ເຂົ້າເຝົ້າພຣະທີ່ນັ່ງຂອງພຣະເຈົ້າດ້ວຍຄວາມໝັ້ນໃຈ
ໂດຍການນຳໃຊ້ການຊົດໃຊ້ຂອງພຣະເຢຊູຄຣິດ ທ່ານຈະສາມາດເພີ່ມຄວາມໝັ້ນໃຈທາງວິນຍານຂອງທ່ານໄດ້ໃນມື້ນີ້ ຖ້າທ່ານເຕັມໃຈທີ່ຈະຮັບຟັງ ແລະ ລົງມືປະຕິບັດ.
ຕາມການຊັ່ງຊາຈາກ 1 ເຖິງ 10, ທ່ານຈະໃຫ້ຄະແນນຄວາມໝັ້ນໃຈທາງວິນຍານຂອງທ່ານຕໍ່ທີ່ປະທັບຂອງພຣະເຈົ້າແນວໃດ? ທ່ານມີພະຍານສ່ວນຕົວວ່າການຖະຫວາຍຂອງທ່ານ ໃນຖານະໄພ່ພົນຍຸກສຸດທ້າຍນັ້ນພຽງພໍແລ້ວບໍ ທີ່ຈະໄດ້ຮັບຊີວິດນິລັນດອນເປັນມໍລະດົກ? ທ່ານເຊື່ອແທ້ໆບໍວ່າພຣະບິດາເທິງສະຫວັນພໍພຣະໄທໃນຕົວທ່ານ? ທ່ານຈະຄິດກ່ຽວກັບເລື່ອງຫຍັງແດ່ ຖ້າວ່າທ່ານໄດ້ຮັບການສຳພາດສ່ວນຕົວນຳພຣະຜູ້ຊ່ອຍໃຫ້ລອດ ນາທີໜຶ່ງຈາກເວລານີ້? ບາບ, ຄວາມກິນແໜງ, ແລະ ຄວາມອ່ອນແອຈະຄອບງຳຄວາມຄິດທີ່ທ່ານມີຕໍ່ຕົນເອງບໍ, ຫລື ວ່າທ່ານຈະມີຄວາມສຸກນຳການຄາດໝາຍລ່ວງໜ້າບໍ? ທ່ານຈະສົບຕາ ຫລືວ່າຈະຫລົບສາຍພຣະເນດຂອງພຣະອົງ? ທ່ານຈະລັ່ງເລຢູ່ທີ່ປະຕູ ຫລືວ່າ ຈະຍ່າງເຂົ້າໄປຫາພຣະອົງດ້ວຍຄວາມໝັ້ນໃຈ?
ເມື່ອໃດກໍຕາມທີ່ຜູ້ປໍລະປັກບໍ່ສາມາດຍົວະຍົງໄພ່ພົນທີ່ບໍ່ດີພ້ອມ ແຕ່ພະຍາຍາມຢູ່ ດັ່ງທ່ານໃຫ້ປະຕິເສດຄວາມເຊື່ອຖືຂອງທ່ານໃນພຣະເຈົ້າທີ່ໃກ້ຊິດ ແລະ ຊົງຮັກ, ເຂົາຈະໃຊ້ວິທີທີ່ຮ້າຍກາດ ເພື່ອຈະໃຫ້ມີຄວາມຫ່າງໄກຫລາຍ ເທົ່າທີ່ຈະເປັນໄປໄດ້ລະຫວ່າງທ່ານ ແລະ ພຣະເຈົ້າ. ຜູ້ປໍລະປັກຮູ້ວ່າສັດທາໃນພຣະຄຣິດ—ສັດທາທີ່ກໍ່ໃຫ້ເກີດຄວາມເມດຕາອັນລະອຽດອ່ອນຢ່າງຕໍ່ເນື່ອງ ແລະ ແມ່ນແຕ່ສິ່ງມະຫັດສະຈັນທີ່ຍິ່ງໃຫຍ່—ທີ່ກ່ຽວຂ້ອງກັບຄວາມໝັ້ນໃຈສ່ວນຕົວ ວ່າທ່ານກຳລັງພະຍາຍາມຈະເລືອກສິ່ງດີ. ເພາະເຫດນັ້ນເຂົາຈະຢາກມີອິດທິພົນຕໍ່ຄວາມຄິດ ແລະ ຄວາມຮູ້ສຶກທີ່ເລິກຊຶ້ງຂອງທ່ານ ເພື່ອຕົວະທ່ານ—ຄວາມຂີ້ຕົວະວ່າພຣະບິດາເທິງສະຫວັນຜິດຫວັງໃນຕົວທ່ານ, ວ່າການຊົດໃຊ້ນັ້ນແມ່ນໄກເກີນເອື້ອມຂອງທ່ານ, ວ່າບໍ່ມີເຫດຜົນທີ່ຈະພະຍາຍາມ, ວ່າທຸກຄົນນັ້ນດີກວ່າທ່ານ, ວ່າທ່ານບໍ່ມີຄຸນຄ່າດີພໍ, ແລະ ອີກຫລາຍໆພັນຄວາມຂີ້ຕົວະອື່ນໃນຫົວຂໍ້ທີ່ຊົ່ວຮ້າຍທຳນອງດຽວກັນນັ້ນ.
