ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ
ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໂດຍການໃຊ້ຄຳກຳມະ ດັ່ງຕໍ່ໄປນີ້: “ຈົ່ງມາຫາເຮົາ,” “ຈົ່ງຕາມເຮົາມາ,” “ຈົ່ງເດີນໄປກັບເຮົາ.” ໃນແຕ່ກໍລະນີ ມັນເປັນການເຊື້ອເຊີນໃຫ້ລົງມືປະຕິບັດ.
“ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າປະທານໃຫ້ທຸກປະຊາຊາດ ດ້ວຍຊາດ ແລະ ພາສາຂອງຕົນເອງເພື່ອສອນພຣະຄຳຂອງພຣະອົງ.”1 ໃນວັນເວລານີ້ ພຣະຄຳພີຂໍ້ນີ້ກໍເປັນຄວາມຈິງອີກຄັ້ງ ເພາະຂ້າພະເຈົ້າໄດ້ຮັບໂອກາດໃຫ້ສະແດງຄວາມຮູ້ສຶກຂອງຂ້າພະເຈົ້າໃນພາສາຂອງຂ້າພະເຈົ້າເອງ.
ໃນປີ 1975 ຂ້າພະເຈົ້າໄດ້ຮັບໃຊ້ເປັນຜູ້ສອນສາດສະໜາໜຸ່ມຢູ່ທີ່ເຂດເຜີຍແຜ່ຢູ່ ຢູຣູກວາຍ ປາຣາກວາຍ. ໃນເດືອນທຳອິດຂອງຂ້າພະເຈົ້າໃນສະໜາມເຜີຍແຜ່, ຜູ້ນຳເຂດໄດ້ຈັດກິດຈະກຳຂຶ້ນເພື່ອສະແດງຫລັກທຳພຣະກິດຕິຄຸນ. ຜູ້ສອນສາດສະໜາແຕ່ລະຄົນໃນເຂດໄດ້ມີຜ້າມັດບັງຕາ, ແລະ ພວກເຮົາຖືກບອກວ່າໃຫ້ຕິດຕາມເສັ້ນທາງທີ່ນຳໄປສູ່ຫ້ອງກິລາ. ພວກເຮົາຕ້ອງຕິດຕາມສຽງຂອງຜູ້ນຳບາງຄົນໂດຍສະເພາະ, ສຽງທີ່ພວກເຮົາໄດ້ຍິນ ກ່ອນເລີ່ມການຍ່າງນັ້ນ. ເຖິງຢ່າງໃດກໍຕາມ, ພວກເຮົາຖືກເຕືອນວ່າ ໃນລະຫວ່າງທາງພວກເຮົາຈະໄດ້ຍິນສຽງອື່ນໆທີ່ຈະພະຍາຍາມເຮັດໃຫ້ພວກເຮົາສັບສົນ ແລະ ຊັກຊວນໃຫ້ເຮົາອອກໄປຈາກເສັ້ນທາງນັ້ນ.
ຫລັງຈາກໄດ້ຍິນສຽງດັງ, ການເວົ້າລົມ, ສອງສາມນາທີ ແລະ ໃນທ່າມກາງສຽງເຫລົ່ານັ້ນ ສຽງທີ່ໄດ້ກ່າວວ່າ, “ຈົ່ງຕາມເຮົາມາ,” ແລະ ຂ້າພະເຈົ້າໄດ້ຮູ້ສຶກໝັ້ນໃຈວ່າຂ້າພະເຈົ້າໄດ້ຕິດຕາມສຽງທີ່ຖືກຕ້ອງ. ເມື່ອພວກເຮົາໄປເຖິງຫ້ອງກິລາ, ພວກເຮົາໄດ້ຖືກບອກໃຫ້ແກ້ຜ້າບັງຕາອອກ. ເມື່ອຂ້າພະເຈົ້າໄດ້ແກ້ຜ້າອອກ, ຂ້າພະເຈົ້າໄດ້ຮູ້ວ່າມີສອງກຸ່ມ ແລະ ວ່າຂ້າພະເຈົ້າໄດ້ຕິດຕາມສຽງຜິດ. ຂ້າພະເຈົ້າໄດ້ກ່າວກັບຕົວເອງວ່າ, “ສຽງນັ້ນຄ້າຍຄືກັນກັບສຽງທີ່ຖືກຕ້ອງຫລາຍ.”
