​2010–2019
ການ​ພົບ​ເຫັນ​ຄວາມ​ສະຫງົບ​ທີ່​ຍືນ​ຍົງ ​ແລະ ການ​ສ້າງ​ຄອບຄົວ​ນິລັນດອນ
ຕຸລາ 2014


15:6

ການ​ພົບ​ເຫັນ​ຄວາມ​ສະຫງົບ​ທີ່​ຍືນ​ຍົງ ​ແລະ ການ​ສ້າງ​ຄອບຄົວ​ນິລັນດອນ

ແມ່ນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດທີ່​ມີ​ພື້ນຖານ​ນີ້ ຊຶ່ງ​ເທິງ​ພື້ນຖານ​ດັ່ງກ່າວ ​ເຮົາ​ຈະ​ພົບ​ເຫັນ​ຄວາມ​ສະຫງົບ​ທີ່​ຍືນ​ຍົງ ​ແລະ ສ້າງໜ່ວຍ​ຄອບຄົວ​ນິລັນດອນ.

ການ​ເດີນທາງ​ຂອງ​ເຮົາ​ຜ່ານ​ຊີວິດ ມີ​ຊ່ວງໄລຍະ​ທີ່ດີ ​ແລະ ບໍ່​ດີ. ​ແຕ່ລະ​​ໄລຍະ​ຈະ​ມີ​ການ​ທ້າ​ທາຍ​ທີ່​​ແຕກ​ຕ່າງ​ກັນ. ວິທີ​ທີ່​ເຮົາ​ຈະ​ປັບ​ຕົວ​ເຂົ້າກັບ​ການ​ປ່ຽນ​ແປງທີ່​ມາ​ເຖິງ ​ແມ່ນ​ຂຶ້ນກັບຮາກ​ຖານ​ທີ່​ເຮົາ​ສ້າງ. ພຣະກິດ​ຕິ​ຄຸນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ໄດ້ຈັດ​ຫາ​ຮາ​ກຖານ​ທີ່​ແນ່ນອນ ​ແລະ ໝັ້ນຄົງ​​ໄວ້​ໃຫ້. ມັນ​ໄດ້​ຖືກ​ສ້າງ​ຂຶ້ນ​ເທື່ອ​ລະກ້ອນ ​ເມື່ອ​ເຮົາ​ມີ​ຄວາມ​ຮູ້​ເລື່ອງ​ແຜນ​ນິລັນດອນ​ຂອງ​ພຣະຜູ້​ເປັນ​ເຈົ້າ ສຳລັບ​ລູກໆ​ຂອງ​ພຣະອົງ. ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ພຣະອາຈານ​ສອນ. ​ເຮົາ​ຕິດຕາມ​ພຣະອົງ.

ພຣະຄຳ​ພີ​ໄດ້​ເປັນ​ພະຍານ​ເຖິງ​ພຣະອົງ ​ແລະ ​ໄດ້​ໃຫ້​ຕົວຢ່າງ​ເຖິງ​ຄວາມ​ຊອບ​ທຳ​ທີ່​ດີ​ພ້ອມ ສຳລັບ​ເຮົາ​ທີ່​ຈະ​ຕິດຕາມ. ​ໃນ​ກອງ​ປະຊຸມ​ທີ່​ຜ່ານ​ມາ ຂ້າພະ​ເຈົ້າ​ໄດ້​ບອກ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ວ່າ ຂ້າພະ​ເຈົ້າມີ​ປຶ້ມ​ຫລາຍ​ຫົວ ທີ່​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ບັນທຶກກ່ຽວ​ກັບ​ສິ່ງ​ທີ່​ໃຊ້​ເພື່ອ​ຕຽມ​ບົດຮຽນ​ຫ້ອງ​ສະມາຄົມ​ສະຕີ​ສົງ​ເຄາະ. ປຶ້ມບັນທຶກ​ເຫລົ່ານັ້ນ ກ່ຽວຂ້ອງ​ກັບສະ​ໄໝ​ນີ້​ເທົ່າໆ​ກັບ​ສະ​ໄໝ​ນັ້ນ. ​ຂໍ້ຄວາມ​ໜຶ່ງຢູ່​ໃນ​ນັ້ນ​ໄດ້​ຖືກ​ຂຽນ​ໃນ​ປີ 1908 ​ໂດຍ ຊາລີ ​ເອດ​ເວີ​ດ ​ແຈັບ​ເຟີ​ສັນ ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພຣະ​ເຢຊູຄຣິດ. ມັນ​ກ່າວ​ວ່າ:

“ການ​ເປັນ​ຊາວ​ຄຣິດ ​ຄື​ການນັບຖື​ພຣະ​ເຢຊູດ້ວຍ​ຄວາມ​ຈິງ​ໃຈ ​ແລະ ​ເລິກຊຶ້ງ ຈົນ​ວ່າ​ເຮົາ​ມອບ​ທັງ​ຊີວິດ​ເພື່ອ​ຈະ​ໄດ້​ເປັນ​ເໝືອນ​ດັ່ງພຣະອົງ.

