​2010–2019
ຮັກຄົນ​ອື່ນ​ ແລະ ​ອາ​ໄສ​ຢູ່ກັບ​ຄົນ​ທີ່​ແຕກ​ຕ່າງ​ຈາກ​ເຮົາ
ຕຸລາ 2014


15:12

ຮັກຄົນ​ອື່ນ​ ແລະ ​ອາ​ໄສ​ຢູ່ກັບ​ຄົນ​ທີ່​ແຕກ​ຕ່າງ​ຈາກ​ເຮົາ

​ໃນ​ຖານະ​ທີ່​ເປັນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ ​ເຮົາ​ຄວນດຳລົງ​ຊີວິດ​ຢ່າງ​ສະ​ຫງົບ​ກັບ​ຄົນ​ອື່ນ ທີ່ບໍ່​ມີ​ຄວາມ​ເຊື່ອຖື​ຄື​ກັນ​ກັບ​ເຮົາ ຫລື ຍອ​ມ​ຮັບ​ຄຳ​ສອນ​ທີ່​​ມີ​ພື້ນ​ຖານ​ຈາກນັ້ນ.

I.

ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ພຣະ​ເຢ​ຊູ​ໄດ້​ມອບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເອີ້ນ​ວ່າ “ກົດ​ບັນ​ຍັດ​ຂໍ້​ໃໝ່” (ໂຢຮັນ 13:34). ໃຫ້​ແກ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ເຖິງ​ແມ່ນ​ຖືກ​ກ່າວ​ຊ້ຳ​ສາມ​ເທື່ອ, ພຣະ​ບັນ​ຍັດ​ຂໍ້​ນັ້ນ​ກໍ​ງ່າຍ​ດາຍ ແຕ່​ຍາກດ້​ວຍວ່າ: “ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນດັ່ງ​ເຮົາ​ຮັກ​ພວກ​ເຈົ້າ” (ໂຢຮັນ 15:12; ​ເບິ່ງ ຂໍ້​ທີ 17) ນຳອີກ. ຄຳ​ສອນ​ທີ່​ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ ໄດ້​ເປັນ​ຄຳ​ສອນທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພຣະ​ບັນ​ຍັດ​ຍິ່ງ​ໃຫຍ່​​ຂໍ້​ທີສອງ​ແມ່ນ “ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:39). ພຣະ​ເຢ​ຊູ​ຍັງ​ໄດ້​ສອນ​ອີກວ່າ, “ຈົ່ງ​ຮັກ​ສັດ​ຕູ​ຂອງ​ເຈົ້າ” (ມັດ​ທາຍ 5:44). ແຕ່​ພຣະ​ບັນ​ຍັດ​ວ່າ ຈົ່ງ​ຮັກ​ຄົນ​ອື່ນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັກ​ຝູງ​ແກະຂອງ​ພຣະ​ອົງ ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແລະ ຕໍ່​ເຮົາ ເປັນ​ການ​ທ້າ​ທາຍ​ທີ່​ພິ​ເສດ. ປະ​ທານທອມ​ມັສ ແອັສ ມອນ​ສັນ ​ໄດ້​ສອນ​ເມື່ອ​ເດືອນ​ເມ​ສາ​ຜ່ານ​ມານີ້​ວ່າ, “ຕາມ​ຈິງ​ແລ້ວ, ຄວາມ​ຮັກ​ເປັນ​ພື້ນ​ຖານ​ສຳ​ຄັນ​ຕໍ່​ພຣະ​ກິດ​ຕິ​ຄຸນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ. ຊີ​ວິດ​ຂອງ​ພຣະ​ອົງ​ເປັນ​ມໍ​ລະ​ດົກ​ຂອງ​ຄວາມ​ຮັກ.”1

ເປັນ​ຫ​ຍັງ​ມັນ​ຈຶ່ງ​ຍາກ​ທີ່​ຈະ​ມີ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ​ສຳ​ລັບ​ຄົນ​ອື່ນ? ມັນ​ຍາກ​ເພາະ​ວ່າ​ເຮົາ​ຕ້ອງ​ມີ​ຊີ​ວິດ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຖື​ ແລະ ຄຸນ​ນະ​ທຳ ແລະ ພັນ​ທະ​ຂອງ​ພັນ​ທະ​ສັນ​ຍ​າຄື​ກັນ​ກັບ​ເຮົາ. ໃນ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ທີ່​ໄດ້​ກ່າວ​ກ່ອນ​ການ​ຄຶງ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ເພື່ອ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ວ່າ: “​ຝ່າຍ​ຂ້າ​ນ້ອຍ​ໄດ້​ມອບ​ພຣະ​ທຳ​ຂອງ​ພຣະ​ອົງ​ໃຫ້​ແກ່​ພວກ​ເຂົາ​ແລ້ວ, ແລະ ໂລກນີ້​ໄດ້​ກຽດ​ຊັງ​ພວກ​ເຂົາ ເພາະ​ພວກ​ເຂົາ​ບໍ່​ເປັນ​ຂອງ​ໂລກ​ເໝືອນ​ດັ່ງ​ຂ້າ​ນ້ອຍບໍ່​ເປັນ​ຂອງ​ໂລກ” (ໂຢຮັນ 17:14). ແລ້ວ, ຕໍ່​ພຣະ​ບິ​ດາ​ພຣະ​ອົງ​ໄດ້​ອ້ອນວອນ​ວ່າ, “ຂ້າ​ນ້ອຍບໍ່​ໄດ້​ຂໍ​ຮ້ອງ​ພຣະ​ອົງ​ໃຫ້​ເອົາ​ພວກ​ເຂົາ​ອອກ​ໄປ​ຈາກ​ໂລກນີ້, ແຕ່​ຂ້າ​ນ້ອຍ​ຂໍ​ຮ້ອງ​ພຣະ​ອົງ​ໃຫ້​ປົກ​ປັກ​ຮັກ​ສາ​ພວກ​ເຂົາ​ຈາກ​ມານ​ຊົ່ວ​ຮ້າຍ” (ຂໍ້​ທີ 15).

