ພຣະຜູ້ເປັນເຈົ້າມີແຜນສຳລັບເຮົາ!
ຖ້າຫາກເຈົ້າດຳລົງຊີວິດຕໍ່ໄປຕາມທີ່ເຈົ້າກຳລັງດຳເນີນຊີວິດຢູ່ ພອນທີ່ສັນຍາໃນປິຕຸພອນຈະເກີດເປັນຈິງຫລືບໍ່?
ຊ່າງເປັນສິດພິເສດທີ່ໄດ້ເປັນພາກສ່ວນໃນຊ່ວງສຳຄັນນີ້ ທີ່ຜູ້ກ່າວສາມາດເລືອກ ທີ່ຈະກ່າວໃນພາສາຂອງຕົນ. ເທື່ອແລ້ວທີ່ຂ້າພະເຈົ້າໄດ້ເວົ້າທີ່ເວທີນີ້, ຂ້າພະເຈົ້າກັງວົນເລື່ອງສຳນຽງຂອງຂ້າພະເຈົ້າໃນພາສາອັງກິດ. ບັດນີ້ຂ້າພະເຈົ້າກັງວົນເລື່ອງຄວາມໄວ ໃນພາສາປອກຕູການ. ຂ້າພະເຈົ້າບໍ່ຢາກເວົ້າໄວກວ່າພາສາອັງກິດຢູ່ໃນຈໍ.
ພວກເຮົາທຸກຄົນເຄີຍມີ ຫລື ຍັງຈະມີຕອນທີ່ຕ້ອງເລືອກເລື່ອງສຳຄັນໃນຊີວິດຂອງພວກເຮົາ. ເຊັ່ນ ຂ້ອຍຊິຫາວຽກ ຫລື ອາຊີບໃດ? ຂ້ອຍຊິຮັບໃຊ້ເປັນຜູ້ສອນສາດສະໜາບໍ? ຄົນນີ້ແມ່ນຄົນຖືກຕ້ອງໃຫ້ຂ້ອຍແຕ່ງງານບໍ?
ອັນນີ້ແມ່ນສະຖານະການໃນສ່ວນຕ່າງໆໃນຊີວິດຂອງເຮົາ ຊຶ່ງການປ່ຽນທິດປ່ຽນທາງ ແຕ່ໜ້ອຍໆຈະມີຜົນກະທົບອັນໃຫຍ່ຫລວງໃນອະນາຄົດ. ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວວ່າ: “ໃນເວລາຫລາຍປີທີ່ຮັບໃຊ້ພຣະຜູ້ເປັນເຈົ້າ... ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຄວາມແຕກຕ່າງກັນລະຫວ່າງຄວາມສຸກ ແລະ ຄວາມທຸກ ໃນບຸກຄົນ ໃນການແຕ່ງງານ ແລະ ໃນຄອບຄົວ ສ່ວນຫລາຍຈະແມ່ນຈາກຄວາມຜິດເລັກນ້ອຍເທົ່ານັ້ນ” (“A Matter of a Few Degrees,” Ensign ຫລື Liahona, May 2008, 58).
ພວກເຮົາສາມາດຫລີກລ້ຽງຄວາມຜິດອັນເລັກນ້ອຍນັ້ນໄດ້ແນວໃດ?
ຂ້າພະເຈົ້າຈະໃຊ້ປະສົບການສ່ວນຕົວເພື່ອຍົກຕົວຢ່າງເລື່ອງນີ້.
