​2010–2019
ຖືກ​ເລືອກ​ໃຫ້​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ
ຕຸລາ 2015


16:54

ຖືກ​ເລືອກ​ໃຫ້​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ

ເປັນ​ເລື່ອງ​ທີ່​ປະເສີດ​ແທ້ໆ ທີ່​ບັນດາ​ບຸລຸດ​ຜູ້​ສູງ​ອາຍຸ ທີ່​ມີ​ປະສົບ​ການ ແລະ ຄວາມ​ແນວ​ແນ່​ຫລາຍ​ຮັບ​ໃຊ້​ໃນ​ຕຳແໜ່ງ​ຜູ້ນຳ​ອາວຸໂສ​ຂອງ​ສາດສະໜາ​ຈັກ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ປີ 1996 ປະທານ​ກໍດອນ ບີ ຮິງລີ ໄດ້​ຮັບ​ການ​ສຳພາດ​ຈາກລາຍການ​ຂ່າວ 60 Minutes ຂອງ​ສະຖານີ​ໂທລະທັດ​ແຫ່ງ​ຊາດ. ທ່ານ ໄມ້ ວໍລະສ໌, ນັກ​ຂ່າວ​ທີ່​ມີ​ປະສົບ​ການ ແລະ ເດັດດ່ຽວ ໄດ້​ສຳພາດ ປະທານ​ຮິງລີ ກ່ຽວ​ກັບ​ຫົວຂໍ້​ທີ່​ສຳຄັນ​ຫລາຍໆ​ຂໍ້.

ໃກ້​ຕອນ​ທ້າຍ​ຂອງ​ການ​ສົນທະນາ​ນັ້ນ, ທ່ານ ວໍ​ລະ​ສ໌ ໄດ້​ກ່າວ​ວ່າ, “ມີ​ບາງ​ຄົນ​ທີ່​ກ່າວ​ວ່າ, ‘ນີ້​ເປັນ​ອົງການ​ທີ່ ຖືກ​ນຳພາ​ໂດຍ​ຄົນ​ສູງ​ອາຍຸ ມີ​ແຕ່​ຄົນ​ແກ່​ຊະລາ ນຳພາ​ສາດສະໜາ​ຈັກ​ນີ້.’”

ປະທານ​ຮິງລີ ໄດ້​ຕອບ​ດ້ວຍ​ຄວາມ​ເບີກບານ ແລະ ບໍ່​ໄດ້​ລັງ​ເລ​ໃຈ​ວ່າ, “ຊ່າງ​ເປັນ​ເລື່ອງ​ປະເສີດ​ແທ້ໆ​ນໍ ທີ່​ມີ​ບຸລຸດ ຜູ້​ມີ​ປະສົບ​ການ​ຫລາຍ ແລະ ແນ່ວ​ແນ່ ນຳພາ​ສາດສະໜາ​ຈັກ, ຜູ້​ທີ່​ຈະ​ບໍ່​ຫວັ່ນໄຫວ​ໄປ​ມາ​ນຳ​ຄຳ​ສອນ ຂອງ​ໂລກ​ທີ່​ປ່ຽນແປງ​ໄປ​ເລື້ອຍໆ” (ການ​ຖ່າຍ​ທອດ ເມື່ອ​ວັນທີ 7 ເດືອນ​ເມສາ, 1996).

ຈຸດປະສົງ​ຂອງ​ຂ້າພະເຈົ້າ​ແມ່ນ​ຈະ​ອະທິບາຍ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ ເປັນ​ເລື່ອງ​ທີ່​ປະເສີດ​ແທ້ໆ ທີ່​ບັນດາ​ບຸລຸດ​ຜູ້​ສູງ​ອາຍຸ ທີ່​ມີ​ປະສົບ​ການ ແລະ ຄວາມ​ແນ່ວ​ແນ່​ຫລາຍ ​ຮັບ​ໃຊ້​ໃນ​ຕຳແໜ່ງ​ຜູ້ນຳ​ອາວຸໂສ​ຂອງ​ສາດ ສະໜາ​ຈັກ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ—ແລະ ວ່າ​ເປັນ​ຫຍັງ ເຮົາ​ຄວນ​ໄດ້​ຍິນ ແລະ ເຊື່ອ​ຟັງ (ໂມໄຊຢາ 2:9) ຄຳ​ສອນ​ຂອງບັນດາ​ບຸລຸດ​ເຫລົ່າ​ນີ້ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໃຫ້​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ນາມ​ຂອງ [ພຣະ​ອົງ] ... ໄປ​ທົ່ວ​ປະຊາຊາດ, ຕະກຸນ, ພາສາ, ແລະ ຜູ້​ຄົນ​ທັງ​ປວງ (ເບິ່ງ D&C 112:1).

ຂ້າພະເຈົ້າ​ອະທິຖານ​ວ່າ ພຣະ​ວິນ​ຍານ​ບໍລິສຸດ​ຈະ​ສິດສອນ​ເຮົາ​ທຸກ​ຄົນ ຂະນະ​ທີ່​ເຮົາ​ພິຈາລະນາ​ນຳ​ກັນ ກ່ຽວ​ກັບ ຫົວ​ຂໍ້ທີ່​ສຳຄັນ​ນີ້.

ບົດຮຽນ​ທີ່​ໄດ້​ມາ​ຜ່ານ​ປະສົບ​ການ​ຕະຫລອດ​ຊີວິດ

ຂ້າພະເຈົ້າ​ກ່າວ​ກ່ຽວ​ກັບ​ຫົວຂໍ້​ນີ້​ຈາກ​ທັດສະນະ​ທີ່​ແນ່ນອນ ແລະ ແຈ້ງ​ຊັດ. ເປັນ​ເວລາ 11 ປີ​ທີ່​ຜ່ານ​ມາ, ຂ້າພະເຈົ້າ​ໄດ້​ເປັນ​ສະມາຊິກ ລຸ້ນ​ນ້ອຍ​ທີ່​ສຸດ​ຂອງ​ກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ ເມື່ອ​ກ່າວ​ເຖິງ​ອາຍຸ ຂອງ​ຂ້າ​ພະ​ເຈົ້າ. ໃນ​ຊ່ວງ​ເວລາ​ຂອງ​ການ​ຮັບ​ໃຊ້​ຂອງ​ຂ້າພະເຈົ້າ​ໃນກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ, ອາຍຸ​ສະເລ່ຍ​ຂອງ​ບັນດາ​ບຸລຸດ​ທີ່​ຮັບ​ໃຊ້ ໃນ​ຝ່າຍ​ປະທານ​ສູງ​ສຸດ ແລະ ສະພາ​ອັກ​ຄະ​ສາວົກ​ສິບ​ສອງ​ແມ່ນ 77 ປີ—ຊຶ່ງ​ເປັນ​ອາຍຸ​ສະເລ່ຍ​ທີ່​ແກ່​ສຸດ​ຂອງ​ອັກ​ຄະ​ສາວົກ​ໃນ​ໄລຍະ 11 ປີ ໃນ​ຍຸກ​ສະໄໝ​ນີ້.

