ການຄົ້ນຫາຄຸນສົມບັດແຫ່ງສະຫວັນພາຍໃນຕົວເຮົາ
ເຮົາມາສູ່ໂລກນີ້ ເພື່ອພັດທະນາ ແລະ ຄົ້ນຫາບຸກຄະລິກລັກສະນະແຫ່ງສະຫວັນ ທີ່ຢູ່ພາຍໃນຕົວເຮົາ.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຮັກທ່ານ! ຂ້າພະເຈົ້າເປັນພະຍານວ່າ ຊີວິດເປັນຂອງປະທານ. ພຣະເຈົ້າມີແຜນສຳລັບເຮົາແຕ່ລະຄົນ, ແລະ ຈຸດປະສົງສ່ວນຕົວຂອງເຮົາ ເລີ່ມຕົ້ນດົນນານມາແລ້ວ ກ່ອນເຮົາໄດ້ມາສູ່ໂລກນີ້.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າຮູ້ວ່າ ການເກີດຂອງແອນ້ອຍ ສູ່ໂລກມະຕະ ເປັນພາກສ່ວນໜຶ່ງຂອງພຣະຜູ້ເປັນເຈົ້າ. ເຮົາແຕ່ລະຄົນໄດ້ພັດທະນາຮ່າງກາຍຢູ່ໃນທ້ອງແມ່ ຂະນະທີ່ເພິ່ງພາຮ່າງກາຍແມ່ຊ່ອຍລ້ຽງດູເຮົາ. ໃນທີ່ສຸດ, ກໍເຖິງເວລາເກີດ—ເຫດການທີ່ໜ້າອັດສະຈັນໃຈໄດ້ເກີດຂຶ້ນແກ່ຜູ້ເປັນແມ່ ແລະ ຜູ້ເປັນລູກ—ທັງສອງໄດ້ແຍກອອກຈາກກັນ.
ເມື່ອແອນ້ອຍອອກມາສູ່ໂລກ, ຄວາມປ່ຽນແປງຂອງອຸນຫະພູມ ແລະ ຄວາມສະຫວ່າງ ແລະ ເອິກຂອງເຂົາກໍບໍ່ຖືກກົດດັນອີກ ຈຶ່ງໄດ້ເຮັດໃຫ້ແອນ້ອຍໄດ້ສູດອາກາດຫັນໃຈເປັນເທື່ອທຳອິດ. ປອດນ້ອຍຂອງເຂົາຈະເຕັມໄປດ້ວຍລົມ ເປັນເທື່ອທຳອິດ, ອະໄວຍະວະກໍເລີ່ມທຳງານ, ແລະ ແອນ້ອຍເລີ່ມຕົ້ນຫັນໃຈ. ເມື່ອສາຍບືຖືກຕັດ, ສາຍຕິດຕໍ່ລະຫວ່າງແມ່ກັບລູກ ຈະຖືກຕັດຕະຫລອດໄປ ແລະ ຊີວິດຂອງແອນ້ອຍກໍຈະເລີ່ມຕົ້ນຢູ່ໃນໂລກນີ້.
ໂຢບໄດ້ກ່າວວ່າ, “ພຣະວິນຍານຂອງພຣະເຈົ້າໄດ້ສ້າງຂ້ອຍຂຶ້ນມາ ພຣະວິນຍານຂອງພຣະອົງໄດ້ໃຫ້ຊີວິດແກ່ຂ້ອຍ.”1
ເຮົາໄດ້ມາສູ່ໂລກນີ້ “ພ້ອມດ້ວຍລັດສະໝີພາບ.”2 ປຶ້ມ “ຄອບຄົວ: ການປະກາດຕໍ່ໂລກ” ສອນເຮົາແຕ່ລະຄົນວ່າ ເຮົາ “ເປັນບຸດ ຫລື ທິດາທາງວິນຍານທີ່ຮັກຂອງພຣະບິດາມານດາເທິງສະຫວັນ,” ແລະ “ເຮົາແຕ່ລະຄົນມີທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງ.”3 ພຣະບິດາເທິງສະຫວັນ ໄດ້ແບ່ງປັນຄວາມສູງສົ່ງບາງສ່ວນຂອງພຣະອົງໃຫ້ກັບເຮົາ. ທຳມະຊາດແຫ່ງສະຫວັນນັ້ນມາເຖິງເຮົາ ໂດຍທີ່ເປັນຂອງປະທານຈາກພຣະອົງ ດ້ວຍຄວາມຮັກທີ່ພຽງແຕ່ຜູ້ເປັນພໍ່ແມ່ເທົ່ານັ້ນ ຈະສາມາດຮູ້ສຶກໄດ້.
