ທ່ານຫັນໄປທາງໃດ?
ການເຮັດຕາມຄວາມພໍໃຈຂອງມະນຸດ ຫລາຍກວ່າເຮັດໃຫ້ພຣະເຈົ້າພໍພຣະໄທ ເປັນສິ່ງກົງກັນຂ້າມກັບ ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ທີສອງ.
“ທ່ານຫັນໄປທາງໃດ?” ປະທານບອຍ ເຄ ແພ໊ກເກີ ໄດ້ຖາມຂ້າພະເຈົ້າ ຕອນພວກເຮົາກຳລັງເດີນທາງໄປເຮັດໜ້າທີ່ມອບໝາຍເທື່ອທຳອິດຂອງຂ້າພະເຈົ້າ ໃນຖານະເປັນສາວົກໃໝ່. ໂດຍທີ່ບໍ່ເຂົ້າໃຈຄວາມໝາຍຂອງຄຳຖາມຂໍ້ນັ້ນ, ຈຶ່ງເຮັດໃຫ້ຂ້າພະເຈົ້າງົງງັນ. “ສາວົກເຈັດສິບ,” ເພິ່ນກ່າວຕໍ່ໄປ, “ບໍ່ໄດ້ເປັນຕົວແທນໃຫ້ແກ່ຜູ້ຄົນ ເພື່ອກ່າວກັບສາດສະດາ, ແຕ່ກ່າວຖ້ອຍຄຳຂອງສາດສະດາຕໍ່ຜູ້ຄົນ. ຢ່າລືມວ່າ ທ່ານຫັນໄປທາງໃດ!” ມັນເປັນບົດຮຽນທີ່ມີພະລັງຫລາຍ.
ການເຮັດຕາມຄວາມພໍໃຈຂອງມະນຸດ ຫລາຍກວ່າເຮັດໃຫ້ພຣະເຈົ້າພໍພຣະໄທ ເປັນສິ່ງກົງກັນຂ້າມກັບ ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ທີສອງ (ເບິ່ງ ມັດທາຍ 22:37–39). ມັນເປັນການລືມໄປວ່າ ເຮົາຄວນຫັນໄປທາງໃດ. ແຕ່ເຮົາທຸກຄົນກໍໄດ້ເຮັດຄວາມຜິດພາດນັ້ນ ເພາະຢ້ານກົວມະນຸດ. ໃນພຣະທຳເອຊາຢາ ພຣະຜູ້ເປັນເຈົ້າໄດ້ເຕືອນເຮົາວ່າ, “ເຈົ້າຢ່າຢ້ານກົວຄຳຕຳນິຂອງມະນຸດ” (ເອຊາຢາ 51:7; ເບິ່ງ 2 ນີໄຟ 8:7 ນຳອີກ). ໃນຄວາມຝັນຂອງລີໄຮ, ຫລາຍຄົນໄດ້ເລີ່ມມີຄວາມຢ້ານກົວ ເພາະມີຄົນ ຊີ້ມືເຍາະເຍີ້ຍ ພວກເຂົາ ຈາກອາຄານໃຫຍ່ ແລະ ກວ້າງຂວາງ, ຈົນເຮັດໃຫ້ພວກເຂົາບໍ່ຮູ້ວ່າ ຈະຫັນໄປທາງໃດ ແລະ ໄດ້ໜີໄປຈາກຕົ້ນໄມ້ດ້ວຍຄວາມ “ອັບອາຍ” (ເບິ່ງ 1 ນີໄຟ 8:25–28).