ເຮົາ​ຕ້ອງ​ ຢູ່ ​ໃນ​ໂລກ ​ແຕ່​ບໍ່​ຕ້ອງ​ຍອມຮັບ​ມາດຕະຖານ ຂອງ ​ໂລກ. ເຮົາ​ຕ້ອງ​ຢູ່​ໃນ​ໂລກ​, ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສອນ​ໃນ​ຄຳ​ອຸ​ປະ​ມາ, ເພາະ​ວ່າ​ອາ​ນາ​ຈັກ​ຂອງ​ພຣະ​ອົງນັ້ນ​ກໍ “ຄື​ກັບ​ເຊື້ອ​ແປ້ງ,” ທີ່​ມີ​ໜ້າ​ທີ່​ ທີ່ຈະເຮັດ​ໃຫ້​ໂລກ​ທັງ​ມວນ​ຟູຂຶ້ນ ໂດຍ​ອິດ​ທິ​ພົນ​ຂອງ​ມັນ (ເບິ່ງ ລູກາ 13:21; ມັດ​ທາຍ 13:33; ​ເບິ່ງ 1 ໂກຣິນ​ໂທ 5:6–8 ນຳອີກ). ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ບໍ່​ສາ​ມາດ​ເຮັດ​ສິ່ງນັ້ນ​ໄດ້ ຖ້າ​ຫາກ​ເຂົາ​ເຈົ້າ​ພຽງ​ແຕ່​ຄົບ​ຫາ​ກັບ​ຜູ້​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຖື ແລະ ພາກ​ປະ​ຕິ​ບັດ​ຄື​ກັນ​ກັບ​ເຂົາ​ເຈົ້າ​ເທົ່າ​ນັ້ນ​. ແຕ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຍັງ​ໄດ້​ສອນ​ອີກວ່າ ຖ້າ​ຫາກ​ເຮົາ​ຮັກ​ພຣະ​ອົງ, ເຮົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ເບິ່ງ ​ໂຢຮັນ 14:15).

II.

​ພຣະ​ກິດ​ຕິ​ຄຸນ​ມີ​ຄຳ​ສອນ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ຮັກ​ສາ​ພ​ຣະ​ບັນ​ຍັດ​ ຂະ​ນະ​ທີ່​ອາ​ໄສ​ຢູ່​ໃນ​ບັນ​ດາ​​ຜູ້ຄົນ​ທີ່​ມີ​ຄວາມ​ເຊື່ອ​ຖື ແລະ ພາກ​ປະ​ຕິ​ບັດ​ທີ່​ແຕກ​ຕ່າງ​. ຄຳ​ສອນ​ກ່ຽວ​ກັບ​ການ​ຂັດ​ແຍ້ງກໍ​ສຳ​ຄັນ​ຫລາຍ. ເມື່ອ​ພຣະ ​ຄຣິດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ໄດ້​ພົບ​ເຫັນ​ຊາວ​ນີ​ໄຟ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ວິ​ທີ​ໃຫ້​ບັບ​ຕິ​ສະ​ມາ, ພຣະອົງໄດ້​ມອບ​ການ​ຊີ້​ນຳ​ທີ່​ແຈ່ມ​ແຈ້ງ ວ່າ​ຄວນ​ປະ​ຕິ​ບັດ​ພິ​ທີ​ການນີ້​ແນວ​ໃດ. ແລ້ວພຣະ​ອົງ​ໄດ້​ສອນ​ຫລັກ​ທຳ​ທີ່​ຍິ່ງ​ໃຫຍ່​ນີ້​ວ່າ:

“ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ, ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນ; ທັງ​ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ເຮົາ, ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນນັ້ນ.

“ເພາະ​ຕາມ​ຈິງ​, ຕາມ​ຈິງແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງນັ້ນ​ບໍ່​ໄດ້​ມາ​ຈາກ​ເຮົາ, ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິ​ດາ​ຂອງ​ການ​ຂັດ​ແຍ້ງ ແລະ ມັນ​ໄດ້​ຍຸ​ຍົງ​ໃຈ​ຂອງ​ມະ​ນຸດ​ໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ.

“ຈົ່ງ​ເບິ່ງ, ນີ້​ເປັນຄຳ​ສອນ​ຂອງ​ເຮົາຄື ຄວນ​ໃຫ້​ເລື່ອງ​ເຊັ່ນ​ນັ້ນ​ໝົດ​ໄປ” (3 ນີ​ໄຟ 11:28–30; ​ເນັ້ນຄຳ​ເນີ້ງ).

​ພຣະ​ຜູ້​ຊ່ອຍ​ໃຫ້​ລອດບໍ່​ໄດ້​ຈຳ​ກັດ​ຄຳ​ຕັກ​ເຕືອນ​ຂອງ​ພຣະ​ອົງ​ຕໍ່​ຕ້ານ​​ການ​ຂັດ​ແຍ້ງ​ກັບ​ຜູ້​ທີ່ບໍ່​ໄດ້​ຮັກ​ສາ​ພຣະບັນ​ຍັດ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ເທົ່າ​ນັ້ນ. ພຣະ​ອົງ​ຫ້າມທຸ​ກ​ຄົນບໍ່​ໃຫ້​ມີ​ການ​ຂັດ​ແຍ້ງ​​ເລີຍ. ແມ່ນ​ແຕ່​ຜູ້​ທີ່​ຮັກ​ສາ ​ພຣະ​ບັນ​ຍັດ​ກໍ​ບໍ່​ຕ້ອງ​ຍຸ​ຍົງ​ໃຈ​ຂອງ​ມະ​ນຸດໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ. “ບິ​ດາ​​ຂອງການ​ຂັດ​ແຍ້ງ” ​ຄື​ມານ; ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຄື​ອົງ​ສັນ​ຕິ​ລາດ.

