ຂ້າພະເຈົ້າຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ
ການຮູ້ຈັກດ້ວຍຕົວເອງວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູຄືນມາໃໝ່ເປັນຄວາມຈິງ ສາມາດເປັນປະສົບການທີ່ໜ້າຊື່ນຊົມທີ່ສຸດໃນຊີວິດ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າທັງຫລາຍ, ເຮົາໄດ້ຮັບການດົນໃຈຕໍ່ໄປໂດຍຕົວຢ່າງສ່ວນຕົວ ແລະ ການຮັບໃຊ້ທາງຖານະປະໂລຫິດຂອງປະທານທອມມັສ ແອັສ ມອນສັນ. ເມື່ອບໍ່ດົນມານີ້, ມີຄົນໃດຄົນໜຶ່ງໄດ້ຖາມມັກຄະນາຍົກຫລາຍຄົນວ່າ, “ພວກເຈົ້າຊົມເຊີຍຫຍັງຫລາຍທີ່ສຸດກ່ຽວກັບປະທານມອນສັນ?” ມັກຄະນາຍົກຄົນໜຶ່ງໄດ້ກ່າວເຖິງປະທານມອນສັນ ຕອນເພິ່ນໄດ້ເອົາເຄື່ອງຫລິ້ນຂອງເພິ່ນໃຫ້ໝູ່ຂອງເພິ່ນຕອນເພິ່ນຍັງນ້ອຍ. ອີກຄົນໜຶ່ງໄດ້ກ່າວເຖິງຕອນທີ່ປະທານມອນສັນ ໄດ້ດູແລແມ່ໝ້າຍທັງຫລາຍໃນຫວອດຂອງເພິ່ນ. ຜູ້ທີສາມໄດ້ກ່າວເຖິງເວລາທີ່ເພິ່ນຖືກເອີ້ນໃຫ້ເປັນອັກຄະສາວົກຕອນເພິ່ນຍັງໜຸ່ມໆ ແລະ ໄດ້ເປັນພອນແກ່ຜູ້ຄົນທັງຫລາຍຕະຫລອດທົ່ວໂລກ. ແລ້ວຊາຍໜຸ່ມອີກຄົນໜຶ່ງໄດ້ກ່າວວ່າ, “ສິ່ງທີ່ຂ້ານ້ອຍຊົມເຊີຍຫລາຍທີ່ສຸດກ່ຽວກັບປະທານມອນສັນ ຄືປະຈັກພະຍານທີ່ເຂັ້ມແຂງຂອງເພິ່ນ.”
ແທ້ຈິງແລ້ວ, ເຮົາທຸກຄົນໄດ້ຮູ້ສຶກເຖິງການເປັນພະຍານພິເສດຂອງສາດສະດາຂອງເຮົາ ເຖິງພຣະເຢຊູ ຄຣິດ ແລະ ຄຳໝັ້ນສັນຍາຂອງເພິ່ນທີ່ຈະປະຕິບັດຕາມການກະຕຸ້ນຂອງພຣະວິນຍານຢູ່ສະເໝີ. ດ້ວຍປະສົບການແຕ່ລະຢ່າງທີ່ເພິ່ນແບ່ງປັນ, ປະທານມອນສັນເຊື້ອເຊີນເຮົາໃຫ້ດຳລົງຊີວິດຕາມພຣະກິດຕິຄຸນຫລາຍຂຶ້ນ ແລະ ໃຫ້ສະແຫວງຫາ ແລະ ເສີມສ້າງປະຈັກພະຍານສ່ວນຕົວຂອງເຮົາໃຫ້ເຂັ້ມແຂງ. ຂໍໃຫ້ຈຳສິ່ງທີ່ເພິ່ນໄດ້ກ່າວຈາກແທ່ນປາໄສນີ້ໃນກອງປະຊຸມໃຫຍ່ສາມັນເມື່ອບໍ່ດົນມານີ້ວ່າ: “ເພື່ອວ່າເຮົາຈະເຂັ້ມແຂງ ແລະ ຕໍ່ຕ້ານອິດທິພົນທັງໝົດທີ່ພະຍາຍາມນຳພາເຮົາໄປໃນທິດທາງທິ່ຜິດພາດ … , ເຮົາຕ້ອງມີປະຈັກພະຍານຂອງເຮົາເອງ. ບໍ່ວ່າທ່ານຈະມີອາຍຸ 12 ປີ ຫລື 112 ປີກໍຕາມ ຫລືວ່າ ໃນອາຍຸໃດໃນລະຫວ່າງນັ້ນ ທ່ານສາມາດຮູ້ໄດ້ດ້ວຍຕົວທ່ານເອງວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດນັ້ນຈິງ.”1
