ເປັນລະບຽບຮຽບຮ້ອຍແບບຄົນບຣິສະໂຕ: ຈົ່ງມີຄ່າຄວນສຳລັບພຣະວິຫານ—ໃນເວລາມີຄວາມສຸກ ແລະ ໃນເວລາທີ່ຫຍຸ້ງຍາກ
ການເຊື່ອຟັງຕໍ່ຫລັກທຳພຣະກິດຕິຄຸນທີ່ສັກສິດນີ້ ຈະຊ່ອຍເຮົາໃຫ້ມີຄ່າຄວນຕໍ່ພຣະວິຫານ, ພົບຄວາມສຸກໃນຊີວິດນີ້, ແລະ ພາເຮົາກັບໄປບ້ານໃນສະຫວັນຂອງເຮົາ.
ສາດສະດາລີໄຮ ໄດ້ປະກາດວ່າ, “ຖ້າຫາກບໍ່ມີຄວາມຊອບທຳ ກໍບໍ່ມີຄວາມສຸກ.”1
ຜູ້ປໍລະປັກໄດ້ຮັບຄວາມສຳເລັດຜົນ ໃນການເຮັດໃຫ້ຜູ້ຄົນເຊື່ອເລື່ອງຂີ້ຕົວະ. ມັນ ແລະ ຕົວແທນຂອງມັນ ປະກາດວ່າ ການເລືອກທີ່ແທ້ຈິງ ແມ່ນລະຫວ່າງຄວາມສຸກ ແລະ ຄວາມພໍໃຈ ໃນຊີວິດນີ້ ແລະ ຄວາມສຸກ ໃນ ຊີວິດທີ່ຈະມາເຖິງ (ຊຶ່ງຜູ້ປໍລະປັກໄດ້ປະກາດ ອາດບໍ່ມີຈິງ). ເລື່ອງຂີ້ຕົວະນີ້ ເປັນການເລືອກທີ່ຜິດ, ແຕ່ມັນເປັນສິ່ງທີ່ຢົ້ວຢວນໃຈທີ່ສຸດ.2
ຈຸດປະສົງອັນມີກຽດທີ່ສູງສຸດ ໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ ແມ່ນເພື່ອໃຫ້ສານຸສິດທີ່ຊອບທຳ ແລະ ຄອບຄົວແຫ່ງພັນທະສັນຍາ ໄດ້ຢູ່ນຳກັນໃນຄວາມຮັກ, ໃນຄວາມປອງດອງ, ແລະ ໃນຄວາມສະຫງົບສຸກ ໃນຊີວິດນີ້3 ແລະ ຮັບເອົາລັດສະໝີພາບແຫ່ງຊັ້ນສູງ ໃນຄວາມນິລັນດອນ ນຳພຣະເຈົ້າ ອົງເປັນພຣະບິດາ, ພຣະຜູ້ສ້າງຂອງເຮົາ, ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ.4
ຕອນຂ້າພະເຈົ້າເປັນຜູ້ສອນສາດສະໜາໜຸ່ມ ທີ່ໄດ້ຖືກສົ່ງໄປເຜີຍແຜ່ຢູ່ປະເທດອັງກິດ, ເຂດທຳອິດທີ່ຂ້າພະເຈົ້າໄດ້ໄປເຜີຍແຜ່ ຕອນນັ້ນແມ່ນທ້ອງຖິ່ນ ບຣິສະໂຕ. ຜູ້ນຳຂອງສາດສະໜາຈັກຄົນໜຶ່ງໄດ້ເນັ້ນໜັກວ່າ ຜູ້ສອນສາດສະໜາທີ່ຮັບໃຊ້ຢູ່ໃນເຂດນັ້ນ ຕ້ອງ “ເປັນລະບຽບຮຽບຮ້ອຍແບບຄົນບຣິສະໂຕ.”
ທຳອິດ, ຂ້າພະເຈົ້າບໍ່ເຂົ້າໃຈວ່າເພິ່ນເວົ້າຫຍັງ. ບໍ່ດົນ ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບປະຫວັດສາດຂອງ ບຣິສະໂຕ ແລະ ຄວາມໝາຍຂອງຄຳວ່າ “ເປັນລະບຽບຮຽບຮ້ອຍແບບຄົນບຣິສະໂຕ.” ໃນສະໄໝກ່ອນທ້ອງຖິ່ນ ບຣິສະໂຕ ເຄີຍເປັນທ່າເຮືອທີ່ຫຍຸ້ງທີ່ສຸດ ໃນປະເທດອັງກິດ. ມັນເປັນບ່ອນທີ່ນ້ຳທະເລຂຶ້ນສູງເຖິງ 43 ຟິດ (13 ແມັດ), ເປັນອັນດັບທີສອງຂອງໂລກ. ຕອນນ້ຳທະເລລົງ, ທ້ອງກຳປັ່ນຂອງລຳທີ່ເກົ່າແກ່ຈະຈຸເຖິງພື້ນທະເລ ແລະ ລົ້ມໄປທາງຂ້າງ, ແລະ ຖ້າຫາກກຳປັ່ນມີຄຸນນະພາບບໍ່ດີ, ມັນຈະໄດ້ຮັບຄວາມເສຍຫາຍບໍ່ນ້ອຍ. ນອກເໜືອຈາກນັ້ນ ຖ້າຫາກສິ່ງອື່ນໆ ບໍ່ໄດ້ຖືກມ້ຽນມັດເປັນຢ່າງດີ ມັນຈະຖືກນ້ຳຊັດໄປທົ່ວທີບ ແລະ ໄດ້ຮັບຄວາມເສຍຫາຍ ຫລື ເພພັງ.5 ຫລັງຈາກຂ້າພະເຈົ້າເຂົ້າໃຈຄວາມໝາຍຂອງຂໍ້ຄວາມນັ້ນແລ້ວ, ເຫັນໄດ້ຢ່າງແຈ່ມແຈ້ງວ່າ ຜູ້ນຳຄົນນີ້ ໄດ້ບອກພວກເຮົາ ຜູ້ສອນສາດສະໜາວ່າ ພວກເຮົາຕ້ອງເປັນຄົນຊອບທຳ, ເຮັດຕາມກົດລະບຽບ, ແລະ ຕຽມສຳລັບສະຖານະການທີ່ຫຍຸ້ງຍາກ.
