ປື້ມຫົວນັ້ນ
ວຽກງານສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ຄວນເປັນພວກສ່ວນໜຶ່ງທີ່ເຮົາເຮັດເປັນສ່ວນຕົວເປັນປະຈຳ.
ຕອນທີ່ຂ້າພະເຈົ້າເປັນລູກເສືອອາຍຸ 12 ປີ, ຂ້າພະເຈົ້າໄດ້ຮັບຂອງຂວັນຊຶ່ງເປັນສ່ວນເຄື່ອງລູກເສືອທີ່ຢາກໄດ້ຫລາຍໆ. ສິ່ງດັ່ງກ່າວແມ່ນຂວານນ້ອຍທີ່ມີປອກເປັນໜັງຊະນິດໜາ. ເທື່ອໜຶ່ງຕອນທີ່ໄດ້ໄປນອນປ່າ ເຮົາໄດ້ຮອດປ່າຫລັງຈາກມືດແລ້ວ ແລະ ເຮົາກໍປຽກ ແລະ ໜາວເພາະມີຫິມະຢູ່ທາງ. ຂ້າພະເຈົ້າສາມາດຄິດແຕ່ນຳເລື່ອງກໍ່ໄຟບັກໃຫຍ່ໆ. ຂ້າພະເຈົ້າໄດ້ອອກແຮງທັນທີທີ່ໄປຮອດ, ໃຊ້ຂວານໃໝ່ຕັດຕົ້ນໄມ້ທີ່ຕາຍແລ້ວ. ຂະນະທີ່ຟາດຂວານ ຂ້າພະເຈົ້າຮູ້ສຶກອຶດອັດໃຈເພາະມັນບໍ່ໄດ້ຕັດດີປານໃດ. ໃນຄວາມອຶດອັດໃຈນັ້ນ, ຂ້າພະເຈົ້າໄດ້ເຮັດແຮງກວ່າເກົ່າ. ດ້ວຍຄວາມຕົກໃຈ ຂ້າພະເຈົ້າໄດ້ກັບໄປຄ້າຍພ້ອມດ້ວຍທ່ອນໄມ້ແຕ່ໜ້ອຍດຽວ. ຈາກແສງໄຟຂອງຄົນອື່ນ, ຂ້າພະເຈົ້າພົບເຫັນບັນຫາ. ຂ້າພະເຈົ້າບໍ່ໄດ້ຖອດປອກຂວານເລີຍ. ແຕ່ຂ້າພະເຈົ້າສາມາດບອກໄດ້ວ່າ ປອກຂວານທີ່ເຮັດດ້ວຍໜັງຂາດສ້ອຍໝົດ. ບົດຮຽນກໍຄື: ຂ້າພະເຈົ້າໄດ້ລືມສິ່ງອື່ນອີກ.
ຂະນະທີ່ເຮົາພະຍາຍາມກ້າວຂຶ້ນສູ່ຄວາມສູງສົ່ງ, ເຮົາຕ້ອງປະຕິບັດຕາມຂໍ້ກຳນົດທຸກຢ່າງ ແລະ ບໍ່ຄວນເອົາໃຈໃສ່ແຕ່ພຽງສອງສາມຢ່າງເທົ່ານັ້ນ ຫລື ສິ່ງອື່ນໆທີ່ບໍ່ກ່ຽວຂ້ອງ. ການສະແຫວງຫາອານາຈັກຂອງພຣະເຈົ້ານຳໄປສູ່ຄວາມຊື່ນຊົມ ແລະ ຄວາມສຸກ.1 ຖ້າຈຳເປັນເຮົາຕ້ອງຍອມເຕັມໃຈທີ່ຈະ ປ່ຽນ. ການແກ້ໄຂເລື້ອຍໆທີ່ເລັກໆນ້ອຍໆຈະບໍ່ເຈັບປວດ ແລະ ວຸ້ນວາຍ ເໝືອນການປ່ຽນແປງທີ່ໃຫຍ່ໆ.
