ຊີວິດນິລັນດອນ—ທີ່ຈະຮູ້ຈັກພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ
ພຣະເຈົ້າ ແລະ ພຣະຄຣິດເປັນພຣະບິດາ ແລະ ພຣະບຸດໂດຍແທ້—ບໍ່ແມ່ນອົງດຽວ, ແຕກຕ່າງ, ແລະ ເປັນຕົວໃຜຕົວລາວ ຜູ້ເປັນນ້ຳໜຶ່ງໃຈດຽວກັນໃນຈຸດປະສົງຂອງພວກພຣະອົງ.
ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ຖືໂອກາດສຶກສາປະຈັກພະຍານສຸດທ້າຍຂອງສາດສະດາ ໃນແຕ່ລະສະໄໝ. ແຕ່ລະທ່ານໄດ້ເປັນພະຍານອັນແຮງກ້າເຖິງພຣະເຈົ້າອົງເປັນພຣະບິດາ ແລະ ເຖິງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ເມື່ອຂ້າພະເຈົ້າອ່ານປະຈັກພະຍານເຫລົ່ານີ້—ແລະ ຫລາຍໆປະຈັກພະຍານທີ່ເໝືອນກັນນີ້ ຕະຫລອດຫລາຍປີ—ມັນໄດ້ປະທັບໃຈຂ້າພະເຈົ້າສະເໝີ ທີ່ຮູ້ວ່າ ພຣະບິດາເທິງສະຫວັນຮັກພຣະບຸດຄົນທຳອິດຂອງພຣະອົງຫລາຍພຽງໃດ ແລະ ວິທີທີ່ພຣະເຢຊູສະແດງຄວາມຮັກຂອງພຣະອົງ ໂດຍການເຊື່ອຟັງຕໍ່ພຣະປະສົງຂອງພຣະບິດາ. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເຮັດສິ່ງທີ່ຈຳເປັນ ເພື່ອຈະໄດ້ຮູ້ຈັກພວກພຣະອົງ ຮູ້ເຖິງຄວາມຮັກຂອງພວກພຣະອົງທີ່ມີຕໍ່ກັນແລະກັນ, ແລ້ວເຮົາຈະໄດ້ຮັບ “ຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ—ແມ່ນແຕ່ຊີວິດນິລັນດອນ.1 ເພາະ “ນີ້ແມ່ນຊີວິດນິລັນດອນ ຄືໃຫ້ພວກເຂົາຮູ້ຈັກພຣະອົງ ຜູ້ເປັນພຣະເຈົ້າ, ແລະ ຮູ້ຈັກພຣະເຢຊູຄຣິດ ຜູ້ທີ່ພຣະອົງໃຊ້ມາ.”2
ຂອງປະທານນີ້ຈະເປັນຂອງເຮົາໄດ້ແນວໃດ? ມັນມາເຖິງຜ່ານທາງການເປີດເຜີຍສ່ວນຕົວ, ຊຶ່ງໄດ້ກ່າວຜ່ານມາ ແລະ ໄດ້ຖືກສິດສອນໃນເຊົ້າມື້ນີ້.
ທ່ານຈື່ເທື່ອທຳອິດໄດ້ບໍ ຕອນທ່ານຮູ້ວ່າມີພຣະເຈົ້າ ແລະ ສາມາດຮູ້ສຶກເຖິງຄວາມຮັກຂອງພຣະອົງ? ຄາວຍັງນ້ອຍ, ຂ້າພະເຈົ້າມັກຈະຫລຽວຂຶ້ນເບິ່ງທ້ອງຟ້າ ແລະ ໄຕ່ຕອງ ແລະ ຮູ້ສຶກເຖິງການປະທັບຢູ່ຂອງພຣະອົງ. ຂ້າພະເຈົ້າມັກຈະຊອກຫາຄວາມສວຍງາມຂອງການສ້າງຂອງພຣະເຈົ້າ—ຈາກແມງໄມ້ຊະນິດນ້ອຍໆ ເຖິງຕົ້ນໄມ້ທີ່ສູງໃຫຍ່. ເມື່ອຂ້າພະເຈົ້າຮັບຮູ້ຄວາມສວຍງາມຂອງໂລກນີ້, ຂ້າພະເຈົ້າຮູ້ວ່າ ພຣະບິດາເທິງສະຫວັນຮັກຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າເປັນລູກທາງວິນຍານຂອງພຣະອົງແທ້ໆ, ວ່າເຮົາເປັນບຸດ ແລະ ທິດາຂອງພຣະເຈົ້າ.
