ພໍ່ແມ່: ຄູສອນພຣະກິດຕິຄຸນທີ່ສຳຄັນທີ່ສຸດຂອງລູກໆຂອງຕົນ
ໃນທີ່ສຸດແລ້ວ, ບ້ານເປັນສະພາບແວດລ້ອມທີ່ເໝາະສົມທີ່ສຸດສຳລັບການສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ທ່ານເບັນ ຄໍສັນ ໄດ້ກ່າວເຖິງຕົນເອງວ່າ “ຂ້າພະເຈົ້າໄດ້ເປັນເດັກທີ່ຮຽນບໍ່ເກັ່ງທີ່ສຸດຂອງຊັ້ນປໍຫ້າ.” ມື້ໜຶ່ງ ເບັນ ໄດ້ມີການສອບເສັງໃນວິຊາຄະນິດສາດ ດ້ວຍບັນຫາ 30 ຂໍ້ທີ່ຕ້ອງຕອບ. ນັກຮຽນຄົນໜຶ່ງຢູ່ທາງຫລັງລາວໄດ້ກວດວຽກຂອງລາວ ແລະ ໄດ້ສົ່ງມັນຄືນໃຫ້ລາວ. ຄູວິວລຽມສັນ ໄດ້ເອີ້ນຊື່ຂອງນັກຮຽນແຕ່ລະຄົນ ໃຫ້ບອກຄະແນນ. ໃນທີ່ສຸດ ນາງກໍໄດ້ເອີ້ນຊື່ທ້າວເບັນ. ເພາະຍ້ອມຄວາມອັບອາຍ, ລາວໄດ້ບອກຄະແນນແຕ່ບໍ່ແຈ້ງຊັດ. ຄູວິວລຽມສັນ, ໂດຍທີ່ຄິດວ່າລາວໄດ້ເວົ້າວ່າ “9” ໄດ້ຕອບວ່າ ສຳລັບທ້າວເບັນແລ້ວ ຄະແນນ 9 ໃນ 30 ນັ້ນເປັນຄວາມກ້າວໜ້າທີ່ດີຫລາຍ. ນັກຮຽນທີ່ຢູ່ທາງຫລັງລາວໄດ້ຮ້ອງຂຶ້ນວ່າ, “ບໍ່ແມ່ນເກົ້າ. ລາວຕອບບໍ່ຖືກຈັກຂໍ້ເລີຍ.” ທ່ານເບັນໄດ້ເວົ້າວ່າເພິ່ນຢາກຫາຍຕົວໄປທັນທີ.
ໃນເວລາດຽວກັນນັ້ນ, ໂຊນຍ່າ, ແມ່ຂອງທ້າວເບັນກໍໄດ້ປະເຊີນໜ້າກັບອຸປະສັກຂອງນາງເອງ. ນາງໄດ້ເປັນລູກຄົນໜຶ່ງໃນບັນດາລູກ 24 ຄົນ, ໄດ້ຮຽນເຖິງພຽງແຕ່ປໍສາມ, ແລະ ນາງອ່ານໜັງສືບໍ່ເປັນ. ນາງໄດ້ແຕ່ງງານຕອນອາຍຸ 13 ປີ, ໄດ້ຢ່າຮ້າງ, ໄດ້ລູກຊາຍສອງຄົນ, ແລະ ໄດ້ລ້ຽງລູກຢູ່ໃນຄຸ້ມທີ່ມີອັນຕະລາຍຫລາຍທີ່ສຸດໃນເມືອງດີທະໂຣ້ຍ. ເຖິງຢ່າງໃດກໍດີ, ນາງຍັງກຸ້ມຕົນເອງຫລາຍ ແລະ ໄດ້ມີຄວາມເຊື່ອທີ່ໝັ້ນຄົງວ່າ ພຣະເຈົ້າຈະຊ່ອຍເຫລືອນາງ ແລະ ລູກຊາຍຂອງນາງ ຖ້າຫາກເຂົາເຈົ້າເຮັດພາກສ່ວນຂອງຕົນ.
