ການຮັບໃຊ້ສ່ວນຕົວຂອງເຮົາ
ຄວາມຮັກຂອງເຮົາຕໍ່ພຣະເຢຊູຄຣິດຕ້ອງເປັນການນຳທາງຂອງເຮົາ ຖ້າເຮົາຈະຕັ້ງໃຈຊ່ອຍເຫລືອຄົນທີ່ເຮົາພໍຊ່ອຍໄດ້.
ໃນສາດສະໜາຈັກຂອງໄພ່ພົນຍຸກສຸດທ້າຍ ເຮົາໄດ້ໃຫ້ໂອກາດ ແລະ ພອນສ່ວນຕົວທີ່ຈະຮັບໃຊ້. ນັບແຕ່ຂ້າພະເຈົ້າໄດ້ເປັນສະມາຊິກ, ຂ້າພະເຈົ້າໄດ້ຮັບໃຊ້ໃນຫລາຍວິທີທາງ. ເໝືອນດັ່ງ ບຣາເດີ ຢູດີນ ຟາລາເບລາ ທີ່ເປັນພໍ່ຂອງແອວເດີ ເອນຣິເກ ອາ ຟາລາເບລາ ເຄີຍເວົ້າວ່າ “ຜູ້ໃດທີ່ຮັບໃຊ້ ເຮັດສິ່ງໃດສິ່ງໜຶ່ງແມ່ນຄົນທີ່ມີປະໂຫຍດ ແຕ່ຜູ້ທີ່ບໍ່ຮັບໃຊ້ ບໍ່ເຮັດຫຍັງເລີຍ ແມ່ນຄົນທີ່ບໍ່ມີປະໂຫຍດ.” ເຮົາຄວນຈື່ຄຳເວົ້າເຫລົ່ານີ້ໄວ້ໃນສະໝອງ ແລະ ໃນໃຈຂອງເຮົາ.
ເມື່ອຂ້າພະເຈົ້າສະແຫວງຫາການນຳທາງໃນລະຫວ່າງການຮັບໃຊ້ຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮັບການປອບໂຍນເມື່ອຈື່ວ່າ ພຣະຜູ້ຊ່ອຍໃຫ້ລອດເອົາໃຈໃສ່ສ່ວນບຸກຄົນ ແລະ ຄອບຄົວ. ຄວາມຮັກ ແລະ ຄວາມເອົາໃຈໃສ່ເປັນຢ່າງດີຂອງພຣະອົງຕໍ່ສ່ວນບຸກຄົນ ໄດ້ສອນໃຫ້ເຮົາຮູ້ວ່າພຣະອົງຮັບຮູ້ຄຸນຄ່າດີງາມຂອງລູກໆທຸກຄົນຂອງພຣະບິດາເທິງສະຫວັນ ແລະ ມັນກໍສຳຄັນສຳລັບເຮົາແຕ່ລະຄົນທີ່ຈະໄດ້ຮັບການເອົາໃຈໃສ່ ແລະ ເພີ່ມຄວາມເຂັ້ມແຂງໂດຍທາງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຈາກພຣະຄຳພີ ເຮົາອ່ານວ່າ:
“ຈົ່ງຈື່ໄວ້ວ່າຄ່າຂອງຈິດວິນຍານ ຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ. ...
