​2010–2019
ເລືອກ​ຢ່າງ​ສະ​ຫລາດ
ຕຸລາ 2014


15:19

ເລືອກ​ຢ່າງ​ສະ​ຫລາດ

“ປະ​ຕິ​ເສດ​ຄວາມ​ຊົ່ວ​ຮ້າຍ, ແລະ ເລືອກ​ສິ່ງ​ດີ” (ເອຊາ​ຢາ 7:15).

ອ້າຍ​ນ້ອງ​ທີ່​ຮັກ​ແພງ, ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຄ່ຳ​ຄືນນີ້​ແມ່ນ​ຈະ​ແບ່ງ​ປັນ​ຄຳ​ແນະ​ນຳ​ບາງ​ຢ່າງ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ ແລະ ທາງ​ເລືອກ.

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ທະ​ນາຍ​ຄວາມ​ໜຸ່ມ​ໃນ​ເຂດ ແຊນ​​ແຟນ​ຊິ​ສະ​ໂກ, ຂ້າ​ພະ​ເຈົ້າ​ໄດ້ທຳ​ງານ​ກ່ຽວ​ກັບ​ກົດ​ໝາຍ​ໃຫ້​ແກ່​ບໍ​ລິ​ສັດ​ທີ່​ປະດິດ​ລາຍ​ການ​​ໂທ​ລະ​ພາບ ຊາລີ ບຣາວ ພິ​ເສດ​ສຳ​ລັບ​ເທດ​ສະ​ການ​ຕ່າງ​ໆ.1 ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຄົນໜຶ່ງທີ່​ນິ​ຍົມ​ທ່ານຊາລີ ຊ້າວ ​ແລະ ການ​ປະດິດ​ແຕ່ງ​ຂອງ​ເພິ່ນຊື່—Peanuts, ທີ່​ປະ​ກອບ​ດ້ວຍ ຊາລີ ບຣາວ, ລູຊີ, ​ແລະ ສະ​ນູບປີ ແລະ ຕົວ​ລະ​ຄອນທີ່ດີ​ເດັ່ນ​ອື່ນໆ​ນຳ​ອີກ.

ເລື່ອງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ຫລາຍ​ໃນ​ຈຳ​ນວນ​ເລື່ອງ​ເຫລົ່າ​ນີ້​ແມ່ນ​ກ່ຽວ​ຂ້ອງ​ນຳ ນາງລູຊີ. ຕາມ​ທີ່​ຂ້າ​ພະ​ເຈົ້າ​ຈຳ​ໄດ້, ທິມ​ເບສະບານ ​ຂອງ ຊາລີ ບຣາວ ໄດ້​ຫລິ້ນ​ເກມ​ທີ່​ສຳ​ຄັນ—ນາງ​ລູ​ຊີ ໄດ້​ເປັນ​ຜູ້​ຮັບ​ໝາກ​ບານ​ຢູ່​ຂ້າງນອກ, ແລະ ໝາກ​ບານ​ທີ່​ຖືກ​ດຶກ​ໄປ​ໄກ​ຈະ​ຕົກ​ຕຳ​ນາງ. ທິມ​ຄູ່​ແຂ່ງ​ມີ​ຜູ້​ຮັບ​ໝາກ​ບານ​ເຕັມ​ເດີ່ນ, ແລະ ເປັນຂັ້ນ​ຕອນ​ຫລິ້ນ​ສຸດ​ທ້າຍ​ດ້ວຍ. ຖ້າ​ນາງ​ລູ​ຊີ ​ຮັບ​ໝາກ​ບານນັ້ນ​ໄດ້, ທິມ​ຂອງ​ນາງ​ກໍ​ຈະ​ຊະ​ນະ. ຖ້າ​ນາງ​ເຮັດ​ໃຫ້​ໝາກ​ບານຫລຸດ​ມື, ທິມ​ຄູ່​ແຂ່ງ​ກໍ​ຈະ​ຊະ​ນະ.

ດັ່ງ​ທີ່​ເກີດຂຶ້ນໄດ້​ພຽງ​ແຕ່​ໃນລະ​ຄອນຕະຫລົກ​, ທຸກ​ຄົນ​ໃນ​ທິມ​ກໍໄດ້​ມາ​ຢູ່​ອ້ອມຂ້າງ​ນາງ​ເມື່ອ​ໝາກ​ບານນັ້ນ​ຕົກ​ລົງ​ມາ. ນາງ​ລູ​ຊີ​ ໄດ້​ຄິດ​ຢູ່​ວ່າ, “ຖ້າ​ເຮົາ​ຮັບ​ໝາກ​ບານ​ໄດ້, ເຮົາ​ຈະ​ເປັນນາງ​ເອກ; ແຕ່​ຖ້າ​ເຮົາ​ຮັບ​ບໍ່​ໄດ້, ເຮົາ​ຈະ​ເປັນ​ດັ່ງ​ໝາ​ຫົວ​ເນົ່າ.”

ໝາກ​ບານ​ກໍ​ໄດ້​ຕົກ​ລົງ​ມາ, ແລະ ຂະ​ນະ​ທີ່​ໝູ່​ໃນ​ທິມ​ເບິ່ງ​ຢູ່​ດ້ວຍ​ຄວາມ​ຕື່ນ​ເຕັ້ນ, ນາງ​ລູ​ຊີ​ ໄດ້​ເຮັດ​ໃຫ້​ໝາກ​ບານຫລຸດ​ມື. ຊາລີ ບຣາວ ໄດ້​ດຶກ​ຊົບ​ມື​ຖິ້ມດ້ວຍ​ຄວາມ​ໃຈ​ຮ້າຍ. ແລ້ວ ນາງ​ລູ​ຊີ​ ກໍ​ໄດ້​ຫລຽວ​ເບິ່ງ​ໝູ່​ໃນ​ທິມ, ເອົາ​ມື​ຄ້ຳ​ແອວ​ຂອງ​ນາງ, ແລະ ໄດ້​ກ່າວ​ວ່າ, “ພວກ​ເຈົ້າ​ຄາດ​ໃຫ້​ຂ້ອຍ​ຮັບ​ເອົາ​ໝາກ​ບານນັ້ນ​ໄດ້​ແນວ​ໃດ ເມື່ອ​ຂ້ອຍ​ເປັນ​ຫ່ວງນຳ​ນະ​ໂຍ​ບາຍຂອງ​ລັດ​ຖະ​ບານເຮົາ​ກ່ຽວ​ກັບເລື່ອງການ​ຕ່າງ​ປະ​ເທດຢູ່?”

ຕະຫລອດຫລາຍປີແຕ່ນັ້ນ​ມາ ນີ້​ເປັນ​ໜຶ່ງ​ໃນ​ບັນ​ດາ​ໝາກ​ບານ​ທີ່​ ນາງ​ລູ​ຊີ ໄດ້​ເຮັດ​ໃຫ້​ຫລຸດ​ມື​, ແລະ ນາງ​ກໍ​ໄດ້​ມີ​ຂໍ້​ແກ້​ຕົວຂໍ້ໃໝ່​ທຸກໆ​ເທື່ອ.2 ເຖິງ​ແມ່ນ​ວ່ານີ້​ເປັນ​ເລື່ອງ​ຕະ​ຫລົກກໍ​ຕາມ, ຂໍ້​ແກ້​ຕົວ​ຂອງ ນາງ​ລູ​ຊີ ກໍ​ຖືກ​ອະ​ທິ​ບາຍ. ​ຂໍ້​ແກ້​ເປັນ​ເຫດ​ຜົນ​ທີ່ບໍ່​ຈິງ​ສຳ​ລັບ​ຄວາມ​ລົ້ມ​ເຫລວ​ຂອງ​ນາງ​ທີ່​ຈະຮັບ​ໝາກ​ບານ​ນັ້ນ.

ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງປະ​ທານທອມ​ມັສ ແອັສ ມອນ​ສັນ, ເພິ່ນ​ໄດ້​ສອນ​ເລື້ອຍໆ​ວ່າ ການ​ຕັດ​ສິນ​ໃຈ​ກຳ​ນົດ​ຈຸດ​ໝາຍ​ປາຍ​ທາງ.3 ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ ຄຳ​ແນະ​ນຳ​ຂອງຂ້າ​ພະ​ເຈົ້າ​ໃນ​ຄ່ຳ​ຄືນນີ້​ແມ່ນ​ທີ່​ຈະຫລີກ​ເວັ້ນ​ຈ​າກ​ການໃຫ້ຄຳແກ້​ຕົວ​ໃດໆ ທີ່​ກີດ​ກັນ​ເຮົາ​ຈາກ​ການ​ຕັດ​ສິນ​ໃຈ​ທີ່​ຊອບ​ທຳ, ໂດຍ​ສະ​ເພາະ ເມື່ອ​ມັນ​ກ່ຽວ​ກັບ​ການ​ຮັບ​ໃຊ້​ພຣະ​ເຢ​ຊູ​ຄຣິດ. ໃນ​ພຣະ​ທຳ​ຂອງ​ເອ​ຊາ​ຢາ ເຮົາ​ໄດ້​ຮຽນ​ຮູ້​ວ່າ, “ເຮົາ​ຕ້ອງປະ​ຕິ​ເສດ​ຄວາມ​ຊົ່ວ​ຮ້າຍ, ແລະ ເລືອກ​ສິ່ງ​ດີ.”4

ຂ້າພະເຈົ້າ​ຊື່ວ່າ​ມັນ​ສຳຄັນ​ເປັນ​ພິເສດ​ໃນ​ວັນ​ເວລາ​ຂອງ​ເຮົາ, ຕອນ​ທີ່​ຊາ​ຕານ​ກຳລັງ​ມີ​ອິດ​ທິ​ພົນ​ຫລາຍ​ຕໍ່​ຈິດໃຈຂອງ​ມະນຸດ ໃນ​ຫລາຍໆ​ວິທີ​ທາງ​ໃໝ່ ແລະ ແບບ​ສັບ​ຊ້ອນ, ວ່າ​ທາງ​ເລືອກ ແລະ ການ​ຕັດສິນ​ໃຈ​ຂອງ​ເຮົາ​ຕ້ອງ​ເຮັດລົງ​ໄປ​ຢ່າງ​ລະມັດລະວັງ, ສອດຄ່ອງ​ກັບ​ເປົ້າ​ໝາຍ ແລະ ຈຸດປະສົງ​ທີ່​ເຮົາ​ກ່າວ​ວ່າ​ເຮົາ​ປະຕິບັດ​ຕາມ. ເຮົາ​ຕ້ອງ​ມີຄຳ​ໝັ້ນ​ສັນຍາ​ທີ່​ບໍ່​ຫວັ່ນໄຫວ​ຕໍ່​ພຣະ​ບັນຍັດ ແລະ ການ​ເຊື່ອ​ຟັງ​ພັນທະ​ສັນຍາ​ທີ່ສັກສິດ. ເມື່ອ​ເຮົາ​ປ່ອຍ​ໃຫ້​ຄຳ​ແກ້ຕົວ​ກີດ​ກັນ​ເຮົາ​ຈາກ​ພິທີ​ສັກສິດ​ໃນ​ພຣະ​ວິຫານ, ການ​ເຜີຍແຜ່​ທີ່​ມີ​ຄຸນຄ່າ, ແລະ ການ​ແຕ່ງງານ​ໃນ​ພຣະ​ວິຫານ, ມັນຈະ​ເປັນ​ອັນຕະລາຍ​ຫລາຍ​ແນ່ນອນ. ມັນ​ເປັນ​ທີ່​ໜ້າ​ໂສກເສົ້າ​ໃຈ​ຫລາຍ​ເມື່ອ​ເຮົາ​ປະກາດ​ຄວາມ​ເຊື່ອ​ຖື​ໃນ​ເປົ້າ​ໝາຍເຫລົ່າ​ນີ້, ແຕ່​ແລ້ວ​ບໍ່​ເອົາໃຈໃສ່​ຕໍ່​ການ​ປະພຶດ​ຂອງ​ທຸກ​ວັນ​ທີ່​ຈຳເປັນ​ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ​ນັ້ນ​ໄດ້.5

ຄົນ​ໜຸ່ມ​ບາງ​ຄົນ​ປະກາດ​ວ່າ​ເປົ້າ​ໝາຍ​ຂອງ​ເຂົາເຈົ້າ​ແມ່ນ​ຈະ​ແຕ່ງງານ​ໃນ​ພຣະ​ວິຫານ ແຕ່​ບໍ່​ຊອກ​ຫາ​ແຟນ​ທີ່ ມີ​ຄຸນຄ່າ​ດີ​ພໍ​ສຳ​ລັບ​ພຣະ​ວິຫານ. ເມື່ອ​ເວົ້າ​ກົງ​ໄປ​ກົງ​ມາ, ກໍ​ຄື ບາງ​ຄົນ​ຮອດ​ບໍ່​ຊອກ​ຫາ​ແຟນເລີຍ! ທ່ານ​ຊາຍ​ໂສດ, ເມື່ອທ່ານ​ຢູ່​ເປັນ​ໂສດ​ດົນ​ນານ​ເທົ່າໃດ, ຫລັງ​ຈາກ​ທ່ານ​ໄດ້​ບັນລຸ​ວຸດ​ທິພາ​ວະ​ທີ່​ສົມຄວນ ແລະ ເປັນ​ຜູ້​ໃຫຍ່​ແລ້ວ, ແລ້ວ​ທ່ານ​ແຮ່ງ​ຈະ​ພໍໃຈ. ແຕ່​ທ່ານ​ ບໍ່​ຄວນສະບາຍ​ໃຈ ຫລາຍ​ຂຶ້ນ! ຂໍ​ໃຫ້​ມີ​ສ່ວນ​ຮ່ວມ​ “ຢ່າງ​ກະ​ຕື​ລື​ລົ້ນ”6 ໃນ​ກິດຈະ​ກຳທາງວິນ​ຍານ ​ແລະ ​ທາງ​ສັງຄົມ​ສາ​ເຖີດ.