ເຮົາມາສູ່ໂລກນີ້ ເພື່ອພັດທະນາບຸກຄະລິກລັກສະນະແຫ່ງສະຫວັນ ທີ່ຢູ່ພາຍໃນຕົວເຮົາ.
ເຮົາຮູ້ວ່າເປັນຫຍັງ
ອີເລນ ແຄນນັນ, ອະດີດປະທານອົງການຍິງໜຸ່ມສາມັນ, ໄດ້ກ່າວວ່າ, “ມີຢູ່ສອງວັນທີ່ສຳຄັນສຳລັບຊີວິດຂອງຜູ້ຍິງ ນັ້ນຄື: ວັນທີ່ນາງໄດ້ເກີດ ແລະ ວັນທີ່ນາງພົບວ່າ ເປັນຫຍັງຈຶ່ງເກີດຂຶ້ນ.”4
ເຮົາຮູ້ວ່າ ເປັນຫຍັງ. ເຮົາໄດ້ມາຊ່ອຍສ້າງອານາຈັກຂອງພຣະອົງຢູ່ເທິງໂລກນີ້ ແລະ ເພື່ອຕຽມສຳລັບການສະເດັດມາຄັ້ງທີສອງຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ທຸກເທື່ອທີ່ເຮົາຫັນໃຈເຂົ້າອອກ, ເຮົາພະຍາຍາມທີ່ຈະຕິດຕາມພຣະອົງ. ທຳມະຊາດແຫ່ງສະຫວັນທີ່ຢູ່ພາຍໃນຕົວເຮົາແຕ່ລະຄົນ ຈະຖືກຫລໍ່ຫລອມ ແລະ ຂະຫຍາຍອອກ ເພາະຄວາມພະຍາຍາມຂອງເຮົາ ທີ່ຈະເຂົ້າໃກ້ພຣະບິດາຂອງເຮົາ ແລະ ພຣະບຸດຂອງພຣະອົງ.
ທຳມະຊາດແຫ່ງສະຫວັນຂອງເຮົາ ບໍ່ມີສ່ວນກ່ຽວຂ້ອງກັບຄວາມສຳເລັດສ່ວນຕົວຂອງເຮົາ, ຫລື ສະຖານະທີ່ເຮົາບັນລຸ, ຫລື ຈຳນວນທີ່ເຮົາແລ່ນແຂ່ງ, ຫລື ຄວາມໂດ່ງດັງ ແລະ ຄວາມບໍ່ເຫັນແກ່ຕົວຂອງເຮົາ. ທຳມະຊາດແຫ່ງສະຫວັນຂອງເຮົາ ມາຈາກພຣະເຈົ້າ. ມັນໄດ້ຖືກແຕ່ງຕັ້ງໄວ້ ກ່ອນເຮົາມາສູ່ໂລກ ແລະ ຈະຕິດຕົວໄປສູ່ນິລັນດອນ.
ພຣະບິດາຮັກເຮົາ
ເຮົາປະພຶດຕາມທຳມະຊາດແຫ່ງສະຫວັນຂອງເຮົາ ເມື່ອເຮົາຮູ້ສຶກ ແລະ ແບ່ງຄວາມຮັກຂອງພຣະບິດາຜູ້ສະຖິດໃນສະຫວັນໃຫ້ກັບຄົນອື່ນ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະອົງ. ເຮົາມີເສລີທີ່ຈະບຳລຸງລ້ຽງສິ່ງນັ້ນ, ປ່ອຍໃຫ້ມັນງອກງາມຂຶ້ນ, ແລະ ຊ່ອຍໃຫ້ມັນເຕີບໂຕຂຶ້ນໄດ້. ເປໂຕໄດ້ກ່າວວ່າ ເຮົາໄດ້ຮັບ “ຄຳສັນຍາອັນລ້ຳຄ່າ” ເພື່ອວ່າເຮົາ “ຈະໄດ້ຮັບເອົາທຳມະຊາດແຫ່ງສະຫວັນ.”8 ເມື່ອເຮົາເຂົ້າໃຈວ່າເຮົາເປັນໃຜ, ເປັນທິດາຂອງພຣະເຈົ້າ, ແລ້ວເຮົາຈະເລີ່ມຕົ້ນເຂົ້າໃຈຄຳສັນຍາອັນລ້ຳຄ່ານັ້ນ.”5
ເມື່ອເຮົາຫລຽວອອກປ່ອງຢ້ຽມ, ບໍ່ແມ່ນຈະແຍງແຕ່ແວ່ນເທົ່ານັ້ນ, ເຮົາຈະເຫັນຕົນເອງວ່າເປັນທິດາຂອງພຣະອົງ. ຕາມທຳມະຊາດແລ້ວ ເຮົາໄດ້ຫັນຫາພຣະອົງໃນຄຳອະທິຖານ, ແລະ ເຮົາຕື່ນເຕັ້ນທີ່ຈະອ່ານພຣະຄຳຂອງພຣະອົງ ແລະ ເຮັດຕາມພຣະປະສົງຂອງພຣະອົງ. ເຮົາໄດ້ຮັບຄວາມຮູ້ສຶກເຖິງຄຸນຄ່າຂອງຕົນເອງຈາກພຣະອົງ, ແທນທີ່ຈະມາຈາກຜູ້ຄົນທີ່ຢູ່ອ້ອມຮອບເຮົາ ຫລື ຈາກຄົນໃນ Facebook ຫລື Instagram.