ແລະ ຫາກວ່າ ເຈົ້າຈະເຮັດວຽກ ຕະຫລອດ ວັນເວລາຂອງເຈົ້າ ... ໃນການປ່າວປະກາດການກັບໃຈແກ່ຄົນພວກນີ້ ແລະ ນຳ ແມ່ນແຕ່ ຄົນດຽວມາສູ່ເຮົາ, ຄວາມສຸກຂອງເຈົ້າ, ແລະ ເຂົາຈະຍິ່ງໃຫຍ່ພຽງໃດໃນອານາຈັກຂອງພຣະບິດາຂອງເຮົາ!”1
ຈິດວິນຍານທຸກດວງມີຄ່າຍິ່ງໃຫຍ່ຕໍ່ພຣະເຈົ້າ ເພາະເຮົາເປັນລູກຂອງພຣະອົງ ແລະ ເຮົາກໍມີໂອກາດທີ່ຈະເປັນເໝືອນພຣະອົງ.2
ຄວາມຮັກຂອງເຮົາຕໍ່ພຣະເຢຊູຄຣິດຕ້ອງເປັນການນຳທາງຂອງເຮົາ ຖ້າເຮົາຈະຕັ້ງໃຈຊ່ອຍເຫລືອຄົນທີ່ເຮົາພໍຊ່ອຍໄດ້. ການສິດສອນຂອງພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດເປັນສິ່ງນຳທາງເຮົາ. ນັ້ນແມ່ນການເລີ່ມຕົ້ນການຮັບໃຊ້ສ່ວນຕົວຂອງເຮົາເຊັ່ນ: ຮູ້ຈັກວ່າໃຜຕ້ອງການຄວາມຊ່ອຍເຫລືອ ແລ້ວໄປຊ່ອຍເຂົາເຈົ້າ. ຄືກັນກັບຊິດສະເຕີ ລິນດາ ເຄ ເບີຕັນ ປະທານສະມາຄົມສະຕີສົງເຄາະສາມັນ ໄດ້ກ່າວວ່າ “ເຮົາສັງເກດກ່ອນ ແລ້ວຊ່ອຍເຫລືອ.”3
ປະທານທອມມັສ ແອັສ ມອນສັນ ແມ່ນຕົວຢ່າງທີ່ດີເລີດຂອງຫລັກທຳນີ້. ໃນເດືອນມັງກອນປີ 2005 ເມື່ອເພິ່ນເປັນຜູ້ຄວບຄຸມໃນກອງປະຊຸມຜູ້ນຳຖານະປະໂລຫິດ ໃນປະເທດປູໂຕ ຣິໂກ ບ່ອນທີ່ເພິ່ນໄດ້ສະແດງໃຫ້ເຫັນເຖິງການຮັບໃຊ້ສ່ວນຕົວຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຜູ້ຮັບໃຊ້ຂອງພຣະອົງ. ໃນຕອນທ້າຍຂອງການປະຊຸມທີ່ດີນັ້ນ ປະທານມອນສັນໄດ້ທັກທາຍນຳຜູ້ນຳຖານະປະໂລຫິດໝົດທຸກຄົນ. ທັນໃດນັ້ນ ເພິ່ນໄດ້ສັງເກດເຫັນວ່າມີຄົນໜຶ່ງໄດ້ສັງເກດເບິ່ງເພິ່ນຢູ່ໄກໆຄົນດຽວ.
ປະທານມອນສັນ ໄດ້ຍ່າງໄປເວົ້າກັບບຣາເດີຄົນນັ້ນ. ບຣາເດີ ໂຮເຊ ອາ ຊາຢາສ໌ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ ມັນເປັນປະຕິຫານແທ້ໆ ທີ່ເພິ່ນໄດ້ຍ່າງມາຫາ ແລະ ຕອບຄຳອະທິຖານທີ່ຕົນເອງ ແລະ ເມຍທີ່ຊື່ວ່າ ໂຢລານດາ ໄດ້ອະທິຖານກ່ອນການປະຊຸມນັ້ນ. ລາວໄດ້ບອກປະທານມອນສັນວ່າ ລູກສາວຂອງລາວມີສຸຂະພາບບໍ່ດີ ແລະ ລາວມີຈົດໝາຍທີ່ເມຍຂອງລາວຢາກຝາກໃຫ້ປະທານມອນສັນຕິດຕົວມານຳ. ບຣາເດີ ຊາຢາສ໌ ໄດ້ບອກເມຍຂອງລາວວ່າ ຄືຈະເປັນໄປບໍ່ໄດ້ດອກ ເພາະເພິ່ນຫຍຸ້ງຫລາຍ. ປະທານມອນສັນໄດ້ຟັງ ແລະ ຂໍເບິ່ງຈົດໝາຍ ແລະ ໄດ້ອ່ານຢ່າງງຽບໆ. ແລ້ວເພິ່ນກໍເອົາຈົດໝາຍຍັດໃສ່ຖົງຊຸດຂອງເພິ່ນ ແລ້ວບອກ ບຣາເດີ ຊາຢາສ໌ ວ່າເພິ່ນຈະຈັດການໃຫ້ຕາມຄຳຂໍຮ້ອງ.