“… ເຮົາ​ອາດ​ມາ​ຮູ້ຈັກ​ພຣະອົງ ຜ່ານ​ພຣະຄຳ​ທີ່​ພຣະອົງ​ໄດ້​ກ່າວ, ຜ່ານ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ, ​ແລະ ຜ່ານຄວາມ​ສະຫງົບ​ງຽບ​ຂອງ​ພຣະອົງ. ​ເຮົາ​ອາດ​ຮູ້ຈັກ​ພຣະອົງ​ນຳ​ອີກ ​ໂດຍ​ຄວາມ​ປະ​ທັບ​ໃຈ​ທີ່​ພຣະ​ອົງ​ໄດ້ປະ​ໄວ້​ນຳ​ໝູ່​ເພື່ອນ​ກ່ອນ ​ແລະ ນຳ​ສັດຕູ​ຂອງ​ພຣະອົງ, ​ແລະ ສຸດ​ທ້າຍ​ນຳ​ຜູ້​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ຂອງ​ພຣະອົງ. …

“ຂໍ້ຄວາມ​ໜຶ່ງ​ອີກ​ກ່ຽວ​ກັບ​ຊີວິດ​ໃນ​ສະ​ໄໝ​ສັດຕະວັດ​ທີ​ຊາວ ​ຄື​ຄວາມ​ບໍ່ພໍ​ໃຈ ​ແລະ ມີ​ບັນຫາ. …

“… ຜູ້​ຄົນ​ໄດ້​ຊອກ​ຫາ​ບາງ​ສິ່ງ, ​ແຕ່​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ. ຄວາມ​ລ້ຳລວຍ​ໄດ້​ມາ​ເຖິງ; ​ໂລກ​ກໍເຕັມ​ໄປ​ດ້ວຍ​ການ​ປະດິດ​ຄິດ​ສ້າງ ຂອງ​ຜູ້​ຄົນ​ທີ່​ຊຳນານ ​ແລະ ສະຫລາດ​ຫລັກ​ແຫລມ ​ແຕ່​ເຮົາ​ຍັງ​ກະວົນກະວາຍ, ບໍ່ພໍ​ໃຈ​ ​ແລະ ງົງ​ງັນ. ຖ້າ​ເຮົາ​ເປີດ​ພຣະຄຳ​ພີ​ໃໝ່ ​ເຮົາ​ຈະ​ຖືກ​ທັກ​ທາຍ​ດ້ວຍ​ຖ້ອຍ​ຄຳ​ ທີ່ວ່າ: ‘ຈົ່ງ​ມາ​ຫາ​ເຮົາ ​ແລະ ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບຄວາມ​ເຊົາ​ເມື່ອຍ, ​ເຮົາ​ແມ່ນ​ອາຫານ​ທິບ​ແຫ່ງ​ຊີວິດ, ​ເຮົາ​ແມ່ນ​ຄວາມ​ສະຫວ່າງ​ຂອງ​ໂລກ, ຖ້າ​ຜູ້​ໃດ​ຫິວ​ນ້ຳ​ໃຫ້​ມາ​ຫາ​ເຮົາ ​ແລະ ດື່ມ, ສັນຕິ​ສຸກ​ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ​ເຈົ້າທັງຫລາຍ​ຈະ​ໄດ້​ຮັບ​ລິດ​ເດດ, ພວກ​ເຈົ້າຈະ​ຊື່ນ​ຊົມ​ຍິນ​ດີ’” (The Character of Jesus [1908], 7, 11, 15–16).

​ຊາຍ ​ແລະ ຍິງ​ຖືກ​ຫລໍ່​ຫລອມ​ໂດຍ​ຜູ້​ຄົນ​ທີ່​ເຂົາ​ເລືອກ​ເຮັດ​ຕາມ. ຄົນ​ທີ່​ເຂົາ​ນັບຖື ​ແລະ ພະຍາຍາມ​ເອົາ​ແບບຢ່າງ ກໍ​ຫລໍ່​ຫລອມ​ເຂົາ​ໄດ້​ຄື​ກັນ. ພຣະ​ເຢຊູຄຣິດ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ. ວິທີ​ດຽວ​ເທົ່າ​ນັ້ນທີ່​ຈະ​ສາມາດ​ພົບ​ຄວາມ​ສະຫງົບ​ທີ່​ຍືນ​ຍົງ ຄື​ທີ່​ຈະ​ເບິ່ງ​ທີ່​ພຣະອົງ ​ແລະ ມີ​ຊີວິດ.

