ສິນລະລຶກ-ການຕໍ່ອາຍຸໃຫ້ຈິດວິນຍານ
ພຣະວິນຍານຈະປິ່ນປົວ ແລະ ຕໍ່ອາຍຸໃຫ້ຈິດວິນຍານຂອງເຮົາ. ພອນທີ່ສັນຍາໄວ້ກ່ຽວກັບສິນລະລຶກຄື ເຮົາຈະມີພຣະວິນຍານຂອງພຣະອົງສະຖິດຢູ່ນຳ [ເຮົາ] ຕະຫລອດເວລາ.
ເທື່ອໜຶ່ງ ກຸ່ມຍິງໜຸ່ມໄດ້ຖາມຂ້າພະເຈົ້າວ່າ, “ທ່ານເສຍດາຍທີ່ທ່ານບໍ່ຮູ້ສິ່ງໃດ ຕອນທ່ານມີອາຍຸລຸ້ນລາວຄາວດຽວກັບພວກຂ້ານ້ອຍ?” ຖ້າຂ້າພະເຈົ້າຈະຕອບຄຳຖາມນັ້ນໃນຕອນນີ້, ຄົງຈະເປັນຄຳນີ້: “ຂ້າພະເຈົ້າເສຍດາຍທີ່ບໍ່ໄດ້ຮູ້ຈັກເຖິງຄວາມສຳຄັນຂອງສິນລະລຶກຫລາຍກວ່ານັ້ນ. ຂ້າພະເຈົ້າເສຍດາຍທີ່ບໍ່ໄດ້ເຂົ້າໃຈສິນລະລຶກໃນທາງທີ່ແອວເດີ ແຈັບຟຣີ ອາ ຮໍແລນ ໄດ້ບັນຍາຍໄວ້. ເພິ່ນໄດ້ກ່າວວ່າ, ‘ການເຊື້ອເຊີນຢ່າງໜຶ່ງໃນຕົວ ໃນພິທີສິນລະລຶກແມ່ນວ່າ ມັນເປັນປະສົບການທາງວິນຍານແທ້ໆ, ເປັນພິທີທາງສາດສະໜາທີ່ສັກສິດ, ແລະ ເປັນການຕໍ່ອາຍຸໃຫ້ຈິດວິນຍານ.’1”
ສິນລະລຶກສາມາດ “ເປັນປະສົບການທາງວິນຍານແທ້ໆ, ເປັນພິທີທາງສາດສະໜາທີ່ສັກສິດ, ແລະ ເປັນການຕໍ່ອາຍຸໃຫ້ຈິດວິນຍານໄດ້ແນວໃດ?
ສິນລະລຶກກາຍເປັນປະສົບການທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ຝ່າຍວິນຍານຂອງເຮົາ ເມື່ອເຮົາຮັບຟັງຄຳອະທິຖານສຳລັບສິນລະລຶກ ແລະ ຕໍ່ພັນທະສັນຍາຂອງເຮົາ. ໃນການເຮັດສິ່ງນີ້, ເຮົາຕ້ອງເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດໄວ້ກັບເຮົາ.2 ເມື່ອກ່າວເຖິງຄຳສັນຍານີ້, ປະທານເຮັນຣີ ບີ ໄອຣິງ ໄດ້ສອນວ່າ: “ນັ້ນໝາຍຄວາມວ່າ ເຮົາຕ້ອງຄິດວ່າເຮົາເອງເປັນກຳມະສິດຂອງພຣະອົງ. ເຮົາຕ້ອງຖືວ່າ ພຣະອົງສຳຄັນກວ່າທຸກສິ່ງຢ່າງໃນຊີວິດຂອງເຮົາ. ເຮົາຕ້ອງປະສົງສິ່ງດຽວກັນກັບທີ່ພຣະອົງປະສົງ ແທນທີ່ຈະເປັນຄວາມປະສົງຂອງເຮົາ ຫລື ຕາມສິ່ງທີ່ໂລກສອນວ່າ ເຮົາຄວນປະສົງສິ່ງໃດ.”3