ແນວນີ້ແຫລະ ທີ່ຄອບຄົວນັ້ນໄດ້ຮັບການດົນໃຈຈາກພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ ໂດຍຜ່ານຜູ້ຮັບໃຊ້ຂອງພຣະອົງ. ຂ້າພະເຈົ້າເຊື່ອພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ກ່າວເປັນຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີ ສາມາດເອົາມານຳໃຊ້ກັບເຮົາໄດ້ ທີ່ວ່າ “ຈົ່ງໄປ ເຮັດຄວາມດີເຊັ່ນກັນ.”4
ໃນວັນທີ 21 ເດືອນກັນຍາ ປີ 1998 ມີພະຍຸຊື່ ຈ໊ອສ ໄດ້ທະລົ່ມປະເທດປູໂຕ ຣິໂກ ເຮັດໃຫ້ມີການເສຍຫາຍໜັກໜ່ວງ. ຊິດສະເຕີ ມາທີເນສ໌ ແລະ ລູກໆຫ້າຄົນຂອງພວກເຮົາ ໄດ້ຫລົບໄພຢູ່ບ້ານຈາກການກະໜ່ຳຂອງລົມພະຍຸຮ້າຍແຮງນັ້ນ. ເຖິງຢ່າງໃດກໍຕາມ ນ້ຳປະປາຂອງພວກເຮົາບໍ່ມາ ແລະ ໄຟຟ້າກໍດັບເປັນເວລາສອງອາທິດ.
ເມື່ອພວກເຮົາຂາດນ້ຳໃຊ້ ແລະ ໄປຫານ້ຳກໍຍາກ, ຂ້າພະເຈົ້າຈະບໍ່ເຄີຍລືມອ້າຍນ້ອງທີ່ເອົານ້ຳມາໃຫ້ພວກເຮົາ ແລະ ທັງເອື້ອຍນ້ອງທີ່ຊ່ອຍພວກເຮົາດ້ວຍຄວາມຮັກແພງເຫລົ່ານັ້ນ.
ທ່ານເຈີແມນ ໂຄໂລນ ໄດ້ເອົານ້ຳຕຸກໃຫຍ່ໃສ່ລົດກະບະມາສົ່ງຢູ່ເຮືອນພວກເຮົາ ຕາມຄວາມເວົ້າຂອງລາວ, ລາວບອກພວກເຮົາວ່າ ລາວເຮັດສິ່ງນີ້ເພາະວ່າ “ຂ້ອຍຮູ້ວ່າພວກເຈົ້າມີລູກນ້ອຍ ທີ່ຕ້ອງການນ້ຳ.” ສອງສາມມື້ຜ່ານໄປ ບຣາເດີ ໂນເອນ ມູໂຍສ໌ ແລະ ບຣາເດີ ເຮີມີນີໂອ ໂກເມສ໌ ໄດ້ເອົາຖັງນ້ຳໃຫຍ່ໆໃສ່ລົດບັນທຸກໃຫຍ່ມາ. ເຂົາເຈົ້າມາໂດຍທີ່ພວກເຮົາບໍ່ໄດ້ຄາດຄິດ ແລະ ມາຮ່າຍນ້ຳກິນໃສ່ຂວດແຕ່ລະຂວດໃຫ້ ແລະ ບອກຄົນຂ້າງບ້ານຂອງພວກເຮົາໃຫ້ມາຮ່າຍເອົານ້ຳຄືກັນ.
ຄຳຕອບຕໍ່ຄຳອະທິຖານຂອງເຮົາແມ່ນມາຈາກການຮັບໃຊ້ຂອງສ່ວນບຸກຄົນ. ໃບໜ້າຂອງອ້າຍນ້ອງສາມຄົນນັ້ນ ໄດ້ສະແດງໃຫ້ເຫັນວ່າພຣະເຢຊູຄຣິດຮັກເຮົາ ຖ້າຈະເວົ້າແລ້ວ ການຮັບໃຊ້ຂອງເຂົາເຈົ້ານັ້ນ ແມ່ນການຮັບໃຊ້ສ່ວນຕົວ—ທີ່ມີຄວາມໝາຍຫລາຍກວ່າການເອົານ້ຳກິນມາໃຫ້ພວກເຮົາ. ຕໍ່ທິດາ ແລະ ບຸດທຸກຄົນຂອງພຣະເຈົ້າ ການທີ່ຮູ້ວ່າມີຄົນໃຫ້ຄວາມສົນໃຈ ແລະ ເບິ່ງແຍງເຮົາແມ່ນເປັນສິ່ງສຳຄັນຫລາຍ.
ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນ ແລະ ພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ ຮູ້ຈັກເຮົາແຕ່ລະຄົນເປັນສ່ວນຕົວ. ດ້ວຍເຫດນັ້ນແຫລະ, ພຣະອົງທັງສອງຈຶ່ງປະທານໃຫ້ເຮົາຕາມພໍຄວນ ເພື່ອເຮົາຈະມີໂອກາດບັນລຸຈຸດເປົ້າໝາຍຂອງເຮົາ. ໃນລະຫວ່າງຊີວິດນີ້ ພຣະອົງທັງສອງຈະສົ່ງຄົນມາຊ່ອຍເຮົາ ແລ້ວເມື່ອເຮົາເປັນເຄື່ອງມືໃຫ້ພຣະອົງຕາມທີ່ພຣະອົງເປີດເຜີຍໃຫ້ເຮົາເຫັນ ເຮົາຈະສາມາດຮັບໃຊ້ ແລະ ຊ່ອຍເຂົາເຈົ້າໄດ້.
ໂດຍວິທີນີ້ ພຣະເຢຊູຄຣິດເຈົ້າ ຈະເອື້ອມອອກຫາລູກໆທຸກຄົນຂອງພຣະບິດາເທິງສະຫວັນ. ພຣະຜູ້ລ້ຽງທີ່ດີ ຈະເຕົ້າໂຮມຝູງແກະຂອງພຣະອົງ. ພຣະອົງຈະເຮັດເຊັ່ນນັ້ນເທື່ອລະໂຕ ຕາມການໃຊ້ອຳເພີໃຈຂອງເຂົາເຈົ້າໃນທາງທີ່ດີ—ຫລັງຈາກໄດ້ຍິນສຽງຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຮັບເອົາການປະຕິບັດສາດສະໜາກິດຂອງເຂົາເຈົ້າ. ແລ້ວເຂົາເຈົ້າຈື່ຈຳສຸລະສຽງຂອງພຣະອົງ, ແລະ ເຂົາເຈົ້າຈະຕິດຕາມພຣະອົງ. ການຮັບໃຊ້ສ່ວນຕົວແບບນັ້ນເປັນສິ່ງຈຳເປັນ ຕໍ່ການຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງເຮົາ.
ເຊັ່ນດຽວກັນ, ການເປັນຕົວຢ່າງຂອງການເປັນສານຸສິດທີ່ດີຂອງພຣະເຢຊູຄຣິດ ແມ່ນການແນະນຳຕົວຢ່າງທີ່ດີຂອງເຮົາ ຕໍ່ຜູ້ທີ່ເຮົາຈະແບ່ງປັນພຣະກິດຕິຄຸນນຳ. ເມື່ອເຮົາອ້າປາກ ປ່າວປະກາດພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ ເຮົາກໍເປັນຜູ້ຮອງຜູ້ລ້ຽງທີ່ ລ້ຽງດູຝູງແກະ ແລະ ລູກແກະໃນທົ່ງຫຍ້າຂອງພຣະອົງ5; ເຮົາກາຍເປັນຜູ້ທີ່ອ່ອນນ້ອມ ແລະ ເປັນຄົນທີ່ຢູ່ງ່າຍ6 ແລະ ເປັນຜູ້ຫາຄົນ.7
ການບໍລິການ ແລະ ການຮັບໃຊ້ສ່ວນຕົວບໍ່ແມ່ນແຕ່ຈຳກັດສຳລັບຄົນທີ່ມີຊີວິດຢູ່ເທິງໂລກນີ້ເທົ່ານັ້ນ. ເຮົາຍັງເຮັດວຽກສຳລັບຜູ້ທີ່ລ່ວງລັບໄປແລ້ວນຳອີກ—ຄືຜູ້ທີ່ຢູ່ໃນໂລກວິນຍານ ແລະ ຜູ້ທີ່ບໍ່ມີໂອກາດຮັບພິທີການຕ່າງໆແຫ່ງຄວາມລອດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດຕອນຢູ່ໃນໂລກນີ້. ເຮົາຍັງສາມາດຂຽນບັນທຶກປະຈຳວັນ ແລະ ຂຽນປະຫວັດຄອບຄົວ ເພື່ອຫັນຈິດໃຈຄົນທີ່ມີຊີວິດຢູ່ໄປຫາຄົນທີ່ມີຊີວິດຢູ່— ແລະ ຫັນຈິດໃຈຂອງຄົນທີ່ມີຊີວິດຢູ່ໄປຫາບັນພະບຸລຸດຂອງເຂົາເຈົ້າ. ມັນເປັນການເຊື່ອມໂຍງຄອບຄົວຂອງເຮົາ ຈາກຄົນລຸ້ນໜຶ່ງ ຫາຄົນອີກລຸ້ນໜຶ່ງ ໃຫ້ເຊື່ອມໂຍງເຂົ້າກັນຊົ່ວນິລັນດອນ. ຖ້າເຮົາເຮັດດັ່ງນັ້ນ ເຮົາກໍເປັນຜູ້ຊ່ອຍໃຫ້ລອດ. ... ຢູ່ເທິງພູສີໂອນ.8
ເຮົາເປັນເຄື່ອງມືໃນພຣະຫັດຂອງພຣະອົງ. ເຮົາຈະເຮັດແນວນີ້ໄດ້ ໃນຊີວິດແຕ່ງງານ, ໃນຄອບຄົວ, ກັບໝູ່ເພື່ອນ, ແລະ ເພື່ອນມະນຸດດ້ວຍກັນ. ນັ້ນເປັນການຮັບໃຊ້ສ່ວນຕົວໃນຖານະທີ່ເປັນສານຸສິດຂອງພຣະເຢຊູຄຣິດ.
