ຕາທີ່ເຫັນໄດ້ ແລະ ຫູທີ່ໄດ້ຍິນ
ຖ້າຫາກເຮົາຈະຫລຽວເບິ່ງພຣະຄຣິດ ແລະ ເປີດຕາ ແລະ ເປີດຫູຂອງເຮົາ, ແລ້ວພຣະວິນຍານບໍລິສຸດ ຈະອວຍພອນເຮົາ ໃຫ້ເຫັນອົງພຣະເຢຊູຄຣິດເຈົ້າ ກຳລັງເຮັດວຽກງານໃນຊີວິດຂອງເຮົາ.
ໃນການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູໄດ້ກະທຳການມະຫັດສະຈັນອັນຍິ່ງໃຫຍ່ ໃນການປິ່ນປົວ ແລະ ໄດ້ສອນດ້ວຍສິດອຳນາດ ແລະ ພະລັງ ເຖິງຂະໜາດທີ່ພຣະຄຳພີ ກ່າວວ່າ, “ຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວທັງປະເທດຊີເຣຍ … ແລະ ປະຊາຊົນຢ່າງໜາແໜ້ນໄດ້ຕິດຕາມພຣະອົງໄປ.”1
ບາງຄົນທີ່ໄດ້ເຫັນພຣະອົງປິ່ນປົວ ແລະ ໄດ້ຍິນພຣະອົງສອນ ໄດ້ປະຕິເສດພຣະອົງ. ບາງຄົນໄດ້ຕິດຕາມພຣະອົງຊົ່ວໄລຍະໜຶ່ງ, ແຕ່ແລ້ວກໍໄດ້ເດີນໜີຈາກພຣະອົງ.2 ອົງພຣະເຢຊູຄຣິດເຈົ້າ ໄດ້ຢູ່ຕໍ່ໜ້າພວກເຂົາ, ແຕ່ພວກເຂົາບໍ່ຮູ້ວ່າ ພຣະອົງເປັນໃຜແທ້ໆ. ພວກເຂົາຕາບອດ, ແລະ ພວກເຂົາເລືອກທີ່ຈະຫັນໜີ. ພຣະເຢຊູໄດ້ກ່າວເຖິງພວກເຂົາວ່າ:
“ເຮົາໄດ້ມາຫາຄົນຂອງເຮົາເອງ, ແລະ ຄົນຂອງເຮົາບໍ່ໄດ້ຕ້ອນຮັບເຮົາ.”3
“ຫູກໍໜັກ, ຕາຂອງພວກເຂົາກໍຫລັບເສຍ.”4
ເຖິງຢ່າງໃດກໍຕາມ, ມີຊາຍ ແລະ ຍິງຫລາຍຄົນ, ຮ່ວມທັງອັກຄະສາວົກທີ່ຊື່ສັດຂອງພຣະອົງ, ຜູ້ໄດ້ເຮັດໃຫ້ພຣະອົງສຳຄັນກວ່າໝູ່ໝົດໃນຊີວິດຂອງເຂົາເຈົ້າ. ເຖິງແມ່ນວ່າເຂົາເຈົ້າໄດ້ດີ້ນລົນກັບສິ່ງລົບກວນທາງໂລກ, ໄດ້ສັບສົນກ່ຽວກັບສິ່ງທີ່ພຣະອົງໄດ້ສອນ, ແລະ ແມ່ນແຕ່ມີຄວາມຢ້ານກົວ, ແຕ່ເຂົາເຈົ້າເຊື່ອໃນພຣະອົງ, ຮັກພຣະອົງ, ແລະ ຕິດຕາມພຣະອົງ.
