ຫັນໄປຫາພຣະຜູ້ເປັນເຈົ້າ
ເຮົາບໍ່ສາມາດ ບັງຄັບ ທຸກສິ່ງທີ່ເກີດຂຶ້ນກັບເຮົາ, ແຕ່ເຮົາສາມາດບັງຄັບ ວິທີທີ່ເຮົາ ຕອບຮັບ ຕໍ່ການປ່ຽນແປງໃນຊີວິດຂອງເຮົາໄດ້.
ໃນລະດູໃບໄມ້ປົ່ງຂອງປີ 1998, ແຄວໂຣ ແລະ ຂ້າພະເຈົ້າ ໄດ້ຮ່ວມການໄປເຮັດທຸລະກິດ ເຂົ້າກັບການໄປທ່ຽວກັບຄອບຄົວນຳລູກສີ່ຄົນ, ພ້ອມທັງແມ່ເຖົ້າທີ່ຫາກໍເປັນໝ້າຍນຳອີກ, ຕອນໄປເກາະຮາວາຍ ສອງສາມມື້.
ໃນຄ່ຳຄືນກ່ອນອອກເດີນທາງໄປເກາະຮາວາຍ, ທ້າວຈອນນາຕັນ ລູກຊາຍຜູ້ອາຍຸ ສີ່ເດືອນ, ເກີດບໍ່ສະບາຍເປັນຫູອັກເສບ, ແລະ ພວກເຮົາໄດ້ຖືກບອກວ່າ ບໍ່ສາມາດເດີນທາງ ຢ່າງໜ້ອຍຕ້ອງລໍຈັກສາມສີ່ມື້. ພວກເຮົາໄດ້ຕົກລົງກັນວ່າ ແຄວໂຣ ຕ້ອງຢູ່ເຮືອນກັບທ້າວຈອນນາຕັນ, ຂະນະທີ່ຂ້າພະເຈົ້າອອກເດີນທາງໄປກັບທຸກຄົນອື່ນໆ.
ສິ່ງທຳອິດທີ່ຂ້າພະເຈົ້າເຫັນ ວ່ານີ້ບໍ່ໄດ້ເປັນການເດີນທາງທີ່ຂ້າພະເຈົ້າວາດພາບໄວ້ ກໍໄດ້ເກີດຂຶ້ນບໍ່ດົນຫລັງຈາກພວກເຮົາໄປຮອດ. ໃນຕອນຍ່າງຫລິ້ນເວລາຕາເວັນຕົກດິນ, ຕົ້ນຕານລຽນຕາມທາງຍ່າງ, ພ້ອມດ້ວຍພາບຂອງທະເລ ຢູ່ຕໍ່ໜ້າພວກເຮົາ, ຂ້າພະເຈົ້າໄດ້ຫັນໄປບອກເຖິງຄວາມສວຍງາມຂອງເກາະ, ແລະ ໃນບັນຍາກາດໂຣແມນຕິກນັ້ນ, ແທນທີ່ຈະໄດ້ເຫັນແຄວໂຣ, ຂ້າພະເຈົ້າພັດໄດ້ສົບຕາກັບແມ່ເຖົ້າຂອງຂ້າພະເຈົ້າ—ຜູ້ຊຶ່ງຂ້າພະເຈົ້າເວົ້າໄດ້ ວ່າຂ້າພະເຈົ້າຮັກເພິ່ນ. ມັນບໍ່ໄດ້ເປັນດັ່ງທີ່ຂ້າພະເຈົ້າຄິດ. ທັງແຄວໂຣ ກໍບໍ່ໄດ້ຢາກໃຊ້ເວລາທ່ຽວຂອງນາງ ຢູ່ບ້ານກັບລູກນ້ອຍທີ່ບໍ່ສະບາຍ.
ຈະມີບາງເວລາໃນຊີວິດຂອງເຮົາ ເມື່ອເຮົາພົບເຫັນຕົວເອງ ຢູ່ໃນເສັ້ນທາງທີ່ບໍ່ຄາດຄິດ, ປະເຊີນກັບບັນຫາທີ່ໜັກໜ່ວງຫລາຍກວ່າການໄປທ່ຽວ ທີ່ຖືກກີດກັນ. ເຮົາຈະຕອບຮັບກັບເຫດການທີ່ເກີນກວ່າເຮົາຈະຄວບຄຸມໄດ້, ຊຶ່ງປ່ຽນຊີວິດທີ່ເຮົາໄດ້ວາງແຜນ ຫລື ຫວັງໄວ້ ໄດ້ແນວໃດ?