ຖ້າຫາກທ່ານເຄີຍສົງໃສວ່າ ທ່ານມີຄວາມສູງສົ່ງໃນຕົວທ່ານບໍ່ ແລ້ວໃຫ້ທ່ານຄຸເຂົ່າອະທິຖານ ແລະ ທູນຖາມພຣະບິດາເທິງສະຫວັນວ່າ, “ຂ້ານ້ອຍເປັນທິດາຂອງພຣະອົງແທ້ໆບໍ, ແລະ ພຣະອົງຮັກຂ້ານ້ອຍແທ້ໆບໍ?” ແອວເດີ ເອັມ ຣະໂຊ ບາເລີດ ໄດ້ກ່າວວ່າ, “ຂ່າວສານຢ່າງໜຶ່ງທີ່ຫວານຊື່ນທີ່ສຸດ ທີ່ພຣະວິນຍານຈະສື່ສານ ແມ່ນວິທີທີ່ພຣະຜູ້ເປັນເຈົ້າຮູ້ສຶກກ່ຽວກັບທ່ານ.”6
ເຮົາເປັນທິດາຂອງພຣະອົງ. ໂປໂລໄດ້ກ່າວວ່າ, “ພຣະວິນຍານເອງໄດ້ເປັນພະຍານຕໍ່ວິນຍານຂອງເຮົາ, ວ່າເຮົາເປັນລູກຂອງພຣະເຈົ້າ.”7 ສ່ວນຫລາຍແລ້ວເພງທຳອິດຂອງຊັ້ນປະຖົມໄວ ທີ່ເຮົາຮຽນ ແມ່ນ “ເຮົາເປັນລູກຂອງພຣະເຈົ້າ.”8 ບັດນີ້ ໃຫ້ເຮົາເວົ້າຄຳ ທີ່ວ່າ “ເຮົາເປັນລູກຂອງພຣະເຈົ້າ” ແລະ ຕື່ມຄຳນີ້ໃສ່ວ່າ “ສະນັ້ນ, ຈະເຮັດແນວໃດ?” ເຮົາອາດຖາມວ່າ: “ເຮົາຈະເຮັດແນວໃດ ຈຶ່ງຈະດຳລົງຊີວິດໃນຖານະລູກຂອງພຣະເຈົ້າໄດ້? ເຮົາຈະພັດທະນາທຳມະຊາດແຫ່ງສະຫວັນທີ່ຢູ່ພາຍໃນຕົວເຮົາ ໄດ້ແນວໃດ?”
ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວວ່າ, “ພຣະເຈົ້າໄດ້ສົ່ງທ່ານມານີ້ ເພື່ອຕຽມສຳລັບອະນາຄົດທີ່ດີເລີດກວ່າທຸກສິ່ງທີ່ທ່ານສາມາດນຶກຄິດໄດ້.”9 ອະນາຄົດນັ້ນ, ມັນຈະກາຍເປັນຈິງ ເມື່ອທ່ານເຮັດຫລາຍກວ່າພຽງແຕ່ມີຊີວິດຢູ່ເທົ່ານັ້ນ ໄປແຕ່ລະມື້; ມັນຈະກາຍເປັນຈິງ ເມື່ອທ່ານດຳລົງຊີວິດຂອງທ່ານ ເພື່ອບັນລຸຈຸດປະສົງທີ່ທ່ານໄດ້ຖືກສ້າງ. ສິ່ງນີ້ເຊື້ອເຊີນພຣະຜູ້ເປັນເຈົ້າ ໃຫ້ເຂົ້າມາໃນຊີວິດຂອງທ່ານ, ແລະ ທ່ານຈະເລີ່ມຕົ້ນປ່ອຍໃຫ້ພຣະປະສົງຂອງພຣະອົງ ກາຍເປັນຂອງທ່ານ.
