​2010–2019
ພັກ​ຮ້ອນ​ຢູ່​ນຳ​ປ້າ​ ​ໂຣສ໌
ຕຸລາ 2015


21:4

ພັກ​ຮ້ອນ​ຢູ່​ນຳ​ປ້າ​ ​ໂຣສ໌

ເມື່ອ​ທ່ານ​ເດີນ​ໄປ​ໃນ​ເສັ້ນທາງ​ອັນ​ແຈ່ມ​ແຈ້ງ ແຫ່ງ​ການ​ເປັນ​ສານຸສິດຂອງ​ທ່ານ, ຂ້າພະ​ເຈົ້າອະທິຖານ​ວ່າ​ສັດທາຈະ​​ໃຫ້​ພະລັງ​ແກ່​ທ່ານ​ໃນ​​ແຕ່​ລະບາດ​ກ້າວ ຕາມ​ເສັ້ນທາງ​ຂອງ​ທ່ານ.

ເອື້ອຍ​ນ້ອງ ​​ແລະ ​ເພື່ອ​ນທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ມື້​ນີ້, ​ແລະ ມີ​ຄວາມ​ກະຕັນຍູ​ຫລາຍ ທີ່ສາດສະດາ​ທີ່​ຮັກ​ຂອງ​ເຮົາ ປະທານ​ທອມ​ມັສ ​ແອັສ ມອນ​ສັນ, ​ໄດ້​ມາ​ຮ່ວມ​ນຳ; ພວກ​ເຮົາ​ຮັກ​ທ່ານ. ພວກ​ເຮົາ​ມີ​ຄວາມ​ເສຍ​ໃຈ​ຫລາຍ​ທີ່​ໄດ້​ສູນ​ເສຍ​ເພື່ອ​ນທີ່​ດີ ​ແລະ ອັກຄະ​ສາວົກ​ທີ່​ແທ້​ຈິງ​ສາມ​ທ່ານ ຂອງ​ພຣະຜູ້​ເປັນ​ເຈົ້າ​ໄປ. ພວກ​ເຮົາ​ຄິດ​ຮອດ​ປະທານ​ແພ໊ກ​ເກີ, ​ແອວ​ເດີ ​ແພຣີ, ​ແລະ ​ແອວ​ເດີ ສະກາ​ດ; ພວກ​ເຮົາ​ຮັກ​ພວກ​ເພິ່ນ. ພວກ​ເຮົາ​​ໄດ້​ອະທິຖານ​ເພື່ອ​ຄອບຄົວ ​ແລະ ​ໝູ່​ເພື່ອນ​ຂອງ​ພວກເພິ່ນ​ນຳ​ດ້ວຍ.

ຂ້າພະ​ເຈົ້າ​ໄດ້​ລໍຄອຍກອງປະຊຸມ​ນີ້​ດ້ວຍ​ຄວາມ​ຕື່ນ​ເຕັ້ນ—​ເພງ​ທີ່​ມ່ວນ​ອອນຊອນ ​ແລະ ​ຄຳ​ແນະນຳ​ຈາກ​ເອື້ອຍ​ນ້ອງ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ​ຊຶ່ງ​ນຳພຣະວິນ​ຍານ​ຢ່າງ​ຫລວງຫລາຍ​ມາ​ສູ່​ພວກ​ເຮົາ. ຂ້າພະ​ເຈົ້າກາຍ​ເປັນ​ຄົນ​ດີ​ຂຶ້ນກວ່າ​ເກົ່າ ຫລັງ​ຈາກ​ໄດ້​ມາ​ຮ່ວມ​ກັບ​ທ່ານ.

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ສິ່ງທີ່​ຈະ​ເອົາ​ມາ​ກ່າວກັບ​ທ່ານ, ​ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບວິທີ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ. ​ວິທີ​ທີ່​ພຣະອົງສອນ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ກ່ຽວ​ກັບ​ຄວາມ​ຈິງ​ທີ່ສູງ​ສົ່ງ ​ໂດຍ​ໃຊ້​ເລື່ອງ​ເລົ່າ​ທີ່​ງ່າຍໆ. ຄຳ​ອຸປະມາ​ຂອງ​ພຣະອົງ ​ໄດ້​ເຊື້ອ​ເຊີນ​ສານຸ​ສິດ​ຂອງ​ພຣະອົງ​ໃຫ້​ຮັບ​ເອົາ​ຄວາມ​ຈິງ ບໍ່​ແມ່ນ​ພຽງ​ແຕ່​ດ້ວຍ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ ​ແຕ່​ດ້ວຍ​ຫົວ​ໃຈ​ຂອງ​ເຂົາ​ເຈົ້ານຳ​ອີກ, ​ແລະ ​ນຳ​ໃຊ້ຫລັກ​ທຳ​ນິລັນດອນ​​ໃນ​ຊີວິດປະຈຳ​ວັນ​ຂອງ​ເຂົາ​ເຈົ້າດ້ວຍ.1 ປະທານມອນ​ສັນ ທີ່​ຮັກ​ຂອງ​ເຮົາ ກໍ​ເປັນ​ຜູ້​ໜຶ່ງ ທີ່​ສອນ​ດ້ວຍ​ປະສົບ​ການ​ສ່ວນ​ຕົວ​ຂອງ​ເພິ່ນ​.2

ມື້​ນີ້, ຂ້າພະ​ເຈົ້າກໍ​ຢາກ​​ເອົາ​ເລື່ອງ​ໜຶ່ງ​ມາ​ແບ່ງປັນ​ຄື​ກັນ. ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ຟັງ ດ້ວຍ​ພຣະວິນ​ຍານ. ພຣະວິນ​ຍານ​ບໍລິສຸດ​ຈະ​ຊ່ອຍ​ທ່ານ​ໃຫ້​ພົບ​ເຫັນ​ຂ່າວສານ ສຳລັບ​ທ່ານ ​ຢູ່​ໃນ​ຄຳ​ອຸປະມາ​​ເລື່ອງ​ນີ້.

ປ້າ ​ໂຣສ໌

​ເລື່ອງ​ນີ້ ​ແມ່ນ​ກ່ຽວ​ກັບ​ນາງ​ນ້ອຍ​ຄົນ​ໜຶ່ງ​ຊື່ ​ອີວາ. ມີ​ສິ່ງ​ສຳຄັນ​ຢູ່​ສອງ​ຢ່າງ ທີ່​ທ່ານ​ຄວນ​ຮູ້​ກ່ຽວ​ກັບນາງ ​ອີວາ. ຢ່າງ​ໜຶ່ງ​ແມ່ນ ນາງມີ​ອາຍຸ​ໄດ້ 11 ປີ ຢູ່​ໃນ​ເລື່ອງ​ນີ້. ​ແລະ ອີກ​ຢ່າງ​ໜຶ່ງ​ແມ່ນ ນາງ ບໍ່ ຢາກ​ໄປ​ຢູ່​ນຳ​ປ້າ ​ໂຣສ໌ ຂອງ​ນາງ​ ຈັກ​ໜ້ອຍ​ເລີຍ. ບໍ່​ໄປ​ແທ້ໆ. ບໍ່​ມີ​ທາງ.

​ແຕ່​​ແມ່​ຂອງ​ນາງ ​ອີວາ ຕ້ອງ​ໄດ້​ຮັບ​ການຜ່າຕັດ ທີ່​ໃຊ້​ເວລາ​ພັກ​ຟື້ນ​ດົນ​ນານ. ສະນັ້ນ ພໍ່​ແມ່​ຂອງ​ນາງ​ ​ອີວາ ຈຶ່ງ​ໄດ້​ສົ່ງ​ນາງ​ໄປ​ຢູ່​ນຳ​ປ້າ ​ໂຣສ໌ ​ໃນ​ລະດູ​ຮ້ອນ.