ຄ້າຍ​ຄື​ກັນ​​ນີ້, ພຣະ​ຄຣິສຕະທຳ​ຄຳ​ພີ ສອນ​ວ່າ “ຄົນ​ມີ​ປັນ​ຍາ​ກໍ​ໃຫ້​ທຸກ​ສິ່ງ​ສະ​ຫງົບ​ໄດ້” (ສຸພາສິດ 29:8). ອັກ​ຄະ​ສາ​ວົກ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ໄດ້​ສອນວ່າ​ເຮົາ​ຄວນ “ສະ​ແຫວງ​ຫາ​ສິ່ງ​ທັງ​ຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ” (ໂຣມ 14:19) ແລະ “[ກ່າວ] ຄວາມ​ຈິງ​ດ້ວຍ​ໃຈ​ຮັກ” (ເອ​ເຟ​ໂຊ 4:15), “ເພາະ​ຄວາມ​ຮ້າຍ​ຂອງ​ມະ​ນຸດບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະ​ເຈົ້າ​ເກີດ​ມາ” (ຢາ​ໂກ​ໂບ 1:20). ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ ມະ​ນຸດ​ທຸກ​ຄົນ​ຄວນ​ປະ​ກາດຂ່າວ​ດີ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ແລ້ວ ໃຫ້​ແກ່​ເພື່ອນ​ບ້ານ​ຂອງ​ຕົນ, ດ້ວຍ​ຄວາມນິ້ມນວນ ແລະ ດ້ວຍ​ຄວາມ​ອ່ອນ​ໂຍນ (​ເບິ່ງ D&C 38:41), ດ້ວຍ​ຄວາມ​ຖ່ອມ​ຕົວ​ທີ່​ສຸດ, ... ຢ່າ​ໝິ່ນປະ​ໝາດ​ຄົນ​ທີ່​ໝິ່ນ​ປະ​ໝາດ (​ເບິ່ງ D&C 19:30).

III.

ແມ່ນ​ແຕ່​ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ຄົນ​ອ່ອນ​ໂຍນ ແລະ ຫລີກ​ລ້ຽງ​ຈາກ​ການ​ຂັດ​ແຍ້ງ, ເຮົາ​ຕ້ອງບໍ່ ຍອມ ຫລື ໃຫ້​ຄຳໝັ້ນ​ສັນ​ຍາ​ຂອງ​ເຮົາ​ອ່ອນ​ແອ​ຕໍ່​ຄວາມ​ຈິງ​ທີ່​ເຮົາ​ເຂົ້າ​ໃຈ. ເຮົາ​ຕ້ອງບໍ່​ຍອມ​ແພ້​ຕໍ່​ຈຸດ​ຢືນ ຫລື ຫລັກ​ທຳ​ຂອງ​ເຮົາ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ລົງ​ໄປ ຈະ​ເຮັດ​ໃຫ້​ເຮົາ​ຕົກ​ຢູ່​ໃນ​ບົດ​ບາດ​ຂອງ​ຜູ້​ຕໍ່​ສູ້​ໃນ​ການ​ແຂ່ງ​ຂັງ​ນິ​ລັນ​ດອນ ລະ​ຫວ່າງ​ຄວາມ​ຈິງ ແລະ ຄວາມ​ຜິດ. ໃນ​ການ​ແຂ່ງ​ຂັນ​ນີ້ ບໍ່​ມີ​ເຂດ​ທີ່​ເປັນ​ກາງ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສະ​ແດງ​ເສັ້ນ​ທາງນັ້ນ​ເມື່ອ​ຜູ້​ປໍ​ລະ​ປັກ​ຂອງພຣະ​ອົງໄດ້​ນຳ​ເອົາ​ຍິງ​ທີ່ “ຖືກ​ຈັບ​ໃນ​ເວ​ລາ​ທີ່​ກຳ​ລັງ​ຫລິ້ນ​ຊູ້” (​ໂຢຮັນ 8:4) ມາ​ຫາ​ພຣະ​ອົງ. ເມື່ອ​ຖືກ​ເຮັດ​ໃຫ້​ອັບ​ອາຍ​ດ້ວຍ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ຕົນ​ເອງ, ພວກ​ທີ່​ກ່າວ​ຫາ​ໄດ້​ກັບໜີ​ໄປ ແລະ ປ່ອຍ​ພຣະ​ເຢ​ຊູ​ຢູ່​ກັບ​ຍິງ​ຄົນ​ນັ້ນ​ຕາມ​ລຳ​ພັງ. ພຣະ​ອົງ​ໄດ້​ປະ​ຕິ​ບັດ​ຕໍ່​ນາງ​ດ້ວຍ​ຄວາມ​ເມດ​ຕາ ໂດຍບໍ່​ປະ​ນາມ​ນາງ​ໃນ​ເວ​ລານັ້ນ. ແຕ່ພຣະ​ອົງ​ໄດ້​ສັ່ງ​ນາງ​ຢ່າງ​ໜັກ​ແໜ້ນ​ອີກ​ວ່າ “ຢ່າ​ເຮັດ​ບາບ​ອີກ” (ໂຢຮັນ 8:11). ຄວາມ​ກະ​ລຸ​ນາ​ຮັກ​ຫອມນັ້ນ​ຈຳ​ເປັນ, ແຕ່​ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ ເໝືອນ​ດັ່ງ​ພຣະ​ອາ​ຈານ ຈະເປັນ​ຄົນທີ່​ໝັ້ນ​ຄົງ​ຢູ່ໃນ​ຄວາມ​ຈິງ.

IV.