ການທ້າທາຍນີ້ ແມ່ນກ່ຽວຂ້ອງກັບເຮົາແຕ່ລະຄົນ. ຂ້າພະເຈົ້າຄິດວ່າການ “ເປັນລະບຽບຮຽບຮ້ອຍແບບຄົນ ບຣິສະໂຕ” ຄືການ “ມີຄ່າຄວນສຳລັບພຣະວິຫານ”—ໃນເວລາທີ່ມີຄວາມສຸກ ແລະ ໃນເວລາທີ່ມີຄວາມໂສກເສົ້າ.
ເຖິງແມ່ນສ່ວນຫລາຍແລ້ວ ເປັນສິ່ງງ່າຍທີ່ຈະຄາດການໄດ້ວ່າ ຄວນຕຽມແນວໃດເມື່ອນ້ຳທະເລຂຶ້ນໆລົງໆຢູ່ປະເທດອັງກິດ, ແຕ່ສ່ວນຫລາຍແລ້ວ ຄວາມຫຍຸ້ງຍາກ ແລະ ການລໍ້ລວງໃນຊີວິດນີ້ ຈະເປັນສິ່ງຍາກທີ່ຈະຄາດການໄດ້. ແຕ່ເຮົາຮູ້ສິ່ງນີ້ຄື: ມັນຈະມາ! ກ່ອນຈະສາມາດເອົາຊະນະການທ້າທາຍ ແລະ ການລໍ້ລວງໄດ້ນັ້ນ ເຮົາແຕ່ລະຄົນຕ້ອງປະເຊີນກັບມັນຢ່າງຫລີກລ້ຽງບໍ່ໄດ້, ຊຶ່ງເຮົາຕ້ອງຕຽມພ້ອມດ້ວຍຄວາມຊອບທຳ ແລະ ໃຊ້ເຄື່ອງປ້ອງກັນແຫ່ງສະຫວັນ ທີ່ຖືກຈັດຕຽມໄວ້ໃຫ້. ເຮົາຕ້ອງເອົາໃຈໃສ່ກັບການມີຄ່າຄວນສຳລັບພຣະວິຫານ ບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດກໍຕາມ. ຖ້າຫາກເຮົາຕຽມພ້ອມ, ເຮົາຈະບໍ່ຢ້ານ.6
ຄວາມສຸກໃນຊີວິດນີ້ ແລະ ຄວາມສຸກໃນຊີວິດທີ່ຈະມາເຖິງ ແມ່ນກ່ຽວຂ້ອງກັນ ໂດຍຄວາມຊອບທຳ. ແມ່ນແຕ່ໃນລະຫວ່າງການຕາຍ ແລະ ການຟື້ນຄືນຊີວິດ, “ວິນຍານຂອງຄົນທີ່ ຊອບທຳ ຈະຖືກຮັບເຂົ້າໄປຢູ່ໃນສະພາວະແຫ່ງຄວາມສຸກ, ຊຶ່ງເອີ້ນວ່າ ທີ່ສຸຂະເສີມ, ເປັນສະພາວະທີ່ພັກຜ່ອນ, ເປັນສະພາວະແຫ່ງຄວາມສະຫງົບສຸກ.”7
ໃນຕອນຕົ້ນຂອງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ອຍໃຫ້ລອດ ໃນອິດສະຣາເອນ ແລະ ຕໍ່ມາໃນບັນດາຊາວນີໄຟ, ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວກ່ຽວກັບຄວາມສຸກ ທັງໃນຊີວິດນີ້ ແລະ ໃນນິລັນດອນ. ພຣະອົງໄດ້ກ່າວເຖິງພິທີການ, ແຕ່ພຣະອົງໄດ້ເນັ້ນໜັກຕື່ມ ເຖິງຄວາມສຳຄັນຂອງການປະພຶດທີ່ສິນທຳ. ຍົກຕົວຢ່າງ, ສານຸສິດຍ່ອມເປັນສຸກ ຖ້າເຂົາເຈົ້າອຶດຫິວຄວາມຊອບທຳ, ເປັນຄົນເມດຕາ, ມີໃຈບໍລິສຸດ, ເປັນຄົນສ້າງຄວາມສະຫງົບ, ແລະ ເຮັດຕາມຫລັກທຳຂັ້ນພື້ນຖານເລື່ອງສິນທຳຂໍ້ອື່ນໆນຳອີກ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ໃນພື້ນຖານຂອງຄຳສອນນີ້, ອົງພຣະເຢຊູຄຣິດໄດ້ເນັ້ນໜັກເຖິງການກະທຳ ແລະ ການປະພຶດທີ່ຊອບທຳ ໃນການດຳລົງຊີວິດແຕ່ລະວັນ. ຄຳສອນຂອງພຣະອົງ ບໍ່ພຽງແຕ່ມາທົດແທນ ແລະ ເໜືອກວ່າກົດຂອງໂມເຊເທົ່ານັ້ນ8 ແຕ່ຄຳສອນຂອງພຣະອົງຍັງປະຕິເສດ ປັດຊະຍາເທັດຂອງມະນຸດນຳອີກ.