ບາງ​ຄົນ​ກໍ​ເລື່ອນ​ເວລາ​ຂອງ​ການ​ແຕ່ງງານ​ຈົນ​ກວ່າ​ໄດ້​ສຳເລັດ​ການ​ສຶກ​ສາ ແລະ ມີ​ງານ​ທຳ​ກ່ອນ. ເຖິງ​ແມ່ນ​ວ່າ ສິ່ງ​ນີ້​ເປັນ​ທີ່​ຍອມຮັບ​ກັນ​ຢູ່​ທົ່ວ​ໄປ​ໃນ​ໂລກ​ນີ້, ເຫດຜົນ​ດັ່ງນີ້​ບໍ່​ໄດ້​ສະແດງ​ເຖິງ​ສັດທາ, ບໍ່ສອດຄ່ອງ​ກັບ​ຄຳ​ແນະນຳຂອງ​ສາດສະດາ​ໃນ​ຍຸກ​ສະໄໝ​ນີ້, ແລະ ກໍ​ບໍ່​ສອດຄ່ອງ​ກັບ​ຄຳ​ສອນ​ທີ່​ມີ​ເຫດຜົນ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະເຈົ້າ​ໄດ້​ພົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ. ເປົ້າ​ໝາຍ​ຂອງ​ລາວ​ຄື ທີ່​ຈະ​ໄປ​ສອນ​ສາດສະໜາ, ຮັບ​ການສຶກ​ສາ, ແຕ່ງງານ​ໃນ​ພຣະ​ວິຫານ, ແລະ ມີ​ຄອບຄົວ​ທີ່​ຊື່ສັດ​ມີ​ຄວາມສຸກ. ຂ້າພະເຈົ້າ​ດີໃຈ​ຫລາຍ​ກັບ​ເປົ້າ​ໝາຍ​ຂອງລາວ. ແຕ່​ໃນ​ລະຫວ່າງ​ການ​ສົນທະນາ​ຕໍ່​ໄປ, ກໍ​ເຫັນ​ໄດ້​ວ່າການ​ປະພຶດ​ຕົນ ແລະ ການ​ເລືອກ​ຂອງ​ລາວ​ບໍ່​ສອດຄ່ອງ ກັບ​ເປົ້າ​ໝາຍ​ຂອງ​ລາວ​ເລີຍ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ລາວ​ຢາກ​ໄປ​ສອນ​ສາດສະໜາ​ດ້ວຍ​ຄວາ​ມຈິງ​ໃຈ ແລະ ໄດ້​ຫລີກລ້ຽງ​ຈາກ​ການ​ລະເມີດ​ທີ່​ຮ້າຍ​ແຮງ​ທີ່​ຈະ​ກີດ​ກັນ​ລາວ​ຈາກ​ການ​ເຜີຍແຜ່, ແຕ່​ການ​ປະພຶດ​ຕົນ​ຂອງ​ລາວ​ແຕ່​ລະ​ວັນ​ບໍ່​ໄດ້ ຊ່ອຍ​ໃຫ້​ລາວ​ຕຽມ​ພ້ອມ​ສຳລັບ​ການ​ທ້າ​ທາຍ​ທາງ​ຮ່າງກາຍ, ຈິດ​ອາລົມ, ການ​ຄົບ​ຫາ​ສະມາຄົມ, ທາງ​ສະຕິ​ປັນຍາ, ແລະ ທາງ​ວິນ​ຍານ​ທີ່​ລາວ​ຈະ​ປະ​ເຊີນ.7 ລາວ​ຍັງ​ບໍ່​ໄດ້​ຮຽນ​ຮູ້​ທີ່​ຈະ​ເຮັດ​ວຽກ​ໜັກ. ລາວ​ບໍ່​ໄດ້​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບເລື່ອງ​ໂຮງຮຽນ ຫລື ຫ້ອງ​ຮຽນ​ສາດສະໜາ. ລາວ​ໄດ້​ໄປ​ໂບດ, ແຕ່​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ລາວ​ໄດ້​ໃຊ້​ເວລາ​ເປັນ​ຈຳນວນ​ໃຫຍ່​ໃນ​ການຫລິ້ນ​ວິ​ດີ​ໂອ​ເກມ ແລະ ການ​ສື່ສານ​ມວນ​ຊົນ. ເບິ່ງ​ຄື​ວ່າ​ລາວ​ຄິດ​ວ່າການ​ທີ່​ລາວ​ຈະ​ອອກ​ໄປ​ເຜີຍແຜ່​ກໍ​ພຽງ​ພໍແລ້ວ. ຊາຍ​ໜຸ່ມ​ທັງຫລາຍ, ຂໍ​ໃຫ້​ຕັ້ງໃຈ​ໃໝ່​ຕໍ່​ການ​ປະພຶດ​ຕົນ​ຢ່າງ​ມີ​ຄຸນຄ່າ ແລະ ການ​ຕຽມ​ຕົວຢ່າງ​ຈິງ​ຈັງ ທີ່​ຈະເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະເຢ​ຊູ​ຄຣິດ.

ຄວາມ​ຫ່ວງ​ໃຍ​ຂອງ​ຂ້າພະເຈົ້າ​ບໍ່​ພຽງ​ແຕ່​ກ່ຽວຂ້ອງ​ກັບ​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ເທົ່າ​ນັ້ນ, ແຕ່​ການ​ຕັດສິນ​ໃຈ​ທີ່ ເບິ່ງ ຄື​ວ່າ​ບໍ່​ສຳຄັນ​ເທົ່າໃດ ທີ່​ເປັນ​ແບບ​ທຳ​ມະ​ດາ ປະຈຳ​ວັນ ບ່ອນ​ທີ່​ເຮົາ​ໃຊ້​ເວລາ​ສ່ວນ​ໃຫຍ່​ຂອງ​ເຮົາ. ໃນ​ຂອບ​ເຂດເຫລົ່າ​ນີ້, ພວກ​ເຮົາ​ຕ້ອງ​ເນັ້ນ​ໜັກ​ຄວາມ​ພໍດີ​ພໍ​ຄວນ, ຄວາມ​ສົມ​ດຸນ ແລະ ໂດຍ​ສະເພາະ​ສະຕິ​ປັນຍາ. ມັນ​ກໍ​ສຳຄັນ​ທີ່ ທີ່​ຈະ​ຫລີກເວັ້ນ​ຈາກ​ການ​ໃຫ້​ຄຳ​ແກ້​ຕົວ​ໃດໆ ແລະ ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ.

ຕົວຢ່າງ​ທີ່​ປະເສີດ​ຂອງ​ຄວາມ​ຕ້ອງການ​ຄວາມ​ພໍດີ​ພໍ​ຄວນ, ຄວາມ​ສົມ​ດຸນ ແລະ ສະຕິ​ປັນຍາ​ຄື​ການ​ໃຊ້​ອິນ​ເຕີ​ແນັດ. ມັນ​ສາມາດ​ຖືກ​ໃຊ້​ເພື່ອ​ວຽກ​ງານ​ການ​ເຜີຍແຜ່, ເພື່ອ​ຊ່ອຍ​ເຫລືອ​ໜ້າທີ່​ຮັບ​ຜິດ​ຊອບຂອງ​ຖານະ​ປະໂລຫິດ, ເພື່ອ​ຄົ້ນ​ຫາບັນພະບຸລຸດ​ທີ່​ລ້ຳ​ຄ່າ ຜູ້​ທີ່​ຕ້ອງການ​ພິທີ​ການ​ພຣະ​ວິຫານ​ທີ່​ສັກສິດ, ແລະ ອີກ​ຫລາຍໆ​ຢ່າງ. ຄວາມ​ດີງາມ​ທີ່​ເປັນ​ໄປ ໄດ້​ກໍ​ມີ​ຢ່າງ​ຫລວງຫລາຍ. ເຮົາ​ກໍ​ຮູ້​ຄື​ກັນ​ວ່າ​ມັນ​ສາມາດ​ຖ່າຍ​ທອດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫລາຍ​ຢ່າງ​ນຳ​ອີກ, ຮ່ວມ​ດ້ວຍ​ຮູບພາບ​ລາມົກ, ການ​ສື່ສານ​ທາງ​ອິນ​ເຕີ​ແນັດທີ່​ຂົ່ມ​ເຫັງ​ຄົນ​ອື່ນ, ​ແລະ ການ​ເວົ້າລັບຫລັງ.8 ມັນ​ສາມາດ​ນຳໄປ​ສູ່​ການ​ກະທຳ​ທີ່​ໂງ່​ຈ້າ ຫລາຍ​ຢ່າງ​ດ້ວຍ. ດັ່ງ​ທີ່ ບຣາ​ເດີ ແຣນ​ໂດ ແອວ ຣິດ ໄດ້​ສິດສອນ​ຢ່າງ​ມີ​ພະລັງ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ທີ່​ຜ່ານ​ມາ, ເມື່ອ​ກ່າວ​ເຖິງ​ອິນ​ເຕີ​ແນັດ​ວ່າ, “ພວກ​ເຈົ້າ​ຈະ​ຫລົງໄຫລ​ເສຍ​ເວລາ​ຢູ່​ກັບ​ສິ່ງ​ທີ່​ໄຮ້​ປະໂຫຍດ​ທີ່​ບໍ່​ມີ​ບ່ອນ​ສິ້ນ​ສຸດ ແລະ ສູນ​ເສຍ​ໂອກາດ​ທີ່​ຈະ​ເຮັດ​ຄວາມ​ດີ​ໄປ​ລ້າໆ​ກໍ​ໄດ້.”9

