ການເປີດເຜີຍທີ່ຕໍ່ເນື່ອງ
ການຕັດສິນ ແລະ ຄວາມຄິດທີ່ມີເຫດຜົນຂອງມະນຸດ ຈະບໍ່ພຽງພໍ ທີ່ຈະໄດ້ຮັບຄຳຕອບ ຕໍ່ຄຳຖາມທີ່ສຳຄັນທີ່ສຸດໃນຊີວິດ. ເຮົາຕ້ອງການ ການເປີດເຜີຍຈາກພຣະເຈົ້າ.
ໃນມື້ນີ້ ຂ້າພະເຈົ້າຫວັງວ່າເຮົາທຸກຄົນຈະຮູ້ສຶກເຖິງຄວາມຮັກ ແລະ ຄວາມສະຫວ່າງຈາກພຣະເຈົ້າ. ມີຜູ້ຄົນຢ່າງຫລວງຫລາຍທີ່ຮັບຟັງຮັບຊົມມື້ນີ້ ຜູ້ຮູ້ສຶກຢາກໄດ້ພອນແຫ່ງການເປີດເຜີຍຫລາຍທີ່ສຸດ ຈາກພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ.
ສຳລັບປະທານເຜີຍແຜ່, ຄົງເປັນຄຳອະທິຖານດ້ວຍການອ້ອນວອນ ເພື່ອຈະໄດ້ຮູ້ຈັກວິທີທີ່ຈະໃຫ້ກຳລັງໃຈຜູ້ສອນສາດສະໜາທີ່ກຳລັງດີ້ນລົນ. ສຳລັບຜູ້ເປັນພໍ່ ຫລື ແມ່ ໃນສະຖານທີ່ ທີ່ມີສົງຄາມເກີດຂຶ້ນຢູ່ໃນໂລກ, ຈະມີຄວາມຕ້ອງການທີ່ແຕກຕ່າງ ຢາກຮູ້ວ່າຄວນພາຄອບຄົວໄປຫາບ່ອນປອດໄພ ຫລື ຈະອາໄສຢູ່ບ່ອນເກົ່າ. ປະທານສະເຕກຫລາຍຮ້ອຍຄົນໄດ້ອະທິຖານໃນມື້ນີ້ ເພື່ອຈະໄດ້ຮູ້ຈັກວິທີທີ່ຈະຊ່ອຍພຣະຜູ້ເປັນເຈົ້າ ຊອກຫາແກະທີ່ຫລົງທາງໄປ. ແລະ ສຳລັບສາດສະດາ, ເພື່ອຈະໄດ້ຮູ້ຈັກສິ່ງທີ່ພຣະຜູ້ເປັນເຈົ້າຈະໃຫ້ເພິ່ນກ່າວຕໍ່ສາດສະໜາຈັກ ແລະ ຕໍ່ໂລກທີ່ເຕັມໄປດ້ວຍຄວາມວຸ້ນວາຍ.
ເຮົາທຸກຄົນຮູ້ວ່າ ການຕັດສິນ ແລະ ຄວາມຄິດທີ່ມີເຫດຜົນຂອງມະນຸດ ຈະບໍ່ພຽງພໍ ທີ່ຈະໄດ້ຮັບຄຳຕອບ ຕໍ່ຄຳຖາມທີ່ສຳຄັນທີ່ສຸດໃນຊີວິດ. ເຮົາຕ້ອງການ ການເປີດເຜີຍຈາກພຣະເຈົ້າ. ແລະ ເຮົາຕ້ອງການ ຫລາຍກວ່າການເປີດເຜີຍເທື່ອດຽວໃນເວລາທີ່ມີຄວາມກົດດັນ, ແຕ່ເຮົາຕ້ອງຕໍ່ອາຍຸຂອງການເປີດເຜີຍນັ້ນ ຕະຫລອດ. ບໍ່ແມ່ນວ່າເຮົາຕ້ອງການຄວາມເຂົ້າໃຈ ແລະ ການປອບໂຍນແຕ່ເທື່ອດຽວ, ແຕ່ເຮົາຕ້ອງຕິດຕໍ່ນຳພຣະເຈົ້າເປັນປະຈຳ.
ສາດສະໜາຈັກທີ່ຕັ້ງຢູ່ໃນເວລານີ້ ແມ່ນມາຈາກຊາຍໜຸ່ມທີ່ຮູ້ຈັກຄວາມຈິງ. ໂຢເຊັບ ສະມິດ ໜຸ່ມຮູ້ວ່າ ລາວບໍ່ສາມາດຮູ້ດ້ວຍຕົນເອງວ່າ ລາວຄວນເຂົ້າຮ່ວມສາດສະໜາຈັກແຫ່ງໃດ. ສະນັ້ນ ລາວຈຶ່ງໄດ້ໄປທູນຖາມພຣະເຈົ້າ ຕາມທີ່ພຣະທຳຢາໂກໂບ ໄດ້ແນະນຳ. ພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງ ໄດ້ມາປະກົດຢູ່ໃນປ່າ. ທັງສອງພຣະອົງໄດ້ຕອບຄຳຖາມທີ່ໂຈເຊັບບໍ່ສາມາດທີ່ຈະແກ້ໄຂ.
