ເປີດແສງຂອງທ່ານ
ສາດສະດາກຳລັງເອີ້ນເຮົາ, ເອື້ອຍນ້ອງທັງຫລາຍ. ທ່ານຈະເປັນຄົນຊອບທຳບໍ? ທ່ານຈະກ່າວຢ່າງຊັດເຈນ ເຖິງເລື່ອງຄວາມເຊື່ອຖືຂອງທ່ານບໍ? ທ່ານຈະເປີດແສງຂອງທ່ານໄດ້ບໍ?
ທ່ານອາດບໍ່ຮູ້ສິ່ງນີ້, ແຕ່ປະທານມອນສັນ ກັບ ຂ້າພະເຈົ້າເປັນແຝດ. ໃນມື້ທີ່ຂ້າພະເຈົ້າເກີດ—ໃນຊົ່ວໂມງນັ້ນເອງ—ຢູ່ລັດແຄລິໂຟເນຍ ພາກເໜືອ, ທອມມັສ ແອັສ ມອນສັນ ຕອນນັ້ນອາຍຸ 36 ປີ ໄດ້ຖືກແຕ່ງຕັ້ງເປັນອັກຄະສາວົກຄົນໃໝ່. ຂ້າພະເຈົ້າມັກຄວາມຜູກພັນພິເສດ, ສ່ວນຕົວກັບສາດສະດາຂອງພຣະເຈົ້າ, ປະທານມອນສັນ.
ສາດສະດາກ່າວເຖິງສະຕີ.1 ທ່ານຈະໄດ້ຍິນຖ້ອຍຄຳຂອງພວກເພິ່ນ ຢູ່ໃນກອງປະຊຸມນີ້. ສຳລັບຄຳໄປຂອງຂ້າພະເຈົ້າ, ຂ້າພະເຈົ້າຈະຫວນກັບຄືນໄປຫາ 40 ປີ ກ່ອນ ຕອນຄຳທຳນາຍທີ່ໜ້າອັດສະຈັນໃຈ ໄດ້ຖືກຂຽນໂດຍ ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ. ເດືອນກັນຍາ ປີ 1979 ເປັນຄັ້ງທີສອງ ທີ່ສະຕີທົ່ວໂລກໄດ້ມາເຕົ້າໂຮມກັນ ໃນກອງປະຊຸມສາມັນຂອງເຂົາເຈົ້າເອງ. ປະທານ ຄິມໂບ ໄດ້ຕຽມບົດປາໄສຂອງເພິ່ນ, ແຕ່ເມື່ອກອງປະຊຸມໃຫຍ່ມາເຖິງ, ເພິ່ນໄດ້ເຂົ້າໂຮງໝໍ. ສະນັ້ນ, ເພິ່ນຈຶ່ງໄດ້ຂໍໃຫ້ ຄາມຽວລາ ໄອຣິງ ຄິມໂບ, ພັນລະຍາຂອງເພິ່ນ ອ່ານບົດປາໄສແທນເພິ່ນ.2
ຊິດສະເຕີ ຄິມໂບ ໄດ້ອ່ານຖ້ອຍຄຳຂອງສາດສະດາ, ຊຶ່ງເນັ້ນເຖິງອິດທິພົນຂອງສະຕີໄພ່ພົນຍຸກສຸດທ້າຍ ທີ່ມີຕໍ່ເອື້ອຍນ້ອງທີ່ດີຢູ່ໃນໂລກ ກ່ອນການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ. ໃນທ້າຍບົດປາໄສ, ມີຄຳສັ່ງທີ່ເຮັດໃຫ້ສະຕີຂອງສາດສະໜາຈັກ ຕື່ນເຕັ້ນຫລາຍ ຊຶ່ງເຮົາໄດ້ຖືກກ່າວເຖິງນັບແຕ່ນັ້ນມາ.
ຂ້າພະເຈົ້າຂໍກ່າວໜ້ອຍໜຶ່ງ ເຖິງສິ່ງທີ່ປະທານຄິມໂບ ໄດ້ກ່າວ:
“ໃນທີ່ສຸດ, ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍແນະນຳທ່ານ ບາງສິ່ງທີ່ບໍ່ໄດ້ກ່າວມາກ່ອນ ຫລື ຢ່າງໜ້ອຍໃນທາງນີ້. ຄວາມເຕີບໂຕອັນໃຫຍ່ຫລວງ ທີ່ຈະມາສູ່ສາດສະໜາຈັກ ໃນຍຸກສຸດທ້າຍ ຈະເກີດຂຶ້ນ ເພາະສະຕີທີ່ດີທັງຫລາຍ ຢູ່ໃນໂລກ … ຈະຖືກດຶງດູດເຂົ້າມາໃນສາດສະໜາຈັກ ເປັນຈຳນວນຫລາຍ. ມັນຈະເກີດຂຶ້ນເຖິງລະດັບທີ່ ສະຕີຂອງສາດສະໜາຈັກ ສະທ້ອນຄວາມຊອບທຳ ແລະ ການກ່າວຢ່າງຊັດເຈນໃນຊີວິດຂອງເຂົາເຈົ້າ ແລະ ເຖິງລະດັບທີ່ສະຕີຂອງສາດສະໜາຈັກ ຖືກພົບເຫັນວ່າ ໂດດເດັ່ນ ແລະ ແຕກຕ່າງ—ໃນແງ່ດີ—ຈາກສະຕີຂອງໂລກ.
