ເຫດຜົນສຳລັບຄວາມຫວັງຂອງເຮົາ
ປະຈັກພະຍານເຖິງຄວາມຫວັງໃນການໄຖ່ ເປັນບາງສິ່ງທີ່ບໍ່ສາມາດວັດແທກ ຫລື ນັບໄດ້. ພຣະເຢຊູຄຣິດ ເປັນແຫລ່ງທີ່ໃຫ້ຄວາມຫວັງນັ້ນ.
ເມື່ອຫລາຍປີກ່ອນ, ຊິດສະເຕີ ແພ໊ກເກີ ກັບຂ້າພະເຈົ້າໄດ້ໄປມະຫາວິທະຍາໄລ ອ໊ອກຝອດ. ພວກເຮົາໄດ້ຊອກຫາບັນທຶກຂອງພໍ່ຕູ້ທວດລຸ້ນທີເຈັດຢ້ອນຄືນຫລັງ ນັບຈາກພໍ່ຕູ້ຂອງຂ້າພະເຈົ້າ. ປະທານວິທະຍາໄລຂອງພຣະຄຣິດ ທີ່ ອ໊ອກຝອດ, ດຣ ໂພແພວແວວ, ດີກັບພວກເຮົາຫລາຍ ແລະ ເພິ່ນໄດ້ໃຫ້ຜູ້ເກັບກຳບັນທຶກນຳບັນທຶກມາໃຫ້ພວກເຮົາ. ພວກເຮົາໄດ້ພົບເຫັນບັນພະບຸລຸດຂອງພວກເຮົາຊື່, ຈອນ ແພ໊ກເກີ ໃນບັນທຶກຂອງປີ 1583.
ປີຕໍ່ມາພວກເຮົາໄດ້ກັບຄືນໄປ ອ໊ອກຝອດ ເພື່ອມອບໜັງສືມາດຕະຖານທີ່ສວຍງາມໃຫ້ແກ່ຫໍສະມຸດ ທີ່ວິທະຍາໄລຂອງພຣະຄຣິດ. ດຣ ໂພແພວແວວ ເບິ່ງຄືວ່າ ເຂີນໆ. ບາງທີ່ເພິ່ນຄິດວ່າ ພວກເຮົາບໍ່ໄດ້ເປັນຊາວຄຣິດ. ສະນັ້ນເພິ່ນຈຶ່ງໄດ້ໂທຫາຄຸນພໍ່ປະຈຳວິທະຍາໄລ ໃຫ້ມາຮັບເອົາພຣະຄຳພີນັ້ນ.
ກ່ອນພວກເຮົາຈະມອບພຣະຄຳພີໃຫ້ແກ່ຄຸນພໍ່, ຂ້າພະເຈົ້າໄດ້ເປີດໄປຫາ Topical Guide ແລະ ໄດ້ໃຫ້ເພິ່ນເຫັນຫົວຂໍ້ໜຶ່ງ: 18 ໜ້າ, ເປັນຕົວໜັງສືນ້ອຍ, ບໍ່ບາແຖວ, ອ້າງອີງເຖິງ “ພຣະເຢຊູຄຣິດ.” ມັນເປັນແຫລ່ງອ້າງອີງພຣະຄຳພີອັນກວ້າງຂວາງ ກ່ຽວກັບພຣະຜູ້ຊ່ອຍໃຫ້ລອດ ທີ່ເຄີຍຮວບຮວມມາກ່ອນ ໃນປະຫວັດສາດຂອງໂລກ—ປະຈັກພະຍານຈາກພຣະຄຳພີເດີມ ແລະ ພຣະຄຳພີໃໝ່, ພຣະຄຳພີມໍມອນ, ຄຳສອນ ແລະ ພັນທະສັນຍາ, ແລະ ໄຂ່ມຸກອັນລ້ຳຄ່າ.
“ບໍ່ວ່າທ່ານຈະເບິ່ງຂໍ້ອ້າງອີງເຫລົ່ານີ້ໃນແບບໃດກໍຕາມ,” ຂ້າພະເຈົ້າບອກລາວ, “ຈາກຂ້າງຊ້າຍຫາຂ້າງຂວາ, ຈາກເທິງຫາລຸ່ມ, ຈາກປຶ້ມນີ້ໃສ່ປຶ້ມນັ້ນ, ຈາກຫົວຂໍ້ນີ້ເຖິງຫົວຂໍ້ນັ້ນ—ທ່ານຈະພົບວ່າ ມັນເປັນພະຍານທີ່ໝັ້ນຄົງ ແລະ ສອດຄ່ອງ ເຖິງພາລະກິດຂອງອົງພຣະເຢຊູຄຣິດເຈົ້າ—ເຖິງການກຳເນີດ, ຊີວິດ, ຄຳສອນ, ການຄຶງ, ການຟື້ນຄືນຊີວິດ, ແລະ ການຊົດໃຊ້ຂອງພຣະອົງ.”
