ແບ່ງປັນຄວາມສະຫວ່າງຂອງທ່ານ
ເຮົາຕ້ອງຍຶດໝັ້ນໃນສັດທາຂອງເຮົາ ແລະ ເປັ່ງສຽງປະກາດຄຳສອນທີ່ແທ້ຈິງ.
ຄ່ຳຄືນນີ້ ຂ້າພະເຈົ້າຢາກກ່າວເຖິງໜ້າທີ່ຮັບຜິດຊອບສຳຄັນສອງຢ່າງທີ່ເຮົາມີຢູ່. ຢ່າງທຳອິດ, ຮ່ວມດ້ວຍການເພີ່ມຄວາມສະຫວ່າງ ແລະ ຄວາມຈິງຂອງພຣະກິດຕິຄຸນໃຫ້ແກ່ຊີວິດຂອງເຮົາ, ແລະ ຢ່າງທີສອງ, ການແບ່ງປັນຄວາມສະຫວ່າງ ແລະ ຄວາມຈິງໃຫ້ກັບຄົນອື່ນ.
ທ່ານຮູ້ບໍວ່າ ທ່ານສຳຄັນຫລາຍປານໃດ? ທ່ານແຕ່ລະຄົນ—ໃນເວລານີ້—ແມ່ນມີຄ່າ ແລະ ສຳຄັນຫລາຍໃນແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ. ເຮົາມີວຽກງານທີ່ຈະຕ້ອງເຮັດ. ເຮົາຮູ້ຄວາມຈິງຂອງພຣະກິດຕິຄຸນທີ່ໄດ້ຟື້ນຟູຄືນມາໃໝ່. ເຮົາພ້ອມທີ່ຈະປົກປ້ອງຄວາມຈິງນັ້ນບໍ່? ເຮົາຕ້ອງດຳລົງຊີວິດຕາມພຣະກິດຕິຄຸນ. ເຮົາຕ້ອງແບ່ງປັນມັນ. ເຮົາຕ້ອງຍຶດໝັ້ນໃນສັດທາຂອງເຮົາ ແລະ ເປັ່ງສຽງປະກາດຄຳສອນທີ່ແທ້ຈິງ.
ໃນວາລະສານ Ensign ແລະ Liahona, ສະບັບເດືອນກັນຍາ ປີ 2014, ແອວເດີ ເອັມ ຣະໂຊ ບາເລີດ ໄດ້ຂຽນວ່າ: “ພວກເຮົາຢາກໃຫ້ມີແມ່ຍິງທີ່ມີອິດທິພົນພິເສດໃນການເປັນກະບອກສຽງ ແລະ ມີສັດທາສຳລັບຜູ້ຍິງທັງຫລາຍ. ພວກເຮົາຢາກໃຫ້ເຂົາເຈົ້າຮ່ຳຮຽນຄຳສອນ ແລະ ເຂົ້າໃຈສິ່ງທີ່ພວກເຮົາເຊື່ອ ເພື່ອວ່າເຂົາເຈົ້າຈະສາມາດມີປະຈັກພະຍານກ່ຽວກັບຄວາມຈິງຂອງສິ່ງທັງໝົດເຫລົ່ານີ້.”1
ເອື້ອຍນ້ອງທັງຫລາຍ, ທ່ານໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ຂ້າພະເຈົ້າໃນພຣະເຢຊູຄຣິດ. ຂ້າພະເຈົ້າໄດ້ເບິ່ງຕົວຢ່າງຂອງທ່ານ, ໄດ້ຍິນປະຈັກພະຍານຂອງທ່ານ, ແລະ ຮູ້ສຶກເຖິງສັດທາຂອງທ່ານ ຈາກ ປະເທດບຣາຊິນ ເຖິງປະເທດໂບສສະວານາ! ທ່ານມີຄວາມສາມາດທີ່ຈະເປັນອິດທິພົນໃຫ້ແກ່ຄົນທີ່ຢູ່ອ້ອມຮອບທ່ານ ໃນທຸກບ່ອນທີ່ທ່ານໄປ. ຜູ້ຄົນທີ່ຢູ່ອ້ອມຮອບທ່ານກໍຮູ້ສຶກ—ຈາກຄອບຄົວຂອງທ່ານ ເຖິງຄົນທີ່ທ່ານຕິດຕໍ່ຢູ່ໃນມືຖື ແລະ ຈາກໝູ່ເພື່ອນຂອງທ່ານໃນສື່ມວນຊົນ ເຖິງຄົນທີ່ນັ່ງຢູ່ທາງຂ້າງທ່ານໃນຄ່ຳຄືນນີ້. ຂ້າພະເຈົ້າເຫັນພ້ອມກັບຊິດສະເຕີ ແຮຣິແອດ ອຸກດອບ, ຜູ້ໄດ້ຂຽນວ່າ, “ທ່ານ … ມີຊີວິດຊີວາ ແລະ ເປັນໄຟເຍືອງທາງສະຫວ່າງສະໄຫວໃນໂລກທີ່ມືດມົນ, ຜ່ານວິທີທີ່ທ່ານດຳລົງຊີວິດ, ເມື່ອທ່ານສະແດງໃຫ້ເຫັນວ່າ ພຣະກິດຕິຄຸນເປັນຂ່າວສານທີ່ໜ້າຊື່ນຊົມ.”2
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ, “ຖ້າທ່ານຢາກມອບຄວາມສະຫວ່າງໃຫ້ແກ່ຄົນອື່ນ, ຕົວທ່ານເອງຕ້ອງສະຫວ່າງຄືກັນ.”3 ເຮົາຈະຮັກສາຄວາມສະຫວ່າງແຫ່ງຄວາມຈິງ ໃຫ້ຮຸ່ງເຫລື້ອມໃນຕົວເຮົາໄດ້ແນວໃດ? ບາງເທື່ອ ເຮົາຈະຮູ້ສຶກເໝືອນດອກໄຟທີ່ເປັນແສງມົວໆ. ເຮົາຈະຮຸ່ງເຫລື້ອມຂຶ້ນໄດ້ແນວໃດ?
ພຣະຄຳພີສອນວ່າ ສິ່ງທີ່ມາຈາກພຣະເຈົ້າເປັນຄວາມສະຫວ່າງ; ແລະ ຄົນທີ່ໄດ້ຮັບຄວາມສະຫວ່າງ, ແລະ ດຳເນີນຢູ່ກັບພຣະເຈົ້າ, ຈະໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ.4 ເຮົາຕ້ອງດຳເນີນຢູ່ກັບພຣະເຈົ້າຕໍ່ໄປ, ດັ່ງທີ່ພຣະຄຳພີກ່າວ. ເຮົາຕ້ອງໄປຫາແຫລ່ງແຫ່ງຄວາມສະຫວ່າງ—ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ພຣະຄຳພີ. ເຮົາກໍສາມາດໄປພຣະວິຫານນຳອີກ, ໂດຍທີ່ຮູ້ວ່າ ທຸກສິ່ງຢູ່ໃນພຣະວິຫານ ເຈາະຈົງໃສ່ພຣະຄຣິດ ແລະ ການເສຍສະລະຊົດໃຊ້ທີ່ຍິ່ງໃຫຍ່ຂອງພຣະອົງ.
ໃຫ້ຄິດກ່ຽວກັບຜົນສະທ້ອນຂອງພຣະວິຫານ ທີ່ມີຕໍ່ສິ່ງແວດລ້ອມ. ພຣະວິຫານເພີ່ມຄວາມງາມໃຫ້ແກ່ຕົວເມືອງ; ມັນສ່ອງແສງຈາກຄ້ອຍພູ. ເປັນຫຍັງມັນຈຶ່ງເພີ່ມຄວາມສວຍງາມ ແລະ ສ່ອງແສງ? ເພາະ, ເຊັ່ນດຽວກັບພຣະຄຳພີກ່າວ, ຄວາມຈິງຈະສ່ອງແສງ,5 ແລະ ພຣະວິຫານບັນຈຸຄວາມຈິງ ແລະ ຈຸດປະສົງນິລັນດອນ; ທ່ານກໍຄືກັນ.
