ເຮົາບໍ່ຄວນເຮັດຫລິ້ນໆກັບສິ່ງທີ່ສັກສິດ
ຈົ່ງສຳຫລວດກວດກາການເລືອກຂອງຕົນເອງ ໂດຍຖາມຕົນເອງວ່າ, “ການຕັດສິນໃຈຂອງເຮົາໄດ້ຝັງເລິກຢູ່ໃນດິນດີຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດຫລືບໍ່?”
ອ້າຍເອື້ອຍນ້ອງທັງຫລາຍ, ການຕັດສິນໃຈຂອງເຮົາທີ່ຈະເຮັດຢູ່ໃນໂລກນີ້ ຈະເປັນຜົນສະທ້ອນໃຫ້ແກ່ເສັ້ນທາງຊີວິດນິລັນດອນຂອງເຮົາ. ມີພະລັງທີ່ເຮົາສາມາດເຫັນ ແລະ ບໍ່ເຫັນ ທີ່ມີອິດທິພົນໃນການເລືອກຂອງເຮົາ. ຂ້າພະເຈົ້າໄດ້ຮຽນຮູ້ເຖິງສິ່ງສຳຄັນນີ້ ເມື່ອຫ້າປີກ່ອນ ຊຶ່ງເກືອບເຮັດໃຫ້ຂ້າພະເຈົ້າມີຄວາມສູນເສຍຫລາຍ.
ພວກເຮົາກຳລັງເດີນທາງໄປກັບຄອບຄົວ ແລະ ໝູ່ເພື່ອນ ຢູ່ໃນເຂດໂອແມນພາກໃຕ້. ພວກເຮົາໄດ້ຕັດສິນໃຈທີ່ຈະພັກຜ່ອນຢູ່ແຄມທະເລ ອິນເດຍ. ບໍ່ດົນຫລັງຈາກໄປເຖິງ, ລູກສາວອາຍຸ 16 ປີ, ນາງແນວລີ, ໄດ້ຂໍລອຍນ້ຳອອກໄປຫາບ່ອນທີ່ນາງຄິດວ່າເປັນເກາະຊາຍຫາດ. ໂດຍທີ່ສັງເກດເຫັນວ່າ ນ້ຳບໍ່ສະຫງົບ, ຂ້າພະເຈົ້າຈຶ່ງບອກນາງວ່າ ຂ້າພະເຈົ້າຈະລອຍອອກໄປເບິ່ງກ່ອນ, ຄິດວ່າຢ້ານມີກະແສທີ່ຮ້າຍແຮງ.
ຫລັງຈາກໄດ້ລອຍອອກໄປບໍ່ດົນ, ຂ້າພະເຈົ້າໄດ້ເອີ້ນຖາມພັນລະຍາວ່າ ຂ້າພະເຈົ້າໃກ້ເຖິງເກາະນັ້ນແລ້ວບໍ. ນາງຕອບວ່າ, “ອ້າຍລອຍກາຍມັນແລ້ວ.” ໂດຍທີ່ບໍ່ຮູ້ສຶກຕົວ ຂ້າພະເຈົ້າໄດ້ຖືກຊັດອອກໄປຈາກຝັ່ງໄກເຕີບ1 ແລະ ກຳລັງຖືກດຶງອອກໄປຫາທະເລ.
ຂ້າພະເຈົ້າບໍ່ຮູ້ວ່າຈະເຮັດແນວໃດ. ສິ່ງດຽວທີ່ຄິດອອກແມ່ນ ຕ້ອງລອຍກັບຄືນຝັ່ງ. ມັນເປັນການຕັດສິນໃຈທີ່ຜິດ. ຂ້າພະເຈົ້າບໍ່ສາມາດເຮັດ. ພະລັງທີ່ຂ້າພະເຈົ້າບໍ່ສາມາດບັງຄັບ ໄດ້ດຶງຂ້າພະເຈົ້າອອກໄປໄກຫາທະເລ. ສິ່ງທີ່ຮ້າຍໄປກວ່ານັ້ນ, ພັນລະຍາຂອງຂ້າພະເຈົ້າ, ໂດຍທີ່ໄວ້ວາງໃຈຂ້າພະເຈົ້າ, ໄດ້ລອຍຕາມຂ້າພະເຈົ້າມາ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຄິດວ່າ ອາດເອົາຕົວບໍ່ລອດແນ່ນອນ ເພາະການຕັດສິນໃຈຂອງຂ້າພະເຈົ້າ, ພ້ອມນີ້ ພັນລະຍາຂອງຂ້າພະເຈົ້າອາດຈົມນ້ຳຕາຍອີກ. ຫລັງຈາກໄດ້ພະຍາຍາມຈົນສຸດຄວາມສາມາດ ແລະ ໂດຍທີ່ເຊື່ອໃນຄວາມຊ່ອຍເຫລືອຈາກສະຫວັນ, ຕີນຂອງພວກເຮົາໄດ້ສຳພັດຊາຍຫາດ, ແລະ ສາມາດຍ່າງກັບໄປຫາໝູ່ເພື່ອນ ແລະ ລູກສາວໄດ້.
