ການດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ
ຈົ່ງໄວ້ວາງໃຈໃນອຳນາດແຫ່ງການຊ່ອຍໃຫ້ລອດຂອງພຣະເຢຊູຄຣິດ; ຈົ່ງຮັກສາກົດ ແລະ ພຣະບັນຍັດຂອງພຣະອົງ. ອີກຄຳໜຶ່ງ—ຈົ່ງດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ.
ເອື້ອຍນ້ອງທີ່ຮັກແພງ, ເພື່ອນຝູງຂອງຂ້າພະເຈົ້າ ແລະ ສານຸສິດທີ່ເປັນພອນຂອງພຣະເຢຊູຄຣິດ, ຖືວ່າເປັນກຽດຢ່າງຍິ່ງທີ່ຂ້າພະເຈົ້າມີໂອກາດມາຮ່ວມກັບທ່ານ ເມື່ອເຮົາເລີ່ມຕົ້ນກອງປະຊຸມໃຫຍ່ສາມັນອີກເທື່ອໜຶ່ງ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ໃນອາທິດທີ່ຈະມາເຖິງນີ້ ຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງ ຈະພົບກັບເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ແລະ ຜູ້ນຳຊ່ອຍເຫລືອສາມັນທັງໝົດ, ແລະ ສ່ວນກອງປະຊຸມໃຫຍ່ສາມັນທີ່ເຫລືອຢູ່ ຈະຖືກຈັດຂຶ້ນໃນວັນເສົາ ແລະ ວັນອາທິດໜ້ານີ້. ຂ້າພະເຈົ້າມີຄວາມກະຕັນຍູຫລາຍທີ່ປະທານທອມມັສ ແອັສ ມອນສັນ, ສາດສະດາຂອງພຣະເຈົ້າສຳລັບວັນເວລາຂອງເຮົາ, ທີ່ໄດ້ມອບໝາຍໃຫ້ຂ້າພະເຈົ້າເປັນຜູ້ຕາງໜ້າໃຫ້ແກ່ຝ່າຍປະທານສູງສຸດ ເພື່ອມາກ່າວກັບເອື້ອຍນ້ອງຂອງສາດສະໜາຈັກ.
ເມື່ອຂ້າພະເຈົ້າໄຕ່ຕອງວ່າຂ້າພະເຈົ້າຄວນກ່າວກ່ຽວກັບຫຍັງ, ຂ້າພະເຈົ້າໄດ້ຫວນຄິດເຖິງສະຕີຜູ້ທີ່ໄດ້ຫລໍ່ຫລອມຊີວິດຂອງຂ້າພະເຈົ້າ ແລະ ໄດ້ຊ່ອຍຂ້າພະເຈົ້າຜ່ານຜ່າການທ້າທາຍຂອງຊ່ວງມະຕະນີ້. ຂ້າພະເຈົ້າມີຄວາມກະຕັນຍູຕໍ່ແມ່ຕູ້ຂອງຂ້າພະເຈົ້າ ຜູ້ຊຶ່ງໃນຫລາຍປີກ່ອນ ໄດ້ພາຄອບຄົວຂອງເພິ່ນໄປໂບດມໍມອນ. ຂ້າພະເຈົ້າມີຄວາມກະຕັນຍູຕໍ່ຊິດສະເຕີ ອີວິກ, ຍິງໂສດອະວຸໂສຄົນເຢຍລະມັນ. ຊື່ຂອງລາວ ເມື່ອແປເປັນພາສາອັງກິດແລ້ວ ແມ່ນ “ຊິດສະເຕີ ນິລັນດອນ.” ລາວນີ້ແຫລະ ທີ່ເປັນຜູ້ເຊື້ອເຊີນແມ່ຕູ້ຂອງຂ້າພະເຈົ້າໄປໂບດ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍຕໍ່ແມ່ຂອງຂ້າພະເຈົ້າ, ຜູ້ໄດ້ພາລູກສີ່ຄົນຂອງເພິ່ນ ຜ່ານຜ່າຄວາມວຸ້ນວາຍຂອງສົງຄາມໂລກຄັ້ງທີສອງ. ຂ້າພະເຈົ້າກໍຄິດກ່ຽວກັບລູກສາວ, ຫລານສາວ, ແລະ ເອື້ອຍນ້ອງທີ່ຊື່ສັດໃນອະນາຄົດນຳອີກ ຜູ້ຈະຕາມມາໃນພາຍຂ້າງໜ້າ.
ແລະ ແນ່ນອນ, ຂ້າພະເຈົ້າກໍມີຄວາມກະຕັນຍູຫລາຍຕໍ່ພັນລະຍາຂອງຂ້າພະເຈົ້າ, ແຮຣິແອດ, ຜູ້ໄດ້ເຮັດໃຫ້ຂ້າພະເຈົ້າຫລົງໄຫລແຕ່ຕອນຂ້າພະເຈົ້າເປັນໄວລຸ້ນ, ໄດ້ແບກຫາບພາລະໜັກລ້ຽງລູກນ້ອຍ, ໄດ້ຢືນຄຽງຂ້າງຂ້າພະເຈົ້າ, ແລະ ຮັກ ແລະ ທະນຸຖະໜອມລູກຫລານ ແລະ ເຫລນທຸກຄົນ. ລາວໄດ້ເປັນພະລັງໃຫ້ແກ່ຄອບຄົວ ໃນເວລາທີ່ມີຄວາມສຸກ ແລະ ທຸກຍາກລຳບາກ. ລາວໄດ້ນຳຄວາມສຸກມາສູ່ຊີວິດຂອງທຸກຄົນ ທີ່ລາວຮູ້ຈັກ.
