ໃຫ້ການໃຊ້ສັດທາຂອງທ່ານມີຄວາມສຳຄັນອັນດັບໜຶ່ງ
ເຖິງແມ່ນຈະເຕັມໄປດ້ວຍການທ້າທາຍທີ່ບໍ່ດີໃນຊີວິດນີ້, ແຕ່ເຮົາຕ້ອງໃຊ້ເວລາທີ່ຈະໃຊ້ສັດທາຂອງເຮົາ.
ຕອນອາດາມ ແລະ ເອວາຢູ່ໃນສວນເອເດນ, ທຸກສິ່ງທີ່ເຂົາເຈົ້າຕ້ອງການ ແມ່ນມີໄວ້ໃຫ້ສຳລັບເຂົາເຈົ້າຢ່າງຫລວງຫລາຍ. ເຂົາເຈົ້າບໍ່ມີຄວາມຫຍຸ້ງຍາກ, ບໍ່ມີການທ້າທາຍ, ບໍ່ມີຄວາມເຈັບປວດ. ເພາະເຂົາເຈົ້າບໍ່ເຄີຍປະສົບກັບຄວາມຫຍຸ້ງຍາກມາກ່ອນ, ເຂົາເຈົ້າຈຶ່ງບໍ່ຮູ້ຈັກວ່າ ເຂົາເຈົ້າສາມາດມີຄວາມສຸກ. ເຂົາເຈົ້າບໍ່ເຄີຍຮູ້ສຶກສັບສົນ, ສະນັ້ນເຂົາເຈົ້າຈຶ່ງບໍ່ຮູ້ສຶກຄວາມສະຫງົບ.
ໃນທີ່ສຸດ ອາດາມ ແລະ ເອວາໄດ້ລ່ວງລະເມີດພຣະບັນຊາ ສັ່ງຫ້າມບໍ່ໃຫ້ກິນໝາກໄມ້ແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວ. ໂດຍການເຮັດເຊັ່ນນັ້ນ ເຂົາເຈົ້າຈຶ່ງບໍ່ສາມາດຄົງຢູ່ໃນສະພາບທີ່ໄຮ້ດຽງສາອີກຕໍ່ໄປ. ເຂົາເຈົ້າໄດ້ປະສົບກັບຫລັກທຳແຫ່ງຄວາມກົງກັນຂ້າມ. ເຂົາເຈົ້າເລີ່ມປະສົບກັບຄວາມເຈັບປ່ວຍ ທີ່ເຮັດໃຫ້ສຸຂະພາບຊຸດໂຊມລົງ. ເຂົາເຈົ້າເລີ່ມຕົ້ນຮູ້ສຶກເຖິງຄວາມໂສກເສົ້າ ແລະ ຄວາມສຸກນຳອີກ.
ເພາະອາດາມ ແລະ ເອວາ ໄດ້ກິນໝາກໄມ້ທີ່ຕ້ອງຫ້າມ, ຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ ຈຶ່ງມີຢູ່ໃນໂລກ. ການເລືອກຂອງເຂົາເຈົ້າໄດ້ຊ່ອຍເຮົາແຕ່ລະຄົນໃຫ້ສາມາດມາສູ່ໂລກ ແລະ ຮັບການພິສູດ ແລະ ຖືກທົດສອບ.1 ເຮົາໄດ້ຮັບອຳເພີໃຈ, ຊຶ່ງເປັນຄວາມສາມາດທີ່ຈະຕັດສິນໃຈ ແລະ ຮັບຜິດຊອບຕໍ່ການຕັດສິນໃຈຂອງເຮົາ. ການຕົກໄດ້ຊ່ອຍເຮົາໃຫ້ຮູ້ສຶກທັງຄວາມສຸກ ແລະ ຄວາມໂສກເສົ້າ ໃນຊີວິດ. ເຮົາສາມາດເຂົ້າໃຈຄວາມສະຫງົບ ເພາະເຮົາຮູ້ສຶກຄວາມສັບສົນ.2
ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາໄດ້ຮູ້ວ່າ ສິ່ງນີ້ຈະເກີດຂຶ້ນກັບເຮົາ. ມັນເປັນພາກສ່ວນໜຶ່ງໃນແຜນແຫ່ງຄວາມສຸກອັນສົມບູນຂອງພຣະອົງ. ພຣະອົງໄດ້ຕຽມທາງ ຜ່ານຊີວິດທີ່ເຊື່ອຟັງທຸກຢ່າງຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ສຳລັບການຊົດໃຊ້ຂອງພຣະອົງ ເພື່ອເອົາຊະນະຄວາມຫຍຸ້ງຍາກທັງໝົດ ທີ່ເຮົາອາດປະສົບໃນຄວາມເປັນມະຕະນີ້.
