ມາ ແລະ ເບິ່ງເອົາ
ສາດສະໜາຈັກຂອງພຣະເຢຊູຄຣິດໄດ້ເປັນ ແລະ ຈະເປັນສາດສະໜາທີ່ສະມາຊິກມີພາກສ່ວນໃນວຽກງານເຜີຍແຜ່ສະເໝີໄປ.
ຂ່າວສານຂອງຂ້າພະເຈົ້າແມ່ນເຈາະຈົງຕໍ່ບຸກຄົນທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໂດຍສະເພາະ. ຂ້າພະເຈົ້າຈະກ່າວເຖິງຄຳຖາມພື້ນຖານທີ່ພວກທ່ານທັງຫລາຍອາດມີ ດັ່ງ: “ເພາະເຫດໃດໄພ່ພົນຍຸກສຸດທ້າຍຈຶ່ງກະຕືລືລົ້ມທີ່ຈະບອກຂ້າພະເຈົ້າກ່ຽວກັບສິ່ງທີ່ເຂົາເຈົ້າເຊື່ອຖື ແລະ ຈະເຊື້ອເຊີນຂ້າພະເຈົ້າໃຫ້ຮຽນຮູ້ກ່ຽວກັບສາດສະໜາຈັກຂອງເຂົາເຈົ້າ?”
ຂ້າພະເຈົ້າອະທິຖານທູນຂໍໃຫ້ພຣະວິນຍານຂອງພຣະຜູ້ເປັນເຈົ້າຊ່ອຍຂ້າພະເຈົ້າໃຫ້ສື່ສານຢ່າງມີປະສິດທິພາບ, ແລະ ຊ່ອຍທ່ານໃຫ້ເຂົ້າໃຈຄຳຕອບຂອງຂ້າພະເຈົ້າຕໍ່ຄຳຖາມທີ່ສຳຄັນນີ້ຢ່າງແຈ່ມແຈ້ງ.
ໜ້າທີ່ມອບໝາຍຈາກສະຫວັນ
ສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດໄດ້ເປັນ ແລະ ຈະເປັນຜູ້ສອນສາດສະໜາທີ່ຊື່ສັດສະເໝີໄປ. ຜູ້ສອນສາດສະໜາເປັນຜູ້ຕິດຕາມຂອງພຣະຄຣິດ ຜູ້ທີ່ເປັນພະຍານເຖິງພຣະອົງ ໃນຖານະພຣະຜູ້ຊ່ອຍໃຫ້ລອດ ແລະ ປະກາດຄວາມຈິງຂອງພຣະກິດຕິຄຸນຂອງພຣະອົງ.
ສາດສະໜາຈັກຂອງພຣະເຢຊູຄຣິດໄດ້ເປັນ ແລະ ຈະເປັນສາດສະໜາທີ່ສະມາຊິກມີພາກສ່ວນໃນວຽກງານເຜີຍແຜ່ສະເໝີໄປ. ສະມາຊິກສ່ວນບຸກຄົນຂອງສາດສະໜາຈັກຂອງພຣະຜູ້ຊ່ອຍໃຫ້ລອດໄດ້ຮັບເອົາພັນທະທີ່ສັກສິດ ທີ່ຈະຊ່ອຍໃນການບັນລຸການມອບໝາຍຈາກສະຫວັນ ທີ່ພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້ແກ່ອັກຄະສາວົກຂອງພຣະອົງ, ດັ່ງທີ່ຖືກບັນທຶກໄວ້ຢູ່ໃນພຣະສັນຍາໃໝ່ວ່າ:
“ເຫດສະນັ້ນພວກເຈົ້າຈົ່ງໄປ, ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ພຣະບຸດ, ແລະ ພຣະວິນຍານບໍລິສຸດ:
“ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ: ນີ້ແຫລະເຮົາຢູ່ກັບເຈົ້າທັງຫລາຍ ທຸກໆວັນຈົນສິ້ນໂລກນີ້. ອາແມນ” (ມັດທາຍ 28:19–20).
ໄພ່ພົນຍຸກສຸດທ້າຍຖືວ່າໜ້າທີ່ຮັບຜິດຊອບນີ້ຢ່າງຈິງຈັງ ທີ່ຈະສັ່ງສອນທຸກຄົນໃນທຸກປະເທດຊາດກ່ຽວກັບອົງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະອົງ. ພວກເຮົາເຊື່ອວ່າສາດສະໜາຈັກດຽວກັນທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ຈັດຕັ້ງຂຶ້ນໃນສະໄໝໂບຮານໄດ້ຮັບການຈັດຕັ້ງຄືນມາໃໝ່ຢູ່ເທິງໂລກໃນຍຸກສຸດທ້າຍນີ້. ຄຳສອນ, ຫລັກທຳ, ສິດອຳນາດຂອງຖານະປະໂລຫິດ, ພິທີການ, ແລະ ພັນທະສັນຍາຕ່າງໆຂອງພຣະກິດຕິຄຸນຂອງພຣະອົງກໍພົບເຫັນຢູ່ໃນວັນເວລານີ້ ໃນສາດສະໜາຈັກຂອງພຣະອົງ.