ພຣະເຢຊູໄດ້ກ່າວເຖິງເຂົາເຈົ້າວ່າ: “ຕາຂອງພວກເຈົ້າກໍເປັນສຸກ ເພາະພວກເຈົ້າໄດ້ເຫັນ: ແລະ ຫູຂອງພວກເຈົ້າກໍເປັນສຸກ ເພາະໄດ້ຍິນ.”5
ກ່ອນພຣະອົງໄດ້ຮັບທຸກທໍລະມານຢູ່ໃນສວນເຄັດເຊມາເນ ແລະ ຢູ່ທີ່ຄາວາລີ, ພຣະເຢຊູໄດ້ໃຫ້ຄຳສັນຍາ ທີ່ໜ້າອັດສະຈັນໃຈ ກັບສານຸສິດຂອງພຣະອົງວ່າ: “ຜູ້ທີ່ເຊື່ອໃນເຮົາ, ກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ; ແລະ ຜູ້ນັ້ນຈະເຮັດການໃຫຍ່ກວ່າອີກ; ເພາະວ່າຝ່າຍເຮົາໄປເຖິງພຣະບິດາຂອງເຮົາ.”6
ພຣະອົງໄດ້ບັນລຸຄຳສັນຍານັ້ນ: ເລີ່ມຕົ້ນດ້ວຍວັນເພັນເຕຄໍສະເຕ, ສານຸສິດໄດ້ຮັບພອນດ້ວຍການຮັບບັບຕິສະມາດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ.7 ຜ່ານສັດທາໃນພຣະຄຣິດ, ແລະ ການເຊື່ອຟັງ, ພຣະວິນຍານບໍລິສຸດໄດ້ກາຍເປັນເພື່ອນ, ໄດ້ປ່ຽນໃຈຂອງເຂົາເຈົ້າ, ແລະ ໃຫ້ພອນແກ່ເຂົາເຈົ້າ ດ້ວຍການເປັນພະຍານເຖິງຄວາມຈິງ.
ຂອງປະທານເຫລົ່ານີ້ ແລະ ພອນຕ່າງໆ ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສານຸສິດຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າເວລາທີ່ເຂົາເຈົ້າມີຊີວິດຢູ່ ເປັນເວລາທີ່ອັນຕະລາຍ ແລະ ສັບສົນຫລາຍກໍຕາມ, ແຕ່ເຂົາເຈົ້າໄດ້ຮັບຂອງປະທານແຫ່ງພຣະວິນຍານ ດ້ວຍຕາທີ່ເຫັນໄດ້ ແລະ ດ້ວຍຫູທີ່ໄດ້ຍິນ. ໂດຍອຳນາດຂອງພຣະວິນຍານບໍລິສຸດ, ເຂົາເຈົ້າໄດ້ເລີ່ມຕົ້ນເຫັນຄວາມຈິງ ເຖິງເລື່ອງດັ່ງທີ່ເປັນຈິງ, ໂດຍສະເພາະອົງພຣະເຢຊູຄຣິດເຈົ້າ ແລະ ວຽກງານຂອງພຣະອົງໃນທ່າມກາງພວກເຂົາ.8 ພຣະວິນຍານບໍລິສຸດໄດ້ໃຫ້ຄວາມເຂົ້າໃຈ, ແລະ ເຂົາເຈົ້າໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ຢ່າງແຈ່ມແຈ້ງກວ່າ. ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຊຶມເຂົ້າໄປໃນສ່ວນເລິກຂອງຈິດໃຈຂອງເຂົາເຈົ້າ.9 ເຂົາເຈົ້າຍຶດໝັ້ນ ແລະ ເຊື່ອຟັງ.10 ເຂົາເຈົ້າໄດ້ສັ່ງສອນພຣະກິດຕິຄຸນດ້ວຍຄວາມກ້າຫານ ແລະ ດ້ວຍອຳນາດ ແລະ ໄດ້ສ້າງສາອານາຈັກຂອງພຣະເຈົ້າ.11 ເຂົາເຈົ້າມີຄວາມສຸກໃນອົງພຣະເຢຊູຄຣິດເຈົ້າ.
ເຮົາມີຫລາຍສິ່ງທີ່ຄ້າຍຄືກັນ ກັບຊາຍ ແລະ ຍິງ ທີ່ຊື່ສັດເຫລົ່ານີ້ ໃນວັນເວລາອັນຮຸ່ງໂລດ. ເຮົາກໍຄືກັນ ມີຊີວິດຢູ່ຕອນທີ່ອົງພຣະເຢຊູຄຣິດເຈົ້າ ໄດ້ກະທຳການມະຫັດສະຈັນໃນບັນດາພວກເຮົາ—ຮ່ວມທັງການປິ່ນປົວຄົນເຈັບປ່ວຍ, ການຊຳລະລ້າງຄວາມຜິດບາບ, ການປ່ຽນໃຈ, ແລະ ການເປີດຄວາມລອດໃຫ້ແກ່ລູກໆຂອງພຣະເຈົ້າ ທັງຢູ່ໃນໂລກນີ້ ແລະ ໃນໂລກວິນຍານ. ໃນວັນເວລາຂອງເຮົາ, ເຮົາກໍມີສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່, ມີອຳນາດຖານະປະໂລຫິດ, ມີຂອງປະທານທາງວິນຍານ, ແລະ ມີພອນອັນສູງສົ່ງຂອງພິທີການແຫ່ງຄວາມລອດດ້ວຍ.