ເມື່ອເຮົາຮັບສິນລະລຶກ, ເຮົາກໍໄດ້ເຮັດພັນທະສັນຍາວ່າຈະ “ລະນຶກເຖິງ”4 ພຣະເຢຊູຄຣິດຕະຫລອດເວລາ. ໃນຄ່ຳຄືນກ່ອນພຣະອົງຖືກຄຶງ, ພຣະຄຣິດໄດ້ຢູ່ນຳພວກອັກຄະສາວົກຂອງພຣະອົງ ແລະ ໄດ້ເລີ່ມຕົ້ນພິທີສິນລະລຶກ. ພຣະອົງໄດ້ຫັກເຂົ້າຈີ່, ອວຍພອນ, ແລະ ກ່າວວ່າ, “ຈົ່ງຮັບກິນເຖີດ; ນີ້ແຫລະແມ່ນກາຍຂອງເຮົາ ຊຶ່ງເຮົາໄດ້ຈ່າຍຄ່າສຳລັບພວກເຈົ້າ.”5 ແລ້ວ ພຣະອົງໄດ້ຍົກຈອກເຫລົ້າອະງຸ່ນຂຶ້ນມາ, ໄດ້ຂອບພຣະຄຸນ, ແລ້ວຍື່ນໃຫ້ພວກອັກຄະສາວົກຂອງພຣະອົງ, ແລະ ເວົ້າວ່າ, “ນີ້ແຫລະແມ່ນເລືອດຂອງເຮົາ … , ທີ່ຫລັ່ງໄຫລອອກສຳລັບຄົນຈຳນວນຫລາຍທີ່ເຊື່ອໃນນາມຂອງເຮົາ.”6
ໃນບັນດາຊາວນີໄຟ ແລະ ຕອນຟື້ນຟູສາດສະໜາຈັກໃນຍຸກສຸດທ້າຍນຳອີກ, ພຣະອົງໄດ້ກ່າວຍ້ຳວ່າ ເຮົາຄວນຮັບສິນລະລຶກ ເພື່ອລະນຶກເຖິງພຣະອົງ.7
ເມື່ອເຮົາຮັບສິນລະລຶກ, ເຮົາເປັນພະຍານຕໍ່ພຣະເຈົ້າ ວ່າເຮົາຈະລະນຶກເຖິງພຣະບຸດຂອງພຣະອົງຕະຫລອດເວລາ, ບໍ່ພຽງແຕ່ໃນລະຫວ່າງພິທີສິນລະລຶກເທົ່ານັ້ນ. ນີ້ໝາຍຄວາມວ່າ ເຮົາຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຄຳສອນຂອງພຣະອົງ ເພື່ອນຳພາຄວາມຄິດ, ການເລືອກ, ແລະ ການກະທຳຂອງເຮົາ.8
ຄຳອະທິຖານສຳລັບສິນລະລຶກ ເຕືອນເຮົາສະເໝີວ່າ ເຮົາຕ້ອງ “ຮັກສາພຣະບັນຍັດ.”9
ພຣະເຢຊູ ໄດ້ກ່າວວ່າ, “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.”10 ສິນລະລຶກໄດ້ໃຫ້ໂອກາດເຮົາສຳຫລວດກວດກາຕົນເອງ ແລະ ໃຫ້ໂອກາດເຮົາທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ. ການເຊື່ອຟັງຕໍ່ພຣະບັນຍັດ ນຳອຳນາດຂອງພຣະກິດຕິຄຸນ ແລະ ນຳຄວາມສະຫງົບຢ່າງຫລວງຫລາຍ ແລະ ຄວາມຮູ້ສຶກຝ່າຍວິນຍານມາສູ່ຊີວິດຂອງເຮົາ.
ສິນລະລຶກໃຫ້ເວລາສຳລັບປະສົບການທາງວິນຍານແທ້ໆ ເມື່ອເຮົາໄຕ່ຕອງການໄຖ່ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ອຳນາດທີ່ເຮັດໃຫ້ສາມາດ ຜ່ານການຊົດໃຊ້ຂອງພຣະອົງ. ເມື່ອບໍ່ດົນມານີ້ ຜູ້ນຳກຸ່ມຍິງໜຸ່ມຄົນໜຶ່ງໄດ້ຮຽນຮູ້ກ່ຽວກັບຄວາມເຂັ້ມແຂງທີ່ເຮົາໄດ້ຮັບ ເມື່ອເຮົາພະຍາຍາມຮັບເອົາສິນລະລຶກແບບທີ່ໃຊ້ຄວາມຄິດ. ໃນຄວາມພະຍາຍາມບັນລຸຄວາມກ້າວໜ້າສ່ວນຕົວຂອງນາງ, ນາງໄດ້ຕັ້ງເປົ້າໝາຍທີ່ຈະເອົາໃຈໃສ່ກັບຖ້ອຍຄຳໃນເພງ ແລະ ຄຳອະທິຖານສຳລັບສິນລະລຶກ.