ໃນວັນທີ 6 ເດືອນມິຖຸນາ, 1944, ໄຮຣຳ ຊຳເວ, ທະຫານໜຸ່ມຮ້ອຍໂທ ໃນກອງທັບ ຂອງສະຫະລັດ ອາເມຣິກາ, ໄດ້ຂຶ້ນທ່າເຮືອ ໂອມາຮາ ໃນມື້ທີ່ບຸກໂຈມຕີ. ລາວໄດ້ປອດໄພດີ, ແຕ່ວັນທີ 27 ເດືອນກໍລະກົດ, ໂດຍທີ່ຢູ່ໃນກຸ່ມແນວໜ້າ, ລາວຈຶ່ງໄດ້ຮັບບາດເຈັບໜັກ ຈາກລະເບີດຝັງດັກລົດຖັງ. ທັນໃດນັ້ນ, ຊີວິດແລະ ອານາຄົດຂອງລາວ ຝ່າຍການແພດ ກໍຖືກກະທົບກະເທືອນ. ຫລັງຈາກໄດ້ຮັບການຜ່າຕັດຫລາຍເທື່ອ, ຊຶ່ງຊ່ວຍລາວໃຫ້ດີຂຶ້ນ ຈາກບາດເຈັບທີ່ຮ້າຍແຮງສ່ວນຫລາຍ, ແຕ່ບຣາເດີ ຊຳເວ ບໍ່ໄດ້ຮັບສາຍຕາຄືນ. ລາວຕອບຮັບມັນແນວໃດ?
ຫລັງຈາກສາມປີ ທີ່ໃຊ້ເວລາຢູ່ໂຮງໝໍເພື່ອບຳບັດ, ລາວໄດ້ກັບຄືນບ້ານທີ່ເມືອງໂລແວວ, ລັດວາຍໂອມິງ. ລາວຮູ້ວ່າ ຄວາມຝັນຂອງລາວທີ່ຢາກເປັນໝໍ ໄດ້ສະຫລາຍໄປແລ້ວ, ແຕ່ລາວຍັງຕັ້ງໃຈ ທີ່ຈະດຳເນີນຊີວິດຕໍ່ໄປ, ແຕ່ງງານ, ແລະ ຫາລ້ຽງຄອບຄົວ.
ໃນທີ່ສຸດ ລາວກໍຫາງານທຳໄດ້ຢູ່ເມືອງ ບາວຕາມໍ, ລັດ ແມຣີແລນ, ເປັນຜູ້ປຶກສາຝ່າຍບຳບັດ ແລະ ເປັນຜູ້ຊ່ຽວຊານຝ່າຍຫາງານທຳໃຫ້ຄົນຕາບອດ. ໃນຂັ້ນຕອນການບຳບັດຂອງລາວເອງ, ລາວໄດ້ຮຽນຮູ້ວ່າ ຄົນຕາບອດສາມາດເຮັດໄດ້ຫລາຍສິ່ງ ເກີນກວ່າທີ່ຄິດ, ແລະ ໃນໄລຍະແປດປີ ໃນຕຳແໜ່ງນີ້, ລາວໄດ້ຫາງານທຳໃຫ້ຄົນຕາບອດເຮັດ ຫລາຍກວ່າຜູ້ປຶກສາຄົນອື່ນໆ ໃນປະເທດ.
ບັດນີ້ ເມື່ອມີຄວາມໝັ້ນໃຈກັບຄວາມສາມາດຂອງລາວ ໃນການຫາລ້ຽງຄອບຄົວ, ໄຮຣຳ ຈຶ່ງໄດ້ຂໍແຕ່ງງານກັບຄົນຮັກຂອງລາວ ໂດຍບອກນາງວ່າ, “ຖ້ານ້ອງຈະອ່ານຈົດໝາຍແທນອ້າຍ, ລຽງຖົງຕີນໄວ້ເປັນລະບຽບ, ແລະ ຂັບລົດໃຫ້ອ້າຍ, ແລ້ວອ້າຍຊິເຮັດສິ່ງອື່ນໆ.” ບໍ່ດົນຈາກນັ້ນ ເຂົາເຈົ້າກໍໄດ້ແຕ່ງງານກັນຢູ່ໃນພຣະວິຫານເຊົາເລັກ ແລະ ໃນທີ່ສຸດ ກໍໄດ້ຮັບພອນດ້ວຍລູກແປດຄົນ.
