ຊ່ວຍກູ້ໃນຄວາມເປັນໜຶ່ງເປັນດຽວ
ໃນການຊ່ອຍພຣະຜູ້ຊ່ອຍໃຫ້ລອດ ພວກເຮົາຕ້ອງທຳງານດ້ວຍຄວາມສາມັກຄີ ແລະ ຖືກຕ້ອງປອງດອງ. ທຸກຄົນ, ທຸກໜ້າທີ່, ທຸກຕຳແໜ່ງ, ແມ່ນສຳຄັນ.
ຫລາຍເທື່ອພວກເຮົາເຄີຍໄດ້ຍິນປະທານທອມມັສ ແອັສ ມອນສັນ ເວົ້າວ່າ “ຈົ່ງເອື້ອມອອກໄປຊ່ອຍກູ້.”1 ຂ້າພະເຈົ້າມັກຄິດເຖິງເລື່ອງໃນພຣະຄຳພີໃໝ່. ມັນເປັນຕົວຢ່າງທີ່ດີເລີດຂອງວິທີທີ່ສະມາຊິກ ແລະ ຜູ້ສອນສາດສະໜາສາມາດຮ່ວມມືກັນໃນສະພາຫວອດເພື່ອເອື້ອມອອກໄປຊ່ອຍກູ້. ເລື່ອງດັ່ງກ່າວຢູ່ໃນ ມາຣະໂກ 2:1–5. ຂ້າພະເຈົ້າພົບວ່າ ປະສົບການທີ່ພຣະເຢຊູໄດ້ໃຊ້ ເພື່ອສອນຄຳສອນ ຫລື ຫລັກທຳບາງຢ່າງ ສ່ວນຫລາຍແລ້ວເປັນສິ່ງທີ່ໃຫ້ການດົນໃຈ ແລະ ງ່າຍທີ່ຈະເຂົ້າໃຈ.
ຄົນໜຶ່ງໃນເລື່ອງນີ້ແມ່ນຜູ້ຊາຍຄົນງ່ອຍ ເປັນຄົນທີ່ບໍ່ສາມາດເຄື່ອນຍ້າຍດ້ວຍຕົນເອງ. ຊາຍຄົນນີ້ມີແຕ່ຢູ່ບ້ານ, ລໍຖ້າໃຫ້ຄົນມາຊ່ອຍເຫລືອ.
ໃນສະໄໝພວກເຮົາກໍອາດເກີດຈັ່ງຊີ້. ມີສີ່ຄົນໄດ້ມາເຮັດໜ້າທີ່ມອບໝາຍຈາກອະທິການຂອງເຂົາເຈົ້າ ເພື່ອຢ້ຽມຢາມ, ຢູ່ທີ່ບ້ານຂອງຊາຍຜູ້ເປັນງ່ອຍ. ຂ້າພະເຈົ້າວາດພາບເຫັນ ຄົນໜຶ່ງຈາກສະມາຄົມສະຕີສົງເຄາະ, ຄົນໜຶ່ງຈາກກຸ່ມແອວເດີ, ຄົນໜຶ່ງຈາກຖານະປະໂລຫິດແຫ່ງອາໂຣນ, ແລະ ສຸດທ້າຍແມ່ນຜູ້ສອນສາດສະໜາ. ຢູ່ໃນການປະຊຸມສະພາຫວອດເທື່ອຜ່ານມາ ຫລັງຈາກໄດ້ປຶກສາຫາລືກັນເລື່ອງຄວາມຕ້ອງການຂອງຄົນໃນຫວອດ, ອະທິການໄດ້ມອບໝາຍໃຫ້ “ເອື້ອມອອກໄປຊ່ອຍກູ້.” ສີ່ຄົນດັ່ງກ່າວໄດ້ຮັບໜ້າທີ່ໃຫ້ໄປຊ່ອຍຄົນງ່ອຍ. ເຂົາເຈົ້າຈະລໍຖ້າໃຫ້ລາວມາໂບດກ່ອນບໍ່ໄດ້. ເຂົາເຈົ້າຕ້ອງໄປບ້ານລາວ ແລະ ຢ້ຽມຢາມລາວ. ເຂົາເຈົ້າຕ້ອງໄປຊອກຫາລາວ, ແລ້ວເຂົາເຈົ້າກໍໄປ. ຊາຍຄົນນັ້ນໄດ້ຖືກນຳມາຫາພຣະເຢຊູ.
“ເມື່ອສີ່ຄົນຫາມຄົນງ່ອຍມາຫາພຣະເຢຊູ” (ມາຣະໂກ 2:3).
