ຈົ່ງເປັນແບບຢ່າງ ແລະ ເປັນຄວາມສະຫວ່າງ
ເມື່ອເຮົາເຮັດຕາມແບບຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ, ເຮົາຈະມີໂອກາດທີ່ຈະເປັນຄວາມສະຫວ່າງໃຫ້ແກ່ຊີວິດຂອງຄົນອື່ນ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າດີໃຈຫລາຍທີ່ໄດ້ມາຮ່ວມກັບທ່ານອີກເທື່ອໜຶ່ງ. ດັ່ງທີ່ທ່ານຮູ້, ນັບແຕ່ພວກເຮົາໄດ້ມາຊຸມນຸມກັນໃນເດືອນເມສາ, ພວກເຮົາໂສກເສົ້າຫລາຍ ທີ່ໄດ້ສູນເສຍອັກຄະສາວົກທີ່ຮັກແພງສາມທ່ານ: ປະທານບອຍ ເຄ ແພ໊ກເກີ, ແອວເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ. ພວກເພິ່ນໄດ້ກັບໄປບ້ານໃນສະຫວັນຂອງພວກເພິ່ນແລ້ວ. ພວກເຮົາຄິດຮອດພວກເພິ່ນ. ພວກເຮົາມີຄວາມກະຕັນຍູຫລາຍ ສຳລັບແບບຢ່າງຂອງພວກເພິ່ນ ເຖິງຄວາມຮັກຂອງພຣະຄຣິດ ແລະ ສຳລັບຄຳສອນທີ່ດົນໃຈ ທີ່ພວກເພິ່ນໄດ້ປະໄວ້ໃຫ້ພວກເຮົາທຸກຄົນ.
ພວກເຮົາຂໍຕ້ອນຮັບອັກຄະສາວົກໃໝ່ດ້ວຍຄວາມຍິນດີ, ແອວເດີ ຣອນໂນ ເອ ແຣັສ໌ແບນ, ແອວເດີ ແກຣີ ອີ ສະຕີບເວັນສັນ, ແລະ ແອວເດີ ແດວ ຈີ ເຣັນລັນ. ບຸລຸດເຫລົ່ານີ້ ເປັນຄົນທີ່ອຸທິດຕົນໄວ້ກັບວຽກງານຂອງພຣະຜູ້ເປັນເຈົ້າ. ພວກເພິ່ນເໝາະສົມສຳລັບຕຳແໜ່ງທີ່ສຳຄັນນີ້ ຊຶ່ງພວກເພິ່ນໄດ້ຖືກເອີ້ນໃຫ້ມາຮັບເອົາ.
ເມື່ອບໍ່ດົນມານີ້, ໃນຂະນະທີ່ຂ້າພະເຈົ້າກຳລັງອ່ານ ແລະ ໄຕ່ຕອງຂໍ້ພຣະຄຳພີຢູ່, ພຣະຄຳພີສອງຂໍ້ໄດ້ວົນວຽນຢູ່ໃນໃຈຂອງຂ້າພະເຈົ້າ. ພວກເຮົາຮູ້ຈັກສອງຂໍ້ນີ້ດີ. ຂໍ້ທຳອິດ ມາຈາກການເທດສະໜາຢູ່ໂນນພູ ມີຄຳວ່າ: “ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກເຈົ້າເຮັດ ແລະ ພວກເຂົາຈະສັນລະເສີນພຣະບິດາຂອງພວກເຈົ້າທີ່ສະຖິດຢູ່ໃນສະຫວັນ.”1 ຂໍ້ທີສອງໄດ້ມາສູ່ຈິດໃຈຂອງຂ້າພະເຈົ້າ ຕອນຂ້າພະເຈົ້າກຳລັງໄຕ່ຕອງກ່ຽວກັບຂໍ້ທີໜຶ່ງ. ມັນມາຈາກສານຂອງອັກຄະສາວົກໂປໂລ ເຖິງ ຕີໂມທຽວ ມີຄຳວ່າ: “ຈົ່ງເປັນແບບຢ່າງໃຫ້ຄົນທີ່ເຊື່ອທັງຫລາຍ ໃນທາງກິລິຍາ ແລະ ວາຈາ, ໃນຄວາມໃຈບຸນ, ໃນວິນຍານ, ໃນສັດທາ, ແລະ ໃນຄວາມບໍລິສຸດຂອງເຈົ້າ.”2