ໃນປີ 1954 ຄອບຄົວຊຳເວ ໄດ້ກັບໄປລັດວາຍໂອມິງ, ບ່ອນທີ່ບຣາເດີ ຊຳເວ ໄດ້ທຳງານ ເປັນເວລາ 32 ປີ ໃນຖານະຜູ້ອຳນວຍການຝ່າຍສຶກສາປະຈຳລັດ ສຳລັບຄົນຫູໜວກ ແລະ ຕາບອດ. ໃນໄລຍະນັ້ນ, ລາວໄດ້ຮັບໃຊ້ເປັນເວລາເຈັດປີ ໃນຕຳແໜ່ງອະທິການຂອງຫວອດ ຊາຍແອນ ທີໜຶ່ງ, ແລະ ຕໍ່ມາໄດ້ເປັນປິຕຸປະຈຳສະເຕກ ເປັນເວລາ 17 ປີ. ຫລັງຈາກອອກກິນບຳນານແລ້ວ, ບຣາເດີ ແລະ ຊິດສະເຕີ ຊຳເວ ກໍໄດ້ຮັບໃຊ້ເປັນຜູ້ສອນສາດສະໜາອາວຸໂສ ຢູ່ໃນເຂດເຜີຍແຜ່ລອນດອນອັງກິດພາກໃຕ້.
ໄຮຣຳ ຊຳເວ ໄດ້ເສຍຊີວິດໄປ ໃນເດືອນມິນາ ປີ 2011, ໄດ້ປະມໍລະດົກແຫ່ງສັດທາ ແລະ ຄວາມໄວ້ວາງໃຈ ໃນພຣະຜູ້ເປັນເຈົ້າ, ແມ່ນແຕ່ໃນສະພາບການທີ່ຫຍຸ້ງຍາກທີ່ສຸດ, ໄວ້ໃຫ້ລູກ, ຫລານ, ແລະ ເຫລັນຂອງລາວ.1
ຊີວິດຂອງໄຮຣຳ ຊຳເວ ອາດປ່ຽນໄປ ເນື່ອງດ້ວຍສົງຄາມ, ແຕ່ລາວບໍ່ເຄີຍສົງໄສລັກສະນະຂອງສະຫວັນ ແລະ ສັກກະຍະພາບນິລັນດອນຂອງລາວ. ເຊັ່ນດຽວກັບລາວ, ເຮົາກໍເປັນບຸດ ແລະ ທິດາທາງວິນຍານຂອງພຣະເຈົ້າ, ແລະ ເຮົາ “ຮັບເອົາແຜນຂອງພຣະອົງ ຊຶ່ງໃນແຜນນັ້ນ [ເຮົາ] ຈະໄດ້ຮັບຮ່າງກາຍ ແລະ ມີປະສົບການຕ່າງໆຢູ່ໃນໂລກ ເພື່ອຈະໄດ້ພັດທະນາຕົນ ຈົນເຖິງຂັ້ນດີພ້ອມທຸກຢ່າງ ແລະ ໃນທີ່ສຸດ ຮັບເອົາມໍລະດົກ [ຂອງເຮົາ] ທີ່ເປັນຊີວິດນິລັນດອນ.”2 ບໍ່ມີການປ່ຽນແປງ, ການທົດລອງ, ຫລື ອຸປະສັກໃດໆ ສາມາດປ່ຽນເສັ້ນທາງນິລັນດອນໄດ້—ຍົກເວັ້ນແຕ່ເພາະການເລືອກຂອງເຮົາເອງ, ຂະນະທີ່ເຮົາໃຊ້ອຳເພີໃຈຂອງເຮົາ.