ເມື່ອບໍ່ດົນມານີ້, ຊິດສະເຕີແພ໊ກເກີກັບຂ້າພະເຈົ້າໄດ້ເດີນທາງໄປຫລາຍປະເທດ. ພວກເຮົາໄດ້ຕຽມໜັງສືຜ່ານແດນພ້ອມດ້ວຍເອກະສານອື່ນໆ. ພວກເຮົາໄດ້ສັກຢາທີ່ຈຳເປັນ, ໄດ້ໄປກວດສຸຂະພາບ, ໄດ້ເຮັດໃບວີຊາ, ໄດ້ຮັບຕາປະທັບ. ເມື່ອໄປເຖິງ, ກໍມີການກວດເອກະສານຂອງພວກເຮົາ ແລະ ເມື່ອຮຽບຮ້ອຍທຸກຢ່າງແລ້ວ, ພວກເຮົາກໍໄດ້ຮັບອະນຸຍາດໃຫ້ເຂົ້າເມືອງ.
ການມີຄຸນຄ່າສຳລັບຄວາມສູງສົ່ງ ກໍຄືກັນກັບການເຂົ້າປະເທດອື່ນ. ເຮົາແຕ່ລະຄົນຕ້ອງໄດ້ຮັບໜັງສືຜ່ານແດນທາງວິນຍານຂອງຕົນ. ເຮົາບໍ່ໄດ້ ຕັ້ງ ຂໍ້ກຳນົດເອງ, ແຕ່ເຮົາແຕ່ລະຄົນຕ້ອງຜ່ານຂໍ້ກຳນົດເຫລົ່ານັ້ນທັງໝົດ. ແຜນແຫ່ງຄວາມລອດປະກອບດ້ວຍຄຳສອນ, ກົດ, ພຣະບັນຍັດ, ແລະ ພິທີການທັງໝົດ ທີ່ຈຳເປັນສຳລັບຂໍ້ກຳນົດ ທັງໝົດ ສຳລັບຄວາມສົ່ງ.2 ການຊົດໃຊ້ຂອງພຣະເຢຊູຄຣິດ, ມະນຸດທັງປວງຈະລອດ.3 ສາດສະໜາຈັກຈະຊ່ອຍເຫລືອ, ແຕ່ບໍ່ສາມາດເຮັດແທນເຮົາ. ການມີຄ່າຄວນສຳລັບຄວາມສູງສົ່ງ ຕ້ອງໄດ້ໃຊ້ຄວາມພະຍາຍາມຕະຫລອດຊີວິດຂອງເຮົາ.
ພຣະຄຣິດໄດ້ຈັດຕັ້ງສາດສະໜາຈັກຂອງພຣະອົງຂຶ້ນເພື່ອຊ່ອຍເຫລືອເຮົາ. ພຣະອົງໄດ້ເອີ້ນ 15 ຄົນທີ່ເຮົາສະໜັບສະໜູນໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ເພື່ອນຳພາສາດສະໜາຈັກ ແລະ ສອນຜູ້ຄົນ. ຝ່າຍປະທານສູງສຸດ4 ແລະ ສະພາອັກຄະສາວົກສິບສອງ5 ມີພະລັງ ແລະ ສິດອຳນາດທີ່ເທົ່າທຽມກັນ,6 ແລະ ອັກຄະສາວົກຜູ້ໃຫຍ່ສຸດຖືກແຕ່ງຕັ້ງເປັນປະທານຂອງສາດສະໜາຈັກ.7 ສາວົກເຈັດສິບກໍຖືກເອີ້ນເພື່ອໃຫ້ຊ່ອຍເຫລືອ. ຜູ້ນຳບໍ່ໄດ້ຕັ້ງຂໍ້ກຳນົດສຳລັບຄວາມສູງສົ່ງ. ແມ່ນພຣະເຈົ້າທີ່ຕັ້ງມັນຂຶ້ນ! ຜູ້ນຳໄດ້ຖືກເອີ້ນເພື່ອສິດສອນ, ອະທິບາຍ, ແນະນຳ ແລະ ເຕືອນ ເພື່ອວ່າເຮົາຈະຢູ່ໃນເສັ້ນທາງ.8
ຕາມທີ່ອະທິບາຍໃນຄູ່ມືການບໍລິຫານສາດສະໜາຈັກ ມີຄຳວ່າ: “ໃນການບັນລຸຈຸດປະສົງທີ່ຈະຊ່ອຍບຸກຄົນ ແລະ ຄອບຄົວໃຫ້ເໝາະສົມກັບຄວາມສູງສົ່ງ, ສາດສະໜາຈັກຈຶ່ງເອົາໃຈໃສ່ກັບໜ້າທີ່ຮັບຜິດຊອບທີ່ພຣະເຈົ້າກຳນົດໄວ້. ຄືການຊ່ອຍໃຫ້ສະມາຊິກດຳເນີນຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ການຮວບຮວມຊາວອິດສະຣາເອນຜ່ານວຽກງານເຜີຍແຜ່, ການດູແລຄົນຍາກຈົນ ແລະ ຄົນຂັດສົນ, ຕະຫລອດທັງການເປີດໂອກາດໃຫ້ຄົນຕາຍໄດ້ຮັບຄວາມລອດໂດຍການສ້າງພຣະວິຫານ ແລະ ປະກອບພິທີແທນຄົນຕາຍ.”9 ການເນັ້ນສີ່ປະການດັ່ງກ່າວພ້ອມດ້ວຍກົດ, ພຣະບັນຍັດ, ແລະ ພິທີການຕ່າງໆ ແມ່ນສິ່ງທີ່ກຳນົດໄວ້ ບໍ່ແມ່ນສິ່ງທີ່ເລືອກເອງໄດ້. ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ໂດຍການເຮັດສິ່ງທັງໝົດນີ້, ເຮົາໄດ້ເພີ່ມຕາປະທັບໃຫ້ໜັງສືຜ່ານແດນທາງວິນຍານຂອງເຮົາ.
