​2010–2019
“ພຣະອົງ​ເຈົ້າ​ຂ້າ, ແມ່ນ​ຜູ້​ຂ້າ​ນີ້​ບໍ?”
ຕຸລາ 2014


18:18

“ພຣະອົງ​ເຈົ້າ​ຂ້າ, ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ພວກ​ເຮົາ​ຕ້ອງ​ປະ​ຖິ້ມ​ຄວາມ​ຍິ່ງ​ຂອງ​ເຮົາ ຈົ່ງ​ເມີນເສີຍ​ຕໍ່​ສິ່ງ​ທີ່​ໄຮ້​ສາລະ, ແລະ ຖາມ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົນ​ວ່າ, “ພຣະ​ອົງ​ເຈົ້າ​ຂ້າ, ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ມັນ​ແມ່ນ​ຄືນ​ສຸດ​ທ້າຍ​ຂອງ​ການ​ມີ​ພຣະ​ຊົນ​ໃນ​ຄວາມ​ເປັນ​ມະຕະ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ມັນ​ເປັນ​ແລງ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ລະ​ພຣະ​ອົງ​ເອງ​ເພື່ອ​ໄຖ່​ມະນຸດ​ໂລກ​ທຸກ​ຄົນ. ພຣະ​ອົງ​ໄດ້​ຫັກ​ເຂົ້າຈີ່​ກັບ​ສານຸສິດ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ຄຳ​ເວົ້າ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ສະດຸດ​ໃຈ ແລະ ມີ​ຄວາມ​ເສົ້າ​ສະຫລົດ​ໃຈ. ພຣະ​ອົງ​ກ່າວ​ວ່າ “ຄົນ​ໜຶ່ງ​ໃນ​ໝູ່​ພວກ​ເຈົ້າ ຈະ​ທໍລະ​ຍົດ​ຕໍ່​ເຮົາ.”

ພວກ​ສານຸສິດ​ກໍ​ບໍ່​ໄດ້​ຖາມ​ວ່າ ​ພຣະ​ອົງ​ເວົ້າ​ຈິງ​ຫລື​ບໍ່ ແລະ ເຂົາເຈົ້າ​ກໍ​ຍັງ​ບໍ່​ໄດ້​ເບິ່ງ​ອ້ອມ​ຮອບ ແລະ ຊີ້​ມື​ໃສ່​ຄົນ​ໃດ​ຄົນ​ໜຶ່ງ​ອີ​ກວ່າ, “ແມ່ນ​ລາວ​ບໍ?”

ແຕ່​ເຂົາເຈົ້າ​ຊ້ຳພັດ​ມີ​ຄວາມ​ໂສກເສົ້າ​ຫລາຍ ແລະ ເຂົາເຈົ້າ​ເລີ່ມ​ຖາມ​ພຣະ​ອົງ​ເທື່ອ​ລະ​ຄົນ​ວ່າ, ພຣະອົງ​ເຈົ້າຂ້າ,​ແມ່ນ​ຜູ້​ຂ້າ​ນີ້​ບໍ?1

ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເຮົາ​ຈະ​ຕອບ​ຄຳ​ຖາມ​ແນວໃດ ຖ້າ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຖາມ​ແນວ​ນັ້ນ. ເຮົາ​ຈະ​ຫລຽວ​ອ້ອມ​ຕົວ​ເຮົາ ແລະ ຖາມ​ໃນ​ໃຈ​ບໍວ່າ “ພຣະ​ອົງ​ໝາຍ​ເຖິງ​ບຣາ​ເດີ ຈອນ​ສັນ ເພາະ​ຂ້ອຍ​ສົງໄສ​ສັດທາ​ຂອງ​ລາວ” ຫລື “ຂ້ອຍ​ດີໃຈ​ທີ່ ບຣາ​ເດີ ບຣາວ ຢູ່​ທີ່​ນີ້. ເພາະ​ລາວ​ຕ້ອງ​ໄດ້​ຟັງ​ຄຳ​ເວົ້າ​ນີ້​ແມ່ນ​ບໍ”? ຫລື​ ເຮົາ​ຈະ​ເປັນ​ເໝືອນ​ສານຸສິດ​ໃນ​ສະ​ໃໝ​ກ່ອນ​ເຫລົ່ານັ້ນ ທີ່​ເຂົາເຈົ້າ​ຄິດ​ວ່າ​ແມ່ນ​ຕົນ​ເອງ ແລ້ວ​ຖາມ​ວ່າ: “ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ໃນ​ຄຳ​ເວົ້າ​ງ່າຍໆ​ທີ່​ວ່າ, “ພຣະອົງ​ເຈົ້າຂ້າ, ​ແມ່ນ​ຜູ້​ຂ້າ​ນີ້​ບໍ?” ແມ່ນ​ການ​ເລີ່​ມຕົ້ນ​ຂອງ​ປັນຍາ ແລະ ເປັນ​ຫົນທາງ​ສູ່​ການ​ກັບ​ໃຈ​ສ່ວນ​ຕົວ ແລະ ການ​ປ່ຽນແປງ​ອັນ​ນິລັນດອນ.

ຄຳ​ອຸປະມາ​ຂອງ​ດອກ​ຫຍ້າ​ແດນ​ດີ​ໄລ​ອ້ອນ

ດົນ​ນານ​ມາ​ແລ້ວ ມີ​ຊາຍ​ຜູ້​ໜຶ່ງ ມັກ​ໄປ​ຍ່າງເລາະ​ແຖວໆ​ບ້ານ​ຂອງ​ລາວ. ລາວ​ມັກ​ຍ່າງກາຍ​ເຮືອນ​ຂອງ​ເພື່ອນ​ບ້ານ. ເພື່ອນ​ບ້ານ​ຄົນ​ນີ້​ຮັກສາ​ເດີ່ນ​ຫຍ້າ​ຂອງ​ລາວ​ໃຫ້​ຮຽບ​ຮ້ອຍ​ຕະຫລອດ ດອກ​ໄມ້​ກໍ​ບານ​ສະພັ່ງ​ສະເໝີ, ຕົ້ນໄມ້​ກໍ​ແຂງແຮງ​ດີ​ມີ​ຮົ່ມ​ເງົາ. ເບິ່ງ​ແລ້ວ ຮູ້​ໂລດ​ວ່າ ເພື່ອນ​ບ້ານ​ຄົນ​ນີ້​ພະຍາຍາມ​ສຸດ​ຂີດ​ທີ່​ຈະ​ຮັກສາ​ເດີ່ນ​ຫຍ້າ​ຂອງ​ລາວ​ໃຫ້​ສວຍ​ງາມ.