ເຖິງແມ່ນວ່າຂ່າວສານຂອງຂ້າພະເຈົ້າໃນຄ່ຳຄືນນີ້ ເຈາະຈົງຕໍ່ຜູ້ທີ່ມີອາຍຸໃກ້ 12 ປີ ຫລາຍກວ່າສຳລັບຜູ້ມີອາຍຸ 112 ປີ, ແຕ່ຫລັກທຳທີ່ຂ້າພະເຈົ້າຈະແບ່ງປັນກໍກ່ຽວຂ້ອງກັບທຸກຄົນ. ໃນຄຳຕອບຕໍ່ຖ້ອຍຄຳຂອງປະທານມອນສັນ, ຂ້າພະເຈົ້າຂໍຖາມວ່າ, ເຮົາແຕ່ລະຄົນຮູ້ດ້ວຍຕົວເອງບໍວ່າພຣະກິດຕິຄຸນນີ້ຈິງ? ເຮົາສາມາດກ່າວດ້ວຍຄວາມໝັ້ນໃຈໄດ້ບໍວ່າ ປະຈັກພະຍານຂອງເຮົາເປັນຂອງເຮົາເອງແທ້ໆ? ຂ້າພະເຈົ້າຈະອ້າງເຖິງຖ້ອຍຄຳຂອງປະທານມອນສັນ ອີກວ່າ: “ຂ້າພະເຈົ້າຢືນຢັນວ່າ ປະຈັກພະຍານທີ່ເຂັ້ມແຂງຂອງເຮົາ ເຖິງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ແລະ ພຣະກິດຕິຄຸນຂອງພຣະອົງຈະ [ປົກປ້ອງທ່ານຈາກບາບ ແລະ ຄວາມຊົ່ວຮ້າຍທີ່ຢູ່ອ້ອມຂ້າງທ່ານ]. … ຖ້າຫາກທ່ານຍັງບໍ່ທັນມີປະຈັກພະຍານເຖິງສິ່ງເຫລົ່ານີ້, ຂໍຈົ່ງເຮັດສິ່ງທີ່ຈຳເປັນເພື່ອຈະມີປະຈັກພະຍານນັ້ນ. ມັນສຳຄັນຫລາຍສຳລັບທ່ານທີ່ຈະມີປະຈັກພະຍານຂອງທ່ານເອງ, ເພາະປະຈັກພະຍານຂອງຄົນອື່ນຈະຊ່ອຍທ່ານໄດ້ເຖິງຈຸດໃດຈຸດໜຶ່ງເທົ່ານັ້ນ.”2
ຂ້າພະເຈົ້າຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ
ການຮຽນຮູ້ດ້ວຍຕົວເອງວ່າພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະເຢຊູຄຣິດນີ້ຈິງ ສາມາດເປັນປະສົບການໜຶ່ງທີ່ຍິ່ງໃຫຍ່ ແລະ ທີ່ໜ້າຊື່ນຊົມຫລາຍທີ່ສຸດໃນຊີວິດ. ເຮົາອາດໄດ້ເລີ່ມມີປະຈັກພະຍານໂດຍການເພິ່ງອາໄສປະຈັກພະຍານຂອງຄົນອື່ນ ດັ່ງທີ່ນັກຮົບໜຸ່ມກ່າວວ່າ, “ພວກເຮົາບໍ່ສົງໃສເລີຍວ່າ ແມ່ຂອງພວກເຮົາຮູ້ຈັກເລື່ອງນີ້.”3 ນີ້ເປັນຈຸດທີ່ດີທີ່ຈະເລີ່ມຕົ້ນ, ແຕ່ເຮົາຕ້ອງພັດທະນາໃຫ້ມັນເຕີບໂຕຕໍ່ໄປຈາກຈຸດນັ້ນ. ເພື່ອຈະເຂັ້ມແຂງໃນການດຳລົງຊີວິດຕາມພຣະກິດຕິຄຸນ, ບໍ່ມີຫຍັງສຳຄັນໄປກວ່າການໄດ້ຮັບ ແລະ ການເສີມສ້າງໃຫ້ປະຈັກພະຍານຂອງເຮົາເອງເຂັ້ມແຂງຂຶ້ນ. ເຮົາຕ້ອງສາມາດປະກາດໄດ້, ດັ່ງທີ່ ແອວມາ ໄດ້ປະກາດວ່າ, “ຂ້າພະເຈົ້າຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ.”4