ທ່ານອາດຖາມວ່າ ຂ້າພະເຈົ້າຮູ້ໄດ້ແນວໃດ? ພຣະຄຳພີສອນວ່າ, ແກ່ບາງຄົນມັນຖືກມອບໃຫ້ໂດຍພຣະວິນຍານບໍລິສຸດ ເພື່ອຈະຮູ້ວ່າພຣະເຢຊູຄຣິດຄືພຣະບຸດຂອງພຣະເຈົ້າ, ແລະວ່າ … ແກ່ບາງຄົນມັນຖືກມອບໃຫ້ເພື່ອຈະເຊື່ອຖ້ອຍຄຳຂອງເຂົາ, ເພື່ອວ່າເຂົາຈະໄດ້ຮັບຊີວິດນິລັນດອນຄືກັນ ຖ້າຫາກເຂົາຊື່ສັດຕໍ່ໄປ.”3 ຈາກທັດສະນະຂອງຂ້າພະເຈົ້າແລ້ວ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ບາງຄົນຈະເພິ່ງພາອາໄສປະຈັກພະຍານຂອງຄົນອື່ນຕະຫລອດໄປ.
ປະຈັກພະຍານຂອງຂ້າພະເຈົ້າໄດ້ເຕີບໂຕຂຶ້ນ ເມື່ອຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດ ຈາກຄຳສອນ ແລະ ປະຈັກພະຍານຂອງພໍ່ແມ່, ຄູສອນ, ພຣະຄຳພີ—ຊຶ່ງຂ້າພະເຈົ້າອ່ານຢ່າງພາກພຽນ—ແລະ ໂດຍສະເພາະຈາກພຣະວິນຍານບໍລິສຸດ. ເມື່ອຂ້າພະເຈົ້າໃຊ້ສັດທາ ແລະ ເຊື່ອຟັງຕໍ່ພຣະບັນຍັດ, ແລ້ວພຣະວິນຍານບໍລິສຸດໄດ້ເປັນພະຍານວ່າ ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ ເປັນຄວາມຈິງ. ນີ້ຄືວິທີທີ່ຂ້າພະເຈົ້າຮູ້ຈັກດ້ວຍຕົນເອງ.
ໃນຂັ້ນຕອນນີ້, ການສະແຫວງຫາການເປີດເຜີຍສ່ວນຕົວເປັນສິ່ງສຳຄັນ. ນີໄຟໄດ້ເຊື້ອເຊີນເຮົາແຕ່ລະຄົນໃຫ້ “ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ; ເພາະຈົ່ງເບິ່ງ, ພຣະຄຳຂອງພຣະຄຣິດຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ.”4
ກ່ອນເຖິງຄົບຮອບວັນເກີດແປດປີຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຊອກທີ່ຈະຮູ້ກ່ຽວກັບການບັບຕິສະມາຕື່ມອີກ. ຂ້າພະເຈົ້າໄດ້ອ່ານພຣະຄຳພີ ແລະ ໄດ້ອະທິຖານ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຂ້າພະເຈົ້າຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ເມື່ອຂ້າພະເຈົ້າຮັບການຢືນຢັນ. ຂ້າພະເຈົ້າໄດ້ເລີ່ມຕົ້ນເຂົ້າໃຈວ່າ ພຣະເຈົ້າ ແລະ ພຣະຄຣິດເປັນພຣະບິດາ ແລະ ເປັນພຣະບຸດແທ້ໆ—ບໍ່ແມ່ນອົງດຽວກັນ, ແຕກຕ່າງ, ແລະ ເປັນຕົວໃຜຕົວລາວ ຊຶ່ງເປັນນ້ຳໜຶ່ງໃຈດຽວກັນໃນຈຸດປະສົງຂອງພວກພຣະອົງ. “ຝ່າຍເຮົາທັງຫລາຍໄດ້ຮັກ [ພວກພຣະອົງ], ເພາະ [ພວກພຣະອົງ] ໄດ້ຮັກພວກເຮົາກ່ອນ.”5 ແລະ ເທື່ອແລ້ວເທື່ອເລົ່າ, ຂ້າພະເຈົ້າໄດ້ເຫັນເຖິງຄວາມຮັກທີ່ພວກພຣະອົງມີຕໍ່ກັນແລະກັນ ແລະ ທຳງານດ້ວຍກັນເພື່ອຜົນປະໂຫຍດຂອງເຮົາ. ໃຫ້ມາຟັງພຣະຄຳພີບາງຂໍ້ ທີ່ສອນເຮົາກ່ຽວກັບຄວາມຈິງນີ້:
ໃນການສອນກ່ຽວກັບຊີວິດກ່ອນເກີດ, ພຣະບິດາເທິງສະຫວັນໄດ້ອ້າງເຖິງພຣະເຢຊູຄຣິດວ່າ ເປັນບຸດທີ່ຮັກຂອງພຣະອົງ, ຊຶ່ງເປັນທີ່ຮັກ ແລະ ທີ່ເລືອກໄວ້ແລ້ວຂອງພຣະອົງນັບຕັ້ງແຕ່ຕົ້ນ.”6 ເມື່ອພຣະອົງໄດ້ສ້າງໂລກ, ພຣະອົງໄດ້ສ້າງມັນ ໂດຍພຣະບຸດອົງດຽວທີ່ຖືກຳເນີດ [ຂອງພຣະອົງ].7
ນາງແມຣີ ມານດາຂອງພຣະເຢຊູ ໄດ້ຖືກບອກວ່າ ນາງຈະໃຫ້ກຳເນີດແກ່ “ພຣະບຸດຂອງພຣະເຈົ້າອົງສູງສຸດ.”8 ແລະ ເມື່ອພຣະເຢຊູໃຫຍ່ເປັນໄວລຸ້ນ, ພຣະອົງໄດ້ບອກມານດາຂອງພຣະອົງວ່າ ພຣະອົງ “ຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາ [ຂອງພຣະອົງ].”9 ຫລາຍປີຕໍ່ມາ, ເມື່ອພຣະຜູ້ຊ່ອຍໃຫ້ລອດໄດ້ຮັບບັບຕິສະມາ, ພຣະບິດາເທິງສະຫວັນໄດ້ກ່າວລົງມາຈາກສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ, ເຮົາພໍໃຈນຳເພິ່ນຫລາຍ.”10
ໃນການສອນສານຸສິດຂອງພຣະອົງເລື່ອງການອະທິຖານ, ພຣະເຢຊູໄດ້ກ່າວດັ່ງຕໍ່ໄປນີ້:
“ຂ້າແດ່ພຣະບິດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ສະຖິດຢູ່ໃນສະຫວັນ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາລົບບູຊາ.
“ຂໍໃຫ້ອານາຈັກຂອງພຣະອົງມາຕັ້ງຢູ່. ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງ. ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.”11
ພຣະອົງໄດ້ສອນ ນິໂກເດມ ວ່າ, “ພຣະເຈົ້າຮັກໂລກຫລາຍ, ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ.”12 ແລະ ພຣະອົງໄດ້ອະທິບາຍເຖິງການມະຫັດສະຈັນຂອງພຣະອົງວ່າ, “ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້ ນອກຈາກໄດ້ເຫັນພຣະບິດາເຮັດ: ສິ່ງທີ່ພຣະບິດາເຮັດ ພຣະບຸດກໍເຮັດເໝືອນກັນ.”13
