ມັນບໍ່ໄວເກີນໄປ ແລະ ມັນບໍ່ຊ້າເກີນໄປຈັກເທື່ອ
ມັນບໍ່ໄວເກີນໄປ ແລະ ມັນບໍ່ຊ້າເກີນໄປຈັກເທື່ອ ທີ່ຈະນຳພາ, ຊີ້ນຳ, ແລະ ຍ່າງຄຽງຂ້າງລູກໆຂອງເຮົາ, ເພາະວ່າຄອບຄົວດຳລົງຢູ່ຕະຫລອດໄປ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາກຳລັງມີສ່ວນຮ່ວມຢູ່ໃນການຕໍ່ສູ້ກັບໂລກ. ໃນອະດີດ, ໂລກແຂ່ງຂັນເພື່ອຢາກໄດ້ກຳລັງ ແລະ ເວລາຂອງລູກໆຂອງເຮົາ. ໃນວັນເວລານີ້ມັນພະຍາຍາມບອກເຂົາວ່າ ເຂົາເປັນໃຜ ແລະ ວ່າເຂົາຕ້ອງຄິດແນວໃດ. ສຽງທີ່ດັງສະນັ່ນ ແລະ ມີຊື່ສຽງໂດ່ງດັງກໍພະຍາຍາມກຳນົດຄວາມໝາຍວ່າລູກຂອງເຮົາເປັນໃຜ ແລະ ວ່າພວກເຂົາຄວນເຊື່ອຫຍັງ. ເຮົາບໍ່ຄວນປ່ອຍໃຫ້ສັງຄົມມີອິດທິພົນຕໍ່ຄອບຄົວຂອງເຮົາ ເພື່ອໃຫ້ກາຍເປັນເໝືອນດັ່ງໂລກ. ເຮົາຕ້ອງຊະນະການຕໍ່ສູ້ນີ້. ທຸກສິ່ງທຸກຢ່າງຂຶ້ນຢູ່ກັບໄຊຊະນະນີ້.
ເດັກນ້ອຍໃນສາດສະໜາຈັກພາກັນຮ້ອງເພງທີ່ສອນພວກເຂົາກ່ຽວກັບເອກະລັກທີ່ແທ້ຈິງຂອງພວກເຂົາວ່າ: “ເຮົາເປັນລູກຂອງພຣະເຈົ້າ. ... ພຣະອົງສົ່ງເຮົາມານີ້, ປະທານໃຫ້ມີບ້ານໃນໂລກນີ້ ມີພໍ່ແມ່ຮັກເມດຕາ.” ແລ້ວ, ຄຳອ້ອນວອນຂອງເດັກນ້ອຍຕໍ່ເຮົາກໍຄື: “ພາເຮົາ, ນຳເຮົາ, ຍ່າງຄຽງຂ້າງເຮົາ. ... ຊ່ອຍເຮົາເຂົ້າໃຈພຣະຄຳຄວາມຈິງ ກ່ອນທຸກສິ່ງສາຍເກີນໄປ.”1
ປະທານ ຣະໂຊ ເອັມ ແນວສັນ ໄດ້ສອນເຮົາໃນກອງປະຊຸມໃຫຍ່ທີ່ຜ່ານມານີ້ວ່າ, ເລີ່ມຕົ້ນຈາກເວລານີ້ ແລະ ສືບຕໍ່ໄປສູ່ອະນາຄົດ, ເຮົາຕ້ອງມີສ່ວນຮ່ວມໃນ “ການລ້ຽງດູຢ່າງຕັ້ງອົກຕັ້ງໃຈ ດ້ວຍຄວາມລະມັດລະວັງ.”2 ນີ້ເປັນວັນເວລາທີ່ລຳບາກຢ່າງຮ້າຍແຮງ. ແຕ່ຂ່າວດີກໍຄືວ່າ ພຣະເຈົ້າໄດ້ຮູ້ວ່າຈະຕ້ອງເປັນແບບນີ້, ແລະ ພຣະອົງກໍໄດ້ໃຫ້ຄຳແນະນຳໃນພຣະຄຳພີ ເພື່ອວ່າເຮົາຈະຮູ້ວ່າຈະຊ່ອຍເຫລືອລູກຫລານຂອງເຮົາແນວໃດ.
