ຄວາມຈິງທີ່ແຈ່ມແຈ້ງ ແລະ ລ້ຳຄ່າ
ການທົດແທນຢ່າງເພື່ອແຜ່ຂອງພຣະບິດາເທິງສະຫວັນ ສຳລັບຄວາມລຳບາກຢ່າງຮ້າຍແຮງ ແມ່ນວ່າ ເຮົາຕ້ອງດຳລົງຊີວິດ ໃນຄວາມສົມບູນແຫ່ງເວລາຄືກັນ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ມັນໄດ້ເປັນເວລາຫລາຍປີ ທີ່ກອງປະຊຸມໃຫຍ່ສາມັນບໍ່ເຄີຍຂາດ ປະທານບອຍ ເຄ ແພ໊ກເກີ ແລະ ແອວເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ, ຜູ້ໄດ້ນັ່ງຢູ່ເທິງເວທີ ແລະ ໄດ້ກ່າວກັບເຮົາ. ເຮົາຕື້ນຕັນກັບຄວາມຊົງຈຳຂອງເຮົາກ່ຽວກັບພວກເພິ່ນ, ແລະ ຂ້າພະເຈົ້າຂໍກ່າວຄຳຍ້ອງຍໍໃຫ້ກຽດເພິ່ນ, ຜູ້ຊຶ່ງມີຄວາມດີເດັ່ນທີ່ແຕກຕ່າງກັນ ແຕ່ຖືກຕ້ອງປອງດອງໃນການເປັນພະຍານເຖິງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ.
ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າ ເຊັ່ນດຽວກັບທ່ານ, ພົບເຫັນພະລັງ ໃນການສະໜັບສະໜູນປະທານທອມມັສ ແອັສ ມອນສັນ ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ, ແລະ ຂ້າພະເຈົ້າ ພິສະຫວົງ ໃນສັດທາ ແລະ ການຮັບໃຊ້ໃນຖານະສາດສະດາຂອງເພິ່ນ ເປັນເວລາຫລາຍກວ່າ 50 ປີ.
ໃນວັນອັງຄານຜ່ານມານີ້ ເວລາ 9 ໂມງເຊົ້າ ໃນຂະນະຝ່າຍອະທິການກຳລັງເລີ່ມຕົ້ນການປະຊຸມ ຮ່ວມກັບຝ່າຍປະທານເຂດອາຊີ ຜູ້ໄດ້ມາຮ່ວມກອງປະຊຸມນີ້, ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ໄປພົບກັບປະທານມອນສັນ, ພ້ອມກັບທີ່ປຶກສາຂອງເພິ່ນ. ບໍ່ດົນຈາກນັ້ນ, ຂະນະທີ່ຂ້າພະເຈົ້າຍ່າງເຂົ້າໄປໃນຫ້ອງໃຫຍ່ທີ່ຢູ່ທາງຂ້າງຫ້ອງການຂອງເພິ່ນ, ຂ້າພະເຈົ້າຄົງມີສີໜ້າກັງວົນ, ແລ້ວ ຂ້າພະເຈົ້າໄດ້ນັ່ງລົງຢູ່ຕໍ່ໜ້າເພິ່ນ ໃນຕອນທີ່ເພິ່ນເວົ້າລົມກັບຂ້າພະເຈົ້າ ເພື່ອຊ່ອຍໃຫ້ຂ້າພະເຈົ້າສະບາຍໃຈຂຶ້ນ. ເພິ່ນໄດ້ເວົ້າວ່າ, ບໍ່ຄືອາຍຸ, ຂ້າພະເຈົ້າເບິ່ງຄືໜຸ່ມຫລາຍ, ໜຸ່ມກວ່າອາຍຸ.
ແລ້ວ, ບໍ່ດົນຈາກນັ້ນ, ປະທານມອນສັນໄດ້ບອກວ່າ ພຣະຜູ້ເປັນເຈົ້າມີພຣະປະສົງທີ່ຈະເອີ້ນຂ້າພະເຈົ້າໃຫ້ເປັນສະມາຊິກໃນກຸ່ມອັກຄະສາວົກສິບສອງ. ເພິ່ນໄດ້ຖາມຂ້າພະເຈົ້າວ່າ ຂ້າພະເຈົ້າຈະຮັບເອົາຫລືບໍ່, ຊຶ່ງຂ້າພະເຈົ້າໄດ້ຫັນໃຈຫອບຢ່າງແຮງ ເພາະຄວາມຕົກໃຈຫລາຍ, ແລະ ໄດ້ຕອບຮັບ. ແລ້ວກ່ອນຂ້າພະເຈົ້າຈະບອກເພິ່ນເຖິງຄວາມຮູ້ສຶກທີ່ບໍ່ພຽບພ້ອມ, ປະທານມອນສັນໄດ້ກ່າວຕໍ່ໄປ, ບັນຍາຍເຖິງການເອີ້ນຂອງເພິ່ນ ເມື່ອຫລາຍປີກ່ອນ ໃຫ້ເປັນອັກຄະສາວົກ ໂດຍປະທານເດວິດ ໂອ ມິກເຄ, ຊຶ່ງໃນເວລານັ້ນ ເພິ່ນກໍຮູ້ສຶກບໍ່ພຽບພ້ອມ. ເພິ່ນໄດ້ແນະນຳຂ້າພະເຈົ້າຊ້າໆວ່າ, “ອະທິການ ສະຕີບເວັນສັນ, ພຣະຜູ້ເປັນເຈົ້າຈະເຮັດໃຫ້ຜູ້ທີ່ພຣະອົງເອີ້ນ ເໝາະສົມ.” ຖ້ອຍຄຳທີ່ໃຫ້ກຳລັງໃຈຈາກສາດສະດາ ໄດ້ເຮັດໃຫ້ໃຈຂອງຂ້າພະເຈົ້າສະຫງົບລົງ, ເຊົາປະເມີນຕົນເອງ ແລະ ເຊົາເປັນຫ່ວງທຸກມື້ທຸກວັນ ນັບແຕ່ໄດ້ຮັບການເອີ້ນ ເປັນຕົ້ນມາ.
ຂ້າພະເຈົ້າໄດ້ເລົ່າສິ່ງທີ່ຂ້າພະເຈົ້າໄດ້ບອກທ່ານ ໃຫ້ ລີຊາ ພັນລະຍາທີ່ໜ້າຮັກ ຂອງຂ້າພະເຈົ້າຟັງ ໃນມື້ນັ້ນ ຕອນນັ່ງຢູ່ສະຖານທີ່ງຽບໆບ່ອນໜຶ່ງ ໃນເຂດບໍລິເວນພຣະວິຫານເຊົາເລັກ, ຊຶ່ງສາມາດຫລຽວເຫັນພຣະວິຫານ ແລະ ຕຶກ ແທໂບແນໂກ ແຫ່ງປະຫວັດສາດ ຢູ່ຕໍ່ໜ້າ. ໃນຂະນະທີ່ພວກຂ້າພະເຈົ້າ ພະຍາຍາມເຂົ້າໃຈ ແລະ ໄຕ່ຕອງກ່ຽວກັບເຫດການທີ່ໄດ້ເກີດຂຶ້ນ ໃນມື້ນັ້ນ, ພວກຂ້າພະເຈົ້າໄດ້ພົບເຫັນສະໝໍຂອງພວກຂ້າພະເຈົ້າ ນັ້ນຄືສັດທາໃນພຣະເຢຊູຄຣິດ ແລະ ຄວາມຮູ້ໃນແຜນແຫ່ງຄວາມສຸກ. ສິ່ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າສະແດງຄວາມຮັກອັນເລິກຊຶ້ງຕໍ່ ລີຊາ. ນາງໃຫ້ຄວາມອົບອຸ່ນແກ່ຊີວິດຂອງຂ້າພະເຈົ້າ, ແລະ ເປັນທິດາຜູ້ປະເສີດຂອງພຣະເຈົ້າ. ນາງຮັບໃຊ້ດ້ວຍຄວາມບໍ່ເຫັນແກ່ຕົວ ແລະ ມີຄວາມຮັກທີ່ບໍ່ມີເງື່ອນໄຂຕໍ່ທຸກຄົນ. ຂ້າພະເຈົ້າຈະພະຍາຍາມໃຫ້ມີຄ່າຄວນຕໍ່ພອນແຫ່ງການເປັນຄູ່ຄອງ ໄປຊົ່ວນິລັນດອນ.