ບໍ່ພຽງແຕ່ເພິ່ນໄດ້ຖືກເອີ້ນໂດຍພຣະເຈົ້າໃນເວລານັ້ນ ເພື່ອໃຫ້ຈັດຕັ້ງສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດຂຶ້ນເທົ່ານັ້ນ, ແຕ່ມີອຳນາດທີ່ຖືກຟື້ນຟູຄືນມາໃໝ່ໃນນັ້ນ ເພື່ອນຳພຣະວິນຍານບໍລິສຸດກັບຄືນມາ ເພື່ອວ່າການເປີດເຜີຍຈາກພຣະເຈົ້າຈະດຳເນີນຕໍ່ໄປ.
ປະທານບອຍ ເຄ ແພ໊ກເກີ ໄດ້ບັນຍາຍເຖິງເຄື່ອງໝາຍຂອງສາດສະໜາຈັກທີ່ແທ້ຈິງ ໃນທາງນີ້ວ່າ: “ມີການເປີດເຜີຍຕໍ່ໄປໃນສາດສະໜາຈັກ: ສາດສະດາໄດ້ຮັບມັນສຳລັບສາດສະໜາຈັກ; ປະທານໄດ້ຮັບມັນສຳລັບສະເຕກ, ທ້ອງຖິ່ນ, ຫລື ກຸ່ມໂຄຣຳຂອງຕົນ; ອະທິການໄດ້ຮັບມັນສຳລັບຫວອດ; ພໍ່ໄດ້ຮັບມັນສຳລັບຄອບຄົວ, ບຸກຄົນໄດ້ຮັບມັນສຳລັບຕົນເອງ.”1
ຂັ້ນຕອນຂອງການເປີດເຜີຍທີ່ເລີດລ້ຳດັ່ງກ່າວໄດ້ເລີ່ມຕົ້ນ, ສິ້ນສຸດລົງ, ແລະ ສືບຕໍ່ ເມື່ອເຮົາຮັບເອົາການເປີດເຜີຍສ່ວນຕົວ. ໃຫ້ນີໄຟຜູ້ຍິ່ງໃຫຍ່ ລູກຊາຍຂອງລີໄຮ ເປັນຕົວຢ່າງຂອງເຮົາ. ບິດາຂອງເພິ່ນເຫັນພາບນິມິດໃນຄວາມຝັນ. ຄົນອື່ນໆໃນຄອບຄົວຂອງນີໄຟ ຄິດວ່າຄວາມຝັນຂອງລີໄຮຄືຫລັກຖານຂອງຄວາມປັ່ນປ່ວນໃນສະໝອງ. ຄວາມຝັນນັ້ນຮ່ວມທັງພຣະບັນຊາຈາກພຣະເຈົ້າ ໃຫ້ພວກລູກຊາຍຂອງລີໄຟໄປຊ່ຽງຊີວິດ ໃນການກັບຄືນໄປນະຄອນເຢຣູຊາເລັມ ເພື່ອໄປເອົາແຜ່ນຈາຣຶກ ທີ່ບັນຈຸພຣະຄຳຂອງພຣະເຈົ້າ ເພື່ອວ່າເຂົາເຈົ້າຈະໄດ້ເອົາມັນໄປແຜ່ນດິນແຫ່ງຄຳສັນຍາກັບເຂົາເຈົ້າ.
ເຮົາມັກຈະກ່າວເຖິງຄຳປະກາດຄວາມກ້າຫານຂອງນີໄຟ ເມື່ອບິດາຂອງເພິ່ນຂໍໃຫ້ເຂົາເຈົ້າກັບໄປນະຄອນເຢຣູຊາເລັມ. ທ່ານຄົງຮູ້ຈັກຄຳນັ້ນດີ ທີ່ວ່າ: “ເຮົາຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ.”2
ເມື່ອລີໄຮໄດ້ຍິນນີໄຟກ່າວຖ້ອຍຄຳເຫລົ່ານັ້ນ, ພຣະຄຳພີບອກວ່າ ເພິ່ນ “ກໍດີໃຈຢ່າງຍິ່ງ.”3 ເພິ່ນດີໃຈ ເພາະເພິ່ນຮູ້ວ່າ ນີໄຟໄດ້ຮັບພອນເພາະລາວໄດ້ຢືນຢັນຕໍ່ການເປີດເຜີຍ ວ່າຄວາມຝັນຂອງພໍ່ຂອງລາວເປັນການສື່ສານຈາກພຣະເຈົ້າ. ນີໄຟບໍ່ໄດ້ເວົ້າວ່າ, “ເຮົາຈະໄປ ແລະ ເຮັດສິ່ງທີ່ບິດາບັນຊາ.” ແຕ່ລາວໄດ້ກ່າວວ່າ, “ເຮົາຈະໄປ ແລະ ເຮັດສິ່ງທີ່ພຣະເຈົ້າບັນຊາ.”
ຈາກປະສົບການໃນຄອບຄົວຂອງທ່ານເອງ, ທ່ານກໍຮູ້ວ່າ ເປັນຫຍັງລີໄຮຈຶ່ງ “ດີໃຈຫລາຍ.” ເພິ່ນດີໃຈຈາກການຮູ້ວ່າ ນີໄຟໄດ້ຢືນຢັນຕໍ່ການເປີດເຜີຍ.