ໃນພຣະຄຳພີມໍມອນ, ພຣະຜູ້ຊ່ອຍໃຫ້ລອດໄດ້ມາປະກົດຕໍ່ຊາວນີໄຟ. ພຣະອົງໄດ້ເຕົ້າໂຮມລູກໆຂອງເຂົາເຈົ້າໃຫ້ມາຢູ່ອ້ອມພຣະອົງ. ພຣະອົງໄດ້ອວຍພອນພວກເຂົາ, ໄດ້ອະທິຖານເພື່ອພວກເຂົາ, ແລະ ໄດ້ກັນແສງເພື່ອພວກເຂົາ.3 ແລ້ວພຣະອົງໄດ້ກ່າວກັບຜູ້ເປັນພໍ່ແມ່ວ່າ, “ຈົ່ງເບິ່ງລູກນ້ອຍໆຂອງເຈົ້າ.”4
ຄຳວ່າ ຈົ່ງເບິ່ງ ໝາຍຄວາມວ່າ ທີ່ຈະເບິ່ງ ແລະ ເຫັນ. ພຣະເຢຊູປະສົງໃຫ້ພໍ່ແມ່ເຫັນຫຍັງແດ່ໃນຕົວເດັກນ້ອຍໆຂອງເຂົາເຈົ້າ? ພຣະອົງປະສົງໃຫ້ເຂົາເຈົ້າຮັບຮູ້ເຖິງຄວາມສາມາດທີ່ຊ້ອນຢູ່ໃນຕົວຂອງລູກໆຂອງເຂົາເຈົ້າ.
ເມື່ອເຮົາເບິ່ງລູກຫລານຂອງເຮົາໃນວັນເວລານີ້, ພຣະຜູ້ຊ່ອຍໃຫ້ລອດປະສົງໃຫ້ເຮົາເຫັນຫຍັງໃນຕົວພວກເຂົາ? ເຮົາຮັບຮູ້ບໍ່ວ່າ ລຸ້ນລູກຂອງເຮົາເປັນກຸ່ມທີ່ໃຫຍ່ທີ່ສຸດ ທີ່ສົນໃຈເລື່ອງຂອງສາດສະໜາຈັກ? ເຮົາຕ້ອງເຮັດຫຍັງເພື່ອກໍ່ໃຫ້ເກີດການປ່ຽນໃຈເຫລື້ອມໃສທີ່ຍືນຍົງ?
ໃນພຣະທຳມັດທາຍ, ພຣະຜູ້ຊ່ອຍໃຫ້ລອດສອນເຮົາກ່ຽວກັບການປ່ຽນໃຈເຫລື້ອມໄສທີ່ຍືນຍົງ. ຄົນເປັນກຸ່ມໃຫຍ່ໄດ້ມາເຕົ້າໂຮມກັນໃກ້ທະເລສາບຄາລີເລເພື່ອຟັງພຣະອົງ.
ໃນໂອກາດນີ້ ພຣະເຢຊູໄດ້ເລົ່າເລື່ອງກ່ຽວກັບການປູກເມັດພືດ—ຄຳອຸປະມາເລື່ອງຜູ້ຫວ່ານ.5 ໃນການອະທິບາຍເລື່ອງນີ້ຕໍ່ສານຸສິດຂອງພຣະອົງ, ແລະ ໃນທີ່ສຸດຕໍ່ພວກເຮົາ, ພຣະອົງໄດ້ກ່າວວ່າ, “ຜູ້ໃດທີ່ໄດ້ຍິນພຣະທຳເລື່ອງອານາຈັກສະຫວັນ, ແຕ່ ບໍ່ ເຂົ້າໃຈ ກໍຄ້າຍຄືກັບເມັດພືດທີ່ຕົກຕາມທາງ, ມານຊົ່ວຮ້າຍມາຍາດເອົາພຣະທຳທີ່ຖືກຫວ່ານເຂົ້າໃນຈິດໃຈຂອງຄົນນັ້ນໄປ.”6 ຂ່າວສານສຳລັບພໍ່ແມ່ກໍແຈ່ມແຈ້ງດີ: ມີຄວາມແຕກຕ່າງລະຫວ່າງການໄດ້ຍິນ ແລະ ການເຂົ້າໃຈ. ຖ້າຫາກລູກໆຂອງເຮົາພຽງແຕ່ໄດ້ຍິນແຕ່ບໍ່ເຂົ້າໃຈພຣະກິດຕິຄຸນ, ແລ້ວມັນຈະເປີດໂອກາດໃຫ້ຊາຕານເຂົ້າມາເຮັດໃຫ້ເຂົາບໍ່ເຊື່ອຄວາມຈິງ ທີ່ພົບເຫັນຢູ່ໃນພຣະກິດຕິຄຸນ.
