​2010–2019
ຈິດໃຈຂອງແມ່ໝ້າຍ
ເດືອນ​ຕຸລາ 2017


2:3

ຈິດໃຈຂອງແມ່ໝ້າຍ

ຂໍໃຫ້ເຮົາຈົ່ງເຮັດ​ສິ່ງ​ທີ່ຈຳເປັນ ເພື່ອຈະມີຈິດໃຈ​ເໝືອນດັ່ງ​ແມ່ໝ້າຍ, ຊື່ນຊົມຢ່າງຈິງໃຈ ໃນພອນຕ່າງໆ​ທີ່ຈະເຮັດໃຫ້ “ຄວາມຕ້ອງການ” ທີ່ຕາມມານັ້ນ​ເຕັມປ່ຽມ.

ຂ້າພະເຈົ້າໄດ້​ຮັບພອນຈາກ​ການຮັບໃຊ້ໃນ​ບັນດາໄພ່ພົນ​ໃນເຂດປາຊີຟິກ ໃນໄວຜູ້ໃຫຍ່​ຂອງຂ້າພະເຈົ້າ ຕະຫລອດມາ. ສັດທາ, ຄວາມຮັກ, ແລະ ການເສຍສະລະ​ທີ່ໜ້າອັດສະຈັນ​ຂອງໄພ່ພົນ​ທີ່ອຸທິດຕົນ​ເຫລົ່ານີ້ ເຮັດໃຫ້ຂ້າພະເຈົ້າ​ເຕັມໄປດ້ວຍ​ຄວາມດົນໃຈ, ຄວາມກະຕັນຍູ, ແລະ ຄວາມ​ຊື່ນ​ຊົມ. ເລື່ອງລາວຂອງເຂົາເຈົ້າ​ກໍເໝືອນດັ່ງ​ຂອງທ່ານເອງ.

ຂ້າພະເຈົ້າໄດ້ສຳນຶກ​ໄດ້ວ່າ ໄພ່ພົນເຫລົ່ານີ້​ມີຫລາຍຢ່າງທີ່​ຄ້າຍຄືກັນກັບແມ່ໝ້າຍ​ຜູ້ທີ່ພຣະຜູ້ຊ່ວຍ​ໃຫ້ລອດ ໄດ້ສັງເກດເຫັນ​ຂະນະທີ່ພຣະອົງ “ນັ່ງ … ຢູ່ໃກ້ຫີບ​ຖວາຍເງິນ​ໃນພຣະວິຫານນັ້ນ: ຄົນຮັ່ງມີຫລາຍຄົນ​ໄດ້ປ່ອນເງິນລົງ​ຢ່າງຫລວງຫລາຍ.

“ແລ້ວແມ່ໝ້າຍທີ່​ຍາກຈົນຄົນໜຶ່ງ​ໄດ້ເອົາຫລຽນທອງແດງ​ສອງຫລຽນປ່ອນ​ລົງໃນຫີບເໝືອນກັນ. …

“ດັ່ງນັ້ນ​ພຣະເຢຊູ​ຈຶ່ງເອີ້ນພວກ​ສາວົກຂອງ​ພຣະອົງມາ, ແລະ ກ່າວແກ່​ພວກເພິ່ນວ່າ, ເຮົາບອກ​ພວກເຈົ້າຕາມ​ຄວາມຈິງວ່າ, ແມ່ໝ້າຍຍາກຈົນ​ຄົນນີ້ໄດ້​ປ່ອນເງິນລົງ​ໃນຫີບຖວາຍ ຫລາຍກວ່າ​ຄົນອື່ນທັງໝົດ​ທີ່ປ່ອນໃສ່ນັ້ນ:

“ເພາະຄົນອື່ນນັ້ນ … ໄດ້ເອົາເງິນ​ທີ່ເຂົາເຫລືອ​ໃຊ້ມາປ່ອນລົງ; ແຕ່ສ່ວນຍິງ​ຜູ້ນີ້ຍາກຈົນ​ທີ່ສຸດ ນາງໄດ້ຖວາຍ​ທຸກສິ່ງທີ່ນາງມີ​ສຳລັບລ້ຽງຊີບ.”1