ຫລັງຈາກຂ້າພະເຈົ້າໄດ້ແບ່ງປັນຄຳສອນບາງຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ນຳຄຸນພໍ່ແລ້ວ, ທ່າທີຂອງລາວກໍປ່ຽນໄປ, ແລະ ລາວໄດ້ພາພວກເຮົາໄປເລາະຊົມສະຖານທີ່ຕ່າງໆ, ລວມທັງຮູບແຕ້ມໃນຝາຜະໜັງທີ່ຫາກໍຄົ້ນພົບ ຈາກສະໄໝໂຣມ.
ໃນບັນດາຂໍ້ອ້າງອີງທີ່ບັນຈຸຢູ່ໃນ Topical Guide ຂໍ້ໜຶ່ງແມ່ນມາຈາກພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ: “ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ, ແລະ ພວກເຮົາບັນທຶກຕາມຄຳທຳນາຍຂອງພວກເຮົາ ເພື່ອລູກຫລານຂອງພວກເຮົາ ຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ” (2 ນີໄຟ 25:26).
ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດວ່າ, “ເຮົານີ້ແຫລະເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາ, ນອກຈາກມາທາງເຮົາ” (ໂຢຮັນ 14:6).
ແລະ ຈາກພຣະຄຳພີມໍມອນ, ພຣະອົງປະກາດວ່າ, “ຈົ່ງເບິ່ງ, ເຮົາຄືຜູ້ທີ່ຖືກຕຽມໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກ ເພື່ອໄຖ່ຜູ້ຄົນຂອງເຮົາ. ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ. … ຜ່ານທາງເຮົາມະນຸດຊາດທັງປວງຈະມີຊີວິດອັນຕະຫລອດການ, ຕະຫລອດທັງທຸກຄົນຜູ້ທີ່ເຊື່ອໃນພຣະນາມຂອງເຮົາ; ແລະ ພວກເຂົາຈະກາຍເປັນບຸດ ແລະ ທິດາຂອງເຮົາ” (ອີເທີ 3:14).
ມີຂໍ້ອ້າງອີງຫລາຍໆຂໍ້ ຢູ່ໃນໜັງສືມາດຕະຖານ ທີ່ປະກາດເຖິງບົດບາດແຫ່ງສະຫວັນຂອງພຣະເຢຊູຄຣິດ ວ່າເປັນພຣະຜູ້ໄຖ່ຂອງທຸກຄົນ ຜູ້ເຄີຍມີຊີວິດຢູ່ ແລະ ຈະມາເກີດໃນໂລກມະຕະນີ້.
ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ເຮົາໄດ້ຖືກໄຖ່ຈາກການຕົກຂອງມະນຸດ, ຊຶ່ງໄດ້ເກີດຂຶ້ນຕອນອາດາມ ແລະ ເອວາກິນໝາກໄມ້ທີ່ຕ້ອງຫ້າມ ຢູ່ໃນສວນເອເດນ, ດັ່ງທີ່ກ່າວຢູ່ໃນໂກຣິນໂທ ທີ່ວ່າ: “ດ້ວຍວ່າຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະຖືກບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ” (1 ໂກຣິນໂທ 15:22).
ພຣະຄຳພີມໍມອນສອນວ່າ, “ເພາະມັນສົມຄວນທີ່ຈະມີການຊົດໃຊ້ …, ຖ້າບໍ່ດັ່ງນັ້ນມະນຸດຊາດທັງປວງຕ້ອງຕາຍຢ່າງຫລີກລ້ຽງບໍ່ໄດ້; ແທ້ຈິງແລ້ວ, ຄົນທັງປວງມີຈິດໃຈແຂງກະດ້າງ; ແທ້ຈິງແລ້ວ, ຄົນທັງປວງຕົກ ແລະ ຫລົງທາງໄປ, ແລະ ຕ້ອງຕາຍ ເວັ້ນເສຍແຕ່ຈະເປັນໂດຍທາງການຊົດໃຊ້ … ຕ້ອງເປັນການເສຍສະລະອັນບໍ່ມີຂອບເຂດ” (ແອວມາ 34:9–10).