ແຕ່ຫ້ອງນັ້ນໜາແໜ້ນຫລາຍ. ເຂົາເຈົ້າເຂົ້າທາງປະຕູບໍ່ໄດ້. ຂ້າພະເຈົ້າແນ່ໃຈວ່າເຂົາເຈົ້າໄດ້ພະຍາຍາມທຸກສິ່ງທີ່ເຂົາເຈົ້າສາມາດຄິດຂຶ້ນມາໄດ້, ແຕ່ເຂົ້າໄປບໍ່ໄດ້. ມັນບໍ່ໄດ້ເປັນໄປຕາມທີ່ໄດ້ວາງແຜນໄວ້. ມີອຸບປະສັກກັ້ນທາງການ “ຊ່ອຍກູ້.” ແຕ່ເຂົາເຈົ້າບໍ່ໄດ້ຍອມແພ້. ເຂົາເຈົ້າບໍ່ໄດ້ຖິ້ມຄົນງ່ອຍໄວ້ຢູ່ນອກປະຕູ. ເຂົາເຈົ້າໄດ້ປຶກສາຫາລືກັນວ່າຊິເຮັດຈັ່ງໃດຕໍ່—ຊິພາຄົນໄປຫາພຣະເຢຊູຈັ່ງໃດເພື່ອລາວຊິໄດ້ຮັບການປິ່ນປົວໄດ້. ວຽກງານເພື່ອຊ່ອຍພຣະເຢຊູຄຣິດໃນການຊ່ອຍກູ້ຈິດວິນຍານ ສຳລັບຄົນເຫລົ່ານີ້ ບໍ່ໄດ້ຖືວ່າເປັນການຍາກເກີນໄປ. ເຂົາເຈົ້າໄດ້ຄິດຫາວິທີ, ບໍ່ແມ່ນເລື່ອງງ່າຍທີ່ຈະເຮັດ ແຕ່ເຂົາເຈົ້າໄດ້ເຮັດຕາມໂລດ.
“ແຕ່ພວກເຂົາເຂົ້າໄປຫາພຣະເຢຊູບໍ່ໄດ້ ເພາະຝູງຊົນໜາແໜ້ນຫລາຍ. ສະນັ້ນພວກເຂົາຈຶ່ງຮື້ຫລັງຄາຊື່ບ່ອນທີ່ພຣະອົງພວມສັ່ງສອນຢູ່ນັ້ນ; ຄັນຮື້ເປັນປ່ອງແລ້ວ ພວກເຂົາກໍຢ່ອນຄົນງ່ອຍທີ່ຢູ່ເທິງທີ່ນອນຂອງລາວລົງມາ” (ມາຣະໂກ 2:4).
ເຂົາເຈົ້າໄດ້ພາລາວໄປທີ່ຫລັງຄາ. ສົມມຸດວ່າບໍ່ມີຂັ້ນໄດຢູ່ນອກເຮືອນໃຫ້ປີນຂຶ້ນ, ເຂົາເຈົ້າຄົງໄດ້ໃຊ້ເວລາດົນສົມຄວນ ຈຶ່ງຈະຊ່ອຍໃຫ້ທຸກຄົນຂຶ້ນຢູ່ເທິງຫລັງຄາໄດ້. ຂ້າພະເຈົ້າຄິດວ່າອາດເກີດຈັ່ງຊີ້: ຊາຍໜຸ່ມຈາກຫວອດຄົງປີນຂຶ້ນຫລັງຄາກ່ອນ. ເພາະລາວຍັງໜຸ່ມມີແຮງຫລາຍ. ຄູ່ສອນປະຈຳບ້ານຂອງລາວຈາກກຸ່ມແອວເດີພ້ອມກັບຜູ້ສອນສາດສະໜາທີ່ສູງໃຫຍ່ຊິຍູ້ຈາກດ້ານລຸ່ມ. ເອື້ອຍນ້ອງສະມາຄົມສະຕີສົງເຄາະຈະເຕືອນເຂົາເຈົ້າໃຫ້ລະວັງດີໆ ແລະ ໃຫ້ກຳລັງໃຈ. ແລ້ວພວກຜູ້ຊາຍຈະຮື້ຫລັງຄາ ແລະ ເອື້ອຍນ້ອງຈະຊ່ອຍປອບໂຍນຄົນງ່ອຍຂະນະທີ່ລາວລໍຖ້າເພື່ອຮັບການປິ່ນປົວ—ແລະ ຖ້າເພື່ອຈະສາມາດເຄື່ອນໄຫວເອງ ແລະ ເປັນອິດສະລະ.