ແຕ່ລະອາທິດ, ນາງໄດ້ສຳຫລວດກວດກາຕົນເອງລະຫວ່າງພິທີສິນລະລຶກ. ນາງໄດ້ເຫັນຄວາມຜິດພາດທີ່ນາງໄດ້ເຮັດ, ແລະ ນາງຕັ້ງໃຈທີ່ຈະປັບປຸງຕົນເອງໃຫ້ດີຂຶ້ນກວ່າເກົ່າໃນອາທິດຕໍ່ໄປ. ນາງມີຄວາມກະຕັນຍູຫລາຍທີ່ສາມາດເຮັດສິ່ງທີ່ຖືກຕ້ອງ ແລະ ຖືກສຳລະລ້າງໃຫ້ສະອາດ. ເມື່ອຫວນຄືນຫລັງເຖິງປະສົບການນັ້ນ, ນາງໄດ້ເວົ້າວ່າ, “ຂ້ານ້ອຍໄດ້ເຮັດພາກສ່ວນເລື່ອງການກັບໃຈ ຂອງການຊົດໃຊ້.”
ວັນອາທິດມື້ໜຶ່ງ ຫລັງຈາກໄດ້ສຳຫລວດກວດກາຕົນເອງແລ້ວ, ນາງຮູ້ສຶກໂສກເສົ້າ ແລະ ນ້ອຍໃຈ. ນາງເຫັນໄດ້ວ່າ ນາງເຮັດຄວາມຜິດອັນດຽວກັນນັ້ນ, ເທື່ອແລ້ວເທື່ອເລົ່າ, ອາທິດແລ້ວອາທິດເລົ່າ. ແລ້ວນາງຮູ້ສຶກວ່າ ນາງບໍ່ໄດ້ເຮັດຕາມສ່ວນສຳຄັນຂອງການຊົດໃຊ້—ນັ້ນຄື ອຳນາດທີ່ເຮັດໃຫ້ສາມາດ ຂອງພຣະຄຣິດ. ນາງລືມຕະຫລອດວ່າ ພຣະຜູ້ຊ່ອຍໃຫ້ລອດຊ່ອຍເຫລືອນາງໃຫ້ເປັນຄົນທີ່ນາງຄວນເປັນ ແລະ ຮັບໃຊ້ເກີນຄວາມສາມາດຂອງນາງ.
ໃນການພິຈາລະນາເລື່ອງນີ້, ນາງໄດ້ຄິດກ່ຽວກັບອາທິດຜ່ານມາ. ນາງໄດ້ເວົ້າວ່າ: “ຄວາມຊື່ນຊົມໄດ້ເຂົ້າມາແທນຄວາມເປັນທຸກ ເມື່ອຂ້ານ້ອຍໄດ້ເຫັນວ່າ ພຣະອົງໄດ້ໃຫ້ໂອກາດຂ້ານ້ອຍ ແລະ ຄວາມສາມາດທີ່ຈະເຮັດຫລາຍເທື່ອ. ຂ້ານ້ອຍຮັບຮູ້ຄວາມສາມາດດ້ວຍຄວາມກະຕັນຍູ ວ່າຂ້ານ້ອຍຕ້ອງເອົາໃຈໃສ່ກັບຄວາມຕ້ອງການຂອງລູກຂອງຂ້ານ້ອຍ ຊຶ່ງມັນເປັນໄດ້ຍາກ. ຂ້ານ້ອຍໄດ້ເຫັນວ່າ ໃນມື້ທີ່ຂ້ານ້ອຍຮູ້ສຶກວ່າ ບໍ່ສາມາດເຮັດຫຍັງໄດ້ຕື່ມອີກ, ຂ້ານ້ອຍສາມາດກ່າວຄຳທີ່ໃຫ້ຄວາມເຂັ້ມແຂງແກ່ໝູ່ຄົນໜຶ່ງໄດ້. ຂ້ານ້ອຍໄດ້ສະແດງຄວາມອົດທົນ ໃນສະພາບການທີ່ໂດຍປົກກະຕິແລ້ວ ຂ້ານ້ອຍຈະບໍ່ສົນໃຈເລີຍ.”
