ຂ້າເຝົ້າພິສະຫວົງ
ປະຈັກພະຍານຂອງພຣະເຢຊູຄຣິດ ໄດ້ຖືກສ້າງຂຶ້ນ ຈາກປະສົບການພິເສດ ບ່ອນທີ່ ຂ້າພະເຈົ້າໄດ້ມາຮູ້ຈັກຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ ສຳລັບເຮົາແຕ່ລະຄົນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ຕໍ່ຝ່າຍປະທານສູງສຸດ ສຳລັບການເຊື້ອເຊີນ ໃຫ້ຂ້າພະເຈົ້າມາແບ່ງປັນປະສົບການອັນຖ່ອມຕົວ ໃນເຊົ້າວັນຊະບາໂຕມື້ນີ້. ເພງສວດຂອງໄພ່ພົນຍຸກສຸດທ້າຍ ໄດ້ບັນຍາຍເຖິງຄວາມຮູ້ສຶກຂອງຂ້າພະເຈົ້າໃນເວລານີ້ວ່າ:
ຂ້າເຝົ້າພິສະຫວົງ ຕໍ່ຄວາມຮັກພຣະເຢຊູໃຫ້ຂ້າ,
ທັງງົງງັນ ຕໍ່ພຣະຄຸນຄວາມດີ ທີ່ພຣະອົງປະທານ. …
ຂ້າແປກໃຈ ເຫດໃດພຣະອົງລາຈາກບັນລັງລົງມາ
ເພື່ອຊ່ອຍເຫລືອວິນຍານທໍລະຍົດ ແລະ ເຍີ້ຍິ່ງຢ່າງຂ້າ,
ທີ່ແບ່ງປັນຮັກລົ້ນ ໃຫ້ກັບຄົນເໝືອນດັ່ງເຊັ່ນຕົວຂ້າ,
ພຣະອົງຊົງສາມາດເປັນເຈົ້າຂອງ ແລະ ໄຖ່ ແລະ ຮັບຮອງ. …
ໂອ້, ຊ່າງແສນອັດສະຈັນ, ອັດສະຈັນ ຕໍ່ຂ້າ!1
ສອງສາມມື້ຜ່ານມານີ້ ຂ້າພະເຈົ້າໄດ້ມີໂອກາດພິເສດໄປພົບກັບຝ່າຍປະທານສູງສຸດ ແລະ ຮັບເອົາການເອີ້ນຈາກສາດສະດາທີ່ຮັກຂອງເຮົາ, ປະທານທອມມັສ ແອັສ ມອນສັນ. ຂ້າພະເຈົ້າຢາກບອກທ່ານເຖິງພະລັງ ແລະ ຄວາມຮັກຂອງປະທານມອນສັນ ໃນຂະນະທີ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ການເອີ້ນນີ້ ມາຈາກອົງພຣະເຢຊູຄຣິດເຈົ້າ.”
ຂ້າພະເຈົ້າໄດ້ຕົກໃຈຢ່າງໃຫຍ່ ແລະ ສັ່ນສາຍໄປທັງຕົວ ເມື່ອຂ້າພະເຈົ້າໄດ້ຄິດກ່ຽວກັບຄວາມສຳຄັນ ແລະ ຄວາມໝາຍເລິກຂອງຖ້ອຍຄຳເຫລົ່ານັ້ນ ທີ່ສາດສະດາທີ່ຮັກຂອງເຮົາໄດ້ກ່າວຢ່າງນິ້ມນວນ. ປະທານມອນສັນ, ຂ້າພະເຈົ້າຮັກທ່ານ ແລະ ຮັກທີ່ປຶກສາຂອງທ່ານ ແລະ ຈະຮັບໃຊ້ພຣະເຈົ້າ ແລະ ທ່ານ ດ້ວຍສຸດໃຈ, ດ້ວຍສຸດພະລັງ, ສຸດຄວາມຄິດ, ແລະ ສຸດກຳລັງ ຂອງຂ້າພະເຈົ້າ.