ເປັນເວລາຫລາຍສັດຕະວັດແລ້ວ ທີ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ດົນໃຈຄວາມເຊື່ອ ແລະ ສະຖາປະນາມາດຕະຖານເລື່ອງການປະພຶດ ກ່ຽວກັບສິ່ງທີ່ຊອບທຳ, ຄວາມປາດຖະໜາ, ແລະ ສິນທຳ ທີ່ນຳຄວາມສຸກ, ຄວາມມ່ວນຊື່ນ, ແລະ ຄວາມຊື່ນຊົມມາໃຫ້. ເຖິງຢ່າງໃດກໍຕາມ, ຫລັກທຳ ແລະ ສິນທຳຂັ້ນພື້ນຖານ ທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສອນ ກຳລັງຖືກໂຈມຕີຢ່າງໜັກ ໃນໂລກທຸກວັນນີ້. ຊາວຄຣິດສະຕຽນຖືກໂຈມຕີ. ຫລາຍຄົນເຊື່ອວ່າ ສິ່ງທີ່ເປັນສິນທຳໄດ້ຖືກປ່ຽນໄປແລ້ວ.9
ເຮົາມີຊີວິດຢູ່ໃນວັນເວລາທີ່ຫຍຸ້ງຍາກ. ນັບມື້ນັບຖືກັນວ່າ “ສິ່ງທີ່ຊົ່ວຮ້າຍເປັນສິ່ງດີ, ແລະ ສິ່ງດີເປັນສິ່ງທີ່ຊົ່ວຮ້າຍ.”10 ເມື່ອຜູ້ຄົນໃນໂລກເນັ້ນໜັກເລື່ອງການໃຫ້ຄວາມສຳຄັນກັບຕົນເອງ ແລະ ກັບທາງໂລກຫລາຍກວ່າ, ແລ້ວຈະກໍ່ໃຫ້ເກີດມີຄວາມເປັນຫ່ວງເປັນໃຍ. ນັກຂຽນທີ່ມີຊື່ສຽງຄົນໜຶ່ງ, ທີ່ບໍ່ໄດ້ນັບຖືສາດສະໜາດຽວກັນກັບເຮົາ ໄດ້ຂຽນວ່າ: “ເປັນໜ້າເສຍໃຈ ທີ່ຂ້າພະເຈົ້າເຫັນຜູ້ຄົນຈຳນວນໜ້ອຍດຽວເທົ່ານັ້ນ ທີ່ມີຄວາມສຸກ ໃນສະໄໝຂອງເຮົາ, ຫລື ລູກຂອງເຂົາເຈົ້າມີຊີວິດດີກວ່າ, ຫລື ມີຄວາມຍຸດຕິທຳໃນສັງຄົມ, ຈຳນວນການແຕ່ງງານກໍມີໜ້ອຍລົງ ແລະ ຄອບຄົວກໍມີສະມາຊິກໜ້ອຍຄົນ ... ທັງໝົດບໍ່ໄດ້ສັນຍາຫຍັງ ຍົກເວັ້ນແຕ່ຈະໃຫ້ຄວາມໂດດດ່ຽວແກ່ຄົນຈຳນວນຫລາຍ, ແລະ ຂາດຄວາມຈະເລີນກ້າວໜ້າ.”11
ໃນຖານະທີ່ເປັນສານຸສິດຂອງພຣະຜູ້ເປັນເຈົ້າ, ເຮົາໄດ້ຖືກຄາດໝາຍໃຫ້ວາງແຜນ ແລະ ຕຽມພ້ອມ. ໃນແຜນແຫ່ງຄວາມສຸກ, ການມີອິດສະລະທີ່ຈະເລືອກ ເປັນຫລັກທຳຂໍ້ສຳຄັນ ແລະ ການເລືອກຂອງເຮົາ ແມ່ນສຳຄັນຫລາຍ.12 ພຣະຜູ້ຊ່ອຍໃຫ້ລອດໄດ້ເນັ້ນໜັກເລື່ອງນີ້ ຕະຫລອດໄລຍະ ໃນການປະຕິບັດສາດສະໜາກິດຂອງພຣະອົງ, ຮ່ວມທັງຄຳອຸປະມາຂອງພຣະອົງເລື່ອງສາວບໍລິສຸດທີ່ໂງ່ຈ້າ ແລະ ເລື່ອງເງິນຕາລັນຕົນ.13 ໃນແຕ່ລະເລື່ອງ, ພຣະຜູ້ເປັນເຈົ້າໄດ້ແນະນຳເລື່ອງການຕຽມ ແລະ ການລົງມືປະຕິບັດ ແລະ ການຕຳນິເລື່ອງການເລື່ອນມື້ເລື່ອນວັນ ແລະ ຄວາມກຽດຄ້ານ.
