ຕຽມໃນວິທີທີ່ບໍ່ເຄີຍໄດ້ຮູ້ໄດ້ເຫັນມາກ່ອນ
ຂໍໃຫ້ເຮົາຈົ່ງຕຽມຕົວທີ່ຈະມີຄ່າຄວນພໍ ທີ່ຈະໄດ້ຮັບພິທີການຊ່ອຍໃຫ້ລອດ ເທື່ອລະຢົດ ແລະ ຮັກສາພັນທະສັນຍາທີ່ກ່ຽວພັນກັນນັ້ນດ້ວຍຄວາມຈິງໃຈ.
ຕອນລູກສາວຂອງພວກເຮົາກັບມາບ້ານຫລັງຈາກໄປໂຮງຮຽນມື້ທຳອິດ, ຂ້າພະເຈົ້າໄດ້ຖາມວ່າ, “ໂຮງຮຽນເປັນແນວໃດ?”
ນາງຕອບວ່າ, “ກໍດີ.”
ເຊົ້າມື້ຕໍ່ມາ, ຕອນຂ້າພະເຈົ້າປຸກໃຫ້ນາງຕື່ນໄປໂຮງຮຽນ, ນາງໄດ້ກອດແຂນ ແລະ ເວົ້າຢ່າງໜັກແໜ້ນວ່າ, “ລູກໄດ້ໄປໂຮງຮຽນແລ້ວ!” ປະກົດວ່າ ຂ້າພະເຈົ້າບໍ່ໄດ້ ຕຽມ ນາງ ຫລື ບໍ່ໄດ້ອະທິບາຍວ່າ ການໄປໂຮງຮຽນ ບໍ່ແມ່ນໄປແຕ່ມື້ດຽວເທົ່ານັ້ນ ແຕ່ນາງຕ້ອງໄດ້ໄປໂຮງຮຽນ ຫ້າມື້ຕໍ່ອາທິດ, ເປັນເວລາຫລາຍປີ.
ເມື່ອເຮົາພິຈາລະນາຫລັກທຳເລື່ອງການຕຽມພ້ອມ, ໃຫ້ທ່ານມາວາດພາບກັບຂ້າພະເຈົ້າ ກ່ຽວກັບພາບດັ່ງຕໍ່ໄປນີ້. ທ່ານກຳລັງນັ່ງຢູ່ຫ້ອງຊັ້ນສູງຂອງພຣະວິຫານ ແລະ ໄດ້ສັງເກດເຫັນວ່າ ມີຄົນພາເຈົ້າສາວ ແລະ ເຈົ້າບ່າວຫລາຍຄົນ ມາຢ່າງງຽບໆ ແລະ ໄດ້ພາອອກໄປ ໃນຂະນະທີ່ເຂົາເຈົ້າລໍຖ້າແຕ່ງງານສຳລັບການເວລາ ແລະ ຕະຫລອດຊົ່ວນິລັນດອນ. ເຈົ້າສາວຄົນໜຶ່ງອີກທີ່ເຂົ້າມາໃນຫ້ອງສູງສຸດ, ຍ່າງຈັບມືກັບທີ່ຮັກຂອງນາງມາ. ນາງນຸ່ງຊຸດໄປພຣະວິຫານແບບທຳມະດາແຕ່ສວຍງາມ ແລະ ສຸຂຸມ, ສະຫງົບງຽບ, ຍິ້ມແຍ້ມດ້ວຍຄວາມອົບອຸ່ນ. ນາງແຕ່ງຕົວຮຽບຮ້ອຍ ແຕ່ບໍ່ເກີນຂອບເຂດ. ນາງໄດ້ນັ່ງລົງ, ຫລຽວໄປມາ, ແລ້ວທັນໃດນັ້ນ ນາງກໍນ້ຳຕາຊຶມ. ເບິ່ງຄືວ່າ ນາງນ້ຳຕາຊຶມ ເພາະຄວາມອັດສະຈັນໃຈ ແລະ ຄວາມຄາລະວະ ຕໍ່ສະຖານທີ່ ແລະ ພິທີການທີ່ສັກສິດ ທີ່ລໍຖ້ານາງ ແລະ ຄູ່ຊີວິດຂອງນາງ. ທ່າທາງຂອງນາງ ເບິ່ງຄືນາງບອກວ່າ “ຂ້ອຍມີຄວາມກະຕັນຍູຫລາຍທີ່ສຸດ ທີ່ໄດ້ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າມື້ນີ້, ພ້ອມແລ້ວທີ່ຈະເລີ່ມຕົ້ນເດີນທາງໄປກັບຄູ່ນິລັນດອນຂອງນາງ!” ເບິ່ງຄືວ່າ ນາງໄດ້ ຕຽມພ້ອມ ຫລາຍກວ່າໂອກາດສຳລັບວັນນັ້ນ.
