ຍອມມອບໃຈໃຫ້ແກ່ພຣະເຈົ້າ
ເມື່ອເຮົາມອບໃຈ ໃຫ້ແກ່ພຣະວິນຍານ, ເຮົາຈະຮຽນຮູ້ທິດທາງຂອງພຣະເຈົ້າ ແລະ ຮູ້ສຶກເຖິງພຣະປະສົງຂອງພຣະອົງ.
ໃນກອງປະຊຸມໃຫຍ່ສາມັນ ເດືອນເມສາ ຜ່ານມານີ້, ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ກ່າວເຖິງຄວາມຈຳເປັນທີ່ຈະ “ປ່ຽນຊີວິດສ່ວນຕົວຂອງເຮົາ.”1 ຂ້າພະເຈົ້າຂໍແນະນຳວິທີປ່ຽນຊີວິດທີ່ເລີ່ມດ້ວຍ ການປ່ຽນໃຈ—ບໍ່ວ່າປະສົບການໃນຊີວິດຂອງທ່ານເຄີຍເປັນແບບໃດ ແລະ ທ່ານໄດ້ເກີດຢູ່ໃສກໍຕາມ.
ຂ້າພະເຈົ້າມາຈາກພາກໃຕ້ຂອງສະຫະລັດອາເມຣິກາ, ແລະ ໃນຕອນຍັງໜຸ່ມ ເພງສວດຂອງນິກາຍ ໂປເຕສະຕັງ ໄດ້ສອນຂ້າພະເຈົ້າເຖິງໃຈຂອງສານຸສິດທີ່ແທ້ຈິງ—ທີ່ໄດ້ປ່ຽນແປງແລ້ວ. ໃຫ້ພິຈາລະນາເນື້ອເພງນີ້, ຊຶ່ງຂ້າພະເຈົ້າມັກຫລາຍ:
ຂໍໃຫ້ເປັນຕາມທິດທາງຂອງພຣະຜູ້ເປັນເຈົ້າ!
ຂໍໃຫ້ເປັນຕາມທິດທາງຂອງພຣະອົງ!
ພຣະອົງເປັນຊ່າງປັ້ນໝໍ້;
ຂ້ານ້ອຍເປັນດິນໜຽວ.
ຈົ່ງຫລໍ່ຫລອມຂ້ານ້ອຍ
ເຮັດໃຫ້ເປັນຢ່າງທີ່ພຣະອົງປະສົງ,
ຕອນຂ້ານ້ອຍລໍຖ້າ,
ຍອມຕາມ ແລະ ມິດງຽບຢູ່.2
ເຮົາຜູ້ທີ່ທັນສະໄໝ, ຫຍຸ້ງກັບວຽກງານ, ແລະ ມັກແຂ່ງຂັນກັບຄົນອື່ນ ຈະກາຍເປັນຄົນຍອມຕາມ ແລະ ມິດງຽບຢູ່ ໄດ້ແນວໃດ? ເຮົາຈະເຮັດໃຫ້ທິດທາງຂອງພຣະຜູ້ເປັນເຈົ້າ ເປັນທິດທາງຂອງເຮົາ ໄດ້ແນວໃດ? ຂ້າພະເຈົ້າເຊື່ອວ່າ ເຮົາເລີ່ມຕົ້ນໂດຍການຮຽນຮູ້ກ່ຽວກັບພຣະອົງ ແລະ ອະທິຖານຂໍຄວາມເຂົ້າໃຈ. ເມື່ອເຮົາມີຄວາມໄວ້ວາງໃຈໃນພຣະອົງຫລາຍຂຶ້ນ, ເຮົາຈະເປີດໃຈ, ສະແຫວງຫາທີ່ຈະເຮັດຕາມພຣະປະສົງຂອງພຣະອົງ, ແລະ ລໍຖ້າຄຳຕອບ ອັນທີ່ຈະຊ່ອຍເຮົາໃຫ້ເຂົ້າໃຈ.