ໃນລະຫວ່າງກອງປະຊຸມນີ້ ເຮົາໄດ້ຮັບການສິດສອນກ່ຽວກັບການປ່ຽນແປງທີ່ຈະຊ່ອຍເຮົາທຸກຄົນຕຽມຕົວໄດ້ດີກວ່າເກົ່າ.
ຄອບຄົວແມ່ນຈຸດໃຫຍ່ໃຈກາງໃນແຜນແຫ່ງຄວາມລອດ ແລະ ອາດຈະແມ່ນເຫດທີ່ແຜນນີ້ຖືກເອີ້ນວ່າ ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.10 ປະທານ ບອຍ ເຄ ແພ໊ກເກີ ເຄີຍເວົ້າວ່າ, “ຈຸດປະສົງສຸດຍອດຂອງກິດຈະກຳທັງໝົດໃນສາດສະໜາຈັກແມ່ນ ເພື່ອໃຫ້ສາມີພັນລະຍາ ແລະ ລູກໆຂອງເຂົາເຈົ້າມີຄວາມສຸກທີ່ບ້ານ.”11
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ກ່າວວ່າ, “ຄວາມສຳເລັດຜົນຂອງເຮົາ ທັງຕົວເຮົາເອງ ແລະ ທັງສາດສະໜາຈັກ ສ່ວນຫລາຍຈະຂຶ້ນຢູ່ກັບການເອົາໃຈໃສ່ພຽງໃດ ໂດຍສັດທາຂອງເຮົາໃນການດຳເນີນຊີວິດຕາມພຣະກິດຕິຄຸນຢູ່ໃນບ້ານ.”12 ວຽກງານພຣະວິຫານ ແລະ ການສືບປະຫວັດຄອບຄົວແມ່ນພາກສ່ວນຂອງການດຳເນີນຊີວິດຕາມພຣະກິດຕິຄຸນໃນບ້ານ. ມັນຄວນເປັນກິດຈະກຳຂອງຄອບຄົວຫລາຍກວ່າເປັນກິດຈະກຳຂອງສາດສະໜາຈັກ.
ມີການເນັ້ນໃໝ່ເລື່ອງການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ຈາກຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ.13 ວິທີທີ່ທ່ານຕອບການເນັ້ນດັ່ງກ່າວນີ້ຈະເພີ່ມທະວີຄວາມຊື່ນຊົມ ແລະ ຄວາມສຸກໃຫ້ແກ່ຕົວເອງ ແລະ ຄອບຄົວ.