ມື້ໜຶ່ງການປ່ຽນແປງໄດ້ເຂົ້າມາສູ່ຊີວິດຂອງນາງ ແລະ ລູກຂອງນາງ. ນາງໄດ້ຮັບຮູ້ວ່າຜູ້ຄົນທີ່ມີຄວາມສຳເລັດຜົນ ທີ່ນາງໄດ້ທຳຄວາມສະອາດບ້ານໃຫ້ນັ້ນ ໄດ້ມີຫ້ອງສະໝຸດ—ເຂົາເຈົ້າອ່ານປຶ້ມ. ຫລັງຈາກເຮັດວຽກແລ້ວໆ ນາງໄດ້ກັບບ້ານ ແລະ ມອດໂທລະພາບທີ່ທ້າວເບັນ ແລະ ນ້ອງຊາຍຂອງລາວໄດ້ພາກັນເບິ່ງຢູ່. ນາງໄດ້ເວົ້າວ່າ: ພວກລູກເບິ່ງໂທລະພາບຫລາຍເກີນໄປ. ຕໍ່ຈາກນີ້ໄປ ພວກລູກສາມາດເບິ່ງໄດ້ແຕ່ສາມລາຍການແຕ່ລະອາທິດ. ໃນເວລາຫວ່າງຂອງລູກ ລູກຕ້ອງໄປຫໍສະໝຸດ—ອ່ານປຶ້ມສອງຫົວແຕ່ລະອາທິດ ແລະ ມາລາຍງານແມ່.
ເດັກຊາຍທັງສອງນັ້ນຕົກໃຈຫລາຍ. ທ່ານເບັນໄດ້ກ່າວວ່າລາວບໍ່ເຄີຍອ່ານປຶ້ມຈັກເທື່ອຕະຫລອດຊີວິດຂອງລາວ ເວັ້ນເສຍແຕ່ເມື່ອຖືກຮຽກຮ້ອງໃຫ້ອ່ານໃນໂຮງຮຽນ. ພວກເຂົາໄດ້ຕໍ່ຕ້ານ, ໄດ້ຈົ່ມ, ພວກເຂົາໄດ້ຖຽງຄວາມ, ແຕ່ບໍ່ເກີດຜົນຫຍັງເລີຍ. ແລ້ວ ທ່ານເບັນຄິດໄດ້ວ່າ, “ແມ່ໄດ້ບອກໃຫ້ແຈ່ມແຈ້ງເຖິງສິ່ງທີ່ເພິ່ນໄດ້ຄາດຫວັງ. ຂ້າພະເຈົ້າບໍ່ມັກກົດລະບຽບ, ແຕ່ຄວາມຕັ້ງໃຈຂອງແມ່ທີ່ຈະເຫັນພວກເຮົາກ້າວໜ້າ ໄດ້ປ່ຽນແປງເສັ້ນທາງຊີວິດຂອງຂ້າພະເຈົ້າ.”
ແລະ ມັນກໍໄດ້ກໍ່ໃຫ້ເກີດການປ່ຽນແປງທີ່ສຳຄັນນັ້ນ. ເມື່ອເຖິງຊັ້ນທີເຈັດ ລາວໄດ້ຮຽນເກັ່ງທີ່ສຸດໃນຫ້ອງຂອງລາວ. ລາວໄດ້ໄປຮຽນຕໍ່ທີ່ມະຫາວິທະຍາໄລ ແຢວ ດ້ວຍທຶນສຶກສາ, ແລ້ວໄດ້ໄປຮຽນທີ່ໂຮງຮຽນການແພດທີ່ ຈອນສ໌ ຮັອບກິນສ໌, ບ່ອນທີ່ລາວໄດ້ເປັນຫົວໜ້າຂອງຝ່າຍຜ່າຕັດສະໝອງເດັກຕອນລາວມີອາຍຸ 33 ປີ ແລະ ໄດ້ມີຊື່ສຽງໂດ່ງດັງຕະຫລອດທົ່ວໂລກ. ນັ້ນເປັນໄປໄດ້ແນວໃດ? ສ່ວນຫລາຍແລ້ວແມ່ນເປັນເພາະແມ່ຄົນໜຶ່ງ ທີ່ດ້ອຍໂອກາດຂອງຊີວິດ ຜູ້ທີ່ໄດ້ຂະຫຍາຍການເອີ້ນຂອງນາງໃນການເປັນແມ່.1
ພຣະຄຳພີກ່າວເຖິງບົດບາດຂອງພໍ່ແມ່—ວ່າໜ້າທີ່ຂອງເຂົາເຈົ້າແມ່ນຈະສັ່ງສອນລູກໆຂອງເຂົາເຈົ້າເຖິງ ຄຳສອນເລື່ອງການກັບໃຈ, ສັດທາໃນພຣະຄຣິດ ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ແລະ ເລື່ອງການບັບຕິສະມາ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ (ເບິ່ງ D&C 68:25).
