ກົດແຫ່ງການຖືສິນອົດເຂົ້າ: ໜ້າທີ່ຮັບຜິດຊອບສ່ວນຕົວ ທີ່ຈະດູແລຄົນຍາກຄົນ ແລະ ຄົນຂັດສົນ
ໃນຖານະທີ່ເປັນຜູ້ຕິດຕາມພຣະຜູ້ຊ່ອຍໃຫ້ລອດ, ເຮົາມີໜ້າທີ່ຮັບຜິດຊອບທີ່ຈະດູແລຄົນຍາກຈົນ ແລະ ຄົນຂັດສົນ.
ອ້າຍນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຮັກຖານະປະໂລຫິດ, ແລະ ມັກມາຮ່ວມກັບທ່ານ. ຂ້າພະເຈົ້າມີຄວາມກະຕັນຍູຢ່າງຍິ່ງ ທີ່ເຮົາສາມາດຮັບໃຊ້ນຳກັນ ໃນອຸດົມການທີ່ຍິ່ງໃຫຍ່ນີ້.
ເຮົາມີຊີວິດຢູ່ໃນວັນເວລາທີ່ໜ້າອັດສະຈັນໃຈ. ການມະຫັດສະຈັນຝ່າຍການແພດ, ວິທະຍາສາດ, ແລະ ເທັກໂນໂລຈີ ໄດ້ພັດທະນາຊີວິດຂອງຜູ້ຄົນຢ່າງຫລວງຫລາຍ. ແຕ່ກໍຍັງເຫັນຄວາມທຸກທໍລະມານ ແລະ ຄວາມໂສກເສົ້າຂອງຜູ້ຄົນຢ່າງຫລວງຫລາຍຄືກັນ. ນອກເໜືອຈາກນີ້ ຍັງມີສົງຄາມ ແລະ ຂ່າວເລົ່າລືເລື່ອງສົງຄາມ, ຂ່າວໄພທຳມະຊາດ—ທັງ ນ້ຳຖ້ວມ, ໄຟໃໝ້, ແຜ່ນດິນໄຫວ, ແລະ ພະຍາດໂລຄາ—ໄດ້ກະທົບກະເທືອນຕໍ່ຊີວິດຂອງຫລາຍລ້ານຄົນ ຢູ່ຕະຫລອດທົ່ວໂລກ.
ຜູ້ນຳຂອງສາດສະໜາຈັກຮູ້ຈັກດີກ່ຽວກັບຊີວິດການເປັນຢູ່ຂອງລູກໆຂອງພຣະເຈົ້າ ໃນທຸກແຫ່ງຫົນ. ເມື່ອໃດ ແລະ ທີ່ໃດທີ່ເປັນໄປໄດ້, ໜ່ວຍງານສຸກເສີນຂອງສາດສະໜາຈັກ ຈະສະໜອງຄວາມຕ້ອງການຂອງຜູ້ຄົນ. ຍົກຕົວຢ່າງ, ເດືອນພະຈິກປີແລ້ວນີ້, ລົມພະຍຸ ໄຮແຢນ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະເທດ ຟີລິບປິນ.
ລົມພະຍຸແຮງ ລະດັບທີ 5, ຊື່ ໄຮແຢນ ໄດ້ນຳຄວາມເສຍຫາຍອັນໃຫຍ່ຫລວງ ແລະ ຄວາມທຸກຍາກລຳບາກມາໃຫ້ປະຊາຊົນເປັນຈຳນວນຫລວງຫລາຍ. ຕົວເມືອງທັງເມືອງໄດ້ຖືກທຳລາຍ; ຫລາຍຄົນໄດ້ຕາຍໄປ; ເຮືອນຫລາຍລ້ານຫລັງໄດ້ເພພັງ ຫລື ຖືກທຳລາຍ; ແລະ ສິ່ງບໍລິການທີ່ຈຳເປັນເຊັ່ນ ນ້ຳ ແລະ ໄຟ ກໍບໍ່ມີໃຫ້ໃຊ້.