ຂ້າພະເຈົ້າເຊື່ອວ່າ ຂໍ້ທີສອງອະທິບາຍວິທີທີ່ເຮົາຈະບັນລຸຂໍ້ທີໜຶ່ງໄດ້. ເຮົາກາຍເປັນແບບຢ່າງໃຫ້ຄົນທີ່ເຊື່ອ ໂດຍການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນທາງກິລິຍາ ແລະ ວາຈາ, ໃນຄວາມໃຈບຸນ, ໃນວິນຍານ, ໃນສັດທາ, ແລະ ໃນຄວາມບໍລິສຸດ. ເມື່ອເຮົາເຮັດເຊັ່ນນັ້ນ, ຄວາມສະຫວ່າງຂອງເຮົາ ຈະສ່ອງແຈ້ງ ເພື່ອຄົນອື່ນຈະໄດ້ເຫັນ.
ເຮົາແຕ່ລະຄົນໄດ້ມາສູ່ໂລກ ພ້ອມດ້ວຍຄວາມສະຫວ່າງຂອງພຣະຄຣິດ. ເມື່ອເຮົາເຮັດຕາມແບບຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ດຳລົງຊີວິດດັ່ງທີ່ພຣະອົງໄດ້ດຳລົງ ແລະ ໄດ້ສອນ, ແລ້ວຄວາມສະຫວ່າງນັ້ນຈະຮ້ອນຮົນເໝືອນໄຟ ພາຍໃນຕົວເຮົາ ແລະ ຈະເຍືອງທາງໃຫ້ຄົນອື່ນ.
ອັກຄະສາວົກໂປໂລ ໄດ້ບົ່ງບອກເຖິງຄຸນສົມບັດຫົກຢ່າງຂອງຜູ້ທີ່ເຊື່ອ, ຄຸນສົມບັດທີ່ຈະເຮັດໃຫ້ຄວາມສະຫວ່າງຂອງເຮົາຮຸ່ງແຈ້ງ. ຂໍໃຫ້ພວກເຮົາພິຈາລະນາເຖິງແຕ່ລະຢ່າງ.
ຂ້າພະເຈົ້າຈະກ່າວເຖິງຄຸນສົມບັດສອງຢ່າງທຳອິດພ້ອມກັນ—ນັ້ນຄື ການເປັນແບບຢ່າງໃນທາງກິລິຍາ ແລະ ວາຈາ. ຖ້ອຍຄຳທີ່ເຮົາໃຊ້ ສາມາດສົ່ງເສີມ ແລະ ດົນໃຈ, ຫລື ສາມາດທຳຮ້າຍ ແລະ ດູຖູກ. ໃນໂລກປະຈຸບັນ ມີການໃຊ້ຄຳຫຍາບຄາຍຫລາຍ ຊຶ່ງເບິ່ງຄືວ່າ ເຮົາຫັນໄປທາງໃດ ກໍຈະໄດ້ຍິນ. ມັນເປັນສິ່ງຍາກທີ່ຈະຫລີກເວັ້ນຈາກການໄດ້ຍິນ ຄົນກ່າວພຣະນາມຂອງພຣະເຈົ້າແບບຫລິ້ນໆ ແລະ ແບບບໍ່ຄິດ. ຄຳເວົ້າທີ່ຫຍາບຄາຍ ກາຍເປັນສິ່ງທຳມະດາໃນໂທລະພາບ, ໃນພາບພະຍົນ, ໃນປຶ້ມ, ແລະ ໃນເພງ. ການເວົ້າແບບບໍ່ມີຄວາມຄາລະວະ ແມ່ນການເວົ້າໝິ່ນປະໝາດ ແລະ ການເວົ້າໂອ້ອວດ. ຂໍໃຫ້ເຮົາຈົ່ງເວົ້ານຳກັນດ້ວຍຄວາມຮັກ ແລະ ດ້ວຍຄວາມນັບຖື, ໂດຍຮັກສາການເວົ້າຈາຂອງເຮົາໃຫ້ສະອາດ ແລະ ຫລີກເວັ້ນຈາກຖ້ອຍຄຳທີ່ຈະເຮັດໃຫ້ຄົນອື່ນໄດ້ຮັບຄວາມເຈັບປວດ ຫລື ຜິດໃຈ. ຂໍໃຫ້ເຮົາຈົ່ງເຮັດຕາມແບບຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ, ຜູ້ໄດ້ກ່າວດ້ວຍຄວາມອົດທົນ ແລະ ມີເມດຕາ ຕະຫລອດການປະຕິບັດສາດສະໜາກິດຂອງພຣະອົງ.