ໃນທ້າຍຂອງຊ່ວງໄລຍະປີ 1980 ຄອບຄົວພວກເຮົາມີເມຍຂ້າພະເຈົ້ານາງໂມນິກາ, ລູກສອງຄົນ ແລະ ຂ້າພະເຈົ້າ, ຕໍ່ມາຈຶ່ງມີລູກອີກສອງຄົນ. ເຮົາຢູ່ໃນເມືອງຊາວປາໂລ ປະເທດບຣາຊິນ. ຂ້າພະເຈົ້າເຮັດການກັບບໍລິສັດດີ, ຂ້າພະເຈົ້າໄດ້ຮຽນຈົບມະຫາວິທະຍາໄລ, ແລະ ຂ້າພະເຈົ້າຫາກໍໄດ້ຖືກປົດຈາກຕຳແໜ່ງເປັນອະທິການໃນຫວອດຂອງເຮົາ. ຊີວິດກໍດີ ແລະ ທຸກຢ່າງຄືດີຕາມສົມຄວນ—ຈົນມື້ໜຶ່ງໝູ່ເກົ່າໄດ້ມາຢ້ຽມເຮົາ.
ກ່ອນລາວຈະອອກເມືອ, ລາວໄດ້ຖາມຄຳທີ່ເຮັດໃຫ້ຂ້າພະເຈົ້າຄິດເລື່ອງໃໝ່. ລາວເວົ້າວ່າ “ຄາໂລສ໌, ທຸກສິ່ງທຸກຢ່າງເບິ່ງຄືດີນຳເຈົ້າ, ນຳຄອບຄົວ, ນຳວຽກ, ນຳການຮັບໃຊ້ໃນສາດສະໜາຈັກ ແຕ່—” ລາວຖາມວ່າ “ຖ້າຫາກເຈົ້າດຳລົງຊີວິດຕໍ່ໄປຕາມທີ່ເຈົ້າກຳລັງດຳເນີນຊີວິດຢູ່ ພອນທີ່ສັນຍາໃນປິຕຸພອນຈະເກີດເປັນຈິງຫລືບໍ່?”
ຂ້າພະເຈົ້າບໍ່ຄິດເຖິງປິຕຸພອນແນວນີ້. ຂ້າພະເຈົ້າອ່ານມັນເປັນຄັ້ງບາງຄາວ, ແຕ່ບໍ່ເຄີຍເຈດຕະນາເບິ່ງພອນທີ່ສັນຍາໄວ້ໃນອະນາຄົດ ແລະ ປະເມີນການດຳລົງຊີວິດຂອງຂ້າພະເຈົ້າໃນປະຈຸບັນ.
ຫລັງຈາກລາວອອກເມືອ, ຂ້າພະເຈົ້າໄດ້ເລີ່ມຄິດກ່ຽວກັບປິຕຸພອນຂອງຂ້າພະເຈົ້າ ໂດຍສົງໄສວ່າ “ຖ້າຫາກເຮົາດຳລົງຊີວິດຕໍ່ໄປຕາມທີ່ເຮົາກຳລັງດຳເນີນຊີວິດຢູ່ ພອນທີ່ສັນຍາຈະເກີດເປັນຈິງຫລືບໍ່?” ແລ້ວຫລັງຈາກໄດ້ໃຊ້ເວລາໄຕ່ຕອງ, ຂ້າພະເຈົ້າຮູ້ສຶກວ່າ ຕ້ອງປ່ຽນບາງສິ່ງບາງຢ່າງ ໂດຍສະເພາະໃນດ້ານການສຶກສາ ແລະ ອາຊີບຂອງຂ້າພະເຈົ້າ.
ມັນບໍ່ແມ່ນການເລືອກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ ແຕ່ລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ດີກວ່າ ຕາມທີ່ແອວເດີ ດາລິນ ເອັຈ ໂອກສ໌ ເຄີຍສອນເມື່ອເພິ່ນກ່າວວ່າ: “ເມື່ອພວກເຮົາພິຈາລະນາການເລືອກຕ່າງໆ ພວກເຮົາຄວນຈື່ຈຳວ່າ ສິ່ງທີ່ດີຢູ່ແລ້ວກໍຍັງບໍ່ດີພໍ. ມີສິ່ງອື່ນອີກທີ່ດີກວ່າ, ແລະ ດີທີ່ສຸດ” (“Good, Better, Best,” Ensign ຫລື Liahona, Nov. 2007, 104–5).
