ຈົ່ງຮັກສາພຣະບັນຍັດ
ພຣະອົງຜູ້ໄດ້ສ້າງເຮົາ ແລະ ຮັກເຮົາ ຮູ້ຢ່າງແນ່ນອນວ່າ ເຮົາຕ້ອງມີຊີວິດແນວໃດ ກ່ອນຈະມີຄວາມສຸກທີ່ສຸດ ເທົ່າທີ່ຈະເປັນໄປໄດ້.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າດີໃຈຫລາຍທີ່ໄດ້ມາຮ່ວມກັບທ່ານອີກເທື່ອໜຶ່ງ. ເຮົາໄດ້ຮັບການດົນໃຈໃນຄ່ຳຄືນນີ້ ດ້ວຍຖ້ອຍຄຳທີ່ເຮົາໄດ້ຍິນ. ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະໄດ້ຮັບການນຳພາ ໃນສິ່ງທີ່ຂ້າພະເຈົ້າກ່າວ.
ຂ່າວສານຂອງຂ້າພະເຈົ້າຕໍ່ທ່ານໃນຄ່ຳຄືນນີ້ ແມ່ນກົງໄປກົງມາ. ນັ້ນຄື: ຈົ່ງຮັກສາພຣະບັນຍັດ.
ພຣະບັນຍັດຂອງພຣະເຈົ້າ ບໍ່ໄດ້ຖືກມອບໃຫ້ ເພື່ອເຮັດໃຫ້ເຮົາຫງຸດງິດໃຈ ຫລື ເປັນສິ່ງກີດກັນຄວາມສຸກຂອງເຮົາ. ຄວາມຈິງແລ້ວ ແມ່ນກົງກັນຂ້າມ. ພຣະອົງຜູ້ໄດ້ສ້າງເຮົາ ແລະ ຮັກເຮົາ ຮູ້ຢ່າງແນ່ນອນວ່າ ເຮົາຕ້ອງມີຊີວິດແນວໃດ ກ່ອນຈະມີຄວາມສຸກທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ພຣະອົງໄດ້ຈັດສິ່ງນຳພາໄວ້ໃຫ້ເຮົາ ຊຶ່ງຖ້າຫາກເຮົາເຮັດຕາມ, ເຮົາຈະເຫັນຄວາມປອດໄພ ຜ່ານການເດີນທາງແຫ່ງຊີວິດທີ່ອັນຕະລາຍນີ້. ເຮົາຈື່ຈຳຖ້ອຍຄຳຂອງເພງສວດທີ່ຄຸ້ນເຄີຍວ່າ: “ຮັກສາພຣະບັນຍັດ! ໃນນີ້ມີຄວາມປອດໄພ; ໃນນີ້ມີຄວາມສະຫງົບ.”1
ພຣະບິດາເທິງສະຫວັນຂອງເຮົາ ຮັກເຮົາພຽງພໍທີ່ຈະກ່າວວ່າ: ຢ່າຕົວະ; ຢ່າລັກ; ຢ່າຫລິ້ນຊູ້; ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ; ແລະ ອື່ນໆ.2 ເຮົາຮູ້ຈັກພຣະບັນຍັດ. ພຣະອົງເຂົ້າໃຈວ່າ ເມື່ອເຮົາຮັກສາພຣະບັນຍັດ, ຊີວິດຂອງເຮົາຈະມີຄວາມສຸກກວ່າ, ສົມບູນກວ່າ, ແລະ ບໍ່ຫຍຸ້ງຍາກ. ການທ້າທາຍ ແລະ ບັນຫາຂອງເຮົາ ຈະງ່າຍຂຶ້ນທີ່ຈະທົນຕໍ່, ແລະ ເຮົາຈະໄດ້ຮັບພອນທີ່ພຣະອົງໄດ້ສັນຍາໄວ້. ເຖິງແມ່ນພຣະອົງໄດ້ປະທານກົດ ແລະ ພຣະບັນຍັດໃຫ້ແກ່ເຮົາ, ແຕ່ພຣະອົງໄດ້ອະນຸຍາດໃຫ້ເຮົາເລືອກ ທີ່ຈະຮັບເອົາ ຫລື ປະຕິເສດ. ການເລືອກຂອງເຮົາໃນເລື່ອງນີ້ ຈະກຳນົດຈຸດໝາຍປາຍທາງຂອງເຮົາ.