ຖ້າຫາກທ່ານປ່ອຍໃຫ້ຄວາມຂີ້ຕົວະຂອງຜູ້ປໍລະປັກເຮັດໃຫ້ຄວາມຄິດ ແລະ ຄວາມຮູ້ສຶກວ່າທ່ານບໍ່ມີຄຸນຄ່າດີພໍ ເພື່ອເຮັດໃຫ້ທ່ານ ມີຄວາມຮູ້ສຶກຮ້າຍລົງກ່ຽວກັບຕົວທ່ານເອງ, ທ່ານບໍ່ສາມາດເຂົ້າເຝົ້າພຣະທີ່ນັ່ງຂອງພຣະເຈົ້າດ້ວຍຄວາມໝັ້ນໃຈທີ່ແທ້ຈິງໄດ້. ບໍ່ວ່າທ່ານຈະເຮັດຫຍັງກໍຕາມ, ບໍ່ວ່າທ່ານອະທິຖານທູນຂໍຫຍັງກໍຕາມ, ບໍ່ວ່າທ່ານມີຄວາມຫວັງຫຍັງສຳລັບສິ່ງມະຫັດສະຈັນກໍຕາມ, ຍັງຈະມີຄວາມສົງໄສໃນຕົວເອງທີ່ຈະທຳລາຍສັດທາຂອງທ່ານເທື່ອລະເລັກລະໜ້ອຍ—ບໍ່ພຽງແຕ່ສັດທາທີ່ທ່ານມີໃນພຣະເຈົ້າເທົ່ານັ້ນ, ແຕ່ຄວາມໝັ້ນໃຈໃນຕົວທ່ານເອງດ້ວຍ. ການດຳລົງຊີວິດຕາມພຣະກິດຕິຄຸນໃນວິທີນີ້ບໍ່ສະໜຸກເລີຍ, ທັງບໍ່ມີປະໂຫຍດອີກດ້ວຍ. ສຳຄັນໄປກວ່ານັ້ນໝົດ, ມັນບໍ່ຈຳເປັນແທ້ໆ! ການຕັດສິນໃຈທີ່ຈະປ່ຽນແປງກໍເປັນຂອງທ່ານ, ແລະ ເປັນຂອງທ່ານຄົນດຽວ.
ຂ້າພະເຈົ້າຢາກແບ່ງປັນຄຳແນະນຳທີ່ໃຊ້ການໄດ້ຫົກຢ່າງ, ຖ້າຫາກປະຕິບັດຕາມ, ຈະກຳຈັດສຽງທີ່ຊົ່ວຮ້າຍເຫລົ່ານີ້ ແລະ ຈະນຳຄວາມໝັ້ນໃຈທີ່ສະຫງົບ ແລະ ຄວາມເຊື່ອໝັ້ນທາງວິນຍານກັບຄືນມາສູ່ທ່ານທີ່ເປັນຂອງທ່ານ ຖ້າຫາກທ່ານຢາກໄດ້ມັນ. ບໍ່ວ່າທ່ານຈະໃຫ້ຄະແນນຕົວທ່ານເອງເທົ່າໃດກໍຕາມໃນບັນທັດຖານ 1 ເຖິງ 10 ນັ້ນ, ໂດຍການນຳໃຊ້ການຊົດໃຊ້ຂອງພຣະເຢຊູຄຣິດ ທ່ານຈະສາມາດເພີ່ມຄວາມໝັ້ນໃຈທາງວິນຍານຂອງທ່ານໄດ້ໃນມື້ນີ້ ຖ້າທ່ານເຕັມໃຈທີ່ຈະຮັບຟັງ ແລະ ລົງມືປະຕິບັດ. ຂ້າພະເຈົ້າຈະກ່າວຢ່າງອາດຫານ, ດ້ວຍຄວາມຫວັງທີ່ຈະອົບລົມ ແລະ ບໍ່ເຮັດໃຫ້ຜິດໃຈ.
