​2010–2019
ນຳພາ​ກັບ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ
ຕຸລາ 2014


14:1

ນຳພາ​ກັບ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ

​​ເຖິງ​ແມ່ນ​ເຮົາ​ຖືກ​ຫຸ້ມ​ລ້ອມ​​ໄປ​ດ້ວຍ​ການ​ປະດິດຄິດ​ສ້າງ​ທີ່​ດີ​ເດັ່ນ​ຂອງມະນຸດ, ​ແຕ່​ເຮົາ​ອ້ອນວອນ​ຂໍ​ການ​ນຳພາ​ຈາກ​ສະຫວັນ, ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ວາງ​ແຜນ ​ແລະ ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ສະຫລາດ ​ແລະ ຖືກຕ້ອງ.

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ມາ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ໃຫຍ່​ຂອງ​ຖານະ​ປະ​ໂລຫິດ, ທັງ​ຢູ່​ໃນ​ສູນ​ກາງ​ປະຊຸມ​ໃຫຍ່​ນີ້ ​ແລະ ​ໃນ​ສະຖານ​ທີ່​ຕ່າງໆ ຕະຫລອດ​ທົ່ວ​ໂລກ. ຂ້າພະ​ເຈົ້າ​ໄດ້​ຮັບ​ກຽດ ​ແຕ່​ຖ່ອມ​ຕົນ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຂ້າພະ​ເຈົ້າ ທີ່​ຈະ​ກ່າວ​ສອງ​ສາມ​ຢ່າງ​ນຳ​ທ່ານ. ຂ້າພະ​ເຈົ້າອະທິຖານ​ວ່າ ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ຈະ​ສະຖິດ​ຢູ່​ກັບ​ຂ້າພະ​ເຈົ້າ ​ໃນ​ເວລາ​ນີ້.

ເຈັດ​ສິບ​ຫ້າ​ປີ​ກ່ອນ, ​ໃນ​ວັນ​ທີ 14 ​ເດືອນ​ກຸມພາ  ປີ 1939, ໃນ​ເມື​ອງ​ແຮມ​ເບີກ, ປະ​ເທດ​ເຢຍລະ​ມັນ, ຜູ້​ຄົນ​ໄດ້​ສະຫລອງ​ວັນພັກ. ​ຂະນະ​ທີ່​ມີ​ການ​ກ່າວ​ປາ​ໄສ​ທີ່​ມີ​ພະລັງ, ມີ​ການ​ຮ້ອງ​ໂຮ, ​ແລະ ມີ​ການຮ້ອງ​ເພງ​ຮັກ​ຊາດ, ​ກຳ​ປັ່ນ​ສູ້​ຮົບລຳ​ໃໝ່​ ຊື່ວ່າ ບີ​ສະ​ມາກ ໄດ້​ລ່ອງ​​ໄປ​ຫາ​ທະ​ເລ​ທາງ​ແມ່ນ້ຳ ​ແອວ​ບີ. ມັນ​ເປັນ​​ເຮືອ​ທີ່​ມີ​ພະລັງ​, ມີ​ອາວຸດທີ່​ໜ້າ​ງຶດ​ງໍ້ ​ເດັ່ນ​ກວ່າ​ລຳ​ອື່ນໆ​. ​ໃນ​ການ​ສ້າງ​ນັ້ນ ​ເຂົາ​ເຈົ້າຕ້ອງ​ໃຊ້​​ແຜນຜັງຫລາຍ​ກວ່າ 57,000 ​ແຜ່ນ ສຳລັບ 380-ມີ​ລີ​ແມັດ, ມີ​ປືນ​ໃຫຍ່​ທີ່​ໃຊ້​ເຣດາສອງ​ກະບອກ. ​ເຂົາ​ເຈົ້າ​ໄດ້​ໃຊ້​ສາຍ​ໄຟ​ຍາວປະມານ 28,000 ​ໄມ (45,000 ກິ​ໂລ​ແມັດ). ​ເຂົາ​ເຈົ້າ​ໄດ້​ໃຊ້​ແຜ່ນ​ເຫລັກ​ປ້ອງ​ກັນ​ເປັນ​ຈຳນວນ 35,000 ​ແຜ່ນ. ກຳ​ປັ່ນ​ນັ້ນສວຍ​ງາມ, ກວ້າງ​​ໃຫຍ່, ​ແລະ ມີ​ພະລັງຫລາຍ​ ດ້ານ​ການ​ສູ້​ຮົບ, ຊຶ່ງ​ຄິດ​ວ່າ ຄົງ​ບໍ່​ມີ​ວັນ​ຈະ​ຫລົ້ມ.