ເຮົາມີຊີວິດຢູ່ໃນວັນເວລາທີ່ຫຍຸ້ງຍາກ. ຂ້າພະເຈົ້າບໍ່ຈຳເປັນຕ້ອງບອກຫລາຍກ່ຽວກັບສິ່ງທີ່ບໍ່ດີຢູ່ໃນໂລກນີ້. ບໍ່ຈຳເປັນຕ້ອງບັນຍາຍເຖິງການທ້າທາຍທີ່ອາດເກີດຂຶ້ນ ແລະ ຄວາມເສຍໃຈ ທີ່ເປັນພາກສ່ວນໜຶ່ງຂອງ ຄວາມເປັນມະຕະ. ເຮົາແຕ່ລະຄົນຮູ້ຈັກດີກັບການດີ້ນລົນຂອງເຮົານຳການລໍ້ລວງ, ຄວາມເຈັບປວດ, ແລະ ຄວາມໂສກເສົ້າ.
ເຮົາໄດ້ຖືກສິດສອນຢູ່ໃນໂລກກ່ອນເກີດວ່າ ຈຸດປະສົງຂອງເຮົາໃນການມາສູ່ໂລກນີ້ ແມ່ນເພື່ອຮັບການທົດສອບ, ພິສູດ, ແລະ ພັດທະນາ.3 ເຮົາໄດ້ຮູ້ວ່າ ເຮົາຈະປະເຊີນກັບຄວາມຊົ່ວຮ້າຍຂອງຜູ້ປໍລະປັກ. ບາງຄັ້ງເຮົາອາດຮູ້ສຶກເຖິງສິ່ງທີ່ບໍ່ດີຂອງຄວາມເປັນມະຕະ ຫລາຍກວ່າສິ່ງທີ່ດີ. ສາດສະດາລີໄຮໄດ້ສອນວ່າ, “ເພາະມັນຈຳເປັນວ່າ ຕ້ອງມີການກົງກັນຂ້າມໃນທຸກຢ່າງ.”4 ເຖິງແມ່ນວ່າຊີວິດຂອງເຮົາຈະເຕັມໄປດ້ວຍການທ້າທາຍທີ່ບໍ່ດີກໍຕາມ, ແຕ່ເຮົາຕ້ອງໃຊ້ເວລາທີ່ຈະໃຊ້ສັດທາຂອງເຮົາ. ການໃຊ້ສັດທາຈະເຊື້ອເຊີນພະລັງທີ່ດີ ທີ່ເຕັມໄປດ້ວຍສັດທາ ແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ ໃຫ້ມາສູ່ຊີວິດຂອງເຮົາ.
ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ໄດ້ປະທານເຄື່ອງມືເພື່ອຊ່ອຍເຮົາໃຫ້ມາສູ່ພຣະຄຣິດ ແລະ ໃຊ້ສັດທາໃນການຊົດໃຊ້ຂອງພຣະອົງ. ເມື່ອເຄື່ອງມືເຫລົ່ານີ້ກາຍເປັນນິໄສຂັ້ນພື້ນຖານ, ແລ້ວມັນຈະເປັນວິທີທາງທີ່ງ່າຍທີ່ສຸດ ທີ່ຈະພົບເຫັນຄວາມສະຫງົບ ໃນທ່າມກາງການທ້າທາຍໃນຊີວິດມະຕະນີ້. ມື້ນີ້ ຂ້າພະເຈົ້າຈະກ່າວເຖິງເຄື່ອງມືສີ່ຢ່າງ. ໃນຂະນະທີ່ຂ້າພະເຈົ້າກ່າວ, ໃຫ້ທ່ານຄິດຫາວິທີທີ່ຈະໃຊ້ເຄື່ອງມືແຕ່ລະຢ່າງນີ້; ແລ້ວໃຫ້ສະແຫວງຫາການນຳພາຈາກພຣະຜູ້ເປັນເຈົ້າ ເພື່ອຈະໄດ້ໃຊ້ເຄື່ອງມືແຕ່ລະຢ່າງໄດ້ດີກວ່າເກົ່າ.