ເຖິງແມ່ນວ່າ​ຫລຽນທອງແດງ​ສອງຫລຽນຂອງນາງ​ເປັນສ່ວນບໍລິຈາກ​ທີ່ໜ້ອຍທີ່ສຸດ, ສຳລັບ​ພຣະຜູ້ຊ່ວຍ​ໃຫ້ລອດແລ້ວ ຂອງຖວາຍຂອງ​ນາງມີຄ່າສູງສຸດ, ເພາະນາງ​ໄດ້ຖວາຍທຸກສິ່ງ. ໃນເວລານັ້ນ, ພຣະຜູ້ຊ່ວຍ​ໃຫ້ລອດໄດ້​ຮູ້ຈັກແມ່ໝ້າຍຄົນນັ້ນ​ຢ່າງສົມບູນຄົບຖ້ວນ, ເພາະຂອງ​ຖວາຍຂອງນາງ​ໄດ້ສະແດງໃຫ້​ພຣະອົງເຫັນຈິດໃຈ​ຂອງນາງ. ຄຸນນະພາບ ແລະ ຄວາມເລິກຊຶ້ງ​ຂອງຄວາມຮັກ ແລະ ສັດທາຂອງນາງ​ກໍເປັນດັ່ງທີ່ນາງ​ໄດ້ຖວາຍໃຫ້ ໂດຍທີ່ຮູ້ວ່າ “ຄວາມຕ້ອງການ” ຂອງນາງຈະ​ຖືກຈັດຫາໄວ້ໃຫ້.

ຂ້າພະເຈົ້າ​ໄດ້ເຫັນຈິດໃຈ​ແບບດຽວກັນນີ້​ໃນບັນດາໄພ່ພົນ​ໃນເຂດປາຊີຟິກ. ໃນໝູ່ບ້ານ​ນ້ອຍໆແຫ່ງໜຶ່ງ ຢູ່ໃນເກາະໜຶ່ງ, ມີຊາຍສູງ​ອາຍຸຄົນໜຶ່ງ ແລະ ພັນລະຍາ​ຂອງລາວໄດ້ຮັບ​ເອົາການເຊື້ອເຊີນ​ຂອງຜູ້ສອນ​ສາດສະໜາ ໃຫ້ອະທິຖານ​ຢ່າງຈິງໃຈ ເພື່ອທູນຖາມ​ພຣະຜູ້ເປັນເຈົ້າ​ຖ້າຫາກວ່າ​ບົດຮຽນທີ່ເຂົາເຈົ້າ​ໄດ້​ຍິນນັ້ນຈິງຫລືບໍ່. ໃນຂັ້ນຕອນນັ້ນ, ເຂົາເຈົ້າກໍໄດ້​ພິຈາລະນາ​ເຖິງຜົນສະທ້ອນ​ຂອງຄຳໝັ້ນສັນຍາ ວ່າເຂົາເຈົ້າ​ຈຳເປັນຕ້ອງເຮັດ ຖ້າຫາກຄຳຕອບ​ທີ່ເຂົາເຈົ້າໄດ້ຮັບ ນຳໄປສູ່ການ​ຍອມຮັບພຣະກິດຕິຄຸນ​ທີ່ໄດ້ຟື້ນຟູແລ້ວ. ເຂົາເຈົ້າໄດ້​ຖືສິນອົດເຂົ້າ ແລະ ອະທິຖານ​ເພື່ອຈະຮູ້ຄວາມຈິງ​ຂອງສາດສະໜາຈັກ ແລະ ຄວາມແທ້ຈິງ​ຂອງພຣະຄຳພີມໍມອນ. ຄຳຕອບຕໍ່ຄຳຖາມ​ຂອງເຂົາເຈົ້າໄດ້ມີມາ ຈາກການຢຶນຢັນ​ໃນຮູບແບບ​ທີ່ຫວານຊື່ນ ແຕ່ດັງກ້ອງວ່າ: “ແມ່ນແລ້ວ!” ມັນເປັນຄວາມຈິງ!”

