“ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ”
ພຣະບັນຍັດຂອງພຣະເຈົ້າ ແມ່ນການສະແດງໃຫ້ປະຈັກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ, ແລະ ການເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ ແມ່ນການສະແດງຄວາມຮັກຂອງເຮົາຕໍ່ພຣະອົງ.
ຕອນ ນາງແຈັນ, ລູກສາວກົກຂອງພວກຂ້າພະເຈົ້າໄດ້ພາລູກສາວຄົນທີສາມຂອງນາງກັບບ້ານຈາກໂຮງໝໍ, ຂ້າພະເຈົ້າໄດ້ໄປທີ່ບ້ານຂອງນາງ ເພື່ອຊ່ອຍເຫລືອນາງ. ຫລັງຈາກສົ່ງລູກສາວກົກຂອງນາງໄປໂຮງຮຽນແລ້ວ, ພວກເຮົາໄດ້ຕັດສິນໃຈວ່າ ນາງແຈັນ ຕ້ອງການພັກຜ່ອນຫລາຍທີ່ສຸດ. ສະນັ້ນສິ່ງທີ່ຂ້າພະເຈົ້າສາມາດຊ່ອຍໄດ້ດີທີ່ສຸດຄື ເອົານາງຄະໂລອີ, ລູກສາວຄົນທີສອງຂອງນາງເມືອບ້ານກັບຂ້າພະເຈົ້າ ເພື່ອວ່າແມ່ຂອງນາງຈະໄດ້ພັກຜ່ອນຢ່າງງຽບໆກັບແອນ້ອຍຄົນໃໝ່.
ຂ້າພະເຈົ້າໄດ້ໃສ່ເຂັມຂັດໃຫ້ນາງຄະໂລອີໃນຕັ່ງຂອງນາງ, ໄດ້ໃສ່ເຂັມຂັດນິລະໄພຂອງຕົນ, ແລະ ໄດ້ຂັບລົດອອກໄປ. ເຖິງຢ່າງໃດກໍຕາມ, ກ່ອນພວກເຮົາຈະໄປເຖິງທ້າຍຖະໜົນນັ້ນ, ນາງຄະໂລອີ ໄດ້ເອົາເຂັມຂັດນິລະໄພຂອງນາງອອກ ແລະ ກຳລັງຢືນຂຶ້ນ, ຢູ່ທາງຫລັງບ່າໄຫລຂອງຂ້າພະເຈົ້າ, ແລະ ກຳລັງເວົ້າລົມກັບຂ້າພະເຈົ້າຢູ່! ຂ້າພະເຈົ້າໄດ້ຈອດລົດຢູ່ຂ້າງຖະໜົນ, ໄດ້ອອກໄປ, ແລະ ໄດ້ເອົານາງນັ່ງໃສ່ບ່ອນນັ່ງຂອງນາງ.
ພວກເຮົາໄດ້ເລີ່ມອີກ ແຕ່ໄປໄດ້ພຽງບໍ່ໄກເມື່ອນາງໄດ້ອອກຈາກບ່ອນນັ່ງຂອງນາງອີກ. ຂ້າພະເຈົ້າໄດ້ເຮັດຕາມຂັ້ນຕອນດຽວກັນນັ້ນຊ້ຳອີກ, ແຕ່ບັດນີ້ກ່ອນຂ້າພະເຈົ້າຂຶ້ນລົດ ແລະ ໃສ່ເຂັມຂັດນິລະໄພຂອງຕົນ, ນາງຄະໂລອີກໍໄດ້ຢືນຂຶ້ນແລ້ວ!
ຂ້າພະເຈົ້າໄດ້ເຫັນຕົວເອງນັ່ງຢູ່ໃນລົດ, ຈອດຢູ່ຂ້າງຖະໜົນ, ກຳລັງແຂ່ງຂັນອຳນາດກັບເດັກອາຍຸສາມປີ. ແລະ ນາງກໍເປັນຜູ້ຊະນະ.
