ສິນລະລຶກ ແລະ ການຊົດໃຊ້
ພິທີສິນລະລຶກຕ້ອງບໍລິສຸດ ແລະ ສັກສິດຫລາຍກວ່າເກົ່າສຳລັບເຮົາ.
ໃນຕອນແລງກ່ອນສວນເຄັດເຊມາເນ ແລະ ຄາວາລີ, ພຣະເຢຊູໄດ້ເຕົ້າໂຮມອັກຄະສາວົກຂອງພຣະອົງເປັນເທື່ອສຸດທ້າຍ ເພື່ອນະມັດສະການ. ສະຖານທີ່ນັ້ນ ແມ່ນຢູ່ຊັ້ນເທິງໃນເຮືອນຂອງອັກຄະສາວົກຄົນໜຶ່ງ, ແລະ ເປັນເທດສະການບຸນປັດສະຄາ.1
ຢູ່ຕໍ່ໜ້າເຂົາເຈົ້າມີອາຫານສຳລັບງານປັດສະຄາ, ປະກອບດ້ວຍຊີ້ນແກະ, ເຫລົ້າແວງ, ແລະ ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ, ເປັນສັນຍາລັກເຖິງຄວາມລອດໃນອາດີດຂອງຊາວອິດສະຣາເອນ ຈາກການເປັນຂ້າທາດ ແລະ ການຖືກຂ້າ2 ແລະ ເຖິງການໄຖ່ທີ່ຍັງບໍ່ທັນມາເຖິງ.3 ໃນທ້າຍງານລ້ຽງ, ພຣະເຢຊູໄດ້ຈັບເອົາເຂົ້າຈີ່ຂຶ້ນມາ, ໄດ້ຂອບພຣະຄຸນ ແລະ ຫັກເຂົ້າຈີ່ນັ້ນ,4 ແລ້ວ ໄດ້ຍື່ນໃຫ້ພວກສາວົກ ໂດຍກ່າວວ່າ, “ຈົ່ງຮັບກິນເຖີດ.”5 “ນີ້ແຫລະແມ່ນກາຍຂອງເຮົາ ຊຶ່ງເປັນທີ່ປະທານໃຫ້ສຳລັບເຈົ້າທັງຫລາຍ: ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.”6 ໃນວິທີດຽວກັນ, ພຣະອົງໄດ້ຈັບຈອກເຫລົ້າແວງຂຶ້ນມາ, ໄດ້ຂອບພຣະຄຸນ ແລະ ຍື່ນມັນໃຫ້ທຸກຄົນດື່ມ, ໂດຍກ່າວວ່າ: “ນີ້ແມ່ນເລືອດຂອງເຮົາ ຊຶ່ງເປັນເລືອດແຫ່ງພັນທະສັນຍາຂອງພຣະເຈົ້າ,”7 “ທີ່ຫລັ່ງໄຫລ … ເພື່ອຄວາມຜິດບາບ.”8 “ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະລຶກເຖິງເຮົາ.”9
ໃນຖ້ອຍຄຳທີ່ງ່າຍໆ ແລະ ຊາບຊຶ້ງນີ້, ພຣະເຢຊູໄດ້ຈັດຕັ້ງພິທີການໃໝ່ສຳລັບຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ. ຕໍ່ໄປບໍ່ຈຳເປັນຕ້ອງຫລັ່ງເລືອດຂອງສັດ ຫລື ກິນເນື້ອມັນ ໃນການລະນຶກເຖິງການເສຍສະລະຂອງພຣະຄຣິດ ຜູ້ຊຶ່ງຈະສະເດັດມາໃນມື້ໜຶ່ງ.10 ແຕ່ເຄື່ອງໝາຍຂອງພຣະກາຍ ແລະ ໂລຫິດ ຂອງພຣະຄຣິດ ຜູ້ໄດ້ສະເດັດມາແລ້ວ ກຳລັງຈະຖືກຢາຍໃຫ້ກິນ ໃນການລະນຶກເຖິງການເສຍສະລະແຫ່ງການໄຖ່ຂອງພຣະອົງ.11 ການເຮັດພິທີການໃໝ່ນີ້ ສະແດງໃຫ້ທຸກຄົນເຫັນເຖິງການຍອມຮັບພຣະຄຣິດ ແລະ ເຕັມໃຈທີ່ຈະຕິດຕາມພຣະອົງດ້ວຍສຸດໃຈ ແລະ ຮັກສາພຣະບັນຍັດຂອງພຣະອົງ. ຕໍ່ຄົນທີ່ຍອມຮັບ ແລະ ດຳລົງຊີວິດຕາມນີ້, ຄວາມຕາຍທາງວິນຍານຈະຜ່ານກາຍເຂົາເຈົ້າໄປ, ແລະ ຊີວິດນິລັນດອນ ຈະມາສູ່ເຂົາເຈົ້າຢ່າງແນ່ນອນ.