ເມື່ອໄດ້ຮັບການ​ເປັນພະຍານແບບນີ້, ເຂົາເຈົ້າໄດ້ເລືອກ​ທີ່ຈະຮັບບັບຕິສະມາ. ນີ້ບໍ່ໄດ້ແມ່ນທາງເລືອກ​ທີ່ປາດສະຈາກການ​ເສຍຫາຍສ່ວນຕົວ. ທາງເລືອກ ແລະ ການບັບຕິສະມາ​ຂອງເຂົາເຈົ້າໄດ້ນຳ​ຄວາມເສຍຫາຍ​ຫລາຍຢ່າງມາໃຫ້. ເຂົາເຈົ້າໄດ້ຕົກງານ, ເຂົາເຈົ້າໄດ້ເສຍສະລະ​ຕຳແໜ່ງທາງ​ສັງຄົມໄປ, ໄດ້ສູນເສຍ​ມິດຕະພາບ​ທີ່ສຳຄັນ, ແລະ ການສະໜັບສະໜູນ, ຄວາມຮັກ, ແລະ ຄວາມເຄົາລົບ​ຈາກຄອບຄົວ​ກໍໄດ້ຂາດໄປ. ບັດນີ້ເຂົາເຈົ້າໄດ້​ພາກັບຍ່າງໄປໂບດ​ທຸກໆວັນອາທິດ, ແລກປ່ຽນສາຍຕາ​ທີ່ອຶດອັດກັບໝູ່ເພື່ອນ ແລະ ຄົນບ້ານໃກ້​ເຮືອນຄຽງ ຜູ້ທີ່ພາກັນຍ່າງ​ໄປທາງກົງກັນຂ້າມ.

ໃນສະຖານະການ​ທີ່ຍາກລຳບາກ​ເຫລົ່ານີ້, ອ້າຍທີ່ດີຄົນນີ້​ຖືກຖາມວ່າ ລາວໄດ້ຮູ້ສຶກແນວໃດ​ກ່ຽວກັບການຕັດສິນໃຈ​ເຂົ້າຮ່ວມສາດສະໜາຈັກ. ຄຳຕອບທີ່ລຽບງ່າຍ ແລະ ບໍ່ຫວັ່ນໄຫວຂອງລາວ​ກໍແມ່ນ, “ມັນເປັນຄວາມຈິງ, ບໍ່ແມ່ນບໍ? ການຕັດສິນໃຈ​ຂອງພວກເຮົາ​ກໍແຈ້ງຊັດດີ.”

ໄພ່ພົນທີ່ປ່ຽນໃຈ​ເຫລື້ອມໃສໃໝ່​ສອງຄົນນີ້​ໄດ້ມີຈິດໃຈເໝືອນດັ່ງ​ແມ່ໝ້າຍແທ້ໆ. ເໝືອນດັ່ງແມ່ໝ້າຍ, ເຂົາເຈົ້າ “ໄດ້ຖວາຍທຸກສິ່ງ” ທີ່ເຂົາເຈົ້າ​ສາມາດຖວາຍ, ໂດຍທີ່ຮູ້ວ່າໄດ້ມອບ “ຄວາມຕ້ອງການ” ຂອງເຂົາເຈົ້າ. ຜົນທີ່ໄດ້ມາ​ຈາກຈິດໃຈ​ທີ່ເຊື່ອ ແລະ ສັດທາທີ່ທົນທານ​ຂອງເຂົາເຈົ້າໃນຊ່ວງ​ເວລາທີ່ລຳບາກນັ້ນ​ກໍຄືວ່າ, ພາລະ​ແບກ​ຫາບ​ຂອງເຂົາເຈົ້າ​ກໍໄດ້ເບົາບາງລົງ. ເຂົາເຈົ້າໄດ້ຮັບ​ຄວາມຊ່ວຍເຫລືອ ແລະ ຖືກອ້ອມຮອບ​ໄປດ້ວຍສະມາຊິກ​ຂອງສາດສະໜາຈັກ ທີ່ສະໜັບສະໜູນ ແລະ ປະຕິບັດ​ຕໍ່ເຂົາເຈົ້າ ແລະ ຖືກເສີມສ້າງ​ໃຫ້ເຂັ້ມແຂງ ໂດຍການຮັບໃຊ້​ຂອງເຂົາເຈົ້າໃນ​ການເອີ້ນຢູ່​ໂບດ.