ມີຫລາຍກະແສຢູ່ໃນໂລກມະຕະນີ້—ບາງກະແສກໍປອດໄພ ແລະ ບາງກະແສກໍອັນຕະລາຍຫລາຍ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ ມີພະລັງທີ່ແຮງກ້າໃນຊີວິດຂອງເຮົາເອງ ຄືກັນກັບກະແສກ້ອງທະເລທີ່ຕາຫລຽວບໍ່ເຫັນ.2 ພະລັງເຫລົ່ານີ້ມີຈິງ. ເຮົາບໍ່ຄວນປະໝາດມັນ.
ຂ້າພະເຈົ້າຂໍກ່າວກ່ຽວກັບອີກກະແສໜຶ່ງ, ກະແສຈາກສະຫວັນ, ຊຶ່ງກາຍເປັນພອນອັນຍິ່ງໃຫຍ່ໃນຊີວິດຂອງຂ້າພະເຈົ້າ. ຂ້າພະເຈົ້າເປັນຜູ້ໜຶ່ງທີ່ປ່ຽນໃຈເຂົ້າມາຮ່ວມສາດສະໜາຈັກ. ກ່ອນປ່ຽນໃຈເຫລື້ອມໃສ, ຂ້າພະເຈົ້າສົນໃຈເລື່ອງການຫລິ້ນສະກີ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຍ້າຍໄປຢູ່ ເອີຣົບ ຫລັງຈາກຮຽນຈົບມັດທະຍົມປາຍ ເພື່ອບັນລຸຕາມຄວາມປາດຖະໜາຂອງຂ້າພະເຈົ້າ. ຫລັງຈາກຫລາຍເດືອນ ກັບການໃຊ້ຊີວິດຕາມອຸດົມຄະຕິ, ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າຄວນໜີຈາກທີ່ນັ້ນ. ໃນເວລານັ້ນ ຂ້າພະເຈົ້າບໍ່ເຂົ້າໃຈ ທີ່ມາຂອງຄວາມຮູ້ສຶກ, ແຕ່ໄດ້ເຮັດຕາມ. ຂ້າພະເຈົ້າໄດ້ມາຕົກຢູ່ເມືອງໂພຣໂວ, ລັດຢູທາ ຢູ່ນຳໝູ່ທີ່ດີສອງສາມຄົນ, ເຊັ່ນດຽວກັບຂ້າພະເຈົ້າ, ເຂົາເຈົ້າກໍເປັນຄົນທີ່ເຊື່ອຖືສາດສະໜາອື່ນ.