ເຖິງຢ່າງໃດກໍຕາມ, ຖ້າຫາກເຮົາສາມາດຊ່ອຍພວກເຂົາພັດທະນາການປ່ຽນໃຈເຫລື້ອມໃສທີ່ແນ່ວແນ່, ແລ້ວໃນຊ່ວງເວລາທີ່ຍາກລຳບາກທີ່ສຸດ, ເມື່ອຊີວິດເກີດຫຍຸ້ງຍາກ, ແລະ ມັນກໍຈະເປັນ, ພຣະກິດຕິຄຸນຂອງພຣະເຢຊູຄຣິດຈະສາມາດໃຫ້ພວກເຂົາມີອັນໃດບາງຢ່າງ ທີ່ອິດທິພົນຈາກພາຍນອກຈະບໍ່ສາມາດມີອິດທິພົນຕໍ່ພວກເຂົາໄດ້. ເຮົາຈະຮັບປະກັນໄດ້ແນວໃດວ່າຄວາມຈິງທີ່ມີພະລັງເຫລົ່ານີ້ຈະບໍ່ພຽງແຕ່ ເຂົ້າຫູນີ້ອອກຫູນັ້ນ? ການໄດ້ຍິນຖ້ອຍຄຳ ອາດບໍ່ພຽງພໍ.
ເຮົາທຸກຄົນກໍຮູ້ວ່າຄຳເວົ້າປ່ຽນໄປໄດ້. ບາງເທື່ອເຮົາເວົ້າແນວໜຶ່ງ, ເຂົາພັດຄິດແນວໜຶ່ງ. ທ່ານອາດກ່າວຕໍ່ລູກນ້ອຍໆຂອງທ່ານວ່າ, “ຄຳເວົ້າຂອງລູກ ຄືແຜ່ນສຽງທີ່ເພ.” ເຂົາອາດຖາມວ່າ, “ພໍ່ເອີຍ, ແມ່ນຫຍັງຄືແຜ່ນສຽງ?”
ພຣະບິດາເທິງສະຫວັນຂອງເຮົາປະສົງໃຫ້ເຮົາມີຄວາມສຳເລັດເພາະວ່າຕາມຈິງແລ້ວ, ພວກເຂົາເປັນລູກຂອງພຣະອົງກ່ອນພວກເຂົາເປັນຂອງເຮົາ. ໃນບົດບາດທີ່ເປັນພໍ່ແມ່ໃນສີໂອນ, ທ່ານໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ຂະນະທີ່ທ່ານອະທິຖານທູນຂໍການຊີ້ນຳ, “ພຣະອົງຈະສະແດງທຸກຢ່າງທີ່ພວກທ່ານຄວນເຮັດ”7 ໃນການສິດສອນລູກໆຂອງທ່ານ. ຂະນະທີ່ທ່ານພັດທະນາຂັ້ນຕອນຂອງການຮຽນຮູ້, “ພຣະວິນຍານບໍລິສຸດຍ່ອມນຳຄຳເວົ້າໄປຫາໃຈຂອງລູກຫລານມະນຸດ.”8
ຂ້າພະເຈົ້າບໍ່ສາມາດຄິດເຖິງຕົວຢ່າງທີ່ດີກວ່າໃນການຊ່ອຍຄົນອື່ນໃຫ້ເຂົ້າໃຈນອກເໜືອໄປຈາກເລື່ອງລາວຂອງ ແຮເລັນ ແຄວເລີ. ນາງທັງຕາບອດ ແລະ ຫູໜວກ ແລະ ໄດ້ອາໄສຢູ່ໃນໂລກທີ່ມືດມົວ ແລະ ງຽບສະຫງັດ. ຄູສອນຊື່ ແອນ ຊໍລິເວັນ ໄດ້ມາຊ່ອຍນາງ. ທ່ານຈະສອນເດັກທີ່ບໍ່ສາມາດມອງເຫັນທ່ານ ຫລື ໄດ້ຍິນທ່ານໄດ້ແນວໃດ?