ບໍ່ດົນຈາກນັ້ນ, ພຣະເຢຊູໄດ້ເຂົ້າໄປໃນສວນເຄັດເຊມາເນ, ແລ້ວໄດ້ຖືກພາໄປຍັງຄາວາລີ, ແລະ ໄດ້ອອກຈາກອຸບມຸງຂອງ ອະລິມາທາຍ ຢ່າງໄຊຊະນະ. ຫລັງຈາກພຣະອົງໄດ້ຈາກເຂົາເຈົ້າໄປ, ສານຸສິດທີ່ຊື່ສັດຂອງພຣະເຢຊູອາໄສຢູ່ໃນກຸງເຢຣູຊາເລັມໄດ້ມາຫາກັນ ໃນມື້ທຳອິດຂອງອາທິດ ເພື່ອ “ຫັກເຂົ້າຈີ່,”12 ແລະ ເຂົາເຈົ້າໄດ້ “ຕັ້ງໝັ້ນ.”13 ແນ່ນອນ, ເຂົາເຈົ້າບໍ່ໄດ້ເຮັດພຽງເພາະວ່າ ຢາກຈື່ຈຳການຈາກໄປຂອງພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ເພື່ອຈະແດງຄວາມກະຕັນຍູ ແລະ ສັດທາຂອງເຂົາເຈົ້າຕໍ່ການໄຖ່ທີ່ໜ້າອັດສະຈັນໃຈຂອງພຣະອົງ.
ສິ່ງທີ່ສຳຄັນ, ເມື່ອພຣະເຢຊູໄດ້ມາຢ້ຽມຢາມສານຸສິດຂອງພຣະອົງໃນອາເມຣິກາ, ພຣະອົງກໍໄດ້ຈັດຕັ້ງສິນລະລຶກຂຶ້ນໃນບັນດາພວກເຂົາ.14 ໃນການເຮັດສິ່ງນັ້ນ, ພຣະອົງໄດ້ກ່າວວ່າ: “ສິ່ງນີ້ເຈົ້າຈົ່ງຍຶດຖືປະຕິບັດສະເໝີ,”15 ແລະ “ມັນຈະເປັນປະຈັກພະຍານຕໍ່ພຣະບິດາວ່າ ເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ.”16ໃນຕອນຕົ້ນຂອງການຟື້ນຟູ, ອີກເທື່ອໜຶ່ງ ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງພິທີສິນລະລຶກຂຶ້ນ, ໄດ້ແນະນຳພວກເຮົາທີ່ຄ້າຍຄືກັນສິ່ງທີ່ພຣະອົງໄດ້ແນະນຳແກ່ສານຸສິດຂອງພຣະອົງໃນສະໄໝກ່ອນ.17
ພິທີສິນລະລຶກໄດ້ຖືກນັບຖືວ່າ “ເປັນພິທີການທີ່ບໍລິສຸດ ແລະ ສັກສິດທີ່ສຸດຢູ່ໃນສາດສະໜາຈັກ.”18 ມັນຄວນເປັນສິ່ງທີ່ບໍລິສຸດ ແລະ ສັກສິດກວ່າຕໍ່ເຮົາແຕ່ລະຄົນ. ພຣະເຢຊູຄຣິດ ພຣະອົງເອງໄດ້ຈັດຕັ້ງພິທີການນີ້ຂຶ້ນ ເພື່ອເຕືອນເຮົາເຖິງສິ່ງທີ່ພຣະອົງໄດ້ກະທຳເພື່ອໄຖ່ເຮົາ ແລະ ສິດສອນເຮົາເຖິງວິທີທີ່ເຮົາຈະໄດ້ຮັບການໄຖ່ຂອງພຣະອົງ ແລະ ສາມາດອາໄສຢູ່ກັບພຣະເຈົ້າອີກ.