ນາງໄດ້ສະຫລຸບວ່າ, “ເມື່ອຂ້ານ້ອຍຂອບພຣະໄທພຣະເຈົ້າສຳລັບອຳນາດທີ່ໃຫ້ສາມາດຂອງພຣະຜູ້ຊ່ອຍໃຫ້ລອດໃນຊີວິດຂອງຂ້ານ້ອຍ, ແລ້ວຂ້ານ້ອຍມີຄວາມຮູ້ສຶກມີຫວັງ ໃນຂັ້ນຕອນຂອງການກັບໃຈ ທີ່ຂ້ານ້ອຍພວມເຮັດຢູ່. ແລະ ຂ້ານ້ອຍຄອຍຖ້າອາທິດໜ້າທີ່ຈະຕໍ່ຄວາມຫວັງ.
ແອວເດີ ມາວິນ ເຈ ບາເລີດ ໄດ້ສອນເຖິງວິທີທີ່ສິນລະລຶກສາມາດເປັນປະສົບການທີ່ປິ່ນປົວ ແລະ ຊຳລະລ້າງໄດ້. ເພິ່ນໄດ້ກ່າວວ່າ:
“ມີໃຜແດ່ໃນບັນດາພວກເຮົາທີ່ບໍ່ເຄີຍເຮັດໃຫ້ວິນຍານຂອງຕົນເຈັບປວດ ດ້ວຍຖ້ອຍຄຳ, ຄວາມຄິດ, ແລະ ການກະທຳ ແຕ່ລະອາທິດ? ເຮົາເຮັດສິ່ງທີ່ເຮັດໃຫ້ເຮົາເສຍໃຈ ແລະ ຢາກໄດ້ຮັບການໃຫ້ອະໄພ. … ແບບແຜນທີ່ຈະໄດ້ຮັບການໃຫ້ອະໄພຄື … ການກັບໃຈຈາກບາບຂອງເຮົາ, ໄປຫາຄົນທີ່ເຮົາໄດ້ເຮັດຄວາມຜິດຕໍ່ ຫລື ລ່ວງລະເມີດ ແລະ ຂໍໃຫ້ເຂົາເຈົ້າອະໄພໃຫ້ເຮົາ ແລ້ວກັບມາຫາສິນລະລຶກ ຖ້າເຮົາໄດ້ກັບໃຈແທ້ໆ ແລະ ປະພຶດຕົນໃຫ້ຖືກຕ້ອງ, ແລ້ວເຮົາຈະໄດ້ຮັບການໃຫ້ອະໄພ, ແລະ ການປິ່ນປົວທາງວິນຍານຈະມາສູ່ຈິດວິນຍານຂອງເຮົາ. …
“ຂ້າພະເຈົ້າເປັນພະຍານໄດ້,” ແອວເດີ ບາເລີດ ໄດ້ກ່າວວ່າ, “ພຣະວິນຍານໄດ້ມາສະຖິດຢູ່ໃນພິທີສິນລະລຶກ ທີ່ໃຫ້ຄວາມອົບອຸ່ນແກ່ຜູ້ຄົນ ຈາກຫົວເຖິງຕີນ; ທ່ານຈະຮູ້ສຶກວ່າບາດແຜຂອງວິນຍານໄດ້ຮັບການປິ່ນປົວ, ແລະ ຄວາມໜັກໜ່ວງໄດ້ຖືກຍົກອອກໄປ. ຄວາມປອບໂຍນ ແລະ ຄວາມສຸກໄດ້ມາສູ່ຈິດວິນຍານ ຊຶ່ງມີຄຸນຄ່າ ແລະ ໜ້າເພິ່ງປາດຖະໜາຫລາຍທີ່ສຸດ ທີ່ຈະຮັບເອົາອາຫານທິບທາງວິນຍານນີ້.”11