ເມື່ອພວກເຮົາເຊື້ອເຊີນພວກທ່ານໃຫ້ໄປໂບດນຳພວກເຮົາ ຫລື ຮຽນຮູ້ກັບຜູ້ສອນສາດສະໜາເຕັມເວລາ, ພວກເຮົາບໍ່ໄດ້ພະຍາຍາມຈະຈ່າວຂາຍຫຍັງໃຫ້ແກ່ທ່ານ. ໃນຖານະສະມາຊິກຂອງສາດສະໜາຈັກ, ພວກເຮົາບໍ່ໄດ້ຮັບລາງວັນຫຍັງເລີຍ ຫລື ສິ່ງຕອບແທນໃດໆໃນການແຂ່ງຂັນທາງວິນຍານໃດໆ. ພວກເຮົາບໍ່ໄດ້ພຽງແຕ່ຈະສະແຫວງຫາທີ່ຈະເພີ່ມສະມາຊິກພາບໃຫ້ແກ່ສາດສະໜາຈັກເທົ່ານັ້ນ. ແລະ ສຳຄັນກວ່າທຸກສິ່ງ, ພວກເຮົາບໍ່ໄດ້ພະຍາຍາມຈະບັງຄັບໃຫ້ທ່ານເຊື່ອດັ່ງທີ່ພວກເຮົາເຊື່ອ. ພວກເຮົາເຊື້ອເຊີນທ່ານໃຫ້ຮັບຟັງຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ໄດ້ຮັບການຟື້ນຟູແລ້ວ ເພື່ອວ່າທ່ານຈະສາມາດສຶກສາ, ໄຕ່ຕອງ, ອະທິຖານ, ແລະ ມາຮູ້ຈັກກັບພວກເຮົາດ້ວຍຕົວທ່ານເອງ ຖ້າຫາກວ່າສິ່ງທີ່ພວກເຮົາແບ່ງປັນກັບພວກທ່ານນັ້ນຈິງຫລືບໍ່.
ບາງຄົນໃນບັນດາພວກທ່ານອາດຕອບວ່າ, “ແຕ່ຂ້າພະເຈົ້າເຊື່ອໃນພຣະຄຣິດ ແລະ ຕິດຕາມຄຳສອນຂອງພຣະອົງຢູ່ແລ້ວ”, ຫລື, “ຂ້າພະເຈົ້າບໍ່ແນ່ໃຈຖ້າຫາກວ່າພຣະເຈົ້າມີຈິງຫລືບໍ່.” ການເຊື້ອເຊີນຂອງພວກເຮົາບໍ່ໄດ້ພະຍາຍາມທີ່ຈະລົດຄຸນຄ່າຂອງປະເພນີທາງສາດສະໜາ ຫລື ປະສົບການໃນຊີວິດຂອງທ່ານ. ຂໍໃຫ້ນຳເອົາທຸກສິ່ງທີ່ທ່ານຮູ້ວ່າເປັນຄວາມຈິງ, ດີງາມ, ແລະ ເປັນທີ່ໜ້າສັນລະເສີນ ແລະ ທົດລອງຂ່າວສານຂອງພວກເຮົາເບິ່ງ. ດັ່ງທີ່ພຣະເຢຊູໄດ້ເຊື້ອເຊີນສານຸສິດຂອງພຣະອົງສອງຄົນໃຫ້ “ມາ ແລະ ເບິ່ງເອົາ” (ໂຢຮັນ 1:39), ພວກເຮົາຂໍເຊື້ອເຊີນທ່ານຄືກັນໃຫ້ມາ ແລະ ເບິ່ງເອົາ ຖ້າຫາກວ່າພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະອົງຈະເພີ່ມເຕີມ ແລະ ເສີມສ້າງສິ່ງທີ່ທ່ານເຊື່ອວ່າເປັນຈິງຢູ່ແລ້ວ.