ເຮົາຈະຮູ້ໄດ້ແນວໃດວ່າ ເຮົາເລືອກດີທີ່ສຸດແລ້ວ?
ຕໍ່ໄປນີ້ແມ່ນຫລັກທຳທີ່ຂ້າພະເຈົ້າໄດ້ຮຽນຮູ້:
ຫລັກທຳທີໜຶ່ງ: ເຮົາຕ້ອງພິຈາລະນາໂດຍມີຈຸດເປົ້າໝາຍ
ການຕັດສິນໃຈເຮັດສິ່ງທີ່ມີຜົນກະທົບຕໍ່ຊີວິດຂອງເຮົາ ແລະ ຄົນທີ່ເຮົາຮັກ ໂດຍບໍ່ຄິດເຖິງຜົນສະທ້ອນອັນໃຫຍ່ໂຕ ຈະນຳສິ່ງອັນຕະລາຍມາໃຫ້. ແຕ່ຖ້າເຮົາຄິດເຖິງຜົນສະທ້ອນທີ່ອາດເກີດຂຶ້ນໃນອະນາຄົດຈາກການຕັດສິນໃຈນີ້, ແລ້ວເຮົາຈະເຫັນຢ່າງແຈ່ມແຈ້ງວ່າ ເຮົາຄວນເດີນໄປທາງໃດໃນເວລານີ້.
ການເຂົ້າໃຈວ່າ ເຮົາເປັນໃຜ ເປັນຫຍັງເຮົາຈຶ່ງມາຢູ່ນີ້ ແລະ ສິ່ງທີ່ພຣະຜູ້ເປັນເຈົ້າຄາດໝາຍຈາກເຮົາໃນຊີວິດນີ້ ຈະຊ່ອຍເຮົາເຫັນພາບອັນກວ້າງຂວາງກວ່າ ຕາມທີ່ເຮົາຕ້ອງການ.
ເຮົາສາມາດພົບຕົວຢ່າງໃນພຣະຄຳພີ ຊຶ່ງມີຄວາມເຫັນອັນກວ້າງຂວາງທີ່ໃຫ້ຄວາມແຈ່ມແຈ້ງກ່ຽວກັບການເລືອກທາງທີ່ຈະໄປ.
ໂມເຊໄດ້ເວົ້ານຳພຣະຜູ້ເປັນເຈົ້າໜ້າຕໍ່ໜ້າ, ໄດ້ຮຽນກ່ຽວກັບແຜນແຫ່ງຄວາມລອດ, ແລະ ຈາກນັ້ນໄດ້ເຂົ້າໃຈບົດບາດຂອງເພິ່ນດີກວ່າເກົ່າ ໃນຖານະເປັນສາດສະດາເພື່ອການຮວບຮວມຊາວອິດສະຣາເອນ.
ພຣະເຈົ້າໄດ້ບອກໂມເຊວ່າ ພຣະອົງຄືພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ມີອຳນາດທັງໝົດ ແລະ ໂມເຊເປັນບຸດຂອງພຣະອົງ. …
ພຣະອົງຈະສະແດງໃຫ້ເພິ່ນເຫັນຝີມືຂອງພຣະອົງ. …
ແລະ ພຣະອົງມີວຽກໃຫ້ໂມເຊເຮັດ (ເບິ່ງ Moses 1:3–4, 6).
ດ້ວຍຄວາມເຂົ້າໃຈນີ້ ໂມເຊຈຶ່ງສາມາດທົນກັບຄວາມທຸກຍາກຫລາຍປີໃນແດນທຸລະກັນດານ ແລະ ນຳຊາວອິດສະຣາເອນກັບໄປດິນແດນຂອງເຂົາເຈົ້າໄດ້.
