ຢູ່ໃນເຮືອ ແລະ ຈັບເຮືອໄວ້ໃຫ້ແໜ້ນ!
ຖ້າຫາກເຮົາຮັກສາຄວາມຕັ້ງໃຈຂອງເຮົາທີ່ມີໃນພຣະຜູ້ເປັນເຈົ້າ, ເຮົາໄດ້ຮັບສັນຍາວ່າຈະໄດ້ຮັບພອນທີ່ເໜືອກວ່າການປຽບທຽບໃດໆ.
ເມື່ອບໍ່ດົນມານີ້, ເພື່ອນຂອງຂ້າພະເຈົ້າຄົນໜຶ່ງໄດ້ພາລູກຊາຍຂອງລາວໄປລ່ອງເຮືອຢູ່ທີ່ແມ່ນ້ຳ ໂຄໂລຣາໂດ ຜ່ານຜາຊັນ ຄາຕາແຣັກ ແຄຍຽນ, ທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງລັດຢູທາ. ຜາຊັນແຫ່ງນັ້ນມີຊື່ສຽງ ເພາະໄລຍະ 14 ໄມ (23 ກິໂລແມັດ) ຂອງສາຍນ້ຳແກ້ງທີ່ວຸ້ນວາຍ ທີ່ສາມາດເປັນອັນຕະລາຍໂດຍສະເພາະ.
ໃນການຕຽມພ້ອມສຳລັບການພະຈົນໄພ, ເຂົາເຈົ້າໄດ້ທົບທວນຂໍ້ມູນໃນອິນເຕີແນັດຂອງອົງການຄວບຄຸມສວນສາທະລະນະແຫ່ງຊາດ, ຊຶ່ງມີຂໍ້ມູນສຳຄັນກ່ຽວກັບການຕຽມພ້ອມສ່ວນຕົວ ແລະ ອັນຕະລາຍທຳມະດາທີ່ຊ້ອນຢູ່.
ແຕ່ຕົ້ນການເດີນທາງ, ນັກນຳທ່ຽວທາງແມ່ນ້ຳທີ່ມີປະສົບການໄດ້ອະທິບາຍຄຳແນະນຳເລື່ອງຄວາມປອດໄພທີ່ສຳຄັນ, ເນັ້ນໜັກເຖິງກົດລະບຽບສາມຂໍ້ທີ່ຈະຮັບຮອງການເດີນທາງທີ່ປອດໄພຂອງກຸ່ມດັ່ງກ່າວຜ່ານແກ້ງນັ້ນ. “ກົດທີໜຶ່ງ: ຢູ່ໃນເຮືອ! ກົດທີສອງ: ໃສ່ເສື້ອຊູຊີບຕະຫລອດເວລາ! ກົດທີສາມ: ຈັບເຮືອໄວ້ໃຫ້ແໜ້ນດ້ວຍມືທັງສອງເບື້ອງ!” ແລ້ວ ລາວໄດ້ເວົ້າອີກ, ດ້ວຍຄວາມເນັ້ນໜັກວ່າ, “ສຳຄັນທີ່ສຸດ, ໃຫ້ຈຳກົດທີໜຶ່ງ: ຢູ່ໃນເຮືອ!”
ພະຈົນໄພຄັ້ງນີ້ໄດ້ເຕືອນໃຈຂ້າພະເຈົ້າເຖິງການເດີນທາງຂອງເຮົາໃນຊີວິດມະຕະ. ເຮົາຫລາຍຄົນກໍປະສົບກັບຊ່ວງເວລາໃນຊີວິດຂອງເຮົາ ຕອນທີ່ເຮົາຮູ້ສຶກບຸນຄຸນສຳລັບເວລາທີ່ມີຄວາມສະຫງົບ. ໃນເວລາອື່ນອີກ, ເຮົາຈະປະເຊີນຄວາມຍາກລຳບາກ ທີ່ປຽບທຽບໃສ່ກັບອັນຕະລາຍທີ່ໄດ້ພົບເຫັນຕາມໄລຍະ 14 ໄມຜ່ານຜາຊັນ ຄາຕາແຣັກ ແຄຍຽນ, ການທ້າທາຍທີ່ຮ່ວມດ້ວຍບັນຫາທັງສຸຂະພາບທາງຮ່າງກາຍ ແລະ ທາງຈິດໃຈ, ດັ່ງຄວາມຕາຍຂອງຄົນທີ່ເຮົາຮັກ, ຄວາມຝັນ ແລະ ຄວາມຫວັງທີ່ແຕກສະຫລາຍ, ແລະ ສຳລັບບາງຄົນ ແມ່ນແຕ່ວິກິດການເລື່ອງທາງສັດທາ ເມື່ອໄດ້ປະເຊີນໜ້າກັບບັນຫາ, ຄຳຖາມ, ແລະ ຄວາມສົງໄສໃນຊີວິດ.
