ເປັນອິດສະລະຕະຫລອດການ, ທີ່ຈະກະທຳດ້ວຍຕົນເອງ
ມັນເປັນພຣະປະສົງຂອງພຣະເຈົ້າທີ່ເຮົາຈະເປັນຊາຍ ແລະ ຍິງທີ່ເປັນອິດສະລະ ທີ່ສາມາດຈະບັນລຸຜົນສຳເລັດຄວາມສາມາດທີ່ຄົບຖ້ວນຂອງເຮົາ ທັງທາງຝ່າຍໂລກ ແລະ ຝ່າຍວິນຍານ.
ບົດລະຄອນຂອງທ່ານວິວລຽມ ເຊັກສະເປຍ ທີ່ມີຊື່ວ່າ The Life of King Henry V ຮ່ວມດ້ວຍສາກໜຶ່ງໃນກາງຄືນຢູ່ຄ້າຍທະຫານຊາວອັງກິດ ຢູ່ທີ່ ອາຈິນຂອດ ກ່ອນການສູ້ຮົບຂອງເຂົາເຈົ້າກັບກອງທັບຊາວຝະຣັ່ງ. ໃນແສງທີ່ມືດມົວ ແລະ ປິດບັງຕົວ, ກະສັດເຮັນຣີ ໄດ້ຍ່າງເລາະຫລິ້ນໄປໂດຍທີ່ທະຫານຂອງເພິ່ນບໍ່ຮັບຮູ້ເລີຍ. ເພິ່ນໄດ້ກ່າວກັບເຂົາເຈົ້າ, ພະຍາຍາມທີ່ຈະສຳຫລວດເບິ່ງຄວາມໝັ້ນໃຈຂອງກອງທັບຂອງເພິ່ນທີ່ມີຈຳນວນນ້ອຍ, ແລະ ເປັນເພາະເຂົາເຈົ້າບໍ່ໄດ້ຮູ້ວ່າເພິ່ນເປັນໃຜ, ເຂົາເຈົ້າຈຶ່ງໄດ້ໃຫ້ຄວາມຄິດເຫັນທີ່ກົງໄປກົງມາ. ໃນລະຫວ່າງການສົນທະນາຄັ້ງໜຶ່ງເຂົາເຈົ້າໄດ້ເວົ້າລົມກັນວ່າຜູ້ໃດມີໜ້າທີ່ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນກັບທະຫານໃນການສູ້ຮົບ—ກັບກະສັດ ຫລື ທະຫານແຕ່ລະຄົນ.
ໃນຊ່ວງໜຶ່ງ ກະສັດເຮັນຣີ ປະກາດວ່າ, “ເຮົາຄິດວ່າເຮົາຈະຕາຍຢ່າງມີຄວາມພໍໃຈໃນກອງທັບຂອງກະສັດຫລາຍກວ່າບ່ອນອື່ນໃດ, ເພາະອຸດົມການຂອງເພິ່ນຍຸດຕິທຳ.”
ໄມໂກ ວິວລຽມ ຕອບຄືນວ່າ, “ຄວາມຄິດນັ້ນເກີນກວ່າຄວາມຮູ້ຂອງພວກເຮົາ.”
ໝູ່ເພື່ອນຂອງລາວເຫັນດີດ້ວຍວ່າ, “ແນ່ນອນ, ແລະ ມັນກໍເກີນກວ່າທີ່ເຮົາຄວນສະແຫວງຫາທີ່ຈະຮູ້, ເພາະມັນພຽງພໍແລ້ວສຳລັບເຮົາທີ່ຈະຮູ້ວ່າເຮົາເປັນບ່າວໄພ່ລາຊະດອນຂອງກະສັດ. ຖ້າຫາກອຸດົມການຂອງເພິ່ນຜິດ, ເຮົາກໍບໍ່ເປັນຜູ້ທີ່ຜິດ ເພາະເຮົາພຽງແຕ່ເຊື່ອຟັງເພິ່ນເທົ່ານັ້ນ.”
ວິວລຽມກ່າວຕື່ມວ່າ, “ຖ້າຫາກອຸດົມການນັ້ນບໍ່ດີ, ກະສັດເອງຈະຮັບຜິດຊອບຕໍ່ທຸກສິ່ງທີ່ເຮັດລົງໄປເພື່ອບັນລຸຜົນສຳເລັດນັ້ນ.”
ບໍ່ເປັນເລື່ອງປະຫລາດໃຈຫຍັງທີ່ ກະສັດເຮັນຣີ ບໍ່ເຫັນດີດ້ວຍວ່າ, “ບ່າວໄພ່ລາຊະດອນຂອງກະສັດທຸກຄົນມີໜ້າທີ່ຕໍ່ກະສັດ; ແຕ່ທຸກຄົນຮັບຜິດຊອບຕໍ່ຈິດວິນຍານຂອງຕົນເອງ.”1
ທ່ານເຊັກສະເປຍບໍ່ໄດ້ພະຍາຍາມຈະແກ້ໄຂການໂຕ້ວາທີໃນລະຄອນນີ້, ແລະ ໃນຮູບແບບໃດແບບໜຶ່ງ ມັນຍັງເປັນການໂຕ້ວາທີຕໍ່ໄປໃນວັນເວລາຂອງເຮົາເອງ—ວ່າຜູ້ໃດມີໜ້າທີ່ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນໃນຊີວິດຂອງເຮົາ?