ແຫລ່ງຊ່ອຍເຫລືອຂອງສາດສະໜາຈັກ ໄດ້ຈັດບໍລິການທັນທີ ຫລັງຈາກເກີດໄພ. ສະມາຊິກຂອງສາດສະໜາຈັກ ທີ່ອາໄສຢູ່ຟີລິບປິນ ໄດ້ສາມັກຄີກັນດູແລອ້າຍເອື້ອຍນ້ອງ ໂດຍການຈັດຫາອາຫານ, ນ້ຳ, ເຄື່ອງນຸ່ງຫົ່ມ, ແລະ ເຄື່ອງອານາໄມຂັ້ນພື້ນຖານ ໃຫ້ແກ່ທຸກຄົນທີ່ເປັນສະມາຊິກ ແລະ ບໍ່ເປັນສະມາຊິກ.
ຕຶກໂບດໄດ້ກາຍເປັນບ່ອນຫລົບໄພສຳລັບຜູ້ຄົນຫລາຍພັນຄົນ ທີ່ຂາດທີ່ພັກອາໄສ. ພາຍໃຕ້ການຊີ້ນຳຂອງຝ່າຍປະທານ ແລະ ຜູ້ນຳຖານະປະໂລຫິດໃນທ້ອງຖິ່ນ, ຊຶ່ງຫລາຍຄົນກໍໄດ້ສູນເສຍທຸກສິ່ງ, ໄດ້ພາກັນສຳຫລວດເບິ່ງຄວາມເສຍຫາຍ ແລະ ຄວາມປອດໄພຂອງສະມາຊິກທຸກຄົນ. ແຜນທີ່ໄດ້ຮັບການດົນໃຈ ໄດ້ຖືກຈັດຂຶ້ນ ແລະ ຖືກນຳໃຊ້ ເພື່ອຊ່ອຍເຫລືອສະມາຊິກໃຫ້ມີສະພາບທີ່ພໍໃຊ້ການໄດ້ ແລະ ກຸ້ມຕົນເອງ.
ແຫລ່ງຊ່ອຍເຫລືອກໍໄດ້ຊ່ອຍສະມາຊິກຂອງສາດສະໜາຈັກດ້ວຍຄວາມເໝາະສົມ ເພື່ອສ້ອມແປງເຮືອນຊານຂອງເຂົາເຈົ້າ. ການນີ້ບໍ່ໄດ້ມອບໃຫ້ຟຣີໆ. ສະມາຊິກໄດ້ຮັບການຝຶກຝົນ ແລະ ໄດ້ອອກແຮງເຮັດເອງ ແລະ ໃຫ້ຊ່ອຍເຫລືອຄົນອື່ນ.
ຜົນສະທ້ອນກໍຄື ເມື່ອສະມາຊິກຮຽນຮູ້ວິຊາຊ່າງໄມ້, ວິທີສ້ອມແປງທໍ່ນ້ຳ, ແລະ ວິທີກໍ່ສ້າງອື່ນໆ, ແລ້ວເຂົາເຈົ້າກໍສາມາດໄປຊອກຫາວຽກເຮັດງານທຳຢູ່ໃນຊຸມຊົນ ຫລື ຕາມເມືອງຕ່າງໆທີ່ໃກ້ຄຽງ ຊຶ່ງກຳລັງເລີ່ມຕົ້ນ ສ້ອມແປງບ້ານເມືອງຢູ່.
ການດູແລຄົນຍາກຈົນ ແລະ ຄົນຂັດສົນ ເປັນຫລັກທຳພຣະກິດຕິຄຸນຂັ້ນພື້ນຖານ ແລະ ເປັນພາກສ່ວນທີ່ຈຳເປັນໃນແຜນແຫ່ງ ຄວາມລອດ ນິລັນດອນ.