ຫລັງຈາກ​ເຂົາ​ເຈົ້າໄດ້ຖວາຍ “ທຸກສິ່ງ” ທີ່ເຂົາເຈົ້າມີ, ວັນທີ່ດີທີ່ສຸດ​ສຳລັບເຂົາເຈົ້າ ໄດ້ມາເຖິງ​ເມື່ອເຂົາເຈົ້າໄດ້​ຜະນຶກເຂົ້າກັນ​ໃນພຣະວິຫານ ເປັນຄອບຄົວ​ນໍລັນດອນ. ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ກັບຜູ້ປ່ຽນໃຈເຫລື້ອມໃສ​ພາຍໃຕ້ການ​ນຳພາຂອງ ແອວມາ, “ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າ​ໄດ້ເພີ່ມພະລັງ​ໃຫ້ພວກເຂົາ ເພື່ອພວກເຂົາ​ຈະໄດ້ທົນຕໍ່​ພາລະແບກຫາບ​ຢ່າງງ່າຍດາຍ, ແລະ ພວກເຂົາ​ໄດ້ຍອມຮັບຢ່າງ​ເບີກບານມ່ວນຊື່ນ ແລະ ດ້ວຍຄວາມອົດທົນ​ຕໍ່ພຣະປະສົງທັງໝົດ ຂອງພຣະຜູ້ເປັນເຈົ້າ.”2 ຈິດໃຈທີ່ເໝືອນດັ່ງ​ແມ່ໝ້າຍກໍຖືກ​ສະແດງອອກໃຫ້​ເຫັນຈາກຄູ່ສາມີ​ພັນລະຍາ​ຜູ້ປະເສີດຄູ່ນີ້.

ຂ້າພະເຈົ້າ​ຂໍກ່າວເຖິງອີກ​ປະສົບການໜຶ່ງ ທີ່ສະແດງ​ໃຫ້ເຫັນຈິດໃຈ​ຂອງແມ່ໝ້າຍ​ຢ່າງແຈ່ມແຈ້ງ. ໃນປະເທດຊາມົວ, ພວກເຮົາໄດ້ເຮັດ​ວຽກກັບສະພາຂອງໝູ່ບ້ານ ເພື່ອຈະໄດ້​ໃຫ້ຜູ້ສອນ​ສາດສະໜາ ເຂົ້າໄປສອນ​ພຣະ​ກີດຕິຄຸນ. ສາມສີ່ປີກ່ອນ, ຂ້າພະເຈົ້າ​ໄດ້ເວົ້າລົມກັບຫົວໜ້າ​ຂອງໝູ່ບ້ານ ບ່ອນທີ່ຜູ້ສອນ​ສາດສະໜາ ຖືກຫ້າມບໍ່ໃຫ້ເຂົ້າ​ໄປສອນເປັນເວລາ​ຫລາຍປີແລ້ວ. ການເວົ້າລົມຂອງ​ຂ້າພະເຈົ້າໄດ້ເກີດຂຶ້ນ​ບໍ່ດົນຫລັງຈາຫົວໜ້າ​ທີ່ສຳຄັນໄດ້​ເປີດໝູ່ບ້ານ ໃຫ້ແກ່ສາດ​ສະໜາຈັກ, ອະນຸຍາດໃຫ້ຜູ້ສອນ​ສາດສະໜາຂອງເຮົາ ສອນຜູ້ຄົນ​ທີ່ສົນໃຈຮຽນຮູ້​ກ່ຽວກັບພຣະກິດຕິຄຸນ ແລະ ຄຳສອນໃນນັ້ນ.

ຫລັງຈາກຫລາຍໆປີ, ແລ້ວໄດ້ມີການ​ປ່ຽນແປງທີ່​ອັດສະຈັນແບບນີ້, ຂ້າພະເຈົ້າ​ກໍຢາກຮຽນຮູ້ວ່າ ມີຫຍັງເກີດຂຶ້ນ​ທີ່ເຮັດໃຫ້ຫົວໜ້າ​ທີ່ສຳຄັນຂອງໝູ່ບ້ານ​ຄົນນີ້ຕັດສິນໃຈ​ເຮັດແບບນີ້. ຂ້າພະເຈົ້າໄດ້​ຖາມເຖິງເລື່ອງນີ້, ແລະ ຫົວໜ້າທີ່​ຂ້າພະເຈົ້າ​ໄດ້ເວົ້າລົມນຳ​ຢູ່ຕອນນັ້ນ​ໄດ້ຕອບວ່າ, “ຄົນເຮົາສາມາດ​ຢູ່ໃນຄວາມມືດ​ໄດ້ເປັນຊ່ວງ​ໄລ​ຍະໜຶ່ງ, ແຕ່ເວລາ​ຈະມາເຖິງ ເມື່ອເຂົາກໍ​ຢາກຈະເຂົ້າ​ມາຢູ່ໃນຄວາມ​ສະຫວ່າງ.”