ເມື່ອບໍ່ດົນມານີ້ ຫລານສາວຜູ້ເປັນໄວລຸ້ນທີ່ໜ້າຮັກຂອງພວກເຮົາ ໄດ້ປະຈົດໝາຍນ້ອຍໄວ້ໃຫ້ຂ້າພະເຈົ້າ ຢູ່ເທິງໝອນ ໃນນັ້ນຕອນໜຶ່ງບອກວ່າ: “ສິ່ງໜຶ່ງທີ່ປະທັບໃຈຫລານຫລາຍ ຕອນຫລານເຂົ້າໄປໃນພຣະວິຫານ ແມ່ນຄວາມສະຫງົບ, ພຣະວິນຍານທີ່ຮັກຫອມ ຊຶ່ງປະທັບຢູ່ໃນນັ້ນ. ... ຜູ້ຄົນສາມາດໄປພຣະວິຫານ ເພື່ອຮັບເອົາການດົນໃຈ.”1 ນາງເວົ້າຖືກ. ເຮົາສາມາດຮັບເອົາການດົນໃຈ ແລະ ການເປີດເຜີຍໃນພຣະວິຫານ—ພ້ອມທັງພະລັງທີ່ຈະຈັດການກັບບັນຫາໃນຊີວິດ. ສິ່ງທີ່ນາງຮຽນຮູ້ກ່ຽວກັບພຣະວິຫານ ເມື່ອນາງນຳລາຍຊື່ຂອງຄອບຄົວນາງໄປພຣະວິຫານ ເພື່ອຮັບບັບຕິສະມາ ແລະ ຮັບການຢືນຢັນແທນເຂົາເຈົ້າ ຈະຕຽມນາງທີ່ຈະຮັບເອົາພິທີການ ແລະ ພອນເພີ່ມເຕີມຂອງພຣະວິຫານ, ສຳລັບຕົວນາງເອງ ແລະ ຄົນທີ່ຢູ່ໂລກວິນຍານ.
ແອວເດີ ຣະໂຊ ເອັມ ແນວສັນ ໄດ້ສອນວ່າ, “ດັ່ງທີ່ພຣະວິຫານໄດ້ຕຽມພ້ອມສຳລັບຜູ້ຄົນ, ຜູ້ຄົນກໍຄວນຕຽມພ້ອມສຳລັບພຣະວິຫານຄືກັນ.”2
ເມື່ອຂ້າພະເຈົ້າອ່ານກ່ຽວກັບແມ່ທັບໂມໂຣໄນ ຢູ່ໃນພຣະຄຳພີມໍມອນ, ຂ້າພະເຈົ້າໄດ້ຖືກເຕືອນວ່າ ຄວາມສຳເລັດຜົນທີ່ຍິ່ງໃຫຍ່ທີ່ສຸດຂອງໂມໂຣໄນ ແມ່ນຍ້ອນການຕຽມພ້ອມຂອງເພິ່ນຢ່າງລະມັດລະວັງ ເພື່ອໃຫ້ຊາວນີໄຟສາມາດຕ້ານທານກັບກອງທັບຂອງຊາວເລມັນໄດ້. ລາວໄດ້ຕຽມຜູ້ຄົນຂອງລາວໄດ້ດີທີ່ສຸດ ດັ່ງທີ່ເຮົາອ່ານວ່າ: “ຈົ່ງເບິ່ງ, [ຊາວເລມັນ] ເກີດມີຄວາມແປກປະຫລາດໃຈຫລາຍທີ່ສຸດ, ເພາະ [ຊາວນີໄຟ] ໄດ້ຕຽມຕໍ່ສູ້ກັບພວກເຂົາ, ໃນວິທີທີ່ບໍ່ເຄີຍໄດ້ຮູ້ໄດ້ເຫັນມາກ່ອນ.”3
ຄຳວ່າ, “ໄດ້ຕຽມ … ໃນວິທີທີ່ບໍ່ເຄີຍໄດ້ຮູ້ໄດ້ເຫັນມາກ່ອນ,” ເຮັດໃຫ້ຂ້າພະເຈົ້າເກີດຄວາມສົນໃຈ.