ປະສົບການທີ່ໄດ້ເກີດຂຶ້ນເມື່ອ 39 ປີກ່ອນໄດ້ມີຜົນກະທົບທີ່ຍາວນານຕໍ່ຂ້າພະເຈົ້າ. ຂ້າພະເຈົ້າໄດ້ບອກຕົວເອງວ່າ, “ຢ່າຕິດຕາມສຽງທີ່ຜິດອີກຈັກເທື່ອ.” ແລ້ວຂ້າພະເຈົ້າໄດ້ບອກຕົວເອງວ່າ, “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ.”
ຂ້າພະເຈົ້າຢາກປຽບທຽບປະສົບການນີ້ກັບຄຳເຊຶ້ອເຊີນອັນລະອຽດອ່ອນຂອງພຣະຜູ້ຊ່ອຍໃຫ້ລອດວ່າ:
“ເຮົານີ້ແຫລະ ເປັນຜູ້ລ້ຽງແກະທີ່ດີ. …
“ແກະຂອງເຮົາກໍຟັງສຽງຂອງເຮົາ, ແລະ ເຮົາຮູ້ຈັກເຂົາ, ແລະ ເຂົາກໍຕາມເຮົາໄປ.”2
ຄຳເຊື້ອເຊີນຂອງພຣະອົງໃຫ້ “ຕິດຕາມພຣະອົງ,” ແມ່ນງ່າຍດາຍ, ກົງໄປກົງມາ, ແລະ ເປັນຄຳເຊື້ອເຊີນທີ່ມີພະລັງຫລາຍທີ່ສຸດ ທີ່ເຮົາສາມາດໄດ້ຮັບ. ມັນມາຈາກສຸລະສຽງທີ່ແຈ້ງຊັດ ທີ່ບໍ່ສາມາດສັບສົນກັບສຽງໃດເລີຍ.
ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໂດຍການໃຊ້ຄຳກຳມະ ທີ່ວ່າ: “ຈົ່ງມາຫາເຮົາ,” “ຈົ່ງຕາມເຮົາມາ,” “ຈົ່ງເດີນໄປກັບເຮົາ.” ໃນແຕ່ກໍລະນີ ມັນບໍ່ໄດ້ເປັນການເຊື້ອເຊີນທີ່ໃຫ້ຢູ່ຊື່ໆ; ມັນເປັນການເຊື້ອເຊີນໃຫ້ລົງມືປະຕິບັດ. ອົງທີ່ເປັນສາດສະດາທີ່ຍິ່ງໃຫຍ່ທີ່ສຸດ, ອາຈານທີ່ຍິ່ງໃຫຍ່ທີ່ສຸດ, ພຣະບຸດຂອງພຣະເຈົ້າ, ພຣະເມຊີອາ ໄດ້ສົ່ງຄຳເຊື້ອເຊີນນີ້ອອກໄປສູ່ມະນຸດທັງປວງ.
ຄຳເຊື້ອເຊີນ “ຈົ່ງມາຫາເຮົາ”
“ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.”3
ພວກທ່ານ ຜູ້ທີ່ຍັງບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ ຈະໄດ້ຮັບການເຊື້ອເຊີນນີ້ ຜ່ານສຽງຂອງຜູ້ສອນສາດສະໜາ ດ້ວຍຄຳທີ່ວ່າ: “ທ່ານຈະອ່ານພຣະຄຳພີມໍມອນບໍ? ທ່ານຈະອະທິຖານບໍ? ທ່ານຈະໄປໂບດບໍ? ທ່ານຈະເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ ແລະ ຮັບບັບຕິສະມາ ໂດຍຜູ້ທີ່ມີສິດອຳນາດນັ້ນບໍ?”4 ທ່ານຈະຕອບຮັບການເຊື້ອເຊີນນີ້ໃນວັນເວລານີ້ແນວໃດ?5
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຮັບຟັງ ແລະ ຮັບເອົາຂ່າວສານໂດຍກ່າວວ່າ, “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ!”