ຄຸນສົມບັດຕໍ່ໄປ ທີ່ໂປໂລໄດ້ກ່າວເຖິງແມ່ນ ຄວາມໃຈບຸນ, ຊຶ່ງໝາຍເຖິງ ຄວາມຮັກອັນບໍລິສຸດຂອງພຣະຄຣິດ.3 ຂ້າພະເຈົ້າແນ່ໃຈວ່າ ພາຍໃນຜູ້ຄົນທີ່ເຮົາສາມາດເປັນອິດທິພົນຕໍ່ ຈະມີຄົນທີ່ໂດດດ່ຽວ, ຄົນທີ່ເຈັບປ່ວຍ, ແລະ ຄົນທີ່ຮູ້ສຶກທໍ້ຖອຍໃຈ. ເຮົາມີໂອກາດທີ່ຈະຊ່ອຍເຫລືອເຂົາເຈົ້າ ແລະ ໃຫ້ກຳລັງໃຈ. ພຣະຜູ້ຊ່ອຍໃຫ້ລອດໄດ້ນຳຄວາມຫວັງມາໃຫ້ຄົນທີ່ໝົດຫວັງ ແລະ ນຳຄວາມເຂັ້ມແຂງມາໃຫ້ຄົນທີ່ອ່ອນແອ. ພຣະອົງໄດ້ປິ່ນປົວຄົນເຈັບປ່ວຍ; ພຣະອົງໄດ້ເຮັດໃຫ້ຄົນເປ້ຍລ່ອຍຍ່າງໄດ້, ຄົນຕາບອດເຫັນຮຸ່ງ, ຄົນຫູໜວກໄດ້ຍິນ. ພຣະອົງໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ. ຕະຫລອດການປະຕິບັດສາດສະໜາກິດຂອງພຣະອົງ, ພຣະອົງໄດ້ເອື້ອມອອກໄປຫາທຸກຄົນດ້ວຍຄວາມໃຈບຸນ. ເມື່ອເຮົາເຮັດຕາມແບບຢ່າງຂອງພຣະອົງ, ເຮົາຈະເປັນພອນໃຫ້ແກ່ຜູ້ຄົນ, ຮ່ວມທັງຕົວເຮົາເອງ.