ເຮົາຈະຕຽມພ້ອມສຳລັບພອນທີ່ສັກສິດຂອງພຣະວິຫານໃຫ້ດີກວ່າເກົ່າໄດ້ແນວໃດ? ພຣະຜູ້ເປັນເຈົ້າໄດ້ສອນວ່າ ພຣະອົງຈະມອບແບບແຜນໃນທຸກສິ່ງໃຫ້ແກ່ເຮົາ.”4 ໃຫ້ເຮົາມາພິຈາລະນາແບບແຜນຂອງພຣະຄຳພີຂໍ້ໜຶ່ງ ເພື່ອຊ່ອຍເຮົາຕຽມພ້ອມໃຫ້ດີ. ການຕຽມພ້ອມຂອງໂມໂຣໄນ ທີ່ຈະຕ້ານທານກັບສັດຕູ ແມ່ນສະໝ່ຳສະເໝີ ແລະ ພາກພຽນຢ່າງຊື່ສັດ, ແລະ ແບບແຜນນີ້ກໍຮຽກຮ້ອງແບບດຽວກັນນັ້ນ.
ຂ້າພະເຈົ້າບໍ່ເຄີຍເບື່ອຄຳອຸປະມາທີ່ສວຍງາມຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ເລົ່າກ່ຽວກັບຍິງສາວບໍລິສຸດສິບຄົນ ຫ້າຄົນສະຫລາດ ແລະ ອີກຫ້າຄົນໂງ່. ເຖິງແມ່ນຄຳອຸປະມານີ້ບອກເຖິງການຕຽມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ອຍໃຫ້ລອດ, ແຕ່ເຮົາສາມາດປຽບທຽບມັນໃສ່ກັບການຕຽມສຳລັບພອນຂອງພຣະວິຫານໄດ້, ຊຶ່ງປຽບເໝືອນການຊື່ນຊົມກັບຝ່າຍວິນຍານ ສຳລັບຄົນທີ່ຕຽມພ້ອມເປັນຢ່າງດີ.
ໃນມັດທາຍ ບົດທີ 25 ເຮົາອ່ານວ່າ:
“ອານາຈັກສະຫວັນປຽບເໝືອນຍິງສາວປອດບໍລິສຸດສິບຄົນ ທີ່ຖືໂຄມໄຟຂອງຕົນອອກໄປຮັບເຈົ້າບ່າວ.
“ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະ ອີກຫ້າຄົນເປັນຄົນສະຫລາດ....
“ຜູ້ທີ່ສະຫລາດໄດ້ເອົານ້ຳມັນໃສ່ແກ້ວໄປເພື່ອ.
“ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວທັງໝົດຕ່າງກໍເຫງົານອນ ແລະ ຫລັບໄປ.
“ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ.
“ຍິງສາວທຸກຄົນຈຶ່ງລຸກຂຶ້ນ ແລະ ຈັດຕຽມໂຄມໄຟຂອງຕົນ.
“ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ຂໍປັນນ້ຳມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ ເພາະໂຄມໄຟຂອງພວກຂ້ອຍໃກ້ຈະມອດແລ້ວ.
“ແຕ່ພວກຄົນສະຫລາດຕອບວ່າ, ບໍ່ໄດ້ດອກ; ນ້ຳມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະ ພວກເຈົ້າ. ຈົ່ງໄປຫາຄົນຂາຍນ້ຳມັນ ແລະ ຊື້ເອົາສຳລັບພວກເຈົ້າສາ.
