ການຕຽມພ້ອມສຳລັບຖານະປະໂລຫິດ
ໃນການຕຽມຂອງຖານະປະໂລຫິດ ຄຳເວົ້າທີ່ວ່າ “ເຮັດໃຫ້ຂ້ອຍເບິ່ງ” ມີຄວາມສຳຄັນຫລາຍກວ່າຄຳວ່າ “ບອກຂ້ອຍ.”
ຂ້າພະເຈົ້າມີຄວາມກະຕັນຍູທີ່ໄດ້ມາເຕົ້າໂຮມກັນຮ່ວມກັບຖານະປະໂລຫິດຂອງພຣະເຈົ້າ ໃນທົ່ວໂລກ. ຂ້າພະເຈົ້າຂອບໃຈຕໍ່ສັດທາ, ການຮັບໃຊ້, ແລະ ການອະທິຖານຂອງພວກທ່ານ.
ຂ່າວສານຂອງຂ້າພະເຈົ້າໃນແລງວັນນີ້ແມ່ນກ່ຽວກັບຖານະປະໂລຫິດແຫ່ງອາໂຣນ. ຂ່າວສານແມ່ນສຳລັບທຸກໆຄົນນຳອີກ ທີ່ໄດ້ຊ່ອຍເຫລືອໃຫ້ຄຳສັນຍາຂອງພຣະເຈົ້າໄດ້ບັນລຸຜົນ ສຳລັບຜູ້ທີ່ດຳລົງ “ຖານະປະໂລຫິດທີ່ຕ່ຳກວ່າ”1 ຕາມທີ່ໄດ້ກ່າວໄວ້ໃນພຣະຄຳພີ. ຖານະນັ້ນຍັງໄດ້ຖືກເອີ້ນວ່າເປັນຖານະປະໂລຫິດ ໃນຂັ້ນຕຽມ. ຂ້າພະເຈົ້າຈະປາໄສກ່ຽວກັບການຕຽມອັນດີເລີດນັ້ນແຫລະໃນແລງວັນນີ້.
ແຜນການວຽກງານຂອງພຣະເຈົ້າຕ້ອງມີການຕຽມພ້ອມ. ພຣະອົງໄດ້ຕຽມໂລກນີ້ເພື່ອໃຫ້ເຮົາໄດ້ມີປະສົບການໃນການທົດສອບ ແລະ ໂອກາດໃນຊີວິດມະຕະນີ້. ເມື່ອພວກເຮົາຢູ່ເທິງໂລກນີ້ ແມ່ນພວກເຮົາຢູ່ໃນ “ຂັ້ນຕຽມພ້ອມ” ຕາມທີ່ໄດ້ກ່າວໄວ້ໃນພຣະຄຳພີ.”2
ສາດສະດາແອວມາໄດ້ພັນລະນາເຖິງຄວາມຈຳເປັນທີ່ສຳຄັນໃນການຕຽມພ້ອມສຳລັບຊີວິດນິລັນດອນ ບ່ອນທີ່ພວກເຮົາອາດຈະຢູ່ນຳກັນເປັນຄອບຄົວນິລັນດອນກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ.
ເພິ່ນໄດ້ອະທິບາຍເຖິງການຕຽມພ້ອມວ່າ: “ມະນຸດທຸກຄົນຕ້ອງຕາຍ, ແມ່ນແລ້ວ, ຄວາມຕາຍນັ້ນທີ່ ແອມມິວເລັກໄດ້ເວົ້າເຖິງ ແມ່ນເປັນຄວາມຕາຍທາງຮ່າງກາຍ; ເຖິງຢ່າງໃດກໍຕາມ ຍັງມີຊ່ວງເວລາທີ່ມະນຸດຈະມີໂອກາດກັບໃຈ; ດັ່ງນັ້ນ ຊີວິດນີ້ຈຶ່ງກາຍເປັນຂັ້ນທົດລອງ; ເປັນເວລາທີ່ຕຽມພ້ອມທີ່ຈະພົບພຣະເຈົ້າ; ເປັນເວລາທີ່ຕຽມພ້ອມສຳລັບສະພາວະນິລັນດອນ ທີ່ພວກເຮົາໄດ້ເວົ້າເຖິງ ຊຶ່ງເປັນເວລາຫລັງຈາກການຟື້ນຄືນຊີວິດຂອງຄົນທີ່ຕາຍໄປແລ້ວ.”3
ເໝືອນດັ່ງເວລາທີ່ເພິ່ນໄດ້ໃຫ້ເຮົາໃຊ້ຊີວິດມະຕະເພື່ອຕຽມພ້ອມທີ່ຈະພົບພຣະເຈົ້າ, ເວລາທີ່ເພິ່ນໃຫ້ເຮົາຮັບໃຊ້ໃນຖານະປະໂລຫິດແຫ່ງອາໂຣນ ແມ່ນເປັນໂອກາດໃຫ້ເຮົາຕຽມພ້ອມຕົວເຮົາເອງໃຫ້ຮູ້ຈັກຊ່ອຍເຫລືອທີ່ຈຳເປັນແກ່ຄົນອື່ນໆ. ເຊັ່ນດຽວກັບພຣະຜູ້ເປັນເຈົ້າໄດ້ຊ່ອຍເຫລືອເຮົາໃຫ້ຜ່ານຜ່າການທົດສອບໃນຊີວິດມະຕະນີ້, ພຣະອົງກໍຍັງໄດ້ສົ່ງຄວາມຊ່ອຍເຫລືອມາໃຫ້ເຮົາ ໃນການຕຽມຖານະປະໂລຫິດຂອງເຮົາ.
ຂ່າວສານຂອງຂ້າພະເຈົ້າແມ່ນສຳລັບຜູ້ທີ່ພຣະເຈົ້າສົ່ງໄປຊ່ອຍຕຽມຜູ້ຈະດຳລົງຖານະປະໂລຫິດແຫ່ງອາໂຣນ ແລະ ຊ່ອຍຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນອີກດ້ວຍ. ຂ້າພະເຈົ້າເວົ້າຕໍ່ຜູ້ເປັນພໍ່, ຕໍ່ຜູ້ເປັນອະທິການ, ແລະ ຕໍ່ຜູ້ທີ່ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທັງຫລາຍ ຜູ້ຊຶ່ງພວກເຮົາໄວ້ໃຈໃຫ້ທ່ານເປັນຄົນຄຽງຂ້າງ ແລະ ເປັນຄູສອນຊາຍໜຸ່ມທັງຫລາຍ ທີ່ຢູ່ໃນຂັ້ນຕຽມຖານະປະໂລຫິດ.
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຄວາມກະຕັນຍູຕໍ່ທ່ານທັງຫລາຍໃນທົ່ວໂລກ ແລະ ຄົນທີ່ຮັບຊົມ ຮັບຟັງ ແລະ ອ່ານໃນພາຍຫລັງ.
ຖ້າຂ້າພະເຈົ້າບໍ່ເວົ້າເຖິງປະທານສາຂາ ແລະ ອະທິການຕອນຂ້າພະເຈົ້າຍັງນ້ອຍ ກໍຖືວ່າຂ້າພະເຈົ້າເປັນຄົນເມີນເສີຍ. ຂ້າພະເຈົ້າເປັນມັກຄະນາຍົກອາຍຸ 12 ປີ ໃນສາຂານ້ອຍໆໃນລັດທາງຕາເວັນອອກຂອງສະຫະລັດ. ສາຂານັ້ນນ້ອຍຫລາຍຈົນວ່າມີແຕ່ອ້າຍ ແລະ ຂ້າພະເຈົ້າເອງເທົ່ານັ້ນທີ່ເປັນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນຢູ່ຫັ້ນ ຈົນກວ່າພໍ່ຂອງຂ້າພະເຈົ້າ ຜູ້ທີ່ເປັນປະທານສາຂາໄດ້ເຊື້ອເຊີນຜູ້ຊາຍໄວກາງຄົນເຂົ້າຮ່ວມສາດສະໜາຈັກ.
ຜູ້ປ່ຽນໃຈໃໝ່ຄົນນັ້ນໄດ້ຮັບຖານະປະໂລຫິດແຫ່ງອາໂຣນ ແລະ ໄດ້ຖືກເອີ້ນໃຫ້ເປັນຜູ້ເບິ່ງແຍງຖານະປະໂລຫິດແຫ່ງອາໂຣນ. ຂ້າພະເຈົ້າຈື່ໄດ້ຄືກັບວ່າເປັນມື້ວານນີ້ແຫລະ. ຂ້າພະເຈົ້າຈື່ວ່າມີໃບໄມ້ທີ່ສວຍງາມຍາມລະດູໃບໄມ້ຫລົ່ນ ເມື່ອຜູ້ປ່ຽນໃຈໃໝ່ຄົນນັ້ນພາຂ້າພະເຈົ້າ ແລະ ອ້າຍຂ້າພະເຈົ້າໄປຊ່ອຍແມ່ໝ້າຍຄົນໜຶ່ງ ແຕ່ບໍ່ຈື່ວ່າໄປຊ່ອຍລາວເຮັດຫຍັງ ແຕ່ຈື່ວ່າອຳນາດແຫ່ງຖານະປະໂລຫິດໄດ້ຊ່ອຍເຮົາເຮັດ. ຂ້າພະເຈົ້າມາຮຽນຮູ້ພາຍຫລັງວ່າພຣະເຈົ້າໄດ້ກ່າວວ່າ ພວກເຮົາທຸກຄົນຕ້ອງເຮັດທຸກຢ່າງເພື່ອເຮົາຈະໄດ້ຮັບການອະໄພບາບ ແລະ ຕ້ອງຕຽມພົບກັບພຣະອົງ.
ບັດນີ້ ເມື່ອຂ້າພະເຈົ້າຫວນຄືນຫລັງຂ້າພະເຈົ້າຮູ້ສຶກເຖິງຄວາມກະຕັນຍູທີ່ປະທານສາຂາໄດ້ເອີ້ນຜູ້ປ່ຽນໃຈໃໝ່ນັ້ນມາຊ່ອຍພຣະເຈົ້າໃຫ້ຕຽມເດັກນ້ອຍຜູ້ຊາຍສອງຄົນ ແລ້ວພາຍຫລັງມາເຂົາເຈົ້າໄດ້ກາຍເປັນອະທິການທີ່ຖືກສັ່ງໃຫ້ໄປເບິ່ງແຍງຄົນຍາກຈົນ ແລະ ຄົນຂັດສົນ ແລະ ເປັນຜູ້ນຳໃນການຕຽມຖານະປະໂລຫິດນຳອີກ.