ໃນບົດບາດຂອງເຮົາໃນການເປັນພໍ່ແມ່ ເຮົາຕ້ອງເປັນຄູສອນພຣະກິດຕິຄຸນ ແລະ ຕົວຢ່າງທີ່ສຳຄັນທີ່ສຸດສຳລັບລູກໆຂອງເຮົາ—ບໍ່ແມ່ນອະທິການ, ໂຮງຮຽນວັນອາທິດ, ອົງການຍິງໜຸ່ມ ຫລື ຊາຍໜຸ່ມ, ແຕ່ຕ້ອງເປັນພໍ່ແມ່. ໃນຖານະຄູສອນພຣະກິດຕິຄຸນທີ່ສຳຄັນທີ່ສຸດ, ເຮົາສາມາດສອນເຖິງອຳນາດ ແລະ ຄວາມເປັນຈິງຂອງການຊົດໃຊ້—ເຖິງເອກະລັກ ແລະ ຈຸດໝາຍປາຍທາງຂອງເຂົາ—ແລະ ໂດຍການເຮັດສິ່ງນີ້ ເຮົາໃຫ້ເຂົາເຈົ້າມີຮາກຖານທີ່ໝັ້ນຄົງ ບ່ອນທີ່ພວກເຂົາຈະສ້າງຢູ່ເທິງນັ້ນ. ໃນທີ່ສຸດແລ້ວ, ບ້ານເປັນສະພາບແວດລ້ອມທີ່ເໝາະສົມທີ່ສຸດສຳລັບການສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ເກືອບໜຶ່ງປີກ່ອນ ຂ້າພະເຈົ້າຖືກມອບໝາຍໃຫ້ເດີນທາງໄປ ເບຣູດ ປະເທດເລບານອນ. ຕອນຢູ່ທີ່ນັ້ນ ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບເດັກຍິງອາຍຸ 12 ປີ ຊື່ແຊວຣ່າ. ພໍ່ແມ່ ແລະ ອ້າຍເອື້ອຍນ້ອງໄດ້ປ່ຽນໃຈເຫລື້ອມໄສເຂົ້າເປັນສະມາຊິກໃນປະເທດ ໂຣເມນເນຍ ແຕ່ຖືກຮຽກຮ້ອງໃຫ້ກັບໄປບ້ານເກີດເມືອງນອນ ເມື່ອນາງແຊວຣ່າ ມີອາຍຸເຈັດປີ. ໃນບ້ານເກີດເມືອງນອນຂອງເຂົາເຈົ້າບໍ່ມີໂບດເລີຍ, ບໍ່ມີໜ່ວຍໃດໆ, ບໍ່ມີໂຮງຮຽນວັນອາທິດ, ຫລື ໂຄງການຍິງໜຸ່ມ. ຫລັງຈາກຫ້າປີ ຄອບຄົວນີ້ໄດ້ຮຽນຮູ້ເຖິງສາຂາໃນເມືອງເບຣູດ ແລະ ກ່ອນທີ່ຂ້າພະເຈົ້າໄດ້ໄປເຖິງ ໄດ້ສົ່ງນາງແຊວຣ່າ ລູກສາວອາຍຸ 12 ປີຂອງເຂົາເຈົ້າ, ພ້ອມດ້ວຍອ້າຍເອື້ອຍມາ, ເພື່ອຮັບບັບຕິສະມາ. ຕອນຢູ່ທີ່ນັ້ນ ຂ້າພະເຈົ້າໄດ້ກ່າວປາໄສກ່ຽວກັບແຜນແຫ່ງຄວາມລອດ. ນາງແຊວຣ່າ ຍົກມືຂຶ້ນເລື້ອຍໆ ແລະ ໄດ້ຕອບຄຳຖາມຕ່າງໆ.