ເມື່ອມີບັນຫາ, ເຮົາມັກຈະໂທດຄົນອື່ນ ຫລື ແມ່ນແຕ່ພຣະເຈົ້າ. ບາງເທື່ອກໍມີຄວາມຮູ້ສຶກວ່າເຮົາຄວນໄດ້ຮັບການດູແລ, ແລະ ສ່ວນບຸກຄົນ ຫລື ກຸ່ມໃດກຸ່ມໜຶ່ງຈະສະແຫວງຫາທີ່ຈະຖິ້ມໜ້າທີ່ຮັບຜິດຊອບສຳລັບຄວາມຜາສຸກຂອງຕົນໄປໃສ່ຄົນອື່ນ ຫລື ລັດຖະບານ. ໃນເລື່ອງທາງຝ່າຍວິນຍານ ບາງຄົນຄິດວ່າ, ຊາຍ ແລະ ຍິງບໍ່ຈຳເປັນຕ້ອງພະຍາຍາມບັນລຸຄວາມຊອບທຳສ່ວນຕົວ—ເພາະພຣະອົງຮັກເຮົາ, ພຣະເຈົ້າຍອມຮັບເຮົາດັ່ງທີ່ເຮົາເປັນຢູ່.
ແຕ່ພຣະເຈົ້າປະສົງວ່າລູກໆຂອງພຣະອົງຄວນປະຕິບັດຕາມອຳເພີໃຈທີ່ຊອບທຳ ທີ່ພຣະອົງໄດ້ປະທານໃຫ້ເຂົາ, “ວ່າມະນຸດທຸກຄົນຈະຮັບຜິດຊອບບາບຂອງຕົນໃນວັນແຫ່ງການພິພາກສາ.”2 ມັນເປັນແຜນ ແລະ ພຣະປະສົງຂອງພຣະອົງ ທີ່ຈະໃຫ້ເຮົາມີບົດບາດໃນການຕັດສິນໃຈດ້ວຍຕົນເອງ. ພຣະເຈົ້າຈະບໍ່ດຳລົງຊີວິດຂອງເຮົາແທນເຮົາ ຫລື ບັງຄັບ ຄືກັບວ່າ ເຮົາເປັນຕົວກະຕຸນ, ຊຶ່ງລູຊິເຟີໄດ້ສະເໜີແຜນນີ້. ທັງສາດສະດາຂອງພຣະອົງກໍບໍ່ເຕັມໃຈທີ່ຈະບີບບັງຄັບເຮົາຄືກັນ ແທນພຣະເຈົ້າ. ທ່ານບຣິກຳ ຢັງ ໄດ້ກ່າວວ່າ: “ຂ້າພະເຈົ້າບໍ່ປາດຖະໜາໃຫ້ໄພ່ພົນຍຸກສຸດທ້າຍຄົນໃດຢູ່ໃນໂລກນີ້, ຫລື ຢູ່ໃນສະຫວັນ, ພໍໃຈກັບທຸກສິ່ງທີ່ຂ້າພະເຈົ້າເຮັດ, ຍົກເວັ້ນແຕ່ພຣະວິນຍານຂອງອົງພຣະເຢຊູຄຣິດເຈົ້າ—ວິນຍານແຫ່ງການເປີດເຜີຍ, ເຮັດໃຫ້ເຂົາເຈົ້າຮັບຮູ້. ຂ້າພະເຈົ້າປາດຖະໜາໃຫ້ເຂົາເຈົ້າຮູ້ດ້ວຍຕົນເອງ ແລະ ເຂົ້າໃຈສຳລັບຕົນເອງ.”3
ສະນັ້ນ ໜຶ່ງ, ພຣະເຈົ້າຈຶ່ງບໍ່ຊ່ອຍເຮົາໃຫ້ລອດ “ໃນສະພາບທີ່ເປັນຢູ່ນີ້,” ເພາະວ່າ “ສະພາບທີ່ເຮົາເປັນຢູ່ນີ້” ເຮົາຍັງບໍ່ສະອາດ, ແລະ “ບໍ່ມີສິ່ງໃດທີ່ບໍ່ສາມາດຢູ່ໃນ ... ທີ່ປະທັບຂອງພຣະອົງໄດ້; ເພາະໃນພາສາຂອງອາດາມ, ພຣະຜູ້ສັກສິດຄືພຣະນາມຂອງພຣະອົງ, ແລະ ພຣະນາມຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ ເປັນພຣະບຸດຂອງພຣະຜູ້ສັກສິດ.”4 ແລະ ສອງ, ພຣະເຈົ້າຈະບໍ່ປ່ຽນເຮົາເປັນຄົນທີ່ເຮົາບໍ່ຢາກເປັນ. ແນ່ນອນ ພຣະອົງຮັກເຮົາ, ແລະ ເພາະວ່າພຣະອົງຮັກເຮົາ, ພຣະອົງຈຶ່ງບໍ່ບັງຄັບ ຫລື ປະຖິ້ມເຮົາ. ແຕ່ພຣະອົງຊ່ອຍເຫລືອ ແລະ ນຳພາເຮົາ. ແນ່ນອນ, ການສະແດງອອກທີ່ແທ້ຈິງເຖິງຄວາມຮັກຂອງພຣະເຈົ້າ ແມ່ນພຣະບັນຍັດຂອງພຣະອົງ.