Doctrine and Covenants ພາກທີ 128 ກ່າວວ່າ ວັນສຳຄັນຂອງພຣະເຈົ້າກຳລັງຈະມາເຖິງ ... ສະນັ້ນເຮົາໃນຖານະໄພ່ພົນຍຸກສຸດທ້າຍຖະຫວາຍເຄື່ອງຖະຫວາຍບູຊາໃນຄວາມຊອບທຳແດ່ພຣະຜູ້ເປັນເຈົ້າ. ແລະ ເຮົາຄວນຖະຫວາຍໃນພຣະວິຫານທີ່ສັກສິດຂອງພຣະອົງ...ປື້ມຫົວໜຶ່ງທີ່ມີບັນທຶກຄົນຕາຍຂອງເຮົາ ຊຶ່ງຈະສົມຄວນແກ່ການຍອມຮັບທັງປວງ.14
ປື້ມຫົວດັ່ງກ່າວຈະຕຽມໄວ້ຈາກບັນທຶກລາຍຊື່ ແລະ ພິທີການ ໃນສາງຂໍ້ມູນ FamilyTree (ຕົ້ນຄອບຄົວ) ຂອງສາດສະໜາຈັກ.
ຂ້າພະເຈົ້າກວດເບິ່ງ ແລະ ເຕີມບັນທຶກໃສ່ໃນສາງຂໍ້ມູນດັ່ງກ່າວນີ້ ເພາະຂ້າພະເຈົ້າຢາກໃຫ້ຊື່ຂອງຄົນທີ່ຂ້າພະເຈົ້າຮັກມີບັນຈຸຢູ່ໃນປື້ມຫົວນັ້ນ. ແລ້ວທ່ານເດ້?
Doctrine and Covenants ພາກທີ 128 ກ່າວວ່າ, ຖ້າເຮົາບໍ່ມີບັນພະບຸລຸດຂອງເຮົາ ພຣະອົງຈະເຮັດໃຫ້ດີພ້ອມບໍ່ໄດ້; ຖ້າບັນພະບຸລຸດຂອງເຮົາບໍ່ມີເຮົາ ພຣະອົງກໍຈະເຮັດໃຫ້ດີພ້ອມບໍ່ໄດ້ຄືກັນ.15
ປະຫວັດຄອບຄົວແມ່ນເກີນກວ່າລຳດັບເຊື້ອສາຍ, ກົດລະບຽບ, ລາຍຊື່, ວັນທີ, ແລະ ສະຖານທີ່ເທົ່ານັ້ນ. ມັນເກີນກວ່າການເອົາໃຈໃສ່ເລື່ອງອາດີດ. ປະຫວັດຄອບຄົວແມ່ນຮ່ວມດ້ວຍປະຈຸບັນໃນຂະນະທີ່ເຮົາສ້າງປະຫວັດຂອງເຮົາເອງ. ມັນຮ່ວມດ້ວຍອະນາຄົດໃນຂະນະທີ່ເຮົາຕຽມໂຄງຮ່າງປະຫວັດສຳລັບລູກຫລານໃນອະນາຄົດ. ຍົກຕົວຢ່າງ ແມ່ໜຸ່ມທີ່ເລົ່າເລື່ອງຄອບຄົວ ແລະ ສະແດງຮູບພາບນຳລູກໆ ກໍກຳລັງເຮັດວຽກງານສືບປະຫວັດຄອບຄົວຄືກັນ.
ຄືກັນກັບການຮັບສິນລະລຶກ, ການໄປປະຊຸມ, ການອ່ານພຣະຄຳພີ, ແລະ ການອະທິຖານສ່ວນຕົວ ວຽກງານສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ຄວນເປັນພວກສ່ວນໜຶ່ງທີ່ເຮົາເຮັດເປັນສ່ວນຕົວເປັນປະຈຳ. ການຕອບຮັບຂອງພວກຊາວໜຸ່ມຂອງເຮົາຕໍ່ຄຳເຊື້ອເຊີນຂອງສາດສະດາ ເປັນສິ່ງທີ່ໜ້າປະທັບໃຈຫລາຍ ແລະ ພິສູດວ່າ ການນີ້ ສາມາດ ແລະ ຄວນ ຈະມີສະມາຊິກ ທຸກຄົນ ເຮັດ ບໍ່ວ່າ ອາຍຸເທົ່າໃດ ກໍຕາມ.