ຄາໂລສ໌ ບາດີໂອລາ ແລະ ຄອບຄົວ, ທີ່ເມືອງມີນາສ໌ ປະເທດຢູຣູກວາຍ, ໄດ້ພົບກັບຜູ້ສອນສາດສະໜາ. ເພາະພວກແອວເດີຖາມຄຳຖາມຫລາຍຂໍ້ລະຫວ່າງບົດຮຽນ, ເຂົາເຈົ້າຕັດສິນໃຈຈະເຊື້ອເຊີນເພື່ອນບ້ານທີ່ບໍ່ໄດ້ເປັນສະມາຊິກຊື່ ນາງໂນມາ ທີ່ສວຍງາມ ອາຍຸ 14 ປີ ໃຫ້ມາຊ່ອຍເຂົາເຈົ້າຕອບຄຳຖາມ. ນາງໂນມາ ເປັນນັກຮຽນມັດທະຍົມປາຍທີ່ກະຕືລືລົ້ມ ຜູ້ທີ່ກຳລັງສຶກສາພຣະຄຣິສຕະທຳຄຳພີ ຢູ່ທີ່ໂຮງຮຽນໃນປີນັ້ນ; ສະນັ້ນເມື່ອຜູ້ສອນສາດສະໜາໄດ້ຖາມຄຳຖາມ, ນາງໂນມາໄດ້ຕອບຄຳຖາມ. ນາງໄດ້ເປັນ “ຜູ້ສົນໃຈທີ່ມີຄຸນຄ່າຫລາຍ.” ບົດຮຽນທີ່ຖືກສອນໃນມື້ນັ້ນແມ່ນກ່ຽວກັບກົດພຣະວາຈາແຫ່ງປັນຍາ.
ເມື່ອນາງໄດ້ກັບບ້ານຫລັງຈາກໄດ້ຮຽນບົດຮຽນນຳຜູ້ສອນສາດສະໜາແລ້ວ, ນາງໂນມາ ໄດ້ຮູ້ວ່ານາງຕ້ອງເຮັດຫຍັງແດ່. ນາງໄດ້ບອກແມ່ຂອງນາງວ່າ, “ແມ່ເອີຍ, ແຕ່ຈາກນີ້ໄປລູກຈະບໍ່ດື່ມກາເຟກັບນ້ຳນົມອີກເດີ້. ພຽງແຕ່ນ້ຳນົມເທົ່ານັ້ນ.” ຄຳເວົ້າຂອງນາງເປັນການສະແດງໃຫ້ເຫັນຄວາມປາດຖະໜາຂອງນາງທີ່ຈະຮັບເອົາຄຳເຊື້ອເຊີນທີ່ຈະຕິດຕາມພຣະຄຣິດ, ຕາມທີ່ຜູ້ສອນສາດສະໜາໄດ້ສະເໜີໃຫ້ນາງ.
ທັງ ຄາໂລສ໌ ບາດີໂອລາ ແລະ ນາງໂນມາ ກໍໄດ້ຮັບບັບຕິສະມາ. ຕໍ່ມາ, ໂດຍທີ່ຕິດຕາມຕົວຢ່າງຂອງນາງໂນມາ, ແມ່, ພໍ່, ແລະ ອ້າຍເອື້ອຍນ້ອງຂອງນາງກໍໄດ້ຮັບບັບຕິສະມາ. ນາງໂນມາ ແລະ ຂ້າພະເຈົ້າໄດ້ເຕີບໂຕຂຶ້ນມານຳກັນໃນສາຂານ້ອຍໆ ແຕ່ມີພະລັງນັ້ນ. ຕໍ່ມາ, ເມື່ອຂ້າພະເຈົ້າໄດ້ກັບຈາກການເຜີຍແຜ່, ພວກຂ້າພະເຈົ້າກໍໄດ້ແຕ່ງງານກັນ. ຂ້າພະເຈົ້າໄດ້ຮູ້ຢູ່ສະເໝີວ່າ ມັນຈະງ່າຍຂຶ້ນທີ່ຈະຕິດຕາມພຣະຜູ້ຊ່ອຍໃຫ້ລອດ ເມື່ອມີນາງຢູ່ຄຽງຂ້າງຂ້າພະເຈົ້າ.