ແຕ່​ມື້ໜຶ່ງ ເມື່ອ​ຊາຍ​ຄົນ​ນັ້ນ​ຍ່າງ​ກາຍ​ເຮືອນ​ຂອງ​ເພື່ອນ​ບ້ານ​ຂອງ​ລາວ, ລາວ​ຫລຽວ​ເຫັນ​ດອກ​ຫຍ້າ​ສີເຫລືອງ​ດອກ​ໃຫຍ່​ເພີ້​ເ​ລີ້ດອກ​ດຽວ ຢູ່​ທາງ​ກາງຂອງ​ເດີ່ນ​ຫຍ້າ​ທີ່​ສວຍ​ງາມ​ນັ້ນ.

​ເບິ່ງ​ຄື​ວ່າ​ມັນ​ຢູ່ຕ່າງ​ບ່ອນ ແລະ ຊາຍ​ຄົນ​ນັ້ນ​ກໍ​ແປກ​ໃຈ​ວ່າ​ເປັນ​ຫຍັງ​ເພື່ອນ​ບ້ານ​ຂອງ​ລາວ​ຈຶ່ງ​ບໍ່​ຫລົກມັນ​ອອກ? ລາວ​ບໍ່​ເຫັນ​ມັນ​ບໍ? ລາວ​ບໍ່​ຮູ້​ບໍ​ວ່າ ເມັດ​ຂອງ​ດອກ​ຫຍ້າ​ແດນ​ດີ​ໄລ​ອ້ອນ​ນັ້ນ​ຈະ​ປິວ​ໄປ​ທົ່ວ ແລ້ວ​ເຮັດ​ໃຫ້​ມີ​ດອກ​ຫຍ້າ​ນັ້ນ​ລາມ​ໄປ​ເປັນ​ພັນໆ​ດອກ?

ດອກ​ຫຍ້າ​ແດນ​ດີ​ໄລ​ອ້ອນ​ດອກ​ດຽວ​ນັ້ນ​ເຮັດ​ໃຫ້​ລາວ​ເຄືອງ​ໃຈ ແລະ ລາວ​ຢາກ​ເຮັດ​ແນວໃດ​ແນວ​ໜຶ່ງ. ລາວ​ຄວນ​ຈະ​ໄປ​ຫລົກ​ມັນ​ອອກ​ບໍ່? ຫລື​ຈະ​ໄປ​ສີດ​ແນວ​ຂ້າ​ຫຍ້າ​ໃສ່? ບາງທີ​ລາວ​ຄວນ​ຈອບ​ໄປ​ຍາມ​ກາງຄືນ ໄປ​ຫລົກ​ມັນ​ອອກ​ໂດຍ​ບໍ່​ມີ​ໃຜ​ຮູ້.

ລາວ​ຄິດ​ແຕ່​ເລື່ອງ​ດອກ​ຫຍ້າ​ນັ້ນ ຕອນ​ລາວ​ຍ່າງ​ເມືອ​ບ້ານ. ລາວ​ກ້າວ​ເຂົ້າ​ເຮືອນ​ຂອງ​ລາວ​ຢ່າງ​ບໍ່​ແນມ​ເບິ່ງ​ເດີ່ນ​ຫຍ້າ​ເຈົ້າ​ຂອງ​ເລີຍ—ທັງ​ທີ່​ມັນ​ມີ​ແຕ່​ດອກ​ແດນ​ດີ​ໄລ​ອ້ອນ​ສີເຫລືອງ​ເປັນ​ລ້ອຍໆ​ດອກ​ເຕັມ​ໄປ​ໝົດ.

ທ່ອນ​ໄມ້ ແລະ ຂີ້​ເຫຍື້ອ

ເລື່ອງ​ນີ້​ໄດ້​ເຕືອນ​ເຮົາ​ເຖິງ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ບໍ່?

“ເປັນ​ຫຍັງ​ທ່ານ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ຂີ້​ເຫຍື້ອ​ຢູ່​ໃນ​ຕາ​ພີ່ນ້ອງ​ຂອງ​ທ່ານ, ບາດ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ​ແລ້ວ​ພັດ​ບໍ່​ເຫັນ? …

“…ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ທ່ານ​ເອງ​ກ່ອນ​ສາ ແລ້ວ​ທ່ານ​ກໍ​ຈະ​ສາມາດ​ເຫັນ​ໄດ້​ແຈ້ງ ເມື່ອ​ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ທ່ານ.”2

ເລື່ອງ​ລາວ​ຂອງ​ທ່ອນ​ໄມ້ ແລະ ຂີ້​ເຫຍື້ອ​ນີ້​ມັນ​ປຽບ​ໃສ່​ກັບ​ເຮົາ​ທີ່​ວ່າ ເຮົາ​ບໍ່​ສາມາດ​ມອງ​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ໄດ້. ຂ້າພະເຈົ້າ​ບໍ່​ແນ່​ໃຈ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ສາມາດ​ບົ່ງ​ບອກ​ພະຍາດ ແລະ ໃຫ້​ຄຳ​ແນະນຳ​ສຳລັບ​ການ​ປິ່ນປົວ​ຄວາມເຈັບ​ປ່ວຍ​ຂອງ​ຄົນ​ອື່ນ​ໄດ້​ດີ​ແທ້ໆ ທັງໆ​ທີ່​ຕົນ​ເອງ​ຍັງ​ມອງ​ບໍ່​ເຫັນ​ຄວາມ​ບົກ​ຜ່ອງ​ຂອງ​ຕົນ​ເອງ​ຊ້ຳ.