ໃນຂະນະທີ່ຢູ່ເມືອງໂພຣໂວ, ຂ້າພະເຈົ້າໄດ້ພົບກັບຜູ້ຄົນທີ່ດຳລົງຊີວິດ ໃນວິທີທີ່ແຕກຕ່າງຫລາຍຈາກຂ້າພະເຈົ້າ. ຂ້າພະເຈົ້າຢາກພົວພັນກັບເຂົາເຈົ້າ, ໂດຍທີ່ບໍ່ຮູ້ວ່າເປັນຫຍັງ. ທຳອິດ, ຂ້າພະເຈົ້າກໍຕ້ານກັບຄວາມຮູ້ສຶກນັ້ນ, ແຕ່ບໍ່ດົນ ຂ້າພະເຈົ້າໄດ້ພົບຄວາມສະຫງົບ ແລະ ຄວາມປອບໂຍນ ທີ່ຂ້າພະເຈົ້າບໍ່ເຄີຍຮູ້ມາກ່ອນ. ຂ້າພະເຈົ້າໄດ້ເລີ່ມຕົ້ນຮັບເອົາກະແສໜຶ່ງອີກ—ກະແສທີ່ຊ່ອຍໃຫ້ຂ້າພະເຈົ້າເຂົ້າໃຈເຖິງພຣະບິດາເທິງສະຫວັນທີ່ຊົງຮັກ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ຂ້າພະເຈົ້າໄດ້ຮັບບັບຕິສະມາພ້ອມກັບໝູ່ເພື່ອນຂອງຂ້າພະເຈົ້າໃນປີ 1972. ກະແສໃໝ່ທີ່ຂ້າພະເຈົ້າໄດ້ເລືອກຕິດຕາມນີ້, ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ໄດ້ຊີ້ນຳທາງຂ້າພະເຈົ້າ ແລະ ເຮັດໃຫ້ຊີວິດຂອງຂ້າພະເຈົ້າມີຄວາມໝາຍ. ເຖິງຢ່າງໃດກໍຕາມ, ແຕ່ກໍບໍ່ປາດສະຈາກການທ້າທາຍ. ທຸກສິ່ງແມ່ນໃໝ່ສຳລັບຂ້າພະເຈົ້າ. ບາງເທື່ອຂ້າພະເຈົ້າຮູ້ສຶກວ່າ ບໍ່ເຂົ້າໃຈ ແລະ ສັບສົນ. ທັງໝູ່ເພື່ອນ ແລະ ຄອບຄົວກໍໄດ້ສອບຖາມ ແລະ ທ້າທາຍຂ້າພະເຈົ້າ.
ຂ້າພະເຈົ້າຕ້ອງເລືອກ. ຄຳຖາມບາງຂໍ້ຂອງເຂົາເຈົ້າ ໄດ້ສ້າງຄວາມສົງໄສ ແລະ ຄວາມບໍ່ແນ່ນອນ. ການເລືອກນັ້ນແມ່ນສຳຄັນຫລາຍ. ຂ້າພະເຈົ້າຕ້ອງຫັນຫາຜູ້ໃດ? ຫລາຍຄົນໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າໄດ້ຕັດສິນໃຈຜິດ—“ຄື້ນ” ໄດ້ພະຍາຍາມດຶງຂ້າພະເຈົ້າອອກຫ່າງຈາກກະແສແຫ່ງຄວາມສະຫງົບ ຊຶ່ງໄດ້ກາຍເປັນແຫລ່ງທີ່ໃຫ້ຄວາມສຸກຢ່າງຫລວງຫລາຍ. ຂ້າພະເຈົ້າໄດ້ຮຽນຮູ້ຫລັກທຳຢ່າງແຈ່ມແຈ້ງ, ວ່າ “ຕ້ອງມີສິ່ງກົງກັນຂ້າມໃນທຸກຢ່າງ” ແລະ ເຖິງຄວາມສຳຄັນຂອງການຕັດສິນໃຈສຳລັບຕົນເອງ ແລະ ບໍ່ໃຫ້ຄົນອື່ນມາຍຶດເອົາອຳເພີໃຈຂອງຂ້າພະເຈົ້າໄປ.3
ຂ້າພະເຈົ້າໄດ້ຖາມຕົນເອງວ່າ, “ເປັນຫຍັງຂ້າພະເຈົ້າຈຶ່ງຈະຫັນໜີໄປຈາກສິ່ງທີ່ໄດ້ນຳຄວາມປອບໂຍນຢ່າງຫລວງຫລາຍມາໃຫ້ຂ້າພະເຈົ້າ?” ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເຕືອນ ອໍລີເວີ ຄາວເດີຣີ ວ່າ, ພຣະອົງບໍ່ໄດ້ກ່າວໃຫ້ຄວາມສະຫງົບແກ່ຈິດໃຈຂອງລາວບໍກ່ຽວກັບເລື່ອງນີ້?”4 ປະສົບການຂອງຂ້າພະເຈົ້າ ກໍຄ້າຍຄືກັນນັ້ນ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ຫັນໄປດ້ວຍຄວາມແນ່ນອນໃຈກວ່າເກົ່າ ຫາພຣະບິດາເທິງສະຫວັນ, ຫາພຣະຄຳພີ, ແລະ ຫາໝູ່ເພື່ອນທີ່ຂ້າພະເຈົ້າໄວ້ວາງໃຈໄດ້.