ການປ່ຽນແປງ, ແລະ ຜົນຈາກການທ້າທາຍ, ທີ່ເຮົາປະເຊີນ ໃນຊ່ວງມະຕະ ຈະມີມາໃນຫລາຍຮູບແບບ ແລະ ມີຜົນສະທ້ອນຕໍ່ເຮົາແຕ່ລະຄົນ ໃນທາງທີ່ບໍ່ຄືກັນ. ເຊັ່ນດຽວກັບທ່ານ, ຂ້າພະເຈົ້າເຄີຍໄດ້ເຫັນເພື່ອນ ແລະ ຄອບຄົວ ປະເຊີນກັບການທ້າທາຍ ເນື່ອງດ້ວຍ:
-
ການຕາຍຂອງຄົນຮັກ.
-
ການຢ່າຮ້າງທີ່ຂົມຂື່ນ.
-
ບາງທີບໍ່ເຄີຍມີໂອກາດໄດ້ແຕ່ງງານ.
-
ຄວາມປ່ວຍໂຊ ຫລື ບາດເຈັບສາຫັດ.
-
ແລະ ແມ່ນແຕ່ໄພທຳມະຊາດ, ດັ່ງທີ່ເຮົາເຫັນເມື່ອບໍ່ດົນມານີ້ ຕະຫລອດທົ່ວໂລກ.
ແລະ ຫລາຍຢ່າງຕື່ມອີກ. ເຖິງແມ່ນວ່າ “ການປ່ຽນແປງ” ແຕ່ລະຢ່າງ ອາດບໍ່ເໝືອນກັນຕໍ່ສະພາບການສ່ວນຕົວຂອງເຮົາ, ແຕ່ກໍຍັງມີບາງສິ່ງທີ່ເໝືອນກັນ ໃນຜົນຂອງການທົດລອງ ຫລື ການທ້າທາຍ—ຄວາມຫວັງ ແລະ ຄວາມສະຫງົບ ຈະມີມາສະເໝີ ຜ່ານການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ. ການຊົດໃຊ້ຂອງພຣະເຢຊູຄຣິດ ມີຫວ້ານຢາເພື່ອຊ່ວຍດັດແປງ ແລະ ປິ່ນປົວ ບາດແຜທຸກຢ່າງໃນຮ່າງກາຍໄດ້, ບໍ່ວ່າຈະເປັນວິນຍານທີ່ຖືກບາດເຈັບ, ແລະ ຫົວໃຈທີ່ປວດລ້າວ.
ພຣະອົງຮູ້, ໃນວິທີທີ່ບໍ່ມີໃຜສາມາດເຂົ້າໃຈ, ເຖິງສິ່ງທີ່ເຮົາຕ້ອງການ, ເປັນສ່ວນຕົວ, ເພື່ອຈະກ້າວໄປໜ້າ ໃນທ່າມກາງ ການປ່ຽນແປງ. ບໍ່ເໝືອນໝູ່ເພື່ອນ ແລະ ຄົນທີ່ເຮົາຮັກ, ພຣະຜູ້ຊ່ວຍໃຫ້ລອດ ບໍ່ພຽງແຕ່ເຫັນອົກເຫັນໃຈເຂົາເຈົ້າເທົ່ານັ້ນ, ແຕ່ພຣະອົງຍັງສາມາດເຂົ້າໃຈຄວາມຮູ້ສຶກຂອງເຂົາເຈົ້າເປັນຢ່າງດີ ເພາະວ່າພຣະອົງເຄີຍເປັນຄືເຮົາ. ນອກເໜືອໄປຈາກການຈ່າຍຄ່າ ແລະ ການທຸກທໍລະມານເພື່ອບາບຂອງເຮົາແລ້ວ, ພຣະເຢຊູຄຣິດຍັງໄດ້ເດີນໃນທຸກເສັ້ນທາງ, ໄດ້ປະເຊີນກັບການທ້າທາຍທຸກຢ່າງ, ໄດ້ປະເຊີນກັບຄວາມເຈັບປວດ—ທາງຮ່າງກາຍ, ທາງຄວາມຮູ້ສຶກ, ຫລື ວິນຍານ—ທີ່ເຮົາຈະບໍ່ໄດ້ປະເຊີນໃນຊ່ວງມະຕະນີ້.