ກ່ອນການປະຕິບັດສາດສະໜາກິດແຫ່ງມະຕະຂອງພຣະອົງ, ພຣະເຢໂຮວາ ໄດ້ປະກາດ ຜ່ານທາງສາດສະດາຂອງພຣະອົງວ່າ: “ຄົນຍາກຈົນ ແລະ ຄົນຂັດສົນຈະມີຢູ່ບໍ່ຂາດໃນດິນແດນຂອງພວກເຈົ້າ. ສະນັ້ນແຫລະ ເຮົາຈຶ່ງສັ່ງພວກເຈົ້າໃຫ້ມີຈິດໃຈກວ້າງຂວາງຕໍ່ພວກເຂົາ.”1
ໃນສະໄໝຂອງເຮົາ, ການດູແລຄົນຍາກຈົນ ແລະ ຄົນຂັດສົນ ແມ່ນໜ້າທີ່ຮັບຜິດຊອບຢ່າງໜຶ່ງໃນສີ່ຢ່າງຊຶ່ງພຣະເຈົ້າໄດ້ກຳນົດໃຫ້ສາດສະໜາຈັກ ໃນການຊ່ອຍເຫລືອບຸກຄົນ ແລະ ຄອບຄົວ ໃຫ້ມີຄ່າຄວນສຳລັບຄວາມສູງສົ່ງ.2
ການດູແລຄົນຍາກຈົນ ແລະ ຄົນຂັດສົນ ຮ່ວມດ້ວຍການຊ່ອຍໃຫ້ລອດທາງໂລກ ແລະ ທາງວິນຍານ. ມັນຮ່ວມດ້ວຍການຮັບໃຊ້ຂອງສະມາຊິກຂອງສາດສະໜາຈັກ ເມື່ອເຂົາດູແລຄົນຍາກຈົນ ແລະ ຄົນຂັດສົນດ້ວຍຕົນເອງ, ຕະຫລອດທັງຄວາມຊ່ອຍເຫລືອຈາກອົງການສະຫວັດດີການຂອງສາດສະໜາຈັກ, ຊຶ່ງຮັບໃຊ້ຜ່ານທາງສິດອຳນາດຂອງຖານະປະໂລຫິດ.
ພາກສ່ວນທີ່ສຳຄັນຕໍ່ ແຜນຂອງພຣະຜູ້ເປັນເຈົ້າສຳລັບການດູແລຄົນຍາກຈົນ ແລະ ຄົນຂັດສົນ ແມ່ນ ກົດແຫ່ງການຖືສິນອົດເຂົ້າ. “ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງກົດແຫ່ງການຖືສິນອົດເຂົ້າ ແລະ ການບໍລິຈາກໄວ້ ເພື່ອເປັນພອນໃຫ້ແກ່ຜູ້ຄົນຂອງພຣະອົງ ແລະ ຈັດຫາວິທີທີ່ຈະຮັບໃຊ້ຄົນທີ່ຢູ່ໃນຄວາມຂັດສົນ.”3
ໃນຖານະທີ່ເປັນຜູ້ຕິດຕາມພຣະຜູ້ຊ່ອຍໃຫ້ລອດ, ເຮົາມີໜ້າທີ່ຮັບຜິດຊອບທີ່ຈະດູແລຄົນຍາກຈົນ ແລະ ຄົນຂັດສົນ. ສະມາຊິກທີ່ຊື່ສັດຂອງສາດສະໜາຈັກໃນທຸກແຫ່ງຫົນ ໄດ້ໃຫ້ຄວາມຊ່ອຍເຫລືອ ໂດຍການຖືສິນອົດເຂົ້າແຕ່ລະເດືອນ—ບໍ່ກິນຫຍັງ ຫລື ດື່ມຫຍັງ ເປັນເວລາ 24 ຊົ່ວໂມງ—ແລ້ວມອບເງິນທີ່ເປັນຄ່າອາຫານໃຫ້ສາດສະໜາຈັກ.