ການອະທິຖານ
ເຄື່ອງມືຢ່າງທຳອິດແມ່ນ ການອະທິຖານ. ໃຫ້ເລືອກສົນທະນານຳພຣະບິດາຜູ້ສະຖິດຢູ່ໃນສະຫວັນເລື້ອຍໆ. ຈົ່ງໃຊ້ເວລາໃນແຕ່ລະມື້ ເພື່ອແບ່ງປັນແນວຄິດ ແລະ ຄວາມຮູ້ສຶກຂອງທ່ານນຳພຣະອົງ. ໃຫ້ບອກພຣະອົງທຸກສິ່ງທີ່ທ່ານເປັນຫ່ວງເປັນໃຍນຳ. ພຣະອົງສົນພຣະໄທທັງສິ່ງທີ່ສຳຄັນທີ່ສຸດ ແລະ ສິ່ງທຳມະດາໃນຊີວິດຂອງທ່ານ. ຈົ່ງບອກເລົ່າຄວາມຮູ້ສຶກ ແລະ ປະສົບການຂອງທ່ານທັງໝົດນຳພຣະອົງ.
ເພາະພຣະອົງນັບຖືອຳເພີໃຈຂອງທ່ານ, ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ຈະບໍ່ເຄີຍບັງຄັບທ່ານໃຫ້ອະທິຖານຫາພຣະອົງເລີຍ. ແຕ່ເມື່ອທ່ານໃຊ້ອຳເພີໃຈນັ້ນ ແລະ ຮ່ວມພຣະອົງຢູ່ນຳໃນທຸກພາກສ່ວນຂອງຊີວິດປະຈຳວັນຂອງທ່ານ, ແລ້ວໃຈຂອງທ່ານຈະເຕັມໄປດ້ວຍຄວາມສະຫງົບສຸກ, ຄວາມສະຫງົບສຸກທີ່ລ່າເລີງ. ຄວາມສະຫງົບສຸກນັ້ນ ຈະເຈາະຈົງຢູ່ທີ່ຄວາມສະຫວ່າງນິລັນດອນ ໃນຍາມທີ່ທ່ານມີບັນຫາ. ມັນຈະຊ່ອຍເຫລືອທ່ານ ໃຫ້ຈັດການກັບການທ້າທາຍ ຈາກທັດສະນະນິລັນດອນ.
ພໍ່ແມ່ທັງຫລາຍ, ຈົ່ງປົກປ້ອງລູກໆຂອງທ່ານ ໂດຍອຳນາດຂອງການອະທິຖານເປັນຄອບຄົວທັງເຊົ້າ ແລະ ແລງ. ລູກໆກຳລັງຖືກໂຈມຕີດ້ວຍຄວາມຊົ່ວຮ້າຍຂອງຄວາມຕັນຫາລາມົກ, ຄວາມໂລບມາກໂລພາ, ຄວາມຈອງຫອງ, ແລະ ການປະພຶດທີ່ຊົ່ວຮ້າຍຕ່າງໆ. ຈົ່ງປົກປ້ອງເຂົາຈາກອິດທິພົນຂອງໂລກໃນທຸກວັນ ໂດຍການຫຸ້ມຫໍ່ເຂົາໄວ້ດ້ວຍພອນທີ່ມີພະລັງ ຊຶ່ງມາຈາກການອະທິຖານເປັນຄອບຄົວ. ການອະທິຖານເປັນຄອບຄົວບໍ່ຄວນຕ້ອງເອົາມາພິຈາລະນາວ່າ ຄວນເຮັດ ຫລື ບໍ່ເຮັດ ໃນຊີວິດປະຈຳວັນຂອງເຮົາ.
ການສຶກສາພຣະຄຳພີ
ເຄື່ອງມືຢ່າງທີສອງແມ່ນການສຶກສາພຣະຄຳຂອງພຣະເຈົ້າໃນພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ເຮົາເວົ້ານຳພຣະເຈົ້າຜ່ານການອະທິຖານ. ສ່ວນຫລາຍແລ້ວ ພຣະອົງຈະສື່ສານກັບເຮົາຜ່ານການຂຽນຂອງພຣະອົງ. ຖ້າຢາກຮູ້ວ່າ ພຣະເຈົ້າມີສຸລະສຽງຢ່າງໃດ, ແລະ ຈະຮູ້ສຶກແນວໃດ, ໃຫ້ອ່ານພຣະຄຳພີຂອງພຣະອົງ, ສຶກສາພຣະຄຳພີ, ແລະ ໄຕ່ຕອງມັນ.5 ໃຫ້ມັນເປັນສິ່ງຈຳເປັນໃນຊີວິດປະຈຳວັນຂອງທ່ານ. ຖ້າທ່ານຢາກໃຫ້ລູກໆຂອງທ່ານຮູ້ຈັກ, ເຂົ້າໃຈ, ແລະ ເຮັດຕາມການກະຕຸ້ນຂອງພຣະວິນຍານ, ແລ້ວທ່ານຕ້ອງສຶກສາພຣະຄຳພີກັບເຂົາ.