“ໃນບັນດາວິລະຊົນຢູ່ໃນໂລກ ຜູ້ຈະມາສູ່ສາດສະໜາຈັກ ຈະເປັນສະຕີຜູ້ເປັນຫ່ວງເປັນໃຍນຳການເປັນຄົນຊອບທຳ ຫລາຍກວ່າການເປັນຄົນເຫັນແກ່ຕົວ. ວິລະຊົນທີ່ແທ້ຈິງເຫລົ່ານີ້ ຖ່ອມຕົວແທ້ໆ, ຊຶ່ງໃຫ້ຄຸນຄ່າແກ່ຄຸນນະທຳ ຫລາຍກວ່າ ສິ່ງທີ່ຫລຽວເຫັນໄດ້. …
“… ມັນຈະແມ່ນ … ຕົວຢ່າງຂອງສະຕີຂອງສາດສະໜາຈັກ [ຜູ້] ຈະເປັນ ພະລັງອັນມະຫາສານ ໃນຄວາມເຕີບໂຕ ທີ່ເປັນຈຳນວນ ແລະ ທາງວິນຍານ ຂອງສາດສະໜາຈັກ ໃນຍຸກສຸດທ້າຍ.”3
ຊ່າງເປັນຄຳທຳນາຍທີ່ປະເສີດແທ້ໆ. ສະຫລຸບແລ້ວ:
-
ມັນຈະເປັນເພາະຄວາມສຳພັນທີ່ດີຂອງສະຕີ ທີ່ຈະກໍ່ໃຫ້ເກີດຄວາມເຕີບໂຕອັນໃຫຍ່ຫລວງ ໃນສາດສະໜາຈັກ ໃນຫລາຍປີຂ້າງໜ້າ.
-
ມິດຕະພາບທີ່ສະມາຄົມສະຕີ, ກຸ່ມຍິງໜຸ່ມ, ແລະ ເດັກຜູ້ຍິງໃນຊັ້ນປະຖົມໄວໄດ້ສ້າງສັນດ້ວຍຄວາມຈິງໃຈ, ດ້ວຍສັດທາ, ພ້ອມດ້ວຍຄວາມດີງາມຂອງສະຕີ ແລະ ເດັກນ້ອຍຜູ້ຍິງຂອງສາດສະໜາອື່ນໆ ຈະ ເປັນພະລັງອັນມະຫາສານ ໃຫ້ແກ່ຄວາມເຕີບໂຕຂອງສາດສະໜາຈັກ ໃນຍຸກສຸດທ້າຍ.
-
ປະທານຄິມໂບ ໄດ້ເອີ້ນສະຕີເຫລົ່ານີ້ ທີ່ມາຈາກພື້ນຖານອື່ນໆວ່າ “ວິລະຊົນ” ຜູ້ຈະມີຄວາມຫ່ວງໃຍນຳຄວາມຊອບທຳ ຫລາຍກວ່າ ຄວາມເຫັນແກ່ຕົວ, ຜູ້ຈະສະແດງໃຫ້ເຮົາເຫັນວ່າ ຄຸນນະທຳ ສຳຄັນກວ່າ ຄຸນຄ່າຂອງສິ່ງທີ່ຫລຽວເຫັນໄດ້.
ຂ້າພະເຈົ້າໄດ້ພົບເຫັນສະຕີທີ່ດີເດັ່ນເຊັ່ນນີ້ມາແລ້ວ ເມື່ອຂ້າພະເຈົ້າອອກໄປເຮັດທຸລະກິດຂອງຂ້າພະເຈົ້າໃນທົ່ວໂລກ. ຄວາມເປັນມິດຂອງເຂົາເຈົ້າ ແມ່ນມີຄ່າຫລາຍຕໍ່ຂ້າພະເຈົ້າ. ທ່ານກໍຮູ້ເຂົາເຈົ້າຄືກັນ ຜູ້ທີ່ເປັນໝູ່ເພື່ອນ ແລະ ເພື່ອນບ້ານຂອງທ່ານ. ເຂົາເຈົ້າອາດເປັນ ຫລື ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ ໃນເວລານີ້, ແຕ່ເຮົາກໍມີສຳພັນທະໄມຕີ ທີ່ສຳຄັນຫລາຍ. ເຮົາຈະເຮັດພາກສ່ວນຂອງເຮົາແນວໃດ? ເຮົາຄວນເຮັດສິ່ງໃດ? ປະທານຄິມໂບ ອ້າງເຖິງຫ້າຢ່າງ:
ທຳອິດແມ່ນຄວາມຊອບທຳ. ການເປັນຄົນຊອບທຳ ບໍ່ໄດ້ໝາຍເຖິງການເປັນຄົນດີພ້ອມທຸກຢ່າງ ຫລື ບໍ່ເຄີຍເຮັດຄວາມຜິດພາດ. ມັນໝາຍເຖິງການພັດທະນາຄວາມສຳພັນພາຍໃນກັບພຣະເຈົ້າ, ການກັບໃຈຈາກບາບ ແລະ ຄວາມຜິດພາດຂອງເຮົາ, ແລະ ການຊ່ວຍເຫລືອຄົນອື່ນຢ່າງເຕັມໃຈ.