ໜ້າທີ່ການຊ່ອຍກູ້ນີ້ຕ້ອງມີທຸກຄົນຮ່ວມມືເຮັດນຳກັນ. ໃນຕອນທີ່ສຳຄັນທີ່ສຸດ ຕ້ອງມີການປະສານງານຢ່າງຮອບຄອບເພື່ອຢ່ອນຄົນງ່ອຍລົງໄປຈາກຫລັງຄາ. ທັງສີ່ຄົນຕ້ອງເຮັດພ້ອມກັນ ແລະ ປະສານກົມກຽວ. ບໍ່ສາມາດມີການໂຕ້ຖຽງກັນລະຫວ່າງສີ່ຄົນ. ເຂົາເຈົ້າຄົງຕ້ອງຢ່ອນຄົນງ່ອຍລົງເປັນຈັງວະອັນດຽວກັນໝົດ. ຖ້າຜູ້ໜຶ່ງປ່ອຍເຊືອກໄວກວ່າໝູ່ ຄົນງ່ອຍຈະຕົກລົງຈາກບ່ອນນອນ. ລາວບໍ່ສາມາດຊ່ອຍຕົວເອງໄດ້ເພາະລາວອ່ອນແອ.
ໃນການຊ່ອຍພຣະຜູ້ຊ່ອຍໃຫ້ລອດ ພວກເຮົາຕ້ອງທຳງານດ້ວຍຄວາມສາມັກຄີ ແລະ ຖືກຕ້ອງປອງດອງ. ທຸກຄົນ, ທຸກໜ້າທີ່, ທຸກຕຳແໜ່ງ, ແມ່ນສຳຄັນ. ພວກເຮົາຕ້ອງຮ່ວມເປັນອັນໜຶ່ງອັນດຽວໃນພຣະຜູ້ເປັນເຈົ້າຂອງເຮົາພຣະເຢຊູຄຣິດ.
ໃນທີ່ສຸດຄົນງ່ອຍໄດ້ຖືກວາງລົງຢູ່ຕໍ່ໜ້າພຣະເຢຊູ. “ເມື່ອພຣະເຢຊູໄດ້ເຫັນຄວາມເຊື່ອຂອງຄົນເຫລົ່ານີ້ ພຣະອົງກໍກ່າວແກ່ຄົນງ່ອຍວ່າ ລູກເອີຍການບາບຂອງເຈົ້າໄດ້ຮັບອະໄພແລ້ວ” (ມາຣະໂກ 2:5). ພຣະເຢຊູໄດ້ສະແດງຄວາມເມດຕາແກ່ລາວ ແລະ ໄດ້ປິ່ນປົວລາວ—ບໍ່ແມ່ນແຕ່ທາງຮ່າງກາຍເທົ່ານັ້ນ ແຕ່ທາງວິນຍານເໝືອນກັນ: “ລູກເອີຍການບາບຂອງເຈົ້າໄດ້ຮັບອະໄພແລ້ວ.” ມັນແສນອັດສະຈັນນໍ? ພວກເຮົາຄືຊິຢາກໃຫ້ສິ່ງນັ້ນເກີດກັບພວກເຮົາຄືກັນນໍ? ຂ້າພະເຈົ້າກໍຄືກັນ.
ພວກເຮົາຮູ້ຈັກບໍ ຜູ້ໃດໃນຊີວິດຂອງພວກເຮົາທີ່ເປັນຄົນງ່ອຍທາງວິນຍານ ຄົນທີ່ບໍ່ສາມາດກັບມາຫາສາດສະໜາຈັກໂດຍກຳລັງຂອງຕົນເອງ? ຄົນນັ້ນອາດຊິແມ່ນລູກຂອງພວກເຮົາເອງ ເປັນພໍ່ເປັນແມ່ ເປັນຜົວ ຫລື ເມຍ, ຫລື ອາດຊິເປັນໝູ່.
ໂດຍທີ່ມີຜູ້ສອນສາດສະໜາເຕັມເວລາຫລາຍກວ່າເກົ່າ ໃນທຸກຫວອດທຸກສາຂາໃນສາດສະໜາຈັກ, ອະທິການ ແລະ ປະທານສາຂາທີ່ສະຫລາດຄວນໃຊ້ສະພາຫວອດສະພາສາຂາຂອງຕົນໃຫ້ເປັນປະໂຫຍດຫລາຍກວ່າເກົ່າ. ອະທິການສາມາດຂໍໃຫ້ສະມາຊິກສະພາຫວອດທຸກຄົນຂຽນລາຍຊື່ຄົນທີ່ອາດຕ້ອງການຄວາມຊ່ອຍເຫລືອລົງໄວ້. ອະທິການຈະຟັງດີໆ ແລ້ວຈັດໜ້າທີ່ໃຫ້.