​​ໃນ​ຈິດ​ໃຈ​ຂອງນາງ ​ອີວາ ກໍ​ມີ​ເຫດຜົນ​ຫລາຍ​ພັນ​ຢ່າງ​ວ່າ ມັນ​ເປັນ​​ແນວ​ຄິດ​ທີ່​ບໍ່​ດີ. ​ເພາະ​ຢ່າງ​ໜຶ່ງ, ມັນ​ໝາຍ​ຄວາມ​ວ່າ ນາງ​ຕ້ອງ​ຢູ່​ຫ່າງ​ໄກ​ຈາກ​ແມ່. ມັນຍັງ​ໝາຍ​ຄວາມ​ວ່າ ຕ້ອງ​ໄປ​ຈາກ​ຄອບຄົວ ​ແລະ ໝູ່​ເພື່ອນ​ຂອງ​ນາງ. ພ້ອມ​ນີ້, ນາງ​ກໍ​ບໍ່​ຮູ້ຈັກ​ປ້າ ​ໂຣສ໌ ດີ​ປານ​ໃດ. ນາງ​ກໍ​ມີ​ຄວາມສຸກ​ຢູ່​ແລ້ວ ​ນຳ​ຄອບຄົວ​ຂອງ​ນາງ.

ບໍ່​ວ່າ ນາງ​ຈະ​​ໂຕ້​ຕອບ ຫລື ບໍ່​ເຫັນ​ດ້ວຍ​ ຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ບໍ່​ສາມາດ​ປ່ຽນ​ການ​ຕັດສິນ​ໃຈ​ຂອງ​ພໍ່​ແມ່​ໄດ້. ສະນັ້ນ ນາງ ​ອີວາ ຈຶ່ງ​ຈັດ​ເສື້ອ​ຜ້າ ຍັດ​ໃສ່​ກະ​ເປົາ ​ແລະ ​ໄດ້ຂຶ້ນລົດ​ໄປ​ບ້ານປ້າ​ ​ໂຣສ໌ ກັບ​ພໍ່.

ທັນທີ​ທີ່​ນາງ ​ອີວາ ​ໄດ້​ກ້າວຂາ​ເຂົ້າ​ເຮືອນນັ້ນ, ນາງ​ກໍ​ບໍ່​ມັກ​​ແລ້ວ.

ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ເກົ່າ​ແກ່! ທຸກ​ຊອກ​ທຸກ​ມຸມ ​ແມ່ນ​ເຕັມ​ໄປ​ດ້ວຍ​ປຶ້ມ​ເກົ່າ, ຂວດ​ແກ້ວ​ສີ​ຕ່າງໆ​ທີ່​ແປກໆ, ​ແລະ ກະ​ຖັງ​ທີ່​ເຕັມ​ໄປ​ດ້ວຍ​ໝາກ​ຕຸ້ມ, ​ໂບ, ​ແລະ ກະດຸມ.

ປ້າ ​ໂຣສ໌ ​ໄດ້​ຢູ່​ເຮືອນນັ້ນຄົນ​ດຽວ; ລາວ​ບໍ່​ເຄີຍ​ແຕ່ງງານ. ມີ​ແມວ​ໂຕ​ໜຶ່ງ​ສີ​ຂີ້​ເທົ່າ​ຢູ່​ນຳ ຊຶ່ງ​ມັນ​ມັກ​ປີນ​ຂຶ້ນ​ໄປງອຍ​ຢູ່​ບ່ອນ​ສູງ, ຈ້ອງ​ມອງ​​ເບິ່ງ​ຂ້າ​ງລຸ່ມ ດ້ວຍ​​​ແວວຕາ​ແບບ​ເສືອຢາກກິນ​ເນື້ອ.

ທຸກ​ບ່ອນຢູ່​ໃນ​ເຮືອນ ​ເບິ່ງ​ຄື​ເປົ່າ​ປ່ຽວ. ​ເຮືອນນັ້ນຢູ່​ເຂດ​ຊົນນະບົດ, ຊຶ່ງເຮືອນ​ແຕ່​ລະ​ຫລັງ ຢູ່​ຫ່າງ​ໄກ​ກັນ. ບໍ່​ມີ​​ເດັກນ້ອຍ​ອາຍຸ​ລຸ້ນລາວ​ຄາວ​ດຽວ​ກັນ​ກັບ​ນາງ ​ອີວາ ຢູ່​ໃກ້ ພາຍ​ໃນ​ໜຶ່ງ​ກິ​ໂລ​ແມັດ. ສິ່ງ​ນີ້​ກໍ​ເຮັດ​ໃຫ້​ນາງ ​ອີວາ ຮູ້ສຶກ​ເປົ່າ​ປ່ຽວ​​ຄື​ກັນ.

​ໃນ​ຕອນ​ທຳ​ອິດ ນາງ​ບໍ່​ໄດ້​ສົນ​ໃຈ​ກັບ​ປ້າ ​ໂຣສ໌ ຫລາຍ​ປານ​ໃດ. ນາງ​ພຽງ​ແຕ່​ຄິດ​​ເຖິງແມ່​ຂອງ​ນາງ. ບາງ​ເທື່ອ, ​​ນາງ​ບໍ່​ຫລັບ​ບໍ່​ນອນ ​ເພາະ​​ອະທິຖານດ້ວຍ​ສຸດຈິດສຸດ​ໃຈ ຂໍ​ໃຫ້​ແມ່​ຂອງ​ນາງ​ຫາຍ​ດີ. ​ເຖິງ​ແມ່ນ​ວ່າ ມັນ​ບໍ່​ໄດ້​​ເປັນ​ແນວ​ນັ້ນທັນທີ, ​ແຕ່ນາງ ​ອີວາ ​ໄດ້​ເລີ່ມຕົ້ນ ຮູ້ສຶກ​ວ່າ​ພຣະ​ເຈົ້າ​ໄດ້​ຄອຍ​ດູ​ແລ​ແມ່​ຂອງ​ນາງ​ຢູ່.

​ໃນ​ທີ່​ສຸດ ນາງ​ໄດ້​ຍິນ​ວ່າ ການຜ່າຕັດ​ໄດ້​ຜ່ານ​ພົ້ນໄປ​ດ້ວຍ​ດີ, ​ແລະ ບັດ​ນີ້ ສິ່ງ​ທີ່​ນາງ ​ອີວາ ຕ້ອງ​ເຮັດ ​ແມ່ນ​ຕ້ອງ​ອົດທົນ​ ຈົນ​ເຖິງ​ທ້າຍ​ລະດູ​ຮ້ອນ. ​ແຕ່​ນາງ​ເບື່ອ​ທີ່​ຈະ​ອົດທົນ​ກັບ​ມັນ​ຫລາຍ​ທີ່​ສຸດ!