ແຕ່ກໍຍັງມີຄຳຖາມຫລາຍຢ່າງທີ່ຂ້າພະເຈົ້າຕອບບໍ່ໄດ້. ຂ້າພະເຈົ້າຈະກ່າວເຖິງຄວາມບໍ່ແນ່ນອນຂອງມັນໄດ້ແນວໃດ? ແທນທີ່ຈະໃຫ້ມັນທຳລາຍຄວາມສະຫງົບ ແລະ ຄວາມສຸກທີ່ມາສູ່ຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເລືອກປະຄຳຖາມນັ້ນໄວ້ຊົ່ວໄລຍະໜຶ່ງ, ໂດຍທີ່ໄວ້ວາງໃຈໃນເວລາຂອງພຣະຜູ້ເປັນເຈົ້າ, ວ່າພຣະອົງຈະເປີດເຜີຍທຸກສິ່ງ. ຂ້າພະເຈົ້າໄດ້ພົບຄວາມສະຫງົບກັບພຣະຄຳຂອງພຣະອົງ ທີ່ກ່າວກັບສາດສະດາໂຈເຊັບວ່າ ພວກເຈົ້າເປັນເດັກນ້ອຍ ແລະ ພວກເຈົ້າບໍ່ສາມາດອົດທົນກັບທຸກສິ່ງທັງປວງໃນຕອນນີ້; ພວກເຈົ້າຕ້ອງເຕີບໂຕຂຶ້ນໃນພຣະຄຸນ ແລະ ໃນຄວາມຮູ້ເລື່ອງຄວາມຈິງ.5 ຂ້າພະເຈົ້າໄດ້ເລືອກ ທີ່ຈະບໍ່ປະຖິ້ມສິ່ງທີ່ຂ້າພະເຈົ້າຮູ້ວ່າເປັນຄວາມຈິງ ໂດຍການຕິດຕາມກະແສທີ່ລຶກລັບ ແລະ ເປັນຕາສົງໄສ—ຊຶ່ງອາດເປັນ “ຄື້ນ.” ດັ່ງທີ່ປະທານ ເອັນ ແອວດັນ ແທນເນີ ໄດ້ສອນວ່າ, ຂ້າພະເຈົ້າຮຽນຮູ້ວ່າ, “ເປັນສິ່ງສະຫລາດຂະໜາດໃດ ທີ່ມະນຸດຈະຍອມຮັບຄວາມຈິງຂອງພຣະກິດຕິຄຸນຢ່າງງ່າຍດາຍ … ແລະ ຮັບເອົາສິ່ງທີ່ … ເຂົາບໍ່ເຂົ້າໃຈດ້ວຍສັດທາ.”6
ນີ້ໝາຍຄວາມວ່າ ບໍ່ມີການສອບຖາມດ້ວຍຄວາມຊື່ສັດບໍ? ໃຫ້ຖາມຊາຍໜຸ່ມຜູ້ໄດ້ເຂົ້າໄປໃນປ່າ ເພາະຢາກຮູ້ວ່າລາວຄວນເຂົ້າຮ່ວມສາດສະໜາຈັກໃດ. ໃຫ້ຖືພຣະຄຳພີ Doctrine and Covenants ໄວ້ໃນມືຂອງທ່ານ, ແລະ ຮູ້ວ່າ ການເປີດເຜີຍເກືອບທັງໝົດຢູ່ໃນບັນທຶກທີ່ດົນໃຈນີ້ ຄືຜົນສະທ້ອນຂອງການສະແຫວງຫາຄວາມຈິງດ້ວຍຄວາມຖ່ອມຕົນ. ໂຈເຊັບໄດ້ພົບວ່າ, “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ, [ຜູ້] ໂປດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ, … ແລະ ຜູ້ນັ້ນຈະໄດ້ຮັບສິ່ງທີ່ທູນຂໍ.”7 ໂດຍການທູນຂໍດ້ວຍຄວາມຈິງໃຈ ແລະ ໂດຍການສະແຫວງຫາຄຳຕອບຈາກສະຫວັນ, ເຮົາຈະຮຽນຮູ້ ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ,”8 ໃນຂະນະທີ່ເຮົາໄດ້ຮັບຄວາມຮູ້ແຈ້ງ ແລະ ສະຕິປັນຍາຫລາຍຂຶ້ນ.