ຂ້າພະເຈົ້າໝັ້ນໃຈວ່າ ເຮົາແຕ່ລະຄົນມີເປົ້າໝາຍທີ່ຈະມີຊີວິດອັນເປັນນິດ ໃນທີ່ປະທັບຂອງພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ສະນັ້ນ ມັນຈຶ່ງຈຳເປັນຫລາຍສຳລັບເຮົາ ທີ່ຈະເລືອກຕະຫລອດຊີວິດຂອງເຮົາ ໃນສິ່ງທີ່ຈະພາເຮົາໄປສູ່ຈຸດເປົ້າໝາຍດັ່ງກ່າວ. ເຖິງຢ່າງໃດກໍຕາມ, ເຮົາຮູ້ວ່າ ຜູ້ປໍລະປັກໄດ້ພະຍາຍາມເຮັດໃຫ້ເຮົາລົ້ມເຫລວ. ມັນ ແລະ ບໍລິວານຂອງມັນ ພະຍາຍາມຈົນສຸດຄວາມສາມາດທີ່ຈະຂັດຂວາງຄວາມປາດຖະໜາທີ່ຊອບທຳຂອງເຮົາ. ພວກມັນໄດ້ປອງຮ້າຍຄວາມລອດນິລັນດອນຢ່າງໜັກ ແລະ ຕະຫລອດເວລາ ຍົກເວັ້ນແຕ່ເຮົາຈະພະຍາຍາມມຸ້ງໄປຫາຈຸດເປົ້າໝາຍຂອງເຮົາ ດ້ວຍຄວາມຕັ້ງໃຈ ແລະ ບໍ່ລົດລະ. ອັກຄະສາວົກເປໂຕເຕືອນວ່າ, “ຈົ່ງຄອຍລະວັງ; ດ້ວຍວ່າສັດຕູຂອງພວກເຈົ້າຄືມານ ທຽວວົນວຽນໄປມາເໝືອນໂຕສິງ ທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້.”3
ເຖິງແມ່ນວ່າ ບໍ່ມີເວລາໃດໃນຊີວິດຂອງເຮົາ ທີ່ເຮົາຖືກຍົກເວັ້ນຈາກການລໍ້ລວງ, ແຕ່ພວກເຈົ້າຊາຍໜຸ່ມ ກຳລັງຢູ່ໃນໄວທີ່ສາມາດຖືກທຳລາຍໄດ້ງ່າຍ. ໄລຍະທີ່ເປັນໄວລຸ້ນ ມັກເປັນເວລາທີ່ບໍ່ໝັ້ນໃຈກັບຕົນເອງ, ມີຄວາມຮູ້ສຶກວ່າ ຕົນເອງບໍ່ເກັ່ງພໍ, ຊອກຫາໝູ່ເພື່ອນທີ່ຫລິ້ນນຳໄດ້, ແລະ ພະຍາຍາມປັບຕົວເຂົ້າກັບພວກເຂົາ. ພວກເຈົ້າອາດຖືກລໍ້ລວງໃຫ້ຫລຸດມາດຕະຖານຂອງພວກເຈົ້າລົງ ແລະ ເຮັດຕາມຄົນສ່ວນຫລາຍ ເພື່ອຈະຖືກຮັບເຂົ້າກຸ່ມ ແລະ ຖືກນັບຖືເປັນໝູ່ເພື່ອນຂອງພວກເຂົາ. ຈົ່ງເຂັ້ມແຂງ, ແລະ ລະວັງຕົວໃຫ້ດີ ກັບ ອັນໃດກໍຕາມ ທີ່ຈະກີດກັນພວກເຈົ້າຈາກພອນແຫ່ງນິລັນດອນ. ການເລືອກທີ່ພວກເຈົ້າເຮັດໃນເວລານີ້ ມີຄວາມສຳຄັນຕະຫລອດການ.