ເໝືອນ​ດັ່ງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ບາງ​ເທື່ອ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງກໍ​ຖືກ​ປະ​ເຊີນ​ໜ້າ​ດ້ວຍ​ພຶດ​ຕິ​ກຳ​ທີ່​ເປັນ​ບາບ ແລະ ໃນ​ວັນ​ເວ​ລານີ້​ເຂົາ​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ “ຄົນ​ເຊື່ອ​ແນວ​ຄິດ​ຜິດ” ຫລື “ຄົນບ້າ​ສາດ​ສະ​ໜາ” ເມື່ອ​ເຂົາ​ເຈົ້າ​ປົກ​ປ້ອງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ຜິດ​ດັ່ງ​ທີ່​ເຂົາ​ເຈົ້າ​ເຂົ້າ​ໃຈ​ມັນ. ຫລັກ​ທຳ ແລະ ພາກ​ປະ​ຕິ​ບັດ​ທາງ​ໂລກ​ສະ​ແດງ​ໃຫ້​ເຫັນ​ການ​ທ້າ​ທາຍ​ດັ່ງ​ກ່າວ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເລື່ອງ​ໜຶ່ງ​ທີ່​ຮູ້​ກັນ​ທົ່ວ​ໄປ​ໃນ​ເວ​ລານີ້​ຄື​ການ​ຍອມ​ຮັບ​ການ​ແຕ່ງ​ງານ​ລະ​ຫວ່າງ​ເພດ​ດຽວ​ກັນ​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ໃນ​ຫລາຍ​ລັດ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ອີກ​ໃນ​ຫລາຍໆ​ປະ​ເທດ​ຕະ​ຫລອດ​ທົ່ວ​ໂລກ. ເຮົາ​ຍັງ​ອາ​ໄສ​ຢູ່​ໃນ​ບັນ​ດາ​ຄົນ​ບາງ​ຄົນ​ທີ່ບໍ່​ເຊື່ອ​ໃນ​ການ​ແຕ່ງ​ງານ​ເລີຍ. ບາງ​ຄົນ​ບໍ່​ເຊື່ອ​ໃນ​ການ​ມີ​ລູກ. ບາງ​ຄົນ​ກໍ​ຕໍ່​ຕ້ານ​ການ​ຈຳ​ກັດ​ເລື່ອງ​ຮູບ​ພາບ​ລາ​ມົກ ຫລື ຢາ​ເສບ​ຕິດ​ທີ່​ອັນ​ຕະ​ລາຍ. ອີກ​ຕົວຢ່າງ​ໜຶ່ງທີ່​ຄຸ້ນ​ເຄີຍ​ຕໍ່​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຖືສ່ວນ​ຫລາຍ ຄື​ການ​ທ້າ​ທາຍ​ຂອງ​ການ​ອາ​ໄສ​ຢູ່​ກັບ​ຄູ່​ຄອງ​ທີ່ບໍ່​ມີ​ຄວາມ​ເຊື່ອ​ຖື ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ​ຄົບ​ຫາ​ກັບ​ເພື່ອນ​ຮ່ວມ​ງານ ຫລື ຄົນ​ອື່ນໆ​ທີ່ບໍ່​ມີ​ຄວາມ​ເຊື່ອ​ຖື.

ໃນ​ສະ​ຖານ​ທີ່​ ທີ່​ຖືກ​ອຸ​ທິດ​ແລ້ວ, ດັ່ງ​ເຊັ່ນ​ພຣະ​ວິ​ຫານ, ສະ​ຖານ​ທີ່​ນະ​ມັດ​ສະ​ການ, ແລະ ບ້ານ​ເຮືອນ​ຂອງ​ເຮົາ​ເອງ, ເຮົາ​ຄວນ​ສັ່ງ​ສອນ​ຄວາມ​ຈິງ ແລະ ພຣະ​ບັນ​ຍັດ​ຢ່າງ​ແຈ່ມ​ແຈ້ງ ແລະ ຄົບ​ຖ້ວນ​ຕາມ​ທີ່​ເຮົາ​ເຂົ້າ​ໃຈ​ມັນ​ຈາກ​ແຜນ​ແຫ່ງ​ຄວາມ​ລອດ​ ທີ່​ຖືກ​ເປີດ​ເຜີຍ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸ​ນທີ່​ໄດ້​ຮັບ​ກາ​ນ​ຟື້ນ​ຟູຄືນ​ມາ​ໃໝ່. ສິດ​ທິ​ຂອງ​ເຮົາ​ທີ່​ຈະ​ເຮັດ​ດັ່ງ​ນີ້​ກໍ​ຖືກ​ປົກ​ປ້ອງ​ ໂດຍການຮັບ​ປະ​ກັນ​ໂດຍ​ລັດ​ຖະ​ທຳ​ມະ​ນູນຂອງ​ສິດ​ທິ​​ການ​ກ່າວ​ປາ​ໄສ ແລະ ນັບຖືສາດ​ສະ​ໜາ, ພ້ອມ​ທັງສິດ​ທິສ່ວນ​ຕົວ​ທີ່​ຖືກ​ໃຫ້​ກຽດນຳ​ອີກ ແມ່ນ​ແຕ່​ໃນ​ປະ​ເທດ​ທີ່ບໍ່​ມີ​ການຮັບ​ປະ​ກັນ​ຈາກ​ລັດ​ຖະ​ທຳ​ມະ​ນູນຢ່າງ​ເປັນ​ທາງ​ການ.

ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ, ສິ່ງ​ທີ່​ຜູ້​ເຊື່ອຖື​ສາດ​ສະ​ໜາ​ກ່າວ ແລະ ເຮັດ​ລົງ​ໄປ​ກໍ​ກ່ຽວ​ພັນ​ກັບ​ການ​ພິ​ຈາ​ລະ​ນາ​ອື່ນໆ​. ສິດ​ທິ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ສາດ​ສະ​ໜາ​ກ່ຽວ​ພັນ​ກັບ​ການ​ກະ​ທຳ​ທາງ​ສະ​ທາ​ລະ​ນະ, ແຕ່​ມັນ​ຍັງ​ຂຶ້ນ​ຢູ່​ກັບຄຸນ​ວຸດ​ທິ​ທີ່​ຈຳ​ເປັນ​ເພື່ອ​ອຳ​ນວຍ​ຄວາມ​ເຊື່ອ​ຖື ແລະ ພາກ​ປະ​ຕິ​ບັດ​ຂອງ​ຄົນ​ອື່ນ. ກົດ​ໝາຍບໍ່​ສາ​ມາດ​ຫ້າມ​ພຶດ​ຕິ​ກຳ​ທີ່​ເປັນ​ທີ່​ຮັບ​ຮູ້​ວ່າ​ຜິດ ຫລື ບໍ່​ເປັນ​ທີ່ຍອມ​ຮັບ, ດັ່ງ​ເຊັ່ນ​ການ​ຂູດ​ຮີດ​ທາງ​ເພດ, ຄວາມ​ຮຸນ​ແຮງ ຫລື ພຶດ​ຕິ​ກຳ​ທີ່​ທຳ​​ໂຫດຮ້າຍ​ອື່ນໆ, ແມ່ນ​ແຕ່​ເມື່ອ​ຄົນ​ທີ່​​ມີຄວາມ​ເຫັນ​ຮຸນ​ແຮງ​​ເຮັດ​ລົງ​ໄປໃນ​ນາມ​ຂອງ​ສາດ​ສະ​ໜາ. ເຖິງ​ແມ່ນ​ວ່າບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ຄົນ​ທີ່​ເຊື່ອ​ຖື​ບາງ​ຄົນ, ພຶດ​ຕິ​ກຳ​​ທີ່ບໍ່​ຮ້າຍ​ແຮງ, ອາດ​ຕ້ອງ​ໄດ້​ອົດ​ທົນ​ຕໍ່ ຖ້າ​ຫາກ​ຖືກ​ເຮັ​ດ​ໃຫ້​ເປັນກົດ​ ຕາມ​ທີ່​ສາດ​ສະ​ດາ​ທ່ານ​ໜຶ່ງໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​​ເອີ້ນວ່າ “​ສຽງ​ຂອງ​ຜູ້​ຄົນ” (ໂມ​ໄຊ​ຢາ 29:26).

ໃນ​ເລື່ອງ​ການ​ກ່າວ​ປາ​ໄສ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ, ພວກ​ເຮົາ​ຫວັງ​ໃຫ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຫລາຍ​ຂຶ້ນ​ກັບ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນທີ່​ຈະ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ແລະ ລະ​ເວັ້ນ​ຈາກ​ການ​ຂັດ​ແຍ້ງ. ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ​ຄວນ​ເປັນ​ຕົວ​ຢ່າງ​ຂອງ​ພຶດ​ຕິ​ກຳ​ທີ່​ສຸ​ພາບ​ອ່ອນ​ໂຍນ. ​ພວກເຮົາ​ຄວນ​ຮັກ​ທຸກ​ຄົນ, ເປັນ​ຜູ້​ຮັບ​ຟັງ​ທີ່​ດີ, ແລະ ສະ​ແດງ​ຄວາມ​ຫ່ວງ​ໄຍ​ສຳ​ລັບ​ຄວາມ​ເຊື່ອ​ຖື​ທີ່​ຈິງ​ໃຈຂອງ​ເຂົາ​ເຈົ້າ. ເຖິງ​ແມ່ນ​ວ່າ​ເຮົາ​ອາດບໍ່​ເຫັນ​ດີ​ດ້ວຍ, ​ພວກເຮົາ​ກໍ​ບໍ່​ຄວນມີ​ອາ​ລົມ​ຮ້າຍ. ຈຸດ​ຢືນ​ ແລະ ການ​ສື່​ສານ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ທີ່ກໍ່​ໃຫ້​ມີ​ການ​ໂຕ້​ຖຽງ​ກັນ​ຫລາຍ ກໍ​ບໍ່ຄວນກໍ່​ໃຫ້​ເກີດ​ການຂັດ​ແຍ້ງ. ​ພວກເຮົາ​ຄວນ​ເປັນ​ຄົນ​ສະ​ຫລາດເມື່ອ​ອະ​ທິ​ບາຍ ແລະ ຕິດ​ຕາມ​ຈຸດ​ຢືນຂອງ​ເຮົາ ແລະ ໃນ​ການ​ມີ​ອິດ​ທິ​ພົນ​ຕໍ່​ຄົນ​ອື່ນ. ໃນ​ການ​ປະ​ຕິ​ບັດ​ດັ່ງ​ນີ້, ​ພວກເຮົາ​ກໍ​ຂໍ​ຮ້ອງບໍ່​ໃຫ້​ຄົນ​ອື່ນ​ຂຸ່ນ​ເຄືອງ​ໂດຍ​ຄວາມ​ເຊື່ອ​ຖື​ທາງ​ສາດ​ສະ​ໜາ​ທີ່​ຈິງ​ໃຈ​ຂອງ​ເຮົາ ແລະ ການ​ປະ​ຕິ​ບັດ​ຕາມ​ສິດ​ທິທາງ​ສາດ​ສະ​ໜານັ້ນ. ພວກເຮົ​າຊຸກ​ຍູ້​ໃຫ້​ເຮົາ​ທຸກ​ຄົນ​ປະ​ຕິ​ບັດ​ຕາມ​ກົດທີ່​ສຳ​ຄັນ​ທີ່​ວ່າ​: “ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພື່ອນ​ຢ່າງນັ້ນ​ເໝືອນ​ກັນ” (ມັດ​ທາຍ 7:12).