ສຸດທ້າຍ, ຂ້າພະເຈົ້າມີຄວາມກະຕົນຍູຕໍ່ທ່ານທັງຫລາຍ, ເອື້ອຍນ້ອງທີ່ຊື່ສັດຫລາຍລ້ານຄົນໃນທຸກອາຍຸ ຕະຫລອດທົ່ວໂລກ ຜູ້ໄດ້ເຮັດຫລາຍຢ່າງ ເພື່ອສ້າງສາອານາຈັກຂອງພຣະເຈົ້າ. ຂ້າພະເຈົ້າມີຄວາມກະຕັນຍູຕໍ່ທ່ານສຳລັບຫລາຍໆຢ່າງຈົນນັບບໍ່ຖ້ວນທີ່ທ່ານໄດ້ສະແດງໃຫ້ເຫັນ, ໄດ້ເປັນກຳລັງໃຈ, ແລະ ເປັນພອນໃຫ້ແກ່ຄົນທີ່ຢູ່ອ້ອມຮອບທ່ານ.
ທິດາຂອງພຣະເຈົ້າ
ຂ້າພະເຈົ້າດີໃຈຫລາຍທີ່ໄດ້ມາຢູ່ໃນທ່າມກາງທິດາຂອງພຣະເຈົ້າ. ຕອນເຮົາຮ້ອງເພງ “ເຮົາເປັນລູກຂອງພຣະເຈົ້າ,” ບົດເພງໄດ້ແຊກຊຶມເຂົ້າໄປໃນໃຈຂອງເຮົາ. ຈົ່ງໄຕ່ຕອງຄວາມຈິງນີ້—ວ່າ ເຮົາເປັນລູກໆຂອງພຣະບິດາມານດາເທິງສະຫວັນ1—ຊ່ອຍເຮົາໃຫ້ຮູ້ຈັກທີ່ມາ, ຈຸດປະສົງ, ແລະ ຈຸດໝາຍປາຍທາງ.
ເປັນສິ່ງດີທີ່ຈະຈື່ຈຳວ່າ ທ່ານເປັນລູກຂອງພຣະເຈົ້າສະເໝີໄປ. ຄວາມຮູ້ແຈ້ງນີ້ຈະຊ່ອຍຄ້ຳຊູທ່ານໃນເວລາທີ່ຫຍຸ້ງຍາກ ໃນຊີວິດຂອງທ່ານ ແລະ ຈະດົນໃຈທ່ານໃຫ້ບັນລຸສິ່ງທີ່ໜ້າອັດສະຈັນໃຈ. ເຖິງຢ່າງໃດກໍຕາມ, ສິ່ງສຳຄັນແມ່ນວ່າ ການເປັນທິດາຂອງພຣະບິດາມານດານິລັນດອນ ບໍ່ແມ່ນກຽດຕິຍົດທີ່ທ່ານໄດ້ຮັບມາ ຫລື ຈະບໍ່ເຄີຍສູນເສຍມັນໄປ. ທ່ານຈະເປັນທິດາຂອງພຣະເຈົ້າສະເໝີໄປ ແລະ ຕະຫລອດການ. ພຣະບິດາເທິງສະຫວັນມີເປົ້າໝາຍສູງສຳລັບທ່ານ, ແຕ່ພຽງການທີ່ທ່ານມາຈາກສະຫວັນແຕ່ ຢ່າງດຽວ ຈະບໍ່ຮັບປະກັນວ່າ ທ່ານຈະໄດ້ຮັບມູນມໍລະດົກແຫ່ງສະຫວັນ. ພຣະເຈົ້າໄດ້ສົ່ງທ່ານມາຢູ່ໂລກນີ້ ເພື່ອຕຽມສຳລັບອະນາຄົດທີ່ເກີນກວ່າທ່ານຈະນຶກຝັນໄດ້.
ພອນທີ່ພຣະເຈົ້າສັນຍາໄວ້ກັບຄົນຊື່ສັດແມ່ນຮຸ່ງເຫລື້ອມ ແລະ ດົນໃຈ. ໃນບັນດາພອນເຫລົ່ານັ້ນແມ່ນ ບັນລັງ, ອານາຈັກ, ເຂດຄອບຄອງ, ແລະ ອຳນາດ, ການຄອບຄອງ, ສູງສຸດ ແລະ ເລິກສຸດທັງປວງ.2 ແລະ ມັນຮຽກຮ້ອງຫລາຍກວ່າການມີໃບຢັ້ງຢືນການເກີດທາງວິນຍານ ຫລື “ຢັ້ງຢືນການເປັນລູກຂອງພຣະເຈົ້າ” ກ່ອນຈະເໝາະສົມສຳລັບພອນທີ່ບໍ່ສາມາດຈະເຂົ້າໃຈໄດ້ນີ້.
ແຕ່ເຮົາຈະໄດ້ຮັບພອນໄດ້ແນວໃດ?
ພຣະຜູ້ຊ່ອຍໃຫ້ລອດ ໄດ້ຕອບຄຳຖາມນີ້ ໃນວັນເວລາຂອງເຮົາວ່າ:
ຍົກເວັ້ນແຕ່ເຮົາຈະປະຕິບັດຕາມກົດຂອງພຣະອົງ, ເຮົາຈະບໍ່ສາມາດໄດ້ຮັບລັດສະໝີພາບນີ້
ເພາະວ່າປະຕູທີ່ນຳໄປສູ່ຄວາມສູງສົ່ງ ແລະ ຊີວິດທີ່ດຳເນີນຕໍ່ເນື່ອງກໍຄັບ, ແລະ ທາງກໍແຄບ. …
… ສະນັ້ນເຮົາຈຶ່ງຄວນຮັບເອົາກົດຂອງພຣະອົງ.3
ດ້ວຍເຫດນີ້, ເຮົາຈຶ່ງກ່າວເຖິງການເດີນໄປໃນເສັ້ນທາງຂອງການເປັນສານຸສິດ.
ເຮົາກ່າວເຖິງການເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ.
ເຮົາກ່າວເຖິງການດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ, ດ້ວຍສຸດໃຈ, ດ້ວຍສຸດກຳລັງ, ດ້ວຍສຸດຄວາມຄິດ, ແລະ ດ້ວຍສຸດຈິດ.
ພຣະເຈົ້າຮູ້ບາງສິ່ງທີ່ເຮົາບໍ່ຮູ້
ແຕ່ຍັງມີບາງຄົນ ທີ່ການເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ ບໍ່ໄດ້ເປັນສິ່ງທີ່ຊື່ນຊົມສະເໝີໄປ. ກໍໃຫ້ເຮົາຍອມຮັບ ທີ່ວ່າ: ອາດມີພຣະບັນຍັດບາງຂໍ້ທີ່ເບິ່ງວ່າ ຍາກຫລາຍ ຫລື ບໍ່ຖືກໃຈປານໃດ—ຄືກັນກັບເດັກນ້ອຍທີ່ຕື່ນເຕັ້ນນັ່ງຢູ່ຕໍ່ໜ້າອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແຕ່ບໍ່ມັກກິນຜັກ. ແຕ່ເຮົາກໍຂົ່ມໃຈເຮັດ ຍ້ອນເຮົາຢາກເຮັດສິ່ງທີ່ຖືກໃຈກວ່າ.
ບາງທີ ໃນເວລາເຊັ່ນນີ້ ເຮົາອາດຖາມຕົນເອງວ່າ, “ເຮົາຕ້ອງຮັກສາພຣະບັນຍັດຂອງພຣະເຈົ້າ ທຸກ ປະການບໍ?”
ຂ້າພະເຈົ້າຕອບງ່າຍໆວ່າ:
ຂ້າພະເຈົ້າຄິດວ່າ ພຣະເຈົ້າຮູ້ຈັກບາງສິ່ງທີ່ເຮົາບໍ່ຮູ້—ສິ່ງທີ່ເກີນກວ່າເຮົາຈະເຂົ້າໃຈໄດ້! ພຣະບິດາເທິງສະຫວັນຂອງເຮົາ ເປັນພຣະເຈົ້າແຫ່ງນິລັນດອນ ຜູ້ມີປະສົບການ, ສະຫລຽວສະຫລາດ, ແລະ ເກັ່ງກ້າ ຫລາຍກວ່າເຮົາ.4 ບໍ່ພຽງແຕ່ເທົ່ານັ້ນ, ພຣະອົງຍັງມີຄວາມຮັກ, ຄວາມເຫັນອົກເຫັນໃຈ, ແລະ ເອົາໃຈໃສ່ກັບເປົ້າໝາຍໜຶ່ງ ທີ່ເປັນພອນຄື: ເພື່ອກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.5
ອີກຄຳໜຶ່ງ, ພຣະອົງບໍ່ພຽງແຕ່ ຮູ້ຈັກ ສິ່ງທີ່ດີທີ່ສຸດສຳລັບເຮົາເທົ່ານັ້ນ; ແຕ່ສິ່ງທີ່ພຣະອົງປະສົງຫລາຍທີ່ສຸດ ແມ່ນຢາກໃຫ້ທ່ານເລືອກ ສິ່ງທີ່ດີທີ່ສຸດສຳລັບຕົວທ່ານເອງ.