ເຮົາຮຽນຮູ້ ເພາະທຳມະຊາດແຫ່ງສະຫວັນຂອງເຮົາ
ທຳມະຊາດແຫ່ງສະຫວັນເຮັດໃຫ້ເຮົາຢາກຮູ້ຈັກຄວາມຈິງນິລັນດອນເຫລົ່ານີ້ສຳລັບຕົວເຮົາເອງ.
ເມື່ອບໍ່ດົນມານີ້ ຍິງໜຸ່ມຄົນໜຶ່ງຊື່ ເອມມີ ໄດ້ສອນບົດຮຽນນີ້ໃຫ້ກັບຂ້າພະເຈົ້າ ເມື່ອນາງຂຽນວ່າ: “ການເປັນຄົນໄວລຸ້ນແມ່ນຍາກຫລາຍ ໃນທຸກວັນນີ້. ຄວາມຊົ່ວຮ້າຍນັບມື້ແຜ່ລາມອອກໄປ. ຊາຕານກໍພະຍາຍາມຢ່າງໜັກ. ທຸກສິ່ງແມ່ນຖືກ ຫລື ຜິດ, ບໍ່ແມ່ນຢູ່ເປັນກາງ.”
ນາງໄດ້ກ່າວຕື່ມວ່າ: “ບາງເທື່ອ ເພື່ອນທີ່ດີແມ່ນຫາໄດ້ຍາກ. ເຖິງແມ່ນວ່າ ທ່ານຄິດວ່າ ທ່ານມີເພື່ອນທີ່ດີທີ່ສຸດ ຜູ້ຈະບໍ່ໜີຈາກທ່ານໄປ, ແຕ່ໝູ່ເພື່ອນຄົນນັ້ນ ຈະເຊົາເປັນໝູ່ກັນກໍມີ. ເພາະສະນັ້ນ ຂ້າພະເຈົ້າຈຶ່ງດີໃຈຫລາຍທີ່ ຂ້າພະເຈົ້າມີຄອບຄົວ, ມີພຣະບິດາເທິງສະຫວັນ, ມີພຣະເຢຊູຄຣິດ, ແລະ ມີພຣະວິນຍານບໍລິສຸດ ຜູ້ສາມາດເປັນເພື່ອນຂອງຂ້າພະເຈົ້າ ເມື່ອໃດກໍຕາມ ທີ່ຄວາມສຳພັນຂອງຂ້າພະເຈົ້າກັບເພື່ອນ ບໍ່ລົງເອີ່ຍກັນດ້ວຍດີ.”
ນາງເອມມີ ໄດ້ກ່າວຕື່ມວ່າ, “ຄ່ຳຄືນໜຶ່ງຂ້າພະເຈົ້າບໍ່ສະບາຍໃຈ, ແລະ ຂ້າພະເຈົ້າໄດ້ບອກເອື້ອຍວ່າ ຂ້າພະເຈົ້າບໍ່ຮູ້ວ່າ ຈະເຮັດແນວໃດ.”
ແລ້ວໃນຄືນນັ້ນ ເອື້ອຍຂອງນາງ ໄດ້ສົ່ງຂໍ້ຄວາມຂອງແອວເດີ ແຈັບຟະຣີ ອາ ຮໍແລນ ໄປໃຫ້ນາງ ທາງມືຖື ມີຄຳວ່າ: “ຢ່າທໍ້ຖອຍໃຈເດີ້. … ຢ່າເລີກລົ້ມເດີ້. ໃຫ້ກ້າວເດີນຕໍ່ໄປ. ໃຫ້ພະຍາຍາມຕໍ່ໄປ. ຄວາມຊ່ອຍເຫລືອ ແລະ ຄວາມສຸກ ລໍຖ້າທ່ານຢູ່. … ໃນທີ່ສຸດ ທຸກສິ່ງຈະເປັນໄປດ້ວຍດີ. ຈົ່ງໄວ້ວາງໃຈໃນພຣະເຈົ້າ ແລະ ເຊື່ອວ່າ ສິ່ງທີ່ດີຈະເກີດຂຶ້ນ.”10
ນາງເອມມີ ໄດ້ອະທິບາຍວ່າ, “ຂ້າພະເຈົ້າຈື່ໄດ້ວ່າ ຕົນເອງໄດ້ອ່ານຂໍ້ຄວາມນັ້ນ ແລະ ໄດ້ອະທິຖານຂໍໃຫ້ ຕົນເອງໄດ້ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ ຖ້າຫາກພຣະອົງຄອຍດູແລຂ້າພະເຈົ້າຢູ່.”
