​2010–2019
ຈົ່ງ​ວາງ​ແຜນ​ຢ່າງຮອບ​ຄອບ​ໃນ​ສິ່ງ​ທີ່​ເຈົ້າກະທຳ
ຕຸລາ 2014


14:26

ຈົ່ງ​ວາງ​ແຜນ​ຢ່າງຮອບ​ຄອບ​ໃນ​ສິ່ງ​ທີ່​ເຈົ້າກະທຳ

ເມື່ອ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະ​ເຢຊູ ​ແລະ ​ເມື່ອ​ເຮົາ​ຕິດຕາມ​ພຣະບາດ​ຂອງ​ພຣະອົງ, ​ເຮົາ​ຈະ​ສາມາດ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ໄດ້​ຢ່າງ​ປອດ​ໄພ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຖ່ອມ​ຕົນ​ຫລາຍ ທີ່​ໄດ້​ມາ​ຢືນ​ຢູ່​ຕໍ່ໜ້າ​ທ່ານໃນ​ເຊົ້າມື້ນີ້. ຂ້າພະ​ເຈົ້າຂໍ​ສັດທາຈາກ​ທ່ານ ​ແລະ ຂໍ​ໃຫ້​ທ່ານ​ອະທິຖານ​ເພື່ອ​ຂ້າພະ​ເຈົ້າ​ແດ່ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າແບ່ງປັນ​ຂ່າວສານ​ນຳ​ທ່ານ.

ເຮົາ​ທຸກ​ຄົນ​ໄດ້​ເລີ່​ມຕົ້ນການ​ເດີນທາງ​ທີ່​ດີ​ເລີດ ​ແລະ ສຳຄັນ ​ເມື່ອ​ເຮົາ​ໄດ້​ຈາກ​ໂລກ​ວິນ​ຍານ​ມາ ​ແລະ ​ໄດ້​ເຂົ້າມາສູ່​ໂລກ​ມະຕະ​ທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ນີ້. ຈຸດປະສົງ​ຕົ້ນຕໍ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້ ​ແມ່ນ​ເພື່ອ​ຮັບ​ເອົາ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ ​ແລະ ກະດູກ, ​ເພື່ອຮັບ​ເອົາ​ປະສົບ​ການ​ ຊຶ່ງ​ຈະ​ໄດ້​ມາ​ຜ່ານ​ການ​ແຍກ​ຈາກພຣະບິດາ​ມານ​ດາ​ເທິງ​ສະຫວັນຂອງ​ເຮົາ​ເທົ່າ​ນັ້ນ, ​ແລະ ​​ເພື່ອເບິ່ງ​ວ່າ ​ເຮົາ​ຈະ​ຮັກສາ​ພຣະບັນຍັດ​ໄດ້​ບໍ. ຢູ່​ໃນ ໜັງສື​ຂອງ​ Abraham ບົດ​ທີ 3 ເຮົາ​ອ່ານ​ວ່າ ພວກ​ເຮົາຈະ​ພິສູດ​ພວກ​ເຂົາໂດຍ​ວິທີ​ນີ້, ​ເພື່ອ​ເບິ່ງ​ວ່າພວກ​ເຂົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ພວກ​ເຂົາ​ຈະ​ບັນຊາ​ພວກ​ເຂົາ​ຫລື​ບໍ່.1

​ເມື່ອ​ເຮົາ​ມາສູ່​ໂລກ, ​ເຮົາ​ໄດ້​​ເອົາ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ຈາກ​ພຣະ​ເຈົ້າມາ​ນຳ—ນັ້ນຄື ອຳ​ເພີ​ໃຈຂອງ​ເຮົາ. ​ໃນ​ຫລາຍໆ​ວິທີ ​ເຮົາ​ມີ​ສິດ​ພິ​ເສດ ທີ່​ຈະ​ເລືອກ​ສຳລັບ​ຕົນ​ເອງ. ຢູ່​ໃນ​ໂລກ​ນີ້ ​ເຮົາ​ຈະ​ຮຽນ​ຮູ້​ຈາກ​ປະສົບ​ການ​ທີ່​ຫຍຸ້ງຍາກ​ໃນ​ຊີວິດ. ​ເຮົາ​ຈະ​ເຫັນ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ. ​ເຮົາ​ຈະຮູ້ຈັກ​ວ່າ ສິ່ງ​ໃດ​ຂົມຂື່ນ ​ແລະ ສິ່ງ​ໃດ​ຫວານ​ແຊບ​ຊ້ອຍ. ​ເຮົາ​ຈະ​ຮຽນ​ຮູ້​ວ່າ ວິຖີ​ຊີວິດ​ຂອງ​ເຮົາ​ແມ່ນ​ຂຶ້ນຢູ່ກັບການ​ຕັດສິນ​ໃຈຂອງ​ເຮົາ.

ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ເຮົາ​ໄດ້​ຈາກ​ພຣະບິດາ​ຂອງ​ເຮົາ​ມາ​ດ້ວຍ​ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະອົງ, ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ ທີ່​ພຣະອົງ​ໄດ້​ວາງ​ແຜນ​ໄວ້​ສຳລັບ​ເຮົາ ​ແລະ ຊຶ່ງ​ເຮົາ​ຕ້ອງການມັນ​ຫລາຍ​ທີ່​ສຸດ. ​ເຖິງ​ແມ່ນ​ວ່າ ​ເຮົາ​ໄດ້​ຈາກ​ມາ​ເພື່ອ​ຊອກ​ຫາ ​ແລະ ​ເດີນ​ໃນ​ເສັ້ນທາງ​ທີ່​ຈະ​ນຳພາ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະບິດາ​​ໃນ​ສະຫວັນ​ຂອງ​ເຮົາ​ກໍ​ຕາມ, ​ແຕ່​ພຣະອົງ​ບໍ່​ໄດ້​ສົ່ງ​ເຮົາ​ມາປາດ​ສະ​ຈາກ​ແນວທາງ ​ແລະ ການ​ນຳພາ. ​ແຕ່​ພຣະອົງ​ໄດ້​ປະທານ​ເຄື່ອງມື​ທີ່​​ເຮົາ​ຕ້ອງການ​ໃຫ້​ເຮົາ, ​ແລະ ພຣະອົງ​ໄດ້​ຊ່ອຍ​ເຫລືອ​ເຮົາ ​​ເມື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະອົງ ​ແລະ ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ ທີ່​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ ​ແລະ ​ໄດ້​ຮັບ​ຊີວິດ​ນິລັນດອນ.

ເພື່ອ​ຊ່ອຍ​ນຳພາ​ເຮົາ ​ເຮົາ​ມີ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ແລະ ຂອງ​ພຣະບຸດ​ຂອງ​ພຣະອົງ ຢູ່​ໃນ​ພຣະຄຳ​ພີ​ທີ່​ສັກສິດ. ​ເຮົາ​ມີ​ຄຳ​ແນະນຳ ​ແລະ ຄຳ​ສອນ​ຂອງ​ສາດສະດາ​ຂອງ​ພຣະ​ເຈົ້າ. ​​ສຳຄັນ​ທີ່​ສຸດ, ​ເຮົາ​ມີ​ແບບ​ຢ່າງທີ່​ດີ​ເລີດ​ ທີ່​ຈະ​ຕິດຕາມ—ນັ້ນຄື ​ແບບ​ຢ່າງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ—​ແລະ ​ເຮົາ​ໄດ້​ຖືກ​ແນະນຳ​ໃຫ້​ເຮັດ​ຕາມ​ແບບຢ່າງ​ດັ່ງນັ້ນ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ: “ຈົ່ງ​ຕາມ​ເຮົາ​ມາ.”2 “ວຽກ​ງານ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ​ມາ​ແລ້ວ ສິ່ງ​ນັ້ນ​ເຈົ້າ​ຈົ່ງ​ເຮັດ​ຕາມ​ເໝືອນ​ກັນ.”3 ພຣະອົງ​ໄດ້​ຖາມ​ວ່າ, “ເຈົ້າຄວນ​ເປັນ​ຄົນ​ແນວ​ໃດ?” ​ແລ້ວ​ພຣະອົງ​ໄດ້​ຕອບ​ເອງ​ວ່າ, “ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ ເຖິງ​ແມ່ນດັ່ງ​ທີ່​ເຮົາ​ເປັນ.”4 “ພຣະອົງ​ໄດ້​ບອກ​ເສັ້ນທາງ ​ແລະ ​ເດີນ​ອອກ​ໜ້າ​ເຮົາ.”5

ເມື່ອ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະ​ເຢຊູ ​ແລະ ​ເມື່ອ​ເຮົາ​ຕິດຕາມ​ພຣະບາດ​ຂອງ​ພຣະອົງ, ​ເຮົາ​ຈະ​ສາມາດ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ໄດ້​ຢ່າງ​ປອດ​ໄພ ​ແລະ ອາ​ໄສ​ຢູ່​ນຳພຣະອົງ​ຕະຫລອດ​ການ. ສາດສະດາ​ນີ​ໄຟ​ ​ໄດ້​ກ່າວ​ວ່າ, “ນອກ​ຈາກ​ມະນຸດ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ການ​ທຳ​ຕາມ​ຕົວຢ່າງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າຜູ້​ຊົງ​ພຣະ​ຊົນ​ຢູ່, ເຂົາ​ຈະ​ລອດ​ບໍ່​ໄດ້.”6