ຄຳຖາມບໍ່ແມ່ນ “ເຮົາສາມາດຖາມດ້ວຍຄວາມຊື່ສັດ ແລະ ດ້ວຍຄວາມຈິງໃຈບໍ?” ແຕ່ແມ່ນຄຳຖາມນີ້ “ເຮົາຈະຫັນໄປຫາທາງໃດສຳລັບຄວາມຈິງ ເມື່ອມີຄຳຖາມ?” “ເຮົາຈະສະຫລາດພໍທີ່ຈະຍຶດໝັ້ນຢູ່ນຳສິ່ງທີ່ເຮົາຮູ້ວ່າເປັນຄວາມຈິງ ເຖິງແມ່ນຈະມີຄຳຖາມສອງສາມຢ່າງ?” ຂ້າພະເຈົ້າເປັນພະຍານວ່າ ມີພຣະເຈົ້າ—ຜູ້ຮູ້ຈັກທຸກສິ່ງທັງປວງ—ຮູ້ຈັກທີ່ສຸດນັບຕັ້ງແຕ່ຕົ້ນ. ທຸກສິ່ງທັງປວງຢູ່ຕໍ່ພຣະພັກຂອງພຣະອົງ.9 ພຣະຄຳພີເປັນພະຍານວ່າ ພຣະອົງຈະບໍ່ດຳເນີນໄປຕາມທາງຄົດ …, ທັງຈະບໍ່ປ່ຽນແປງຈາກສິ່ງທີ່ພຣະອົງໄດ້ກ່າວໄວ້.10
ໃນເສັ້ນທາງແຫ່ງມະຕະນີ້ ເຮົາບໍ່ຄວນຄິດວ່າ ການເລືອກຂອງເຮົາພຽງແຕ່ກະທົບກະເທືອນກັບຕົວເຮົາເທົ່ານັ້ນ. ເມື່ອບໍ່ດົນມານີ້, ຊາຍໜຸ່ມຄົນໜຶ່ງໄດ້ມາຢ້ຽມຢາມຂ້າພະເຈົ້າຢູ່ເຮືອນ. ເບິ່ງແລ້ວ ລາວກໍເປັນຄົນດີ, ແຕ່ຂ້າພະເຈົ້າຮູ້ສຶກວ່າ ລາວບໍ່ໄດ້ຈິງຈັງປານໃດກັບກິດຈະກຳໃນໂບດ. ລາວໄດ້ບອກຂ້າພະເຈົ້າວ່າ ລາວໄດ້ເຕີບໂຕຂຶ້ນໃນຄອບຄົວທີ່ເຂັ້ມແຂງ ຈົນກວ່າພໍ່ຂອງລາວໄດ້ນອກໃຈແມ່ຂອງລາວ, ເຖິງຂັ້ນໄດ້ຢ່າຮ້າງກັນ ແລະ ໄດ້ຍົວະຍົງອ້າຍເອື້ອຍນ້ອງຂອງລາວໃຫ້ມີຄວາມສົງໄສສາດສະໜາຈັກ ແລະ ໄດ້ໜີອອກຫ່າງໄກ. ຂ້າພະເຈົ້າຮູ້ສຶກໂສກເສົ້າຫລາຍ ໃນຂະນະທີ່ຂ້າພະເຈົ້າກ່າວກັບພໍ່ໜຸ່ມຄົນນີ້ ຜູ້ໄດ້ຮັບຜົນກະທົບກະເທືອນຈາກການເລືອກຂອງພໍ່ລາວ, ຜູ້ໄດ້ລ້ຽງດູລູກໆຂອງລາວປາດສະຈາກພອນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຊາຍອີກຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ, ຜູ້ຊຶ່ງເຄີຍເປັນສະມາຊິກທີ່ເຂັ້ມແຂງຂອງສາດສະໜາຈັກ, ໄດ້ມີຄຳຖາມບາງຢ່າງກ່ຽວກັບຄຳສອນບາງຂໍ້. ແທນທີ່ຈະທູນຂໍຄຳຕອບຈາກພຣະບິດາເທິງສະຫວັນ, ລາວໄດ້ເລືອກເພິ່ງພາແຫລ່ງຈາກນັກປາດອາຈານ. ລາວໄດ້ຫັນຫົວໃຈໄປທາງອື່ນ ໃນຂະນະທີ່ລາວສະແຫວງຫາການສັນລະເສີນຂອງມະນຸດ. ຄວາມທະນົງຕົວຂອງລາວໄດ້ເປັນທີ່ເພິ່ງພໍໃຈ, ຢ່າງໜ້ອຍຊົ່ວໄລຍະໜຶ່ງ, ແຕ່ລາວໄດ້ຖືກຕັດອອກຈາກອຳນາດຂອງສະຫວັນ.11 ແທນທີ່ຈະຄົ້ນຫາຄວາມຈິງ, ລາວໄດ້ສູນເສຍປະຈັກພະຍານຂອງລາວ ແລະ ໄດ້ຊັກຈູງຫລາຍຄົນໃນຄອບຄົວໄປກັບລາວ.