ເມື່ອ​ຄວາມ​ຄິດ​ເຫັນ ແລະ ນະ​ໂຍ​ບາຍ​ທີ່​ເປັນ​ທີ່ຍອມ​ຮັບ​ຕໍ່​ຕ້ານ​ກັບ​ມາດ​ຕະ​ຖານ​ຂອງ​ເຮົາ, ເຮົາ​ຄວນຍອມ​ຮັບ​ຜົນ​ທີ່ບໍ່​ເປັນ​ທີ່​ເພິ່ງ​ປາດ​ຖະ​ໜານັ້ນ​ດ້ວຍ​ຄວາມນັບ​ຖື, ແລະ ນຳ​ໃຊ້​ຄວາມ​ສຸ​ພາບ​ຮຽບ​ຮ້ອຍ​ກັບ​ຜູ້​ປໍ​ລະ​ປັກ​ຂອງ​ເຮົາ. ບໍ່​ວ່າ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ​ກໍ​ຕາມ, ເຮົາ​ຄວນ​ເປັນ​ຄົນ​ທີ່​ມີຄວາມ​ເມດ​ຕາ​ຈິດ​ຕໍ່​ຄົນ​ທັງ​ປວງ, ປະ​ຕິ​ເສດ​ການ​ຂົ່ມ​ເຫັງ​ໃນ​ທຸກ​ຮູບ​ແບບ, ຮ່ວມ​ທັງ​ການ​ກັ່ນ​ແກ້ງ​ອີງ​ຕາມ​ເຊື້ອ​ຊາດ, ຊົນ​ຊາດ, ຄວາມ​ເຊື່ອ​ຖື ຫລື ບໍ່​ເຊື່ອ​ຖືສາດ​ສະ​ໜາ, ແລະ ຄວາມ​ແຕກ​ຕ່າງ​ໃນ​ແນວ​ໂນ້ມ​ທາງ​ເພດ.

V.

ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເຖິງ​ຫລັກ​ທຳ​ທົ່ວ​ໄປ. ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງວິ​ທີ​ທີ່​ຫລັກ​ທຳ​ເຫລົ່າ​ນັ້ນ​ຄວນ​ຖືກ​ນຳ​ໃຊ້​ໃນ​ສະ​ຖາ​ນະ​ການ​ທີ່​ແຕກ​ຕ່າງ​ແຕ່ເປັນ​ທີ່​ຄຸ້ນ​ເຄີຍ ຊຶ່ງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຄວນ​ຖືກ​ປະ​ຕິ​ບັດ​ຕາມ​ຢ່າງ​ຊື່​ສັດ​ຫລາຍ​ຂຶ້ນ.

​ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ດ້ວຍ​ສິ່ງ​ທີ່​ລູກໆ​ຂອງ​ເຮົາ​ຮຽນ​ຮູ້ຕອນ​ພວກ​ເຂົາ​ໄປຫລິ້ນ. ສ່ວນ​ຫລາຍ​ແລ້ວ​ ຜູ້​ຄົນ​ທີ່ບໍ່​ເປັນ​ຊາວ​ມໍ​ມອນ​ໃນ​ລັດ​ຢູ​ທານີ້​ໄດ້​ຜິດ​ໃຈ ແລະ ບາດ​ໝາງ​ໂດຍ​ສະ​ມາ​ຊິກ​ຂອງ​ເຮົາ​ບາງ​ຄົນ ທີ່​ບໍ່​ປ່ອຍ​ໃຫ້​ລູກ​ຂອງ​ເຂົາ​ເຈົ້າ​ເປັນ​ເພື່ອນ​ກັບ​ລູກຂອງ​ຄົນ​ທີ່​ເຊື່ອ​ໃນ​ສາດ​ສະ​ໜາ​ອື່ນ. ແນ່ນອນ​ວ່າ​ເຮົາ​ສອນ​ລູກໆ​ຂອງ​ເຮົາ​ເຖິງ​ຫລັກ​ທຳ ແລະ ມາດ​ຕະ​ຖານ​ຂອງ​ພຶດ​ຕິ​ກຳ ໂດຍບໍ່​ໃຫ້​ພວກ​ເຂົາຢູ່​ຫ່າງ​ເຫີນ ຫລື ສະ​ແດງ​ຄວາມບໍ່​ເຄົາ​ລົບ​ນັບ​ຖື​ຕໍ່​ຜູ້​ຄົນ​ທີ່​ແຕກ​ຕ່າງ​ຈາກ​ເຮົາ.