ວັນເວລາຂອງເຮົາ ກໍເປັນວັນເວລາທີ່ອັນຕະລາຍ—ເປັນວັນເວລາທີ່ມີຄວາມຊົ່ວຮ້າຍ ແລະ ການລໍ້ລວງຫລາຍ, ເປັນວັນເວລາແຫ່ງຄວາມສັບສົນ ແລະ ວຸ້ນວາຍ. ໃນຄາວສຸດທ້າຍນີ້, ສາດສະດາຂອງພຣະຜູ້ເປັນເຈົ້າຢູ່ໃນໂລກ, ປະທານທອມມັສ ແອັສ ມອນສັນ, ໄດ້ເອີ້ນເຮົາໃຫ້ຊ່ອຍກູ້ຈິດວິນຍານ,12 ໃຫ້ປົກປ້ອງຄວາມຈິງດ້ວຍຄວາມກ້າຫານ,13 ແລະ ໃຫ້ສ້າງສາອານາຈັກຂອງພຣະເຈົ້າ.14 ບໍ່ວ່າລະດັບວິນຍານ ຫລື ສັດທາ ຫລື ຄວາມເຊື່ອຟັງຂອງເຮົາຈະຢູ່ໃນຂັ້ນໃດກໍຕາມ, ມັນຈະບໍ່ພຽງພໍສຳລັບວຽກງານທີ່ລໍຢູ່ຂ້າງໜ້າ. ເຮົາຕ້ອງການຄວາມສະຫວ່າງ ແລະ ພະລັງທາງວິນຍານ. ເຮົາຕ້ອງການຕາທີ່ເຫັນໄດ້ຢ່າງແຈ່ມແຈ້ງ ເຖິງສິ່ງທີ່ພຣະຜູ້ຊ່ອຍໃຫ້ລອດກະທຳໃນຊີວິດຂອງເຮົາ ແລະ ຫູທີ່ໄດ້ຍິນສຸລະສຽງຂອງພຣະອົງ ທີ່ຊຶມເຂົ້າໄປໃນສ່ວນເລິກຂອງໃຈເຮົາ.
ພອນທີ່ໜ້າອັດສະຈັນໃຈນີ້ ມາເຖິງເມື່ອເຮົາເປີດໃຈຂອງເຮົາ ແລະ ຮັບເອົາ,15 ຮັບເອົາພຣະເຢຊູຄຣິດ, ຄຳສອນຂອງພຣະອົງ, ແລະ ສາດສະໜາຈັກຂອງພຣະອົງ ໄວ້ໃນຊີວິດຂອງເຮົາ. ເຮົາບໍ່ຈຳເປັນຕ້ອງດີພ້ອມທຸກຢ່າງ, ແຕ່ເຮົາຕ້ອງເປັນຄົນດີ ແລະ ດີຂຶ້ນເລື້ອຍໆ. ເຮົາຕ້ອງພະຍາຍາມດຳລົງຊີວິດໃນຄວາມຈິງທີ່ແຈ່ມແຈ້ງ ແລະ ລຽບງ່າຍຂອງພຣະກິດຕິຄຸນ. ຖ້າຫາກເຮົາຮັບເອົາພຣະນາມຂອງພຣະຄຣິດໄວ້ກັບເຮົາ, ກະທຳດ້ວຍສັດທາໃນພຣະອົງ ທີ່ຈະກັບໃຈຈາກບາບຂອງເຮົາ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ລະນຶກເຖິງພຣະອົງຕະຫລອດເວລາ, ແລ້ວເຮົາຈະໄດ້ຮັບພຣະວິນຍານບໍລິສຸດເປັນເພື່ອ ຜ່ານຄວາມເມດຕາ ແລະ ພຣະຄຸນຂອງພຣະເຢຊູຄຣິດ.