ຜູ້ທີ່ເປັນສະມາຊິກຂອງສາດສະໜາຈັກ ແລະ ໄດ້ຮັບເອົາການເຊື້ອເຊີນນີ້ຈະຕໍ່ຄຳໝັ້ນສັນຍາແຕ່ລະອາທິດ ທີ່ຈະຮັບສ່ວນສິນລະລຶກ.6 ສ່ວນໜຶ່ງໃນຄຳໝັ້ນສັນຍານັ້ນແມ່ນຮ່ວມດ້ວຍການຮັກສາພຣະບັນຍັດ ແລະ ເມື່ອເຮັດດັ່ງນັ້ນ ທ່ານກໍກຳລັງກ່າວວ່າ, “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ!”7
ຄຳເຊື້ອເຊີນ “ຈົ່ງຕາມເຮົາມາ”
“ຈົ່ງຕາມເຮົາມາ,” ໄດ້ເປັນຄຳເຊື້ອເຊີນຂອງພຣະອົງຕໍ່ເສດຖີໜຸ່ມ. ເສດຖີຄົນນັ້ນໄດ້ຮັກສາພຣະບັນຍັດຕະຫລອດຊີວິດຂອງລາວ. ເມື່ອລາວໄດ້ຖາມວ່າລາວຕ້ອງປະຕິບັດຢ່າງໃດຕື່ມອີກ, ລາວໄດ້ຮັບຄຳຕອບດ້ວຍຄຳເຊື້ອເຊີນທີ່ແຈ່ມແຈ້ງວ່າ: “ຈົ່ງຕາມເຮົາມາ.”8 ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າຄຳເຊື້ອເຊີນນັ້ນລຽບງ່າຍ, ມັນບໍ່ໄດ້ເປັນໄປປາດສະຈາກການເສຍສະລະ. ມັນໄດ້ຮຽກຮ້ອງຄວາມພະຍາຍາມ ຮ່ວມກັບການຕັດສິນໃຈ ແລະ ການກະທຳ.
ສາດສະດານີໄຟໄດ້ເຊື້ອເຊີນໃຫ້ສະທ້ອນຄິດເຖິງຕົວເອງ ເມື່ອເພິ່ນໄດ້ຖາມວ່າ: “ແລະ [ພຣະເຢຊູ] ໄດ້ກ່າວກັບລູກຫລານມະນຸດວ່າ: ພວກທ່ານຈົ່ງຕາມເຮົາມາເຖີດ. ດັ່ງນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາຈະຕາມພຣະເຢຊູໄດ້ບໍ ນອກຈາກພວກເຮົາຈະເຕັມໃຈຮັກສາພຣະບັນຍັດຂອງພຣະບິດາ?”9
ຄຳເຊື້ອເຊີນ “ຈົ່ງມາຫາພຣະອົງ,” ມາຟັງສຸລະສຽງຂອງພຣະອົງ, ແລະ ປະຕິບັດຕາມກໍໄດ້ເປັນຂ່າວສານຂອງຜູ້ສອນສາດສະໜາຕັ້ງແຕ່ຕົ້ນ, ທີ່ຊ່ອຍເຫລືອໃຫ້ຄົນທັງຫລາຍປ່ຽນແປງຊີວິດຂອງເຂົາເຈົ້າໄປໃນທາງດີ.