ແທ້ຈິງແລ້ວ, ພວກເຮົາຮູ້ສຶກເຖິງໜ້າທີ່ຮັບຜິດຊອບທີ່ສັກສິດ ທີ່ຈະນຳຂ່າວສານນີ້ອອກໄປໃຫ້ແກ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ ແລະ ທຸກຜູ້ຄົນທັງປວງ. ແລະ ນີ້ກໍຄືສິ່ງທີ່ພວກເຮົາກຳລັງປະຕິບັດຢູ່ດ້ວຍກຸ່ມຜູ້ສອນສາດສະໜາເຕັມເວລາ ທີ່ມີຫລາຍກວ່າ 88,000 ຄົນ ທີ່ກຳລັງທຳງານເຜີຍແຜ່ຢູ່ໃນ 150 ປະເທດທີ່ເປັນອິດສະລະຕະຫລອດທົ່ວໂລກໃນເວລານີ້. ຊາຍ ແລະ ຍິງທີ່ປະເສີດເຫລົ່ານີ້ຊ່ອຍສະມາຊິກຂອງສາດສະໜາຈັກຂອງພວກເຮົາ ບັນລຸໜ້າທີ່ມອບໝາຍຈາກສະຫວັນທີ່ເຮົາແຕ່ລະຄົນມີ ທີ່ຈະປະກາດພຣະກິດຕິຄຸນອັນເປັນນິດຂອງພຣະເຢຊູຄຣິດ (ເບິ່ງ D&C 68:1).
ຍິ່ງກວ່າໜ້າທີ່ທາງວິນຍານ
ແຕ່ຄວາມກະຕືລືລົ້ນຂອງພວກເຮົາທີ່ຈະປະກາດຂ່າວສານນີ້ບໍ່ໄດ້ເປັນພຽງແຕ່ໜ້າທີ່ທາງວິນຍານເທົ່ານັ້ນ. ແຕ່, ຄວາມປາດຖະໜາຂອງພວກເຮົາທີ່ຈະແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ໄດ້ຮັບການຟື້ນຟູ ແລ້ວກັບພວກທ່ານ ນັ້ນກໍເປັນເພາະການສະແດງໃຫ້ປະຈັກວ່າຄວາມຈິງເຫລົ່ານີ້ສຳຄັນຫລາຍພຽງໃດຕໍ່ ພວກເຮົາ. ຂ້າພະເຈົ້າເຊື່ອວ່າຂ້າພະເຈົ້າຈະສາມາດບັນຍາຍວ່າເພາະເຫດໃດພວກເຮົາຈຶ່ງກົງໄປກົງມາແທ້ ໃນການສະແຫວງຫາທີ່ຈະອະທິບາຍຄວາມເຊື່ອຖືຂອງພວກເຮົາໄດ້ດີທີ່ສຸດ ຜ່ານປະສົບການທີ່ພັນລະຍາ ແລະ ຂ້າພະເຈົ້າໄດ້ມີເມື່ອຫລາຍປີກ່ອນກັບລູກຊາຍສອງຄົນຂອງພວກຂ້າພະເຈົ້າ.
ຄືນໜຶ່ງ ຊູແຊນ ແລະ ຂ້າພະເຈົ້າໄດ້ຢືນໃກ້ປ່ອງຢ້ຽມໃນບ້ານຂອງພວກຂ້າພະເຈົ້າ ແລະ ໄດ້ພາກັນສັງເກດເບິ່ງລູກຊາຍນ້ອຍສອງຄົນຫລິ້ນຢູ່ນອກ. ໃນລະຫວ່າງການຫລິ້ນຂອງພວກເຂົາ, ຜູ້ນ້ອຍກວ່າໃນສອງຄົນນັ້ນຖືກບາດເຈັບນ້ອຍໜຶ່ງຈາກອຸປະຕິເຫດນ້ອຍໆ. ພວກຂ້າພະເຈົ້າກໍຮູ້ໄດ້ທັນທີວ່າ ລາວບໍ່ໄດ້ບາດເຈັບແຮງ, ແລະ ພວກຂ້າພະເຈົ້າໄດ້ຕັດສິນໃຈວ່າຈະບໍ່ໃຫ້ຄວາມຊ່ອຍເຫລືອທັນທີ. ພວກຂ້າພະເຈົ້າຢາກສັງເກດເບິ່ງ ຖ້າຫາກວ່າການສົນທະນາໃນຄອບຄົວຂອງພວກເຮົາກ່ຽວກັບຄວາມກະລຸນາສັນອ້າຍນ້ອງນັ້ນຖືກຮຽນຮູ້ຢ່າງເລິກຊຶ້ງຫລືບໍ່. ສິ່ງທີ່ໄດ້ເກີດຂຶ້ນຕໍ່ຈາກນັ້ນກໍເປັນທັງທີ່ໜ້າສົນໃຈ ແລະ ການສັ່ງສອນດ້ວຍ.