ຂ້າພະເຈົ້າໄດ້ໃຊ້ທຸກໆວິທີທາງທີ່ຂ້າພະເຈົ້າສາມາດຄິດອອກ ເພື່ອເກ້ຍກ່ອມນາງວ່າ ການນັ່ງຢູ່ໃນທີ່ນັ່ງຂອງນາງນັ້ນເປັນຄວາມຄິດທີ່ດີ. ນາງບໍ່ຍອມຟັງ! ໃນທີ່ສຸດຂ້າພະເຈົ້າຕັດສິນໃຈຈະລອງໃຊ້ວິທີທີ່ວ່າ ຖ້າຫາກ/ແລ້ວ.
ຂ້າພະເຈົ້າໄດ້ເວົ້າວ່າ, “ຄະໂລອີເອີ້ຍ, ຖ້າຫາກຫລານຈະນັ່ງຢູ່ໃນບ່ອນນັ່ງຂອງຫລານ, ແລ້ວເມື່ອພວກເຮົາໄປຮອດບ້ານແມ່ຕູ້, ພວກເຮົາສາມາດຫລິ້ນກັບຂອງຫລິ້ນນຳກັນໄດ້.”
ບໍ່ມີການຕອບຮັບຢ່າງໃດ.
“ຄະໂລອີເອີ້ຍ, ຖ້າຫາກຫລານຈະນັ່ງຢູ່ບ່ອນນັ່ງຂອງຫລານ ແລະ ໃສ່ເຂັມຂັດ, ແລ້ວພວກເຮົາສາມາດເຮັດເຂົ້າຈີ່ ເມື່ອໄປຮອດບ້ານຂອງແມ່ຕູ້ນໍ.”
ບໍ່ມີການໂຕ້ຕອບ.
ຂ້າພະເຈົ້າໄດ້ພະຍາຍາມອີກເທື່ອໜຶ່ງ. ຄະໂລອີ, ຖ້າຫາກຫລານຈະນັ່ງຢູ່ບ່ອນນັ່ງຂອງຫລານ ແລະ ໃສ່ເຂັມຂັດ, ແລ້ວພວກເຮົາຈະໄປແວະຕະຫລາດ ແລະ ຊື້ເຂົ້າໜົມເນາະ!”
ຫລັງຈາກພະຍາຍາມໄດ້ສາມເທື່ອ, ຂ້າພະເຈົ້າໄດ້ຮັບຮູ້ວ່າວິທີນີ້ໃຊ້ການບໍ່ໄດ້. ນາງໄດ້ຕັດສິນໃຈແລ້ວ, ແລະ ບໍ່ມີ ຖ້າ/ຫາກ ວິທີໃດຈະຊ່ອຍເກ້ຍກ່ອມໃຫ້ນາງນັ່ງຢູ່ໃນບ່ອນນັ່ງດ້ວຍໃສ່ເຂັມຂັດເລີຍ.
ພວກເຮົາຈະນັ່ງຢູ່ຂ້າງຖະໜົນໝົດມື້ບໍ່ໄດ້, ແຕ່ຂ້າພະເຈົ້າຢາກເຮັດຕາມກົດໝາຍ ແລະ ມັນກໍບໍ່ປອດໄພທີ່ຈະຂັບລົດໄປໂດຍປ່ອຍໃຫ້ນາງຄະໂລອີຢືນຢູ່. ຂ້າພະເຈົ້າໄດ້ອະທິຖານໃນໃຈ ແລະ ໄດ້ຍິນພຣະວິນຍານຊື່ມວ່າ, “ສອນນາງສາ.”
ຂ້າພະເຈົ້າໄດ້ຫັນໜ້າໄປຫານາງ ແລະ ໄດ້ດຶງເອົາເຂັມຂັດໄປຈາກຕົວຂອງຂ້າພະເຈົ້າ ເພື່ອວ່ານາງຈະໄດ້ເຫັນມັນ. ຂ້າພະເຈົ້າໄດ້ເວົ້າວ່າ, “ຄະໂລອີ, ແມ່ຕູ້ໃສ່ເຂັມຂັດນິລະໄພ ເພາະວ່າມັນຈະປົກປ້ອງແມ່ຕູ້. ແຕ່ຫລານບໍ່ໃສ່ເຂັມຂັດນິລະໄພຂອງຫລານ, ແລະ ຫລານຈະບໍ່ປອດໄພ. ແມ່ຕູ້ຈະເສົ້າໃຈຫລາຍຖ້າຫາກຫລານເຈັບປວດ.”