ຂ້າພະເຈົ້າຮູ້ວ່າ ເຖິງແມ່ນຈະມີຄວາມສຸກອັນລົ້ນເຫລືອຢູ່ໃນແຜນອັນສູງສົ່ງຂອງພຣະເຈົ້າ, ແຕ່ບາງເທື່ອ ເຮົາອາດຮູ້ສຶກວ່າມັນຢູ່ໄກ ແລະ ຂາດໄປຈາກສະພາບການໃນປະຈຸບັນຂອງເຮົາ. ເຮົາອາດຮູ້ສຶກວ່າ ມັນຢູ່ໄກເກີນກວ່າຈະເອື້ອມເຖິງ ໃນຂະນະທີ່ເຮົາເປັນສານຸສິດທີ່ດີ້ນລົນຢູ່. ຈາກມະໂນພາບທີ່ຈຳກັດຂອງເຮົາ, ການລໍ້ລວງ ແລະ ສິ່ງລົບກວນໃນເວລານີ້ ອາດເປັນສິ່ງທີ່ໜ້າສົນໃຈຫລາຍກວ່າ. ກົງກັນຂ້າມ, ເຮົາອາດຮູ້ສຶກວ່າ ລາງວັນສຳລັບການຫລີກເວັ້ນຈາກການລໍ້ລວງເຫລົ່ານັ້ນຢູ່ໄກ ແລະ ບໍ່ສາມາດບັນລຸມັນ. ແຕ່ການເຂົ້າໃຈແທ້ໆເຖິງແຜນຂອງພຣະບິດາ ຈະເປີດເຜີຍໃຫ້ເຫັນວ່າ ລາງວັນແຫ່ງຄວາມຊອບທຳມີໃຫ້ໃນເວລານີ້. ຄວາມຊົ່ວຮ້າຍ, ດັ່ງເຊັ່ນການປະພຶດໃນທາງທີ່ອະທຳ ຈະບໍ່ມີວັນນຳຄວາມສຸກມາໃຫ້ຈັກເທື່ອ. ແອວມາໄດ້ກ່າວເຖິງເລື່ອງນີ້ ຢ່າງແຈ່ມແຈ້ງ ກັບ ໂຄຣິອານທັນ ລູກຊາຍຂອງເພິ່ນວ່າ: “ຈົ່ງເບິ່ງ, ພໍ່ເວົ້າກັບລູກວ່າ ຄວາມຊົ່ວຮ້າຍບໍ່ເຄີຍເປັນຄວາມສຸກເລີຍ.”14
ຄຳສອນຂອງເຮົາ ບອກຢ່າງແຈ່ມແຈ້ງ ຊຶ່ງກ່າວໂດຍ ແອມມິວເລັກ ໃນ ແອວມາ 34:32 ວ່າ: “ຈົ່ງເບິ່ງ, ຊີວິດນີ້ເປັນເວລາສຳລັບມະນຸດທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ; ແທ້ຈິງແລ້ວ, ຈົ່ງເບິ່ງ, ວັນແຫ່ງຊີວິດນີ້ເປັນວັນສຳລັບມະນຸດທີ່ຈະສະແດງຜົນງານຂອງຕົນເອງ.”
ແລ້ວ ເຮົາຈະຕຽມພ້ອມໃນວັນເວລາທີ່ຫຍຸ້ງຍາກນີ້ໄດ້ແນວໃດ? ນອກເໜືອໄປຈາກການເປັນຄົນມີຄ່າຄວນສຳລັບພຣະວິຫານແລ້ວ, ຍັງມີຫລັກທຳຫລາຍຢ່າງອື່ນອີກທີ່ມີສ່ວນກັບຄວາມຊອບທຳ. ຂ້າພະເຈົ້າຈະເນັ້ນສາມຢ່າງ.