ສະຕີທີ່ໄດ້ກັບໃຈ ຈະປ່ຽນເສັ້ນທາງປະຫວັດສາດ. ຂ້າພະເຈົ້າມີເພື່ອນຄົນໜຶ່ງ ຜູ້ຖືກອຸບັດເຫດລົດຊົນ ຕອນນາງຍັງນ້ອຍ, ແລະ ຈາກເວລານັ້ນ, ນາງກາຍເປັນຄົນຕິດຢາແກ້ປວດ. ຕໍ່ມາ, ພໍ່ແມ່ຂອງນາງໄດ້ຢ່າຮ້າງ. ນາງໄດ້ຖືພາກັບແຟນທີ່ບໍ່ດົນກໍປະກັນໄປ, ແລະ ນາງກໍຕິດຢາຢູ່ຕໍ່ໄປ. ແຕ່ຄືນໜຶ່ງ, ນາງໄດ້ເຫັນຄວາມຫຍຸ້ງເຫຍີງ ແລະ ສະພາບອັບຈົນໃນຊີວິດຂອງນາງ ແລະ ໄດ້ຄິດວ່າ, “ພໍແລ້ວ.” ນາງໄດ້ອ້ອນວອນ ຂໍໃຫ້ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ຊ່ວຍເຫລືອນາງ. ນາງບອກວ່າ ນາງໄດ້ຮຽນຮູ້ວ່າ ພຣະເຢຊູຄຣິດເຂັ້ມແຂງກວ່າສະພາບການທີ່ຮ້າຍແຮງຂອງນາງ ແລະ ວ່ານາງສາມາດເພິ່ງອາໄສພະລັງຂອງພຣະອົງໄດ້ ເມື່ອນາງເດີນໄປໃນເສັ້ນທາງແຫ່ງການກັບໃຈ.
ໂດຍການກັບຄືນມາຫາພຣະຜູ້ເປັນເຈົ້າ ແລະ ທາງຂອງພຣະອົງ, ນາງໄດ້ປ່ຽນເສັ້ນທາງປະຫວັດຂອງນາງ ແລະ ຂອງລູກຊາຍນ້ອຍຂອງນາງ ແລະ ຂອງສາມີໃໝ່ຂອງນາງ. ນາງເປັນຄົນຊອບທຳ; ນາງເປີດໃຈກວ້າງຕໍ່ຄົນທີ່ໄດ້ເຮັດຄວາມຜິດ ແລະ ຢາກປ່ຽນແປງ. ແລະ ເຊັ່ນດຽວກັບເຮົາທຸກຄົນ, ນາງບໍ່ໄດ້ດີພ້ອມທຸກຢ່າງ, ແຕ່ນາງຮູ້ຈັກວິທີກັບໃຈ ແລະ ກໍພະຍາຍາມຕໍ່ໄປ.
ທີສອງແມ່ນການກ່າວຢ່າງຊັດເຈນ. ການກ່າວຢ່າງຊັດເຈນ ຄືການກ່າວອອກມາຢ່າງແຈ່ມແຈ້ງ ກ່ຽວກັບຄວາມຮູ້ສຶກເຖິງບາງສິ່ງບາງຢ່າງ ແລະ ເຫດຜົນ. ໃນຕົ້ນປີນີ້, ມີຄົນຂຽນໃສ່ໜ້າ ເຟດບຸກຂອງຂ້າພະເຈົ້າ ທີ່ດູຖູກຊາວຄຣິດ. ຂ້າພະເຈົ້າໄດ້ອ່ານຂໍ້ຄວາມ ແລະ ຂ້າພະເຈົ້າຮູ້ສຶກ ລຳຄານໜ້ອຍໜຶ່ງ, ແຕ່ຂ້າພະເຈົ້າກໍບໍ່ເອົາໃສ່ໃຈກັບມັນ. ແຕ່ຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ຜູ້ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກເຮົາ ໄດ້ອອກຄວາມຄິດຄວາມເຫັນ. ນາງໄດ້ຂຽນວ່າ: “[ສິ່ງນີ້] ເປັນສິ່ງກົງກັນຂ້າມກັບສິ່ງທີ່ພຣະເຢຊູຄຣິດເປັນ—ພຣະອົງ … ເຄີຍຖືກເຍາະເຍີ້ຍ [ໃນ] ວັນເວລາຂອງພຣະອົງ ເພາະພຣະອົງ … ຢູ່ໃນລະດັບດຽວກັບໂລກ. … ພຣະອົງ [ໄດ້ກ່າວກັບ] ຍິງໂສເພນີ, [ໄດ້ກິນເຂົ້າ] ກັບຄົນເກັບພາສີ… , ໄດ້ເປັນເພື່ອນກັບພວກຜູ້ຍິງ ແລະ ເດັກນ້ອຍ ທີ່ບໍ່ມີຖານະ … , [ແລະ] ໄດ້ມອບເລື່ອງລາວກ່ຽວກັບໄທຊາມາເລຍຜູ້ໃຈດີໃຫ້ເຮົາ. … ສິ່ງທີ່ຕາມມາຄື … ຊາວຄຣິດທີ່ແທ້ຈິງ ຈະພະຍາຍາມເປັນຄົນທີ່ໜ້າຮັກທີ່ສຸດ ຢູ່ໃນໂລກ.” ເມື່ອຂ້າພະເຈົ້າໄດ້ອ່ານ, ຂ້າພະເຈົ້າຄິດວ່າ, “ເປັນຫຍັງເຮົາຈຶ່ງບໍ່ຂຽນແບບນັ້ນ?”