ຫລາຍ​ປີ​ມາ​ແລ້ວ ມີ​ເລື່ອງ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ເຊື່ອ​ວ່າ ເມື່ອ​ລາວ​ເອົາ​ນ້ຳໝາກ​ນາວ​ມາ​ທາ​ໜ້າ ມັນ​ຈະ​ເຮັດ​ໃຫ້​ກ້ອງຖ່າຍຮູບ​ສ່ອງ​ບໍ່​ເຫັນ​ລາວ. ດັ່ງນັ້ນ​ລາວ​ຈຶ່ງ​ເອົາ​ນ້ຳໝາກ​ນາວ​ທາ​ໜ້າ​ຕົນ​ເອງ​ທົ່ວ​ໜ້າ ແລ້ວ​ລາວ​ກໍ​ອອກ​ໄປ​ປຸ້ນ​ທະນາຄານ​ສອງ​ບ່ອນ. ຕໍ່​ມາ​ບໍ່​ດົນ ລາວ​ຖືກ​ຈັບ ຍ້ອນ​ວ່າ​ມີ​ຮູບ​ຂອງ​ລາວ​ອອກ​ອາກາດ​ທົ່ວ​ຂ່າວ​ຕອນ​ແລງ​ວັນ​ນັ້ນ. ເມື່ອ​ຕຳຫລວດ​ໄດ້​ເອົາ​ວິ​ດີ​ໂອ​​ຈາກ​ກ້ອງ​ຄວາມ​ປອດ​ໄພ​ມາ​ສາຍ​ໃຫ້​ລາວ​ເບິ່ງ ລາວ​ກໍ​ງົງ ແລ້ວ​ເວົ້າ​ວ່າ “ເອະ ຂ້ອຍ​ເອົາ​ນ້ຳໝາກ​ນາວ​ທາ​ໜ້າ​ຕົນ​ເອງ​ແລ້ວ ເປັນ​ຫຍັງ​ຄື​ເຫັນ​ຢູ່.3

ເມື່ອ​ນັກວິທະຍາສາດ​ຢູ່​ມະຫາວິທະຍາໄລ ຄໍ​ແນວ ໄດ້​ຍິນ​ເລື່ອງ​ນີ້ ລາວ​ກໍ​ປະຫລາດ​ໃຈ​ທີ່​ຊາຍ​ຜູ້​ນັ້ນ​ບໍ່​ຮູ້​ວ່າ​ຕົນ​ເອງ​ບໍ່​ຮູ້​ຫຍັງ​ສິ້ນ​ດີ ເພື່ອ​ຊັ່ງຊາ​ເບິ່ງ​ວ່າ​ສິ່ງ​ນີ້​ເປັນ​ບັນຫາ​ທົ່ວ​ໄປ​ຫລື​ບໍ່ ນັກ​ຄົ້ນຄວ້າ​ສອງ​ທ່ານ​ໄດ້​ເຊື້ອ​ເຊີນ​ໃຫ້​ນັກ​ສຶກ​ສາ​ວິທະຍາໄລ​ມີ​ສ່ວນ​ຮ່ວມ​ໃນ​ການ​ທົດ​ລອງ​ເປັນ​ຊຸດໆ​ໄປ ກ່ຽວ​ກັບ​ຄວາມ​ຊຳນານ​ໃນ​ຊີວິດ ແລ້ວ​ຂໍ​ໃຫ້​ເຂົາເຈົ້າ​ປະ​ເມີນ​ຜົນ​ທົດ​ສອບ​ຂອງ​ເຂົາເຈົ້າ​ວ່າ​ເປັນ​ແນວໃດ. ນັກ​ສຶກ​ສາ​ທີ່​ໄດ້​ຄະແນນ​ຕ່ຳ ແມ່ນ​ເຮັດ​ຖືກ​ໜ້ອຍ​ທີ່​ສຸດ​ຈາກ​ການ​ປະ​ເມີນ​ຜົນ​ການ​ກະທຳ​ຂອງ​ຕົນ​ເອງ ບາງ​ຄົນ​ກໍ​ຄາດ​ຄະເນ​ຄະແນນ​ຂອງ​ຕົນ​ເອງ​ສູງ​ກວ່າ​ຫ້າ​ເທົ່າ​ຈາກ​ຄວາມ​ຈິງ.4

ການ​ສຶກ​ສາ​ນີ້​ໄດ້​ລຶ້ມ​ຄືນ​ໃນ​ຫລາຍ​ວິທີ ແລະ ຜົນ​ອອກ​ມາ​ກໍ​ຄື​ກັນ​ຄັ້ງ​ແລ້ວ​ຄັ້ງ​ເລົ່າ​ເຊັ່ນ: ເຮົາ​ຫລາຍ​ຄົນ​ກໍ​ມອງ​ຕົນ​ເອງ​ບໍ່​ຖືກ​ຕາມ​ທີ່​ຕົນ​ເອງ​ເປັນ ແມ່ນ​ແຕ່​ຄົນ​ທີ່​ມີ​ຄວາມ​ສຳເລັດ​ໄດ້​ໃຫ້​ຄະແນນ​ຄວາມ​ພະຍາຍາມ​ຂອງ​ຕົນ​ສູງ​ເກີນ​ໄປ ແລະ ໃຫ້​ຄະແນນ​ຄວາມ​ພະຍາຍາມ​ຂອງ​ຄົນ​ອື່ນ​ນ້ອຍ​ເກີນ​ໄປ.5