ມີ​ສິ່ງ​ໃດ​ແດ່ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດທີ່​ສົມຄວນ​ທີ່​ຈະ​ສຶກສາ?

“ນັກ​ຂຽນພຣະຄຳ​ພີ​ໃໝ່ ... ​ບໍ່​ໄດ້​ສົນ​ໃຈ​ກັບ​ຖານະ​ຂອງ​ພຣະ​ເຢຊູ​, ​​ເສື້ອຜ້າ​ທີ່​ພຣະອົງ​ນຸ່ງ​ຖື, ຫລື ​ເຮືອນ​ທີ່​ພຣະອົງອາ​ໄສ​ຢູ່. ... ພຣະອົງ​ໄດ້​ກຳ​ເນີ​ດ​ຢູ່​ໃນ​ຄອກ​ສັດ, ​ໄດ້​ທຳ​ງານ​ເປັນ​ຊ່າງ​ໄມ້, ​ໄດ້​ສິດສອນ​ສາມ​ປີ, ​ແລະ ​ໄດ້​ສິ້ນ​ພຣະຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ. ພຣະຄຳ​ພີ​ໃໝ່​ໄດ້​ຖືກ​ຂຽນ​ໂດຍ​ຜູ້​ຄົນ​ທີ່​ຢາກ​ໃຫ້​ເຮົາ​ ... ສົນ​ໃຈ​ໃນ​ພຣະອົງ” (The Character of Jesus, 21–22) ດ້ວຍ​ຄຳ​ຢືນຢັນ​ວ່າ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ​ແທ້ໆ, ​ເປັນພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ໂລກ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ຄຳ​ອຸປະມາ​ຢ່າງ​ໜຶ່ງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ກ່ຽວ​ພັນ​ກັບ​ສະ​ໄໝ​ຂອງ​ເຮົາ.

ຢູ່​ໃນ ມັດ​ທາຍ ບົດ​ທີ 13, ​ເຮົາ​ອ່ານ​ວ່າ:

“​ໃນ​ຂະນະ​ທີ່​ທຸກ​ຄົນ​ນອນ​ຫລັບ​ຢູ່​ນັ້ນ ສັດຕູ​ຂອງ​ຜູ້ນັ້ນກໍ​ມາ​ຫວ່ານ​ເຂົ້ານົກ​ໃສ່​ທ່າມກາງ​ເຂົ້າດີ ​ແລ້ວ​ກໍ​ໜີ​ໄປ.

“​ເມື່ອ​ເຂົ້າດີ​ງອກ​​ໃຫຍ່​ຂຶ້ນ​ເປັນ​ຮວງ​ເຂົ້າ​ແລ້ວ, ​ເຂົ້ານົກ​ກໍ​ໃຫຍ່​ຂຶ້ນດ້ວຍ​ກັນ.

“ພວກ​ຜູ້​ຮັບ​ໃຊ້​ຂອງ​ຊາຍ​ຄົນ​ນັ້ນຈຶ່ງ​ມາ​ຫາ ​ແລະ ​ເວົ້າວ່າ, ນາຍ​ເອີຍ ທ່ານ​ໄດ້​ຫວ່ານ​ເຂົ້າດີ​ໃນ​ນາ​ຂອງ​ທ່ານ​ບໍ່​ແມ່ນ​ບໍ? ​ແລ້ວ​ເຂົ້ານົກ​ນັ້ນມາ​ແຕ່​ໃສ?

“ຝ່າຍ​ນາຍ​ໄດ້​ຕອບ​ວ່າ ນີ້​ແມ່ນ​ສັດຕູ​ເປັນ​ຜູ້​ເຮັດ. ພວກ​ຜູ້​ຮັບ​ໃຊ້​ຈຶ່ງ​ຖາມ​ນາຍ​ວ່າ ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ຫລົກ​ເຂົ້ານົກ​ຖິ້ມ​ບໍ?

“ນາຍ​ຕອບ​ວ່າ, ບໍ່; ​ເພາະ​ຂະນະ​ທີ່​ຫລົກ​ເຂົ້ານົກ​ຖິ້ມ​ນັ້ນ ພວກ​ເຈົ້າອາດ​ຫລົກ​ເຂົ້າດີ​ກໍ​ເປັນ​ໄດ້.

“ປະ​ໃຫ້​ມັນ​ໃຫຍ່​ຂຶ້ນນຳ​ກັນ ຈົນ​ກວ່າ​ເຖິງ​ລະດູ​ເກັບ​ກ່ຽວ​ແລ້ວ ​ເຮົາ​ກໍ​ຈະ​ສັ່ງ​ໃຫ້​ພວກ​ຄົນ​ງານ​ເກັບ​ກ່ຽວ​ເຂົ້ານົກ​ກ່ອນ ​ໂຮມ​ເປັນ​ມັດ ​ແລະ ​ເຜົາ​ໄຟ​ຖິ້ມ​ເສຍ. ສ່ວນ​ເຂົ້າດີ​ນັ້ນ​ໃຫ້​ໂຮມ​ໄວ້​ໃສ່​ເລົ້າຂອງ​ເຮົາ” (ຂໍ້​ທີ 25–30).