ເປັນເວລາດົນນານ, ແອນ ໄດ້ດີ້ນລົນເພື່ອຈະສື່ສານກັບ ແຮເລັນ. ມື້ໜຶ່ງປະມານຕອນທ່ຽງ, ນາງແອນໄດ້ພານາງແຮເລັນ ໄປຫາກ໊ອກນ້ຳ. ນາງໄດ້ເອົາມືຂອງນາງແຮເລັນວາງໄວ້ໃຕ້ກ໊ອກນ້ຳ ແລະ ໄດ້ເລີ່ມປ້ຳເອົານ້ຳ. ນາງແອນ ໄດ້ສະກົດຄຳວ່າ ນ-ຳ-້ ໃສ່ມືຂອງນາງແຮເລັນ. ບໍ່ມີຫຍັງເກີດຂຶ້ນ. ສະນັ້ນນາງກໍໄດ້ພະຍາຍາມເຮັດອີກ. ນ-ຳ-້. ນາງແຮເລັນກໍໄດ້ບີບມືຂອງນາງແອນ ເພາະນາງເລີ່ມເຂົ້າໃຈແລ້ວ. ເມື່ອຕາເວັນຕົກດິນ, ນາງກໍໄດ້ຮຽນຮູ້ 30 ຄຳ. ພາຍໃນໜຶ່ງເດືອນ, ນາງໄດ້ຮຽນຮູ້ 600 ຄຳ ແລະ ສາມາດທີ່ຈະອ່ານພາສາສຳລັບຄົນຕາບອດໄດ້. ນາງແຮເລັນ ແຄວເລີ ໄດ້ກ້າວໜ້າໄປຮັບປະລິນຍາທີ່ວິທະຍາໄລ ແລະ ໄດ້ຊ່ອຍປ່ຽນແປງໂລກໃຫ້ແກ່ຜູ້ຄົນທີ່ບໍ່ສາມາດເຫັນ ຫລື ໄດ້ຍິນ.9 ມັນໄດ້ເປັນສິ່ງມະຫັດສະຈັນ, ແລະ ຄູຂອງນາງກໍໄດ້ເປັນຜູ້ເຮັດໃຫ້ສິ່ງມະຫັດສະຈັນເປັນໄປໄດ້.