ເມື່ອໃກ້ເຖິງເວລາແຫ່ງການຊົດໃຊ້, ພຣະເຢຊູຄຣິດໄດ້ອະທິຖານວ່າ: “ພຣະບິດາເຈົ້າເອີຍ, ເຖິງເວລາແລ້ວ. … ຂ້ານ້ອຍໄດ້ສະແດງໃຫ້ໂລກເຫັນສະຫງ່າລາສີຂອງພຣະອົງ: ຂ້ານ້ອຍໄດ້ເຮັດພາລະກິດທີ່ພຣະອົງມອບໝາຍໃຫ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ.”14 ແລ້ວເມື່ອໄດ້ທົນທຸກທໍລະມານຫລາຍກັບການຮັບເອົາບາບຂອງເຮົາ, ພຣະອົງໄດ້ອ້ອນວອນວ່າ, “ພຣະບິດາຂອງລູກເອີຍ, ຖ້າເປັນໄປໄດ້, ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາດຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”15 ໃນບັ້ນທ້າຍຊີວິດຂອງພຣະອົງຢູ່ເທິງໄມ້ກາງແຂນ, ພຣະອົງໄດ້ອະທິຖານວ່າ, “ພຣະບິດາເຈົ້າເອີຍ, ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ” ແລ້ວໄດ້ຮ້ອງຂຶ້ນວ່າ, “ພຣະບິດາເຈົ້າເອີຍ, ລູກຂໍມອບຈິດວິນຍານຂອງລູກໄວ້ໃນກຳມືຂອງພຣະອົງ.”16
ແລ້ວພຣະອົງໄດ້ໄປຢ້ຽມຢາມວິນຍານຂອງຜູ້ທີ່ໄດ້ຕາຍໄປແລ້ວ, ໃນໂລກວິນຍານ ເພື່ອ“ມອບອຳນາດໃຫ້ພວກເຂົາອອກມາ, ຫລັງຈາກການຟື້ນຄືນຊີວິດຈາກຄວາມຕາຍຂອງພຣະອົງ, ເພື່ອເຂົ້າໄປໃນອານາຈັກຂອງພຣະບິດາຂອງພຣະອົງ.”17 ຫລັງຈາກພຣະອົງໄດ້ຟື້ນຄືນຊີວິດ, ພຣະອົງໄດ້ມາປະກົດຕໍ່ນາງແມຣີ ໄທມັກດາລາ, ກ່າວວ່າ, “ເຮົາຈະຂຶ້ນເມືອຫາພຣະອົງຜູ້ເປັນພຣະບິດາຂອງເຮົາ, ແລະ ພຣະບິດາຂອງພວກເຈົ້າ.”18
ເມື່ອພຣະອົງມາຫາຜູ້ຄົນຢູ່ທະວີບອາເມຣິກາ, ພຣະບິດາຂອງພຣະອົງໄດ້ແນະນຳຕົວພຣະອົງວ່າ, “ເຈົ້າຈົ່ງຟັງບຸດທີ່ຮັກຂອງເຮົາເຖີດ, ຜູ້ເຮົາພໍໃຈຫລາຍ, ຜູ້ທີ່ສັນລະເສີນພຣະນາມຂອງເຮົາ.”19 ເມື່ອພຣະເຢຊູໄດ້ຢູ່ນຳຝູງຊົນ ໃນພຣະວິຫານ, ພຣະອົງໄດ້ແນະນຳຕົນເອງວ່າ: “ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ. … ເຮົາໄດ້ … ຖະຫວາຍບາລະມີພຣະບິດາໂດຍຮັບເອົາບາບຂອງໂລກມາໄວ້ກັບເຮົາ.”20 ເມື່ອພຣະອົງສອນຄຳສອນຂອງພຣະອົງ, ພຣະອົງໄດ້ອະທິບາຍວ່າ:
“ມັນເປັນຄຳສອນ ຊຶ່ງພຣະບິດາໄດ້ປະທານໃຫ້ແກ່ເຮົາ, ແລະ ເຮົາເປັນພະຍານເຖິງພຣະບິດາ ແລະ ພຣະບິດາເປັນພະຍານເຖິງເຮົາ.”21
“ຕາມຈິງແລ້ວ … ພຣະບິດາກັບເຮົາເປັນໜຶ່ງ.”22
ເຮົາເຫັນແບບແຜນໃນຂໍ້ພຣະຄຳພີເຫລົ່ານີ້ບໍ ທີ່ເປັນພະຍານເຖິງພຣະບິດາ ແລະ ພຣະບຸດວ່າ ທັງສອງບໍ່ໄດ້ເປັນອົງດຽວກັນ? ແລ້ວພວກພຣະອົງຈະເປັນ ອັນໜຶ່ງອັນດຽວກັນ ໄດ້ແນວໃດ? ບໍ່ແມ່ນເພາະທັງສອງພຣະອົງເປັນອົງດຽວກັນ ແຕ່ເພາະທັງສອງພຣະອົງເປັນອັນໜຶ່ງອັນດຽວກັນໃນຈຸດປະສົງ, ເພາະການອຸທິດຕົນທີ່ເທົ່າທຽມກັນ ເພື່ອກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”23