ການເຊື່ອຟັງທີ່ງ່າຍໆ ນຳພຣະວິນຍານມາສູ່ໃຈຂອງເຮົາ. ໃນບ້ານເຮືອນຂອງເຮົາ, ເຮົາອະທິຖານດ້ວຍສັດທາ, ຄົ້ນຄວ້າພຣະຄຳພີ, ແລະ ຮັກສາວັນຊະບາໂຕໃຫ້ສັກສິດ. ໃນໂບດຂອງເຮົາ, ເຮົາຮັບສ່ວນສິນລະລຶກ ແລະ ເຮັດຄຳໝັ້ນສັນຍາທີ່ສັກສິດຕໍ່ພຣະບິດາເທິງສະຫວັນ ແລະ ໃນພຣະນາມຂອງພຣະຄຣິດ. ໃນພຣະວິຫານທີ່ສັກສິດ ເຮົາມີສ່ວນຮ່ວມເຮັດພິທີການທີ່ສັກສິດ ແທນອ້າຍເອື້ອຍນ້ອງຢູ່ໃນໂລກວິນຍານ. ໃນຄອບຄົວຂອງເຮົາ ແລະ ໃນການມອບໝາຍຂອງເຮົາຈາກພຣະຜູ້ເປັນເຈົ້າ, ເຮົາເອື້ອມອອກໄປຫາຄົນອື່ນ, ຊ່ອຍແບ່ງເບົາພາລະໜັກໜ່ວງ ແລະ ເຊື້ອເຊີນເຂົາເຈົ້າມາຫາພຣະຄຣິດ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຮູ້ວ່າ ຖ້າຫາກເຮົາຈະເຮັດສິ່ງເຫລົ່ານີ້, ພຣະວິນຍານບໍລິສຸດຈະມາສະຖິດຢູ່ກັບເຮົາ! ເຮົາຈະເຕີບໂຕທາງວິນຍານ ແລະ ມີປະສົບການກັບພຣະວິນຍານບໍລິສຸດ, ແລະ ພຣະອົງຈະເປັນເພື່ອນຂອງເຮົາ. ຖ້າຫາກເຮົາຈະຫລຽວເບິ່ງພຣະຄຣິດ ແລະ ເປີດຕາ ແລະ ເປີດຫູຂອງເຮົາ, ແລ້ວພຣະວິນຍານບໍລິສຸດ ຈະອວຍພອນເຮົາ ໃຫ້ເຫັນອົງພຣະເຢຊູຄຣິດເຈົ້າ ກຳລັງເຮັດວຽກງານໃນຊີວິດຂອງເຮົາ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະອົງ ດ້ວຍຄວາມໝັ້ນໃຈ ແລະ ດ້ວຍຫລັກຖານ. ເຮົາຈະເຫັນອ້າຍເອື້ອຍນ້ອງຂອງເຮົາດີກວ່າເກົ່າ ໃນວິທີທີ່ພຣະເຈົ້າເຫັນເຂົາເຈົ້າ, ດ້ວຍຄວາມຮັກ ແລະ ດ້ວຍຄວາມເຫັນອົກເຫັນໃຈ. ເຮົາຈະໄດ້ຍິນສຸລະສຽງຂອງພຣະຜູ້ຊ່ອຍໃຫ້ລອດໃນພຣະຄຳພີ, ໃນຄຳຊື່ມຂອງພຣະວິນຍານ, ແລະ ໃນຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່.16 ເຮົາຈະເຫັນອຳນາດຂອງພຣະເຈົ້າ ສະຖິດຢູ່ເທິງສາດສະດາຂອງພຣະອົງ ແລະ ຜູ້ນຳຂອງສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະອົງ, ແລະ ເຮົາຈະຮູ້ດ້ວຍຄວາມແນ່ນອນໃຈວ່າ ນີ້ແມ່ນວຽກງານທີ່ສັກສິດຂອງພຣະເຈົ້າ.17 ເຮົາຈະເຫັນ ແລະ ເຂົ້າໃຈຕົນເອງ ແລະ ຜູ້ຄົນໃນໂລກທີ່ຢູ່ອ້ອມຮອບເຮົາ ໃນວິທີທາງທີ່ພຣະຜູ້ຊ່ອຍໃຫ້ລອດເຫັນ. ເຮົາຈະມີສິ່ງທີ່ອັກຄະສາວົກໂປໂລ ເອີ້ນວ່າ “ຄວາມຄິດຂອງພຣະຄຣິດ.”18 ເຮົາຈະມີຕາທີ່ເຫັນໄດ້ ແລະ ຫູທີ່ໄດ້ຍິນ, ແລະ ເຮົາຈະສ້າງສາອານາຈັກຂອງພຣະເຈົ້າ.