ຄວາມກົດດັນ ຂອງໝູ່ເພື່ອນນີ້ ແມ່ນພະຍາຍາມປ່ຽນແປງຄຸນສົມບັດຂອງຄົນ, ຖ້າບໍ່ແມ່ນການປະພຶດ, ໂດຍການເຮັດໃຫ້ຄົນຮູ້ສຶກຜິດ ຖ້າຫາກເຂົາເຮັດໃຫ້ຄົນອື່ນເສຍໃຈ. ເມື່ອຄວາມຢ້ານກົວມະນຸດນີ້ ເຮັດໃຫ້ເຮົາຍອມເຮັດການບາບ, ມັນຈະກາຍເປັນ “ແຮ້ວ” ອີງຕາມພຣະທຳສຸພາສິດ (ເບິ່ງ ສຸພາສິດ 29:25). ແຮ້ວອາດເປັນກັບດັກທີ່ສະຫລາດ ຕໍ່ຄວາມຮູ້ສຶກເຫັນອົກເຫັນໃຈຂອງເຮົາ, ທີ່ຈະອົດທົນຕໍ່ ແລະ ແມ່ນແຕ່ຍອມຮັບບາງສິ່ງທີ່ພຣະເຈົ້າປະນາມ. ສຳລັບຜູ້ທີ່ມີສັດທາທີ່ອ່ອນແອ, ມັນຈະເປັນສະດຸດອັນໃຫຍ່ໂຕໄດ້. ຍົກຕົວຢ່າງ, ຜູ້ສອນສາດສະໜາໜຸ່ມບາງຄົນ ຈະມີຄວາມຢ້ານກົວມະນຸດ ຢູ່ໃນສະໜາມເຜີຍແຜ່ ແລະ ບໍ່ໄດ້ລາຍງານຄວາມບົກພ່ອງຂອງຄູ່ສອນສາດສະໜາຂອງຕົນຕໍ່ປະທານເຜີຍແຜ່ ເພາະເຂົາເຈົ້າບໍ່ຢາກເຮັດໃຫ້ຄູ່ສອນສາດສະໜາທີ່ອອກນອກທິດນອກທາງຂອງຕົນຜິດໃຈ. ເຮົາຕ້ອງຕັດສິນໃຈເຮັດຕາມພຣະບັນຍັດຂໍ້ຕົ້ນ ແລະ ຂໍ້ໃຫຍ່ນັ້ນ (ເບິ່ງ ມັດທາຍ 22:37–39). ເມື່ອຜູ້ສອນສາດສະໜາທີ່ສັບສົນເຫລົ່ານີ້ ຮູ້ວ່າເຂົາເຈົ້າຕ້ອງລາຍງານຕໍ່ພຣະເຈົ້າ, ບໍ່ແມ່ນລາຍງານຕໍ່ຄູ່ສອນສາດສະໜາຂອງຕົນ, ແລ້ວສິ່ງນັ້ນຈະເຮັດໃຫ້ເຂົາເຈົ້າມີຄວາມກ້າຫານ ທີ່ຈະ ຫັນໄປທາງອື່ນ.
ຕອນມີອາຍຸ 22 ປີ, ແມ່ນແຕ່ ໂຈເຊັບ ສະມິດ ກໍຍັງລືມວ່າຈະຫັນໄປທາງໃດ ເມື່ອເພິ່ນອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າອະນຸຍາດໃຫ້ ມາຕິນ ແຮຣິສ ຢືມການແປ 116 ໜ້າ. ບາງທີ ໂຈເຊັບຢາກສະແດງຄວາມກະຕັນຍູຕໍ່ມາຕິນ ສຳລັບຄວາມຊ່ອຍເຫລືອຂອງລາວ. ເຮົາຮູ້ວ່າ ໂຈເຊັບກໍມີຄວາມກະຕືລືລົ້ນ ທີ່ຈະມີບາງຄົນຢືນເປັນພະຍານຄຽງຄູ່ ຕ້ານກັບການກ່າວເທັດ ແລະ ຄຳຕົວະ ທີ່ແຜ່ລາມໄປທົ່ວ ກ່ຽວກັບເພິ່ນ.
ບໍ່ວ່າເຫດຜົນຂອງໂຈເຊັບ ຈະແມ່ນຫຍັງກໍຕາມ, ຫລື ສົມເຫດສົມຜົນກໍຕາມ, ພຣະຜູ້ເປັນເຈົ້າກໍບໍ່ໄດ້ຍົກເວັ້ນ ແລະ ໄດ້ຕິຕຽນເພິ່ນວ່າ, ຈັກເທື່ອແລ້ວທີ່ເຈົ້າໄດ້ລ່ວງລະເມີດ … ແລະ ໄດ້ເຮັດຕາມການຊັກຊວນຂອງມະນຸດຕໍ່ໄປ. ເພາະ, ຈົ່ງເບິ່ງ, ເຈົ້າບໍ່ຄວນ ຢ້ານກົວ ມະນຸດຫລາຍກວ່າພຣະເຈົ້າ (ເບິ່ງ D&C 3:6–7; ເນັ້ນຄຳເນີ້ງ). ປະສົບການທີ່ໂສກເສົ້ານີ້ ໄດ້ຊ່ອຍໂຈເຊັບໃຫ້ຈື່ຈຳຕະຫລອດໄປວ່າ ເພິ່ນຕ້ອງຫັນໄປທາງໃດ.