ຕາມທີ່ແອວເດີ ຄວນຕິນ ແອວ ຄຸກ ເຄີຍອະທິບາຍ, “ດຽວນີ້ເຮົາມີຄຳສອນ, ມີພຣະວິຫານ, ແລະ ມີເທັກໂນໂລຈີ.”16 ບັດນີ້ ການເຮັດວຽກງານນີ້ແມ່ນງ່າຍຂຶ້ນຫລາຍ, ແຕ່ມີສະມາຊິກບາງຈຳນວນເທົ່ານັ້ນ ທີ່ຖືວ່າວຽກງານນີ້ສຳຄັນຫລາຍເປັນອັນດັບແລກ. ການເຮັດວຽກງານນີ້ ຕ້ອງໃຊ້ເວລາ ແລະ ການເສຍສະລະ, ແຕ່ ທຸກຄົນ ສາມາດເຮັດໄດ້ ແລະ ເຮັດໄດ້ງ່າຍ ຖ້າປຽບທຽບໃສ່ກັບບໍ່ຫລາຍປີມາກ່ອນ.
ເພື່ອຊ່ອຍເຫລືອສະມາຊິກ ສາດສະໜາຈັກໄດ້ຮວບຮວມເອົາບັນທຶກມາ ແລະ ຈັດຫາເຄື່ອງຊ່ອຍເຫລືອວຽກງານນີ້ ເພື່ອວ່າວຽກງານສ່ວນຫລາຍສາມາດເຮັດໄດ້ໃນບ້ານຂອງເຮົາເອງ ຫລື ເຮັດໃນໂບດ ແລະ ທີ່ພຣະວິຫານຂອງເຮົາ. ອຸບປະສັກເກືອບທັງໝົດກໍໄດ້ຖືກຳຈັດໄປແລ້ວ. ບໍ່ວ່າ ທ່ານຄິດຈັ່ງໃດໃນເມື່ອກ່ອນ ດຽວນີ້ ບໍ່ຄືເກົ່າແລ້ວ!
ແຕ່ມີອຸບປະສັກອັນໜຶ່ງທີ່ສາດສະໜາຈັກບໍ່ສາມາດເອົາອອກໄປ. ນັ້ນຄືຄວາມລັງເລໃຈຂອງບຸກຄົນທີ່ຈະເຮັດວຽກງານນີ້. ຕ້ອງການແຕ່ຄວາມຕັ້ງໃຈ ແລະ ການອອກແຮງໜ້ອຍໜຶ່ງເທົ່ານັ້ນ. ບໍ່ຕ້ອງໃຊ້ເວລາຫລາຍ. ໃຊ້ແຕ່ເວລາໜ້ອຍດຽວ ເຮັດໄປເລື້ອຍໆ ຈະນຳຄວາມສຸກຂອງວຽກງານນີ້ມາໃຫ້. ຂໍໃຫ້ທ່ານຈົ່ງຕັດສິນໃຈທີ່ຈະເລີ່ມຕົ້ນ, ທີ່ຈະຮຽນ, ແລະ ຂໍໃຫ້ຄົນອື່ນຊ່ອຍເຫລືອ. ເຂົາເຈົ້າຊິຊ່ອຍຢູ່ດອກ! ຊື່ທີ່ທ່ານຄົ້ນພົບ ແລະ ນຳເອົາໄປພຣະວິຫານນັ້ນ ຈະກາຍເປັນບັນທຶກໃນ “ປື້ມຫົວນັ້ນ.”17
ເຖິງແມ່ນມີສະມາຊິກຫລາຍກວ່າເກົ່າຮ່ວມມືໃນວຽກງານນີ້, ແຕ່ພວກເຮົາຍັງເຫັນວ່າ ສະມາຊິກຈຳນວນໜ້ອຍຮ່ວມເຮັດເປັນປະຈຳໃນການຄົ້ນຫາລາຍຊື່ ແລະ ເຮັດພິທີການໃນພຣະວິຫານເພື່ອບັນພະບຸລຸດຂອງຕົນ.18ເຮົາຄວນຈະປ່ຽນລຳດັບຄວາມສຳຄັນຂອງເຮົາ. ບໍ່ຕ້ອງຕໍ່ສູ້ເລື່ອງນີ້, ຕ້ອງຮັບມັນ! ການປ່ຽນແມ່ນພາກສ່ວນໜຶ່ງໃນແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.
ວຽກງານນີ້ເປັນສິ່ງຈຳເປັນທີ່ຈະຕ້ອງເຮັດ, ບໍ່ແມ່ນເພື່ອປະໂຫຍດຂອງສາດສະໜາຈັກ, ແຕ່ເພື່ອຄົນຕາຍຂອງເຮົາ ແລະ ເພື່ອຕົວເຮົາເອງ. ເຮົາພ້ອມກັບບັນພະບຸລຸດທີ່ຕາຍໄປແລ້ວຂອງເຮົາຕ້ອງມີຕາປະທັບໄວ້ໃນໜັງສືຜ່ານແດນທາງວິນຍານຂອງເຮົາ.