1. ຮັບຜິດຊອບຕໍ່ຄວາມຜາສຸກທາງວິນຍານຂອງທ່ານເອງ. ຢຸດໂທດຄົນອື່ນ ຫລື ສະຖານະການ, ຢຸດໃຫ້ຂໍ້ແກ້ຕົວວ່າເປັນຫຍັງທ່ານຈຶ່ງເຮັດບາບ, ແລະ ຢຸດຫາຂໍ້ອ້າງວ່າເປັນຫຍັງທ່ານອາດບໍ່ພະຍາຍາມໃຫ້ເຕັມທີ່ ທີ່ຈະເຊື່ອຟັງ. ໃຫ້ຍອມຮັບສາວ່າທ່ານ “ເປັນອິດສະລະຕາມທາງຂອງເນື້ອໜັງ” ແລະ “ເປັນອິດສະລະທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ” (2 ນີໄຟ 2:27). ພຣະຜູ້ເປັນເຈົ້າຮູ້ສະຖານະການຂອງທ່ານທັງໝົດ, ແຕ່ພຣະອົງຍັງຮູ້ດີວ່າທີ່ພຽງແຕ່ເລືອກທີ່ຈະບໍ່ດຳລົງຊີວິດຕາມພຣະກິດຕິຄຸນຢ່າງຄົບຖ້ວນ. ຖ້າຫາກເປັນກໍລະນີນັ້ນ, ຈົ່ງຊື່ສັດຕໍ່ຕົວເອງພໍທີ່ຈະສະລະພາບມັນ, ແລະ ພະຍາຍາມທີ່ຈະດີພ້ອມພາຍໃນຂອບເຂດຂອງສະຖານະການຂອງທ່ານ. ຄວາມໝັ້ນໃຈທາງວິນຍານຈະເພີ່ມທະວີຂຶ້ນເມື່ອທ່ານຮັບຜິດຊອບຕໍ່ຄວາມຜາສຸກທາງວິນຍານຂອງທ່ານເອງ ໂດຍການນຳໃຊ້ການຊົດໃຊ້ຂອງພຣະເຢຊູຄຣິດທຸກໆວັນ.
2. ຮັບຜິດຊອບຕໍ່ຄວາມຜາສຸກທາງຮ່າງກາຍຂອງທ່ານເອງ. ຈິດວິນຍານຂອງທ່ານປະກອບດ້ວຍຮ່າງກາຍ ແລະ ວິນຍານ (ເບິ່ງ D&C 88:15). ການບຳລຸງລ້ຽງວິນຍານໃນຂະນະທີ່ບໍ່ເອົາໃຈໃສ່ຮ່າງກາຍ, ຊຶ່ງເປັນພຣະວິຫານ, ທຳມະດາແລ້ວຈະນຳໄປສູ່ການຂັດກັນທາງວິນຍານ ແລະ ເຮັດໃຫ້ຄວາມເຊື່ອໝັ້ນໃນຕົວເອງ ຫລຸດຜ່ອນລົງ. ຖ້າຫາກທ່ານບໍ່ແຂງແຮງທາງຮ່າງກາຍ, ຖ້າຫາກທ່ານບໍ່ສະບາຍໃຈຢູ່ໃນຮ່າງກາຍຂອງທ່ານເອງ ແລະ ສາມາດປ່ຽນແປງເລື່ອງນີ້ໄດ້, ແລ້ວຈົ່ງປ່ຽນແປງສາ! ແອວເດີ ຣະໂຊ ເອັມ ແນວສັນ ໄດ້ສອນວ່າເຮົາຄວນ “ນັບຖືຮ່າງກາຍຂອງເຮົາວ່າເປັນພຣະວິຫານຂອງເຮົາເອງ” ແລະ ວ່າເຮົາຄວນ “ຄວບຄຸມອາຫານການກິນ ແລະ ການອອກກຳລັງກາຍຂອງເຮົາເພື່ອຄວາມແຂງແຮງທາງຮ່າງກາຍ” (“We Are Children of God,”Ensign, Nov. 1998, 87; Liahona, Jan. 1999, 103).