ຫລັງຈາກກອງປະຊຸມຈົບລົງ, ແລະ ໂດຍທີ່ຮູ້ວ່າ ຈາກການຕິດຕໍ່ກັບສາດສະໜາຈັກພຽງນ້ອຍເທື່ອ, ນາງໄດ້ເຂົ້າໄປຫານາງ ແລະ ໄດ້ຖາມວ່າ, “ແຊວຣ່າ, ເຈົ້າຮູ້ຄຳຕອບຕໍ່ຄຳຖາມເຫລົ່ານັ້ນໄດ້ແນວໃດ? ນາງໄດ້ຕອບໃນທັນທີວ່າ, “ແມ່ຂອງຂ້ານ້ອຍໄດ້ສອນຂ້ານ້ອຍ.” ເຂົາເຈົ້າບໍ່ມີສາດສະໜາຈັກໃນຊຸມຊົນຂອງເຂົາເຈົ້າ, ແຕ່ເຂົາເຈົ້າມີພຣະກິດຕິຄຸນຢູ່ໃນບ້ານ. ແມ່ຂອງນາງ ໄດ້ເປັນຄູສອນພຣະກິດຕິຄຸນທີ່ສຳຄັນທີ່ສຸດຂອງນາງ.
ເອໂນດໄດ້ຂຽນວ່າ, “ຄຳເວົ້າຊຶ່ງຂ້າພະເຈົ້າໄດ້ຍິນຈາກບິດາເລື້ອຍໆ ກ່ຽວກັບຊີວິດນິລັນດອນ, ແລະ ຄວາມສຸກຂອງໄພ່ພົນຂອງພຣະເຈົ້າ, ໄດ້ຝັງເລິກຢູ່ໃນໃຈຂອງຂ້າພະເຈົ້າ (ເອໂນດ 1:3). ບໍ່ຄວນສົງໄສເລີຍວ່າໃຜເປັນຄູສອນພຣະກິດຕິຄຸນທີ່ສຳຄັນທີ່ສຸດຂອງເອໂນດ.
ຂ້າພະເຈົ້າຈື່ຈຳພາບຕອນພໍ່ຂອງຂ້າພະເຈົ້າໄດ້ນອນຢູ່ຢ່າງສະບາຍໃກ້ເຕົາຝິງໄຟ ອ່ານພຣະຄຳພີ ແລະ ໜັງສືທີ່ດີຫລາຍຢ່າງ, ແລະ ຂ້າພະເຈົ້າຈະໄປນອນຄຽງຂ້າງເພິ່ນ. ຂ້າພະເຈົ້າຈື່ຈຳເຈ້ຍນ້ອຍທີ່ເພິ່ນເກັບໄວ້ໃນຖົງເສື້ອ ທີ່ມີຂໍ້ຄຳຈາກພຣະຄຳພີ ແລະ ເຊັກສະເປຍ ແລະ ຄຳສັບໃໝ່ທີ່ເພິ່ນຈະທ່ອງຈຳ ແລະ ຮຽນຮູ້. ຂ້າພະເຈົ້າຈື່ຈຳຄຳຖາມເລື່ອງພຣະກິດຕິຄຸນ ແລະ ການສົນທະນາຕ່າງໆທີ່ໂຕະກິນເຂົ້າ. ຂ້າພະເຈົ້າຈື່ຈຳເວລາຫລາຍໆເທື່ອທີ່ພໍ່ໄດ້ພາຂ້າພະເຈົ້າໄປຢ້ຽມຢາມຜູ້ສູງອາຍຸ—ຕອນທີ່ພວກຂ້າພະເຈົ້າໄດ້ແວະໄປຊື້ກະແລ້ມໃຫ້ຄົນໃດຄົນໜຶ່ງ ຫລື ອາຫານຄ່ຳໃຫ້ອີກຄົນໜຶ່ງ ຫລື ການຈັບມືທີ່ມີເງິນຊ້ອນຢູ່ໃຫ້ຄົນໃດຄົນໜຶ່ງ. ຂ້າພະເຈົ້າຈື່ຈຳຄວາມຮູ້ສຶກດີໆ ແລະ ຄວາມປາດຖະໜາທີ່ຢາກເປັນຄືເພິ່ນ.