ນາງໄດ້ຫລຽວເບິ່ງຂ້າພະເຈົ້າ; ຂ້າພະເຈົ້າເກືອບໄດ້ເຫັນນາງຄິດກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ເວົ້າ ຂະນະທີ່ຂ້າພະເຈົ້າໄດ້ລໍຖ້າການຕອບໂຕ້ຂອງນາງຢ່າງຕື່ນເຕັ້ນ. ໃນທີ່ສຸດ, ນາງໄດ້ມືນຕາສີຟ້າໃຫຍ່ດ້ວຍຄວາມເຂົ້າໃຈ ແລະ ໄດ້ກ່າວກັບຂ້າພະເຈົ້າວ່າ, “ແມ່ຕູ້, ແມ່ຕູ້ຢາກໃຫ້ຂ້ານ້ອຍໃສ່ເຂັມຂັດນິລະໄພ ເພາະວ່າແມ່ຕູ້ຮັກຂ້ານ້ອຍຊັ້ນບໍ!”
ພຣະວິນຍານໄດ້ເຕັມຢູ່ໃນລົດຂະນະທີ່ຂ້າພະເຈົ້າໄດ້ສະແດງຄວາມຮັກທີ່ມີຕໍ່ນາງ. ຂ້າພະເຈົ້າບໍ່ຢາກສູນເສຍຄວາມຮູ້ສຶກນັ້ນໄປ, ແຕ່ຂ້າພະເຈົ້າໄດ້ຮູ້ວ່າ ຂ້າພະເຈົ້າໄດ້ມີໂອກາດ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ອອກໄປ ແລະ ໄດ້ໃສ່ເຂັມຂັດໃຫ້ນາງ. ແລ້ວຂ້າພະເຈົ້າໄດ້ຖາມນາງວ່າ, “ຄະໂລອີ, ຂໍໃຫ້ຫລານນັ່ງຢູ່ໃນບ່ອນນັ່ງຂອງຫລານໄດ້ບໍ?” ແລະ ນາງກໍໄດ້ເຮັດຕາມ—ຈົນໄປເຖິງຕະຫລາດ ໄປຊື້ເຂົ້າໜົມນັ້ນ! ແລະ ນາງກໍໄດ້ໃສ່ເຂັມຂັດຈາກຕະຫລາດຈົນເຖິງບ້ານຂອງຂ້າພະເຈົ້າ, ບ່ອນທີ່ພວກເຮົາໄດ້ເຮັດເຂົ້າຈີ່ ແລະ ໄດ້ຫລິ້ນນຳຂອງຫລິ້ນ ເພາະນາງຄະໂລອີ ບໍ່ໄດ້ລືມສິ່ງທີ່ຂ້າພະເຈົ້າໄດ້ບອກນາງ.
ຂະນະທີ່ຂ້າພະເຈົ້າໄດ້ຂັບລົດກັບເຂົ້າຖະໜົນອີກໃນມື້ນັ້ນ, ພຣະຄຳພີຂໍ້ໜຶ່ງໄດ້ເຂົ້າມາໃນຄວາມຄິດຂອງຂ້າພະເຈົ້າວ່າ: “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.”1 ເຮົາມີກົດທີ່ຈະສອນ, ນຳພາ, ແລະ ປົກປ້ອງເດັກນ້ອຍ. ເປັນຫຍັງ? ເປັນເພາະຄວາມຮັກອັນຍິ່ງໃຫຍ່ທີ່ເຮົາມີໃຫ້ເຂົາ. ແຕ່ຈົນກວ່ານາງຄະໂລອີ ໄດ້ເຂົ້າໃຈວ່າຄວາມປາດຖະໜາຂອງຂ້າພະເຈົ້າ ແມ່ນເພື່ອຢາກໃຫ້ນາງນັ່ງຢູ່ໃນບ່ອນນັ່ງນັ້ນ ກໍເປັນເພາະຄວາມຮັກຂອງຂ້າພະເຈົ້າທີ່ມີຕໍ່ນາງ, ນາງບໍ່ເຕັມໃຈທີ່ຈະຍອມຮັບຕໍ່ສິ່ງທີ່ນາງໄດ້ຄິດວ່າເປັນຄວາມເຂັ່ງຄັດ. ນາງໄດ້ຮູ້ສຶກວ່າເຂັມຂັດ ຈຳກັດອິດສະລະຂອງນາງ.