ສັດຕູ​ອັນ​​ເກົ່າ​ແກ່​ຂອງ​ມວນ​ມະນຸດ​ທັງ​ປວງ ​ໄດ້​ຊອກ​ຫາ​ວິທີ​ທາງ​ຕ່າງໆ​ນາໆ​ ​ທີ່​ມັນ​ສາມາດ​​ຄິດ​ຂຶ້ນມາ​ໄດ້ ​ເພື່ອ​ຫວ່ານ​ເຂົ້ານົກ​ໄປ​ທົ່ວ​ທຸກ​ແຫ່ງ​ຫົນ. ມັນ​ຮູ້ຈັກ​ວິທີ​ທີ່​ຈະ​ນຳ​ມັນ​ເຂົ້າມາ​ໃນ​ເຮືອນ​ຂອງ​ເຮົາ. ວິທີ​ທີ່​ຊົ່ວ​ຮ້າຍ ​ແລະ ​ເປັນ​ຂອງ​ໂລກ ​ໄດ້​ແຜ່​ລາມ​ໄປ​ທົ່ວ ຈົນ​ວ່າບໍ່​ມີ​ວິທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ກຳ​ຈັດ​ມັນ​ໄດ້. ມັນ​ເຂົ້າມາ​ທາງ​ສາຍ ​ແລະ ທາງ​ອາກາດ ​ໃນ​ເຄື່ອງມື​ຖື​ຕ່າງໆ ທີ່​ເຮົາ​ພັດທະນາ​ຂຶ້ນມາ ​ເພື່ອ​​ໃຫ້​ຄວາມ​ຮູ້ ​ແລະ ຄວາມ​ສຳ​ລານ​ແກ່​ເຮົາ. ທັງ​ເຂົ້າດີ ​​ແລະ ​ເຂົ້ານົກ​ໄດ້​ເຕີບ​ໂຕ​ນຳ​ກັນ. ຜູ້​ດູ​ແລ​ທົ່ງ​ນາ ຕ້ອງ​ດູ​ແລ​ເຂົ້າດີ​ດ້ວຍ​ສຸດ​ຄວາມ​ສາມາດ ​ແລະ ​ເຮັດ​ໃຫ້​ມັນ​ເຂັ້ມ​ແຂງ​ຂຶ້ນ ​ແລະ ສວຍ​ງາມ ຈົນ​ວ່າ​ເຂົ້ານົກ​ນັ້ນບໍ່​ມີ​ໃຜ​ສົນ​ໃຈ​ເລີຍ. ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ພຽງ​ໃດ ທີ່​ໄດ້​ເປັນ​ສະມາຊິກ​​ໃນ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ມີ​ພຣະກິດ​ຕິ​ຄຸນ​ອັນ​ມີຄ່າຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ຮາກ​ຖານ ຊຶ່ງ​ເທິງ​ນັ້ນ​ເຮົາ​ສາມາດ​ສ້າງ​ຊີວິດ​ຂອງ​ເຮົາ​ໄດ້.

ຈາກ​ພຣະຄຳ​ພີ​ມໍມອນ ​ໃນ 2 ນີ​ໄຟ ​ເຮົາ​ອ່ານ​ວ່າ: “ເພາະ​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ອີກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ເຂົ້າ​ໄປ​ໂດຍ​ທາງນັ້ນ ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ບໍລິ​ສຸດ, ພຣະ​ອົງ​ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ” (2 ນີ​ໄຟ 32:5).

​ເຮົາ​ບໍ່​ຕ້ອງ​ປ່ອຍ​ໃຫ້​ອິດ​ທິພົນ​ຂອງ​ໂລກ​ມີ​ອຳນາດ ​ແລະ ​ເອົາ​ຊະນະ​ສຽງ​ແຜ່ວ​ເບົາ​ນັ້ນ​ເລີຍ.

​ແນ່ນອນ​ວ່າ ​ເຮົາ​ໄດ້​ຖືກ​ເຕືອນ​ກ່ຽວ​ກັບ​ເຫດການ​ທີ່​ເຮົາ​ຈະ​ປະ​ເຊີນ​ໃນ​ວັນ​ເວລາ​ຂອງ​ເຮົາ. ການ​ທ້າ​ທາຍ​ຂອງ​ເຮົາ​ຄື ວິທີ​ທີ່​ເຮົາ​ຕຽມ​ສຳລັບ​ເຫດການ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້ ຊຶ່ງຈະ​ເກີດ​ຂຶ້ນຢ່າງ​ແນ່ນອນ.