ຂ້າພະເຈົ້າ​ໄດ້​ຮັບ​ພອນ​ໂດຍ​ປະສົບ​ການ​ສ່ວນ​ລວມ​ຂອງ​ຝ່າຍ​ອັກ​ຄະ​ສາວົກ, ຝ່າຍ​ສາດສະໜາ, ສ່ວນ​ຕົວ, ແລະ ທາງ​ວິຊາ​​ອາຊີບ ແລະ ຄວາມຮູ້​ຂອງ​ສະມາຊິກ​ໃນ​ກຸ່ມ ຜູ້​ທີ່​ຂ້າພະເຈົ້າ​ມີ​ສ່ວນ​ຮັບ​ໃຊ້​ດ້ວຍ​ກັນ. ຕົວຢ່າງ​ໜຶ່ງ​ຈາກ​ມິດຕະພາບ​ຂອງ​ຂ້າພະເຈົ້າ​ກັບ ແອວ​ເດີ ຣໍເບີດ ດີ ແຮ​ວສ໌ ສະແດງ​ເຖິງ​ໂອກາດ​ທີ່​ປະເສີດ ທີ່​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ຈາກ ແລະ ຮັບ​ໃຊ້​ນຳ​ບັນດາ​ຜູ້ນຳ​ເຫລົ່າ​ນີ້.

ເມື່ອ​ຫລາຍ​ປີ​ກ່ອນ ຂ້າພະເຈົ້າ​ໄດ້​ໄປ​ຢ້ຽມຢາມ ແອວ​ເດີ ແຮ​ວສ໌ ຕອນ​ບ່າຍ​ວັນ​ອາທິດ​ມື້ໜຶ່ງ​ທີ່​ບ້ານ​ຂອງ​ເພິ່ນ ຕອນ​ທີ່​ເພິ່ນ​ໄດ້​ພັກ​ຟື້ນ ຈາກ​ການ​ເຈັບ​ປ່ວຍ​ທີ່​ຮ້າຍ​ແຮງ. ພວກ​ເຮົາ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ ຄອບຄົວ, ໜ້າທີ່​ຮັບຜິດຊອບ​ຂອງ​ກຸ່ມ, ແລະ ປະສົບ​ການ​ທີ່​ສຳຄັນຂອງ​ພວກ​ເຮົາ.

ໃນ​ຕອນ​ໜຶ່ງ ຂ້າພະເຈົ້າ​ໄດ້​ຖາມ ແອວ​ເດີ ແຮ​ວສ໌ ວ່າ, “ທ່ານ​ໄດ້ ເປັນ​ສາມີ, ພໍ່, ນັກ​ກິລາ, ຜູ້​ບໍລິຫານ​ທຸລະ​ກິດ, ແລະ ຜູ້ນຳ​ຂອງ​ສາດສະໜາ​ຈັກ​ທີ່​ປະສົບ​ຜົນ​ສຳ​ເລັດ. ທ່ານ​ໄດ້​ຮຽນ​ບົດຮຽນ​ໃດ​ແດ່ ຂະນະ​ທີ່ທ່ານ​ໄດ້​ມີ​ອາຍຸ​ສູງ​ຂຶ້ນ ແລະ ຖືກ​ຈຳກັດ​ໂດຍ​ຄວາມ​ສາມາດ​ທາງຮ່າງກາຍ​ທີ່​ມີ​ນ້ອຍ​ລົງ?”

ແອວເດີ ແຮວສ໌ ໄດ້​ຢຸດ​ຄິດ​ບຶດໜຶ່ງ ແລະ ໄດ້​ຕອບ​ວ່າ, “ເມື່ອ​ເຮົາ​ບໍ່ສາມາດ​ເຮັດ​ສິ່ງ​ທີ່​ເຮົາ​ເຄີຍ​ໄດ້​ເຮັດ​ມາ​ຕະຫລອດ, ແລ້ວເຮົາ​ກໍ​ຕ້ອງ​ເຮັດ​ແຕ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ.”

ຂ້າພະເຈົ້າ​ປະທັບ​ໃຈ​ຫລາຍ​ໂດຍ​ຄຳ​ຕອບ​ທີ່​ລຽບ​ງ່າຍ ແລະ ຖີ່​ຖ່ວນຂອງ​ເພິ່ນ. ເພື່ອນ​ອັກ​ຄະ​ສາວົກ​ທີ່​ຮັກ​ຂອງ​ຂ້າພະເຈົ້າ​ໄດ້​ແບ່ງປັນ​ບົດຮຽນ​ທີ່​ໄດ້​ມາ ຜ່ານ​ປະສົບ​ການ​ຕະຫລອດ​ຊີວິດ—ບົດຮຽນ​ທີ່​ໄດ້​ຮຽນ​ຮູ້ ຜ່ານ​ການ​ທົດ​ສອບ​ທີ່​ຍາກ​ລຳບາກ​ຂອງ​ການ​ທົນ​ທຸກ​ທາງ​ຮ່າງກາຍ ແລະ ການ​ສະແຫວງຫາ​ເລື່ອງ​ທາງ​ວິນ​ຍານ.

ຂໍ້​ຈຳກັດ ແລະ ຄວາມ​ອ່ອນແອ​ຂອງ​ມະນຸດ

ຂໍ້​ຈຳກັດ​​ທີ່​ເປັນ​ຜົນ​ທຳ​ມະ​ຊາດ​ຂອງ​ຄວາມ​ແກ່​ຊະລາ​ກໍ​ສາມາດ​ກາຍເປັນ​ແຫລ່ງ​ທີ່​ປະເສີດ​ຂອງ​ການ​ຮຽນ​ຮູ້ ແລະ ຄວາມ​ຮູ້​ແຈ້ງ ທາງ​ວິນ​ຍານ​ໄດ້. ປັດໃຈ​ອັນ​ດຽວ​ກັນ​ທີ່​ຜູ້​ຄົນ​ທັງຫລາຍ​ອາດ​ເຊື່ອ​ວ່າ ຈຳກັດ​ປະສິດທິພາບ​ຂອງ​ຜູ້​ຮັບ​ໃຊ້​ເຫລົ່າ​ນີ້ ກໍ​ສາມາດ​ກາຍເປັນ​ຄວາມເຂັ້ມແຂງ​ຂອງ​ພວກ​ເພິ່ນ​ໄດ້. ຂໍ້​ຈຳກັດ​ທາງ​ຮ່າງກາຍ​ສາມາດ​ຂະຫຍາຍ​ຄວາມ​ເຂົ້າໃຈ​ຂອງ​ເຮົາ​ໄດ້. ຄວາມ​ອົດທົນ​ທີ່​ຈຳກັດ​ສາມາດ​ເຮັດ​ໃຫ້​ລະດັບ​ຄວາມ​ສຳຄັນ​ແຈ່ມ​ແຈ້ງ​ຂຶ້ນ​ໄດ້. ຄວາມ​ບໍ່​ສາມາດ​ເຮັດ​ຫລາຍ​ສິ່ງຫລາຍ​ຢ່າງ​ໄດ້​ ກໍ​ສາມາດ​ນຳ​ຄວາມ​ຕັ້ງໃຈ​ໄປ​ສູ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໄດ້.