ຂ້າພະເຈົ້າໄດ້ປ່ຽນໃຈ ຕອນມີອາຍຸໄດ້ 12 ປີ, ເມື່ອຂ້າພະເຈົ້າໄດ້ເລີ່ມຕົ້ນຊອກຫາພຣະເຈົ້າ. ຂ້າພະເຈົ້າພຽງແຕ່ຮູ້ຈັກອະທິຖານ ຕາມຄຳອະທິຖານຂອງພຣະຜູ້ເປັນເຈົ້າເທົ່ານັ້ນ,3 ສ່ວນການອະທິຖານແບບອື່ນໆ ຂ້າພະເຈົ້າບໍ່ຮູ້ຈັກ. ຂ້າພະເຈົ້າຈື່ ຕອນໄດ້ຄຸເຂົ່າລົງ, ຫວັງວ່າຂ້າພະເຈົ້າຈະຮູ້ສຶກເຖິງຄວາມຮັກຂອງພຣະອົງ, ແລະ ໄດ້ທູນຖາມວ່າ, “ພຣະບິດາເທິງສະຫວັນ, ພຣະອົງຢູ່ໃສ? ຂ້ານ້ອຍຮູ້ວ່າ ພຣະອົງມີຈິງ, ແຕ່ວ່າພຣະອົງຢູ່ໃສ?” ຕະຫລອດໄລຍະ ຕອນເປັນໄວລຸ້ນ, ຂ້າພະເຈົ້າໄດ້ທູນຂໍ. ຂ້າພະເຈົ້າຮູ້ຈັກໜ້ອຍໜຶ່ງກ່ຽວກັບພຣະເຢຊູຄຣິດ, ແຕ່ພຣະບິດາໄດ້ປ່ອຍໃຫ້ຂ້າພະເຈົ້າຊອກຫາ ແລະ ໃຫ້ລໍຖ້າເປັນເວລາ 10 ປີ.
ໃນປີ 1970, ເມື່ອຜູ້ສອນສາດສະໜາໄດ້ສອນຂ້າພະເຈົ້າກ່ຽວກັບແຜນແຫ່ງຄວາມລອດຂອງພຣະບິດາ ແລະ ເຖິງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ, ການລໍຖ້າຂອງຂ້າພະເຈົ້າກໍໄດ້ສິ້ນສຸດລົງ. ຂ້າພະເຈົ້າໄດ້ຮັບເອົາຄວາມຈິງເຫລົ່ານັ້ນ ແລະ ໄດ້ຮັບບັບຕິສະມາ.
ອີງຕາມຄວາມຮູ້ນີ້ເຖິງຄວາມເມດຕາ ແລະ ອຳນາດຂອງພຣະຜູ້ເປັນເຈົ້າ, ສາມີ ແລະ ລູກໆຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ເລືອກເອົາຄຳຂວັນນີ້ ສຳລັບຄອບຄົວ ທີ່ວ່າ: “ທຸກສິ່ງຈະເປັນໄປດ້ວຍດີ.” ແຕ່ເຮົາຈະກ່າວຖ້ອຍຄຳນັ້ນໃຫ້ກັນຟັງໄດ້ແນວໃດ ເມື່ອບັນຫາອັນໜັກໜ່ວງໄດ້ມາເຖິງ ແລະ ບໍ່ມີຄຳຕອບ?
ເມື່ອນາງ ຈໍເຈຍ ລູກສາວທີ່ໜ້າຮັກ, ມີຄ່າຄວນ, ອາຍຸ 21 ປີ, ຂອງພວກເຮົາ ໄດ້ນອນໂຮງໝໍ ບາດເຈັບສາຫັດ ຈາກອຸປະຕິເຫດລົດຖີບຖືກຊົນ, ຄອບຄົວຂອງພວກຂ້າພະເຈົ້າໄດ້ເວົ້າວ່າ, “ທຸກສິ່ງຈະເປັນໄປດ້ວຍດີ.” ເມື່ອຂ້າພະເຈົ້າໄດ້ບິນກັບຈາກເຂດເຜີຍແຜ່ຂອງພວກເຮົາ ຢູ່ປະເທດບຣາຊິນ ເຖິງ ເມືອງອິນດີອານາໂປລິສ໌, ລັດອິນດີອານາ, ເພື່ອໄປຢູ່ກັບນາງ, ຂ້າພະເຈົ້າໄດ້ນຶກເຖິງຄຳຂວັນຂອງຄອບຄົວ. ເຖິງຢ່າງໃດກໍຕາມ, ລູກສາວທີ່ໜ້າຮັກຂອງພວກຂ້າພະເຈົ້າໄດ້ຈາກໄປໂລກວິນຍານ ພຽງແຕ່ສອງສາມຊົ່ວໂມງ ກ່ອນຍົນລົງເດີ່ນ. ດ້ວຍຄວາມໂສກເສົ້າ ແລະ ດ້ວຍຄວາມຕົກຕະລຶງ ທີ່ເກີດກັບຄອບຄົວຂອງພວກຂ້າພະເຈົ້າ ທີ່ເໝືອນດັ່ງຖືກໄຟຊ໊ອດ, ພວກຂ້າພະເຈົ້າຈະຫລຽວເບິ່ງໜ້າກັນ ແລະ ຍັງ ເວົ້າວ່າ, “ທຸກສິ່ງຈະເປັນໄປດ້ວຍດີ” ໄດ້ແນວໃດ?