ເວລາ​ຂອງ ບີ​ສະ​ມາກ ໄດ້​ມາ​ເຖິງ ປະມານ​ສອງ​ປີ​ຈາກ​ນັ້ນ, ​ເມື່ອ​ວັນ​ທີ 24 ​ເດືອນ​ພຶດສະພາ  ປີ 1941, ກຳ​ປັ່ນ​ຮົບ​ສອງ​ລຳ​ຂອງ​ຝ່າຍ​ອັງກິດ ຊື່ ພຣິນສ໌ ອັອຟ ​ແວວ​ສ໌ ​ແລະ ຫູດ, ໄດ້​ສູ້​ຮົບ​ກັບ ບີ​ສະ​ມາກ ແລະ ​ເຮືອ​ລາດຕະ​ເວນ​ຂອງ​ເຢຍລະ​ມັນ​ອີກ​ລຳ​ໜຶ່ງ ຊື່ ພຣິນສ໌ ຢູຈີນ. ພາຍ​ໃນ​ຫ້ານາ​ທີ ບີ​ສະ​ມາກ ໄດ້​ສົ່ງ​ກຳ​ປັ່ນ ຮູດ ລົງ​ໄປ​ສູ່​ຄວາມ​ເລິກ​ຂອງ ​ແອດ​ແລນ​ຕິກ ພ້ອມ​ດ້ວຍທະຫານ​ເຮືອ​ທຸກ​ຄົນ ​ຍົກ​ເວັ້ນ​ແຕ່​ສາມ​ຄົນ​ເທົ່າ​ນັ້ນ ​ຫລາຍ​ກວ່າ 1,400 ຄົນ. ສ່ວນ​ກຳ​ປັ່ນ ພຣິນສ໌ ອັອຟ ​ແວວ​ສ໌, ໄດ້​ຖືກ​ທຳລາຍ​ຢ່າງ​ຮ້າຍ​ແຮງ ​ແລະ ​ໄດ້​ຖອຍໜີ.

ສາມ​ມື້​ຫລັງ​ຈາກ​ນັ້ນ, ບີ​ສະ​ມາກ ໄດ້​ມາ​ສູ້​ຮົບ​ອີກ ຕ້ານກຳ​ປັ່ນ​ ​ແລະ ຍົນ​ຂອງ​ອັງກິດ. ​ເມື່ອ​ລວມ​ແລ້ວ ຝ່າຍ​ອັງກິດ​ມີ​ພະລັງ​ຂອງ​ກຳ​ປັ່ນ​ສູ້​ຮົບ​ເຖິງ​ຫ້າລຳ, ມີ​ຍົນ​ສອງ​ລຳ, ມີ​ເຮືອ​ລາດຕະ​ເວນ 11 ລຳ, ​ແລະ ມີ​ເຮືອ​ຮົບ 21 ລຳ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຊອກ​ຫາ ​ແລະ ທຳລາຍ ບີ​ສະ​ມາກ ທີ່​ຍິ່ງ​ໃຫຍ່.

ໃນລະຫວ່າງ​ການ​ສູ້​ຮົບທີ່​ດຸ​ເດືອດ ຝ່າຍ​ອັງກິດ​ໄດ້ຍິງ​​ໄປ​ໃສ່ ບີ​ສະ​ມາກ. ກະບອກ​ແລ້ວ ກະ​ບອກ​ເລົ່າ, ​ແຕ່​ພຽງ​ສາມາດ​ທຳລາຍ​ຂ້າງ​ນອກ​ໜ້ອຍ​ດຽວ​​ເທົ່າ​ນັ້ນ. ມັນ​ເປັນກຳ​ປັ່ນ​ທີ່​ບໍ່​ມີ​ວັນ​ຫລົ້ມບໍ? ​ແລ້ວ​ລູກ​ປືນ ​ໂທ​ພີ​ໂດ ​ຖືກ​ຍິງ​ໄປ. ​ໂຊກ​ດີ​ມັນ​ໄປ​ຄາ​ຢູ່​​ຫາງ​ເສືອ​ຂອງ ບີ​ສະ​ມາກ. ເຂົາ​ເຈົ້າພະຍາຍາມສ້ອມ​ແປງ, ​ແຕ່​ກໍ​​ເຮັດ​ບໍ່​ໄດ້. ​​ເຖິງ​ແມ່ນ​ໄດ້​ຕຽມ​ພ້ອມດ້ວຍ​ອາວຸດ ​ແລະ ນັກຮົບ, ​ແຕ່ ບີ​ສະ​ມາກ ພຽງ​ແຕ່​ສາມາດ​ຄ່ອຍ​ລ່ອງ​ໄປ​ໃນ​ວົງ​ກົມ​​ເທົ່າ​ນັ້ນ. ບໍ່​ໄກ​ຈາກ​ນັ້ນ ກໍ​ມີ​ຄ້າຍ​ທະຫານ​ອາກາດ​ຂອງ​ເຢຍລະ​ມັນ. ​ເຮືອ ບີ​ສະ​ມາກ ບໍ່​ສາມາດ​​​ແລ່ນ​ເຂົ້າຝັ່ງ​ປະ​ເທດ​ຂອງ​ຕົນ. ​ທັງ​ເຮັດ​ຫຍັງ​ບໍ່​ໄດ້​ອີກ ​ເພາະ ບີ​ສະ​ມາກ ບໍ່​ສາມາດ​ເດີນ​​ໄປ​ຕາມ​ແຜນ​ທີ່​. ບໍ່​ມີ​ຫາງ​ເສືອ, ບໍ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ, ບໍ່​ມີ​ຝັ່ງ. ພາວະສຸ​ດທ້າຍ​​ໃກ້​ຈະ​ມາ​ເຖິງ​ແລ້ວ. ຝ່າຍ​ອັງກິດ​ໄດ້​ຍິງ​ທະ​ລົ່ມ ​ໃນ​ຂະນະ​ທີ່​​ເຮືອ​ຮົບຂອງ​ເຢຍລະ​ມັນ​ພັງ​ທະລາ​ຍ ​ແລະ ຈົມ​ລົງ​ໃນ​ນ້ຳ ຊຶ່ງ​ຄັ້ງໜຶ່ງ​ເຄີຍ​ຄິດ​ວ່າ​ເປັນ​ເຮືອ​ທີ່​ບໍ່​ມີ​ວັນ​ທີ່​ຈະ​ຫລົ້ມ. ທຳ​ອິດ​ຟອງ​ທະ​ເລ​ທີ່​ຫິວ​ໂຫຍຂອງ ​ແອດ​ແລນ​ຕິກ ​ໄດ້​ຟາດ​ກະທົບ​ໃສ່​ທາງ​ຂ້າງ​ຂອງ​ເຮືອ ແລ້ວ​ໄດ້​ກືນກິນ​ກຳ​ປັ່ນ​ຮົບ​ທີ່​ຍິ່ງ​ຍະ​ໂສ​ຂອງ​ເຢຍລະ​ມັນ. ​ແລ້ວ​ກໍບໍ່​ມີ ບີ​ສະ​ມາກ ອີກ​ຕໍ່​ໄປ.1