ເມື່ອຄົນໃດພະຍາຍາມ ຮັກສາໜ້າ ຕໍ່ມະນຸດ, ແລ້ວຄົນນັ້ນຈະ ເສຍໜ້າ ຕໍ່ພຣະເຈົ້າ. ການຄິດວ່າ ຕົນເອງສາມາດເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ໃນເວລາດຽວກັນ ບໍ່ເອົາໂທດກັບການເຮັດຜິດບາບຂອງມະນຸດ ແມ່ນບໍ່ຖືກຕ້ອງ, ແຕ່ເປັນການມີ ສອງໜ້າ ຫລື ເປັນ “ຂ້າໃຊ້ຂອງສອງນາຍ” (ມັດທາຍ 6:24; 3 ນີໄຟ 13:24).
ເຖິງແມ່ນວ່າຕ້ອງມີຄວາມກ້າຫານທີ່ຈະປະເຊີນກັບສິ່ງອັນຕະລາຍ, ເຄື່ອງໝາຍທີ່ແທ້ຈິງຂອງຄວາມກ້າຫານນັ້ນ ຄືການເອົາຊະນະຄວາມຢ້ານກົວມະນຸດ. ຍົກຕົວຢ່າງ, ຄຳອະທິຖານຂອງດານີເອນ ໄດ້ຊ່ອຍລາວໃຫ້ສາມາດປະເຊີນກັບໂຕສິງ, ແຕ່ສິ່ງທີ່ເຮັດໃຫ້ລາວບໍ່ມີຄວາມຢ້ານກົວຕໍ່ໂຕສິງ ກໍເພາະລາວໄດ້ຂັດຂືນຄຳສັ່ງຂອງກະສັດດາຣິອຸດ (ເບິ່ງ ດານີເອນ 6). ຄວາມກ້າຫານເຊັ່ນນັ້ນ ເປັນຂອງປະທານແຫ່ງພຣະວິນຍານ ເຖິງຄວາມ ຢ້ານກົວພຣະເຈົ້າ ຂອງຜູ້ທີ່ໄດ້ອະທິຖານ. ຄຳອະທິຖານຂອງ ຣາຊີນີ ເອສະເທີ ກໍໄດ້ໃຫ້ຄວາມກ້າຫານແກ່ນາງຄືກັນ ທີ່ຈະໄປເຂົ້າເຝົ້າສາມີຂອງນາງ, ກະສັດເຊເຊັດ (ເບິ່ງ ເອສະເທີ 4:8–16) ໂດຍທີ່ຮູ້ດີວ່າ ນາງອາດສູນເສຍຊີວິດ ເພາະການເຮັດສິ່ງນັ້ນ.