ຂ້າພະເຈົ້າໄດ້ເຫັນຜົນງານຂອງຄູທີ່ດີເດັ່ນອີກຄົນໜຶ່ງ ຂະນະທີ່ຮັບໃຊ້ເປັນປະທານສະເຕກຂອງຫວອດຜູ້ໃຫຍ່ໂສດຢູ່ທີ່ BYU–ໄອດາໂຮ. ປະສົບການນັ້ນໄດ້ປ່ຽນຊີວິດຂອງຂ້າພະເຈົ້າ. ໃນຄືນວັນອັງຄານໜຶ່ງ, ຂ້າພະເຈົ້າໄດ້ສຳພາດຊາຍໜຸ່ມຄົນໜຶ່ງຊື່ ພາບະໂລ, ຈາກເມືອງແມັກຊີໂກ, ຜູ້ທີ່ຢາກໄປສອນສາດສະໜາ. ຂ້າພະເຈົ້າໄດ້ຖາມລາວກ່ຽວກັບປະຈັກພະຍານຂອງລາວ ແລະ ຄວາມປາດຖະໜາຂອງລາວທີ່ຢາກຮັບໃຊ້. ຄຳຕອບຂອງລາວກໍສົມບູນແບບ. ແລ້ວຂ້າພະເຈົ້າໄດ້ຖາມກ່ຽວກັບຄວາມມີຄ່າຄວນຂອງລາວ. ຄຳຕອບຂອງລາວກໍແນ່ນອນ. ຕາມຈິງແລ້ວ, ມັນດີຫລາຍ, ຈົນຂ້າພະເຈົ້າໄດ້ຄິດວ່າ, “ບາງທີລາວບໍ່ເຂົ້າໃຈສິ່ງທີ່ເຮົາຖາມລາວເນາະ.” ສະນັ້ນຂ້າພະເຈົ້າຈຶ່ງໄດ້ຖາມອີກ ແລະ ໄດ້ຮູ້ວ່າລາວເຂົ້າໃຈຄວາມໝາຍຂອງຂ້າພະເຈົ້າທັງໝົດ ແລະ ລາວກໍສັດຊື່ໃນທຸກເລື່ອງ.
ຂ້າພະເຈົ້າປະທັບໃຈກັບຊາຍໜຸ່ມຄົນນີ້ຫລາຍ ຂ້າພະເຈົ້າຈຶ່ງໄດ້ຖາມລາວວ່າ, “ພາບະໂລ, ໃຜເປັນຜູ້ທີ່ໄດ້ຊ່ອຍເຈົ້າໃຫ້ມາເຖິງຂັ້ນນີ້ໃນຊີວິດຂອງເຈົ້າ ທີ່ຈະຢືນຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ?”
ລາວໄດ້ບອກວ່າ, “ພໍ່ຂອງຂ້ານ້ອຍ.”
ຂ້າພະເຈົ້າໄດ້ເວົ້າວ່າ, “ພາບະໂລ, ເລົ່າເລື່ອງລາວຂອງເຈົ້າໃຫ້ຂ້ອຍຟັງແດ່.”
ພາບະໂລ ໄດ້ກ່າວຕໍ່ໄປວ່າ: “ຕອນຂ້ານ້ອຍອາຍຸເກົ້າປີ, ພໍ່ຂອງຂ້ານ້ອຍໄດ້ເວົ້າກັບຂ້ານ້ອຍວ່າ, ‘ພາບະໂລ ເອີຍ, ພໍ່ກໍເຄີຍມີອາຍຸເກົ້າປີຄືກັນ. ນີ້ຄືສິ່ງທີ່ລູກອາດຈະໄດ້ປະເຊີນໃນຊີວິດຂອງລູກ. ລູກຈະເຫັນຄົນສໍ້ໂກງໃນໂຮງຮຽນ. ລູກອາດໄດ້ຢູ່ນຳຄົນທີ່ໃຊ້ຄຳຫຍາບຄາຍ. ລູກອາດຈະມີວັນທີ່ລູກບໍ່ຢາກໄປໂບດ. ບັດນີ້, ເມື່ອສິ່ງເຫລົ່ານີ້ເກີດຂຶ້ນ—ຫລື ສິ່ງອື່ນໃດກໍຕາມທີ່ລົບກວນລູກ—ພໍ່ຢາກໃຫ້ລູກມາເວົ້າລົມນຳພໍ່, ແລະ ພໍ່ຈະຊ່ອຍລູກໃຫ້ຜ່ານຜາມັນໄປໄດ້. ແລະ ແລ້ວພໍ່ຈະບອກລູກເຖິງສິ່ງທີ່ຈະມາເຖິງຕໍ່ຈາກນັ້ນ.’”
“ສະນັ້ນ, ພາບະໂລ, ເພິ່ນໄດ້ບອກຫຍັງເຈົ້າ ເມື່ອເຈົ້າມີອາຍຸ 10 ປີ?”