ຂ້າພະເຈົ້າຍັງເປັນອະທິການຢູ່ຕອນຄອບຄົວຂອງພວກເຮົາຍ້າຍໄປຫວອດໃຫຍ່ໃນລັດຢູທາ. ຕອນນັ້ນເປັນເທື່ອທຳອິດທີ່ຂ້າພະເຈົ້າຮູ້ສືກເຖິງອຳນາດຂອງກຸ່ມໂຄຣຳທັງໝົດໃນຖານະປະໂລຫິດ. ຕາມຈິງແລ້ວ, ມັນເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນ. ແລະ ຕໍ່ມາກໍເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຮູ້ສຶກເຖິງອຳນາດ ແລະ ພອນຂອງອະທິການເມື່ອເພິ່ນເປັນປະທານ ໃນກຸ່ມໂຄຣຳຂອງປະໂລຫິດ.
ອະທິການໄດ້ເອີ້ນຂ້າພະເຈົ້າໃຫ້ເປັນຜູ້ຊ່ອຍຄົນທຳອິດຂອງເພິ່ນໃນກຸ່ມໂຄຣຳປະໂລຫິດ. ຂ້າພະເຈົ້າຈື່ໄດ້ວ່າເພິ່ນເປັນຄົນສອນໂຄຣຳເອງ—ເຖິງວ່າເພິ່ນຫຍຸ້ງວຽກ, ແລະ ກໍມີຄົນອື່ນທີ່ມີພອນສະຫວັນທີ່ເພິ່ນສາມາດເອີ້ນໃຫ້ມາສອນພວກເຮົາກໍຕາມ. ເພິ່ນຈັດຕັ່ງອ້ອມເປັນວົງກົມໃນຫ້ອງຮຽນ. ເພິ່ນໄດ້ໃຫ້ຂ້າພະເຈົ້ານັ່ງຕັ່ງຕິດກັບເພິ່ນ, ທາງຂວາມື.
ຂ້າພະເຈົ້າໄດ້ຫລຽວຂ້າມບ່າເພິ່ນໄປເມື່ອເພິ່ນສອນ. ເພີ່ນຈະຫລຽວລົງເບິ່ງຂໍ້ຄວາມທີ່ຕີພິມໃນແຜ່ນພັບໜັງເກົ່າໆຢູ່ຕັກຂອງເພິ່ນເປັນບາງເທື່ອ ແລະ ເບິ່ງຂໍ້ຄວາມພຣະຄຳພີທີ່ໝາຍໄວ້ ແລະ ເປີດໄວ້ຢູ່ຫົວເຂົ່າອີກຂ້າງໜຶ່ງ. ຂ້າພະເຈົ້າຈື່ໄດ້ວ່າ ຕົນເອງຮູ້ສຶກຕື່ນເຕັ້ນເມື່ອເພິ່ນເລົ່າເລື່ອງຄວາມກ້າຫານຈາກພຣະທຳດານີເອນ ແລະ ປະຈັກປະຍານຂອງເພິ່ນເຖິງພຣະຜູ້ຊ່ອຍໃຫ້ລອດ, ອົງພຣະເຢຊູຄຣິດເຈົ້າ.
ຂ້າພະເຈົ້າຈະຈື່ຈຳສະເໝີວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນຄົນຢ່າງລະມັດລະວັງ ໃຫ້ແກ່ຜູ້ດຳລົງຖານະປະໂລຫິດຂອງພຣະອົງແນວໃດ ໃນການຕຽມ.
ອະທິການຂອງຂ້າພະເຈົ້າມີຜູ້ປຶກສາທີ່ດີເລີດ ແລະ ມີຫລາຍເທື່ອຂ້າພະເຈົ້າກໍບໍ່ເຂົ້າໃຈວ່າ ເປັນຫຍັງເພິ່ນຈຶ່ງໂທລະສັບຫາຂ້າພະເຈົ້າ ແລະ ເວົ້າວ່າ “ຮາລ, ຂ້ອຍຢາກໃຫ້ເຈົ້າເປັນຄູ່ຢ້ຽມຢາມນຳຂ້ອຍ”. ເທື່ອໜຶ່ງພວກເຮົາໄດ້ໄປຢາມແມ່ໝ້າຍທີ່ຢູ່ຄົນດຽວ ແລະ ບໍ່ມີອາຫານຢູ່ໃນເຮືອນທີ່ຈະກິນ. ຕອນເພິ່ນໄດ້ຢຸດລົດຂອງເພິ່ນ ແລ້ວໄດ້ເປີດພຣະຄຳພີຫົວເກົ່າໆຂອງເພິ່ນ ແລະ ບອກຂ້າພະເຈົ້າວ່າເປັນຫຍັງເພິ່ນຈຶ່ງເຮັດນຳແມ່ໝ້າຍຄົນນັ້ນແບບວ່າລາວມີອຳນາດທີ່ ບໍ່ພຽງແຕ່ຈະເບິ່ງແຍງຕົນເອງເທົ່ານັ້ນ ແຕ່ລາວຈະມີຄວາມສາມາດຊ່ອຍຄົນອື່ນໆໃນພາຍໜ້າໄດ້.