ຂ້າພະເຈົ້າຈື່ຈຳແມ່ຂອງຂ້າພະເຈົ້າ, ອາຍຸ 90 ປີປາຍ, ຄົວກິນໃນເຮືອນຄົວຂອງເພິ່ນ ແລະ ແລ້ວອອກຈາກຫ້ອງນັ້ນໄປພ້ອມກັບຖາດອາຫານ. ຂ້າພະເຈົ້າໄດ້ຖາມແມ່ວ່າເພິ່ນຈະໄປໃສ. ແມ່ໄດ້ຕອບວ່າ, “ໂອ້, ແມ່ຈະເອົາອາຫານໄປໃຫ້ຜູ້ທີ່ສູງອາຍຸ.” ຂ້າພະເຈົ້າໄດ້ຄິດໃນໃຈວ່າ, “ແມ່ເອີຍ, ແມ່ຫັ້ນແຫລະເປັນຜູ້ສູງອາຍຸ.” ຂ້າພະເຈົ້າຈະບໍ່ສາມາດກ່າວດ້ວຍຄວາມກະຕັນຍູຢ່າງພຽງພໍສຳລັບພໍ່ແມ່ຂອງຂ້າພະເຈົ້າ ຜູ້ທີ່ໄດ້ເປັນຄູສອນພຣະກິດຕິຄຸນທີ່ດີທີ່ສຸດຂອງຂ້າພະເຈົ້າ.
ສິ່ງໜຶ່ງທີ່ມີຄວາມໝາຍຫລາຍທີ່ສຸດທີ່ເຮົາສາມາດເຮັດໄດ້ ໃນຖານະພໍ່ແມ່ ຄືການສອນລູກໆຂອງເຮົາເຖິງອຳນາດຂອງການອະທິຖານ, ບໍ່ພຽງແຕ່ການອະທິຖານທີ່ຊ້ຳຊາກທຳມະດາເທົ່ານັ້ນ. ຕອນຂ້າພະເຈົ້າມີອາຍຸ 17 ປີ, ຂ້າພະເຈົ້າໄດ້ຄຸເຂົ່າລົງໃກ້ຕຽງເພື່ອອະທິຖານກ່ອນເຂົ້ານອນ. ຂ້າພະເຈົ້າບໍ່ໄດ້ຮູ້ວ່າແມ່ຂອງຂ້າພະເຈົ້າໄດ້ຢືນຢູ່ທີ່ປະຕູ. ເມື່ອຂ້າພະເຈົ້າອະທິຖານສຸດແລ້ວ, ແມ່ໄດ້ເວົ້າວ່າ, “ແທດ, ລູກກຳລັງທູນຂໍໃຫ້ພຣະຜູ້ເປັນເຈົ້າຊ່ອຍລູກຊອກຫາພັນລະຍາທີ່ດີບໍ?”
ຄຳຖາມຂອງແມ່ໄດ້ເຮັດໃຫ້ຂ້າພະເຈົ້າຕົກໃຈ. ນັ້ນເປັນສິ່ງທີ່ຫ່າງໄກຈາກຄວາມນຶກຄິດຂອງຂ້າພະເຈົ້າ. ຂ້າພະເຈົ້າກຳລັງຄິດເຖິງເລື່ອງບາສະເກັດບານ ແລະ ໂຮງຮຽນຢູ່. ສະນັ້ນ, ຂ້າພະເຈົ້າຈຶ່ງໄດ້ຕອບວ່າ, “ບໍ່,” ແລະ ແມ່ກໍໄດ້ຕອບວ່າ, “ເອີ, ລູກຄວນທູນຂໍ; ມັນຈະເປັນການຕັດສິນໃຈທີ່ສຳຄັນທີ່ສຸດໃນຊີວິດຂອງລູກ.” ຖ້ອຍຄຳເຫລົ່ານັ້ນມີອິດທິພົນຫລາຍທີ່ສຸດໃນຈິດໃຈ ແລະ ຄວາມນຶກຄິດຂອງຂ້າພະເຈົ້າ, ແລະ ຫລັງຈາກນັ້ນ, ຂ້າພະເຈົ້າໄດ້ອະທິຖານທູນຂໍໃຫ້ພຣະເຈົ້າຊ່ອຍຂ້າພະເຈົ້າຊອກຫາພັນລະຍາທີ່ດີ. ແລະ ໂອ້, ພຣະອົງກໍໄດ້ໃຫ້ຄຳຕອບຕໍ່ຄຳອະທິຖານນັ້ນແທ້ໆ.
ໃນຖານະພໍ່ແມ່, ເຮົາສາມາດສອນລູກໆຂອງເຮົາໃຫ້ອະທິຖານ ທູນຂໍສິ່ງທີ່ມີຜົນນິລັນດອນ—ອະທິຖານທູນຂໍຄວາມເຂັ້ມແຂງ ທີ່ຈະຮັກສາກົດພົມມະຈັນ ຢູ່ໃນໂລກທີ່ທ້າທາຍຫລາຍທີ່ສຸດ, ທີ່ຈະເຊື່ອຟັງ, ແລະ ໃຫ້ມີຄວາມສາມາດທີ່ຈະປົກປ້ອງຄວາມຖືກຕ້ອງ.