ລີໄຮ ສາດສະດາໃນພຣະຄຳພີມໍມອນ ໄດ້ຝັນ ແລະ ໃນພາບນິມິດຂອງເພິ່ນກໍໄດ້ຮຽນຮູ້ກ່ຽວກັບພາລະກິດຂອງເພິ່ນ ເພື່ອນຳຄອບຄົວຂອງເພິ່ນໄປຫາແຜ່ນດິນແຫ່ງຄຳສັນຍາ.
“ແລະ ເຫດການໄດ້ບັງເກີດຂຶ້ນຄືພຣະຜູ້ເປັນເຈົ້າໄດ້ບັນຊາບິດາຂອງຂ້າພະເຈົ້າຢູ່ໃນຄວາມຝັນວ່າ ເພິ່ນຄວນນຳຄອບຄົວຂອງເພິ່ນອອກໄປໃນຖິ່ນແຫ້ງແລ້ງກັນດານ.
“… ແລະ ເພິ່ນໄດ້ປະຖິ້ມເຮືອນຊານ ແລະ ແຜ່ນດິນຊຶ່ງເປັນມູນມໍລະດົກຂອງເພິ່ນ ແລະ ຄຳຂອງເພິ່ນ ແລະ ເງິນຂອງເພິ່ນ ແລະ ຂອງມີຄ່າຂອງເພິ່ນ” (1 ນີໄຟ 2:2, 4).
ລີໄຮໄດ້ຊື່ສັດກັບພາບນິມິດນີ້ ເຖິງແມ່ນການເດີນທາງຈະເຕັມໄປດ້ວຍຄວາມຍາກລຳບາກ ແລະ ຕ້ອງປະຖິ້ມຊີວິດທີ່ສະດວກສະບາຍໃນກຸງເຢຣູຊາເລັມກໍຕາມ.
ສາດສະດາໂຈເຊັບ ສະມິດ ໄດ້ເປັນຕົວຢ່າງທີ່ດີຄືກັນ. ຜ່ານການເປີດເຜີຍຫລາຍຢ່າງ ເລີ່ມແຕ່ພາບນິມິດທຳອິດ ເພິ່ນໄດ້ສຳເລັດພາລະກິດຂອງເພິ່ນ ໃນການຟື້ນຟູທຸກສິ່ງ (ເບິ່ງ Joseph Smith—History 1:1–26).
ແລ້ວເຮົາເດ້? ພຣະຜູ້ເປັນເຈົ້າຄາດໝາຍຫຍັງແດ່ຈາກເຮົາແຕ່ລະຄົນ?
ເຮົາບໍ່ຕ້ອງເຫັນທູດສະຫວັນກ່ອນຈະເຂົ້າໃຈ. ເຮົາມີພຣະຄຳພີ, ມີພຣະວິຫານ, ມີສາດສະດາໃນປະຈຸບັນ, ມີປິຕຸພອນຂອງເຮົາ, ມີຜູ້ນຳທີ່ດົນໃຈ, ແລະ ຍິ່ງກວ່າທັງໝົດນີ້ ມີສິດທິທີ່ຈະຮັບການເປີດເຜີຍສ່ວນຕົວ ເພື່ອນຳພາການເລືອກຂອງເຮົາ.
ຫລັກທຳທີສອງ: ເຮົາຕ້ອງຕຽມພ້ອມເພື່ອການທ້າທາຍທີ່ຈະມາເຖິງ
ທາງທີ່ດີທີ່ສຸດໃນຊີວິດສ່ວນຫລາຍບໍ່ແມ່ນທາງທີ່ງ່າຍທີ່ສຸດ. ຫລາຍເທື່ອກໍກົງກັນຂ້າມ. ເຮົາສາມາດເບິ່ງຕົວຢ່າງຂອງສາດສະດາທີ່ຂ້າພະເຈົ້າຫາກໍກ່າວມານັ້ນ.
ໂມເຊ, ລີໄຮ, ແລະ ໂຈເຊັບ ສະມິດ ບໍ່ໄດ້ມີຊີວິດທີ່ງ່າຍ ເຖິງແມ່ນພວກເພິ່ນໄດ້ເລືອກຢ່າງຖືກຕ້ອງກໍຕາມ.