ອ້າຍໃຫຍ່ໄດ້ປອບໂຍນ ແລະ ໄດ້ຊ່ອຍນ້ອງຊາຍນ້ອຍກັບເຂົ້າບ້ານຢ່າງລະມັດລະວັງ. ຊູແຊນ ແລະ ຂ້າພະເຈົ້າໄດ້ພາກັນຢືນໃກ້ທາງເຂົ້າຫ້ອງຄົວກິນ ເພື່ອວ່າພວກຂ້າພະເຈົ້າຈະໄດ້ເຫັນສິ່ງທີ່ໄດ້ເກີດຂຶ້ນ ຕໍ່ຈາກນັ້ນ, ແລະ ພວກຂ້າພະເຈົ້າກໍໄດ້ຕຽມພ້ອມທີ່ຈະຊ່ອຍຢ່າງທັນທີ ຖ້າໄດ້ເຫັນວ່າມີບາດເຈັບຕື່ມອີກ ຫລື ຖ້າມີອຸປະຕິເຫດທີ່ຮ້າຍແຮງເກີດຂື້ນ.
ຜູ້ເປັນອ້າຍໄດ້ດຶງເອົາຕັ່ງມາທີ່ອ່າງນ້ຳໃນຫ້ອງຄົວກິນ. ລາວໄດ້ປີນຂຶ້ນຕັ່ງນັ້ນ, ຊ່ອຍນ້ອງຊາຍປີນຂຶ້ນຕັ່ງ, ເປີດນ້ຳ, ແລະ ໄດ້ເອົາສະບູລ້າງຖ້ວຍຢ່າງຫລວງຫລາຍໃສ່ແຂນຂອງນ້ອງຊາຍນ້ອຍທີ່ມີແຜ. ລາວໄດ້ເຮັດ ສຸດຄວາມສາມາດທີ່ຈະລ້າງຂີ້ດິນອອກຄ່ອຍໆ. ປະຕິກິລິຍາຂອງນ້ອງຊາຍນ້ອຍຕໍ່ຂັ້ນຕອນນີ້ ກໍສາມາດບັນ ຍາຍໄດ້ຢ່າງຖືກຕ້ອງ ຜ່ານການໃຊ້ຄຳວາຈາຈາກພຣະຄຳພີທີ່ສັກສິດ ທີ່ວ່າ: “ແລະ ພວກເຂົາມີເຫດໃຫ້ຮ້ອງຂຶ້ນ, ແລະ ຮ້ອງໄຫ້, ແລະ ຈົ່ມວ່າ, ກັດແຂ້ວຄ້ຽວຟັນ” (ໂມໄຊຢາ 16:2). ແລະ ທ້າວນ້ອຍນັ້ນກໍໄດ້ຮ້ອງໄຫ້ ດັງໆດ້ວຍຄວາມເຈັບປວດແທ້ໆ!
ຫລັງຈາກການລ້າງຖູແລ້ວໆ, ແຂນກໍຖືກເຊັດໃຫ້ແຫ້ງດ້ວຍຜ້າແພ. ໃນທີ່ສຸດການຮ້ອງໄຫ້ກໍໄດ້ຢຸດສິ້ນລົງ. ຕໍ່ມາຜູ້ເປັນອ້າຍໄດ້ປີນຂຶ້ນໂຕະ, ເປີດຕູ້ໃສ່ຂອງ, ແລະ ໄດ້ພົບເຫັນຫລອດຢາທາແຜ. ເຖິງແມ່ນວ່າບາດ ໃນແຂນຂອງນ້ອງຊາຍນ້ອຍບໍ່ໄດ້ໃຫຍ່ ຫລື ຮ້າຍແຮງ, ຜູ້ເປັນອ້າຍກໍຍັງໄດ້ເອົາຢາເກືອບທັງໝົດຫລອດ ທາໃສ່ທົ່ວທັງແຂນ ທີ່ຖືກບາດເຈັບນັ້ນ. ບໍ່ມີສຽງຮ້ອງໄຫ້ອີກ, ເພາະນ້ອງຊາຍນ້ອຍມັກຄວາມບັນເທົາ ຂອງຢານັ້ນຫລາຍກວ່າທີ່ລາວມັກຄວາມຮູ້ສຶກເຈັບແສບຈາກສະບູລ້າງຖ້ວຍ.
ຜູ້ເປັນອ້າຍກໍໄດ້ກັບຄືນມາຕູ້ໃສ່ເຄື່ອງອີກ ບ່ອນທີ່ລາວໄດ້ເຫັນຢາ ແລະ ໄດ້ເຫັນກັບຜ້າພັນບາດ ກັບໃໝ່. ແລ້ວ ລາວໄດ້ແກະ ແລະ ໄດ້ເອົາຜ້າພັນບາດຕິດໃສ່ທົ່ວທັງແຂນຂອງນ້ອງຊາຍຂອງລາວ—ຈາກຂໍ້ມືເຖິງ ແຂນສອກ. ໂດຍທີ່ໄດ້ແກ້ໄຂເຫດສຸກເສີນແລ້ວ, ແລະ ໄດ້ປະຟອງສະບູ, ທັງຢາທາແຜ, ແລະ ເຈ້ຍຫໍ່ຊະຊາຍເຕັມຢູ່ໃນຫ້ອງຄົວກິນ, ຊາຍນ້ອຍທັງສອງໄດ້ພາກັນເຕັ້ນລົງຈາກຕັ່ງດ້ວຍຮອຍຍິ້ມທີ່ເບີກບານ ແລະ ໃບໜ້າທີ່ມີຄວາມສຸກ.