ເໝືອນດັ່ງນາງຄະໂລອີ, ເຮົາກໍສາມາດເລືອກທີ່ຈະເຫັນພຣະບັນຍັດວ່າເປັນຂໍ້ຈຳກັດ. ບາງເທື່ອເຮົາອາດຮູ້ສຶກວ່າ ກົດຂອງພຣະເຈົ້າຈຳກັດອິດສະລະສ່ວນຕົວຂອງເຮົາ, ເອົາອຳເພີໃຈຂອງເຮົາໄປ, ແລະ ຈຳກັດການເຕີບໂຕຂອງເຮົາ. ແຕ່ເມື່ອເຮົາສະແຫວງຫາຄວາມເຂົ້າໃຈຫລາຍຂຶ້ນ ເມື່ອເຮົາປ່ອຍໃຫ້ພຣະບິດາຂອງເຮົາສັ່ງສອນເຮົາ, ເຮົາຈະເລີ່ມເຫັນວ່າ ກົດຂອງພຣະອົງ ແມ່ນການສະແດງໃຫ້ປະຈັກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ, ແລະ ການເຊື່ອຟັງຕໍ່ກົດຂອງພຣະອົງ ແມ່ນການສະແດງຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງ.
ຖ້າຫາກຊີວິດຂອງທ່ານ ເປັນເໝືອນວ່າທ່ານກຳລັງຈອດລົດຢູ່ຂ້າງຖະໜົນ, ຂ້າພະເຈົ້າຂໍແນະນຳຫລັກທຳສາມສີ່ຢ່າງໄດ້ບໍ, ຊຶ່ງຖ້າຫາກເຮັດຕາມ, ຈະຊ່ອຍໃຫ້ທ່ານກັບຄືນມາຢູ່ໃນເສັ້ນທາງແຫ່ງສັດທາ ແລະ ການເຊື່ອຟັງຢ່າງປອດໄພ”?2
ໜຶ່ງ, ໄວ້ວາງໃຈໃນພຣະເຈົ້າ. ຈົ່ງໄວ້ວາງໃຈໃນແຜນນິລັນດອນຂອງພຣະອົງສຳລັບທ່ານ. ເຮົາແຕ່ລະຄົນເປັນ “ບຸດ ຫລື ທິດາທາງວິນຍານທີ່ຊົງຮັກຂອງພຣະບິດາມານດາແຫ່ງສະຫວັນ.” ຄວາມຮັກຂອງພວກພຣະອົງສຳລັບພວກເຮົາແມ່ນແຈ້ງຊັດດີຢູ່ໃນພຣະບັນຍັດ. ພຣະບັນຍັດເປັນຄຳສອນທີ່ຈຳເປັນເພື່ອສັ່ງສອນ, ນຳພາ, ແລະ ປົກປ້ອງເຮົາ ຂະນະທີ່ເຮົາ “ມີປະສົບການຢູ່ໃນໂລກ.”3
ໃນ “ອານາກ່ອນຊີວິດມະຕະ” ເຮົາໄດ້ໃຊ້ອຳເພີໃຈຂອງເຮົາ ເພື່ອຮັບແຜນຂອງພຣະເຈົ້າ,4 ແລະ ເຮົາໄດ້ຮຽນຮູ້ວ່າ ການເຊື່ອຟັງກົດນິລັນດອນຂອງພຣະເຈົ້າແມ່ນຈຳເປັນຕໍ່ຄວາມສຳເລັດຜົນຂອງເຮົາ ໃນແຜນຂອງພຣະອົງ. ພຣະຄຳພີສອນເຮົາວ່າ: “ມີກົດ, ອອກຄຳສັ່ງໄວ້ໃນສະຫວັນຢ່າງປ່ຽນແປງບໍ່ໄດ້ ກ່ອນການວາງຮາກຖານຂອງໂລກ, ຊຶ່ງໃນນັ້ນ ພອນທັງປວງໄດ້ຖືກກຳນົດໄວ້ແລ້ວ.”5 ຖ້າຫາກເຮົາເຊື່ອຟັງກົດນັ້ນ, ເຮົາກໍໄດ້ຮັບພອນຕ່າງໆ.