ເຮົາເຕັມໃຈທີ່ຮັບຜົນກະທົບຈາກການເລືອກຂອງເຮົາບໍ? ເຮົາຕຽມພ້ອມທີ່ອອກຈາກທີ່ສະດວກສະບາຍຂອງເຮົາ ເພື່ອຈະໄປຮອດບ່ອນທີ່ດີກວ່າບໍ?
ກັບໄປເວົ້າເລື່ອງປິຕຸພອນຂອງຂ້າພະເຈົ້າອີກ, ຂ້າພະເຈົ້າໄດ້ຕັດສິນໃຈໃນເວລານັ້ນວ່າ ຂ້າພະເຈົ້າຄວນໄປສຶກສາຕື່ມອີກ ແລະ ສະໝັກຂໍທຶນການສຶກສາທີ່ມະຫາວິທະຍາໄລຢູ່ອາເມຣິກາ. ຖ້າຂ້າພະເຈົ້າໄດ້ຖືກເລືອກ ຂ້າພະເຈົ້າຕ້ອງລາອອກການ, ຂາຍທຸກສິ່ງທີ່ພວກເຮົາມີຢູ່, ແລະ ມາຢູ່ໃນສະຫະລັດເປັນນັກຮຽນສອງປີ.
ການສອບເສັງຄື ການເສັງເວົ້າພາສາອັງກິດໂທເຟີລ໌ (TOEFL) ແລະ ການສອບເສັງບໍລິຫານທຸລະກິດ GMAT ກາຍເປັນອຸບປະສັກທີ່ຕ້ອງເອົາຊະນະກ່ອນ. ຂ້າພະເຈົ້າໄດ້ໃຊ້ເວລາສາມປີຕຽມພ້ອມ. ຫລາຍເທື່ອກໍຖືກປະຕິເສດ, ຫລາຍເທື່ອກໍໄດ້ຍິນວ່າ ບາງທີ, ກ່ອນທີ່ຂ້າພະເຈົ້າໄດ້ຖືກຮັບເຂົ້າມະຫາວິທະຍາໄລ. ຂ້າພະເຈົ້າຍັງຈື່ໂທລະສັບໃນທ້າຍປີທີສາມໄດ້ ຈາກຄົນທີ່ມີຄວາມຮັບຜິດຊອບໃຫ້ທຶນການສຶກສາ.
ລາວເວົ້າວ່າ, “ຄາໂລສ໌ ຂ້ອຍມີຂ່າວດີຂ່າວຮ້າຍມາບອກເຈົ້າ. ຂ່າວດີຄືເຈົ້າເປັນຄົນໜຶ່ງໃນສາມຄົນທີ່ຖືກເລືອກໃນປີນີ້.” ແຕ່ມີບ່ອນວ່າງແຕ່ບ່ອນດຽວ. “ຂ່າວຮ້າຍຄື ຄົນທີໜຶ່ງເປັນລູກຊາຍຂອງຜູ້ຫລັກຜູ້ໃຫຍ່ ແລະ ຄົນທີສອງກໍເປັນລູກຊາຍຂອງຜູ້ຫລັກຜູ້ໃຫຍ່ຄືກັນ, ແລ້ວມີເຈົ້າ.”
ຂ້າພະເຈົ້າຕອບໄວໆວ່າ, “ແລະ ຂ້ອຍ...ຂ້ອຍເປັນລູກຂອງພຣະເຈົ້າ.”
ໂຊກດີແຕ່ຜູ້ເປັນພໍ່ແມ່ຢູ່ໃນໂລກບໍ່ມີສິດໃນການເລືອກນັ້ນ, ແລ້ວຂ້າພະເຈົ້າກໍໄດ້ຮັບເຂົ້າຮຽນໃນປີນັ້ນ, ແມ່ນປີ 1992.