​ເມື່ອ​ນາງ​ສະບາຍ​ໃຈ​ຫລາຍ​ຂຶ້ນກ່ຽວ​ກັບ​ແມ່​ຂອງ​ນາງ, ນາງ ​ອີວາ ຈຶ່ງ​ເລີ່ມຕົ້ນສົນ​ໃຈ​ກັບ​ປ້າ ​ໂຣສ໌ ຫລາຍ​ຂຶ້ນ. ລາວ​ເປັນ​ຄົນ​ຕຸ້ຍ—ທຸກ​ສິ່ງ​ກ່ຽວ​ກັບ​ລາວ ກໍ​ໃຫຍ່​ໝົດ: ສຽງ, ຮອຍ​ຍິ້ມ, ​ແລະ ບຸກຄະ​ລິກລັກສະນະ ກໍ​ໃຫຍ່​ຄື​ກັນ. ການ​​ເດີນ​ໄປ​ມາ​ກໍ​ຫຍຸ້ງຍາກ, ​ແຕ່​ລາວ​ມັກ​ຮ້ອງ​ເພງ ​ແລະ ຫົວ ​ໃນ​ຂະນະ​ທີ່​ລາວ​ເຮັດ​ວຽກ, ​ແລະ ສຽງ​ຫົວ​ຂອງ​ລາວ​ດັງ​ກ້ອງ​ໄປ​ທົ່ວ​ເຮືອນ. ທຸກ​ຄືນ​ ລາວ​ຈະ​ນັ່ງ​ຢູ່​ຕັ່ງ​ສະລົ້ງທີ່​ໜາ, ຈັບປຶ້ມພຣະຄຳ​ພີ​ຂຶ້ນມາ, ​ແລະ ອ່ານ​ອອກສຽງ. ​ແລະ ​ໃນ​ຂະນະ​ທີ່​ລາວ​ອ່ານ, ບາງ​ເທື່ອ​ລາວ​ໄດ້​ອອກ​ຄວາມ​ຄິດຄວາມ​ເຫັນ​ນຳ​ອີກ ​ເຊັ່ນ “ໂອ້, ລາວ​ບໍ່​ຄວນ​ເຮັດ​​ແບບ​ນັ້ນ!” ຫລື “ຂ້ອຍ​ຢາກ​ມີ​ຊີວິດ​ຢູ່​ຕອນ​ນັ້ນ​ເດ້!” ຫລື “ຈັ່ງ​ແມ່ນ​ເປັນ​ຄຳ​ທີ່​ປະ​ທັບ​ໃຈ​ແທ້ໆ ທີ່​​ເຄີຍ​ໄດ້​ຍິນ​ມາ!” ​ແລະ ທຸກ​​ແລງ ​ໃນ​ຂະນະ​ທີ່​ທັງ​ສອງ​ໄດ້​ຄຸ​ເຂົ່າ ອະທິຖານ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ນາງ ​ອີວາ, ປ້າ ​ໂຣສ໌ ​ໄດ້​ກ່າວ​ຄຳ​ອະທິຖານ​ທີ່​ຊາບ​ຊຶ້ງທີ່​ສຸດ, ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ​ຂອງ​ລາວ ສຳລັບ​ນົກ ​ແລະ ຕົ້ນ​ໄມ້, ສຳລັບ​ແສງ​ອາທິດ​ກ່ອນ​ຕົກ​ດິນ ​ແລະ ດວງ​ດາວ, ​ແລະ ສຳລັບການ​ມີ​ຊີວິດ​ຢູ່. ​​ຟັງ​ແລ້ວ ນາງ ​ອີວາ ຄິດ​ວ່າ ປ້າ ​ໂຣສ໌ ຮູ້ຈັກ​ພຣະ​ເຈົ້າ ຄື​ກັນ​ກັບ​ເພື່ອນ​ຄົນ​ໜຶ່ງ.

​ເມື່ອ​ເວລາ​ຜ່ານ​ໄປ, ນາງ ​ອີວາ ​ໄດ້​ພົບ​ເຫັນ​ບາງ​ສິ່ງ​ທີ່​ໜ້າ​ປະຫລາດ​ໃຈ: ປ້າ ​ໂຣສ໌ ​ເປັນ​ຄົນ​ທີ່​ມີ​ຄວາມສຸກ​ຫລາຍ​ທີ່​ສຸດ ທີ່​ນາງ​ເຄີຍ​ຮູ້ຈັກ!

​ແຕ່​ເປັນ​ໄປ​ໄດ້​ແນວ​ໃດ?

​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ລາວ​ມີ​ຄວາມສຸກ?

ລາວ​ບໍ່​ເຄີຍ​ແຕ່ງງານ, ລາວບໍ່​ເຄີຍ​ມີ​ລູກ, ລາວ​ບໍ່​ມີ​ໃຜ​ມາ​ຢູ່​​ເປັນ​ເພື່ອນ ນອກຈາກ​ແມວ​ທີ່​ໜ້າ​ຢ້ານ​ກົວ​ໂຕນັ້ນ, ​ແລະ ລາວກໍ​​ບໍ່​ສະດວກ ​​ແມ່ນ​ແຕ່​ຜູກ​ສາຍ​ເກີບ ​ແລະ ຍ່າງ​ຂຶ້ນຂັ້ນ​ໄດກໍ​ຍາກ.

ຕອນ​ລາວ​ເຂົ້າ​ໄປ​ໃນ​ເມືອງ, ລາວ​ຈະ​ໃສ່​ໝວກ​​ໃບໃຫຍ່ໆ​ສີ​ເຫລືອງ ທີ່​ເປັນຕາ​ໜ້າ​ອາຍ. ​ແຕ່​ບໍ່​ມີ​ໃຜ​ຫົວຂວັນ​ລາວ. ​ກົງກັນຂ້າມ ຜູ້​ຄົນ​ໄດ້​​ເຂົ້າມາ​ຫາ​ລາວ, ຢາກ​ເວົ້າລົມ​ກັບ​ລາວ. ປ້າ ​ໂຣສ໌ ​ເຄີຍ​ເປັນ​ນາຍຄູ, ​ແລະ ກໍ​ບໍ່​ເປັນ​ເລື່ອງ​ແປກ​ແນວ​ໃດ ສຳລັບ​ຄົນ​ທີ່​ເຄີຍ​ເປັນ​ນັກຮຽນ​ຂອງ​ລາວ—ຕອນ​ນີ້ ​ເຂົາ​ເຈົ້າກໍ​​​ເປັນ​ຜູ້​ໃຫຍ່​ ​ແລະ ກໍ​ມີ​ລູກ​ມີ​ເຕົ້າ​ແລ້ວ—​ໄດ້​ເຂົ້າມາ​ທັກ​ທາຍ​ລາວ. ​ເຂົາ​ເຈົ້າ​ໄດ້​ຂອບ​ໃຈ​ລາວ ສຳລັບການ​ເປັນ​ຕົວຢ່າງ​ທີ່​ດີ​​ໃຫ້​ເຂົາ​ເຈົ້າ. ​​ສ່ວນ​ຫລາຍ​ເຂົາ​ເຈົ້າຫົວສະອິກສະ​ອ້ອຍ. ບາງ​ເທື່ອ​ກໍ​ນ້ຳຕາ​ໄຫລ.

​​ໃນ​ລະດູ​ຮ້ອນນັ້ນ, ນາງ ​ອີວາ ​ໄດ້​ໃຊ້​ເວລາ​ນຳ​ປ້າ ​ໂຣສ໌ ຫລາຍ​ສົມຄວນ. ​ເຂົາ​ເຈົ້າ​ໄດ້​ໄປ​ຍ່າງ​ຫລິ້ນ​ນຳ​ກັນ, ​ແລະ ນາງ ​ອີວາ ​ໄດ້​ຮຽນຮູ້​​ເຖິງ​ຄວາມ​​ແຕກ​ຕ່າງ​ລະຫວ່າງ​ນົກຈອກ​ໃຫຍ່ ກັບ ນົກຈອກ​ນ້ອຍ. ນາງ​ໄດ້​​ໄປເກັບ​ໝາກ​ແບຣີ ​ແລະ ​ໄດ້​ເຮັດໝາກ​ໄມ້​ກວນ ຈາກ​ໝາກ​ກ້ຽງ. ນາງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ແມ່ຕູ້​ທວດ ຜູ້​ໄດ້​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ຂຶ້ນ​ເຮືອຂ້າມ​ນ້ຳຂ້າມ​ທະ​ເລ, ​ແລະ ຍ່າງຂ້າມທົ່ງພຽງ​ໄປ​ກັບ​ຜູ້​ບຸກ​ເບີກ.