ເຮົາອາດບໍ່ມີຊີວິດທີ່ດີພ້ອມ, ແລະ ກໍມີການລົງໂທດສຳລັບຄວາມຜິດບາບຂອງເຮົາ, ແຕ່ກ່ອນເຮົາມາສູ່ໂລກນີ້, ເຮົາໄດ້ຕົກລົງທີ່ຈະເຮັດຕາມກົດຂອງພຣະອົງ ແລະ ຮັບເອົາການລົງໂທດສຳລັບການຝ່າຝືນກົດເຫລົ່ານັ້ນ.
“ດ້ວຍວ່າທຸກຄົນໄດ້ເຮັດຜິດບາບ, ແລະ ຂາດຈາກລັດສະໝີພາບຂອງພຣະເຈົ້າ;
“ແຕ່ດ້ວຍພຣະຄຸນອັນບໍ່ຄິດຄ່າຂອງພຣະອົງ ພວກເຂົາຈຶ່ງເປັນຄົນຊອບທຳ ໂດຍທາງພຣະເຢຊູຄຣິດ” (ໂຣມ 3:23–24).
ພຣະຜູ້ຊ່ອຍໃຫ້ລອດໄດ້ທຳການຊົດໃຊ້, ຊຶ່ງເປັນການຈັດວິທີທາງໄວ້ໃຫ້ເຮົາ ທີ່ຈະສະອາດ. ພຣະເຢຊູຄຣິດ ເປັນພຣະຄຣິດທີ່ໄດ້ຟື້ນຄືນຊີວິດແລ້ວ. ເຮົານະມັດສະການພຣະອົງ ແລະ ຮັບຮູ້ພຣະອົງ ສຳລັບຄວາມເຈັບປວດທີ່ພຣະອົງໄດ້ຮັບທຸກທໍລະມານແທນເຮົາທັງໝົດ ແລະ ສຳລັບຄວາມເຈັບປວດທີ່ພຣະອົງໄດ້ອົດທົນສຳລັບເຮົາແຕ່ລະຄົນ, ທັງຕອນຢູ່ໃນສວນເຄັດຊາມາເນ ແລະ ເທິງໄມ້ກາງແຂນ. ພຣະອົງໄດ້ຮັບເອົາທັງໝົດດ້ວຍຄວາມຖ່ອມຕົນ ແລະ ດ້ວຍຄວາມເຂົ້າໃຈນິລັນດອນ ຂອງບົດບາດ ແລະ ຈຸດປະສົງແຫ່ງສະຫວັນຂອງພຣະອົງ.
ຄົນທີ່ຈະກັບໃຈ ແລະ ປະຖິ້ມບາບ ຈະພົບວ່າ ພຣະຫຸທີ່ເມດຕາຂອງພຣະອົງຈະເດ່ອອກມາຢູ່. ຄົນທີ່ຮັບຟັງ ແລະ ເຮັດຕາມພຣະຄຳຂອງພຣະອົງ ແລະ ຖ້ອຍຄຳຂອງຜູ້ຮັບໃຊ້ທີ່ພຣະອົງເລືອກໄວ້ ຈະພົບຄວາມສະຫງົບ ແລະ ຄວາມເຂົ້າໃຈ ແມ່ນແຕ່ໃນຕອນເຈັບປວດໃຈ ແລະ ໂສກເສົ້າຫລາຍທີ່ສຸດ. ຜົນສະທ້ອນຂອງການຊົດໃຊ້ຂອງພຣະອົງ ແມ່ນປົດປ່ອຍເຮົາຈາກຜົນຂອງບາບ, ເພື່ອວ່າຄວາມຜິດບາບຂອງເຮົາຈະຖືກລົບລ້າງ ແລະ ໃຫ້ເຮົາມີຄວາມຫວັງ.
ຖ້າຫາກພຣະອົງບໍ່ໄດ້ທຳການຊົດໃຊ້, ກໍຄົງບໍ່ມີການໄຖ່. ຄົງເປັນໂລກທີ່ຫຍຸ້ງຍາກຫລາຍທີ່ຈະອາໄສຢູ່ ຖ້າເຮົາບໍ່ສາມາດຮັບການອະໄພຈາກຄວາມຜິດບາບຂອງເຮົາ, ຖ້າເຮົາບໍ່ສາມາດຊຳລະຕົນໃຫ້ສະອາດ ແລະ ດຳເນີນຊີວິດຕໍ່ໄປ.