ມັນ​ອາດ​ຈະ​ບໍ່​ສຳຄັນ​ຖ້າ​ເຮົາ​ປະ​ເມີນ​ຫລາຍ​ເກີນ​ໄປ​ວ່າ​ເຮົາ​ຂັບ​ລົດ​ເກັ່ງ ຫລື ຕີ​ລູກ​ກ໊ອຟ​ໄດ້​ໄກ​ຊ່ຳ​ໃດ. ແຕ່​ຖ້າ​ເຮົາ​ເລີ່ມເຊື່ອ​ວ່າ​ຕົນ​ເອງ​ຊ່ອຍ​ຢູ່​ບ້ານ ຢູ່​ບ່ອນ​ເຮັດ​ວຽກ ແລະ ໂບດ ຫລາຍ​ເກີນ​ກວ່າ​ທີ່​ຕົນ​ເອງ​ເຮັດ​ແລ້ວ ກໍ​ໝາຍ​ຄວາມ​ວ່າ​ເຮົາ​ຕົບ​ຕາ​ຕົນ​ເອງ ຕໍ່​ພອນ ແລະ ໂອກາດ​ທີ່​ຈະ​ໄດ້​ປັບປຸງ​ຕົນ​ເອງ​ໃນ​ທາງ​ທີ່​ໂດດ​ເດັ່ນ ແລະ ເລິກ​ຊຶ້ງ.

ຈຸດ​ບອດ​ທາງ​ພຣະ​ວິນ​ຍານ

ມີ​ໝູ່​ທີ່​ລຶ້ງ​ເຄີຍ​ກັນ​ຄົນ​ໜຶ່ງ ຊຶ່ງ​ຢູ່​ໃນ​ຫວອດ​ທີ່​ມີ​ສະຖິຕິ​ດີ​ໃນ​ສາດສະໜາ​ຈັກ ເຊັ່ນວ່າ—ມີ​ຄົນ​ໄປ​ໂບດ​ຫລາຍ, ຄູ​ສອນ​ປະຈຳ​ບ້ານ​ກໍ​ເຮັດ​ໜ້າທີ່​ດີເລີດ, ເດັກນ້ອຍ​ປະຖົມ​ໄວ​ກໍ​ມີ​ກິລິຍາ​ດີ, ອາຫານ​ງານ​ລຽ້ງ​ໃນ​ຫວອດ​ກໍ​ດີ​ຫລາຍ ສະມາຊິກ​ແທບ​ຈະ​ບໍ່​ເຮັດ​ຫຍັງ​ເຮ່ຍ​ໃສ່​ພື້ນ​ເລີຍ, ແລະ ຂ້າພະເຈົ້າ​ກໍ​ຄິດ​ວ່າ ບໍ່​ເຄີຍ​ມີ​ການ​ຖຽງ​ກັນ​ໃນ​ການ​ເຕັ້ນ​ລຳ​ຢູ່​ໂບດ​ເລີຍ.

ຕໍ່​ມາ​ໝູ່​ຂອງ​ຂ້າພະເຈົ້າ ແລະ ເມຍ​ຂອງ​ລາວ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ເຜີຍແຜ່​ສາດສະໜາ. ເມື່ອ​ເຂົາເຈົ້າ​ກັບ​ມາ​ຫລັງ​ຈາກ​ສາມ​ປີ​ຜ່ານ​ໄປ ເຂົາເຈົ້າ​ກໍ​ງົງ​ເມື່ອ​ຮູ້​ວ່າ ເມື່ອ​ເຂົາເຈົ້າ​ຈາກ​ໄປ​ຮັບ​ໃຊ້​ຢູ່​ນັ້ນ, ຜົວ​ເມຍ​ 11 ຄູ່​ໄດ້​ຢ່າ​ຮ້າງກັນ.

ຖ້າ​ເບິ່ງ​ພາຍ​ນອກ​ຈະ​ເຮົາ​ເຫັນ​ວ່າ​ໃນ​ຫວອດ​ມີ​ສະມາຊິກ​ທີ່​ມີ​ສັດທາ ແລະ ເຂັ້ມແຂງ​ຫລາຍ​ຄົນ, ແຕ່​ເສຍດາຍ​ທີ່​ສະມາຊິກ​ໄດ້​ປ່ຽນ​ໃຈ ແລະ ມີ​ສິ່ງ​ປ່ຽນແປງ​ໃນ​ຊີວິດ​ຂອງ​ເຂົາເຈົ້າ ແລະ ບັນຫາ​ມີ​ຢູ່​ວ່າ​ນັ້ນ​ເປັນ​ເຫດການ​ທີ່​ບໍ່​ແມ່ນ​ແຕ່​ເຫດການ​ດຽວ​ເທົາ​ນັ້ນ. ສິ່ງ​ຮ້າຍ​ເຮ​ງ ແລະ ບໍ່​ຈຳເປັນ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ​ໄດ້ ຖ້າ​ເຮົາ​ເຊົາ​ປະຕິບັດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຖ້າ​ເບິ່ງ​ພາຍ​ນອກ ເຂົາເຈົ້າ​ເບິ່ງ​ຄື​ວ່າ​ເປັນ​ສານຸສິດ​ຂອງ​ພຣະ​ເຈົ້າ ແຕ່​ພາຍ​ໃນ​ແລ້ວ ຫົວໃຈ​ຂອງ​ເຂົາເຈົ້າ​ໄດ້​ຫ່າງ​ໄກ​ຈາກ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຄຳ​ສັ່ງສອນ​ຂອງ​ພຣະ​ອົງ. ພວກ​ເຂົາ​ໄດ້​ຄ່ອຍໆ​ຫັນ​ໜີ​ຈາກ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ ແລະ ຫຍັບ​ເຂົ້າ​ຫາ​ສິ່ງ​ທີ່​ເປັນ​ທາງ​ໂລກ.