ເຊັ່ນ​ດຽວ​ກັບ ບີ​ສະ​ມາກ, ເຮົາ​ແຕ່ລະຄົນ​ເປັນ​ການ​ສ້າງ​ທີ່​ໜ້າ​ອັດສະຈັນ​ໃຈ. ​ແຕ່​ການ​ສ້າງ​ຂອງ​ເຮົາ ບໍ່​ໄດ້​ຈຳກັດ​ຢູ່​ທີ່​ຄວາມສະຫລຽວ​ສະຫລາດ​ຂອງ​ມະນຸດ. ມະນຸດ​ສາມາດ​ສ້າງ​ເຄື່ອງ​ຈັກ​​ເຄື່ອງ​ງານທີ່​ຊັບຊ້ອນ, ​ແຕ່​ບໍ່​ສາມາດ​ສ້າງ​ມັນ​ໃຫ້​ມີ​ຊີວິດ ຫລື ມອບ​ອຳນາດ​ໃຫ້​ມັນ ​ເພື່ອສາມາດ​ໃຊ້​ເຫດຜົນ ​ແລະ ຕັດສິນ​ໃຈ. ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ ທີ່​ສາມາດມອບ​ຂອງ​ປະທານ​ແຫ່ງ​ສະຫວັນ​ໄດ້.

​ອ້າຍ​ນ້ອງ​ທັງຫລາຍ, ເຊັ່ນ​ດຽວ​ກັບ​ຫາງ​ເສືອ​ຂອງ​ກຳ​ປັ່ນ, ​​ເສັ້ນທາງ​ໄດ້​ຖືກ​​ຈັດ​ຕຽມໄວ້​ໃຫ້​ເຮົາ ​ເພື່ອ​ເດີນ​ໄປ. ​ຫໍ​ໄຟ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ສ່ອງ​ເຍືອງ​ທຸກ​ຄົນ ຜູ້​ກຳລັງ​ຂັບ​ເຮືອ​ໄປ​ໃນ​ທະ​ເລ​ແຫ່ງ​ຊີວິດ. ຈຸດປະສົງ​ຂອງ​ເຮົາ ​ແມ່ນ​ທີ່​ຈະ​ຂັບ​ເຮືອ​ຕົງ​ໄປ​ຫາ​ຈຸດ​ເປົ້າໝາຍ​ຂອງ​ເຮົາ—ນັ້ນຄື ອານາຈັກ​ຊັ້ນສູງ​ຂອງ​ພຣະ​ເຈົ້າ. ຄົນ​ທີ່​ບໍ່​ມີ​ເປົ້າໝາຍ ​ປຽບ​ເໝືອນ​ເຮືອ​ທີ່​ບໍ່​ມີ​ຫາງ​ເສືອ, ຈະ​ບໍ່​ສາມາດ​ໄປ​ເຖິງ​ຈຸດ​ໝາຍ​ປາຍທາງຈັກ​ເທື່ອ. ​ເຮົາ​ໄດ້​ຮັບ​ສັນຍານ​ເຕືອນ​ບອກ​ວ່າ: ​ໃຫ້​ວາງ​ແຜນ​ທາງ​ທີ່​ຈະ​ໄປ, ​ຕຽມ​ພ້ອມອອກ​ເດີນທາງ, ຕັ້ງຫາງ​ເສືອ, ​ແລະ ​​ເລີ່ມຕົ້ນ.