ເຮົາແຕ່ລະຄົນຄວນເຮັດໃຫ້ດີກວ່າເກົ່າ ໃນເລື່ອງການກ່າວຢ່າງຊັດເຈນ ເຖິງເລື່ອງຄວາມເຊື່ອຖືຂອງເຮົາ. ທ່ານຮູ້ສຶກແນວໃດກ່ຽວກັບພຣະເຢຊູຄຣິດ? ເປັນຫຍັງທ່ານຈຶ່ງຢູ່ໃນສາດສະໜາຈັກ? ເປັນຫຍັງທ່ານຈຶ່ງເຊື່ອວ່າ ພຣະຄຳພີມໍມອນ ເປັນພຣະຄຳພີ? ທ່ານໄດ້ຮັບສັນຕິສຸກຈາກໃສ? ເປັນຫຍັງຈຶ່ງສຳຄັນ ທີ່ສາດສະດາມີສິ່ງຈະກ່າວ ໃນປີ 2017? ທ່ານຮູ້ໄດ້ແນວໃດ ວ່າເພິ່ນເປັນສາດສະດາແທ້ໆ? ຈົ່ງໃຊ້ສຽງ ແລະ ພະລັງຂອງທ່ານ ໃນການກ່າວຢ່າງຊັດເຈນ ເຖິງສິ່ງທີ່ທ່ານຮູ້ຈັກ ແລະ ຮູ້ສຶກ—ເລື່ອງການສື່ສານໃນສັງຄົມ, ໃນການສົນທະນາແບບງຽບໆ ກັບໝູ່ເພື່ອນ, ໃນການເວົ້າລົມກັບຫລານຂອງທ່ານ. ບອກເຂົາເຈົ້າວ່າ ເປັນຫຍັງທ່ານຈຶ່ງເຊື່ອ, ທ່ານຮູ້ສຶກແນວໃດ, ວ່າທ່ານເຄີຍສົງໄສຫລືບໍ່, ວິທີທີ່ທ່ານຜ່ານຜ່າມັນມາໄດ້, ແລະ ພຣະເຢຊູຄຣິດມີຄວາມໝາຍແນວໃດຕໍ່ທ່ານ. ດັ່ງທີ່ອັກຄະສາວົກເປໂຕ ໄດ້ກ່າວວ່າ, “ຢ່າຢ້ານກົວ … ; ແຕ່ໃນໃຈຂອງເຈົ້າທັງຫລາຍ ຈົ່ງເຄົາລົບນັບຖືພຣະຄຣິດວ່າ ເປັນພຣະຜູ້ເປັນເຈົ້າ ຈົ່ງມີໃຈພ້ອມຢູ່ສະເໝີ ເພື່ອພວກເຈົ້າຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກເຈົ້າວ່າ ເຈົ້າມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້.”4
ທີສາມຄືການເປັນຄົນແຕກຕ່າງ. ຂ້າພະເຈົ້າຈະເລົ່າເລື່ອງໜຶ່ງທີ່ໄດ້ເກີດຂຶ້ນຢູ່ຊາຍຫາດ ໃນເດືອນກໍລະກົດ ທີ່ຜ່ານມານີ້ ໃນເມືອງພານາມາ ຢູ່ລັດຟໍຣິດາ.5 ໃນຕອນບ່າຍ, ຣໍເບີດຕາ ເອີສະຣີ ໄດ້ເຫັນລູກຊາຍໜຸ່ມສອງຄົນຂອງນາງ ຮ້ອງຂຶ້ນຢ່າງແຮງ ໃຫ້ຊ່ວຍເຫລືອ ທີ່ໄກຈາກຝັ່ງປະມານ 100 ວາ (90 ແມັດ). ເຂົາເຈົ້າຄາຢູ່ໃນກະແສນ້ຳ ແລະ ກຳລັງຖືກຍູ້ອອກໄປທະເລ. ສອງຜົວເມຍທີ່ຢູ່ໃກ້ໄດ້ພະຍາຍາມຊ່ວຍເຫລືອ, ແຕ່ເຂົາເຈົ້າກໍຄາຢູ່ໃນກະແສຄືກັນ. ສະນັ້ນ ຄົນໃນຄອບຄົວເອີສະຣີ ໄດ້ໂດດລົງໄປ ເພື່ອຊ່ວຍຜູ້ຄົນເຫລົ່ານັ້ນ, ແລະ ທັງເກົ້າຄົນກໍຄາຢູ່ໃນກະແສນຳກັນ.