ແມ່ນແຕ່ພ້ອມດ້ວຍຄວາມຜິດພາດ, ການຕໍ່ຕ້ານ, ແລະ ການຮຽນຮູ້ທີ່ຄຽງຄູ່ໄປກັບປະສົບການມະຕະຂອງເຮົາ, ພຣະເຈົ້າຈະບໍ່ລືມຄວາມສາມາດນິລັນດອນຂອງເຮົາ, ແມ່ນແຕ່ເມື່ອເຮົາລືມມັນ. ເຮົາສາມາດໄວ້ວາງໃຈພຣະອົງ “ເພາະພຣະເຈົ້າປາດຖະໜາໃຫ້ລູກໆຂອງພຣະອົງກັບຄືນມາຫາພຣະອົງ.”6 ແລະ ພຣະອົງໄດ້ຈັດເສັ້ນທາງຜ່ານການຊົດໃຊ້ຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ ໄວ້ໃຫ້ເຮົາ. ການຊົດໃຊ້ເປັນ “ຈຸດໃຈກາງຂອງແຜນແຫ່ງຄວາມລອດ.”7
ສອງ, ໄວ້ໃຈພຣະເຢຊູ. ການສະແດງອອກທີ່ດີທີ່ສຸດເຖິງການເຊື່ອຟັງ ແລະ ຄວາມຮັກທີ່ບໍລິສຸດ ຄືການຊົດໃຊ້ຂອງພຣະເຢຊູຄຣິດ. ໃນການຍິນຍອມຕໍ່ພຣະປະສົງຂອງພຣະບິດາ, ພຣະອົງໄດ້ສະລະພຣະຊົນຂອງພຣະອົງສຳລັບເຮົາ. ພຣະອົງໄດ້ກ່າວວ່າ, “ຖ້າພວກເຈົ້າເຊື່ອຟັງຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ; ເໝືອນດັ່ງເຮົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະບິດາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.”8
ພຣະເຢຊູໄດ້ສອນວ່າ:
“ຈົ່ງຮັກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.
“ນັ້ນແຫລະ ແມ່ນກົດບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.
ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”9
ທຸກໆວັນອາທິດ ເຮົາມີໂອກາດທີ່ຈະໄຕ່ຕອງ ແລະ ລະນຶກເຖິງຄວາມຮັກອັນບໍລິສຸດຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ເມື່ອເຮົາຮັບສ່ວນສັນຍາລັກຂອງການຊົດໃຊ້ທີ່ບໍ່ມີຂອບເຂດຂອງພຣະອົງ. ໃນລະຫວ່າງສິນລະລຶກ, ຂ້າພະເຈົ້າສັງເກດເບິ່ງຂະນະທີ່ມື ແລະ ແຂນຢື້ອອກໄປເພື່ອຢາຍເຂົ້າຈີ່ ແລະ ນ້ຳ. ຂະນະທີ່ຂ້າພະເຈົ້າຢື້ແຂນຂອງຂ້າພະເຈົ້າອອກໄປ ແລະ ຮັບສ່ວນ, ຂ້າພະເຈົ້າເຮັດພັນທະສັນຍາວ່າ ຂ້າພະເຈົ້າເຕັມໃຈຮັບພຣະນາມຂອງພຣະອົງ ເພື່ອລະນຶກເຖິງພຣະອົງ, ແລະ ຮັກສາພຣະບັນຍັດຂອງພຣະອົງ. ແລະ ພຣະອົງສັນຍາວ່າ [ເຮົາ] ຈະມີພຣະວິນຍານຂອງພຣະອົງຢູ່ກັບ [ເຮົາ] ຕະຫລອດເວລາ.”10