ໃນປີ 1877, ປະທານຈອດ ຄິວ ແຄນນັນ ໄດ້ກ່າວວ່າ, “ພຣະວິຫານທຸກແຫ່ງ .... ເຮັດໃຫ້ອຳນາດຂອງຊາຕານອ່ອນແອລົງຢູ່ໃນໂລກ.”6 ຂ້າພະເຈົ້າເຊື່ອວ່າ ບ່ອນໃດກໍຕາມທີ່ພຣະວິຫານໄດ້ຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ, ມັນໄດ້ກຳຈັດຄວາມມືດໃຫ້ອອກໄປ. ຈຸດປະສົງຂອງພຣະວິຫານແມ່ນ ເພື່ອຮັບໃຊ້ມວນມະນຸດ ແລະ ຊ່ອຍໃຫ້ລູກໆຂອງພຣະບິດາເທິງສະຫວັນ ໄດ້ກັບຄືນໄປຢູ່ນຳພຣະອົງອີກ. ຈຸດປະສົງຂອງເຮົາກໍເໝືອນກັບພຣະວິຫານທີ່ໄດ້ອຸທິດແລ້ວເຫລົ່ານີ້, ບ້ານເຫລົ່ານີ້ຂອງພຣະຜູ້ເປັນເຈົ້າ ແມ່ນບໍ? ເພື່ອຮັບໃຊ້ຄົນອື່ນ ແລະ ຊ່ອຍເຫລືອເຂົາເຈົ້າກຳຈັດຄວາມມືດອອກໄປ ແລະ ກັບໄປຫາຄວາມສະຫວ່າງຂອງພຣະບິດາເທິງສະຫວັນບໍ?
ວຽກງານພຣະວິຫານທີ່ສັກສິດ ຈະເພີ່ມສັດທາໃຫ້ເຮົາໃນພຣະຄຣິດ, ແລ້ວເຮົາຈະສາມາດເປັນອິດທິພົນທີ່ດີກວ່າໃຫ້ແກ່ສັດທາຂອງຄົນອື່ນ. ໂດຍການຖະໜອມວິນຍານຂອງພຣະວິຫານ, ເຮົາສາມາດຮຽນຮູ້ເຖິງຄວາມຈິງ, ອຳນາດ, ແລະ ຄວາມຫວັງຕໍ່ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ໃນຊີວິດຂອງເຮົາ.
ຫລາຍປີກ່ອນ ຄອບຄົວຂອງເຮົາໄດ້ມີການທ້າທາຍອັນໃຫຍ່ຫລວງ. ຂ້າພະເຈົ້າໄດ້ໄປພຣະວິຫານ ແລະ ໄດ້ອະທິຖານດ້ວຍຄວາມຈິງໃຈຢູ່ບ່ອນນັ້ນ ເພື່ອຂໍຄວາມຊ່ອຍເຫລືອ. ຂ້າພະເຈົ້າໄດ້ຮັບຄວາມຈິງ. ຂ້າພະເຈົ້າໄດ້ຮູ້ຈັກຄວາມອ່ອນແອຂອງຂ້າພະເຈົ້າຢ່າງແຈ່ມແຈ້ງ, ແລະ ຂ້າພະເຈົ້າໄດ້ຕົກຕະລຶງ. ໃນຊ່ວງເວລາທີ່ໄດ້ຮັບການສິດສອນທາງວິນຍານນັ້ນ, ຂ້າພະເຈົ້າໄດ້ເຫັນຍິງທີ່ມີຄວາມຍິ່ງ ເຮັດຕາມໃຈຕົນເອງ, ບໍ່ແມ່ນຕາມວິທີທາງຂອງພຣະຜູ້ເປັນເຈົ້າ, ແລະ ຄິດວ່າ ທຸກສິ່ງທີ່ຕົນເຮັດສຳເລັດ ແມ່ນຕົນເອງເຮັດ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າເວົ້າເຖິງຕົນເອງ. ຂ້າພະເຈົ້າໄດ້ອະທິຖານຢູ່ໃນໃຈ ຫາພຣະບິດາເທິງສະຫວັນ, ກ່າວວ່າ, “ຂ້າພະເຈົ້າບໍ່ຢາກເປັນຍິງແບບນັ້ນ, ແຕ່ຂ້າພະເຈົ້າຈະປ່ຽນແປງໄດ້ແນວໃດ?”