ມີເທື່ອອື່ນອີກທີ່ພວກເຮົາໄດ້ໄປຢາມຊາຍຄົນໜຶ່ງທີ່ບໍ່ໄດ້ໄປໂບດດົນແລ້ວ. ອະທິການຂອງຂ້າພະເຈົ້າໄດ້ເຊື້ອເຊີນລາວໃຫ້ໄປໂບດອີກ. ຂ້າພະເຈົ້າຮູ້ສຶກວ່າອະທິການມີຄວາມຮັກຕໍ່ຄົນທີ່ຂາດຄວາມຮັກ ແລະ ຄົນທີ່ທໍລະຍົດ.
ເທື່ອໜຶ່ງອີກ ພວກເຮົາໄດ້ຖືກສົ່ງໃຫ້ໄປຢາມເຮືອນຫລັງໜຶ່ງທີ່ພໍ່ແມ່ຂີ້ເຫລົ້າສັ່ງເດັກນ້ອຍຜູ້ຍິງສອງຄົນໄປເປີດປະຕູໃຫ້ພວກເຮົາ. ເດັກນ້ອຍຜູ້ຍິງສອງຄົນນັ້ນໄດ້ບອກພວກເຮົາຜ່ານຕານ່າງປະຕູວ່າ ພໍ່ແມ່ນອນຢູ່. ອະທິການໄດ້ເວົ້ານຳພວກເຂົາຕໍ່ ທັງຍິ້ມ ແລະ ຍ້ອງພວກເຂົາວ່າ ພວກເຂົາດີ ແລະ ມີຄວາມກ້າຫານຫລາຍ. ຂ້າພະເຈົ້າຄິດວ່າເພິ່ນຄືຈະເວົ້າເປັນເວລາ 10 ນາທີ ຫລື ດົນກ່ວານັ້ນ. ໃນຂະນະທີ່ຂ້າພະເຈົ້າ ຍ່າງອອກໄປພ້ອມກັບເພິ່ນ, ເພິ່ນໄດ້ເວົ້າຄ່ອຍໆວ່າ, “ມັນເປັນການຢ້ຽມຢາມທີ່ດີ. ພວກເດັກນ້ອຍເຫລົ່ານັ້ນ ຄົງບໍ່ລືມມື້ທີ່ເຮົາມາຢ້ຽມຢາມ.”
ພອນສອງປະການຂອງພອນຕ່າງໆທີ່ຄູ່ຖານະປະໂລຫິດອາວຸໂສສາມາດໃຫ້ເຮົາແມ່ນ ການເຊື່ອໃຈ ແລະຕົວຢ່າງຂອງຄວາມເອົາໃຈໃສ່. ຂ້າພະເຈົ້າເຫັນວ່າແມ່ນແທ້ ເມື່ອລູກຊາຍຂອງຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ເປັນຄູ່ຄູສອນປະຈຳບ້ານ ທີ່ມີປະສົບການຖານະປະໂລຫິດຫລາຍກວ່າລູກຊາຍ. ຄູ່ອາວຸໂສຂອງລາວເຄີຍເປັນປະທານເຜີຍແຜ່ສາດສະໜາສອງເທື່ອ ແລະ ເຄີຍຮັບໃຊ້ໃນຖານະຜູ້ນຳໃນຫລາຍໆໜ້າທີ່.
ກ່ອນເຂົາເຈົ້າໄປຢາມໜຶ່ງໃນຄອບຄົວທີ່ຖືກມອບໝາຍນັ້ນ ຜູ້ນຳຖານະປະໂລຫິດທີ່ມີປະສົບການນັ້ນໄດ້ຖືກຂໍໃຫ້ໄປຢາມລູກຊາຍຂອງຂ້າພະເຈົ້າຢູ່ບ້ານກ່ອນ. ເຂົາເຈົ້າໄດ້ອະນຸຍາດໃຫ້ຂ້າພະເຈົ້ານັ່ງຟັງ. ຄູ່ຢ້ຽມສອນທີ່ອາວຸໂສກວ່າໄດ້ເລີ່ມດ້ວຍການອະທິຖານເພື່ອຂໍການຊ່ອຍເຫລືອ. ແລ້ວເພິ່ນເວົ້າແນວນີ້ກັບລູກຊາຍກັບຂ້າພະເຈົ້າວ່າ: “ຂ້ອຍຄິດວ່າ ເຮົາຄວນສອນບົດຮຽນເພື່ອໃຫ້ເຂົ້າເຈົ້າຟັງແບບວ່າ ຮຽກຮ້ອງໃຫ້ຄອບຄົວນີ້ກັບໃຈ. ຂ້ອຍຄິດວ່າ ເຂົາເຈົ້າຄົງຈະບໍ່ຮັບເອົາມັນໄດ້ດີຈາກຂ້າພະເຈົ້າ. ເຂົາເຈົ້າຈະຍອມຮັບຂ່າວສານນີ້ຈາກເຈົ້າດີກວ່າ. ເຈົ້າຄິດວ່າແນວໃດ?”