ເຮົາອ່ານໃນ 1 ໂກຣິນໂທ: ວ່າ: “ໃນໂລກນີ້ມີ … ຫລາຍພາສາຕ່າງກັນ.”4 ເຮົາຖືກອ້ອມຮອບດ້ວຍພາສາທີ່ຊວນໃຈ, ພາສາທີ່ຫລອກລວງ, ພາສາທີ່ດູຖູກ, ພາສາທີ່ຊັບຊ້ອນ, ແລະ ພາສາທີ່ສັບສົນ. ຂ້າພະເຈົ້າຂໍເວົ້າຕື່ມວ່າ ພາສາເຫລົ່ານີ້ ດັງກ້ອງ. ຂ້າພະເຈົ້າຂໍແນະນຳທ່ານ ໃຫ້ຜ່ອນສຽງມັນລົງ ແລະ ໃຫ້ສຽງແຜ່ວເບົາມີອິດທິພົນກວ່າ ຊຶ່ງຈະນຳພາທ່ານໄປສູ່ຄວາມປອດໄພ. ຈົ່ງຈື່ຈຳໄວ້ວ່າ ຊາຍທີ່ມີສິດອຳນາດໄດ້ວາງມືໃສ່ເທິງຫົວຂອງທ່ານ ຫລັງຈາກທ່ານໄດ້ຮັບບັບຕິສະມາ, ໃນການຢືນຢັນທ່ານເປັນສະມາຊິກຂອງສາດສະໜາຈັກ ແລະ ກ່າວວ່າ, “ຈົ່ງຮັບເອົາພຣະວິນຍານບໍລິສຸດ.”5 ຈົ່ງເປີດໃຈ, ແມ່ນແຕ່ຈິດວິນຍານຂອງທ່ານ, ຮັບເອົາສຽງພິເສດນັ້ນ ຊຶ່ງເປັນພະຍານເຖິງຄວາມຈິງ. ສາດສະດາເອຊາຢາ ໄດ້ສັນຍາວ່າ, “ພວກເຈົ້າຈະໄດ້ຍິນສຽງເວົ້າ … , ວ່າ, ຫົນທາງຢູ່ພີ້, ຈົ່ງເດີນໄປແມ.”6 ຂໍໃຫ້ເຮົາຈົ່ງຕັ້ງໃຈຟັງ, ເພື່ອວ່າເຮົາຈະໄດ້ຍິນສຽງທີ່ປອບໂຍນ ແລະ ນຳພານີ້ ຊຶ່ງຈະຮັກສາເຮົາໃຫ້ປອດໄພ.