ຫລາຍ​ຄົນ​ໃນ​ສັງຄົມ​ທີ່​ໜ້າ​ກຸ້ມ​ໃຈ​ຂອງ​ເຮົາ ​ເຂົ້າ​ໃຈ​ວ່າຄອບຄົວ​ທີ່​ແຕກ​ສະຫລາຍ ຈະ​ນຳ​ຄວາມ​ໂສກ​ເສົາ ​ແລະ ສິ້ນ​ຫວັງມາສູ່​ໂລກ​ທີ່​ມີ​ບັນຫາ. ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຮັກສາ ​ແລະ ປົກຄອງ​ຄອບຄົວ ​ໃຫ້​ເປັນ​ໜ່ວຍ​ພື້ນ​ຖານ​ຂອງ​ສັງຄົມ ​ແລະ ນິລັນດອນ. ສາດສະດາ​ໄດ້​ເຕືອນ ​ແລະ ​ເຕືອນ​ລ່ວງ​ໜ້າ ກ່ຽວ​ກັບຜົນ​ສະທ້ອນທີ່​ຈະ​ເກີດ​ຂຶ້ນຢ່າງ​ແນ່ນອນ ​ແລະ ​ໄພພິບັດ​ທີ່​ຈະ​ມາ​ເຖິງ ​​ເພາະ​ຄວາມ​ເສື່ອມ​ໂຊມຄຸນຄ່າ​ຂອງ​ຄອບຄົວ.

​​ໃນ​ຂະນະ​ທີ່ຜູ້​ຄົນ​ໃນ​ໂລກ​ກຳລັງສັງ​ເກດ​ເບິ່ງ​ເຮົາຢູ່, ຈົ່ງ​ເຮັດ​ໃຫ້​ຕົວຢ່າງ​ຂອງ​ເຮົາ​ຄ້ຳຊູ ​ແລະ ສົ່ງ​ເສີມ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ໄດ້​ອອກ​ແບບ​ໄວ້ສຳລັບ​ລູກໆ​ຂອງ​ພຣະອົງ​ໃນ​ຊ່ວງ​ມະຕະ​ນີ້. ການ​ສິດສອນ​ທີ່​ດີ​ເລີດ​ທີ່​ສຸດ ຕ້ອງ​ເປັນ​ຕົວຢ່າງ​ທີ່​ຊອບ​ທຳ. ບ້ານ​ເຮືອນ​ຂອງ​ເຮົາ​ຕ້ອງ​ເປັນ​ສະຖານ​ທີ່ສັກສິດ ​ເພື່ອ​ຈະ​ສາມາດ​ຕ້ານທານ​ຕໍ່​ຄວາມ​ກົດ​ດັນ​ຂອງ​ໂລກ​​ໄດ້. ຈົ່ງ​ຈື່​ຈຳ​ໄວ້​ວ່າ ພອນ​ທີ່​ຍິ່ງ​ໃຫຍ່ທີ່​ສຸດ​ຂອງ​ພຣະຜູ້​ເປັນ​ເຈົ້າ ມາ​​ເຖິງ ​ແລະ ຖືກ​ມອບ​ໃຫ້​ຄອບຄົວ​ທີ່​ຊອບ​ທຳ.

ເຮົາ​ຕ້ອງ​ສືບຕໍ່ສຳ​ຫລວດ​ກວດກາ​ການ​ກະທຳ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ພໍ່​ແມ່. ການ​ສິດສອນທີ່​ມີ​ພະລັງ​ຫລາຍ​ທີ່​ສຸດຕໍ່​ລູກ ​ມາ​ຈາກ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍຂອງ​ພໍ່​ແມ່​ທີ່​ຊອບ​ທຳ. ຂໍ​ໃຫ້​ເຮົາ​ຈົ່ງ​ເບິ່ງ​ບົດບາດຂອງ​ຜູ້​ເປັນ​ແມ່. ​​ໃຫ້​ເຮົາ​ມາ​ຟັງ​ຖ້ອຍ​ຄຳ​ຕໍ່​ໄປ​ນີ້ ຂອງ​ປະທານກໍ​ດອນ ບີ ຮິງ​ລີ:

“ສະຕີ​ທີ່​ເຮັດ​ໃຫ້ບ້ານ​ເຮືອນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ​ເປັນ​ຄົນ​ດີ​ຕໍ່​ສັງຄົມ ຫລາຍ​ກວ່າ​ຄົນ​ທີ່​ສັ່ງ​ການ ​ແລະ ​ເປັນ​ຫົວໜ້າ​ກຸ່ມ. ​ເຮົາ​ບໍ່​ສາມາດ​ປະ​ເມີນ​ຄ່າ​ຂອງອິດ​ທິພົນ​ຂອງ​ຜູ້​ເປັນ​ແມ່​ຕໍ່​ລູກໆ​ຂອງ​ນາງ​ໄດ້, ຂອງ​ແມ່ຕູ້​ຕໍ່​ລູກ​ຫລານ​ຂອງ​ລາວ, ຫລື ປ້າ​ນ້າ​ອາ​ຕໍ່​ຍາດ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ?