ຕໍ່ໄປ, ເຮົາຄວນເປັນແບບຢ່າງໃນ ວິນຍານ. ຂ້າພະເຈົ້າເຂົ້າໃຈຄຳນີ້ວ່າ ເຮົາພະຍາຍາມໃຫ້ມີຄວາມເມດຕາ, ຄວາມກະຕັນຍູ, ການໃຫ້ອະໄພ, ແລະ ໄມຕີຈິດ ໃນຊີວິດຂອງເຮົາ. ຄຸນສົມບັດເຫລົ່ານີ້ ຈະຊ່ອຍເຮົາໃຫ້ມີວິນຍານດັ່ງກ່າວສະຖິດຢູ່ນຳ ຊຶ່ງຈະສຳພັດກັບຊີວິດຂອງຄົນທີ່ຢູ່ອ້ອມຮອບເຮົາ. ເປັນເວລາຫລາຍປີທີ່ຂ້າພະເຈົ້າໄດ້ມີໂອກາດຄົບຄ້າສະມາຄົມກັບຫລາຍຕໍ່ຫລາຍຄົນ ຈົນນັບບໍ່ຖ້ວນ ຜູ້ມີວິນຍານເຊັ່ນນັ້ນ. ເຮົາຮູ້ສຶກພິເສດເມື່ອໄດ້ຢູ່ກັບເຂົາເຈົ້າ, ເປັນຄວາມຮູ້ສຶກທີ່ເຮັດໃຫ້ເຮົາຢາກຄົບຄ້າສະມາຄົມກັບເຂົາເຈົ້າ ແລະ ເຮັດຕາມແບບຢ່າງຂອງເຂົາເຈົ້າ. ເຂົາເຈົ້າສົ່ງແສງຄວາມສະຫວ່າງຂອງພຣະຄຣິດ ແລະ ຊ່ອຍເຮົາໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ.
ເພື່ອສະແດງໃຫ້ເຫັນເຖິງຄວາມສະຫວ່າງນັ້ນ ທີ່ມາຈາກບຸກຄົນທີ່ບໍລິສຸດ ແລະ ມີຄວາມຮັກ ຊຶ່ງຖືກຜູ້ອື່ນຮັບຮູ້, ຂ້າພະເຈົ້າຈະແບ່ງປັນປະສົບການຢ່າງໜຶ່ງກັບທ່ານ ທີ່ໄດ້ເກີດຂຶ້ນເມື່ອຫລາຍປີກ່ອນ.
ໃນເວລານັ້ນ, ຜູ້ນຳຂອງສາດສະໜາຈັກ ໄດ້ພົບກັບເຈົ້າໜ້າທີ່ໃນເມືອງເຢຣູຊາເລັມ ເພື່ອຈັດການເລື່ອງການເຊົ່າທີ່ດິນ ເພື່ອສ້າງສູນເຢຣູຊາເລັມຂອງສາດສະໜາຈັກ. ກ່ອນຈະໄດ້ຮັບໃບອະນຸຍາດ, ສາດສະໜາຈັກຕ້ອງໄດ້ຕົກລົງວ່າ ສະມາຊິກທີ່ອາໄສຢູ່ສູນນັ້ນ ຈະບໍ່ໄປເລາະເຜີຍແຜ່ສາດສະໜາ. ຫລັງຈາກໄດ້ຕົກລົງກັນຮຽບຮ້ອຍແລ້ວ, ເຈົ້າໜ້າທີ່ຊາວອິດສະຣາເອນຄົນໜຶ່ງ ຜູ້ເປັນມິດຂອງສາດສະໜາຈັກ ແລະ ສະມາຊິກ, ໄດ້ກ່າວວ່າ ລາວໄດ້ຮູ້ວ່າສາດສະໜາຈັກຈະເຮັດຕາມຄຳສັນຍາ ທີ່ຈະບໍ່ໄປເລາະເຜີຍແຜ່. “ແຕ່,” ລາວໄດ້ເວົ້າເຖິງນັກຮຽນທີ່ຈະຢູ່ໃນສູນນັ້ນວ່າ “ພວກເຮົາຈະເຮັດແນວໃດກັບຄວາມສະຫວ່າງໃນດວງຕາຂອງເຂົາເຈົ້າ?”4 ຂໍໃຫ້ຄວາມສະຫວ່າງພິເສດນັ້ນຈົ່ງຮຸ່ງເຫລື້ອມຢູ່ພາຍໃນຕົວເຮົາ ເພື່ອວ່າຄົນອື່ນຈະໄດ້ຮັບຮູ້ ແລະ ຮູ້ຈັກຄຸນຄ່າຂອງມັນ.