ສິ່ງ​ລົບ​ກວນ ແລະ ການ​ຕໍ່ຕ້ານ​ກັບ​ຄວາມ​ຊອບ​ທຳ​ກໍ​ບໍ່​ພຽງ​ແຕ່​ຢູ່​ໃນ​ອິນ​ເຕີ​ແນັດ​ເທົ່າ​ນັ້ນ; ມັນ​ມີ​ຢູ່​ໃນ​ທຸກ​ຫົນ​ທຸກແຫ່ງ. ມັນ​ບໍ່​ໄດ້​ກະທົບກະເທືອນ​ຕໍ່​ຄົນ​ໜຸ່ມ​ເທົ່າ​ນັ້ນ ແຕ່​ຕໍ່​ເຮົາ​ທຸກ​ຄົນ. ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ສັບສົນ​ວຸ້ນວາຍ​ແທ້ໆ.10 ການສະແດງ​ອອກ​ເຖິງ “ກິດຈະກຳ​ທີ່​ມ່ວນຊື່ນ” ທີ່​ບໍ່​ມີ​ທີ່​ສິ້ນ​ສຸດ ແລະ ຜູ້​ຄົນ​ທີ່​ອະທຳ ແລະ ມີ​ບັນຫາ​ແຕກ​ແຍກ​ກັນ ກໍ​ຢູ່​ອ້ອມ​ຂ້າງ​ເຮົາ​ຢູ່. ສິ່ງ​ເຫລົ່າ​ນີ້​ກໍ​ຖືກ​ສະແດງ​ອອກ​ໃນ​ສື່ສານ​ມວນ​ຊົນ​ວ່າ​ເປັນ​ເລື່ອງ​ທຳ​ມະ​ດາ.

ເມື່ອ​ບໍ່​ດົນ​ມາ​ນີ້ ແອວ​ເດີ ເດ​ວິດ ເອ ແບັດ​ນາ​ ໄດ້​ເຕືອນ​ສະມາຊິກ​ວ່າ​ໃຫ້​ຊື່ສັດ​ໃນ​ການ​ໃຊ້​ສື່ສານ​ມວນ​ຊົນ.11 ທ່ານ​ອາ​ເຕີ ຊີ ບຣຸກສ໌ ຜູ້ນຳ​ໃນ​ເລື່ອງ​ຄວາມ​ຄິດ​ທີ່​ມີ​ຊື່​ສຽງ​ຄົນ​ໜຶ່ງ ໄດ້​ເນັ້ນຈຸດ​ນີ້. ເພິ່ນ​ໃຫ້​ຄຳ​ຄິດ​ເຫັນ​ວ່າ ເມື່ອ​ໃຊ້​ສື່ສານ​ມວນ​ຊົນ, ເຮົາ​ມັກ​ຈະ​ຖ່າຍ​ທອດ​ເລື່ອງ​ລາວ​ທີ່​ດີໆ​ໃນ​ຊີວິດ​ຂອງ​ເຮົາ ແຕ່​ບໍ່​ຖ່າຍ​ທອດ​ບັນຫາ​ໃນ​ໂຮງຮຽນ ຫລື ບ່ອນ​ທຳ​ງານ. ເຮົາ​ຖ່າຍ​ທອດ​ຊີວິດ​ທີ່​ບໍ່​ຄົບ​ຖ້ວນ ບາງເທື່ອ​ໃນ​ທ່າ​ທາງ​ທີ່​ວ່າ​ໂຕ​ເອງ​ດີເດັ່ນ ຫລື ທີ່​ຈອມ​ປອມ. ເຮົາ​ແບ່ງປັນ​ຊີວິດ​ແບບ​ນີ້, ແລະ ແລ້ວ​ເຮົາ​ກໍ​ໃຊ້​ເວລາ​ຢູ່​ກັບ “ຊີວິດ​ທີ່​ຈອມ​ປອມ​ຂອງ​ໝູ່​ເພື່ອນ​ທາງ​ອິນເຕີ​ແນັດ [ຂອງ​ເຮົາ].” ທ່ານບຣຸກສ໌ ກ່າວ​ຕື່ມ​ວ່າ, “ແນ່ນອນ​ວ່າ​ມັນ​ຈະ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ໂສກເສົ້າ​ໃຈ​ຫລາຍ ທີ່​ຈະ​ໃຊ້​ເວລາ​ສ່ວນ​ໜຶ່ງ​ຂອງ​ທ່ານ ທຳທ່າ​ວ່າ​ຕົວ​ເອງ​ມີ​ຄວາມສຸກ​ຫລາຍ​ກວ່າ​ທີ່​ເປັນ​ຈິງ, ແລະ ອີກ​ສ່ວນ​ໜຶ່ງ​ເຫັນຄົນ​ອື່ນ​ເບິ່ງ​ຄື ວ່າ​ມີ​ຄວາມສຸກ​ຫລາຍ​ກວ່າ​ທ່ານ.”12

ບາງເທື່ອ​ກໍ​ຮູ້ສຶກ​ຄື​ວ່າ​ເຮົາ​ຫລົ້ມຈົມ​ຢູ່​ໃນ​ຄວາມ​ໂງ່​ຈ້າ​ຮ້າຍ​ສາລະ, ການ​ລົບ​ກວນ​ທີ່​ຮ້າຍ​ເຫດຜົນ, ແລະ ການ​ຕໍ່ສູ້ ທີ່​ຕໍ່​ເນື່ອງ. ເມື່ອ​ເຮົາ​ຜ່ອນຄາຍ​ການ​ລົບ​ກວນ​ນັ້ນ​ລົງ ແລະ ກວດກາ​ເບິ່ງ​ສິ່ງ​ທີ່ຢູ່​ອ້ອມ​ຂ້າງ​ເຮົາ​ແທ້ໆ, ບໍ່​ມີ​ຫຍັງ​ຫລາຍ ໃນ​ນັ້ນ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ່​ຊອບ​ທຳ​ຂອງ​​ເຮົາໃນ​ຊ່ວງ​ນິລັນດອນ. ຂ້າພະເຈົ້າ​ຮູ້ຈັກ​ພໍ່​ຄົນ​ໜຶ່ງ​ທີ່​ໃຫ້​ຄຳ​ຕອບ ລູກໆ​ຂອງ​ລາວ​ຢ່າງ​ສະຫລາດ​ຕໍ່​ຄຳ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ​ທີ່​ຈະ​ມີ​ພາກສ່ວນ​ໃນ​ການ​ລົບ​ກວນ​ເຫລົ່າ​ນີ້. ລາວ​ຖາມ​ພວກເຂົາ​ງ່າຍໆ​ວ່າ, “ສິ່ງ​ນີ້​ຈະ​ເຮັດ​ໃຫ້​ລູກ​ເປັນ​ຄົນ​ດີ​ຂຶ້ນ​ບໍ?”

ເມື່ອ​ເຮົາ​ໃຫ້​ຂໍ້​ແກ້​ຕົວ​ຕໍ່​ທາງ​ເລືອກ​ທີ່​ຜິດພາດ, ບໍ່​ວ່າ​ໃຫຍ່ ຫລື ນ້ອຍ, ທີ່​ບໍ່​ສອດຄ່ອງ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການຟື້ນ​ຟູ​ແລ້ວ, ເຮົາ​ຈະ​ສູນ​ເສຍ​ພອນ ແລະ ການ​ປົກ​ປ້ອງ​ທີ່​ເຮົາ​ຕ້ອງການ ແລະ ສ່ວນ​ຫລາຍ​ແລ້ວ​ຈະ​ຕົກ​ຢູ່​ໃນ​ບາບ ຫລື ຫລົງ​ທາງ​ໄປ​ກໍ​ໄດ້.