ຢ່າຫລົງຄຳຕົວະຂອງຊາຕານ ທີ່ວ່າທ່ານບໍ່ມີເວລາສຶກສາພຣະຄຳພີ. ໃຫ້ຫາເວລາສຶກສາມັນ. ການຊື່ນຊົມນຳພຣະຄຳຂອງພຣະເຈົ້າທຸກມື້ ແມ່ນສຳຄັນຫລາຍກວ່າການຫລັບນອນ, ໂຮງຮຽນ, ວຽກງານ, ລາຍການໃນໂທລະທັດ, ວິດີໂອເກມ, ຫລື ສື່ສານມວນຊົນ. ທ່ານຕ້ອງຈັດລຳດັບຄວາມສຳຄັນ ເພື່ອວ່າທ່ານຈະມີເວລາສຶກສາພຣະຄຳຂອງພຣະເຈົ້າ. ຖ້າຍັງບໍ່ໄດ້ເຮັດເທື່ອ, ໃຫ້ເຮັດໃນຕອນນີ້!
ພອນໄດ້ຖືກສັນຍາໄວ້ຕາມຄຳທຳນາຍ ກ່ຽວກັບການສຶກສາພຣະຄຳພີທຸກວັນ.6
ຂ້າພະເຈົ້າຕື່ມສຽງຂອງຂ້າພະເຈົ້າໃສ່ກັບຄຳສັນຍານີ້ວ່າ: ເມື່ອທ່ານອຸທິດເວລາທຸກວັນ, ສ່ວນຕົວ ແລະ ເປັນຄອບຄົວ, ເພື່ອສຶກສາພຣະຄຳຂອງພຣະເຈົ້າ, ແລ້ວທ່ານຈະມີຄວາມສະຫງົບ. ຄວາມສະຫງົບນັ້ນຈະບໍ່ມາຈາກໂລກພາຍນອກ. ມັນຈະມາຈາກບ້ານເຮືອນຂອງທ່ານ, ພາຍໃນຄອບຄົວຂອງທ່ານ, ຈາກໃຈຂອງທ່ານ. ມັນຈະເປັນຂອງປະທານແຫ່ງພຣະວິນຍານ. ມັນຈະສ່ອງແສງອອກຈາກທ່ານ ເພື່ອເປັນອິດທິພົນໃຫ້ແກ່ຄົນອື່ນຢູ່ໃນໂລກ ທີ່ອ້ອມຮອບທ່ານ. ທ່ານຈະເຮັດບາງສິ່ງທີ່ສຳຄັນ ເພື່ອຕື່ມຄວາມສະຫງົບໃຫ້ແກ່ໂລກ.
ຂ້າພະເຈົ້າບໍ່ໄດ້ກ່າວວ່າ ທ່ານຈະພົ້ນຈາກການທ້າທາຍຕ່າງໆ. ທ່ານຄົງຈື່ຈຳຕອນທີ່ອາດາມ ແລະ ເອວາ ໄດ້ອາໄສຢູ່ໃນສວນເອເດນໄດ້. ເຂົາເຈົ້າບໍ່ເຄີຍພົບກັບການທ້າທາຍ, ແຕ່ເຂົາເຈົ້າບໍ່ເຄີຍຮູ້ຈັກຄວາມສຸກ, ຄວາມຊື່ນຊົມ, ແລະ ຄວາມສະຫງົບ.7 ການທ້າທາຍເປັນພາກສ່ວນສຳຄັນຂອງຄວາມເປັນມະຕະ. ຜ່ານການສຶກສາພຣະຄຳພີທຸກວັນ ຢ່າງສະໝ່ຳສະເໝີ, ທ່ານຈະພົບຄວາມສະຫງົບໃນຄວາມວຸ້ນວາຍທີ່ຢູ່ອ້ອມຮອບທ່ານ ແລະ ມີພະລັງທີ່ຈະຕ້ານທານກັບການລໍ້ລວງໄດ້. ທ່ານຈະພັດທະນາສັດທາທີ່ເຂັ້ມແຂງ ໃນພຣະຄຸນຂອງພຣະເຈົ້າ ແລະ ຮູ້ວ່າ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ທຸກສິ່ງຈະຖືກເຮັດໃຫ້ຖືກຕ້ອງ ຕາມເວລາຂອງພຣະເຈົ້າ.