ເອື້ອຍ​ນ້ອງ​ຄົນ​ໜຶ່ງ, ທຸກ​ເທື່ອ​ທີ່​ນາງ​ໄດ້​ກ່າວ​ເຖິງ​ປະສົບ​ການ ທີ່​ນາງ​ໄດ້​ມີ ລະຫວ່າງ​ການ​ໄປ​ທ່ອງ​ທ່ຽວ​ປະ​ເທດ​ອິດສະຣາ​ເອນ, ນາງ​ໄດ້​ເວົ້າອອກ​ມາ​ດ້ວຍ​ຄວາມ​ຕື່ນ​ເຕັ້ນວ່າ, “ຂ້ອຍ​ໄດ້​ຍ່າງ​ໃນ​ບ່ອນ​ທີ່​ພຣະ​ເຢຊູ​ໄດ້​ຍ່າງ!”

ນາງ​ໄດ້​ຢູ່​ໃນບໍລິ​ເວນ​ບ່ອນ​ທີ່​ພຣະ​ເຢຊູ​ໃຊ້​ຊີວິດ ​ແລະ ​ໄດ້​ສອນ. ບາງ​ທີ່​ນາງ​ໄດ້​ຢືນ​ຢູ່​ເທິງ​ໂງ່ນ​ຫີນ ບ່ອນ​ທີ່​ຄັ້ງໜຶ່ງ​ພຣະອົງ​ເຄີຍ​ໄດ້​ຢືນ​ຢູ່ ຫລື ຫລຽວ​ເບິ່ງ​ພູ​ຜາ​ທີ່​ພຣະອົງ​ເຄີຍ​ຫລຽວ​ເບິ່ງ. ປະສົບ​ການ​ດັ່ງກ່າວ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​​ເຕັ້ນສຳລັບ​ນາງ, ​ແຕ່​ການ​ໄດ້​ຍ່າງ​ຢູ່​ໃນ​ ບ່ອນ​ທີ່ ພຣະ​ເຢຊູ​ໄດ້​ຍ່າງ ບໍ່​ສຳຄັນ​ເທົ່າ​ກັບ ການ​ຍ່າງ​ຕາມ ​ແບບຢ່າງ ​ທີ່​ພຣະອົ​ງ​ໄດ້​ຍ່າງ. ການ​ເຮັດ​ຕາມ​ການ​ກະທຳ​ຂອງ​ພຣະອົງ ​ແລະ ການ​​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ​ກວ່າ ການ​​ໄປ​ເດີນ​ຕາມ​ຮອຍ​ພຣະບາດ​ຂອງ​ພຣະອົງ ຕອນ​ພຣະອົງ​ມີ​ຊີວິດ​ມະຕະ.

ເມື່ອ​ພຣະ​ເຢຊູ​ໄດ້​​ເຊື້ອ​ເຊີນ​ເສດ​ຖີໜຸ່ມ​ຄົນ​ໜຶ່ງ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ,”7 ພຣະອົງ​ບໍ່​ໄດ້​ໝາຍຄວາມ​ວ່າ ​ໃຫ້​ຊາຍ​ຄົນ​ນັ້ນຍ່າງ​ຕາມ​ພຣະອົງ​ໄປ​, ຂຶ້ນພູ ຫລື ລົງ​ເຂົາ​ນຳພຣະອົງ​ຊື່ໆ.

ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຍ່າງ​ເລາະ​ຢູ່​ແຖວ​ແຄມ​ທະ​ເລ​ຄາ​ລີ​ເລ ຫລື ຍ່າງຕາມ​ຄ້ອຍ​ພູ​ຢູ​ເດຍ ບ່ອນ​ທີ່​ພຣະ​ເຢຊູ​​ເຄີຍ​ໄດ້​ຍ່າງ. ​ເຮົາ​ທຸກ​ຄົນ​ສາມາດ​​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ພຣະອົງ​ເຄີຍ​ເດີນ ​ເມື່ອ​ເຮົາ​ຮັກສາ​ພຣະຄຳ​ຂອງ​ພຣະອົງ​ຢູ່​ໃນ​ໃຈ, ​ເມື່ອ​ພຣະວິນ​ຍານ​ຂອງ​ພຣະອົງ​ເຕັມ​ຢູ່​ໃນ​ໃຈ​ຂອງ​ເຮົາ, ​ແລະ ​ເມື່ອ​ຄຳ​ສອນ​ຂອງ​ພຣະອົງ​ນຳພາ​ຊີວິດ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ເລືອກ​ຕິດຕາມ​ພຣະອົງ ​ໃນ​ຂະນະ​ທີ່​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​ມະຕະ​ຂອງ​ເຮົາ. ​ແບບຢ່າງ​ຂອງ​ພຣະອົງ​ສ່ອງ​ແສງ​ເຍືອງ​ທາງ​ເຮົາ. ພຣະອົງ​ໄດ້​ກ່າວ​ວ່າ, “​ເຮົາ​ນີ້​ແຫລະ​ເປັນ​ທາງນັ້ນ, ​ເປັນຄວາມ​ຈິງ, ​ແລະ ​ເປັນ​ຊີວິດ.”8