ເມື່ອຫ້າສິບປີກ່ອນ ຜູ້ສອນສາດສະໜາໄດ້ເຂົ້າໄປໃນຮ້ານນາລິກາ ເພື່ອເອົານາລິກາໄປແປງ. ດັ່ງທີ່ຜູ້ສອນສາດສະໜາທີ່ດີໄດ້ເຮັດ, ເຂົາເຈົ້າໄດ້ສວຍເອົາໂອກາດນັ້ນ ທີ່ຈະເວົ້າລົມກັບພໍ່ ແລະ ແມ່ຂອງຂ້າພະເຈົ້າກ່ຽວກັບພຣະກິດຕິຄຸນ. ພໍ່ຂອງຂ້າພະເຈົ້າໄດ້ຮັບເອົາຜູ້ສອນສາດສະໜາ, ແລະ ແມ່ຂອງຂ້າພະເຈົ້າໄດ້ຮັບເອົາຂ່າວສານ ແລະ ຄຳເຊື້ອເຊີນໃຫ້ຕິດຕາມພຣະຄຣິດ. ຈາກມື້ນັ້ນຈົນເຖິງມື້ນີ້, ແມ່ຍັງໄປໂບດຢູ່ເປັນປະຈຳ. ເພິ່ນໄດ້ກ່າວວ່າ, “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ!”
ເມື່ອເຮົາພະຍາຍາມຈະມາຫາພຣະອົງ, ເຮົາຈະມີອຳນາດທີ່ຈະຊ່ອຍບັນເທົາພາລະໜັກຂອງຊີວິດ, ບໍ່ວ່ານັ້ນຈະເປັນທາງຮ່າງກາຍ ຫລື ທາງຝ່າຍວິນຍານ, ແລະ ຈະມີການປ່ຽນແປງທີ່ດີໃນຈິດໃຈ, ທີ່ຈະຊ່ອຍໃຫ້ເຮົາມີຄວາມສຸກຫລາຍຂຶ້ນ.
ຄຳເຊື້ອເຊີນ “ຈົ່ງເດີນໄປກັບເຮົາ”
ເອໂນກຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນໃຫ້ແກ່ຜູ້ຄົນທີ່ມັກຍາກ ແລະ ໃຈແຂງກະດ້າງ. ເພິ່ນໄດ້ຮູ້ສຶກວ່າເພິ່ນບໍ່ມີຄວາມສາມາດພໍ. ເພິ່ນໄດ້ມີຄວາມສົງໄສວ່າເພິ່ນຈະເຮັດໄດ້ຫລືບໍ່. ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄວາມສົງໄສຂອງເພິ່ນສະຫງົບລົງ ແລະ ໄດ້ເສີມກຳລັງໃຫ້ແກ່ສັດທາຂອງເພິ່ນຜ່ານຄຳເຊື້ອເຊີນ ທີ່ວ່າ “ຈົ່ງເດີນໄປກັບເຮົາ” ຄຳເຊື້ອເຊີນທີ່ເໝືອນດັ່ງຄ້ອນເທົ້າຂອງຄົນຕາບອດ ຫລື ອ້ອມແຂນຂອງເພື່ອນຄົນໜຶ່ງ, ສາມາດນຳພາບາດກ້າວຂອງຜູ້ທີ່ບໍ່ໝັ້ນໃຈໄດ້. ໂດຍການຈັບແຂນຂອງພຣະຜູ້ຊ່ອຍໃຫ້ລອດເອົາໄວ້ ແລະ ເດີນໄປກັບພຣະອົງ, ເອໂນກໄດ້ພົບເຫັນວ່າບາດກ້າວຂອງເພິ່ນໄດ້ໝັ້ນຄົງ ແລະ ເພິ່ນໄດ້ກາຍເປັນຜູ້ສອນສາດສະໜາທີ່ຍິ່ງໃຫຍ່ຄົນໜຶ່ງ.10
ການຕັດສິນໃຈເຮັດຕາມຄຳວ່າ “ຈົ່ງມາຫາເຮົາ” ແລະ “ຈົ່ງຕິດຕາມເຮົາມາ” ເປັນເລື່ອງສ່ວນຕົວ. ເມື່ອເຮົາຮັບເອົາຄຳເຊື້ອເຊີນນີ້, ລະດັບຂອງຄຳໝັ້ນສັນຍາກໍມີຫລາຍຂຶ້ນ, ແລະ ແລ້ວໃນເວລານັ້ນເຮົາຈະ “ເດີນໄປກັບພຣະອົງ” ໄດ້. ລະດັບນີ້ຈະສ້າງໃຫ້ຄວາມສຳພັນກັບພຣະຜູ້ເປັນເຈົ້າໃກ້ຊິດຫລາຍຂຶ້ນ---ເປັນຜົນຂອງການຮັບເອົາຄຳເຊື້ອເຊີນເທື່ອທຳອິດຂອງເຮົາ.