ຊາຍສອງຄົນນີ້ໄດ້ຖືກຄື້ນທີ່ບໍ່ສາມາດຫລຽວເຫັນ ດຶງເຂົາເຈົ້າອອກໄປ ແລະ ໄດ້ພາຫລາຍຄົນອອກໄປດ້ວຍ.
ກົງກັນຂ້າມ, ຂ້າພະເຈົ້າຄິດກ່ຽວກັບ ລາລູ ແລະ ຫລຸຍ ມຽວເລີ, ພໍ່ແມ່ຂອງພັນລະຍາຂອງຂ້າພະເຈົ້າ, ຜູ້ຊຶ່ງເຖິງແມ່ນພວກເພິ່ນມີພຽງພໍຢູ່ພໍກິນ, ເລືອກທີ່ຈະສອນຄຳສອນທີ່ແທ້ຈິງທີ່ຖືກຟື້ນຟູຄືນມາໃໝ່ ໃຫ້ແກ່ລູກໆຂອງພວກເພິ່ນ ແລະ ທີ່ຈະດຳລົງຊີວິດຕາມນັ້ນ. ໂດຍການເຮັດສິ່ງດັ່ງກ່າວ ພວກເພິ່ນໄດ້ເປັນພອນໃຫ້ແກ່ລູກຫລານ ດ້ວຍຜົນຂອງພຣະກິດຕິຄຸນ ແລະ ຄວາມຫວັງທີ່ຈະມີຊີວິດນິລັນດອນ.
ຢູ່ບ້ານເຮືອນຂອງພວກເພິ່ນ, ພວກເພິ່ນໄດ້ວາງແບບແຜນ ບ່ອນທີ່ໃຫ້ຄວາມນັບຖືຕໍ່ຖານະປະໂລຫິດ, ບ່ອນທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຖືກຕ້ອງປອງດອງ, ແລະ ບ່ອນທີ່ຫລັກທຳພຣະກິດຕິຄຸນນຳພາຊີວິດຂອງພວກເພິ່ນ. ພໍ່ຫລຸຍ ແລະ ແມ່ລາລູ, ໄດ້ສະແດງໃຫ້ເຫັນວ່າ ການດຳລົງຊີວິດຕາມແບບແຜນຂອງພຣະຜູ້ເປັນເຈົ້ານັ້ນເປັນແບບໃດ. ລູກໆຂອງພວກເພິ່ນສາມາດເຫັນໄດ້ຢ່າງແຈ່ມແຈ້ງວ່າ ກະແສໃດໃນຊີວິດຈະນຳຄວາມສະຫງົບ ແລະ ຄວາມສຸກມາໃຫ້ເຂົາເຈົ້າ. ແລະ ເຂົາເຈົ້າກໍໄດ້ເລືອກຕາມນັ້ນ. ດັ່ງທີ່ປະທານຄິມໂບໄດ້ສອນວ່າ, “ຖ້າເຮົາສາມາດສ້າງກະແສ … ທີ່ມີພະລັງ, ສະໝ່ຳສະໝີ ພັດໄປທາງເປົ້າໝາຍທີ່ຊອບທຳຂອງເຮົາ, ແລ້ວເຮົາ ກັບລູກໆຂອງເຮົາ ຈະຖືກນຳພາໄປໜ້າ ເຖິງແມ່ນຈະປະເຊີນກັບລົມພະຍຸທີ່ຫຍຸ້ງຍາກ, ຄວາມຜິດຫວັງ, [ແລະ] ການລໍ້ລວງກໍຕາມ.”12
ການເລືອກຂອງເຮົາສຳຄັນບໍ? ມັນກະທົບກະເທືອນກັບເຮົາເທົ່ານັ້ນບໍ? ເຮົາໄດ້ຕັ້ງເປົ້າໝາຍທີ່ໝັ້ນຄົງໃນກະແສນິລັນດອນຂອງພຣະກິດຕິຄຸນທີ່ໄດ້ຖືກຟື້ນຟູຄືນມາໃໝ່ແລ້ວບໍ?