ສາມ, ໄວ້ວາງໃຈໃນການຊື່ມຂອງພຣະວິນຍານ. ທ່ານຈື່ປະສົບການຂອງຂ້າພະເຈົ້າກັບນາງຄະໂລອີໄດ້ບໍ່ ວ່າພຣະວິນຍານໄດ້ຊື່ມຂໍ້ພຣະຄຳພີໃສ່ຫູຂ້າພະເຈົ້າ? ນັ້ນແມ່ນ ພຣະທຳໂຢຮັນ, ບົດທີ 14, ຂໍ້ທີ 15 ວ່າ: “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.” ແລະ ຂໍ້ທີ່ສຳຄັນກໍຕິດຕາມມາ ວ່າ:
“ຝ່າຍເຮົາຈະທູນຂໍພຣະບິດາເຈົ້າ, ແລະ ພຣະອົງຈະຊົງປະທານຜູ້ຊ່ອຍອີກອົງໜຶ່ງແກ່ພວກເຈົ້າ, ເພື່ອຈະຢູ່ກັບພວກເຈົ້າຕະຫລອດໄປເປັນນິດ;
“ຄືພຣະວິນຍານແຫ່ງຄວາມຈິງ; ຊຶ່ງໂລກບໍ່ອາດຈະຮັບພຣະອົງໄດ້, ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ: ແຕ່ພວກເຈົ້າຮູ້ຈັກພຣະອົງ; ເພາະພຣະອົງສະຖິດຢູ່ກັບພວກເຈົ້າ, ແລະ ຈະຢູ່ໃນພວກເຈົ້າ.”11
ສະມາຊິກທີ່ມີຄ່າຄວນທຸກຄົນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ທີ່ໄດ້ຮັບການຢືນຢັນແລ້ວ ມີສິດທີ່ຈະໄດ້ຮັບພຣະວິນຍານບໍລິສຸດເປັນເພື່ອນ. ການຖືສິນອົດເຂົ້າ, ການອະທິຖານ, ການສຶກສາພຣະຄຳພີ, ແລະ ການເຊື່ອຟັງ ຈະເພີ່ມຄວາມສາມາດຂອງເຮົາທີ່ຈະໄດ້ຍິນ ແລະ ຮູ້ສຶກເຖິງການກະຕຸ້ນຂອງພຣະວິນຍານ.
ເມື່ອຈິດໃຈຂອງທ່ານເຕັມປ່ຽມດ້ວຍຄວາມສົງໄສ ແລະ ຄວາມສັບສົນ, ພຣະບິດາ ແລະ ພຣະບຸດຈະສົ່ງພຣະວິນຍານບໍລິສຸດມາ ເພື່ອຕັກເຕືອນ ແລະ ນຳພາທ່ານໄປ ຜ່ານຜ່າອັນຕະລາຍຂອງການເດີນທາງໃນຊີວິດມະຕະຢ່າງປອດໄພ. ພຣະອົງຈະຊ່ອຍທ່ານໃຫ້ຈື່ຈຳ, ປອບໂຍນທ່ານ, ແລະ ເຮັດໃຫ້ທ່ານ “ເຕັມໄປດ້ວຍຄວາມຫວັງ ແລະ ຄວາມຮັກທີ່ບໍລິບູນ.”12
ສີ່, ໄວ້ວາງໃຈຄຳແນະນຳຂອງສາດສະດາທີ່ມີຊີວິດຢູ່. ພຣະບິດາເທິງສະຫວັນຂອງເຮົາໄດ້ຈັດຫາວິທີທາງໃຫ້ເຮົາເພື່ອຈະໄດ້ຍິນພຣະຄຳຂອງພຣະອົງ ແລະ ຮູ້ກົດຂອງພຣະອົງຜ່ານສາດສະດາຂອງພຣະອົງ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, ພຣະຄຳຂອງພຣະອົງຈະ ... ເກີດເປັນຈິງ, ບໍ່ວ່າຈະເປັນໂດຍສຸລະສຽງຂອງພຣະອົງ ຫລື ໂດຍສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ມັນກໍເໝືອນກັນ.”13
ເມື່ອບໍ່ດົນມານີ້, ສາດສະດາທີ່ມີຊີວິດຢູ່ ໄດ້ແນະນຳເຮົາໃຫ້ “ຖືວັນຊະບາໂຕ, ຢືດຖືໄວ້ໃຫ້ເປັນວັນສັກສິດ,”14 ແລະ ໃຫ້ດຳລົງຊີວິດຕາມກົດຂອງການຖືສິນອົດເຂົ້າ. ການເຊື່ອຟັງຕໍ່ຄຳແນະນຳຂອງສາດສະດາ ຈະຕຽມທາງໃຫ້ເຮົາ ທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ທີ່ຈະຮັກພຣະອົງ ແລະ ຮັກເພື່ອນບ້ານຂອງເຮົາ ເມື່ອເຮົາມີສັດທາຫລາຍຂຶ້ນໃນພຣະຄຣິດ ແລະ ເອື້ອມອອກໄປ ເພື່ອຮັກ ແລະ ດູແລຄົນອື່ນ.15