ພໍ່ແມ່ຫລາຍຄົນໄດ້ຕັ້ງກົດໃຫ້ຄອບຄົວ ເຊັ່ນລູກຜູ້ໄວລຸ້ນຕ້ອງກັບມາບ້ານຈັກໂມງໃນຕອນກາງຄືນ. ແຕ່ໃຫ້ຄິດກ່ຽວກັບຄວາມດີໃຈຂອງພໍ່ແມ່ເມື່ອເຂົາເຈົ້າຮູ້ ເມື່ອສອງສາມອາທິດແລ້ວນີ້ ລູກຜູ້ໄດ້ຍ້າຍອອກເຮືອນໄປ ບໍ່ພຽງແຕ່ຮັກສາກົດຫ້າມບໍ່ໃຫ້ອອກນອກບ້ານເທົ່ານັ້ນ ແຕ່ໄດ້ຮັກສາວັນຊະບາໂຕຂອງນາງນຳອີກ ດັ່ງທີ່ນາງໄດ້ຖືກສິດສອນຢູ່ໃນບ້ານ. ການເປີດເຜີຍຂອງພໍ່ແມ່ ໄດ້ມີຜົນກະທົບອັນຍາວນານ ໃນການເປີດເຜີຍເປັນສ່ວນຕົວ ທີ່ສືບຕໍ່ໃນຕົວຂອງລູກ.
ແມ່ຂອງຂ້າພະເຈົ້າຄົງເຂົ້າໃຈດີກ່ຽວກັບຫລັກທຳຂອງການເປີດເຜີຍ. ຄາວຂ້າພະເຈົ້າຍັງໜຸ່ມ, ຂ້າພະເຈົ້າໄດ້ປິດປະຕູຫລັງບ້ານແບບຄ່ອຍໆ ຕອນຂ້າພະເຈົ້າກັບບ້ານໃນຕອນເດິກ. ຂ້າພະເຈົ້າຕ້ອງຍ່າງຜ່ານປະຕູຫ້ອງນອນຂອງແມ່ໄປຫາຫ້ອງຂອງຂ້າພະເຈົ້າ. ເຖິງແມ່ນຂ້າພະເຈົ້າຈະຍ່າງຄ່ອຍໆປານໃດກໍຕາມ, ເມື່ອຂ້າພະເຈົ້າໄປເຖິງປະຕູຫ້ອງເພິ່ນ, ຂ້າພະເຈົ້າຈະໄດ້ຍິນສຽງເພິ່ນຮ້ອງຊື່ຂອງຂ້າພະເຈົ້າ, “ຮາລ. ເຂົ້າມານີ້ບຶດໜຶ່ງ.”
ຂ້າພະເຈົ້າໄດ້ເຂົ້າໄປ ແລະ ນັ່ງຢູ່ຂອບຕຽງ. ຫ້ອງນອນມືດ. ຖ້າທ່ານເຄີຍໄດ້ຍິນ, ທ່ານຄົງຄິດວ່າ ເປັນການເວົ້າລົມກັນແບບທຳມະດາກ່ຽວກັບຊີວິດ. ແຕ່ຈົນເຖິງທຸກວັນນີ້, ຄຳເວົ້າຂອງເພິ່ນຍັງວົນວຽນຢູ່ໃນຈິດໃຈຂອງຂ້າພະເຈົ້າຢູ່ ດ້ວຍພະລັງອັນດຽວກັນນັ້ນ ທີ່ຂ້າພະເຈົ້າຮູ້ສຶກ ຕອນຂ້າພະເຈົ້າອ່ານໃບປິຕຸພອນຂອງຂ້າພະເຈົ້າ.
ຂ້າພະເຈົ້າບໍ່ຮູ້ວ່າ ເພິ່ນໄດ້ຂໍຫຍັງໃນຄຳອະທິຖານ ຂະນະທີ່ເພິ່ນລໍຖ້າຂ້າພະເຈົ້າໃນຄ່ຳຄືນເຫລົ່ານັ້ນ. ຂ້າພະເຈົ້າຄິດວ່າ ບາງຢ່າງຄົງຈະແມ່ນກ່ຽວກັບຄວາມປອດໄພຂອງຂ້າພະເຈົ້າ. ແຕ່ຂ້າພະເຈົ້າແນ່ໃຈວ່າ ເພິ່ນໄດ້ອະທິຖານໃນແບບດຽວກັນກັບປິຕຸ ກ່ອນເພິ່ນໄດ້ມອບປິຕຸພອນໃຫ້ຂ້າພະເຈົ້າ. ປິຕຸໄດ້ອະທິຖານ ຂໍໃຫ້ພອນທີ່ເພິ່ນມອບໃຫ້ຜູ້ມາຮັບ ເປັນພຣະຄຳຈາກພຣະເຈົ້າ, ບໍ່ແມ່ນຈາກເພິ່ນ. ຄຳອະທິຖານຂໍພອນຂອງແມ່ຂອງຂ້າພະເຈົ້າ ໄດ້ຮັບຄຳຕອບຢູ່ເທິງຫົວຂອງຂ້າພະເຈົ້າ. ເພິ່ນໄດ້ຈາກໄປສູ່ໂລກວິນຍານ ຫລາຍກວ່າ 40 ປີແລ້ວ. ຂ້າພະເຈົ້າແນ່ໃຈວ່າ ເພິ່ນດີໃຈຫລາຍ ທີ່ຂ້າພະເຈົ້າໄດ້ຮັບພອນຕາມທີ່ເພິ່ນໄດ້ທູນຂໍ ເພາະວ່າຂ້າພະເຈົ້າໄດ້ຍິນພຣະບັນຍັດຂອງພຣະເຈົ້າໃນຖ້ອຍຄຳຂອງເພິ່ນ. ແລະ ຂ້າພະເຈົ້າໄດ້ພະຍາຍາມໄປເຮັດຕາມທີ່ເພິ່ນໄດ້ຄາດໝາຍໄວ້.