ຄວາມກ້າຫານບໍ່ໄດ້ເປັນຄຸນນະທຳເບື້ອງຕົ້ນເທົ່ານັ້ນ, ດັ່ງທີ່ທ່ານ ຊີ ແອັສ ຫລຸຍ ໄດ້ສັງເກດເຫັນວ່າ: “ຄວາມກ້າຫານເປັນຄຸນນະທຳໃນທຸກຮູບແບບ ໃນເວລາທີ່ຖືກທົດສອບ. … ປີລາດມີຄວາມເມດຕາ ຈົນເຖິງຕອນຄວາມເມດຕານັ້ນອາດນຳສິ່ງອັນຕະລາຍມາໃຫ້ຕົນ.”1 ກະສັດເຮໂຣດເປັນທຸກໃຈຢ່າງໜັກກັບການຂໍຮ້ອງໃຫ້ຕັດຫົວຂອງໂຢຮັນ ແຕ່ “ເພາະຄຳສັນຍາທີ່ໄດ້ໃຫ້ໄວ້ຊ້ອງໜ້າແຂກທັງໝົດຂອງຕົນ” ເພິ່ນຈຶ່ງສັ່ງໃຫ້ເຮັດ (ມັດທາຍ 14:9). ກະສັດໂນອາເກືອບຈະປ່ອຍ ອະບີນາໄດ ໄປ ແຕ່ໄດ້ສັ່ງໃຫ້ປະຫານ, ເມື່ອຖືກກົດດັນຈາກພວກປະໂລຫິດທີ່ຊົ່ວຮ້າຍ (ເບິ່ງ ໂມໄຊຢາ 17:11–12). ກະສັດໂຊນບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຍຶດເອົາຊັບສິນຈາກສົງຄາມ ເພາະເພິ່ນ “ເກງໃຈທະຫານຂອງເພິ່ນ” (1 ຊາມູເອນ 15:24). ເພື່ອເປັນການສ້າງຄວາມສະຫງົບໃນບັນດາຊາວອິດສະຣາເອນທີ່ກະບົດຢູ່ຕີນພູ ຊີນາອີ, ອາໂຣນໄດ້ປັ້ນຮູບງົວຄຳຂຶ້ນ, ລືມໄປວ່າ ເພິ່ນຄວນຫັນໄປທາງໃດ (ເບິ່ງ ອົບພະຍົບ 32). ພວກຜູ້ປົກຄອງໃນພຣະຄຳພີໃໝ່ຫລາຍຄົນ “ເຊື່ອໃນ [ພຣະຜູ້ເປັນເຈົ້າ]; ແຕ່ເພາະພວກຟາຣີຊາຍ, ພວກເຂົາຈຶ່ງບໍ່ສາລະພາບ, ເພາະຢ້ານຖືກໄລ່ອອກຈາກທຳມະສາລາ: ດ້ວຍວ່າ ພວກເຂົາມັກໃຫ້ມະນຸດພໍໃຈ ຫລາຍກວ່າໃຫ້ພຣະເຈົ້າພໍພຣະໄທ” (ໂຢຮັນ 12:42–43). ພຣະຄຳພີກໍເຕັມໄປດ້ວຍຕົວຢ່າງແບບນີ້.
ບັດນີ້ໃຫ້ເຮົາມາຟັງຕົວຢ່າງທີ່ດົນໃຈຈຳນວນໜຶ່ງ:
-
ມໍມອນ ໄດ້ກ່າວວ່າ: “ຈົ່ງເບິ່ງ, ພໍ່ເວົ້າດ້ວຍຄວາມອາດຫານໂດຍມີສິດອຳນາດຈາກພຣະເຈົ້າ; ແລະ ພໍ່ ບໍ່ມີຄວາມຢ້ານກົວ ຕໍ່ອຳນາດຂອງມະນຸດ; ເພາະຄວາມຮັກທີ່ສົມບູນຍ່ອມຂັບໄລ່ຄວາມຢ້ານກົວທັງໝົດອອກໄປ” (ໂມໂຣໄນ 8:16; ເນັ້ນຄຳເນີ້ງ).
-
ນີໄຟ ໄດ້ກ່າວວ່າ: “ດັ່ງນັ້ນ ຂ້າພະເຈົ້າຈຶ່ງບໍ່ຂຽນເລື່ອງອັນເປັນທີ່ພໍໃຈຂອງໂລກ, ແຕ່ຂຽນເລື່ອງອັນທີ່ພໍພຣະໄທຂອງພຣະເຈົ້າ ແລະ ພໍໃຈຄົນຜູ້ບໍ່ໄດ້ເປັນຂອງໂລກ” (1 ນີໄຟ 6:5).
-
ແມ່ທັບໂມໂຣໄນ ໄດ້ກ່າວວ່າ: ຈົ່ງເບິ່ງ, ຂ້າພະເຈົ້າໂມໂຣໄນຜູ້ນຳນາຍທະຫານຂອງພວກທ່ານ. ຂ້າພະເຈົ້າບໍ່ໄດ້ສະແຫວງຫາອຳນາດ, ແຕ່ຈະດຶງມັນລົງມາ. ຂ້າພະເຈົ້າບໍ່ໄດ້ສະແຫວງຫາກຽດຕິຍົດຂອງໂລກ, ແຕ່ເພື່ອລັດສະໝີພາບຂອງພຣະເຈົ້າຂອງຂ້າພະເຈົ້າ, ແລະ ອິດສະລະພາບ ແລະ ຄວາມຜາສຸກຂອງປະເທດຊາດຂອງຂ້າພະເຈົ້າ” (ແອວມາ 60:36).