ທຳອິດ: ການບັງຄັບຕົນເອງ ແລະ ການປະພຶດທີ່ຊອບທຳ
ຂ້າພະເຈົ້າເຊື່ອວ່າ ບາງເທື່ອພຣະບິດາໃນສະຫວັນທີ່ຊົງຮັກຂອງເຮົາ ຄົງຫລຽວເບິ່ງເຮົາ ແລະ ຫົວຂວັນນໍ ຄືກັນກັບຕອນທີ່ເຮົາຫລຽວເບິ່ງລູກນ້ອຍ ໃນຂະນະທີ່ເຂົາເຈົ້າກຳລັງຮຽນຮູ້ ແລະ ເຕີບໂຕ. ເຮົາທຸກຄົນກໍເຄີຍລົ້ມລຸກຄຸກຄານຄືກັນ ໃນຂະນະທີ່ຮຽນຮູ້ປະສົບການ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ຕໍ່ຄຳປາໄສໃນກອງປະຊຸມໃຫຍ່ ທີ່ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວ ເມື່ອປີ 201015 ກ່ຽວກັບການທົດລອງດ້ວຍເຂົ້າໜົມ marshmallow ທີ່ມະຫາວິທະຍາໄລ ສະແຕນເຝີດ ໃນໄລຍະປີ 1960. ທ່ານອາດຈື່ໄດ້ວ່າ ກຸ່ມເດັກນ້ອຍອາຍຸສີ່ປີໄດ້ຮັບເຂົ້າໜົມ marshmallow ຄົນລະກ້ອນ. ຖ້າຫາກພວກເຂົາສາມາດອົດກິນມັນໄດ້ ປະມານ 15 ຫລື 20 ນາທີ, ແລ້ວພວກເຂົາຊິໄດ້ເຂົ້າໜົມຕື່ມອີກໜຶ່ງກ້ອນ. ວິດີໂອໄດ້ສະແດງໃຫ້ເຫັນວ່າ ເດັກນ້ອຍຫລາຍຄົນອົດກິນເຂົ້າໜົມໄດ້. ບາງຄົນອົດບໍ່ໄດ້.16
ປີແລ້ວນີ້ ດຣ. ວໍເທີ ມີແຊວ, ຜູ້ໄດ້ເຮັດການທົດລອງທີ່ກ່າວມານັ້ນ ໄດ້ຂຽນປຶ້ມຫົວໜຶ່ງ ຊຶ່ງໃນນັ້ນເພິ່ນໄດ້ກ່າວວ່າ ໄດ້ມີການຄົ້ນຄວ້າຫລາຍຂຶ້ນ ເພາະຄວາມເປັນຫ່ວງເປັນໃຍຂອງເພິ່ນເລື່ອງການບັງຄັບຕົນເອງ ແລະ ກ່ຽວກັບການທີ່ເພິ່ນຕິດຢາສູບ. ເພິ່ນມີຄວາມເປັນຫ່ວງເປັນໃຍໂດຍສະເພາະ ກັບການລາຍງານຂອງໝໍຜ່າຕັດຂອງສະຫະລັດ ໃນປີ 1964 ຮ່ວມດ້ວຍການເປັນປອດແຫ້ງຈາກການສູບຢາ.17 ອີງຕາມການຄົ້ນຄວ້າເປັນເວລາຫລາຍປີ, ເພື່ອນຮ່ວມງານຄົນໜຶ່ງຂອງເພິ່ນ ໄດ້ລາຍງານວ່າ “ການບັງຄັບຕົນເອງ ເປັນຄືກັນກັບກ້າມເນື້ອ: ເມື່ອທ່ານໃຊ້ມັນຫລາຍຂຶ້ນເທົ່າໃດ, ມັນຈະແຂງແກ່ນຫລາຍຂຶ້ນເທົ່ານັ້ນ. ການຫລີກເວັ້ນຈາກການລໍ້ລວງໄດ້ເທື່ອໜຶ່ງ ຈະຊ່ອຍທ່ານໃຫ້ສາມາດຕ້ານທານກັບການລໍ້ລວງຄັ້ງຕໍ່ໆໄປ ໃນອະນາຄົດ.”18
ຫລັກທຳກ່ຽວກັບຄວາມກ້າວໜ້ານິລັນດອນແມ່ນວ່າ ການບັງຄັບຕົນເອງ ແລະ ການດຳລົງຊີວິດທີ່ຊອບທຳ ຈະເພີ່ມຄວາມເຂັ້ມແຂງໃຫ້ຄວາມສາມາດຂອງເຮົາ ທີ່ຈະຕ້ານທານກັບການລໍ້ລວງໄດ້. ສິ່ງນີ້ເປັນຄວາມຈິງ ໃນເລື່ອງທີ່ເປັນທາງວິນຍານ ແລະ ທາງໂລກດ້ວຍ.