ຫົວໜ້າທີ່ສຳຄັນ, ໃນການເປີດ​ໝູ່ບ້ານນັ້ນ, ໄດ້ສະແດງ​ໃຫ້ເຫັນຈິດໃຈ​ຂອງແມ່ໝ້າຍ—ຈິດໃຈທີ່ໄດ້​ອ່ອນນ້ອມລົງ​ເມື່ອຄວາມອົບອຸ່ນ​ຂອງຄວາມຈິງ​ຖືກເປີດເຜີຍ. ຜູ້ນຳຄົນນີ້​ໄດ້ເຕັມໃຈປະປ່ອຍ​ປະເພນີ​ທີ່ເກົ່າແກ່, ໄດ້ປະເຊີນ​ກັບການຕໍ່ຕ້ານ​ຫລາຍຢ່າງ, ແລະ ໄດ້ຢືນຢູ່​ຢ່າງໝັ້ນຄົງ​ເພື່ອວ່າຄົນອື່ນ​ຈະໄດ້ຮັບພອນ. ນີ້ຄືຫົວໜ້າ ຜູ້ທີ່ມີຈິດໃຈ​ທີ່ເອົາໃຈໃສ່​ຕໍ່ຄວາມຜາສຸກ ແລະ ຄວາມສຸກ​ຂອງຜູ້ຄົນ​ຂອງເພິ່ນ ແທນທີ່ຈະ​ເຫັນແກ່ປະເພນີ, ວັດທະນະທຳ, ແລະ ອຳນາດ​ສ່ວນຕົວ. ເພິ່ນໄດ້ປ່ອຍ​ຄວາມຫ່ວງໃຍ​ເຫລົ່ານັ້ນໄປ ເພື່ອເຫັນແກ່ສິ່ງທີ່ ປະທານທອມມັສ ແອັສ ມອນສັນ ໄດ້ສອນວ່າ, “ເມື່ອເຮົາເຮັດ​ຕາມແບບຢ່າງ​ຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະມີ​ໂອກາດ ທີ່ຈະເປັນ​ຄວາມສະຫວ່າງ​ໃຫ້ແກ່ຊີວິດ​ຂອງຄົນອື່ນ.”3

ສຸດທ້າຍນີ້, ຂ້າພະເຈົ້າ​ຂໍແບ່ງປັນ​ປະສົບການອີກ​ຢ່າງໜຶ່ງ ໃນບັນດາ​ໄພ່ພົນຈາກ​ເຂດປາຊີຟິກ ທີ່ຍັງຄົງ​ຢູ່ຢ່າງເລິກຊຶ້ງ ແລະ ຝັງຢູ່ທາງ​ວິນຍານຢູ່ໃນ​ຈິດວິນຍານຂອງ​ຂ້າພະເຈົ້າ. ເມື່ອຫລາຍປີກ່ອນ ຂ້າພະເຈົ້າ​ໄດ້ເປັນທີ່ປຶກສາ​ໜຸ່ມຂອງ​ອະທິການ​ໃນຫວອດໃໝ່ ໃນປະເທດ​ອາເມຣິກັນຊາມົວ. ພວກເຮົາໄດ້​ມີສະມາຊິກ 99 ຄົນ, ທີ່ປະກອບ​ດ້ວຍຊາວໄຮ່​ຊາວນາ, ພະນັກງານ​ໂຮງງານອາຫານ​ກະປ໋ອງ, ພະນັກງານ​ລັດຖະບານ, ແລະ ຄອບຄົວ​ຂອງເຂົາເຈົ້າ. ເມື່ອຝ່າຍປະທານ​ສູງສຸດໄດ້​ປະກາດໃນປີ 1977 ວ່າພຣະວິຫານ​ຈະຖຶກສ້າງຂຶ້ນ​ຢູ່ທີ່ປະເທດຊາມົວ, ເຮົາທຸກຄົນ​ໄດ້ສະແດງ​ຄວາມ​ຊື່ນ​ຊົມ ແລະ ຄວາມຂອບພຣະຄຸນ. ໃນຕອນນັ້ນ ການໄປ​ພຣະວິຫານ​ຈາກປະເທດ​ອາເມຣິກັນຊາມົວ ຕ້ອງໄດ້ເດີນທາງ​ໄປທີ່ລັດຮາວາຍ ຫລື ປະເທດນິວຊີແລນ. ການເດີນທາງນັ້ນ​ແມ່ນແພງເກີນ​ເອື້ອມສຳລັບ​ສະມາຊິກຂອງ​ສາດສະໜາຈັກ​ຜູ້ຊື່ສັດຫລາຍໆຄົນ.