ໂມໂຣໄນ ໄດ້ມີຄວາມກ້າຫານຫລາຍທີ່ສຸດ ໃນການຈື່ຈຳວ່າ ຄວນຫັນໄປທາງໃດ, ຈົນເຖິງຂັ້ນມີການເວົ້າເຖິງເພິ່ນວ່າ, “ຖ້າຫາກຄົນທັງປວງທີ່ໄດ້ເປັນມາແລ້ວ ແລະ ເປັນຢູ່, ແລະ ຈະເປັນຢູ່, ຄືກັນກັບໂມໂຣໄນ, ຈົ່ງເບິ່ງ, ອຳນາດຂອງນະລົກນັ້ນຈະສັ່ນສະເທືອນຕະຫລອດການ; ແທ້ຈິງແລ້ວ, ມານຈະບໍ່ມີອຳນາດເໜືອໃຈຂອງລູກຫລານມະນຸດເລີຍ” (ແອວມາ 48:17).
ສາດສະດາໃນທຸກຍຸກທຸກສະໄໝ ກໍເຄີຍຖືກຜູ້ຄົນຊີ້ມືເຍາະເຍີ້ຍຄືກັນ. ເປັນຫຍັງ? ອີງຕາມພຣະຄຳພີ, ມັນເປັນເພາະວ່າ “ຄົນຜິດຍ່ອມຖືເອົາຄວາມຈິງເປັນເລື່ອງຮຸນແຮງ ເພາະມັນບາດໃຈເຂົາເຖິງສ່ວນເລິກທີ່ສຸດ” (1 ນີໄຟ 16:2), ຫລື ດັ່ງທີ່ປະທານແຮໂຣນ ບີ ລີ ໄດ້ສັງເກດເຫັນວ່າ, “ນົກທີ່ຖືກຍິງຈະຕີປີກ!”2 ທ່າທີທີ່ໝິ່ນປະໝາດຂອງເຂົາ, ແທ້ຈິງແລ້ວ, ແມ່ນຄວາມຮູ້ສຶກຜິດນັ້ນເອງ, ເຊັ່ນດຽວກັບ ໂຄຣິຫໍ ຜູ້ຊຶ່ງໃນທີ່ສຸດ ໄດ້ຍອມຮັບວ່າ, “ຂ້າພະເຈົ້າຮູ້ຢູ່ຕະຫລອດວ່າ ມັນມີພຣະເຈົ້າ” (ແອວມາ 30:52). ໂຄຣິຫໍ ເກັ່ງກ້າທີ່ສຸດໃນການຫລອກລວງຄົນ ຈົນວ່າລາວໄດ້ເຊື່ອຄວາມຕົວະຂອງລາວເອງ (ເບິ່ງ ແອວມາ 30:53).
ຄົນທີ່ໝິ່ນປະໝາດມັກຈະກ່າວຫາສາດສະດາວ່າ ບໍ່ທັນສະໄໝ ຫລື ບໍ່ຍອມປ່ຽນ. ເຂົາພະຍາຍາມຊັກຊວນ ແລະ ກົດດັນສາດສະໜາຈັກໃຫ້ຫລຸດມາດຕະຖານຂອງພຣະເຈົ້າລົງໄປຫາລະດັບການປະພຶດທີ່ບໍ່ເໝາະສົມຂອງເຂົາ, ດັ່ງທີ່ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ກ່າວໄວ້ວ່າ ເຂົາຈະ “ພັດທະນາຄວາມພໍໃຈຂອງຕົນເອງ, ແທນທີ່ຈະພັດທະນາຕົນເອງ”3 ແລະ ການກັບໃຈ. ການຫລຸດມາດຕະຖານຂອງພຣະຜູ້ເປັນເຈົ້າລົງໄປຫາລະດັບການປະພຶດທີ່ບໍ່ເໝາະສົມຂອງສັງຄົມ ເປັນການປະຖິ້ມຄວາມເຊື່ອ. ສາດສະໜາຈັກຫລາຍແຫ່ງໃນບັນດາຊາວນີໄຟ ຫລັງຈາກພຣະຜູ້ຊ່ອຍໃຫ້ລອດໄດ້ມາຢ້ຽມຢາມເຂົາ, ໄດ້ເລີ່ມຕົ້ນປັບຄຳສອນໃຫ້ “ງ່າຍຂຶ້ນ”, ຕາມສັບທີ່ແອວເດີ ຮໍແລນ ໃຊ້ກ່າວ.4