ຖ້າຫາກທ່ານເຊື່ອສິ່ງນີ້ຢູ່ໃນໃຈ—ຖ້າຫາກທ່ານເຊື່ອແທ້ໆວ່າ ພາລະກິດອັນຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ ຄືການເຮັດໃຫ້ລູກໆຂອງພຣະອົງໄດ້ຮັບຄວາມສູງສົ່ງ ແລະ ລັດສະໝີພາບ ແລະ ພຣະອົງຮູ້ວິທີທີ່ດີທີ່ສຸດ ທີ່ຈະເຮັດ—ສະນັ້ນ ເຮົາຈະບໍ່ຮັບເອົາ ແລະ ເຮັດຕາມພຣະບັນຍັດຂອງພຣະອົງບໍ ເຖິງແມ່ນ ຈະຍາກກໍຕາມ? ເຮົາຈະບໍ່ຖະໜອມຄວາມສະຫວ່າງທີ່ພຣະອົງໄດ້ປະທານໃຫ້ເຮົາບໍ ເພື່ອສ່ອງແສງເຍືອງທາງທີ່ມືດມົນໃນຊ່ວງມະຕະນີ້? ມັນຈະນຳພາເຮົາກັບໄປຫາບ້ານໃນສະຫວັນຂອງເຮົາ! ໂດຍການເລືອກເດີນຕາມເສັ້ນທາງຂອງພຣະບິດາເທິງສະຫວັນ, ທ່ານໄດ້ວາງຮາກຖານແຫ່ງສະຫວັນສຳລັບຄວາມກ້າວໜ້າສ່ວນຕົວ ໃນຖານະທີ່ເປັນທິດາຂອງພຣະເຈົ້າ ຊຶ່ງຈະເປັນພອນໃຫ້ແກ່ທ່ານໄປຕະຫລອດຊີວິດ.
ຂ້າພະເຈົ້າຄິດວ່າ ພາກສ່ວນໜຶ່ງຂອງການທ້າທາຍຂອງເຮົາແມ່ນ ເຮົາຄິດວ່າພຣະເຈົ້າເກັບພອນໄວ້ໃນສາງທີ່ປິດໄວ້ຢູ່ສະຫວັນ, ບໍ່ຍອມມອບມັນໃຫ້ເຮົາ ຈົນກວ່າເຮົາຈະປະຕິບັດຕາມເງື່ອນໄຂທີ່ເຄັ່ງຄັດ ທີ່ພຣະອົງໄດ້ຕັ້ງໄວ້. ແຕ່ພຣະບັນຍັດບໍ່ໄດ້ເປັນແບບນັ້ນ. ຕາມຈິງແລ້ວ, ພຣະບິດາເທິງສະຫວັນໄດ້ເທພຣະພອນລົງມາໃຫ້ເຮົາຕະຫລອດເວລາ. ເພາະຄວາມຢ້ານ, ຄວາມສົງໄສ, ແລະ ບາບຂອງເຮົາ ເປັນເໝືອນດັ່ງຄັນຮົ່ມກັ້ງຕັນພອນເຫລົ່ານັ້ນໄວ້ ບໍ່ໃຫ້ລົງມາເຖິງເຮົາ.
ພຣະບັນຍັດຂອງພຣະອົງເປັນຄຳແນະນຳດ້ວຍຄວາມຮັກ ແລະ ເປັນຄວາມຊ່ອຍເຫລືອຈາກສະຫວັນ ເພື່ອພັບຄັນຮົ່ມຂອງເຮົາໄວ້, ເພື່ອເຮົາຈະໄດ້ຮັບພອນຈາກສະຫວັນ.
ເຮົາຕ້ອງຮັບຮູ້ວ່າ ພຣະບັນຍັດຂອງພຣະເຈົ້າ ບໍ່ແມ່ນລາຍການແນວຄິດທີ່ດີເທົ່ານັ້ນ. ມັນບໍ່ແມ່ນ “ອຸບາຍຊີວິດ” ຈາກ Internet blog ຫລື ບົດຄວາມຈູງໃຈຈາກ Pinterest board (ເວບໄຊ້ໃຫ້ແນວຄິດ). ພຣະບັນຍັດເປັນຄຳແນະນຳຈາກສະຫວັນ, ອີງຕາມຄວາມຈິງນິລັນດອນ, ຊຶ່ງໄດ້ປະທານໃຫ້ ເພື່ອມີສັນຕິສຸກຢູ່ໃນໂລກນີ້, ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ.6
ສະນັ້ນ ເຮົາຈຶ່ງສາມາດເລືອກ. ຝ່າຍໜຶ່ງ ກໍມີຄວາມເຫັນກ່ຽວກັບທິດສະດີທີ່ປ່ຽນແປງຕະຫລອດ ແລະ ເຈດຕະນາທີ່ໜ້າສົງໃສຂອງໂລກ. ສ່ວນຝ່າຍໜຶ່ງອີກ, ມີພຣະຄຳຂອງພຣະເຈົ້າຕໍ່ລູກໆຂອງພຣະອົງ—ນັ້ນຄື ຄວາມສະຫລຽວສະຫລາດອັນເປັນນິດ, ຄຳສັນຍາທີ່ແນ່ນອນ, ຄຳແນະນຳດ້ວຍຄວາມຮັກ ກ່ຽວກັບການໄປຫາທີ່ປະທັບຂອງພຣະອົງໃນລັດສະໝີພາບ, ດ້ວຍຄວາມຮັກ, ແລະ ຄວາມສະຫງ່າຜ່າເຜີຍ.