ໂອ້, ຂ້າພະເຈົ້າຮັກປະທານບອຍ ເຄ ແພ໊ກເກີ ແລະ ແອວເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ. ຂ້າພະເຈົ້າຄິດຮອດພວກເພິ່ນຫລາຍ. ຂ້າພະເຈົ້າໄດ້ຮັບພອນ ທີ່ໄດ້ຮັບການເຝິກຝົນ ແລະ ໄດ້ຮັບການສອນຈາກອ້າຍນ້ອງເຫລົ່ານີ້. ຂ້າພະເຈົ້າບໍ່ມີຄວາມສາມາດເທົ່າກັບພວກເພິ່ນ, ແຕ່ຂ້າພະເຈົ້າໄດ້ຮັບກຽດຫລາຍ ທີ່ມາຮັບໃຊ້ແທນພວກເພິ່ນ ແລະ ເຮັດວຽກງານຂອງພຣະຜູ້ເປັນເຈົ້າຕໍ່ໄປ.
ເມື່ອຂ້າພະເຈົ້າຄິດເຖິງຄົນທີ່ໄດ້ຊ່ອຍຂ້າພະເຈົ້າໃຫ້ເປັນຢ່າງທີ່ຂ້າພະເຈົ້າເປັນຢູ່ນີ້, ທຳອິດ ຂ້າພະເຈົ້າຄິດເຖິງຄູ່ຊີວິດທີ່ບໍ່ເຫັນແກ່ຕົວຂອງຂ້າພະເຈົ້າ, ເມລານີ. ເປັນເວລາຫລາຍປີ ທີ່ນາງໄດ້ຊ່ອຍເຫລືອຫລໍ່ຫລອມຂ້າພະເຈົ້າ ໃຫ້ກາຍເປັນສານຸສິດຂອງພຣະຄຣິດ. ຄວາມຮັກ ແລະ ການສະໜັບສະໜູນຂອງນາງ, ພ້ອມທັງລູກ 5 ຄົນ, ແລະ ຄູ່ຄອງຂອງເຂົາເຈົ້າ ພ້ອມດ້ວຍຫລານ 24 ຄົນ, ກໍໄດ້ສະໜັບສະໜູນຂ້າພະເຈົ້າ. ຕໍ່ຄອບຄົວທີ່ຮັກຂອງຂ້າພະເຈົ້າ, ຂ້າພະເຈົ້າຮັກທ່ານທຸກຄົນ.
ເຊັ່ນດຽວກັບນີໄຟໃນສະໄໝບູຮານ, ຂ້າພະເຈົ້າໄດ້ເກີດຈາກພໍ່ແມ່ຜູ້ປະເສີດ ໃນພຣະກິດຕິຄຸນ; ບັນພະບຸລຸດຂອງຂ້າພະເຈົ້າກໍໄດ້ເກີດຈາກພໍ່ແມ່ຜູ້ປະເສີດເຖິງຫົກລຸ້ນຄົນ. ບັນພະບຸລຸດລຸ້ນທຳອິດທີ່ໄດ້ເຂົ້າຮ່ວມສາດສະໜາຈັກ ແມ່ນມາຈາກປະເທດອັງກິດ ແລະ ປະເທດເດັນມາກ. ຜູ້ບຸກເບີກລຸ້ນທຳອິດເຫລົ່ານີ້ ໄດ້ສະລະທຸກສິ່ງ ເພື່ອພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໄດ້ມອບແນວທາງໄວ້ໃຫ້ລຸ້ນລູກຫລານ ເພື່ອຈະຕິດຕາມ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ສຳລັບບັນພະບຸລຸດຫລາຍລຸ້ນຄົນ. ຂ້າພະເຈົ້າຮູ້ວ່າ ນີ້ເປັນເປົ້າໝາຍທີ່ມີຄ່າຄວນສຳລັບທຸກຄົນ ທີ່ຈະບັນລຸ.