ດັ່ງ​ທີ່​ໄດ້​ເກີດ​ກັບ​ ບີ​ສະ​ມາກ, ທີ່​ຍິ່ງ​ໃຫຍ່​ນັ້ນ, ກໍ​ຈະ​ເກີດ​ກັບ​ມະນຸດ​ຄື​ກັນ. ​ແຮງ​ດັນ​ຂອງ​ເຄື່ອງ​ຈັກ ​ແລະ ພະລັງຂອງ​ໃບ​ພັດ ຈະບໍ່​ມີ​ປະ​ໂຫຍ​ດ ຖ້າ​ບໍ່​ມີ​ຈຸດໝາຍ​ປາຍທາງ, ການ​ໃຊ້​ພະລັງ​ນັ້ນ, ພະລັງ​ຂອງ​ການ​ຊີ້​ນຳ​ນັ້ນ​ແມ່ນ​ມາ​ຈາກ​ຫາງ​ເສືອ, ​ຊຸກ​ຊ້ອນ​ຈາກ​ສາຍຕາ, ​ເປັນ​ພາກສ່ວນ​ນ້ອຍ​ໆ,​ ​ແຕ່​ມີໜ້າ​ທີ່ ທີ່​ສຳຄັນ​ຫລາຍ​ທີ່​ສຸດ.

ພຣະບິດາ​ເທິງ​ສະຫວັນ​ໄດ້​ຈັດ​ຫາ​ດວງ​ຕາ​ເວັນ, ດວງ​ເດືອນ, ​ແລະ ດວງ​ດາວ—​ໄດ້​ສ້າງ​ທາງຊ້າງ​ເຜື​ອກ ​ໄວ້​ໃນ​ທ້ອງຟ້າ ​ເພື່ອ​ນຳພາ​ຜູ້​ເດີນ​ເຮືອ​ທີ່​ຂັບ​ໄປ​ໃນ​ທະ​ເລ. ​ໃນ​ຂະນະ​ທີ່​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​ຊີວິດ, ພຣະອົງ​ກໍ​ໄດ້​ຈັດ​ຫາ​ແຜນ​ທີ່​ແຈ່ມ​ແຈ້ງ​ໄວ້​​ໃຫ້​ເຮົາ ​ແລະ ຊີ້​ທາງ​ມຸ້ງ​ໄປ​ຫາ​ຈຸດໝາຍ​ປາຍທາງ​ຂອງ​ເຮົາ. ພຣະອົງ​ໄດ້​ເຕືອນ​ວ່າ: ​ໃຫ້​ລະວັງ​ທາງ​ອ້ອມ, ​ໄພ​ອັນຕະລາຍ, ​ເລ້​ກົນ. ​ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ຄົນ​ອື່ນ​ລໍ້​ລວງ​ເຮົາ​​ໄປ​ໃນ​ທາງ​ທີ່ຜິດ, ບໍ່​ປ່ອຍ​ໃຫ້ຄົນ​ລໍ້​ໃຈ​ທີ່​ສະຫລາດ​​ແຫ່ງ​ຄວາມ​ບາບ ​​ກວັກ​ເອົາ​ເຮົາ​ຢູ່​ບ່ອນ​ນີ້ ຢູ່​ບ່ອນ​ນັ້ນ. ​ແຕ່​ໃຫ້​ເຮົາ​​ອະທິຖານ; ​ເຮົາ​ຟັງຄຳ​ເຊື້ອ​ເຊີນ​ທີ່ແຜ່​ວ​ເບົາ​ຂອງ​ພຣະອາຈານ ຊຶ່ງ​ກ່າວ​​ໃສ່​ຈິດ​ວິນ​ຍານ​ສ່ວນ​ເລິກຂອງ​ເຮົາ ທີ່​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”2

​ແຕ່​ກໍ​ມີ​ບາງ​ຄົນ​ທີ່​ບໍ່​ໄດ້​ຍິນ, ບໍ່​ເຊື່ອ​ຟັງ, ຜູ້​ທີ່ເລືອກ​ເດີນ​ຕາມ​ທາງ​ທີ່​ຕົນ​ເອງ​ເລືອກ. ສ່ວນ​ຫລາຍ ​ເຂົາ​ເຈົ້າຈະ​ຍອມ​ຕໍ່​ການ​ລໍ້​ລວງ ຊຶ່ງ​ອ້ອມ​ຮອບ​ເຮົາ​ທຸກ​ຄົນ ຊຶ່ງ​ປະກົດ​ໃນ​ແບບ​ທີ່ຢົ້ວຢວນ​ໃຈ​ຫລາຍ.

​ໃນ​ຖານະ​ທີ່​ເປັນຜູ້​ດຳລົງ​ຖານະ​ປະ​ໂລຫິດ, ​ເຮົາ​ໄດ້​ຖືກ​ສົ່ງ​ມາ​ສູ່​ໂລກ​ໃນ​ວັນ​ເວລາ​ທີ່​ມີ​ບັນຫາ​ຫຍຸ້ງຍາກ. ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ຊັບຊ້ອນ ​ໂດຍ​ມີການ​ຂັດ​ແຍ້​ງກັນ​ຢູ່​ທົ່ວ​ທຸກ​ບ່ອນ. ​ແຜນການ​ເລື່ອງ​ການ​ເມືອງ​ໄດ້​ທຳລາຍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະ​ເທດ​ຊາດ, ຜູ້​ຕໍ່ຕ້ານ​ກໍ​ພະຍາຍາມ​ຍຶດຄອງ​ອຳນາດ, ​ແລະ ພາກສ່ວນ​ຕ່າງໆ​ຂອງ​ສັງຄົມ​​ເບິ່ງ​ຄື​ວ່າ ຖືກຢຽບ​ຍ່ຳຢູ່​ຕະຫລອດ, ຂາດ​ໂອກາດ, ​ແລະ ຖືກ​ປະ​ຖິ້ມ​ໃຫ້​ຮູ້ສຶກ​ວ່າ ສິ້ນ​ຫວັງ. ​ແນວ​ຄິດ​ຂອງ​ມະນຸດ​ກ້ອງ​ຢູ່​ໃນ​ຫູ​ຂອງ​ເຮົາ, ​ແລະ ບາບ​ກໍ​ອ້ອມ​ຮອບ​ເຮົາ​ຢູ່.