ປະທານບອຍ ເຄ ແພ໊ກເກີ ໄດ້ສອນ “ວ່າວິນຍານ ແລະ ຮ່າງກາຍຂອງເຮົາຖືກຮວບຮວມເຂົ້າກັນໃນວິທີທາງທີ່ເຮັດໃຫ້ຮ່າງກາຍຂອງເຮົາ ກາຍເປັນເຄື່ອງມືຂອງຈິດໃຈຂອງເຮົາ ແລະ ເປັນພື້ນຖານຂອງອຸປະນິໄສຂອງເຮົາ” [Church Educational System fireside, Feb. 2, 2003], 2; speeches.byu.edu). ສະນັ້ນ, ກະລຸນາຈົ່ງໃຊ້ປັນຍາ ແລະ ເປັນພິເສດວ່າ ເຮົາກິນຫລາຍປານໃດ ແລະ ໃຫ້ຮ່າງກາຍຂອງເຮົາໄດ້ຮັບການອອກກຳລັງ ແລະ ການພັກຜ່ອນທີ່ມັນຕ້ອງການ ແລະ ຄວນໄດ້ຮັບ. ຖ້າຫາກທ່ານເຮັດໄດ້, ໃຫ້ຕັດສິນໃຈໃນມື້ນີ້ວ່າຈະຄວບຄຸມຮ່າງກາຍຂອງຕົນ ແລະ ເລີ່ມ ອອກກຳລັງກາຍເປັນປະຈຳ, ທີ່ເໝາະສົມກັບຄວາມສາມາດຂອງທ່ານ, ຮ່ວມດ້ວຍອາຫານການກິນທີ່ມີຜົນດີ. ຄວາມໝັ້ນໃຈທາງວິນຍານ ຈະເພີ່ມທະວີຂຶ້ນເມື່ອວິນຍານຂອງທ່ານ, ດ້ວຍຄວາມຊ່ອຍເຫລືອຈາກພຣະຜູ້ຊ່ອຍໃຫ້ລອດ, ເປັນຜູ້ຄວບຄຸມທີ່ແທ້ຈິງຂອງຊາຍ ແລະ ຍິງທຳມະດາ.
3. ຈົ່ງຍອມຮັບເອົາການເຊື່ອຟັງຢ່າງເຕັມທີ່, ດ້ວຍຄວາມສະໝັກໃຈໃຫ້ເປັນພາກສ່ວນຂອງຊີວິດຂອງເຮົາ. ໃຫ້ຍອມຮັບວ່າ ທ່ານບໍ່ສາມາດຮັກພຣະເຈົ້າໄດ້ປາດສະຈາກການຮັກພຣະບັນຍັດຂອງພຣະອົງດ້ວຍ. ມາດຕະຖານຂອງພຣະຜູ້ຊ່ອຍໃຫ້ລອດແມ່ນແຈ່ມແຈ້ງ ແລະ ລຽບງ່າຍທີ່ວ່າ: “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ” (ໂຢຮັນ 14:15). ການເລືອກທີ່ຈະເຊື່ອຟັງພຣະບັດຍັດບາງຂໍ້ຈະນຳພຽງແຕ່ພອນບາງຢ່າງມາໃຫ້ ແລະ ການເລືອກສິ່ງທີ່ບໍ່ດີແທນສິ່ງທີ່ບໍ່ດີຫລາຍກວ່າກໍຍັງເປັນການເລືອກທີ່ຜິດພາດຄືກັນ. ທ່ານບໍ່ສາມາດເບິ່ງໜັງ ທີ່ບໍ່ດີ ແລະ ຄາດຫວັງທີ່ຈະຮູ້ສຶກວ່າບໍລິສຸດ ເພາະທ່ານບໍ່ໄດ້ເບິ່ງໜັງທີ່ຮ້າຍກວ່ານັ້ນ. ການຮັກສາພຣະບັນຍັດບາງຂໍ້ ຢ່າງຊື່ສັດບໍ່ໄດ້ໃຫ້ຂໍ້ແກ້ຕົວໃນການບໍ່ເອົາໃຈໃສ່ຂໍ້ອື່ນໆ. ອັບຣາຮາມ ລິງກັນ ໄດ້ກ່າວຢ່າງຖືກຕ້ອງວ່າ: “ເມື່ອຂ້າພະເຈົ້າເຮັດດີ, ຂ້າພະເຈົ້າຮູ້ສຶກດີ. ເມື່ອຂ້າພະເຈົ້າເຮັດບໍ່ດີ, ຂ້າພະເຈົ້າຮູ້ສຶກບໍ່ດີ” (in William H. Herndon and Jesse William Weik, Herndon’s Lincoln: The True Story of a Great Life, 3 vols. [1889], 3:439).