ການບໍ່ເອົາໃຈໃສ່ຕໍ່ພຣະບັນຍັດ ຈະເປີດທາງໃຫ້ສິ່ງທີ່ຂ້າພະເຈົ້າເອີ້ນວ່າ ໂຣກລະບາດຂອງວັນເວລາຂອງເຮົາ. ມັນຮ່ວມທັງໂຣກເຮັດຕາມອຳເພີໃຈ, ໂຣກຮູບພາບລາມົກ, ໂຣກຢາເສບຕິດ, ໂຣກຜິດສິນທຳ, ແລະ ໂຣກແທ້ງລູກ, ພຽງແຕ່ກ່າວເຖິງສ່ວນໜ້ອຍໜຶ່ງເທົ່ານັ້ນ. ພຣະຄຳພີບອກເຮົາວ່າ ຜູ້ປໍລະປັກເປັນ “ຮາກຖານຂອງສິ່ງທັງໝົດ.”7 ເຮົາຮູ້ວ່າ ມັນເປັນບິດາຂອງຄວາມຕົວະທັງປວງ, ທີ່ຈະຫລອກລວງ ແລະ ເຮັດໃຫ້ມະນຸດຕາບອດ.8
ຂ້າພະເຈົ້າຂໍອ້ອນວອນທ່ານ ໃຫ້ຫລີກເວັ້ນຈາກສິ່ງໃດກໍຕາມທີ່ຈະກີດກັນທ່ານຈາກຄວາມສຸກຂອງທ່ານ ຢູ່ໃນໂລກມະຕະນີ້ ແລະ ໃນໂລກທີ່ຈະມາເຖິງ. ດ້ວຍການຫລອກລວງ ແລະ ຕົວະຍົວະຂອງມັນ, ຜູ້ປໍລະປັກຈະພາທ່ານລົງຄ້ອຍທີ່ປຽກມື່ນ ໄປສູ່ຄວາມພິນາດຂອງທ່ານ ຖ້າຫາກທ່ານປ່ອຍໃຫ້ມັນເຮັດແນວນັ້ນ. ທ່ານໄດ້ໄຫລລົງຄ້ອຍທີ່ປຽກມື່ນນັ້ນແລ້ວ ເມື່ອທ່ານຮູ້ສຶກວ່າ ທ່ານບໍ່ສາມາດຢຸດຢັ້ງຕົນເອງໄວ້ໄດ້. ທ່ານເຄີຍໄດ້ຍິນຂ່າວສານຂອງຜູ້ປໍລະປັກ. ມັນຈະເອີ້ນດ້ວຍເລ່ຫລ່ຽມວ່າ: ພຽງເທື່ອດຽວ ບໍ່ເປັນຫຍັງດອກ; ທຸກຄົນກໍເຮັດ; ຢ່າເປັນຄົນລ້າສະໄໝ; ເວລາໄດ້ປ່ຽນໄປແລ້ວ; ມັນບໍ່ທຳຮ້າຍຜູ້ໃດ; ຊີວິດເຈົ້າເປັນຂອງເຈົ້າເອງ. ຜູ້ປໍລະປັກຮູ້ຈັກເຮົາ, ແລະ ມັນຮູ້ຈັກວ່າ ການລໍ້ລວງອັນໃດ ທີ່ຊັກຊວນໃຈເຮົາໄດ້ຫລາຍທີ່ສຸດ. ມັນເປັນສິ່ງຈຳເປັນທີ່ເຮົາຕ້ອງລະມັດລະວັງ ເພື່ອຈະຫລີກເວັ້ນຈາກການຍອມຕົວຕໍ່ຄວາມຕົວະຍົວະ ແລະ ການລໍ້ລວງ.
ມັນຮຽກຮ້ອງຄວາມກ້າຫານ ໃນຂະນະທີ່ເຮົາຊື່ສັດ ແລະ ຈິງໃຈ ໃນທ່າມກາງຄວາມກົດດັນ ແລະ ອິດທິພົນທີ່ມີເລ່ຫລ່ຽມ ຊຶ່ງນັບມື້ນັບມີຫລາຍຂຶ້ນ ຢູ່ອ້ອມຮອບຕົວເຮົາ ຊຶ່ງບິດເບືອນຄວາມຈິງ, ທຳລາຍຄວາມດີ ແລະ ຄວາມສຸພາບ, ແລະ ພະຍາຍາມເອົາທິດສະດີຂອງມະນຸດມາທົດແທນ. ຖ້າຫາກພຣະບັນຍັດໄດ້ຖືກຂຽນຂຶ້ນໂດຍມະນຸດ, ແລ້ວການປ່ຽນແປງມັນໂດຍຄວາມໂນ້ມອ່ຽງ ຫລື ໂດຍກົດໝາຍ ຫລື ໂດຍວິທີອື່ນໆ ຈະເປັນສິດທິພິເສດຂອງຜູ້ຄົນທີ່ຈະເຮັດ. ແຕ່ພຣະບັນຍັດໄດ້ມາຈາກພຣະເຈົ້າ. ເມື່ອເຮົາເຮັດຕາມອຳເພີໃຈຂອງເຮົາ, ເຮົາຈະບໍ່ເອົາໃຈໃສ່ກັບພຣະບັນຍັດ. ແຕ່ເຮົາບໍ່ສາມາດ ປ່ຽນແປງ ມັນ, ເທົ່າກັບເຮົາບໍ່ສາມາດປ່ຽນແປງຜົນສະທ້ອນຂອງມັນ ຊຶ່ງມາຈາກການບໍ່ເຊື່ອຟັງ ແລະ ການລະເມີດຕໍ່ມັນ.