​ເມື່ອ​ເຮົາ​ສຳ​ຫລວດ​ເບິ່ງ​ເສັ້ນທາງ​ທີ່​ພຣະອົງ​ໄດ້​ຍ່າງ, ​ເຮົາ​ຈະ​ເຫັນ​ວ່າ ພຣະອົງ​ໄດ້​ຜ່າ​ນຜ່າ​ການ​ທ້າ​ທາຍ​ຫລາຍ​ຢ່າງ ຊຶ່ງ​ຕົວ​ເຮົາ​ເອງ​ຕ້ອງ​ໄດ້​ປະ​ເຊີນ​ຢູ່​ໃນ​ຊີວິດ​ນີ້​ຄື​ກັນ.

ຍົກ​ຕົວຢ່າງ, ພຣະ​ເຢຊູ​​ເຄີຍ​ປະສົບ​ກັບ​ຄວາມ​ຜິດ​ຫວັງ. ​ເຖິງ​ແມ່ນ​ພຣະອົງ​ເຄີຍ​ປະສົບ​ກັບ​ຄວາມ​ຜິດ​ຫວັງ​ຫລາຍ​​ເທື່ອກໍ​ຕາມ, ​ແຕ່​ຄຳ​ທີ່​ຕື້ນ​ຕັນ​ໃຈ​ທີ່​ສຸດ ​ທີ່​ພຣະອົງ​ໄດ້​ກ່າວ​ອອກ​ມາ ​ແມ່ນຕອນ​ທີ່​ພຣະອົງ​ກ່າວ​ຢູ່​ເຢຣູຊາ​ເລັມ ​ໃນ​ທ້າຍ​ການ​ປະຕິບັດ​ສາດສະໜາກິດ​ຂອງ​ພຣະອົງ. ​ລູກ​ຫລານ​ຂອງ​ອິດສະຣາ​ເອນ​ໄດ້​ປະຕິ​ເສດ​ບໍ່​ຍອມຮັບ​ພຣະອົງ​ໃຫ້​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຂົາ. ​ເມື່ອ​ພຣະອົງ​ໄດ້​ຫລຽວ​ເບິ່ງ​ຮອບໆ​ເມືອງ ຊຶ່ງ​ບໍ່​ດົນ​ຈະຖືກ​ປະ​ຖິ້ມ​​ໃຫ້​ທຳລາຍ, ພຣະອົງຈຶ່ງມີ​ຄວາມ​ໂສກ​ເສົ້າ​ເປັນ​ທຸກ​ຫລາຍ ​ແລະ ​ໄດ້​ຮ້ອງ​ອອກ​ໄປ​ວ່າ, “​ໂອ້ ​ເຢຣູຊາ​ເລັມ, ​ເຢຣູຊາ​ເລັມ​ເອີຍ, ​ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ​ເຈົ້າ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ທີ່​ຮັບ​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາດ​ຖະໜາ ອ້າ​ແຂນ​ໂອບ​ກອດ​ປະຊາຊົນ​ທັງ​ໝົດ​ຂອງ​ເຈົ້າ​ໄວ້ ​ເໝືອນ​ແມ່​ໄກ່​ຮວບ​ຮວມລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ​ແຕ່​ພວກ​ເຈົ້າຊ້ຳພັດ​ບໍ່​ຍິນ​ຍອມ!”9

ພຣະ​ເຢຊູ​​ເຄີຍ​ໄດ້​ຮັບ​ການ​ລໍ້​ລວງ. ລູຊິ​ເຟີ ຜູ້​ຊົ່ວ​ຮ້າຍ ​ໄດ້​​ເຕົ້າ​ໂຮມ​ກຳລັງ​ທັງ​ໝົດ​ຂອງ​ມັນ, ​ໄດ້​ໃຊ້ຄວາມ​ຕົວະ​ທັງ​ໝົດ​ຂອງ​ມັນ ​ເພື່ອ​ພະຍາຍາມ​ລໍ້​ລວງ​ພຣະອົງ ຜູ້​ໄດ້​ຖື​ສິນ​ອົດ​ເຂົ້າ​ເປັນ​ເວລາ 40 ມື້ 40 ຄົນ. ພຣະ​ເຢຊູ​ບໍ່​ໄດ້ຍອມ​ແພ້; ​ແຕ່​ພຣະອົງ​ໄດ້​ຕໍ່ຕ້ານ​ການ​ລໍ້​ລວງ​ທຸກ​ຢ່າງ. ພຣະ​ອົງ​ໄດ້​ກ່າວ​ວ່າ: “ຈົ່ງ​ໜີ​ໄປ, ອ້າຍ​ຊາຕານ.”10