ຫລັງຈາກນາງ ຈໍເຈຍ ໄດ້ຕາຍໄປ, ຄວາມຮູ້ສຶກຂອງພວກຂ້າພະເຈົ້າຍັງເຈັບປວດຢູ່, ຍັງພາກັນດີ້ນລົນຢູ່, ແລະ ໃນທຸກວັນນີ້ ພວກຂ້າພະເຈົ້າກໍຍັງມີຄວາມໂສກເສົ້າຫລາຍເປັນບາງຄັ້ງ, ແຕ່ພວກຂ້າພະເຈົ້າເຂົ້າໃຈວ່າ ບໍ່ມີໃຜຕາຍແທ້ໆ. ເຖິງແມ່ນພວກຂ້າພະເຈົ້າມີຄວາມເຈັບປວດໃຈ ເມື່ອຮ່າງກາຍຂອງນາງ ຈໍເຈຍ ເຊົາທຳງານ, ແຕ່ພວກຂ້າພະເຈົ້າມີສັດທາວ່າ ນາງຍັງມີຊີວິດຢູ່ຕໍ່ໄປໃນຄວາມເປັນວິນຍານ, ແລະ ພວກຂ້າພະເຈົ້າເຊື່ອວ່າ ພວກຂ້າພະເຈົ້າຈະໄດ້ຢູ່ກັບນາງຊົ່ວນິລັນດອນ ຖ້າຫາກເຮົາຊື່ສັດຕໍ່ພັນທະສັນຍາໃນພຣະວິຫານຂອງພວກຂ້າພະເຈົ້າ. ສັດທາ ໃນພຣະຜູ້ໄຖ່ ແລະ ການຟື້ນຄືນພຣະຊົນຂອງພຣະອົງ, ແລະ ສັດທາໃນການຜະນຶກນິລັນດອນ ເຮັດໃຫ້ພວກຂ້າພະເຈົ້າສາມາດກ່າວຄຳຂວັນໄດ້ດ້ວຍຄວາມໝັ້ນໃຈ.
ປະທານກໍດອນ ບີ ຮິງລີ ໄດ້ກ່າວວ່າ: “ຖ້າຫາກທ່ານເຮັດໃຫ້ດີທີ່ສຸດແລ້ວ, ທຸກສິ່ງຈະເປັນໄປດ້ວຍດີ. ຈົ່ງໄວ້ວາງໃຈໃນພຣະເຈົ້າ. … ພຣະຜູ້ເປັນເຈົ້າຈະບໍ່ປະຖິ້ມເຮົາ.”4
ຄຳຂວັນຂອງຄອບຄົວຂອງພວກຂ້າພະເຈົ້າ ບໍ່ໄດ້ກ່າວວ່າ, “ທຸກສິ່ງຈະເປັນໄປດ້ວຍດີ ດຽວນີ້.” ມັນໝາຍເຖິງຄວາມຫວັງຂອງເຮົາໃນຜົນສະທ້ອນນິລັນດອນ—ອາດບໍ່ແມ່ນຜົນສະທ້ອນໃນເວລານີ້. ພຣະຄຳພີກ່າວວ່າ, ເຮົາຕ້ອງຄົ້ນຫາຢ່າງພາກພຽນ, ອະທິຖານສະເໝີ, ແລະ ມີຄວາມເຊື່ອ, ແລະ ທຸກສິ່ງທັງປວງຈະທຳງານນຳກັນໄປ ເພື່ອຄວາມດີຂອງເຮົາ.”5 ມັນບໍ່ໄດ້ໝາຍຄວາມວ່າ ທຸກສິ່ງ ແມ່ນ ດີໝົດ, ແຕ່ສຳລັບຄົນທີ່ອ່ອນໂຍນ ແລະ ຊື່ສັດ, ທຸກສິ່ງ—ທັງເປັນສິ່ງດີ ແລະ ສິ່ງບໍ່ດີ—ຈະທຳງານ ນຳກັນ ໄປ ເພື່ອຄວາມດີ, ແລະ ເປັນໄປຕາມເວລາຂອງພຣະຜູ້ເປັນເຈົ້າ. ເຮົາລໍຄອຍພຣະອົງ, ບາງເທື່ອເໝືອນດັ່ງ ໂຢບ ທີ່ທົນທຸກທໍລະມານ, ໂດຍທີ່ຮູ້ວ່າ ພຣະເຈົ້າຈະ “ພັນບາດແຜໃຫ້ ເພາະໄດ້ເຮັດໃຫ້ເກີດບາດເຈັບ.”6 ໃຈທີ່ອ່ອນໂຍນຈະຮັບເອົາການທົດລອງ ແລະ ລໍຄອຍເວລາທີ່ຈະໄດ້ຮັບການປິ່ນປົວ ແລະ ຫາຍດີ.