ຂ້າພະເຈົ້າກໍເຄີຍເຫັນການມະຫັດສະຈັນຂອງການເປີດເຜີຍທີ່ຕໍ່ເນື່ອງ ໃນແບບດຽວກັນນັ້ນ ໃນຕົວຂອງປະທານສະເຕກ ແລະ ອະທິການຢູ່ໃນສາດສະໜາຈັກ. ແລະ ດັ່ງທີ່ມັນເປັນຈິງໃນການເປີດເຜີຍຕໍ່ຜູ້ນຳຄອບຄົວ, ການເປີດເຜີຍມີຄຸນຄ່າ ພຽງແຕ່ຖ້າຫາກບຸກຄົນໄດ້ຮັບການຢືນຢັນຕໍ່ການເປີດເຜີຍນັ້ນ.
ຂ້າພະເຈົ້າເຄີຍໄດ້ເຫັນການມະຫັດສະຈັນຂອງການເປີດເຜີຍນັ້ນ ຫລັງຈາກເຄື່ອນ ທີທອນ ໃນລັດ ໄອດາໂຮ ແຕກ ໃນປີ 1976. ພວກທ່ານຫລາຍຄົນກໍຮູ້ວ່າ ເລື່ອງລາວມັນເປັນແນວໃດ. ແຕ່ບົດຮຽນເລື່ອງການເປີດເຜີຍທີ່ຕໍ່ເນື່ອງ ຊຶ່ງໄດ້ເກີດຂຶ້ນກັບປະທານສະເຕກ ສາມາດເປັນພອນໃຫ້ແກ່ເຮົາທັງຫລາຍໃນພາຍຂ້າງໜ້າ.
ຫລາຍພັນຄົນໄດ້ໜີອອກຈາກເຮືອນຂອງຕົນ ໃນຂະນະທີ່ເຮືອນຂອງເຂົາເຈົ້າກຳລັງຖືກທຳລາຍ. ການຊ່ອຍສົງເຄາະໄດ້ຕົກຢູ່ທີ່ປະທານສະເຕກ ຜູ້ເປັນຊາວສວນ. ຂ້າພະເຈົ້າໄດ້ຢູ່ທີ່ວິທະຍາໄລ ຣິກສ໌ ສອງສາມມື້ ຫລັງຈາກເຄື່ອນແຕກ. ເຈົ້າໜ້າທີ່ລັດຖະບານຝ່າຍໄພທີ່ຮ້າຍແຮງໄດ້ມາເຖິງ. ເພິ່ນ ກັບຜູ້ລອງເຈົ້າໜ້າທີ່ໄດ້ເຂົ້າມາໃນຫ້ອງໃຫຍ່ ບ່ອນທີ່ປະທານສະເຕກໄດ້ເຕົ້າໂຮມບັນດາອະທິການ ແລະ ແມ່ນແຕ່ຜູ້ນຳຂອງສາດສະໜາອື່ນໆໃນທ້ອງຖິ່ນຫລາຍຄົນກໍໄດ້ມີໜ້າຢູ່ທີ່ນັ້ນ. ຂ້າພະເຈົ້າກໍຢູ່ທີ່ນັ້ນ ເພາະຫລາຍຄົນທີ່ລອດຕາຍໄດ້ຖືກດູແລຢູ່ທີ່ນັ້ນ ແລະ ພັກຢູ່ຫໍພັກຂອງວິທະຍາໄລ ບ່ອນທີ່ຂ້າພະເຈົ້າເປັນປະທານ.
ເມື່ອການປະຊຸມເລີ່ມຕົນ, ຜູ້ຕາງໜ້າລັດຖະບານຝ່າຍໄພທີ່ຮ້າຍແຮງໄດ້ຢືນຂຶ້ນ ແລະ ເລີ່ມຕົ້ນກ່າວດ້ວຍສຽງທີ່ມີສິດອຳນາດ ເຖິງສິ່ງຈຳເປັນທີ່ຕ້ອງເຮັດ. ຫລັງຈາກລາວໄດ້ຟັງຫ້າຫົກສິ່ງທີ່ສຳຄັນ ທີ່ເພິ່ນໄດ້ກ່າວມາ, ປະທານສະເຕກໄດ້ຕອບຄ່ອຍໆວ່າ, “ພວກເຮົາໄດ້ເຮັດແລ້ວ.”
ຫລັງຈາກສອງສາມນາທີ, ຊາຍທີ່ມາຈາກລັດຖະບານຝ່າຍໄພທີ່ຮ້າຍແຮງ ໄດ້ເວົ້າວ່າ, “ຂ້ອຍຄິດວ່າ ຂ້ອຍຊິນັ່ງຟັງດີກວ່າ.” ແລ້ວ ເພິ່ນກັບຜູ້ລອງເຈົ້າໜ້າທີ່ໄດ້ຟັງອະທິການ ແລະ ປະທານໂຄຣຳຂອງແອວເດີ ລາຍງານສິ່ງທີ່ເຂົາເຈົ້າໄດ້ເຮັດ. ເຂົາເຈົ້າໄດ້ບອກວ່າ ເຂົາເຈົ້າໄດ້ຮັບຄຳສັ່ງມາຈາກໃຜ ແລະ ໄດ້ເຮັດຕາມໃຜ. ເຂົາເຈົ້າຍັງໄດ້ບອກເຖິງການດົນໃຈທີ່ເຂົາເຈົ້າໄດ້ຮັບນຳອີກ ເມື່ອເຂົາເຈົ້າໄດ້ອອກໄປຕາມຄຳແນະນຳ ເພື່ອຊອກຫາຄອບຄົວ ແລະ ຊ່ອຍເຫລືອເຂົາເຈົ້າ. ມັນເປັນຕອນແລງຂອງມື້ນັ້ນ. ເຂົາເຈົ້າທຸກຄົນກໍເມື່ອຍຫລາຍ ທີ່ຈະສະແດງຄວາມຮູ້ສຶກອອກມາໄດ້ ນອກຈາກຄວາມຮັກຂອງເຂົາເຈົ້າ ທີ່ມີຕໍ່ຜູ້ຄົນ.