ຂ້າພະເຈົ້າ​ເປັນ​ຫ່ວງ​ຫລາຍ​ໂດຍ​ສະເພາະ​ກັບ​ຄວາມ​ໂງ່​ຈ້າ13 ແລະ ການ​ທີ່​ຫລົງໄຫລ “ໄປ​ນຳ​ແນວ​ໂນ້ມນິຍົມ ໃໝ່​ທຸກ​ຢ່າງ.” ໃນ​ສາດສະໜາ​ຈັກ ເຮົາ​ສົ່ງເສີມ ແລະ ຍົກຍ້ອງ​ຄວາມ​ຈິງ ແລະ ຄວາມ​ຮູ້​ໃນ​ທຸກ​ຮູບ​ແບບ. ແຕ່ເມື່ອ​ວັດທະນະທຳ, ຄວາມ​ຮູ້, ແລະ ຮີດຄອງ​ຂອງ​ສັງຄົມ​ຖືກ​ແບ່ງ​ແຍກ​ອອກ​ຈາກ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ເຈົ້າ ແລະ ບົດບາດ​ທີ່​ຈຳເປັນ​ຂອງ​ພຣະເຢ​ຊູ​ຄຣິດ, ມັນ​ຈະ​ມີ​ຄວາມ​ເສື່ອ​ມ​ໂຊມ​ຂອງ​ສັງຄົມ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້​ແນ່ນອນ.14 ໃນ​ວັນ​ເວລາ​ຂອງ​ເຮົາ, ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ກ້າວໜ້າ​ໃນ​ຫລາຍໆ​ດ້ານ​ກໍ​ຕາມ, ໂດຍ​ສະເພາະ​ໃນ​ດ້ານ​ວິທະຍາສາດ ແລະ ການ​ສື່ສານ, ຄຸນ​ນະ​ທຳ​ພື້ນຖານ​ກໍ​ໄດ້​ອ່ອນແອ​ລົງ ແລະ ຄວາມສຸກ ແລະ ສະຫວັດດີ​ພາບ​ໂດຍ​ທົ່ວໄປ​ກໍ​ໄດ້​ມີ​ໜ້ອຍ​ລົງ​ແລ້ວ.

ຕອນ​ອັກ​ຄະ​ສາວົກ​ໂປໂລ ຖືກ​ເຊື້ອ​ເຊີນ​ໃຫ້​ກ່າວ​ປາ​ໄສ​ຢູ່​ທີ່ ຄ້ອຍພູ​ ມາ​ສ໌ ທີ່ ອາ​ແຖນ, ເພິ່ນ​ກໍ​ໄດ້​ພົບ​ເຫັນ​ນັກປາດ​ຈອມປອມ ແລະ ທັງ​ປັນຍາ​ທີ່ແທ້​ຈິງ​ທີ່​ຂາດ​ໄປ​ດັ່ງ​ທີ່​ພົບ​ເຫັນ​ຢູ່​ໃນ​ທຸກ​ວັນ​ນີ້.15 ໃນ​ພຣະ​ຄຳ​ກິດຈະການ ເຮົາ​ອ່ານ​ເລື່ອງ ນີ້​ວ່າ: “ດ້ວຍ​ວ່າ​ປະຊາຊົນ​ຊາວ​ອາ​ແຖນ ແລະ ຊາວ​ຕ່າງ​ດ້າວ​ຊຶ່ງ​ອາໄສ​ຢູ່​ທີ່​ນັ້ນ​ບໍ່​ເຄີຍ​ເສຍ​ເວລາ​ກັບ​ສິ່ງ​ອື່ນ​ໃດ​ນອກຈາກ​ຈະ​ເວົ້າ ແລະ ຟັງ​ສິ່ງ​ໃໝ່ໆ.”16 ຄຳ​ເນັ້ນ​ໜັກ​ຂອງ​ໂປໂລ ແມ່ນ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະເຢ​ຊູ​ຄຣິດ. ເມື່ອ​ຝູງ​ຊົນ​ໄດ້​ຮັບ​ຮູ້​ເຖິງ​ທຳ​ມະ​ຊາດ​ທາງ​ສາດສະໜາ​ຂອງ​ຂ່າວສານ​ຂອງ​ເພິ່ນ, ບາງ​ຄົນ​ກໍ​ໄດ້​ເຍາະ​ເຍີ້ຍ​ເພິ່ນ; ​ຄົນອື່ນອີກ​ບໍ່​ເອົາ​ຫົວຊາ​ເພິ່ນ​ໂດຍ​ກ່າວ​ວ່າ, “ພວກ​ເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ.”17 ໂປໂລ​ໄດ້​ຈາກ​ເມືອງ​ອາ​ແຖນ ໄປປາດ​ສະ​ຈາກ​ຄວາມ​ສຳເລັດ​ໃດໆ. ທ່ານດີ​ນ ຟຣີ​ເດ​ຣິກ ຟາຣາ ໄດ້​ຂຽນ​ວ່າ: “ເພິ່ນ​ບໍ່​ໄດ້​ຈັດ​ຕັ້ງ​ໂບດ​ທີ່ ອາ​ແຖນ, ແລະ ບໍ່​ໄດ້​ຂຽນ​ສານ​ເຖິງ​ອາ​ແຖນ, ແລະ ເຖິງ​ແມ່ນ​ວ່າ​ເພິ່ນ​ໄດ້​ກາຍ​ຜ່ານ​ເມືອງ​ອາ​ແຖນ​ໄປ​ເລື້ອຍໆ, ແຕ່​ເພິ່ນ​ບໍ່​ເຄີຍ​ເຂົ້າ​ໄປ​ໃນ​ທີ່​ນັ້ນ​ອີກ​ເລີຍ.”18

ຂ້າພະເຈົ້າ​ເຊື່ອ​ວ່າ​ຂ່າວສານ​ທີ່​ດົນ​ໃຈ​ຂອງ ແອວ​ເດີ ດາ​ລິນ ເອັຈ ໂອກ​ສ໌ ທີ່​ຈຳແນກ​ລະຫວ່າງດີ, ດີ​ກວ່າ, ດີ​ທີ່​ສຸດ ໃຫ້​ວິທີ​ທາງ​ທີ່​ມີ​ປະສິດທິພາບ ທີ່​ຈະ​ປະ​ເມີນ​ທາງ​ເລືອກ ແລະ ລະດັບ​ຄວາມ​ສຳຄັນ.19 ທາງ​ເລືອກ​ຫລາຍຢ່າງ​ກໍ​ບໍ່​ເປັນ​ສິ່ງ​ຊົ່ວ​ຮ້າຍ​ຕາມ​ທຳ​ມະ​ຊາດ, ແຕ່​ຖ້າ​ຫາກ​ມັນ​ດຶງ​ດູດ​ເອົາ​ເວລາ​ຂອງ​ເຮົາ​ທັງ​ໝົດ​ໄປ ແລະ ກີດ​ກັນ​ເຮົາ​ຈາກການ​ເລືອກ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ, ແລ້ວ​ມັນ​ຈະ​ເປັນ​ອັນຕະລາຍ.

ແມ່ນ​ແຕ່​ກິດຈະກຳ ແລະ ເປົ້າ​ໝາຍ​ທີ່​ມີ​ຄຸນຄ່າ​ກໍ​ຍັງ​ຕ້ອງ​ຖືກປະ​ເມີນ ເພື່ອ​ຈະ​ຕັດສິນ​ຖ້າ​ຫາ​ກວ່າ​ມັນ​ໄດ້​ກາຍ​ມາເປັນ​ການ​ລົບ​ກວນ​ຈາກ​ເປົ້າ​ໝາຍ​ທີ່​ດີ​ທີ່​ສຸດ. ຂ້າພະເຈົ້າ​ໄດ້​ມີ​ການ​ສົນທະນາ​ທີ່​ຊົົງ​ຈຳ​ກັບ​ພໍ່​ຂອງ​ຂ້າພະເຈົ້າ ຕອນຂ້າພະເຈົ້າ​ເປັນ​ໄວ​ລຸ້ນ. ເພິ່ນ​ບໍ່​ເຊື່ອ​ວ່າ​ຄົນ​ໜຸ່ມ​ຫລາຍ​ພໍໄດ້​ເອົາໃຈໃສ່ ຫລື ຕຽມ​ພ້ອມ​ສຳລັບ​ເປົ້າ​ໝາຍ​ສຳຄັນ​ອັນຍາວ​ນານ ດັ່ງ​ວຽກ​ງານ ແລະ ການ​ຈັດ​ຫາ​ລ້ຽງ​ຄອບຄົວ.