ພຣະຜູ້ເປັນເຈົ້າ ໃນຄຸນຄວາມດີຂອງພຣະອົງ ໄດ້ຈັດຫາຄວາມຊ່ອຍເຫລືອໄວ້ໃຫ້, ຮ່ວມດ້ວຍເຮືອ, ອຸປະກອນທີ່ຈຳເປັນ ດັ່ງເຊັ່ນ ເສື້ອຊູຊີບ, ແລະ ນັກນຳທ່ຽວທີ່ຊ່ຽວຊານ ຜູ້ທີ່ຈະໃຫ້ການຊີ້ນຳ ແລະ ຄຳແນະນຳທີ່ປອດໄພ ເພື່ອຊ່ອຍເຮົາໃຫ້ຜ່ານຜ່າເສັ້ນທາງໃນແມ່ນ້ຳແຫ່ງຊີວິດ ເພື່ອຈະໄປເຖິງຈຸດໝາຍປາຍທາງສຸດທ້າຍຂອງເຮົາ.
ໃຫ້ເຮົາມາຄິດກ່ຽວກັບກົດທີໜຶ່ງ: “ຢູ່ໃນເຮືອ!”
ປະທານບຣິກຳ ຢັງ ມັກຈະໃຊ້ຄຳສັບ “ກຳປັ່ນເກົ່າຂອງສີໂອນ” ເປັນຄຳປຽບທຽບສຳລັບ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ໃນໂອກາດໜຶ່ງເພິ່ນໄດ້ກ່າວວ່າ: “ເຮົາຢູ່ໃນທ່າມກາງມະຫາສະໝຸດ. ບັນຫາຈະເກີດຂຶ້ນ, ແລະ ດັ່ງທີ່ລູກເຮືອຈະກ່າວວ່າ, ເຮືອນັ້ນໄດ້ພະຍາຍາມທີ່ຈະລ່ອງຕໍ່ໄປ. ລູກເຮືອຄົນໜຶ່ງກ່າວວ່າ ‘ເຮົາຈະບໍ່ຢູ່ທີ່ນີ້;’ ‘ເຮົາບໍ່ເຊື່ອວ່ານີ້ແມ່ນກຳປັ່ນສີໂອນ.’ ‘ແຕ່ເຮົາຢູ່ໃນມະຫາສະໝຸດ.’ ‘ເຮົາບໍ່ສົນໃຈ, ເຮົາຈະບໍ່ຢູ່ທີ່ນີ້.’ ລາວໄດ້ແກ້ເສື້ອກັນໜາວຂອງລາວອອກ, ແລະ ລາວໂຕນລົງຈາກເຮືອ. ລາວຈະຈົມນ້ຳບໍ? ແນ່ນອນ. ສິ່ງດຽວກໍຈະເກີດຂຶ້ນກັບຜູ້ຄົນທີ່ໜີອອກໄປຈາກສາດສະໜາຈັກນີ້. ນີ້ຄື ‘ກຳປັ່ນແຫ່ງສີໂອນ,’ ໃຫ້ເຮົາພາກັນຢູ່ທີ່ນີ້ແຫລະ.”1
ໃນອີກໂອກາດໜຶ່ງ, ປະທານຢັງໄດ້ກ່າວວ່າ ເພິ່ນກໍເປັນຫ່ວງນຳຜູ້ຄົນທີ່ຫລົງທາງໄປ ເມື່ອໄດ້ຮັບພອນ—ຕອນທີ່ຊີວິດນັ້ນດີ ວ່າ: “ມັນເປັນອາກາດທີ່ສະຫງົບ, ເມື່ອກຳປັ່ນເກົ່າແຫ່ງສີໂອນກຳລັງລ່ອງໄປດ້ວຍລົມທີ່ພັດຄ່ອຍໆ, ແລະ ເມື່ອທຸກສິ່ງກໍສະຫງົບສຸກດີ, ບາງຄົນໃນບັນດາອ້າຍນ້ອງກໍຢາກອອກໄປໃນເຮືອນ້ອຍ … ເພື່ອໄປລອຍນ້ຳ; ແລະ ບາງຄົນກໍໄດ້ຈົມນ້ຳໄປ, ບາງຄົນກໍໄຫລອອກໄປເລີຍ, ແລະ ບາງຄົນກໍໄດ້ກັບຄືນເຂົ້າມາຫາກຳປັ່ນນັ້ນອີກ. ຂໍໃຫ້ເຮົາຈົ່ງຄົງຢູ່ໃນກຳປັ່ນເກົ່ານີ້ແຫລະ, ແລະ ມັນຈະພາເຮົາກັບຄືນສູ່ທ່າເຮືອຢ່າງປອດໄພ. ທ່ານບໍ່ຈຳເປັນຕ້ອງກັງວົນ.”2