ພຣະເຢຊູເປັນພຣະເຈົ້າ, ແຕ່ພຣະອົງໄດ້ສະແດງໃຫ້ເຮົາເຫັນຢ່າງແຈ່ມແຈ້ງວ່າ ພຣະອົງເປັນອົງໜຶ່ງອີກ, ໂດຍການອະທິຖານຫາພຣະບິດາຂອງພຣະອົງ ແລະ ໂດຍການບອກວ່າ ພຣະອົງເຮັດຕາມພຣະປະສົງຂອງພຣະບິດາຂອງພຣະອົງ. ໃນໄລຍະທີ່ປະຕິບັດສາດສະໜາກິດຂອງພຣະອົງໃນບັນດາຊາວນີໄຟ, ພຣະອົງໄດ້ອ້ອນວອນວ່າ, “ພຣະບິດາເອີຍ, ຂ້ານ້ອຍບໍ່ໄດ້ອະທິຖານເພື່ອໂລກ, ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງໄດ້ປະທານໃຫ້ແກ່ຂ້ານ້ອຍຈາກໂລກ, … ເພື່ອຂ້ານ້ອຍຈະໄດ້ຢູ່ໃນພວກເຂົາຄືກັນກັບພຣະບິດາຢູ່ໃນຂ້ານ້ອຍ, ເພື່ອພວກເຮົາຈະໄດ້ເປັນໜຶ່ງ, ເພື່ອຂ້ານ້ອຍຈະໄດ້ຮັບບາລະມີໃນພວກເຂົາ.”24
ໂດຍການຈື່ຈຳສິ່ງນີ້, ເຮົາຄົງບໍ່ປະຫລາດໃຈແນວໃດ ເມື່ອການຟື້ນຟູພຣະກິດຕິຄຸນໄດ້ເລີ່ມຕົ້ນ ດ້ວຍການມາປະກົດຂອງພຣະເຈົ້າ, ບໍ່ແມ່ນແຕ່ພຣະອົງດຽວ ແຕ່ສອງພຣະອົງ. ເມື່ອກ່າວເຖິງພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງເພິ່ນ, ສາດສະດາໂຈເຊັບ ສະມິດ ໄດ້ເປັນພະຍານວ່າ, “ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”25
ສາດສະດາໜຸ່ມ, ຜູ້ໄດ້ເຂົ້າໄປໃນປ່າ ເພື່ອຈະໄດ້ຮູ້ວ່າ ເພິ່ນຄວນເຂົ້າຮ່ວມສາດສະໜາຈັກແຫ່ງໃດ, ໄດ້ເຂົ້າໄປດ້ວຍສັດທາທີ່ບໍ່ຫວັ່ນໄຫວ, ແລະ ໄດ້ອອກມາດ້ວຍຄວາມຮູ້ ແລະ ພະຍານ ເຖິງພຣະເຈົ້າທີ່ແທ້ຈິງ ແລະ ພຣະເຢຊູຄຣິດ ຜູ້ທີ່ພຣະອົງໄດ້ໃຊ້ມາ. ໂຈເຊັບ, ເຊັ່ນດຽວກັບສາດສະດາຄົນອື່ນໆກ່ອນເພິ່ນ, ໄດ້ເປັນເຄື່ອງມືໃນການນຳຄວາມຮູ້ທີ່ນຳໄປສູ່ຊີວິດນິລັນດອນມາໃຫ້ໂລກ.
ທ່ານກໍເໝືອນກັນ ສາມາດສະແຫວງຫາພຣະບິດາເທິງສະຫວັນ ແລະ “ພຣະເຢຊູອົງນີ້ ຜູ້ຊຶ່ງສາດສະດາ ແລະ ອັກຄະສາວົກ [ໄດ້ເປັນພະຍານເຖິງ]”26 ໃນພຣະຄຳພີ ແລະ ໃນກອງປະຊຸມໃຫຍ່ສາມັນນີ້. ເມື່ອທ່ານສະແຫວງຫາພະຍານສ່ວນຕົວ—ການເປີດເຜີຍສ່ວນຕົວຂອງທ່ານ—ທ່ານຈະພົບເຫັນວ່າ ພຣະບິດາເທິງສະຫວັນໄດ້ຈັດວິທີທາງພິເສດໄວ້ສຳລັບທ່ານ ເພື່ອທ່ານຈະຮູ້ຈັກຄວາມຈິງເພື່ອຕົວທ່ານເອງ: ຜ່ານຝ່າຍພຣະເຈົ້າອົງທີສາມ, ອົງເປັນພຣະວິນຍານ, ທີ່ເຮົາເອີ້ນວ່າ ພຣະວິນຍານບໍລິສຸດ.