ຜ່ານວິນຍານທີ່ບໍລິສຸດຂອງການເປີດເຜີຍໃນພຣະວິຫານ, ຂ້າພະເຈົ້າໄດ້ຮັບການສິດສອນວ່າ ຕົນເອງຕ້ອງການພຣະຜູ້ໄຖ່ຫລາຍທີ່ສຸດ. ຂ້າພະເຈົ້າໄດ້ຫັນໄປຫາພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ ທັນທີ ໃນໃຈຂອງຂ້າພະເຈົ້າ ແລະ ຮູ້ສຶກວ່າຄວາມເຈັບປວດຂອງຕົນໄດ້ສະຫລາຍໄປ ແລະ ຄວາມຫວັງອັນຍິ່ງໃຫຍ່ ໄດ້ມາແທນທີ່. ພຣະອົງເທົ່ານັ້ນທີ່ສາມາດໃຫ້ຄວາມຫວັງແກ່ຂ້າພະເຈົ້າ, ແລະ ຂ້າພະເຈົ້າຢາກແນບສະໜິດຢູ່ໃກ້ພຣະອົງເທົ່ານັ້ນ. ຂ້າພະເຈົ້າເຫັນໄດ້ຢ່າງແຈ່ມແຈ້ງວ່າ ການຄິດເຫັນແຕ່ໂຕ ຕາມທຳມະຊາດຂອງຜູ້ຍິງແລ້ວແມ່ນ “ເປັນສັດຕູຕໍ່ພຣະເຈົ້າ”7 ແລະ ຕໍ່ຜູ້ຄົນທີ່ຢູ່ອ້ອມຮອບຕົນເອງ. ໃນພຣະວິຫານໃນມື້ນັ້ນ ຂ້າພະເຈົ້າໄດ້ຮຽນຮູ້ວ່າ ແມ່ນຜ່ານການຊົດໃຊ້ຂອງພຣະເຢຊູຄຣິດເທົ່ານັ້ນ ທີ່ຂ້າພະເຈົ້າຈະສາມາດກຳຈັດຄວາມຍິ່ງຂອງຕົນເອງ ແລະ ສາມາດເຮັດຄວາມດີໄດ້. ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກອັນເລິກຊຶ້ງຂອງພຣະອົງ ແລະ ຮູ້ວ່າພຣະອົງຈະສອນຂ້າພະເຈົ້າ ໂດຍທາງພຣະວິນຍານ ແລະ ປ່ຽນຂ້າພະເຈົ້າ ຖ້າຫາກຂ້າພະເຈົ້າມອບໃຈທັງດວງໃຫ້ແກ່ພຣະອົງ.
ຂ້າພະເຈົ້າຍັງພະຍາຍາມເອົາຊະນະຄວາມອ່ອນແອຢູ່, ແຕ່ຂ້າພະເຈົ້າໄວ້ວາງໃຈໃນຄວາມຊ່ອຍເຫລືອແຫ່ງສະຫວັນຂອງການຊົດໃຊ້. ຂ້າພະເຈົ້າໄດ້ຮັບຄຳແນະນຳທີ່ບໍລິສຸດນີ້ ເພາະວ່າຂ້າພະເຈົ້າໄດ້ເຂົ້າໄປໃນພຣະວິຫານທີ່ສັກສິດ, ສະແຫວງຫາຄວາມຊ່ອຍເຫລືອ ແລະ ຄຳຕອບ. ຂ້າພະເຈົ້າໄດ້ເຂົ້າໄປພຣະວິຫານດ້ວຍຄວາມກັງວົນ, ແລະ ໄດ້ອອກມາ ໂດຍທີ່ຮູ້ວ່າ ຂ້າພະເຈົ້າມີພຣະຜູ້ຊ່ອຍໃຫ້ລອດທີ່ມີລິດເດດ ແລະ ດ້ວຍຄວາມຮັກທັງໝົດ ຊ່ອຍໃຫ້ຂ້າພະເຈົ້າຮູ້ສຶກດີໃຈ ແລະ ໄຄກວ່າເກົ່າ ເພາະວ່າຂ້າພະເຈົ້າໄດ້ຮັບຄວາມສະຫວ່າງຂອງພຣະອົງ ແລະ ໄດ້ຍອມຮັບແຜນຂອງພຣະອົງທີ່ມີໃຫ້ຂ້າພະເຈົ້າ.