ຈິດວິນຍານທີ່ໄດ້ຮັບບາດເຈັບຂອງເຮົາສາມາດໄດ້ຮັບການປິ່ນປົວ ແລະ ຕໍ່ອາຍຸໄດ້ ບໍ່ພຽງແຕ່ເພາະວ່າ ເຂົ້າຈີ່ ແລະ ນ້ຳເຕືອນເຮົາເຖິງການເສຍສະລະພຣະກາຍ ແລະ ໂລຫິດຂອງພຣະຜູ້ຊ່ອຍໃຫ້ລອດເທົ່ານັ້ນ, ແຕ່ເພາະວ່າ ສິນລະລຶກເຕືອນເຮົາຕື່ມອີກວ່າ ພຣະອົງຈະເປັນ “ອາຫານທິບແຫ່ງຊີວິດ”12 ແລະ ເປັນ “ນ້ຳທີ່ປະກອບດ້ວຍຊີວິດ.”13
ຫລັງຈາກໄດ້ປະຕິບັດພິທີສິນລະລຶກແກ່ຊາວນີໄຟແລ້ວ, ພຣະເຢຊູໄດ້ກ່າວວ່າ:
“ຄົນໃດທີ່ໄດ້ກິນເຂົ້າຈີ່ຈາກປ່ຽງນີ້ກໍເທົ່າກັບວ່າ ເຂົາໄດ້ກິນຮ່າງກາຍຂອງເຮົາເຂົ້າໄປສູ່ຈິດວິນຍານຂອງເຂົາ; ແລະ ຄົນໃດທີ່ໄດ້ດື່ມເຫລົ້າແວງຈາກຈອກນີ້ ກໍເທົ່າກັບວ່າເຂົາໄດ້ດື່ມໂລຫິດຂອງເຮົາເຂົ້າໄປສູ່ຈິດວິນຍານຂອງເຂົາ; ແລະ ຈິດວິນຍານຂອງເຂົາຈະບໍ່ຫິວ ຫລື ກະຫາຍ, ແຕ່ຈະອີ່ມ.
“ບັດນີ້, ເມື່ອຝູງຊົນໄດ້ກິນ ແລະ ດື່ມກັນໝົດທຸກຄົນແລ້ວ, ຈົ່ງເບິ່ງ, ພວກເຂົາເຕັມປ່ຽມໄປດ້ວຍພຣະວິນຍານ.”14
ດ້ວຍຖ້ອຍຄຳເຫລົ່ານີ້, ພຣະຄຣິດໄດ້ສອນເຮົາວ່າ ພຣະວິນຍານຈະປິ່ນປົວ ແລະ ຕໍ່ອາຍຸໃຫ້ຈິດວິນຍານຂອງເຮົາ. ພອນທີ່ສັນຍາໄວ້ກ່ຽວກັບສິນລະລຶກຄື ເຮົາຈະມີພຣະວິນຍານຂອງພຣະອົງສະຖິດຢູ່ນຳ [ເຮົາ] ຕະຫລອດເວລາ.15
ເມື່ອຂ້າພະເຈົ້າຮັບສິນລະລຶກ, ບາງເທື່ອຂ້າພະເຈົ້າຈະວາດພາບຢູ່ໃນໃຈ ເຫັນຮູບພາບຂອງພຣະຜູ້ຊ່ອຍໃຫ້ລອດທີ່ຟື້ນຄືນຊີວິດ ເດ່ແຂນອອກມາ, ຄືກັບວ່າ ພຣະອົງພ້ອມແລ້ວທີ່ຈະຕ້ອນຮັບເຮົາດ້ວຍອ້ອມແຂນແຫ່ງຄວາມຮັກຂອງພຣະອົງ. ຂ້າພະເຈົ້າມັກຮູບແຜ່ນນັ້ນ. ເມື່ອຂ້າພະເຈົ້າຄິດກ່ຽວກັບມັນລະຫວ່າງພິທີສິນລະລຶກ, ຈິດວິນຍານຂອງຂ້າພະເຈົ້າໄດ້ຖືກຍົກຂຶ້ນ ແລະ ຂ້າພະເຈົ້າໄດ້ຍິນພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ: “ຈົ່ງເບິ່ງ, ແຂນແຫ່ງຄວາມເມດຕາສົງສານຂອງເຮົາໄດ້ເດ່ອອກມາຫາພວກເຈົ້າແລ້ວ, ແລະ ຜູ້ໃດກໍຕາມທີ່ຈະເຂົ້າມາຫາເຮົາ, ເຮົາຈະຮັບເອົາໄວ້; ແລະ ຄົນທີ່ມາຫາເຮົາຈະເປັນສຸກ.”16
ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ເປັນຕົວແທນໃຫ້ແກ່ພຣະຜູ້ຊ່ອຍໃຫ້ລອດ ຕອນເຂົາເຈົ້າຈັດຕຽມ, ໃຫ້ພອນ, ແລະ ຢາຍສິນລະລຶກ. ໃນຂະນະທີ່ຜູ້ດຳລົງຖານະປະໂລຫິດ ເດ່ສິນລະລຶກທີ່ສັກສິດໃຫ້ເຮົາ, ມັນຄືກັບວ່າ ພຣະຜູ້ຊ່ອຍໃຫ້ລອດພຣະອົງເອງໄດ້ເດ່ແຂນແຫ່ງຄວາມເມດຕາຂອງພຣະອົງອອກມາ, ເຊື້ອເຊີນເຮົາແຕ່ລະຄົນໃຫ້ຮັບເອົາຂອງປະທານທີ່ລ້ຳຄ່າ ແຫ່ງຄວາມຮັກ ຊຶ່ງມີໃຫ້ສຳລັບທຸກຄົນ ຜ່ານການເສຍສະລະຊົດໃຊ້ຂອງພຣະອົງ—ເປັນຂອງປະທານແຫ່ງການກັບໃຈ, ການໃຫ້ອະໄພ, ຄວາມປອບໂຍນ, ແລະ ຄວາມຫວັງ.17
ເມື່ອເຮົາໄຕ່ຕອງເຖິງຄວາມສຳຄັນຂອງສິນລະລຶກຫລາຍຂຶ້ນເທົ່າໃດ, ມັນຈະມີຄວາມສັກສິດ ແລະ ມີຄວາມໝາຍຫລາຍຂຶ້ນເທົ່ານັ້ນຕໍ່ເຮົາ. ນີ້ຄືຄຳຕອບຂອງພໍ່ຜູ້ມີອາຍຸ 96 ປີ ເມື່ອລູກຂອງລາວຖາມວ່າ, “ພໍ່ເອີຍ, ເປັນຫຍັງພໍ່ຈຶ່ງໄປໂບດ? ຕາບໍ່ເຫັນຫຸ່ງ, ຫູບໍ່ໄດ້ຍິນ, ແລະ ການເດີນໄປມາກໍລຳບາກ. ເປັນຫຍັງພໍ່ຍັງໄປໂບດຢູ່?” ພໍ່ຕອບວ່າ, “ໄປເພື່ອສິນລະລຶກ. ພໍ່ໄປຮັບສິນລະລຶກ.”
ເມື່ອເຮົາໄປຮ່ວມກອງປະຊຸມສິນລະລຶກ ຂໍໃຫ້ເຮົາແຕ່ລະຄົນຕຽມພ້ອມທີ່ຈະ “ຮັບເອົາປະສົບການທາງວິນຍານແທ້ໆ, ຊຶ່ງເປັນພິທີທາງສາດສະໜາທີ່ສັກສິດ, ແລະ ເປັນການຕໍ່ອາຍຸໃຫ້ຈິດວິນຍານຂອງເຮົາ.”18
ຂ້າພະເຈົ້າຮູ້ວ່າ ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາຊົງພຣະຊົນຢູ່. ຂ້າພະເຈົ້າມີຄວາມກະຕັນຍູສຳລັບໂອກາດທີ່ສິນລະລຶກໄດ້ເຮັດໃຫ້ເຮົາຮູ້ສຶກເຖິງຄວາມຮັກຂອງພວກພຣະອົງ ແລະ ຮັບເອົາພຣະວິນຍານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.