ມີ​ດຳລົງ​ຖານະ​ປະໂລຫິດ​ທີ່​ເຄີຍ​ມີຄ່າ​ຄວນ​ຈຳນວນ​ໜຶ່ງ ໄດ້​ເລີ່ມບອກ​ຕົນ​ເອງ​ວ່າ​ໂບດ​ແມ່ນ​ດີ​ສຳລັບ​ຜູ້ຍິງ ແລະ ເດັກນ້ອຍ ແຕ່​ບໍ່​ແມ່ນ​ສຳລັບ​ເຂົາເຈົ້າ. ບາງ​ຄົນ​ກໍ​ເຊື່ອ​ໝັ້ນ​ວ່າ​ຍ້ອນ​ຫຍຸ້ງ​ວຽກ ແລະ ສະພາບ​ການ​ພິເສດ​ຂອງ​ຕົນ, ເຂົາເຈົ້າ​ຖືກ​ຍົກເວັ້ນ​ຈາກ​ການ​ກະທຳ ແລະ ການ​ຮັບ​ໃຊ້​ຕ່າງໆ​ທີ່​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ໃກ້ຊິດ​ກັບ​ພຣະ​ວິນ​ຍານ. ໃນ​ສະ​ໃໝ​ນີ້​ການ​ຄິດ​ວ່າ​ຕົນ​ເອງ​ຖືກ ແລະ ການ​ຫລົງໄຫລ​ໃນ​ຕົນ​ເອງ ຈະ​ເຮັດ​ໃຫ້​ເຮົາ​ມີ​ຂໍ້​ແກ້​ຕົວ​ທີ່​ບໍ່​ສາມາດ​ອະທິຖານ​ຫາ​ພຣະ​ເຈົ້າ, ເລື່ອນ​ເວລາ​ການ​ສຶກ​ສາ​ພຣະ​ຄຳ​ພີ, ຫລີກເວັ້ນ​ການ​ປະຊຸມ​ໂບດ, ແລະ ການ​ສັງ​ສັນ​ໃນ​ຄອບຄົວ, ຫລື ບໍ່​ຈ່າຍ​ເງິນ​ສ່ວນ​ສິບ ແລະ ເງິນ​ບໍລິຈາກ​ດ້ວຍ​ຄວາມ​ຊື່ສັດ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂໍ​ໃຫ້​ທ່ານ​ລອງ​ຄິດ​ໃນ​ໃຈ ແລະ ຕັ້ງ​ຄຳ​ຖາມ​ແບບ​ງ່າຍໆ​ວ່າ: “ພຣະ​ອົງ​ເຈົ້າ​ຂ້າ, ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ທ່ານ​ໄດ້​ຫັນ​ເຫ—​ແມ່ນ​ແຕ່​ໜ້ອຍ​ໜຶ່ງ​—ຈາກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ມອບ​ໄວ້​ໃຫ້​ທ່ານ​ດູ​ແລ​ບໍ?6 ທ່ານ​ໄດ້​ໃຫ້​ສິ່ງ​ເລີດ​ເລີໃນ​ໂລກ​ນີ້ ເຮັດ​ໃຫ້​ຈິດໃຈ​ຂອງ​ທ່ານ​ມືດ​ມົນ​ຕໍ່​ແສງ​ສະຫວ່າງ​ອັນ​ລ້ຳ​ຄ່າ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະຄຣິດ​ບໍ?7

ໝູ່​ເພື່ອນ ແລະ ອ້າຍ​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ໃຫ້​ທ່ານ​ຖາມ​ຕົນ​ເອງ​ວ່າ “ຊັບ​ສົມບັດ​ຂອງ​ຕົນ​ຢູ່​ໃສ?”

ໃຈ​ຂອງ​ທ່ານ​ເຫັນແກ່​ສິ່ງ​ທີ່​ສະດວກ​ສະບາຍ​ຂອງ​ໂລກ​ນີ້​ບໍ ຫລື ໃຫ້​ຄວາມ​ສົນໃຈ​ແກ່​ຄຳ​ສອນ​ຂອງພຣະເຢ​ຊູ​ຄຣິດ? ເພາະວ່າ “ເມື່ອ​ຊັບ​ສົມບັດ​ຂອງ​ທ່ານ​ຢູ່​ບ່ອນ​ໃດ ໃຈ​ຂອງ​ທ່ານ​ກໍ​ຈະ​ຢູ່​ບ່ອນ​ນັ້ນ.”8

ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ທ່ານ​ບໍ? ທ່ານ​ໄດ້​ຍຶດ​ໝັ້ນ​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະນຸດ​ດ້ວຍ​ກັນ​ບໍ່? ທ່ານ​ໄດ້​ອຸທິດ​ເວລາ ແລະ ການ​ສ້າງສາ​ໃຫ້​ພໍ​ທີ່​ຈະ​ນຳ​ຄວາມສຸກ​ມາສູ່​ຄູ່​ຊີວິດ​ແຕ່ງງານ ແລະ ຄອບຄົວ​ຂອງ​ທ່ານ​ບໍ່? ທ່ານ​ໄດ້​ສຸມ​ພະລັງ​ຂອງ​ຕົນ​ເພື່ອ​ການ​ບັນລຸ​ເປົ້າ​ໝາຍ ແລະ ດຳລົງ​ຊີວິດ9 ຕາມ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະເຢ​ຊູ​ຄຣິດ​ບໍ່?