ການ​ສຶກ​ສາ​ທີ່​ມີ​ຄວາມ​ໝາຍ ແລະ ປະສົບ​ການ​ທາງ​ວຽກ​ງານ​ທີ່​ຕຽມ​ພ້ອມ​ໄດ້​ເປັນຄວາມ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງຄຳ​ແນະນຳ​ຂອງ​ພໍ່​ຂອງ​ຂ້າພະເຈົ້າ. ເພິ່ນ​ຍອມຮັບ​ກິດຈະກຳ​ນອກ​ຫລັກສູດ​ການ​ສຶກ​ສາ, ດັ່ງ​​ເຊັ່ນ ການ​ໂຕ້​​ວາທີ ແລະ ການ​ປົກຄອງ​ຂອງ​ນັກຮຽນ​ອາດ​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ເປົ້າ​ໝາຍ​ສຳຄັນ​ຂອງ​ຂ້າພະເຈົ້າ​ບາງ​ຢ່າງ. ເພິ່ນ​ບໍ່​ແນ່​ໃຈປານໃດ​ກ່ຽວ​ກັບ​ເວລາ​ຢ່າງ​ຫລວງຫລາຍ​ທີ່​ຂ້າພະເຈົ້າ​ໃຊ້​ນຳ​ການ​ຫລິ້ນ​ກິລາ​ຟຸດ​ບານ, ບານບ້ວງ, ເບ​ສະ​ບານ, ແລະ ການ​ແລ່ນ​ແຂ່ງຂັນ. ເພິ່ນ​ຍອມຮັບ​ວ່າການ​ກິລາ​ສາມາດ​ເສີມ​ສ້າງ​ກຳລັງ, ຄວາມ​ອົດທົນ, ແລະ ການ​ຮ່ວມ​ມື​ກັນ ແຕ່​ໄດ້​ແນະນຳ​ວ່າ ບາງທີ​ການ​ຕັ້ງໃຈ​ໃສ່​ກິລາ​ດຽວ​ເປັນ​ເວລາ​ສັ້ນໆ​ຈະ​ດີ​ກວ່າ. ໃນ​ທັັດ​ສະ​ນະ​ຂອງ​ເພິ່ນ, ກິລາ​ນັ້ນ​ດີ ແຕ່​ບໍ່​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ ສຳລັບ​ຂ້າພະ​ເຈົ້າ. ເພິ່ນ​ເປັນ​ຫ່ວງ​ວ່າ​ກິລາ​ບາງ​ຢ່າງ​ແມ່ນ​ກ່ຽວຂ້ອງ​ກັບ​ການ​ສ້າງ​ຄົນ ຫລື ຊື່​ສຽງ​ໃນ​ທ້ອງຖິ່ນ​ໃຫ້​ໂດ່ງ​ດັງ ແລ້ວ​ສູນ​ເສຍ​ເປົ້າ​ໝາຍ​ສຳຄັນ​ອັນ​ຍາວ​ນານ​ນັ້ນ​ໄປ.

ເປັນ​ເພາະ​ປະສົບ​ການ​ນີ້, ເຫດຜົນ​ໜຶ່ງ​ທີ່​ຂ້າພະເຈົ້າ​ມັກ​ເລື່ອງ​ລາວ​ຂອງ ນາງ​ລູ​ຊີ ຫລິ້ນ​ເບ​ສະ​ບານ ກໍ​ຄື ໃນ ຄວາມ​ຄິດ​ຂອງ​ພໍ່​ຂອງ​ຂ້າພະເຈົ້າ ຂ້າພະເຈົ້າ​ຄວນ​ສຶກ​ສາ​ເລື່ອງ​ນະໂຍບາຍ​ການ​ຕ່າງປະເທດ ແລະ ບໍ່​ຕ້ອງ ເປັນ​ຫ່ວງ​ຖ້າວ່າ​ຂ້າພະເຈົ້າ​ຈະ​ຮັບ​ໝາກບານ​ໄດ້​ຫລື​ບໍ່. ຂ້າພະເຈົ້າ​ຕ້ອງ​ເນັ້ນ​ໃຫ້​ແຈ້ງ​ຊັດ​ວ່າ​ແມ່​ຂອງ​ຂ້າພະ​ເຈົ້າ​ມັກ​ກິລາ​ຫລາຍ. ເພິ່ນ​ຈະ​ບໍ່​ໄປ​ເບິ່ງ​ຂ້າພະເຈົ້າ​ຫລິ້ນ​ເກ​ມ​ພຽງ​ແຕ່ ຖ້າ​ຫາກ​ເພິ່ນ​ຕ້ອງ​ເປັນ​ຄົນ​ໄຂ້ ຢູ່​ໂຮງໝໍ​ເທົ່າ​ນັ້ນ.

ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພໍ່​ຂອງ​ຂ້າພະເຈົ້າ ແລະ ບໍ່​ຫລິ້ນ​ກິລາ​ຕອນ​ຮຽນ​ຢູ່​ມະຫາ​ວິທະຍາໄລ. ແລ້ວ​ຄູ​ກິລາ​ໂຮງຮຽນ​ມັດທະຍົມ​ປາຍ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ບອກ​ວ່າ​ຄູ​ກິລາ​ຂອງ​ມະຫາວິທະຍາໄລ ສະ​ແຕນ​ຝອດ ຢາກ​ໄປ​ກິນ​ເຂົ້າທ່ຽງ​ກັບ​ ເມີ​ລິນ ໂອ​ສັນ ​ແລະ ຂ້າພະ​ເຈົ້າ. ທ່ານ​ຜູ້​ທີ່​ຍັງ​ໜຸ່ມ​ອາດ​ບໍ່​ຮູ້ຈັກ ເມີລິນ. ລາວ​ໄດ້​ເປັນ​ນັກ​ກິລາ​ຟຸດ​ບານ​ທີ່​ເກັ່ງ​ກ້າ​ໃນ​ທິມ​ຟຸດ​ບານ​ຂອງ​ໂຮງຮຽນ​ມັດທະຍົມ​ປາຍ​ເມືອງ​ໂລ​ກັນ ບ່ອນ​ທີ່​ຂ້າພະເຈົ້າ​ໄດ້​ຫລິ້ນ​ເປັນ ໂຄ​ເຕີ​ແບກ ຜູ້​ທີ່​ຮັບ​ບານ ແລະ ແລ່ນ​ໄປ​ຫາ​ເປົ້າ​ໝາຍ. ຕອນ​ຢູ່​ໂຮງຮຽນ​ມັດທະຍົມ​ປາຍ ມະຫາວິທະຍາໄລ​ທີ່​ໂດ່ງດັງ​ຕະຫລອດ​ທົ່ວ​ປະເທດ​ໄດ້​ເກນ​ເອົາ ເມີລິນ ໄປ​ຫລິ້ນ​ຟຸດ​ບານ​ໃຫ້​ທິມ​ຂອງ​ເຂົາເຈົ້າ. ຕອນ​ຢູ່​ມະຫາວິທະຍາໄລ​ ລາວ​ໄດ້​ຮັບ​ຖ້ວຍ​ລາງວັນ Outland ໃນ​ຖານະ​ນັກ​ກິລາ​ຟຸດ​ບານ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ປະເທດ. ໃນ​ທີ່​ສຸດ ເມີລິນ ເປັນ​ນັກ​ກິລາ​ຄົນທີ​ສາມ​ເທົ່າ​ນັ້ນ​ທີ່​ຖືກ​ເລືອກ​ໃນ​ສະມາຄົມ​ກິລາ​ແຫ່ງ​ຊາດ ແລະ ໄດ້​ຫລິ້ນ​ຟຸດ​ບານ​ໃຫ້​ທິມ​ມື​ອາຊີບ ແຫ່ງ​ຊາດ​ປະຈຳ​ປີ ເປັນ​ເວລາ 14 ປີ​ ຕິດຕໍ່​ກັນ. ໃນ​ປີ 1982 ລາວ​ຖືກ​ຮັບ​ເປັນ​ສະມາຊິກ​ຂອງ​ສະມາຄົມນັກ​ກິລາ ຟຸດ​ບານ​ທີ່​ດີເດັ່ນ​ແຫ່ງ​ຊາດ.20