“ແລະ ພຣະອົງຈະຮວມປະຊາຊາດທັງປວງມາຕໍ່ພຣະພັກພຣະອົງເຊັ່ນວ່າ: ພຣະອົງຈະແຍກເຂົາອອກຈາກກັນ ເໝືອນຜູ້ລຽ້ງສັດແຍກຝູງແກະອອກຈາກຝູງແບ້:
“ແລະ ພຣະອົງຈະຈັດໃຫ້ແກະຢູ່ເບື້ອງຂວາ ແລະ ໃຫ້ແບ້ຢູ່ເບື້ອງຊ້າຍ.
“ແລ້ວກະສັດຈະກ່າວແກ່ຄົນທັງຫລາຍທີ່ຢູ່ເບື້ອງຂວາມືວ່າ ພວກທ່ານທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາເອີຍ ຈົ່ງມາຮັບເອົາລາຊາອານາຈັກ ຊຶ່ງໄດ້ຈັດຕຽມໄວ້ສຳລັບທ່ານຕັ້ງແຕ່ຕົ້ນເດີມຂອງໂລກ.
“ເພາະເມື່ອເຮົາຢາກເຂົ້າ ພວກທ່ານກໍໃຫ້ເຮົາກິນ: ເຮົາຫິວນ້ຳ ພວກທ່ານກໍໃຫ້ເຮົາດື່ມ ເຮົາເປັນແຂກບ້ານ ພວກທ່ານກໍໄດ້ຕ້ອນຮັບເຮົາໄວ້.
“ເຮົາເປືອຍຕົວ ພວກທ່ານກໍເອົາເຄື່ອງມາໃຫ້ເຮົານຸ່ງ ເຮົາເຈັບປ່ວຍ ພວກທ່ານກໍໄດ້ມາຢາມເຮົາ: ເຮົາຢູ່ໃນຄຸກ ພວກທ່ານກໍໄດ້ມາຫາ.
“ເມື່ອນັ້ນບັນດາພວກມີສິນທຳຈະທູນວ່າ ພຣະອົງເຈົ້າເອີຍ ເມື່ອພວກຜູ້ຂ້າເຫັນພຣະອົງຢາກເຂົ້າ ຫລື ຫິວນ້ຳ ແລ້ວໄດ້ຈັດມາຖະຫວາຍພຣະອົງບໍ?
“ເມື່ອພວກຜູ້ຂ້າເຫັນພຣະອົງເປັນແຂກບ້ານ ແລະ ໄດ້ຕ້ອນຮັບໄວ້ ຫລື ເປືອຍກາຍ ແລະ ພວກຜູ້ຂ້າເອົາເຄື່ອງໃຫ້ພຣະອົງນຸ່ງບໍ?
“ຫລື ເມື່ອພວກຜູ້ຂ້າເຫັນພຣະອົງເຈັບປ່ວຍ ຫລື ຢູ່ໃນຄຸກ ແລະ ພວກຜູ້ຂ້າໄດ້ມາຫາພຣະອົງບໍ?
“ແລ້ວເມື່ອນັ້ນພຣະອົງຈະຕອບພວກເຂົາວ່າ ເຮົາບອກພວກທ່ານຕາມຄວາມຈິງວ່າ ເມື່ອທ່ານເຮັດສິ່ງເຫລົ່ານີ້ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດໃຫ້ອ້າຍນ້ອງເຫລົ່ານີ້ ພວກທ່ານກໍໄດ້ເຮັດແກ່ເຮົາເໝືອນກັນ.”9
ຂໍໃຫ້ເຮົາເຮັດເຊັ່ນນັ້ນຕາມຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.