິດ. ຖ້າຫາກລາວໄດ້ເຮັດແນວນັ້ນ, ມັນອາດເຮັດໃຫ້ຄົນອື່ນໃນຫວອດ ຂາດສັດທາໃນຕົວຂອງອະທິການຂອງເຂົາເຈົ້າ.
ຂ້າພະເຈົ້າພະຍາຍາມບໍ່ຕັດສິນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ຫລື ກ່າວເຖິງຄວາມອ່ອນແອຂອງພວກເພິ່ນ. ແລະ ຂ້າພະເຈົ້າພະຍາຍາມສອນແນວນັ້ນ ໂດຍການເປັນຕົວຢ່າງໃຫ້ແກ່ລູກໆ. ປະທານ ເຈມສ໌ ອີ ຟາວ ໄດ້ບອກເຖິງຄຳສອນທີ່ຂ້າພະເຈົ້າພະຍາຍາມນຳໃຊ້ ໃນຊີວິດຂອງຂ້າພະເຈົ້າ. ຂ້າພະເຈົ້າຂໍແບ່ງປັນໃຫ້ກັບທ່ານ ທີ່ວ່າ:
“ເຮົາ … ຕ້ອງສົ່ງເສີມ ແລະ ສະໜັບສະໜູນຜູ້ນຳໃນທ້ອງຖິ່ນຂອງເຮົາ, ເພາະພວກເພິ່ນ … ໄດ້ ‘ຖືກເອີ້ນ ແລະ ຖືກເລືອກ.’ ສະມາຊິກທຸກຄົນຂອງສາດສະໜາຈັກນີ້ ອາດໄດ້ຮັບຄຳແນະນຳຈາກອະທິການ ຫລື ປະທານສາຂາ, ປະທານສະເຕກ ຫລື ປະທານເຜີຍແຜ່, ແລະ ປະທານຂອງສາດສະໜາຈັກ ແລະ ຜູ້ຮ່ວມງານຂອງເພິ່ນ. ບໍ່ມີອ້າຍນ້ອງຄົນໃດ ທີ່ຂໍຮ້ອງຢາກໄດ້ຕຳແໜ່ງເຫລົ່ານີ້. ບໍ່ມີຄົນໃດດີພ້ອມ. ແຕ່ພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ, ໄດ້ຖືກເອີ້ນຈາກພຣະອົງ ຜ່ານຜູ້ທີ່ເໝາະສົມ ທີ່ຈະໄດ້ຮັບການດົນໃຈ. ການເອີ້ນ, ການສະໜັບສະໜູນ, ການແຕ່ງຕັ້ງເປັນທາງການເຫລົ່ານັ້ນ ສົມຄວນທີ່ຈະໄດ້ຮັບການສະໜັບສະໜູນຈາກເຮົາ.
“… ການບໍ່ນັບຖືຜູ້ນຳຂອງສາດສະໜາຈັກ ໄດ້ນຳຄວາມອ່ອນແອທາງວິນຍານ ແລະ ຄວາມພິນາດມາໃຫ້ຫລາຍຄົນ. ເຮົາຄວນມອງຂ້າມຄວາມບໍ່ດີພ້ອມ, ຄວາມຜິດພາດ, ຫລື ຄວາມຂາດຕົກບົກພ່ອງ ຂອງບັນດາອ້າຍນ້ອງທີ່ຖືກເອີ້ນໃຫ້ມາປົກຄອງເຮົາ, ແລະ ຮັບໃຊ້ໃນຕຳແໜ່ງທີ່ພວກເພິ່ນຖືກເອີ້ນ” (“Called and Chosen,” Liahona, Nov. 2005, 54–55).
ຄຳແນະນຳດັ່ງກ່າວ ໄດ້ເປັນພອນໃຫ້ແກ່ຜູ້ຮັບໃຊ້ຂອງພຣະເຈົ້າ ໃນທຸກສະພາບການ.
ໃນຕອນຕົ້ນຂອງສາດສະໜາຈັກຂອງພຣະເຈົ້າ, ຜູ້ນຳທີ່ໃກ້ຊິດກັບສາດສະດາໂຈເຊັບ ສະມິດ ໄດ້ເລີ່ມຕົ້ນເວົ້າເຖິງຄວາມຜິດພາດຂອງເພິ່ນ. ເຖິງແມ່ນໄດ້ເຫັນທຸກສິ່ງທຸກຢ່າງ ແລະ ຮູ້ວ່າເພິ່ນມີຄວາມສຳພັນແນວໃດກັບພຣະຜູ້ເປັນເຈົ້າ, ແຕ່ຄຳວິຈານ ແລະ ຄວາມອິດສາຂອງເຂົາເຈົ້າ ໄດ້ແຜ່ລາມຄືກັນກັບໂຣກລະບາດ. ຄົນໜຶ່ງໃນກຸ່ມອັກຄະສາວົກສິບສອງ ໄດ້ຕັ້ງມາດຕະຖານໄວ້ໃຫ້ເຮົາ ກ່ຽວກັບສັດທາ ແລະ ຄວາມຈົງຮັກພັກດີ ຖ້າຫາກເຮົາຢາກຮັບໃຊ້ໃນອານາຈັກຂອງພຣະຜູ້ເປັນເຈົ້າ.