ຫລາຍຄົນອື່ນອີກກໍໄດ້ຊ່ອຍຕຽມຊີວິດຂອງຂ້າພະເຈົ້າ ສຳລັບການເອີ້ນໃໝ່ນີ້. ບຸກຄົນເຫລົ່ານັ້ນ ແມ່ນຮ່ວມດ້ວຍໝູ່ເພື່ອນທີ່ເຕີບໃຫຍ່ມານຳກັນ ແລະ ຄອບຄົວ, ຜູ້ນຳເກົ່າໃນສາດສະໜາຈັກ, ຄູສອນ, ແລະ ຜູ້ໃຫ້ຄຳແນະນຳ ມາຕະຫລອດຊີວິດ. ພ້ອມນີ້ກໍມີເຂດເຜີຍແຜ່ສະໄໝຂ້າພະເຈົ້າເປັນໜຸ່ມ ຢູ່ພາກຕາເວັນອອກຂອງສະຫະລັດ ແລະ ຜູ້ສອນສາດສະໜາຈາກເຂດເຜີຍແຜ່ນິວຢອກ ນິວຢອກ ພາກເໜືອ. ແລະ ກໍມີຫລາຍຄົນທີ່ເປັນຕົວຢ່າງ ແລະ ຊີ້ນຳຂ້າພະເຈົ້າ, ຊຶ່ງຂ້າພະເຈົ້າມີຄວາມກະຕັນຍູຕໍ່ຫລາຍ.
ຂ້າພະເຈົ້າໄດ້ທະນຸຖະໜອມການຮັບໃຊ້ກັບບັນດາອ້າຍນ້ອງສາວົກເຈັດສິບ. ເປັນເວລາ 15 ປີ ທີ່ຂ້າພະເຈົ້າໄດ້ເປັນບຸກຄົນໜຶ່ງໃນກຸ່ມອ້າຍນ້ອງທີ່ດີທີ່ສຸດ ຂອງສາດສະໜາຈັກ. ຂອບໃຈຫລາຍໆ, ອ້າຍນ້ອງຜູ້ຮັບໃຊ້ຮ່ວມກັບຂ້າພະເຈົ້າ. ບັດນີ້ ຂ້າພະເຈົ້າຈະກ້າວເດີນໄປໜ້າ, ເຂົ້າຮ່ວມກຸ່ມໃໝ່. ປະທານຣະໂຊ ເອັມ ແນວສັນ ເອີຍ, ຂ້າພະເຈົ້າຮັກແພງທ່ານ ແລະ ທຸກຄົນໃນກຸ່ມອັກຄະສາວົກສິບສອງ.
ຊິດສະເຕີ ແຣັສ໌ແບນ ກັບ ຂ້າພະເຈົ້າ ໄດ້ຮັບພອນ ທີ່ໄດ້ໄປຢ້ຽມຢາມສະມາຊິກ ຕອນ ຂ້າພະເຈົ້າໄດ້ໄປເຮັດພາລະກິດ ຢູ່ໃນກອງປະຊຸມ ແລະ ໃນເຂດເຜີຍແຜ່ ຢູ່ທົ່ວທຸກແຫ່ງຫົນ! ສັດທາຂອງທ່ານ ໄດ້ເພີ່ມສັດທາຂອງພວກຂ້າພະເຈົ້າ; ປະຈັກພະຍານຂອງທ່ານ ໄດ້ເພີ່ມປະຈັກພະຍານຂອງພວກຂ້າພະເຈົ້າ.