ການເປັນແບບຢ່າງໃນ ສັດທາ ໝາຍຄວາມວ່າ ເຮົາໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໃນພຣະຄຳຂອງພຣະອົງ. ມັນໝາຍຄວາມວ່າ ເຮົາມີ ແລະ ວ່າເຮົາຮັກສາຄວາມເຊື່ອ ອັນທີ່ຈະນຳພາແນວຄິດ ແລະ ການກະທຳຂອງເຮົາ. ສັດທາຂອງເຮົາໃນອົງພຣະເຢຊູຄຣິດເຈົ້າ ແລະ ໃນພຣະບິດາເທິງສະຫວັນຂອງເຮົາ ຈະມີອິດທິພົນຕໍ່ທຸກສິ່ງທີ່ເຮົາກະທຳ. ໃນທ່າມກາງຄວາມສັບສົນຂອງສະໄໝຂອງເຮົາ, ການຂັດແຍ້ງຂອງຄວາມສຳນຶກ, ແລະ ຄວາມວຸ້ນວາຍຂອງຊີວິດປະຈຳວັນ, ສັດທາທີ່ເຮົາມີຢູ່ ຈະກາຍເປັນສະໝໍໃຫ້ແກ່ຊີວິດຂອງເຮົາ. ຈົ່ງຈື່ຈຳໄວ້ວ່າ ສັດທາ ແລະ ຄວາມສົງໄສ ບໍ່ສາມາດຢູ່ໃນຈິດໃຈ ໃນເວລາດຽວກັນ, ເພາະຝ່າຍໜຶ່ງ ຈະຂັບໄລ່ອີກຝ່າຍໜຶ່ງໃຫ້ໜີໄປ. ຂ້າພະເຈົ້າຂໍເນັ້ນເຖິງສິ່ງໜຶ່ງທີ່ເຮົາເຄີຍຖືກບອກມາແລ້ວຫລາຍຕໍ່ຫລາຍເທື່ອ—ວ່າ ກ່ອນຈະມີ ແລະ ຮັກສາສັດທາທີ່ເຮົາຕ້ອງການ, ມັນສຳຄັນທີ່ເຮົາຕ້ອງອ່ານ ແລະ ສຶກສາ ແລະ ໄຕ່ຕອງພຣະຄຳພີ. ການສື່ສານກັບພຣະບິດາເທິງສະຫວັນ ຜ່ານການອະທິຖານເປັນສິ່ງທີ່ຈຳເປັນ. ເຮົາຈະລະເລີຍສິ່ງນີ້ບໍ່ໄດ້, ເພາະຜູ້ປໍລະປັກ ແລະ ບໍລິວານຂອງມັນ ກໍພະຍາຍາມຢ່າງບໍ່ລົດລະ ເພື່ອເຮັດໃຫ້ເຮົາອ່ອນແອລົງ, ມີສັດທາໜ້ອຍລົງ. ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາໃຫ້ຄົ້ນຫາຢ່າງພາກພຽນ ອະທິຖານສະເໝີ ແລະ ມີຄວາມເຊື່ອ ແລະ ທຸກສິ່ງທັງປວງຈະທຳງານນຳກັນໄປເພື່ອຄວາມດີຂອງເຮົາ.5
ຢ່າງສຸດທ້າຍ, ເຮົາຕ້ອງບໍລິສຸດ, ຊຶ່ງໝາຍຄວາມວ່າ ເຮົາຕ້ອງສະອາດທາງຮ່າງກາຍ, ຈິດໃຈ, ແລະ ວິນຍານ. ເຮົາຮູ້ວ່າ ຮ່າງກາຍຂອງເຮົາເປັນວິຫານ, ຕ້ອງປະຕິບັດກັບມັນດ້ວຍຄວາມຄາລະວະ ແລະ ດ້ວຍຄວາມນັບຖື. ຈິດໃຈຂອງເຮົາຄວນເຕັມໄປດ້ວຍຄວາມຄິດທີ່ສົ່ງເສີມ ແລະ ຍົກລະດັບຈິດໃຈ ແລະ ປາດສະຈາກສິ່ງສົກກະປົກ. ກ່ອນຈະມີພຣະວິນຍານເປັນເພື່ອນຕະຫລອດເວລາໄດ້ນັ້ນ, ເຮົາຕ້ອງມີຄ່າຄວນພໍ. ອ້າຍເອື້ອຍນ້ອງທັງຫລາຍ, ຄວາມບໍລິສຸດ ຈະນຳຄວາມສະຫງົບມາສູ່ຈິດໃຈ ແລະ ຈະເຮັດໃຫ້ເຮົາເໝາະສົມ ທີ່ຈະໄດ້ຮັບຄຳສັນຍາຂອງພຣະຜູ້ຊ່ອຍໃຫ້ລອດ. ພຣະອົງໄດ້ກ່າວວ່າ, “ຜູ້ໃດທີ່ມີໃຈບໍລິສຸດ ກໍເປັນສຸກ: ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.”6
ເມື່ອເຮົາພິສູດວ່າ ຕົນເປັນແບບຢ່າງໃຫ້ແກ່ຜູ້ທີ່ເຊື່ອໃນກິລິຍາ ແລະ ວາຈາ, ໃນຄວາມໃຈບຸນ, ໃນວິນຍານ, ໃນສັດທາ, ແລະ ໃນຄວາມບໍລິສຸດ, ແລ້ວເຮົາຈະເໝາະສົມທີ່ຈະເປັນຄວາມສະຫວ່າງໃຫ້ແກ່ໂລກໄດ້.
ຂ້າພະເຈົ້າຂໍກ່າວກັບທ່ານທຸກຄົນ, ໂດຍສະເພາະຄົນໜຸ່ມ, ວ່າຂະນະທີ່ໂລກເຄື່ອນຍ້າຍໄປໜ້າ ຫ່າງໄກໄປຈາກຫລັກທຳ ແລະ ການຊີ້ນຳ ທີ່ໄດ້ຖືກມອບໃຫ້ເຮົາ ໂດຍພຣະບິດາເທິງສະຫວັນທີ່ຊົງພຣະຊົນຢູ່, ເຮົາຈະບໍ່ຄືຄົນອື່ນ ເພາະເຮົາແຕກຕ່າງ. ເຮົາຈະບໍ່ຄືຄົນອື່ນ ເພາະການນຸ່ງຖືທີ່ຮຽບຮ້ອຍຂອງເຮົາ. ເຮົາຈະແຕກຕ່າງ ເພາະເຮົາບໍ່ກ່າວຄຳຫຍາບຄາຍ ແລະ ເພາະເຮົາບໍ່ແຕະຕ້ອງສິ່ງທີ່ທຳຮ້າຍຕໍ່ຮ່າງກາຍຂອງເຮົາ. ເຮົາຈະແຕກຕ່າງ ເພາະເຮົາຫລີກເວັ້ນຈາກການເວົ້າຕະຫລົກທີ່ບໍ່ສຸພາບ ແລະ ອອກຄວາມຄິດຄວາມເຫັນແບບເປັນຕາອັບອາຍ. ເຮົາຈະແຕກຕ່າງ ເມື່ອເຮົາຕັດສິນໃຈບໍ່ໃຫ້ການສື່ສານມວນຊົນທີ່ບໍ່ສະອາດ ເຂົ້າມາໃນຈິດໃຈຂອງເຮົາ ຊຶ່ງອາດຂັບໄລ່ພຣະວິນຍານອອກໄປຈາກບ້ານເຮືອນຂອງເຮົາ ແລະ ຈາກຊີວິດຂອງເຮົາ. ເຮົາຈະບໍ່ຄືຄົນອື່ນແທ້ໆ ເມື່ອເຮົາເລືອກສິ່ງທີ່ເປັນສິນທຳ—ເລືອກສິ່ງທີ່ສອດຄ່ອງກັບຫລັກທຳ ແລະ ມາດຕະຖານ. ສິ່ງເຫລົ່ານັ້ນ ຈະເຮັດໃຫ້ເຮົາແຕກຕ່າງ ຈາກຜູ້ຄົນສ່ວນຫລາຍໃນໂລກ ແລະ ເຮົາກໍຈະມີຄວາມສະຫວ່າງນັ້ນ ແລະ ພຣະວິນຍານນັ້ນ ຈະສ່ອງແສງໃສ່ໂລກທີ່ນັບມື້ນັບມືດມົວລົງ.