ຂ້າພະເຈົ້າຍັງຈື່ດວງຕາທີ່ຢ້ານກົວຂອງລູກຊາຍຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶຶກດີໃຈໃນຕອນນັ້ນ ເມື່ອລູກຊາຍຂອງຂ້າພະເຈົ້າຍອມຮັບເອົາການໄວ້ວາງໃຈນັ້ນ.
ມັນບໍ່ແມ່ນເຫດບັງເອີນ ທີ່ອະທິການໃຫ້ສອງຄົນນັ້ນເປັນຄູ່ກັນ. ມັນແມ່ນໂດຍການຕຽມພ້ອມທີ່ຮອບຄອບ ທີ່ຄູ່ອາວຸໂສໄດ້ຮູ້ຈັກຄວາມຮູ້ສຶກຂອງຄອບຄົວນັ້ນກ່ອນທີ່ຈະໄປສອນເຂົາເຈົ້າ. ມັນແມ່ນການດົນໃຈທີ່ເພິ່ນຮູ້ສຶກວ່າ ຕົນເອງບໍ່ຄວນຈະເປັນຜູ້ສອນ ແຕ່ໃຫ້ເຊື່ອໃຈຄົນໜຸ່ມທີ່ຂາດປະສົບການໃນການເອີ້ນລູກຂອງພຣະເຈົ້າໃຫ້ກັບໃຈ ແລະ ຫວນຄືນສູ່ຄວາມປອດໄພ.
ຂ້າພະເຈົ້າບໍ່ຮູ້ວ່າການຢ້ຽມຢາມນັ້ນເປັນແນວໃດ ແຕ່ຂ້າພະເຈົ້າຮູ້ວ່າ ອະທິການ ຜູ້ທີ່ເປັນຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ພຣະຜູ້ເປັນເຈົ້າ ໄດ້ຕຽມເດັກຊາຍຄົນໜຶ່ງໃຫ້ເປັນຜູ້ຊາຍທີ່ດຳລົງຖານະປະໂລຫິດ ແລະ ເປັນອະທິການໃນມື້ໜຶ່ງ.
ບັດນີ້ ທ່ານຈະຄຸ້ນເຄີຍກັບເລື້ອງຄວາມສຳເລັດກ່ຽວກັບການຕຽມພ້ອມສຳລັບຖານະປະໂລຫິດ ເພາະທ່ານເຄີຍໄດ້ເຫັນ ແລະ ໄດ້ມີປະສົບການໃນຊີວິດຕົນເອງແລ້ວ. ທ່ານເຄີຍຮູ້ ແລະ ເຄີຍເປັນອະທິການ, ເປັນຄູ່, ແລະ ເປັນພໍ່ແມ່ແບບນັ້ນມາກ່ອນແລ້ວ. ທ່ານເຄີຍເຫັນຝີມືຂອງພຣະເຈົ້າໃນການຕຽມພ້ອມຕໍ່ໜ້າທີ່ຖານະປະໂລຫິດ ຊຶ່ງພຣະອົງຮູ້ວ່າມັນຢູ່ພາຍໜ້າທ່ານ.
ພວກເຮົາທຸກຄົນທີ່ມີຖານະປະໂລຫິດ ແມ່ນມີພັນທະທີ່ຕ້ອງຊ່ອຍພຣະເຈົ້າໃນການຕຽມຄົນອື່ນໆ. ມີບາງອັນທີ່ເຮົາສາມາດເຮັດໄດ້ເພື່ອໃຫ້ບັນລຸຜົນສຳເລັດຢ່າງເຕັມປ່ຽມ. ສິ່ງທີ່ໜັກແໜ້ນຫລາຍກວ່າຄຳເວົ້າໃນການສັ່ງສອນຂອງພວກເຮົາ ແມ່ນການເປັນຕົວຢ່າງຂອງພວກເຮົາຕາມການໃຊ້ຊີວິດຕາມຄຳສອນ.
ສິ່ງທີ່ສຳຄັນຫລາຍໃນການຮັບໃຊ້ຂອງຖານະປະໂລຫິດແມ່ນການເຊື້ອເຊີນຄົນທັງຫລາຍໃຫ້ມາສູ່ພຣະຄຣິດ ໂດຍທາງສັດທາ, ການກັບໃຈ, ຮັບບັບຕິສະມາ, ແລະ ຮັບພຣະວິນຍານບໍລິສຸດ. ຕົວຢ່າງ ປະທານທອມມັສ ແອັສ ມອນສັນ ໄດ້ໃຫ້ຄຳປາໄສທີ່ດຶງດູດຄວາມສົນໃຈກ່ຽວກັບຄຳສອນເຫລົ່ານັ້ນ. ແຕ່ສິ່ງທີ່ຂ້າພະເຈົ້າຮູ້ກ່ຽວກັບສິ່ງທີ່ເພິ່ນໄດ້ເຮັດກັບຜູ້ຄົນ, ຜູ້ສອນສາດສະໜາ, ແລະ ໝູ່ເພື່ອນຂອງສາດສະໜາຈັກ ເມື່ອເພິ່ນເປັນຜູ້ຄວບຄຸມໂຄງການເຜີຍແຜ່ໃນເມືອງ ໂທຣົນໂທ ໄດ້ຊຸກຍູ້ໃຫ້ຂ້າພະເຈົ້າເປັນຜູ້ລົງມືເຮັດ.