ບໍ່​ດົນ​ຈາກ​ນັ້ນ ນາງ ​ອີວາ ​ໄດ້​ຄົ້ນພົບ​ເຫັນ​ສິ່ງ​ໜຶ່ງ​ອີກ​ທີ່​ໜ້າ​ຕື່ນຕົກ​ໃຈ​ຫລາຍ: ບໍ່​ພຽງ​ແຕ່​ປ້າ ​ໂຣສ໌ ​ເປັນ​ຄົນ​ທີ່​ມີ​ຄວາມສຸກ​ຫລາຍ​ທີ່​ສຸດ​ເທົ່າ​ນັ້ນ, ​ແຕ່​ນາງ ​ອີວາ ​ໄດ້​ພົບ​ເຫັນ​ຕົນ​ເອງ​ວ່າ ນາງ​ກໍ​ມີ​ຄວາມສຸກ​ຫລາຍ ​ເມື່ອ​ນາງ​ໄດ້​ຢູ່​ໃກ້​ປ້າ​ຂອງ​ນາງ.

ຊ່ວງ​ໄລຍະ​ລະດູ​ຮ້ອນ ​ໄດ້​ຜ່ານ​ໄປ​ຢ່າງ​ໄວ. ກ່ອນ​ນາງ​ຮູ້ສຶກ, ປ້າ ​ໂຣສ໌ ​ໄດ້​ເວົ້າວ່າ ບໍ່​ດົນ​ນາງ​ ​ອີວາ ກໍ​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ຄອບຄົວ​ຂອງ​ນາງ​ແລ້ວ. ​ເຖິງ​ແມ່ນ​ວ່າ​ນາງ ​ອີວາ ​ໄດ້​ລໍ​ຄອຍ​ເຖິງ​ເວລາ​ນັ້ນ ນັບ​ແຕ່​ມື້​ນາງ​ໄດ້​ມາ​ຮອດ, ​ແຕ່​ນາງ​ບໍ່​ແນ່​ໃຈ​ກັບ​ຄວາມ​ຮູ້ສຶກ ກ່ຽວ​ກັບ​ມັນ​ໃນ​ເວລາ​ນີ້. ນາງ​ຮູ້ສຶກ​ວ່າ ນາງ​ຈະ​ຄິດ​ຮອດ​ເຮືອນ​ຫລັງ​ທີ່​ເກົ່າ​ໆຫລັງ​ນີ້ ທີ່​ມີ​ແມວ​ຄອຍ​ຈ້ອງ​ມອງ​ຢູ່ ​ແລະ ຄິດ​ຮອດ​ປ້າ ​ໂຣສ໌ ຂອງ​ນາງ.

​ໜຶ່ງມື້​ ກ່ອນທີ່​ພໍ່​ຂອງ​ນາງ​ຈະ​ມາ​ຮັບ​ເອົາ​ນາງ, ນາງ ​ອີວາ ​ໄດ້​ຖາມ​ຄຳ​ຖາມທີ່​ນາງ​ຢາກ​ຖາມ​ມາຫລາຍອາທິດ​ແລ້ວ ວ່າ: “ປ້າ ​ໂຣສ໌, ​​ເປັນ​ຫຍັງ​ເຈົ້າຈຶ່ງ​ມີ​ຄວາມສຸກ​ຫລາຍ​ແທ້?”

ປ້າ ​ໂຣສ໌ ​ໄດ້​ຫລຽວ​ເບິ່ງ​ນາງ​ຢ່າງ​ລະມັດລະວັງ ​ແລະ ​ໄດ້​ພາ​ນາງ​ໄປ​ຫາ​ຮູບ​ແຕ້ມ​ແຜ່ນ​ໜຶ່ງ ທີ່​ຫ້ອຍ​ຢູ່​ຝາ ​ໃນ​ຫ້ອງ​ຮັບ​ແຂກ. ມັນ​ເປັນ​ຂອງຂວັນ​ຈາກ​ເພື່ອນ​ຜູ້ມີ​ພອນ​ສະຫວັນ​ທີ່​ຮັກ​ແພງ​ຄົນ​ໜຶ່ງ.

“ເຈົ້າ​ເຫັນ​ຫຍັງ​ຢູ່​ໃນນັ້ນ?” ລາວ​ຖາມ.

​ເດັກນ້ອຍ​ຜູ້ຍິງ​ຜູ້ບຸກ​ເບີກ​ກຳລັງ​ເຕັ້ນ​ໄປ

ນາງ ​ອີວາ ​ເຄີຍ​ເຫັນ​ຮູບ​​ແຕ້ມແຜ່ນ​ນັ້ນມາ​ກ່ອນ, ​ແຕ່​ນາງບໍ່​​ໄດ້​ເບິ່ງ​ມັນ​ໃກ້ໆ. ຮູບ​ຂອງ​​ເດັກນ້ອຍ​ຜູ້ຍິງ​ຄົນ​ໜຶ່ງ ນຸ່ງ​​ເຄື່ອງ​ຊາວ​ບຸກ​ເບີກ ກຳລັງ​ເຕັ້ນຫລິ້ນ​ຢູ່​ຕາມ​ທົ່ງ​ສີຄາມ. ຫຍ້າ ​ແລະ ຕົ້ນ​ໄມ້​ກໍ​ຂຽວ​ສະພັ່ງ. ນາງ ​ອີວາ ​ໄດ້​ເວົ້າວ່າ, “ມັນ​ເປັນ​ຮູບ​ຂອງ​ເດັກນ້ອຍ​ຜູ້ຍິງ. ​ເບິ່ງ​ຄື​ວ່າ ລາວ​ກຳລັງ​ເຕັ້ນຫລິ້ນ​ຢູ່.”

“ແມ່ນ​ແລ້ວ, ມັນ​ແມ່ນ​ຮູບ​​ເດັກນ້ອຍ​ຜູ້ຍິງ​ ຜູ້ບຸກ​ເບີກ ກຳລັງ​ເຕັ້ນ​ໄປ​ດ້ວຍ​ຄວາມສຸກ,” ປ້າ ​ໂຣສ໌ ​ເວົ້າ. “ປ້າ​ຄິດ​ວ່າ ມັນ​ຄົງ​ມີ​ວັນ​ທີ່​ມືດ​ມົວ ​ແລະ ເສົ້າໝອງ​ສຳລັບ​ຜູ້​ບຸກ​ເບີກ. ຊີວິດ​ຂອງ​ເຂົາ​ເຈົ້າ​ແມ່ນ​ລຳບາກ​ຫລາຍ—​ເກີນ​ກວ່າທີ່​ເຮົາ​ຈະ​ສາມາດ​ວາດ​ພາບ​ໄດ້. ​ແຕ່​ໃນ​ຮູບ​ແຜ່ນ​ນີ້, ທຸກ​ສິ່ງ​ແຈ່ມ​ໃສ ​ແລະ ມີ​ຄວາມ​ຫວັງ. ນາງ​ນ້ອຍ​ຄົນ​ນີ້ ມີ​ຄວາມສຸກ​ໃນ​ທຸກ​ບາດກ້າວ, ​ແລະ ນາງ​ໄດ້​ກ້າວ​ໄປ​ຂ້າງ​ໜ້າ, ​ສູງຂຶ້ນ​ເລື້ອຍໆ.”