ໃນຊ່ວງເວລານີ້ ສະມາຊິກກໍຖືກ​ຊຸກຍູ້ໃຫ້​ບໍລິຈາກເງິນ​ເພື່ອຊ່ວຍໃນກອງທຶນ​ຂອງການສ້າງພຣະວິຫານ. ໃນຄວາມຮູ້ສຶກແບບນີ້, ອະທິການ​ຂອງເຮົາໄດ້​ຂໍໃຫ້ສະມາຊິກ​ໃນຫວອດພິຈາລະນາ ດ້ວຍການ​ອະທິຖານວ່າ ເຂົາເຈົ້າຈະ​ສາມາດບໍລິຈາກ​ເທົ່າໃດ. ວັນທີກໍໄດ້ຖືກ​ຈັດຂຶ້ນສຳລັບ​ຄອບຄົວທີ່ມາເຕົ້າໂຮມກັນ​ເພື່ອມອບສ່ວນບໍລິຈາກ​ຂອງເຂົາເຈົ້າ. ຕໍ່ມາ, ເມື່ອສ່ວນບໍລິຈາກ​ເຫລົ່ານີ້ຖືກ​ເປີດຢູ່ລັບໆ, ອະທິການຂອງເຮົາ​ກໍຮູ້ສຶກ​ຖ່ອມຕົວ ແລະ ຊາບຊຶ້ງໂດຍ​ສັດທາ ແລະ ຄວາມເພື່ອແຜ່​ຂອງສະມາຊິກ​ຜູ້ປະເສີດໃນ​ຫວອດຂອງເຮົາ.

ໂດຍທີ່ຮູ້​ແຕ່ລະຄອບຄົວ ແລະ ສະຖານະການ​ຂອງເຂົາເຈົ້າ, ຂ້າພະເຈົ້າໄດ້​ຮູ້ສຶກປະຫລາດໃຈ, ມີຄວາມເຄົາລົບ ແລະ ມີຄວາມຖ່ອມຕົວ​ທີ່ເລິກຊຶ້ງ. ສ່ວນບໍລິຈາກ​ເຫລົ່ານີ້, ໃນທຸກໆ​ວິທີທາງ, ໄດ້ເປັນຫລຽນທອງແດງ​ຂອງແມ່ໝ້າຍ ທີ່ບໍລິຈາກ​ດ້ວຍ​ຄວາມເຕັມໃຈຈາກ “ຄວາມຕ້ອງການ,” ແລະ ດ້ວຍຄວາມຊື່ນ​ຊົມ ກັບ​ພອນ ເພື່ອສ້າງ​ພຣະວິຫານ​ສັກສິດ ຂອງພຣະຜູ້ເປັນເຈົ້າ​ທີ່ໄດ້ສັນຍາໄວ້​ໃນປະເທດຊາມົວ. ຄອບຄົນເຫລົ່ານີ້​ໄດ້ອຸທິດຖວາຍ​ທຸກສິ່ງທີ່ເຂົາເຈົ້າມີ ໃຫ້​ແກ່ພຣະຜູ້ເປັນເຈົ້າ, ດ້ວຍສັດທາ​ຂອງເຂົາເຈົ້າ ທີ່ວ່າເຂົາເຈົ້າ​ຈະບໍ່ຖືກປະປ່ອຍ​ໃຫ້ຂາດແຄນ. ການ​ຖວາຍຂອງເຂົາເຈົ້າ​ໄດ້ສະແດງໃຫ້​ເຫັນຈິດໃຈທີ່​ເໝືອນດັ່ງແມ່ໝ້າຍ. ທຸກຄົນທີ່ໄດ້​ບໍລິຈາກໄດ້ເຮັດ​ຢ່າງເຕັມໃຈ ແລະ ດ້ວຍ​ຄວາມ​ຊື່ນ​ຊົມ ເພາະຈິດໃຈ​ເໝືອນດັ່ງ ແມ່ໝ້າຍ​ທີ່ຢູ່ໃນຕົວເຂົາເຈົ້າ​ສາມາດມອງເຫັນ​ດ້ວຍສາຍຕາ​ແຫ່ງສັດທາ ເຖິງພອນປະເສີດ​ທີ່ມີໄວ້ໃຫ້ ຄອບຄົວຂອງເຂົາເຈົ້າ ແລະ ທຸກຄົນໃນ​ປະເທດຊາມົວ ແລະ ອາເມຣິກັນຊາມົວ, ສຳລັບຫລາຍໆ​ລຸ້ນຄົນທີ່ຈະມານຳຫລັງ. ຂ້າພະເຈົ້າ​ຮູ້ວ່າພຣະຜູ້ເປັນເຈົ້າ​ຮັບຮູ້ ແລະ ຮັບເອົາ​ສ່ວນບໍລິຈາກ​ທີ່ອຸທິດຕົນ​ຂອງເຂົາເຈົ້າ, ຫລຽນທອງແດງ​ຂອງແມ່ໝ້າຍ​ຂອງເຂົາເຈົ້າ.