ດ້ວຍເຂົ້າຈີ່ທີ່ຫັກເປັນຕ່ອນໆ, ເຮົາສະແດງວ່າ ເຮົາລະນຶກເຖິງພຣະກາຍຂອງພຣະເຢຊູຄຣິດ—ພຣະກາຍທີ່ໄດ້ຮັບຄວາມເຈັບປວດ, ຄວາມທຸກທໍລະມານ, ແລະ ການລໍ້ລວງນາໆປະການ,19 ພຣະກາຍທີ່ໄດ້ຮັບເອົາຄວາມທຸກທໍລະມານທີ່ແສນສາຫັດ ຈົນວ່າໂລຫິດໄດ້ໄຫລອອກມາຈາກທຸກຂຸມຂົນ,20 ພຣະກາຍທີ່ຖືກທຳຮ້າຍ ແລະ ຫົວໃຈທີ່ແຕກສະຫລາຍຢູ່ເທິງໄມ້ກາງແຂນ.21 ເຮົາສະແດງຄວາມເຊື່ອຂອງເຮົາວ່າ ໃນຂະນະທີ່ພຣະກາຍຖືກວາງໄວ້ໃນຄວາມຕາຍ, ໄດ້ຖືກຍົກຂຶ້ນຈາກຫລຸມສົບ ໃຫ້ມີຊີວິດອີກ, ຊຶ່ງຈະບໍ່ວັນປະເຊີນກັບພະຍາດໂລຄາ, ຄວາມເນົ່າເປື່ອຍ, ຫລື ຄວາມຕາຍອີກ.22 ເມື່ອເຮົາຮັບກິນເຂົ້າຈີ່, ເຮົາຮັບຮູ້ວ່າ, ເຊັ່ນດຽວກັບພຣະກາຍທີ່ເປັນມະຕະຂອງພຣະຄຣິດ, ຮ່າງກາຍຂອງເຮົາຈະຖືກປົດປ່ອຍຈາກຄວາມຕາຍ, ຈະຖືກຍົກຂຶ້ນຈາກຫລຸມສົບ, ແລະ ນຳກັບຄືນສູ່ວິນຍານທີ່ເປັນນິລັນດອນຂອງເຮົາ.23
ດ້ວຍຈອກນ້ຳນ້ອຍໆ, ເຮົາສະແດງວ່າ ເຮົາລະລຶກເຖິງໂລຫິດຂອງພຣະເຢຊູທີ່ໄດ້ຫລັ່ງ ແລະ ໄດ້ຮັບທຸກທໍລະມານ ເພື່ອມວນມະນຸດທັງປວງ. ເຮົາລະນຶກເຖິງຄວາມເຈັບປວດອັນແສນສາຫັດ ຈົນໂລຫິດຂອງພຣະອົງໄດ້ໄຫລອອກມາ ຢູ່ໃນສວນເຄັດເຊມາເນ.24 ເຮົາລະນຶກເຖິງຮອຍບວບຊ້ຳ ແລະ ຮອຍຂ້ຽນຕີ ທີ່ພຣະອົງໄດ້ຮັບຈາກນ້ຳມືຂອງຜູ້ທີ່ຈັບພຣະອົງໄປ.25 ເຮົາລະນຶກເຖິງໂລຫິດທີ່ພຣະອົງໄດ້ຫລັ່ງຈາກພຣະຫັດ, ພຣະບາດ, ແລະ ຂ້າງຂອງພຣະອົງ ຂະນະທີ່ຢູ່ເທິງໄມ້ກາງແຂນ.26 