ພຣະ​ເຢຊູ​ເຄີຍ​ໄດ້​ຮັບ​ຄວາມທຸກ​ທໍລະມານ. ​ໃນ​ສວນ​ເຄັດ​ເຊ​ມາ​ເນ ບ່ອນ​ທີ່​ພຣະອົງ “ເປັນ​ທຸກວຸ້ນວາຍ​ຫລາຍ … ​ແລະ ​ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​​ເລືອດ​ຢາດ​ລົງ​ດິນ​ເປັນ​ເມັດ​ໃຫຍ່.”11 ແລະ ບໍ່​ມີ​ຄົນ​ໃດ​ສາມາດ​ລືມ ຄວາມທຸກ​ທໍລະມານ​ທີ່​ພຣະອົງ​ໄດ້​ຮັບ​ຢູ່​ເທິງ​ໄມ້​ກາງ​ແຂນທີ່​ໂຫດຮ້າຍ​ນັ້ນ​ໄດ້.

ເຮົາ​ທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ຄວາມ​ຜິດ​ຫວັງ, ບາງທີ​ໂອກາດ​ທີ່​ຫລຸດ​ມື​ໄປ, ອຳນາດ​ທີ່​ໃຊ້​ໃນ​ທາງ​ທີ່​ຜິດ, ການ​ເລືອກ​ຂອງ​ຄົນ​ທີ່​ເຮົາ​ຮັກ, ຫລື ການ​ເລືອກ​ຂອງ​ເຮົາ​ເອງ. ​ເຮົາ​ທຸກ​ຄົນ​ກໍ​ຈະ​ປະ​ເຊີນ​ກັບ​ການ​ລໍ້​ລວງ​ຄື​ກັນ. ​ເຮົາ​ອ່ານ​ໃນ​ ພາກ​ທີ 29 ຂອງ Doctrine and Covenants ວ່າ ມັນຈຳ​ເປັນ​ວ່າ​ມານ​ຈະ​ຕ້ອງ​ລໍ້​ລວງລູກ​ຫລານ​ມະນຸດ, ຖ້າ​ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ບໍ່​ສາມາດ​ເປັນ​ຜູ້​ມີ​ອິດ​ສະລະ​ພາບຂອງ​ຕົນ​ເອງ.12

​ເຊັ່ນ​ດຽວ​ກັນ ​ເຮົາ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ. ​ເຮົາ​ຜູ້​ເປັນ​ຄົນ​ຮັບ​ໃຊ້ ບໍ່​ຄວນ​ຄາດ​ຫວັງ​ຫລາຍ​ກວ່າ ພຣະອາຈານ ຜູ້​ໄດ້ຈາກ​ໂລກ​ນີ້​ໄປ ພຽງ​ແຕ່ຫລັງ​ຈາກ​ທີ່​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ ​ແລະ ຄວາມທຸກ​ທໍລະມານ​ແລ້ວ.

​ເຖິງ​ແມ່ນ​ວ່າ​ເຮົາ​ຈະປະ​ເຊີນ​ກັບ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ, ​​ແຕ່​ເຮົາ​ຈະ​ພົບ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່ນຳ​ອີກ.

ເຮົາ​ສາມາດ​ເຊື່ອຟັງ​ເໝືອນ​ດັ່ງ​ພຣະ​ເຢຊູ. ມັນ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ສະ​ເໝີ​ໄປ, ​ແຕ່​ໃຫ້​ຖ້ອຍ​ຄຳ​ຂອງ​ຊາ​ມູ​ເອນ ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ເຮົາ ທີ່​ວ່າ “ພຣະ​ເຈົ້າ​ຕ້ອງ​ການ​ອັນ​ໃດ​ຫລາຍ​ກວ່າ​ກັນ, ການ​ເຊື່ອ​ຟັງ ຫລື ຂອງ​ຖະຫວາຍ ​ແລະ ​ເຄື່ອງ​ບູຊາ?13 ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ໄວ້​ວ່າ ຜົນ​ທີ່​ມາ​ຈາກ​ການບໍ່​ເຊື່ອ​ຟັງ ​ແມ່ນ​ການ​ເປັນ​ຊະ​ເລີຍ ​ແລະ ຄວາມ​ຕາຍ, ​ແຕ່​ລາງວັນ​ສຳລັບ​ການ​ເຊື່ອ​ແມ່ນ​ການ​ເປັນ​ອິດ​ສະລະ ​ແລະ ຊີວິດ​ນິລັນດອນ.