ເຮົາເປັນລູກຂອງພຣະເຈົ້າຜູ້ມີອຳນາດທັງໝົດ. ພຣະອົງເປັນພຣະບິດາຂອງເຮົາ, ພຣະອົງຮັກເຮົາ, ແລະ ພຣະອົງມີແຜນສຳລັບເຮົາ. ເຮົາບໍ່ໄດ້ຢູ່ໃນຊີວິດນີ້ເພື່ອຢູ່ຊື່ໆ, ກາຍເປັນຄົນເຖົ້າ, ແລະ ຕາຍເທົ່ານັ້ນ. ພຣະເຈົ້າຢາກໃຫ້ເຮົາຈະເລີນກ້າວໜ້າ, ແລະ ບັນລຸເຖິງຄວາມເປັນໄປໄດ້ຂອງເຮົາ.
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ທ່ານທຸກຄົນ ຄົນໂສດຄົນແຕ່ງງານ ບໍ່ວ່າອາຍຸເທົ່າໃດ ມີໂອກາດທີ່ຈະຮຽນຮູ້ ແລະ ເຕີບໂຕ. ຈົ່ງຂະຫຍາຍຄວາມຮູ້ຂອງຕົນ ທັງທາງໂລກ ແລະ ທາງວິນຍານ ຈົນເຖິງຈຸດສູງສຸດຂອງຄວາມເປັນໄປໄດ້ຂອງຕົນ” (“The Mighty Strength of the Relief Society,” Ensign, Nov. 1997, 95).
ຫລັກທຳທີສາມ: ເຮົາຕ້ອງແບ່ງປັນຄວາມຄິດເຫັນນີ້ນຳຄົນທີ່ເຮົາຮັກ
ລີໄຮໄດ້ພະຍາຍາມຊ່ອຍເຫລືອເລມັນກັບເລມູເອນຫລາຍເທື່ອໃຫ້ເຂົ້າໃຈຄວາມສຳຄັນຂອງການປ່ຽນສິ່ງທີ່ເຂົາເຈົ້າເຮັດນັ້ນ. ເພາະວ່າເຂົາເຈົ້າບໍ່ເຂົ້າໃຈຄວາມຄິດເຫັນຂອງພໍ່ຂອງເຂົາເຈົ້າ ຈຶ່ງເຮັດໃຫ້ເຂົາເຈົ້າຈົ່ມ ລະຫວ່າງການເດີນທາງ. ອີກຢ່າງໜຶ່ງ ນີໄຟໄດ້ສະແຫວງຫາພຣະຜູ້ເປັນເຈົ້າເພື່ອຈະໄດ້ເຫັນສິ່ງທີ່ບິດາຂອງເພິ່ນໄດ້ເຫັນ.
“ແລະ ເຫດການໄດ້ບັງເກີດຂຶ້ນຄືຫລັງຈາກຂ້າພະເຈົ້ານີໄຟໄດ້ຍິນຄຳເວົ້າທັງໝົດຂອງບິດາຂອງຂ້າພະເຈົ້າ ກ່ຽວກັບເລື່ອງທີ່ເພິ່ນເຫັນໃນນິມິດ...ຂ້າພະເຈົ້າ...ມີຄວາມປາດຖະໜາຄືກັນວ່າຈະໄດ້ເຫັນ ແລະ ຈະໄດ້ຍິນ ແລະ ຈະໄດ້ຮູ້ເຖິງເລື່ອງເຫລົ່ານີ້ໂດຍອຳນາດຂອງພຣະວິນຍານບໍລິສຸດ” (1 ນີໄຟ 10:17).
ດ້ວຍພາບນິມິດນີ້ ນີໄຟບໍ່ພຽງໄດ້ເອົາຊະນະອຸບປະສັກຂອງການເດີນທາງເທົ່ານັ້ນ ແຕ່ເພິ່ນໄດ້ນຳພາຄອບຄົວຂອງເພິ່ນຕອນທີ່ຈຳເປັນນຳອີກ.