ນາງໄດ້ກ່າວວ່າ: “ທັນທີທີ່ຂ້າພະເຈົ້າໄດ້ທູນຂໍ ແລະ ເຊື່ອວ່າ ພຣະອົງຄອຍດູແລແທ້ໆ, ຂ້າພະເຈົ້າກໍຮູ້ສຶກ ມີຄວາມສຸກ, ມີຄວາມອົບອຸ່ນ. ບໍ່ມີຄຳໃດທີ່ສາມາດອະທິບາຍໄດ້. ຂ້າພະເຈົ້າຮູ້ວ່າ ພຣະອົງຄອຍດູແລ ແລະ ພຣະອົງຮັກຂ້າພະເຈົ້າ.”
ເພາະທ່ານເປັນລູກຂອງພຣະອົງ, ພຣະອົງຈຶ່ງຮູ້ວ່າ ທ່ານສາມາດກາຍເປັນຄົນແບບໃດ. ພຣະອົງຮູ້ຈັກຄວາມຢ້ານກົວຂອງທ່ານ ແລະ ຄວາມຝັນຂອງທ່ານ. ພຣະອົງພໍພຣະໄທກັບຄວາມສາມາດຂອງທ່ານ. ພຣະອົງລໍຖ້າໃຫ້ທ່ານມາຫາພຣະອົງ ໂດຍການອະທິຖານຫາພຣະອົງ. ເພາະທ່ານເປັນລູກຂອງພຣະອົງ, ທ່ານບໍ່ພຽງແຕ່ຕ້ອງການພຣະອົງເທົ່ານັ້ນ, ແຕ່ພຣະອົງຕ້ອງການທ່ານຄືກັນ. ຄົນທີ່ນັ່ງຢູ່ອ້ອມຮອບທ່ານ ໃນກອງປະຊຸມນີ້ ຕ້ອງການທ່ານ. ຄົນໃນໂລກຕ້ອງການທ່ານ, ແລະ ທຳມະຊາດແຫ່ງສະຫວັນຂອງທ່ານ ຈະເຮັດໃຫ້ທ່ານເປັນສານຸສິດທີ່ໄວ້ວາງໃຈໄດ້ຂອງພຣະອົງ ຕໍ່ລູກໆທັງໝົດຂອງພຣະອົງ. ເມື່ອເຮົາເລີ່ມຕົ້ນເຫັນຄວາມສູງສົ່ງໃນຕົວຂອງເຮົາເອງ, ແລ້ວເຮົາຈະສາມາດເຫັນມັນຢູ່ໃນຕົວຂອງຄົນອື່ນເໝືອນກັນ.
ເຮົາຮັບໃຊ້ ເພາະທຳມະຊາດແຫ່ງສະຫວັນຂອງເຮົາ
ທຳມະຊາດແຫ່ງສະຫວັນເຮັດໃຫ້ເຮົາຢາກຮັບໃຊ້ຄົນອື່ນ.