ເຮົາອຸ່ນໃຈກັບພຣະຄຳດັ່ງຕໍ່ໄປນີ້ຂອງພຣະຜູ້ເປັນເຈົ້າ ຊຶ່ງກ່າວຜ່ານສາດສະດາຂອງພຣະອົງ. ພຣະເຈົ້າໄດ້ເອີ້ນປະທານທອມມັສ ແອັສ ມອນສັນ, ທີ່ປຶກສາໃນຝ່າຍປະທານສູງສຸດ, ແລະ ສະມາຊິກໃນກຸ່ມອັກຄະສາວົກສິບສອງໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ຢູ່ໃນໂລກທີ່ເຕັມໄປດ້ວຍຄວາມຢ້ານກົວ, ສິ່ງລົບກວນ, ຄວາມຍາກລຳບາກ, ແລະ ຄວາມຄຽດແຄ້ນ, ເຮົາສາມາດເພິ່ງອາໄສພວກເພິ່ນ ເພື່ອຈະໄດ້ເຫັນວິທີທີ່ສານຸສິດຂອງພຣະເຢຊູຄຣິດ, ທີ່ເຕັມປ່ຽມດ້ວຍຄວາມໃຈບຸນ, ເບິ່ງ, ໄດ້ຍິນ, ແລະ ຕອບໂຕ້ຕໍ່ບັນຫາທີ່ສາມາດກໍ່ໃຫ້ເກີດການຂັດແຍ້ງກັນໄດ້. ພວກເພິ່ນເປັນພະຍານເຖິງພຣະເຢຊູຄຣິດ ແລະ ຕອບສະໜອງດ້ວຍຄວາມໃຈບຸນ, ຊຶ່ງເປັນຄວາມຮັກອັນບໍລິສຸດຂອງພຣະເຢຊູຄຣິດ, ອົງທີ່ພວກເພິ່ນເປັນສັກຂີພະຍານເຖິງ.
ຫລັງຈາກປະສົບການຂອງຂ້າພະເຈົ້າກັບນາງຄະໂລອີ, ຂ້າພະເຈົ້າໄດ້ຊອກຫາຂໍ້ພຣະຄຳພີ ທີ່ກ່າວເຖິງພຣະບັນຍັດ ແລະ ຄວາມຮັກ. ຂ້າພະເຈົ້າໄດ້ພົບເຫັນຢູ່ຫລາຍບ່ອນ. ພຣະບັນຍັດຂອງພຣະອົງ ແມ່ນການສະແດງໃຫ້ປະຈັກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ, ແລະ ການເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ ແມ່ນການສະແດງຄວາມຮັກຂອງເຮົາຕໍ່ພຣະອົງ.
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາໄວ້ພຣະໄທພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ; ໄວ້ພຣະໄທພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ ແລະ ການໃຊ້ສັດທາໃນການຊົດໃຊ້ຂອງພຣະອົງ; ໄວ້ພຣະໄທກັບການຊື່ມຂອງພຣະວິນຍານ; ແລະ ໄວ້ວາງໃຈໃນຄຳແນະນຳຂອງສາດສະດາທີ່ມີຊີວິດຢູ່, ເຮົາຈະພົບເຫັນເສັ້ນທາງຂອງເຮົາຈາກຂ້າງຖະໜົນ ແລະ ເດີນທາງຕໍ່ໄປຢ່າງປອດໄພ—ບໍ່ແມ່ນພຽງແຕ່ຈະອົດທົນເທົ່ານັ້ນ—ແຕ່ພົບເຫັນຄວາມສຸກໃນການເດີນທາງກັບບ້ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.