​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ມີຄ່າ​ຄວນ​ຕໍ່​ພອນ​ທີ່​ຮຸ່ງ​ເຫລື້ອມ​ທຸກ​ປະການ​ ທີ່ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາມີ​ສຳລັບ​ເຮົາ. ບໍ່ວ່າ​ເຮົາ​ຈະ​ໄປ​ບ່ອນ​ໃດ, ຖານະ​ປະ​ໂລຫິດ​ຂອງ​ເຮົາ​ຈະ​ໄປ​ກັບ​ເຮົາ. ​ເຮົາ​ໄດ້​ຢືນ​ຢູ່​ໃນ​ບ່ອນ​ສັກສິດ​ບໍ? ສະນັ້ນ, ກ່ອນ​ທ່ານ​ຈະ​ເຮັດ​ໃຫ້​ຕົນ ຫລື ຖານະ​ປະ​ໂລຫິດ​ຂອງ​ຕົນ ຕົກ​ຢູ່​​ໃນ​ຂັ້ນອັນຕະລາຍ ​ໂດຍ​ການ​ເຂົ້າ​​ໄປ​ໃນ​ສະຖານ​ທີ່ ທີ່​ບໍ່​ເໝາະ​ສົມ ຫລື ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳທີ່​ບໍ່​ມີຄ່າ​ຄວນຕໍ່ທ່ານ ຫລື ຕໍ່​ຖານະ​ປະ​ໂລຫິດ​ນັ້ນ, ​ແລ້ວ​ໃຫ້​ທ່ານ​ພິຈາລະນາ​ຜົນ​ສະທ້ອນ​ຂອງ​ມັນ ກ່ອນ​ທ່ານ​ຈະ​ເຮັດ​ຫຍັງ​ລົງ​ໄປ.

ເຮົາ​ຜູ້​ທີ່​ໄດ້​ຖືກ​ແຕ່ງຕັ້ງຕໍ່​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​​ໄດ້. ​ເມື່ອ​ເຮົາ​ຮັກສາ​ຄວາມ​ບໍລິສຸດສ່ວນ​ຕົວ ​ແລະ ຮັກສາ​ກຽດ​ຂອງ​ຖານະ​ປ​ະ​ໂລຫິດ​ໄວ້, ​ແລ້ວ​ເຮົາ​ຈະ​ກາຍ​ເປັນ​ຕົວຢ່າງ​ທີ່​ຊອບ​ທຳ​ໃຫ້​ແກ່​ຄົນ​ອື່ນ​ທີ່​ຈະ​ຕິດຕາມ. ອັກຄະ​ສາວົກ​ໂປ​ນ​ໄດ້​ແນະນຳ​ວ່າ, “ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ​ໃນ​ທາງ​ກິລິຍາ ​ແລະ ວາຈາ, ​ໃນ​ຄວາມ​ຮັກ, ​ໃນ​ຄວາມ​ເຊື່ອ, ​ແລະ ​ໃນ​ຄວາມ​ບໍລິສຸດ​ຂອງ​ເຈົ້າ.”3 ພຣະອົງ​ຍັງ​ໄດ້​ຂຽນ​​ເຖິງ​ສິ່ງ​ທີ່​ຜູ້​ຕິດຕາມ​ພຣະຄຣິດຄວນ​ເປັນ ດັ່ງ​ນີ້: “ຕ້ອງ​ຊ່ອງ​ແຈ້ງ​ຢູ່​ໃນ​ໂລກ.”4 ການ​ເປັນ​ຕົວຢ່າງ​ທີ່​ຊອບ​ທຳ ສາມາດ​ຊ່ອຍ​ເຮົາ​ສ່ອງ​ແສງ​ໃນ​ໂລກ​ທີ່​ມືດ​ມົວ​ນີ້​ໄດ້.