ຄວາມເມດຕາ ແລະ ພຣະຄຸນຂອງພຣະເຢຊູຄຣິດ ບໍ່ມີຂອບເຂດຕໍ່ຄົນທີ່ເຮັດການບາບ ທັງແບບເຮັດຄວາມຜິດ ຫລື ບໍ່ເຮັດສິ່ງທີ່ຖືກຕ້ອງ, ແຕ່ມັນປະກອບດ້ວຍຄຳສັນຍາ ທີ່ຈະໃຫ້ຄວາມສະຫງົບອັນເປັນນິດ ແກ່ຄົນທີ່ຮັບເອົາພຣະອົງ ແລະ ຕິດຕາມພຣະອົງໄປ. ຄວາມເມດຕາຂອງພຣະອົງ ເປັນຢາປິ່ນປົວທີ່ດີເລີດ, ແມ່ນແຕ່ກັບຄົນທີ່ບໍ່ໄດ້ເປັນຝ່າຍຜິດ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບຈົດໝາຍສະບັບໜຶ່ງ ຈາກຍິງຄົນໜຶ່ງຜູ້ໄດ້ບອກເຖິງຄວາມທຸກທໍລະມານໃນຊີວິດ ທີ່ນາງຕ້ອງໄດ້ອົດທົນກັບມັນ. ເປັນຄວາມຜິດທີ່ຮ້າຍແຮງ, ຊຶ່ງນາງບໍ່ໄດ້ບອກຢ່າງແຈ່ມແຈ້ງວ່າ ແມ່ນຫຍັງ ທີ່ບາງຄົນໄດ້ເຮັດຕໍ່ນາງ. ນາງຍອມຮັບວ່າ ນາງຮູ້ສຶກຂົມຂື່ນຫລາຍ. ໃນຄວາມເຄືອງແຄ້ນ, ນາງໄດ້ຮ້ອງອອກມາວ່າ, “ຕ້ອງມີຄົນຮັບໂທດສຳລັບສິ່ງນີ້.” ໃນຄວາມໂສກເສົ້າ ແລະ ຂ້ອງໃຈນັ້ນ, ນາງໄດ້ຂຽນໄວ້ວ່າ ນາງໄດ້ຮັບຄຳຕອບ ບອກວ່າ, “ມີຄົນຮັບເອົາໂທດນີ້ແລ້ວ.”
ຖ້າເຮົາບໍ່ຮູ້ວ່າການເສຍສະລະຂອງພຣະຜູ້ຊ່ອຍໃຫ້ລອດຊ່ອຍຫຍັງເຮົາໄດ້ແດ່, ເຮົາອາດມີຄວາມກິນແໜງ ທີ່ບໍ່ໄດ້ເຮັດບາງສິ່ງທີ່ບໍ່ຖືກຕ້ອງ ຫລື ເຮັດໃຫ້ບາງຄົນຜິດໃຈ. ຄວາມຮູ້ສຶກຜິດທີ່ມາກັບການເຮັດຄວາມຜິດພາດ ຈະຖືກລົບລ້າງ. ຖ້າເຮົາສະແຫວງຫາທີ່ຈະເຂົ້າໃຈການຊົດໃຊ້ຂອງພຣະອົງ, ແລ້ວເຮົາຈະມີຄວາມຄາລະວະຢ່າງເລິກຊຶ້ງ ຕໍ່ອົງພຣະເຢຊູຄຣິດເຈົ້າ, ຕໍ່ການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະອົງ, ແລະ ຕໍ່ພາລະກິດແຫ່ງສະຫວັນຂອງພຣະອົງ ໃນຖານະທີ່ເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ.