ປະທານສະເຕກໄດ້ແນະນຳສອງສາມຢ່າງສຸດທ້າຍຕໍ່ອະທິການ, ແລ້ວໄດ້ປະກາດເວລາທີ່ຕ້ອງກັບມາລາຍງານໃນຕອນຮຸ່ງເຊົ້າຂອງມື້ຕໍ່ໄປ.
ມື້ຕໍ່ມາ ຜູ້ນຳທີມຂອງລັດຖະບານໄດ້ມາເຖິງ 20 ນາທີ ກ່ອນການປະຊຸມເລີ່ມຕົ້ນ. ຂ້າພະເຈົ້າໄດ້ຢືນຢູ່ໃກ້ໆ. ຂ້າພະເຈົ້າໄດ້ຍິນເພິ່ນເວົ້າຄ່ອຍໆນຳປະທານສະເຕກວ່າ, “ປະທານ, ທ່ານຢາກໃຫ້ຂ້າພະເຈົ້າກັບໜ່ວຍງານເຮັດຫຍັງຊ່ອຍແດ່?”
ສິ່ງທີ່ຊາຍຄົນນັ້ນເຫັນ ຄືສິ່ງທີ່ຂ້າພະເຈົ້າເຄີຍເຫັນໃນເວລາທີ່ມີຄວາມຫຍຸ້ງຍາກລຳບາກ ແລະ ເວລາທີ່ມີການທົດສອບ ທີ່ເກີດຂຶ້ນໃນທົ່ວໂລກ. ປະທານແພ໊ກເກີ ເວົ້າຖືກ. ການເປີດເຜີຍທີ່ຕໍ່ເນື່ອງມາສູ່ປະທານສະເຕກ ເພື່ອຍົກພວກເພິ່ນຂຶ້ນເໜືອກວ່າສະຕິປັນຍາ ແລະ ຄວາມສາມາດຂອງເພິ່ນເອງ. ແລະ ເກີນກວ່ານັ້ນອີກ, ພຣະຜູ້ເປັນເຈົ້າ ຈະປະທານພະຍານໃຫ້ແກ່ຜູ້ທີ່ປະທານນຳພາ ເພື່ອຢືນຢັນວ່າ ພຣະບັນຊານັ້ນມາຈາກພຣະເຈົ້າ ຜ່ານພຣະວິນຍານບໍລິສຸດ ຕໍ່ມະນຸດທຳມະດາ.
ຂ້າພະເຈົ້າໄດ້ຮັບພອນຫລາຍ ທີ່ໄດ້ຖືກເອີ້ນໃຫ້ຕິດຕາມການດົນໃຈຂອງຜູ້ນຳ ຕະຫລອດຊົ່ວອາຍຸຂອງຂ້າພະເຈົ້າ. ຄາວຂ້າພະເຈົ້າຍັງໜຸ່ມ, ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນປະທານໂຄຣຳຂອງແອວເດີ. ຫລັງຈາກນັ້ນຂ້າພະເຈົ້າໄດ້ເປັນທີ່ປຶກສາຂອງປະທານທ້ອງຖິ່ນສອງຄົນ, ແລະ ເປັນອະທິການຄວບຄຸມຂອງສາດສະໜາຈັກ, ສະມາຊິກໃນສະພາອັກຄະສາວົກສິບສອງ, ແລະ ເປັນທີ່ປຶກສາຂອງປະທານຂອງສາດສະໜາຈັກສອງທ່ານ. ຂ້າພະເຈົ້າໄດ້ເຫັນການເປີດເຜີຍຖືກມອບໃຫ້ພວກເພິ່ນ ແລະ ໄດ້ຢືນຢັນຕໍ່ຜູ້ທີ່ຈະເຮັດຕາມ.