​ເຮົາ​ສາມາດ​ຮັບ​ໃຊ້​ເໝືອນ​ດັ່ງ​ພຣະຄຣິດ. ຊີວິດ​ຂອງ​ພຣະ​ເຢຊູ ​ເປັນ​ແບບຢ່າງ​ທີ່​ດີ​ເລີດ ​ເມື່ອ​ພຣະອົງ​ປະຕິບັດ​ສາດສະໜາ​ກິດ​​ໃນ​ບັນດາ​ຜູ້​ຄົນ. ພຣະອົງ​ໄດ້​​​ໂຜດ​ຄົນ​ເປ້ຍ​ລ່ອຍ​​ໃຫ້ຍ່າງ​ໄດ້, ຄົນ​ຕາບອດ​ໃຫ້​ເຫັນຮຸ່ງ, ຄົນ​ຫູໜວກ​​ໃຫ້​ໄດ້​ຍິນ.

ພຣະ​ເຢຊູ​ໄດ້​ອະທິຖານ. ພຣະອົງ​ໄດ້​ສອນ​ເຮົາ​​ເຖິງ​ວິທີ​ອະທິຖານ ​ໂດຍ​ການ​ສອນ​ຄຳ​ອະທິຖານ​ທີ່​ສວຍ​ງາມ ຊຶ່ງ​ເຮົາ​​ເອີ້ນ​ວ່າ ຄຳ​ອະທິຖານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແລະ ມີ​ໃຜ​ແດ່​ທີ່​ລືມ​ຄຳ​ອະທິຖານ​ຂອງ​ພຣະອົງ​ຢູ່​ໃນ​ສວຍ​ເຄັດ​ເຊ​ມາ​ເນ​ໄດ້ ທີ່​ວ່າ: “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະໜາ​ຂອງ​ລູກ, ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະປະສົງ​ຂອງ​ພຣະ​ບິດາ​ເຈົ້າ​ເທີ້ນ.”14

ຄຳ​ແນະນຳ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມອບ​ໃຫ້​ແກ່​ເຮົາ ມີ​ຢູ່​ໃນ​ພຣະຄຳ​ພີ​ທີ່​ສັກສິດ. ​ໃນ​ຄຳ​ເທດ​ສະໜາ​ທີ່​ຄ້ອຍ​ພູ, ພຣະອົງ​ບອກ​ເຮົາ​ໃຫ້​ເປັນ​ຄົນ​ມີ​ເມດ​ຕາ, ຖ່ອມ​ຕົນ, ຊອບ​ທຳ, ບໍລິສຸດ​ໃນ​ໃຈ, ​ເປັນ​ຄົນ​ສ້າງ​ຄວາມ​ສະຫງົບ. ພຣະອົງ​ໄດ້​ແນະນຳ​ເຮົາ​ໃຫ້​ຍຶດໝັ້ນຢູ່​ໃນ​ຄວາມ​ກ້າຫານ​ສຳລັບ​ຄວາມ​ເຊື່ອ​ຂອງ​ເຮົາ, ​​ເຖິງ​ແມ່ນ​ເຮົາ​ຈະ​ຖືກ​ເຍາະ​ເຍີ້​ຍ ​ແລະ ຖືກ​ຂົ່ມ​ເຫັງ​ກໍ​ຕາມ. ພຣະອົງ​ໄດ້​ຂໍ​ໃຫ້ຄວາມ​ສະຫວ່າງ​ຂອງ​ເຮົາ​ສ່ອງ​ແສງ ​ເພື່ອ​ວ່າ​ຄົນ​ອື່ນ​ຈະ​ໄດ້​ເຫັນ​ມັນ ​ແລະ ຢາກ​ສັນລະ​ເສີນ​ພຣະບິດາ​ໃນ​ສະຫວັນ​ຂອງ​ເຮົາ. ພຣະອົງ​ສອນ​ເຮົາ​ໃຫ້​ສະອາດ​ທາງ​ສິນ​ທຳ ທັງ​ໃນ​ຄວາມ​ຄິດ ​ແລະ ການ​ກະທຳ. ພຣະອົງ​ບອກ​ເຮົາ​ວ່າ ການ​​ເກັບ​ຊັບ​ສິນ​ໄວ້​ໃນ​ສະຫວັນ ​ແມ່ນ​ສຳຄັນ​ກວ່າ​ການ​ເກັບຊັບ​ສິນ​ໄວ້​ໃນ​ໂລກ.15