ເມື່ອບໍ່ດົນມານີ້, ແຊຣອນ ຢູແບ້ງ, ຜູ້ອຳນວຍການພະແນກຮັບໃຊ້ມະນຸດສະທຳ ແລະ ອົງການ LDS ໃຈບຸນ, ໄດ້ບອກເຖິງປະສົບການ ຊຶ່ງເລົ່າໂດຍ ແອວເດີ ກະເລນ ແອວ ເພສ໌. ວ່າມີຄວາມແຫ້ງແລ້ງ ແລະ ຄວາມອຶດຢາກຢູ່ທົ່ວປະເທດ ອີຕີໂອເປຍ ໃນໄລຍະປີ 1980. ໃນການຊ່ອຍບັນເທົາທຸກ, ຈຶ່ງໄດ້ຈັດຕັ້ງສະຖານທີ່ບໍລິຈາກອາຫານ ແລະ ນ້ຳ ສຳລັບຜູ້ທີ່ສາມາດເດີນທາງໄປເອົາໄດ້. ຊາຍອາວຸໂສຄົນໜຶ່ງ ທີ່ອຶດຫິວ ໄດ້ຍ່າງໄກເພື່ອໄປຫາສະຖານທີ່ນັ້ນ. ໃນຂະນະທີ່ລາວກຳລັງຍ່າງຜ່ານໝູ່ບ້ານແຫ່ງໜຶ່ງ ລາວໄດ້ຍິນສຽງເດັກນ້ອຍໄຫ້. ແລ້ວລາວໄດ້ໄປຊອກຫາ ແລະ ໄດ້ເຫັນເດັກນ້ອຍຄົນໜຶ່ງ ນັ່ງຢູ່ພື້ນດິນ ຢູ່ທາງຂ້າງແມ່ທີ່ຕາຍແລ້ວ. ລາວເລີຍອູ້ມເອົາເດັກນ້ອຍຄົນນັ້ນ, ແລ້ວໄດ້ຍ່າງໄປຕໍ່ອີກ 25 ໄມ (40 ກິໂລແມັດ) ເພື່ອໄປຫາສະຖານທີ່ບໍລິຈາກ. ເມື່ອລາວໄປເຖິງ, ຄຳທຳອິດທີ່ລາວກ່າວອອກມາ ບໍ່ແມ່ນ “ຂ້ອຍຫິວ” ຫລື “ຊ່ອຍຂ້ອຍແດ່.” ລາວເວົ້າວ່າ “ພວກເຮົາຊິຊ່ອຍເດັກນ້ອຍຄົນນີ້ແນວໃດ?”11
ທຳມະຊາດແຫ່ງສະຫວັນທີ່ຢູ່ພາຍໃນຕົວເຮົາ ເປັນແຮງບັນດານໃຈເຮົາໃຫ້ເອື້ອມໄປຫາຄົນອື່ນ ແລະ ກະຕຸ້ນເຮົາໃຫ້ເຮັດຕາມນັ້ນ. ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ສາມາດຊ່ອຍເຫລືອເຮົາໃຫ້ມີພະລັງທີ່ຈະເຮັດສິ່ງນັ້ນ. ພຣະຜູ້ເປັນເຈົ້າອາດຖາມເຮົາວ່າ, “ພວກເຮົາຊິຊ່ອຍທິດາ, ນ້ອງຊາຍ, ພໍ່, ຫລື ໝູ່ເພື່ອນຄົນນີ້ແນວໃດ?”
ໂດຍສຽງຂອງພຣະວິນຍານທີ່ຊື່ມໃສ່ຫູຄົນທີ່ຂາດສັດທາໃນພຣະກິດຕິຄຸນ, ເຂົາເຈົ້າຈະໄດ້ຮັບສັນຕິພຽງພໍທີ່ຈະກັບມາມີສັດທາອີກ.
ເມື່ອສາດສະດາກ່າວ, ຄຳຂອງເພິ່ນເປັນອິດທິພົນໃຫ້ແກ່ທຳມະຊາດແຫ່ງສະຫວັນຂອງເຮົາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ເຮົາ ເພື່ອເຮົາຈະໄດ້ເຮັດຕາມ.
ການຮັບສິນລະລຶກແຕ່ລະອາທິດ ໄດ້ໃຫ້ຄວາມຫວັງແກ່ເຮົາເຖິງຄວາມສູງສົ່ງທີ່ເຮົາມີ ແລະ ເຮົາກໍລະນຶກເຖິງພຣະຜູ້ຊ່ອຍໃຫ້ລອດ, ພຣະເຢຊູຄຣິດ.
ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສະແຫວງຫາ ທີ່ຈະຄົ້ນພົບຄວາມເລິກຂອງທຳມະຊາດແຫ່ງສະຫວັນ ທີ່ມີຢູ່ໃນຕົວທ່ານ, ແລ້ວທ່ານຈະເລີ່ມຕົ້ນຂະຫຍາຍຂອງປະທານທີ່ລ້ຳເລີດຂອງທ່ານ. ຈົ່ງໃຫ້ສິ່ງນັ້ນນຳພາທ່ານ ໃຫ້ກາຍເປັນທິດາຂອງພຣະອົງ, ເດີນກັບໄປຫາພຣະອົງ—ບ່ອນທີ່ເຮົາຈະ “ຖືກນຳກັບຄືນໄປຫາພຣະເຈົ້າ ຜູ້ປະທານລົມຫັນໃຈ.”12 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.