ໃນການຕຽມຂອງຖານະປະໂລຫິດ ຄຳເວົ້າທີ່ວ່າ “ເຮັດໃຫ້ຂ້ອຍເບິ່ງ” ມີຄວາມສຳຄັນຫລາຍກວ່າຄຳວ່າ “ບອກຂ້ອຍ.”
ດັ່ງນັ້ນແຫລະ ພຣະຄຳພີຈຶ່ງເປັນສິ່ງສຳຄັນໃນການຕຽມພວກເຮົາສຳລັບຖານະປະໂລຫິດ. ມັນເຕັມໄປດ້ວຍຕົວຢ່າງຕ່າງໆ. ຂ້າພະເຈົ້າຮູ້ສຶກຄືກັນກັບວ່າ ໄດ້ເຫັນແອວມາ ເຮັດຕາມຄຳສັ່ງຂອງທູດ ແລ້ວເພິ່ນຟ້າວກັບໄປສອນຄົນທີ່ຊົ່ວຮ້າຍທີ່ປະຕິເສດເພິ່ນໃນເມືອງອຳໂມນໄນຫາ.4 ຂ້າພະເຈົ້າສາມາດຮູ້ສຶກເຖິງຄວາມເຍືອກເຢັນໃນຄຸກ ເມື່ອພຣະເຈົ້າໄດ້ບອກສາດສະດາ ໂຈເຊັບ ສະມິດ ວ່າໃຫ້ມີຄວາມກ້າຫານ ແລະ ເພິ່ນໄດ້ຮັບຄວາມຄຸ້ມຄອງ.5 ດ້ວຍການມີຮູບພາບພຣະຄຳພີໃນຈິດໃຈ ພວກເຮົາສາມາດຕຽມພ້ອມທີ່ຈະມີຄວາມອົດທົນໃນການຮັບໃຊ້ ເມື່ອເຮົາຮູ້ສຶກວ່າມັນຍາກລຳບາກ.
ຜູ້ເປັນພໍ່ ຫລື ອະທິການ ຫລື ຄູສອນປະຈຳບ້ານຜູ້ອາວຸໂສ ຜູ້ທີ່ສະແດງໃຫ້ເຫັນວ່າເພິ່ນເຊື່ອໃຈໃນຜູ້ດຳລົງຖານະປະໂລຫິດຜູ້ໜຸ່ມນ້ອຍ ສາມາດປ່ຽນແປງຊີວິດຂອງລາວໄດ້. ຜູ້ໜຶ່ງໃນສະພາອັກຄະສາວົກສິບສອງ ເຄີຍຂໍໃຫ້ພໍ່ຂອງຂ້າພະເຈົ້າຂຽນຈົດໝາຍສັ້ນເທື່ອໜຶ່ງກ່ຽວກັບ ວິທະຍາສາດກັບສາດສະໜາ. ພໍ່ຂອງຂ້າພະເຈົ້າເປັນນັກວິທະຍາສາດທີ່ໂດ່ງດັງ ແລະ ເປັນຜູ້ດຳລົງຖານະປະໂລຫິດທີ່ເຕັມໄປດ້ວຍສັດທາ. ແຕ່ຂ້າພະເຈົ້າຍັງຈື່ໄດ້ຕອນທີ່ເພິ່ນຍື່ນເຈ້ຍທີ່ເພິ່ນຂຽນໃຫ້ຂ້າພະເຈົ້າ ແລະ ເວົ້າວ່າ “ເບິ່ງນີ້ ພໍ່ຢາກໃຫ້ລູກອ່ານເຈ້ຍນີ້ກ່ອນພໍ່ສົ່ງໄປຫາອັກຄະສາວົກສິບສອງ ລູກຈະຮູ້ວ່າມັນຖືກຫລືບໍ່.” ພໍ່ມີອາຍຸແກ່ກວ່າຂ້າພະເຈົ້າ 32 ປີ, ແລະ ເພິ່ນກໍສະຫລາດຫລາຍກວ່າຂ້າພະເຈົ້າຕັ້ງຫລາຍເທົ່າ.
ຂ້າພະເຈົ້າເພີ່ມພະລັງຈາກຄວາມໄວ້ວາງໃຈຂອງພໍ່ ແລະ ເປັນຜູ້ດຳລົງຖານະປະໂລຫິດທີ່ເລີດລ້ຳຄົນໜຶ່ງ. ຂ້າພະເຈົ້າຮູ້ວ່າ ບໍ່ແມ່ນຍ້ອນວ່າ ພໍ່ໄວ້ວາງໃຈຂ້າພະເຈົ້າ ແຕ່ແມ່ນພຣະເຈົ້າທີ່ສາມາດບອກ ແລະ ຈະບອກຂ້າພະເຈົ້າໄດ້ວ່າອັນໃດເປັນຄວາມຈິງ. ຄູ່ທີ່ມີປະສົບການສາມາດເປັນພອນແກ່ຜູ້ດຳລົງຖານະປະໂລຫິດໜຸ່ມໃນການຕຽມພ້ອມ ເມື່ອໃດກໍຕາມທີ່ທ່ານສາມາດເຮັດໃຫ້ເຂົາເຫັນວ່າທ່ານໄວ້ວາງໃຈເຂົາ. ມັນຈະຊ່ອຍເຂົາໃຫ້ໄວ້ວາງໃຈໃນຄວາມຮູ້ສຶກອັນດີງາມຂອງການດົນໃຈສຳລັບຕົນເອງ ເມື່ອເຂົາມີໂອກາດໃນພາຍໜ້າ ເມື່ອວາງມືຂອງເຂົາເທິງຫົວເດັກນ້ອຍເພື່ອຜະນຶກພອນໃຫ້ເດັກນ້ອຍຫາຍປ່ວຍ ເມື່ອທ່ານໝໍບອກວ່າເດັກນ້ອຍນັ້ນຈະຕາຍ. ຄວາມໄວ້ວາງໃຈນັ້ນໄດ້ຊ່ອຍຂ້າພະເຈົ້າຫລາຍກ່ວາເທື່ອໜຶ່ງມາແລ້ວ.