ການ​ກິນ​ເຂົ້າທ່ຽງ​ກັບ​ຄູ​ກິລາ​ມະຫາວິທະຍາໄລ ສະ​ແຕນ​ຝອດ ແມ່ນ​ຢູ່​ທີ່​ຮ້ານ​ອາຫານ ບະ​ລູ​ເບີດ ຢູ່​ເມືອງ ໂລ​ກັນ ລັດ​ຢູ​ທາ. ຫລັກ​ຈາກ​ພວກ​ເຮົາ​ໄດ້​ຈັບ​ມື​ກັນ, ລາວ​ບໍ່​ໄດ້​ສົບ​ຕາ​ຂ້າພະເຈົ້າ​ເລີຍ. ລາວ​ໄດ້​ເວົ້າ​ລົມ​ກັບ ເມີລິນ ແຕ່​ບໍ່ຫົວຊາ​ຂ້າພະເຈົ້າ. ຫລັງ​ຈາກ​ກິນ​ເຂົ້າ​ແລ້ວໆ, ລາວ​ໄດ້​ຫັນ​ໜ້າ​ມາ​ຫາ​ຂ້າພະເຈົ້າ​ແຕ່​ບໍ່​ຈຳ​ຊື່​ຂອງ​ຂ້າພະເຈົ້າ. ແລ້ວ​ລາວໄດ້​ບອກເມີລິນ​ວ່າ, “ຖ້າ​ຫາກ​ເຈົ້າ​ເລືອກ​ຈະ​ໄປ​ຫລິ້ນ​ໃຫ້ ສະ​ແຕນ​ຝອດ ແລະ ຢາກ​ເອົາ​ໝູ່​ຂອງ​ເຈົ້າ​ມາ​ນຳ​ເຈົ້າ, ລາວກໍ​ມີ​ຄະແນນ​ດີ​ພໍ​ສົມຄວນ ແລະ ເຮົາ​ສາມາດ​ຈັດການ​ເລື່ອງ​ນີ້​ໄດ້.” ປະສົບ​ການ​ນີ້​ຢືນຢັນ​ຕໍ່​ຂ້າພະເຈົ້າ​ວ່າ ຂ້າພະເຈົ້າຄວນ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ດີ​ຂອງ​ພໍ່​ຂອງ​ຂ້າພະເຈົ້າ.

ເຈດ​ຕະ​ນາ​ຂອງ​ຂ້າພະເຈົ້າ​ບໍ່​ແມ່ນ​ຈະ​ຫ້າມ​ປາມ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ກິລາ ຫລື ການ​ໃຊ້​ອິນ​ເຕີ​ແນັດ ຫລື ເຮັດ​ກິດຈະກຳ​ທີ່​ມີ​ຄຸນຄ່າ​ອື່ນໆ​ທີ່​ຊາວ​ໜຸ່ມ​ມັກ​ຫລິ້ນ. ມັນ​ເປັນ​ກິດຈະກຳ​ທີ່​ຕ້ອງການ​ຄວາມ​ພໍດີ​ພໍ​ຄວນ, ຄວາມ​ສົມ​ດຸນ, ແລະ ສະຕິ​ປັນຍາ. ເມື່ອ​ຖືກ​ນຳ​ໃຊ້​ຢ່າງ​ສະຫລາດ, ມັນ​ຈະ​ເພີ່ມ​ພູນ​ໃຫ້​ແກ່​ຊີວິດ​ຂອງ​ເຮົາ.

ເຖິງ​ຢ່າງໃດ​ກໍ​ຕາມ, ຂ້າພະເຈົ້າ​ຂໍ​ຊຸກຍູ້​ທຸກ​ຄົນ, ໜຸ່ມ ແລະ ແກ່, ໃຫ້​ທົບ​ທວນ​ເປົ້າ​ໝາຍ ແລະ ຈຸດປະສົງ ແລະ ພະຍາຍາມ​ໃຊ້​ລະບຽບ​ວິໄນ​ຫລາຍ​ຂຶ້ນ. ການ​ປະພຶດ​ຕົນ ແລະ ທາງ​ເລືອກ​ປະຈຳ​ວັນ​ຂອງ​ເຮົາ​ຄວນ​ສອດຄ່ອງ​ກັບເປົ້າ​ໝາຍ​ຂອງ​ເຮົາ. ເຮົາ​ຈຳ​ເປັນ​ຕ້ອງ​ຫລີກເວັ້ນ​ຈາກ​ການ​ຂໍ້​ແກ້​ຕົວ ແລະ ການ​ລົບ​ກວນ​ໃດໆ. ມັນ​ກໍ​ສຳຄັນ​ເປັນພິເສດ​ທີ່​ຈະ​ເລືອກ​ໃຫ້​ສອດຄ່ອງ​ກັບ​ພັນທະ​ສັນຍາ​ຂອງ​ເຮົາ​ທີ່​ຈະ​ຮັບ​ໃຊ້​ພຣະເຢ​ຊູ​ຄຣິດ​ໃນ​ຄວາມ​ຊອບ​ທຳ.21 ເຮົາ​ຕ້ອງບໍ່​ຫລົງໄຫລ​ໄປ​ຈາກ​ເປົ້າ​ໝາຍ​ນັ້ນ​ເປັນ​ເດັດຂາດ.

ຊີວິດ​ນີ້​ຄື​ເວລາ​ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ພຣະ​ເຈົ້າ.22 ເຮົາ​ເປັນ​ຜູ້​ຄົນ​ທີ່​ມີ​ຄວາມສຸກ, ແລະ ເບີກບານ. ເຮົາ​ຮູ້​ບຸນຄຸນຂອງ​ອາລົມ​ຂັນ ແລະ ເຫັນ​ຄຸນຄ່າ​ຂອງ​ການ​ໃຊ້​ເວລາ​ກັບ​ໝູ່​ເພື່ອນ ແລະ ຄອບຄົວ. ແຕ່​ເຮົາ​ຕ້ອງ​ຮັບ​ຮູ້​ວ່າ​ມີ​ຈຸດປະສົງ ທີ່​ຈິງ​ຈັງ ທີ່​ຕ້ອງ​ເປັນ​ພື້ນຖານ​ຂອງ​ວິທີ​ທີ່​ເຮົາ​ດຳລົງ​ຊີວິດ ແລະ ການ​ເລືອກ​ຂອງ​ເຮົາ​ທັງ​ໝົດ. ການ​ລົບ​ກວນ ແລະ ຂໍ້​ແກ້​ຕົວ​ທີ່​ຈຳກັດ​ຄວາມ​ກ້າວໜ້າ​ກໍ​ເປັນ​ອັນຕະລາຍ​ພໍແລ້ວ, ແຕ່​ເມື່ອ​ມັນ​ເຮັດ​ໃຫ້​ສັດທາ​ໃນ​ພຣະເຢ​ຊູ​ຄຣິດ ແລະ ສາດສະໜາ​ຈັກ​ມີ​ໜ້ອຍ​ລົງ, ມັນ​ຈະ​ເປັນ​ເລື່ອງ​ເສົ້າ​ສະຫລົດ​ໃຈ​ແທ້.