ບາງ​ຄົນ​ໄດ້​ແນະນຳ​ວ່າ​ຕ້ອງ​ມີ​ຜູ້ນຳ​ທີ່​ໜຸ່ມ​ກວ່າ ແລະ ຫ້າວຫັນ​ໃນ​ສາດສະໜາ​ຈັກ ເພື່ອ​ຈະ​ຮັບ​ມື​ຢ່າງ​ມີ​ປະສິດທິພາບ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ ໃນ​ໂລກ​ສະໄໝ​ໃໝ່​ຂອງ​ເຮົາ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ນຳ​ໃຊ້​ປັດ​ຊະ​ຍາ ແລະ ພາກ​ປະຕິບັດ​ຂອງ​ການ​ນຳພາ​ທີ່​ທັນ​ສະໄໝ ເພື່ອ​ຈະ​ສຳເລັດຈຸດປະສົງ​ຂອງ​ພຣະ​ອົງ (ເບິ່ງ ເອຊາຢາ 55:8–9). ເຮົາ​ສາມາດຄາດ​ຫວັງ​ໄດ້​ວ່າ​ປະທານ ແລະ ຜູ້ນຳ​ອາວຸໂສ​ຂອງ​ສາດສະໜາ​ຈັກ ຈະເປັນ​ຜູ້​ສູງ​ອາຍຸ ແລະ ມີ​ປະສົບ​ການ​ທາງ​ວິນ​ຍານ​ຫລາຍ​ສະ​ເໝີ.

ແບບແຜນ​ການ​ປົກຄອງ​ຜ່ານ​ທາງ​ສະພາ​ໃນ​ສາດສະໜາ​ຈັກຂອງ​ພຣະ​ອົງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດເຜີຍ ໄດ້​ຈັດ​ຫາ ແລະ ຫລຸດຜ່ອນ​ຜົນ​ສະທ້ອນ​ຂອງ​ຄວາມ​ອ່ອນແອ​ຂອງ​ມະ​ນຸດ. ໜ້າ​ສົນໃຈ​ແທ້ໆ​ທີ່, ຂໍ້​ຈຳກັດ​ທາງ​ຮ່າງກາຍ​ຂອງ​ບັນດາ​ບຸລຸດ​ເຫລົ່າ​ນີ້ ຕາມ​ຈິງ​ແລ້ວ​ກໍ​ຢືນຢັນ​ເຖິງ​ແຫລ່ງ​ແຫ່ງ​ສະຫວັນ​ຂອງ​ການ​ເປີດເຜີຍ ທີ່​ມາສູ່​ພວກ​ເພິ່ນ ແລະ ຖືກ​ເປີດເຜີຍ​ໃຫ້​ແກ່​ເຮົາ​ຜ່ານ​ພວກ​ເພິ່ນ. ແທ້ໆ​ແລ້ວ, ບັນດາ​ບຸລຸດ​ເຫລົ່າ​ນີ້​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ໂດຍ​ການ​ພະຍາກອນ​ແທ້ໆ (ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5).

ແບບແຜນ​ຂອງ​ການ​ຕຽມ​ພ້ອມ

ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ໃນ​ບັນດາ​ພວກ​ອ້າຍ​ໃນ​ສະພາ ວ່າ​ຢ່າງ​ນ້ອຍ ພາກສ່ວນ​ໜຶ່ງ​ຂອງ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ທີ່​ຈະ​ໃຫ້​ມີບຸລຸດ​ທີ່​ສູງ​ອາຍຸ ແລະ ມີ​ປະສົບ​ການ​ທາງ​ວິນ​ຍານ ຮັບ​ໃຊ້​ໃນ ຕຳແໜ່ງ​ຜູ້ນຳ​ອາວຸໂສ​ຂອງ​ສາດສະໜາ​ຈັກ. ບັນດາ​ບຸລຸດ​ເຫລົ່າ​ນີ້ ໄດ້​ຮັບ​ການ​ສິດສອນຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເວລາ​ດົນ​ນານ, ອົງ​ທີ່​ພວກ​ເພິ່ນ​ເປັນ​ຕົວ​ແທນ, ຮັບ​ໃຊ້, ແລະ ຮັກ. ພວກ​ເພິ່ນ​ໄດ້ຮຽນ​ຮູ້​ທີ່​ຈະ​ເຂົ້າໃຈ​ພາສາ​ແຫ່ງ​ສະຫວັນ​ຂອງ​ພຣະ​ວິນ​ຍານ​ສັກສິດ ແລະ ແບບແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳລັບ​ການ​ໄດ້​ຮັບ​ການ​ເປີດ​ເຜີຍ. ບັນດາ​ບຸລຸດ​ທຳ​ມະ​ດາ​ເຫລົ່າ​ນີ້​ໄດ້ຜ່ານ​ຂັ້ນ​ຕອນ​ຂອງ​ການ​ພັດທະນາທີ່​ດີເລີດ ທີ່​ໄດ້​ຫລໍ່​ຫລອມ​ຄວາມ​ເຂົ້າໃຈ​ຂອງ​ພວກ​ເພິ່ນ, ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ຮູ້​ແຈ້ງ​ຂອງ​ພວກ​ເພິ່ນ, ໄດ້​ກໍ່​ໃຫ້ເກີດ​ຄວາມ​ຮັກ​ສຳລັບ​ຜູ້​ຄົນ​ທີ່​ມາ​ຈາກ​ຕະຫລອດ​ທົ່ວ​ໂລກ ແລະ ທຸກໆ​ສະຖານະ​ການ, ແລະ ໄດ້​ຢືນຢັນ​ຄວາມ​ເປັນ​ຈິງ​ຂອງ​ການ​ຟື້ນ​ຟູ.

ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ພວກ​ອ້າຍ​ເຫລົ່າ​ນີ້​ເທື່ອ​ແລ້ວ​ເທື່ອ​ອີກ ພະຍາຍາມ​ຢ່າງ​ພາກ​ພຽນ ເພື່ອ​ຈະ​ບັນລຸ ແລະ ຂະຫຍາຍ​ໜ້າທີ່​ຮັບ​ຜິດຊອບ​ຂອງ​ພວກ​ເພິ່ນ ຂະນະ​ທີ່​ທົນ​ທຸກທໍລະມານ​ຢູ່​ກັບ​ບັນຫາ​ທາງ​ສຸຂະພາບ​ທີ່​ຮ້າຍ​ແຮງ. ບັນດາ​ບຸລຸດ​ເຫລົ່າ​ນີ້​ບໍ່​ໄດ້​ຮັບ​ການ​ລະ​ເວັ້ນ​ຈາກ​ຄວາມ​ຍາກ​ລຳ​ບາກ. ກົງກັນຂ້າມ, ພວກ​ເພິ່ນ​ໄດ້​ຮັບ​ພອນ ແລະ ໄດ້​ຮັບ​ຄວາມເຂັ້ມແຂງ​ເພື່ອ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ກ້າຫານ ໃນ​ຂະນະ​ທີ່​ທົນ​ທຸກ​ຢູ່ກັບ​ຄວາມ​ຍາກ​ລຳ​ບາກ.

ໃນ​ການ​ຮັບ​ໃຊ້​ນຳ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຫລົ່າ​ນີ້, ຂ້າພະເຈົ້າ​ໄດ້ມາ​ຮູ້ຈັກ​ເຖິງ​ຄວາມ​ປາດຖະໜາ ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເພິ່ນ ທີ່​ຈະຫລິງ​ເຫັນ ແລະ ປະຕິບັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ ຂອງ​ພວກ​ເພິ່ນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ. ໃນ​ການ​ປຶກສາ​ຫາລື ນຳ​ບັນດາ​ພວກ​ອ້າຍ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ ແລະ ໄດ້​ຕັດສິນ​ໃຈ ທີ່​ສະທ້ອນ​ເຖິງ​ຄວາມ​ຮູ້ ແລະ ຄວາມ​ຈິງ​ທີ່​ກວ້າງໄກ​ເກີນ​ກວ່າ​ສະຕິປັນຍາ, ເຫດຜົນ, ແລະ ປະສົບ​ການ​ຂອງ​ມະ​ນຸດ. ໃນ​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ດ້ວຍ​ກັນ ໃນ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ, ຄວາມ​ເຂົ້າໃຈ​ທາງ​ສ່ວນ​ລວມ​ຂອງພວກ​ເຮົາ​ກ່ຽວ​ກັບ​ບັນຫາ​ນັ້ນ ກໍ​ໄດ້​ເຕີບ​ຂະຫຍາຍ​ໃນ​ວິທີ​ທາງທີ່​ໜ້າ​ອັດສະຈັນ​ໃຈ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ.

ຂ້າພະເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ສັງເກດ​ເຫັນ​ທຸກໆ​ມື້ ເຖິງ​ນິໄສ​ໃຈຄໍ, ຄວາມ​ສາມາດ, ແລະ ບຸກ​ຄະ​ລິກ​ລັກສະນະ​ສ່ວນ​ຕົວ​ຂອງ​ບັນດາ​ຜູ້ນຳ​​ເຫລົ່າ​ນີ້. ຄົນ​ບາງ​ຄົນ​ຈະ​ພິຈາລະນາ​ວ່າຄວາມ​ອ່ອນແອ​ຂອງ​ມະນຸດ​ໃນ​ບັນດາພວກ​ອ້າຍເຫລົ່າ​ນີ້​ເປັນ​ເລື່ອງ​ທີ່​ເປັນ​ບັນຫາ ແລະ ເຮັດ​ໃຫ້​ສັດທາ​ມີ​ນ້ອຍ​ລົງ. ສຳລັບ​ຂ້າພະເຈົ້າ ແລ້ວ ຄວາມ​ຂາດ​ຕົກ​ບົກພ່ອງ​ເຫລົ່ານັ້ນ​ໃຫ້​ກຳລັງ​ໃຈ ແລະ ສົ່ງເສີມ​ສັດ​ທາ.

ການ​ສັງເກດ​ການ​ເພີ່ມ​ເຕີມ

ເຖິງ​ບາດນີ້​ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ພວກອ້າຍທັງ​ຫົກ​ຄົນ​ ໄດ້​ຮັບ​ການ​ຍົກຍ້າຍ​ຜ່ານ​ການ​ຕາຍ​ທາງ​ຮ່າງກາຍ ເພື່ອ​ໄປ​ຮັບ​ໜ້າທີ່ຮັບຜິດຊອບ​ໃໝ່​ໃນ​ໂລກ​ວິນ​ຍານ: ປະທານ​ເຈມສ໌ ອີ ຟາວ, ປະທານ​ກໍ​ດອນ ບີ ຮິງລີ, ແອວເດີ​ ໂຈເຊັບ ບີ ເວີດລິນ, ແອວເດີ​ ແອວ ທອມ ແພຣີ, ປະທານ​ບອຍ ເຄ ແພ໊ກເກີ, ​ແລະ ແອວເດີ ຣິເຈີດ ຈີ ສະກາດ.

ບັນດາ​ພວກອ້າຍທີ່​ກ້າຫານ​ເຫລົ່າ​ນີ້​ໄດ້​ອຸທິດ​ “ທັງ​ຈິດ​ວິນ​ຍານ” ຂອງ​ພວກ​ເພິ່ນ (ອອມ​ໄນ 1:26) ເພື່ອ​ເປັນພະຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕະຫລອດ​ທົ່ວ​ໂລກ. ຄຳ​ສອນ​ທັງ​ໝົດ​ຂອງ​ພວກ​ເພິ່ນ​ແມ່ນ​ລ້ຳ​ຄ່າ​ແທ້ໆ.

ບັນດາ​ຜູ້​ຮັບ​ໃຊ້​ເຫລົ່າ​ນີ້​ໄດ້​ແບ່ງປັນ​ບົດຮຽນ​ສ່ວນ​ລວມ​ທີ່​ມີ​ພະລັງ​ຫລາຍ​ທາງ​ວິນ​ຍານ​ກັບ​ພວກ​ເຮົາ​ໃນ​ບັ້ນ​ປີ​ສຸດ​ທ້າຍ​ຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພວກ​ເພິ່ນ ທີ່​ໄດ້​ຮຽນ​ຮູ້​ມາ​ຜ່ານ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ ຕະຫລອດ​ຫລາຍໆ​ສິບ​ປີ. ບັນດາ​ຜູ້ນຳ​ເຫລົ່າ​ນີ້​ໄດ້​ມອບ​ຄວາມ​ຈິງ ທີ່​ມີຄ່າ​ຍິ່ງ​ໃຫຍ່​ໃຫ້​ເຮົາ​ ໃນ​ວັນ​ເວລາ​ທີ່​ບາງ​ຄົນ​ອາດ​ເຊື່ອ​ວ່າ​ພວກ​ເພິ່ນ​ມີ​ນ້ອຍ​ທີ່​ສຸດ​ທີ່​ຈະ​ໃຫ້​ໄດ້.