“​ເຮົາ​ບໍ່​ສາມາດ​ວັດ​ແທກ ຫລື ຄິດ​ໄລ່​ອິດ​ທິພົນ​ຂອງ​ສະຕີ, ຊຶ່ງ​ໃນ​ວິທີ​ທາງ​ຂອງ​ເຂົາ​ເຈົ້າ​ເອງ, ​ໄດ້​ສ້າງ​ຄອບຄົວ​ທີ່​ໝັ້ນຄົງ ​ແລະ ລ້ຽງ​ດູລູກ​ຫລານ ດ້ວຍ​ຄວາມ​ດີ​ອັນ​ເປັນນິດ. ການ​ຕັດສິນ​ໃຈ​ຂອງ​ສະຕີລຸ້ນນີ້ ຈະ​​ເປັນຜົນ​ສະທ້ອນ​ນິລັນດອນ. ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ຜູ້​ທີ່​ເປັນ​ແມ່​​ໃນ​ປະຈຸ​ບັນ​ນີ້ວ່າ ບໍ່ມີ​ໂອກາດ​​ໃດ ​ແລະ ການ​ທ້າ​ທາຍ​ໃດ​ທີ່​ໃຫຍ່​ໂຕຫລາຍ​ໄປ​ກວ່າ ການ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ” (Standing for Something: 10 Neglected Virtues That Will Heal Our Hearts and Homes [2000], 152).

ບັດ​ນີ້ ​ໃຫ້​ມາ​ເບິ່ງ​ບົດບາດ​ຂອງ​ຜູ້​ເປັນ​ພໍ່ ​ໃນ​ຊີວິດ​ຂອງ​ເຮົາ:

ຜູ້​ເປັນ​ພໍ່​ມອບ​ພອນ ​ແລະ ​ເຮັດ​ພິທີການ​ທີ່​ສັກສິດ​ສຳລັບ​ລູກໆ​ຂອງ​ຕົນ. ສິ່ງ​ເຫລົ່າ​ນີ້ຈະ​ເປັນ​ສິ່ງ​ສຳຄັນ​ທາງ​ວິນ​ຍານ​​ໃນ​ຊີວິດ​ຂອງ​ເຂົາ.

ຜູ້​ເປັນ​ພໍ່​ຈະ​ນຳພາ​ການ​ອະທິຖານ​ເປັນ​ຄອບຄົວ, ການ​ສຶກສາ​ພຣະຄຳ​ພີ​ທຸກ​ວັນ, ​ແລະ ການ​ສັງ​ສັນ​ໃນ​ຄອບຄົວ​ທຸກ​ອາທິດ.

ຜູ້​ເປັນ​ພໍ່​ຈະ​ສ້າງ​ປະ​ເພນີ​ຂອງ​ຄອບຄົວ​ ​ໂດຍ​ການ​ຊ່ອຍວາງ​ແຜນ​ເວລາ​ທີ່​ຈະ​ອອກໄປ​ທ່ຽວ​ດ້ວຍ​ກັນ​ເປັນ​ຄອບຄົວ. ລູກໆ​ຈະ​ຈື່ຈຳ​ບໍ່​ລືມໂອກາດ​ພິ​ເສດ​ເຫລົ່າ​ນີ້ ທີ່​ໄດ້​ຢູ່​ນຳ​ກັນ​ເປັນ​ຄອບຄົວ.

ຜູ້​ເປັນ​ພໍ່​ຈະ​ເວົ້າລົມ​ກັບ​ລູກ​​ແຕ່ລະຄົນ​ເປັນ​ສ່ວນ​ຕົວ ​ແລະ ສອນ​​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​​ໃຫ້ແກ່​ເຂົາ.

ຜູ້​ເປັນ​ພໍ່​ຈະ​ສອນ​ລູກ​ຊາຍ ​ແລະ ລູກ​ສາວ​ໃຫ້​ຮູ້​ຄຸນຄ່າ​ຂອງ​ວຽກ​ງານ ​ແລະ ຊ່ອຍ​​ເຂົາ​ສ້າງ​ຈຸດ​ເປົ້າໝາຍ​​ໃນ​ຊີວິດ​ຂອງ​ເຂົາ​ເອງ.