“ແທ້ໆແລ້ວ, ເພິ່ນໄດ້ເຕືອນຂ້ານ້ອຍກ່ຽວກັບຮູບພາບລາມົກ ແລະ ຄຳຕະຫລົກທີ່ຫຍາບຄາຍ.”
“ແລ້ວ ເມື່ອເຈົ້າມີອາຍຸ 11 ປີເດ?” ຂ້າພະເຈົ້າໄດ້ຖາມ.
“ເພິ່ນໄດ້ເຕືອນຂ້ານ້ອຍກ່ຽວກັບສິ່ງທີ່ສາມາດເປັນການຕິດແສດ ແລະ ເຕືອນຂ້ານ້ອຍກ່ຽວກັບການນຳໃຊ້ອຳເພິໃຈຂອງຂ້ານ້ອຍ.”
ນີ້ຄືພໍ່ຄົນນັ້ນ, ປີແລ້ວປີອີກ, “ເທື່ອລະໂຕ; ເທື່ອລະແຖວ, ແລະ ເທື່ອລະບົດ,”10 ຜູ້ທີ່ໄດ້ຊ່ອຍລູກຊາຍຂອງລາວບໍ່ພຽງແຕ່ໃຫ້ໄດ້ຍິນເທົ່ານັ້ນ ແຕ່ໃຫ້ເຂົ້າໃຈນຳອີກ. ພໍ່ຂອງທ້າວພາບະໂລໄດ້ຮູ້ວ່າ ເດັກນ້ອຍຮຽນຮູ້ເມື່ອພວກເຂົາພ້ອມທີ່ຈະຮຽນຮູ້, ບໍ່ແມ່ນພຽງແຕ່ເມື່ອເຮົາພ້ອມທີ່ຈະສອນພວກເຂົາເທົ່ານັ້ນ. ຂ້າພະເຈົ້າພາກພູມໃຈໃນຕົວຂອງທ້າວພາບະໂລ ເມື່ອລາວໄດ້ສົ່ງໜັງສືສະໝັກໄປສອນສາດສະໜາໃນຄືນນັ້ນ, ແຕ່ຂ້າພະເຈົ້າແຮ່ງພາກພູມໃຈໃນຕົວຂອງພໍ່ຂອງທ້າວພາບະໂລ ຫລາຍກວ່າ.
ຕອນຂ້າພະເຈົ້າໄດ້ຂັບລົດກັບບ້ານຄືນນັ້ນ, ຂ້າພະເຈົ້າໄດ້ຖາມຕົນເອງວ່າ, “ທ້າວພາບະໂລເອງຈະເປັນພໍ່ແບບໃດໃນວັນໜຶ່ງ?” ແລະ ຄຳຕອບນັ້ນກໍແຈ່ມແຈ້ງແທ້ໆວ່າ: ລາວຈະເປັນພໍ່ເໝືອນພໍ່ຂອງລາວເອງ. ພຣະເຢຊູໄດ້ກ່າວວ່າ, “ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້, ນອກຈາກໄດ້ເຫັນພຣະບິດາເຈົ້າເຮັດ.”11 ນີ້ເປັນແບບແຜນທີ່ພຣະບິດາເທິງສະຫວັນອວຍພອນລູກໆຂອງພຣະອົງຈາກຄົນລຸ້ນໜຶ່ງໄປຫາຄົນອີກລຸ້ນໜຶ່ງ.