ຂ້າພະເຈົ້າຂໍສະແດງຄວາມຮັກອັນເລິກຊຶ້ງຕໍ່ລູກຊາຍສີ່ຄົນ ແລະ ຄອບຄົວຂອງເຂົາເຈົ້າ, ຊຶ່ງສາມຄົນ ກໍຢູ່ໃນນີ້ພ້ອມກັບພັນລະຍາທີ່ໜ້າຮັກຂອງເຂົາເຈົ້າ, ຜູ້ເປັນແມ່ຂອງຫລານ ຫົກຄົນ ຂອງພວກຂ້າພະເຈົ້າ; ສ່ວນລູກຜູ້ທີສີ່, ກຳລັງເປັນຜູ້ສອນສາດສະໜາຢູ່, ແລະ ໄດ້ຮັບອະນຸຍາດໃຫ້ເຂົ້ານອນເດິກ ເພື່ອຈະໄດ້ເບິ່ງກອງປະຊຸມໃນຕອນນີ້ ພ້ອມກັບປະທານເຜີຍແຜ່ ແລະ ພັນລະຍາຂອງເພິ່ນ ຈາກເຮືອນປະທານເຜີຍແຜ່ ຢູ່ເກາະໄຕ້ຫວັນ. ຂ້າພະເຈົ້າຮັກເຂົາເຈົ້າທຸກຄົນ ແລະ ປາບປື້ມກັບຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ຕໍ່ພຣະກິດຕິຄຸນ.
ຂ້າພະເຈົ້າຂໍສະແດງຄວາມຮັກຕໍ່ສະມາຊິກແຕ່ລະຄົນໃນຄອບຄົວຂອງຂ້າພະເຈົ້າ: ຕໍ່ແມ່ ແລະ ພໍ່ ທີ່ຮັກ, ຜູ້ໄດ້ເສຍຊີວິດໄປແລ້ວປີກາຍນີ້, ຜູ້ໄດ້ປູກຝັງປະຈັກພະຍານໄວ້ໃນໃຈຂອງຂ້າພະເຈົ້າ ແຕ່ຕອນຍັງນ້ອຍ. ພ້ອມນີ້ ຂ້າພະເຈົ້າຂໍສະແດງຄວາມກະຕັນຍູຕໍ່ອ້າຍເອື້ອຍນ້ອງ ແລະ ຄູ່ຄອງຂອງເຂົາເຈົ້າ ຕະຫລອດທັງຄອບຄົວຂອງ ລີຊາ, ຊຶ່ງຫລາຍຄົນກໍໄດ້ມາຮ່ວມໃນກອງປະຊຸມນີ້. ຂ້າພະເຈົ້າກໍຂໍສະແດງຄວາມກະຕັນຍູຕື່ມອີກ ຕໍ່ຍາດພີ່ນ້ອງ, ໝູ່ເພື່ອນ, ຜູ້ສອນສາດສະໜາ, ຜູ້ນຳ, ແລະ ຄູສອນ ໃນຊີວິດຂອງຂ້າພະເຈົ້າ.