ສ່ວນຫລາຍມັກຈະເກີດຂຶ້ນຕອນທີ່ພວກເຮົາເລືອກໄປທາງໃດທາງໜຶ່ງ, ຄົນທີ່ເຮົາຮັກຈະຮັບຜົນກະທົບ ແລະ ບາງຄົນຈະຮັບເອົາຜົນຂອງການເລືອກນັ້ນນຳເຮົາ. ດີທີ່ສຸດ ເຂົາເຈົ້າຄວນສາມາດເຫັນສິ່ງທີ່ເຮົາເຫັນ ແລະ ມີຄວາມໝັ້ນໃຈຄືກັນກັບເຮົາ. ອາດເປັນໄປບໍ່ໄດ້ທຸກເທື່ອ ແຕ່ເມື່ອມັນເກີດຂຶ້ນ ການເດີນທາງກໍຈະງ່າຍຂຶ້ນກວ່າເກົ່າ.
ໃນຕົວຢ່າງທີ່ຂ້າພະເຈົ້າຍົກມາກ່າວ ແນ່ນອນຂ້າພະເຈົ້າໄດ້ຕ້ອງຮັບການສະໜັບສະໜູນຈາກພັນລະຍາ. ລູກຍັງນ້ອຍຢູ່ ແລະ ບໍ່ມີຄວາມຄິດເຫັນ ແຕ່ການສະໜັບສະໜູນຂອງພັນລະຍາ ເປັນສິ່ງທີ່ຈຳເປັນ. ຂ້າພະເຈົ້າຈື່ໄດ້ວ່າ ທຳອິດ ໂມນິກາ ກັບຂ້າພະເຈົ້າໄດ້ສົນທະນາເລື່ອງການປ່ຽນແຜນ ຈົນນາງຮູ້ສຶກສະບາຍໃຈ ແລະ ຈະເຮັດຕາມແຜນນັ້ນຄືກັນ. ຄວາມຄິດເຫັນນຳກັນດັ່ງກ່າວນີ້ບໍ່ພຽງແຕ່ເຮັດໃຫ້ນາງສະໜັບສະໜູນການປ່ຽນເທົ່ານັ້ນ ແຕ່ເຮັດໃຫ້ນາງເປັນສ່ວນສຳຄັນໃນຄວາມສຳເລັດຂອງການປ່ຽນເໝືອນກັນ.
ຂ້າພະເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າມີແຜນສຳລັບເຮົາໃນຊີວິດນີ້. ພຣະອົງຮູ້ຈັກເຮົາ. ພຣະອົງຮູ້ສິ່ງທີ່ດີທີ່ສຸດສຳລັບເຮົາ. ເຖິງແມ່ນທຸກສິ່ງເປັນໄປດ້ວຍດີ ແຕ່ບໍ່ໝາຍຄວາມວ່າ ເຮົາບໍ່ຄວນພິຈາລະນາເບິ່ງວ່າອາດຈະມີສິ່ງທີ່ດີກວ່າ. ຖ້າຫາກເຮົາດຳລົງຊີວິດຕໍ່ໄປຕາມທີ່ເຮົາກຳລັງດຳເນີນຊີວິດຢູ່ ພອນທີ່ສັນຍາຈະເກີດເປັນຈິງຫລືບໍ່?
ພຣະເຈົ້າຊົງພຣະຊົນຢູ່. ພຣະອົງເປັນພຣະບິດາຂອງເຮົາ. ພຣະຜູ້ຊ່ອຍໃຫ້ລອດພຣະເຢຊູຄຣິດຊົງພຣະຊົນຢູ່ ແລະ ຂ້າພະເຈົ້າຮູ້ວ່າ ໂດຍຜ່ານການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາສາມາດພົບກຳລັງທີ່ເອົາຊະນະອຸບປະສັກປະຈຳວັນຂອງເຮົາໄດ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.