ອ້າຍ​ນ້ອງ​ທັງຫລາຍ ຖ້າ​ມັນ​ເປັນຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ທ່ານ​ທີ່​ຈະປູກຝັງ​ຄຸນ​ລັກສະນະ​ແຫ່ງ “ສັດທາ, ຄວາມ​ດີງາມ, ຄວາມ​ຮູ້, ຄວາມ​ພໍ​ຄວນ, ຄວາມ​ອົດທົນ, ຄວາມ​ກະລຸນາ​ແບບ​ອ້າຍ​ນ້ອງ​ກັນ, ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ, ຄວາມ​ໃຈ​ບຸນ, ຄວາມ​ຖ່ອມ​ຕົນ, ແລະ ການ​ຮັບ​ໃຊ້” ໃຫ້​ເປັນ​ເໝືອນ​ພຣະຄຣິດ​ແລ້ວ10 ພຣະ​ບິດາ​ເທິງ​ສະຫວັນ​ຈະ​ເຮັດ​ໃຫ້​ທ່ານ​ເປັນ​ເຄື່ອງມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ເພື່ອ​ນຳ​ຄວາມ​ລອດ​ມາສູ່​ຄົນ​ທັງຫລາຍ.11

ການ​ກວດກາ​ຊີວິດ

ອ້າຍ​ນ້ອງ​ທັງຫລາຍ ບໍ່​ມີ​ໃຜ​ດອກ ທີ່​ຢາກ​ຍອມຮັບ​ວ່າ ຕົນ​ເອງ​ໄປ​ທາງ​ຜິດ​ແລ້ວ. ສ່ວນ​ຫລາຍ​ພວກ​ເຮົາ​ຈະ​ບໍ່​ຢາກ​ໄຕ່ຕອງ​ໃນ​ໃຈ​ຂອງ​ຕົນ ເມື່ອ​ເຫັນ​ວ່າ​ຕົນ​ເອງ ອ່ອນແອ, ມີ​ຂີດ​ຈຳກັດ, ແລະ ມີຄວາມ​ຢ້ານ​ກົວ. ໃນ​ທີ່​ສຸດ ເມື່ອ​ພວກ​ເຮົາ​ກວດກາ​ເບິ່ງ​ຊີວິດ​ຂອງ​ຕົນ ພວກ​ເຮົາ​ຈະ​ເບິ່ງ​ຕາມ​ຄວາມ​ອະຄະຕິ, ຂໍ້​ແກ້​ຕົວ, ແລະ ເລື່ອງ​ຕ່າງໆ​ທີ່​ຈະ​ບອກ​ຕົວ​ເຮົາ​ເອງ​ວ່າ ຕົນ​ເອງ​ຄິດ​ດີ ແລະ ເຮັດ​ດີ​ແລ້ວ.

ແຕ່​ການ​ມອງ​ເຫັນ​ຕົວ​ເຮົາ​ເອງ​ຢ່າງ​ແຈ່ມ​ແຈ້ງ ເປັນ​ສິ່ງ​ສຳຄັນ​ຕໍ່​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ ແລະ ການ​ຢູ່​ດີ​ກິນ​ດີ​ຂອງ​ເຮົາ. ຖ້າ​ຄວາມ​ອ່ອນແອ ແລະ ຄວາມ​ບົກພ່ອງ​ຂອງ​ເຮົາ​ຍັງ​ຢູ່​ໃນ​ເງົາ​ແຫ່ງ​ຄວາມ​ມືດ, ແລ້ວ​ອຳນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກໍ​ຈະ​ບໍ່​ສາມາດ​ປິ່ນປົວ ແລະ ເສີມ​ພະລັງ​ສິ່ງ​ນີ້​ໄດ້.12 ໃນ​ທາງ​ກົງກັນຂ້າມ ການ​ທີ່​ເຮົາ​ເມີນເສີຍ​ຕໍ່​ຄວາມ​ອ່ອນແອ​ຂອງ​ເຮົາ ກໍ​ເປັນ​ການ​ເຮັດ​ໃຫ້​ເຮົາ​ເມີນເສີຍ​ຕໍ່​ຄວາມ​ສາມາດ​ທາງ​ສະຫວັນ​ທີ່​ພຣະ​ບິດາ​ຂອງ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ຫລໍ່​ຫລອມ​ເຮົາ​ແຕ່ລະຄົນ.

ເຮົາ​ຈະ​ເຮັດ​ໃຫ້​ແສງ​ໄຟ​ບໍລິສຸດ​ແຫ່ງ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ສ່ອງ​ແສງ​ເຂົ້າ​ໃນ​ຈິດໃຈ​ຂອງ​ເຮົາ​ໄດ້​ແນວໃດ ແລະ ມອງ​ເຫັນ​ຕົນ​ເອງ​ໄດ້​ຊັດ​ແຈ້ງ​ຕາມ​ທີ່​ພຣະ​ອົງ​ເຫັນ​ເຮົາ​ໄດ້​ແນວໃດ?

ຂ້າພະເຈົ້າ​ຂໍ​ແນະນຳ​ວ່າ ພຣະ​ຄຳ​ພີ​ທີ່​ສັກສິດ ແລະ ຄຳ​ປາ​ໄສ​ຈາກ​ກອງ​ປະຊຸມ​ໃຫຍ່​ສາມັນ ແມ່ນ​ແວ່ນ​ແຍງ​ອັນ​ມີ​ປະສິດທິພາບ​ໃນ​ການ​ແຍງ​ເບິ່ງ​ຕົວ​ເຮົາ​ເອງ.

ເມື່ອ​ທ່ານ​ໄດ້​ຍິນ ແລະ ໄດ້​ອ່ານ​ຖ້ອຍ​ຄຳ​ຂອງ​ສາດສະດາ​ໃນ​ສະໄໝ​ໂບຮານ ແລະ ສະໄໝ​ໃໝ່ ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ຄິດ​ວ່າ​ຖ້ອຍ​ຄຳ​ເຫລົ່ານັ້ນ​ແມ່ນສຳລັບ​ຄົນ​ອື່ນ, ແຕ່​ໃຫ້​ຖາມ​ວ່າ: “ພຣະອົງ​ເຈົ້າ​ຂ້າ, ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ພວກ​ເຮົາ​ຕ້ອງ​ສື່ສານ​ກັບ​ພຣະ​ບິດາ​ນິລັນດອນ​ດ້ວຍ​ຫົວໃຈ​ທີ່​ຊອກ​ຊ້ຳ ແລະ ຈິດໃຈ​ທີ່​ສອນ​ງ່າຍ. ພວກ​ເຮົາ​ຄວນ​ເຕັມ​ໃຈ​ທີ່​ຈະ​ຮຽນ​ຮູ້ ແລະ ປ່ຽນແປງ​ຕົນ​ເອງ. ພວກ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫລາຍ ຖ້າ​ພວກ​ເຮົາ​ສັນຍາ​ວ່າ​ຈະ​ດຳລົງ​ຊີວິດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ທີ່​ມີ​ໄວ້​ໃຫ້​ພວກ​ເຮົາ.