“ແລະ ເມື່ອທ່ານໄດ້ຮັບສິ່ງເຫລົ່ານີ້ແລ້ວ”—ລວມທັງສິ່ງທີ່ຂ້າພະເຈົ້າໄດ້ແບ່ງປັນໃນມື້ນີ້—“ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະກົດແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.
“ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ ທ່ານຈະຮູ້ຈັກຄວາມຈິງຂອງທຸກເລື່ອງ.”27
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນປະສົງໃຫ້ເຮົາສະແຫວງຫາຄວາມຮູ້ນີ້ ໃນເວລານີ້. ຖ້ອຍຄຳຂອງສາດສະດາຮີລາມັນໄດ້ກ່າວຂຶ້ນມາຈາກພື້ນດິນວ່າ: “ຈົ່ງຈື່ໄວ້, ລູກຂອງພໍ່, ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ … , ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້.”28ແນ່ນອນ, ເຮົາຈະບໍ່ລົ້ມເຫລວ.
ຮາກຖານອັນໝັ້ນຄົງນັ້ນ ແມ່ນພຣະເຢຊູຄຣິດ. ພຣະອົງເປັນສີລາຂອງສະຫວັນ.”29 ເມື່ອເຮົາສ້າງບ້ານເຮືອນຂອງເຮົາໄວ້ເທິງພຣະອົງ, ເມື່ອຝົນຂອງຍຸກສຸດທ້າຍຖັ່ງເທລົງມາ, ນ້ຳກໍນອງ, ແລະ ລົມກໍພັດ, ແຕ່ເຮົາຈະບໍ່ເພພັງ, ເຮົາຈະບໍ່ລົ້ມເຫລວ, ເພາະບ້ານເຮືອນຂອງເຮົາ ແລະ ຄອບຄົວຂອງເຮົາຖືກຝັງໄວ້ແໜ້ນໃນພຣະຄຣິດ.30
ຂ້າພະເຈົ້າເປັນພະຍານວ່າ ບ້ານເຮືອນເຊັ່ນນັ້ນ “ເປັນບ້ານແຫ່ງລັດສະໝີພາບ.”31 ຢູ່ໃນບ້ານ ເຮົາຈະເຕົ້າໂຮມກັນເພື່ອອະທິຖານຫາພຣະບິດາເທິງສະຫວັນຂອງເຮົາ ໃນພຣະນາມຂອງພຣະເຢຊູຄຣິດ, ພຣະບຸດທີ່ຮັກຂອງພຣະອົງ. ຢູ່ທີ່ນັ້ນ ເຮົາຈະສັນລະເສີນ ແລະ ສະແດງຄວາມກະຕັນຍູຕໍ່ພວກພຣະອົງ. ຢູ່ທີ່ນັ້ນ ເຮົາຮັບເອົາພຣະວິນຍານບໍລິສຸດ ແລະ ຄຳສັນຍາແຫ່ງຊີວິດນິລັນດອນ ຊຶ່ງ [ພຣະອົງໄດ້ມອບ] ໃຫ້ [ເຮົາ], ແມ່ນແຕ່ລັດສະໝີພາບຂອງອານາຈັກຊັ້ນສູງ.”32
ຂ້າພະເຈົ້າຂໍເປັນພະຍານພິເສດວ່າ ພຣະຜູ້ຊ່ອຍໃຫ້ລອດແມ່ນ ພຣະເຢຊູຄຣິດ, ວ່າພຣະອົງຊົງພຣະຊົນຢູ່, ວ່າພຣະບິດາເທິງສະຫວັນນິລັນດອນຂອງເຮົາຮັກເຮົາ ແລະ ເປັນຫ່ວງເປັນໄຍນຳເຮົາ, ວ່າເຮົາມີສາດສະດາຢູ່ໃນສະໄໝນີ້—ນັ້ນຄືປະທານທອມມັສ ແອັສ ມອນສັນ—ເພື່ອນຳທາງ ແລະ ນຳພາເຮົາ. ພຣະວິນຍານບໍລິສຸດເປັນພະຍານວ່າ ນີ້ເປັນຄວາມຈິງຕໍ່ທຸກຄົນທີ່ສະແຫວງຫາຄວາມຮູ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.