ເຮົາຄວນພິຈາລະນາຖ້ອຍຄຳຂອງເອຊາຢາດັ່ງຕໍ່ໄປນີ້ ແລະ ສອນມັນໃນແຕ່ລະບ້ານເຮືອນ:
“ການຖືສິນອົດເຂົ້າທີ່ເຮົາຕ້ອງການແມ່ນດັ່ງນີ້. ຄືແກ້ໂສ້ແຫ່ງການກົດຂີ່ ແລະ ປົດແອກແຫ່ງຄວາມບໍ່ຍຸດຕິທຳ ແລະ ປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະລະ.
“ຈົ່ງແບ່ງປັນອາຫານໃຫ້ແກ່ຜູ້ທີ່ອຶດຫິວ ແລະ ໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນຂາດບ່ອນພັກພາອາໄສ. ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ບໍ່ມີ ແລະ ຢ່າລະເລີຍໃນການຊ່ອຍເຫລືອເພື່ອນມະນຸດ.”4
ແລ້ວເອຊາຢາໄດ້ບອກເຖິງພອນຕ່າງໆທີ່ພຣະຜູ້ເປັນເຈົ້າໄດ້ສັນຍາຕໍ່ຜູ້ທີ່ເຊື່ອຟັງກົດແຫ່ງການຖືສິນອົດເຂົ້າ ດັ່ງນີ້:
“ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະ ບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ເຮົາຈະຢູ່ກັບເຈົ້າເພື່ອຊ່ອຍຊູເຈົ້າໃຫ້ພົ້ນໄພຢູ່ສະເໝີ. ເມື່ອເຮົາຢູ່ນຳເຈົ້າ ເຮົາຈະປົກປັກຮັກສາເຈົ້າຮອບດ້ານ.
“ເມື່ອເຈົ້າອະທິຖານຫາເຮົາ, ເຮົາຈະຕອບເຈົ້າ; ເມື່ອເຈົ້າເອີ້ນຫາເຮົາ, ເຮົາກໍຈະຂານຕອບເຈົ້າ. …
“ຖ້າເຈົ້າໃຫ້ອາຫານແກ່ຜູ້ທີ່ອຶດຫິວ ແລະ ໃຫ້ຜູ້ທີ່ຂັດສົນໄດ້ມີຄວາມອີ່ມໃຈ ແລ້ວມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນແປງແຈ້ງເໝືອນໃນຕອນກາງເວັນ:
“ແລ້ວເຮົາກໍຈະນຳພາເຈົ້າໄປສະເໝີ ແລະ ຈະໃຫ້ເຈົ້າໄດ້ອີ່ມໃຈກັບສິ່ງທີ່ດີທັງຫລາຍ.”5
ກ່ຽວກັບພຣະຄຳພີຂໍ້ນີ້, ປະທານແຮໂຣນ ບີ ລີ ໄດ້ກ່າວວ່າ: “ພອນອັນຍິ່ງໃຫຍ່ທີ່ [ມາຈາກການຖືສິນອົດເຂົ້າ] ໄດ້ຖືກບອກຢ່າງແຈ່ມແຈ້ງ ໃນທຸກສະໄໝ, ແລະ ໃນພຣະຄຳພີຂໍ້ນີ້ ພຣະຜູ້ເປັນເຈົ້າໄດ້ບອກເຮົາ ຜ່ານສາດສະດາທີ່ຍິ່ງໃຫຍ່ ວ່າເປັນຫຍັງຈຶ່ງຕ້ອງຖືສິນອົດເຂົ້າ, ແລະ ບອກເຖິງພອນທີ່ມາເຖິງຈາກການຖືສິນອົດເຂົ້ານັ້ນ. ຖ້າທ່ານໄຕ່ຕອງບົດທີ 58 ຂອງໜັງສືເອຊາຢາ ທ່ານຈະພົບເຫັນເຫດຜົນວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປະສົງໃຫ້ເຮົາບໍລິຈາກເງິນຈາກການຖືສິນອົດເຂົ້າ, ເປັນຫຍັງພຣະອົງຈຶ່ງປະສົງໃຫ້ເຮົາຖືສິນອົດເຂົ້າ. ເປັນເພາະວ່າ ເມື່ອເຮົາມີຄ່າຄວນ ເຮົາຈະສາມາດອະທິຖານຫາພຣະອົງ ແລະ ພຣະອົງຈະຕອບເຮົາ. ເມື່ອເຮົາເອີ້ນຫາພຣະອົງ, ‘ພຣະອົງກໍຈະຂານຕອບເຮົາ.’”