“ແລະ ໃນຂະນະທີ່ພວກເຂົາອອກໄປຊື້ນ້ຳມັນນັ້ນ ເຈົ້າບ່າວກໍມາຮອດ ແລະ ຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ ແລະ ປະຕູກໍອັດ.
“ຫລັງຈາກນັ້ນ ພວກຍິງສາວຄົນອື່ນໆກໍມາຮອດ ແລະ ຮ້ອງວ່າ ພຣະອົງເຈົ້າເອີຍ ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍເຂົ້າໄປແດ່ທ້ອນ.
“ແຕ່ເພິ່ນໄດ້ຕອບວ່າ ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ເຮົາບໍ່ຮູ້ຈັກພວກເຈົ້າ.”5
ຂ້າພະເຈົ້າຄິດວ່າ ຄົງບໍ່ມີຄົນໃດ, ໂດຍສະເພາະຄົນໃຈອ່ອນ, ທີ່ບໍ່ຮູ້ສຶກເສຍໃຈກັບຍິງສາວທີ່ໂງ່ເຫລົ່ານັ້ນ. ແລະ ເຮົາບາງຄົນອາດຢາກເວົ້າກັບຍິງຄົນອື່ນໆວ່າ, “ເປັນຫຍັງຈຶ່ງບໍ່ແບ່ງປັນໃຫ້ເຂົາເຈົ້າແດ່ ເພື່ອວ່າທຸກຄົນຈະດີໃຈ?” ແຕ່ໃຫ້ເຮົາມາຄິດເບິ່ງ. ນີ້ແມ່ນເລື່ອງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ເລົ່າ, ແລະ ພຣະອົງໄດ້ເອີ້ນຫ້າຄົນວ່າ “ສະຫລາດ” ອີກຫ້າຄົນວ່າ “ໂງ່.”
ໃນຂະນະທີ່ເຮົາພິຈາລະນະຄຳອຸປະມານີ້ໃສ່ກັບແບບແຜນຂອງການຕຽມສຳລັບພຣະວິຫານ, ໃຫ້ເຮົາພິຈາລະນາຖ້ອຍຄຳຂອງສາດສະດາໃນຍຸກສຸດທ້າຍ ຜູ້ໄດ້ສອນວ່າ “ການຕຽມນ້ຳມັນຝ່າຍວິນຍານ ເຮົາບໍ່ສາມາດແບ່ງປັນໃຫ້ຄົນອື່ນ.”6 ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ໃຫ້ຄວາມແຈ່ມແຈ້ງວ່າເປັນຫຍັງ ຍິງສາວທີ່ “ສະຫລາດ” ຫ້າຄົນຈຶ່ງບໍ່ສາມາດແບ່ງປັນນ້ຳມັນໃຫ້ກັບພວກຍິງສາວທີ່ “ບໍ່ສະຫລາດ” ເຫລົ່ານັ້ນ ເມື່ອເພິ່ນກ່າວວ່າ: “ການໄປໂບດ ຈະຕື່ມນ້ຳມັນໃສ່ໂຄມໄຟຂອງເຮົາ, ເທື່ອລະຢົດ ຕະຫລອດປີ. ການຖືສິນອົດເຂົ້າ, ການອະທິຖານເປັນຄອບຄົວ, ການສັງສັນໃນຄອບຄົວ, ການຄວບຄຸມຄວາມຢາກຂອງຮ່າງກາຍ, ການສັ່ງສອນພຣະກິດຕິຄຸນ, ການສຶກສາພຣະຄຳພີ—ການອຸທິດຕົນ ແລະ ການເຊື່ອຟັງ ເປັນນ້ຳມັນແຕ່ລະຢົດ ທີ່ເຮົາຕື່ມໃສ່ແກ້ວຂອງເຮົາໄວ້. ການກະທຳດ້ວຍຄວາມກະລຸນາ, ການຈ່າຍເງິນບໍລິຈາກ ແລະ ເງິນສ່ວນສິບ, ຄວາມຄິດ ແລະ ການກະທຳທີ່ສະອາດ … —ທັງໝົດນີ້, ກໍເປັນນ້ຳມັນທີ່ສຳຄັນແຕ່ລະຢົດຄືກັນ ຊຶ່ງເຮົາສາມາດຕື່ມໃສ່ໂຄມໄຟຂອງເຮົາໃນຕອນທ່ຽງຄືນ.”7