ແລະ ເຮົາລະນຶກເຖິງພຣະຄຳຂອງພຣະອົງ ທີ່ກ່າວກ່ຽວກັບຄວາມທຸກທໍລະມານຂອງພຣະອົງ ທີ່ວ່າ: ແລ້ວຄວາມທຸກທໍລະມານຂອງເຮົາຈະສາຫັດ, ຫລື ສາຫັດພຽງໃດເຮົາບໍ່ຮູ້, ໃຫຍ່ຫລວງພຽງໃດເຮົາບໍ່ຮູ້, ແທ້ຈິງແລ້ວ, ຍາກແສນຈະທົນພຽງໃດເຮົາບໍ່ຮູ້.27 ໃນການຮັບດື່ມນ້ຳນັ້ນ, ເຮົາຮັບຮູ້ວ່າ ໂລຫິດ ແລະ ການຮັບທຸກທໍລະມານຂອງພຣະອົງ ແມ່ນຊົດໃຊ້ແທນບາບຂອງເຮົາ ແລະວ່າ ພຣະອົງຈະຈ່າຍຄ່າບາບຂອງເຮົາ ເມື່ອເຮົາເຕັມໃຈ ແລະ ຮັບເອົາຫລກທຳ ແລະ ພິທີການຂອງພຣະກິດຕິຄຸນຂອງພຣະອົງ.
ດັ່ງນັ້ນ, ດ້ວຍເຂົ້າຈີ່ ແລະ ນ້ຳ, ເຮົາຈຶ່ງຖືກເຕືອນເຖິງການໄຖ່ຂອງພຣະຄຣິດຈາກຄວາມຕາຍ ແລະ ບາບ. ລຳດັບຂອງເຂົ້າຈີ່ ແລະ ນ້ຳແມ່ນສຳຄັນຫລາຍ. ໃນການຮັບກິນເຂົ້າຈີ່, ເຮົາຖືກເຕືອນເຖິງການຟື້ນຄືນຊີວິດຂອງເຮົາໃນທີ່ສຸດ, ຊຶ່ງມີຄວາມໝາຍຫລາຍກວ່າການເຂົ້າຮ່ວມກັນຂອງຮ່າງກາຍ ແລະ ວິນຍານເທົ່ານັ້ນ. ໂດຍອຳນາດຂອງການຟື້ນຄືນຊີວິດ, ເຮົາທຸກຄົນຈະຖືກນຳກັບຄືນສູ່ທີ່ປະທັບຂອງພຣະເຈົ້າ.28 ການຢູ່ໃນທີ່ປະທັບຂອງພຣະເຈົ້າ ເຮັດໃຫ້ເຮົາມີຄຳຖາມກັບຊີວິດຂອງເຮົາເອງ. ຄຳຖາມຕົ້ນຕໍທີ່ທຸກຄົນຖາມ ບໍ່ແມ່ນກ່ຽວກັບວ່າ ເຮົາຈະມີຊີວິດຫລືບໍ່, ແຕ່ວ່າເຮົາຈະມີຊີວິດຫລັງຈາກເຮົາຕາຍໄປແລ້ວຫລືບໍ່. ເຖິງແມ່ນເຮົາທຸກຄົນຈະກັບໄປຫາທີ່ປະທັບຂອງພຣະເຈົ້າ, ແຕ່ບໍ່ແມ່ນທຸກຄົນທີ່ຈະໄດ້ຢູ່ກັບພຣະອົງ.