ບໍ່ມີເຊືອກຢູ່ແຖວນັ້ນ. ບໍ່ມີຄົນຍາມຊ່ວຍຊີວິດຢູ່ແຖວນັ້ນ. ຕຳຫລວດໄດ້ສົ່ງຄົນໄປເອົາເຮືອ, ແຕ່ຄົນຢູ່ໃນນ້ຳ ໄດ້ດີ້ນລົນຢູ່ເປັນເວລາ 20 ນາທີແລ້ວ ແລະ ເຂົາເຈົ້າກໍເມື່ອຍຫລາຍ ແລະ ເລີ່ມຈົມລົງໃນນ້ຳ. ໃນບັນດາຜູ້ຄົນທີ່ຫລຽວເບິ່ງຢູ່ຊາຍຫາດ ມີຜູ້ຍິງຄົນໜຶ່ງຊື່ ຈາຊິກາ ເມ ຊິມມອນສ໌. ສາມີຂອງນາງ ມີແນວຄິດ ທີ່ຈະເອົາຄົນມາຕໍ່ເຂົ້າກັນເປັນບ້ວງໂສ້. ເຂົາເຈົ້າໄດ້ຮ້ອງໃຫ້ຜູ້ຄົນຢູ່ຊາຍຫາດມາຊ່ວຍເຫລືອ, ແລະ ຫລາຍສິບຄົນໄດ້ເກາະແຂນກັນຍ່າງລົງໄປໃນນ້ຳ. ນາງຈາຊິກາ ໄດ້ຂຽນວ່າ, “ການເຫັນຜູ້ຄົນຈາກຫລາຍເຊື້ອຊາດ ແລະ ທັງຍິງ ແລະ ຊາຍ ມາຊ່ວຍເຫລືອຄົນແປກໜ້າ [ເປັນ] ພາບທີ່ໜ້າອັດສະຈັນໃຈແທ້ໆ!!”6 ຜູ້ຄົນຈຳນວນ 80 ຄົນ ທີ່ເປັນບ້ວງໂສ້ ໄດ້ຍາວຢືດອອກໄປຫາຄົນລອຍນ້ຳ. ໃຫ້ເບິ່ງຮູບນີ້ແມ ຕອນໜ້າງຶດງໍ້ແທ້ໆ.
ທຸກຄົນຢູ່ຊາຍຫາດ ໄດ້ຄິດຫາແຕ່ວິທີຊ່ວຍເຫລືອແບບທີ່ເຄີຍເຮັດມາ ແລະ ເຂົາເຈົ້າຢືນສະຫງັກຢູ່. ແຕ່ສອງຜົວເມຍຄູ່ນີ້, ໃນທັນທີທັນໃດ, ໄດ້ຄິດຫາວິທີທີ່ແຕກຕ່າງ. ການພັດທະນາ ແລະ ການປະດິດຄິດສ້າງ ເປັນຂອງປະທານທາງວິນຍານ. ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ, ມັນອາດເຮັດໃຫ້ເຮົາແຕກຕ່າງຈາກຄົນອື່ນໃນວັດທະນະທຳ ແລະ ສັງຄົມຂອງເຮົາ, ແຕ່ມັນເຮັດໃຫ້ເຮົາສາມາດເຂົ້າເຖິງການດົນໃຈ ເພື່ອວ່າເຮົາຈະສາມາດຄິດຫາຄຳຕອບ, ເຂົ້າຫາ, ແລະ ຮູ້ບຸນຄຸນ ໃນທາງທີ່ແຕກຕ່າງ. ເຮົາຈະບໍ່ເຂົ້າກັບໂລກໄດ້ຕະຫລອດ, ແຕ່ການເປັນຄົນທີ່ແຕກຕ່າງໃນທາງບວກ ສາມາດຊ່ວຍຊີວິດຂອງຄົນທີ່ກຳລັງດີ້ນລົນຢູ່ໄດ້.