ຄຳ​ອຸປະມາຂອງ​ພຣະອົງ ສອນ​ດ້ວຍ​ພະລັງ ​ແລະ ສິດ​ອຳນາດ. ​ໃນ​ຄຳ​ອຸປະມາ​ເລື່ອງ​ໄທ​ຊາ​ມາ​ເຣຍ ຜູ້​ໃຈດີ, ພຣະອົງ​ໄດ້​ສອນ​ເຮົາ​ໃຫ້​ຮັກ ​ແລະ ຮັບ​ໃຊ້​ເພື່ອນ​ມະນຸດ.16 ໃນ​ຄຳ​ອຸປະມາ​ເລື່ອງ​ເງິນຕາ​ລັນ​ຕົນ, ພຣະອົງ​ສອນ​ເຮົາ​​ໃຫ້​ພັດທະນາ​ຕົນ ​ແລະ ພະຍາຍາມ​ກາຍ​ເປັນ​ຄົນ​ດີ​ພ້ອມ.17 ໃນ​ຄຳ​ອຸປະມາ​ເລື່ອງ​ແກະ​ທີ່​ເສຍ​ໄປ, ພຣະອົງ​ແນະນຳ​ເຮົາ​ໃຫ້​ອອກ​ໄປ​ຊອກ​ຫາ​ຄົນ​ທີ່​​ເດີນ​ອອກ​​ຈາກ​ເສັ້ນທາງ ​ແລະ ຫລົງ​ທາງ​ໄປ.18

​ເມື່ອ​ເຮົາ​ພະຍາຍາມ​ເຮັດ​ໃຫ້​ພຣະຄຣິດ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ ​ໂດຍ​ການ​ຮ່ຳຮຽນ​ພຣະຄຳ​ຂອງ​ພຣະອົງ, ​ໂດຍ​ການ​ເຮັດ​ຕາມ​ຄຳ​ສັ່ງສອນ​ຂອງ​ພຣະອົງ, ​ແລະ​ ​ໂດຍ​ການ​ເດີນ​ໄປ​​ໃນ​ເສັ້ນທາງ​ຂອງ​ພຣະອົງ, ​ແລ້ວ​ພຣະອົງ​ສັນຍາ​ວ່າ ຈະ​ມອບ​ຊີວິດ​ນິລັນດອນ​ໃຫ້​ເຮົາ ​ຊຶ່ງ​ພຣະອົງ​ໄດ້​ສິ້ນ​ພຣະຊົນ​ເພື່ອ​ເຫັນ​ແກ່​ເຮົາ. ບໍ່​ມີ​ຈຸດ​ເປົ້າໝາຍ​ໃດ​ທີ່​ສູງ​ສົ່ງ​ໄປ​ກວ່າ​ນີ້, ຊຶ່ງ​ເຮົາຄວນ​ເລືອກ​ທີ່​ຈະ​ຮັບ​ເອົາ​ເງື່ອນ​ໄຂ​ຂອງ​ພຣະອົງ ​ແລະ ກາຍ​ເປັນສານຸສິດ​ຂອງ​ພຣະອົງ ​ແລະ ​ເຮັດ​ວຽກ​ງານ​ຂອງ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ເຮົາ. ບໍ່​ມີ​ສິ່ງ​ອື່ນ​ໃດ, ບໍ່​ມີ​ການ​ເລືອກ​ໃດໆ​ຂອງ​ເຮົາ ທີ່​ສາມາດ​ຊ່ອຍ​ເຫລືອ​ເຮົາ​ໄດ້​ດີກ​ວ່າຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະອົງ.

​ເມື່ອ​ຂ້າພະ​ເຈົ້າຄິດ​​ເຖິງ​ຄົນ​ທີ່​ພະຍາຍາມ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຄົນ​ທີ່​ເຄີຍ​ເດີນ​ໄປ​ໃນ​​ເສັ້ນທາງ​ຂອງ​ພຣະອົງ, ບຸກຄົນທີ່​ຂ້າພະ​ເຈົ້າຄິດ​ໄດ້ ​ແມ່ນ​ລຸງກູ​ສະຕາ ​ແລະ ປ້າມາ​ກາ​ເຣັດ ວອກ​ເກີ—​ເຂົາ​ເຈົ້າ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ​ແທ້ໆ ທີ່​ຂ້າພະ​ເຈົ້າ​ເຄີຍ​ຮູ້ຈັກ​ມາ. ​ເຂົາ​ເຈົ້າ​ເປັນ​ຄົນ​ເຢຍລະ​ມັນ ທີ່​ຍ້າຍ​ມາຕັ້ງຖິ່ນ​ຖານ​ຢູ່​ປະ​ເທດ​ກາ​ນາ​ດາ​ພາກ​ຕາ​ເວັນ​ອອກ, ​ແລະ ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ເຂົາ​ເຈົ້າ ຕອນ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ເຜີຍ​ແຜ່​ຢູ່​ທີ່​ນັ້ນ. ລຸງວອກ​ເກີ​ໄດ້​ມີ​ອາຊີບ​ເປັນ​ຊ່າງຕັດຜົມ. ​ເຖິງ​ແມ່ນ​ເຂົາ​ເຈົ້າຍາກຈົນ, ​ແຕ່​ເຂົາ​ເຈົ້າກໍ​ໄດ້​ແບ່ງປັນ​ສິ່ງ​ທີ່​ເຂົາ​ເຈົ້າມີ. ​ເຂົາ​ເຈົ້າບໍ່​ມີ​ລູກ, ​ແຕ່​ເຂົາ​ເຈົ້າລ້ຽງ​ດູ​ທຸກ​ຄົນ​ທີ່​ສາມາດເຂົ້າມາ​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ.