ຂະນະທີ່ຂ້າພະເຈົ້າໄດ້ຄິດຕໍ່ໄປກ່ຽວກັບປະສົບການຂອງຂ້າພະເຈົ້າກັບທ້າວພາບະໂລ, ຂ້າພະເຈົ້າໄດ້ຮູ້ສຶກເສົ້າໃຈເພາະວ່າລູກສາວທັງສີ່ຄົນຂອງຂ້າພະເຈົ້າກໍໃຫຍ່ໝົດແລ້ວ ແລະ ຫລານໆທັງເກົ້າຄົນທີ່ຂ້າພະເຈົ້າໄດ້ມີໃນເວລານັ້ນກໍບໍ່ໄດ້ອາໄສຢູ່ໃກ້ຂ້າພະເຈົ້າເລີຍ. ແລ້ວຂ້າພະເຈົ້າໄດ້ຄິດວ່າ, “ຂ້າພະເຈົ້າຈະສາມາດຊ່ອຍເຂົາເຈົ້າໄດ້ແນວໃດຢ່າງທີ່ພໍ່ຂອງທ້າວພາບະໂລໄດ້ຊ່ອຍລາວ? ເວລາໄດ້ຜ່ານໄປດົນນານເກີນໄປແລ້ວບໍ?” ຂະນະທີ່ຂ້າພະເຈົ້າໄດ້ອະທິຖານຢູ່ໃນໃຈ, ພຣະວິນຍານໄດ້ຊື່ມສຽງຄວາມຈິງອັນເລິກຊຶ້ງນີ້ວ່າ: “ມັນຈະບໍ່ໄວເກີນໄປ ແລະ ມັນຈະບໍ່ຊ້າເກີນໄປ ທີ່ຈະເລີ່ມຕົ້ນຂັ້ນຕອນທີ່ສຳຄັນນີ້.” ຂ້າພະເຈົ້າໄດ້ຮູ້ທັນທີວ່າສິ່ງນັ້ນມີຄວາມໝາຍແນວໃດ. ຂ້າພະເຈົ້າເກືອບອົດບໍ່ໄຫວກ່ອນຈະເຖິງບ້ານ. ຂ້າພະເຈົ້າໄດ້ຂໍໃຫ້ ແຊໂຣ, ພັນລະຍາຂອງຂ້າພະເຈົ້າ, ໂທຫາລູກສາວທຸກຄົນ ແລະ ບອກເຂົາເຈົ້າວ່າ ພວກເຮົາຕ້ອງການຈະເວົ້າລົມນຳເຂົາເຈົ້າ; ວ່າຂ້າພະເຈົ້າມີສິ່ງສຳຄັນຫລາຍທີ່ຈະບອກເຂົາເຈົ້າ. ຄວາມຮີບຮ້ອນຂອງຂ້າພະເຈົ້າໄດ້ເຮັດໃຫ້ເຂົາເຈົ້າຕົກໃຈນ້ອຍໜຶ່ງ.
ພວກເຮົາໄດ້ເລີ່ມ ຈາກລູກສາວກົກ ແລະ ສາມີຂອງນາງ. ຂ້າພະເຈົ້າໄດ້ເວົ້າວ່າ: “ແມ່ຂອງລູກ ແລະ ພໍ່ເອງຢາກໃຫ້ພວກລູກຮູ້ວ່າ ພໍ່ແມ່ເຄີຍມີອາຍຸສ່ຳລູກ. ຕອນນັ້ນພວກພໍ່ແມ່ກໍອາຍຸ 31 ປີ ແລະ ມີຄອບຄົວທີ່ມີລູກນ້ອຍ. ພໍ່ແມ່ຮູ້ຢູ່ວ່າພວກລູກອາດປະເຊີນ ກັບສິ່ງໃດ. ມັນອາດເປັນຝ່າຍການເງິນ ຫລື ສຸຂະພາບ. ມັນອາດເປັນເວລາທີ່ພວກລູກສົງໄສຄວາມເຊື່ອຂອງຕົນ. ພວກລູກອາດໜັກໃຈນຳຊີວິດ. ເມື່ອສິ່ງເຫລົ່ານີ້ເກີດຂຶ້ນ, ພໍ່ຢາກໃຫ້ພວກລູກມາເວົ້າລົມນຳພໍ່ແມ່ເດີ, ແລະ ພໍ່ແມ່ຈະຊ່ອຍພວກລູກໃຫ້ຜ່ານຜ່າມັນໄປ. ບັດນີ້, ພໍ່ແມ່ບໍ່ຢາກລົບກວນຊີວິດຂອງພວກລູກເລື້ອຍໆ, ແຕ່ພໍ່ແມ່ຢາກໃຫ້ພວກລູກຮູ້ວ່າ ພໍ່ແມ່ຈະຊ່ອຍເຫລືອພວກລູກຕະຫລອດໄປ. ຂະນະທີ່ພວກເຮົາຢູ່ຮ່ວມກັນ, ພໍ່ຢາກເລົ່າໃຫ້ພວກລູກຟັງກ່ຽວກັບການສຳພາດທີ່ພໍ່ຫາກໍໄດ້ມີກັບຊາຍໜຸ່ມຊື່ ພາບະໂລ.”