ຊີວິດອາດຫຍຸ້ງຍາກ, ສັບສົນ, ເຈັບປວດ, ແລະ ທໍ້ຖອຍໃຈ. ຂ້າພະເຈົ້າເປັນພະຍານກັບທ່ານວ່າ ຜ່ານການເປັນເພື່ອນຂອງພຣະວິນຍານບໍລິສຸດ, ຄວາມສະຫວ່າງແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຈະກຳຈັດຄວາມສັບສົນ, ຄວາມເຈັບປວດ, ແລະ ຄວາມມືດອອກໄປ. ບໍ່ວ່າອຳນາດທີ່ປະເສີດນັ້ນຈະມາຢ່າງແຮງ ຫລື ຄ່ອຍມາກໍຕາມ, ແຕ່ອຳນາດນັ້ນຈະໃຫ້ການປິ່ນປົວດ້ວຍຄວາມຮັກ ແລະ ໃຫ້ຄວາມປອບໂຍນແກ່ການກັບໃຈ, ປິ່ນປົວຈິດວິນຍານທີ່ເປັນບາດແຜ, ຂັບໄລ່ຄວາມມືດດ້ວຍຄວາມສະຫວ່າງແຫ່ງຄວາມຈິງ, ແລະ ກຳຈັດຄວາມທໍ້ຖອຍໃຈ ດ້ວຍຄວາມຫວັງໃນພຣະຄຣິດ. ເຮົາຈະເຫັນພອນເຫລົ່ານີ້ມາເຖິງ, ແລະ ເຮົາຈະຮູ້ໂດຍການເປັນພະຍານເຖິງພຣະວິນຍານບໍລິສຸດວ່າ ມັນເປັນການທຳງານຂອງອົງພຣະເຢຊູຄຣິດເຈົ້າ ໃນຊີວິດຂອງເຮົາ. ຄວາມໜັກໜ່ວງຂອງເຮົາ ຈະຖືກ “ກືນເຂົ້າໄປໃນຄວາມສຸກຂອງ [ພຣະຜູ້ໄຖ່ຂອງເຮົາ].”19
ເມື່ອຫລາຍປີກ່ອນ, ພໍ່ແມ່ຂອງຂ້າພະເຈົ້າໄດ້ສະແດງໃຫ້ເຫັນປະສົບການຢ່າງໜຶ່ງ ເຖິງຄວາມສຳຄັນຂອງພະລັງຂອງຕາທີ່ເຫັນໄດ້ ແລະ ຫູທີ່ໄດ້ຍິນ. ໃນປີ 1982 ພໍ່ແມ່ຂອງຂ້າພະເຈົ້າໄດ້ຖືກເອີ້ນໃຫ້ໄປຮັບໃຊ້ຢູ່ເຂດເຜີຍແຜ່ ຟີລິບປິນ ດາວາວ. ເມື່ອແມ່ຂອງຂ້າພະເຈົ້າໄດ້ເປີດຈົດໝາຍ ແລະ ໄດ້ເຫັນວ່າ ພວກເພິ່ນຖືກເອີ້ນ, ແມ່ໄດ້ຮ້ອງໄປໃສ່ພໍ່ວ່າ, “ອ້າຍຕ້ອງໂທໄປຫາເພິ່ນ. ພວກເຮົາໄປຟີລິບປິນບໍ່ໄດ້. ເພິ່ນຮູ້ວ່າ ອ້າຍເປັນໂຣກຫືດ.” ພໍ່ຂອງຂ້າພະເຈົ້າໄດ້ເປັນໂຣກຫືດເປັນເວລາຫລາຍປີ, ແລະ ແມ່ຂອງຂ້າພະເຈົ້າກໍເປັນຫ່ວງນຳເພິ່ນຫລາຍ.