ໃນທີ່ສຸດ, ປະທານຢັງໄດ້ເຕືອນໄພ່ພົນວ່າ: “ເຮົາຢູ່ໃນກຳປັ່ນເກົ່າແຫ່ງສີໂອນ. … [ພຣະເຈົ້າ] ເປັນຜູ້ຄວບຄຸມກຳປັ່ນ, ແລະ ຈະຄົງຢູ່ທີ່ນັ້ນ. … ທຸກສິ່ງດີ. ຂໍໃຫ້ຮ້ອງອາເລລູຢາ; ເພາະພຣະຜູ້ເປັນເຈົ້າກໍຢູ່ທີ່ນີ້. ພຣະອົງອອກຄຳສັ່ງ, ຊີ້ນຳ, ແລະ ນຳພາ. ຖ້າຫາກຜູ້ຄົນຈະມີຄວາມໝັ້ນໃຈທັງໝົດໃນພຣະເຈົ້າຂອງເຂົາເຈົ້າ, ບໍ່ປະຖິ້ມພັນທະສັນຍາຂອງເຂົາເຈົ້າ ຫລື ພຣະເຈົ້າຂອງເຂົາເຈົ້າ, ແລ້ວພຣະອົງຈະນຳທາງເຮົາໄປໃນທາງທີ່ຖືກຕ້ອງ.”3
ເນື່ອງຈາກການທ້າທາຍທີ່ເຮົາປະເຊີນຢູ່ໃນວັນເວລານີ້, ເຮົາຈະຢູ່ໃນກຳປັ່ນເກົ່າແຫ່ງສີໂອນແນວໃດ?
ນີ້ຄືວິທີທາງ! ເຮົາຕ້ອງມີການປ່ຽນໃຈເຫລື້ອມໃສຢ່າງຕໍ່ເນື່ອງ ໂດຍການເພີ່ມສັດທາຂອງເຮົາໃນພຣະເຢຊູຄຣິດ ແລະ ຄວາມຊື່ສັດຂອງເຮົາຕໍ່ພຣະກິດຕິຄຸນຂອງພຣະອົງຕະຫລອດຊີວິດຂອງເຮົາ—ບໍ່ແມ່ນພຽງແຕ່ເທື່ອດຽວ, ແຕ່ເປັນປະຈຳ. ແອວມາໄດ້ຖາມວ່າ, “ແລະ ບັດນີ້ ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານອ້າຍນ້ອງ [ແລະ ເອື້ອຍນ້ອງ], ຂອງຂ້າພະເຈົ້າວ່າ ຖ້າຫາກພວກທ່ານເຄີຍປະສົບກັບການປ່ຽນແປງໃນໃຈ, ແລະ ຖ້າຫາກພວກທ່ານຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່, ຂ້າພະເຈົ້າຈະຖາມວ່າ ພວກທ່ານຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?”4
ນັກນຳທ່ຽວແມ່ນ້ຳທີ່ຊ່ຽວຊານໃນສະໄໝນີ້ກໍສາມາດປຽບໃສ່ກັບອັກຄະສາວົກ ແລະ ສາດສະດາຂອງສາດສະໜາຈັກ ແລະ ຜູ້ນຳຖານະປະໂລຫິດໃນທ້ອງຖິ່ນ ແລະ ຜູ້ນຳໃນອົງການຊ່ອຍເຫລືອ. ພວກເພິ່ນຊ່ອຍໃຫ້ເຮົາໄປເຖິງຈຸດໝາຍປາຍທາງສຸດທ້າຍຂອງເຮົາຢ່າງປອດໄພ.