ຜ່ານຄວາມເປັນມະຕະ, ເຮົາທຸກຄົນເປື້ອນດ້ວຍບາບ ແລະ ການລ່ວງລະເມີດ.29 ເຮົາຈະມີຄວາມຄິດ, ຖ້ອຍຄຳ, ແລະ ການກະທຳທີ່ໜ້ອຍໄປກວ່າການມີຄຸນນະທຳ.30 ສະຫລຸບແລ້ວ, ເຮົາຈະບໍ່ສະອາດ. ແລະ ຜົນສະທ້ອນຂອງການບໍ່ສະອາດໃນທີ່ປະທັບຂອງພຣະເຈົ້າ, ພຣະເຢຊູໄດ້ບອກແຈ່ມແຈ້ງວ່າ ສິ່ງທີ່ບໍ່ສະອາດຈະບໍ່ສາມາດເຂົ້າໄປ … ໃນທີ່ປະທັບຂອງພຣະອົງ.31 ຄວາມເປັນຈິງນັ້ນ ໄດ້ເຮັດໃຫ້ແຈ່ມແຈ້ງຕໍ່ແອວມາຜູ້ເປັນລູກ ຜູ້ຊຶ່ງ ເມື່ອໄດ້ປະເຊີນໜ້າກັບທູດສະຫວັນທີ່ສັກສິດ, ລາວໄດ້ເປັນທຸກຫລາຍ, ໂສກເສົ້າ, ແລະ ເຈັບປວດ ເພາະຄວາມບໍ່ສະອາດຂອງລາວ ຈົນວ່າລາວໃຫ້ “ທັງຈິດວິນຍານ ແລະ ຮ່າງກາຍສູນຫາຍໄປ ເພື່ອວ່າ [ລາວ] ຈະບໍ່ຖືກນຳມາຢືນຢູ່ໃນທີ່ປະທັບຂອງ … ພຣະເຈົ້າ.”32
ໃນການຮັບເອົານ້ຳຂອງສິນລະລຶກ, ເຮົາໄດ້ຮຽນຮູ້ເຖິງວິທີທີ່ຈະຊຳລະລ້າງເຮົາໃຫ້ສະອາດຈາກບາບ ແລະ ສາມາດຢືນຢູ່ໃນທີ່ປະທັບຂອງພຣະເຈົ້າ. ໂດຍການຫລັ່ງໂລຫິດທີ່ບໍລິສຸດຂອງພຣະອົງ, ພຣະເຢຊູຄຣິດສະໜອງການຮຽກຮ້ອງຂອງຄວາມຍຸດຕິທຳສຳລັບບາບ ແລະ ການລ່ວງລະເມີດທັງໝົດ. ແລ້ວພຣະອົງໄດ້ສະເໜີຊ່ອຍໃຫ້ເຮົາສະອາດ ຖ້າຫາກເຮົາມີສັດທາໃນພຣະອົງ ພຽງພໍທີ່ຈະກັບໃຈ, ຮັບເອົາພິທີການ ແລະ ພັນທະສັນຍາແຫ່ງຄວາມລອດ, ເລີ່ມຕົ້ນດ້ວຍການຮັບບັບຕິສະມາ, ແລະ ຮັບເອົາພຣະວິນຍານບໍລິສຸດ. ເມື່ອເຮົາຮັບເອົາພຣະວິນຍານບໍລິສຸດ, ເຮົາໄດ້ຖືກຊຳລະລ້າງໃຫ້ສະອາດ ແລະ ບໍລິສຸດ. ພຣະເຢຊູໄດ້ກ່າວຢ່າງແຈ່ມແຈ້ງກ່ຽວກັບຄຳສອນນີ້ ທີ່ວ່າ:
“ສິ່ງທີ່ບໍ່ສະອາດຈະບໍ່ສາມາດເຂົ້າໄປໃນອານາຈັກຂອງ [ພຣະເຈົ້າ] ບໍ່ໄດ້. … ຈະບໍ່ມີສິ່ງໃດສາມາດເຂົ້າໄປໃນທີ່ພັກຂອງພຣະອົງໄດ້ ນອກຈາກຜູ້ທີ່ໄດ້ຊຳລະລ້າງອາພອນຂອງເຂົາໃຫ້ຂາວສະອາດແລ້ວດ້ວຍໂລຫິດຂອງເຮົາ. ...