ໃນທົ່ວໂລກມີພຣະວິຫານທີ່ມີລັກສະນະ ແລະ ການອອກແບບທີ່ເປັນເອກະລັກພິເສດຂອງແຕ່ລະແຫ່ງຢູ່ຂ້າງນອກ, ແຕ່ຂ້າງໃນພຣະວິຫານທັງໝົດ ແມ່ນບັນຈຸຄວາມສະຫວ່າງນິລັນດອນ, ຈຸດປະສົງ, ແລະ ຄວາມຈິງອັນດຽວກັນ. ໃນ 1 ໂກຣິນໂທ 3:16 ເຮົາອ່ານວ່າ, “ພວກເຈົ້າຮູ້ບໍວ່າ ພວກເຈົ້າເປັນວິຫານຂອງພຣະເຈົ້າ, ແລະ ພຣະວິນຍານຂອງພຣະເຈົ້າ ກໍສະຖິດຢູ່ໃນພວກເຈົ້າ?” ເຮົາກໍຄືກັນ ໃນຖານະທີ່ເປັນທິດາຂອງພຣະເຈົ້າ, ເຮົາໄດ້ຢູ່ທົ່ວໂລກ, ດັ່ງພຣະວິຫານ, ແລະ ເຮົາແຕ່ລະຄົນກໍມີລັກສະນະ ແລະ ຮູບໂສມທີ່ພິເສດຂອງໃຜມັນ ເໝືອນດັ່ງພຣະວິຫານ. ເຮົາກໍມີຄວາມສະຫວ່າງທາງວິນຍານຢູ່ໃນຕົວເຮົາ, ດັ່ງພຣະວິຫານ. ຄວາມສະຫວ່າງທາງວິນຍານນີ້ ສະທ້ອນມາຈາກຄວາມສະຫວ່າງຂອງພຣະຜູ້ຊ່ອຍໃຫ້ລອດ. ຄົນອື່ນໆຈະຢາກມາຫາຄວາມສະຫວ່າງນີ້.
ເຮົາມີບົດບາດຂອງເຮົາເອງຢູ່ໃນໂລກນີ້—ຈາກລູກສາວ, ແມ່, ຜູ້ນຳ, ແລະ ຈາກຄູສອນ ເຖິງເອື້ອຍນ້ອງ, ຈາກ ຜູ້ຫາລ້ຽງຊີບ, ຈາກເມຍ, ແລະ ອື່ນໆອີກ. ແຕ່ລະຄົນເປັນອິດທິພົນ. ແຕ່ລະບົດບາດມີພະລັງທາງສິນທຳ—ເມື່ອເຮົາສະທ້ອນເຖິງຄວາມຈິງຂອງພຣະກິດຕິຄຸນ ແລະ ພັນທະສັນຍາຂອງພຣະວິຫານ ໃນຊີວິດຂອງເຮົາ.
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ກ່າວວ່າ, “ໃນທຸກໂອກາດ, ແມ່ສາມາດໃຊ້ອິດທິພົນທີ່ຄົນອື່ນບໍ່ສາມາດປຽບທຽບໄດ້ ໃນຄວາມສຳພັນໃດໆ.”8
ຕອນລູກຂອງພວກເຮົາຍັງນ້ອຍ, ຂ້າພະເຈົ້າຮູ້ສຶກວ່າ ເປັນລອງກັບຕັນເຮືອຂອງ ເດວິດ, ສາມີຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ວາດພາບເຫັນລູກ 11 ຄົນ ເປັນເຮືອເຫລັ້ມນ້ອຍໆ ລຽນແຖວອ້ອມຮອບພວກເຮົາຢູ່ແຄມຝັ່ງ, ຕຽມສຳລັບການອອກເດີນເຮືອ ເຂົ້າໄປໃນທະເລອັນກວ້າງໃຫຍ່. ເດວິດກັບຂ້າພະເຈົ້າຮູ້ສຶກວ່າ ຕ້ອງໄດ້ເພິ່ງເຂັມທິດຂອງພຣະຜູ້ເປັນເຈົ້າທຸກມື້ ສຳລັບເສັ້ນທາງທີ່ດີທີ່ສຸດ ທີ່ຈະຂັບເຮືອໄປກັບເຮືອນ້ອຍທັງຫລາຍຂອງພວກເຮົາ.