ຄວາມສຳເລັດໃນການຕຽມພ້ອມຄົນອື່ນສຳລັບຖານະປະໂລຫິດ ແມ່ນຂຶ້ນຢູ່ກັບສ່ວນທີ່ວ່າພວກເຮົາຮັກເຂົາເຈົ້າຫລາຍປານໃດ. ມັນກໍຈະແມ່ນແທ້ເມື່ອພວກເຮົາຕ້ອງໄດ້ສິດສອນເຂົາເຈົ້າ. ໃຫ້ຄິດເຖິງຕອນທີ່ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ບາງທີຢູ່ທີ່ໂຕະສິນລະລຶກ, ຄົນໜຶ່ງເຮັດຜິດເມື່ອເຮັດພິທີ. ນັ້ນມັນເປັນຄວາມຜິດຮ້າຍແຮງ. ບາງເທື່ອຄວາມຜິດນັ້ນກໍຕ້ອງມີການແກ້ໄຂທາງສາທາລະນະດ້ວຍການທີ່ອາດມີຄວາມເສຍໃຈ, ມີຄວາມຂາຍໜ້າ, ແລະ ຈົນເຖິງການຖືກປະຕິເສດ.
ທ່ານຄົງຈື່ຈຳຄຳແນະນຳຂອງພຣະເຈົ້າໄດ້ ທີ່ວ່າ ພວກເຮົາຄວນຕິຕຽນດ້ວຍຄວາມສຽບຂາດ, ເມື່ອໄດ້ຮັບການກະຕຸ້ນໂດຍພຣະວິນຍານບໍລິສຸດ; ແລະ ຈາກນັ້ນ ໃນເວລາຕໍ່ມາຈົ່ງສະແດງຄວາມຮັກຫລາຍຂຶ້ນຕໍ່ຄົນທີ່ທ່ານຕິຕຽນ ຖ້າບໍ່ດັ່ງນັ້ນເຂົາຈະຖືວ່າທ່ານເປັນສັດຕູຂອງເຂົາ.6
ຄຳວ່າ ຕື່ມອີກ ມີຄວາມໝາຍພິເສດໃນການຕຽມຜູ້ດຳລົງຖານະປະໂລຫິດເມື່ອເຂົາເຈົ້າຕ້ອງຖືກສິດສອນ. ຄຳເວົ້ານັ້ນໄດ້ແນະນຳໃຫ້ຕື່ມເຕີມຄວາມຮັກທີ່ມີຢູ່ກ່ອນແລ້ວ. ການສະແດງໃຫ້ເຫັນແມ່ນກ່ຽວກັບການຕື່ມ. ສຳລັບທ່ານຜູ້ທີ່ຕຽມຜູ້ດຳລົງຖານະປະໂລຫິດຈະເຫັນເຂົາເຈົ້າເຮັດຜິດພາດ. ກ່ອນເຂົາເຈົ້າຈະໄດ້ຮັບຄຳຕັກເຕືອນຈາກທ່ານ, ເຂົາເຈົ້າຕ້ອງຮູ້ສຶກເຖິງຄວາມຮັກຂອງທ່ານຕອນຕົ້ນໆຢ່າງສະໝ່ຳສະເໝີ. ເຂົາເຈົ້າຕ້ອງໄດ້ຍິນຄຳຍ້ອງຍໍດ້ວຍຄວາມຈິງໃຈຂອງທ່ານ ກ່ອນເຂົາເຈົ້າຈະຮັບເອົາຄຳຕັກເຕືອນຈາກທ່ານ.