ເຮົາຄວນ (ແລະ ເຮົາ) ຊື່ນຊົມຢູ່ໃນແຜນທີ່ພຣະເຈົ້າໄດ້ແຕ່ງຕັ້ງ ທີ່ອະນຸຍາດເຮົາໃຫ້ເລືອກເຮັດເພື່ອຕົນເອງ ແລະ ຮັບເອົາຜົນສະທ້ອນ, ຫລື ດັ່ງທີ່ພຣະຄຳພີກ່າວ “ຊີມລົດຊາດທີ່ຂົມ ເພື່ອວ່າເຮົາຈະຊື່ນຊົມກັບລົດຊາດທີ່ຫວານແຊບຊ້ອຍ.”5 ເຮົາຈະມີຄວາມກະຕັນຍູຕະຫລອດໄປ ທີ່ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດໄດ້ເອົາຊະນະບາບດັ້ງເດີມ ເພື່ອວ່າເຮົາຈະສາມາດມາເກີດຢູ່ເທິງໂລກນີ້ ແຕ່ບໍ່ໄດ້ຮັບໂທດສຳລັບການລ່ວງລະເມີດຂອງອາດາມ.6 ໂດຍທີ່ຖືກໄຖ່ຈາກການຕົກ, ເຮົາເລີ່ມຊີວິດຢ່າງໄຮ້ດຽງສາຢູ່ໃນທີ່ປະທັບຂອງພຣະເຈົ້າ ແລະ “ເປັນອິດສະລະຕະຫລອດການ, ຮູ້ຈັກຄວາມດີຈາກຄວາມຊົ່ວ; ທີ່ຈະກະທຳດ້ວຍ (ຕົວເຮົາເອງ) ແລະ ທີ່ຈະບໍ່ຖືກກະທຳ.”7 ເຮົາເລືອກໄດ້ທີ່ຈະເປັນຄົນທີ່ເຮົາຢາກເປັນ, ແລະ ດ້ວຍຄວາມຊ່ອຍເຫລືອຂອງພຣະເຈົ້າ, ເຮົາສາມາດເປັນແມ່ນແຕ່ເໝືອນດັ່ງພຣະອົງເປັນ.8
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປີດໂອກາດໃຫ້ເຮົາເປັນຄົນທີ່ເຮົາຢາກເປັນ. ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ພຣະຄຸນຂອງພຣະອົງ, ຄວາມບົກພ່ອງຂອງເຮົາທີ່ຈະດຳລົງຊີວິດຕາມກົດຂອງອານາຈັກຊັ້ນສູງຢ່າງສົມບູນແບບ ແລະ ຢ່າງສະໝ່ຳສະເໝີຢູ່ໃນຄວາມມະຕະ ກໍສາມາດຖືກລຶບອອກໄດ້ ແລະ ເຮົາສາມາດພັດທະນາຄຸນລັກສະນະທີ່ເປັນເໝືອນດັ່ງພຣະຄຣິດ. ແຕ່, ຄວາມຍຸດຕິທຳຮຽກຮ້ອງວ່າ ສິ່ງນີ້ຈະເກີດຂຶ້ນບໍ່ໄດ້ປາດສະຈາກຄວາມເຕັມໃຈ ແລະ ການມີພາກສ່ວນຂອງເຮົາ. ມັນໄດ້ເປັນດັ່ງນີ້. ການທີ່ເຮົາຢູ່ເທິງໂລກໃນຮູບຮ່າງມະນຸດ ກໍເປັນຜົນສະທ້ອນຂອງການເລືອກທີ່ເຮົາແຕ່ລະຄົນໄດ້ເຮັດ ທີ່ຈະມີພາກສ່ວນໃນແຜນຂອງພຣະບິດາຂອງເຮົາ.9 ສະນັ້ນ, ຄວາມລອດ ຈຶ່ງບໍ່ແມ່ນຜົນຈາກອຳເພີໃຈຂອງພຣະເຈົ້າ, ທັງບໍ່ເກີດຂຶ້ນຕາມພຣະປະສົງຂອງພຣະເຈົ້າແຕ່ຝ່າຍດຽວ.10