ນີ້ຄືການລາຍງານ: “ແອວເດີຫລາຍຄົນໄດ້ເອີ້ນໃຫ້ມີການປະຊຸມ ຢູ່ໃນພຣະວິຫານ ສຳລັບຄົນທີ່ຄິດວ່າ ໂຈເຊັບ ສະມິດ ເປັນສາດສະດາທີ່ຕົກໄປ. ເຂົາເຈົ້າມີຈຸດປະສົງທີ່ຈະກຳນົດໃຫ້ເດວິດ ວິດເມີ ເປັນຜູ້ນຳຄົນໃໝ່ຂອງສາດສະໜາຈັກ. … ຫລັງຈາກໄດ້ຟັງຄຳໂຕ້ຖຽງຕ້ານສາດສະດາ, ບຣິກຳ [ຢັງ] ໄດ້ລຸກຂຶ້ນ ແລະ ເປັນພະຍານວ່າ, ‘ໂຈເຊັບ ເປັນສາດສະດາ, ແລະ ຂ້າພະເຈົ້າຮູ້, ແລະ ເຖິງແມ່ນຜູ້ຄົນຈະຕໍ່ວ່າ ແລະ ໃສ່ຮ້າຍເພິ່ນຫລາຍເທົ່າໃດກໍຕາມ; ເຂົາເຈົ້າບໍ່ສາມາດທຳລາຍສາດສະດາທີ່ຖືກແຕ່ງຕັ້ງໄວ້ຂອງພຣະເຈົ້າ, ເຂົາເຈົ້າພຽງແຕ່ສາມາດທຳລາຍສິດອຳນາດຂອງຕົນເອງ, ຕັດເສັ້ນສາຍຂອງຕົນເອງກັບສາດສະດາ ແລະ ກັບພຣະເຈົ້າ, ແລະ ຈົມລົງນະລົກເທົ່ານັ້ນ’” (Church History in the Fulness of Times Student Manual [Church Educational System manual, 2003], 2nd ed., 174; ເບິ່ງ Teachings of Presidents of the Church: Brigham Young [1997], 79) ນຳອີກ.
ມີເສັ້ນສາຍທີ່ຜູກມັດເຮົາເຂົ້າກັບພຣະຜູ້ເປັນເຈົ້າ ໃນການຮັບໃຊ້ຂອງເຮົາ. ມັນມາຈາກບ່ອນທີ່ເຮົາຖືກເອີ້ນໃຫ້ຮັບໃຊ້ ໃນອານາຈັກ, ໄປເຖິງການເອີ້ນທີ່ໃຫ້ປົກຄອງເຮົາໃນຖານະປະໂລຫິດ, ແລະ ເຖິງສາດສະດາ, ຜູ້ຖືກຜູກມັດເຂົ້າກັບພຣະຜູ້ເປັນເຈົ້າ. ຈະຕ້ອງມີສັດທາ ແລະ ຄວາມຖ່ອມຕົວ ທີ່ຈະຮັບໃຊ້ໃນບ່ອນທີ່ເຮົາຖືກເອີ້ນ, ທີ່ຈະໄວ້ວາງໃຈວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນເຮົາ ແລະ ຜູ້ທີ່ປົກຄອງເຮົາ, ແລະ ທີ່ຈະສະໜັບສະໜູນພວກເພິ່ນດ້ວຍສັດທາຢ່າງເຕັມປ່ຽມ.
ຈະມີບາງເວລາ, ທີ່ຕ້ອງເປັນດັ່ງໃນວັນເວລາຂອງເຄີດແລນ, ເມື່ອເຮົາຈະຕ້ອງມີສັດທາ ແລະ ຄວາມຊື່ສັດຢ່າງບຣິກຳ ຢັງ ເພື່ອຢືນໃນບ່ອນທີ່ພຣະເຈົ້າໄດ້ເອີ້ນເຮົາໃຫ້ຢືນ, ຈົງຮັກພັກດີຕໍ່ສາດສະດາຂອງພຣະອົງ ແລະ ຕໍ່ຜູ້ນຳທີ່ພຣະອົງໄດ້ແຕ່ງຕັ້ງໄວ້.
ຂ້າພະເຈົ້າເປັນພະຍານຢ່າງໜັກແໜ້ນ ແລະ ເປັນພະຍານດ້ວຍຄວາມຊື່ນຊົມວ່າ ອົງພຣະຜູ້ເປັນເຈົ້າ ເປັນນາຍເຮືອ. ພຣະອົງນຳພາສາດສະໜາຈັກແລະ ຜູ້ຮັບໃຊ້ຂອງພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ທອມມັສ ແອັສ ມອນສັນ ເປັນຜູ້ດຽວເທົ່ານັ້ນ ທີ່ມີ ແລະ ໃຊ້ຂໍກະແຈທັງໝົດ ຂອງຖານະປະໂລຫິດສັກສິດ ຢູ່ເທິງແຜ່ນດິນໂລກ ໃນເວລານີ້. ແລະ ຂ້າພະເຈົ້າຂໍໃຫ້ພອນຈົ່ງມາສູ່ຜູ້ຮັບໃຊ້ທີ່ຖ່ອມຕົວທຸກຄົນ ຜູ້ຮັບໃຊ້ດ້ວຍຄວາມເຕັມໃຈ ແລະ ດ້ວຍປະສິດທິພາບ ໃນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ, ຊຶ່ງພຣະອົງນຳພາດ້ວຍພຣະອົງເອງ. ຂ້າພະເຈົ້າເປັນພະຍານວ່າ ໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ. ພວກພຣະອົງໄດ້ກ່າວກັບເພິ່ນ. ຂໍກະແຈຂອງຖານະປະໂລຫິດໄດ້ຖືກຟື້ນຟູ ເພື່ອເປັນພອນໃຫ້ແກ່ລູກໆທຸກຄົນຂອງພຣະບິດາເທິງສະຫວັນ. ມັນແມ່ນພາລະກິດແລະ ຄວາມໄວ້ວາງໃຈຂອງເຮົາ ທີ່ຈະຮັບໃຊ້ໃນບ່ອນຂອງເຮົາ ໃນອຸດົມການຂອງພຣະຜູ້ເປັນເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.