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ກ່າວປາໄສໃນການສຳມະນາຂອງປະທານເຜີຍແຜ່ຄົນໃໝ່ ແລະ ໄດ້ແນະນຳຜູ້ນຳເຫລົ່ານີ້ວ່າ:
“ຈົ່ງຊ່ອຍໃຫ້ຜູ້ສອນສາດສະໜາທຸກຄົນຈົດຈ້ອງຢູ່ທີ່ຜູ້ນຳຂອງສາດສະໜາຈັກ. … ພວກເຮົາຈະບໍ່ ແລະ … ບໍ່ສາມາດນຳພວກທ່ານໄປຜິດທາງ.
“ແລະ ຂະນະທີ່ພວກທ່ານສອນຜູ້ສອນສາດສະໜາຂອງພວກທ່ານໃຫ້ເຈາະຈົງສາຍຕາຂອງເຂົາເຈົ້າໃສ່ພວກເຮົາ, ຈົ່ງສອນເຂົາເຈົ້າບໍ່ໃຫ້ຕິດຕາມຜູ້ທີ່ຄິດວ່າພວກເຂົາຮູ້ກ່ຽວກັບວິທີທີ່ຈະບໍລິຫານວຽກງານຂອງສາດສະໜາຈັກ ຫລາຍກວ່າ … ພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດຮູ້ ຜ່ານຜູ້ນຳຖານະປະໂລຫິດ ຜູ້ທີ່ມີຂໍກະແຈທີ່ຈະເປັນຜູ້ຮັບຜິດຊອບ.
“ຂ້າພະເຈົ້າໄດ້ຄົ້ນພົບໃນການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ ວ່າຜູ້ທີ່ໄດ້ຫລົງທາງໄປ ແລະ ສັບສົນ ທຳມະດາແລ້ວຈະເປັນຜູ້ທີ່ ສ່ວນຫລາຍແລ້ວ … ມັກຈະລືມວ່າ ຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງກ່າວສຽງທີ່ເປັນເອກະສັນ, ມັນເປັນສຸລະສຽງຂອງພຣະຜູ້ເປັນເຈົ້າສຳລັບເວລານັ້ນ. ພຣະຜູ້ເປັນເຈົ້າເຕືອນເຮົາວ່າ, ບໍ່ວ່າພຣະອົງຈະກ່າວດ້ວຍສຸລະສຽງຂອງພຣະອົງເອງ ຫລື ໂດຍສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ມັນກໍເໝືອນກັນ [ເບິ່ງ D&C 1:38].”5
ໃນອີກຄຳໜຶ່ງກໍຄື, ເຂົາເຈົ້າໄດ້ໜີໄປຈາກກຳປັ່ນເກົ່າແຫ່ງສີໂອນ—ເຂົາເຈົ້າຕົກໄປ; ເຂົາເຈົ້າປະຖິ້ມຄວາມເຊື່ອ. ເປັນທີ່ໜ້າໂສກເສົ້າແທ້ໆ, ສ່ວນຫລາຍເຂົາເຈົ້າຈະມີຜົນສະທ້ອນໃນເວລາສັ້ນໆ ແລະ ໃນທີ່ສຸດກໍຈະໄດ້ພົບຜົນສະທ້ອນຢ່າງຍາວນານທີ່ບໍ່ໄດ້ເຈດຕະນາ, ບໍ່ພຽງແຕ່ສຳລັບຕົວເຂົາເຈົ້າເອງ ແຕ່ສຳລັບຄອບຄົວຂອງເຂົາເຈົ້ານຳອີກ.
ຜູ້ນຳຂອງສາດສະໜາຈັກໃນທ້ອງຖິ່ນ, ເໝືອນດັ່ງຜູ້ນຳທ່ຽວທາງແມ່ນ້ຳທີ່ຊ່ຽວຊານ, ກໍໄດ້ຮັບການສິດສອນໂດຍປະສົບການຂອງຊີວິດ; ໄດ້ຮັບການອົບລົມ ແລະ ຖືກຫລໍ່ຫລອມໂດຍອັກຄະສາວົກ ແລະ ສາດສະດາ ແລະ ເຈົ້າໜ້າທີ່ຄົນອື່ນໃນສາດສະໜາຈັກ; ແລະ ສຳຄັນທີ່ສຸດຄື, ເຂົາເຈົ້າໄດ້ຮັບການສິດສອນໂດຍອົງພຣະຜູ້ເປັນເຈົ້າເອງ.