ການສັງສັນໃນຄອບຄົວ
ຂະນະທີ່ທ່ານພະຍາຍາມເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ແລະ ສ້າງຄວາມສະຫງົບ, ຈົ່ງຈື່ຈຳເຄື່ອງມືຢ່າງທີສາມນີ້: ການສັງສັນໃນຄອບຄົວທຸກອາທິດ. ຈົ່ງລະວັງຢ່າເຮັດໃຫ້ການສັງສັນໃນຄອບຄົວຂອງທ່ານ ເປັນສິ່ງທີ່ບໍ່ມີຄວາມໝາຍໃນມື້ທີ່ຫຍຸ້ງຍາກ. ໃຫ້ຕັດສິນໃຈວ່າ ແລງວັນຈັນ ຄອບຄົວຂອງທ່ານຈະຢູ່ນຳກັນ ສຳລັບການສັງສັນ. ຢ່າປ່ອຍໃຫ້ລ້າການ, ກິລາ, ກິດຈະກຳພິເສດ, ການບ້ານ, ຫລື ສິ່ງອື່ນໃດ ມີຄວາມສຳຄັນຫລາຍກວ່າເວລາທີ່ທ່ານຈະໃຊ້ເວລາຢູ່ນຳກັນໃນບ້ານ.
ໂຄງຮ່າງຂອງການສັງສັນນັ້ນ ບໍ່ສຳຄັນເທົ່າກັບເວລາທີ່ໃຊ້ຢູ່ນຳກັນ. ຄວນສິດສອນພຣະກິດຕິຄຸນຢ່າງເປັນທາງການ ແລະ ຢ່າງເປັນກັນເອງ. ເຮັດໃຫ້ປະສົບການມີຄວາມໝາຍສຳລັບທຸກຄົນໃນຄອບຄົວ. ການສັງສັນໃນຄອບຄົວເປັນເວລາທີ່ມີຄ່າ ທີ່ຈະແບ່ງປັນປະຈັກພະຍານ ຢູ່ໃນສະພາບແວດລ້ອມທີ່ປອດໄພ; ເພື່ອຮຽນຮູ້ວິທີສອນ, ວາງແຜນ, ແລະ ຄວາມຊຳນານ; ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ; ເພື່ອພັດທະນາປະເພນີຂອງຄອບຄົວ; ເພື່ອເວົ້າລົມກັນ; ແລະ ສຳຄັນກວ່ານັ້ນ, ໃຫ້ມ່ວນຊື່ນນຳກັນ!
ກອງປະຊຸມໃຫຍ່ເດືອນເມສາຜ່ານມານີ້, ຊິດສະເຕີ ລິນດາ ແອັສ ຣີບສ໌ ໄດ້ປະກາດຢ່າງກ້າຫານວ່າ: “ຂ້າພະເຈົ້າຂໍເປັນພະຍານເຖິງພອນຂອງການສຶກສາພຣະຄຳພີ ແລະ ການອະທິຖານທຸກວັນ ແລະ ການສັງສັນໃນຄອບຄົວທຸກອາທິດ. ທັງສາມນີ້ ໄດ້ກຳຈັດຄວາມກົດດັນ, ຊີ້ນຳຊີວິດ, ແລະ ປົກປ້ອງບ້ານເຮືອນຂອງພວກເຮົາ.”8 ຊິດສະເຕີ ຣີບສ໌ ສະຫລາດຫລາຍ. ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ຊອກຫາປະຈັກພະຍານໃຫ້ຕົວທ່ານເອງ ກ່ຽວກັບນິໄສທີ່ສຳຄັນສາມຢ່າງນີ້.
ການໄປພຣະວິຫານ
ເຄື່ອງມືຢ່າງທີສີ່ ຄືການໄປພຣະວິຫານ. ເຮົາທຸກຄົນຮູ້ວ່າ ບໍ່ມີສະຖານທີ່ອື່ນໃດທີ່ໃຫ້ຄວາມສະຫງົບຢູ່ໃນໂລກນີ້ເທົ່າກັບພຣະວິຫານຂອງພຣະເຈົ້າ. ຖ້າທ່ານບໍ່ມີໃບຮັບຮອງເຂົ້າພຣະວິຫານ, ຈົ່ງພະຍາຍາມໃຫ້ມີມັນ. ເມື່ອທ່ານມີໃບຮັບຮອງ, ຈົ່ງໃຊ້ມັນເລື້ອຍໆ.9 ຈົ່ງຈັດເວລາໄປພຣະວິຫານເປັນປະຈຳ. ຢ່າໃຫ້ຄົນໃດ ຫລື ສິ່ງໃດມາກີດກັນທ່ານຈາກການໄປທີ່ນັ້ນ.