ທ່ານເຫັນແບບແຜນຂອງການຕຽມພ້ອມບໍ—ເທື່ອລະຢົດ—ຊຶ່ງສາມາດຊ່ອຍເຮົາ ໃນຂະນະທີ່ເຮົາຄິດຫາວິທີທີ່ຈະເປັນຄົນພາກພຽນຫລາຍຂຶ້ນ ໃນການຕຽມເພື່ອຮັບເອົາພິທີການທີ່ສັກສິດ ສຳລັບຕົວເຮົາເອງ ແລະ ຄົນອື່ນ? ມີສິ່ງໃດແດ່ທີ່ເລັກນ້ອຍ ແລະ ງ່າຍໆ ທີ່ເຮົາສາມາດເຮັດ ເພື່ອຕື່ມນ້ຳມັນຝ່າຍວິນຍານໃສ່ໃນໂຄມໄຟແຫ່ງການຕຽມພ້ອມຂອງເຮົາໄດ້?
ເຮົາຮຽນຮູ້ຈາກແອວເດີ ຣິເຈີດ ຈີ ສະກາດ ວ່າ “ການມີຄ່າຄວນເປັນເງື່ອນໄຂທີ່ສຳຄັນສຳລັບການຊື່ນຊົມກັບພອນຂອງພຣະວິຫານ. ... ລັກສະນະທີ່ມີຄ່າຄວນເກີດຂຶ້ນຈາກຊີວິດທີ່ເອົາໃຈໃສ່ກັບຄຳສອນຂອງພຣະອາຈານຢ່າງສະໝ່ຳສະເໝີ ແລະ ຖືກຕ້ອງ.”8 ຂ້າພະເຈົ້າມັກຄຳວ່າ ສະໝ່ຳສະເໝີ. ທີ່ຈະສະໝ່ຳສະເໝີ ຄືທີ່ຈະຍຶດໝັ້ນ, ເຮັດເປັນປະຈຳ, ແລະ ກຸ້ມຕົນເອງ. ຊ່າງເປັນຄຳອະທິບາຍໄດ້ດີແທ້ໆ ກ່ຽວກັບຫລັກທຳຂອງການເປັນຄົນມີຄ່າຄວນ!
ເຮົາໄດ້ຖືກເຕືອນຢູ່ໃນ Bible Dictionary, “ບ້ານເຮືອນເທົ່ານັ້ນ ທີ່ສາມາດປຽບທຽບໃສ່ກັບພຣະວິຫານໄດ້ ໃນຄວາມສັກສິດ.”9 ບ້ານເຮືອນ ຫລື ຫ້ອງເຊົ່າຂອງເຮົາ ເປັນດັ່ງທີ່ກ່າວມານັ້ນບໍ? ຍິງໜຸ່ມທີ່ໜ້າຮັກຄົນໜຶ່ງ ຢູ່ໃນຫວອດຂອງຂ້າພະເຈົ້າ ໄດ້ມາເຮືອນຂອງຂ້າພະເຈົ້າ ເມື່ອບໍ່ດົນມານີ້. ໂດຍທີ່ຮູ້ວ່າ ອ້າຍຂອງນາງຫາກໍກັບມາຈາກການໄປສອນສາດສະໜາ, ຂ້າພະເຈົ້າຈຶ່ງໄດ້ຖາມນາງ ເຖິງຄວາມຮູ້ສຶກຂອງນາງ ທີ່ອ້າຍໄດ້ກັບມາແລ້ວ. ນາງໄດ້ເວົ້າວ່າ ນາງດີໃຈຫລາຍ, ແຕ່ອ້າຍຂອງນາງ ມັກຂໍໃຫ້ຜ່ອນສຽງເພງລົງເລັກນ້ອຍ. ນາງເວົ້າວ່າ, “ມັນກໍບໍ່ໄດ້ເປັນເພງທີ່ ບໍ່ດີ ຈັກໜ່ອຍ!” ຄົງເປັນການດີທີ່ເຮົາຈະສຳຫລວດກວດກາຕົນເອງເປັນປະຈຳ ເພື່ອໃຫ້ແນ່ໃຈວ່າ ບ້ານເຮືອນຂອງເຮົາ ເປັນສະຖານທີ່ຕຽມ ເພື່ອຈະໄດ້ຮູ້ສຶກເຖິງພຣະວິນຍານ. ເມື່ອເຮົາຕຽມບ້ານເຮືອນຂອງເຮົາ ໃຫ້ເປັນສະຖານທີ່ຕ້ອນຮັບພຣະວິນຍານ, ແລ້ວເຮົາຈະຕຽມພ້ອມແລ້ວທີ່ຈະຮູ້ສຶກ “ສະບາຍໃຈ” ເມື່ອເຮົາເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ.