ທຸກມື້ຂ້າພະເຈົ້າກໍໄດ້ລືມເຮັດຫລາຍສິ່ງ ເຊັ່ນການພັບເຄື່ອງ, ອ່ານປຶ້ມເດັກນ້ອຍ, ແລະ ລືມອົບອາຫານ. ບາງເທື່ອຢູ່ໃນບ້ານເຮືອນຂອງເຮົາ, ເຮົາບໍ່ສາມາດຫລຽວເຫັນວ່າ ໂດຍການເຮັດສິ່ງທີ່ງ່າຍໆ ແລະ ເປັນປະຈຳນີ້, ທີ່ມີການອະທິຖານ, ການສຶກສາພຣະຄຳພີເປັນຄອບຄົວ, ແລະ ການສັງສັນໃນຄອບຄົວ, ຈະນຳເລື່ອງໃຫຍ່ມາ. ແຕ່ຂ້າພະເຈົ້າເປັນພະຍານໄດ້ວ່າ ການກະທຳເຫລົ່ານີ້ ມີຄວາມສຳຄັນນິລັນດອນ. ຄວາມຊື່ນຊົມຈະມາເຖິງ ເມື່ອເຮືອນ້ອຍເຫລົ່ານັ້ນ—ລູກຂອງເຮົາ—ເຕີບໂຕຂຶ້ນດ້ວຍຄວາມເກັ່ງກ້າ ເຕັມໄປດ້ວຍຄວາມສະຫວ່າງຂອງພຣະກິດຕິຄຸນ ທີ່ຈະເລີ່ມຕົ້ນໃນການຮັບໃຊ້ພຣະເຈົ້າ.9 ການກະທຳດ້ວຍສັດທາ ແລະ ການຮັບໃຊ້ອັນເລັກນ້ອຍ ຊຶ່ງເຮົາສ່ວນຫລາຍສາມາດດຳເນີນຢູ່ກັບພຣະເຈົ້າ ແລະ ໃນທີ່ສຸດ ຈະນຳຄວາມສະຫວ່າງ ແລະ ລັດສະໝີພາບນິລັນດອນມາໃຫ້ຄອບຄົວ, ໝູ່ເພື່ອນຂອງເຮົາ, ແລະ ຄົນທີ່ເຮົາພົບປະສັງສັນດ້ວຍ. ທ່ານສາມາດເປັນອິດທິພົນໃຫ້ແກ່ຄົນອື່ນໄດ້ແທ້ໆ!
ໃຫ້ຄິດກ່ຽວກັບອິດທິພົນທີ່ສັດທາຂອງເດັກນ້ອຍຜູ້ຍິງຄົນໜຶ່ງໃນຊັ້ນປະຖົມໄວສາມາດມີຕໍ່ຄອບຄົວຂອງນາງ. ສັດທາຂອງລູກສາວຂອງພວກເຮົາ ໄດ້ເປັນພອນໃຫ້ແກ່ຄອບຄົວຂອງພວກເຮົາ ຕອນພວກເຮົາ ຫາລູກຊາຍນ້ອຍບໍ່ເຫັນ ຢູ່ບ່ອນທ່ຽວຫລິ້ນ. ຄອບຄົວໄດ້ຟ້າວໄປຊອກຫາລາວ. ລູກສາວນ້ອຍອາຍຸ ສິບປີ ໄດ້ດຶງແຂນຂອງຂ້າພະເຈົ້າ ແລ້ວເວົ້າວ່າ, “ແມ່, ພວກເຮົາບໍ່ຢາກອະທິຖານບໍ?” ນາງເວົ້າຖືກ! ໃນທີ່ສຸດ ຄອບຄົວພວກເຮົາໄດ້ເຕົ້າໂຮມກັນຢູ່ທ່າມກາງຝູງຊົນ ທີ່ແນມເບິ່ງ ແລະ ໄດ້ອະທິຖານຂໍໃຫ້ຫາລູກຊາຍພົບ. ຕໍ່ເດັກນ້ອຍຜູ້ຍິງທຸກຄົນທີ່ຢູ່ໃນຊັ້ນປະຖົມໄວ, “ຢ່າລືມເຕືອນພໍ່ແມ່ຂອງພວກເຈົ້າເລື່ອງການອະທິຖານເດີ້!”