ສອງສາມຄືນຫລັງຈາກນັ້ນ ແມ່ຂອງຂ້າພະເຈົ້າໄດ້ປຸກພໍ່ຂອງຂ້າພະເຈົ້າໃຫ້ຕື່ນນອນ ປະມານ ສອງໂມງເຄິ່ງ ຕອນເຊົ້າ. ເພິ່ນເວົ້າວ່າ, “ເມີລິນ, ອ້າຍໄດ້ຍິນສຽງບໍ?”
“ບໍ່, ອ້າຍບໍ່ໄດ້ຍິນຫຍັງ.”
“ແຕ່ນ້ອງໄດ້ຍິນສຽງດຽວກັນນັ້ນ ສາມເທື່ອໃນຄືນນີ້, ບອກວ່າ, ‘ດ້ວຍເຫດໃດເຈົ້າຈຶ່ງເປັນຫ່ວງ? ເຈົ້າບໍ່ຮູ້ບໍວ່າ ເຮົາຮູ້ວ່າ ລາວເປັນໂຣກຫືດ? ເຮົາຈະດູແລລາວເອງ, ແລະ ເຮົາຈະດູແລເຈົ້າຄືກັນ. ໃຫ້ຕຽມພ້ອມທີ່ຈະໄປຮັບໃຊ້ຢູ່ ຟີລິບປິນ.’”
ພໍ່ແມ່ຂອງຂ້າພະເຈົ້າກໍໄດ້ໄປຮັບໃຊ້ຢູ່ ຟີລິບປິນ ແລະ ໄດ້ມີປະສົບການທີ່ໜ້າອັດສະຈັນໃຈ. ພຣະວິນຍານບໍລິສຸດໄດ້ເປັນເພື່ອນຂອງພວກເພິ່ນ, ແລະ ພວກເພິ່ນໄດ້ຮັບພອນ ແລະ ໄດ້ຮັບການປົກປ້ອງ. ພໍ່ຂອງຂ້າພະເຈົ້າບໍ່ເຄີຍມີບັນຫາກັບໂຣກຫືດຂອງເພິ່ນ. ເພິ່ນໄດ້ຮັບໃຊ້ເປັນທີ່ປຶກສາທີໜຶ່ງໃນຝ່າຍປະທານເຜີຍແຜ່, ແລະ ເພິ່ນກັບແມ່ຂອງຂ້າພະເຈົ້າໄດ້ອົບຮົມຜູ້ສອນສາດສະໜາຫລາຍຮ້ອຍຄົນ ແລະ ໄພ່ພົນຍຸກສຸດທ້າຍເປັນພັນໆ ໄດ້ຕຽມພ້ອມສຳລັບຫວອດ ແລະ ສະເຕກ ທີ່ຈະຖືກຈັດຕັ້ງຂຶ້ນຢູ່ໃນເກາະ ມິນດານາວ. ພວກເພິ່ນໄດ້ຮັບພອນດ້ວຍຕາທີ່ເຫັນໄດ້ ແລະ ດ້ວຍຫູທີ່ໄດ້ຍິນ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຂໍເປັນພະຍານເຖິງພຣະເຢຊູຄຣິດ. ຂ້າພະເຈົ້າຮູ້ວ່າ ພຣະອົງຊົງພຣະຊົນຢູ່. ພຣະອົງເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ຂ້າພະເຈົ້າຮູ້ວ່າ ຖ້າຫາກເຮົາຮັບເອົາພຣະອົງເຂົ້າມາໃນຊີວິດຂອງເຮົາ ແລະ ດຳລົງຊີວິດຢູ່ກັບຄວາມຈິງທີ່ແຈ່ມແຈ້ງ ແລະ ລຽບງ່າຍ ຂອງພຣະກິດຕິຄຸນຂອງພຣະອົງ, ແລ້ວເຮົາຈະມີຄວາມສຸກກັບການມີພຣະວິນຍານບໍລິສຸດເປັນເພື່ອນ. ເຮົາຈະມີຂອງປະທານທີ່ປະເສີດລ້ຳ ຄືມີຕາທີ່ເຫັນໄດ້ ແລະ ມີຫູທີ່ໄດ້ຍິນ. ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.