ຄວາມຍຸດຕິທຳເປັນຄຸນສົມບັດທີ່ສຳຄັນຂອງພຣະເຈົ້າ. ເຮົາສາມາດມີສັດທາໃນພຣະເຈົ້າ ເພາະພຣະອົງເປັນທີ່ໄວ້ວາງໃຈໄດ້ຢ່າງສົມບູນແບບ. ພຣະຄຳພີສອນເຮົາວ່າ ພຣະເຈົ້າບໍ່ດຳເນີນໃນທາງຄົດ, ທັງບໍ່ຫັນໄປຂວາມື ຫລື ໄປຊ້າຍມື, ທັງບໍ່ປ່ຽນແປງໄປຈາກສິ່ງທີ່ພຣະອົງໄດ້ກ່າວໄວ້, ສະນັ້ນທາງຂອງພຣະອົງຈຶ່ງຊື່ຕົງ, ແລະ ວິທີທາງຂອງພຣະອົງກໍເປັນໜຶ່ງຮອບນິລັນດອນ”11 ແລະ ວ່າ “ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າຜູ້ໃດ.”12 ເຮົາເພິ່ງອາໄສຄຸນສົມບັດແຫ່ງສະຫວັນຂອງຄວາມຍຸດຕິທຳເພື່ອຈະມີສັດທາ, ຄວາມໝັ້ນໃຈ, ແລະ ຄວາມຫວັງ.
ແຕ່ຜົນສະທ້ອນຂອງການເປັນຄົນຍຸດຕິທຳຢ່າງສົມບູນແບບ, ກໍມີບາງສິ່ງທີ່ພຣະເຈົ້າບໍ່ສາມາດເຮັດໄດ້. ພຣະອົງບໍ່ສາມາດເຮັດຕາມອຳເພີໃຈໃນການຊ່ອຍຄົນໜຶ່ງໃຫ້ລອດ ແລະ ຂັບໄລ່ຄົນໜຶ່ງໃຫ້ອອກໄປຈາກອານາຈັກຂອງພຣະອົງ. ພຣະອົງ “ຈະເບິ່ງບາບດ້ວຍລະດັບການຍິນຍອມແມ່ນແຕ່ນ້ອຍທີ່ສຸດບໍ່ໄດ້.”13 ພຣະອົງບໍ່ສາມາດປ່ອຍໃຫ້ຄວາມເມດຕາຂະໂມຍຄວາມຍຸດຕິທຳ.14
ຄວາມຈິງທີ່ວ່າພຣະເຈົ້າໄດ້ຈັດຕັ້ງຫລັກທຳແຫ່ງຄວາມເມດຕາ ກໍເປັນຫລັກຖານທີ່ໜັກແໜ້ນວ່າພຣະເຈົ້າຍຸດຕິທຳ. ເພາະພຣະອົງຍຸດຕິທຳ ພຣະອົງຈຶ່ງໄດ້ຈັດຫາວິທີໃຫ້ຄວາມເມດຕາມີພາກສ່ວນໃນບົດບາດທີ່ຈຳເປັນ ໃນຈຸດໝາຍປາຍທາງນິລັນດອນຂອງເຮົາ. ສະນັ້ນ, “ຄວາມຍຸດຕິທຳປະຕິບັດຂໍ້ຮຽກຮ້ອງທັງໝົດຂອງມັນ, ແລະ ຄວາມເມດຕາມີສິດທິໃນທຸກຢ່າງທີ່ເປັນຂອງມັນເອງ.”15
ເຮົາຮູ້ວ່າມັນເປັນ “ຄວາມທຸກເວດທະນາ ແລະ ຄວາມຕາຍຂອງຄົນທີ່ບໍ່ໄດ້ເຮັດບາບ, ໃນຜູ້ທີ່ [ພຣະບິດາ] ຊົງພໍພຣະໄທຫລາຍ; … ໂລຫິດຂອງພຣະບຸດ [ຂອງພຣະອົງ] ຊຶ່ງຖືກຫລັ່ງ”16 ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳ, ໃຫ້ຄວາມເມດຕາ, ແລະ ໄຖ່ພວກເຮົາ.17 ເຖິງຂັ້ນນັ້ນ, “ຕາມຄວາມຍຸດຕິທຳແລ້ວ, ແຜນແຫ່ງການໄຖ່ຈະເກີດຂຶ້ນບໍ່ໄດ້, ເວັ້ນເສຍແຕ່ໂດຍເງື່ອນໄຂຂອງການກັບໃຈ.”18 ມັນເປັນຂໍ້ຮຽກຮ້ອງ ແລະ ໂອກາດສຳລັບການກັບໃຈ ທີ່ອະນຸຍາດໃຫ້ຄວາມເມດຕາດຳເນີນວຽກງານຂອງມັນ ປາດສະຈາກການທຳລາຍຄວາມຍຸດຕິທຳ.