ໂນມາ ແລະ ຂ້າພະເຈົ້າໄດ້ຮັບເອົາຄຳເຊື້ອເຊີນທີ່ວ່າ “ຈົ່ງມາຫາເຮົາ” ແລະ “ຈົ່ງຕາມເຮົາມາ” ດ້ວຍຕົວເອງ. ແລ້ວ, ພ້ອມກັນ, ໄດ້ສົ່ງເສີມກັນແລະກັນ, ພວກຂ້າພະເຈົ້າກໍໄດ້ຮຽນຮູ້ທີ່ຈະເດີນໄປກັບພຣະອົງ.
ຄວາມພະຍາຍາມ ແລະ ຄວາມຕັ້ງໃຈ ທີ່ຈະສະແຫວງຫາພຣະອົງ ແລະ ຕິດຕາມພຣະອົງ ຈະໄດ້ຮັບລາງວັນ ດ້ວຍພອນທີ່ເຮົາຕ້ອງການ.
ມັນກໍໄດ້ເປັນດັ່ງນັ້ນກັບຜູ້ຍິງຄົນໜຶ່ງ, ທີ່ມີຄວາມພະຍາຍາມຫລາຍ, ທີ່ໄດ້ແຕະຕ້ອງເສື້ອຂອງພຣະຜູ້ຊ່ອຍໃຫ້ລອດ11 ຫລື ເໝືອນດັ່ງບາຣະຕີມາຍ, ຊາຍທີ່ຕາບອດ, ຜູ້ທີ່ມີຄວາມຕັ້ງໃຈ ທີ່ເປັນປັດໃຈສຳຄັນໃນການມະຫັດສະຈັນ ທີ່ໄດ້ເກີດຂຶ້ນໃນຊີວິດຂອງລາວ.12 ໃນທັງສອງກໍລະນີນີ້ ການປິ່ນປົວທາງຮ່າງກາຍ ແລະ ທາງວິນຍານກໍຖືກປະທານໃຫ້.
ຈົ່ງຍື່ນມືຂອງທ່ານອອກໄປ, ແຕະຕ້ອງອາພອນຂອງພຣະອົງ, ຮັບເອົາຄຳເຊື້ອເຊີນ, ແລ້ວກ່າວວ່າ, “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ”---ແລະ ເດີນໄປກັບພຣະອົງ.
“ຈົ່ງມາຫາເຮົາ,” “ຈົ່ງຕາມເຮົາມາ,” ແລະ “ຈົ່ງເດີນໄປກັບເຮົາ” ເປັນຄຳເຊື້ອເຊີນທີ່ມີອຳນາດ ທີ່ມີຢູ່ໃນຕົວ ສຳລັບຜູ້ທີ່ຍອມຮັບເອົາມັນ ເພື່ອປ່ຽນສະພາບຊີວິດ ແລະ ເພື່ອກໍ່ໃຫ້ເກີດ ການປ່ຽນແປງພາຍໃນຕົວທ່ານ ທີ່ຈະເຮັດໃຫ້ທ່ານກ່າວອອກມາວ່າ, “[ເຮົາ] ບໍ່ມີໃຈທີ່ຈະທຳຄວາມຊົ່ວອີກຕໍ່ໄປ.13
ໃນການສະແດງອອກທາງນອກຂອງການປ່ຽນແປງນັ້ນ, ທ່ານຈະຮູ້ສຶກເຖິງຄວາມປາດຖະໜາອັນແຮງກ້າທີ່ຈະ “ຊ່ອຍຄົນອ່ອນແອ, ຍົກມືທີ່ຕົກ, ແລະ ໃຫ້ກຳລັງຫົວເຂົ່າທີ່ອ່ອນເພຍ.”14
ເຮົາຈະເຮັດຫຍັງແດ່ໃນເວລານີ້ເພື່ອຈະ “ເດີນໄປກັບພຣະອົງໄດ້?”