ທ່ານສາມາດເລືອກໄດ້!
ພຣະຜູ້ສ້າງມະຫາສະໝຸດ, ດິນຊາຍ, ດວງດາວຈົນນັບບໍ່ຖ້ວນ ໄດ້ເອື້ອມອອກມາຫາທ່ານ ໃນເວລານີ້! ພຣະອົງປະສົງທີ່ຈະມອບສູດທີ່ດີເລີດສຳລັບຄວາມສຸກ, ຄວາມສະຫງົບ, ແລະ ຊີວິດນິລັນດອນໃຫ້ທ່ານ!
ກ່ອນຈະມີຄຸນຄ່າສຳລັບພອນອັນຮຸ່ງເຫລື້ອມເຫລົ່ານີ້ໄດ້, ທ່ານຕ້ອງຖ່ອມຕົນ, ໃຊ້ສັດທາ, ຮັບເອົາພຣະນາມຂອງພຣະຄຣິດ, ສະແຫວງຫາພຣະອົງດ້ວຍວາຈາ ແລະ ການກະທຳ, ທີ່ “ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”7
ເປັນຫຍັງ ຈຶ່ງຕ້ອງເຊື່ອຟັງ
ເມື່ອທ່ານເຂົ້າໃຈຄວາມຈິງແທ້ຂອງພຣະເຈົ້າ ແລະ ພຣະບັນຍັດຂອງພຣະອົງ, ທ່ານຈະເຂົ້າໃຈຕົນເອງ ແລະ ຈຸດປະສົງແຫ່ງສະຫວັນຂອງການເປັນຢູ່ຂອງທ່ານຫລາຍຂຶ້ນ. ດ້ວຍເຫດນີ້, ຄວາມຕັ້ງໃຈຂອງທ່ານທີ່ຈະຮັກສາພຣະບັນຍັດ ຈະປ່ຽນໄປ, ແລະ ກາຍເປັນຄວາມປາດຖະໜາຂອງໃຈທ່ານ ທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ.
ຍົກຕົວຢ່າງ, ຄົນທີ່ເຫັນວ່າ ການໄປໂບດເປັນວິທີເພີ່ມຄວາມຮັກສ່ວນຕົວຕໍ່ພຣະເຈົ້າ, ພົບຄວາມສະຫງົບ, ເຊີດຊູຄົນອື່ນ, ສະແຫວງຫາພຣະວິນຍານ, ແລະ ຕໍ່ຄຳໝັ້ນສັນຍາທີ່ຈະຕິດຕາມພຣະເຢຊູຄຣິດ ຈະພົບປະສົບການທີ່ດີເລີດ ຫລາຍກວ່າຜູ້ທີ່ໄປໂບດດ້ວຍຄວາມບໍ່ເຕັມໃຈ. ເອື້ອຍນ້ອງທັງຫລາຍ, ມັນ ສຳຄັນ ຫລາຍທີ່ເຮົາຕ້ອງໄປໂບດໃນວັນອາທິດ, ແຕ່ຂ້າພະເຈົ້າແນ່ໃຈວ່າ ພຣະບິດາເທິງສະຫວັນຂອງເຮົາ ມີຄວາມເປັນຫ່ວງເປັນໄຍກັບສັດທາ ແລະ ການກັບໃຈຂອງເຮົາ ຫລາຍກວ່າຈຳນວນຄົນໄປໂບດ.
ຕົວຢ່າງໜຶ່ງອີກ:
ບໍ່ດົນມານີ້ ຍິງຄົນໜຶ່ງທີ່ບໍ່ມີສາມີ ມີລູກນ້ອຍສອງຄົນ ໄດ້ເປັນໝາກສຸກໝາກໃສ. ແລ້ວຕໍ່ມາລູກຂອງນາງກໍເປັນຄືກັນ. ການທີ່ຈະດູແລຕົນເອງ ແລະ ລູກນ້ອຍອີກສອງຄົນ ແມ່ນໜັກເກືອບນາງເຮັດບໍ່ໄຫວ. ດ້ວຍເຫດນີ້, ບ້ານເຮືອນທີ່ສະອາດ ກໍເລີ່ມຮົກເຮື້ອ. ຖ້ວຍຊາມກໍເຕັມອ່າງ, ທັງເຄື່ອງນຸ່ງກໍຢາຍເປັນກອງໆ.
ໃນຂະນະທີ່ນາງກຳລັງດູແລລູກນ້ອຍທີ່ໄຫ້ແອ່ວ—ແລະ ຕົນເອງກໍຢາກໄຫ້ຄືກັນຢູ່ນັ້ນ—ມີຄົນມາເຄາະປະຕູ. ຜູ້ຢ້ຽມສອນໄດ້ມາຢ້ຽມຢາມນາງ. ເຂົາເຈົ້າເຫັນຄວາມເດືອດຮ້ອນຂອງຜູ້ເປັນແມ່. ເຂົາເຈົ້າເຫັນເຮືອນ, ເຫັນເຮືອນຄົວຂອງນາງ. ເຂົາເຈົ້າໄດ້ຍິນສຽງເດັກນ້ອຍໄຫ້.