ສຳລັບ​ຄົນ​ທີ່ ບໍ່ ຢາກ​ຮຽນ ແລະ ບໍ່​ຢາກ​ປ່ຽນແປງ​ຕົນ​ເອງ ກໍ​ ຈະ​ບໍ່ ຮຽນ ແລະ ບໍ່​ປ່ຽນແປງ​ຕົນ​ເອງ ແລະ ອາດ​ຈະ​ສົງໄສ​ວ່າ​ສາດສະໜາ​ຈັກ​ມີ​ຫຍັງ​ແດ່​ທີ່​ຈະ​ຊ່ອຍ​ເຂົາເຈົ້າ​ໄດ້.

ສຳລັບ​ຄົນ​ທີ່​ຢາກ​ປັບປຸງ ແລະ ຢາກ​ກ້າວໜ້າ ຄົນ​ທີ່​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ຄົນ​ທີ່​ຖ່ອມ​ຕົນ​ເໝືອນ​ດັ່ງ​ເດັກນ້ອຍ ແລະ ພະຍາຍາມ​ທີ່​ຈະ​ໃຫ້​ແນວ​ຄິດ ແລະ ການ​ກະທຳ​ຂອງ​ຕົນ ສອດຄ່ອງ​ກັບ​ພຣະ​ດາ​ເທິງ​ສະຫວັນ​ແລ້ວ—ເຂົາເຈົ້າ​ຈະ​ມີ​ປະສົບ​ການ​ອັນ​ມະຫັດສະຈັນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ເຂົາເຈົ້າ​ຈະ​ຮູ້ສຶກ​ເຖິງ​ພຣະ​ວິນ​ຍານ​ທີ່​ດີເລີດ​ຂອງ​ພຣະ​ເຈົ້າ. ເຂົາເຈົ້າ​ຈະ​ໄດ້​ຊີມ​ລົດ​ຊາດ​ຂອງ​ຄວາມ​ຍິນ​ດີ ທີ່​ເປັນ​ໝາກຜົນ​ຂອງ​ຈິດໃຈ​ທີ່​ເຊື່ອ​ຟັງ ແລະ ຖ່ອມ​ຕົນ. ເຂົາເຈົ້າ​ຈະ​ໄດ້​ຮັບ​ພອນ​ທີ່​ມີ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ບັງ​ຄົບ​ຕົນ ເພື່ອ​ຈະ​ກາຍເປັນ​ສານຸສິດ​ທີ່ແທ້​ຈິງ​ຂອງ​ພຣະເຢ​ຊູ​ຄຣິດ.

ອຳນາດ​ຂອງ​ພຣະ​ເຈົ້າ

ຜ່ານ​ມາ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ໄດ້​ມີ​ໂອກາດ​ຄຸ້ນ​ເຄີຍ​ກັບ​ຜູ້ຍິງ​ຜູ້​ຊາຍ​ທີ່​ມີ​ຄວາມ​ຮູ້ ຄວາມ​ສະຫລາດ​ຢູ່​ໃນ​ໂລກ​ນີ້. ຕອນ​ຂ້າພະເຈົ້າ​ຍັງ​ໜຸ່ມ ຂ້າພະເຈົ້າ​ອອນຊອນ​ນຳ​ຄົນ​ທີ່​ມີ​ການ​ສຶກ​ສາ​ສູງ, ມີ​ຄວາມ​ສຳເລັດ, ແລະ ຖືກ​ຊາວ​ໂລກ​ຍ້ອງຍໍ. ແຕ່​ຫລາຍ​ປີ​ຜ່ານ​ໄປ ຂ້າພະເຈົ້າ​ສຳນຶກ​ໄດ້​ວ່າ ຂ້າພະເຈົ້າ​ອອນຊອນ​ຫລາຍ​ກວ່ານຳ​ຄົນ​ທີ່​ດີ ແລະ ມີ​ຈິດໃຈ​ງົດ​ງາມ​ ເຂົາເຈົ້າ​ເປັນ​ຄົນ​ດີ​ແທ້ໆ​ໂດຍ​ທີ່​ບໍ່​ມີ​ເລ້​ຫ​ລ່ຽມ​ໃດໆ.

ພຣະ​ກິດ​ຕິ​ຄຸນ​ບໍ່​ໄດ້​ເປັນ​ແນວ​ນັ້ນ​ບໍ​ກັບ​ເຮົາ ແລະ ນຳ​ຄວາມ​ດີ​ມາ​ໃຫ້​ເຮົາ? ມັນ​ແມ່ນ​ຂ່າວ​ດີ ແລະ ມັນ​ຊ່ອຍ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ດີ.