ຜູ້ສອນສາດສະໜາເຕັມເວລາ ເປັນແຫລ່ງທີ່ດີຕໍ່ຫວອດ ໃນການເອື້ອມອອກໄປຊ່ອຍກູ້ດັ່ງກ່າວ. ເຂົາເຈົ້າຍັງໜຸ່ມຢູ່ ແລະ ມີແຮງຫລາຍ. ເຂົາເຈົ້າມັກຊິມີລາຍຊື່ສະເພາະເພື່ອເຮັດການງານນຳຄົນນັ້ນ. ເຂົາເຈົ້າມັກເຮັດວຽກງານຮ່ວມກັບສະມາຊິກໃນຫວອດ. ເຂົາເຈົ້າກໍຮູ້ວ່າ ນີ້ແມ່ນໂອກາດທີ່ດີສຳລັບເຂົາເຈົ້າທີ່ຈະພົບຄົນໃໝ່ໃຫ້ສອນ. ເຂົາເຈົ້າຈົງຮັກພັກດີຕໍ່ການສະຖາປະນາອານາຈັກຂອງພຣະຜູ້ເປັນເຈົ້າ. ເຂົາເຈົ້າມີປະຈັກພະຍານຢ່າງແຮງກ້າວ່າ ຕອນທີ່ຮ່ວມມືກັນໃນວຽກງານຊ່ອຍກູ້ດັ່ງກ່າວ ຕົວເຂົາເຈົ້າເອງຊິກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ.
ສຸດທ້າຍນີ້, ຂ້າພະເຈົ້າຂໍສະແດງຄຳສອນອັນດີເລີດຢ່າງໜຶ່ງ ຈາກພຣະຄຳພີ. ມັນຢູ່ໃນ ຂໍ້ທີ 5: “ເມື່ອພຣະເຢຊູເຫັນຄວາມເຊື່ອ ຂອງຄົນເຫລົ່ານັ້ນ” (ເນັ້ນຄຳເນີ້ງ). ຂ້າພະເຈົ້າບໍ່ໄດ້ສັງເກດຄຳນີ້ເມື່ອກ່ອນ—ສັດທາ ຂອງຄົນເຫລົ່ານັ້ນ. ຄວາມເຊື່ອຂອງພວກເຮົາທີ່ຮ່ວມກັນ ສາມາດມີຜົນສະທ້ອນຕໍ່ຄົນອື່ນ.
ຄົນເຫລົ່ານັ້ນທີ່ພຣະເຢຊູໄດ້ເວົ້າເຖິງນັ້ນແມ່ນໃຜແດ່? ອາດແມ່ນຄົນທັງສີ່ທີ່ໄດ້ຫາມເອົາຄົນງ່ອຍ ອາດແມ່ນຄົນງ່ອຍນັ້ນເອງ ອາດແມ່ນຄົນທີ່ເຄີຍອະທິຖານໃຫ້ລາວ ແລະ ອາດແມ່ນທຸກຄົນທີ່ກຳລັງຟັງການສິດສອນຂອງພຣະເຢຊູ ແລະ ໄດ້ຮ້ອງໂຮງຽບໆໃນໃຈ ສຳລັບການມະຫັດສະຈັນທີ່ກຳລັງຈະເກີດຂຶ້ນ. ອາດແມ່ນຜົວເມຍ, ພໍ່ແມ່, ລູກ, ຜູ້ສອນສາດສະໜາ, ປະທານກຸ່ມ, ປະທານສະມາຄົມສະຕິສົງເຄາະ, ອະທິການ, ແລະ ໝູ່ເພື່ອນທີ່ຢູ່ຫ່າງໄກ. ພວກເຮົາສາມາດຊ່ອຍຊຶ່ງກັນແລະກັນ. ພວກເຮົາຄວນມີຄວາມກະຕືລືລົ້ນ ໃນການເອື້ອມອອກໄປຊ່ອຍກູ້ຄົນທີ່ຕ້ອງການຄວາມຊ່ອຍເຫລືອ.
ຂ້າພະເຈົ້າເປັນພະຍານວ່າພຣະເຢຊູຄຣິດ ເປັນພຣະເຈົ້າແຫ່ງການມະຫັດສະຈັນ. ພຣະເຢຊູຄຣິດຮັກພວກເຮົາທຸກຄົນ ແລະ ມີອຳນາດເພື່ອຊ່ອຍເຫລືອ ແລະ ປິ່ນປົວ, ທັງທາງກາຍ ແລະ ທາງວິນຍານ. ເມື່ອພວກເຮົາຊ່ອຍພຣະອົງໃນພາລະກິດຂອງພຣະອົງ ໃນການໄຖ່ຈິດວິນຍານ, ແລ້ວພວກເຮົາຈະໄດ້ຮັບການຊ່ອຍກູ້ຄືກັນ. ຂ້າພະເຈົ້າຂໍເປັນພະຍານໃນພຣະນາມອັນສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.