ການຮັບຮູ້ການເປີດເຜີຍສ່ວນຕົວ, ຊຶ່ງເຮົາແຕ່ລະຄົນປາດຖະໜາ, ບໍ່ໄດ້ມາເຖິງຢ່າງງ່າຍດາຍ, ຫລື ມາເຖິງທັນທີເມື່ອເຮົາທູນຂໍ. ພຣະຜູ້ເປັນເຈົ້າໄດ້ປະທານມາດຕະຖານນີ້ໄວ້ສຳລັບຄວາມສາມາດທີ່ຈະຮັບເອົາການເປັນພະຍານຈາກພຣະເຈົ້າ. ມັນເປັນສິ່ງແນະນຳ ສຳລັບທຸກຄົນທີ່ສະແຫວງຫາການເປີດເຜີຍສ່ວນຕົວ ຊຶ່ງເຮົາທຸກຄົນຕ້ອງປະຕິບັດຕາມ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ອຸທອນຂອງເຮົາຕ້ອງເຕັມປ່ຽມໄປດ້ວຍຄວາມໃຈບຸນຕໍ່ມະນຸດທັງປວງນຳອີກ, ແລະ ຕໍ່ຄອບຄົວແຫ່ງສັດທາ, ແລະ ໃຫ້ຄຸນນະທຳປະດັບຄວາມນຶກຄິດຂອງເຮົາຢ່າງບໍ່ເສື່ອມຄາຍ; ເມື່ອນັ້ນຄວາມໝັ້ນໃຈຂອງເຮົາຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ ຄຳສອນຂອງຖານະປະໂລຫິດຈະກັ່ນລົງມາເທິງຈິດວິນຍານຂອງເຮົາເໝືອນດັ່ງຢາດນ້ຳຄ້າງຈາກສະຫວັນ
ພຣະວິນຍານບໍລິສຸດຈະເປັນເພື່ອນຂອງເຮົາສະເໝີ.4
ຂ່າວສານທີ່ຂ້າພະເຈົ້າໄດ້ຮັບ ແມ່ນກ່ຽວພັນກັບເຮົາທຸກຄົນ. ຈົ່ງເອົາໃຈໃສ່ກັບຄວາມຮູ້ສຶກຂອງທ່ານ ເຖິງຄວາມຮັກສຳລັບສາດສະດາຂອງພຣະເຈົ້າ. ບໍ່ວ່າຂ້າພະເຈົ້າຈະໄປທີ່ໃດກໍຕາມຕະຫລອດທົ່ວສາດສະໜາຈັກ, ບໍ່ວ່າຜູ້ໃດເປັນສາດສະດາໃນຕອນນັ້ນກໍຕາມ, ສະມາຊິກຈະສັ່ງຄວາມວ່າ, “ຕອນທ່ານກັບໄປຫ້ອງການບໍລິຫານງານ, ຂໍໃຫ້ທ່ານບອກສາດສະດາໃຫ້ພວກຂ້ານ້ອຍແດ່ເດີ້ວ່າ ພວກຂ້ານ້ອຍຮັກເພິ່ນ.”
ນັ້ນແມ່ນເກີນກວ່າ ການນະມັດສະການວິລະບຸລຸດ ຫລື ຄວາມຮູ້ສຶກທີ່ເຮົາປາບປື້ມກັບຜູ້ກ້າຫານຫລາຍຄົນ ທີ່ເຮົານິຍົມຊົມຊອບ. ມັນເປັນຂອງປະທານຈາກພຣະເຈົ້າ. ພ້ອມນີ້ ທ່ານຈະໄດ້ຮັບຂອງປະທານແຫ່ງການຢືນຢັນຕໍ່ການເປີດເຜີຍງ່າຍຂຶ້ນ ຕອນເພິ່ນກ່າວໃນບົດບາດຂອງເພິ່ນ ໃນຖານະເປັນສາດສະດາຂອງພຣະຜູ້ເປັນເຈົ້າ. ຄວາມຮັກທີ່ທ່ານຮູ້ສຶກ ເປັນຄວາມຮັກທີ່ພຣະຜູ້ເປັນເຈົ້າມີສຳລັບຜູ້ທີ່ເປັນຜູ້ກ່າວແທນພຣະອົງ.
ການຮູ້ສຶກເຊັ່ນນັ້ນໄປຕະຫລອດບໍ່ໄດ້ເປັນສິ່ງງ່າຍ ເພາະພຣະຜູ້ເປັນເຈົ້າມັກຈະຂໍໃຫ້ສາດສະດາຂອງພຣະອົງໃຫ້ຄຳແນະນຳທີ່ຍາກສຳລັບຜູ້ຄົນຈະຮັບຮູ້ໄດ້. ສັດຕູຂອງຈິດວິນຍານຂອງເຮົາຈະພະຍາຍາມນຳພາເຮົາ ໃຫ້ຕໍ່ຕ້ານ ແລະ ສົງໄສການເອີ້ນຂອງສາດສະດາຈາກພຣະເຈົ້າ.
ຂ້າພະເຈົ້າເຄີຍໄດ້ເຫັນວິທີທີ່ພຣະວິນຍານບໍລິສຸດສາມາດດົນໃຈຂອງຄົນທີ່ອ່ອນໂຍນ ເພື່ອປົກປ້ອງສານຸນິດທີ່ຖ່ອມຕົນຂອງພຣະເຢຊູຄຣິດ ດ້ວຍການຢືນຢັນຕໍ່ການເປີດເຜີຍ.
ສາດສະດາໄດ້ສົ່ງຂ້າພະເຈົ້າໄປມອບອຳນາດແຫ່ງການຜະນຶກທີ່ສັກສິດໃຫ້ຊາຍຄົນໜຶ່ງຢູ່ໃນເມືອງນ້ອຍ ທີ່ຢູ່ຫ່າງໄກແຫ່ງໜຶ່ງ. ພຽງແຕ່ສາດສະດາຂອງພຣະເຈົ້າເທົ່ານັ້ນທີ່ສາມາດຕັດສິນໃຈວ່າ ຜູ້ໃດຄວນໄດ້ຮັບອຳນາດທີ່ສັກສິດນີ້ ຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານໃຫ້ແກ່ເປໂຕ ຜູ້ຊຶ່ງເປັນຫົວໜ້າກຸ່ມອັກຄະສາວົກ. ຂ້າພະເຈົ້າກໍໄດ້ຮັບອຳນາດແຫ່ງການຜະນຶກຢ່າງດຽວກັນນີ້, ແຕ່ໂດຍພາຍໃຕ້ການຊີ້ນຳຂອງປະທານຂອງສາດສະໜາຈັກເທົ່ານັ້ນ ທີ່ຂ້າພະເຈົ້າຈຶ່ງສາມາດມອບມັນຕໍ່ໃຫ້ຄົນອື່ນ.