ພວກ​ທ່ານ​ຫລາຍ​ຄົນອາດ​ຈື່​ປະທານ​ເອັນ ແອວ​ດັນ ​ແທນ​ເນີ ​ໄດ້, ຜູ້​ໄດ້​ຮັບ​ໃຊ້​ເປັນ​ທີ່​ປຶກສາ​ໃຫ້​ປະທານ​ຂອງ​ສາດສະໜາ​ຈັກ ສີ່​ຄົນ. ​ເພິ່ນ​ໄດ້​ເປັນ​ຕົວຢ່າງ​ທີ່​ຊອບ​ທຳ​ຕະຫລອດ​ເວລາ​ ໃນ​ການງານ, ​ໃນ​ການຮັບ​ໃຊ້ບ້ານ​ເມືອງ​ຢູ່​ປະ​ເທດກາ​ນາ​ດາ, ​ແລະ ​ໃນ​ການ​ເປັນ​ອັກຄະ​ສາວົກ​ຂອງ​ພຣະ​ເຢຊູ​ຄຣິດ. ​ເພິ່ນ​ໄດ້​​ໃຫ້ຄຳ​ແນະນຳ​ທີ່​ດົນ​ໃຈ​ແກ່ເຮົາວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ນຳ​ຄວາມສຸກ​ ​ແລະ ຄວາມ​ສຳ​ເລັດ​ຜົນອັນ​ໃຫຍ່​ຫລວງ​ມາ​ໃຫ້ ຫລາຍ​ໄປ​ກວ່າ​ການ​ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະກິດ​ຕິ​ຄຸນ. ຈົ່ງ​ເປັນ​ຕົວຢ່າງ​ທີ່​ດີ; ຈົ່ງ​ເປັນ​ອິດ​ທິພົນ​ໃນ​ທາງ​ດີ.”

ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ: “​ເຮົາ​ທຸກ​ຄົນ​ໄດ້​ຖືກ​ແຕ່ງຕັ້ງ​ໄວ້​ສຳລັບ​ວຽກ​ງານ​ບາງ​ຢ່າງ​ກ່ອນ​ແລ້ວ ​ໃຫ້​ເປັນ​ຜູ້​ຮັບ​ໃຊ້ [ຂອງ​ພຣະ​ເຈົ້າ] ຕາມ​ທີ່​ພຣະອົງ​ເຫັນ​ສົມຄວນ ​ເພື່ອ​ມອບ​ຖານະ​ປ​ະ​ໂລຫິດ ​ແລະ ອຳນາດ​ທີ່​ຈະ​ກະທຳ​ໃນ​ພຣະນາມ​ຂອງ​ພຣະອົງ. ຈົ່ງ​ຈື່​ຈຳ​ສະ​ເໝີ​ວ່າ ຜູ້​ຄົນ​ໄດ້​​ເພິ່ງ​ທ່ານ​ໃຫ້​ເປັນ​ຜູ້ນຳ ​ແລະ ທ່ານເປັນ​ອິດ​ທິພົນ​ຕໍ່​ຊີວິດ​ຂອງ​ຄົນ​ອື່ນ​ ຖ້າ​ບໍ່​ແມ່ນ​ໃນ​ທາງ​ທີ່​ດີ ກໍ​ແມ່ນ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ຊຶ່ງ​ຜົນ​ສະທ້ອນ​ຂອງ​ມັນ ຈະກະທົບກະ​ເທືອ​ນກັບ​​ລູກ​ຫລານ​ຫລາຍ​ລຸ້ນຄົນ.”5

​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ​ໂດຍ​ຄວາມ​ຈິງ​ທີ່​ວ່າ ອຳນາດ​ທີ່​ຍິ່ງ​ໃຫຍ່​ຢູ່​ໃນ​​ໂລກ​ທຸກ​ວັນ​ນີ້ ​ແມ່ນອຳນາດ​ຂອງ​ພຣະ​ເຈົ້າ ທີ່​ດຳ​ເນີນ​ງານ​ຜ່ານ​ທາງ​ມະນຸດ. ​ໃນ​ການ​ເດີນ​ເຮືອ​ໃນ​ໄປ​ທະ​ເລ​ແຫ່ງ​ຊີວິດ​ມະ​ຕະ, ​ເຮົາ​ຕ້ອງ​ໄດ້​ຮັບ​ການ​ຊີ້​ນຳ​ຂອງ​ນັກ​ຂັບ​ເຮືອ​ນິລັນດອນ—ນັ້ນຄື ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່. ​ເຮົາ​ເອື້ອມ​ອອກ​ໄປ, ​ເຮົາ​ທູນ​ຂໍ, ​ເພື່ອ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ.

ຕົວຢ່າງ​ໜຶ່ງ​ທີ່​ຮູ້ຈັກ​ກັນ​ດີ ​ຜູ້​ບໍ່​ໄດ້​ທູນ​ຂໍ ​ແມ່ນ ກາ​ອິນ ລູກ​ຊາຍ​ຂອງ​ອາ​ດາມ ​ແລະ ​ເອວາ. ​ໂດຍ​ທີ່​ມີ​ຄວາມ​ສາມາດ,​ ​ແຕ່​ບໍ່​ມີ​ຄວາມ​ຕັ້ງ​ໃຈ, ກາ​ອິນ​ໄດ້​ປ່ອຍ​ໃຫ້​ຄວາມ​ໂລບ​ມາກ​ໂລພາ, ຄວາມ​ອິດສາ​ບັງ​ບຽດ, ຄວາມ​ບໍ່​ເຊື່ອ​ຟັງ, ​ແລະ ​ແມ່ນ​ແຕ່​ການ​ຄາດ​ຕະກຳ ມາ​ຄາ​ຢູ່​ຫາງ​ເສືອ​ຂອງ​ລາວ ອັນ​ທີ່​ຈະ​ນຳພາ​ລາວ​ໄປ​ຫາ​ບ່ອນ​ປອດ​ໄພ ​ແລະ ຄວາມສູງ​ສົ່ງ. ການສະ​ແຫວງ​ຫາ​ສິ່ງ​ທີ່​ເປັນ​ທາງ​ໂລກ​ໄດ້​ເຮັດ​ໃຫ້ກາ​ອິນ​ຕົກ​ໄປ.