ໃນອີກໂອກາດໜຶ່ງໃນປີນີ້, ຂ້າພະເຈົ້າໄດ້ກ່າວປາໄສຕໍ່ຄົນໜຸ່ມສາວຂອງສາດສະໜາຈັກ ໃນກອງປະຊຸມ CES ທີ່ໄດ້ຖ່າຍທອດໃນເດືອນພຶດສະພາ. ຂ້າພະເຈົ້າໄດ້ກ່າວວ່າ:
“ຂ້າພະເຈົ້າໄດ້ຍິນມາວ່າ ບາງຄົນຄິດວ່າຜູ້ນຳໃນສາດສະໜາຈັກອາໄສຢູ່ໃນໂລກທີ່ບໍ່ເປັນຄວາມຈິງສຳລັບຄົນທຳມະດາສາມັນ. ສິ່ງທີ່ເຂົາເຈົ້າລືມໄປກໍຄືວ່າ ພວກເຮົາເປັນບັນດາຊາຍ ແລະ ຍິງທີ່ມີປະສົບການ, ແລະ ວ່າພວກເຮົາໄດ້ອາໄສຢູ່ໃນຫລາຍແຫ່ງທີ່ແຕກຕ່າງກັນ ແລະ ໄດ້ເຮັດວຽກງານນຳຫລາຍໆຄົນທີ່ມີປະສົບການທີ່ແຕກຕ່າງກັນ. ໜ້າທີ່ມອບໝາຍຂອງພວກເຮົາໃນສາດສະໜາຈັກໃນເວລານີ້ ກໍເຮັດໃຫ້ພວກເຮົາໄດ້ເດີນທາງໄປຕະຫລອດທົ່ວໂລກ, ບ່ອນທີ່ພວກເຮົາພົບປະກັບຜູ້ນຳທາງການເມືອງ, ສາດສະໜາ, ທຸລະກິດ, ແລະ ອົງການມະນຸດສະທຳຂອງໂລກ. ເຖິງແມ່ນວ່າພວກເຮົາໄດ້ໄປຢ້ຽມຢາມທຳນຽບຂາວ ໃນກຸງວໍຊິງຕັນດີຊີ ແລະ ຜູ້ນຳຂອງປະເທດຕ່າງໆ ຕະຫລອດທົ່ວໂລກ, ແຕ່ພວກເຮົາກໍຍັງໄດ້ໄປຢ້ຽມຢາມບ້ານເຮືອນທີ່ທຸກຍາກລຳບາກຫລາຍທີ່ສຸດຢູ່ໃນໂລກ, ບ່ອນທີ່ພວກເຮົາໄດ້ພົບ ແລະ ໄດ້ປະຕິບັດຕໍ່ຄົນຍາກຈົນ. …
“ເມື່ອພວກທ່ານພິຈາລະນາດ້ວຍຄວາມຄິດ ເຖິງຊີວິດ ແລະ ການປະຕິບັດສາດສະໜາກິດຂອງພວກເຮົາ, ພວກທ່ານຈະເຫັນດ້ວຍວ່າ ພວກເຮົາເຫັນ ແລະ ມີປະສົບການທາງໂລກໃນວິທີທີ່ໜ້ອຍຄົນໄດ້ມີມາ. ພວກທ່ານຈະຮັບຮູ້ວ່າ ພວກເຮົາບໍ່ໄດ້ດຳລົງຊີວິດທີ່ຫ່າງໄກໄປຈາກໂລກທີ່ເປັນຄວາມຈິງສຳລັບຄົນທັງຫລາຍ. …
“…ມີບາງສິ່ງກ່ຽວກັບປັນຍາຂອງຜູ້ນຳຂອງສາດສະໜາຈັກເປັນສ່ວນບຸກຄົນ ແລະ ສ່ວນລວມ ທີ່ຄວນໃຫ້ຄວາມປອບໂຍນບາງຢ່າງ. ພວກເຮົາມີປະສົບການຫລາຍຢ່າງ, ຮ່ວມທັງຜົນສະທ້ອນຂອງກົດ ແລະ ນະໂຍບາຍຂອງສັງຄົມ, ຄວາມຜິດຫວັງ, ຄວາມໂສກເສົ້າ, ແລະ ຄວາມຕາຍໃນຄອບຄົວຂອງເຮົາ. ພວກເຮົາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພວກທ່ານປະເຊີນຢູ່ໃນຊີວິດ.”6
ຄຽງຄູ່ກັບກົດທີໜຶ່ງ, ຕາມທີ່ຂ້າພະເຈົ້າໄດ້ນຳໃຊ້ມັນ, ຂໍໃຫ້ຈື່ຈຳກົດທີສອງ ແລະ ສາມ: ໃສ່ເສື້ອຊູຊີບຕະຫລອດເວລາ, ແລະ ຈັບເຮືອໄວ້ໃຫ້ແໜ້ນດ້ວຍມືທັງສອງເບື້ອງ. ພຣະຄຳຂອງພຣະຜູ້ເປັນເຈົ້າ, ດັ່ງທີ່ໄດ້ພົບເຫັນຢູ່ໃນພຣະຄຳພີ ແລະ ຄຳສອນຂອງອັກຄະສາວົກ ແລະ ສາດສະດາ, ໃຫ້ຄຳແນະນຳ ແລະ ການຊີ້ນຳທີ່ ເມື່ອເຮົາປະຕິບັດຕາມ, ຈະເປັນດັ່ງເສື້ອຊູຊີບທາງວິນຍານ ແລະ ຈະຊ່ອຍເຮົາໃຫ້ຮູ້ວິທີທີ່ຈະຈັບໄວ້ໃຫ້ແໜ້ນດ້ວຍມືທັງສອງເບື້ອງ.