ພຣະເຈົ້າເອງຖືວ່າຜູ້ທີ່ມີຖານະປະໂລຫິດທີ່ຕ່ຳກວ່າຈະໃຫ້ຄວາມເຄົາລົບຕໍ່ຄວາມສາມາດໃນຕົວຂອງເຂົາເຈົ້າ ແລະ ເຂົາເຈົ້າມີຄຸນຄ່າຕໍ່ພຣະອົງ. ຈົ່ງຟັງຖ້ອຍຄຳເຫລົ່ານີ້, ຊຶ່ງກ່າວໂດຍໂຢຮັນ ບັບຕິດ ເມື່ອຖານະປະໂລຫິດແຫ່ງອາໂຣນໄດ້ຖືກຟື້ນຟູຄືນມາໃໝ່ ທີ່ວ່າ ແກ່ທ່ານເພື່ອນຜູ້ຮັບໃຊ້ຂອງຂ້າພະເຈົ້າໃນພຣະນາມຂອງພຣະເມຊີ ຂ້າພະເຈົ້າປະທານຖານະປະໂລຫິດແຫ່ງອາໂຣນໃຫ້ ຊຶ່ງຖືກະແຈການປະຕິບັດສາດສະໜາກິດຂອງທູດ ແລະ ຂອງພຣະກິດຕິຄຸນແຫ່ງການກັບໃຈ ແລະ ຂອງບັບຕິສະມາໂດຍລົງໄປໃນນ້ຳໝົດທັງຕົວ ເພື່ອການປົດບາບ ແລະ ອຳນາດນີ້ຈະບໍ່ຖືກເອົາໄປຈາກແຜ່ນດິນໂລກອີກຕໍ່ໄປ ຈົນກວ່າບຸດຂອງເລວີຈະຖະຫວາຍເຄື່ອງບູຊາຕໍ່ພຣະເຈົ້າອີກໃນຄວາມຊອບທຳ.7
ຖານະປະໂລຫິດແຫ່ງອາໂຣນເປັນສ່ວນຕໍ່ເຕີມໃສ່ຖານະປະໂລຫິດແຫ່ງເມນຄີເສເດັກທີ່ສູງກວ່າ.8 ໃນຖານະປະທານຂອງຖານະປະໂລຫິດທັງຫລາຍ, ປະທານຂອງສາດສະໜາຈັກຍັງເປັນຜູ້ຄວບຄຸມການຕຽມພ້ອມຖານະປະໂລຫິດນຳອີກ. ເປັນຫລາຍໆປີມາທີ່ຂ່າວສານຂອງເພິ່ນແມ່ນໄປກູ້ໄພ ມັນເໝາະກັບຄຳສັ່ງທີ່ວ່າໃຫ້ນຳພຣະກິດຕິຄຸນແຫ່ງການກັບໃຈ ແລະ ການຮັບບັບຕິສະມາໄປສູ່ຄົນອື່ນໆ.
ກຸ່ມຂອງມັກຄະນາຍົກ, ຄູສອນ, ແລະ ປະໂລຫິດ ໄດ້ແນະນຳເປັນປະຈຳວ່າໃຫ້ນຳສະມາຊິກທຸກຄົນຂອງໂຄຣຳມາສູ່ພຣະເຈົ້າ. ປະທານສູງສຸດມອບໝາຍໃຫ້ສະມາຊິກຍື່ນມືໄປຊ່ອຍເຫລືອຄົນອື່ນດ້ວຍສັດທາ ແລະ ດ້ວຍຄວາມຮັກ. ມັກຄະນາຍົກຢາຍສິນລະລຶກດ້ວຍຄວາມຄາລະວະ ແລະ ດ້ວຍສັດທາ ເພື່ອໃຫ້ສະມາຊິກຮູ້ສຶກເຖິງຜົນສະທ້ອນຂອງການໄຖ່ບາບ ແລະ ມີຄວາມຕັ້ງໃຈທີ່ຈະຮັກສາພຣະບັນຍັດ ເມື່ອເຂົາເຈົ້າມີສ່ວນຮ່ວມໃນສັນຍາລັກທີ່ສັກສິດນັ້ນ.
ຄູສອນ ແລະ ປະໂລຫິດ ອະທິຖານກັບຄູ່ຂອງເຂົາເຈົ້າໃຫ້ໄດ້ຮັບຜົນບັນລຸໃນການເບິ່ງແຍງສາດສະໜາຈັກເທື່ອລະຄົນ. ຄູ່ເຫລົ່ານັ້ນໄດ້ອະທິຖານນຳກັນ ເມື່ອເຂົາເຈົ້າຮູ້ເຖິງຄວາມຕ້ອງການ ແລະ ຄວາມຫວັງຂອງຫົວໜ້າຄອບຄົວຕ່າງໆ. ເມື່ອເຮັດເຊັ່ນນັ້ນ ແມ່ນເຂົາເຈົ້າກຳລັງຕຽມສຳລັບວັນຂ້າງໜ້າທີ່ຍິ່ງໃຫຍ່ ເມື່ອເຂົາເຈົ້າກາຍເປັນຫົວໜ້າຄອບຄົວດ້ວຍສັດທາໃນຄອບຄົວຂອງເຂົາເຈົ້າເອງ.
ຂ້າພະເຈົ້າເປັນພະຍານວ່າທຸກຄົນທີ່ຮັບໃຊ້ຮ່ວມກັນໃນຖານະປະໂລຫິດ ແມ່ນກຳລັງຕຽມຜູ້ຄົນໃນການສະເດັດມາຂອງພຣະເຈົ້າ ມາສູ່ສາດສະໜາຈັກຂອງພຣະອົງ. ພຣະເຈົ້າຊົງພຣະຊົນຢູ່. ຂ້າພະເຈົ້າຮູ້—ຂ້າພະເຈົ້າຮູ້ວ່າ—ພຣະເຢຊູເປັນພຣະຄຣິດ ແລະ ພຣະອົງຮັກພວກເຮົາ. ປະທານ ທອມມັສ ແອັສ ມອນສັນ ເປັນສາດສະດາໃນປະຈຸບັນຂອງພຣະເຈົ້າ. ຂ້າພະເຈົ້າຂໍກ່າວສິ່ງເຫລົ່ານີ້ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ. ອາແມນ.