ໃນ​ສະ​ໄໝ​ໜຶ່ງ​ອີກ ​ໂດຍ​ກະສັດທີ່​ຊົ່ວ​ຮ້າຍ​ອີກ​ຄົນ​ໜຶ່ງ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ທົດ​ລອງ. ​ໂດຍ​ທີ່​​ໄດ້ຮັບ​ການ​ດົນ​ໃຈ​ຈາກ​ສະຫວັນ, ດາ​ນີ​ເອນ, ​ໄດ້​ແປ​ການ​ຂຽນ​ຢູ່ກຳ​ແພງ​ຂອງ​ກະສັດ. ກ່ຽວ​ກັບ​ຂອງຂວັນ​ທີ່​ສະ​ເໜີມອບ​ໃຫ້​ແກ່​ລາວ—​ເຊັ່ນ ຜ້າຄຸມຂອງ​ກະສັດ, ສາຍ​ຄໍ​ຄຳ, ​ແລະ ອຳນາດ​ປົກຄອງ—​ແຕ່​ດາ​ນີ​ເອນ​ໄດ້​ກ່າວ​ວ່າ, “ຂໍ​ທ່ານ​ຈົ່ງ​ເກັບ​ຂອງຂວັນ​ນັ້ນ​ໄວ້​ເອງ​ສາ​ເຖີດ.”6 ຊັບ​ສິນ ​ແລະ ອຳນາດ​ໄດ້​ຖືກ​ສະ​ເໜີ​ມອບ​ໃຫ້​ແກ່​ດາ​ນີ​ເອນ, ​ແຕ່​ເປັນ​ລາງວັນ​ຂອງ​ສິ່ງ​ທີ່​ເປັນ​ຂອງ​ໂລກ ​ແລະ ບໍ່​ແມ່ນ​ຂອງ​ພຣະ​ເຈົ້າ. ດາ​ນີ​ເອນ​​ໄດ້ປະຕິ​ເສດ ​ແລະ ຊື່ສັດ​ຕໍ່​ໄປ.

ຈາກ​ນັ້ນ, ​ເມື່ອ​ດາ​ນີ​ເອນ​ໄດ້​ນະມັດສະການ​ພຣະ​ເຈົ້າ ຕັດ​ກັບ​ການ​ປະກາດ​ສັ່ງ​ຫ້າມ​ຂອງ​ກະສັດ, ລາວ​ໄດ້​ຖືກ​​ໂຍນ​ລົງ​ຖ້ຳສິງ. ພຣະຄຳ​ພີ​ບອກ​ວ່າ ​ໃນ​ຮຸ່ງ​ເຊົ້າມື້​ຕໍ່​ມາ, “ພວກ​ເຂົາ​​ໄດ້ດຶງ​ເອົາ​ດາ​ນີ​ເອນ​ຂຶ້ນມາຈາກ​ຖ້ຳ ​ແລະ ​ເຫັນ​ວ່າ​ລາວ​ບໍ່ໄດ້​ຖືກ​ທຳຮ້າຍ​ແຕ່​ຢ່າງ​ໃດ ​ເພາະລາວ​ໄວ້​ວາງ​ໃຈ​ໃນ​ … ພຣະ​ເຈົ້າ.”7 ໃນ​ເວລາ​ທີ່​ຈຳ​ເປັນ, ດາ​ນີ​ເອນ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ຍຶດໝັ້ນຢູ່​ໃນ​ເສັ້ນທາງ, ປ່ອຍ​ໃຫ້​ສະຫວັນ​ປົກ​ປັກ​ຮັກສາ​​ລາວ​ໃຫ້​ປອດ​ໄພ. ການ​ປົກ​ປ້ອງ ​ແລະ ຄວາມ​ປອດ​ໄພ​ເຊັ່ນນັ້ນ ສາມາດ​ເປັນ​ຂອງ​ເຮົາ​ໄດ້ ​ເມື່ອ​ເຮົາ​ຍຶດໝັ້ນຢູ່​ໃນ​ເສັ້ນທາງ ທີ່​ຈະ​ພາ​ເຮົາ​ກັບ​ໄປ​ຫາ​ບ້ານ​ນິລັນດອນ​ຂອງ​ເຮົາ.