“ແລະ ພວກທ່ານຄິດວ່າຂ້າພະເຈົ້າຮູ້ເຖິງຄວາມແນ່ນອນຂອງເລື່ອງເຫລົ່ານີ້ໄດ້ແນວໃດ?” ແອວມາໄດ້ກ່າວຕໍ່ໄປວ່າ. “ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເລື່ອງນີ້ເປັນທີ່ຮູ້ແກ່ຂ້າພະເຈົ້າ ໂດຍພຣະວິນຍານອັນສັກສິດຂອງພຣະເຈົ້າ. ຈົ່ງເບິ່ງ, ຂ້າພະເຈົ້າໄດ້ຖືສິນອົດເຂົ້າ ແລະ ອະທິຖານມາຫລາຍມື້ ເພື່ອຂ້າພະເຈົ້າຈະໄດ້ຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ. ແລະ ບັດນີ້ຂ້າພະເຈົ້າຮູ້ໄດ້ດ້ວຍຕົວເອງວ່າ ເລື່ອງເຫລົ່ານີ້ເປັນຄວາມຈິງ.”5
ຂ້າພະເຈົ້າປາດຖະໜາເຫັນສິ່ງທີ່ບິດາຂອງຂ້າພະເຈົ້າເຫັນມາ
ເໝືອນດັ່ງ ແອວມາ, ນີໄຟ ກໍໄດ້ມາຮູ້ຄວາມຈິງດ້ວຍຕົວລາວເອງ. ຫລັງຈາກໄດ້ຟັງບິດາຂອງລາວກ່າວເຖິງປະສົບການທາງວິນຍານຂອງເພິ່ນຫລາຍເລື່ອງ, ນີໄຟ ກໍຢາກຮູ້ສິ່ງທີ່ບິດາຂອງລາວໄດ້ຮູ້. ນີ້ແມ່ນຍິ່ງກວ່າຄວາມຢາກຮູ້ຢາກເຫັນເທົ່ານັ້ນ ມັນໄດ້ເປັນສິ່ງທີ່ລາວໄດ້ປາດຖະໜາຢາກຮູ້ຢ່າງແຮງກ້າ. ເຖິງແມ່ນວ່າລາວຍັງ “ໜຸ່ມນ້ອຍຫລາຍທີ່ສຸດ,” ລາວຍັງໄດ້ມີ “ຄວາມປາດຖະໜາຢາກຮູ້ຄວາມລຶກລັບຂອງພຣະເຈົ້າ”6 ຫລາຍແທ້ໆ. ລາວກໍປາດຖະໜາວ່າຈະ “ໄດ້ເຫັນ, ແລະ ໄດ້ຍິນ, ແລະ ຈະໄດ້ຮູ້ເຖິງສິ່ງເຫລົ່ານີ້, ໂດຍພຣະວິນຍານບໍລິສຸດ.”7
ໃນຂະນະທີ່ນີໄຟ ໄດ້ “ນັ່ງໄຕ່ຕອງຢູ່ໃນໃຈຢູ່ນັ້ນ,” ລາວກໍຖືກ “ພາໄປໃນພຣະວິນຍານ … ຂຶ້ນໄປເທິງພູໜ່ວຍໜຶ່ງທີ່ສູງທີ່ສຸດ,” ບ່ອນທີ່ລາວຖືກຖາມວ່າ, “ເຈົ້າປາດຖະໜາສິ່ງໃດ?” ຄຳຕອບຂອງລາວກໍລຽບງ່າຍວ່າ: “ຂ້ານ້ອຍປາດຖະໜາເຫັນສິ່ງທີ່ບິດາຂອງຂ້ານ້ອຍເຫັນມາ.”8 ເປັນເພາະຄວາມເຊື່ອທີ່ເລິກຊຶ້ງຂອງລາວ ແລະ ຄວາມພາກພຽນພະຍາຍາມຂອງລາວ, ນີໄຟຈຶ່ງໄດ້ຮັບພອນດ້ວຍປະສົບການທີ່ປະເສີດ. ລາວໄດ້ຮັບປະຈັກພະຍານເຖິງການເກີດທີ່ຈະມາເຖິງ, ຊີວິດ, ແລະ ການຄຶງທີ່ໄມ້ກາງແຂນຂອງພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ; ລາວໄດ້ເຫັນການອອກມາຂອງພຣະຄຳພີມໍມອນ ແລະ ການຟື້ນຟູພຣະກິດຕິຄຸນໃນວັນເວລາສຸດທ້າຍ ທັງໝົດກໍເປັນເພາະຄວາມປາດຖະໜາທີ່ຈິງໃຈຂອງລາວ ທີ່ຈະຮູ້ດ້ວຍຕົວລາວເອງ.9
ປະສົບການສ່ວນຕົວນຳພຣະຜູ້ເປັນເຈົ້າເຫລົ່ານີ້ ໄດ້ຕຽມນີໄຟສຳລັບຄວາມຫຍຸ້ງຍາກ ແລະ ການທ້າທາຍ ຊຶ່ງຈະປະເຊີນໃນບໍ່ດົນນັ້ນ. ປະສົບການໄດ້ເຮັດໃຫ້ເພິ່ນຍຶດໝັ້ນຢູ່ຢ່າງໝັ້ນຄົງ ເຖິງແມ່ນໃນຕອນທີ່ຄົນອື່ນໆຢູ່ໃນຄອບຄົວຂອງເພິ່ນມີບັນຫາ. ເພິ່ນເຮັດໄດ້ເພາະວ່າ ເພິ່ນໄດ້ ຮຽນຮູ້ ດ້ວຍຕົວເອງ ແລະ ເພິ່ນ ຮູ້ ດ້ວຍຕົວເອງ. ເພິ່ນໄດ້ຮັບພອນຫລາຍດ້ວຍປະຈັກພະຍານຂອງເພິ່ນເອງ.
ໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ
ເໝືອນດັ່ງ ນີໄຟ, ສາດສະດາ ໂຈເຊັບ ສະມິດ ກໍ “ໜຸ່ມນ້ອຍຫລາຍທີ່ສຸດ” ຄືກັນເມື່ອ “ເພິ່ນຄຸ່ນຄິດໜັກ” ກ່ຽວກັບຄວາມຈິງທາງວິນຍານ. ສຳລັບ ໂຈເຊັບ, ນັ້ນເປັນໄລຍະເວລາທີ່ “ກຸ້ມໃຈຫລາຍ,” ໂດຍທີ່ມີຄວາມສັບສົນ ແລະ ການຂັດແຍ້ງກັນຫລາຍກ່ຽວກັບສາດສະໜາເກີດຂຶ້ນຢູ່ອ້ອມຂ້າງ. ເພິ່ນຢາກຮູ້ວ່າສາດສະໜາໃດຈິງ.10 ໂດຍທີ່ໄດ້ຮັບການດົນໃຈຈາກຂໍ້ຄວາມໃນພຣະຄຣິສຕະທຳຄຳພີ ທີ່ວ່າ: “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ,”11 ເພິ່ນໄດ້ກະທຳເພື່ອຕົວເອງ ເພື່ອຈະພົບເຫັນຄຳຕອບ. ໃນຕອນເຊົ້າທີ່ສວຍງາມ, ໃນລະດູໃບໄມ້ປົ່ງຂອງປີ 1820, ເພິ່ນໄດ້ເຂົ້າໄປໃນປ່າ ແລະ ໄດ້ຄຸເຂົ່າລົງອະທິຖານ. ເປັນເພາະສັດທາຂອງເພິ່ນ ແລະ ເປັນເພາະພຣະເຈົ້າໄດ້ມີວຽກງານພິເສດໃຫ້ເພິ່ນເຮັດ, ໂຈເຊັບຈຶ່ງໄດ້ຮັບການເປີດເຜີຍທີ່ຮຸ່ງໂລດເຖິງພຣະເຈົ້າພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ໄດ້ຮຽນຮູ້ເພື່ອຕົວເພິ່ນເອງ ເຖິງສິ່ງທີ່ເພິ່ນຄວນເຮັດ.