ເມື່ອເຮົາຍອມມອບໃຈ ໃຫ້ແກ່ພຣະວິນຍານ, ເຮົາຈະຮຽນຮູ້ວິທີທາງຂອງພຣະເຈົ້າ ແລະ ຮູ້ສຶກເຖິງພຣະປະສົງຂອງພຣະອົງ. ລະຫວ່າງສິນລະລຶກ, ຊຶ່ງຂ້າພະເຈົ້າເອີ້ນວ່າ ຈຸດສຳຄັນຂອງວັນຊະບາໂຕ, ຂ້າພະເຈົ້າໄດ້ພົບເຫັນວ່າ ຫລັງຈາກໄດ້ອະທິຖານທູນຂໍການໃຫ້ອະໄພບາບແລ້ວ, ຍັງຄວນທູນຖາມພຣະບິດາເທິງສະຫວັນຕື່ມວ່າ, “ມີຫຍັງອີກບໍ່?” ເມື່ອເຮົາອ່ອນນ້ອມ ແລະ ມິດງຽບຢູ່, ຈິດໃຈຂອງເຮົາສາມາດໄດ້ຮັບການຊົງນຳ ໃຫ້ຮູ້ຈັກ ບາງສິ່ງ ທີ່ເຮົາຕ້ອງປ່ຽນແປງ—ບາງສິ່ງທີ່ກຳຈັດຄວາມສາມາດຂອງເຮົາ ທີ່ຈະໄດ້ຮັບການນຳພາທາງວິນຍານ ຫລື ແມ່ນແຕ່ການປິ່ນປົວ ແລະ ຄວາມຊ່ອຍເຫລືອ.
ຍົກຕົວຢ່າງ, ບາງທີຂ້າພະເຈົ້າອາດເຊື່ອງຄວາມແຄ້ນໃຈ ທີ່ມີກັບຄົນອື່ນ. ເມື່ອຂ້າພະເຈົ້າທູນຂໍ ຖ້າຫາກມີສິ່ງອື່ນທີ່ຄວນສາລະພາບຫລືບໍ່, “ຄວາມລັບ” ນັ້ນ ຈະເຂົ້າມາສູ່ຄວາມຊົງຈຳຂອງຂ້າພະເຈົ້າ. ແທ້ໆແລ້ວ, ພຣະວິນຍານກຳລັງຊື່ມໃສ່ຫູ ບອກວ່າ, “ເຈົ້າໄດ້ຖາມຢ່າງຈິງໃຈວ່າ ມີຫຍັງ ອີກບໍ່, ແລະ ມັນກໍຢູ່ນີ້ເດ. ຄວາມແຄ້ນໃຈຈະກີດກັນຄວາມກ້າວໜ້າຂອງເຈົ້າ ແລະ ຈະທຳລາຍຄວາມສາມາດຂອງເຈົ້າ ໃນການມີຄວາມສຳພັນທີ່ດີຕໍ່ກັນ. ໃຫ້ເຈົ້າປ່ອຍມັນໄປສາ.” ໂອ້, ມັນເປັນສິ່ງຍາກຫລາຍ—ເຮົາອາດຄິດວ່າ ເຮົາເປັນຜູ້ຖືກຕ້ອງໃນຄວາມຄຽດແຄ້ນນັ້ນ—ແຕ່ການຍອມເຮັດຕາມທິດທາງຂອງພຣະຜູ້ເປັນເຈົ້າ ເປັນພຽງວິທີດຽວ ທີ່ຈະມີຄວາມສຸກອັນຍາວນານ.