ສ່ວນຫລາຍແລ້ວ ມັນຈະເປັນສິ່ງຫຍຸ້ງຍາກ ທີ່ຈະເປັນຄົນທີ່ແຕກຕ່າງ ແລະ ຢືນຢູ່ຄົນດຽວ. ມັນເປັນເລື່ອງທຳມະດາທີ່ຈະຢ້ານວ່າ ຄົນອື່ນຈະຄິດແນວໃດ ແລະ ເວົ້າແນວໃດ. ເພງສັນລະເສີນໃຫ້ການປອບໂຍນວ່າ: “ພຣະຜູ້ເປັນເຈົ້າເປັນຄວາມສະຫວ່າງ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດຂອງຂ້ານ້ອຍ; ຂ້ານ້ອຍຈະບໍ່ຢ້ານກົວ. ພຣະຜູ້ເປັນເຈົ້າເປັນຜູ້ຄຸ້ມຄອງຂ້ານ້ອຍ; ຂ້ານ້ອຍກໍຈະບໍ່ຢ້ານກົວ?”7 ເມື່ອເຮົາເຮັດໃຫ້ພຣະຄຣິດເປັນຜູ້ສຳຄັນໃນຊີວິດຂອງເຮົາ, ແລ້ວຄວາມຢ້ານກົວຂອງເຮົາ ຈະຖືກທົດແທນດ້ວຍຄວາມກ້າຫານແຫ່ງຄວາມເຊື່ອໝັ້ນຂອງເຮົາ.
ເຮົາທຸກຄົນບໍ່ມີຊີວິດທີ່ດີພ້ອມທຸກຢ່າງ, ແລະ ບາງເທື່ອການທ້າທາຍ ແລະ ຄວາມຫຍຸ້ງຍາກ ທີ່ເຮົາປະເຊີນ ອາດເກີນກວ່າເຮົາຈະຜ່ານຜ່າໄດ້, ເຮັດໃຫ້ຄວາມສະຫວ່າງຂອງເຮົາມືດລົງ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຊ່ອຍເຫລືອຈາກພຣະບິດາເທິງສະຫວັນຂອງເຮົາ, ພ້ອມດ້ວຍການສະໜັບສະໜູນຈາກຄົນອື່ນໆ, ຄວາມສະຫວ່າງຂອງເຮົາຈະຮຸ່ງແຈ້ງຄືນ ຊຶ່ງຈະເຍືອງເສັ້ນທາງຂອງເຮົາຄືນອີກ ແລະ ເປັນຄວາມສະຫວ່າງທີ່ຄົນອື່ນອາດຕ້ອງການດ້ວຍ.
ເພື່ອສະແດງໃຫ້ເຫັນສິ່ງນີ້, ຂ້າພະເຈົ້າຂໍແບ່ງປັນຄຳກະວີບົດໜຶ່ງ ທີ່ຂ້າພະເຈົ້າມັກ ກັບທ່ານ ຊຶ່ງຂ້າພະເຈົ້າໄດ້ອ່ານເປັນເທື່ອທຳອິດ ເມື່ອຫລາຍປີກ່ອນ ທີ່ວ່າ:
ຂ້ອຍເຫັນຄົນແປກໜ້າໃນຕອນກາງຄືນ
ທີ່ໂຄມໄຟຂອງລາວດັບມອດແລ້ວ.
ຂ້ອຍໄດ້ຢຸດ ແລະ ໄດ້ຕໍ່ໄຟໃຫ້ລາວ
ຈາກໂຄມໄຟຂອງຂ້ອຍ.