ພຣະຄຣິດໄດ້ສິ້ນພຣະຊົນບໍ່ແມ່ນເພື່ອຊ່ອຍຄົນຢ່າງບໍ່ເລືອກໜ້າ ແຕ່ປະທານໃຫ້ມີການກັບໃຈ. ເຮົາເພິ່ງອາໄສ “ຄວາມເມດຕາຂອງພຣະອົງທີ່ຈະຊ່ອຍເຮົາ”19 ໃນຂັ້ນຕອນການກັບໃຈ, ແຕ່ການປະຕິບັດຕາມຂັ້ນຕອນການກັບໃຈ ຮຽກຮ້ອງຄວາມເຕັມໃຈຂອງຕົນ. ສະນັ້ນ ໂດຍການກັບໃຈ ຊຶ່ງຈຳເປັນກ່ອນການໄດ້ຮັບພຣະຄຸນ, ພຣະເຈົ້າຈະຊ່ອຍໃຫ້ເຮົາຮັກສາຄວາມຮັບຜິດຊອບສຳລັບຕົວເຮົາເອງ. ການກັບໃຈ ນັບຖື ແລະ ສະໜັບສະໜູນອຳເພີໃຈທາງສິນທຳຂອງເຮົາ: “ແລະ ຄວາມເມດຕາສາມາດສະໜອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳໄດ້, ແລະ ລ້ອມພວກເຮົາໄວ້ໃນແຂນແຫ່ງຄວາມປອດໄພ, ແຕ່ຜູ້ບໍ່ມີສັດທາຈົນເຖິງການກັບໃຈ ຈະເປີດໂອກາດໃຫ້ກົດຂອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳທັງໝົດ; ດັ່ງນັ້ນ ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ ແລະ ນິລັນດອນມາເຖິງພຽງຄົນທີ່ມີສັດທາຈົນເຖິງການກັບໃຈເທົ່ານັ້ນ.”20
ຄວາມເຂົ້າໃຈຜິດເຖິງຄວາມຍຸດຕິທຳ ແລະ ຄວາມເມດຕາຂອງພຣະເຈົ້າເປັນເລື່ອງໜຶ່ງ; ການປະຕິເສດຄວາມເປັນຈິງ ຫລື ສິດອຳນາດ ແລະ ອຳນາດອັນສູງສົ່ງຂອງພຣະເຈົ້າກໍເປັນອີກເລື່ອງໜຶ່ງ, ແຕ່ທັງສອງຈະເຮັດໃຫ້ເຮົາບັນລຸຄວາມສຳເລັດໜ້ອຍ—ບາງເທື່ອໜ້ອຍກວ່ານັ້ນ—ຈາກຄວາມສາມາດຂອງເຮົາ. ພຣະເຈົ້າອົງທີ່ບໍ່ຮຽກຮ້ອງຫຍັງຈາກຜູ້ຄົນຂອງພຣະອົງ ກໍເໝືອນດັ່ງພຣະເຈົ້າທີ່ບໍ່ຊົງພຣະຊົນຢູ່. ໂລກທີ່ຂາດພຣະເຈົ້າທີ່ຊົງພຣະຊົນຢູ່ ຜູ້ໄດ້ຈັດຕັ້ງກົດມະຕະໃຫ້ປົກຄອງ ແລະ ເຮັດໃຫ້ລູກໆຂອງພຣະອົງດີພ້ອມ, ກໍເປັນໂລກທີ່ຂາດຄວາມຈິງທີ່ແນ່ນອນ ຫລື ຄວາມຍຸດຕິທຳ. ມັນເປັນໂລກທີ່ຍອມຮັບວ່າສິ່ງທີ່ຜິດ ຫລື ຖືກນັ້ນແຕກຕ່າງກັນສຳລັບທຸກຄົນ.