ຜູ້​ເປັນ​ພໍ່ຈະ​ເປັນ​ຕົວຢ່າງ​​ເລື່ອງ​ການ​ຮັບ​ໃຊ້​ທີ່​ຊື່ສັດ ​ໃນ​ພຣະກິດ​ຕິ​ຄຸນ.

ອ້າຍ​ນ້ອງ​ທັງຫລາຍ ຈົ່ງ​ຈື່​ຈຳ​ໄວ້​ວ່າ ການ​ເອີ້ນ​ທີ່​ສັກສິດ​ຂອງ​ທ່ານ ​ແມ່ນໃຫ້​ເປັນ​ພໍ່​ໃນ​ອິດສະຣາ​ເອນ—​ເປັນການ​ເອີ້ນ​ທີ່​ສຳຄັນ​ທີ່​ສຸດ ​ໃນ​ການ​ເວລາ ​ແລະ ນິລັນດອນ—​ເປັນ​ການ​ເອີ້ນ​ທີ່​ທ່ານ​ຈະ​ບໍ່​ມີ​ວັນ​ຖືກ​ປົດອອກ​ຈາກ​ຕຳ​ແໜ່​ງ.

ເມື່ອ​ຫລາຍ​ປີ​ກ່ອນ ​​ໃນ​ກອງ​ປະຊຸມ​ສະ​ເຕກ, ພວກ​ເຮົາ​ໄດ້​ສາຍ​ວິ​ດີ​ໂອ ກ່ຽວ​ກັບ​ຫົວ​ຂໍ້​ທີ່​ພວກ​ເຮົາ​ຈະ​ກ່າວ​ເຖິງ. ​ເມື່ອ​ຫລາຍ​ປີຜ່ານ​ໄປ, ​ເມື່ອ​ພວ​ກ​ເຮົາ​ໄດ້​ເດີນທາງ​ໄປ​ຢາມ​ໜ່ວຍ​ສາດສະໜາ​ຫລາຍ​ບ່ອນ ​ເພື່ອ​ຮ່ວມ​ກອງ​ປະຊຸມ​ສະ​ເຕກ, ພວກ​ເຮົາ​ກໍ​ຮູ້ຈັກ​ວິ​ດີ​ໂອນັ້ນໝົດ​ແລ້ວ. ​ເຮົາ​​ເກືອບ​ຈື່​ໄດ້​ທຸກ​ຄຳ. ຂ້າພະ​ເຈົ້າຍັງ​ຈື່​ຈຳ​ຂ່າວສານນັ້ນ​ໄດ້​ຢູ່ ​​ໃນ​ທຸກ​ວັນ​ນີ້. ວິ​ດີ​ໂອນັ້ນ ​ປະທານ​ແຮ​ໂຮນ ບີ ລີ ​​ໄດ້​ເລົ່າ​ເລື່ອງທີ່​ເກີດ​ຂຶ້ນຢູ່​ໃນ​ບ້ານ​ເຮືອນ​ຂອງ​ລູກ​ສາວ​ຂອງ​ເພິ່ນ. ​ເປັນ​ຄື​ແນວ​ນີ້:

​ແລງ​ຄືນ​ໜຶ່ງ ຜູ້​ເປັນ​ແມ່​ໄດ້​ພະຍາຍາມ​ເຮັດ​ໝາກ​ໄມ້​ກະປ໋ອງ​. ​ໃນ​ທີ່​ສຸດ ລູກໆ​ກໍ​​ພ້ອມ​ແລ້ວ​ທີ່​ຈະເຂົ້ານອນ ​ແລະ ບ້ານ​ເຮືອນ​ກໍ​ງຽບ​ລົງ; ​ແລ້ວນາງ​ກໍ​ຈະ​ໄປ​ເຮັດ​ໝາກ​ໄມ້​ກະປ່ອງ​ໃຫ້​ແລ້ວ. ​​ເມື່ອ​ນາງ​​ເລີ່​ມຕົ້ນ​​ແກະເອົາ​ແກ່ນ​ໝາກ​ໄມ້​ອອກ, ລູກ​ຊາຍ​ນ້ອຍ​ສອງ​ຄົນ​ໄດ້​ມາ​ຫາ​ຢູ່​ເຮືອນຄົວ ​ແລະ ບອກ​ວ່າ ພວກ​ເຂົາ​ພ້ອມ​ແລ້ວ​ສຳລັບ​ການ​ອະທິຖານ​ກ່ອນ​ນອນ.

​ໂດຍ​ທີ່​ບໍ່​ຢາກ​ວາງ​ມື, ຜູ້​ເປັນ​ແມ່​ຈຶ່ງ​ໄດ້​ບອກ​ລູກ​ຊາຍ​ວ່າ, “ລູກ​ຊິ​ອະທິຖານ​ດ້ວຍ​ຕົນ​ເອງ​ໄດ້​ບໍ່​ຄືນ​ນີ້ ​​ເພາະ​ແມ່​ຄາ​ປອກໝາກ​ໄມ້​ຢູ່່?”