ໃນຂະນະທີ່ທ່ານຟັງຂໍ້ຄວາມດັ່ງຕໍ່ໄປນີ້ ຈາກ ນີໄຟສະບັບທີ 4, ຂໍໃຫ້ທ່ານໄຕ່ຕອງວ່າ ມັນເປັນຄືກັບສະໄໝຂອງເຮົາແນວໃດ: “ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອສອງຮ້ອຍສິບປີຜ່ານໄປ ກໍໄດ້ມີສາດສະໜາຈັກຢູ່ຫລາຍແຫ່ງໃນແຜ່ນດິນ; ແທ້ຈິງແລ້ວ, ມີຫລາຍສາດສະໜາຈັກ ຊຶ່ງອ້າງວ່າຕົນຮູ້ຈັກພຣະຄຣິດ, ແຕ່ພວກເຂົາໄດ້ປະຕິເສດພຣະກິດຕິຄຸນສ່ວນໃຫຍ່ຂອງພຣະອົງ, ເຖິງຂະໜາດທີ່ພວກເຂົາໄດ້ຍອມຮັບຄວາມຊົ່ວຮ້າຍນາໆປະການ, ແລະ ໄດ້ປະຕິບັດສິ່ງທີ່ສັກສິດແກ່ຄົນທີ່ຖືກຫ້າມເພາະຄວາມບໍ່ມີຄ່າຄວນ” (4 ນີໄຟ 1:27).
ສິ່ງດັ່ງກ່າວກໍພວມເກີດຂຶ້ນໃນຍຸກສຸດທ້າຍນີ້! ສະມາຊິກບາງຄົນ ບໍ່ຮູ້ສຶກຕົວວ່າ ຕົນເອງກຳລັງຖືກແຮ້ວອັນດຽວກັນນັ້ນ ເມື່ອເຂົາພະຍາຍາມເຮັດຕາມຮີດຄອງປະເພນີຂອງບັນພະບຸລຸດຂອງເຂົາ ຊຶ່ງບໍ່ສອດຄ່ອງກັບ ພຣະກິດຕິຄຸນ (ເບິ່ງ D&C 93:39). ບາງຄົນກໍຫລອກຕົນເອງ ແລະ ບໍ່ຍອມຮັບ, ໄດ້ອ້ອນວອນ ແລະ ສັ່ງໃຫ້ອະທິການຫລຸດມາດຕະຖານລົງ ເລື່ອງໃບຮັບຮອງເຂົ້າພຣະວິຫານ, ການເຊັນຮັບຮອງເຂົ້າໂຮງຮຽນ, ຫລື ການສະເໜີໄປສອນສາດສະໜາ. ມັນບໍ່ເປັນເລື່ອງງ່າຍສຳລັບອະທິການທີ່ໄດ້ຮັບຄວາມກົດດັນນັ້ນ. ເຖິງຢ່າງໃດກໍຕາມ, ເຊັ່ນດຽວກັບພຣະຜູ້ຊ່ອຍໃຫ້ລອດ ຜູ້ໄດ້ຊຳລະພຣະວິຫານ ເພື່ອປົກປ້ອງຄວາມສັກສິດຂອງມັນ (ເບິ່ງ ໂຢຮັນ 2:15–16), ປະຈຸບັນນີ້ ອະທິການຖືກເອີ້ນໃຫ້ປົກປ້ອງມາດຕະຖານຂອງພຣະວິຫານດ້ວຍຄວາມກ້າຫານ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ ພຣະອົງຈະສະແດງຕົນໃຫ້ປະຈັກແກ່ຜູ້ຄົນຂອງພຣະອົງໃນຄວາມເມດຕາ … ຖ້າຫາກຜູ້ຄົນຂອງພຣະອົງຈະຮັກສາພຣະບັນຍັດຂອງພຣະອົງ, ແລະ ບໍ່ເຮັດໃຫ້ບ້ານສັກສິດແຫ່ງນີ້ຂອງພຣະອົງເປິະເປື້ອນ (ເບິ່ງ D&C 110:7–8).