ຂໍ​ໃຫ້​ພິຈາລະນາ​ຄຳ​ສອນ​ສຸດ​ທ້າຍ​ຂອງ​ບັນດາ​ສາດສະດາ​ຜູ້​ຍິ່ງ​ໃຫຍ່​ໃນ​ພຣະ​ຄຳ​ພີ. ຍົກ​ຕົວຢ່າງ, ນີ​ໄຟ​ໄດ້​ຈົບ​ບັນທຶກ​ຂອງ​ເພິ່ນ​ດ້ວຍ​ຖ້ອຍ​ຄຳ ເຫລົ່າ​ນີ້​ວ່າ: “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບັນຊາ​ຂ້າພະເຈົ້າ​ດັ່ງນີ້, ແລະ ຂ້າພະເຈົ້າ​ຕ້ອງ​ເຊື່ອ​ຟັງ” (2 ນີໄຟ 33:15).

ໃກ້​ຈະ​ເຖິງ​ບັ້ນ​ທ້າຍ​ຊີວິດ​ຂອງ​ເພິ່ນ, ຢາ​ໂຄບ​ໄດ້​ແນະນຳ​ວ່າ:

“ພວກ​ທ່ານ​ຈົ່ງ​ກັບ​ໃຈ, ແລະ ເຂົ້າ​ມາ​ໃນ​ປະຕູ​ທີ່​ຄັບ ແລະ ດຳເນີນ​ໄປ​ຕາມ​ເສັ້ນທາງ​ທີ່​ແຄບ, ເມື່ອນັ້ນ​ພວກ​ທ່ານ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ.

“ໂອ້ ຈົ່ງ​ເປັນ​ຄົນ​ສະຫລາດ, ຂ້າພະເຈົ້າ​ຈະ​ເວົ້າ​ຫຍັງ​ໄດ້​ຕື່ມ​ອີກ?” (ຢາໂຄບ 6:11–12).

ໂມໂຣໄນ ໄດ້​ສຳເລັດ​ວຽກ​ງານ​ແຫ່ງ​ການ​ຕຽມ​ພ້ອມ​ແຜ່ນ​ຈາລຶກ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຫວັງ​ແຫ່ງ​ການ​ຟື້ນ​ຄືນ​ຊີວິດ​ທີ່​ຈະ​ມາ​ເຖິງ​ວ່າ: “ໃນ​ບໍ່​ຊ້າ​ນີ້​ຂ້າພະເຈົ້າ​ຈະ​ໄປ​ພັກ​ຢູ່​ໃນ​ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ, ຈົນ​ກວ່າ​ວິນ​ຍານ ແລະ ຮ່າງກາຍ​ຂອງ​ຂ້າພະເຈົ້າ​ຈະ​ເຂົ້າ​ຮ່ວມ​ກັນ​ອີກ, ແລະ ຂ້າພະເຈົ້າ​ຈະ​ຖືກ​ນຳ​ອອກ​ມາ​ດ້ວຍ​ໄຊຊະນະ​ທາງ​ອາກາດ, ເພື່ອ​ມາ​ພົບ​ທ່ານ​ຕໍ່ໜ້າ​ບ່ອນ​ພິພາກສາ​ອັນ​ໜ້າ​ພໍ​ພຣະ​ໄທ​ຂອງ​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ຜູ້​ພິພາກສາ​ ຜູ້​ສະຖິດ​ນິລັນດອນ​ຂອງ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ” (ໂມໂຣໄນ 10:34).

ທ່ານ ແລະ ຂ້າພະເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ຮຽນ​ຮູ້​ຈາກ​ຄຳ​ສອນ ແລະ ປະຈັກ​ພະຍານ​ສຸດ​ທ້າຍ​ຂອງ​ບັນດາ​ສາດສະດາ ແລະ ອັກ​ຄະ​ສາວົກ ຍຸກ​ສຸດ​ທ້າຍ​ເຫລົ່າ​ນີ້. ຊື່​ຂອງ​ພວກ​ເພິ່ນ​ໃນ​ວັນ​ເວລາ​ນີ້​ບໍ່​ແມ່ນ ນີ​ໄຟ, ຢາໂຄບ, ແລະ ໂມໂຣໄນ—​ແຕ່​ແມ່ນ ປະທານ​ຟາວ, ປະທານ​ຮິງລີ, ແອວເດີ ເວີດລິນ, ປະທານ​ແພ໊ກເກີ, ​ແລະ ​ແອວເດີ ສະກາດ.

ຂ້າພະເຈົ້າ​ບໍ່​ໄດ້​ແນະນຳ​ວ່າ ຂ່າວສານ​ສຸດ​ທ້າຍ​ຂອງ​ບຸລຸດ​ທີ່​ຮັກ​ເຫລົ່າ​ນີ້ ແມ່ນ​ມີ​ຄຸນ​ຄ່າ ຫລື ສຳຄັນ​ທີ່​ສຸດ​ໃນ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງພວກ​ເພິ່ນ. ແຕ່​ວ່າ, ຄວາມ​ຮຽນ​ຮູ້​ທາງ​ວິນ​ຍານ ແລະ ປະສົບ​ການ ທັງ​ໝົດ​ໃນ​ຊີວິດ​ຂອງ​ພວກ​ເພິ່ນ​ໄດ້​ຊ່ອຍ​ໃຫ້​ບັນດາ​ຜູ້ນຳ​ເຫລົ່າ​ນີ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈິງ​ນິລັນດອນ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ເດັດດ່ຽວ ແລະ ອຳນາດ​ທີ່​ຍິ່ງ​ໃຫຍ່.

ປະທານ​ເຈມສ໌ ອີ ຟາວ

ໃນ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ສຸດ​ທ້າຍ​ຂອງ​ເພິ່ນ​ໃນ​ເດືອນ​ເມສາ ປີ 2007, ປະທານ​ຟາວ ໄດ້​ປະກາດ​ວ່າ:

“ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະທານ​ຄວາມ​ສະຫງົບ​ທີ່​ລ້ຳ​ຄ່າ​ໃຫ້​ແກ່​ເຮົາ​ທຸກ​ຄົນ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແຕ່ ສິ່ງ​ນີ້​ສາມາດ​ເປັນ​ໄປ​ໄດ້​ພຽງແຕ່​ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ກຳຈັດ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ດັ່ງ​ຄວາມ​ໂມໂຫ, ຄວາມ​ແຄ້ນ, ຫລື ຄວາມ​ແກ້ແຄ້ນ​ເທົ່າ​ນັ້ນ. …

“ຂໍ​ໃຫ້​ເຮົາ​ຈຳ​ໄວ້​ວ່າ ເຮົາ​ຕ້ອງ​ໃຫ້​ອະໄພ​ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. … ສຸດ​ຈິດໃຈ ແລະ ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ເຊື່ອ​ໃນອຳນາດ​ແຫ່ງ​ການປິ່ນປົວ ທີ່​ສາມາດ​ມາສູ່​ເຮົາ​ໄດ້​ ເມື່ອ​ເຮົາ​ເຮັດ​ຕາມ​ຄຳແນະນຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຈະໃຫ້​ອະໄພ​ມະນຸດ​ທັງ​ປວງ [ເບິ່ງ D&C 64:10 ]” (“The Healing Power of Forgiveness,” Liahona, May 2007, 69).