ສະນັ້ນ, ຢູ່ໃນຫ້ອງໜຶ່ງຢູ່ໃນຕຶກໂບດທີ່ຫ່າງໄກຈາກເມືອງເຊົາເລັກ, ຂ້າພະເຈົ້າໄດ້ວາງມືໃສ່ຫົວຂອງຊາຍຄົນໜຶ່ງ ຊຶ່ງໄດ້ຖືກເລືອກໂດຍສາດສະດາ ເພື່ອໃຫ້ຮັບເອົາອຳນາດແຫ່ງການຜະນຶກ. ມືຂອງລາວບອກເຖິງການເຮັດວຽກງານໜັກ, ຫລັງສູ້ຟ້າໜ້າສູ້ດິນມາເປັນເວລາຫລາຍປີ ເພື່ອຫາລ້ຽງຊີບ. ພັນລະຍາທີ່ບອບບາງຂອງລາວ ໄດ້ນັ່ງຢູ່ໃກ້. ໜ້າຕາຂອງນາງກໍສະແດງເຖິງຄວາມທຸກຍາກລຳບາກ, ໄດ້ຄຽງບ່າຄຽງໄລ່ກັບສາມີຂອງນາງມາຕະຫລອດ.
ຂ້າພະເຈົ້າໄດ້ກ່າວຖ້ອຍຄຳ ຕາມທີ່ສາດສະດາໄດ້ບອກ. “ພາຍໃຕ້ການມອບໝາຍດ້ວຍສິດອຳນາດ ແລະ ໜ້າທີ່ຮັບຜິດຊອບຈາກ,” ແລ້ວໄດ້ກ່າວຊື່ຂອງສາດສະດາ, “ຜູ້ດຳລົງຂໍກະແຈທັງໝົດຂອງຖານະປະໂລຫິດຢູ່ເທິງແຜ່ນດິນໂລກ ໃນເວລານີ້, ຂ້າພະເຈົ້າມອບອຳນາດແຫ່ງການຜະນຶກໃຫ້ແກ່,” ແລະ ຂ້າພະເຈົ້າໄດ້ກ່າວຊື່ຂອງລາວ ແລະ ແລ້ວຊື່ຂອງພຣະວິຫານທີ່ລາວຈະຮັບໃຊ້ເປັນຜູ້ຜະນຶກ.
ນ້ຳຕາຂອງລາວໄດ້ໄຫລລົງແກ້ມ. ຂ້າພະເຈົ້າໄດ້ເຫັນພັນລະຍາຂອງລາວນ້ຳຕາໄຫລຄືກັນ. ຂ້າພະເຈົ້າໄດ້ລໍຖ້າເຂົາເຈົ້າເກັບກຳອາລົມ. ນາງໄດ້ລຸກຢືນຂຶ້ນ ແລະ ໄດ້ຍ່າງມາຫາຂ້າພະເຈົ້າ. ນາງໄດ້ຫລຽວຂຶ້ນ ແລ້ວເວົ້າອອກມາແບບອາຍໆວ່າ ນາງທັງດີໃຈ ແລະ ທັງໂສກເສົ້າ. ນາງເວົ້າວ່າ ນາງມັກໄປພຣະວິຫານກັບສາມີຂອງນາງ, ແຕ່ວ່າບັດນີ້ ນາງໄດ້ຮູ້ສຶກວ່າ ນາງບໍ່ຄວນໄປພຣະວິຫານກັບສາມີຂອງນາງອີກແລ້ວ ເພາະພຣະເຈົ້າໄດ້ເລືອກສາມີຂອງນາງໃຫ້ເຮັດວຽກງານທີ່ຍິ່ງໃຫຍ່ ແລະ ສັກສິດຫລາຍ. ແລ້ວນາງໄດ້ເວົ້າວ່າ ນາງຮູ້ສຶກວ່າ ນາງບໍ່ສົມຄວນທີ່ຈະຄຽງຂ້າງສາມີຂອງນາງໃນພຣະວິຫານ ເພາະນາງບໍ່ຮູ້ຂຽນອ່ານ.
ຂ້າພະເຈົ້າໄດ້ເຮັດໃຫ້ນາງແນ່ໃຈວ່າ ສາມີຂອງນາງຈະໄດ້ຮັບກຽດຢ່າງຍິ່ງທີ່ມີນາງຄຽງຂ້າງຢູ່ໃນພຣະວິຫານ ເພາະອຳນາດທີ່ຍິ່ງໃຫຍ່ທາງວິນຍານຂອງນາງ. ຕາມທີ່ຂ້າພະເຈົ້າພະຍາຍາມເຂົ້າໃຈສິ່ງທີ່ນາງກ່າວ, ຂ້າພະເຈົ້າໄດ້ບອກນາງວ່າ ພຣະເຈົ້າໄດ້ເປີດເຜີຍສິ່ງຕ່າງໆແກ່ນາງ ທີ່ເກີນກວ່າຄວາມຮູ້ທັງໝົດຢູ່ໃນໂລກນີ້.