ສິ່ງທີ່ໄດ້ເກີດຂຶ້ນຕໍ່ໄປແມ່ນສຳຄັນທີ່ສຸດ. ນ້ອງຊາຍທີ່ຖືກບາດເຈັບໄດ້ເກັບເອົາຜ້າພັນແຜທີ່ເຫລືອຢູ່, ທັງຫລອດຢາ ທີ່ເກືອບໝົດໄປແລ້ວ, ແລະ ລາວກໍໄດ້ກັບອອກໄປຂ້າງນອກອີກ. ລາວໄດ້ຟ້າວໄປຊອກຫາໝູ່ຂອງລາວ ແລະ ໄດ້ເລີ່ມເອົາຢາທາໃສ່ ແລະ ເອົາຜ້າພັນແຜຕິດໃສ່ແຂນຂອງພວກເຂົາ. ທັງຊູແຊນ ແລະ ຂ້າພະເຈົ້າໄດ້ປະຫລາດໃຈໂດຍຄວາມຈິງໃຈ, ຄວາມກະຕືລືລົ້ນ, ແລະ ຄວາມວ່ອງໄວຂອງການຕອບຮັບຂອງລາວ.
ເພາະເຫດໃດທ້າວນ້ອຍຄົນນັ້ນຈຶ່ງໄດ້ເຮັດສິ່ງທີ່ລາວໄດ້ເຮັດ? ຂໍໃຫ້ສັງເກດເຫັນຢ່າງທັນທີ ແລະ ຕາມທຳມະຊາດ ວ່າລາວຢາກເອົາສິ່ງດຽວກັນນັ້ນ ທີ່ໄດ້ຊ່ອຍລາວຕອນລາວໄດ້ຮັບບາດເຈັບ ໃຫ້ແກ່ໝູ່ຂອງລາວດ້ວຍ. ທ້າວນ້ອຍຄົນນັ້ນບໍ່ຈຳເປັນຕ້ອງຖືກຊັກຊວນ, ທ້າທາຍ, ກະຕຸ້ນເຕືອນ, ຫລື ບັງຄັບໃຫ້ເຮັດຫຍັງ. ຄວາມປາດຖະໜາຂອງລາວທີ່ຢາກແບ່ງປັນ ກໍເປັນເພາະຜົນທຳມະຊາດທີ່ຕາມມາຈາກປະສົບການສ່ວນຕົວທີ່ໄດ້ຊ່ອຍ ແລະ ໃຫ້ຜົນປະໂຫຍດແກ່ລາວຫລາຍ.
ເຮົາທັງຫລາຍ ໃນຖານະທີ່ເປັນຜູ້ໃຫຍ່ກໍປະຕິບັດໃນທຳນອງດຽວກັນ ເມື່ອເຮົາພົບເຫັນການປິ່ນປົວ ຫລື ຢາທີ່ຈະບັນເທົາຄວາມເຈັບປວດທີ່ເຮົາໄດ້ທົນທຸກມາດ້ວຍເປັນເວລາດົນນານ, ຫລື ເມື່ອເຮົາໄດ້ຮັບຄຳປຶກສາ ທີ່ຊ່ອຍໃຫ້ເຮົາສາມາດປະເຊີນໜ້າກັບການທ້າທາຍດ້ວຍຄວາມກ້າຫານ ແລະ ຄວາມສັບສົນ ດ້ວຍຄວາມອົດທົນ. ການແບ່ງປັນສິ່ງທີ່ມີຄວາມໝາຍຫລາຍທີ່ສຸດຕໍ່ພວກເຮົາກັບຄົນອື່ນ ຫລື ທີ່ສິ່ງທີ່ໄດ້ຊ່ອຍເຮົາ ກໍບໍ່ໄດ້ເປັນເລື່ອງທີ່ຜິດປົກກະຕິເລີຍ.