ໂມງ​ຂອງ​ປະ​ຫວັດສາດ, ​ເຊັ່ນ​ດຽວ​ກັບດິນຊາຍ​ຢູ່​ໃນຂວດ​ໂມງ​ ຈະ​ບົ່ງ​ບອກ​ເວລາ​ທີ່​ຜ່ານ​ໄປ. ຜູ້​ຄົນ​ກຸ່ມ​ໃໝ່​ໄດ້​ມີ​ຊີວິດ​ຢູ່. ບັນຫາ​ໃນ​ສະ​ໄໝ​ຂອງ​ເຮົາ​ປະກົດ​ຢູ່​ຕໍ່ໜ້າ​ເຮົາ. ຕະຫລອດ​ທົ່ວ​ປະຫວັດສາດ​ຂອງ​ໂລກ, ຊາຕານ​ໄດ້​ທຳງານ​ຢ່າງ​ບໍ່​ຢຸດ​ພັກ ​ເພື່ອ​ທຳລາຍ​ຜູ້​ຕິດຕາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຖ້າ​ເຮົາ​ຍອມ​ຕໍ່​ການ​ລໍ້​ລວງ​ຂອງ​ມັນ, ​ເຮົາ—ຈະ​ເປັນ​ເໝືອນ​ດັ່ງ​ກຳ​ປັ່ນ ບີ​ສະ​ມາກ ທີ່​ຍິ່ງ​ໃຫຍ່​ນັ້ນ—ຈະ​ສູນ​ເສຍ​ຫາງ​ເສືອ ອັນ​ທີ່​ຈະ​ນຳພາ​ເຮົາ​ໄປ​ຫາ​ບ່ອນ​ປອດ​ໄພ. ​​ເຖິງ​ແມ່ນ​ເຮົາ​ຖືກ​ຫຸ້ມ​ລ້ອມ​​ໄປ​ດ້ວຍ​ການ​ປະດິດຄິດ​ສ້າງ​ທີ່​ດີ​ເດັ່ນ​ຂອງມະນຸດ, ​ແຕ່​ເຮົາ​ອ້ອນວອນ​ຂໍ​ການ​ນຳພາ​ຈາກ​ສະຫວັນ, ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ວາງ​ແຜນ ​ແລະ ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ສະຫລາດ ​ແລະ ຖືກຕ້ອງ. ພຣະບິດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ຈະ​ບໍ່​​ໃຫ້​ຄຳ​ອ້ອນວອນ​ທີ່​ຈິງ​ໃຈ​ຂອງ​ເຮົາ​ໄຮ້​ປະ​ໂຫຍ​ດ. ​ເມື່ອ​ເຮົາ​ສະ​ແຫວ​ງຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະ​ຫວັນ, ຫາງ​ເສືອ​ຂອງ​ເຮົາ, ຈະ​ບໍ່​ເປັນ​ເໝືອນ​ດັ່ງ​ຫາງ​ເສືອ​ຂອງ​ກຳ​ປັ່ນ ບີ​ສະ​ມາກ, ມັນ​ຈະ​ບໍ່​ເສຍ​ໄປ.

ເມື່ອ​ເຮົາ​ເລີ່​ມຕົ້ນການ​ເດີນທາງ​ຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ຂັບ​ເຮືອ​ໄປ​ໃນ​ທະ​ເລ​ແຫ່ງ​ຊີວິດ​ດ້ວຍ​ຄວາມ​ປອດ​ໄພ. ຂໍ​ໃຫ້​ເຮົາ​ຈົ່ງ​ກ້າຫານ​ເໝືອນ​ດັ່ງ​ດາ​ນີ​ເອນ, ​ເພື່ອ​ວ່າ​ເຮົາ​ຈະ​ຍຶດໝັ້ນຢູ່​ນຳ​ຄວາມ​ຈິງ ​ແລະ ຊື່​ສັດ ​ເຖິງ​ແມ່ນ​ບາບ ​ແລະ ການ​ລໍ້​ລວງ​ຈະ​ອ້ອມ​ຮອບ​ເຮົາ​ຢູ່​ກໍ​ຕາມ. ຂໍ​ໃຫ້ປະຈັກ​ພະຍານ​ຂອງ​ເຮົາ​ຈົ່ງ​​ເຂັ້ມ​ແຂງ ​ແລະ ມີ​ພະລັງ​ເໝືອນ​ດັ່ງ​ຢາ​​ໂຄບ ນ້ອງ​ຊາຍ​ຂອງ​ນີ​ໄຟ ຕອນ​ລາວ​ໄດ້​ປະ​ເຊີນ​ກັບ​ຄົນ​ທີ່​ສະ​ແຫວ​ງຫາ​ທີ່ຈະ​ທຳລາຍ​ສັດທາ​ຂອງ​ລາວ. ລາວ​ໄດ້​ປະກາດ​ວ່າ, “ຂ້າພະ​ເຈົ້າ​ຫວັ່ນໄຫວ​ບໍ່​ໄດ້.”8

ໂດຍ​ມີຫາງ​ເສືອ​ແຫ່ງ​ສັດທານຳພາ​ເສັ້ນທາງ​ຂອງ​ເຮົາ, ອ້າຍ​ນ້ອງ​ທັງ​ຫລາຍ, ​ເຮົາ​ກໍ​ຄື​ກັນ ຈະ​ພົບ​ທາງ​ກັບ​ຄືນ​ໄປ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ—​ໄປ​ບ້ານ​ຫາ​ພຣະ​ເຈົ້າ, ​ເພື່ອ​ອາ​ໄສ​ຢູ່​ກັບ​ພຣະອົງ​ຊົ່ວ​ນິລັນດອນ. ຂໍ​ໃຫ້​ເປັນ​ດັ່ງນັ້ນນຳ​ເຮົາ​ແຕ່ລະຄົນ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ອາ​ແມນ.