ຖ້ອຍ​ຄຳ​ຂອງ​ອັກ​ຄະ​ສາວົກ​ຢາ​ໂຄ​ໂບ ຍັງ​ໃຊ້​ໄດ້​ກັບ​ເຮົາ​ໃນ​ປະຈຸ​ບັນ​ນີ້​ວ່າ:

“ພຣະ​ເຈົ້າ​ທົນ​ຕໍ່​ຄົນ​ທີ່​ຍິ່ງ ແຕ່​ໃຫ້​ຄວາມ​ກະລຸນາ​ແກ່​ຄົນ​ທີ່​ຖ່ອມ​ຕົນ. …

“ຈົ່ງ​ຖ່ອມ​ຕົນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ພຣະ​ອົງ​ຈະ​ຍົກ​ເຮົາ​ຂຶ້ນ.”13

ອ້າຍ​ນ້ອງ​ທັງຫລາຍ, ພວກ​ເຮົາ​ຕ້ອງ​ປະ​ຖິ້ມ​ຄວາມ​ຍິ່ງ​ຂອງ​ເຮົາ ຈົ່ງ​ເມີນເສີຍ​ຕໍ່​ສິ່ງ​ທີ່​ໄຮ້​ສາລະ, ແລະ ຖາມ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົນ​ວ່າ, “ພຣະ​ອົງ​ເຈົ້າ​ຂ້າ, ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ແລະ ຖ້າ​ຄຳ​ຕອບ ເປັນ​ວ່າ “ແມ່ນ​ແລ້ວ​ລູກ ມີ​ຫລາຍ​ຢ່າງ​ທີ່​ລູກ​ຕ້ອງ​ປັບປຸງ ມີ​ຫລາຍ​ຢ່າງ​ທີ່​ພໍ່​ສາມາດ​ຊ່ອຍ​ເຈົ້າ​ໃຫ້​ເອົາ​ຊະນະ​ໄດ້” ຂ້າພະເຈົ້າ​ຫວັງ​ວ່າ​ເຮົາ​ຈະ​ຮັບ​ຮູ້​ຄຳ​ຕອບ​ນີ້, ຮັບ​ຮູ້​ບາບ ແລະ ຄວາມ​ບົກພ່ອງ​ຂອງ​ຕົນ​ຢ່າງ​ຖ່ອມ​ຕົນ, ແລະ ປ່ຽນແປງ​ເສັ້ນທາງ​ເດີນ​ຂອງ​ເຮົາ ​ໂດຍ​ການ​ກາຍ​ເປັນ​ສາມີ​, ​ເປັນ​ພໍ່, ​ເປັນ​ລູກ​ຊາຍ​ທີ່​ດີກ​ວ່າ​ເກົ່າ. ນັບ​ແຕ່​ວັນ​ນີ້​ເປັນຕົ້ນ​ໄປ ໃຫ້​ເຮົາ​ເດີນ​ໄປ​ຕາມ​ທາງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໃຫ້​ຕະຫລອດ—ເພາະ​ການ​ມອງ​ເຫັນ​ຕົນ​ເອງ​ຢ່າງ​ແຈ່ມ​ແຈ້ງ ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ການ​ມີ​ປັນຍາ.

ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ ພຣະ​ເຈົ້າ​ຈະ​ຈູງ​ມື​ເຮົາ​ໄປ; ພຣະ​ອົງ​ຈະ​ “ເພີ່ມ​ພະລັງ ແລະ ເທ​ພຣະ​ພອນ​ລົງ​ມາ​ໃຫ້​ເຮົາ​ຈາກ​ສະຫວັນ.”14

ໝູ່​ເພື່ອນ​ທີ່​ຮັກ​ຂອງ​ຂ້າພະເຈົ້າ, ຂັ້ນ​ຕອນ​ທຳ​ອິດ​ໃນ​ການ​ເດີນ​ໄປ​ຕາມ​ທາງ​ອັນ​ດີງາມ ແລະ ທາງ​ແຫ່ງ​ການ​ບັນລຸ​ຜົນ​ແຫ່ງ​ການ​ເປັນ​ສານຸສິດ​ທີ່​ແທ້​ຈິງຂອງ​ພຣະ​ອົງ ແມ່ນ​ການ​ເລີ່​ມຕົ້ນ​ດ້ວຍ​ການ​ຖາມ​ຕົນ​ເອງ​ຢ່າງ​ງ່າຍໆ​ວ່າ:

“ພຣະອົງ​ເຈົ້າຂ້າ, ​ແມ່ນ​ຜູ້​ຂ້າ​ນີ້​ບໍ?”

ຂ້າພະເຈົ້າ​ກ່າວ​ສິ່ງ​ເຫລົ່າ​ນີ້ ແລະ ຂໍ​ມອບ​ພອນ​ແກ່​ທ່ານ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ມັດ​ທາຍ 26:21–22; ​ເນັ້ນຄຳ​ເນີ້ງ.

  2. ມັດ​ທາຍ 7:3, 5.

  3. ​ເບິ່ງ Errol Morris, “The Anosognosic’s Dilemma: Something’s Wrong but You’ll Never Know What It Is,” New York Times, June 20, 2010; opinionator.blogs.nytimes.com/2010/06/20/the-anosognosics-dilemma-1.

  4. ​ເບິ່ງ Justin Kruger and David Dunning, “Unskilled and Unaware of It: How Difficulties in Recognizing One’s Own Incompetence Lead to Inflated Self-Assessments,” Journal of Personality and Social Psychology, Dec. 1999, 1121–34. “Across 4 studies, the authors found that participants scoring in the bottom quartile on tests of humor, grammar, and logic grossly overestimated their test performance and ability. Although their test scores put them in the 12th percentile, they estimated themselves to be in the 62nd” (from the abstract at psycnet.apa.org/?&fa=main.doiLanding&doi=10.1037/0022–3514.77.6.1121).

  5. ​ເບິ່ງ Marshall Goldsmith, What Got You Here Won’t Get You There (2007), chapter 3. The researcher asked three partners to rate their own contributions to the success of the company. Their self-assessed contributions added up to 150 percent.

  6. 1 ຕີ​ໂມ​ທຽວ 1:11.

  7. 2 ​ໂກຣິນ​ໂທ 4:4.

  8. ລູກາ 12:34.

  9. ​ເອ​ເຟ​ໂຊ 3:18.

  10. ​ເບິ່ງ Doctrine and Covenants 4:6.

  11. ​ເບິ່ງ ​ແອວ​ມາ 17:11.

  12. ​ເບິ່ງ ອີ​ເທີ 12:27.

  13. ຢາ​ໂກ​ໂບ 4:6, 10.

  14. ​ເບິ່ງ Doctrine and Covenants 1:28.