ຂ່າວສານ​ຂອງປະທານ​ຟາວ ກໍ​ເປັນ​ບົດຮຽນ​ທີ່​ໄດ້​ມາ​ຜ່ານ​ປະສົບ​ການຕະຫລອດ​ຊີວິດ​ທີ່​ມີ​ພະລັງ ຈາກ​ບຸລຸດ​ທີ່​ຂ້າພະ​ເຈົ້າຮັກ​ ​ແລະ ຜູ້​ທີ່​ໃຫ້​ອະໄພ​ໄດ້​ດີ​ທີ່​ສຸດ​ຄົນ​ໜຶ່ງ ທີ່​ຂ້າພະເຈົ້າ​ຮູ້ຈັກ​ມາ​.

ປະທານ​ກໍດອນ ບີ ຮິງລີ

ປະທານ​ຮິງລີ ໄດ້​ກ່າວ​​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ສຸດ​ທ້າຍຂອງ​ເພິ່ນ​ ໃນ​ເດືອນ​ຕຸລາ ປີ 2007 ວ່າ: “ຂ້າພະເຈົ້າ​ຢືນຢັນ​ສັກຂີ​ພະຍານ​ຂອງ​ຂ້າພະເຈົ້າ​ເຖິງ​ການ​ເອີ້ນ​ຂອງ​ສາດສະດາ ໂຈເຊັບ ສະມິດ, ເຖິງ​ວຽກ​ງານ​ຂອງ​ເພິ່ນ, ເຖິງ​ການ​ຜະ​ນຶກ ປະຈັກ​ພະຍານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ ໃນ​ຖານະ​ຜູ້​ທີ່​ຕາຍ​ເພື່ອ ຄວາມ​ເຊື່ອ​ເຖິງ​ຄວາມ​ຈິງ​ນິລັນດອນ. ທ່ານ ແລະ ຂ້າພະເຈົ້າ​ຕ້ອງ​ປະ​ເຊີນ​ໜ້າ ກັບ​ຄຳ​ຖາມ​ທີ່​ກົງ​ໄປ​ກົງ​ມາ ເຖິງ​ການ​ຍອມຮັບ​ຄວາມ​ຈິງ​ຂອງ​ພາບທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳອິດ ແລະ ສິ່ງ​ທີ່​ໄດ້​ຕາມ​ມາ​ນັ້ນ. ຄວາມ​ເຊື່ອ​ໝັ້ນຂອງ​ສາດສະໜາ​ຈັກ​ນີ້​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເປັນ​ຈິງ​ຂອງ​ພາບ​ທີ່​ມາ​ໃຫ້ເຫັນ​ຄັ້ງ​ທຳອິດ​ນັ້ນ​ເອງ. ຖ້າ​ຫາກ​ວ່າ​ມັນ​ຈິງ, ແລະ ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ມັນ​ຈິງ, ແລ້ວ​ວຽກ​ງານ​ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ຢູ່​ ແມ່ນ​ເປັນ​ວຽກງານ​ທີ່​ສຳຄັນ​ທີ່​ສຸດ​ຢູ່​ເທິງ​ໂລກ​ນີ້” (“The Stone Cut Out of the Mountain,” Liahona, Nov. 2007, 86).

ສັກຂີ​ພະຍານ​ຂອງ​ປະທານ​ຮິງລີ ຢືນຢັນ​ເຖິງ​ບົດຮຽນ​ທີ່​ໄດ້​ມາ​ ຜ່ານປະສົບ​ການ​ຕະຫລອດ​ຊີວິດ​ທີ່​ມີ​ພະລັງ​ຫລາຍ ຈາກ​ບຸລຸດ​ທີ່​ຂ້າພະເຈົ້າ​ຮັກ ແລະ ຮູ້ຈັກ​ວ່າ​ໄດ້​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ.

ແອວເດີ ໂຈເຊັບ ບີ ເວີດລິນ

ແອວເດີ​ ເວີດລິນ ໄດ້​ກ່າວ​ຂ່າວສານ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ສຸດ​ທ້າຍຂອງ​ເພິ່ນ​ ໃນ​ເດືອນ​ຕຸລາ ​ຂອງ​ປີ 2008.

“ຂ້າ​ພະ​ເຈົ້າ​ຈື່​ຈຳ​ຄຳ​ແນະນຳ​ຂອງ [ແມ່​ຂອງ​ຂ້າພະເຈົ້າ] ທີ່​ເພິ່ນ​ໄດ້​ບອກຂ້າພະເຈົ້າ ​ເມື່ອດົນ​ນານ​ມາ​ແລ້ວ​ ​ໃນ​ມື້​ທີ່​ທີມ​ຂອງ​ຂ້າພະເຈົ້າ​ໄດ້ປະລະ​ໄຊ​ໃນ​ການ​ແຂ່ງຂັນ​ກິລາ​ຟຸດ​ບານ​ຊາວ​ອາ​ເມ​ຣິ​ກັນ​ວ່າ: ‘ປ່ອຍ​ໃຫ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ​ເກີດ​ຂຶ້ນ, ປ່ອຍ​ໃຫ້​ສິ່ງ​ທີ່​ຈະ​ເປັນ ​ເປັນ​ໂລດ.’

“… ຄວາມ​ຍາກ​ລຳບາກ, ຖ້າ​ຫາກ​ຖືກ​ຮັບ​ມື​ຢ່າງ​ຖືກຕ້ອງ, ສາມາດ​ເປັນພອນ​ໃຫ້​ແກ່​ຊີວິດ​ຂອງ​ເຮົາ​ໄດ້. …

“ເມື່ອ​ເຮົາ​ຊອກ​ຫາ​ອາລົມ​ຕະ​ຫລົົກ, ໃຫ້​ສະແຫວງຫາ​ທັດສະນະ​ນິລັນດອນ, ເຂົ້າໃຈ​ຫລັກ​ທຳ​ແຫ່ງ​ການ​ຊົດ​ເຊີຍ, ແລະ ເຂົ້າ​ໃກ້ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ເຮົາ​ຈະ​ສາມາດ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ ການ​ທົດ​ລອງໄດ້. ເຮົາ​ສາມາດ​ກ່າວ​ໄດ້, ດັ່ງ​ທີ່ແມ່​ຂອງ​ຂ້າພະເຈົ້າ​ ​ເວົ້າວ່າ, ‘ປ່ອຍ​ໃຫ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ ເກີດ​ຂຶ້ນ, ປ່ອຍ​ໃຫ້​ສິ່ງ​ທີ່​ຈະ​ເປັນ​ ເປັນ​ໂລດ’” (“Come What May, and Love It,” Liahona, Nov. 2008, 28).