ທ່ານເຫັນແບບແຜນທີ່ທ່ານຈະສາມາດນຳມາໃຊ້ໄດ້ບໍ ໃນປະສົບການຂອງໂຈເຊັບ ໃນການມີ ແລະ ເສີມສ້າງປະຈັກພະຍານຂອງທ່ານໃຫ້ເຂັ້ມແຂງ? ໂຈເຊັບໄດ້ອະນຸຍາດໃຫ້ພຣະຄຳພີມີອຳນາດເຂົ້າເຖິງຈິດໃຈຂອງເພິ່ນ. ເພິ່ນໄດ້ໄຕ່ຕອງຂໍ້ພຣະຄຳພີຢ່າງເລິກຊຶ້ງ ແລະ ນຳໃຊ້ມັນໃນສະພາບການຂອງເພິ່ນເອງ. ແລ້ວເພິ່ນກໍໄດ້ລົງມືປະຕິບັດຕາມສິ່ງທີ່ເພິ່ນໄດ້ຮຽນຮູ້ມາ. ຜົນທີ່ຕາມມາກໍແມ່ນພາບທີ່ມາໃຫ້ເຫັນທີ່ຮຸ່ງໂລດຄັ້ງທຳອິດ ແລະ ທຸກສິ່ງທຸກຢ່າງທີ່ໄດ້ເກີດຂຶ້ນຫລັງຈາກນັ້ນ. ສາດສະໜາຈັກນີ້ຖືກແຕ່ງຕັ້ງຂຶ້ນແທ້ໆ ເທິງຫລັກທຳທີ່ວ່າໃຜໆກໍຕາມ ຮ່ວມທັງເດັກຊາຍຊາວໄຮ່ອາຍຸ 14 ປີຄົນໜຶ່ງ ກໍສາມາດ “ທູນຂໍຈາກພຣະເຈົ້າ” ແລະ ໄດ້ຮັບຄຳຕອບຕໍ່ຄຳອະທິຖານຂອງເຂົາ.
ສະນັ້ນແມ່ນຫຍັງຄືປະຈັກພະຍານ?
ເຮົາໄດ້ຍິນສະມາຊິກຂອງສາດສະໜາຈັກກ່າວເລື້ອຍໆວ່າ ປະຈັກພະຍານຂອງເຂົາເຈົ້າເຖິງພຣະກິດຕິຄຸນນັ້ນເປັນສົມບັດທີ່ລ້ຳຄ່າທີ່ສຸດຂອງເຂົາເຈົ້າ. ມັນເປັນຂອງປະທານທີ່ສັກສິດຈາກພຣະເຈົ້າ ທີ່ມາສູ່ເຮົາໂດຍອຳນາດຂອງພຣະວິນຍານບໍລິສຸດ. ມັນເປັນຄວາມແນ່ນອນທີ່ສະຫງົບ, ບໍ່ຫວັ່ນໄຫວ ທີ່ເຮົາໄດ້ຮັບເມື່ອເຮົາສຶກສາ, ອະທິຖານ, ແລະ ດຳລົງຊີວິດຕາມພຣະກິດຕິຄຸນ. ມັນເປັນຄວາມຮູ້ສຶກເຖິງພຣະວິນຍານບໍລິສຸດ ເປັນພະຍານຕໍ່ຈິດວິນຍານຂອງເຮົາວ່າສິ່ງທີ່ເຮົາກຳລັງຮຽນຮູ້ ແລະ ປະຕິບັດຕາມຢູ່ນັ້ນແມ່ນຖືກຕ້ອງ.
ບາງຄົນກ່າວເຖິງປະຈັກພະຍານວ່າເປັນສິ່ງທີ່ເຮົາມີ ຫລື ບໍ່ມີ ເໝືອນດັ່ງສະວິດໄຟ, ເປີດ ຫລື ປິດ. ໃນຄວາມເປັນຈິງແທ້, ປະຈັກພະຍານກໍຄ້າຍຄືຕົ້ນໄມ້ຫລາຍກວ່າ ທີ່ຜ່ານຜ່າຫລາຍໆຂັ້ນຕອນຂອງການເຕີບໂຕພັດທະນາ. ຕົ້ນໄມ້ທີ່ສູງທີ່ສຸດບາງຕົ້ນຢູ່ເທິງໂລກ ແມ່ນພົບເຫັນຢູ່ແຖບອະຍຸທະຍານແຫ່ງຊາດທາງທິດຕາເວັນຕົກຂອງສະຫະລັດອາເມຣິກາ. ເມື່ອທ່ານຢືນຢູ່ທີ່ພື້ນຂອງຕົ້ນໄມ້ທີ່ໃຫຍ່ສູງເຫລົ່ານີ້, ມັນເປັນທີ່ປະທັບໃຈທີ່ຈະຄິດວ່າແຕ່ລະຕົ້ນໄດ້ເຕີບໃຫຍ່ຂຶ້ນມາຈາກເມັດພືດນ້ອຍໆ. ມັນກໍເປັນດັ່ງນັ້ນກັບປະຈັກພະຍານຂອງເຮົາ. ເຖິງແມ່ນວ່າທ່ານອາດເລີ່ມຕົ້ນດ້ວຍປະສົບການທາງວິນຍານຢ່າງດຽວ, ມັນກໍເຕີບໃຫຍ່ຂຶ້ນ ແລະ ພັດທະນາຕາມການເວລາ ຜ່ານການບຳລຸງລ້ຽງຢ່າງສະໝ່ຳສະເໝີ ແລະ ການມີປະສົບການທາງວິນຍານເລື້ອຍໆ.