ບັດນີ້, ຖ້າຫາກເອື້ອຍນ້ອງເຫລົ່ານີ້ ພຽງແຕ່ຫ່ວງກັບການເຮັດໜ້າທີ່ປະຈຳເດືອນໃຫ້ແລ້ວເທົ່ານັ້ນ, ເຂົາເຈົ້າຄົງມາຫານາງພ້ອມດ້ວຍເຂົ້າໜົມ, ບອກວ່າເຂົາເຈົ້າບໍ່ເຫັນນາງຢູ່ໂບດ ແລະ ຄິດຮອດນາງ, ພ້ອມທັງເວົ້າວ່າ, “ຖ້າມີສິ່ງໃດທີ່ນາງຢາກໃຫ້ເຂົາເຈົ້າຊ່ອຍເຫລືອ ກໍບອກເຂົາເຈົ້າໄດ້!” ແລ້ວເຂົາເຈົ້າກໍຈະກັບໄປດ້ວຍຮອຍຍິ້ມ, ແລະ ກໍດີໃຈທີ່ເຮັດສຳເລັດ 100 ເປີເຊັນ ໃນເດືອນນັ້ນ.
ໂຊກດີຫລາຍທີ່ເອື້ອຍນ້ອງເຫລົ່ານີ້ເປັນສານຸສິດທີ່ແທ້ຈິງຂອງພຣະຄຣິດ. ເຂົາເຈົ້າໄດ້ສັງເກດເຫັນຄວາມຕ້ອງການຂອງນາງ ແລະ ໄດ້ລົງມືຊ່ອຍເຫລືອ. ເຂົາເຈົ້າໄດ້ທຳຄວາມສະອາດ, ນຳຄວາມສະຫວ່າງມາສູ່ບ້ານເຮືອນ, ແລະ ໄດ້ໂທຫາບາງຄົນໃຫ້ເອົາຂອງກິນມາສົ່ງ. ເມື່ອເຂົາເຈົ້າເຮັດສິ່ງເຫລົ່ານັ້ນຮຽບຮ້ອຍແລ້ວ ແລະ ສັ່ງລາກັບບ້ານ, ເຂົາເຈົ້າໄດ້ເຮັດໃຫ້ແມ່ຄົນນັ້ນອົດນ້ຳຕາໄຫລບໍ່ໄດ້, ມັນເປັນນ້ຳຕາທີ່ເຕັມໄປດ້ວຍຄວາມກະຕັນຍູ ແລະ ຄວາມຮັກ.
ນັບຈາກເວລານັ້ນເປັນຕົ້ນມາ, ຄວາມຮູ້ສຶກຂອງແມ່ຄົນນັ້ນກ່ຽວກັບການຢ້ຽມສອນໄດ້ປ່ຽນໄປ. ນາງໄດ້ກ່າວວ່າ, “ຂ້ອຍຮູ້ວ່າ ຂ້ອຍບໍ່ແມ່ນພຽງແຕ່ເຮັດໜ້າທີ່ການຢ້ຽມສອນໃຫ້ແລ້ວໄປແຕ່ລະເດືອນເທົ່ານັ້ນ.”
ແມ່ນແລ້ວ, ຜູ້ຢ້ຽມສອນຕ້ອງເຮັດໜ້າທີ່ນີ້ດ້ວຍຄວາມຊື່ສັດແຕ່ລະເດືອນ, ໂດຍທີ່ບໍ່ລືມ ເຫດຜົນ ທີ່ຢູ່ຂ້າງຫລັງຂອງພຣະບັນຍັດນີ້ຄື: ທີ່ຈະຮັກພຣະເຈົ້າ ແລະ ເພື່ອນມະນຸດດ້ວຍກັນ.
ເມື່ອເຮົານັບຖືພຣະບັດຍັດຂອງພຣະເຈົ້າ ແລະ ພາກສ່ວນຂອງເຮົາໃນການສ້າງສາອານາຈັກຂອງພຣະອົງ ແບບເປັນການເຮັດໃຫ້ແລ້ວມື້ເທົ່ານັ້ນ, ເຮົາຈະບໍ່ເຫັນຈຸດສຳຄັນຂອງການເປັນສານຸສິດ. ເຮົາຈະບໍ່ເຫັນຄວາມເຕີບໂຕທີ່ມາຈາກການດຳລົງຊີວິດຕາມພຣະບັນຍັດຂອງພຣະບິດາເທິງສະຫວັນດ້ວຍຄວາມຊື່ນຊົມ.