ຄູ​ສອນ​ໃນ​ໂບດ ແລະ ໃນ​ໂຮງ​ຮຽນ​ທັງ​ຫລາຍ​ໄດ້​ເສົ້າ​ເສຍ​ໃຈ​ກັບ​ວິ​ທີ​ທາງ​ທີ່​ຄົນ​ໄວ​ລຸ້ນ​ບາງ​ຄົນປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ, ຮ່ວມ​ດ້ວຍ​ຊາວ​ໜຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ແນ່ນອນ​ວ່າ ພຣະ​ບັນ​ຍັດ​ທີ່​ຈະ​ຮັກ​ຊຶ່ງ​ກັນ​ແລະ​ກັນ ຮ່ວມ​ທັງ​ການ​ຮັກ ແລະ ນັບ​ຖື​ລະ​ຫວ່າງ​ສາດ​ສະ​ໜາ​ທີ່​ແຕກ​ຕ່າງ​ກັນ ແລະ ສຳ​ລັບ​ເຊື້ອ​ຊາດ​, ວັດ​ທະ​ນະ​ທຳ, ​ແລະ ເສດ​ຖະ​ກິດທີ່​ແຕກ​ຕ່າງ​ກັນ. ພວກ​ເຮົາ​ທ້າ​ທາຍ​ຄົນ​ໜຸ່ມ​ທຸກ​ຄົນ​ໃຫ້​ລະ​ເວັ້ນ​ຈາກ​ການ​ຂົ່ມ​ເຫັງ, ການ​ດູ​ຖູກ ຫລື ພາ​ສາ ແລະ ພາກ​ປະ​ຕິ​ບັດ​ທີ່​ຕັ້ງ​ໃຈ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ຊ້ຳນ້ຳ​ໃຈ. ທຸກ​ສິ່ງ​ເຫລົ່າ​ນີ້​ລະ​ເມີດ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຈະ​ຮັກ​ຊຶ່ງ​ກັນ​ແລະ​ກັນ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ​ການ​ຂັດ​ແຍ້ງ​ເປັນ​ເຄື່ອງ​ມື​ຂອງ​ມານ. ແນ່ນອນ​ວ່າ​ສິ່ງນັ້ນ​ສັ່ງ​ສອນ​ທາງ​ທີ່​ຕໍ່​ຕ້ານ​ພາ​ສາ ແລະ ພາກ​ປະ​ຕິ​ບັດ​ບາງ​ຢ່າງ​ທາງ​ການ​ເມືອງ​ໃນ​ເວ​ລານີ້. ການ​ຮັບ​ມື​ກັບ​ຜູ້​ຄົນ ແລະ ນະ​ໂຍ​ບາຍ​ທີ່ບໍ່​ສອດ​ຄ່ອງ​ກັບ​ຄວາມ​ເຊື່ອ​ຖື​ຂອງ​ເຮົາ​ກໍ​ເປັນ​ພາກ​ສ່ວນ​ສຳ​ຄັນຂອງ​ການ​ເມືອງ, ແຕ່​ຄວາມ​ແຕກ​ຕ່າງ​ທາງ​ນະ​ໂຍ​ບາຍບໍ່​ຈຳ​ເປັນ​ຕ້ອງ​ກ່ຽວ​ພັນ​ກັບ​ການ​ໂຈມ​ຕີ​ສ່ວນ​ຕົວ ທີ່​ກີດ​ກັນ​ຂະ​ບວນ​ການ​ຂອງ​ລັດ​ຖະ​ບານ ແລະ ລົງ​ໂທດ​ຜູ້​ທີ່​ມີ​ສ່ວນ​ຮ່ວມ. ເຮົາ​ທຸກ​ຄົນ​ຄວນກຳ​ຈັດ​ການ​ສື່​ສານ​ທີ່​ກຽດ​ຊັງ ແລະ ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສຸ​ພາບ​ຮຽບ​ຮ້ອຍໃນ​ຄວາມ​ແຕກ​ຕ່າງ​ຂອງ​ຄວາມ​ຄິດ​ເຫັນ.

ສະ​ຖານ​ທີ່​ ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຈະ​ລະ​ເວັ້ນ​ຈາກ​ການ​ຂັດ​ແຍ້ງ ແລະ ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມ​ນັບ​ຖື​ ສຳ​ລັບ​ຄວາມ​ແຕກ​ຕ່າງ​ແມ່ນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ແລະ ຄວາມ​ສຳ​ພັນກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ. ຄວາມ​ແຕກ​ຕ່າງນັ້ນ​ຫລີກ​ລ້ຽງ​ບໍ່​ໄດ້ ບາງ​ຢ່າງ​ກໍ​ເລັກ​ນ້ອຍ ແລະ ບາງ​ຢ່າງ​ກໍ​ໃຫຍ່​ໂຕ. ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ທີ່​ໃຫຍ່​ໂຕນັ້ນ, ສົມ​ມຸດ​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວຢູ່​ຮ່ວມ​ກັນ​ໂດຍບໍ່​ໄດ້​ແຕ່ງ​ງານ. ສິ່ງນັ້ນນຳ​ຫລັກ​ທຳ​ສຳ​ຄັນ​ສອງ​ຢ່າງ​ມາ​ຂັດ​ກັນ ຄວາມ​ຮັກ​ທີ່​ມີ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ພຣະ​ບັນ​ຍັດ. ໂດຍ​ການ​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ທີ່​ເມດ​ຕາ ແລະ ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຈິງ ໂດຍ​ການ​ລະ​ເວັ້ນ​ຈາກ​ກິດ​ຈະ​ກຳ​ທີ່​ອຳ​ນວຍ ຫລື ເບິ່ງ​ຄື​ວ່າ​ສົ່ງ​ເສີມ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ຜິດ.

ຂ້າ​ພະ​ເຈົ້າ​ຈະ​ສະ​ຫລຸບ​ດ້ວຍ​ຕົວ​ຢ່າງ​ໜຶ່ງ​ຂອງ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ. ຢູ່​ທີ່​ກອງ​ປະ​ຊຸມ​ສະ​ເຕກ​ໃນ​ເຂດ​ຕາ​ເວັນ​ຕົກ​ພາກ​ກາງ ເມື່ອ 10 ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ຊິດ​ສະ​ເຕີ​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ​ສາ​ມີ​ຂອງ​ນາງ​ທີ່ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ ໄດ້​ໄປ​ໂບດ​ກັບ​ນາງ​ເປັນ​ເວ​ລາ 12 ປີ ແຕ່ບໍ່​ຍອມ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ນາງ​ໄດ້​ຖາມ​ວ່າ ນາງ​ຄວນ​ເຮັດ​ແນວ​ໃດ. ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ໃຫ້​ນາງ​ເຮັດ​ທຸກ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ໄປ ແລະ ໃຫ້​ອົດ​ທົນ ແລະ ເຮັດ​ດີ​ຕໍ່​ສາ​ມີ​ຂອງ​ນາງ.