ຂ້າພະເຈົ້າໄດ້ຮັບພອນ ທີ່ມີເພື່ອນຮ່ວມງານຜູ້ໃກ້ຊິດ ທີ່ເປັນຝ່າຍປະທານສູງສຸດ, ອັກຄະສາວົກສິບສອງ, ແລະ ສາວົກເຈັດສິບ ແລະ ຝ່າຍປະທານອົງການຊ່ອຍເຫລືອຕ່າງໆ. ຂ້າພະເຈົ້າຂໍສະແດງຄວາມຮັກ ແລະ ຄວາມເຄົາລົບ ມາຍັງທ່ານ ອ້າຍເອື້ອຍນ້ອງທັງຫລາຍ ແລະ ຈະພະຍາຍາມໃຫ້ຕົນມີຄ່າຄວນ ຕໍ່ຄວາມສຳພັນຂອງພວກເຮົາຕໍ່ໄປ. ຝ່າຍປະທານອະທິການຄວບຄຸມ ເປັນນ້ຳໜຶ່ງໃຈດຽວກັນ. ຂ້າພະເຈົ້າຈະຄິດຮອດການພົວພັນປະຈຳວັນກັບພວກເພິ່ນ. ຂ້າພະເຈົ້າຈະຄິດຮອດເພື່ອນຮ່ວມງານປະຈຳວັນກັບ ອະທິການ ຄໍເຊ ແລະ ອະທິການ ເດວີ.
ຂ້າພະເຈົ້າຢືນຢູ່ຕໍ່ໜ້າທ່ານ, ເປັນຫລັກຖານເຖິງ ພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ໄດ້ບັນທຶກໄວ້ ຢູ່ໃນພາກທຳອິດ ຂອງ Doctrine and Covenants ທີ່ວ່າ, ຄວາມສົມບູນຂອງພຣະກິດຕິຄຸນຂອງພຣະອົງຈະຖືກປ່າວປະກາດໂດຍຄົນທີ່ອ່ອນແອ ແລະ ຄົນທີ່ຕ່ຳຕ້ອຍຈົນເຖິງທີ່ສຸດຂອງໂລກ, ແລະ ຕໍ່ບັນດາກະສັດ ແລະ ຜູ້ປົກຄອງ.1 ພຣະຄຳເຫລົ່ານັ້ນ ໄດ້ຖືກຕິດຕາມດ້ວຍ ການປະກາດຂອງພຣະຜູ້ເປັນເຈົ້າ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກຂອງພຣະບິດາທີ່ມີຕໍ່ລູກໆຂອງພຣະອົງ ທີ່ວ່າ: ພຣະຜູ້ເປັນເຈົ້າ, ໂດຍທີ່ຮູ້ເຖິງຄວາມເສຍຫາຍທີ່ຈະມາສູ່ຜູ້ອາໄສຂອງແຜ່ນດິນໂລກ, ຈຶ່ງໄດ້ເອີ້ນຜູ້ຮັບໃຊ້ຂອງພຣະອົງ ໂຈເຊັບ ສະມິດ, ຜູ້ລູກ, ແລະ ໄດ້ກ່າວກັບເພິ່ນຈາກສະຫວັນ, ແລະ ມອບພຣະບັນຍັດໃຫ້ເພິ່ນ.2
ດ້ວຍຄວາມຮູ້ຈາກທີ່ສຸດ ເຖິງການເລີ່ມຕົ້ນ, ພຣະບິດາເທິງສະຫວັນທີ່ຊົງຮັກ ແລະ ພຣະບຸດຂອງພຣະອົງ, ພຣະເຢໂຮວາ,3 ຈຶ່ງໄດ້ເປີດສະຫວັນ ແລະ ຍຸກໃໝ່ ເພື່ອລົບລ້າງໄພພິບັດ ທີ່ພວກພຣະອົງຮູ້ວ່າ ຈະມາເຖິງ. ອັກຄະສາວົກໂປໂລໄດ້ບັນຍາຍເຖິງໄພພິບັດວ່າ ເປັນ “ຄວາມລຳບາກຢ່າງຮ້າຍແຮງ.”4 ສຳລັບຂ້າພະເຈົ້າແລ້ວ, ສິ່ງນີ້ບອກວ່າ ການທົດແທນຢ່າງເພື່ອແຜ່ຂອງພຣະບິດາເທິງສະຫວັນ ສຳລັບຄວາມລຳບາກຢ່າງຮ້າຍແຮງ ແມ່ນວ່າ ເຮົາຕ້ອງດຳລົງຊີວິດ ໃນຄວາມສົມບູນແຫ່ງເວລາຄືກັນ.