ເມື່ອເຮົາຕຽມຕົນເອງ ເພື່ອໃຫ້ມີຄ່າຄວນພໍທີ່ຈະເຂົ້າໄປໃນພຣະວິຫານ ແລະ ຊື່ສັດຕໍ່ພັນທະສັນຍາຂອງພຣະວິຫານ, ພຣະຜູ້ເປັນເຈົ້າຈະປະທານພອນຢ່າງຫລວງຫລາຍໃຫ້ເຮົາ.”10 ເມື່ອບໍ່ດົນມານີ້ ເພື່ອນທີ່ດີຄົນໜຶ່ງຂອງຂ້າພະເຈົ້າຊື່ ບອນນີ ໂອສະກາສັນ ໄດ້ປ່ຽນບ່ອນຄຳເວົ້າຂອງພຣະຄຳພີ ເມື່ອລາວເວົ້າວ່າ, “ເມື່ອມີການຮຽກຮ້ອງຫລາຍ, ກໍຕ້ອງມີການມອບໃຫ້ຫລາຍ.”11 ຂ້າພະເຈົ້າກໍເຫັນດ້ວຍ! ເພາະເຮົາມາພຣະວິຫານ ເພື່ອຮັບເອົາພອນ ນິລັນດອນ ມັນບໍ່ຄວນເປັນສິ່ງແປກໃຈສຳລັບເຮົາ ທີ່ຕ້ອງເຮັດຕາມມາດຕະຖານສູງ ເພື່ອໃຫ້ມີຄ່າຄວນສຳລັບພອນເຫລົ່ານັ້ນ. ແອວເດີ ແນວສັນ ໄດ້ສອນວ່າ: “ເພາະພຣະວິຫານເປັນບ້ານຂອງພຣະຜູ້ເປັນເຈົ້າ, ມາດຕະຖານສຳລັບການເຂົ້າພຣະວິຫານ ຕ້ອງໄດ້ຖືກຕັ້ງໄວ້ໂດຍພຣະອົງ. ຜູ້ຄົນທີ່ເຂົ້າໄປ ເປັນແຂກຂອງພຣະອົງ. ການມີໃບຮັບຮອງເຂົ້າພຣະວິຫານ ເປັນສິດທິພິເສດອັນລ້ຳຄ່າ ແລະ ເປັນເຄື່ອງໝາຍເຖິງການເຊື່ອຟັງພຣະເຈົ້າ ແລະ ສາດສະດາຂອງພຣະອົງ.”12
ນັກກິລາອັນດັບໂລກ ແລະ ນັກສຶກສາຂັ້ນນັກປາດອາຈານທີ່ມະຫາວິທະຍາໄລ ໄດ້ໃຊ້ເວລາຫລາຍຊົ່ວໂມງ ແລະ ຫລາຍອາທິດ ແລະ ຫລາຍເດືອນ ແລະ ແມ່ນແຕ່ຫລາຍປີ ເພື່ອຕຽມພ້ອມ. ເຂົາເຈົ້າຖືກຮຽກຮ້ອງໃຫ້ຕຽມແຕ່ລະວັນ ສຳລັບຄວາມສຳເລັດຜົນ. ເຊັ່ນດຽວກັນ, ຜູ້ຄົນຢາກມີຄ່າຄວນພໍສຳລັບຄວາມສູງສົ່ງ ໃນອານາຈັກຊັ້ນສູງ ຖືກຄາດໝາຍໃຫ້ດຳລົງຊີວິດຕາມມາດຕະຖານສູງເລື່ອງການເຊື່ອຟັງ ຊຶ່ງຕ້ອງໄດ້ຝຶກຝົນຄຸນຄ່າແຫ່ງການເຊື່ອຟັງ ທຸກມື້ ແລະ ທຸກຢົດ.