ແລ້ວມັນກໍບໍ່ເປັນເລື່ອງປະຫລາດໃຈເລີຍ, ເມື່ອສາດສະດາ ແອວມາ ໄດ້ອະທິບາຍເຖິງວິທີທີ່ເຮົາພັດທະນາປະຈັກພະຍານ, ເພິ່ນໄດ້ກ່າວເຖິງເມັດພືດທີ່ໃຫຍ່ຂຶ້ນມາເປັນຕົ້ນໄມ້. ເພິ່ນໄດ້ກ່າວວ່າ, “ຖ້າຫາກພວກທ່ານໃຫ້ບ່ອນ ເພື່ອຈະປູກເມັດພືດໃນໃຈຂອງພວກທ່ານ, ຈົ່ງເບິ່ງ, ຖ້າຫາກເປັນເມັດພືດທີ່ແທ້ຈິງ ຫລື ເມັດທີ່ດີ, ຖ້າພວກທ່ານບໍ່ໂຍນມັນຖິ້ມໂດຍຄວາມບໍ່ເຊື່ອຖືຂອງພວກທ່ານ, … ມັນຈະເລີ່ມພອງຢູ່ໃນເອິກຂອງພວກທ່ານ; ແລະ ເມື່ອພວກທ່ານຮູ້ສຶກເຖິງການພອງນີ້, ພວກທ່ານຈະເລີ່ມກ່າວຢູ່ພາຍໃນຕົວເອງວ່າ ມັນຕ້ອງເປັນເມັດດີ ຫລືວ່າ ພຣະຄຳນີ້ດີ ເພາະມັນເລີ່ມເຮັດໃຫ້ຈິດວິນຍານຂອງເຮົາຂະຫຍາຍອອກ; ແທ້ຈິງແລ້ວ, ມັນເລີ່ມເຮັດໃຫ້ຄວາມເຂົ້າໃຈຂອງເຮົາແຈ້ງອອກ, ແທ້ຈິງແລ້ວ, ມັນເລີ່ມມີລົດແຊບສຳລັບເຮົາ.”12
ສ່ວນຫລາຍແລ້ວນີ້ກໍຄືວິທີທີ່ປະຈັກພະຍານເລີ່ມຕົ້ນ: ດ້ວຍຄວາມຮູ້ສຶກທີ່ສັກສິດ, ໃຫ້ຄວາມຮູ້ແຈ້ງ ແລະ ໃຫ້ຄວາມໝັ້ນໃຈ ທີ່ສະແດງໃຫ້ເຮົາເຫັນວ່າພຣະຄຳຂອງພຣະເຈົ້ານັ້ນຈິງ. ແຕ່ເຖິງແມ່ນວ່າຄວາມຮູ້ສຶກເຫລົ່ານັ້ນຈະປະເສີດພຽງໃດກໍຕາມ, ມັນກໍເປັນພຽງແຕ່ຈຸດເລີ່ມຕົ້ນເທົ່ານັ້ນ. ວຽກງານທີ່ທ່ານຕ້ອງເຮັດເພື່ອໃຫ້ປະຈັກພະຍານຂອງທ່ານເຕີບໂຕຍັງບໍ່ສຳເລັດເທື່ອ ເໝືອນດັ່ງວຽກງານຂອງການເຕີບໂຕຂອງຕົ້ນໄມ້ ໃຫຍ່ຍັງບໍ່ສຳເລັດເມື່ອງອກນ້ອຍໆທຳອິດນັ້ນພຸຂຶ້ນມາຈາກພື້ນດິນ. ຖ້າເຮົາບໍ່ເອົາໃຈໃສ່ ຫລື ລະເລີຍການກະຕຸ້ນທາງວິນຍານໃນຕອນຕົ້ນ, ຖ້າເຮົາບໍ່ບຳລຸງລ້ຽງມັນໂດຍການສຶກສາພຣະຄຳພີ ແລະ ອະທິຖານຕໍ່ໄປ ໂດຍການສະແຫວງຫາປະສົບການກັບພຣະວິນຍານອີກຫລາຍຂຶ້ນ, ຄວາມຮູ້ສຶກຂອງເຮົາກໍຈະຄ່ອຍໆຫາຍ ໄປ ແລະ ປະຈັກພະຍານຂອງເຮົາຈະອ່ອນແອລົງໄປ.