ພ້ອມນີ້, ຈົ່ງເຮັດສິ່ງທີ່ຖືກຕ້ອງສຳລັບເຫດຜົນທີ່ຖືກຕ້ອງ. ພຣະຜູ້ເປັນເຈົ້າ, ອົງທີ່ຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເຕັມໃຈ (ເບິ່ງ D&C 64:34) ແລະ ອົງທີ່ຮູ້ຈັກຄວາມນຶກຄິດ ແລະ ຄວາມເຈດຕະນາຂອງໃຈ (ເບິ່ງ D&C 33:1), ຮູ້ວ່າເປັນຫຍັງທ່ານຈຶ່ງໄປໂບດ, ບໍ່ວ່າພຽງແຕ່ຕົວທ່ານຈະຢູ່ທີ່ນັ້ນແຕ່ໃຈບໍ່ຢູ່ກໍຕາມ ຫລື ນະມັດສະການຢ່າງຈິງຈັງຫລືບໍ່. ທ່ານບໍ່ສາມາດຮ້ອງເພງ “ໂອ ບາບີໂລນ, ໂອ ບາບີໂລນ, ເຮົາສັ່ງລາເຈົ້າ” ໃນວັນອາທິດ ແລະ ແລ້ວສະແຫວງຫາ ຫລື ທົນຕໍ່ການເປັນເພື່ອນຂອງມັນໃນນາທີຕໍ່ໄປ (“Ye Elders of Israel,” Hymns, no. 319). ຂໍໃຫ້ຈຳໄວ້ວ່າຄວາມບໍ່ເອົາຈິງເອົາຈັງໃນເລື່ອງທາງວິນຍານ ຈະບໍ່ເປັນຄວາມສຸກເລີຍ. ຈົ່ງເຮັດໃຫ້ສາດສະໜາຈັກ ແລະ ພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູເປັນພາກສ່ວນຂອງຊີວິດຂອງທ່ານທັງໝົດ, ບໍ່ພຽງແຕ່ໃຫ້ເປັນພາກສ່ວນຂອງຊີວິດພາຍນອກ ຫລື ທາງສັງຄົມຂອງທ່ານເທົ່ານັ້ນ. ການເລືອກໃນມື້ນີ້ ວ່າທ່ານຈະຮັບໃຊ້ໃຜກໍເປັນພຽງແຕ່ຄຳເວົ້າຊື່ໆ ຈົນກວ່າທ່ານຈະດຳລົງຊີວິດຕາມນັ້ນແທ້ໆ (ເບິ່ງ ໂຢຊວຍ 24:15). ຄວາມໝັ້ນໃຈທາງວິນຍານຈະເພີ່ມທະວີຂຶ້ນເມື່ອທ່ານພະຍາຍາມຢ່າງຈິງໃຈ, ສຳລັບເຫດຜົນທີ່ຖືກຕ້ອງ, ທີ່ຈະອຸທິດຊີວິດ, ເຖິງແມ່ນວ່າທ່ານຈະມີຄວາມຂາດຕົກບົກພ່ອງກໍຕາມ!