ເມື່ອທ່ານຢູ່ໃນພຣະວິຫານ, ຈົ່ງຟັງຂໍ້ຄວາມຂອງພິທີການ, ໄຕ່ຕອງ, ອະທິຖານກ່ຽວກັບມັນ, ແລະ ສະແຫວງຫາທີ່ຈະເຂົ້າໃຈຄວາມໝາຍ. ພຣະວິຫານເປັນສະຖານທີ່ໜຶ່ງ ທີ່ຈະຮູ້ຈັກອຳນາດຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ຈົ່ງສະແຫວງຫາ ພຣະອົງ ຢູ່ໃນນັ້ນ. ຈົ່ງຈື່ຈຳວ່າ ພອນຫລາຍປະການມາຈາກການນຳຊື່ຂອງຄອບຄົວທ່ານໄປໃຫ້ພຣະວິຫານ.
ເຄື່ອງມືສີ່ຢ່າງນີ້ເປັນພື້ນຖານຂອງນິໄສ ໃນການຮັບປະກັນຊີວິດຂອງທ່ານ ໃນອຳນາດຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ຈົ່ງຈື່ຈຳວ່າ ພຣະຜູ້ຊ່ອຍໃຫ້ລອດ ເປັນອົງສັນຕິລາດ. ຄວາມສະຫງົບໃນຊີວິດມະຕະນີ້ມາຈາກການເສຍສະລະຊົດໃຊ້ຂອງພຣະອົງ. ເມື່ອເຮົາອະທິຖານເປັນປະຈຳທັງເຊົ້າ ແລະ ແລງ, ສຶກສາພຣະຄຳພີທຸກວັນ, ມີການສັງສັນໃນຄອບຄົວທຸກອາທິດ, ແລະ ໄປພຣະວິຫານເປັນປະຈຳ, ແລ້ວເຮົາຈະຕອບຮັບການເຊື້ອເຊີນຂອງພຣະອົງ ທີ່ວ່າ “ຈົ່ງຕາມເຮົາມາ.” ເມື່ອເຮົາພັດທະນານິໄສຂອງເຮົາຫລາຍຂຶ້ນເທົ່າໃດ, ຊາຕານກໍຢາກທຳຮ້າຍເຮົາຫລາຍຂຶ້ນເທົ່ານັ້ນ ແຕ່ມັນບໍ່ສາມາດເຮັດໄດ້. ຜ່ານການໃຊ້ເຄື່ອງມືເຫລົ່ານີ້, ເຮົາໄດ້ໃຊ້ອຳເພີໃຈຂອງເຮົາ ທີ່ຈະຮັບເອົາຂອງປະທານແຫ່ງການເສຍສະລະຊົດໃຊ້ຂອງພຣະອົງ ຢ່າງເຕັມສ່ວນ.
ຂ້າພະເຈົ້າບໍ່ໄດ້ກ່າວວ່າ ຊີວິດຂອງທ່ານຈະປາດສະຈາກການດີ້ນລົນ ເມື່ອທ່ານເຮັດສິ່ງເຫລົ່ານີ້. ແທ້ຈິງແລ້ວ ພວກເຮົາມາສູ່ໂລກມະຕະເພື່ອເຕີບໂຕຈາກຄວາມລຳບາກ ແລະ ການທົດສອບ. ການທ້າທາຍຊ່ອຍເຮົາໃຫ້ກາຍເປັນເໝືອນດັ່ງພຣະບິດາຜູ້ສະຖິດຢູ່ໃນສະຫວັນຫລາຍຂຶ້ນ, ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ ເຮັດໃຫ້ເຮົາສາມາດອົດທົນກັບການທ້າທາຍເຫລົ່ານັ້ນໄດ້.10 ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາມາສູ່ພຣະອົງແທ້ໆ, ເຮົາຈະສາມາດອົດທົນຕໍ່ການລໍ້ລວງ, ຄວາມເຈັບປວດໃຈທຸກຢ່າງ, ການທ້າທາຍທັງໝົດທີ່ເຮົາປະເຊີນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.