ຜູ້​ອ້າຍ​ບໍ່​ຍອມ ​ແລະ ​ໄດ້​ຖາມ​ວ່າ, “​ແມ່ນ​ຫຍັງ​ທີ່​ສຳຄັນ​ກວ່າກັນ, ການອະທິຖານ ຫລື ໝາກ​​ໄມ້?” (​ເບິ່ງ Teachings of Presidents of the Church: Harold B. Lee [2000], 143–44.)

ບາງ​ເທື່ອ​ເຮົາ​ຈະ​ພົບ​ເຫັນ​ຕົນ​ເອງ​ຢູ່​ໃນ​ສະພາບ​ການ​ທີ່​ເຮົາ​ມີ​ໂອກາດ​ທີ່​ຈະ​ສອນ​ບົດຮຽນ​ໃຫ້​ລູກໆ ຊຶ່ງ​ຈະ​​ເປັນ​ຜົນ​ສະທ້ອນ​ແກ່​ຊີວິດ​ຂອງ​ເຂົາ​ແຕ່​ຕອນ​ຍັງ​ນ້ອຍ. ​ແນ່ນອນ, ການ​ອະທິຖານ​ແມ່ນ​ສຳຄັນ​ຫລາຍ​ກວ່າ​ໝາກ​ໄມ້. ພໍ່​ແມ່​ທີ່​ສຳ​ເລັດ​ຜົນ ບໍ່​ຄວນ​ຫຍຸ້ງ​ເກີນ​ໄປ ທີ່​ຈະ​ສວຍ​ໂອກາດ​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ແກ່​ລູກໆ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ແທ້ໆ​ວ່າ ບໍ່​ເຄີຍ​ມີ​​ໃນ​ເວລາ​ໃດ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ທີ່​ພຣະບິດາຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ຕ້ອງການ​ການ​ຊີ້​ນຳ​ຂອງ​ພໍ່​ແມ່​ທີ່​ຊື່ສັດ ​ແລະ ອຸທິດ​ຕົນ ຫລາຍ​ກວ່າ​​ໃນເວລາ​ນີ້. ​ເຮົາ​ມີ​ມູນ​ເຊື້ອ​ຂອງ​ພໍ່​ແມ່ທີ່​ຍິ່ງ​ໃຫຍ່ ​ແລະ ມີ​ກຽດ ຜູ້​ໄດ້​ສະລະ​​ເກືອບ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າມີ ​ເພື່ອ​ຊອກ​ຫາ​ບ້ານ​ເຮືອນ ບ່ອນ​ທີ່​ຈະ​ໄດ້​ລ້ຽງ​ດູ​ລູກໆ ດ້ວຍ​ສັດທາ ​ແລະ ດ້ວຍ​ຄວາມ​ກ້າຫານ ​ເພື່ອ​ວ່າ​ຄົນ​ລຸ້ນ​ໃໝ່ ຈະ​ມີ​ໂອກາດ​ຫລາຍ​ກວ່າ​ທີ່​ເຂົາ​ເຈົ້າມີ. ​ເຮົາ​ຕ້ອງ​ມີ​ຄວາມ​ຕັ້ງ​ໃຈ​ເໝືອນ​ກັນນັ້ນ ​ແລະ ​ເອົາ​ຊະນະ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ໄດ້ ດ້ວຍ​ວິນ​ຍານ​ແຫ່ງ​ການ​ເສຍ​ສະລະ. ​ເຮົາ​ຕ້ອງ​ປູກຝັງ​ຄວາມ​ໄວ້​ວາງ​ໃຈ​ຕໍ່​ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ໄວ້​​ໃນຄົນ​ລຸ້ນ​ໃໝ່​ຂອງ​ເຮົາ.

“ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພຣະຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພາຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍລະມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ​ ຊຶ່ງເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ, ເປັນ​ຮາກ​ຖານ​ຊຶ່ງຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້” (ຮີ​ລາມັນ 5:12).

​ແມ່ນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ທີ່​ມີ​ພື້ນຖານ​ນີ້ ຊຶ່ງ​ເທິງ​ພື້ນຖານ​ດັ່ງກ່າວ ​ເຮົາ​ຈະ​ພົບ​ເຫັນ​ຄວາມ​ສະຫງົບ​ທີ່​ຍືນ​ຍົງ ​ແລະ ສ້າງໜ່ວຍ​ຄອບຄົວ​ນິລັນດອນ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງນີ້, ​ໃນ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ, ອາແມນ.