ທີສີ່ແມ່ນເປັນຄົນໂດດເດັ່ນ. ໂດດເດັ່ນໝາຍເຖິງການຖືກຄົນອື່ນຮັບຮູ້ວ່າ ດີເລີດ. ຂ້າພະເຈົ້າຂໍກັບຄືນໄປຫາເລື່ອງລາວກ່ຽວກັບນາງຈາຊິກາ ເມ ຊິມມອນສ໌ ຢູ່ທີ່ຊາຍຫາດ. ເມື່ອສາຍໂສ້ມະນຸດໄດ້ ຍາວຢຽດອອກໄປຫາຄົນລອຍນ້ຳແລ້ວ, ນາງຮູ້ວ່ານາງສາມາດຊ່ວຍເຫລືອ. ນາງຈາຊິກາ ເມ ໄດ້ກ່າວວ່າ, “ຂ້ອຍສາມາດກັ້ນໃຈ … ແລະ ລອຍໄປຕາມສະ ໂອລິມປິກ ໄດ້ຢ່າງງ່າຍດາຍ! [ຂ້ອຍຮູ້ຈັກວິທີລອຍອອກຈາກກະແສ.] ຂ້ອຍຮູ້ວ່າ ຂ້ອຍສາມາດຊ່ວຍ [ຜູ້ລອຍນ້ຳແຕ່ລະຄົນ] ໃຫ້ໄປຫາສາຍໂສ້ມະນຸດໄດ້.”7 ນາງ ແລະ ສາມີຂອງນາງ ໄດ້ຈັບເອົາກະດານລອຍນ້ຳ ແລະ ໄດ້ລອຍລົງໄປຕາມສາຍໂສ້ ຈົນວ່າເຂົາເຈົ້າ ແລະ ຜູ້ໄປຊ່ວຍຄົນອື່ນໆ ໄປເຖິງຄົນລອຍນ້ຳ ແລະ ເຂົາເຈົ້າກໍຟ້າວດຶງເອົາແຕ່ລະຄົນໃຫ້ມາຫາສາຍໂສ້, ຜູ້ທີ່ສົ່ງເຂົາເຈົ້າຕໍ່ໄປຫາບ່ອນປອດໄພ ຢູ່ຊາຍຫາດ. ນາງຈາຊິກາ ໄດ້ມີຄວາມຊຳນານທີ່ໂດດເດັ່ນ: ນາງຮູ້ວິທີລອຍນ້ຳທວນກະແສ.
ພຣະກິດຕິຄຸນທີ່ຟື້ນຟູ ຖືກຮັບຮູ້ວ່າເປັນສິ່ງດີເລີດ. ແຕ່ເຮົາຕ້ອງເປັນຄົນໂດດເດັ່ນ ໃນວິທີທີ່ເຮົາຕິດຕາມພຣະກິດຕິຄຸນ. ເຊັ່ນດຽວກັບນາງຈາຊິກາໄດ້ເຝິກລອຍນ້ຳ, ເຮົາຈຳເປັນຕ້ອງເຝິກດຳລົງຊີວິດຕາມພຣະກິດຕິຄຸນ ກ່ອນ ພາວະສຸກເສີນເກີດຂຶ້ນ ເພື່ອວ່າ, ດ້ວຍຄວາມບໍ່ຢ້ານກົວ, ເຮົາຈະເຂັ້ມແຂງພໍ ທີ່ຈະຊ່ວຍເຫລືອຄົນອື່ນ ທີ່ກຳລັງຖືກພັດໜີໄປ ດ້ວຍກະແສ.
ແລະ ສຸດທ້າຍ, ທີຫ້າແມ່ນທີ່ຈະເຮັດໜຶ່ງ ຫາສີ່ຢ່າງຂ້າງເທິງນີ້ ໃນທາງທີ່ມີຄວາມສຸກ. ການມີຄວາມສຸກ ບໍ່ແມ່ນໝາຍເຖິງ ການທຳທ່າຍິ້ມ ບໍ່ວ່າຈະມີຫຍັງເກີດຂຶ້ນ. ແຕ່ມັນໝາຍເຖິງການຮັກສາກົດຂອງພຣະເຈົ້າ ແລະ ການສ້າງສັນ ແລະ ເຊີດຊູຄົນອື່ນ.8 ເມື່ອເຮົາເສີມສ້າງ, ເມື່ອເຮົາຍົກຂໍພາລະໜັກໜ່ວງຂອງຄົນອື່ນ, ມັນເປັນພອນໃຫ້ແກ່ຊີວິດຂອງເຮົາ ໃນວິທີທີ່ການທົດລອງຂອງເຮົາ ບໍ່ສາມາດຍົກໜີໄປ. ຂ້າພະເຈົ້າມີຖ້ອຍຄຳຂອງປະທານກໍດອນ ບີ ຮິງລີ ວາງໄວ້ໃນບ່ອນທີ່ຂ້າພະເຈົ້າສາມາດຫລຽວເຫັນໄດ້ທຸກວັນ: ເພິ່ນກ່າວວ່າ: “ທ່ານບໍ່ … ເສີມສ້າງໂດຍການເບິ່ງໃນແງ່ຮ້າຍ ຫລື ການເຍາະເຍີ້ຍຖາກຖາງ. ທ່ານເບິ່ງໃນແງ່ດີ, ທຳງານດ້ວຍສັດທາ, ແລະ ທຸກສິ່ງຈະເກີດຂຶ້ນ.”9