ຂ້າພະເຈົ້າ​ອະທິຖານ​ວ່າ​ໃນ​ຖານະ​ທີ່​ເປັນຜູ້​ດຳລົງ​ຖານະ​ປະໂລຫິດ, ​ເຮົາ​ຈະ​ປະພຶດ​ຕົນ​ໃຫ້​ສອດຄ່ອງ​ກັບ​ຈຸດປະສົງ ທີ່​ສູງ​ສົ່ງ​ທີ່​ຖືກ​ຮຽກຮ້ອງ​ຈາກ​ຜູ້​ຄົນ​ທີ່ຢູ່​ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ອາຈານ. ໃນ​ທຸກ​ສິ່ງ​ທັງ​ໝົດ​ເຮົາ​ຄວນ​ຈື່​ຈຳ​ວ່າ ຄວາມ​ຊື່ສັດ​ໃນ​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະເຢ​ຊູ ເປັນ​ການ​ທົດ​ສອບ​ທີ່​ສຳຄັນ ທີ່​ຈະ​ແບ່ງ​ແຍກ​ອານາຈັກລະຫວ່າງ​ຊັ້ນ​ສູງ ແລະ ຊັ້ນ​ກາງ.23 ເຮົາ​ຢາກ​ຖືກ​ພົບ​ເຫັນ​ວ່າ​ຢູ່​ໃນ​ຝ່າຍ​ຊັ້ນ​ສູງ​ໃນ​ການ​ແບ່ງ​ແຍກ​ນັ້ນ. ໃນ​ຖານະ​ອັກຄະ​ສາວົກ​ຂອງ​ພຣະ​ອົງ​ຄົນ​ໜຶ່ງ, ຂ້າພະເຈົ້າ​ເປັນ​ພະຍານ​ທີ່​ແຮງ​ກ້າ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ການ​ຊົດ​ໃຊ້​ແຫ່ງ​ສະຫວັນຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

​ແຫລ່ງອ້າງ​ອີງ

  1. Lee Mendelson-Bill Melendez Production TV Specials.

  2. ຈາກ​ດວງເດືອນ​ຂອງ​ດາວພະເສົາ​ລົບ​ກວນ​ນາງ, ເຖິງ​ຄວາມເປັນ​ຫ່ວງ​ກ່ຽວກັບ​ສານທີ່​ເປັນພິດ​ໃນ​ຖົງມື​ຂອງ​ນາງ, ນາງ​ລູຊີ, ໃຫ້​ຂໍ້ແກ້​ຕົວ​ຕະຫລອດ​ວ່າ​ເປັນຫຍັງ​ນາງ​ຈຶ່ງ​ໄດ້​ປ່ອຍ​ໃຫ້​ໝາກ​ບານ​ຫລຸດ​ມືໄປ.

  3. ​ເບິ່ງ “Decisions Determine Destiny,” chapter 8 in Pathways to Perfection:Discourses of Thomas S. Monson(1973), 57–65.

  4. ​ເອຊາ​ຢາ 7:15.

  5. “If to do were as easy as to know what were good to do, chapels had been churches and poor men’s cottages princes’ palaces” (William Shakespeare, The Merchant of Venice, act 1, scene 2, lines 12–14).

  6. ເບິ່ງ Doctrine and Covenants 58:27.

  7. ​ເບິ່ງ Adjusting to Missionary Life (booklet, 2013), 23–49.

  8. ​ເບິ່ງ Stephanie Rosenbloom, “Dealing with Digital Cruelty,” New York Times, Aug. 24, 2014, SR1.

  9. Randall L. Ridd, “The Choice Generation,” Ensign ຫລື Liahona, May 2014, 56.

  10. ​ເບິ່ງ Doctrine and Covenants 45:26.

  11. ​ເບິ່ງ David A. Bednar, “To Sweep the Earth as with a Flood” (speech delivered at BYU Campus Education Week, Aug. 19, 2014); lds.org/prophets-and-apostles/unto-all-the-world/to-sweep-the-earth-as-with-a-flood.

  12. Arthur C. Brooks, “Love People, Not Pleasure,” New York Times, July 20, 2014, SR1.

  13. ໜ້າ​ເສຍ​ດາຍ, ຄວາມ​ມ່ວນຊື່ນ​ຢ່າງ​ໜຶ່ງ​ທີ່ມີ​ຫລາຍ​ຂຶ້ນ​ໃນວັນ​ເວລາ​ຂອງເຮົາ​ຄື ຄວາມ​ໂງ່ຈ້າ​ແທ້ໆ. ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ໄດ້​ໃຫ້ລາຍ​ຊື່​ຂອງ​ສິ່ງ​ທີ່ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວ​ໝອງ, ພຣະອົງ​ໄດ້​ຮ່ວມ​ດ້ວຍ​ການ​ກະທຳ​ໃນສິ່ງ​ທີ່​ໂງ່ຈ້າ (ເບິ່ງ ມາ​ຣະ​ໂກ 7:22).

  14. ສິ່ງນີ້​ໄດ້​ເກີດ​ຂຶ້ນ​ໃນ ກະຣິກ ແລະ ໂຣມ​ໃນ​ສະ​ໄໝ​ໂບ​ຮານ, ແລະ ນຳ​ຜູ້ຄົນ​ໃນ​ພຣະຄຳ​ພີ​ມໍມອນ​ດ້ວຍ.

  15. ​ເບິ່ງ Frederic W. Farrar, The Life and Work of St. Paul (1898), 302. ນັກ​ປັດ​ຊະ​ຍາ​ຫລາຍ​ທຸກ​ຮູບ​ແບບ, ຮ່ວມທັງ ອີ​ປີ​ກູ​ຣຽນ ​ແລະ ສະ​ຕອຍ, ກຸ່ມ​ຕໍ່ສູ້ ຜູ້​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ຄື ພວກ​ຟາ​ລີ​ຊາຍ ​ແລະ ພວກ​ຊາ​ດູ​ກາຍ ​ໃນ​ໂລກ​ຂອງ​ຄົນ​ທີ່​ບໍ່​ນັບຖື​ສາດສະໜາ. ​ເບິ່ງ Quentin L. Cook, “Looking beyond the Mark,” Ensign, Mar. 2003, 41–44; Liahona, Mar. 2003, 21–24 ນຳ​ອີກ.

  16. ກິດຈະການ 17:21.

  17. ກິດຈະການ 17:32.

  18. Farrar, The Life and Work of St. Paul, 312.

  19. ​ເບິ່ງ Dallin H. Oaks, “Good, Better, Best,” Ensign ຫລື Liahona, Nov. 2007, 104–8.

  20. ​ເມີ​ລິນ ​ໂອ​ສັນ ​ເປັນ​ນັກ​ຫລິ້ນຟຸດ​ບານ​ທີ່​ໂດ່​ງດັງ, ​ເປັນ​ດາລາ​ໜັງ, ​ແລະ ​ເປັນ​​ໂຄສົກ​ກິລາ​ຟຸດ​ບານ​ຂອງ NBC. ລາວ​ໄດ້​ຮັບຖ້ວຍ​ລາງວັນ Outland ຕອນ​ຫລິ້ນ​ຟຸດ​ບານ​ໃຫ້​ມະຫາວິທະຍາ​ໄລ​​ Utah State. ລາວ​ໄດ້​ຫລິ້ນ​ຟຸດ​ບານ​ໃຫ້ Los Angeles Rams. ລາວ​ໄດ້​ສະ​ແດງ​ເປັນ Jonathan Garvey ຮ່ວມ​ກັບ Michael Landon ​ໃນ​ເລື່ອງ Little House on the Prairie ​ແລະ ມີ​​ໂຄງການ​ໂທລະພາບ​​ເປັນ​ຂອງ​ຕົນ​ເອງ ຊື່ Father Murphy. ​ຕອນ​ນີ້ເມີ​ລິນ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ (Mar. 11, 2010), ​ແລະ ຫລາຍ​ຄົນ​ກໍ​ຄິດ​ຮອດ​ລາວ.

  21. ​ເບິ່ງ Doctrine and Covenants 76:5.

  22. ​ເບິ່ງ ​ແອວ​ມາ 34:32.

  23. ​ເບິ່ງ Doctrine and Covenants 76:79.