ແບບແຜນອັນດຽວກັນນີ້ແຮ່ງມີປະຈັກເປັນພິເສດໃນເລື່ອງລາວທີ່ກ່ຽວຂ້ອງກັບຄວາມສຳຄັນ ແລະ ຜົນທີ່ ຕາມມາທາງວິນຍານ. ຍົກຕົວຢ່າງ, ເລື່ອງລາວໃນພຣະຄຳພີທີ່ຮູ້ກັນວ່າ ພຣະຄຳພີມໍມອນ ສອນເຮົາກ່ຽວ ກັບຄວາມຝັນທີ່ ລີໄຮ ສາດສະດາຜູ້ນຳໃນສະໄໝໂບຮານໄດ້ຮັບ. ຈຸດສຳຄັນໃນຄວາມຝັນຂອງ ລີໄຮ ແມ່ນຕົ້ນໄມ້ແຫ່ງຊີວິດ—ຊຶ່ງເປັນຕົວແທນເຖິງ “ຄວາມຮັກຂອງພຣະເຈົ້າ” ທີ່ເປັນ “ທີ່ເພິ່ງປາດຖະໜາທີ່ສຸດເໜືອກວ່າທຸກສິ່ງທຸກຢ່າງທັງສິ້ນ” ແລະ “ເປັນທີ່ປິຕິຍິນດີທີ່ສຸດແກ່ຈິດວິນຍານ” (1 ນີໄຟ 11:22–23; ເບິ່ງ 1 ນີໄຟ 8:12, 15) ນຳອີກ.
ລີໄຮໄດ້ອະທິບາຍວ່າ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ພໍ່ໄດ້ເຂົ້າໄປ ແລະ ຮັບສ່ວນໝາກໄມ້ຈາກຕົ້ນນັ້ນ; ແລະ ເຫັນວ່າໝາກ ໄມ້ນັ້ນຫວານທີ່ສຸດເໝືອກວ່າທຸກຢ່າງທີ່ພໍ່ເຄີຍກິນມາ. ແທ້ຈິງແລ້ວ, ພໍ່ເຫັນໝາກໄມ້ນັ້ນຂາວເກີນກວ່າ ຄວາມຂາວທັງໝົດທີ່ພໍ່ເຄີຍເຫັນມາ.
“ແລະ ເມື່ອພໍ່ໄດ້ຮັບສ່ວນໝາກໄມ້ຈາກຕົ້ນນັ້ນແລ້ວ ຈິດວິນຍານຂອງພໍ່ເຕັມໄປດ້ວຍຄວາມຊື່ນຊົມ ຢ່າງໃຫຍ່ຫລວງ; ດັ່ງນັ້ນ, ພໍ່ຈຶ່ງປາດຖະໜາໃຫ້ຄອບຄົວຂອງພໍ່ຮັບສ່ວນໝາກໄມ້ນັ້ນນຳກັນ; ເພາະພໍ່ຮູ້ວ່າ ມັນເປັນໝາກໄມ້ທີ່ເພິ່ງປາດຖະໜາເໜືອກວ່າໝາກໄມ້ອື່ນໃດທັງສິ້ນ” (1 ນີໄຟ 8:11–12; ເນັ້ນຄຳເນີ້ງ).
ການສະແດງອອກໃຫ້ປະຈັກເຖິງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລູກໆຂອງພຣະອົງ ຄືການປະຕິບັດສາດ ສະໜາກິດຢູ່ເທິງໂລກ, ການເສຍສະລະຊົດໃຊ້, ແລະ ການຟື້ນຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ. ໝາກໄມ້ຢູ່ເທິງຕົ້ນໄມ້ ກໍສາມາດຖືວ່າເປັນສັນຍາລັກສຳລັບພອນຂອງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ.
ການຕອບຮັບຢ່າງທັນທີຂອງລີໄຮ ທີ່ຈະຮັບສ່ວນໝາກໄມ້ຈາກຕົ້ນນັ້ນ ແລະ ມີຄວາມຊື່ນຊົມທີ່ໃຫຍ່ຫລວງ ຄືຄວາມປາດຖະໜາທີ່ເພີ່ມທະວີຫລາຍຂຶ້ນ ທີ່ຈະແບ່ງປັນມັນກັບ ແລະ ຮັບໃຊ້ຄອບຄົວຂອງເພິ່ນ. ດັ່ງນັ້ນ, ເມື່ອເພິ່ນໄດ້ຫັນໄປຫາພຣະຄຣິດ, ເພິ່ນກໍໄດ້ຫັນອອກໄປຫາຄົນອື່ນໃນຄວາມຮັກ ແລະ ການຮັບໃຊ້ນຳອີກ.
ເຫດການສຳຄັນອີກເຫດໜຶ່ງໃນພຣະຄຳພີມໍມອນ ກໍບັນຍາຍເຖິງສິ່ງທີ່ໄດ້ເກີດຂຶ້ນກັບຊາຍຄົນໜຶ່ງຊື່ ເອໂນດ ຫລັງຈາກພຣະເຈົ້າໄດ້ຍິນ ແລະ ໄດ້ຕອບຄຳອະທິຖານທີ່ແຮງກ້າ ແລະ ການວິງວອນຂອງລາວ.