ເມື່ອເຮົາຕື່ມນ້ຳມັນເທື່ອລະຢົດຢ່າງສະໝ່ຳສະເໝີ ແລະ ດ້ວຍຄວາມພາກພຽນ ໃສ່ໃນໂຄມໄຟຝ່າຍວິນຍານຂອງເຮົາ, ໂດຍການເຮັດສິ່ງທີ່ເລັກນ້ອຍ ແລະ ງ່າຍໆເຫລົ່ານີ້, ເຮົາຈະມີໂຄມໄຟທີ່ “ສວຍງາມ ແລະ ຮຸ່ງແຈ້ງ”13 ດ້ວຍການຕຽມພ້ອມທີ່ໜ້າອັດສະຈັນໃຈ. ເມື່ອບໍ່ດົນມານີ້ ສາມີຂອງຂ້າພະເຈົ້າ, ຜູ້ເປັນປະທານສະເຕກ, ໄດ້ກ່າວວ່າ ລາວສາມາດຮູ້ຈັກວ່າ ຄົນໃດຕຽມພ້ອມ ແລະ ມີຄ່າຄວນທີ່ຈະເຂົ້າໄປໃນພຣະວິຫານ, ເພາະ “ເຂົາເຈົ້າສົດໃສຢູ່ໃນຫ້ອງ” ຕອນເຂົາເຈົ້າມາຂໍໃບຮັບຮອງເຂົ້າພຣະວິຫານ.
ໃນການອະທິຖານອຸທິດພຣະວິຫານເຄີດແລນ, ສາດສະດາໂຈເຊັບ ສະມິດ ໄດ້ທູນຕໍ່ພຣະຜູ້ເປັນເຈົ້າ ຂໍໃຫ້ຜູ້ຄົນທັງປວງທີ່ຈະເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ຮູ້ສຶກເຖິງອຳນາດຂອງພຣະອົງ, … ໃຫ້ພວກເຂົາເຕີບໂຕຂຶ້ນໃນພຣະອົງ, ແລະ ໄດ້ຮັບຄວາມສົມບູນແຫ່ງພຣະວິນຍານບໍລິສຸດ, … ແລະ ຕຽມພ້ອມທີ່ຈະຮັບສິ່ງຈຳເປັນທຸກຢ່າງ.”14
ຂ້າພະເຈົ້າອະທິຖານວ່າ ສຳລັບເຮົາແລ້ວ ການໄປພຣະວິຫານ ຈະເປັນການໄປຫລາຍກວ່າເທື່ອດຽວ. ຂໍໃຫ້ເຮົາຈົ່ງຕຽມຕົວທີ່ຈະມີຄ່າຄວນພໍ ທີ່ຈະໄດ້ຮັບພິທີການຊ່ອຍໃຫ້ລອດ ເທື່ອລະຢົດ ແລະ ຮັກສາພັນທະສັນຍາທີ່ກ່ຽວພັນກັນນັ້ນດ້ວຍຄວາມຈິງໃຈ. ເມື່ອເຮົາເຮັດເຊັ່ນນັ້ນ, ຂ້າພະເຈົ້າຮູ້ວ່າ ເຮົາຈະມີຄ່າຄວນພໍທີ່ຈະໄດ້ຮັບພອນທີ່ສັນຍາໄວ້ ໂດຍມີພຣະວິນຍານບໍລິສຸດຢ່າງສົມບູນ ແລະ ມີພະລັງຂອງພຣະຜູ້ເປັນເຈົ້າ ຢູ່ໃນບ້ານເຮືອນຂອງເຮົາ ແລະ ໃນຊີວິດຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.