ຜູ້ສອນສາດສະໜາຂອງພວກເຮົາເປັນຕົວຢ່າງທີ່ດີເລີດ. ເຂົາເຈົ້າພັດທະນາຄຸນສົມບັດທີ່ເປັນເໝືອນດັ່ງພຣະຄຣິດ ແລະ ເນັ້ນໜັກເລື່ອງການເຊື່ອຟັງ ແລະ ເລື່ອງທາງວິນຍານ. ເຂົາເຈົ້າຖືກຄາດໝາຍໃຫ້ເຮັດຕາມຕາຕະລາງທີ່ເຄັ່ງຄັດ ແລະ ໃຊ້ເວລາໃນແຕ່ລະວັນ ໃນການຮັບໃຊ້ຄົນອື່ນ. ເຂົາເຈົ້າແຕ່ງກາຍຢ່າງເປັນລະບຽບຮຽບຮ້ອຍ, ແທນການນຸ່ງຖືແບບທຳມະດາ ຫລື ແບບທີ່ບໍ່ເໝາະສົມ ຊຶ່ງມີຢູ່ທົ່ວໄປ ໃນທຸກວັນນີ້. ການປະພຶດ ແລະ ການແຕ່ງກາຍຂອງເຂົາເຈົ້າ ບົ່ງບອກເຖິງຄວາມຈິງຈັງ ແລະ ການມີສິນທຳ.19
ປະຈຸບັນນີ້ ພວກເຮົາມີຄົນໜຸ່ມປະມານ 230,000 ຄົນ ທີ່ກຳລັງຮັບໃຊ້ເຜີຍແຜ່ ຫລື ຜູ້ທີ່ໄດ້ກັບຈາກການເຜີຍແຜ່ແລ້ວ ໃນໄລຍະຫ້າປີຜ່ານມາ. ເຂົາເຈົ້າໄດ້ພັດທະນາຄວາມເຂັ້ມແຂງທາງວິນຍານຢ່າງໜ້າອັດສະຈັນໃຈ ແລະ ຮູ້ຈັກບັງຄັບຕົນເອງ ຊຶ່ງຕ້ອງເຮັດຕໍ່ໄປເລື້ອຍໆ, ຖ້າບໍ່ດັ່ງນັ້ນ ມັນຈະອ່ອນແອງລົງ ຄືກັນກັບກ້າມເນື້ອທີ່ບໍ່ຖືກໃຊ້. ເຮົາທຸກຄົນຕ້ອງພັດທະນາ ແລະ ສະແດງການປະພຶດ ແລະ ການນຸ່ງຖື ທີ່ປະກາດວ່າ ເຮົາເປັນສານຸສິດທີ່ແທ້ຈິງຂອງພຣະຄຣິດ. ຄົນທີ່ປະຖິ້ມການປະພຶດທີ່ຊອບທຳ ຫລື ການນຸ່ງຖືໃນທາງທີ່ສວຍງາມ ແລະ ຮຽບຮ້ອຍ ຈະພາຕົນເອງໄປສູ່ຊີວິດທີ່ບໍ່ມີຄວາມຊື່ນຊົມ ຫລື ຄວາມສຸກ.
ພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ ໄດ້ມອບແຜນຜັງຂອງແຜນແຫ່ງຄວາມສຸກໃຫ້ເຮົາ ແລະ ສົ່ງເສີມເຮົາໃຫ້ເຂົ້າໃຈ ແລະ ໃຊ້ການຄວບຄຸມຕົນເອງ ແລະ ຫລີກເວັ້ນຈາກການລໍ້ລວງ. ມັນຍັງສອນເຮົາອີກ ເຖິງວິທີທີ່ຈະກັບໃຈ ເມື່ອເຮົາໄດ້ເຮັດຄວາມຜິດພາດ.
ທີສອງ: ການໃຫ້ກຽດວັນຊະບາໂຕ ຈະເພີ່ມຄວາມຊອບທຳ ແລະ ເປັນສິ່ງຄຸ້ມກັນຄອບຄົວ
ສາດສະໜາຈັກຄຣິດສະຕຽນໃນສະໄໝກ່ອນ ໄດ້ໄປໂບດຈາກວັນເສົາ ເຖິງ ວັນອາທິດ ເພື່ອລະນຶກເຖິງການຟື້ນຄືນພຣະຊົນຂອງພຣະຜູ້ເປັນເຈົ້າ. ຈຸດປະສົງທີ່ສັກສິດຂັ້ນພື້ນຖານຢ່າງອື່ນໆກ່ຽວກັບວັນຊະບາໂຕ ກໍຍັງເໝືອນເດີມ. ສຳລັບຊາວຢິວ ແລະ ຊາວຄຣິດສະຕຽນ, ວັນຊະບາໂຕ ເປັນສັນຍາລັກເຖິງວຽກງານທີ່ຍິ່ງໃຫຍ່ຂອງພຣະເຈົ້າ.20
ເມື່ອບໍ່ດົນມານີ້, ຂ້າພະເຈົ້າກັບພັນລະຍາ, ແລະ ເພື່ອນຮ່ວມງານສອງຄົນຂອງຂ້າພະເຈົ້າ ພ້ອມດ້ວຍພັນລະຍາຂອງພວກເພິ່ນ, ໄດ້ຖືກເຊີນໄປຮ່ວມງານວັນຊະບາໂຕຂອງຊາວຢິວ ກັບເພື່ອນທີ່ຮັກແພງຄົນໜຶ່ງ ຊື່ ຣໍເບີດ ອັບຣາມສ໌ ແລະ ພັນລະຍາຂອງເພິ່ນ ຊື່ ດາຍແອນ, ຢູ່ເຮືອນຂອງພວກເພິ່ນ ໃນລັດນິວຢອກ.21 ວັນຊະບາໂຕຂອງຊາວຢິວເລີ່ມຕົ້ນໃນວັນສຸກຕອນແລງ. ຈຸດສຳຄັນແມ່ນການໃຫ້ກຽດແກ່ພຣະເຈົ້າ ວ່າເປັນພຣະຜູ້ສ້າງ. ພວກເພິ່ນໄດ້ເລີ່ມຕົ້ນດ້ວຍການອວຍພອນຄອບຄົວ ແລະ ຮ້ອງເພງສວດ.22 ພວກເຮົາໄດ້ເຂົ້າຮ່ວມພິທີ ດ້ວຍການລ້າງມື, ການອວຍພອນເຂົ້າຈີ່, ການອະທິຖານ, ການກິນອາຫານຢິວຕາມຫລັກສາດສະໜາ, ການທ່ອງພຣະຄຳພີ, ແລະ ການຮ້ອງເພງຊະບາໂຕ ໃນລັກສະນະການສະຫລອງ. ພວກເຮົາໄດ້ຟັງຖ້ອຍຄຳທີ່ເປັນພາສາເຮັບເຣີ, ຕິດຕາມດ້ວຍການແປເປັນພາສາອັງກິດ. ພຣະຄຳພີຂໍ້ທີ່ສະເທືອນໃຈ ໄດ້ຖືກອ່ານຈາກພຣະຄຳພີເດີມ, ຊຶ່ງພວກເຮົາກໍມັກຫລາຍຄືກັນ ຈາກເອຊາຢາ, ປະກາດວ່າວັນຊະບາໂຕ ເປັນວັນທີ່ຊື່ນຊົມ,23 ແລະ ຈາກເອເຊກຽນ, ວ່າວັນຊະບາໂຕ “ຈະເປັນສັນຍານແຫ່ງພັນທະສັນຍາ ທີ່ສອງຝ່າຍໄດ້ເຮັດຕໍ່ກັນ ແລະ ວັນນັ້ນຈະເຕືອນພວກເຈົ້າວ່າ ເຮົາແມ່ນພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກເຈົ້າ.”24
ຄວາມປະທັບໃຈອັນລົ້ນເຫລືອຈາກຄ່ຳຄືນທີ່ດີງາມນັ້ນ ແມ່ນມາຈາກຄວາມຮັກ, ການອຸທິດຕົນ, ແລະ ການຮູ້ຈັກຮັບຜິບຊອບຕໍ່ພຣະເຈົ້າ. ເມື່ອຂ້າພະເຈົ້າຄິດກ່ຽວກັບເຫດການນັ້ນ, ຂ້າພະເຈົ້າໄດ້ຄິດເຖິງ ການກົດຂີ່ຂົ່ມເຫັງອັນແສນສາຫັດ ທີ່ຊາວຢິວໄດ້ຮັບ ມາເປັນເວລາຫລາຍສັດຕະວັດ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ການໃຫ້ກຽດວັນຊະບາໂຕ ໄດ້ເປັນ “ພັນທະສັນຍາອັນຕໍ່ເນື່ອງ,” ທີ່ປົກປັກຮັກສາ ແລະ ເປັນພອນໃຫ້ແກ່ຊາວຢິວ ໃນການບັນລຸຕາມພຣະຄຳພີ.25 ມັນເປັນສິ່ງສົ່ງເສີມຊີວິດຄອບຄົວທີ່ດີເລີດ ແລະ ມີຄວາມສຸກ ຊຶ່ງເຫັນໄດ້ໃນຊີວິດຂອງຊາວຢິວຫລາຍຄົນ.26
ສຳລັບສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ການໃຫ້ກຽດແກ່ວັນຊະບາໂຕ ແມ່ນແບບແຜນຂອງຄວາມຊອບທຳ ທີ່ຈະເປັນພອນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ, ຜູກພັນເຮົາເຂົ້າກັບພຣະຜູ້ສ້າງຂອງເຮົາ, ແລະ ເພີ່ມພູນຄວາມສຸກ. ວັນຊະບາໂຕສາມາດຊ່ອຍແຍກເຮົາຈາກສິ່ງທີ່ບໍ່ສຳຄັນ, ບໍ່ເໝາະສົມ, ຫລື ຜິດສິນທຳ. ມັນໃຫ້ເຮົາຢູ່ໃນໂລກ, ແຕ່ບໍ່ໄດ້ເປັນຂອງໂລກ.
ໃນໄລຍະຫົກເດືອນຜ່ານມາ, ການປ່ຽນແປງທີ່ໜ້າອັດສະຈັນໃຈຫລາຍທີ່ສຸດ ໄດ້ເກີດຂຶ້ນໃນສາດສະໜາຈັກ. ມັນແມ່ນການຕອບຮັບຂອງສະມາຊິກ ທີ່ຈະເນັ້ນໜັກເລື່ອງວັນຊະບາໂຕ ຕາມຄຳຂໍຮ້ອງຂອງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ແລະ ຕາມການທ້າທາຍຂອງປະທານຣະໂຊ ເອັມ ນຽວສັນ ທີ່ຈະເຮັດໃຫ້ວັນຊະບາໂຕ ເປັນວັນທີ່ຊື່ນຊົມ.27 ສະມາຊິກຫລາຍຄົນເຂົ້າໃຈວ່າ ການຮັກສາວັນຊະບາໂຕໃຫ້ສັກສິດ ເປັນສິ່ງຊ່ອຍຄຸ້ມກັນເຂົາເຈົ້າຈາກຄວາມຫຍຸ້ງຍາກໃນຊີວິດນີ້. ມັນຍັງເປັນສັນຍານເຖິງຄວາມອຸທິດຕົນຂອງເຮົາ ຕໍ່ພຣະບິດາຜູ້ສະຖິດໃນສະຫວັນນຳອີກ ແລະ ຈະເຂົ້າໃຈຫລາຍຂຶ້ນ ເຖິງຄວາມສັກສິດຂອງກອງປະຊຸມສິນລະລຶກ. ເຮົາຍັງຕ້ອງພັດທະນາຕົນຂຶ້ນໄປເລື້ອຍໆ, ແຕ່ເຮົາໄດ້ເລີ່ມຕົ້ນດີຫລາຍ. ຂ້າພະເຈົ້າຂໍທ້າທາຍເຮົາທຸກຄົນ ໃຫ້ຮັບເອົາຄຳແນະນຳຕໍ່ໄປ ແລະ ເອົາໃຈໃສ່ຕໍ່ການນະມັດສະການ ໃນວັນຊະບາໂຕຂອງເຮົາ.