“ການຮ່ວມຄອບຄົວເຮົາໃຫ້ຕິດຕໍ່ເຂົ້າກັນ”19 ຫລາຍຊົ່ວອາຍຸຄົນ ສາມາດເກີດຢູ່ໃນພຣະວິຫານຜ່ານທາງພິທີການຜະນຶກເທົ່ານັ້ນ. ມັນງ່າຍທີ່ຈະເຮັດ: ຊອກຫາຊື່ ແລະ ເອົາໄປພຣະວິຫານ. ແລ້ວທ່ານຈະສາມາດຊ່ອຍຄົນອື່ນເຮັດຄືກັນ.
ໂດຍທີ່ມີການຍົກເວັ້ນເລັກນ້ອຍ, ທຸກຄົນ—ທຸກຄົນ—ສາມາດເຮັດສິ່ງນີ້ໄດ້!
ມີພອນແທ້ໆທີ່ມາກັບການນີ້. ພໍ່ແມ່ ແລະ ຜູ້ນຳຫລາຍຄົນກໍເປັນຫ່ວງເປັນໄຍນຳສະຖານະການຂອງໂລກໃນປະຈຸບັນ ແລະ ຜົນກະທົບຕໍ່ຄອບຄົວ ແລະ ຊາວໜຸ່ມ.
ແອວເດີ ເດວິດ ເອ ແບ໊ດນາ ເຄີຍສັນຍາວ່າ: “ຂ້າພະເຈົ້າຂໍເຊີນຊາວໜຸ່ມໃນສາດສະໜາຈັກໃຫ້ຮຽນຮູ້ ແລະ ຮູ້ສຶກເຖິງວິນຍານແຫ່ງເອລີຢາ. ... ຂ້າພະເຈົ້າສັນຍາວ່າ ພວກເຈົ້າຈະຖືກປົກປ້ອງຈາກອິດທິພົນທີ່ຮ້າຍແຮງຂອງຜູ້ກົງກັນຂ້າມ. ຂະນະທີ່ພວກເຈົ້າຮ່ວມມື ແລະ ເຮັດວຽກງານສັກສິດນີ້ ພວກເຈົ້າຈະຖືກປົກປ້ອງໃນໄວໜຸ່ມຂອງພວກເຈົ້າ ແລະ ຕະຫລອດຊີວິດຂອງພວກເຈົ້າ.”20
ອ້າຍເອື້ອຍນ້ອງທັງຫລາຍ, ເວລາມາເຖິງແລ້ວທີ່ເຮົາຖອດປອກຂວານຂອງເຮົາອອກ ແລະ ລົງມືເຮັດວຽກງານ. ເຮົາບໍ່ຄວນຈະສະລະຄວາມສູງສົ່ງຂອງເຮົາ ຫລື ຄອບຄົວຂອງເຮົາໄປ ເພື່ອເລື່ອງອື່ນໆທີ່ບໍ່ສຳຄັນ.
ນີ້ແມ່ນວຽກງານຂອງພຣະເຈົ້າ, ຊຶ່ງສະມາຊິກ ແລະ ຜູ້ບໍ່ເປັນສະມາຊິກຄົນໜຸ່ມ ແລະ ຄົນແກ່, ທັງຊາຍ ແລະ ຍິງ ຈະຕ້ອງເຮັດ.
ຂ້າພະເຈົ້າຂໍປີດທ້າຍດ້ວຍຖ້ອຍຄຳຂອງເພງສວດ ເລກທີ 324, ທີ່ວ່າ:
ຈົ່ງລຸກຂຶ້ນໄພ່ພົນຂອງພຣະເຈົ້າ!
ເຄີຍໄດ້ເຮັດສິ່ງທີ່ສະບາຍ.
ຈົ່ງມອບຈິດໃຈ ແລະ ຄວາມຄິດ ທັງກຳລັງ
ເພື່ອຮັບໃຊ້ຈອມເຈົ້າກະສັດ.21
ພຣະເຢຊູຄື ກະສັດອົງນັ້ນ! ຂ້າພະເຈົ້າເປັນພະຍານເຖິງພຣະອົງ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.