ປະທານບອຍ ເຄ ແພ໊ກເກີ ໄດ້ສອນວ່າ: “ຄວາມເມດຕາ ແລະ ພຣະຄຸນຂອງພຣະເຢຊູຄຣິດ ບໍ່ຈຳກັດແຕ່ຕໍ່ຄົນທີ່ເຮັດການບາບເທົ່ານັ້ນ … , ແຕ່ມັນປະກອບດ້ວຍຄຳສັນຍາ ທີ່ຈະໃຫ້ຄວາມສະຫງົບອັນເປັນນິດແກ່ຄົນທີ່ຮັບເອົາພຣະອົງ ແລະ ຕິດຕາມພຣະອົງ. … ຄວາມເມດຕາຂອງພຣະອົງ ເປັນຢາປິ່ນປົວທີ່ດີເລີດ, ແມ່ນແຕ່ກັບຄົນທີ່ບໍ່ໄດ້ເປັນຝ່າຍຜິດ.”3
ໃນປະສົບການໃນຊ່ວງມະຕະນີ້, ເຮົາບໍ່ສາມາດ ບັງຄັບ ທຸກສິ່ງທີ່ເກີດຂຶ້ນກັບເຮົາ, ແຕ່ເຮົາສາມາດບັງຄັບ ວິທີທີ່ເຮົາ ຕອບຮັບ ຕໍ່ການປ່ຽນແປງໃນຊີວິດຂອງເຮົາໄດ້. ນີ້ບໍ່ໄດ້ໝາຍຄວາມວ່າ ການທ້າທາຍ ແລະ ການທົດລອງ ທີ່ເຮົາປະເຊີນ ບໍ່ມີຜົນສະທ້ອນ ແລະ ງ່າຍທີ່ຈະເຮັດ ຫລື ຈັດການ. ນີ້ບໍ່ໄດ້ໝາຍຄວາມວ່າ ເຮົາຈະບໍ່ໄດ້ຮັບຄວາມເຈັບປວດ ຫລື ເຈັບໃຈ. ແຕ່ມັນໝາຍຄວາມວ່າ ຍັງມີເຫດຜົນສຳລັບຄວາມຫວັງ ແລະ ວ່າເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາຈຶ່ງສາມາດດຳເນີນໄປໜ້າ ແລະ ພົບເຫັນມື້ທີ່ດີກວ່າ—ແມ່ນແຕ່ມື້ທີ່ເຕັມໄປດ້ວຍຄວາມຊົມຊື່ນຍິນດີ, ຄວາມສະຫວ່າງ, ແລະ ຄວາມສຸກ.
ໃນໂມໄຊຢາ ເຮົາໄດ້ອ່ານເລື່ອງລາວຂອງແອວມາ, ປະໂລຫິດເກົ່າຂອງກະສັດໂນອາ, ແລະ ຜູ້ຄົນຂອງເພິ່ນ, ທີ່, “ພຣະຜູ້ເປັນເຈົ້າໄດ້ເຕືອນ … [,] ໃຫ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານກ່ອນກອງທັບຂອງກະສັດໂນອາຈະມາເຖິງ.” ຫລັງຈາກແປດມື້, “ພວກເຂົາກໍມາຮອດ … ແຜ່ນດິນທີ່ສວຍສົດງົດງາມ ແລະ ໜ້າຢູ່” ບ່ອນທີ່ “ພວກເຂົາໄດ້ຕັ້ງຜ້າເຕັ້ນຂອງພວກເຂົາຂຶ້ນ, ແລະ ເລີ່ມໄຖດິນ ແລະ ສ້າງອາຄານບ້ານເຮືອນຂຶ້ນ.”4
ສະພາບການຂອງພວກເຂົາແມ່ນດີຂຶ້ນ. ພວກເຂົາໄດ້ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດ. ພວກເຂົາໄດ້ຮັບບັບຕິສະມາ ເພື່ອເປັນພັນທະສັນຍາ ວ່າພວກເຂົາຈະຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ. ແລະ “ໄດ້ມີຜູ້ຄົນເພີ່ມທະວີຂຶ້ນ ແລະ ຈະເລີນຮຸ່ງເຮືອງຢ່າງຍິ່ງໃນແຜ່ນດິນ.”5