ໃຫ້ເຮົາຮູ້ໄວ້ວ່າ ຄວາມສຸກອັນຍິ່ງໃຫຍ່ຂອງເຮົາໃນຊີວິດນີ້ ຈະມີມາເມື່ອເຮົາເຮັດຕາມພຣະບັນຍັດ ແລະ ເຊື່ອຟັງກົດຂອງພຣະອົງ! ຂ້າພະເຈົ້າຮັກຖ້ອຍຄຳໃນ ເອຊາຢາ ບົດທີ 32 ຂໍ້ທີ 17 ທີ່ວ່າ: “ຄວາມສະຫງົບສຸກ ແລະ ຄວາມປອດໄພຈະມີຕະຫລອດໄປ ເພາະທຸກຄົນຈະເຮັດໃນສິ່ງທີ່ຖືກຕ້ອງ.” ຄວາມສະຫງົບສຸກນັ້ນ, ຄວາມປອດໄພນັ້ນ ຈະມີມາພຽງແຕ່ເພາະຄົນຊອບທຳເທົ່ານັ້ນ.
ເຮົາບໍ່ຄວນປ່ອຍຕົວໃຫ້ເສຍເວລາແມ່ນແຕ່ໜ້ອຍໜຶ່ງກັບການກະທຳທີ່ເປັນບາບ. ເຮົາບໍ່ຄວນປ່ອຍຕົວເອງໃຫ້ເຊື່ອວ່າ ເຮົາສາມາດເຮັດ “ຈັກໜ້ອຍໜຶ່ງ” ໃນການບໍ່ເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ, ເພາະບາບສາມາດຍຶດເຮົາໄວ້ ດ້ວຍມືເຫລັກ ຊຶ່ງຈະເປັນສິ່ງເຈັບປວດຫລາຍກ່ອນຈະຫລຸດອອກມາໄດ້. ການຕິດແສດຢາເສບຕິດ, ຕິດເຫລົ້າ, ຕິດຮູບພາບລາມົກ, ແລະ ການຂາດສິນທຳ ເປັນເລື່ອງຈິງ ແລະ ຍາກທີ່ສຸດທີ່ຈະສາມາດຫລຸດພົ້ນອອກຈາກມັນໄດ້ ຖ້າປາດສະຈາກການດີ້ນລົນຢ່າງໜັກ ແລະ ຄວາມຊ່ອຍເຫລືອຢ່າງຫລວງຫລາຍ.