ການເດີນໄປໃນເສັ້ນທາງແຫ່ງການເປັນສານຸສິດ ບໍ່ຈຳເປັນຕ້ອງເປັນປະສົບການທີ່ຂົມຂື່ນ. ມັນເປັນຄວາມ “ຫວານເໜືອກວ່າທຸກສິ່ງທີ່ຫວານ.”8 ມັນບໍ່ໄດ້ເປັນພາລະທີ່ດຶງຈ່ອງເຮົາໄວ້. ການເປັນສານຸສິດ ຈະເຮັດໃຫ້ເຮົາມີຄວາມສຸກຫລາຍກວ່າເກົ່າ. ມັນດົນໃຈເຮົາດ້ວຍສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ. ມັນເຮັດໃຫ້ເຮົາເຕັມໄປດ້ວຍຄວາມສະຫວ່າງ ໃນເວລາທີ່ມືດມົນ ແລະ ມີຄວາມສະຫງົບ ໃນເວລາທີ່ໂສກເສົ້າ.
ມັນມອບອຳນາດແຫ່ງສະຫວັນ ແລະ ຄວາມສຸກອັນເປັນນິດໃຫ້ເຮົາ.
ການດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ
ເອື້ອຍນ້ອງທີ່ຮັກແພງໃນພຣະກິດຕິຄຸນຂອງຂ້າພະເຈົ້າ, ບໍ່ວ່າທ່ານຈະມີອາຍຸ 8 ປີ ຫລື 108 ປີ ກໍຕາມ, ມີສິ່ງໜຶ່ງທີ່ຂ້າພະເຈົ້າຫວັງວ່າ ທ່ານຈະເຂົ້າໃຈ ແລະ ຮູ້ຈັກແທ້ໆ ແມ່ນ:
ມີຄົນຮັກທ່ານ.
ພຣະບິດາມານດາໃນສະຫວັນຮັກທ່ານ.
ພຣະຜູ້ສ້າງຄວາມສະຫວ່າງ ແລະ ຊີວິດທີ່ເປັນນິດ ແລະ ນິລັນດອນຮູ້ຈັກທ່ານ! ພຣະອົງຮູ້ຈັກທ່ານດີ.
ແມ່ນແລ້ວ, ພຣະເຈົ້າຮັກທ່ານໃນເວລານີ້ ແລະ ຕະຫລອດໄປ.
ພຣະອົງບໍ່ໄດ້ລໍຖ້າທີ່ຈະຮັກທ່ານ ຈົນກວ່າທ່ານໄດ້ເອົາຊະນະຄວາມອ່ອນແອ ແລະ ການປະພຶດທີ່ບໍ່ດີຂອງທ່ານແລ້ວ. ພຣະອົງຮັກທ່ານໃນເວລານີ້ ດ້ວຍຄວາມເຂົ້າໃຈທັງໝົດ ເຖິງການດີ້ນລົນຂອງທ່ານ. ພຣະອົງຮູ້ວ່າ ທ່ານເອີ້ນຫາພຣະອົງໃນຄຳອະທິຖານດ້ວຍຄວາມຈິງໃຈ ແລະ ດ້ວຍຄວາມຫວັງ. ພຣະອົງຮູ້ເຖິງເວລາທີ່ທ່ານຍັງຍຶດໝັ້ນຢູ່ໃນແສງທີ່ໃກ້ດັບ ແລະ ຍັງເຊື່ອຢູ່—ແມ່ນແຕ່ຢູ່ໃນທ່າມກາງຄວາມມືດ. ພຣະອົງຮູ້ເຖິງຄວາມທຸກທໍລະມານຂອງທ່ານ. ພຣະອົງຮູ້ເຖິງຄວາມສຳນຶກຜິດ ຕອນທ່ານບໍ່ບັນລຸຕາມຄາດໝາຍ ຫລື ບໍ່ບັນລຸຄວາມສຳເລັດ. ແຕ່ພຣະອົງຍັງຮັກທ່ານຢູ່.
ແລະ ພຣະເຈົ້າກໍຍັງຮູ້ເຖິງຄວາມສຳເລັດຂອງທ່ານອີກ; ເຖິງແມ່ນເບິ່ງຄືວ່າ ເປັນຄວາມສຳເລັດເລັກນ້ອຍຕໍ່ທ່ານ, ແຕ່ພຣະອົງກໍຮັບຮູ້ ແລະ ຊື່ນຊົມກັບທຸກຢ່າງ. ພຣະອົງຮັກທ່ານ ສຳລັບການເອື້ອມອອກໄປ ແລະ ຊ່ອຍເຫລືອຄົນອື່ນ ແບ່ງເບົາພາລະອັນໜັກໜ່ວງຂອງເຂົາ—ເຖິງແມ່ນທ່ານຈະດີ້ນລົນກັບບັນຫາຂອງຕົນຢູ່ກໍຕາມ.
ພຣະອົງຮູ້ທຸກສິ່ງກ່ຽວກັບທ່ານ. ພຣະອົງເຫັນທ່ານຢ່າງແຈ່ມແຈ້ງ—ພຣະອົງຮູ້ວ່າທ່ານເປັນຈັ່ງໃດ. ແລະ ພຣະອົງຮັກທ່ານ—ໃນເວລານີ້ ແລະ ຕະຫລອດໄປ!