ການຍອມຮັບທີ່ແຕກຕ່າງກັນ ໝາຍຄວາມວ່າ ທຸກຄົນມີສິດຂອງໃຜມັນ. ທຸກຄົນມີສິດແນ່ນອນ, ບໍ່ແມ່ນແຕ່ຄົນທີ່ປະຕິເສດພຣະເຈົ້າ ທີ່ຍອມຮັບທິດສະດີນີ້. ຄົນບາງຄົນທີ່ເຊື່ອໃນພຣະເຈົ້າຍັງເຊື່ອວ່າເຂົາເຈົ້າເອງຕັດສິນວ່າສິ່ງໃດຖືກ ແລະ ສິ່ງໃດຜິດ. ຄົນໜຸ່ມຄົນໜຶ່ງໄດ້ກ່າວໃນທຳນອງນີ້ວ່າ: “ຂ້ອຍບໍ່ຄິດວ່າຂ້ອຍຈະກ່າວໄດ້ວ່າຄວາມເຊື່ອທາງ ຮິນດູນັ້ນຜິດ ຫລືວ່າ ຄວາມເຊື່ອຊາວກາໂຕລິກນັ້ນຜິດ ຫລືວ່າ ການເປັນຊາວອີພິສກາເພຫລຽນ ນັ້ນຜິດ—ຂ້ອຍຄິດວ່ານັ້ນຂຶ້ນຢູ່ກັບສິ່ງທີ່ເຮົາເຊື່ອ. … ຂ້ອຍບໍ່ຄິດວ່າມີສິ່ງຜິດ ຫລື ຖືກ.”21 ອີກຄົນໜຶ່ງ, ເມື່ອຖືກຖາມເຖິງພື້ນຖານຂອງຄວາມເຊື່ອຖືຂອງລາວ, ລາວໄດ້ຕອບວ່າ: “ສຳລັບຕົວຂ້ອຍເອງ—ມັນກໍເປັນດັ່ງນັ້ນ. ຈະມີສິດອຳນາດເໜືອສິ່ງທີ່ເຮົາເຊື່ອໄດ້ແນວໃດ?”22
ຕໍ່ຜູ້ທີ່ເຊື່ອອັນໃດ ຫລື ທຸກສິ່ງສາມາດເປັນຈິງໄດ້, ການປະກາດຂອງຄວາມຈິງທີ່ມີຈຸດປະສົງ, ທີ່ໝັ້ນຄົງ, ແລະ ເປັນທີ່ຮັບຮູ້ທົ່ວໄປກໍຮູ້ສຶກຄືວ່າເປັນການບີບບັງຄັບ—“ຂ້ອຍບໍ່ຄວນຖືກບີບບັງຄັບໃຫ້ເຊື່ອສິ່ງໃດໜຶ່ງວ່າເປັນຄວາມຈິງ ທີ່ຂ້ອຍບໍ່ຮູ້ຈັກ.” ແຕ່ນັ້ນບໍ່ໄດ້ປ່ຽນແປງຄວາມເປັນຈິງ. ການກຽດຊັງກົດຂອງແຮງດຶງດູດ ຈະຊ່ອຍຄົນບໍ່ໃຫ້ຕົກລົງມາຈາກໜ້າຜາບໍ່ໄດ້ ຖ້າຫາກເຂົາກ້າວອອກໄປຈາກໜ້າຜາ. ອັນດຽວກໍຈິງສຳລັບກົດນິລັນດອນ ແລະ ຄວາມຍຸດຕິທຳ. ອິດສະລະພາບບໍ່ໄດ້ມາຈາກການຕໍ່ຕ້ານມັນ, ແຕ່ມາຈາກການນຳໃຊ້ມັນ. ນັ້ນເປັນພື້ນຖານຂອງອຳນາດຂອງພຣະເຈົ້າເອງ. ຖ້າບໍ່ແມ່ນຄວາມເປັນຈິງຂອງຄວາມຈິງທີ່ໝັ້ນຄົງ ແລະ ບໍ່ປ່ຽນແປງ, ຂອງປະທານແຫ່ງອຳເພີໃຈຈະໄຮ້ຄວາມໝາຍ ເພາະເຮົາຈະບໍ່ສາມາດເຫັນຜົນສະທ້ອນຂອງການກະທຳຂອງເຮົາລ່ວງໜ້າ. ດັ່ງທີ່ ລີໄຮໄດ້ກ່າວວ່າ: “ຖ້າຫາກຈະເວົ້າວ່າບໍ່ມີກົດ, ລູກຈະເວົ້າອີກວ່າບໍ່ມີບາບ. ຖ້າຫາກລູກຈະເວົ້າວ່າບໍ່ມີບາບ ລູກຈະເວົ້າວ່າບໍ່ມີຄວາມຊອບທຳ. ແລະ ຖ້າຫາກບໍ່ມີຄວາມຊອບທຳກໍບໍ່ມີຄວາມສຸກ. ແລະ ຖ້າຫາກບໍ່ມີຄວາມຊອບທຳ ຫລື ຄວາມສຸກກໍບໍ່ມີໂທດ ຫລື ຄວາມທຸກທໍລະມານ. ແລະ ຖ້າຫາກບໍ່ມີສິ່ງເຫລົ່ານີ້ ກໍບໍ່ມີພຣະເຈົ້າ. ແລະ ຖ້າຫາກບໍ່ມີພຣະເຈົ້າ ພວກເຮົາກໍບໍ່ໄດ້ເປັນຢູ່, ທັງໂລກກໍບໍ່ມີຢູ່; ເພາະຈະມີການສ້າງສິ່ງຕ່າງໆບໍ່ໄດ້, ທັງຈະກະທຳ ຫລື ຈະຖືກກະທຳຕໍ່ບໍ່ໄດ້; ດັ່ງນັ້ນ, ທຸກຢ່າງຕ້ອງຫາຍໄປ.”23
ໃນເລື່ອງລາວທັງຝ່າຍໂລກ ແລະ ຝ່າຍວິນຍານ, ໂອກາດທີ່ຈະຮັບຜິດຊອບຕໍ່ຕົນເອງ ເປັນຂອງປະທານຈາກພຣະເຈົ້າ ແຕ່ຖ້າປາດສະຈາກຂອງປະທານນີ້ແລ້ວ ເຮົາຈະບໍ່ສາມາດບັນລຸເຖິງຄວາມສາມາດທີ່ຄົບຖ້ວນຂອງເຮົາ ໃນຖານະທິດາ ແລະ ບຸດຂອງພຣະເຈົ້າ. ຄວາມຮັບຜິດຊອບສ່ວນຕົວຈະກາຍເປັນທັງສິດທິ ແລະ ໜ້າທີ່ ທີ່ເຮົາຕ້ອງປົກປ້ອງຢູ່ສະເໝີ; ມັນໄດ້ຖືກໂຈມຕີນັບຕັ້ງແຕ່ກ່ອນການສ້າງໂລກ. ເຮົາຕ້ອງປົກປ້ອງຄວາມຮັບຜິດຊອບຕໍ່ຕ້ານຜູ້ຄົນ ແລະ ໂຄງການທີ່ຈະ (ບາງເທື່ອດ້ວຍເຈດຕະນາທີ່ດີທີ່ສຸດ) ເຮັດໃຫ້ເຮົາເປັນຜູ້ທີ່ເພິ່ງອາໄສເຂົາເຈົ້າ. ແລະ ເຮົາຕ້ອງປົກປ້ອງມັນຕໍ່ຕ້ານກັບແນວໂນ້ມຂອງເຮົາທີ່ຈະຫລີກລ້ຽງວຽກງານທີ່ຈຳເປັນ ເພື່ອພັດທະນາພອນສະຫວັນ, ຄວາມສາມາດ, ແລະ ລັກສະນະເໝືອນດັ່ງພຣະຄຣິດ.
ມີເລື່ອງເລົ່າກ່ຽວກັບຊາຍຄົນໜຶ່ງທີ່ບໍ່ຍອມເຮັດວຽກ. ລາວຢາກໃຫ້ຄົນອື່ນຈັດຫາທຸກສິ່ງທີ່ລາວຕ້ອງການໃຫ້ແກ່ລາວ. ຕາມຄວາມຄິດຂອງລາວ, ສາດສະໜາຈັກ ຫລື ລັດຖະບານ, ຫລື ທັງສອງ, ຕິດໜີ້ລາວເພາະວ່າລາວໄດ້ຈ່າຍພາສີ ແລະ ຈ່າຍເງິນສ່ວນສິບຂອງລາວແລ້ວ. ລາວບໍ່ມີຫຍັງທີ່ຈະກິນ ແຕ່ບໍ່ຍອມເຮັດວຽກເພື່ອລ້ຽງດູຕົນເອງ. ເພາະຄວາມຈົນຕາແຈ ແລະ ຄວາມເບື່ອໜ່າຍ, ຜູ້ຄົນທີ່ໄດ້ພະຍາຍາມຊ່ອຍລາວໄດ້ຕັດສິນໃຈວ່າ ເພາະລາວບໍ່ພະຍາຍາມຊ່ອຍຕົນເອງເລີຍ, ເຂົາເຈົ້າຄິດວ່າຈະເອົາລາວໄປປະໄວ້ທີ່ປ່າຊ້າ ແລະ ປ່ອຍໃຫ້ລາວຕາຍໄປເສຍ. ຕາມທາງໄປປ່າຊ້າ, ຊາຍຄົນໜຶ່ງໄດ້ກ່າວວ່າ, “ເຮົາຈະເຮັດແບບນີ້ບໍ່ໄດ້. ຂ້ອຍມີໝາກສາລີທີ່ຂ້ອຍຈະເອົາໃຫ້ລາວ.”
ສະນັ້ນເຂົາເຈົ້າຈຶ່ງໄດ້ບອກລາວກ່ຽວກັບສາລີນັ້ນ, ແລະ ລາວໄດ້ຖາມວ່າ, “ໄດ້ປອກກາບໝາກສາລີແລ້ວບໍ?”
ເຂົາເຈົ້າໄດ້ຕອບວ່າ, “ບໍ່.”
ລາວໄດ້ກ່າວວ່າ. “ເອີ ຄັນວ່າຊັ້ນກໍຫາມຂ້ອຍໄປປ່າຊ້າເລີຍສາ.”