ປະທານລີ ໄດ້ກ່າວຕື່ມວ່າ: “ເຮົາຢາກຕົກຢູ່ໃນສະພາບທີ່ເຮົາເອີ້ນຫາພຣະອົງ ແລະ ພຣະອົງບໍ່ຕອບເຮົາ ຊັ້ນບໍ? ເຮົາເອີ້ນຫາພຣະອົງດ້ວຍຄວາມໂສກເສົ້າ ແລະ ພຣະອົງບໍ່ສົນໃຈກັບເຮົາຊັ້ນບໍ? ຂ້າພະເຈົ້າຄິດວ່າ ເຖິງເວລາແລ້ວທີ່ເຮົາຕ້ອງຄິດກ່ຽວກັບເລື່ອງນີ້ ເພາະໃນວັນຂ້າງໜ້າ, ເຮົາຈະມີຄວາມຕ້ອງການຫລາຍຂຶ້ນເລື້ອຍໆ, ເຮົາຈະຕ້ອງການພອນຫລາຍຂຶ້ນກວ່າເກົ່າຈາກພຣະຜູ້ເປັນເຈົ້າ, ເມື່ອການພິພາກສາທີ່ໂມໂຫຮ້າຍຈະຖືກຖອກເທລົງມາສູ່ໂລກຢ່າງບໍ່ມີຄວາມເມດຕາເຈືອປົນຢູ່ດ້ວຍ.”6
ສາດສະດາທີ່ຮັກຂອງເຮົາ, ປະທານທອມມັສ ແອັສ ມອນສັນ, ໄດ້ແບ່ງປັນປະຈັກພະຍານຂອງເພິ່ນ ກ່ຽວກັບຫລັກທຳເຫລົ່ານີ້—ປະຈັກພະຍານທີ່ມາຈາກປະສົບການສ່ວນຕົວ. ເພິ່ນໄດ້ກ່າວວ່າ: “ບໍ່ມີສະມາຊິກຄົນໃດຂອງສາດສະໜາຈັກ ທີ່ໄດ້ຊ່ອຍເຫລືອຄົນຂັດສົນ ແລ້ວລືມ ຫລື ກິນແໜງນຳປະສົບການນັ້ນ. ການດຳລົງຊີວິດດ້ວຍຄວາມດຸໝັ່ນ, ປະຢັດມັດທະຍັດ, ກຸ້ມຕົນເອງ, ແລະ ແບ່ງປັນໃຫ້ກັບຄົນອື່ນ ບໍ່ໄດ້ເປັນສິ່ງໃໝ່ໆສຳລັບເຮົາ.”7
ອ້າຍນ້ອງທັງຫລາຍ, ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນຄົນທີ່ເຂົ້າເຮັດພັນທະສັນຍາ ແລະ ຮັກສາພຣະບັນຍັດ. ຂ້າພະເຈົ້າບໍ່ຮູ້ຈັກກົດອື່ນ, ຫລື ພຣະບັນຍັດຂໍ້ອື່ນ, ຖ້າຫາກເຮົາຮັກສາຢ່າງຊື່ສັດແລ້ວ, ມັນງ່າຍທີ່ຈະຮັກສາ ແລະ ເປັນພອນອັນໃຫຍ່ຫລວງໃຫ້ແກ່ເຮົາ ຫລາຍໄປກວ່າກົດແຫ່ງການຖືສິນອົດເຂົ້າ. ເມື່ອເຮົາຖືສິນອົດເຂົ້າ ແລະ ບໍລິຈາກຢ່າງຊື່ສັດ, ແລ້ວເຮົາໄດ້ຊ່ອຍເພີ່ມພູນສາງອາຫານຂອງພຣະຜູ້ເປັນເຈົ້າ ດ້ວຍຈຳນວນເງິນທີ່ເຮົາບໍ່ໄດ້ໃຊ້ຊື້ອາຫານສຳລັບມື້ນັ້ນ. ສິ່ງນີ້ບໍ່ໄດ້ຮຽກຮ້ອງທ່ານໃຫ້ບໍລິຈາກຫລາຍໄປກວ່າລາຍຈ່າຍທີ່ທ່ານໃຊ້ຊື້ອາຫານໂດຍປົກກະຕິຢູ່ແລ້ວ. ໃນເວລາດຽວກັນ, ພວກເຮົາສັນຍາວ່າ ທ່ານຈະໄດ້ຮັບພອນທີ່ໜ້າປະຫລາດໃຈ ດັ່ງທີ່ໄດ້ກ່າວຜ່ານມາ.
ກົດແຫ່ງການຖືສິນອົດເຂົ້າ ແມ່ນກ່ຽວພັນກັບສະມາຊິກທຸກຄົນຂອງສາດສະໜາຈັກ. ແມ່ນແຕ່ເດັກນ້ອຍ ກໍສາມາດອົດໄດ້, ເລີ່ມຕົ້ນດ້ວຍອາຫານຄາບໜຶ່ງ ແລ້ວຕໍ່ໄປເປັນສອງຄາບ, ເມື່ອເຂົາເຂົ້າໃຈ ແລະ ຮັກສາກົດແຫ່ງການຖືສິນອົດເຂົ້າ. ສາມີພັນລະຍາ, ສະມາຊິກໂສດ, ຊາວໜຸ່ມ, ແລະ ເດັກນ້ອຍ, ຄວນເລີ່ມຕົ້ນການຖືສິນອົດເຂົ້າດ້ວຍການອະທິຖານ, ເພື່ອຂອບພຣະໄທສຳລັບພອນໃນຊີວິດຂອງເຂົາເຈົ້າ ໃນຂະນະທີ່ສະແຫວງຫາພອນຂອງພຣະຜູ້ເປັນເຈົ້າ ແລະ ພະລັງທີ່ຈະຊ່ອຍໃຫ້ບັນລຸການຖືສິນອົດເຂົ້ານັ້ນ. ກົດແຫ່ງການຖືສິນອົດເຂົ້າ ຈະສຳເລັດບໍລິບູນເມື່ອເຮົາມອບເງິນບໍລິຈາກໃຫ້ແກ່ອະທິການ ຊຶ່ງເປັນຜູ້ຕາງໜ້າໃຫ້ແກ່ພຣະຜູ້ເປັນເຈົ້າ.