4. ກັບໃຈຢ່າງເຖິງຖອງ ແລະ ຢ່າງວ່ອງໄວໃຫ້ໄດ້ດີທີ່ສຸດ. ເພາະວ່າການຊົດໃຊ້ຂອງພຣະເຢຊູຄຣິດນຳໃຊ້ໄດ້ງ່າຍ, ທ່ານຄວນນຳໃຊ້ມັນຢ່າງເພື່ອແຜ່ ຕະຫລອດ 24 ຊົ່ວໂມງ 7 ມື້ຕໍ່ທິດ, ເພາະມັນຈະບໍ່ໝົດໄປຈັກເທື່ອເລີຍ. ໃຫ້ຍອມຮັບເອົາການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ການກັບໃຈວ່າເປັນສິ່ງທີ່ຕ້ອງຍິນດີຕ້ອນຮັບ ແລະ ນຳໃຊ້ທຸກໆວັນຕາມຄຳສັ່ງຂອງພຣະເຢຊູຄຣິດ. ໃຫ້ຈັດທັດສະນະແຫ່ງການກັບໃຈທີ່ດຳເນີນຕໍ່ໄປ, ມີຄວາມສຸກ ແລະ ຊື່ນຊົມ ໂດຍການເຮັດໃຫ້ມັນເປັນວິຖີຊີວິດຂອງທ່ານ. ເມື່ອເຮັດດັ່ງນີ້, ຂໍໃຫ້ລະວັງຕໍ່ການລໍ້ລວງທີ່ຈະເລື່ອນວັນເລື່ອນເວລາ, ແລະ ຢ່າຄາດຫວັງໃຫ້ໂລກມາສົ່ງເສີມທ່ານ, ແລະ ປ່ອຍໃຫ້ຜົນສະທ້ອນຕິດຕາມມາ. ຄວາມໝັ້ນໃຈທາງວິນຍານຈະເພີ່ມທະວີຂຶ້ນເມື່ອທ່ານກັບໃຈຈາກບາບທັງໃຫຍ່ ແລະ ນ້ອຍທັນທີ ດ້ວຍຄວາມເຕັມໃຈ ແລະ ຄວາມຊື່ນຊົມ ໂດຍການນຳໃຊ້ການຊົດໃຊ້ຂອງພຣະເຢຊູຄຣິດ.
5. ໃຫ້ເປັນຄົນທີ່ໃຫ້ອະໄພໄດ້ດີທີ່ສຸດ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ “ເຮົາ, ພຣະຜູ້ເປັນເຈົ້າ, ຈະໃຫ້ອະໄພຜູ້ທີ່ເຮົາຈະໃຫ້ອະໄພ, ແຕ່ພວກເຈົ້າຖືກຮຽກຮ້ອງໃຫ້ອະໄພມະນຸດທັງປວງ (ເບິ່ງ D&C 64:10). ໃຫ້ອະໄພແກ່ທຸກຄົນ, ສຳລັບທຸກສິ່ງ, ທຸກເວລາ, ຫລືວ່າຢ່າງໜ້ອຍໃຫ້ພະຍາຍາມໃຫ້ອະໄພ, ນັ້ນຈະອະນຸຍາດໃຫ້ການໃຫ້ອະໄພເຂົ້າມາສູ່ຊີວິດຂອງທ່ານເອງ. ຢ່າຄຽດແຄ້ນ, ຢ່າຄຽດງ່າຍ, ໃຫ້ອະໄພ ແລະ ລືມມັນໄປຢ່າງວ່ອງໄວ, ແລະ ຢ່າຄິດເລີຍວ່າທ່ານໄດ້ຮັບຂໍ້ຍົກເວັ້ນຈາກພຣະບັນຍັດຂໍ້ນີ້ເລີຍ. ຄວາມໝັ້ນໃຈທາງວິນຍານຈະເພີ່ມທະວີຂຶ້ນ ເມື່ອທ່ານຮູ້ວ່າພຣະຜູ້ເປັນເຈົ້າຮູ້ວ່າທ່ານບໍ່ມີຄວາມຄຽດແຄ້ນຕໍ່ຄົນອື່ນໃດ.