ຄວາມປະສົງຂອງພຣະເຈົ້າຄື ທີ່ຈະໃຫ້ເຮົາເປັນຊາຍ ແລະ ຍິງທີ່ເປັນອິດສະລະ ທີ່ສາມາດບັນລຸຄວາມສາມາດທີ່ຄົບຖ້ວນຂອງເຮົາ ທັງທາງຝ່າຍໂລກ ແລະ ຝ່າຍວິນຍານ, ເພື່ອວ່າເຮົາຈະເປັນອິດສະລະຈາກເຂດຈຳກັດຂອງຄວາມຍາກລຳບາກ ແລະ ການເປັນທາດຂອງບາບ, ເພື່ອວ່າເຮົາຈະໄດ້ມີຄວາມນັບຖືຕົວເອງ ແລະ ຄວາມເປັນຕົວຂອງຕົນເອງ, ເພື່ອວ່າເຮົາຈະຕຽມພ້ອມໃນທຸກສິ່ງ ທີ່ຈະເຂົ້າຮ່ວມກັບພຣະອົງໃນອານາຈັກຊັ້ນສູງຂອງພຣະອົງ.
ຂ້າພະເຈົ້າບໍ່ເຊື່ອດອກວ່າເຮົາຈະເຮັດສິ່ງນີ້ໄດ້ໂດຍຄວາມພະຍາຍາມຂອງເຮົາເອງ ປາດສະຈາກຄວາມຊ່ອຍເຫລືອຢ່າງຫລວງຫລາຍ ແລະ ເປັນປະຈຳຈາກພຣະອົງ. ເຮົາຮູ້ວ່າ ໂດຍພຣະຄຸນຂອງພຣະອົງ ເຮົາຈຶ່ງລອດ ຫລັງຈາກເຮົາໄດ້ເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້.24 ແລະ ເຮົາບໍ່ຈຳເປັນຕ້ອງບັນລຸເຖິງບາງລະດັບ ຫລື ເກັ່ງກ້າ ກ່ອນພຣະເຈົ້າຈະຊ່ອຍເຫລືອເຮົາ. ເຮົາສາມາດໄດ້ຮັບຄວາມຊ່ອຍເຫລືອຈາກສະຫວັນໃນທຸກເວລາ, ບໍ່ວ່າເຮົາຈະຢູ່ໃນຈຸດໃດກໍຕາມ ໃນເສັ້ນທາງແຫ່ງຄວາມເຊື່ອຟັງ. ແຕ່ຂ້າພະເຈົ້າຮູ້ວ່າ ນອກເໜືອໄປຈາກຄວາມປາດຖະໜາໃຫ້ພຣະອົງຊ່ອຍເຫລືອແລ້ວ, ເຮົາຕ້ອງໃຊ້ຄວາມພະຍາຍາມ, ກັບໃຈ, ແລະ ເລືອກພຣະເຈົ້າ ເພື່ອພຣະອົງຈະສາມາດກະທຳ ໃນຊີວິດຂອງເຮົາ ໃຫ້ສອດຄ່ອງກັບຄວາມຍຸດຕິທຳ ແລະ ອຳເພີໃຈທາງສິນທຳ. ຄວາມຊ່ອຍເຫລືອນັ້ນເປັນຂອງເຮົາໄດ້ທຸກໆຊົ່ວໂມງຂອງທຸກໆວັນ, ຂໍ້ຮຽກຮ້ອງກໍຄືຄວາມປາດຖະໜາ ແລະ ຄວາມດຸໝັ່ນຂອງເຮົາເທົ່ານັ້ນ. ຄຳອ້ອນວອນຂອງຂ້າພະເຈົ້າຄືວ່າ ໃຫ້ຮັບໜ້າທີ່ຮັບຜິດຊອບ ແລະ ກ້າວອອກໄປເຮັດວຽກ ເພື່ອວ່າພຣະເຈົ້າຈະສາມາດໃຊ້ຄວາມປາດຖະໜາ ແລະ ຄວາມພະຍາຍາມຂອງເຮົາເອງເພື່ອຊ່ອຍເຫລືອເຮົາ.
ຂ້າພະເຈົ້າເປັນພະຍານວ່າພຣະເຈົ້າ ພຣະບິດາຊົງພຣະຊົນຢູ່, ວ່າພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຄືພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ແລະ ວ່າພຣະວິນຍານບໍລິສຸດປະທັບຢູ່ກັບເຮົາ. ພວກພຣະອົງປາດຖະໜາຈະຊ່ອຍເຮົາແທ້ໆ, ແລະ ຄວາມສາມາດຂອງພວກພຣະອົງທີ່ຈະເຮັດດັ່ງນັ້ນແມ່ນບໍ່ມີຂອບເຂດ. ຂໍໃຫ້ພວກເຮົາຈົ່ງຕື່ນ ແລະ ລຸກຂຶ້ນຈາກຂີ້ຝຸ່ນເຖີດ “ເພື່ອພັນທະສັນຍາຂອງພຣະບິດາຜູ້ສະຖິດນິລັນດອນ ຊຶ່ງໄດ້ເຮັດໄວ້ກັບ [ພວກເຮົາ] ຈະບັນລຸຜົນສຳເລັດ.”25 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.