ເຖິງຢ່າງໃດກໍຕາມ, ບໍ່ດົນສະພາບການຂອງພວກເຂົາໄດ້ປ່ຽນໄປ. “ກອງທັບຂອງຊາວເລມັນໄດ້ມາຕັ້ງຢູ່ທີ່ຊາຍແດນຂອງແຜ່ນດິນ.”6 ຈາກນັ້ນ ແອວມາ ແລະ ຜູ້ຄົນຂອງເພິ່ນ ກໍໄດ້ຖືກນຳໄປສູ່ການເປັນຂ້າທາດ, ແລະ “ໄດ້ຮັບຄວາມທຸກຢ່າງໜັກຈົນເລີ່ມຮ້ອງທູນຕໍ່ພຣະເຈົ້າຢ່າງສຸດກຳລັງ.” ນອກເໜືອຈາກນັ້ນ, ຜູ້ຄວບຄຸມພວກເຂົາຍັງສັ່ງພວກເຂົາບໍ່ໃຫ້ອະທິຖານອີກ, ໂດຍບອກວ່າ, “ຖ້າເຫັນຜູ້ໃດກໍຕາມເອີ້ນຫາພຣະເຈົ້າ ຜູ້ນັ້ນຈະຕ້ອງຕາຍ.”7 ແອວມາ ແລະ ຜູ້ຄົນຂອງເພິ່ນ ບໍ່ໄດ້ເຮັດສິ່ງໃດ ທີ່ເປັນສາເຫດໃຫ້ພວກຕົນຕົກຢູ່ໃນສະພາບໃໝ່ນີ້. ພວກເຂົາຕອບຮັບມັນແນວໃດ?
ແທນທີ່ຈະກ່າວໂທດພຣະເຈົ້າ, ພວກເຂົາໄດ້ຫັນໄປຫາພຣະອົງ ແລະ “ໄດ້ທຸ້ມເທໃຈຂອງພວກເຂົາແດ່ພຣະອົງ.” ໃນການຕອບຕໍ່ສັດທາ ແລະ ຄຳອະທິຖານຢູ່ໃນໃຈຂອງພວກເຂົາ, ພຣະຜູ້ເປັນເຈົ້າໄດ້ຕອບວ່າ: “ຈົ່ງສະບາຍໃຈເຖີດ. … “ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າເບົາບາງລົງຈົນວ່າພວກເຈົ້າບໍ່ຮູ້ສຶກວ່າມີຫຍັງຢູ່ເທິງຫລັງເລີຍ.” ບໍ່ດົນຫລັງຈາກນັ້ນ, “ພຣະຜູ້ເປັນເຈົ້າໄດ້ເພີ່ມພະລັງໃຫ້ພວກເຂົາ ເພື່ອພວກເຂົາຈະໄດ້ທົນຕໍ່ພາລະແບກຫາບຢ່າງງ່າຍດາຍ, ແລະ ພວກເຂົາໄດ້ຍອມຮັບຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມອົດທົນຕໍ່ພຣະປະສົງທັງໝົດຂອງພຣະຜູ້ເປັນເຈົ້າ.”8 ເຖິງແມ່ນຍັງບໍ່ໄດ້ຖືກປົດປ່ອຍເທື່ອຈາກການເປັນທາດ, ແຕ່ໂດຍການຫັນໄປ ຫາ ພຣະຜູ້ເປັນເຈົ້າ, ແລະ ບໍ່ແມ່ນໜີ ຈາກ ພຣະຜູ້ເປັນເຈົ້າ, ພວກເຂົາຈຶ່ງໄດ້ຮັບພອນ ອີງຕາມຄວາມຕ້ອງການ ແລະ ອີງຕາມຄວາມສະຫລຽວສະຫລາດຂອງພຣະຜູ້ເປັນເຈົ້າ.
ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ສອນວ່າ “ພອນແຫ່ງການປິ່ນປົວມີມາໃນຫລາຍໆວິທີ, ແຕ່ລະວິທີກໍເໝາະສົມກັບຄວາມຕ້ອງການຂອງເຮົາເປັນສ່ວນຕົວ, ດັ່ງທີ່ພຣະອົງຜູ້ຮັກເຮົາຫລາຍທີ່ສຸດຮັບຮູ້ໄດ້ດີ. ບາງເທື່ອ ‘ການປິ່ນປົວ’ ເຮັດໃຫ້ການເຈັບປ່ວຍຂອງເຮົາຫາຍດີ ຫລື ຍົກພາລະໜັກຂອງເຮົາອອກ. ແຕ່ບາງເທື່ອເຮົາ ‘ຫາຍດີ’ ໂດຍໄດ້ຮັບກຳລັງ ຫລື ຄວາມເຂົ້າໃຈ ຫລື ຄວາມອົດທົນເພື່ອຈະທົນຕໍ່ພາລະໜັກທີ່ເຮົາມີ.”9
ໃນທີ່ສຸດ, “ສັດທາ ແລະ ຄວາມອົດທົນຂອງພວກເຂົານັ້ນໃຫຍ່ຫລວງ,” ຈົນວ່າພຣະຜູ້ເປັນເຈົ້າ ໄດ້ປົດປ່ອຍແອວມາ ແລະ ຜູ້ຄົນຂອງເພິ່ນ, ແລະ ຈະປົດປ່ອຍເຮົາຄືກັນ “ແລະ ພວກເຂົາໄດ້ຂອບພຣະໄທ,” “ເພາະພວກເຂົາເຄີຍເປັນທາດ, ແລະ ບໍ່ມີຜູ້ໃດຈະປົດປ່ອຍພວກເຂົາໄດ້ນອກຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.”10
ແຕ່ເປັນໜ້າເສຍໃຈທີ່, ບຸກຄົນທີ່ຕ້ອງການຫລາຍແທ້ໆ ໄດ້ຫັນໜີໄປຈາກແຫລ່ງຊ່ວຍເຫລືອ ທີ່ສົມບູນແບບ—ນັ້ນຄື ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ມີເລື່ອງໜຶ່ງຈາກພຣະຄຳພີທີ່ຮູ້ຈັກດີ ກ່ຽວກັບ ງູທອງສຳລິດ ສອນເຮົາວ່າ ເຮົາມີສິດເລືອກ ຕອນປະເຊີນກັບການທ້າທາຍ. ຫລັງຈາກລູກຫລານຂອງອິດສະຣາເອນຫລາຍຄົນ ໄດ້ຖືກງູຕອດ “ງູພິດບິນພົ່ນໄຟ,”11 “ແບບສະບັບຖືກຍົກຂຶ້ນ … ວ່າຜູ້ໃດກໍຕາມທີ່ຫລຽວເບິ່ງ … ຈະມີຊີວິດ. [ແຕ່ມັນເປັນການເລືອກ.] ແລະ ມີຫລາຍຄົນໄດ້ຫລຽວເບິ່ງ ແລະ ມີຊີວິດ.
“… ແຕ່ວ່າມີຫລາຍຄົນທີ່ໃຈແຂງກະດ້າງຫລາຍຈົນວ່າພວກເຂົາບໍ່ຫລຽວເບິ່ງ, ສະນັ້ນ ພວກເຂົາຈຶ່ງຕາຍ.”12
ຄືກັນກັບຊາວອິດສະຣາເອນໃນສະໄໝບູຮານ, ເຮົາກໍຖືກເຊື້ອເຊີນ ແລະ ຖືກຊຸກຍູ້ໃຫ້ເບິ່ງທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ມີຊີວິດຄືກັນ—ເພາະແອກຂອງພຣະອົງກໍພໍເໝາະ ແລະ ພາລະຂອງພຣະອົງກໍເບົາ, ແມ່ນແຕ່ຕອນທີ່ພາລະຂອງເຮົານັ້ນອາດໜັກໜ່ວງ.