ລາວໄດ້ເວົ້າວ່າ:
“ແລະ ຈິດວິນຍານຂອງຂ້າພະເຈົ້າຫິວໂຫຍ; ແລະ ຂ້າພະເຈົ້າໄດ້ຄຸເຂົ່າລົງຕໍ່ພຣະພັກຂອງພຣະຜູ້ສ້າງ ຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ຮ້ອງທູນຕໍ່ພຣະອົງດ້ວຍຄຳອ້ອນວອນຢ່າງສຸດກຳລັງ ແລະ ດ້ວຍ ການອະທິຖານ ເພື່ອຈິດວິນຍານຂອງຂ້າພະເຈົ້າເອງ; ແລະ ຕະຫລອດທັງວັນຂ້າພະເຈົ້າໄດ້ຮ້ອງທູນ ພຣະອົງ; ແລະ ເມື່ອເຖິງຕອນກາງຄືນຂ້າພະເຈົ້າກໍຍັງເປັ່ງສຽງຂອງຂ້າພະເຈົ້າຂຶ້ນເຖິງທ້ອງຟ້າສະຫວັນ.
“ແລະ ສຸລະສຽງມາເຖິງຂ້າພະເຈົ້າ, ມີຄວາມວ່າ: ເອໂນດ, ບາບຂອງເຈົ້າໄດ້ຮັບການອະໄພໃຫ້ແລ້ວ, ແລະ ເຈົ້າຈະໄດ້ຮັບພອນ.
“ແລະ ຂ້າພະເຈົ້າ, ເອໂນດຮູ້ວ່າພຣະເຈົ້າຈະບໍ່ເວົ້າຕົວະ; ດັ່ງນັ້ນ, ຄວາມຜິດຂອງຂ້າພະເຈົ້າຈຶ່ງຖືກ ກວາດລ້າງໄປ.
“ແລະ ຂ້າພະເຈົ້າໄດ້ທູນຖາມວ່າ, ຂ້າແດ່ພຣະອົງເຈົ້າ, ມັນເປັນໄປໄດ້ແນວໃດ?
“ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ເພາະສັດທາຂອງເຈົ້າໃນພຣະຄຣິດ, ຜູ້ທີ່ເຈົ້າບໍ່ເຄີຍໄດ້ຍິນ ຫລື ໄດ້ເຫັນມາກ່ອນ ... ດັ່ງນັ້ນ, ຈົ່ງໄປເຖີດ, ສັດທາຂອງເຈົ້າເຮັດໃຫ້ເຈົ້າບໍລິບູນແລ້ວ.
“ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າໄດ້ຍິນຄຳນີ້ ຂ້າພະເຈົ້າເລີ່ມຮູ້ສຶກມີຄວາມປາດຖະໜາ ເພື່ອຄວາມຜາສຸກຂອງຊາວນີໄຟ, ພີ່ນ້ອງຂອງຂ້າພະເຈົ້າ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ທຸ້ມເທຈິດວິນຍານ ທັງໝົດຂອງຂ້າພະເຈົ້າໃຫ້ແກ່ພຣະເຈົ້າເພື່ອພວກເຂົາ” (ເອໂນດ 1:4–9; ເນັ້ນຄຳເນີ້ງ).
ເມື່ອເອໂນດໄດ້ຫັນໄປຫາພຣະຜູ້ເປັນເຈົ້າ “ດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ” (2 ນີໄຟ 31:13), ຄວາມຫ່ວງໃຍຂອງລາວສຳລັບຄວາມຜາສຸກຂອງຄອບຄົວ, ໝູ່ເພື່ອນ, ແລະ ພັກພວກຂອງລາວ ກໍເພີ່ມທະວີຂຶ້ນພ້ອມກັນ.
ບົດຮຽນອັນເປັນນິດທີ່ເຮົາຮຽນຮູ້ຈາກເລື່ອງລາວສອງເລື່ອງນີ້ ຄືຄວາມສຳຄັນຂອງການມີພອນຂອງການຊົດໃຊ້ຂອງພຣະເຢຊູຄຣິດໃນຊີວິດສ່ວນຕົວຂອງເຮົາ ກ່ອນເຮົາຈະສາມາດໃຫ້ການຮັບໃຊ້ທີ່ຈິງໃຈ ແລະ ແທ້ຈິງ ທີ່ມີຄວາມໝາຍກວ້າງໄກໄປກວ່າທີ່ຈະເຮັດໄປຊື່ໆຢ່າງບໍ່ມີຄວາມຮູ້ສຶກ. ເໝືອນດັ່ງ ລີໄຮ, ເອໂນດ, ແລະ ລູກຊາຍນ້ອຍຂອງພວກຂ້າພະເຈົ້າ ໃນເລື່ອງລາວທີ່ຂ້າພະເຈົ້າໄດ້ເລົ່າໃຫ້ຟັງ, ພວກເຮົາ ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກໍໄດ້ຮູ້ສຶກເຖິງຄວາມເຈັບປວດທີ່ກ່ຽວພັນກັບຄວາມບໍ່ແນ່ນອນທາງວິນຍານ ແລະ ບາບ. ພວກເຮົາຍັງໄດ້ປະສົບການຊຳລະລ້າງ ໃຫ້ສະອາດ, ຄວາມສະຫງົບສຸກ, ການປິ່ນປົວທາງວິນຍານ ແລະ ການຄືນມາໃໝ່, ແລະ ການຊີ້ນຳທີ່ຈະ ໄດ້ຮັບພຽງແຕ່ໂດຍການຮຽນຮູ້ ແລະ ການຮັກສາຫລັກທຳຂອງພຣະກິດຕິຄຸນຂອງພຣະຜູ້ຊ່ອຍໃຫ້ລອດເທົ່ານັ້ນ.