ເຮົາຕ້ອງກາຍເປັນເໝືອນດັ່ງພວກລູກຊາຍຂອງໂມໄຊຢາ ຜູ້ທີ່ “ໄດ້ໝັ້ນຄົງໃນຄວາມຮູ້ເລື່ອງຄວາມຈິງ.” ເຮົາສາມາດກາຍເປັນຊາຍ ແລະ ຍິງ ທີ່ “ມີຄວາມເຂົ້າໃຈຢ່າງເລິກຊຶ້ງ.” ຈະສາມາດບັນລຸຜົນສຳເລັດສິ່ງນີ້ໄດ້ ພຽງແຕ່ໂດຍ “[ການຄົ້ນຄວ້າ] ພຣະຄຳພີຢ່າງພາກພຽນ, ເພື່ອວ່າ [ເຮົາ] ຈະໄດ້ຮູ້ພຣະຄຳຂອງພຣະເຈົ້າ.”7
ໃນການຄົ້ນຄວ້າພຣະຄຳພີ ແລະ ຖ້ອຍຄຳຂອງອັກຄະສາວົກ ແລະ ສາດສະດາໃນອາດີດ ແລະ ໃນປະຈຸບັນນີ້, ເຮົາຄວນເອົາໃຈໃສ່ນຳການສຶກສາ, ການດຳລົງຊີວິດ, ແລະ ການຮັກຫອມຄຳສອນຂອງພຣະຄຣິດ.
ນອກເໜືອໄປຈາກການພັດທະນາອຸປະນິໄສຂອງການອ່ານພຣະຄຳພີເປັນສ່ວນຕົວແລ້ວ, ເຮົາຕ້ອງເປັນເໝືອນດັ່ງລູກຊາຍຂອງໂມໄຊຢາ ແລະ ອຸທິດຕົນ “ໃນການອະທິຖານ, ແລະ ການຖືສິນອົດເຂົ້າຫລາຍທີ່ສຸດ.”8
ເບິ່ງຄືວ່າສິ່ງເຫລົ່ານີ້ ທີ່ວັດແທກບໍ່ໄດ້ງ່າຍໆ ກໍເປັນສິ່ງທີ່ສຳຄັນຫລາຍທີ່ສຸດ. ຂໍຈົ່ງເອົາໃຈໃສ່ນຳສິ່ງທີ່ລຽບງ່າຍເຫລົ່ານີ້ ແລະ ຫລີກລ້ຽງຈາກການຖືກເຮັດໃຫ້ສັບສົນ.