“ບັດນີ້ ນີ້ຄືພຣະບັນຍັດ: ຈົ່ງກັບໃຈ, ເຈົ້າທັງຫລາຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຖືກຊຳລະລ້າງໃຫ້ບໍລິສຸດໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ.”33
ນີ້ຄືຄຳສອນຂອງພຣະຄຣິດ.34 ເມື່ອເຮົາຮັບເອົາຄຳສອນນີ້ ແລະ ດຳລົງຊີວິດຕາມນັ້ນ, ເຮົາຈະຖືກຊຳລະລ້າງໂດຍໂລຫິດຂອງພຣະຄຣິດ ແລະ ຖືກເຮັດໃຫ້ສະອາດ.35
ຜ່ານຄຳອະທິຖານສຳລັບສິນລະລຶກ, ເຮົາໄດ້ສະແດງການຮັບເອົາຄຳສອນຂອງພຣະຄຣິດ ແລະ ສັນຍາທີ່ຈະດຳລົງຊີວິດຕາມນັ້ນ. ໃນການອ້ອນວອນຂອງເຮົາຕໍ່ພຣະເຈົ້າ ພຣະບິດານິລັນດອນຂອງເຮົາ, ເຮົາປະກາດວ່າ ເຮົາຈະ “ລະນຶກເຖິງພຣະອົງຕະຫລອດເວລາ” ເຖິງພຣະບຸດທີ່ປະເສີດຂອງພຣະອົງ. ທຳອິດ, ເຮົາເປັນພະຍານວ່າ ເຮົາ “ຈະເຕັມໃຈ” ທີ່ຈະລະນຶກ. ແລ້ວເຮົາເປັນພະຍານວ່າ ເຮົາໄດ້ລະນຶກ. ເມື່ອເຮັດເຊັ່ນນັ້ນ, ເຮົາໄດ້ສັນຍາຢ່າງໜັກແໜ້ນ ທີ່ຈະໃຊ້ສັດທາ ໃນພຣະເຢຊູຄຣິດ ແລະ ໃນການໄຖ່ຂອງພຣະອົງ ເພື່ອໄຖ່ຖອນເຮົາຈາກຄວາມຕາຍ ແລະ ບາບຂອງເຮົາ.
ເຮົາຍັງປະກາດຕື່ມວ່າ ເຮົາຈະ “ຮັກສາພຣະບັນຍັດຂອງພຣະອົງ.” ເປັນຄຳໜັກແໜ້ນທີ່ຈະກັບໃຈ. ຖ້າຄວາມຄິດ, ຄຳເວົ້າ, ຫລື ການກະທຳຂອງເຮົາ ທີ່ຜ່ານມາ ບໍ່ໄດ້ເປັນດັ່ງທີ່ຄວນເປັນ, ເຮົາສັນຍາວ່າ ເຮົາຈະພະຍາຍາມເຮັດຕາມພຣະປະສົງຂອງພຣະອົງຫລາຍຂຶ້ນໃນວັນຕໍ່ໆໄປ.