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໄດ້ຖືກຟື້ນຟູຄືນມາໃໝ່ ເພື່ອປະກາດກ່ຽວກັບຊີວິດ ແລະ ຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດ ຕະຫລອດທົ່ວໂລກ. ກອງປະຊຸມທີ່ໃຫຍ່ຄັ້ງນີ້ ຖືກຖ່າຍທອດໃນ 94 ພາສາ ໂດຍລະບົບດາວທຽມ ສົ່ງໄປຫາ 102 ປະເທດ ແຕ່ກໍມີຢູ່ໃນອິນເຕີແນັດນຳອີກ ສຳລັບທຸກປະຊາຊາດ ບ່ອນທີ່ສາດສະໜາຈັກຕັ້ງຢູ່. ພວກເຮົາມີສະເຕກຫລາຍກວ່າ 3,000 ແຫ່ງ. ຜູ້ສອນສາດສະໜາເຕັມເວລາ ມີເກີນກວ່າ 88,000 ຄົນ, ແລະ ຈຳນວນສະມາຊິກທັງໝົດ ແມ່ນມີຫລາຍກວ່າ 15 ລ້ານຄົນ. ຈຳນວນດັ່ງກ່າວ ເປັນຫລັກຖານວ່າ ຫີນກ້ອນໜຶ່ງຊຶ່ງແຕກອອກມາເອງຈາກໜ້າຜາໂດຍບໍ່ມີໃຜເຮັດ ຈະກິ້ງອອກໄປຈົນເຕັມແຜ່ນດິນໂລກ (ເບິ່ງ D&C 65:2).
ແຕ່ເຖິງແມ່ນສາດສະໜາຈັກຈະເຕີບໃຫຍ່ຂະຫຍາຍຕົວຫລາຍປານໃດກໍຕາມ ຫລື ມີສະມາຊິກຫລາຍເທົ່າໃດກໍຕາມ, ບໍ່ສຳຄັນວ່າ ຜູ້ສອນສາດສະໜາຂອງພວກເຮົາໄດ້ເຂົ້າໄປຫາຈັກທະວີບ ຫລື ຈັກປະເທດ ຫລື ເຮົາສາມາດເວົ້າຈັກພາສາ, ຄວາມສຳເລັດຜົນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຈະຖືກວັດແທກໂດຍຄວາມເຂັ້ມແຂງທາງວິນຍານຂອງສະມາຊິກ. ພວກເຮົາຕ້ອງການພະລັງຂອງຄວາມເຊື່ອໝັ້ນ ຊຶ່ງພົບເຫັນຢູ່ໃນໃຈຂອງສານຸສິດທີ່ຈົງຮັກພັກດີຕໍ່ພຣະຄຣິດ.
ປະຈັກພະຍານເຖິງຄວາມຫວັງໃນການໄຖ່ ເປັນບາງສິ່ງທີ່ບໍ່ສາມາດວັດແທກ ຫລື ນັບໄດ້. ພຣະເຢຊູຄຣິດ ເປັນແຫລ່ງທີ່ໃຫ້ຄວາມຫວັງນັ້ນ.
ເຮົາສະແຫວງຫາທີ່ຈະເພີ່ມພະລັງໃຫ້ແກ່ປະຈັກພະຍານຂອງທັງຄົນໜຸ່ມ ແລະ ຄົນແກ່, ຄົນທີ່ແຕ່ງງານແລ້ວ ແລະ ຍັງເປັນໂສດ. ເຮົາຕ້ອງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ແກ່ຊາຍ, ຍິງ, ແລະ ເດັກນ້ອຍ, ທຸກເຊື້ອຊາດ ແລະ ທຸກປະຊາຊາດ, ຮັ່ງມີ ຫລື ຍາກຈົນ. ເຮົາຕ້ອງການຜູ້ທີ່ຫາກໍປ່ຽນໃຈເຫລື້ອມໃສ ແລະ ຜູ້ທີ່ເປັນທາຍາດຂອງຜູ້ບຸກເບີກດ້ວຍ. ເຮົາຕ້ອງຊອກຫາຄົນທີ່ຫລົງທາງໄປ ແລະ ຊ່ອຍເຂົາເຈົ້າກັບຄືນມາ. ເຮົາຕ້ອງການສະຕິປັນຍາຂອງທຸກຄົນ ແລະ ຄວາມຮູ້ ແລະ ຄວາມເຂັ້ມແຂງທາງວິນຍານ. ສະມາຊິກແຕ່ລະຄົນຂອງສາດສະໜາຈັກ ເປັນພາກສ່ວນສຳຄັນຕໍ່ສາດສະໜາຈັກ.
“ເຖິງວ່າຮ່າງກາຍເປັນອັນດຽວ ກໍຍັງມີອະໄວຍະວະຫລາຍສ່ວນ, ແລະ ອະໄວຍະວະເຫລົ່ານັ້ນ ແມ່ນຈະມີຫລາຍສ່ວນ ກໍຍັງເປັນກາຍດຽວສັນໃດ ພຣະຄຣິດກໍເປັນສັນນັ້ນ.