ແລ້ວເກີດຝົນຕົກຟ້າລົມ,
ແລະ ແຜ່ນດິນໄຫວ.
ແລະ ເມື່ອລົມຝົນມິດງຽບລົງ,
ໂຄມໄຟຂອງຂ້ອຍໄດ້ດັບໄປ!
ແຕ່ຄົນແປກໜ້າໄດ້ກັບມາ—
ໂຄມໄຟຂອງລາວຍັງຮຸ່ງແຈ້ງຢູ່!
ລາວມີແສງໄຟພິເສດ
ແລະ ໄດ້ຕໍ່ໄຟໃຫ້ຂ້ອຍ!8
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ໂອກາດຂອງເຮົາທີ່ຈະສ່ອງແສງ ແມ່ນຢູ່ອ້ອມຮອບເຮົາ ແຕ່ລະມື້, ບໍ່ວ່າເຮົາຈະພົບເຫັນຕົວເອງຢູ່ໃນສະພາບໃດກໍຕາມ. ເມື່ອເຮົາເຮັດຕາມແບບຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ, ເຮົາຈະມີໂອກາດທີ່ຈະເປັນຄວາມສະຫວ່າງໃຫ້ແກ່ຊີວິດຂອງຄົນອື່ນ, ບໍ່ວ່າເຂົາເຈົ້າຈະເປັນຄົນໃນຄອບຄົວ ແລະ ໝູ່ເພື່ອນຂອງເຮົາເອງກໍຕາມ, ຫລື ເປັນເພື່ອນໃນບ່ອນທຳງານ, ຫລື ເປັນຄົນຮູ້ຈັກກັນ, ຫລື ເປັນຄົນແປກໜ້າກໍຕາມ.
ຕໍ່ທ່ານທຸກຄົນ ຂ້າພະເຈົ້າກ່າວວ່າ ທ່ານເປັນບຸດ ແລະ ທິດາຂອງພຣະບິດາເທິງສະຫວັນ. ທ່ານໄດ້ມາຈາກທີ່ປະທັບຂອງພຣະອົງ ເພື່ອມາມີຊີວິດຢູ່ໃນໂລກໃນຊົ່ວໄລຍະໜຶ່ງ, ເພື່ອເປັນແບບຢ່າງເຖິງຄວາມຮັກ ແລະ ການສິດສອນຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ເປັນແສງສະຫວ່າງໃຫ້ແກ່ຄົນອື່ນດ້ວຍຄວາມກ້າຫານ. ເມື່ອໄລຍະຂອງການຢູ່ໃນໂລກສິ້ນສຸດລົງ, ຖ້າຫາກທ່ານໄດ້ເຮັດພາກສ່ວນຂອງທ່ານ, ພອນທີ່ປະເສີດຈະເປັນຂອງທ່ານ ຊຶ່ງເປັນການກັບຄືນໄປຢູ່ກັບພຣະອົງຕະຫລອດການ.
ພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ ໄດ້ໃຫ້ຄວາມແນ່ນອນໃຈແທ້ໆ ທີ່ວ່າ: “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາ ຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເຄີຍຢູ່ໃນຄວາມມືດຈັກເທື່ອ.”9 ຂ້າພະເຈົ້າເປັນພະຍານເຖິງພຣະອົງ. ພຣະອົງເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ເປັນຜູ້ວິງວອນນຳພຣະບິດາແທນເຮົາ. ພຣະອົງເປັນແບບຢ່າງ ແລະ ເປັນພະລັງຂອງເຮົາ. ພຣະອົງ “ເປັນຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ.”10 ເຮົາທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າ ຈະປະຕິຍານທີ່ຈະຕິດຕາມພຣະອົງ, ເພື່ອກາຍເປັນຄວາມສະຫວ່າງໃຫ້ແກ່ໂລກ, ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມທີ່ສັກສິດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດເຈົ້າ, ອາແມນ.