ແນ່ນອນວ່າ ຊາວໜຸ່ມທັງຫລາຍກ່າວອະທິຖານທຸກໆຄືນ, ແຕ່ບາງທີຫລາຍຄົນກໍມີບັນຫານຳນິໄສຂອງການອະທິຖານສ່ວນຕົວໃນຕອນເຊົ້າ. ໃນຖານະພໍ່ແມ່, ຄູສອນທີ່ສຳຄັນທີ່ສຸດຂອງພວກເຂົາ, ເຮົາສາມາດແກ້ໄຂບັນຫານີ້ໄດ້. ມີພໍ່ແມ່ຄົນໃດແດ່ໃນຍຸກສະໄໝພຣະຄຳພີມໍມອນຈະປ່ອຍໃຫ້ລູກຊາຍຂອງເຂົາເຈົ້າກ້າວອອກໄປສູ່ການສູ້ຮົບ ປາດສະຈາກແຜ່ນປົກເອິກ ແລະ ໂລ່ ແລະ ດາບ ເພື່ອປົກປ້ອງພວກເຂົາຕໍ່ຕ້ານກັບການໂຈມຕີຂອງສັດຕູບໍ? ແຕ່ມີໃຜຈັກຄົນໃນພວກເຮົາແດ່ ທີ່ປ່ອຍໃຫ້ລູກໆຂອງເຮົາອອກຈາກບ້ານຂອງເຮົາໄປ ສູ່ການສູ້ຮົບທີ່ອັນຕະລາຍຫລາຍທີ່ສຸດ, ໄປປະເຊີນໜ້າກັບຊາຕານ, ແລະ ການລໍ້ລວງຢ່າງຫລວງຫລາຍຂອງມັນ, ໂດຍບໍ່ມີແຜ່ນປົກເອິກ, ແລະ ໂລ່ ແລະ ດາບ ທີ່ມາຈາກອຳນາດທີ່ປົກປ້ອງຂອງການອະທິຖານ? ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ເຮົາຄວນອະທິຖານສະເໝີ, … ເພື່ອວ່າເຮົາຈະເອົາຊະນະຊາຕານ (ເບິ່ງ D&C 10:5). ໃນຖານະພໍ່ແມ່ ເຮົາສາມາດຊ່ອຍສ້າງຕັ້ງນິໄສ ແລະ ອຳນາດຂອງການອະທິຖານໃນຕົວຂອງລູກໆຂອງເຮົາ.
ເຮົາສາມາດສັ່ງສອນລູກໆຂອງເຮົາໃຫ້ໃຊ້ເວລາຂອງພວກເຂົາໃຫ້ສະຫລາດນຳອີກ. ບາງເທື່ອ, ເໝືອນດັ່ງ ໂຊນຍ່າ ຄໍສັນ, ເຮົາຈຳເປັນຕ້ອງບັງຄັບຢ່າງແນ່ວແນ່ແຕ່ດ້ວຍຄວາມຮັກ ເພື່ອຈຳກັດເວລາທີ່ລູກໆຂອງເຮົາເບິ່ງໂທລະພາບ ແລະ ຫລິ້ນເຄື່ອງເອເລັກໂທນິກຕ່າງໆ, ທີ່ໃນຫລາຍໆກໍລະນີແລ້ວ ເຮັດໃຫ້ພວກເຂົາເສຍເວລາໄປລ້າໆ. ກົງກັນຂ້າມ ເຮົາອາດຈຳເປັນຕ້ອງຊີ້ນຳພວກເຂົາໃຫ້ໃຊ້ເວລາເຮັດສິ່ງທີ່ມີປະໂຫຍດຫລາຍ ກວ່າ ດັ່ງເຊັ່ນກິດຈະກຳທີ່ກ່ຽວຂ້ອງກັບພຣະກິດຕິຄຸນ. ອາດຈະມີການຕໍ່ຕ້ານໃນຕອນຕົ້ນ, ດັ່ງການຈົ່ມວ່າ, ແຕ່ ເໝືອນດັ່ງ ໂຊນຍ່າ ຄໍສັນ, ເຮົາຕ້ອງມີຄວາມເຂົ້າໃຈຜົນກະທົບທີ່ມັນຈະມີມາໃນອະນາຄົດ ແລະ ຢຶດໝັ້ນຢູ່ໃນອຸດົມການນັ້ນ. ມື້ໃດມື້ໜຶ່ງລູກໆຂອງເຮົາຈະເຂົ້າໃຈ ແລະ ຮູ້ສຶກບຸນຄຸນຕໍ່ສິ່ງທີ່ເຮົາໄດ້ເຮັດລົງໄປ. ຖ້າເຮົາບໍ່ເຮັດສິ່ງນີ້, ແລ້ວໃຜຈະເຮັດ?