ຕາມທີ່ຂ້າພະເຈົ້າໄດ້ຮູ້ຈັກຜູ້ຄົນທີ່ບໍ່ໄດ້ຄົງຢູ່ໃນເຮືອ ແລະ ບໍ່ໄດ້ຈັບເຮືອໄວ້ໃຫ້ແໜ້ນດ້ວຍມືທັງສອງເບື້ອງໃນຊ່ວງເວລາທີ່ມີການທົດລອງ ແລະ ບັນຫາ ຫລື ຜູ້ທີ່ບໍ່ໄດ້ຢູ່ໃນເຮືອໃນຊ່ວງເວລາທີ່ມີຄວາມສະຫງົບພໍສົມຄວນ, ຂ້າພະເຈົ້າໄດ້ສັງເກດເຫັນວ່າ ຫລາຍຄົນໃນຈຳນວນນັ້ນກໍໄດ້ສູນເສຍຄວາມເອົາໃຈໃສ່ຕໍ່ຄວາມຈິງທີ່ສຳຄັນທີ່ສຸດຂອງພຣະກິດຕິຄຸນ—ເຫດຜົນທີ່ເຂົາເຈົ້າໄດ້ເຂົ້າຮ່ວມສາດສະໜາຈັກຕັ້ງແຕ່ຕົ້ນ, ເຫດຜົນທີ່ເຂົາເຈົ້າໄດ້ໃຫ້ຄຳໝັ້ນສັນຍາຢ່າງເຕັມທີ່ ແລະ ເຂັ້ມແຂງຢູ່ໃນການດຳລົງຊີວິດຕາມມາດຕະຖານຂອງພຣະກິດຕິຄຸນ ແລະ ເປັນພອນໃຫ້ແກ່ຄົນອື່ນຜ່ານການຮັບໃຊ້ທີ່ອຸທິດຕົນຂອງເຂົາເຈົ້າ, ແລະ ໃນວິທີທີ່ສາດສະໜາຈັກກໍໄດ້ເປັນສະຖານທີ່ແຫ່ງການບຳລຸງລ້ຽງທາງວິນຍານ ແລະ ການເຕີບໂຕ, ໃນຊີວິດຂອງເຂົາເຈົ້າ.”9
ໂຈເຊັບ ສະມິດ ໄດ້ສອນຄວາມຈິງທີ່ສຳຄັນວ່າ: “ຫລັກທຳພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາກ່ຽວກັບພຣະເຢຊູຄຣິດ, … ‘ວ່າພຣະອົງໄດ້ສິ້ນພຣະຊົນ, ຖືກຝັງ, ແລະ ແລ້ວໄດ້ຟື້ນຄືນຊີວິດອີກໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນສະຫວັນ;’ ແລະ ສິ່ງອື່ນທັງໝົດກໍເປັນພຽງສິ່ງທີ່ເພີ່ມເຕີມເທົ່ານັ້ນ, ຊຶ່ງກ່ຽວກັບສາດສະໜາຂອງເຮົາ.”10
ຖ້າຫາກເຮົາຮັກສາຄວາມຕັ້ງໃຈຂອງເຮົາທີ່ມີໃນພຣະຜູ້ເປັນເຈົ້າ, ເຮົາໄດ້ຮັບສັນຍາວ່າຈະໄດ້ຮັບພອນທີ່ເໜືອກວ່າການປຽບທຽບໃດໆ ວ່າ: “ດັ່ງນັ້ນ, ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງແຫ່ງຄວາມຫວັງ, ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກພວກທ່ານຈະມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ, ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງພຣະບິດາໄດ້ກ່າວດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.”11
ບາງເທື່ອໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ແລະ ຜູ້ສົນໃຈທີ່ຈິງໃຈເລີ່ມເອົາໃຈໃສ່ “ສິ່ງທີ່ເພີ່ມເຕີມ” ແທນທີ່ຈະເອົາໃຈໃສ່ຫລັກທຳພື້ນຖານ. ນັ້ນຄື, ຊາຕານລໍ້ລວງເຮົາໃຫ້ສັບສົນໄປຈາກຂ່າວສານທີ່ລຽບງ່າຍ ແລະ ແຈ້ງຊັດຂອງພຣະກິດຕິຄຸນທີ່ໄດ້ຟື້ນຟູຄືນມາໃໝ່. ຜູ້ທີ່ຖືກລົບກວນໃນທາງນັ້ນມັກຈະຢຸດຮັບສ່ວນສິນລະລຶກເພາະເຂົາເຈົ້າສັບສົນ, ແມ່ນແຕ່ໝົກໝຸ້ນຢູ່ກັບພາກປະຕິບັດ ຫລື ຄຳສອນທີ່ມີຄວາມສຳຄັນນ້ອຍ.