ແອວມາ ໄດ້ກ່າວວ່າ: “ຖ້າຫາກພວກທ່ານຈະລະເລີຍຕົ້ນນັ້ນ, ແລະ ບໍ່ຄິດເຖິງການບຳລຸງລ້ຽງມັນ, ຈົ່ງເບິ່ງ ມັນກໍຈະບໍ່ແຕກຮາກເລີຍ; ແລະ ເມື່ອຄວາມຮ້ອນຂອງດວງຕາເວັນມາເຖິງ ແລະ ເຜົາມັນ, ເມື່ອມັນບໍ່ມີຮາກ ມັນຍ່ອມຫ່ຽວແຫ້ງໄປ, ແລະ ພວກທ່ານກໍຈະຖອນມັນຂຶ້ນ ແລະ ໂຍນມັນຖິ້ມ.”13
ໃນຫລາຍໆກໍລະນີ, ປະຈັກພະຍານຂອງເຮົາຈະເຕີບໂຕໃນວິທີທາງດຽວດັ່ງທີ່ຕົ້ນໄມ້ເຕີບໂຕ: ເທື່ອລະເລັກເທື່ອລະໜ້ອຍ, ເກືອບບໍ່ສາມາດສັງເກດເຫັນໄດ້ເລີຍ, ເປັນເພາະການດູແລຢ່າງສະໝ່ຳສະເໝີ ແລະ ຄວາມພະຍາຍາມທີ່ພາກພຽນ. “ແຕ່ຖ້າຫາກພວກທ່ານຈະບຳລຸງລ້ຽງພຣະຄຳ,” ແອວມາໄດ້ສັນຍາວ່າ, “ແທ້ຈິງແລ້ວ, ບຳລຸງລ້ຽງຕົ້ນເມື່ອມັນເລີ່ມເຕີບໂຕໂດຍສັດທາຂອງພວກທ່ານດ້ວຍຄວາມພາກພຽນ, ແລະ ດ້ວຍຄວາມອົດທົນ, ໂດຍຄອງຄອຍຜົນຈາກຕົ້ນນັ້ນ, ແລ້ວມັນຈະແຕກຮາກ; ແລະ ຈົ່ງເບິ່ງ, ມັນຈະເປັນຕົ້ນທີ່ງອກງາມໄປສູ່ຊີວິດອັນເປັນນິດ.”14
ດຽວນີ້ຄືເວລານັ້ນ; ມື້ນີ້ຄືມື້ນັ້ນ
ປະຈັກພະຍານຂອງຂ້າພະເຈົ້າເອງກໍໄດ້ເລີ່ມຕົ້ນເມື່ອຂ້າພະເຈົ້າໄດ້ສຶກສາ ແລະ ໄຕ່ຕອງຄຳສອນທີ່ພົບເຫັນຢູ່ໃນພຣະຄຳພີມໍມອນ. ເມື່ອຂ້າພະເຈົ້າໄດ້ຄຸເຂົ່າລົງທູນຖາມພຣະເຈົ້າດ້ວຍຄຳອະທິຖານທີ່ຖ່ອມຕົນ, ພຣະວິນຍານບໍລິສຸດໄດ້ເປັນພະຍານຕໍ່ຈິດວິນຍານຂອງຂ້າພະເຈົ້າວ່າ ສິ່ງທີ່ຂ້າພະເຈົ້າໄດ້ອ່ານນັ້ນຈິງ. ການເປັນພະຍານໃນຕອນຕົ້ນນີ້ໄດ້ນຳໄປສູ່ປະຈັກພະຍານຂອງຂ້າພະເຈົ້າ ເຖິງຄວາມຈິງຂອງພຣະກິດຕິຄຸນອື່ນໆຫລາຍຢ່າງ, ເພາະປະທານມອນສັນ ໄດ້ສອນວ່າ: “ເມື່ອເຮົາຮູ້ວ່າພຣະຄຳພີມໍມອນຈິງ, ແລ້ວມັນກໍຈະຕາມມາວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາແທ້ໆ ແລະ ວ່າເພິ່ນໄດ້ເຫັນພຣະເຈົ້າ ພຣະບິດານິລັນດອນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ແລ້ວມັນກໍຕາມມາວ່າ ພຣະກິດຕິຄຸນໄດ້ຮັບການຟື້ນຟູຄືນມາໃໝ່ໃນຍຸກສຸດທ້າຍນີ້ ຜ່ານ ໂຈເຊັບ ສະມິດ ຮ່ວມທັງການຟື້ນຟູທັງຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ.”15 ນັບຕັ້ງແຕ່ມື້ນັ້ນມາ, ຂ້າພະເຈົ້າໄດ້ມີປະສົບການສັກສິດຫລາຍຢ່າງກັບພຣະວິນຍານບໍລິສຸດທີ່ໄດ້ຢືນຢັນຕໍ່ຂ້າພະເຈົ້າວ່າ ພຣະເຢຊູຄຣິດ ເປັນພຣະຜູ້ຊ່ອຍໃຫ້ລອດຂອງໂລກ ແລະ ວ່າພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະເຢຊູຄຣິດນັ້ນຈິງ. ພ້ອມດ້ວຍແອວມາ, ຂ້າພະເຈົ້າກ່າວໄດ້ດ້ວຍຄວາມແນ່ນອນໃຈວ່າຂ້າພະເຈົ້າຮູ້ສິ່ງເຫລົ່ານີ້ດ້ວຍຕົວເອງ.
ເພື່ອນໜຸ່ມນ້ອຍຂອງຂ້າພະເຈົ້າທັງຫລາຍ, ດຽວນີ້ຄືເວລານັ້ນ ແລະ ມື້ນີ້ຄືມື້ນັ້ນ ທີ່ຈະຮຽນຮູ້ ຫລື ຢືນຢັນຕໍ່ຕົນເອງອີກວ່າພຣະກິດຕິຄຸນນັ້ນຈິງ. ເຮົາແຕ່ລະຄົນມີວຽກງານອັນສຳຄັນທີ່ຕ້ອງເຮັດ. ເພື່ອຈະສຳເລັດວຽກນັ້ນ ແລະ ຖືກປົກປ້ອງຈາກຄວາມຢົ້ວຢວນຂອງໂລກທີ່ເຕັມຢູ່ທຸກບ່ອນ, ເຮົາຕ້ອງມີສັດທາດັ່ງສັດທາຂອງແອວມາ, ນີໄຟ, ແລະ ໂຈເຊັບ ສະມິດ ໜຸ່ມ ທີ່ຈະໄດ້ມີ ແລະ ພັດທະນາປະຈັກພະຍານຂອງເຮົາເອງ.
ເໝືອນດັ່ງມັກຄະນາຍົກໜຸ່ມທີ່ຂ້າພະເຈົ້າໄດ້ກ່າວເຖິງ, ຂ້າພະເຈົ້າຊົມເຊີຍປະທານມອນສັນ ສຳລັບປະຈັກພະຍານຂອງເພິ່ນ. ມັນໄດ້ເຕີບໂຕມີພະລັງ, ດັ່ງທີ່ຕົ້ນໄມ້ໄດ້ໃຫຍ່ສູງຂຶ້ນ, ແມ່ນແຕ່ປະຈັກພະຍານຂອງ ປະທານມອນສັນກໍຕ້ອງໄດ້ເຕີບໂຕ ແລະ ພັດທະນາຕາມການເວລາ. ເຮົາສາມາດຮູ້ໄດ້ດ້ວຍຕົວເຮົາເອງ, ດັ່ງທີ່ປະທານມອນສັນ ໄດ້ຮູ້, ວ່າພຣະເຢຊູຄຣິດຄືພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ແລະ ພຣະຜູ້ໄຖ່ຂອງໂລກທັງປວງ, ວ່າໂຈເຊັບ ສະມິດ ເປັນສາດສະດາຂອງການຟື້ນຟູ, ຮ່ວມທັງການຟື້ນຟູຖານະປະໂລຫິດຂອງພຣະເຈົ້າ. ພວກເຮົາດຳລົງຖານະປະໂລຫິດທີ່ສັກສິດນັ້ນ. ຂ້າພະເຈົ້າຂໍໃຫ້ພວກເຮົາຮຽນຮູ້ສິ່ງເຫລົ່ານີ້ ແລະ ຮູ້ມັນດ້ວຍຕົວເຮົາເອງເຖີດ, ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.