ເກືອບ​ໜຶ່ງ​ເດືອນ​ຕໍ່​ມາ​ນາງ​ໄດ້​ຂຽນ​ຫາ​ຂ້າ​ພະ​ເຈົ້າ​ວ່າ: “ເອີ, ຂ້າ​ນ້ອຍ​ໄດ້​ຄິດ​ວ່າ​ເວ​ລາ 12 ປີ​ນັ້ນ​ໄດ້​ສະ​ແດງວ່າ​ຂ້າ​ນ້ອຍ​ໄດ້ອົດ​ທົນ​ພຽງ​ໃດ, ແຕ່​ຂ້າ​ນ້ອຍບໍ່​ໄດ້​ຮູ້​ຖ້າວ່າຂ້າ​ນ້ອຍ​ມີ​ເມດ​ຕາ​ໃນ​ເລື່ອງນັ້ນ. ສະ​ນັ້ນ, ຂ້າ​ນ້ອຍ​ຈຶ່ງ​ໄດ້​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ​ເປັນ​ເວ​ລາ​ໜຶ່ງ​ເດືອນ​ປາຍ, ແລະ ລາວ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​.”

ຄວາມ​ເມດ​ຕາ​ມີ​ພະ​ລັງ​ຫລາຍ, ໂດຍ​ສະ​ເພາະ​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ຄອບ​ຄົວ. ຈົດ​ໝາຍ​ຂອງ​ນາງ​ໄດ້​ກ່າວ​ຕໍ່​ວ່າ, “ຂ້​າ​ນ້ອຍ​ແຮ່ງ​ພະ​ຍາ​ຍາມ​ຈະ​ມີ​ເມດ​ຕາ​ຫລາຍ​ຂຶ້ນ​ໃນ​ເວ​ລານີ້ ເພາະ​ພວກ​ຂ້າ​ນ້ອຍ​ກຳ​ລັງ​ຕຽມ​ຕົວ​ໄປ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ໃນ​ປີນີ້!”

ຫົກ​ປີ​ຕໍ່​ມາ​ນາງ​ໄດ້​ຂຽນ​ຈົດ​ໝາຍ​ຫາ​ຂ້າ​ພະ​ເຈົ້າ​ອີກວ່າ: “ສາ​ມີ​ຂອງ​ຂ້າ​ນ້ອຍ​ [ຫາ​ກໍ] ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອະ​ທິ​ການ [ຂອງ​ຫວອດ​ຂອງ​ພວກເຮົາ].”2

VI.

ໃນ​ຄວາມ​ສຳ​ພັນ​ທັງ​ຫລາຍ ແລະ ໃນ​ສະ​ຖາ​ນະ​ການ​ໃນຊີ​ວິດ​ທັງ​ຫລາຍ, ເຮົາ​ຕ້ອງອາ​ໄສ​ຢູ່​ກັບ​ຄົນທີ່​ແຕກ​ຕ່າງ​ຈາກ​ເຮົາ. ເມື່ອ​ຈຳ​ເປັນ, ຝ່າຍ​ທີ່​ແຕກ​ຕ່າງ​ຂອງ​ເຮົາ​ຄວນບໍ່​ຖຶກ​ປະ​ຕິ​ເສດ ຫລື ປ່ອຍ​ປະ​ຖິ້ມ​ໄປ, ແຕ່ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ​ຄວນ​ດຳລົງ​ຊີວິດຢ່າ​ງ​ສະ​ຫງົບ​ກັບ​ຄົນ​ອື່ນ ທີ່ບໍ່​ມີ​ຄວາມ​ເຊື່ອ​ຖືຄື​ກັນ​ກັບ​ເຮົາ ຫລື ຍອມ​ຮັບ​ຄຳ​ສອນ​ທີ່​​ມີ​ພື້ນ​ຖານ​ຈາກນັ້ນ. ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ, ຊຶ່ງ​ເຮົາ​ຮູ້​ຜ່ານ​ການ​ເປີດ​ເຜີຍ​ຂອງ​ສາດ​ສະ​ດາ, ໄດ້​ຈັດ​ວາງ​ໃຫ້​ເຮົາຢູ່​ໃນ​ສະ​ຖາ​ນະ​ການ​ມະ​ຕະ ບ່ອນ​ທີ່​ເຮົາ​ຕ້ອງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ນັ້ນ​ກໍ​ຮ່ວມ​ດ້ວຍການ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ທີ່​ມີວັດ​ທະ​ນະ​ທຳ ແລະ ຄວາມ​ເຊື່ອ​ຖືທີ່​ແຕກ​ຕ່າງ​ຈາກ​ເຮົາ ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັກ​ເຮົາ. ດັ່ງ​ທີ່​ສາດ​ສະ​ດາ​ທ່ານ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສອນ​, ເຮົາ​ຕ້ອງ​ມຸ້ງ​ໜ້າ​, ດ້ວຍ​ມີ​ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລ​ະ ຂອງ​ມະ​ນຸດ​ທັງ​ປວງ” (2 ນີ​ໄຟ 31:20).

ເຖິງ​ແມ່ນ​ມັນ​ຈະ​ຍາກ​ທີ່​ຈະອາ​ໄສ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ​ອ້ອມ​ຂ້າງ​ເຮົາ, ພຣະ​ບັນ​ຍັດ​ຂອງ​ພຣ​ະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ຈະ​ຮັກ​ຊຶ່ງ​ກັນ​ແລະ​ກັນ ດັ່ງ​ທີ່​ພຣະ​ອົງ​ຮັກ​ເຮົາ​ອາດ​ເປັນ​ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ເຂົ້າ​ໃຈ​ເລື່ອງນີ້ ແລະ ສະ​ແຫວງ​ຫາ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ນັ້ນ ໃນ​ຄວາມ​ສຳ​ພັນ ແລະ ກິດ​ຈະ​ກຳ​ຂອງ​ເຮົາ​ທັງ​ໝົດ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. Thomas S. Monson, “Love—the Essence of the Gospel,” Ensign ຫລື Liahona, May 2014, 91.

  2. ຈົດໝາຍ​ເຖິງ ດາ​ລິນ ​ເອັຈ ​ໂອກ​ສ໌ ວັນ​ທີ 23 ​ເດືອນ​ມັງກອນ , 2006, ​ແລະ ວັນ​ທີ 30 ​ເດືອນ​ຕຸລາ , 2012.