ເຮົາອາດຖາມຕົວເອງວ່າ: ລູກໆຂອງເຮົາໄດ້ຮັບຄວາມພະຍາຍາມທີ່ດີທີ່ສຸດຂອງເຮົາ ທາງວິນຍານ, ສະຕິປັນຍາ, ແລະ ຄວາມຊ່າງຄິດປະດິດແຕ່ງ, ຫລື ວ່າພວກເຂົາໄດ້ຮັບພຽງແຕ່ເວລາ ແລະ ພອນສະຫວັນ ຂອງເຮົາທີ່ເຫລືອຢູ່, ຫລັງຈາກເຮົາໄດ້ມອບທັງໝົດໃຫ້ແກ່ການເອີ້ນຂອງເຮົາໃນສາດສະໜາຈັກ ຫລື ການສະແຫວງຫາທາງອາຊີບຂອງເຮົາ? ໃນຊີວິດທີ່ຈະມາເຖິງ, ຂ້າພະເຈົ້າບໍ່ຮູ້ ຖ້າຫາກວ່ານາມມະຍົດ ດັ່ງເຊັ່ນ ອະທິການ ຫລື ປະທານສະມາຄົມສະຕີສົງເຄາະ ຈະຄົງຢູ່, ແຕ່ຂ້າພະເຈົ້າຮູ້ວ່ານາມມະຍົດຂອງສາມີ ແລະ ພັນລະຍາ, ພໍ່ ແລະ ແມ່ນັ້ນ, ຈະມີຢູ່ຕໍ່ໄປ ແລະ ຈະໄດ້ຮັບການເຄົາລົບນັບຖື ຕະຫລອດໄປເປັນນິດ. ນັ້ນຄືເຫດຜົນໜຶ່ງທີ່ວ່າມັນຈຶ່ງສຳຄັນຫລາຍທີ່ສຸດ ທີ່ຈະໃຫ້ກຽດໜ້າທີ່ຮັບຜິດຊອບຂອງເຮົາ ໃນຖານະພໍ່ແມ່ຢູ່ເທິງໂລກນີ້ ເພື່ອວ່າເຮົາຈະສາມາດຕຽມພ້ອມສຳລັບໜ້າທີ່ທີ່ຍິ່ງໃຫຍ່ໄປກ່ວານີ້, ແຕ່ຄ້າຍຄືກັນກັບໜ້າທີ່ຮັບຜິດຊອບໃນຊີວິດທີ່ຈະມາເຖິງ.
ໃນຖານະພໍ່ແມ່, ເຮົາສາມາດກ້າວໄປໜ້າດ້ວຍຄວາມຮັບຮອງວ່າພຣະເຈົ້າຈະບໍ່ປ່ອຍໃຫ້ເຮົາຢູ່ຕາມລຳພັງ. ພຣະເຈົ້າບໍ່ເຄີຍມອບໜ້າທີ່ຮັບຜິດຊອບໃຫ້ເຮົາ ໂດຍທີ່ບໍ່ປະທານຄວາມຊ່ອຍເຫລືອຈາກສະຫວັນ—ເຖິງສິ່ງນີ້ຂ້າພະເຈົ້າເປັນພະຍານໄດ້. ໃນບົດບາດແຫ່ງສະຫວັນຂອງການເປັນພໍ່ແມ່, ແລະ ເປັນຮຸ້ນສ່ວນກັບພຣະເຈົ້າ, ຂໍໃຫ້ເຮົາກາຍເປັນຄູສອນພຣະກິດຕິຄຸນ ແລະ ຕົວຢ່າງທີ່ສຳຄັນທີ່ສຸດສຳລັບລູກໆຂອງເຮົາ, ຂ້າພະເຈົ້າອະທິຖານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.