ຕໍ່ໄປ ເຮົາປະກາດວ່າ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະບຸດໄວ້ກັບເຮົາ.36 ນັ້ນແມ່ນຄຳສັນຍາທີ່ໜັກແໜ້ນ ທີ່ຈະຍອມເຮັດຕາມສິດອຳນາດຂອງພຣະອົງ ແລະ ທີ່ຈະເຮັດວຽກງານຂອງພຣະອົງ, ຊຶ່ງຮ່ວມດ້ວຍການຮັບເອົາພິທີການແຫ່ງການໄຖ່ ແລະ ພັນທະສັນຍາທຸກຢ່າງ.37
ເມື່ອເຮົາສັນຍາທີ່ຈະເຮັດຕາມຫລັກທຳເຫລົ່ານີ້, ເຮົາໄດ້ຮັບສັນຍາໃນຄຳອະທິຖານສຳລັບສິນລະລຶກວ່າ ເຮົາ ຈະມີພຣະວິນຍານຂອງພຣະອົງຢູ່ກັບ [ເຮົາ].38 ການຮັບເອົາພຣະວິນຍານຄືນອີກ ເປັນພອນທີ່ສູງສຸດ, ເພາະວ່າ ພຣະວິນຍານເປັນຜູ້ຊຳລະລ້າງ ແລະ ເຮັດໃຫ້ເຮົາບໍລິສຸດຈາກບາບ ແລະ ການລ່ວງລະເມີດຂອງເຮົາ.39
ອ້າຍເອື້ອຍນ້ອງທັງຫລາຍ, ເຫດການທີ່ສຳຄັນທີ່ສຸດໃນໂລກນີ້ ແລະ ໃນນິລັນດອນ ແມ່ນການຊົດໃຊ້ຂອງພຣະເຢຊູຄຣິດ. ພຣະອົງຜູ້ໄດ້ບັນລຸການຊົດໃຊ້ ໄດ້ປະທານພິທີສິນລະລຶກໃຫ້ເຮົາ ເພື່ອຊ່ອຍເຫລືອເຮົາ ບໍ່ພຽງແຕ່ໃຫ້ຈື່ຈຳເທົ່ານັ້ນ ແຕ່ຊ່ອຍເຮົາໃຫ້ທວງເອົາພອນ ຈາກການກະທຳອັນຍິ່ງໃຫຍ່ນີ້ດ້ວຍພຣະຄຸນນຳອີກ. ການມີພາກສ່ວນໃນພິທີທີ່ສັກສິດເປັນປະຈຳ ແລະ ມີຄ່າຄວນ ຈະຊ່ອຍເຮົາໃຫ້ເຕັມໃຈ ແລະ ດຳລົງຊີວິດຕາມຄຳສອນຂອງພຣະຄຣິດ ຫລັງຈາກບັບຕິສະມາ ແລະ ດ້ວຍວິທີນີ້ ເຮົາສະແຫວງຫາ ແລະ ເຮັດຂັ້ນຕອນຂອງການຊຳລະລ້າງໃຫ້ສຳເລັດ. ແນ່ນອນ, ພິທີສິນລະລຶກຊ່ອຍເຮົາໃຫ້ສາມາດອົດທົນຈົນເຖິງທີ່ສຸດ ແລະ ຮັບເອົາຄວາມສົມບູນຂອງພຣະບິດາ ໃນວິທີດຽວກັນກັບທີ່ພຣະເຢຊູໄດ້ກະທຳ, ຈາກພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ.40
ຂ້າພະເຈົ້າເປັນພະຍານວ່າ ອຳນາດຂອງພຣະເຢຊູຄຣິດທີ່ຈະໄຖ່ເຮົາຈາກຄວາມຕາຍ ແລະ ບາບ ແລະ ອຳນາດແຫ່ງພິທີການຂອງຖານະປະໂລຫິດຂອງພຣະອົງ, ຮ່ວມທັງສິນລະລຶກ, ຕຽມເຮົາ “ທີ່ຈະໄດ້ເຫັນພຣະເຈົ້າໜ້າຕໍ່ໜ້າ, ແມ່ນແຕ່ພຣະບິດາ, ແລະ ມີຊີວິດຢູ່.”41 ຂໍໃຫ້ເຮົາຈົ່ງຮັບເອົາສິນລະລຶກໃນອາທິດໜ້າ, ແລະ ໃນອາທິດຕໍ່ໆໄປ, ດ້ວຍຄວາມປາດຖະໜາ ແລະ ດ້ວຍຈຸດປະສົງອັນແຮງກ້າ, ຂ້າພະເຈົ້າອະທິຖານມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.