ຂ່າວສານ​ຂອງແອວເດີ​ເວີດລິນ ກໍ​ເປັນ​ບົດຮຽນ​ທີ່​ໄດ້​ມາ​ຜ່ານ​ປະສົບການ​ຕະຫລອດ​ຊີວິດ​ທີ່​ມີ​ພະລັງ​ຫລາຍ ຈາກ​ບຸລຸດທີ່​ຂ້າພະ​ເຈົ້າຮັກ ​ແລະ ​ຜູ້​ທີ່​ໄດ້​ດຳລົງ​ຊີວິດ ເປັນ​ຕົວຢ່າງ​ເຖິງ​ສິ່ງ​ທີ່​ເພິ່ນ​ໄດ້​ສອນ ເຖິງ​ການ​ເອົາ​ຊະນະ​ຄວາມ​ຍາກ​ລຳບາກ​ ຜ່ານ​ສັດທາ​ໃນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ແອວເດີ ແອວ ທອມ ແພຣີ

ແອວເດີ​ ແພຣີ ກໍ​ໄດ້​ຢືນ​ຢູ່​ເທິງ​ເວທີ​ປາ​ໄສ​ນີ້​ເມື່ອ​ຫົກ​ເດືອນ​ກ່ອນ. ໃນ​ເວລາ​ນັ້ນ, ເຮົາ​ຄາດ​ຄິດ​ບໍ່​ໄດ້ເລີຍ​ວ່າ​ນັ້ນ​ຈະ​ເປັນ​ປະຈັກ​ພະຍານ​ຄັ້ງສຸດ​ທ້າຍ​ຂອງ​ເພິ່ນ​ ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ນັ້ນ.

“ຂ້າພະເຈົ້າ​ຂໍ​ປິດ​ຄຳ​ປາ​ໄສ​ໂດຍ​ການສະແດງ​ປະຈັກ​ພະຍານ (ແລະ ເວລາ​ເກົ້າ​ສິບ​ປີ​ທີ່​ຂ້າພະເຈົ້າ​ມີ​ຊີວິດ​ຢູ່​ເທິງ​ໂລກ​ນີ້ ກໍ​ໃຫ້​ຂ້າພະເຈົ້າມີ​ສິດ​ທີ່​ຈະ​ກ່າວ​ສິ່ງ​ນີ້) ວ່າ​ເມື່ອ​ຂ້າພະເຈົ້າ​ມີ​ອາຍຸ​ສູງ​ເທົ່າໃດ, ຂ້າພະເຈົ້າ​ຍິ່ງ​ຮັບ​ຮູ້​ຫລາຍ​ຂຶ້ນ​ວ່າ​ ຄອບຄົວ​ເປັນ​ຈຸດ​ໃຈກາງ​ຂອງ​ຊີວິດ ແລະ ເປັນ​ຂໍ​ກະແຈ​ທີ່​ນຳໄປ​ສູ່​ຄວາມສຸກ​ນິລັນດອນ.

“ຂ້າພະເຈົ້າ​ຂໍ​ຂອບໃຈ​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ, ລູກໆ, ຫລານໆ ແລະ ເຫ​ລັນໆ​ຂອງ​ຂ້າພະເຈົ້າ, ​ແລະ … ຍາດຕິ​ພີ່ນ້ອງ​ທຸກໆ​ຄົນ​ທັງຫລາຍ ຜູ້​ທີ່​ເຮັດ​ໃຫ້​ຊີວິດ​ຂອງຂ້າພະເຈົ້າ​ມີຄວາມສຸກ​ຢ່າງ​ລົ້ນ​ເຫລືອ, ແລະ ແນ່ນອນ​ວ່າ, ແມ່ນ​ແຕ່​ເປັນ​ຊົ່ວນິລັນດອນ​ດ້ວຍ​ຊ້ຳ. ຂ້າພະເຈົ້າ​ຂໍ​ກ່າວ​ພະຍານ​ດ້ວຍ​ຄວາມ​ໜັກ​ແໜ້ນ ແລະ ສັກສິດ​ທີ່​ສຸດ​ຂອງ​ຂ້າພະເຈົ້າ​ເຖິງ​ຄວາມ​ຈິງ​ນິລັນດອນ​ນີ້ (“Why Marriage and Family Matter—Everywhere in the World,” Liahona, May 2015, 42).

ຂ່າວສານ​ຂອງແອວເດີ​ ແພຣີ ກໍ​ເປັນ​ບົດຮຽນ​ທີ່​ໄດ້​ມາ​ຜ່ານ​ປະສົບ​ການຕະຫລອດ​ຊີວິດ​ທີ່​ມີ​ພະລັງ​ຫລາຍ ຈາກ​ບຸລຸດທີ່​ຂ້າພະ​ເຈົ້າຮັກ ​ແລະ ​ຜູ້​ທີ່​ໄດ້​ເຂົ້າໃຈ ຜ່ານ​ປະສົບ​ການ​ທີ່​ກວ້າງ​ໄປ​ເຖິງ​ຄວາມ​ສຳພັນ​ທີ່​ສຳຄັນ​ສຸດ​ລະຫວ່າງ​ຄອບຄົວ ແລະ ຄວາມສຸກ​ນິລັນດອນ.

ປະທານບອຍ ເຄ ແພ໊ກເກີ

ປະທານ​ແພ໊ກເກີ ໄດ້​ເນັ້ນ​ໜັກ​ໃນ​ກອງ​ປະຊຸມ​ໃຫຍ່​ເມື່ອ​ຫົກ​ເດືອນ​ກ່ອນ ເຖິງ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ບິດາ, ເຖິງ​ການ​ຊົດ​ໃຊ້​ຂອງພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ແລະ ເຖິງ​ຄອບຄົວ​ນິລັນດອນ.

“ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢ​ຊູ​ຄື​ ພຣະ​ຄຣິດ ແລະ ພຣະ​ບຸດ ຂອງ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເປັນ​ປະມຸກ​ຂອງ​ສາດສະໜາ​ຈັກ. ໂດຍ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ອຳນາດ​ແຫ່ງຖານະ​ປະໂລຫິດ, ຄອບຄົວ​ທີ່​ໄດ້​ເລີ່ມ​ຕົ້ນ​ໃນ​ຊີວິດ​ມະຕະ​ນີ້​ຈະ​ສາມາດຢູ່​ນຳ​ກັນ​ຊົ່ວ​ນິລັນດອນ. …

“ຂ້າພະເຈົ້າ​ກະຕັນຍູ​ຫລາຍ​ ສຳລັບ​ … ອຳນາດ​ແຫ່ງ​ການ​ໄຖ່, ສຳລັບ​ການ​ຊົດ​ໃຊ້ ... ທີ່​ສາມາດ​ຊຳລະ​ລ້າງ​ຄວາມ​ດ່າງ​ພ້ອຍ​ທຸກ​ຢ່າງ ບໍ່​ວ່າ​ຈະ​ຍາກ ຫລື ດົນ​ນານ ຫລື ໄດ້​ເຮັດ​ຊ້ຳ​ຫລາຍ​ເທື່ອ​ເທົ່າໃດ​ກໍ​ຕາມ. ການ​ຊົດ​ໃຊ້​ສາມາດ​ປົດ​ປ່ອຍ​ທ່ານ​ໃຫ້​ເປັນ​ອິດ​ສະລະ​ໄດ້​ອີກ ແລະ ຈະເລີນ​ກ້າວໜ້າ, ດ້ວຍ​ຄວາມ​ສະອາດ ແລະ ມີຄ່າ​ຄວນ” (“The Plan of Happiness,” Liahona, May 2015, 28).