ຈິດໃຈຂອງ​ແມ່ໝ້າຍຜູ້ທີ່​ບໍລິຈາກ​ຫລຽນທອງແດງ​ສອງຫລຽນຂອງນາງ ຄືຈິດໃຈ​ທີ່ຈະມອບທຸກສິ່ງ ໂດຍການ​ເສຍສະລະ; ໂດຍການອົດທົນ​ຕໍ່ຄວາມຍາກລຳບາກ, ການຂົ່ມເຫັງ, ແລະ ການປະຕິເສດ; ແລະ ໂດຍການທົນທຸກ​ຕໍ່ພາລະແບກຫາບ​ຫລາຍໆຮູບແບບ. ຈິດໃຈຂອງ​ແມ່ໝ້າຍຄືຈິດໃຈ​ທີ່ຮັບຮູ້, ຮູ້ສຶກ, ແລະ ຮູ້ຈັກຄວາມ​ສະຫວ່າງແຫ່ງ​ຄວາມຈິງ ແລະ ຈະສະລະ​ທຸກສິ່ງເພື່ອ​ຈະຍອມຮັບເອົາ​ຄວາມຈິງນັ້ນ. ມັນຍັງຊ່ວຍຄົນອື່ນ​ໃຫ້ເຫັນຄວາມສະຫວ່າງ​ອັນດຽວກັນນັ້ນ​ນຳອີກ ແລະ ມາຮູ້ຈັກ​ຄວາມສຸກ ແລະ ຄວາມຊື່ນຊົມ​ນິລັນດອນ​ອັນດຽວກັນນັ້ນ. ສຸດທ້າຍ, ຈິດໃຈຂອງ​ແມ່ໝ້າຍຖືກສະແດງ​ໃຫ້ເຫັນໂດຍຄວາມ​ເຕັມໃຈ ທີ່ຈະມອບ​ທຸກສິ່ງ ເພື່ອການສ້າງ​ສາອານາຈັກ​ຂອງພຣະເຈົ້າ​ຢູ່ເທິງໂລກ.