ຄົນອື່ນອາດເອົາໃຈໃສ່ຄຳຖາມ ແລະ ຄວາມສົງໄສທີ່ເຂົາເຈົ້າມີ. ແນ່ນອນ, ການທີ່ມີຄຳຖາມ ແລະ ຄວາມສົງໄສກໍບໍ່ໄດ້ແມ່ນວ່າ ຈະເຂົ້າກັນບໍ່ໄດ້ກັບການເປັນສານຸສິດທີ່ອຸທິດຕົນ. ເມື່ອບໍ່ດົນມານີ້, ສະພາຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງໄດ້ກ່າວວ່າ: “ພວກເຮົາເຂົ້າໃຈວ່າ ບາງຄັ້ງບາງຄາວ ສະມາຊິກຂອງສາດສະໜາຈັກຈະມີຄຳຖາມກ່ຽວກັບຄຳສອນ, ປະຫວັດ, ຫລື ພາກປະຕິບັດຂອງສາດສະໜາຈັກ. ສະມາຊິກສາມາດຖາມຄຳຖາມດັ່ງກ່າວ ແລະ ສະແຫວງຫາຄວາມເຂົ້າໃຈຫລາຍຂຶ້ນຢ່າງຈິງຈັງ.”12
ຂໍໃຫ້ຈຳໄວ້ວ່າ, ໂຈເຊັບ ສະມິດ ເອງກໍໄດ້ມີຄຳຖາມ ທີ່ໄດ້ເລີ່ມໃຫ້ມີການຟື້ນຟູນີ້. ເພິ່ນໄດ້ຄົ້ນຄວ້າຫາຄວາມຈິງ ແລະ ເໝືອນດັ່ງ ອັບຣາຮາມ, ກໍໄດ້ພົບຄຳຕອບຕໍ່ຄຳຖາມທີ່ສຳຄັນທີ່ສຸດຂອງຊີວິດ.
ຄຳຖາມທີ່ສຳຄັນເຈາະຈົງໃສ່ສິ່ງທີ່ສຳຄັນທີ່ສຸດ—ແຜນຂອງພຣະບິດາເທິງສະຫວັນ ແລະ ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ການຄົ້ນຄວ້າຂອງເຮົາຄວນນຳເຮົາໃຫ້ກາຍເປັນສານຸສິດທີ່ມີເມດຕາ, ອ່ອນໂຍນ, ຮັກແພງ, ໃຫ້ອະໄພ, ອົດທົນ, ແລະ ອຸທິດຕົນ. ເຮົາຕ້ອງເຕັມໃຈ, ດັ່ງທີ່ໂປໂລໄດ້ສອນວ່າ, “ຈົ່ງຊ່ອຍຮັບພາລະໜັກຂອງກັນແລະກັນ, ຖ້າເຮັດດັ່ງນີ້ ພວກເຈົ້າກໍຈະປະຕິບັດຕາມກົດບັນຍັດຂອງພຣະຄຣິດ.”13
ເພື່ອຈະຊ່ອຍຮັບພາລະໜັກຂອງຄົນອື່ນ ກໍຮ່ວມດ້ວຍການຊ່ອຍເຫລືອ, ການສົ່ງເສີມ, ແລະ ການເຂົ້າໃຈທຸກຄົນ, ຮ່ວມທັງຄົນທີ່ເຈັບປ່ວຍ, ອ່ອນເພຍ, ຄົນທີ່ຍາກຈົນທາງວິນຍານ ແລະ ຮ່າງກາຍ, ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ມີບັນຫາ, ແລະ ສານຸສິດ—ສະມາຊິກຄົນອື່ນນຳອີກ—ຮ່ວມທັງຜູ້ນຳໃນສາດສະໜາຈັກ ທີ່ພຣະຜູ້ເປັນເຈົ້າໄດ້ເອີ້ນໃຫ້ຮັບໃຊ້ໃນໄລຍະເວລາໃດໜຶ່ງ.
ອ້າຍເອື້ອຍນ້ອງທັງຫລາຍ, ຈົ່ງຢູ່ໃນເຮືອ, ໃສ່ເສື້ອຊູຊີບຂອງທ່ານ, ແລະ ຈັບເຮືອໄວ້ໃຫ້ແໜ້ນດ້ວຍມືທັງສອງເບື້ອງ. ຫລີກລ້ຽງຈາກຄວາມລົບກວນ! ແລະ ຖ້າຫາກຄົນໃດຄົນໜຶ່ງໃນພວກທ່ານໄດ້ຕົກໄປຈາກເຮືອ, ພວກເຮົາຈະຊອກຫາທ່ານຈົນໃຫ້ພົບ, ແລະ ປະຕິບັດຕໍ່ທ່ານ, ແລະ ດຶງທ່ານກັບມາສູ່ກຳປັ່ນເກົ່າແຫ່ງສີໂອນດ້ວຍຄວາມປອດໄພ, ບ່ອນທີ່ພຣະເຈົ້າອົງເປັນພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າເປັນຜູ້ຄວບຄຸມ ແລະ ຈະນຳພາໄປໃນທາງທີ່ຖືກຕ້ອງ, ຊຶ່ງຂ້າພະເຈົ້າເປັນພະຍານເຖິງດ້ວຍຄວາມຖ່ອມຕົນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.