ສາມ: ເຮົາໄດ້ຮັບການຄຸ້ມຄອງຈາກສະຫວັນເມື່ອເຮົາຊອບທຳ
ໃນພາກສ່ວນໜຶ່ງຂອງແຜນອັນສູງສົ່ງຂອງພຣະເຈົ້າ, ເຮົາໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ຂອງປະທານນີ້ “ຈະຖືກມອບໃຫ້ ເມື່ອໃດກໍຕາມທີ່ເຮົາມີຄ່າຄວນພໍ ສຳລັບການເປັນເພື່ອນຂອງພຣະວິນຍານບໍລິສຸດ.”28 ສະມາຊິກອົງນີ້ໃນຝ່າຍພຣະເຈົ້າ ຮັບໃຊ້ເປັນຜູ້ຊຳລະລ້າງ ຖ້າຫາກພຣະກິດຕິຄຸນມີຢູ່ໃນຊີວິດຂອງເຮົາ. ພຣະອົງເປັນສຽງເຕືອນ ຕ້ານຄວາມຊົ່ວຮ້າຍ ແລະ ເປັນສຽງປົກປ້ອງເຕືອນໃຫ້ຮູ້ໄພອັນຕະລາຍ. ເມື່ອເຮົາເດີນໄປໃນຊີວິດນີ້, ການເຮັດຕາມການກະຕຸ້ນຂອງພຣະວິນຍານບໍລິສຸດແມ່ນສຳຄັນຫລາຍ. ພຣະວິນຍານຈະຊ່ອຍເຮົາໃຫ້ຫລີກເວັ້ນຈາກການລໍ້ລວງ ແລະ ໄພອັນຕະລາຍ, ແລະ ປອບໂຍນເຮົາກັບການທ້າທາຍຕ່າງໆ. “ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ສັດທາ.”29
ການເຊື່ອຟັງຕໍ່ຫລັກທຳພຣະກິດຕິຄຸນທີ່ສັກສິດນີ້ ຈະຊ່ອຍເຮົາໃຫ້ມີຄ່າຄວນຕໍ່ພຣະວິຫານ, ພົບຄວາມສຸກໃນຊີວິດນີ້, ແລະ ພາເຮົາກັບໄປບ້ານໃນສະຫວັນຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຊີວິດນີ້ບໍ່ງ່າຍ, ແລະ ບໍ່ຖືກເຈດຕະນາໃຫ້ງ່າຍ. ມັນເປັນເວລາທີ່ທົດສອບ ແລະ ທົດລອງ. ເຊັ່ນດຽວກັບກຳປັ່ນລຳເກົ່າແກ່ຢູ່ເມືອງ ບຣິສະໂຕ, ຈະມີບາງເວລາ ທີ່ນ້ຳທະເລລົງໄກ ແລະ ເບິ່ງຄືວ່າ ທຸກສິ່ງຢູ່ໃນໂລກນີ້ ທີ່ຊ່ອຍເຮົາໃຫ້ຟູຢູ່ ຫາຍໄປໝົດແລ້ວ. ເຮົາອາດລົງຕ່ຳຈົນເຖິງພື້ນ ແລະ ອາດລົ້ມງ່ຽງໄປທາງຂ້າງ. ໃນລະຫວ່າງການທົດລອງເຫລົ່ານັ້ນ, ຂ້າພະເຈົ້າສັນຍາວ່າ ການດຳລົງຊີວິດໃຫ້ມີຄ່າຄວນຕໍ່ພຣະວິຫານ ຈະຈ່ອງດຶງທຸກສິ່ງທີ່ສຳຄັນໄວ້ນຳກັນ. ພອນແຫ່ງສັນຕິສຸກ, ແຫ່ງຄວາມສຸກ, ແລະ ຄວາມຊົມຊື່ນຍິນດີອັນຫວານຊື່ນ, ພ້ອມດ້ວຍພອນແຫ່ງຊີວິດນິລັນດອນ ແລະ ລັດສະໝີພາບຊັ້ນສູງ ນຳພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຈະບັນລຸຄົບຖ້ວນ. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.