ການຊົດໃຊ້ຂອງພຣະເຢຊູຄຣິດເຮັດໃຫ້ເຮົາໄດ້ຮັບການຊຳລະລ້າງທີ່ຈຳເປັນ ເພື່ອຈະຖືກເຮັດໃຫ້ບໍລິສຸດ ແລະ ສະອາດ, ມີຢາທີ່ຊ່ອຍບັນເທົາ ທີ່ຈະປິ່ນປົວບາດແຜທາງວິນຍານ ແລະ ກຳຈັດຄວາມຮູ້ສຶກຜິດ, ແລະ ການປົກປ້ອງທີ່ເຮັດໃຫ້ເຮົາສາມາດຊື່ສັດຕໍ່ໄປໄດ້ ທັງໃນເວລາທີ່ສຸກສະບາຍ ແລະ ເວລາທີ່ຍາກລຳບາກ.
ຄວາມຈິງທີ່ແນ່ນອນກໍມີຢູ່
ຕໍ່ພວກທ່ານສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຂ້າພະເຈົ້າໄດ້ພະຍາຍາມອະທິບາຍເຫດຜົນພື້ນຖານວ່າ ເພາະເຫດໃດພວກເຮົາຈຶ່ງເປັນຜູ້ສອນສາດສະໜາ.
ຄວາມຈິງທີ່ແນ່ນອນກໍມີຢູ່ ໃນໂລກທີ່ນັບມື້ນັບກຽດຊັງ ແລະ ບໍ່ນັບຖືຫລັກທຳທີ່ແທ້ຈິງ. ໃນອະນາຄົດ, “ທຸກຫົວເຂົ່າ [ຈະ] ຂາບລົງ” ແລະ “ທຸກລີ້ນ [ຈະ] ຍອມຮັບວ່າພຣະເຢຊູຄຣິດເຈົ້າ ເປັນອົງພຣະຜູ້ເປັນເຈົ້າ, ອັນເປັນການຖະຫວາຍພຣະກຽດແກ່ພຣະບິດາເຈົ້າ” (ຟີລິບປອຍ 2:10–11). ພຣະເຢຊູຄຣິດເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດານິລັນດອນແທ້ໆ. ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະອົງ, ເຮົາເປັນພະຍານວ່າພຣະອົງຊົງພຣະຊົນຢູ່ ແລະ ສາດສະໜາຈັກຂອງພຣະອົງນັ້ນກໍໄດ້ຮັບການຟື້ນຟູຄືນມາໃໝ່ຢ່າງສົມບູນແລ້ວໃນວັນເວລາສຸດທ້າຍນີ້.
ການເຊື້ອເຊີນທີ່ພວກເຮົາສະເໜີໃຫ້ທ່ານຮຽນຮູ້ກ່ຽວກັບ ແລະ ທົດລອງຂ່າວສານຂອງພວກເຮົາ ແມ່ນ ເປັນຜົນຂອງຄວາມດີງາມທີ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ມີຕໍ່ຊີວິດຂອງພວກເຮົາ. ບາງເທື່ອ ພວກເຮົາອາດໜ້າອາຍ ຫລື ກົງໄປກົງມາ ຫລື ບໍ່ລົດລະໃນຄວາມພະຍາຍາມຂອງພວກເຮົາ. ຄວາມປາດຖະໜາທີ່ລຽບງ່າຍຂອງເຮົາກໍເພື່ອຢາກແບ່ງປັນຄວາມຈິງທີ່ມີຄຸນຄ່າຫລາຍທີ່ສຸດ ສຳລັບພວກເຮົາກັບພວກທ່ານ.
ໃນຖານະອັກຄະສາວົກຄົນໜຶ່ງຂອງພຣະຜູ້ເປັນເຈົ້າ, ແລະ ດ້ວຍສຸດພະລັງແຫ່ງຈິດວິນຍານຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານເຖິງຄວາມສູງສົ່ງ ແລະ ຄວາມເປັນຈິງຂອງພຣະອົງ. ແລະ ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ “ມາ ແລະ ເບິ່ງເອົາ” (ໂຢຮັນ 1:39), ໃນພຣະນາມຂອງພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ, ອາແມນ.