ຕົວຢ່າງໜຶ່ງກ່ຽວກັບຄວາມສຸກ ແລະ ເບິ່ງໃນແງ່ດີ ແມ່ນຍິງໜຸ່ມຄົນໜຶ່ງ ອາຍຸ 13 ປີ ທີ່ຂ້າພະເຈົ້າຮູ້ຈັກ ຊື່ ແອວສາ ຜູ້ຊຶ່ງຄອບຄົວກຳລັງຈະຍ້າຍໄປຢູ່ເມືອງ ບາຕອນຣູ, ລັດຫລຸຍຊິອານາ, 1,800 ໄມ (2,900 ກິໂລແມັດ) ຫ່າງຈາກໝູ່ເພື່ອນຂອງນາງ. ມັນບໍ່ໄດ້ເປັນສິ່ງງ່າຍສຳລັບຄົນອາຍຸ 13 ປີ ທີ່ຈະຍ້າຍໄປຢູ່ບ່ອນໃໝ່. ນາງແອວສາ ເຂົ້າໃຈເຖິງຄວາມບໍ່ແນ່ນອນກ່ຽວກັບການຍ້າຍ ສະນັ້ນນາງຈຶ່ງໄດ້ຂໍພອນຈາກພໍ່ຂອງນາງ. ທັນທີທີ່ນາງໄດ້ຮັບພອນ, ແມ່ຂອງນາງກໍໄດ້ຮັບຂໍ້ຄວາມໃນມືຖື. ກຸ່ມຍິງໜຸ່ມທີ່ອາໄສຢູ່ຫວອດ ໃນລັດຫລຸຍຊິອານາ ໄດ້ສົ່ງຮູບນີ້ ດ້ວຍຂໍ້ຄວາມວ່າ “ໃຫ້ມາຢູ່ຫວອດພວກເຮົາເດີ້!”10
ຍິງໜຸ່ມເຫລົ່ານັ້ນ ໄດ້ເບິ່ງໃນແງ່ດີວ່າເຂົາເຈົ້າຈະມັກນາງແອວສີ ເຖິງແມ່ນຍັງບໍ່ເຄີຍພົບນາງເທື່ອ. ຄວາມກະຕືລືລົ້ນຂອງເຂົາເຈົ້າ ໄດ້ເຮັດໃຫ້ນາງແອວສີເບິ່ງໃນແງ່ດີ ກ່ຽວກັບການຍ້າຍບ້ານ ແລະ ໄດ້ຕອບຄຳອະທິຖານຂອງນາງ ວ່າທຸກສິ່ງຈະເປັນໄປດ້ວຍດີ.
ມັນມີພະລັງທີ່ມາຈາກຄວາມສຸກ ແລະ ການເບິ່ງໃນແງ່ດີ ຊຶ່ງບໍ່ພຽງແຕ່ເປັນພອນໃຫ້ເຮົາເທົ່ານັ້ນ—ມັນຍັງໄດ້ສ້າງສັນຄົນທີ່ຢູ່ອ້ອມຮອບເຮົານຳອີກ. ສິ່ງເລັກນ້ອຍທີ່ທ່ານໄດ້ເຮັດ ເພື່ອນຳແສງແຫ່ງຄວາມສຸກມາໃຫ້ຄົນອື່ນ ສະແດງໃຫ້ເຫັນວ່າ ທ່ານກຳລັງຍົກທວນໄຟທີ່ປະທານຄິມໂບ ໄດ້ຈຸດຂຶ້ນ.
ຂ້າພະເຈົ້າມີອາຍຸໄດ້ 15 ປີ ຕອນບົດປາໄສຂອງປະທານຄິມໂບ ໄດ້ຖືກອ່ານ. ພວກເຮົາຜູ້ມີອາຍຸສູງກວ່າ 40 ປີ ກໍເຄີຍເຮັດຕາມຄຳສັ່ງຂໍ້ນີ້ ຈາກປະທານຄິມໂບ ນັບແຕ່ມື້ນັ້ນມາ. ບັດນີ້, ຂ້າພະເຈົ້າຫລຽວເບິ່ງ ຜູ້ມີອາຍຸ 8 ປີ, 15 ປີ, 20 ປີ, ແລະ 35 ປີ, ແລະ ຂ້າພະເຈົ້າກຳລັງຈະສົ່ງທວນໄຟອັນນີ້ ໄປໃຫ້ທ່ານ. ພວກທ່ານເປັນຜູ້ນຳຢູ່ໃນສາດສະໜາຈັກ ໃນອານາຄົດ, ແລະ ມັນກໍຂຶ້ນກັບພວກທ່ານທີ່ຈະນຳແສງນີ້ໄປໜ້າ ແລະ ເຮັດໃຫ້ການທຳນາຍດັ່ງກ່າວສຳເລັດຄົບຖ້ວນ. ພວກເຮົາຜູ້ມີອາຍຸສູງກວ່າ 40 ປີ ຈະເກາະແຂນກັນກັບພວກທ່ານ ແລະ ຮູ້ສຶກເຖິງຄວາມເຂັ້ມແຂງ ແລະ ພະລັງຂອງພວກທ່ານ. ພວກເຮົາຕ້ອງການພວກທ່ານ.