ໃນລະດູແລ້ງຜ່ານມານີ້ ຂ້າພະເຈົ້າໄດ້ມີໂອກາດໄປຮ່ວມການນອນປ່າ ຂອງກຸ່ມຍິງໜຸ່ມຈຳນວນ 900 ຄົນຢູ່ລັດ ອາລັສກາ. ເຂົາເຈົ້າໄດ້ປະທັບໃຈຂ້າພະເຈົ້າຫລາຍ. ເຂົາເຈົ້າໄດ້ມາເຖິງຄ້າຍພັກດ້ວຍການຕຽມພ້ອມທາງວິນຍານ, ໄດ້ອ່ານພຣະຄຳພີມໍມອນ ແລະ ໄດ້ທ່ອງຂຶ້ນໃຈ “The Living Christ: The Testimony of the Apostles” (ໝາຍຄວາມວ່າ ພຣະຄຣິດທີ່ຊົງພຣະຊົນ: ປະຈັກພະຍານຂອງອັກຄະສາວົກ). ໃນຄ່ຳຄືນທີສາມ, ຍິງໜຸ່ມທັງ 900 ຄົນ ໄດ້ຢືນກ່າວຂໍ້ຄວາມນຳກັນ ທຸກໆຄຳ.
ຫ້ອງໂຖງໃຫຍ່ເຕັມໄປດ້ວຍພຣະວິນຍານ, ແລະ ຂ້າພະເຈົ້າກໍຢາກເຮັດນຳເຂົາເຈົ້າ. ແຕ່ກໍເຮັດບໍ່ໄດ້, ເພາະຂ້າພະເຈົ້າບໍ່ໄດ້ທ່ອງຂຶ້ນໃຈ.
ບັດນີ້ ຂ້າພະເຈົ້າໄດ້ເລີ່ມຕົ້ນຮຽນຮູ້ຖ້ອຍຄຳທີ່ວ່າ “ພຣະຄຣິດທີ່ຊົງພຣະຊົນ” ເໝືອນດັ່ງຍິງໜຸ່ມເຫລົ່ານັ້ນ, ແລະ ເພາະອິດທິພົນຂອງເຂົາເຈົ້າ ຂ້າພະເຈົ້າຈຶ່ງຮູ້ສຶກຊາບຊຶ້ງກັບພັນທະສັນຍາຂອງສິນລະລຶກຫລາຍກວ່າເກົ່າ ທີ່ຈະລະນຶກເຖິງພຣະຜູ້ຊ່ອຍໃຫ້ລອດຕະຫລອດເວລາ ເມື່ອຂ້າພະເຈົ້າກ່າວປະຈັກພະຍານຂອງອັກຄະສາວົກເຖິງພຣະຜູ້ຊ່ອຍໃຫ້ລອດ ເທື່ອແລ້ວເທື່ອເລົ່າ. ສິນລະລຶກມີຄວາມໝາຍອັນເລິກຊຶ້ງຕໍ່ຂ້າພະເຈົ້າ.
ຂ້າພະເຈົ້າຫວັງໄວ້ວ່າ ຂອງຂວັນຄຣິດສະມັດປີນີ້ ທີ່ຂ້າພະເຈົ້າຈະມອບໃຫ້ແກ່ພຣະຜູ້ຊ່ອຍໃຫ້ລອດ ແມ່ນການທ່ອງຂຶ້ນໃຈບົດຄວາມ “ພຣະຄຣິດທີ່ຊົງພຣະຊົນ” ແລະ ເກັບກຳມັນໄວ້ຢູ່ໃນໃຈ ໃຫ້ໄດ້ກ່ອນວັນທີ 25 ເດືອນທັນວາ. ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະສາມາດມີອິດທິພົນໃນທາງດີ—ເໝືອນດັ່ງເອື້ອຍນ້ອງໃນລັດອາລັສກາມີຕໍ່ຂ້າພະເຈົ້າ.