ເມື່ອເວລາຜ່ານໄປ ແລະ ຕາມລຳດັບ, ເຮົາຈະໄດ້ຮັບພະລັງ ແລະ ການຊີ້ນຳທີ່ງົດງາມຂອງພຣະອົງ—ບາງທີ ນຳພາເຮົາໄປພຣະວິຫານເລື້ອຍໆ ຫລື ສຶກສາກ່ຽວກັບການຊົດໃຊ້ຂອງພຣະຜູ້ເປັນເຈົ້າຢ່າງເລິກຊຶ້ງຫລາຍຂຶ້ນ ຫລື ເວົ້າລົມກັບໝູ່ເພື່ອນ, ຫລື ກັບຜູ້ໃຫ້ຄຳແນະນຳທີ່ຊ່ຽວຊານ, ຫລື ແມ່ນແຕ່ກັບທ່ານໝໍ. ການປິ່ນປົວໃຈຂອງເຮົາເລີ່ມຕົ້ນເມື່ອເຮົາຍິນຍອມຕໍ່ ແລະ ນະມັດສະການພຣະເຈົ້າ.
ການນະມັດສະການທີ່ແທ້ຈິງເລີ່ມຕົ້ນເມື່ອໃຈຂອງເຮົາຢູ່ຕໍ່ພຣະພັກຂອງພຣະບິດາ ແລະ ພຣະບຸດ. ສະພາບຂອງໃຈເຮົາເປັນຈັ່ງໃດໃນມື້ນີ້? ມັນເປັນຄວາມຈິງທີ່ວ່າ ກ່ອນຈະໄດ້ຮັບການປິ່ນປົວ ແລະ ມີໃຈທີ່ຊື່ສັດໄດ້ນັ້ນ, ທຳອິດ ເຮົາຕ້ອງປ່ອຍໃຫ້ໃຈເຮົາຊອກຊ້ຳຢູ່ໃນພຣະພັກຂອງພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ແລະ ໃຫ້ພວກເຈົ້າຖະຫວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງພວກເຈົ້າແກ່ເຮົາເປັນເຄື່ອງບູຊາ.”7 ຜົນໄດ້ຮັບຈາກການຖະຫວາຍໃຈຂອງເຮົາ, ຫລື ຄວາມປາດຖະໜາຂອງເຮົາ, ແດ່ພຣະຜູ້ເປັນເຈົ້າ ຄືການໄດ້ຮັບການນຳພາທາງວິນຍານ ທີ່ເຮົາຕ້ອງການ.
ໂດຍການມີຄວາມເຂົ້າໃຈຫລາຍຂຶ້ນເຖິງພຣະຄຸນ ແລະ ພຣະເມດຕາຂອງພຣະຜູ້ເປັນເຈົ້າ, ເຮົາພົບວ່າ ໃຈທີ່ເປັນອິດສະລະຂອງເຮົາ ຈະແຕກອອກ ໃນຄວາມກະຕັນຍູ. ແລ້ວເຮົາໄດ້ເຂົ້າເຖິງພຣະອົງ, ພ້ອມແລ້ວທີ່ຈະມອບແອກຂອງເຮົາໃຫ້ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາ. ດ້ວຍໃຈທີ່ຊອກຊ້ຳ ແລະ ພ້ອມແລ້ວທີ່ຈະມອບໃຫ້, ເຮົາໄດ້ຮັບຄວາມຫວັງໃໝ່ ແລະ ການຊີ້ນຳໃໝ່ ຜ່ານທາງພຣະວິນຍານບໍລິສຸດ.