ບາງຄັ້ງບາງຄາວ, ຂ້າພະເຈົ້າກໍຄິດກ່ຽວກັບບາງຢ່າງທີ່ເຮັດໃຫ້ຂ້າພະເຈົ້າຢ້ານ. ຖ້າໃນມື້ນັ້ນ ໃນເດືອນກັນຍານັ້ນ, ໃນຂະນະທີ່ພັກຜ່ອນຢູ່ຕາມຊາຍຫາດຂອງທະເລອິນເດຍ, ຖ້າຂ້າພະເຈົ້າໄດ້ເວົ້ານຳນາງ ແນວລີ ວ່າ, “ໄປໂລດລູກ, ໃຫ້ລອຍໄປຫາເກາະຊາຍຫາດນັ້ນ.” ຫລື ຖ້ານາງໄດ້ລອຍໄປກັບຂ້າພະເຈົ້າ ແລ້ວນາງຈະສາມາດລອຍກັບຄືນໄດ້ບໍ? ຖ້າຂ້າພະເຈົ້າຕ້ອງມີຊີວິດຢູ່ ໂດຍທີ່ຮູ້ວ່າ ຕົວຢ່າງຂອງຂ້າພະເຈົ້າ ໄດ້ເຮັດໃຫ້ລູກສາວຖືກດຶງອອກໄປທະເລ, ແລະ ບໍ່ຫວນຄືນມາອີກ, ຂ້າພະເຈົ້າຈະເປັນແນວໃດ?
ກະແສທີ່ເຮົາຕິດຕາມເປັນສິ່ງສຳຄັນບໍ? ຕົວຢ່າງຂອງເຮົາແມ່ນສຳຄັນບໍ?
ພຣະບິດາເທິງສະຫວັນໄດ້ອວຍພອນເຮົາດ້ວຍຂອງປະທານແຫ່ງສະຫວັນ ນັ້ນຄືພຣະວິນຍານບໍລິສຸດ ເພື່ອນຳພາການເລືອກຂອງເຮົາ. ພຣະອົງໄດ້ສັນຍາວ່າ ຈະປະທານການດົນໃຈ ແລະ ການເປີດເຜີຍໃຫ້ເຮົາ ເມື່ອເຮົາດຳລົງຊີວິດຢ່າງມີຄ່າຄວນທີ່ຈະຮັບເອົາມັນ. ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ສວຍໂອກາດຮັບເອົາຂອງປະທານແຫ່ງສະຫວັນ ແລະ ສຳຫລວດກວດກາການເລືອກຂອງຕົນເອງ ໂດຍຖາມຕົນເອງວ່າ, “ການຕັດສິນໃຈຂອງເຮົາໄດ້ຝັງເລິກຢູ່ໃນດິນດີຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດຫລືບໍ່?” ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ດັດແປງສິ່ງທີ່ຈຳເປັນ, ບໍ່ວ່າຈະເປັນສິ່ງນ້ອຍ ຫລື ໃຫຍ່, ເພື່ອໃຫ້ແນ່ໃຈວ່າ ທ່ານຈະໄດ້ຮັບພອນນິລັນດອນໃນແຜນທີ່ພຣະບິດາເທິງສະຫວັນມີໄວ້ສຳລັບທ່ານ ແລະ ຄົນທີ່ທ່ານຮັກ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ເປັນພຣະຜູ້ໄຖ່ຂອງເຮົາ. ຂ້າພະເຈົ້າເປັນພະຍານວ່າ ພັນທະສັນຍາທີ່ເຮົາໄດ້ເຮັດນຳພຣະອົງແມ່ນສັກສິດ ແລະ ບໍລິສຸດ. ເຮົາບໍ່ຄວນເຮັດຫລິ້ນໆກັບສິ່ງທີ່ສັກສິດ.13 ຂໍໃຫ້ເຮົາຈົ່ງຊື່ສັດຕະຫລອດໄປ, ຂ້າພະເຈົ້າອະທິຖານມາໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.