ອະທິການທັງຫລາຍ, ທ່ານຄືຜູ້ທີ່ຊີ້ນຳເລື່ອງສະຫວັດດີການໃນຫວອດຂອງທ່ານ. ທ່ານມີໜ້າທີ່ຮັບຜິດຊອບຈາກສະຫວັນໃຫ້ຊອກຫາ ແລະ ດູແລຄົນຍາກຈົນ. ດ້ວຍຄວາມຊ່ອຍເຫລືອຈາກປະທານສະມາຄົມສະຕີສົງເຄາະ ແລະ ຜູ້ນຳກຸ່ມຖານະປະໂລຫິດແຫ່ງເມນຄີເສເດັກ, ເປົ້າໝາຍຂອງທ່ານ ຄືທີ່ຈະຊ່ອຍເຫລືອສະມາຊິກໃຫ້ຊ່ອຍຕົນເອງ ແລະ ກາຍເປັນຄົນກຸ້ມຕົນເອງ. ທ່ານຮັບໃຊ້ເລື່ອງຄວາມຕ້ອງການທາງໂລກ ແລະ ທາງວິນຍານ ໂດຍການໃຊ້ເງິນບໍລິຈາກ ຈາກການຖືສິນອົດເຂົ້າຢ່າງລະມັດລະວັງ ເພື່ອໃຫ້ຄວາມຊ່ອຍເຫລືອຊົ່ວຄາວ ແລະ ເພື່ອຕື່ມສິ່ງທີ່ຂາດເຫລືອໃຫ້ແກ່ຄົນທີ່ຂັດສົນ ຮ່ວມກັບຄວາມຊ່ອຍເຫລືອຂອງຍາດພີ່ນ້ອງ ແລະ ຊຸມຊົນ. ເມື່ອທ່ານໃຊ້ຂໍກະແຈຂອງຖານະປະໂລຫິດພ້ອມດ້ວຍການອະທິຖານ ແລະ ຮູ້ຈັກເວລາທີ່ຕ້ອງຊ່ອຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ, ແລ້ວທ່ານຈະຮູ້ຈັກວ່າ ວິທີໃຊ້ເງິນຖືສິນອົດເຂົ້າທີ່ຖືກຕ້ອງ ແມ່ນເພື່ອຊ່ອຍຄ້ຳຈູນຊີວິດ, ບໍ່ແມ່ນເພື່ອຄ້ຳຈູນວິທີໃຊ້ຊີວິດ.
ປະທານກຸ່ມຖານະປະໂລຫິດແຫ່ງອາໂຣນທັງຫລາຍ, ທ່ານມີຂໍກະແຈ ແລະ ມີອຳນາດທີ່ຈະປະຕິບັດພິທີການພາຍນອກ. ທ່ານປະສານງານນຳອະທິການ ແລະ ແນະນຳສະມາຊິກໃນກຸ່ມກ່ຽວກັບໜ້າທີ່ຂອງຕົນໃນຖານະປະໂລຫິດ ແລະ ໃນການຊອກຫາສະມາຊິກຂອງສາດສະໜາຈັກ ເພື່ອໃຫ້ໂອກາດເຂົາເຈົ້າບໍລິຈາກເງິນຖືສິນອົດເຂົ້າ. ເມື່ອຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນປະຕິບັດໜ້າທີ່ຂອງຕົນ ແລະ ໃຫ້ໂອກາດແກ່ສະມາຊິກທຸກຄົນຂອງສາດສະໜາຈັກ, ແລ້ວທ່ານຈະຊ່ອຍນຳພອນແຫ່ງການຖືສິນອົດເຂົ້າໄປໃຫ້ຄົນທີ່ຕ້ອງການຫລາຍທີ່ສຸດ. ທ່ານຈະເຫັນວ່າ ພຣະວິນຍານແຫ່ງການດູແລຄົນຍາກຈົນ ແລະ ຄົນຂັດສົນ ມີພະລັງທີ່ຈະເຮັດໃຫ້ໃຈຂອງຜູ້ຄົນອ່ອນລົງ ແລະ ເປັນພອນໃຫ້ແກ່ຊີວິດຂອງຄົນທີ່ບໍ່ເຂັ້ມແຂງ.