ແອວມາຜູ້ເປັນລູກ ໄດ້ສອນເຖິງຄວາມຈິງທີ່ສັກສິດນີ້ ເມື່ອເພິ່ນກ່າວວ່າ, “ເພາະພໍ່ຮູ້ວ່າຜູ້ໃດກໍຕາມທີ່ໄວ້ວາງໃຈໃນພຣະເຈົ້າ, ຜູ້ນັ້ນຈະໄດ້ຮັບການອູ້ມຊູໃນເວລາຂັດສົນຂອງພວກເຂົາ, ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ແລະ ຄວາມທຸກທໍລະມານຂອງພວກເຂົາ, ແລະ ພວກເຂົາຈະຖືກຍົກຂຶ້ນໃນວັນສຸດທ້າຍ.”13
ໃນຍຸກສຸດທ້າຍນີ້, ພຣະຜູ້ເປັນເຈົ້າໄດ້ຈັດຫາແຫລ່ງຫລາຍຢ່າງໄວ້ໃຫ້ເຮົາ, ທັງ “ງູທອງສຳລິດ,” ທັງໝົດແມ່ນໄດ້ຖືກອອກແບບໄວ້ ເພື່ອຊ່ວຍເຮົາໃຫ້ຫລຽວເບິ່ງ ທີ່ພຣະຄຣິດ ແລະ ໄວ້ວາງໃຈໃນພຣະອົງ. ໃນການປະເຊີນກັບການທ້າທາຍຂອງຊີວິດ ມັນບໍ່ແມ່ນການເມີນເສີຍຈາກຄວາມເປັນຈິງ ແຕ່ເປັນການເລືອກບ່ອນທີ່ເຮົາຈະເອົາໃຈໃສ່ຕໍ່ ແລະ ພື້ນຖານທີ່ເຮົາຈະສ້າງ.
ແຫລ່ງດັ່ງກ່າວແມ່ນຮ່ວມດ້ວຍ, ແຕ່ບໍ່ຈຳກັດພຽງແຕ່ເທົ່ານີ້:
-
ການສຶກສາພຣະຄຳພີ ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່ເປັນປະຈຳ.
-
ການອະທິຖານ ແລະ ການຖືສິນອົດເຂົ້າເລື້ອຍໆຢ່າງຈິງໃຈ.
-
ການຮັບສ່ວນສິນລະລຶກຢ່າງມີຄ່າຄວນ.
-
ການໄປພຣະວິຫານເປັນປະຈຳ.
-
ພອນຂອງຖານະປະໂລຫິດ.
-
ຮັບຄຳແນະນຳຈາກຜູ້ຊ່ຽວຊານ.
-
ແລະ ແມ່ນແຕ່ການກິນຢາ, ເມື່ອສົມຄວນ ຕາມທີ່ໝໍສັ່ງ.
ບໍ່ວ່າສະພາບການໃນຊີວິດຈະປ່ຽນແປງແນວໃດກໍຕາມ, ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນໂດຍບໍ່ຄາດຄິດຢູ່ໃນເສັ້ນທາງເດີນ, ວິທີທີ່ເຮົາຕອບຮັບກັບມັນ ແມ່ນການເລືອກຂອງເຮົາ. ການຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ ແລະ ການເກາະແຂນຂອງພຣະອົງໄວ້ ເປັນການເລືອກທີ່ດີທີ່ສຸດສຳລັບເຮົາ.
ແອວເດີ ຣິເຈີດ ຈີ ສະກາດ ໄດ້ສອນເຖິງຄວາມຈິງນິລັນດອນນີ້ວ່າ: “ຄວາມສຸກທີ່ແທ້ຈິງ ແລະຍືນຍົງ ພ້ອມດ້ວຍພະລັງ, ຄວາມກ້າຫານ, ແລະ ຄວາມສາມາດທີ່ຈະເອົາຊະນະການທ້າທາຍທີ່ຫຍຸ້ງຍາກທີ່ສຸດໄດ້ ມາຈາກຊີວິດທີ່ໃຫ້ພຣະເຢຊູຄຣິດຢູ່ໃນຈຸດໃຈກາງ. … ບໍ່ສາມາດຮັບປະກັນໄດ້ວ່າ ຜົນຈະເກີດຂຶ້ນໃນມື້ໜຶ່ງຄືນດຽວ, ແຕ່ທ່ານສາມາດແນ່ນອນໃຈໄດ້ວ່າ, ຕາມເວລາຂອງພຣະຜູ້ເປັນເຈົ້າ, ທ່ານຈະໄດ້ຮັບຄຳຕອບ, ໄດ້ຮັບຄວາມສະຫງົບ, ແລະ ບໍ່ອ້າງວ້າງອີກຕໍ່ໄປ.”14
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.