ຂໍໃຫ້ເຮົາມາຟັງພຣະຄຳພີຂໍ້ນີ້ ໃນ Doctrine and Covenants 49:26–28. ມັນອາດຖືກຂຽນໃນສະພາບທີ່ແຕກຕ່າງ, ແຕ່ໃນຄ່ຳຄືນນີ້ ໂດຍພຣະວິນຍານບໍລິສຸດ, ຂ້າພະເຈົ້າຫວັງວ່າ ທ່ານຈະຮັບເອົາມັນເປັນການເອີ້ນສ່ວນຕົວຂອງທ່ານ ຕໍ່ວຽກງານທີ່ສັກສິດນີ້.
ພຣະຜູ້ເປັນເຈົ້າ ບອກເຮົາໃຫ້ອອກໄປ ດັ່ງທີ່ພຣະອົງໄດ້ບັນຊາເຮົາ; ໃຫ້ເຮົາກັບໃຈຈາກບາບທັງໝົດຂອງເຮົາ; ໃຫ້ໝັ່ນຂໍ ແລ້ວເຮົາຈະໄດ້ຮັບ; ໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ເຮົາ.
ພຣະອົງຈະນຳໜ້າເຮົາ ແລະ ຈະຮັກສາທາງຫລັງຂອງເຮົາ; ແລະ ພຣະອົງຈະຢູ່ທ່າມກາງເຮົາ, ແລະ ເຮົາຈະບໍ່ສັບສົນ.
ພຣະອົງຄືພຣະເຢຊູຄຣິດ, ແລະ ພຣະອົງມາຢ່າງໄວ.11
ຂ້າພະເຈົ້າຂໍຮ້ອງທ່ານແຕ່ລະຄົນໃຫ້ວາງຕົວໃນບ່ອນທີ່ທ່ານຮູ້ສຶກເຖິງຄວາມຮັກອັນຫລວງຫລາຍຂອງພຣະເຈົ້າ ທີ່ມີຕໍ່ທ່ານ. ເປັນໄປບໍ່ໄດ້ທີ່ທ່ານຈະຢູ່ຫ່າງໄກຈົນເອື້ອມບໍ່ເຖິງຄວາມຮັກນັ້ນ. ເມື່ອທ່ານຮູ້ສຶກເຖິງຄວາມຮັກຂອງພຣະອົງ, ເມື່ອທ່ານຮັກພຣະອົງ, ທ່ານຈະກັບໃຈ ແລະ ຮັກສາພຣະບັນຍັດຂອງພຣະອົງ. ເມື່ອທ່ານຮັກສາພຣະບັນຍັດຂອງພຣະອົງ, ພຣະອົງສາມາດໃຊ້ທ່ານໃນວຽກງານຂອງພຣະອົງ. ວຽກງານ ແລະ ລັດສະໝີພາບຂອງພຣະອົງ ແມ່ນຄວາມສູງສົ່ງ ແລະ ຊີວິດນິລັນດອນ ຂອງຍິງ ແລະ ຊາຍ.
ສາດສະດາກຳລັງເອີ້ນເຮົາ, ເອື້ອຍນ້ອງທັງຫລາຍ. ທ່ານຈະເປັນຄົນຊອບທຳບໍ? ທ່ານຈະກ່າວຢ່າງຊັດເຈນ ເຖິງເລື່ອງຄວາມເຊື່ອຖືຂອງທ່ານບໍ? ທ່ານສາມາດເປັນຄົນທີ່ໂດດເດັ່ນ ແລະ ແຕກຕ່າງໄດ້ບໍ? ເຖິງແມ່ນໃນການທົດລອງ, ຄວາມສຸກຂອງທ່ານຈະສາມາດດຶງດູດຄົນອື່ນທີ່ດີ ແລະ ສູງສັກ ແລະ ຜູ້ທີ່ຕ້ອງການຄວາມເປັນເພື່ອນຈາກທ່ານ ໃຫ້ມາຫາທ່ານໄດ້ບໍ? ທ່ານສາມາດເປີດແສງຂອງທ່ານໄດ້ບໍ? ຂ້າພະເຈົ້າເປັນພະຍານວ່າ ອົງພຣະເຢຊູຄຣິດເຈົ້າ ຈະນຳໜ້າເຮົາ ແລະ ສະຖິດຢູ່ທ່າມກາງເຮົາ.
ຂ້າພະເຈົ້າຂໍຈົບດ້ວຍຖ້ອຍຄຳຂອງສາດສະດາທີ່ຮັກແພງຂອງເຮົາ, ທອມມັສ ແອັສ ມອນສັນ ທີ່ວ່າ: “ເອື້ອຍນ້ອງຂອງຂ້າພະເຈົ້າ, ນີ້ເປັນວັນຂອງທ່ານ, ນີ້ເປັນເວລາຂອງທ່ານ.”12 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.