-
ບຳລຸງລ້ຽງຄວາມປາດຖະໜາ ທີ່ຈະເປັນຜູ້ຕິດຕາມພຣະຄຣິດທີ່ດີກວ່າເກົ່າ.15
-
ອະທິຖານ ເພື່ອຄວາມປາດຖະໜານີ້ ເພື່ອວ່າສັດທາຂອງທ່ານທີ່ມີໃນພຣະອົງຈະເຕີບໂຕຂຶ້ນ.16
-
ສະແຫວງຫາຄວາມຮູ້ ຈາກພຣະຄຳພີ, ທີ່ຈະສ່ອງແສງໃຫ້ແກ່ເສັ້ນທາງ ແລະ ເສີມສ້າງຄວາມປາດຖະໜາຂອງທ່ານທີ່ຈະປ່ຽນແປງ.17
-
ຕັດສິນໃຈໃນເວລານີ້ ທີ່ຈະກະທຳ ແລະ ກ່າວວ່າ, “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ!” ພຽງແຕ່ການຮູ້ຄວາມຈິງເທົ່ານັ້ນຈະບໍ່ປ່ຽນແປງໂລກຂອງທ່ານ ຈົນກວ່າທ່ານຈະຫັນຄວາມຮູ້ນັ້ນໄປເປັນ ການກະທຳ.18
-
ບາກບັ່ນ ການຕັດສິນໃຈທີ່ທ່ານໄດ້ເຮັດລົງໄປ ໂດຍການນຳໃຊ້ຫລັກທຳເຫລົ່ານີ້ທຸກໆມື້.19
ຂໍໃຫ້ຖ້ອຍຄຳຂອງສາດສະດາທີ່ຮັກຂອງເຮົາ, ປະທານທອມມັສ ແອັສ ມອນສັນ, ກະຕຸ້ນເຮົາໃຫ້ລົງມືປະຕິບັດ ໃນຄວາມປາດຖະໜາຂອງເຮົາທີ່ຈະຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ອຍໃຫ້ລອດ. ປະທານມອນສັນໄດ້ກ່າວວ່າ: “ແມ່ນໃຜທີ່ເປັນກະສັດອົງສະຫງ່າລາສີ ກໍແມ່ນພຣະຜູ້ເປັນເຈົ້າອົງນີ້? ພຣະອົງຄືພຣະອາຈານຂອງເຮົາ. ພຣະອົງຄືພຣະຜູ້ໄຖ່ຂອງເຮົາ. ພຣະອົງເປັນພຣະບຸດຂອງພຣະເຈົ້າ. ພຣະອົງເປັນພຣະຜູ້ສ້າງຄວາມລອດຂອງເຮົາ. ພຣະອົງເອີ້ນບອກເຮົາວ່າ, ‘ຈົ່ງຕາມເຮົາມາ.’ ພຣະອົງສັ່ງສອນວ່າ, ‘ທ່ານຈົ່ງໄປ ເຮັດຢ່າງນັ້ນຄືກັນ.’ ພຣະອົງອ້ອນວອນວ່າ, ‘ຈົ່ງຮັກສາພຣະບັນຍັດຂອງເຮົາ.’”20
ຂໍໃຫ້ເຮົາຈົ່ງຕັດສິນໃຈທີ່ຈະຂະຫຍາຍລະດັບຂອງການນະມັດສະການ ແລະ ຄຳໝັ້ນສັນຍາຂອງເຮົາຕໍ່ພຣະເຈົ້າ, ແລະ ຂໍໃຫ້ຄຳຕອບຂອງເຮົາຕໍ່ຄຳເຊື້ອເຊີນຂອງພຣະອົງສົ່ງສຽງດັງກ້ອງ ແລະ ແຈ້ງຊັດວ່າ: “ຂ້ານ້ອຍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ!”21 ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.