ນາງ ​ອີວາ ​ໄດ້​ມິດ​ງຽບ​ຢູ່, ສະນັ້ນ ປ້າ ​ໂຣສ໌ ຈຶ່ງ​ໄດ້​ເວົ້າຕໍ່​ໄປ​ວ່າ, “ມີ​ຫລາຍ​ສິ່ງ​​ໃນ​ຊີວິດ​ນີ້ ທີ່​ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ຄາດ​ຄິດ, ​ແລະ ບາງ​ຄົນ​ຈະ​ມອງ​ໂລກ​ໃນ​ແງ່​ຮ້າຍ ​ແລະ ​ເສົ້າ​ໃຈ. ​ແຕ່​ປ້າ​ຮູ້ຈັກ​ຜູ້​ຄົນ​ທີ່, ​ເຖິງ​ແມ່ນມັນ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເຂົາ​ເຈົ້າຄາດ​ຄິດ, ​ແຕ່​ເຂົາ​ເຈົ້າ​ໄດ້ເອົາ​ໃຈ​ໃສ່​ຕໍ່​ຄວາມ​ອັດສະຈັນ​ໃຈ ​ແລະ ຄວາມ​ມະຫັດ​ສະຈັນ​ຂອງ​ຊີວິດ. ຄົນ​ເຫລົ່ານັ້ນ ​ເປັນ​ຄົນ​ທີ່​ມີ​ຄວາມສຸກ​ຫລາຍ ທີ່​ປ້າ​ເຄີຍ​ຮູ້ຈັກ​ມາ.”

“ແຕ່​ເຈົ້າບໍ່​ສາມາດ​ປ່ຽນອາລົມ​ທັນທີ, ຈາກ​ມີ​ຄວາມໃຈ​ຮ້າຍ ​ຫາ ການ​ມີ​ຄວາມສຸກ,” ນາງ ​ອີວາ ​ເວົ້າ.

“ອາດ​ເປັນ​ແນວ​ນັ້ນບໍ່​ໄດ້,” ປ້າ ​ໂຣສ໌ ຍິ້ມ​ອອກ​ມາ, “ແຕ່​ພຣະ​ເຈົ້າບໍ່​ໄດ້​ສ້າງ​ເຮົາ​ ​​ເພື່ອໃຫ້​ໂສກ​ເສົ້າ. ພຣະອົງ​ໄດ້​ສ້າງ​ເຮົາ​ ​ເພື່ອໃຫ້​ມີ​ຄວາມສຸກ!3 ສະນັ້ນ​ ​ຖ້າ​ຫາກ​ເຮົາໄວ້​ວາງ​ໃຈ​ໃນ​ພຣະອົງ, ພຣະອົງຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​​ເຫັນ​ສິ່ງ​ທີ່​ດີ, ​ແຈ່​ມ​​ໃສ, ທີ່​ມີ​ຄວາມ​ຫວັງ ​ໃນ​ຊີວິດ. ​ແລະ ​ແນ່ນອນ​ທີ່​ສຸດ, ​ໂລກ​ຈະ​ແຈ່ມ​​ໃສ​ຫລາຍ​ຂຶ້ນ. ​ແມ່ນ​ແລ້ວ, ມັນ​ຈະ​ບໍ່​​ເກີດ​ຂຶ້ນ​ໃນ​ທັນທີ​ທັນ​​ໃດ, ​ແຕ່​ຕາມ​ຈິງ​ແລ້ວ, ມີ​ສິ່ງ​ໃດ​ແດ່​ທີ່​ເກີດ​ຂຶ້ນ ​ໃນທັນທີ​ທັນ​ໃດ? ​ເບິ່ງ​ແລ້ວ ສິ່ງ​ທີ່​ດີ​ທີ່​ສຸດ, ​ເຊັ່ນ​ດຽວ​ກັບ​ເຂົ້າຈີ່​ທີ່​ເຮົາ​ເຮັດ​ເອງ ຫລື ໝາກກ້ຽງ​ກວນ ຕ້ອງ​ໃຊ້​ເວລາ, ​ໃຊ້​ຄວາມ​ອົດທົນ ​ແລະ ​ເຫື່ອ​ແຮງ.”

ນາງ ​ອີວາ ​ໄດ້​ຄິດ​ກ່ຽວ​ກັບ​ມັນບຶດໜຶ່ງ ​ແລ້ວ​ເວົ້າວ່າ, “ບາງທີ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ສຳລັບ​ຄົນ ທີ່​ບໍ່​ມີ​ທຸກ​ສິ່ງ​ທຸກ​ຢ່າງທີ່​ດີ​ພ້ອມ ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.”

“ນາງ ​ອີວາ ​ເອີຍ, ​ເຈົ້າຄິດ​ວ່າ ຊີວິດ​ຂອງ​ປ້າ​ດີ​ພ້ອມ​ທຸກ​ຢ່າງ​ຊັ້ນບໍ?” ລາວ​ໄດ້​ນັ່ງ​ຢູ່​ກັບ​ນາງ ​ອີວາ ຢູ່​ສະລົ້ງທີ່​ໜາ​ຂອງ​ລາວ. “ມັນ​ໄດ້​ມີ​ບາງ​ເວລາ​ທີ່​ປ້າ​ມີ​ຄວາມ​ທໍ້ຖອຍ​ໃຈ​ຫລາຍ, ຈົນ​ວ່າ​ປ້າ​ບໍ່​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ.”

“ເຈົ້ານີ້​ຫວະ?” ນາງ ​ອີວາ ຖາມ.

ປ້າ ​ໂຣສ໌ ງຶກ​ຫົວ. “ມີ​ຫລາຍ​ສິ່ງ​ທີ່ປ້າ​ຢາກ​ມີ ​ໃນ​ຊີວິດ​ນີ້.” ​ໃນ​ຂະນະ​ທີ່​ລາວ​ເວົ້າ, ນ້ຳສຽງ​ທີ່​ໂສກ​ເສົ້າ ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ລາວ ຊຶ່ງ​ນາງ ​ອີວາ ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ. “ສ່ວນ​ຫລາຍ​ແລ້ວ ມັນ​ບໍ່​ໄດ້​ເກີດ​ຂຶ້ນ. ມັນ​ເຮັດ​ໃຫ້​ຜິດ​ຫວັງ​ເທື່ອ​ແລ້ວ​ເທື່ອ​ອີກ. ມື້ໜຶ່ງ​ ປ້າ​ສຳນຶກ​ໄດ້​ວ່າ ມັນຈະ​ບໍ່ມີ​ວັນ​ເປັນຕາ​ມທີ່​ປ້າ​ຫວັງ​ໄວ້. ມັນ​ເປັນ​ຕອນ​ທີ່​ປ້າ​ເສົ້າ​ໃຈ​ຫລາຍ. ປ້າ​ເກືອບ​ຍອມ​ແພ້ ​ແລະ ໂສກ​ເສົ້າ.”

“ແລ້ວ ​ເຈົ້າ​ເຮັດ​ແນວ​ໃດ?”

“ບໍ່​ໄດ້​ເຮັດ​ຫຍັງ​ໃນ​ເວລາ​ນັ້ນ. ປ້າ​ມີ​ແຕ່​ໃຈ​ຮ້າຍ. ປ້າ​ເປັນ​ແບບ​ຄົນ​ບ້າ ທີ່​ບໍ່​ມີ​ໃຜ​ຢາກ​ຢູ່​ໃກ້.” ​ແລ້ວ​ລາວ​ໄດ້​ຫົວຄ່ອຍໆ, ບໍ່​ໄດ້​ເປັນ​ການ​ຫົວດັງ​ກ້ອງ. “‘ບໍ່​ຍຸດຕິ​ທຳ’ ​ເປັນ​ເພງ​ທີ່​ປ້າ​ໄດ້​ຮ້ອງ​ແລ້ວ​ຮ້ອງ​ອີກ ຢູ່​ໃນ​​ໃຈ. ​ແຕ່​ໃນ​ທີ່​ສຸດ ປ້າ​ໄດ້​ຄົ້ນພົບ​ເຫັນ​ບາງ​ສິ່ງ ທີ່​ປ່ຽນ​ຊີວິດ​ຂອງ​ປ້າ.”