ຖ້າຫາກຄົນໃດໃນພວກທ່ານມີບັນຫາກ່ຽວກັບສິ່ງເຫລົ່ານີ້, ຂ້າພະເຈົ້າແນ່ໃຈວ່າ ມີທາງໜີອອກມາໄດ້. ຂັ້ນຕອນນັ້ນເອີ້ນວ່າ ການກັບໃຈ. ເຖິງແມ່ນມັນຈະເປັນສິ່ງຍາກ, ແຕ່ຄວາມລອດນິລັນດອນຂອງທ່ານ ຂຶ້ນຢູ່ກັບການກັບໃຈນີ້. ມີສິ່ງໃດແດ່ທີ່ທ່ານເຮັດໄດ້ ທີ່ດີໄປກວ່ານີ້? ຂ້າພະເຈົ້າອ້ອນວອນທ່ານ ໃຫ້ພິຈາລະນາໃນເວລານີ້ ທີ່ຈະໃຊ້ຂັ້ນຕອນອັນຈຳເປັນ ເພື່ອຈະໄດ້ກັບໃຈຢ່າງສົມບູນ. ເມື່ອທ່ານເຮັດໄວຂຶ້ນເທົ່າໃດ, ທ່ານກໍຈະຮູ້ສຶກເຖິງຄວາມສະຫງົບງຽບ ແລະ ຄຳສັນຍາທີ່ເອຊາຢາໄດ້ກ່າວເຖິງໄວຂຶ້ນເທົ່ານັ້ນ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນປະຈັກພະຍານຂອງຜູ້ຍິງຄົນໜຶ່ງ ຜູ້ທີ່ພ້ອມດ້ວຍສາມີຂອງນາງ ໄດ້ພາກັນໜີໄປຈາກເສັ້ນທາງແຫ່ງຄວາມປອດໄພ, ໄດ້ລະເມີດພຣະບັນຍັດ, ແລະ ໃນຂັ້ນຕອນດັ່ງກ່າວ ເຂົາເຈົ້າເກືອບທຳລາຍຄອບຄົວຂອງເຂົາເຈົ້າ. ເມື່ອຕ່າງຝ່າຍຕ່າງຮູ້ຕົວວ່າ ຜ່ານການຕິດແສດ ແລະ ເຫັນເຖິງຊີວິດທີ່ບໍ່ມີຄວາມສຸກ, ພ້ອມທັງເຮັດໃຫ້ຄົນທີ່ເຂົາເຈົ້າຮັກໄດ້ຮັບຄວາມເຈັບປວດ, ເຂົາເຈົ້າຈຶ່ງເລີ່ມຕົ້ນປ່ຽນແປງຊີວິດ. ຂັ້ນຕອນຂອງການກັບໃຈເບິ່ງຄືວ່າຊ້າທີ່ສຸດ, ບາງເທື່ອເຈັບປວດ, ແຕ່ດ້ວຍຄວາມຊ່ອຍເຫລືອຂອງຜູ້ນຳຖານະປະໂລຫິດ, ພ້ອມດ້ວຍຄອບຄົວ ແລະ ໝູ່ເພື່ອນທີ່ຈົງຮັກພັກດີ, ເຂົາເຈົ້າຈຶ່ງໄດ້ຫວນກັບຄືນມາ.
ຂ້າພະເຈົ້າຂໍແບ່ງປັນກັບທ່ານ ພາກສ່ວນໜຶ່ງຂອງປະຈັກພະຍານຂອງເອື້ອຍນ້ອງຄົນນີ້ ເຖິງອຳນາດແຫ່ງການປິ່ນປົວຂອງການກັບໃຈ. ນາງເວົ້າວ່າ: “ເປັນໄປໄດ້ແນວໃດທີ່ຄົນໜຶ່ງຜູ້ໄດ້ຫລົງທາງ ແລະ ເຮັດບາບ, ບັດນີ້ ກາຍເປັນຄົນທີ່ມີຄວາມສຸກຫລາຍ? ມັນເປັນໄປໄດ້ແນວໃດ? ຄຳຕອບ … ແມ່ນເປັນເພາະພຣະກິດຕິຄຸນທີ່ສົມບູນແບບ, ເປັນເພາະພຣະບຸດທີ່ດີພ້ອມທຸກຢ່າງ ແລະ ເປັນເພາະການເສຍສະລະຂອງພຣະອົງ ສຳລັບຂ້ານ້ອຍ. ... ບ່ອນໃດມີຄວາມມືດມົວ, ບ່ອນນັ້ນຈະມີຄວາມສະຫວ່າງ. ບ່ອນໃດມີຄວາມໝົດຫວັງ ແລະ ເຈັບປວດ ... ບ່ອນນັ້ນຈະມີຄວາມຊົມຊື່ນຍິນດີ ແລະ ຄວາມຫວັງ. ເຮົາໄດ້ຮັບພອນອັນເປັນນິດ ໂດຍການປ່ຽນແປງ ຊຶ່ງມາເຖິງໄດ້ພຽງແຕ່ຜ່ານການກັບໃຈ ທີ່ເຮັດໃຫ້ເປັນໄປໄດ້ ດ້ວຍການຊົດໃຊ້ຂອງພຣະເຢຊູຄຣິດເທົ່ານັ້ນ.”
ພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ສິ້ນພຣະຊົນ ເພື່ອວ່າທ່ານ ແລະ ຂ້າພະເຈົ້າຈະໄດ້ຮັບພອນດັ່ງກ່າວນັ້ນ. ເຖິງແມ່ນວ່າ ຕາມຄວາມຈິງແລ້ວ ເສັ້ນທາງແມ່ນຫຍຸ້ງຍາກ, ແຕ່ຄຳສັນຍາແມ່ນແນ່ນອນ. ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ຄົນທີ່ກັບໃຈວ່າ:
“ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ.”9
“ແລະ ເຮົາຈະບໍ່ຈົດຈຳ [ມັນ] ອີກຕໍ່ໄປ.”10
ຕະຫລອດຊີວິດຂອງເຮົາ ເຮົາຈະຕ້ອງຮັກສາປະຈັກພະຍານຂອງເຮົາໃຫ້ເຂັ້ມແຂງ ໂດຍການສຶກສາພຣະຄຳພີ ແລະ ໂດຍການອະທິຖານ ແລະ ໂດຍການໄຕ່ຕອງເຖິງຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເມື່ອເຮົາຍຶດໝັ້ນໄວ້ໃຫ້ແໜ້ນ, ແລ້ວປະຈັກພະຍານຂອງເຮົາເຖິງພຣະກິດຕິຄຸນ, ເຖິງພຣະຜູ້ຊ່ອຍໃຫ້ລອດ, ເຖິງພຣະບິດາເທິງສະຫວັນ ຈະມີອິດທິພົນ ໃນທຸກສິ່ງທີ່ເຮົາເຮັດ.
ຂ້າພະເຈົ້າເປັນພະຍານວ່າ ເຮົາທຸກຄົນເປັນບຸດຂອງພຣະບິດາເທິງສະຫວັນຂອງເຮົາ, ພຣະອົງໄດ້ສົ່ງເຮົາມາສູ່ໂລກໃນເວລານີ້ ພ້ອມດ້ວຍຈຸດປະສົງ, ແລະ ໄດ້ມອບຖານະປະໂລຫິດຂອງພຣະເຈົ້າໃຫ້ເຮົາ ເພື່ອວ່າເຮົາຈະສາມາດຮັບໃຊ້ຄົນອື່ນ ແລະ ປະຕິບັດວຽກງານຂອງພຣະເຈົ້າ ຢູ່ເທິງແຜ່ນດິນໂລກ. ເຮົາໄດ້ຮັບພຣະບັນຊາໃຫ້ດຳລົງຊີວິດ ໃນທາງທີ່ເຮົາຈະມີຄ່າຄວນສຳລັບຖານະປະໂລຫິດນັ້ນ.
ອ້າຍນ້ອງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງຮັກສາພຣະບັນຍັດ! ສິ່ງທີ່ໜ້າອັດສະຈັນໃຈ ແລະ ປະເສີດ ມີໄວ້ສຳລັບເຮົາ ຖ້າເຮົາຮັກສາພຣະບັນຍັດ. ຂໍໃຫ້ສິ່ງນີ້ເປັນພອນຂອງເຮົາ, ຂ້າພະເຈົ້າອະທິຖານໃນພຣະນາມຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່, ອາແມນ.