ຫລັງຈາກໄດ້ເລົ່າເລື່ອງລາວນັ້ນແລ້ວ, ຂ້າພະເຈົ້າໄດ້ເວົ້າວ່າ, “ພວກພໍ່ແມ່ບໍ່ຢາກໃຫ້ພວກລູກພາດໂອກາດທີ່ຈະຊ່ອຍເຫລືອລູກໆຂອງພວກລູກ ແລະ ຫລານໆຂອງພໍ່ແມ່ ໃຫ້ເຂົ້າໃຈຄວາມຈິງທີ່ສຳຄັນເຫລົ່ານີ້.”
ອ້າຍເອື້ອຍນ້ອງທັງຫລາຍ, ບັດນີ້ຂ້າພະເຈົ້າຮັບຮູ້ວິທີທາງ ທີ່ມີຄວາມໝາຍຫລາຍກວ່າ ສິ່ງທີ່ພຣະຜູ້ເປັນເຈົ້າຄາດຫວັງຈາກຂ້າພະເຈົ້າ ໃນຖານະພໍ່ ແລະ ພໍ່ຕູ້ໃນການຈັດຕັ້ງຂັ້ນຕອນ ທີ່ຈະຊ່ອຍເຫລືອຄອບຄົວຂອງຂ້າພະເຈົ້າ ບໍ່ພຽງແຕ່ໃຫ້ໄດ້ຍິນເທົ່ານັ້ນ ແຕ່ໃຫ້ເຂົ້າໃຈນຳອີກ.
ຂະນະທີ່ຂ້າພະເຈົ້າມີອາຍຸສູງຂຶ້ນ, ຂ້າພະເຈົ້າພົບເຫັນຕົນເອງຄິດໄຕ່ຕອງຖ້ອຍຄຳເຫລົ່ານີ້ທີ່ວ່າ:
ໂອ້ເຈົ້າເວລາ, ໂອ້ເຈົ້າເວລາເອີຍ, ຂໍໃຫ້ຍ້ອນກັບຄືນມາ,
ແລະ ປ່ອຍໃຫ້ພວກເຂົາເປັນລູກນ້ອຍຂອງຂ້ອຍອີກຈັກຄືນໜຶ່ງສາ!12
ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າຍ້ອນເວລາກັບໄປບໍ່ໄດ້, ແຕ່ຂ້າພະເຈົ້າຮູ້ສິ່ງນີ້ວ່າ—ມັນບໍ່ໄວເກີນໄປ ແລະ ມັນບໍ່ຊ້າເກີນໄປຈັກເທື່ອ—ທີ່ຈະນຳພາ, ຊີ້ນຳ, ແລະ ຍ່າງຄຽງຂ້າງລູກໆຂອງເຮົາ ເພາະວ່າຄອບຄົວດຳລົງຢູ່ຕະຫລອດໄປ.
ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາຮັກເຮົາຫລາຍ ເພາະສະນັ້ນພຣະອົງຈຶ່ງໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ ໃຫ້ມາສູ່ໂລກມະຕະ ເພື່ອວ່າພຣະເຢຊູຈະສາມາດກ່າວໄດ້ວ່າ, “ເຮົາໄດ້ຢູ່ບ່ອນທີ່ເຈົ້າຢູ່, ເຮົາຮູ້ສິ່ງຈະເກີດຂຶ້ນຕໍ່ຈາກນີ້ໄປ, ແລະ ເຮົາຈະຊ່ອຍເຫລືອເຈົ້າຜ່ານຜ່າມັນໄປ.” ຂ້າພະເຈົ້າຮູ້ວ່າພຣະອົງຈະເຮັດດັ່ງນັ້ນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.