“ແມ່ນ​ຫຍັງ?”

“ສັດທາ,” ປ້າ ​ໂຣສ໌ ຍິ້ມ. “ປ້າ​ໄດ້​ຄົ້ນພົບ​ ສັດທາ. ​ແລະ ສັດທາ ​ໄດ້​ພາ​ໄປ​​ສູ່ ຄວາມ​ຫວັງ. ​ແລະ ສັດທາ ​ແລະ ຄວາມ​ຫວັງ ​ໄດ້​ເຮັດ​ໃຫ້​ປ້າ​ມີ​ຄວາມ​ໝັ້ນ​ໃຈວ່າ ມື້ໜຶ່ງ​ປ້າ​ຈະ​ເຂົ້າ​ໃຈທຸກ​ສິ່ງ, ວ່າ​ເປັນ​​ເພາະ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ທຸກ​ສິ່ງ​ທີ່​ບໍ່​ຖືກຕ້ອງ ຈະ​ຖືກ​ປ່ຽນ​ແປງ​ໃຫ້​ຖືກຕ້ອງ. ຫລັງ​ຈາກ​ນັ້ນ, ປ້າ​​ໄດ້​ເຫັນ​ເສັ້ນທາງທີ່ຢູ່​ຕໍ່ໜ້າ​ປ້າ ວ່າ​ມັນ​ບໍ່​ໄດ້​​​ເສົ້າໝອງ ​ແລະ ​​ເປັນ​ຝຸ່ນ ດັ່ງ​ທີ່​ປ້າ​ຄິດ. ປ້າ​ໄດ້​ເລີ່ມຕົ້ນ​ເຫັນ​ສີຄາມ ທີ່​ແຈ່ມ​ໃສ, ສີຂຽວສະພັ່ງ​​, ​ແລະ ສີ​ແດງ​ຈາດ​ຈ້າ, ​ແລ້ວປ້າ​ໄດ້​ຕັດສິນ​ໃຈ​ວ່າ ຕ້ອງ​ໄດ້​ເລືອກ​ເຮັດ​ບາງ​ສິ່ງ—ປ້າ​ຈະ​ກົ້ມໜ້າ​ຍ່າງ​ ​ເຕະ​ຝຸ່ນ​ໄປ​ຕາ​ມທາງ​ແຫ່ງ​ຄວາມ​ສົງສານ​ຕົນ​ເອງ, ຫລື ຈະ​ມີ​ສັດທາ​ໜ້ອຍ​ໜຶ່ງ, ນຸ່ງ​ເຄື່ອງ​ສວຍ​ງາມ, ​ໃສ່​ເກີບ​​ເຕັ້ນລຳ, ​ແລະ ​ເຕັ້ນ​ໄປ​ຕາມທາງ​ແຫ່ງ​ຊີວິດ, ຮ້ອງ​​ເພງ​ໄປ​ນຳ.” ບັດ​ນີ້ ນ້ຳສຽງ​ຂອງ​ລາວ​ຄື​ກັບ​ສຽງ​ຮອຍ​ຕີນ​ຂອງ​ນາງ​ນ້ອຍ​ທີ່​​ກຳລັງ​ເຕັ້ນ​ໄປ​ຕາມ​ທົ່ງ ຢູ່​ໃນ​ຮູບ​ແຕ້ມ​ນັ້ນ.

ປ້າ ​ໂຣສ໌ ​ໄດ້​ຢື້​ໄປ​ເອົາ​ພຣະຄຳ​ພີ​​ເຫລັ້ມ​ເກົ່າໆ​ຂອງ​ລາວ ທີ່​ວາງ​ຢູ່​ສົ້ນ​ໂຕະ ​ແລ້ວ​ວາງ​​ໄວ້​ໃນ​ຕັກຂອງ​ລາວ. “ປ້າ​ບໍ່​ໄດ້​ຄິດ​ວ່າ ປ້າ​ເສົ້າ​ໃຈ​ເຖິງ​ຕ້ອງ​ກິນ​ຢາ—ປ້າ​ບໍ່​ຮູ້​ວ່າ ​ເຮົາ​ສາມາດ​ບອກ​ຕົວ​ເອງ​ໃຫ້ເຊົາ​ຈາກ​ອາການ​ນີ້​ໄດ້​​ຫລື​ບໍ່. ​ແຕ່​ປ້າ​​ເຄີຍ​ເຮັດ​ໃຫ້​ຕົວ​ເອງ​ໂສກ​ເສົ້າ! ​ແມ່ນ​ແລ້ວ, ປ້າ​ເຄີຍ​ມີ​ວັນ​ທີ່​ມືດ​ມົວ, ​ແຕ່​ການ​ມີ​ຄວາມ​ໂສກ​ເສົ້າ ​ແລະ ​ກຸ້ມ​ໃຈ​ເຫລົ່ານັ້ນ ປ່ຽນ​ແປງມັນ​ບໍ່​ໄດ້—ມີ​ແຕ່​ເຮັດ​ໃຫ້​ສະພາບ​ຊຸດ​ໂຊມ​ລົງຫລາຍ​ກວ່າ​ເກົ່າ. ສັດທາໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ສອນ​ປ້າ​ວ່າ ​​ແມ່ນ​ຫຍັງ​ກໍ​ຕາມ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ອະດີດ, ​​ແຕ່ປ້າ​ສາມາດ​ມີ​ຄວາມສຸກ​ໄດ້​ໃນ​ບັ້ນທ້າຍຊີວິດ.”

“ເຈົ້າຊິ​ຮູ້​ໄດ້​ແນວ​ໃດ?” ນາງ ​ອີວາ ຖາມ.

ປ້າ ​ໂຣສ໌ ​ໄດ້​ເປີດ​ພຣະຄຳ​ພີ ​ແລະ ​ເວົ້າວ່າ, “ມັນ​ບອກ​ຢູ່​ໃນ​ນີ້:

“‘ພຣະ​ເຈົ້າ … ຈະ​ສະຖິດ​ຢູ່​ກັບ​ພວກ​ເຂົາ, ​ແລະ ພວກ​ເຂົາ​ກໍ​ຈະ​ເປັນ​ໄພ່​ພົນ​ຂອງ​ພຣະອົງ, ​ແລະ ພຣະ​ເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກ​ເຂົາ, ​ແລະ ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ.

“ພຣະ​ເຈົ້າຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກ​ເຂົາ; ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ, ຄວາມ​ໂສກ​ເສົ້າ, ຄວາມ​ຮ້ອງ​ໄຫ້, ​ແລະ ຄວາມ​ເຈັບ​ປວດ ຈະ​ບໍ່​ມີ​ອີກ​ຕໍ່​ໄປ: ​ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.’”4

ປ້າ ​ໂຣສ໌ ​ໄດ້​ຫລຽວ​ເບິ່ງ​ນາງ ​ອີວາ. ຮອຍ​ຍິ້ມ​ຂອງ​ລາວບານ​ກວ້າງ ​ໃນ​ຂະນະ​ທີ່​ລາວເວົ້າອອກ​ມາ​ຄ່ອຍໆ​, ດ້ວຍ​ສຽງ​ສັ່ນ​​ເຄືອ ວ່າ, “ຈັ່ງ​ແມ່ນ​ເປັນ​ຄຳ​ທີ່​ປະ​ທັບ​ໃຈ​ແທ້ໆ ທີ່​​ເຄີຍ​ໄດ້​ຍິນ​ມາ, ​ແມ່ນ​ບໍ?”

ມັນ​ເປັນ​ຄຳ​ທີ່​ປະ​ທັບ​ໃຈ​ແທ້ໆ, ນາງ ​ອີວາ ຄິດ.