ຂ້າພະເຈົ້າພະຍາຍາມແກ້ໄຂບັນຫາ ເລື່ອງການເອົາໃຈຕົນເອງ, ຊຶ່ງໃນທີ່ສຸດ ໄດ້ຮູ້ວ່າ ທິດທາງ ຂອງຂ້າພະເຈົ້າ ຍັງຂາດຕົກບົກບ່ອງ, ແລະ ຕ່ຳຕ້ອຍກວ່າທິດທາງຂອງພຣະເຢຊູຄຣິດ. “ທິດທາງ ຂອງພຣະອົງ ເປັນເສັ້ນທາງທີ່ນຳໄປສູ່ຄວາມສຸກ ໃນຊີວິດນີ້ ແລະ ໃນຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ.”8 ເຮົາຈະຮັກພຣະເຢຊູຄຣິດ ແລະ ຮັກທິດທາງຂອງພຣະອົງ ຫລາຍກວ່າທີ່ເຮົາຮັກຕົນເອງ ແລະ ຮັກລາຍການຂອງເຮົາໄດ້ບໍ?
ບາງຄົນຄິດວ່າ ເຂົາເຈົ້າໄດ້ລົ້ມເຫລວຫລາຍເທື່ອ ແລະ ຮູ້ສຶກອ່ອນແອຫລາຍ ທີ່ຈະປ່ຽນການກະທຳທີ່ເປັນບາບ ຫລື ປ່ຽນຄວາມປາດຖະໜາທາງໂລກ. ເຖິງຢ່າງໃດກໍຕາມ, ໃນຖານະທີ່ເປັນຜູ້ຄົນແຫ່ງພັນທະສັນຍາຂອງອິດສະຣາເອນ, ເຮົາບໍ່ພຽງແຕ່ພະຍາຍາມດ້ວຍຕົນເອງເທົ່ານັ້ນ. ຖ້າຫາກເຮົາທູນຕໍ່ພຣະເຈົ້າຢ່າງພາກພຽນ, ພຣະອົງຈະຮັບເອົາເຮົາ ດັ່ງທີ່ເຮົາເປັນຢູ່—ແລະ ປ່ຽນເຮົາໃຫ້ເປັນຄົນທີ່ເກີນກວ່າເຮົາຈະຄາດຄິດໄດ້. ນັກປາດອາຈານທີ່ມີຊື່ສຽງຄົນໜຶ່ງ ຊື່ ຣໍເບີດ ແອວ ມິວເລັດ ໄດ້ຂຽນວ່າ “ຄວາມປາດຖະໜາທີ່ຈະປ່ຽນແປງ,” ຮ່ວມເຂົ້າກັບທາງວິນຍານ “ໃຫ້ຄວາມແນ່ນອນໃຈວ່າ ໃນພຣະເຢຊູຄຣິດ ແລະ ຜ່ານທາງພຣະອົງ, ເຮົາຈະບັນລຸຜົນສຳເລັດ.”9 ດ້ວຍຄວາມເຂົ້າໃຈນັ້ນ, ເຮົາສາມາດເວົ້າກັບພຣະບິດາເທິງສະຫວັນວ່າ:
ຂ້ານ້ອຍໄວ້ວາງໃຈໃນຄວາມຮັກຂອງພຣະອົງ,
ແລະ ຮູ້ວ່າພຣະອົງຮັກຂ້ານ້ອຍ,
ຂ້ານ້ອຍຈະເຮັດຕາມພຣະປະສົງຂອງພຣະອົງ:
ຂ້ານ້ອຍຈະເປັນຄົນທີ່ພຣະອົງປະສົງໃຫ້ຂ້ານ້ອຍເປັນ.10
ເມື່ອເຮົາມອບໃຈທີ່ຊອກຊ້ຳໃຫ້ແກ່ພຣະເຢຊູຄຣິດ, ພຣະອົງຈະຮັບເອົາການຖະຫວາຍຂອງເຮົາ. ພຣະອົງຈະຮັບເອົາເຮົາຄືນ. ບໍ່ວ່າເຮົາໄດ້ທົນທຸກກັບຄວາມເສຍຫາຍ, ເຈັບປວດ, ແລະ ຖືກປະຕິເສດ ມາຫລາຍປານໃດກໍຕາມ, ພຣະຄຸນ ແລະ ການປິ່ນປົວຂອງພຣະອົງ ແມ່ນເໜືອກວ່າທຸກສິ່ງ. ເມື່ອເຮົາມອບແອກ ໃຫ້ແກ່ພຣະຜູ້ຊ່ອຍໃຫ້ລອດ, ເຮົາຈະສາມາດກ່າວອອກມາດ້ວຍຄວາມໝັ້ນໃຈວ່າ, “ທຸກສິ່ງຈະເປັນໄປດ້ວຍດີ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