ຖ້າຫາກຂ້າພະເຈົ້າມີຂ່າວສານທີ່ຈະມອບໃຫ້ທ່ານໃນມື້ນີ້ ຄົງຈະເປັນວ່າ: ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຮົາຮັກພວກເຈົ້າຢ່າງໃດ, ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ.”2 ຂ້າພະເຈົ້າແນ່ໃຈວ່າ ຄົງບໍ່ມີການເລືອກໃດ, ບາບໃດ, ຫລື ຄວາມຜິດໃດ ທີ່ທ່ານ ຫລື ຄົນອື່ນໄດ້ເຮັດ ທີ່ຈະປ່ຽນຄວາມຮັກຂອງພຣະອົງ ທີ່ມີຕໍ່ທ່ານ ຫລື ຕໍ່ເຂົາເຈົ້າ. ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະອົງຍົກເວັ້ນ ຫລື ຮັບຮູ້ ການເຮັດບາບ—ຂ້າພະເຈົ້າແນ່ໃຈວ່າ ພຣະອົງບໍ່ໄດ້ຮັບຮູ້—ແຕ່ມັນໝາຍຄວາມວ່າ ເຮົາຕ້ອງເອື້ອມອອກໄປຫາເພື່ອນມະນຸດຂອງເຮົາ ດ້ວຍຄວາມຮັກ ແລະ ເຊື້ອເຊີນ, ຊັກຈູງ, ຮັບໃຊ້, ແລະ ຊ່ອຍກູ້ ເຂົາເຈົ້າ. ພຣະເຢຊູຄຣິດບໍ່ສົນໃຈກັບເຊື້ອຊາດ, ຕຳແໜ່ງ, ແລະ ສະພາບການຂອງບຸກຄົນ ເພື່ອຈະໄດ້ສອນເຂົາເຈົ້າ ເຖິງຄວາມຈິງທີ່ເລິກຊຶ້ງນີ້.
ຂ້າພະເຈົ້າໄດ້ຖືກຖາມຫລາຍເທື່ອວ່າ ຂ້າພະເຈົ້າໄດ້ຮັບປະຈັກພະຍານຕອນໃດ.
ຂ້າພະເຈົ້າເຊື່ອໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ຕະຫລອດມາ. ຂ້າພະເຈົ້າຮັກພວກພຣະອົງ ນັບຕັ້ງແຕ່ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບພວກພຣະອົງ ຕອນນັ່ງຢູ່ຂ້າງແມ່ ຜູ້ເປັນເໝືອນດັ່ງທູດອົງໜຶ່ງ, ຕອນອ່ານພຣະຄຳພີ ແລະ ອ່ານເລື່ອງພຣະກິດຕິຄຸນ. ຄວາມເຊື່ອແຕ່ກ່ອນນີ້ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ເປັນຄວາມຮູ້ ແລະ ເປັນພະຍານເຖິງຄວາມຮັກຂອງພຣະບິດາເທິງສະຫວັນ, ຜູ້ໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາ. ປະຈັກພະຍານຂອງພຣະເຢຊູຄຣິດ ໄດ້ຖືກສ້າງຂຶ້ນ ຈາກປະສົບການພິເສດ ບ່ອນທີ່ ຂ້າພະເຈົ້າໄດ້ມາຮູ້ຈັກຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ ສຳລັບເຮົາແຕ່ລະຄົນ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ສຳລັບການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຢາກຮ້ອງອອກມາຄືກັນກັບ ແອວມາ ພ້ອມດ້ວຍສຽງແກຂອງທູດ.3 ຂ້າພະເຈົ້າຮູ້ວ່າ ໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າ ແຫ່ງການຟື້ນຟູ ແລະ ວ່າພຣະຄຳພີມໍມອນ ເປັນພຣະຄຳຂອງພຣະເຈົ້າ. ຂ້າພະເຈົ້າຮູ້ວ່າ ປະທານທອມມັສ ແອັສ ມອນສັນ ເປັນຜູ້ຮັບໃຊ້ທີ່ແທ້ຈິງຂອງພຣະເຈົ້າ ແລະ ເປັນສາດສະດາຢູ່ໃນໂລກ ທຸກວັນນີ້.
ເມື່ອເຮົາຕິດຕາມສາດສະດາຂອງເຮົາ, ຂ້າພະເຈົ້າອະທິຖານວ່າ ເຮົາຈະມີຄວາມໃຈບຸນຢູ່ໃນໃຈຂອງເຮົາ ຕໍ່ຄົນອື່ນ ແລະ ວ່າເຮົາຈະກາຍເປັນປະຈັກພະຍານທີ່ມີຊີວິດຢູ່ ແລະ “ພິສະຫວົງຕໍ່ຄວາມຮັກພຣະເຢຊູໃຫ້ [ເຮົາ].” ໂອ້, ຂໍໃຫ້ “ຊ່າງແສນອັດສະຈັນ, ອັດສະຈັນ ຕໍ່ [ທ່ານ ແລະ] ຂ້າພະເຈົ້າ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.