ພຣະຜູ້ຊ່ອຍໃຫ້ລອດ ຜູ້ຊຶ່ງເປັນແບບຢ່າງທີ່ດີເລີດຂອງເຮົາ, ໄດ້ຫັນໄປຫາພຣະບິດາຂອງພຣະອົງສະເໝີ. ພຣະອົງຮັກ ແລະ ຮັບໃຊ້ເພື່ອນມະນຸດຂອງພຣະອົງ, ໂດຍສະເພາະຄົນທີ່ຕ້ອງການຄວາມຊ່ອຍເຫລືອ, ແຕ່ໄດ້ກ່າວວ່າ, “ເຮົາບໍ່ຕ້ອງການຮັບເອົາກຽດຕິຍົດຈາກມະນຸດ” (ໂຢຮັນ 5:41). ພຣະອົງປະສົງໃຫ້ຜູ້ທີ່ພຣະອົງສິດສອນ ຕິດຕາມພຣະອົງ, ແຕ່ພຣະອົງບໍ່ໄດ້ສະແຫວງຫາຄຳສັນລະເສີນຈາກເຂົາ. ເມື່ອພຣະອົງໄດ້ເຮັດຄວາມດີ, ດັ່ງເຊັ່ນການປິ່ນປົວຄົນເຈັບປ່ວຍ, ພຣະອົງມັກຈະຂໍຮ້ອງວ່າ “ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ” (ມັດທາຍ 8:4; ມາຣະໂກ 7:36; ລູກາ 5:14; 8:56). ໃນພາກສ່ວນໜຶ່ງ, ແມ່ນເພື່ອຫລີກເວັ້ນຈາກຄວາມໂດ່ງດັງທີ່ຕາມມາ ເຖິງແມ່ນພຣະອົງພະຍາຍາມທີ່ຈະຫລີກເວັ້ນກໍຕາມ (ເບິ່ງ ມັດທາຍ 4:24). ພຣະອົງໄດ້ກ່າວປະນາມພວກຟາຣີຊາຍ ສຳລັບຄວາມດີທີ່ພວກເຂົາໄດ້ເຮັດ ເພື່ອອ້າງຜູ້ຄົນ (ເບິ່ງ ມັດທາຍ 6:5).
ພຣະຜູ້ຊ່ອຍໃຫ້ລອດ ເປັນພຽງຜູ້ດຽວເທົ່ານັ້ນທີ່ດີພ້ອມ ໃນບັນດາຜູ້ຄົນທີ່ມີຊີວິດຢູ່ໃນໂລກ, ເປັນຜູ້ທີ່ກ້າຫານທີ່ສຸດ. ໃນຊີວິດຂອງພຣະອົງ, ພຣະອົງເຄີຍຖືກກ່າວຫາຫລາຍເທື່ອ ແຕ່ບໍ່ເຄີຍເອົາໃຈໃສ່ນຳຄົນທີ່ຊີ້ມືເຍາະເຍີ້ຍ. ພຣະອົງເປັນພຽງຜູ້ດຽວເທົ່ານັ້ນ ທີ່ບໍ່ເຄີຍລືມວ່າຈະຫັນໄປທາງໃດ. ພຣະອົງໄດ້ກ່າວວ່າ: “ເຮົາເຮັດຕາມຄວາມປະສົງຂອງ [ພຣະບິດາ] ຢູ່ສະເໝີ” (ໂຢຮັນ 8:29; ເນັ້ນຄຳເນີ້ງ), ແລະ “ການຕັດສິນໃຈຂອງເຮົາກໍຍຸດຕິທຳ; ເພາະເຮົາບໍ່ໄດ້ພະຍາຍາມເຮັດຕາມໃຈຂອງເຮົາເອງ ແຕ່ເຮັດຕາມໃຈຂອງພຣະບິດາ ຜູ້ທີ່ໄດ້ໃຊ້ເຮົາມາ” (ໂຢຮັນ 5:30).