​ເຂົາ​ເຈົ້າ​ໃຊ້​ຊີວິດ​ແບບ​ທຳ​ມະ​ດາສາມັນ, ປາກ​ເວົ້າພາສາ​ອັງກິດ​ກໍ​ບໍ່​ເກັ່ງ, ​ເຮືອນ​ຊານ​ກໍ​ບໍ່​ມີ​ຫຍັງ​ຫລາຍ. ​ເຂົາ​ເຈົ້າບໍ່ມີ​ລົດ ຫລື ​ໂທລະທັດ, ບໍ່​ໄດ້​ສົນ​ໃຈ​ເຮັດ​ສິ່ງ​ທີ່​ຜູ້​ຄົນ​ໃນ​ໂລກ​ສົນ​ໃຈ​ເຮັດ. ​ແຕ່ຜູ້​ຄົນ​ໄດ້​ໄປ​ຫາ​ເຂົາ​ເຈົ້າ​ເລື້ອຍໆ ​ເພື່ອ​ຈະ​ໄດ້​ຮູ້ສຶກ​ເຖິງ​ວິນ​ຍານ​ທີ່​ປະ​ທັບ​ຢູ່​ໃນ​ນັ້ນ. ​ເຮືອນ​ຂອງ​ເຂົາ​ເຈົ້າ​ເປັນ​ສະຫວັນ​ຢູ່ໃນ​ໂລກ, ​ແລະ ວິນ​ຍານ​ທີ່ຮູ້ສຶກ​ໃນ​ນັ້ນ ​ແມ່ນ​ວິນ​ຍານ​ແຫ່ງ​ຄວາມ​ສັນຕິ​ສຸກ ​ແລະ ຄວາມ​ດີງາມ.

​ເຮົາ​ກໍ​ສາມາດ​ມີ​ວິນ​ຍານ​ນັ້ນຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາຄື​ກັນ ​ແລະ ສາມາດ​ແບ່ງປັນ​ມັນ​ໃຫ້​ກັບ​ໂລກ ​ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເຮັດ​ຕາມ​ແບບຢ່າງ​ທີ່​ດີ​ເລີດ​ຂອງ​ພຣະອົງ.

ເຮົາ​ອ່ານ​ໃນ​ພຣະທຳ ສຸພະ​ສິດ ວ່າ, “ຈົ່ງ​ວາງ​ແຜນ​ຢ່າງຮອບ​ຄອບ​ໃນ​ສິ່ງ​ທີ່​ເຈົ້າກະທຳ.”19 ​ເມື່ອ​ເຮົາ​ເຮັດ​ເຊັ່ນນັ້ນ, ​ເຮົາ​ຈະ​ມີ​ສັດທາ, ​ແມ່ນ​ແຕ່​ມີ​ຄວາມ​ປາດ​ຖະໜາ, ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ພຣະຄຣິດ​ເຄີຍ​​ເດີນ. ​ເຮົາ​ຈະ​ບໍ່​ມີ​ຄວາມ​ສົງ​ໄສ​ວ່າ ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ພຣະບິດາ​ປະສົງ​ໃຫ້​ເຮົາ​ເດີນ​ໄປ​ຫລື​ບໍ່. ​ແບບຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ເຄົ້າ​ໂຄງ​ສຳລັບທຸກ​ສິ່ງ​ທີ່​ເຮົາ​ເຮັດ, ​ແລະ ພຣະຄຳ​ຂອງ​ພຣະອົງ​ເປັນ​ສິ່ງ​ນຳພາ​ທີ່​ບໍ່​ຜິດພາດ. ​ເສັ້ນທາງ​ຂອງ​ພຣະອົງ​ຈະນຳ​ເຮົາ​ກັບ​ຄືນ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ. ຂໍ​ໃຫ້​ສິ່ງ​ນີ້​ຈົ່ງ​ເປັນ​ພອນ​ແກ່​ເຮົາ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ຂ້າພະ​ເຈົ້າຮັກ, ຮັບ​ໃຊ້, ​ແລະ ​ເປັນ​ພະຍານ​ເຖິງ, ອາແມນ.