6. ຍອມຮັບການທົດລອງ, ຄວາມຜ່າຍແພ້ ແລະ “ສິ່ງທີ່ບໍ່ໄດ້ຄາດຫວັງ” ວ່າເປັນພາກສ່ວນຂອງປະສົບການໃນຊີວິດມະຕະຂອງທ່ານ. ຂໍໃຫ້ຈຳໄວ້ວ່າທ່ານໄດ້ມາຢູ່ນີ້ເພື່ອພິສູດຕົນເອງ ແລະ ຖືກທົດສອບ, ເພື່ອຈະເຫັນຖ້າຫາກວ່າ [ທ່ານ] ຈະເຮັດທຸກສິ່ງບໍ່ວ່າອັນໃດກໍຕາມທີ່ອົງພຣະຜູ້ເປັນເຈົ້າ [ຂອງທ່ານ] ຈະບັນຊາ [ທ່ານ] (ເບິ່ງ Abraham 3:25)—ແລະ ຂ້າພະເຈົ້າຂໍຕື່ມວ່າ, “ພາຍໃຕ້ທຸກໆສະຖານະການ.” ອ້າຍເອື້ອຍນ້ອງຂອງທ່ານຫລາຍໆລ້ານຄົນໄດ້ຖືກ ຫລື ກຳລັງຖືກທົດສອບຢູ່, ແລ້ວເປັນຫຍັງທ່ານຈະໄດ້ຮັບຂໍ້ຍົກເວັ້ນ? ການທົດລອງບາງຢ່າງກໍມາຈາກການບໍ່ເຊື່ອຟັງ ຫລື ການບໍ່ເອົາໃຈໃສ່ຂອງທ່ານເອງ. ການທົດລອງຢ່າງອື່ນກໍເປັນເພາະການລະເລີຍຂອງຄົນອື່ນ ຫລື ເປັນເພາະທີ່ນີ້ເປັນໂລກທີ່ຊົ່ວຮ້າຍ. ເມື່ອການທົດລອງເຫລົ່ານີ້ເກີດຂຶ້ນ, ບໍລິວານຂອງຜູ້ປໍລະປັກຈະເລີ່ມປ່າວປະກາດວ່າທ່ານໄດ້ເຮັດອັນໃດອັນໜຶ່ງຜິດພາດ, ວ່ານີ້ເປັນການລົງໂທດ, ເປັນສັນຍານວ່າພຣະບິດາເທິງສະຫວັນບໍ່ຮັກທ່ານ. ຢ່າເອົາໃຈໃສ່ມັນເລີຍ! ແທນນັ້ນ ໃຫ້ພະຍາຍາມບັງຄັບໃຫ້ຕົນເອງຍິ້ມ, ເງີຍໜ້າຂຶ້ນເທິງສະຫວັນ, ແລະ ກ່າວວ່າ, “ພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍເຂົ້າໃຈ. ຂ້ານ້ອຍຮູ້ວ່າອັນນີ້ຄືຫຍັງ. ນີ້ເປັນເວລາທີ່ຈະພິສູດຕົວຂ້ານ້ອຍເອງ, ແມ່ນບໍ?” ແລ້ວໃຫ້ຮ່ວມມືກັບພຣະອົງເພື່ອຈະອົດທົນໃຫ້ດີຈົນເຖິງທີ່ສຸດ. ຄວາມໝັ້ນໃຈທາງວິນຍານຈະເພີ່ມທະວີຂຶ້ນເມື່ອທ່ານຍອມຮັບວ່າ “ສ່ວນຫລາຍແລ້ວການທົດລອງ ແລະ ຄວາມຍາກລຳບາກຖືກອະນຸຍາດໃຫ້ເຂົ້າມາສູ້ຊີວິດ [ຂອງທ່ານ] ເປັນເພາະ [ທ່ານ] ກຳລັງເຮັດສິ່ງທີ່ຖືກຕ້ອງຢູ່” (Glenn L. Pace, “Crying with the Saints” [Brigham Young University devotional, Dec. 13, 1987], 2; speeches.byu.edu).
ຕອນຂ້າພະເຈົ້າເປັນປະທານເຜີຍແຜ່ຢູ່ ຄີແອຟ ປະເທດຢູເຄຣນ, ຂ້າພະເຈົ້າໄດ້ຖາມຊິດສະເຕີຜູ້ຊື່ສັດທີ່ສຸດຄົນໜື່ງວ່າເປັນຫຍັງນາງຈຶ່ງມັກຄິດວ່ານາງບໍ່ດີພໍຢູ່ຕະຫລອດ, ວ່າເປັນຫຍັງນາງຈຶ່ງຕຳນິຕົວນາງເອງເລື້ອຍໆກ່ຽວກັບເລື່ອງເລັກໆນ້ອຍໆ. ຄຳຕອບຂອງນາງກໍເປັນຕົວຢ່າງຂອງຄົນທົ່ວໄປທີ່ມັກຟັງສຽງທີ່ຜິດພາດ ເມື່ອນາງໄດ້ຕອບວ່າ, “ເພື່ອວ່າຈະບໍ່ມີໃຜມາຕຳນິຂ້ານ້ອຍກ່ອນ.”