ປ້າ ​ໂຣສ໌ ​ໄດ້​ເປີດ​ໄປ​​ຫາ​ບ່ອນ​ໜຶ່ງ​ອີກ ​ແລະ ​ໄດ້​ຊີ້​ໃຫ້​ນາງ ​ອີ​ວາ ອ່ານ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ເຫັນ, ຫູ​ບໍ່​ໄດ້​ຍິນ, ​ແລະ ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ​ແມ່ນ​ສິ່ງ​ນັ້ນ​ແຫລະ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້ ​ໃຫ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.”5

ປ້າ ​ໂຣສ໌ ​ເວົ້າວ່າ, “ຖ້າ​ມີ​ອະນາຄົດ​ທີ່​ແຈ່ມ​ໃສ​ເຊັ່ນ​ນີ້, ​ເປັນ​ຫຍັງ​ຈຶ່ງ​ຊິ​ມາ​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ເປັນອະດີດ ຫລື ປະຈຸ​ບັນ ທີ່​ບໍ່​ເປັນ​ດັ່ງ​ທີ່​ເຮົາ​​ໄດ້ວາງ​ແຜນ​ໄວ້?”

ນາງ ​ອີວາ ​ໄດ້​ເຮັດ​ຄິ້ວ​ຫຍຸ້ງ. ນາງ​ເວົ້າວ່າ “ແຕ່, ເຈົ້າ​ເວົ້າວ່າ ການ​ມີ​ຄວາມສຸກ ໝາຍ​ເຖິງ​ການຕັ້ງຕາລໍ​ຄອຍ​ທີ່​ຈະ​ມີ​ຄວາມສຸກ​ໃນ​ອະນາຄົດ​ແມ່ນ​ບໍ? ຄວາມສຸກ​ທັງ​ໝົດມີ​ຢູ່​ໃນ​ນິລັນດອນ​ບໍ? ບາງ​ສ່ວນ​ເກີດ​ຂຶ້ນ​ໃນ​​ເວລາ​ນີ້ ບໍ່​ໄດ້​ບໍ?”

“ໂອ້, ​ແນ່ນອນ, ມັນ​ເກີດ​ຂຶ້ນ​ໄດ້!” ປ້າ ​ໂຣສ໌ ​ເວົ້າອອກ​ມາ. “ຫລານ​ເອີຍ, ​ເວລາ​ນີ້ ກໍ​ເປັນ​ ພາກສ່ວນ ​ໜຶ່ງ​ໃນ​ນິລັນດອນ. ມັນ​ບໍ່​ໄດ້​ເລີ່ມຕົ້ນຫລັງ​ຈາກ​ເຮົາ​ຕາຍ​ໄປ! ສັດທາ ​ແລະ ຄວາມ​ຫວັງ ຈະ​​ເປີດ​ຕາ​​​ໃຫ້ເຫັນຄວາມສຸກ ທີ່​ວາງ​ຢູ່​ຕໍ່ໜ້າ​​ເຈົ້າໃນ​ເວລາ​ນີ້.

“ປ້າ​ຮູ້​ກາບກອນ​ບົດ​ໜຶ່ງ ທີ່​ເວົ້າວ່າ, ‘ຕະຫລອດ​ການ​ແມ່ນຮວມ​ເຖິງ​ເວລາ​ນີ້.’6 ປ້າ​ບໍ່​ຢາກ​ໃຫ້​ຕະຫລອດ​ການ​ຂອງ​ປ້າ ​ເຕັມ​ໄປ​ດ້ວຍ​ຄວາມ​ມືດ ​ແລະ ຄວາມ​ຢ້ານ​ກົວ​ຂອງ ‘​ເວລາ​ນີ້.’ ​ແລະ ປ້າ​ບໍ່​ຢາກ​ມີ​ຊີວິດ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໝອງ, ທີ່ອົດທົນ​ກັບ​ສະພາບ​ການ, ບໍ່​ສົນ​ກັບ​ຄົນ​ໃດ, ​ແລະ ຈຳ​ໃຈ​ອົດ​ທົນ​ໄປ​ເຖິງ​ທີ່​ສຸດ​ອັນ​ຂົມ​ຂື່ນ. ສັດທາ ​ໄດ້​ມອບ​ຄວາມ​ຫວັງ​ໃຫ້​ປ້າ ​ຊຶ່ງ​ປ້າ​ຕ້ອງການ​ ​ເພື່ອ​ຈະ​ໄດ້​ມີ​ຊີວິດ​ທີ່​ຊື່ນ​ຊົມ ​ໃນ​ເວລາ​ນີ້!”

“ແລ້ວ ​ເຈົ້າ​ເຮັດ​ແນວ​ໃດ?” ​ອີວາ ຖາມ.

“ປ້າ​ໄດ້​ໃຊ້​ສັດທາ​ໃນ​ຄຳ​ສັນຍາ​ຂອງ​ພຣະ​ເຈົ້າ ​ໂດຍ​ການ​ເຮັດ​ໃຫ້​ຊີວິດ​ຂອງ​ປ້າ​ເຕັມ​ໄປ​ດ້ວຍ ສິ່ງ​ທີ່​ມີ​ຄວາມ​ໝາຍ. ປ້າ​ໄດ້​ໄປ​ໂຮງຮຽນ. ປ້າ​ໄດ້​ຮັບ​ການ​ສຶກສາ. ​ແລ້ວ ປ້າ​ໄດ້​ມີ​ອາຊີບ​ທີ່​ປ້າ​ມັກ.”

ນາງ ​ອີວາ ​ໄດ້​ຄິດບຶດໜຶ່ງ​ກ່ຽວ​ກັບ​ສິ່ງ​ນີ້ ​ແລະ ​ເວົ້າວ່າ, “ແຕ່ ​ແທ້​ຈິງ​ແລ້ວ ການ​ຫຍຸ້ງ​ຕະຫລອດ​ເວລາ ບໍ່​ໄດ້​ເຮັດ​​ໃຫ້​ມີ​ຄວາມສຸກ. ມີ​ຫລາຍ​ຄົນ​ທີ່​ຫຍຸ້ງ​ຕະຫລອດ ​​ແຕ່​ບໍ່​ມີ​ຄວາມສຸກ.”

“ຍັງນ້ອຍຢູ່ ​ເຈົ້າຄື​ມາສະ​ຫລາດຫລາຍ​ແທ້?” ປ້າ ​ໂຣສ໌ ຖາມ. “ເຈົ້າ​ເວົ້າຖືກ. ​ແລະ ​ເກືອບ​ທຸກ​ຄົນ​ທີ່​ຫຍຸ້ງ​ຕະຫລອດ, ທີ່​ມີ​ຄວາມສຸກ​ເຫລົ່ານັ້ນ ​​ໄດ້​ລືມ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້—ສິ່ງ​ທີ່​ພຣະ​ເຢຊູ​ໄດ້​ກ່າວ​ວ່າ ​ເປັນ​ຈຸດ​ສຳຄັນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ.”

“ແລະ ມັນແມ່ນ​ຫຍັງ?” ນາງ ​ອີວາ ຖາມ.