ຂໍໃຫ້ເຮົາມາ​ຮ່ວມກັນໃນ​ຖານະໄພ່ພົນ​ຕະຫລອດທົ່ວໂລກ ໃນການເຮັດສິ່ງ​ທີ່ຈຳເປັນ ເພື່ອຈະມີຈິດໃຈ​ເໝືອນດັ່ງແມ່ໝ້າຍ, ຊື່ນຊົມຢ່າງ​ຈິງໃຈໃນພອນ​ຕ່າງໆທີ່ຈະເຮັດໃຫ້ “ຄວາມຕ້ອງການ” ທີ່ຕາມມານັ້ນ​ເຕັມ​ປ່ຽມ. ຄຳອະທິຖານ​ຂອງຂ້າພະເຈົ້າ​ສຳລັບເຮົາທຸກໆຄົນ ແມ່ນໃຫ້ເຮົາ​ມີຈິດໃຈທີ່​ຈະທົນຕໍ່ພາລະ​ແບກຫາບ, ເສຍສະລະ​ທີ່ຈຳເປັນ, ແລະ ມີຄວາມຕັ້ງໃຈ​ທີ່ຈະ​ປະ​ຕິ​ບັດ ແລະ ບໍ​ລິ​ຈາກ. ຂ້າພະເຈົ້າສັນຍາວ່າ ພຣະຜູ້ເປັນເຈົ້າ​ຈະບໍ່ປ່ອຍໃຫ້ເຮົາ​ຂາດແຄນອັນໃດ. ຈິດໃຈຂອງ​ແມ່ໝ້າຍແມ່ນ​ເຕັມໄດ້ດ້ວຍ​ຄວາມຂອບພຣະໄທວ່າ ພຣະຜູ້ເປັນເຈົ້າໄດ້ “ທົນທຸກນາໆ ແລະ ທົນຕໍ່ຄວາມ​ເຈັບປວດ”4 ເພື່ອວ່າເຮົາ​ຈະບໍ່ຕ້ອງໄດ້​ດື່ມຈາກ “ຈອກອັນຂົ່ມຂື່ນ.”5 ເຖິງແມ່ນວ່າ​ເຮົາຈະມີ​ຄວາມອ່ອນແອ ແລະ ຄວາມບົກພ່ອງ, ແລະ ເປັນເພາະສິ່ງ​ເຫລົ່ານີ້, ພຣະອົງຈຶ່ງ​ສະ​ເໜີພຣະຫັດ​ຂອງພຣະອົງຢູ່, ຊຶ່ງຖືກບາດເຈັບ​ເພື່ອເຫັນແກ່ເຮົາ. ພຣະອົງຈະຍົກ​ເຮົາຂຶ້ນ ຖ້າຫາກເຮົາ​ເຕັມໃຈທີ່ຈະ​ເຂົ້າມາສູ່​ຄວາມສະຫວ່າງຂອງ ພຣະກິດຕິຄຸນ​ຂອງພຣະອົງ, ຍອມຮັບພຣະອົງ, ແລະ ອະນຸຍາດ​ໃຫ້ພຣະອົງ​ເຮັດໃຫ້ “ຄວາມຕ້ອງການ” ຂອງເຮົາເຕັມປ່ຽມ.

ຂ້າພະເຈົ້າກ່າວ​ປະຈັກພະຍານ​ເຖິງຄວາມຮັກ​ອັນຍິ່ງໃຫຍ່ທີ່​ເຮົາສາມາດມີ ໃນຖານະ​ສານຸສິດ ແລະ ຜູ້ຕິດຕາມຂອງ​ອົງພຣະເຢຊູຄຣິດເຈົ້າ. ຂ້າພະເຈົ້າຮັກ ແລະ ສະໜັບສະໜູນ ປະທານທອມມັສ ແອັສ ມອນສັນ ວ່າເປັນ​ສາດສະດາ ຂອງພຣະເຈົ້າ​ຢູ່ເທິງໂລກ. ພຣະຄຳພີມໍມອນ​ຄືປະຈັກພະຍານ​ອີກຢ່າງໜຶ່ງເຖິງ​ພຣະເຢຊູຄຣິດ​ຕໍ່ຊາວໂລກ, ແລະ ຂ້າພະເຈົ້າຂໍ​ເຊື້ອເຊີນ​ທຸກຄົນໃຫ້ອ່ານ ແລະ ພົບເຫັນ​ຂ່າວສານທີ່ມີໄວ້​ສຳລັບທ່ານ​ຢູ່ໃນພຣະຄຳພີນັ້ນ. ທຸກຄົນທີ່ຍອມຮັບ​ເອົາ​ຄຳເຊື້ອເຊີນ​ຂອງ​ພຣະຜູ້ເປັນເຈົ້າ​ໃຫ້ມາຫາ​ພຣະອົງ​ຈະໄດ້ພົບ​ຄວາມ​ສະຫງົບສຸກ, ຄວາມຮັກ, ແລະ ຄວາມສະຫວ່າງ. ພຣະເຢຊູຄຣິດ​ຄືຕົວຢ່າງ ແລະ ພຣະຜູ້ໄຖ່​ທີ່ຍິ່ງໃຫຍ່ຂອງເຮົາ. ພຽງແຕ່ຜ່ານ​ພຣະເຢຊູຄຣິດ​ເທົ່ານັ້ນ, ແລະ ຄວາມມະຫັດ​ສະຈັນຂອງ​ການຊົດໃຊ້ ທີ່ບໍ່ມີຂອບເຂດ​ຂອງພຣະອົງ ທີ່ເຮົາຈະ​ສາມາດໄດ້ຮັບ​ຊີວິດນິລັນດອນ. ຂ້າພະເຈົ້າກ່າວ​ປະຈັກພະຍານນີ້ ໃນພຣະນາມ​ອັນສັກສິດ​ຂອງພຣະອົງ, ແມ່ນແຕ່​ພຣະເຢຊູຄຣິດ, ອາແມນ.