ອ້າຍເອື້ອຍນ້ອງທັງຫລາຍ, ຄຳແນະນຳຂອງຂ້າພະເຈົ້າໃຫ້ແກ່ຊິດສະເຕີຜູ້ສອນສາດສະໜາຄົນນີ້ ກໍແມ່ນຄຳແນະນຳຂອງຂ້າພະເຈົ້າທີ່ຈະໃຫ້ແກ່ທ່ານວ່າ: ໃຫ້ຮັບຮູ້ ແລະ ປະເຊີນໜ້າກັບຄວາມອ່ອນແອຂອງທ່ານ, ແຕ່ຢ່າປ່ອຍໃຫ້ມັນເຮັດໃຫ້ທ່ານຍອມແພ້ ເພາະວ່າທ່ານຕ້ອງຮັບມືກັບຄວາມອ່ອນແອບາງຢ່າງ, ຈົນກວ່າອອກຈາກຊີວິດມະຕະນີ້ໄປ. ບໍ່ວ່າສະຖານະພາບຂອງທ່ານຈະເປັນແນວໃດໃນເວລານີ້ກໍຕາມ, ໃນວິນາທີທີ່ທ່ານເລືອກການກັບໃຈທີ່ຊື່ສັດ, ຊື່ນຊົມທຸກໆມື້ໂດຍການພະຍາຍາມທີ່ຈະເຮັດ ແລະ ເປັນຄົນທີ່ດີທີ່ສຸດ, ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ, ຈະຫຸ້ມຫໍ່ ແລະ ຕິດຕາມທ່ານໄປ ດັ່ງທີ່ມັນໄດ້ເປັນ ບໍ່ວ່າທ່ານຈະໄປໃສກໍຕາມ. ການດຳລົງຊີວິດໃນວິທີນີ້, ທ່ານຈະສາມາດ “ຮັກສາການປົດບາບຂອງທ່ານເອົາໄວ້ຕະຫລອດໄປ” (ໂມໄຊຢາ 4:12) ທຸກໆຊົ່ວໂມງຂອງທຸກໆວັນ, ທຸກໆວິນາທີຂອງນາທີ, ແລະ ແລ້ວຈະສະອາດສົມບູນ ແລະ ເປັນທີ່ຍອມຮັບໃນທີ່ປະທັບຂອງພຣະເຈົ້າ ຕະຫລອດເວລາ.
ທ່ານມີສິດທິພິເສດ, ຖ້າທ່ານຢາກໄດ້ມັນ, ເພື່ອຈະຮູ້ດ້ວຍຕົວທ່ານເອງ, ມື້ນີ້ ຫລື ໃນບໍ່ຊ້ານີ້, ວ່າທ່ານເຮັດໃຫ້ພຣະເຈົ້າພໍພຣະໄທ ເຖິງແມ່ນວ່າທ່ານມີຄວາມອ່ອນແອກໍຕາມ. ຂ້າພະເຈົ້າເປັນພະຍານເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ອົງທີ່ຄາດຫວັງໃຫ້ເຮົາຮັກສາພຣະບັນຍັດ. ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດທີ່ຊົງຮັກ ອົງທີ່ກະຕືລືລົ້ນທີ່ຈະປະທານພຣະຄຸນ ແລະ ພຣະເມດຕາຂອງພຣະອົງໃຫ້ເຮົາ. ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດທີ່ຊົງຮັກ ອົງທີ່ຊື່ນຊົມເມື່ອເຮົານຳໃຊ້ການຊົດໃຊ້ຂອງພຣະອົງທຸກໆວັນ ດ້ວຍຄວາມໝັ້ນໃຈທີ່ສະຫງົບ ແລະ ມີຄວາມສຸກ ວ່າເຮົາກຳລັງມຸ້ງໄປໜ້າໃນທິດທາງທີ່ຖືກຕ້້ອງ. ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດອົງທີ່ປາດຖະໜາຢ່າງຍິ່ງ ເພື່ອຄວາມໝັ້ນໃຈຂອງທ່ານຈະເຂັ້ມແຂງຂຶ້ນໃນທີ່ປະທັບຂອງພຣະເຈົ້າ (ເບິ່ງ D&C 121:45). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.