ຂ່າວສານ​ສຸດ​ທ້າຍ​ຂອງປະທານ​ແພ໊ກເກີ ກໍ​ເປັນ​ບົດຮຽນ​ທີ່​ໄດ້​ມາ​ຜ່ານປະສົບ​ການ​ຕະຫລອດ​ຊີວິດ ທີ່​ມີ​ພະລັງ​ຫລາຍ ຈາກ​ບຸລຸດ​ທີ່​ຂ້າພະ​ເຈົ້າຮັກ ​ແລະ ຜູ້​ທີ່​ໄດ້ປະກາດ​ຢ່າງ​ໜັກ​ແໜ້ນ ແລະ ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ​ ຈຸດປະສົງ “ຂອງ​ກິດຈະ​ກຳ​ທັງ​ໝົດ​ໃນ​ສາດສະໜາ​ຈັກ​ ກໍ​ເພື່ອ​ຈະ​ໃຫ້​ແນ່​ໃຈ​ໄດ້​ວ່າ ຊາຍ ແລະ ຍິງ ພ້ອມ​ດ້ວຍ​ລູກໆ​ຂອງ​ເຂົາເຈົ້າ​ນັ້ນ ມີ​ຄວາມສຸກ​ຢູ່​ທີ່​ບ້ານ, ໄດ້​ຜະ​ນຶກ​ເຂົ້າກັນ​ສຳລັບ​ການ​ເວລາ ແລະ ຊົ່ວ​ນິລັນດອນ” ( Liahona, May 2015, 26).

ແອວເດີ ຣິເຈີດ ຈີ ສະກາດ

ແອວເດີ ສະກາດ ​ໄດ້​ປະກາດ​ຢູ່​ໃນ​ຄຳ​ປາ​ໄສ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ ​ໃນ​ກອງ​ປະຊຸມ​ໃຫຍ່​ເທື່ອ​ແລ້ວ​ນີ້ ​ເດືອນ​ຕຸລາ ປີ 2014 ວ່າ: “ຂ້າພະ​ເຈົ້າບໍ່​ໄດ້ກ່າວ​ວ່າ ຊີວິດ​ຂອງ​ທ່ານ​ຈະ​ປາດ​ສະ​ຈາກ​ການ​ດີ້ນ​ລົນ ​ເມື່ອ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້. ​ແທ້​ຈິງ​ແລ້ວ ພວກ​ເຮົາ​ມາສູ່​ໂລກ​ມະຕະ​ເພື່ອ​ເຕີບ​ໂຕ​ຈາກ​ຄວາມ​ລຳບາກ ​ແລະ ການ​ທົດ​ສອບ. ການ​ທ້າ​ທາຍ​ຊ່ອຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຫລາຍ​ຂຶ້ນ, ​ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ເຮັດ​ໃຫ້​ເຮົາ​ສາມາດ​ອົດທົນ​ກັບ​ການ​ທ້າ​ທາຍ​ເຫລົ່ານັ້ນ​ໄດ້. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​ມາສູ່​ພຣະອົງ​ແທ້ໆ, ​ເຮົາ​ຈະ​ສາມາດ​ອົດທົນ​ຕໍ່​ການ​ລໍ້​ລວງ, ຄວາມ​ເຈັບ​ປວດ​ໃຈ​ທຸກ​ຢ່າງ, ​ການ​ທ້າ​ທາຍ​ທັງ​ໝົດ​ທີ່​ເຮົາ​ປະ​ເຊີນ” (“Make the Exercise of Faith Your First Priority,” Liahona, Nov. 2014, 94).

ຂ່າວສານ​ຂອງ​ແອວດີ ສະກາດ ​​ເປັນ​ບົດຮຽນ​ທີ່​ມີ​ພະລັງ​ຫລາຍ ຈາກ​ບຸລຸດ​ທີ່​ຂ້າພະ​ເຈົ້າຮັກ ​ແລະ ຜູ້​ເປັນ​ພະຍານ​ພິ​ເສດ​​ເຖິງ​ພຣະນາມ​ຂອງ​ພຣະຄຣິດ ​ຕະຫລອດ​ທົ່ວ​ໂລກ (ເບິ່ງ D&C 107:23).

ຄຳ​ສັນຍາ ແລະ ປະຈັກ​ພະຍານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ບໍ່​ວ່າ​ຈະ​ເປັນ​ໂດຍ​ສຸລະສຽງ​ຂອງ​ພຣະ​ອົງ​ເອງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ (ເບິ່ງ D&C 1:38). ຂໍ​ໃຫ້​ເຮົາ​ຈົ່ງ​ໄດ້​ຍິນ ແລະ ຮັບ​ຟັງ​ຄວາມ​ຈິງ​ນິລັນດອນ ທີ່​ຕົວ​ແທນ​ຜູ້​ໄດ້​ຮັບ​ສິດ​ອຳນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໄດ້​ສິດ​ສອນ. ເມື່ອ​ເຮົາ​ເຮັດ​ແບບ​ນີ້, ຂ້າພະເຈົ້າ​ໃຫ້​ຄຳ​ສັນຍາ​ວ່າ ສັດທາ​ຂອງ​ເຮົາ ໃນ​ພຣະ​ບິ​ດາ​ເທິງ​ສະຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ຈະ​ເຂັ້ມແຂງ​ຂຶ້ນ, ແລະ ເຮົາ​ຈະ​ໄດ້​ຮັບ​ການ​ຊີ້​ນຳ ແລະ ການ​ປົກ​ປັກ​ຮັກສາ​ທາງ​ວິນ​ຍານ ສຳລັບ​ສະພາບ​ການ ​ແລະ ຄວາມ​ຕ້ອງການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ.

ຂ້າພະເຈົ້າ​ເປັນ​ສັກຂີ​ພະຍານ​ວ່າ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ​ຢູ່ ນຳພາ​ວຽກ​ງານ​ຂອງ​ສາດສະໜາ​ຈັກ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ດຳລົງ​ຢູ່​ຂອງ​ພຣະອົງ ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຜູ້​ທີ່​ໄດ້​ຖືກເລືອກ​ໃຫ້​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ. ຂ້າພະເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ອັນສັກສິດຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.