ໃນຂະນະທີ່ຂ້າພະເຈົ້າໄດ້ເປັນທຸກກັບຄວາມບໍ່ພຽບພ້ອມຂອງຂ້າພະເຈົ້າໃນອາທິດນີ້, ຂ້າພະເຈົ້າໄດ້ຮັບຄວາມປະທັບໃຈທີ່ແຈ່ມແຈ້ງ ທັງເປັນເລື່ອງຕີສອນ ແລະ ປອບໂຍນຂ້າພະເຈົ້າດ້ວຍ ທີ່ວ່າ: ບໍ່ໃຫ້ຂ້າພະເຈົ້າເອົາໃຈໃສ່ກັບສິ່ງທີ່ຂ້າພະເຈົ້າບໍ່ສາມາດເຮັດ, ແຕ່ໃຫ້ເອົາໃຈໃສ່ກັບສິ່ງທີ່ຂ້າພະເຈົ້າສາມາດເຮັດ. ຂ້າພະເຈົ້າສາມາດເປັນພະຍານໄດ້ເຖິງຄວາມຈິງທີ່ແຈ່ມແຈ້ງ ແລະ ມີຄ່ານີ້ ຂອງພຣະກິດຕິຄຸນ.
ມີຖ້ອຍຄຳທີ່ຂ້າພະເຈົ້າໄດ້ແບ່ງປັນຫລາຍເທື່ອ ກັບຄົນທີ່ເປັນສະມາຊິກຂອງສາດສະໜາຈັກ ແລະ ຄົນທີ່ບໍ່ໄດ້ເປັນນຳອີກ ທີ່ວ່າ: “ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ. ເຮົາເປັນລູກໆຂອງພຣະອົງ. ... ພຣະອົງໄດ້ກັນແສງກັບເຮົາ ເມື່ອເຮົາທຸກທໍລະມານ ແລະ ຊື່ນຊົມກັບເຮົາ ເມື່ອເຮົາເຮັດສິ່ງທີ່ຖືກຕ້ອງ. ພຣະອົງປະສົງທີ່ຈະຕິດຕໍ່ກັບເຮົາ, ແລະ ເຮົາສາມາດສື່ສານກັບພຣະອົງ ຜ່ານການອະທິຖານທີ່ຈິງໃຈ. …
“ພຣະບິດາເທິງສະຫວັນໄດ້ຈັດວິທີທາງໃຫ້ລູກໆຂອງພຣະອົງ ... ເພື່ອຈະກັບໄປຢູ່ໃນທີ່ປະທັບຂອງພຣະອົງ. ຈຸດສຳຄັນໃນແຜນຂອງພຣະບິດາເທິງສະຫວັນ ແມ່ນການຊົດໃຊ້ຂອງພຣະຄຣິດ.”5
ພຣະບິດາເທິງສະຫວັນ ໄດ້ສົ່ງພຣະບຸດຂອງພຣະອົງມາສູ່ໂລກ ເພື່ອຊົດໃຊ້ສຳລັບບາບຂອງມວນມະນຸດ ແລະ ເອົາຊະນະຄວາມຕາຍ. “ເພາະວ່າພຣະເຈົ້າຮັກໂລກຫລາຍທີ່ສຸດ, ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.