ປະທານມອນສັນໄດ້ກ່າວວ່າ, “ອະທິການທີ່ໄດ້ຈັດໃຫ້ກຸ່ມຖານະປະໂລຫິດແຫ່ງອາໂຣນ ມີພາກສ່ວນໃນການໄປເກັບເງິນບໍລິຈາກ ຈາກການຖືສິນອົດເຂົ້າ ຈະໄດ້ຮັບຄວາມສຳເລັດຜົນຫລາຍ ໃນໜ້າທີ່ ທີ່ສັກສິດນີ້.”8
ອະທິການທັງຫລາຍ, ຈົ່ງຈື່ຈຳໄວ້ວ່າ ສະພາບການໃນແຕ່ລະເຂດ ແລະ ໃນແຕ່ລະປະເທດ ຈະແຕກຕ່າງກັນ. ການໄປເກັບເງິນບໍລິຈາກໂດຍກຸ່ມຖານະປະໂລຫິດແຫ່ງອາໂຣນ ອາດເປັນໄປບໍ່ໄດ້ໃນບາງເຂດ ທີ່ເຮົາອາໄສຢູ່. ເຖິງຢ່າງໃດກໍຕາມ, ພວກເຮົາຂໍໃຫ້ທ່ານຈົ່ງພິຈາລະນາຄຳແນະນຳຂອງສາດສະດາພ້ອມດ້ວຍການອະທິຖານ ແລະ ຊອກຫາການດົນໃຈກ່ຽວກັບວິທີທີ່ເໝາະສົມ ສຳລັບຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນໃນຫວອດຂອງທ່ານ ຈະສາມາດມີພາກສ່ວນໃນການເກັບເງິນບໍລິຈາກ ຈາກການຖືສິນອົດເຂົ້ານີ້.
ໃນ ບົດທີ 27 ຂອງ 3 ນີໄຟ, ພຣະຜູ້ເປັນເຈົ້າທີ່ຟື້ນຄືນຊີວິດແລ້ວ ໄດ້ຖາມວ່າ, “ດັ່ງນັ້ນ ເຈົ້າຄວນເປັນຄົນແນວໃດ?” ພຣະອົງຕອບເອງວ່າ, “ເຖິງແມ່ນດັ່ງທີ່ເຮົາເປັນ.”9 ເມື່ອເຮົາຮັບເອົາພຣະນາມຂອງພຣະຄຣິດໄວ້ກັບເຮົາ ແລະ ພະຍາຍາມຕິດຕາມພຣະອົງ, ເຮົາຈະມີລັກສະນະຂອງພຣະອົງ ຢູ່ເທິງໃບໜ້າເຮົາ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ການດູແລຄົນຍາກຈົນ ແລະ ຄົນຂັດສົນ ເປັນພາກສ່ວນສຳຄັນທີ່ສຸດໃນການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ອຍໃຫ້ລອດ. ມັນເປັນທຸກສິ່ງທີ່ພຣະອົງກະທຳ. ພຣະອົງເອື້ອມອອກໄປຫາທຸກຄົນ ແລະ ຍົກເຮົາຂຶ້ນ. ແອກຂອງພຣະອົງກໍພໍເໝາະ ແລະ ພາລະຂອງພຣະອົງກໍເບົາ. ຂ້າພະເຈົ້າຂໍເຊື້ອເຊີນທ່ານທັງຫລາຍໃຫ້ກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດ ໂດຍການດູແລຄົນຍາກຈົນ ແລະ ຄົນຂັດສົນ, ໂດຍການຮັກສາກົດແຫ່ງການຖືສິນອົດເຂົ້າຢ່າງຊື່ສັດ, ແລະ ໂດຍການບໍລິຈາກດ້ວຍໃຈທີ່ເພື່ອແຜ່. ຂ້າພະເຈົ້າເປັນພະຍານຢ່າງຖ່ອມຕົນວ່າ ການດູແລຄົນຍາກຈົນ ແລະ ຄົນຂັດສົນຢ່າງຊື່ສັດ ເປັນການສະແດງອອກເຖິງຄວາມເປັນຜູ້ໃຫຍ່ທາງວິນຍານ ແລະ ຈະເປັນພອນໃຫ້ແກ່ ທັງຜູ້ທີ່ມອບໃຫ້ ແລະ ຜູ້ທີ່ໄດ້ຮັບ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.