ນາງໄດ້ຮູ້ໂດຍຂອງປະທານແຫ່ງພຣະວິນຍານ ວ່າພຣະເຈົ້າໄດ້ມອບຄວາມໄວ້ວາງໃຈແຫ່ງສະຫວັນໃຫ້ແກ່ສາມີທີ່ນາງຮັກ ຜ່ານສາດສະດາຂອງພຣະອົງ. ນາງໄດ້ຮູ້ຈັກດ້ວຍຕົນເອງວ່າ ຂໍກະແຈທີ່ໃຫ້ອຳນາດແຫ່ງການຜະນຶກນັ້ນ ແມ່ນດຳລົງໂດຍຊາຍທີ່ນາງບໍ່ເຄີຍເຫັນ, ແຕ່ນາງໄດ້ຮູ້ຈັກດ້ວຍຕົນເອງວ່າ ເປັນສາດສະດາໃນປະຈຸບັນຂອງພຣະເຈົ້າ. ນາງຮູ້ວ່າ, ໂດຍບໍ່ຈຳເປັນທີ່ຕ້ອງຖືກບອກໂດຍພະຍານ, ວ່າສາດສະດາໄດ້ອະທິຖານກ່ຽວກັບສາມີຂອງນາງ. ນາງຮູ້ຈັກດ້ວຍຕົນເອງວ່າ ພຣະເຈົ້າໄດ້ເປັນຜູ້ເອີ້ນ.
ນາງຍັງຮູ້ອີກວ່າ ພິທີການທີ່ສາມີຂອງນາງຈະກະທຳ ຈະຜູກມັດຜູ້ຄົນເຂົ້າກັນຊົ່ວນິລັນດອນ ໃນອານາຈັກຊັ້ນສູງ. ນາງໄດ້ຮັບການຢືນຢັນຢູ່ໃນຈິດໃຈຂອງນາງວ່າ ຄຳສັນຍາຂອງພຣະຜູ້ເປັນເຈົ້າຕໍ່ເປໂຕ ຍັງສືບຕໍ່ຢູ່ໃນສາດສະໜາຈັກ ທີ່ວ່າ: “ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກຜູກມັດໄວ້ໃນສະຫວັນ.”5 ນາງຮູ້ຈັກສິ່ງນັ້ນດ້ວຍຕົນເອງ, ໂດຍການເປີດເຜີຍ, ຈາກພຣະເຈົ້າ.
ໃຫ້ເຮົາກັບຄືນໄປຫາຕອນຕົ້ນ. “ມີການເປີດເຜີຍຕໍ່ໄປໃນສາດສະໜາຈັກ: ສາດສະດາໄດ້ຮັບມັນສຳລັບສາດສະໜາຈັກ; ປະທານໄດ້ຮັບມັນສຳລັບສະເຕກ, ທ້ອງຖິ່ນ, ຫລື ກຸ່ມໂຄຣຳຂອງຕົນ; ອະທິການໄດ້ຮັບມັນສຳລັບຫວອດ; ພໍ່ໄດ້ຮັບມັນສຳລັບຄອບຄົວ, ບຸກຄົນໄດ້ຮັບມັນສຳລັບຕົນເອງ.”6
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ສິ່ງນີ້ເປັນຄວາມຈິງ. ພຣະບິດາເທິງສະຫວັນໄດ້ຍິນຄຳອະທິຖານຂອງທ່ານ. ພຣະອົງຮັກທ່ານ. ພຣະອົງຮູ້ຊື່ຂອງທ່ານ. ພຣະເຢຊູຄື ພຣະຄຣິດ, ເປັນພຣະບຸດຂອງພຣະເຈົ້າ, ແລະ ເປັນພຣະຜູ້ໄຖ່ຂອງເຮົາ. ພຣະອົງຮັກທ່ານ ເກີນກວ່າທ່ານຈະສາມາດເຂົ້າໃຈໄດ້.
ພຣະເຈົ້າປະທານການເປີດເຜີຍໃຫ້ຢ່າງຫລວງຫລາຍ, ຜ່ານພຣະວິນຍານບໍລິສຸດ, ແກ່ລູກໆຂອງພຣະອົງ. ພຣະອົງກ່າວນຳສາດສະດາຂອງພຣະອົງຢູ່ໃນໂລກ, ປະຈຸບັນນີ້ແມ່ນທ່ານທອມມັສ ແອັສ ມອນສັນ. ຂ້າພະເຈົ້າເປັນພະຍານວ່າ ເພິ່ນດຳລົງ ແລະ ໃຊ້ຂໍກະແຈທັງໝົດຂອງຖານະປະໂລຫິດຢູ່ໃນໂລກ.
ໃນຂະນະທີ່ທ່ານຟັງຖ້ອຍຄຳໃນກອງປະຊຸມນີ້ ຂອງຄົນທີ່ພຣະເຈົ້າໄດ້ຂໍໃຫ້ກ່າວແທນພຣະອົງ, ຂ້າພະເຈົ້າອະທິຖານວ່າ ທ່ານຈະໄດ້ຮັບການຢືນຢັນຕໍ່ການເປີດເຜີຍທີ່ທ່ານຕ້ອງການ ເພື່ອຈະໄດ້ພົບວິທີເດີນທາງກັບບ້ານອີກ, ເພື່ອອາໄສຢູ່ກັບພຣະອົງ ໃນຄອບຄົວທີ່ຖືກຜະນຶກເຂົ້າກັນຕະຫລອດການ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.