“ມັນ​ແມ່ນຄວາມ​ຮັກ—ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ,” ປ້າ ​ໂຣສ໌ ​ເວົ້າ. “ເຫັນ​ບໍ, ສິ່ງ​ອື່ນໆ​ໃນ​ພຣະກິດ​ຕິ​ຄຸນ—ທຸກ​ສິ່ງ​ທີ່​ເປັນ​ຄຳ​ວ່​າ ຄວນ ​ແລະ ຕ້ອງ ​ແລະ ຈົ່ງ —ຈະ​ນຳ​ໄປ​ສູ່​ຄວາມ​ຮັກ. ​ເມື່ອ​ເຮົາ​ຮັກ​ພຣະ​ເຈົ້າ, ​ເຮົາ​ກໍ​ຢາກ​ຮັບ​ໃຊ້​ພຣະອົງ. ​ເຮົາ​ຢາກ​ເປັນ​ເໝືອນ​ດັ່ງ​ພຣະອົງ. ​ເມື່ອ​ເຮົາ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ, ​ເຮົາ​ຈະ​ຢຸດ​ຄິດ​ໜ້ອຍ​ລົງ​ກ່ຽວ​ກັບ​ບັນຫາ​ຂອງ​ເຮົາ ​ແລະ ຊ່ອຍ​ເຫລືອ​ຄົນ​ອື່ນ ​ແກ້​ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ.”7

“ແລະ ສິ່ງ​ນັ້ນ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ບໍ?” ນາງ ​ອີວາ ຖາມ.

ປ້າ ​ໂຣສ໌ ​ໄດ້​ງຶກ​ຫົວ ​ແລະ ຍິ້ມ, ລາວ​ກໍ​ມີນ້ຳຕາ​ເຕັມ​ເບົ້າ. “ແມ່ນ​ແລ້ວ, ຫລານ​ເອີຍ. ນັ້ນຄື ​ສິ່ງທີ່ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ.”

ບໍ່​ເໝືອນ​​ເດີມ​ອີກ

ມື້​ຕໍ່​ມາ ນາງ ​ອີວາ ​ໄດ້​ໂອບ​ກອດ​ປ້າ ​ໂຣສ໌ ຂອງ​ນາງ ​ແລະ ​ໄດ້​ຂອບ​ໃຈ​ລາວ​ສຳລັບ​ທຸກ​ສິ່ງ​ທີ່​ລາວ​ໄດ້​ເຮັດ. ນາງ​ໄດ້​ກັບ​ໄປ​ບ້ານ ຫາ​ຄອບຄົວ ​ແລະ ໝູ່​ເພື່ອນ​, ຫາ​ເຮືອນ, ​ແລະ ​ເພື່ອນ​ບ້ານ​ຂອງ​ນາງ.

​ແຕ່​ນາງ​ບໍ່​ເໝືອນ​ເດີມ​ອີກ​ຕໍ່​ໄປ.

​ເມື່ອ​ນາງ ​ອີວາ ​ເຕີບ​ໂຕ​ຂຶ້ນ, ນາງ​ມັກ​ຈະ​ຄິດ​​ເຖິງ​ຄຳ​ຂອງ​ປ້າ ​ໂຣສ໌ ຂອງ​ນາງ. ​ໃນ​ທີ່​ສຸດ ນາງ ​ອີວາ ກໍ​ໄດ້​ແຕ່ງງານ, ມີ​ລູກ​ເຕົ້າ, ​ແລະ ມີ​ຊີວິດ​ທີ່​ຍືນ​ຍາວ ​ແລະ ມີ​ຄວາມສຸກ.

​ແລະ ​ມື້ໜຶ່ງ, ​ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ໃນ​ເຮືອນ​ຂອງ​ນາງ​ເອງ, ຊົມ​ຄວາມ​ງາມ​ຂອງ​​ຮູບແຜ່ນ​ທີ່​ເຫັນ​​ເດັກນ້ອຍ​ຜູ້ຍິງຜູ້​ບຸກ​ເບີກ​ເຕັ້ນຫລິ້ນ​ຕາມ​ທົ່ງ ທີ່​ເປັນ​ສີຄາມ​ອັນ​​ແຈ່ມ​ໃສ, ນາງ​ກໍ​ຮູ້ສຶກ​ວ່າ ນາງ​ມີ​ອາຍຸ​ເທົ່າ​ກັບ​ປ້າ ​ໂຣສ໌ ຕອນ​ທີ່​ນາງ​ໄດ້​ໄປ​ພັກ​ຢູ່​ນຳ​ລາວ ​ໃນ​ລະດູ​ຮ້ອນທີ່​ພິ​ເສດນັ້ນ.

​ເດັກນ້ອຍ​ຜູ້ຍິງ​ຜູ້ບຸກ​ເບີກ​ກຳລັງ​ເຕັ້ນ​ໄປ

​ເມື່ອ​ນາງ​ຮູ້ສຶກ​ຕົວ, ນາງ​ຮູ້ສຶກ​ວ່າ ນາງ​ຄວນ​ອະທິຖານ​ທັນທີ. ​ແລະ ນາງ ​ອີວາ ຮູ້ສຶກ​ກະຕັນຍູ​ສຳລັບ​ຊີວິດ​ຂອງ​ນາງ, ສຳລັບ​ຄອບຄົວ, ສຳລັບ​ພຣະກິດ​ຕິ​ຄຸນຂອງ​ພຣະ​ເຢຊູ​ຄຣິດ ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ແລະ ສຳລັບ​ລະດູ​ຮ້ອນ ​ເມື່ອ​ບໍ່​ດົນ​ມານັ້ນ ຕອນ​ປ້າ ​ໂຣສ໌8 ​ໄດ້​ສອນ​ນາງ​ກ່ຽວ​ກັບ​ສັດທາ, ​ຄວາມ​ຫວັງ, ແລະ ຄວາມ​ຮັກ.9

ພອນ

​ເອື້ອຍ​ນ້ອງ​ ​ແລະ ​ເພື່ອນ​ໃນ​ພຣະຄຣິດທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຫວັງ​ ​ແລະ ອະທິຖານ​ວ່າ ບາງ​ສິ່ງ​ໃນ​ເລື່ອງ​ນີ້ ​ໄດ້​ສຳ​ພັດ​ຈິດ​ໃຈ​ ​ແລະ ດົນ​ໃຈ​ຈິດ​ວິນ​ຍານ​ຂອງ​ທ່ານ. ຂ້າພະ​ເຈົ້າຮູ້​ວ່າ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່ ​ແລະ ວ່າພຣະອົງ​ຮັກ​ທ່ານ​ແຕ່ລະຄົນ.

​ເມື່ອ​ທ່ານ​ເດີນ​ໄປ​ໃນ​ເສັ້ນທາງ​ອັນ​ແຈ່ມ​ແຈ້ງ ແຫ່ງ​ການ​ເປັນ​ສານຸສິດຂອງ​ທ່ານ, ຂ້າພະ​ເຈົ້າອະທິຖານ​ວ່າ ສັດທາຈະ​ປົກ​ປ້ອງ​ທ່ານ ​ໃນ​​ແຕ່​ລະ​ບາດ​ກ້າວ ຕາມ​ເສັ້ນທາງ​ຂອງ​ທ່ານ; ວ່າຄວາມ​ຫວັງ​ຈະ​ເປີດ​ຕາ​ທ່ານ ຕໍ່​ລັດສະໝີ​ພາບ​ຂອງ​ພຣະບິດາ​ເທິງ​ສະຫວັນ ທີ່​ມີ​ໄວ້​ສຳລັບ​ທ່ານ; ​ແລະ ວ່າຄວາມ​ຮັກ​ສຳລັບ​ພຣະ​ເຈົ້າ ​ແລະ ສຳລັບ​ລູກໆ​ຂອງ​ພຣະອົງ​ທຸກ​ຄົນ ຈະ​ເຕັມ​ຢູ່​ໃນ​ຫົວ​ໃຈ​ຂອງ​ທ່ານ. ​ໃນ​ຖານະ​ທີ່​ເປັນ​ອັກຄະ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຂ້າພະ​ເຈົ້າຂໍມອບ​ສິ່ງ​ນີ້​​ເພື່ອ​ເປັນ​ພະຍານ ​ແລະ ເປັນ​ພອນ​ແກ່​ທ່ານ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.