ລະຫວ່າງ 3 ນີໄຟ ບົດທີ 11 ແລະ 3 ນີໄຟ ບົດທີ 28, ພຣະຜູ້ຊ່ອຍໃຫ້ລອດ ໄດ້ໃຊ້ຄຳວ່າ ພຣະບິດາ ຢ່າງໜ້ອຍ 150 ເທື່ອ, ເຮັດໃຫ້ແຈ່ມແຈ້ງຕໍ່ຊາວນີໄຟວ່າ ພຣະອົງຢູ່ທີ່ນັ້ນເພື່ອເປັນຕົວແທນໃຫ້ແກ່ພຣະບິດາ. ແລະ ຈາກ ໂຢຮັນ ບົດທີ 14 ເຖິງ 17, ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວເຖິງພຣະບິດາ ຢ່າງໜ້ອຍ 50 ເທື່ອ. ໃນທຸກວິທີທາງທີ່ເປັນໄປໄດ້, ພຣະອົງເປັນສານຸສິດທີ່ດີພ້ອມຂອງພຣະບິດາຂອງພຣະອົງ. ພຣະອົງເປັນຕົວແທນທີ່ດີທີ່ສຸດຂອງພຣະບິດາຂອງພຣະອົງ, ຈົນວ່າການໄດ້ຮູ້ຈັກພຣະຜູ້ຊ່ອຍໃຫ້ລອດ ກໍເທົ່າກັບການໄດ້ຮູ້ຈັກພຣະບິດາ. ການເຫັນພຣະບຸດ ກໍເທົ່າກັບການເຫັນພຣະບິດາ (ເບິ່ງ ໂຢຮັນ 14:9). ການໄດ້ຍິນພຣະບຸດ ກໍເທົ່າກັບການໄດ້ຍິນພຣະບິດາ (ເບິ່ງ ໂຢຮັນ 5:36). ແທ້ໆແລ້ວ, ພຣະອົງໄດ້ກາຍເປັນເໝືອນດັ່ງພຣະບິດາຂອງພຣະອົງຈົນແຍກບໍ່ອອກ. ພຣະບິດາຂອງພຣະອົງ ແລະ ພຣະອົງ ເປັນອັນໜຶ່ງອັນດຽວກັນ (ເບິ່ງ ໂຢຮັນ 17:21–22). ພຣະອົງຮູ້ຢ່າງບໍ່ຜິດພ້ຽນວ່າ ພຣະອົງຄວນຫັນໄປທາງໃດ.
ຕົວຢ່າງທີ່ດົນໃຈຂອງພຣະອົງ ເປັນພະລັງໃຫ້ແກ່ເຮົາ ເພື່ອຕ້ານທານກັບຂຸມດັກຂອງຄວາມປະຈົບປະແຈງ ຈາກຄົນອື່ນ ຫລື ຄວາມອວດດີຂອງຕົວເຮົາເອງ. ຂໍໃຫ້ຕົວຢ່າງຂອງພຣະອົງຈົ່ງຊ່ອຍເຮົາໃຫ້ມີຄວາມກ້າຫານຂຶ້ນ ທີ່ຈະບໍ່ມີຄວາມຢ້ານກົວ ຫລື ໝອບຢູ່ດ້ວຍຄວາມຢ້ານຄຳຂູ່ເຂັນ. ຂໍໃຫ້ຕົວຢ່າງຂອງພຣະອົງຈົ່ງດົນໃຈເຮົາ ໃຫ້ກ້າວອອກໄປເຮັດຄວາມດີຢ່າງລັບໆ ເທົ່າທີ່ຈະເປັນໄປໄດ້, ແລະ ບໍ່ແມ່ນການສະແຫວງຫາກຽດຕິຍົດຈາກມະນຸດ (ເບິ່ງ D&C 121:35). ແລະ ຂໍໃຫ້ຕົວຢ່າງທີ່ຫາອັນປຽບປານບໍ່ໄດ້ຂອງພຣະອົງ ຈົ່ງຊ່ອຍເຮົາໃຫ້ຈື່ຈຳສະເໝີວ່າ “ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ” ຄືຫຍັງ (ມັດທາຍ 22:38). ເມື່ອຄົນອື່ນສັ່ງໃຫ້ເຮົາເຫັນດ້ວຍກັບເຂົາໃນການຂັດຂືນພຣະບັນຍັດຂອງພຣະເຈົ້າ, ຂໍໃຫ້ເຮົາຈົ່ງຈື່ຈຳສະເໝີວ່າ ເຮົາເປັນສານຸສິດຂອງໃຜ, ແລະ ເຮົາຄວນຫັນໄປທາງໃດ, ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.