“ເຮົາທັງຫລາຍໄດ້ຮັບບັບຕິສະມາ ໂດຍພຣະວິນຍານອົງດຽວ. …
“ດ້ວຍວ່າຮ່າງກາຍບໍ່ໄດ້ປະກອບດ້ວຍອະໄວຍະວະອັນດຽວ ແຕ່ດ້ວຍຫລາຍອັນ” (1 ໂກຣິນໂທ 12:12–14).
ສະມາຊິກແຕ່ລະຄົນ ເປັນພະຍານເຖິງຊີວິດ ແລະ ຄຳສອນຂອງພຣະເຢຊູຄຣິດ. ເຮົາກຳລັງຕໍ່ສູ້ກັບຜູ້ປໍລະປັກ, ແລະ ເຮົາຕ້ອງການທຸກຄົນໃຫ້ຕໍ່ສູ້ນຳກັນ ຖ້າຢາກສຳເລັດວຽກງານຂອງພຣະຜູ້ຊ່ອຍໃຫ້ລອດທີ່ໄດ້ມອບໝາຍໃຫ້ເຮົາເຮັດ.
ທ່ານອາດຄິດວ່າ, “ເຮົາເຮັດຫຍັງໄດ້ແດ່? ເຮົາພຽງຕົວຄົນດຽວ.”
ແນ່ນອນ ໂຈເຊັບ ສະມິດ ກໍຄົງຮູ້ສຶກໂດດດ່ຽວຄືກັນບາງຄັ້ງ. ເພິ່ນໄດ້ຜ່ານຜ່າມັນຈົນເຖິງຄວາມສູງສົ່ງ, ແຕ່ເພິ່ນໄດ້ເລີ່ມຕົ້ນຕອນເພິ່ນມີອາຍຸໄດ້ 14 ປີ ດ້ວຍຄຳຖາມທີ່ວ່າ: “ຂ້ານ້ອຍຄວນເຂົ້າຮ່ວມສາດສະໜາຈັກໃດ ໃນສາດສະໜາຈັກທັງໝົດ?” (ເບິ່ງ Joseph Smith–History 1:10). ສັດທາຂອງໂຈເຊັບ ແລະ ປະຈັກພະຍານເຖິງພຣະຜູ້ຊ່ອຍໃຫ້ລອດ ໄດ້ເຕີບໂຕຂຶ້ນ ແລະ ເຮົາກໍຄວນເປັນເຊັ່ນນັ້ນຄືກັນ, “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ” (2 ນີໄຟ 28:30; ເບິ່ງ D&C 128:21 ນຳອີກ). ໂຈເຊັບ ໄດ້ຄຸເຂົ່າລົງອະທິຖານ, ແລະ ສິ່ງມະຫັດສະຈັນໄດ້ເກີດຂຶ້ນ ຈາກການອະທິຖານ ແລະ ພາບທີ່ມາໃຫ້ເຫັນຄັ້ງທຳອິດນັ້ນ.
ໂດຍທີ່ເປັນຄົນໜຶ່ງໃນກຸ່ມອັກຄະສາວົກສິບສອງ, ຂ້າພະເຈົ້າຂໍເປັນພະຍານເຖິງອົງພຣະເຢຊູຄຣິດເຈົ້າ. ພຣະອົງຊົງພຣະຊົນຢູ່. ພຣະອົງເປັນພຣະຜູ້ໄຖ່ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. “ຜ່ານການຊົດໃຊ້ຂອງພຣະຄຣິດ, ມະນຸດທັງປວງຈະລອດ” (ຫລັກແຫ່ງຄວາມເຊື່ອ 1:3). ພຣະອົງຄວບຄຸມສາດສະໜາຈັກຂອງພຣະອົງ. ພຣະອົງບໍ່ໄດ້ເປັນຄົນແປກໜ້າຕໍ່ຜູ້ຮັບໃຊ້ຂອງພຣະອົງ. ເມື່ອເຮົາເຂົ້າສູ່ອະນາຄົດ ດ້ວຍຄວາມໝັ້ນໃຈ, ພຣະວິນຍານຂອງພຣະອົງຈະສະຖິດຢູ່ນຳເຮົາ. ອຳນາດຂອງພຣະອົງແມ່ນບໍ່ມີທີ່ສິ້ນສຸດ ທີ່ຈະເປັນພອນ ແລະ ນຳພາຊີວິດຂອງຜູ້ທີ່ສະແຫວງຫາຄວາມຈິງ ແລະ ຄວາມຊອບທຳ. ຂ້າພະເຈົ້າຂໍເປັນພະຍານເຖິງພຣະອົງ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.