ທ່ານສາມາດເຫັນຕົນເອງ ຢູ່ໃນຂໍ້ຄວາມດັ່ງຕໍ່ໄປນີ້ບໍ ຈາກ, “ພຣະຄຣິດທີ່ຊົງພຣະຊົນ”? “ພຣະອົງໄດ້ອ້ອນວອນເຮົາໃຫ້ເຮັດຕາມຕົວຢ່າງຂອງພຣະອົງ. ພຣະອົງໄດ້ຍ່າງຕາມເສັ້ນທາງໃນຟີລິດສະຕິນ, ປິ່ນປົວຄົນເຈັບປ່ວຍ, ໂຜດຄົນຕາບອດໃຫ້ເຫັນຮຸ່ງ, ແລະ ຟື້ນຊີວິດຄົນຕາຍ.”10
ເຮົາ, ເອື້ອຍນ້ອງຂອງສາດສະໜາຈັກ, ບໍ່ເຄີຍຍ່າງຕາມເສັ້ນທາງໃນຟີລິດສະຕິນ ປິ່ນປົວຄົນເຈັບປ່ວຍ, ແຕ່ເຮົາສາມາດອະທິຖານເພື່ອ ແລະ ນຳໃຊ້ຄວາມຮັກແຫ່ງການປິ່ນປົວຂອງການຊົດໃຊ້ມາສູ່ຜູ້ຄົນທີ່ມີຄວາມສຳພັນທີ່ໝົດຫວັງ ແລະ ຂຸ່ນເຄືອງ.
ເຖິງແມ່ນວ່າ ເຮົາຈະບໍ່ສາມາດໂຜດຄົນຕາບອດໃຫ້ເຫັນຮຸ່ງດັ່ງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ກະທຳ, ແຕ່ເຮົາສາມາດເປັນພະຍານເຖິງແຜນແຫ່ງຄວາມລອດ ຕໍ່ຄົນຕາບອດ. ເຮົາສາມາດເປີດຕາແຫ່ງຄວາມເຂົ້າໃຈຂອງເຂົາໃຫ້ເຂົາເຈົ້າເຫັນອຳນາດທີ່ຈຳເປັນຂອງຖານະປະໂລຫິດ ໃນເລື່ອງພັນທະສັນຍາອັນນິລັນດອນໄດ້.
ເຮົາຈະບໍ່ສາມາດຟື້ນຄືນຊີວິດຄົນຕາຍ ດັ່ງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ກະທຳ, ແຕ່ເຮົາສາມາດເປັນພອນໃຫ້ແກ່ຄົນຕາຍ ໂດຍການຊອກຫາລາຍຊື່ຂອງເຂົາເຈົ້າ ເພື່ອເຮັດວຽກງານໃນພຣະວິຫານ. ແລ້ວເຮົາຈະຊ່ອຍເຂົາເຈົ້າອອກຈາກຄຸກໃນໂລກວິນຍານ ແລະ ສະເໜີເສັ້ນທາງແຫ່ງຊີວິດນິລັນດອນແກ່ເຂົາເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ ເຮົາມີພຣະຜູ້ຊ່ອຍໃຫ້ລອດທີ່ຊົງພຣະຊົນຢູ່, ທີ່ເປັນພຣະເຢຊູຄຣິດ, ແລະ ດ້ວຍອຳນາດ ແລະ ຄວາມສະຫວ່າງຂອງພຣະອົງ ເຮົາຈະສາມາດກຳຈັດຄວາມມືດຂອງໂລກນີ້ໄດ້, ສາມາດເປັ່ງສຽງເຖິງຄວາມຈິງທີ່ເຮົາຮູ້ຈັກ, ແລະ ເປັນອິດທິພົນແກ່ຄົນອື່ນ ໃຫ້ມາຫາພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.