ທ່ານຄິດວ່າ ພຣະບິດາເທິງສະຫວັນ ສົນໃຈນຳການແຕ່ງເພດ, ເຄື່ອງນຸ່ງ, ແຕ່ງຜົມ, ແລະ ແຕ່ງເລັບຂອງທ່ານ ໃຫ້ສວຍງາມໝົດຈົດບໍ? ທ່ານຄິດວ່າ ຄຸນຄ່າຂອງທ່ານຕໍ່ພຣະອົງຈະປ່ຽນໄປ ຕາມຈຳນວນຄົນທີ່ຕິດຕາມທ່ານຢູ່ໃນ Instagram ຫລື Pinterest ບໍ? ທ່ານຄິດວ່າ ພຣະອົງປະສົງໃຫ້ທ່ານກຸ້ມໃຈ ຫລື ໂສກເສົ້າບໍ ຖ້າຫາກມີຄົນໃດເຊົາເປັນເພື່ອນ ຫລື ບໍ່ຕິດຕາມທ່ານອີກ ຢູ່ໃນ Facebook ຫລື Twitter? ທ່ານຄິດວ່າ ຄວາມສວຍງາມພາຍນອກ, ຮູບໂສມ, ຫລື ຄວາມໂດ່ງດັງ ເຮັດໃຫ້ທ່ານມີຄຸນຄ່າຕ່າງໝູ່ຕໍ່ພຣະຜູ້ສ້າງຈັກກະວານບໍ?
ພຣະອົງຮັກທ່ານ ບໍ່ພຽງແຕ່ເພາະທ່ານເປັນຄົນຈັ່ງໃດໃນເວລານີ້ເທົ່ານັ້ນ, ແຕ່ພຣະອົງຮັກທ່ານ ເພາະລັດສະໝີພາບ ແລະ ຄວາມສະຫວ່າງທີ່ທ່ານມີ ແລະ ຄວາມສາມາດທີ່ທ່ານຈະກາຍເປັນໃນອະນາຄົດນຳອີກ.
ເກີນກວ່າທ່ານຈະຄາດຝັນໄດ້, ພຣະອົງປະສົງໃຫ້ທ່ານບັນລຸຈຸດເປົ້າໝາຍຂອງທ່ານ—ຄືທີ່ຈະກັບຄືນໄປຫາບ້ານໃນສະຫວັນຂອງທ່ານ ພ້ອມດ້ວຍກຽດຕິຍົດ.
ຂ້າພະເຈົ້າເປັນພະຍານວ່າ ວິທີທີ່ຈະບັນລຸສິ່ງນີ້ ຄືການວາງຄວາມປາດຖະໜາທີ່ເຫັນແກ່ຕົວ ແລະ ຄວາມທະເຍີທະຍານທີ່ໄຮ້ປະໂຫຍດໄວ້ທີ່ແທ່ນບູຊາແຫ່ງການເສຍສະລະ ແລະ ການຮັບໃຊ້. ເອື້ອຍນ້ອງທັງຫລາຍ, ຈົ່ງໄວ້ວາງໃຈໃນອຳນາດແຫ່ງການຊ່ອຍໃຫ້ລອດຂອງພຣະເຢຊູຄຣິດ; ຈົ່ງຮັກສາກົດ ແລະ ພຣະບັນຍັດຂອງພຣະອົງ. ອີກຄຳໜຶ່ງ—ຈົ່ງດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ.
ຂ້າພະເຈົ້າອະທິຖານວ່າ ທ່ານຈະມີປະສົບການກັບຄວາມຮັກທີ່ສົດຊື່ນ ກວ້າງໄກ ທີ່ສວຍງາມຂອງພຣະເຈົ້າ ໃນຊີວິດຂອງທ່ານ; ວ່າທ່ານຈະພົບສັດທາ, ຄວາມຕັ້ງໃຈ, ແລະ ການຜູກມັດ ທີ່ຈະຮ່ຳຮຽນພຣະບັນຍັດຂອງພຣະເຈົ້າ, ຈົ່ງຖະໜອມມັນໄວ້ໃນໃຈຂອງທ່ານ, ແລະ ດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຄວາມຊື່ນຊົມ.
ຂ້າພະເຈົ້າສັນຍາວ່າ ເມື່ອທ່ານເຮັດເຊັ່ນນັ້ນ, ທ່ານຈະພົບສິ່ງທີ່ດີທີ່ສຸດໃນຕົວທ່ານເອງ—ທາດແທ້ ຂອງທ່ານເອງ. ທ່ານຈະພົບເຫັນຄວາມໝາຍທີ່ແທ້ຈິງຂອງການເປັນທິດາຂອງພຣະເຈົ້າ ຜູ້ດຳລົງຢູ່ຕະຫລອດໄປເປັນນິດ, ພຣະຜູ້ເປັນເຈົ້າຂອງຄວາມຊອບທຳທັງໝົດ. ຂ້າພະເຈົ້າຂໍເປັນພະຍານເຖິງເລື່ອງນີ້ ແລະ ຂໍອວຍພອນທ່ານ ໃນຖານະທີ່ເປັນອັກຄະສາວົກຂອງພຣະຜູ້ເປັນເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.